​2010–2019
ປ່ຽນ​ໃຈ​ເຫລື້​ອມ​ໃສ​ພຣະກິດ​ຕິ​ຄຸນຂອງ​ພຣະອົງຜ່ານສາດສະໜາ​ຈັກຂອງ​ພຣະອົງ
ເມສາ 2012


ປ່ຽນ​ໃຈ​ເຫລື້​ອມ​ໃສ​ພຣະກິດ​ຕິ​ຄຸນຂອງ​ພຣະອົງຜ່ານສາດສະໜາ​ຈັກຂອງ​ພຣະອົງ

ຈຸດປະສົງ​ຂອງ​ສາດສະໜາ​ຈັກ​ຄື​ທີ່​ຈະ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ.

ຂ້າພະ​ເຈົ້າ​ຮັກ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ ​ແລະ ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ບາງ​ເທື່ອ​ເຮົາ​ຈະ​​ໃຊ້​ຄຳ​ວ່າ ພຣະກິດ​ຕິ​ຄຸນ ​ແລະ ສາດສະໜາ​ຈັກ ສັບ​ປ່ຽນ​ກັນ, ​ແຕ່​ສອງ​ຄຳ​ນີ້​ບໍ່​ຄື​ກັນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ​ ມັນ​ມີ​ຄວາມ​ໝາຍ​ທີ່​ຄ້າຍຄື​ກັນ, ​ແລະ ​ເຮົາ​ຕ້ອງ​ການທັງ​ສອງ​ຄຳ.

ພຣະກິດ​ຕິ​ຄຸນ​ເປັນ​ແຜນ​ອັນ​ຮຸ່ງ​​ໂລດ​ຂອງ​ພຣະ​ເຈົ້າ ຊຶ່ງ​ໃນ​ແຜນ​ນັ້ນ​ເຮົາ​ຜູ້​ເປັນ​ລູກໆ​ຂອງ​ພຣະອົງ​ໄດ້​ມີ​​ໂອກາດ​ທີ່​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພຣະບິດາ​ມີ (​ເບິ່ງ D&C 84:38). ສິ່ງ​ນີ້​ເອີ້ນ​ວ່າ​ ຊີວິດ​ນິລັນດອນ ​ແລະ ມັນເປັນຂອງ​ປະທານອັນ​ຍິ່ງ​ໃຫຍ່ທີ່​ສຸດ​ໃນ​ຂອງ​ປະທານ​ທັງ​ໝົດ​ຂອພຣະ​ເຈົ້າ (​ເບິ່ງ D&C 14:7). ສ່ວນ​ທີ່​ສຳຄັນ​ຂອງ​ແຜນ​ນີ້​ແມ່ນ​ປະສົບ​ການ​ຢູ່​​ເທິງ​ແຜ່ນດິນ​ໂລກ, ​ເປັນ​ຊ່ວງ​ເວລາ​ທີ່​ຈະພັດ​ທະ​ນາ​ສັດທາ (ເບິ່ງ ​ໂມ​ໂຣ​ໄນ 7:26), ທີ່​ຈະກັບ​ໃຈ (​ເບິ່ງ ​ໂມ​​ໄຊ​ຢາ 3:12), ​ແລະ ທີ່​ຈະ​ຄືນ​ດີ​ກັບ​ພຣະ​ເຈົ້າ (​ເບິ່ງ ຢາ​ໂຄບ 4:11).

​​ເພາະ​ຄວາມ​ອ່ອນ​​ແອ​ຂອງ​ຄວາມ​ເປັນ​ມະຕະ​ຂອງ​ເຮົາ ​ແລະ “ການ​ກົງກັນຂ້າ​ມ​ໃນ​ທຸກ​ຢ່າງ” (2 ນີ​ໄຟ 2:11) ​ໄດ້​ເຮັດ​​ໃຫ້​ຊີວິດ​ຂອງ​ເຮົາ​ຫຍຸ້ງຍາກ​ຫລາຍ, ​ແລະ ​​ເພາະວ່າ​ເຮົາ​ບໍ່​ສາມາດ​ຊຳລະ​ຕົວ​ເຮົາ​ເອງ​ຈາກ​ບາບ​, ​ເຮົາ​ຈຶ່ງ​ຕ້ອງການພຣະຜູ້​ຊ່ອຍ​ໃຫ້​ລອດ. ​ເມື່ອ ​ເອ​ໂລ​ຮິມ, ພຣະ​ເຈົ້າ​​ແຫ່ງ​ນິລັນດອນ ​ແລະ ພຣະບິດາຂອງ​ວິນ​ຍານ​ທັງ​ປວງ, ​ໄດ້​ສະ​ເໜີ​ແຜນ​​ແຫ່ງຄວາມ​ລອດ​ຂອງ​ພຣະອົງ, ມີ​ຜູ້​ໜຶ່ງ​ໃນ​ທ່າມກາງ​ພວກ​ເຮົາ​ໄດ້​ກ່າວ​ວ່າ ຂ້ານ້ອຍ​ຢູ່​ນີ້, ຈົ່ງ​ສົ່ງ​ຂ້ານ້ອຍ​ໄປ​ເຖີດ (​ເບິ່ງ Abraham 3:27). ​ພຣະອົງ​ມີພຣະນາມ​ວ່າ ພຣະ​ເຢ​ໂຮ​ວາ.

