ການກູ້ສຳລັບການເຕີບໂຕແທ້ໆ
ການຊ່ອຍກູ້ຈິດວິນຍານເປັນວຽກງານຂອງພຣະຜູ້ຊ່ອຍໃຫ້ລອດ ຊຶ່ງເອີ້ນໃຫ້ເຮົາທຸກຄົນທີ່ຈະເຮັດ.
ຫລາຍເດືອນບໍ່ດົນມານີ້, ສາດສະໜາຈັກໄດ້ເນັ້ນໜັກເລື່ອງ “ຄວາມເຕີບໂຕແທ້ໆ” ຂອງສະມາຊິກ, ໃນການນຳຜູ້ຄົນໃຫ້ມາຮັບ ແລະ ຮັກສາພັນທະສັນຍາ ແລະ ພິທີການແຫ່ງຄວາມລອດ ແລະ ດຳລົງຊີວິດກັບການປ່ຽນແປງອັນຍິ່ງໃຫຍ່ຂອງຫົວໃຈດັ່ງທີ່ແອວມາໄດ້ບັນຍາຍ (ເບິ່ງ ແອວມາ 5:14). ວິທີໜຶ່ງທີ່ມີຄວາມໝາຍ ແລະ ສຳຄັນທີ່ສຸດໃນການສ້າງຄວາມເຕີບໂຕໃນສາດສະໜາຈັກ ຄືທີ່ຈະເອື້ອມອອກໄປ ແລະ ຊ່ອຍກູ້ຄົນທີ່ໄດ້ຮັບບັບຕິສະມາແລ້ວ ທີ່ເດີນອອກນອກທາງໄປສູ່ສະພາບບໍ່ເຂັ້ມແຂງ, ໂດຍປາດສະຈາກພອນ ແລະ ພິທີການແຫ່ງຄວາມລອດ. ບໍ່ວ່າການເອີ້ນຂອງເຮົາຈະເປັນອັນໃດກໍຕາມ—ເປັນຄູສອນປະຈຳບ້ານ ຫລື ຄູຢ້ຽມສອນ, ຄູສອນໂຮງຮຽນວັນອາທິດ, ອະທິການ, ພໍ່, ແມ່, ຫລື ແມ່ນແຕ່ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່—ເຮົາທຸກຄົນກໍສາມາດມີສ່ວນຮ່ວມໃນຄວາມພະຍາຍາມທີ່ມີຄວາມໝາຍໄດ້. ເມື່ອຈະເວົ້າແລ້ວ ການນຳທຸກຄົນ—ຄອບຄົວຂອງເຮົາ, ຄົນບໍ່ເປັນສະມາຊິກ, ຄົນບໍ່ເຂັ້ມແຂງ, ຄົນບາບ—ມາສູ່ພຣະຄຣິດ ເພື່ອຮັບພິທີການແຫ່ງຄວາມລອດ ເປັນການເອີ້ນອັນສູງສົ່ງທີ່ເຮົາທຸກຄົນແບ່ງປັນໃຫ້ກັນໄດ້.
ໃນມື້ວັນອາທິດມື້ໜຶ່ງ ປະມານ 30 ປີຜ່ານມາແລ້ວ, ໃນຕອນທີ່ຂ້າພະເຈົ້າໄດ້ຮັບໃຊ້ຢູ່ໃນຝ່າຍປະທານສະເຕກ, ພວກເຮົາໄດ້ຮັບໂທລະສັບຈາກອະທິການທີ່ຊື່ສັດຄົນໜຶ່ງ. ລາວໄດ້ອະທິບາຍວ່າ ຫວອດຂອງລາວໄດ້ເຕີບໂຕຂຶ້ນຢ່າງໄວ ຈົນວ່າລາວບໍ່ສາມາດຈັດຫາການເອີ້ນທີ່ມີຄວາມໝາຍໃຫ້ແກ່ສະມາຊິກທີ່ມີຄ່າຄວນທຸກຄົນໄດ້. ລາວໄດ້ຂໍໃຫ້ພວກເຮົາແຍກຫວອດ. ໃນຂະນະທີ່ລໍຖ້າການອະນຸມັດນັ້ນ, ພວກເຮົາໃນຖານະທີ່ເປັນຝ່າຍປະທານສະເຕກໄດ້ຕັດສິນໃຈໄປຢ້ຽມຢາມຫວອດນັ້ນ ແລະ ເອີ້ນອ້າຍເອື້ອຍນ້ອງທີ່ມີຄ່າຄວນເຫລົ່ານີ້ທັງໝົດໃຫ້ເປັນຜູ້ສອນສາດສະໜາປະຈຳສະເຕກ.
