ຄອບຄົວພາຍໃຕ້ພັນທະສັນຍາ
ຈະບໍ່ມີຫຍັງທີ່ໄດ້ເຂົ້າມາ ຫລື ຈະເຂົ້າມາໃນຄອບຄົວຂອງທ່ານທີ່ຈະສຳຄັນເທົ່າກັບພອນແຫ່ງການຜະນຶກ.
ຂ້າພະເຈົ້າຮູ້ສຶກບຸນຄຸນທີ່ໄດ້ມາຊຸມນຸມກັບທ່ານໃນກອງປະຊຸມນີ້ທີ່ບັນດາຜູ້ດຳລົງຖານະປະໂລຫິດຂອງ ພຣະເຈົ້າທຸກໆຄົນຢູ່ໃນໂລກຖືກຮັບເຊີນ. ພວກເຮົາໄດ້ຮັບພອນທີ່ໄດ້ມີປະທານທອມມັສ ແອັສ ມອນສັນ ເປັນປະທານ. ໃນຖານະປະທານຂອງສາດສະໜາຈັກ, ເພິ່ນເປັນຜູ້ຊາຍຄົນດຽວທີ່ຍັງມີຊີວິດຢູ່ທີ່ມີ ໜ້າທີ່ຮັບຜິດຊອບສຳລັບຂໍກະແຈທີ່ຜະນຶກຄອບຄົວເຂົ້າກັນ ແລະ ພິທີການຂອງຖານະປະໂລຫິດທຸກໆ ຢ່າງທີ່ຈຳເປັນເພື່ອຈະໄດ້ຮັບຊີວິດນິລັນດອນ, ຊຶ່ງເປັນຂອງປະທານທີ່ຍິ່ງໃຫຍ່ສຸດໃນບັນດາພອນຂອງພຣະເຈົ້າທັງໝົດ.
ມີພໍ່ຄົນໜຶ່ງທີ່ຮັບຟັງຢູ່ໃນຄ່ຳຄືນນີ້ ຜູ້ທີ່ໄດ້ກັບຄືນມາໂບດເພາະວ່າ ລາວຢາກໄດ້ຄວາມແນ່ນອນຈາກຂອງປະທານແຫ່ງການຜະນຶກນັ້ນດ້ວຍສຸດຫົວໃຈຂອງລາວ. ລາວ ແລະ ພັນລະຍາຮັກລູກນ້ອຍສອງຄົນ, ລູກຊາຍຄົນໜຶ່ງ ແລະ ລູກສາວຄົນໜຶ່ງຂອງເຂົາເຈົ້າ. ເໝືອນດັ່ງພໍ່ແມ່ຄົນອື່ນລາວສາມາດເຫັນຄວາມສຸກແຫ່ງສະຫວັນນັ້ນໄດ້ລ່ວງໜ້າເມື່ອລາວອ່ານຖ້ອຍຄຳທີ່ຕໍ່ໄປນີ້ວ່າ ການຢູ່ຮ່ວມກັນຢ່າງດຽວກັນນັ້ນ ຊຶ່ງມີຢູ່ໃນບັນດາພວກເຮົາທີ່ນີ້ຈະມີຢູ່ໃນບັນດາພວກເຮົາທີ່ນັ້ນ, ແຕ່ຈະມີລັດສະໝີພາບນິລັນດອນເປັນຄູ່, ຊຶ່ງລັດສະໝີພາບນັ້ນເຮົາບໍ່ໄດ້ຮັບຂະນະນີ້.1
ພໍ່ຄົນນັ້ນທີ່ກຳລັງຟັງຢູ່ກັບພວກເຮົາໃນຄ່ຳຄືນນີ້ຮູ້ເສັ້ນທາງທີ່ນຳໄປສູ່ຈຸດໝາຍທີ່ຮຸ່ງໂລດນັ້ນ. ມັນບໍ່ເປັນ ເລື່ອງງ່າຍ. ລາວຮູ້ເລື່ອງນັ້ນແລ້ວ. ມັນໄດ້ໃຊ້ສັດທາໃນພຣະເຢຊູຄຣິດ, ການກັບໃຈທີ່ເລິກຊຶ້ງ, ແລະ ການປ່ຽນແປງໃນຫົວໃຈຂອງລາວທີ່ໄດ້ມາຈາກອະທິການຜູ້ໃຈດີຄົນໜຶ່ງທີ່ໄດ້ຊ່ອຍລາວໃຫ້ຮູ້ສຶກເຖິງການໃຫ້ອະໄພທີ່ມີຄວາມຮັກຂອງພຣະຜູ້ເປັນເຈົ້າ.