​​ໃນ​ການເກີດ​​ຈາກພຣະບິດາ​ເທິງ​ສະຫວັນ, ທັງ​ທາງ​ວິນ​ຍານ ​ແລະ ທາງ​ໂລກ, ພຣະອົງ​ໄດ້​ຮັບ​ອຳນາດ​ອັນ​ສູງ​ສຸດ​ທີ່​ຈະ​ເອົາ​ຊະນະ​ໂລກ. ​ໃນ​ການ​ເກີດ​ຈາກ​ມານ​ດາ​ທີ່​ເປັນ​ມະນຸດ, ພຣະອົງ​ຈຶ່ງ​ຕ້ອງ​ໄດ້​ຮັບ​ຄວາມ​ເຈັບ​ປວດ ​ແລະ ຮັບ​ທຸກທໍລະມານ​ໃນ​ຄວາມ​ເປັນ​ມະຕະ. ພຣະ​ເຢ​ໂຮ​ວາ​ທີ່​ຍິ່ງ​ໃຫຍ່​ກໍ​ມີ​ພຣະນາມ​ໜຶ່ງ​ອີກ​ວ່າ ພຣະ​ເຢຊູ ​ແລະ ນອກ​ເໜືອ​ນັ້ນ ກໍ​ຖືກ​ເອີ້ນ​ອີກ​ວ່າ ພຣະຄຣິດ, ໝາຍ​ເຖິງ​ພຣະ​ເມ​ຊີ​ອາ ຫລື ຜູ້​ຖືກ​ເຈ​ີມ. ​ເປົ້າ​ໝາຍ​ອັນ​ສູງ​ສຸດ​ຂອງ​ພຣະອົງ​​ແມ່ນ​ການ​ຊົດ​ໃຊ້, ຕອນ​ທີ່​ພຣະ​ເຢຊູ​ຄຣິດ​ໄດ້​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ​ທັງ​ປວງ (​ເບິ່ງ D&C 88:6), ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ພຣະອົງ​ທີ່​ຈະ​ຈ່າຍ​ຄ່າ​ສຳລັບ​ເຮົາ​ແຕ່ລະຄົນ.

ສາດສະໜາ​ຈັກ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໂດຍ​ພຣະ​ເຢຊູ​ຄຣິດ ​ໃນ​ຊ່ວງ​​ໄລຍະ​ທີ່​ພຣະອົງ​ປະຕິບັດ​ສາດສະໜາ​ກິດ​ຢູ່​ໃນ​ໂລກ, “ຖືກ​ສ້າງ​ຂຶ້ນ​ເທິງ​ຮາກ​ຖານ ຊຶ່ງ​ພວກ​ອັກຄະ​ສາວົກ ​ແລະ ສາດສະດາ​ໄດ້​ວາງ​ລົງ​ແລ້ວ” (​ເອ​ເຟ​ໂຊ 2:20). ໃນ​ຍຸກ​ຂອງ​ຄວາມ​ສົມບູນ​ແຫ່ງ​ເວລາ​ນີ້ (​ເບິ່ງ D&C 128:18), ພຣະຜູ້​ເປັນ​ເຈົ້າ​ໄດ້​ຟື້ນ​ຟູ​ສິ່ງ​ທີ່​ເຄີຍ​ເປັນ​ຢູ່ ​ໂດຍ​ສະ​ເພາະ​ໄດ້​ບອກ​ສາດສະດາ​ໂຈ​ເຊັບ ສະ​ມິດ​ ວ່າພຣະອົງ​ຈະ​ສະຖາປະນາ​ໜ່ວຍ​ຂອງ​ສາດສະໜາ​ຈັກ​ໂດຍ​ມືຂອງ​ເພິ່ນ (​ເບິ່ງ D&C 31:7). ພຣະ​ເຢຊູ​ຄຣິດ​ໄດ້​ເປັນ​ປະມຸກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະອົງມີ​ຕົວ​ແທນ​ຂອງ​ພຣະອົງ​ຄື ສາດສະດາ, ຜູ້​ມີ​ສິດ​ອຳນາດ​ຂອງ​ການ​ເປັນ​ອັກຄະ​ສາວົກ.