ຄົນທີສາມທີ່ຂ້າພະເຈົ້າໄດ້ໄປຢ້ຽມຢາມ ແມ່ນຜູ້ຍິງໜຸ່ມຄົນໜຶ່ງທີ່ເຂົ້າໂຮງຮຽນຢູ່ມະຫາວິທະຍາໄລໃນເມືອງນັ້ນ. ຫລັງຈາກໄດ້ເວົ້າລົມກັນບໍ່ດົນ, ຂ້າພະເຈົ້າກໍໄດ້ສະເໜີການເອີ້ນໃຫ້ນາງຮັບໃຊ້ເປັນຜູ້ສອນສາດສະໜາ. ນາງມິດງຽບຢູ່ບຶດໜຶ່ງ. ແລ້ວນາງໄດ້ເວົ້າວ່າ, “ປະທານ, ທ່ານບໍ່ຮູ້ບໍວ່າ ຂ້ານ້ອຍເປັນສະມາຊິກທີ່ບໍ່ເຂັ້ມແຂງ?”
ຫລັງຈາກຂ້າພະເຈົ້າມິດງຽບຢູ່ບຶດໜຶ່ງ, ຂ້າພະເຈົ້າໄດ້ຕອບວ່າ, “ບໍ່, ຂ້ອຍບໍ່ຮູ້ວ່າ ເຈົ້າບໍ່ເຂັ້ມແຂງ.”
ນາງເວົ້າວ່າ, “ຂ້ານ້ອຍບໍ່ເຂັ້ມແຂງມາໄດ້ຫລາຍປີແລ້ວ.” ແລ້ວນາງເວົ້າວ່າ, “ທ່ານຮູ້ບໍວ່າ ເມື່ອບໍ່ເຂັ້ມແຂງເປັນເວລາຫລາຍປີ ມັນເປັນເລື່ອງຍາກທີ່ຈະກັບຄືນມາເຂັ້ມແຂງ?”
ຂ້າພະເຈົ້າຕອບວ່າ, “ບໍ່, ຂ້ອຍບໍ່ຮູ້ແນວນັ້ນ. ຫວອດຂອງເຈົ້າເລີ່ມຕົ້ນເວລາ 9 ໂມງເຊົ້າ. ເມື່ອເຈົ້າໄປໂບດ, ເຈົ້າກໍຢູ່ຮ່ວມກັບພວກເຮົາໂລດ.”
ນາງຕອບວ່າ, “ບໍ່, ມັນບໍ່ງ່າຍປານນັ້ນ. ຂ້ານ້ອຍຈະເປັນຫ່ວງກັບຫລາຍສິ່ງຫລາຍຢ່າງ. ຂ້ານ້ອຍຈະເປັນຫ່ວງວ່າມີຄົນມາເວົ້າທັກທາຍບໍ ຫລື ຈະນັ່ງຢູ່ຄົນດຽວ ແລະ ບໍ່ມີໃຜສັງເກດເຫັນຢູ່ໃນກອງປະຊຸມນັ້ນ. ຂ້ານ້ອຍຈະເປັນຫ່ວງວ່າ ຂ້ານ້ອຍຈະຖືກຮັບຕ້ອນບໍ່ ຫລື ແມ່ນໃຜຈະເປັນເພື່ອນ.”
