​2010–2019
ອຳນາດ​ແຫ່ງ​ການ​ປົດ​ປ່ອຍ
ເມສາ 2012


ອຳນາດ​ແຫ່ງ​ການ​ປົດ​ປ່ອຍ

ເຮົາ​ສາມາດ​ຖືກ​ປົດ​ປ່ອຍ​ຈາກ​ວິທີ​ຂອງ​ມານ ແລະ ຄວາມ​ຊົ່ວ​ຮ້າຍ​ໄດ້ ໂດຍ​ການ​ຫັນ​ໄປ​ຫາ​ຄຳ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ທີ່​ສັກສິດ.

ຂ້າພະເຈົ້າ​ມີ​ເພື່ອນ​ທີ່​ດີ​ຄົນ​ໜຶ່ງ ຜູ້​ໄດ້​ສົ່ງ​ກາລະວັດ​ມາ​ໃຫ້​ຂ້າພະເຈົ້າ​ເພື່ອ​ໃສ່​ຢູ່​ກອງ​ປະຊຸມ​ໃຫຍ່​ທຸກ​ເທື່ອ. ລາວ​ຮູ້ຈັກ​ເລືອກ, ແມ່ນ​ບໍ່​ທ່ານ​ວ່າ?

ເພື່ອນ​ໜຸ່ມ​ຄົນ​ນີ້​ຂອງ​ຂ້າພະເຈົ້າ​ມີ​ບັນຫາ​ຫຍຸ້ງຍາກ​ຫລາຍ, ບັນຫາ​ເຫລົ່ານັ້ນ​ໄດ້​ກີດ​ກັນ​ລາວ​ໃນ​ຫລາຍ​ຢ່າງ, ແຕ່​ລາວ​ກໍ​ເປັນ​ເພື່ອນ​ທີ່​ໜ້າ​ປະຫລາດ. ຍົກ​ຕົວຢ່າງ, ຄວາມ​ກ້າຫານ​ຂອງ​ລາວ​ໃນ​ການ​ເປັນ​ຜູ້​ສອນ​ສາດສະໜາ​ກໍ​ເທົ່າ​ກັບ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ. ຄວາມ​ເຊື່ອ​ຖື​ແທ້ໆ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ລາວ​ທ່ຽງ​ໝັ້ນ​ແທ້ໆ. ຂ້າພະເຈົ້າ​ເຊື່ອ​ວ່າ​ໃນ​ຈິດໃຈ​ຂອງ​ທ້າວ​ສະ​ກາດ ລາວ​ບໍ່​ເຂົ້າໃຈ​ວ່າ ເປັນ​ຫຍັງ​ຜູ້​ຄົນ​ທັງ​ປວງ​ຈຶ່ງ​ບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ​ວ່າ​ຜູ້​ຄົນ​ທັງ​ປວງ​ບໍ່​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ບໍ່​ມີ​ປະຈັກ​ພະຍານ​ເຖິງ​ຄວາມ​ຈິງ​ຂອງ​ມັນ.

ຂ້າພະເຈົ້າ​ຈະ​ເລົ່າ​ເຫດການ​ໜຶ່ງ​ໃນ​ຊີວິດ​ຂອງ​ທ້າວ​ສະ​ກາດ​ໃຫ້​ທ່ານ​ຟັງ ຕອນ​ລາວ​ຂີ່​ຍົນ​ໄປ​ຄົນ​ດຽວ​ເພື່ອ​ໄປ​ຢາມ​ອ້າຍ​ຂອງ​ລາວ. ຄົນ​ໂດຍສານ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​ໃກ້​ໄດ້​ຍິນ​ລາວ​ເວົ້າ​ກັບ​ຄົນ​ຢູ່​ທາງ​ຂ້າງ​ວ່າ:

“ສະບາຍດີ, ຂ້ອຍ​ຊື່ວ່າ ສະ​ກາດ. ເຈົ້າ​ຊື່​ຫຍັງ?”

ຜູ້​ນັ່ງ​ຢູ່​ທາງ​ຂ້າງ​ກໍ​ບອກ​ຊື່​ຂອງ​ລາວ.

“ເຈົ້າ​ເຮັດ​ຫຍັງ​ເປັນ​ອາຊີບ?”

“ຂ້ອຍ​ເປັນ​ນັກ​ວິສະວະກອນ.”

“ດີ​ນໍ. ເຈົ້າ​ອາໄສ​ຢູ່​ໃສ?”

“ຢູ່ ລາ​ສ ເວ​ກາ​ສ.”

“ພວກ​ເຮົາ​ມີ​ພຣະ​ວິຫານ​ຢູ່​ທີ່​ນັ້ນ. ເຈົ້າ​ຮູ້​ວ່າ ພຣະ​ວິຫານ​ຂອງ​ຊາວ​ມໍ​ມອນ​ຢູ່​ໃສ​ບໍ?”

“ຮູ້. ມັນ​ເປັນ​ຕຶກ​ທີ່​ສວຍ​ງາມ.”

“ເຈົ້າ​ເປັນ​ຄົນ​ມໍ​ມອນ​ບໍ?”