ນີ້​ເປັນ​ສາດສະໜາ​ຈັກ​ທີ່​ດີ​ເດັ່ນ, ມີ​ປະສິດທິພາບ, ​ແລະ ມີ​ຄວາມ​ດີ​ແທ້ໆ ຊຶ່ງ​ໄດ້​ຮັບ​ຄວາມ​ນັບຖື​ຈາກ​ຄົນ​ທີ່​ສະ​ແຫວ​ງຫາ​ຄວາມ​​​ເຂົ້າ​ໃຈ​ແທ້ໆ. ສາດສະໜາ​ຈັກ​ມີ​ໂຄງການ​ສຳລັບ​ເດັກນ້ອຍ, ຄົນ​ໜຸ່ມ, ຜູ້ຊາຍ​​ໃຫຍ່ ​ແລະ ຜູ້ຍິງ​ໃຫຍ່. ມີ​ຕຶກ​ໂບດ​ທີ່​ສວຍ​ງາມ​ຫລາຍ​ກວ່າ 18,000 ​ແຫ່ງ. ມີພຣະວິຫານ​ທີ່​ສະຫງ່າ​ງາມ, ຕອນ​ນີ້​ມີ​ຢູ່ 136 ​ແຫ່ງ, ຢາຍ​ຢູ່​ທົ່ວ​ໂລກ, ​​ໂດຍ​ມີ 30 ​ແຫ່ງ​ທີ່​ພວມ​ຖືກ​ສ້າງ​ຢູ່ ຫລື ​ໄດ້​ຖືກ​ແຈ້ງ​ບອກ. ຜູ້​ສອນ​ສາດສະໜາ​ເຕັມ​ເວລາ​ມີ​ຫລາຍ​ກວ່າ 56,000 ຄົນ, ທັງ​ຄົນ​ໜຸ່ມ ​ແລະ ຄົນ​ອາວຸ​ໂສ ພວມ​ຮັບ​ໃຊ້​ຢູ່​ໃນ​ຫລາຍ​ກວ່າ 150 ປະ​ເທດ. ວຽກ​ງານ​ຊ່ອຍ​ເຫລືອ​ມະນຸດສະທຳ​ຂອງ​ສາດສະໜາ​ຈັກກໍ​​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມເພື່ອ​ແຜ່​ຂອງ​ສະມາຊິກ​ຂອງ​ພວກ​ເຮົາ. ​ໂຄງການ​ສະຫວັດດີ​ການ​ກໍ​ໃຫ້ການ​ດູ​ແລ​ສະມາຊິກ ​ແລະ ສົ່ງ​ເສີມ​ການ​ກຸ້ມ​ຕົນ​ເອງ​ໃນທາງ​ທີ່​ປຽບທຽບ​ບໍ່​ໄດ້. ​ໃນ​ສາດສະໜາ​ຈັກ​ນີ້ ​ພວກ​ເຮົາ​ມີ​ຜູ້ນຳ​ທີ່ບໍ່​ເຫັນ​ແກ່​ຕົວ ​ແລະ ຊຸມ​ຊົນ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຜູ້ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ ​ໃນ​ວິທີ​ທາງ​ໜ້າ​ອັດສະຈັນ​ໃຈ. ບໍ່​ມີ​ບ່ອນ​ໃດ​ທີ່​ເປັນ​ເໝືອນ​ສາດສະໜາ​ຈັກ​ນີ້​ຢູ່​ໃນ​ໂລກ.