ການປ່ຽນແປງທີ່ໜ້າອັດສະຈັນໃຈຍັງຄົງຢູ່ຕໍ່ໄປເມື່ອລາວໄດ້ໄປພຣະວິຫານສັກສິດເພື່ອຮັບຂອງປະທານ ສັກສິດທີ່ພຣະຜູ້ເປັນເຈົ້າໄດ້ອະທິບາຍຕໍ່ຜູ້ຄົນທີ່ພຣະອົງໄດ້ປະທານອຳນາດໃຫ້ໃນພຣະວິຫານຫລັງທຳອິດ ໃນຍຸກສະໄໝນີ້. ມັນໄດ້ເກີດຂຶ້ນທີ່ເມືອງເຄີດແລນ ລັດໂອໄຮໂອ. ພຣະ ຜູ້ເປັນເຈົ້າໄດ້ກ່າວວ່າເຖິງເລື່ອງນັ້ນ:
ພຣະຜູ້ເປັນເຈົ້າໄດ້ມອບພຣະບັນຍັດໃຫ້ແກ່ເຂົາເຈົ້າວ່າ ເຂົາເຈົ້າຕ້ອງໄປສູ່ລັດໂອໄຮໂອ; ຢູ່ທີ່ນັ້ນພຣະອົງ ຈະມອບກົດຂອງພຣະອົງໃຫ້ເຂົາເຈົ້າ ແລະ ເຂົາເຈົ້າຈະໄດ້ຮັບອຳນາດຈາກເບື້ອງບົນ;
ແລະ ຈາກນັ້ນໄປ, ... ເພາະພຣະອົງໄດ້ມີວຽກງານຍິ່ງໃຫຍ່ສະສົມໄວ້ສຳລັບໄພ່ພົນຂອງພຣະອົງທີ່ຈະ ຕ້ອງເຮັດ, ເພື່ອອິດສະຣາເອນຈະລອດ, ແລະ ພຣະອົງຈະນຳພາເຂົາເຈົ້າໄປບ່ອນໃດກໍຕາມທີ່ພຣະອົງຕ້ອງການ, ແລະ ຈະບໍ່ມີອຳນາດໃດຢຸດພຣະຫັດຂອງພຣະອົງ.2
ສຳລັັບເພື່ອນຂອງຂ້າພະເຈົ້າທີ່ກັບມາໂບດເມື່ອບໍ່ດົນມານີ້ ແລະ ສຳລັບຜູ້ດຳລົງຖານະປະໂລຫິດທຸກໆຄົນ, ວຽກງານຍິ່ງໃຫຍ່ຢູ່ຂ້າງໜ້າແມ່ນຈະນຳພາໃນການຊ່ອຍສ່ວນໜຶ່ງຂອງອິດສະຣາເອນໃຫ້ລອດທີ່ເຮົາທຸກໆຄົນເຮົາຕ້ອງເຮັດ ຫລື ຈະໄດ້ຮັບຜິດຊອບຕໍ່, ຊຶ່ງເປັນຄອບຄົວຂອງເຮົາ. ເພື່ອນຂອງຂ້າພະເຈົ້າ ແລະ ພັນລະຍາຂອງລາວໄດ້ຮູ້ວ່າການຊ່ອຍໃຫ້ລອດນັ້ນຮຽກຮ້ອງການຖືກຜະນຶກໂດຍອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກໃນພຣະວິຫານທີ່ສັກສິດຂອງພຣະເຈົ້າ.