“ບໍ່.”

“ຄັ້ນ​ຊັ້ນ, ເຈົ້າ​ຄວນ​ເປັນ. ມັນ​ເປັນ​ສາດສະໜາ​ທີ່​ດີເລີດ. ເຈົ້າ​ເຄີຍ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ບໍ່?”

“ບໍ່.”

“ຄັນຊັ້ນ, ເຈົ້າ​ຄວນ​ອ່ານ. ມັນ​ເປັນ​ໜັງສື​ທີ່​ດີເລີດ.”

ຂ້າພະເຈົ້າ​ກໍ​ເຫັນ​ດ້ວຍ​ກັບ​ທ້າວ​ສະ​ກາດ—ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ໜັງສື​ທີ່​ດີເລີດ. ຖ້ອຍ​ຄຳ​ຂອງ​ສາດສະດາ ໂຈ​ເຊັບ ສະ​ມິດ ຢູ່​ໜ້າ​ຄຳ​ນຳ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສິ່ງ​ພິເສດ​ຕໍ່​ຂ້າພະເຈົ້າ​ສະເໝີ​ມາ: “ຂ້າພະເຈົ້າ​ໄດ້​ບອກ​ພີ່ນ້ອງ​ທຸກ​ຄົນ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພຣະ​ຄຳ​ພີ​ທີ່​ຖືກຕ້ອງ​ທີ່​ສຸດ​ໃນ​ໂລກ​ເໜືອກ​ວ່າ​ພຣະ​ຄຳ​ພີ​ໃດໆ ແລະ ມັນ​ເປັນ​ທັງ​ຫລັກ​ສີ​ລາ​ສຳຄັນ​ຂອງ​ສາດສະໜາ​ຂອງ​ພວກ​ເຮົາ ແລະ ມະນຸດ​ທຸກ​ຄົນ​ຈະ​ໄດ້​ເຂົ້າ​ໃກ້​ພຣະ​ເຈົ້າ​ໂດຍ​ການ​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ພຣະ​ຄຳ​ພີ​ນີ້​ຫລາຍ​ກວ່າ​ປະຕິບັດ​ຕາມ​ໜັງສື​ເຫລັ້ມ​ອື່ນໆ.”

ປີ​ນີ້​ຢູ່​ໃນ​ໂຮງຮຽນ​ວັນ​ອາທິດ​ຂອງ​ເຮົາ, ເຮົາ​ໄດ້​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ. ເມື່ອ​ເຮົາ​ຕຽມ ແລະ ມີ​ສ່ວນ​ຮ່ວມ, ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ຈະ​ເຮັດ​ຕາມ​ຕົວຢ່າງ​ອັນ​ກ້າຫານ​ຂອງ​ທ້າວ​ສະ​ກາດ​ນັ້ນ ເພື່ອ​ແບ່ງປັນ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ຄຳ​ພີ​ພິເສດ​ນີ້​ກັບ​ຄົນ​ອື່ນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຖື​ຄື​ກັນ​ກັບ​ເຮົາ.

ເລື່ອງ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ມີ​ຢູ່​ໃນ​ຂໍ້​ສຸດ​ທ້າຍ​ຂອງ​ບົດ​ທຳ​ອິດ​ຂອງ 1 ນີ​ໄຟ. ນີ​ໄຟ​ໄດ້​ຂຽນ​ວ່າ, “ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ນີ​ໄຟ​ຂໍ​ສະແດງ​ຕໍ່​ທ່ານ​ວ່າ ຄວາມ​ເມດ​ຕາ​ອັນ​ລະອຽດ​ອ່ອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຢູ່​ເໜືອ​ທຸກ​ຄົນ​ທີ່​ພຣະ​ອົງ​ເລືອກ​ໄວ້, ເປັນ​ເພາະ​ສັດທາ​ຂອງ​ພວກ​ເຂົາ, ມັນ​ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ເຂັ້ມແຂງ​ຈົນ​ເຖິງ​ອຳນາດ​ການ​ປົດ​ປ່ອຍ” (1 ນີ​ໄຟ 1:20).

ຂ້າພະເຈົ້າ​ຂໍ​ກ່າວ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ ທີ່ຄວາມ​ເມດ​ຕາ​ອັນ​ລະອຽດ​ອ່ອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກສາ​ມັນ​ໄວ້​ສຳລັບ​ຍຸກ​ສຸດ​ທ້າຍ, ປົດ​ປ່ອຍ​ເຮົາ​ໂດຍ​ການ​ສອນ​ເຮົາ​ໃນ​ວິທີ​ທີ່​ຖືກຕ້ອງ ແລະ ບໍລິສຸດ​ທີ່​ສຸດ​ເຖິງ​ຄຳ​ຂອງ​ພຣະຄຣິດ.