ຕອນ​ຂ້າພະ​ເຈົ້າ​ໄດ້​ເກີດ​ມາ, ຄອບຄົວ​ຂອງ​ຂ້າພະ​ເຈົ້າ​ໄດ້​ອາ​ໄສ​ຢູ່​ໃນ​ເຮືອນ​ຫຍັງ​ນ້ອຍ​ໜຶ່ງ​ຢູ່​ໃນ​ບໍລິ​ເວນ​ຕຶກ​ໂບດຫລັງ​ໃຫຍ່ ​ແລະ ​ເປັນ​ປະຫວັດສາດ​ຂອງ​ສາດສະໜາ​ຈັກ, ​ເອີ້ນ​ວ່າ​ຕຶກ​ແທ​ໂບ​ແນ​ໂກ ​ໂຮ​ໂນ​ລູລູ. ບັດ​ນີ້ ຂ້າພະ​ເຈົ້າ​ຂໍ​ກ່າວຄຳ​ຂໍ​ໂທດ​ນຳ​ເພື່ອນທີ່​ຮັ​ກ​ແພງ​ຂອງ​ຂ້າພະ​ເຈົ້າ​ຜູ້​​ເປັນ​ຝ່າຍ​ອະທິການ​ຄວບ​ຄຸມ, ຜູ້​ດູ​ແລ​ຕຶກ​ໂບດ​ຕ່າງໆ​ຂອງ​ສາດສະໜາ​ຈັກ, ​ແຕ່​ຕອນ​ຂ້າພະ​ເຈົ້າ​ຍັງ​ນ້ອຍ, ຂ້າພະ​ເຈົ້າ​ໄດ້​ປີນ​ຂຶ້ນ​ເທິງ, ຄານ​ໃຕ້​ພື້ນ​ຫ້ອງ, ​ເລາະ​ຫລິ້ນ​ທົ່ວ​ທຸກ​ບ່ອນ​​, ຈາກ​ພື້ນສະ​ນ້ຳ​ທີ່​​​ໄສ​ສະອາດຈົນ​​ເຖິງຂ້າງ​ໃນ​ຂອງຈອມຕຶກທີ່​ມີ​​ໄຟ​ອັນ​ສວຍ​ງາມສ່ອງ​ສະຫວ່າງ. ພວກ​ເຮົາ​ຍັງ​ໄດ້​ຫລິ້ນ​ແບບ (ທາ​ຊານ​ ນຳ​ອີກ) ທີ່​ແຂວນ​ຫ້ອຍ​ໂດດໄປ​ຕາມ​​ເຄືອ​ໄມ້​ທີ່​ຫ້ອຍ​ຢູ່​ຕາມ​ຕົ້ນ​ໄມ້​ໃຫຍ່​ຢູ່​ໃນ​ບໍລິ​ເວນ​ແຫ່ງ​ນັ້ນ.

ສາດສະໜາ​ຈັກ​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ພວກ​​ເຮົາ​. ພວກ​ເຮົາ​ໄດ້​ໄປ​ຮ່ວມ​ປະຊຸມ​ໂບດ​ຫລາຍ​​ແທ້ໆ, ຫລາຍ​ກວ່າ​ທີ່​ພວກ​ເຮົາ​​ເຮັດ​ໃນ​ຕອນ​ນີ້. ພວກ​ເຮົາ​ໄດ້​ໄປ​ຫ້ອງ​ປະຖົມ​ໄວ​​ໃນ​ວັນ​ອັງຄານ​ຕອນ​ບ່າຍ. ​​ໄປ​ຫ້ອງ​ສະມາຄົມ​ສະຕີ​ສົງ​ເຄາະ​ໃນ​ວັນ​ອັງຄານ​ຕອນ​ເຊົ້າ. ​ໄປ​ກິດ​ຈະ​ກຳ​ສຳລັບ​ຊາວ​ໜຸ່ມ​ໃນ​​ແລງ​ຄືນ​ວັນ​ພຸດ. ວັນ​ເສົາ​ແມ່ນ​ກິດຈະກຳ​ຂອງ​ຫວອດ. ວັນ​ອາທິດ ຜູ້​ຊາຍ​ໃຫຍ່ ​ແລະ ຊາຍ​ໜຸ່ມ​ໄດ້​ໄປ​ຫ້ອງ​ຮຽນ​ຖານະ​ປະ​ໂລຫິດ​ໃນ​ຕອນ​ເຊົ້າ. ຕອນ​ບ່າຍ​ຂອງ​ວັນ​ອາທິດ​ພວກ​ເຮົາ​ໄດ້​ໄປ​ຫ້ອງ​ຮຽນ​ວັນ​ອາທິດ​. ​ແລ້ວ​ໃນ​ຕອນ​ຄ່ຳ​ພວກ​ເຮົາ​ໄດ້​ກັບ​ໄປ​ປະຊຸມ​ສິນ​ລະ​ລຶກ. ​ໂດຍ​ທີ່​ໄດ້​ທຽວ​ໄປ​ທຽວ​ມາ​ ​ແລະ ​ໄປ​ປະຊຸມ, ​ເບິ່ງ​ຄື​ວ່າ ​ພວກ​ເຮົາ​ໄດ້​​ໃຊ້​ເວລາ​ຫລາຍ​ກັບ​ກິດຈະກຳ​ຂອງ​ສາດສະໜາ​ຈັກ​ໝົດ​ມື້​ໃນ​ວັນ​ອາທິດ ​ແລະ ​ເກືອບ​ທຸກ​ມື້​ພາຍ​ໃນ​ອາທິດ.