ນາງເວົ້າຕໍ່ໄປດ້ວຍນ້ຳຕາໄຫລລົງແກ້ມວ່າ, “ຂ້ານ້ອຍຮູ້ວ່າ ພໍ່ແມ່ຂອງຂ້ານ້ອຍໄດ້ອະທິຖານເປັນເວລາຫລາຍປີ ເພື່ອໃຫ້ຂ້ານ້ອຍກັບໄປໂບດ.” ແລ້ວຫລັງຈາກນາງໄດ້ມິດງຽບຢູ່ບຶດໜຶ່ງ, ນາງໄດ້ເວົ້າວ່າ, “ສອງສາມເດືອນຜ່ານມານີ້ ຂ້ານ້ອຍໄດ້ອະທິຖານທູນຂໍຄວາມກ້າຫານ, ພະລັງ, ແລະ ວິທີທີ່ຈະກັບໄປໂບດ.” ແລ້ວນາງໄດ້ຖາມວ່າ, “ປະທານ, ທ່ານຄິດວ່າການເອີ້ນນີ້ເປັນຄຳຕອບຕໍ່່ຄຳອະທິຖານເຫລົ່ານັ້ນບໍ?”
ຂ້າພະເຈົ້າກໍນ້ຳຕາໄຫລໃນຂະນະທີ່ຕອບນາງວ່າ, “ຂ້ອຍເຊື່ອວ່າພຣະຜູ້ເປັນເຈົ້າໄດ້ຕອບຄຳອະທິຖານຂອງເຈົ້າ.”
ນາງບໍ່ພຽງແຕ່ໄດ້ຮັບເອົາການເອີ້ນເທົ່ານັ້ນ, ແຕ່ນາງໄດ້ກາຍເປັນຜູ້ສອນສາດສະໜາທີ່ດີເລີດນຳອີກ. ຂ້າພະເຈົ້າເຊື່ອວ່າ ນາງບໍ່ພຽງແຕ່ໄດ້ນຳຄວາມສຸກມາສູ່ຕົນເອງເທົ່ານັ້ນ, ແຕ່ມາສູ່ພໍ່ແມ່ຂອງນາງ ແລະ ບາງທີຄົນອື່ນໆໃນຄອບຄົວນຳອີກ.
ມີຫລາຍສິ່ງທີ່ຂ້າພະເຈົ້າໄດ້ຮຽນ ຫລື ໄດ້ຖືກເຕືອນໃຈຈາກການສຳພາດນີ້:
-
ຂ້າພະເຈົ້າຮູ້ວ່າ ສະມາຊິກທີ່ບໍ່ເຂັ້ມແຂງຫລາຍຄົນມີຄົນທີ່ຮັກເຂົາເຈົ້າ ຄຸເຂົ່າອະທິຖານທຸກວັນທູນຂໍໃຫ້ພຣະຜູ້ເປັນເຈົ້າຊ່ອຍກູ້ຄົນທີ່ເຂົາເຈົ້າຮັກ.
-
ຂ້າພະເຈົ້າຮູ້ວ່າ ມັນບໍ່ໄດ້ເປັນເລື່ອງງ່າຍສຳລັບສະມາຊິກທີ່ບໍ່ເຂັ້ມແຂງຈະກັບຄືນໄປໂບດ. ເຂົາເຈົ້າຕ້ອງການຄວາມຊ່ອຍເຫລືອ. ເຂົາເຈົ້າຕ້ອງການກຳລັງໃຈ. ເຂົາເຈົ້າຕ້ອງການໝູ່ເພື່ອນ.
-
ຂ້າພະເຈົ້າຮູ້ວ່າມີສະມາຊິກທີ່ບໍ່ເຂັ້ມແຂງຫລາຍຄົນພະຍາຍາມ ແລະ ເຕັມໃຈທີ່ຈະຫາທາງກັບຄືນມາໂບດ.
-
ຂ້າພະເຈົ້າຮູ້ວ່າ ສະມາຊິກທີ່ບໍ່ເຂັ້ມແຂງຫລາຍຄົນຈະຮັບເອົາການເອີ້ນຖ້າຫາກເຂົາເຈົ້າໄດ້ຮັບການມອບໝາຍ.
-
ຂ້າພະເຈົ້າຮູ້ວ່າ ສະມາຊິກທີ່ບໍ່ເຂັ້ມແຂງຄວນຖືກກະທຳຕໍ່ຢ່າງສະເໝີພາບ ແລະ ຖືກນັບຖືວ່າເປັນບຸດ ຫລື ທິດາຂອງພຣະເຈົ້າທີ່ຊົງຮັກ.