ຫລາຍ​ເລື່ອງ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ເປັນ​ເລື່ອງ​ການ​ປົດ​ປ່ອຍ. ລີ​ໄຮ​ໄດ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ກັບ​ຄອບຄົວ​ຂອງ​ເພິ່ນ​ກໍ​ເປັນ​ການ​ປົດ​ປ່ອຍ​ຈາກ​ການ​ທຳລາຍ​ຂອງ​ເຢຣູ​ຊາ​ເລັມ. ເລື່ອງ​ລາວ​ຂອງ​ຊາວ​ຢາ​ເຣັດ​ກໍ​ເປັນ​ການ​ປົດ​ປ່ອຍ, ເຊ​ັ່ນ​ດຽວ​ກັບ​ເລື່ອງ​ລາວ​ຂອງ​ຊາວ​ມູ​ລີ​ໄຄ. ແອວ​ມາ​ຜູ້​ເປັນ​ລູກ​ກໍ​ເປັນ​ການ​ປົດ​ປ່ອຍ​ຈາກ​ບາບ. ພວກ​ນັກຮົບ​ໜຸ່ມ​ຂອງ​ຮີ​ລາມັນ​ໄດ້​ຖືກ​ປົດ​ປ່ອຍ​ໃນ​ການ​ສູ້​ຮົບ. ນີ​ໄຟ ແລະ ລີ​ໄຮ​ໄດ້​ຖືກ​ປົດ​ປ່ອຍ​ຈາກ​ຄຸກ. ເລື່ອງ​ການ​ປົດ​ປ່ອຍ​ກໍ​ເຫັນ​ເປັນ​ພະຍານ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຕະຫລອດ​ທັງ​ເຫລັ້ມ.

ມີ​ສອງ​ເລື່ອງ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ທີ່​ຄ້າຍຄື​ກັນ ແລະ ສອນ​ບົດຮຽນ​ທີ່​ສຳຄັນ​ຫລາຍ. ເລື່ອງ​ທຳ​ອິດ​ມີ​ຢູ່​ໃນ​ໜັງສື​ໂມ​ໄຊ​ຢາ, ເລີ່​ມ​ຈາກ​ບົດ​ທີ 19. ຢູ່​ບ່ອນ​ນີ້ ເຮົາ​ໄດ້​ຮຽນ​ຮູ້​ວ່າ ກະສັດ​ລິ​ມ​ໄຮໄດ້​ອາໄສ​ຢູ່​ໃນ​ແຜ່ນ​ດິນ​ນີ​ໄຟ. ຊາວ​ເລ​ມັນ​ໄດ້​ມາ​ກໍ່​ສົງຄາມ​ກັບ​ຜູ້​ຄົນ​ຂອງ​ລິ​ມ​ໄຮ. ຫລັງ​ຈາກ​ນັ້ນ ກະສັດ​ຂອງ​ຊາວ​ເລ​ມັນ​ໄດ້​ອະນຸຍາດ​ໃຫ້​ກະສັດ​ລິ​ມ​ໄຮ​ປົກຄອງ​ຜູ້​ຄົນ​ຂອງ​ເພິ່ນ​ເອງ, ແຕ່​ເຂົາເຈົ້າ​ຕ້ອງ​ເປັນ​ຂ້າ​ທາດ​ຂອງ​ຊາວ​ເລ​ມັນ. ມັນ​ເປັນຄວາມ​ສະຫງົບ​ທີ່​ບໍ່​ສະບາຍ​ໃຈ. (ເບິ່ງ Mosiah 19–20.)

ເມື່ອ​ຜູ້​ຄົນ​ຂອງ​ລິ​ມ​ໄຮ​ບໍ່​ສາມາດ​ທົນ​ກັບ​ການ​ຂົ່ມ​ເຫັງ​ຂອງ​ຊາວ​ເລ​ມັນ​ອີກ​ຕໍ່​ໄປ, ເຂົາເຈົ້າ​ໄດ້​ຊັກ​ຊວນ​ກະສັດ​ຂອງ​ເຂົາເຈົ້າ​ໃຫ້​ຍົກ​ທັບ​ໄປ​ຕໍ່ສູ້​ກັບ​ຊາວ​ເລ​ມັນ. ຜູ້​ຄົນ​ຂອງ​ລິ​ມ​ໄຮ​ໄດ້​ປະ​ລາ​ໄຊ​ທັງ​ສາມ​ເທື່ອ​ຕິດຕໍ່​ກັນ. ແລ້ວ​ເຂົາເຈົ້າ​ໄດ້​ຮັບ​ພາລະ​ໜັກໜ່ວງ​ກວ່າ​ເກົ່າ. ໃນ​ທີ່​ສຸດ ເຂົາເຈົ້າ​ໄດ້​ຖ່ອມຕົວ​ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ອົງ​ກໍ​ໄດ້​ປົດ​ປ່ອຍ​ເຂົາເຈົ້າ. (ເບິ່ງ Mosiah 21:1–14.) ຂໍ້​ທີ 15 ຂອງ​ບົດ​ທີ 21 ບອກ​ເຮົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ດັ່ງນີ້: “ແລະ ບັດ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລ້າ​ຊ້າ​ທີ່​ຈະ​ໄດ້​ຍິນ​ສຽງ​ຮ້ອງທຸກ​ຂອງ​ພວກ​ເຂົາ ຍ້ອນ​ວ່າຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ເຖິງ​ຢ່າງໃດ​ກໍ​ຕາມ ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ໄດ້​ຍິນ​ສຽງ​ຮ້ອງທຸກ​ຂອງ​ພວກ​ເຂົາ, ແລະ ເຮັດ​ໃຫ້​ໃຈ​ຂອງ​ຊາວ​ເລ​ມັນ​ອ່ອນ​ລົງ​ຈົນ​ໄດ້​ຫລຸດຜ່ອນ​ພາລະ​ແບກ​ຫາບ​ຂອງ​ພວກ​ເຂົາ; ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ບໍ່​ເຫັນ​ສົມຄວນ​ທີ່​ຈະ​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ຄວາມ​ເປັນ​ຂ້າ​ທາດ​ນັ້ນ.”