​​ເຖິງ​ແມ່ນຂ້າພະ​ເຈົ້າ​ຮັກ​ສາດສະໜາ​ຈັກ​ຢູ່​ແລ້ວ, ​ແຕ່​ໃນ​ຊ່ວງ​ໄຍລະທີ່​ເປັນ​ເດັກນ້ອຍ​ນັ້ນ, ​ເປັນ​ເທື່ອ​ທຳ​ອິດ​ທີ່ຂ້າພະ​ເຈົ້າ​ໄດ້ຮູ້ສຶກ​ວ່າ​ມີ​ບາງ​ສິ່ງ​ທີ່​ເກີນ​ກວ່າ​ນັ້ນ. ຕອນ​ຂ້າພະ​ເຈົ້າ​ມີ​ອາຍຸ​ໄດ້​ຫ້າ​ປີ, ​ໄດ້​ມີ​ກອງ​ປະຊຸມ​ໃຫຍ່​ຢູ່​ແທ​ໂບ​ແນ​ໂກ. ພວກ​ເຮົາ​ໄດ້​ຍ່າງ​ໄປ​ຕາມ​ທາງ​ຍ່າງ​ບ່ອນ​ພວກ​ເຮົາ​ອາ​ໄສ​ຢູ່ ​ແລະ ຂ້າມ​ຂົວ​ໄປ ​ແລະ ຕົງ​ໄປ​ຫາ​ຕຶກ​ໂບດ ​ແລະ ນັ່ງ​ລົງ​ແຖວ​ທີ 10 ຢູ່​ໃນ​ຕຶກ​ຫລັງ​ໃຫຍ່​ນັ້ນ. ຜູ້​ຄວບ​ຄຸມ ​ແລະ ຜູ້​ກ່າວ​​ໃນ​ຢູ່​ກອງ​ປະຊຸມ​ນັ້ນ ​ແມ່ນ​ປະທານ​ເດ​ວິດ ​ໂອ ມິກ​ເຄ, ປະທານ​ຂອງ​ສາດສະໜາ​ຈັກ. ຂ້າພະ​ເຈົ້າ​ບໍ່​ຈື່​ວ່າ​ເພິ່ນ​ເວົ້າ​ຫຍັງ, ​ແຕ່​ຈື່​ບໍ່​ລືມສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ ​ແລະ ຮູ້ສຶກ. ປະທານ​ມິກ​ເຄ​ໄດ້​ນຸ່ງ​ຊຸດ​ສີ​ໄຂ່ ​ແລະ ມີ​ຜົມ​ຂາວ​ທີ່​ກູດ​ເປັນ​ຄື້ນ ​ໃນ​ທ່າ​ທາງ​ທີ່​ສະຫງ່າ​ງາມ. ຕາມ​ປະ​ເພນີ​ຂອງ​ຊາວ​ເກາະ, ​ເພິ່ນ​ໃສ່​ພວງ​ມະ​ໄລ​ສາມ​ຊັ້ນ​ເປັນ​ດອກ​ຄາ​ເນເຊິ​ນ ສີ​ແດງ. ​ໃນ​ຂະນະ​ທີ່​ເພິ່ນ​ກ່າວ​ປາ​ໄສ, ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ປະ​ທັບ​ໃຈ ​ແລະ ​ເປັນ​​ສ່ວນ​ບຸກຄົນ. ຕໍ່​ມາ​ຂ້າພະ​ເຈົ້າ​ຈຶ່ງ​ເຂົ້າ​ໃຈ​ວ່າ ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ພຣະວິນ​ຍານ​ບໍລິສຸດ. ພວກ​ເຮົາ​ໄດ້​ຮ້ອງ​ເພງ​ສວດ​ປິດ.

​ໃຜ​ຢູ່​ຝ່າຍ​ຂອງ​ພຣະຜູ້​ເປັນ​ເຈົ້າ? ​ໃຜ?

ຕອນ​ນີ້ ​ເປັນ​ເວລາ​ທີ່​ຈະ​ສະ​ແດງ​ອອກ.

ພວກ​ເຮົາ​ຖາມ​ຢ່າງ​ບໍ່​ຢ້ານ​ກວ່າ:

​ໃຜ​ຢູ່​ຝ່າຍ​ຂອງ​ພຣະຜູ້​ເປັນ​ເຈົ້າ? ​ໃຜ?

(“Who’s on the Lord’s Side?” Hymns, no. 260)

ດ້ວຍ​ຖ້ອຍ​ຄຳ​ນັ້ນ​ທີ່​ຮ້ອງ​ໂດຍ​ຜູ້​ຄົນ​ເກືອບ​ເຖິງ 2,000 ຄົນ, ​ແຕ່​ເບິ່ງ​ຄື​ວ່າ ມັນ​ເປັນ​ຄຳ​ຖາມ​ສຳລັບ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ຢາກ​ຢືນ​ຂຶ້ນ ​ແລະ ກ່າວ​ວ່າ, “ຂ້າພະ​ເຈົ້າ!”