ຂ້າພະເຈົ້າໄດ້ຄິດກ່ຽວກັບການສຳພາດນັ້ນວ່າມັນຄົງເປັນໄປແບບໃດ ຖ້າຫາກຂ້າພະເຈົ້ານັບຖືນາງວ່າເປັນສະມາຊິກທີ່ບໍ່ເຂັ້ມແຂງ. ໃຫ້ທ່ານເປັນຄົນຕັດສິນເອງ.
ການຊ່ອຍຜູ້ຄົນໃຫ້ກັບມາເຂັ້ມແຂງເປັນພາກສ່ວນໜຶ່ງທີ່ສຳຄັນຂອງວຽກງານຂອງພຣະຜູ້ເປັນເຈົ້າສະເໝີມາ. ໃນຂະນະທີ່ການກູ້ເປັນໜ້າທີ່ຮັບຜິດຊອບຂອງສະມາຊິກແຕ່ລະຄົນ, ແຕ່ຜູ້ດຳລົງຖານະປະໂລຫິດແຫ່ງອາໂຣນ ແລະ ເມນຄີເສເດັກມີໜ້າທີ່ຮັບຜິດຊອບທີ່ຈະນຳພາວຽກງານນີ້. ເມື່ອຈະເວົ້າແລ້ວ, ການຮັບໃຊ້ຂອງຖານະປະໂລຫິດແມ່ນກ່ຽວກັບເລື່ອງນີ້ແຫລະ—ນຳທຸກຄົນມາສູ່ພັນທະສັນຍາອັນສູງສົ່ງ; ນຳຄວາມສະຫງົບ, ສັນຕິສຸກ, ແລະ ຄຸນຄ່າຂອງຕົນເອງມາໃຫ້.
ຈາກພຣະຄຳພີມໍມອນ, ທ່ານຄົງຈື່ໄດ້ດີ ເມື່ອແອວມາຜູ້ເປັນລູກເຫັນວ່າຊາວໂຊລຳໄດ້ອອກໄປຈາກສາດສະໜາຈັກ, ເພິ່ນກໍໄດ້ຈັດກຸ່ມຜູ້ຊ່ອຍກູ້ໃຫ້ໄປນຳພວກເຂົາກັບຄືນມາ. ກ່ອນເຂົາເຈົ້າຈະອອກໄປປະຕິບັດງານ, ແອວມາໄດ້ອ້ອນວອນຕໍ່ພຣະຜູ້ເປັນເຈົ້າດ້ວຍຖ້ອຍຄຳດັ່ງຕໍ່ໄປນີ້:
ໂອ້ ພຣະອົງເຈົ້າເອີຍ, ຂໍພຣະອົງຈົ່ງປະທານໃຫ້ພວກຂ້ານ້ອຍ ເພື່ອພວກຂ້ານ້ອຍຈະມີຄວາມສຳເລັດໃນການນຳພາຜູ້ຄົນເຫລົ່ານີ້ມາຫາພຣະອົງໃນພຣະຄຣິດ ອີກ.
ຂໍຈົ່ງທອດພຣະເນດເຖີດ, ໂອ້ ພຣະອົງເຈົ້າເອີຍ, ຈິດວິນຍານຂອງພວກເຂົາປະເສີດ ແລະ ຫລາຍຄົນໃນບັນດາພວກເຂົາເປັນພີ່ນ້ອງຂອງພວກຂ້ານ້ອຍ; ໂອ້ ພຣະອົງເຈົ້າເອີຍ, ຂໍຈົ່ງໂປດປະທານພະລັງ ແລະ ປັນຍາໃຫ້ແກ່ພວກຂ້ານ້ອຍດ້ວຍເຖີດ, ເພື່ອພວກຂ້ານ້ອຍຈະໄດ້ນຳພວກເຂົາເຫລົ່ານີ້ມາຫາພຣະອົງອີກ. (ເບິ່ງ Alma 31:34–35; ເນັ້ນຄຳເນີ້ງ).