ພໍ່ຄົນນັ້ນໄດ້ຂໍຮ້ອງໃຫ້ຂ້າພະເຈົ້າເປັນຜູ້ດຳເນີນການຜະນຶກນັ້ນ. ລາວ ແລະ ພັນລະຍາຢາກສຳເລັດການ ຜະນຶກນັ້ນໄວເທົ່າທີ່ຈະເປັນໄປໄດ້. ແຕ່ດ້ວຍເວລາທີ່ຫຍຸ້ງຢູ່ກັນໜ້າທີ່ເພາະກອງປະຊຸມໃຫຍ່ຈະມາເຖິງ, ຂ້າພະເຈົ້າໄດ້ປະເລື່ອງນີ້ໄວ້ກັບຄູ່ນັ້ນ ແລະ ອະທິການຂອງເຂົາເຈົ້າທີ່ຈະປະສານງານກັບເລຂາຂອງ ຂ້າພະເຈົ້າເພື່ອຫາວັນທີທີ່ດີທີ່ສຸດ.
ຂ້າພະເຈົ້າປະຫລາດໃຈ ແລະ ດີໃຈຫລາຍພຽງໃດເມື່ອພໍ່ຄົນນັ້ນໄດ້ບອກຂ້າພະເຈົ້າຢູ່ໃນໂບດວ່າ ການຜະນຶກນັ້ນຖືກຈັດໄວ້ສຳລັບວັນທີສາມເດືອນເມສານີ້. ນັ້ນເປັນວັນທີໃນປີ 1836 ເມື່ອເອລີຢາ, ສາດສະດາຜູ້ຖືກປ່ຽນພາບແລ້ວ, ຖືກສົ່ງມາທີ່ພຣະວິຫານເຄີດແລນ ເພື່ອມອບອຳນາດແຫ່ງ ການຜະນຶກໃຫ້ແກ່ໂຈເຊັບ ສະມິດ ແລະ ອໍລິເວີ ຄາວເດີຣີ. ຂໍກະແຈ ເຫລົ່ານັ້ນຍັງຄົງຢູ່ໃນສາດສະໜາຈັກໃນວັນເວລານີ້ ແລະ ຈະຄົງຢູ່ຕໍ່ໄປຈົນກວ່າທີ່ສຸດຂອງເວລາ.3
ມັນເປັນສິດອຳນາດແຫ່ງສະຫວັນອັນດຽວກັນນັ້ນທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້ເປໂຕດັ່ງທີ່ພຣະອົງໄດ້ສັນຍາໄວ້ວ່າ: “ເຮົາຈະມອບຂໍກະແຈແຫ່ງອານາຈັກສະຫວັນໃຫ້ເຈົ້າ; ສິ່ງໃດທີ່ພວກເຈົ້າຫ້າມເທິງແຜ່ນດິນໂລກນີ້ ສິ່ງນັ້ນຈະຖືກຫ້າມໃນສະຫວັນ ແລະ ສິ່ງໃດທີ່ພວກເຈົ້າອະນຸມັດເທິງແຜ່ນດິນໂລກນີ້ ສິ່ງນັ້ນຈະຖືກອະນຸມັດໃນສະຫວັນ.”4
ການກັບມາຂອງເອລີຢາໄດ້ເປັນພອນໃຫ້ແກ່ທຸກຄົນທີ່ໄດ້ດຳລົງຖານະປະໂລຫິດ. ແອວເດີ ແຮໂຣນ ບີ ລີ ໄດ້ອະທິບາຍໃຫ້ເລື່ອງນີ້ແຈ້ງຊັດ ເມື່ອເພິ່ນໄດ້ກ່າວໃນກອງປະຊຸມໃຫຍ່, ກ່າວຖ້ອຍຄຳຂອງປະທານໂຈເຊັບ ຟຽວດິງ ສະມິດ ທີ່ວ່າ: “ຂ້າພະເຈົ້າດຳລົງຖານະປະໂລຫິດ; ທ່ານອ້າຍນ້ອງຢູ່ທີ່ກອງປະຊຸມກໍດຳລົງຖານະປະໂລຫິດ; ເຮົາໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກ—ຊຶ່ງເອລີຢາໄດ້ດຳລົງຢູ່ ແລະ ສາດສະດາຄົນອື່ນ ແລະ ໂດຍເປໂຕ, ຢາໂກໂບ ແລະ ໂຢຮັນ. ເຖິງແມ່ນວ່າເຮົາມີສິດອຳນາດທີ່ຈະໃຫ້ ບັບຕິສະມາ, ເຖິງແມ່ນວ່າເຮົາມີສິດອຳນາດທີ່ຈະວາງມືສຳລັບຂອງປະທານແຫ່ງພຣະວິນຍານບໍລິສຸດ ແລະ ທີ່ຈະແຕ່ງຕັ້ງຄົນອື່ນ ແລະ ເຮັດທຸກສິ່ງເຫລົ່ານີ້, ປາດສະຈາກອຳນາດແຫ່ງການຜະນຶກເຮົາຈະເຮັດຫຍັງບໍ່ໄດ້, ເພາະບໍ່ມີສິດອຳນາດສຳລັບການຜະນຶກທີ່ເຮົາໄດ້ເຮັດລົງໄປ.”