ບໍ່​ດົນ​ຫລັງ​ຈາກ​ອຳ​ໂມນ​ກັບ​ກຸ່ມ​ນ້ອຍ​ຂອງ​ລາວ​ໄດ້​ມາ​ເຖິງ​ຈາກ​ເມືອງ​ເຊ​ລາ​ເຮັມ​ລາ, ແລະ ກັບ​ກິດ​ຽນ—ເຈົ້າ​ນາຍ​ຄົນ​ໜຶ່ງ​ຂອງ​ຜູ້​ຄົນ​ຂອງ​ລິ​ມ​ໄຮ—ເຂົາເຈົ້າ​ໄດ້​ວາງ​ແຜນ ແລະ ກໍ​ປະສົບ​ຄວາມ​ສຳເລັດ; ເຂົາເຈົ້າ​ໄດ້​ລັກ​ໜີ​ຈາກ​ການ​ຂົ່ມ​ເຫັງ​ຂອງ​ຊາວ​ເລ​ມັນ. ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ລ້າ​ຊ້າ​ທີ່​ຈະ​ໄດ້​ຍິນ​ສຽງ​ຮ້ອງທຸກ​ຂອງ​ເຂົາເຈົ້າ? ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຂົາເຈົ້າ.

ເລື່ອງ​ທີ​ສອງ​ກໍ​ຄ້າຍຄື​ກັນ​ໃນ​ຫລາຍ​ຢ່າງ, ແຕ່​ກໍ​ແຕກ​ຕ່າງ​ກັນ. ເລື່ອງ​ນີ້​ມີ​ບັນທຶກ​ຢູ່​ໃນ ​ໂມ​​ໄຊ​ຢາ 24.

ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ໄປ​ຕັ້ງ​ຖິ່ນ​ຖາມ​ຢູ່​ໃນ​ແຜ່ນດິນ​ເຮ​ລາມ, ບ່ອນ​ທີ່​ກອງທັບ​ຂອງ​ຊາວ​ເລ​ມັນ​ໄດ້​ເຂົ້າ​ມາ​ໃນ​ຊາຍ​ແດນ​ຂອງ​ແຜ່ນດິນ. ພວກ​ເຂົາ​ໄດ້​ເຈລະຈາ​ກັນ ແລະ ຕົກລົງ​ກັນ​ໃນ​ທາງ​ທີ່​ສັນຕິ​ສຸກ. (ເບິ່ງ Mosiah 23:25–29.) ບໍ່​ດົນ​ພວກ​ເຈົ້າ​ນາຍ​ຂອງ​ຊາວ​ເລ​ມັນ ເລີ່​ມຕົ້ນ​ຂູ່ເຂັນ​ຜູ້​ຄົນ​ຂອງ​ແອວ​ມາ ແລະ ໃຫ້​ພວກ​ເຂົາ​ແບກ​ຫາບ​ພາລະ​ອັນ​ໜັກໜ່ວງ (ເບິ່ງ Mosiah 24:8). ຢູ່​ໃນ​ ຂໍ້​ທີ 13 ເຮົາ​ອ່ານ​ວ່າ, “ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ​ຄື ສຸລະສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ພວກ​ເຂົາ​ໃນ​ທ່າມກາງ​ຄວາມ​ທຸກທໍລະມານ​ຂອງ​ພວກ​ເຂົາ, ມີ​ຄວາມ​ວ່າ: ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ຈົ່ງ​ສະບາຍ​ໃຈ​ເຖີດ, ເພາະວ່າ​ເຮົາ​ຮູ້ຈັກ​ເຖິງ​ພັນທະ​ສັນຍາ​ທີ່​ພວກ​ເຈົ້າ​ເຮັດ​ໄວ້​ກັບ​ເຮົາ; ແລະ ເຮົາ​ຈະ​ເຮັດ​ພັນທະ​ສັນຍາ​ກັບ​ຜູ້​ຄົນ​ຂອງ​ເຮົາ ເພື່ອ​ປົດ​ປ່ອຍ​ພວກ​ເຂົາ​ອອກ​ຈາກ​ການ​ເປັນ​ຂ້າ​ທາດ.”