ສອງສາມເດືອນຜ່ານມານີ້ ຫລັງຈາກໄດ້ປະຊຸມກັບສະມາຊິກໃໝ່ ແລະ ສະມາຊິກທີ່ບໍ່ເຂັ້ມແຂງ ແລະ ຜູ້ກັບຄືນມາເຂັ້ມແຂງແລ້ວ, ຊາຍຄົນໜຶ່ງອາຍຸລຸ້ນລາວຄາວດຽວກັບຂ້າພະເຈົ້າໄດ້ມາຫາຂ້າພະເຈົ້າ ແລະ ເວົ້າວ່າ, “ຂ້ານ້ອຍເປັນຄົນໜຶ່ງທີ່ບໍ່ເຂັ້ມແຂງເກືອບຕະຫລອດຊີວິດຂອງຂ້ານ້ອຍ. ບັດນີ້ຂ້ານ້ອຍໄດ້ຄືນມາ, ແລະ ຕອນນີ້ເປັນພະນັກງານຢູ່ໃນພຣະວິຫານກັບພັນລະຍາຂອງຂ້ານ້ອຍ.”
ໃນການບອກໃຫ້ລາວຮູ້ວ່າ ທຸກສິ່ງດີ, ຂ້າພະເຈົ້າໄດ້ຕອບໃນລັກສະນະນີ້: “ເມື່ອໃນທີ່ສຸດເປັນໄປດ້ວຍດີ ແລ້ວທຸກສິ່ງກໍດີໝົດ.”
ລາວຕອບວ່າ, “ບໍ່, ທຸກສິ່ງຍັງບໍ່ດີເທື່ອ. ຂ້ານ້ອຍໄດ້ກັບມາໂບດ. ຂ້ານ້ອຍໄດ້ສູນເສຍລູກຫລານທຸກຄົນ. ແລະ ຕອນນີ້ຂ້ານ້ອຍເຫັນວ່າ ຈະສູນເສຍເຫລັນຂອງຂ້ານ້ອຍອີກ—ທຸກຄົນບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ. ທຸກສິ່ງຍັງບໍ່ດີເທື່ອ.”
ໃນຄອບຄົວຂອງຂ້າພະເຈົ້າ ພວກເຮົາມີບັນພະບຸລຸດຄົນໜຶ່ງທີ່ໄດ້ເຂົ້າຮ່ວມສາດສະໜາຈັກຢູ່ຢູໂຣບໃນຕອນສາດສະໜາຈັກເລີ່ມຕົ້ນ. ລູກຊາຍຄົນໜຶ່ງໄດ້ກາຍເປັນສະມາຊິກທີ່ບໍ່ເຂັ້ມແຂງ. ຊິດສະເຕີ ເອດລີ ກັບຂ້າພະເຈົ້າໄດ້ພະຍາຍາມຄົ້ນຫາລູກທີ່ບໍ່ເຂັ້ມແຂງຂອງບັນພະບຸລຸດຄົນນີ້.
ມັນເປັນສິ່ງງ່າຍສຳລັບຂ້າພະເຈົ້າກັບພັນລະຍາທີ່ຈະສະຫລຸບວ່າ ໃນໄລຍະຫົກລຸ້ນຄົນຕໍ່ໄປ ແລະ ດ້ວຍການຕວງຢ່າງມີເຫດຜົນ, ຕອນນີ້ຄົງມີເຖິງ 3,000 ຄົນ. ບັດນີ້ ເມື່ອເພີ່ມສອງລຸ້ນຄົນໃສ່ຕື່ມອີກ ຄົງຈະເສຍລູກໆຂອງພຣະບິດາເທິງສະຫວັນໄປເກືອບເຖິງ 20,000 ຫາ 30,000 ຄົນ.
ໜ້າທີ່ຮັບຜິດຊອບທີ່ຈະກູ້ແມ່ນອີງຕໍ່ຫລັກທຳຂັ້ນພື້ນຖານທີ່ສຸດຂໍ້ໜຶ່ງຂອງສາດສະໜາຈັກ.
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ຄຸນຄ່າຂອງວິນຍານແມ່ນຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ;
ເພາະພຣະຜູ້ເປັນເຈົ້າ ພຣະຜູ້ໄຖ່ຂອງເຮົາໄດ້ຮັບຄວາມຕາຍໃນເນື້ອງໜັງ; ດັ່ງນັ້ນ ພຣະອົງຈຶ່ງໄດ້ຮັບເອົາຄວາມເຈັບປວດຂອງ ມະນຸດທັງປວງ, ເພື່ອວ່າ ມະນຸດທັງປວງຈະໄດ້ກັບໃຈ ແລະ ມາຫາພຣະອົງ. …
ແລະ ຖ້າຫາກພວກເຮົາຕ້ອງອອກແຮງຕະຫລອດເວລາຂອງພວກເຮົາ ໃນການປ່າວປະກາດການກັບໃຈແກ່ຜູ້ຄົນພວກນີ້ ແລະ ນຳຈິດວິນຍານດວງໜຶ່ງມາຫາພຣະອົງ, ຄວາມປິຕິຍິນດີຂອງພວກເຮົາຈະຍິ່ງໃຫຍ່ພຽງໃດນຳເຂົາໃນອານາຈັກຂອງພຣະບິດາຂອງເຮົາ! (ເບິ່ງ D&C 18:10–11, 15; ເນັ້ນຄຳເນີ້ງ).