ບາງ​ຄົນ​ຄິດ​ວ່າ​ກິດຈະກຳ​​ໃນສາດສະໜາ​ຈັກ​ເປັນ​ຈຸດ​ເປົ້າ​ໝາຍ​ທີ່​ສູງ​ສຸດ. ການ​ຄິດ​ແນວ​ນັ້ນ​ເປັນ​ສິ່ງ​ອັນຕະລາຍ. ​ເປັນ​ໄປ​ໄດ້​ທີ່​ຈະ​ເຂັ້ມ​ແຂງ​ຢູ່​ໃນ​ສາດສະໜາ​ຈັກ ​ແລະ ບໍ່​ເຂັ້ມ​ແຂງ​ຢູ່​ໃນ​ພຣະກິດ​ຕິ​ຄຸນ. ຂ້າພະ​ເຈົ້າຂໍ​ອະທິບາຍ​ຕື່ມ: ກິດຈະກຳ​ຢູ່​ໃນ​ສາດສະໜາ​ຈັກ​ເປັນຄວາມ​ປາຖະໜາ​ສູງ; ​ແຕ່​ກໍ​ຍັງ​ບໍ່​ພຽງພໍ. ກິດຈະກຳ​ໃນ​ສາດສະໜາ​ຈັກ​ເປັນ​ການສະ​​ແດງ​ອອກ​ພາຍ​ນອກ​ຂອງ​ຄວາມ​ປາຖະໜາ​ທາງ​ວິນ​ຍານ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ໄປ​ໂບດ, ​ເຮັດ​ໜ້າ​ທີ່​ການ​ເອີ້ນ​ຂອງ​ເຮົາ, ​ແລະ ຮັບ​ໃຊ້​ຄົນ​ອື່ນ, ​ເປັນການ​ປະຕິບັດ​ຢ່າງ​ເປີດ​ເຜີຍ.

​ແຕ່​ກົງກັນຂ້າມ, ສິ່ງ​ທີ່​ເປັນ​ຂອງ​ພຣະກິດ​ຕິ​ຄຸນ ​ໂດຍ​ປົກກະຕິ​ແລ້ວ ຈະ​ເປັນ​ສິ່ງ​ຕາ​ບໍ່​ເຫັນ ​ແລະ ຍາກ​ທີ່​ຈະ​ວັດ​ແທກ, ​ແຕ່​ມັນ​ເປັນ​ສິ່ງ​ສຳຄັນ​ນິລັນດອນ​ຫລາຍ​ກວ່າ. ຍົກ​ຕົວຢ່າງ, ​ເຮົາ​ມີ​ສັດທາ​ຫລາຍ​ປານ​ໃດ? ​ເຮົາ​​ໄດ້​ກັບ​ໃຈ​ຫລາຍ​ປານ​ໃດ? ພິທີການ​ຕ່າງ​ມີ​ຄວາມ​ໝາຍ​ຫລາຍ​ຂະໜາດ​ໃດ​ໃນ​ຊີວິດ​ຂອງ​ເຮົາ? ​ເຮົາ​ເອົາ​ໃຈ​ໃສ່​ຫລາຍ​ປານ​ໃດ​ນຳ​ພັນທະ​ສັນຍາ​ຂອງ​ເຮົາ?

ຂ້າພະ​ເຈົ້າ​ຂໍ​ກ່າວ​ລຶ້ມຄືນ​ວ່າ: ​ເຮົາ​ຕ້ອງການ​ພຣະກິດ​ຕິ​ຄຸນ​ ​ແລະ ສາດສະໜາ​ຈັກ. ຕາມ​ຄວາມ​ຈິງ​ແລ້ວ, ຈຸດປະສົງ​ຂອງ​ສາດສະໜາ​ຈັກ​ຄື​ທີ່​ຈະ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ. ສ່ວນ​ຫລາຍ​ເຮົາ​ຈະ​ຄິດ​ວ່າ: ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ບາງ​ຄົນ​ເປັນ​ຄົນ​ເຂັ້ມ​ແຂງ​ໃນ​ສາດສະ​ໜາ​ຕອນ​ເຂົາ​ເຈົ້າ​ຍັງ​ນ້ອຍ, ​ແຕ່​ບໍ່​ເຂັ້ມ​ແຂງ​ຕອນ​ມີ​ອາຍຸ​ສູງ​ຂຶ້ນ? ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ບາງ​ຄົນ​ທີ່ຜູ້​ໃຫຍ່​ໄດ້​ໄປ​ໂບດ​ເປັນ​ປະຈຳ ​ແຕ່​ຕອນ​ນີ້​ເຊົາ​ໄປ​ແລ້ວ? ​ເປັນ​ໄປ​ໄດ້​ແນວ​ໃດທີ່​ບາງ​ຄົນ​ທີ່​ຜູ້ນຳ ຫລື ສະມາຊິກ​ຄົນ​ໃດ​ຄົນ​ໜຶ່ງ​​ເຮັດ​ໃຫ້​ເຂົາ​ເຈົ້າ​ເສຍ​ໃຈ ​ແລ້ວ​ໄດ້​ເຊົາ​ໄປ​ໂບດ? ບາງທີ​​ເຫດຜົນ​ກໍ​ຄື ​ເຂົາ​ເຈົ້າ​ບໍ່​ໄດ້​ເຫ​ລື້​ອມ​ໃສ​ໃນ​ພຣະກິດ​ຕິ​ຄຸນ​ແທ້ໆ—ສິ່ງ​ທີ່​ເປັນ​ນິລັນດອນ.