ຜູ້​ຄົນ​ຂອງ​ແອວ​ມາ​ໄດ້​ຖືກ​ປົດ​ປ່ອຍ​ຈາກ​ມື​ຂອງ​ຊາວ​ເລ​ມັນ ແລະ ໄດ້​ເດີນທາງ​ໄປ​ຢ່າງ​ປອດ​ໄພ​ກັບ​ໄປ​ຢູ່​ນຳ​ຜູ້​ຄົນ​ຂອງ​ເມືອງ​ເຊ​ລາ​ເຮ​ັມ​ລາ.

ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະຫວ່າງ​ຜູ້​ຄົນ​ຂອງ​ແອວ​ມາ ກັບ​ຜູ້​ຄົນ​ຂອງ​ກະສັດ​ລິ​ມ​ໄຮ? ດັ່ງ​ທີ່​ເຫັນ​ແຈ້ງ, ມີ​ຄວາມ​ແຕກ​ຕ່າງ​ຫລາຍ​ຢ່າງ: ຜູ້​ຄົນ​ຂອງ​ແອວ​ມາ​ເປັນ​ຄົນ​ມັກ​ສະຫງົບ ແລະ ຊອບ​ທຳ; ເຂົາເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ ແລະ ໄດ້​ເຂົ້າ​ເຮັດ​ພັນທະ​ສັນຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ; ເຂົາເຈົ້າ​ໄດ້​ຖ່ອມຕົວ​ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແມ່ນ​ແຕ່​ກ່ອນ​ຄວາມທຸກ​ຍາກ​ລຳບາກ​ຂອງ​ເຂົາເຈົ້າ​ໄດ້​ມາ​ເຖິງ. ເພາະ​ຄວາມ​ແຕກ​ຕ່າງ​ທັງ​ໝົດ​ນີ້ ຈຶ່ງ​ເໝາະ​ສົມ ແລະ ຍຸດຕິ​ທຳ​ແລ້ວ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົດ​ປ່ອຍ​ເຂົາເຈົ້າ​ຢ່າງ​ໄວ​ໃນ​ວິທີ​ທີ່​ໜ້າ​ອັດສະຈັນ​ໃຈ​ຈາກ​ມື​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ເປັນ​ຂ້າ​ທາດ. ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ສອນ​ເຮົາ​ເຖິງ​ອຳນາດ​ແຫ່ງ​ການ​ປົດ​ປ່ອຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຄຳ​ທຳນາຍ​ໄດ້​ບອກ​ໄວ້​ກ່ຽວ​ກັບ​ຊີວິດ ແລະ ພາລະກິດ​ຂອງ​ພຣະເຢ​ຊູ​ຄຣິດ ສັນຍາ​ວ່າ​ຈະ​ປົດ​ປ່ອຍ​ເຮົາ. ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ອົງ ໄດ້​ຊ່ອຍ​ໃຫ້​ເຮົາ​ທຸກ​ຄົນ​ຫລຸດ​ພົ້ນ​ຈາກ​ຄວາມ​ຕາຍ​ທາງ​ຮ່າງກາຍ ແລະ ຖ້າ​ຫາກ​ເຮົາ​ກັບ​ໃຈ, ຈະ​ໄດ້​ຫລຸດ​ພົ້ນ​ຈາກ​ຄວາມ​ຕາຍ​ທາງ​ວິນ​ຍານ, ໂດຍ​ໄດ້​ຮັບ​ພອນ​ແຫ່ງ​ຊີວິດ​ນິລັນດອນ. ຄຳ​ສັນຍາ​ແຫ່ງ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ຊີວິດ, ພຣະ​ເຈົ້າ​ໄດ້​ກ່າວ​ຄຳ​ສັນຍາ​ແຫ່ງ​ການ​ປົດ​ປ່ອຍ​ຈາກ​ຄວາມ​ຕາຍ​ທາງ​ຮ່າງກາຍ ແລະ ທາງ​ວິນ​ຍານ​ກັບ​ໂມ​ເຊ ຕອນ​ພຣະ​ອົງ​ກ່າວ​ວ່າ ນີ້ຄື​ວຽກ​ງານ​ຂອງ​ພຣະ​ອົງ ຄື​ການ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະມະຕະ ແລະ ຊີວິດ​ນິລັນດອນ​ຂອງ​ມະນຸດ (ເບິ່ງ Moses 1:39).