ຂ້າພະເຈົ້າໄດ້ມີໂອກາດຊ່ອຍກູ້ສະມາຊິກທີ່ບໍ່ເຂັ້ມແຂງສອງສາມຄົນ. ບັດນີ້ ເມື່ອຂ້າພະເຈົ້າພາຄົນໜຶ່ງກັບມາໂບດ, ຂ້າພະເຈົ້າບໍ່ໄດ້ວາດພາບເຫັນແຕ່ຄົນດຽວ—ຂ້າພະເຈົ້າເຫັນ ຫົກ, ເຈັດ, ຫລື ຫລາຍໆລຸ້ນຄົນຈາກນັ້ນ—ຫລາຍພັນຄົນ. ແລ້ວຂ້າພະເຈົ້າຈະຄິດກ່ຽວກັບຂໍ້ພຣະຄຳພີທີ່ວ່າ ການນຳຈິດວິນຍານດວງໜຶ່ງມາຫາພຣະອົງ, ຄວາມປິຕິຍິນດີຂອງພວກເຮົາຈະຍິ່ງໃຫຍ່ພຽງໃດ (ເບິ່ງ D&C 18:15).
ພຣະຜູ້ເປັນເຈົ້າໄດ້ກ່າວຕໍ່ພວກອັກຄະສາວົກຂອງພຣະອົງວ່າ, “ພືດຜົນທີ່ພໍເກັບກ່ຽວກໍຫລາຍແທ້, ແຕ່ຄົນງານຍັງມີໜ້ອຍຢູ່” (ມັດທາຍ 9:37). ຄົນງານບໍ່ຈຳເປັນຕ້ອງມີໜ້ອຍ. ເຮົາມີຜູ້ດຳລົງຖານະປະໂລຫິດທີ່ມີຄວາມສາມາດ ແລະ ມີຄ່າຄວນຫລາຍພັນຄົນ ແລະ ມີສະມາຊິກທີ່ເອົາໃຈໃສ່ຫລາຍລ້ານຄົນຂອງສາດສະໜາຈັກຢູ່ຕະຫລອດທົ່ວໂລກ. ເຮົາມີສະພາຫວອດທີ່ສົມບູນແບບ, ໂຄລຳກຸ່ມຖານະປະໂລຫິດ, ສະມາຄົມສະຕີສົງເຄາະ, ແລະ ອົງການອື່ນໆ, ທຸກກຸ່ມມີໜ້າທີ່ຮັບຜິດຊອບທີ່ຈະຊ່ອຍກູ້. ການຊ່ອຍກູ້ຈິດວິນຍານເປັນວຽກງານຂອງພຣະຜູ້ຊ່ອຍໃຫ້ລອດ ຊຶ່ງເອີ້ນໃຫ້ເຮົາທຸກຄົນທີ່ຈະເຮັດ.