ຂ້າພະ​ເຈົ້າ​ຂໍ​ແນະນຳ​ສາມ​ວິທີ​ທີ່​ສຳຄັນ ​ເພື່ອ​ຈະ​​ເຮັດ​ໃຫ້ພຣະກິດ​ຕິ​ຄຸນ​ເປັນ​ພື້ນຖານ​ຂອງ​​ເຮົາ:

  1. ໃຫ້​ຂະຫຍາຍ​ຄວາມ​ເຂົ້າ​ໃຈ​ເລື່ອງ​ພຣະ​ເຈົ້າ. ການ​ມີຄວາມ​ຮູ້​ກ່ຽວ​ກັບ​ພຣະ​ເຈົ້າ ​ແລະ ການ​ມີຄວາມ​ຮັກ​ຕໍ່​ຝ່າຍ​ພຣະ​ເຈົ້າ​​ເປັນ​ສິ່ງ​ທີ່​ຈຳ​ເປັນ​ຫລາຍ​ແທ້ໆ. ຈົ່ງ​ອະທິຖານດ້ວຍ​ຄວາມ​ຕັ້ງ​ໃຈ​ຫາ​ພຣະບິດາ, ​ໃນ​ພຣະນາມ​ຂອງ​ພຣະ​ເຈົ້າ, ​ແລະ ສະ​ແຫວ​ງຫາ​ການ​ຊີ້​ນຳ​ຂອງ​ພຣະວິນ​ຍານບໍລິສຸດ. ຈົ່ງອະທິຖານພ້ອມ​ກັບ​ການ​ສຶກສາ​ເປັນ​ປະຈຳ ​ແລະ ການ​ໄຕ່ຕອງ​ດ້ວຍ​ຄວາມ​ຖ່ອມ, ​ເພື່ອສ້າງ​ສັດທາ​ທີ່​ບໍ່​ຫວັ່ນ​ໄຫວ​​ໃນ​ພຣະ​ເຢຊູ​ຄຣິດຕະຫລອດ​ເວລາ​. “ເພາະ​ແມ່ນ​ໃຜ​ຈະ​ຮູ້ຈັກ​ນາຍ​ … ຊຶ່ງເປັນ​ຄົນ​ແປ​ກໜ້າ​ສຳລັບ​ເຂົາ, ແລະ ຢູ່​ໄກ​ຈາກ​ຄວາມ​ນຶກ​ຄິດ ແລະ ເຈດ​ຕະນາ​ຂອງ​ໃຈ​ເຂົາ?” (​ໂມ​ໄຊ​ຢາ 5:13).

  2. ຈົ່ງ​ເອົາ​ໃຈ​​ໃສ່​ຕໍ່​ພິທີການ ​ແລະ ພັນທະ​ສັນຍາ. ຖ້າ​ຫາກ​ມີ​ພິທີການ​ໃດຊຶ່ງ​ສຳຄັນ​ທີ່​ຍັງ​ບໍ່​ໄດ້​ກະທຳ​ເທື່ອ​ໃນ​ຊີວິດ​ຂອງ​ທ່ານ, ຈົ່ງ​ຕັ້ງ​ໃຈ​ຕຽມ​ໄປ​ຮັບ​ເອົາ​ມັນ. ​ແລ້ວ​ເຮົາ​ຕ້ອງ​ດຳລົງ​ຊີວິດ​ດ້ວຍ​ຄວາມ​ຊື່ສັດ​ຕໍ່​ພັນທະ​ສັນຍາ​ຂອງ​​ເຮົາ, ​ໂດຍ​ໃຊ້​ຂອງ​ປະທານ​ປະຈຳ​ອາທິດ​ຂອງ​ເຮົາ​ເມື່ອ​ຮັບ​ສິນ​ລະ​ລຶກ. ຫລາຍ​ຄົນ​ພວກ​ເຮົາ​ບໍ່​ໄດ້​ປ່ຽນ​ແປງ​ເປັນ​ປະ​ຈຳ​ໂດຍ​ອຳນາດ​ແຫ່ງ​ການ​ຊຳລະ​ລ້າງ​ຂອງ​ມັນ ​​ເນື່ອງ​ດ້ວຍ​ການ​ຂາດ​ຄວາມ​ຄາລະວະ​ຂອງ​ເຮົາ​ຕໍ່​ພິທີການ​ທີ່​ສັກສິດ​ນີ້.