ເຖິງ​ແມ່ນ​ພຣະ​ຄຳ​ຖືກ​ຈັດ​ໄວ້​ຢ່າງ​ສວຍ​ງາມ​ສຳລັບ​ເຮົາ​ຢູ່​ໃນ​ພຣະ​ຄຳ​ພີ​ທີ່​ສັກສິດ, ແຕ່​ເຮົາ​ໄດ້​ເຫັນ​ຖ້ອຍ​ຄຳ​ກົງກັນຂ້າມ​ກັບ​ພຣະ​ຄຳ​ນັ້ນ—ໃນ​ໜັງສື​ທີ່​ນຳພາ​ເຮົາ​ມາ​ຫລາຍ​ສັດຕະວັດ​ໃຫ້​ຮູ້​ເຖິງ​ຄຸນຄ່າ​ນິລັນດອນ ແລະ ມາດຕະຖານ​ສຳລັບ​ການ​ປະພຶດ​ຕົວ​ຕະຫລອດ​ຊີວິດ. ເຂົາ​ປະກາດ​ວ່າ​ຄຳ​ສອນ​ຢູ່​ໃນ​ພຣະຄຣິສຕະ​ທຳ​ຄຳ​ພີ​ບໍ່​ຖືກຕ້ອງ ແລະ​ວ່າ​ຄຳ​ສອນ​ຂອງ​ພຣະ​ອາຈານ​ລ້າ​ສະໄໝ​ແລ້ວ. ເຂົາ​ກ່າວ​ວ່າ ມະນຸດ​ທຸກ​ຄົນ​ມີ​ອິດ​ສະລະ​ທີ່​ຈະ​ດຳລົງ​ຊີວິດ​ຕາມ​ມາດຕະຖານ​ຂອງ​ຕົນ​ເອງ; ເຂົາ​ພະຍາຍາມ​ປ່ຽນແປງ​ສິດ​ຂອງ​ຜູ້​ເຊື່ອ​ຖື, ຊຶ່ງ​ແຕກ​ຕ່າງ​ກັບ​ຄຳ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດສະດາ.

ມັນ​ຊ່າງ​ເປັນ​ພອນ​ຫລາຍ​ແທ້ໆ ທີ່​ມີ​ເລື່ອງ​ລາວ​ເຖິງ​ພາລະກິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ປະກາດ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ເພື່ອ​ຕື່ມ​ໃສ່​ເປັນ​ພະຍານ​ຢ່າງ​ທີ​ສອງ​ຕໍ່​ຄຳ​ສອນ​ທີ່​ໄດ້​ປະກາດ​ຢູ່​ໃນ​ພຣະຄຣິສຕະ​ທຳ​ຄຳ​ພີ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳຄັນ​ສຳລັບ​ໂລກ​ທີ່​ຈະ​ມີ​ທັງ​ພຣະຄຣິສຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ? ຂ້າພະເຈົ້າ​ເຊື່ອ​ວ່າ ຄຳ​ຕອບ​ມີ​ຢູ່​ໃນ​ບົດ​ທີ 13 ຂອງ 1 ນີ​ໄຟ. ນີ​ໄຟ​ໄດ້​ບັນທຶກ​ວ່າ ທູດ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ ບັນທຶກ​ສະບັບ​ຫລັງ ຊຶ່ງ​ເພິ່ນ​ເຫັນ​ຢູ່​ໃນ​ບັນດາ​ຄົນ​ຕ່າງ​ຊາດ​ນັ້ນ ຈະ​ສະຖາປະນາ​ຄວາມ​ຈິງ​ຂອງ​ສະບັບ​ທຳ​ອິດ ຊຶ່ງ​ເປັນ​ຂອງ​ອັກ​ຄະ​ສາວົກ​ສິບ​ສອງ​ຂອງ​ລູກ​ແກະ ແລະ ຈະ​ເຮັດ​ໃຫ້​ຮູ້​ຄວາມ​ແຈ່ມ​ແຈ້ງ ແລະ ສິ່ງ​ທີ່​ມີຄ່າ ຊຶ່ງ​ຖືກ​ເອົາ​ໄປ​ຈາກ​ໜັງສື​ເຫລົ່າ​ນີ້, ແລະ ຈະ​ເຮັດ​ໃຫ້​ຮູ້​ກັນ​ໃນ​ທຸກ​ຕະກຸນ, ທຸກ​ພາສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ວ່າ​ລູກ​ແກະ​ຂອງ​ພຣະ​ເຈົ້າ​ຄື​ພຣະ​ບຸດ​ຂອງ​ພຣະ​ບິດາ​ຜູ້​ສະຖິດ​ນິລັນດອນ, ແລະ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ໂລກ, ແລະ​ວ່າ​ຄົນ​ທັງ​ປວງ​ຕ້ອງ​ມາ​ຫາ​ພຣະ​ອົງ​ຖ້າ​ບໍ່​ດັ່ງນັ້ນ​ເຂົາ​ຈະ​ລອດ​ບໍ່​ໄດ້ (ຂໍ້​ທີ 40).

ພຣະຄຣິສຕະ​ທຳ​ຄຳ​ພີ ຫລື ພຣະ​ຄຳ​ພີ​ມໍ​ມອນ ຕ່າງ​ກໍ​ບໍ່​ສົມບູນ ຖ້າ​ປາດ​ສະ​ຈາກ​ກັນ. ເຮົາ​ຕ້ອງການ ທັງ​ສອງ​ເຫລັ້ມ​ເພື່ອ​ສອນ ແລະ ຮ່ຳຮຽນ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ພຣະຄຣິດ​ທີ່​ສົມບູນ ແລະ ຄົບ​ຊຸດ. ໜັງສື​ອື່ນ​ບໍ່​ໄດ້​ຫລົດ​ຄ່າ​ຂອງ​ປຶ້ມ​ເຫລົ່າ​ນີ້. ພຣະຄຣິສຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ສິ່ງ ຈຳເປັນ​ຕໍ່​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ເຮົາ. ປະ​ທານ​ເອ​ສະ​ລາ ແທັບ ເບັນ​ສັນ ໄດ້​ສອນ​ຢ່າງ​ມີ​ພະລັງ​ວ່າ: “ເມື່ອ​ໃຊ້​ທັງ​ສອງ​ເຫລັ້ມ, ພຣະຄຣິສຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ ຈະ​ເຮັດ​ໃຫ້​ຄຳ​ສອນ​ເທັດ​ສັບສົນ.” (“A New Witness for Christ,” Ensign, Nov. 1984, 8).