ກ່ອນໜ້ານີ້ ຂ້າພະເຈົ້າໄດ້ກ່າວເຖິງຄຳອະທິຖານທີ່ແອວມາໄດ້ກ່າວ ໃນຂະນະທີ່ເພິ່ນກັບເພື່ອນຮ່ວມງານຂອງເພິ່ນໄດ້ອອກໄປຊ່ອຍກູ້ຊາວໂຊຣຳ. ລະຫວ່າງສົງຄາມໂລກຄັ້ງທີສອງ, ທະຫານຂອງສະຫະລັດປະມານ 500 ຄົນ ແລະ ປະຊາຊົນໃນທ້ອງຖິ່ນທີ່ສົ່ງເສີມຖືກຈັບເຂົ້າຄຸກ. ເພາະຄວາມທຸກທໍລະມານ ແລະ ເປັນຫ່ວງກັບຄວາມປອດໄພຂອງເຂົາເຈົ້າ, ທະຫານຂອງສະຫະລັດກຸ່ມໜຶ່ງປະມານ 100 ຄົນ ໄດ້ຖືກເລືອກໃຫ້ໄປກູ້ຊີວິດນັກໂທດເຫລົ່ານັ້ນ. ເມື່ອຜູ້ອາສາສະໝັກໄດ້ມາເຕົ້າໂຮມກັນ, ຫົວໜ້າໄດ້ແນະນຳເຂົາເຈົ້າວ່າ, “ໃນຄ່ຳຄືນນີ້ພວກເຈົ້າຈະໄປຊຸມນຸມກັບຜູ້ນຳສາດສະໜາຂອງພວກເຈົ້າ, ພວກເຈົ້າຈະຄຸເຂົ່າລົງ, ແລະ ສາບານຕໍ່ພຣະເຈົ້າວ່າ ຕາບໃດທີ່ພວກເຈົ້າຍັງມີຊີວິດຢູ່, ພວກເຈົ້າຈະບໍ່ປ່ອຍໃຫ້ຜູ້ຄົນເຫລົ່ານັ້ນຮັບທຸກທໍລະມານອີກຕໍ່ໄປແມ່ນແຕ່ໜ້ອຍໜຶ່ງ.” (ເບິ່ງ Hampton Sides, Ghost Soldiers: The Forgotten Epic Story of World War II’s Most Dramatic Mission [2001], 28–29.) ການກູ້ທີ່ປະສົບຜົນສຳເລັດນີ້ ແມ່ນເປັນການກູ້ຈາກຄວາມທຸກທໍລະມານທາງຮ່າງກາຍ. ເຮົາຈະມີຄວາມກ້າຫານໜ້ອຍກວ່ານັ້ນບໍ ເມື່ອເຮົາກູ້ຄົນຈາກຄວາມທຸກທໍລະມານທາງວິນຍານ ແລະ ຜົນສະທ້ອນຊົ່ວນິລັນດອນ? ເຮົາຈະເຮັດຂໍ້ຜູກມັດໜ້ອຍກວ່ານັ້ນບໍກັບພຣະຜູ້ເປັນເຈົ້າ?
ສຸດທ້າຍນີ້, ຄວາມຕັ້ງໃຈຂອງເຮົາໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກທີ່ແທ້ຈິງຂອງພຣະຄຣິດ ແມ່ນມາຈາກຄວາມຈິງທີ່ວ່າພຣະຜູ້ເປັນເຈົ້າໄດ້ທົນທຸກທໍລະມານເພື່ອເຮົາທຸກຄົນ—ຜູ້ບໍ່ໄດ້ເປັນສະມາຊິກ, ສະມາຊິກທີ່ບໍ່ເຂັ້ມແຂງ, ແມ່ນແຕ່ຄົນບາບ, ທຸກຄົນໃນຄອບຄົວຂອງເຮົາ. ຂ້າພະເຈົ້າເຊື່ອວ່າເຮົາສາມາດນຳພາຫລາຍພັນຄົນມາສູ່ຄວາມສຸກ, ຄວາມສະຫງົບ, ແລະ ຄວາມຫວານຊື່ນຂອງພຣະກິດຕິຄຸນ, ແລະ ຫລາຍລ້ອຍພັນຄົນ, ແມ່ນແຕ່ຫລາຍລ້ານ, ຕໍ່ໄປຫລາຍລຸ້ນຄົນ. ຂ້າພະເຈົ້າເຊື່ອວ່າເຮົາສາມາດບັນລຸຄວາມສຳເລັດໄດ້ ເພາະນີ້ແມ່ນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ, ແລະ ໂດຍຄຸນນະທຳຂອງຖານະປະໂລຫິດ ແລະ ການເປັນສະມາຊິກຂອງເຮົາ, ເຮົາໄດ້ຖືກເອີ້ນໃຫ້ບັນລຸຜົນສຳເລັດ. ຂ້າພະເຈົ້າຂໍກ່າວເປັນພະຍານຕໍ່ທ່ານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.