  3. ໃຫ້​ເປັນ​ໜຶ່ງ​ໃນ​ພຣະກິດ​ຕິ​ຄຸນ​ກັບ​ສາດສະໜາ​ຈັກ. ​​ເມື່ອ​​ເຮົາເອົາ​ໃຈ​ໃສ່​ຕໍ່​ພຣະກິດ​ຕິ​ຄຸນ, ຈະ​ເຮັດ​ໃຫ້​ສາດສະໜາ​ຈັກ​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ເຮົາ. ​ເມື່ອ​ເຮົາ​ໄປ​ຮ່ວມ​ປະ​ຊຸມ​ໂບດ​ດ້ວຍ​ຄວາມ​ຕຽມ​ພ້ອມທີ່​ຈະສະ​ແຫວ​ງຫາ​ການ​ຮຽນ​ຮູ້, ​ແມ່ນ​ແຕ່​ໂດຍ​ການ​ສຶກສາ ​ແລະ ​ໂດຍ​ສັດທາ​ນຳ​ອີກ (​ເບິ່ງ D&C 88:118), ​ແລ້ວ​ພຣະວິນ​ຍານ​ບໍລິສຸດ​ຈະ​ເປັນ​ຄູ​ສອນ​ຂອງ​ເຮົາ. ຖ້າ​ຫາກ​ເຮົາ​ໄປ​ເພື່ອ​ຄວາມ​ສະໜຸກ​ສະໜາ​ນ, ​ແລ້ວ​ສ່ວນ​ຫລາຍ​ເຮົາ​ຈະ​ຜິດ​ຫວັງ. ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​​ເທື່ອ​ໜຶ່ງໄດ້​ຖືກຖາມວ່າ, “ທ່ານ​ຈະ​ເຮັດ​ສິ່ງ​ໃດ​ເມື່ອ​ທ່ານ​ເຫັນ​ວ່າ​ກອງ​ປະຊຸມ​ສິນ​ລະ​ລຶກ​ເປັນ​ໜ້າ​ເບື່ອ?” ​ເພິ່ນຕອບ​ວ່າ: “ຂ້າພະ​ເຈົ້າ​ບໍ່​ຮູ້. ຂ້າພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ຈັກ​ເທື່ອ” (quoted by Gene R. Cook, in Gerry Avant, “Learning Gospel Is Lifetime Pursuit,” Church News, Mar. 24, 1990, 10).

​ໃນ​ຊີວິດ​ຂອງ​ເຮົາ, ​ເຮົາ​ຄວນ​ປາຖະໜາ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຫລັງ​ຈາກ​ພຣະຜູ້​​ເປັນ​ເຈົ້າ​ໄດ້​ມາ​ຫາ​ຜູ້​ຄົນ​ຢູ່​ໃນ​ໂລກ​ໃໝ່ ​ແລະ ​ໄດ້​ຈັດ​ຕັ້ງສາດສະໜາ​ຈັກ​ຂອງ​ພຣະອົງ​ຂຶ້ນ. ພຣະຄຳ​ພີ​ບອກ​ວ່າ: “ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເພິ່ນ​ [ໝາຍ​ເຖິງ​ສານຸສິດ​ຂອງ​ພຣະອົງ] ໄດ້​ອອກ​ໄປ​ດັ່ງນັ້ນໃນບັນດາ​ຜູ້ຄົນ​ຂອງ​ນີ​ໄຟ​ທັງ​ໝົດ, ແລະ ໄດ້​ສິດສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ​ໃຫ້​ແກ່​ຜູ້ຄົນທັງ​ໝົດ​ໃນ​ຜືນ​ແຜ່ນດິນ; ແລະ ພວກ​ເ​ຂົາໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະຜູ້​ເປັນ​ເຈົ້າ, ແລະ ໄດ້​ຮ່ວມ​ເຂົ້າໃນ​ສາດສະໜາຈັກ​ຂອງ​ພຣະ​ຄຣິດ, ແລະ ຄົນ​ລຸ້ນນັ້ນຈຶ່ງ​ໄດ້​ຮັບ​ພອນ​ດັ່ງ​ນີ້ຕາມ​ຖ້ອຍ​ຄຳ​ຂອງ​ພຣະ​ເຢຊູ.” (3 ນີ​ໄຟ 28:23).

ພຣະຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະອົງ​ເຫ​ລື້​ອມ​ໃສ​ແທ້​ໆ​ຕໍ່​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ. ນີ້​ເປັນ​ພຽງ​ວິທີ​ທີ່​ແນ່ນອນ​ທີ່​ຈະມີ​ຄວາມ​ປອດ​ໄພ​ທາງ​ວິນ​ຍານ​ໃນ​ຕອນ​ນີ້ ​ແລະ ມີ​ຄວາມສຸກ​ຕະຫລອດ​ການ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.