ຂ້າພະເຈົ້າ​ຈະ​ຈົບ​ໂດຍ​ການ​ກ່າວ​ເຖິງ​ສອງ​ເລື່ອງ—ເລື່ອງ​ໜຶ່ງ​ຈາກ​ພຣະ​ສັນຍາ​ເດີມ, ແລະ ອີກ​ເລື່ອງ​ໜຶ່ງ ຈາກ​ພຣະ​ຄຳ​ພີ​ມໍ​ມອນ—ເພື່ອ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສອດຄ່ອງ​ຂອງ​ພຣະ​ຄຳ​ພີ​ສອງ​ເຫລັ້ມ​ນີ້.

ເລື່ອງ​ລາວ​ຂອງ​ອັບ​ຣາ​ຮາມ​ເລີ່​ມ​ຕົ້ນ​ດ້ວຍ​ການ​ປົດ​ປ່ອຍ​ຂອງ​ເພິ່ນ​ຈາກ​ການ​ນະມັດສະການ​ຮູບ​ປັ້ນ​ທີ່​ຄັນ​ເດ (ເບິ່ງ ປະຖົມ​ມະ​ການ 11:27–31; Abraham 2:1–4). ເພິ່ນ​ກັບ​ພັນ​ລະ​ຍາ​ຂອງ​ເພິ່ນ, ຊາ​ລາ, ຕໍ່​ມາ​ໄດ້​ຖືກ​ປົດ​ປ່ອຍ​ຈາກ​ຄວາມ​ໂສກເສົ້າ ແລະ ໄດ້​ຖືກ​ສັນຍາ​ວ່າ ຜ່ານ​ເຊື້ອສາຍ​ຂອງ​ພວກ​ເພິ່ນ ປະຊາ​ຊາດ​ທັງ​ປວງ​ຢູ່​ເທິງ​ແຜ່ນດິນ​ໂລກ​ຈະ​ໄດ້​ຮັບ​ພອນ (ເບິ່ງ ປະຖົມ​ມະ​ການ 18:18).

ພຣະ​ສັນຍາ​ເດີມ​ບັນຈຸ​ເລື່ອງ​ລາວ​ກ່ຽວ​ກັບ​ອັບ​ຣາ​ຮາມ​ໄດ້​ພາ​ຫລານ​ຊາຍ​ຂອງ​ເພິ່ນ​ຊື່ ທ້າວ​ລອດ ໄປ​ກັບ​ເພິ່ນ ຕອນ​ໜີ​ຈາກ​ປະ​ເທດ​ເອ​ຢິບ. ເພິ່ນ​ໃຫ້​ຫລານ​ຊາຍ​ເລືອກ​ເອົາ​ແຜ່ນດິນ​ກ່ອນ, ທ້າວ​ລອດ​ໄດ້​ເລືອກ​ເອົາ​ທົ່ງພຽງ​ຈໍ​ແດນ, ແລະ ລາວ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ປິ່ນ​ໜ້າ​ໄປ​ທາງ​ເມືອງ​ໂຊ​ໂດ​ມ, ເມືອງ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ. (ເບິ່ງ ປະຖົມ​ມະ​ການ 13:1–12.) ບັນຫາ​ສ່ວນ​ຫລາຍ​ທີ່​ທ້າວ​ລອດ​ມີ​ຫລັງ​ຈາກ​ນັ້ນ, ເປັນ​ຜົນ​ສະທ້ອນ​ຂອງ​ການ​ຕັ້ງ​ຜ້າ​ເຕັ້ນ​ຂອງ​ລາວ​ໃຫ້​ປິ່ນ​ໜ້າ​ໄປ​ຫາ​ເມືອງ​ໂຊ​ໂດ​ມ.

ອັບ​ຮາ​ຣາມ, ຜູ້​ມີ​ຄວາມ​ຊື່ສັດ​ແທ້ໆ, ໄດ້​ດຳລົງ​ຊີວິດ​ບໍ່​ເໝືອນ​ກັບ​ຫລານ​ຊາຍ. ແນ່ນອນ, ຈະ​ມີ​ບັນຫາ​ທ້າ​ທາຍ​ຫລາຍ​ຢ່າງ, ແຕ່​ກໍ​ເປັນ​ຊີວິດ​ທີ່​ໄດ້​ຮັບ​ພອນ. ເຮົາ​ບໍ່​ຮູ້​ວ່າ ອັບ​ຣາ​ຮາມ​ໄດ້​ປິ່ນ​ໜ້າ​ເຕັ້ນ​ໄປ​ທາງ​ໃດ, ແຕ່​ເຮົາ​ສາມາດ​ຕວງ​ໄດ້​ຢູ່​ໃນ​ຂໍ້​ທີສິບ​ສາມຂອງ​ພຣະ​ທຳ​ປະຖົມ​ມະ​ການ ບອກ​ວ່າ: “ອັບ​ຣາ​ຮາມ​ຈຶ່ງ​ຍົກຍ້າຍ​ຂະ​ບວນ​ໄປ​ຕັ້ງ​ຢູ່​ໃກ້​ຕົ້ນໄມ້​ສັກສິດ​ຂອງ​ມຳ​ເລ​ທີ່​ເຮັບ​ໂລ​ນ; ແລະ ໃນ​ທີ່​ນັ້ນ ເພິ່ນ​ໄດ້​ສ້າງ​ແທ່ນ​ບູຊາ​ຖະຫວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ” (ປະຖົມ​ມະ​ການ 13:18).

ເຖິງ​ແມ່ນ​ຂ້າພະເຈົ້າ​ບໍ່​ຮູ້​ແນ່, ແຕ່​ຂ້າພະເຈົ້າ​ເຊື່ອ​ວ່າ ເພິ່ນ​ປິ່ນ​ປະຕູ​ຜ້າ​ເຕັ້ນ​ຂອງ​ເພິ່ນ​ໄປ​ທາງ​ແທ່ນ​ບູຊາ​ທີ່​ເພິ່ນ​ໄດ້​ສ້າງ​ແດ່​ພຣະ​ຜູ້​ເປັນ​ເຈົ້າ. ເປັນ​ຫຍັງ​ຂ້າພະເຈົ້າ​ຈຶ່ງ​ຄິດ​ແນວ​ນັ້ນ? ເພາະ​ຂ້າພະເຈົ້າ​ຮູ້ຈັກ​ເລື່ອງ​ລາວ​ຂອງ​ກະສັດ​ເບັນ​ຢາ​ມິນ ຕອນ​ເພິ່ນ​ໄດ້​ເອີ້ນ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ມາ​ເຕົ້າໂຮມ​ກັນ ເພື່ອ​ຟັງ​ຄຳ​ປາ​ໄສ​ເທື່ອ​ສຸດ​ທ້າຍ​ຂອງ​ເພິ່ນ. ກະສັດ​ເບັນ​ຢາ​ມິນ​ໄດ້​ແນະນຳ​ພວກ​ເຂົາ​ໃຫ້​ປິ່ນ​ປະຕູ​ຜ້າ​ເຕັ້ນ​ຂອງ​ພວກ​ເຂົາ​ໄປ​ທາງ​ພຣະ​ວິຫານ (ເບິ່ງ Mosiah 2:1–6).

ເຮົາ​ສາມາດ​ຖືກ​ປົດ​ປ່ອຍ​ຈາກ​ວິທີ​ຂອງ​ມານ ແລະ ຄວາມ​ຊົ່ວ​ຮ້າຍ​ໄດ້ ໂດຍ​ການ​ຫັນ​ໄປ​ຫາ​ຄຳ​ສອນ​ຢູ່​ໃນ​ພຣະ​ຄຳ​ພີ​ທີ່​ສັກສິດ. ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ຜູ້​ປົດ​ປ່ອຍ​ທີ່​ຍິ່ງ​ໃຫຍ່, ເພາະ​ພຣະ​ອົງ​ໄດ້​ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ຕາຍ ແລະ ບາບ (ເບິ່ງ ​ໂຣມ 11:26; 2 ນີ​ໄຟ 9:12).

ຂ້າພະເຈົ້າ​ຂໍ​ປະກາດ​ວ່າ ພຣະເຢ​ຊູ​ຄື ພຣະຄຣິດ ແລະ​ວ່າ​ເຮົາ​ສາມາດ​ເຂົ້າ​ໃກ້​ພຣະ​ອົງ​ໂດຍ​ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ. ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ປະຈັກ​ພະຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະເຢ​ຊູ​ຄຣິດ. ປະຈັກ​ພະຍານ​ຢ່າງ​ທຳ​ອິດ​ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ແມ່ນ​ພຣະ​ສັນຍາ​ເດີມ ແລະ ພຣະ​ສັນຍາ​ໃໝ່—ຫລື ພຣະຄຣິສຕະ​ທຳ​ຄຳ​ພີ.

ອີກ​ເທື່ອ​ໜຶ່ງ, ຂ້າພະເຈົ້າ​ຂໍ​ກ່າວ​ຢ້ຳ​ຖ້ອຍ​ຄຳ​ຂອງ​ເພື່ອນ​ຂອງ​ຂ້າພະເຈົ້າ ທ້າວ​ສະ​ກາດ ທີ່​ໄດ້​ບັນ​ລະ​ຍາຍ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ​ວ່າ: “ມັນ​ເປັນ​ໜັງສື​ທີ່​ດີເລີດ.” ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ວ່າ ຄວາມ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ມາ​ຈາກ​ຄວາມ​ສອດຄ່ອງ​ກັບ​ພຣະຄຣິສຕະ​ທຳ​ຄຳ​ພີ​ທີ່​ສັກສິດ, ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.