ປະທານສະມິດໄດ້ກ່າວຕື່ມວ່າ:
“ພິທີການສູງເທົ່າໃດ, ພອນແຮ່ງຍິ່ງໃຫຍ່ເທົ່ານັ້ນ ຊຶ່ງຈຳເປັນຕໍ່ຄວາມສູງສົ່ງໃນອານາຈັກຂອງພຣະເຈົ້າ, ... ແລະ ຊຶ່ງສາມາດໄດ້ຮັບໃນທີ່ໃດທີ່ໜຶ່ງເທົ່ານັ້ນ. ... ບໍ່ມີຊາຍຄົນໃດມີສິດທີ່ຈະດຳເນີນພິທີການນັ້ນ ເວັ້ນເສຍແຕ່ຕາມທີ່ລາວໄດ້ຮັບສິດອຳນາດທີ່ຈະເຮັດຈາກຊາຍຄົນໜຶ່ງທີ່ດຳລົງຂໍກະແຈນັ້ນ. …
ບໍ່ມີຊາຍຄົນໃດຕະຫລອດທົ່ວແຜ່ນດິນໂລກນີ້ທີ່ມີສິດຈະດຳເນີນຕໍ່ໄປ ແລະ ປະຕິບັດການໃນພິທີການ ໃດໆຂອງພຣະກິດຕິຄຸນເວັ້ນເສຍແຕ່ປະທານຂອງສາດສະໜາຈັກ, ຜູ້ທີ່ດຳລົງຂໍກະແຈນັ້ນ ແລະ ອະນຸມັດສິດນັ້ນ. ເພິ່ນໄດ້ມອບສິດອຳນາດນັ້ນໃຫ້ເຮົາ. ເພິ່ນໄດ້ວາງອຳນາດແຫ່ງການຜະນຶກໄວ້ໃນຖານະປະໂລຫິດເພາະຄົນທີ່ດຳລົງຂໍກະແຈເຫລົ່ານັ້ນ.”5
ຄວາມແນ່ນອນອັນດຽວກັນນັ້ນໄດ້ມາຈາກປະທານບອຍ ເຄ ແພ໊ກເກີ ເມື່ອເພິ່ນໄດ້ຂຽນກ່ຽວກັບ ອຳນາດແຫ່ງການຜະນຶກ. ເມື່ອໄດ້ຮູ້ວ່າຖ້ອຍຄຳເຫລົ່ານີ້ຈິງກໍເປັນທີ່ປອບໂຍນແກ່ຂ້າພະເຈົ້າ, ດັ່ງທີ່ມັນຈະເປັນສຳລັບຄອບຄົວທີ່ຂ້າພະເຈົ້າຈະຜະນຶກໃນວັນທີສາມເດືອນເມສານີ້ວ່າ: “ເປໂຕຕ້ອງໄດ້ດຳລົງຖານະປະໂລຫິດ. ເປໂຕຕ້ອງດຳລົງອຳນາດແຫ່ງການຜະນຶກ. ຂໍກະແຈເຫລົ່ານັ້ນເປັນຂອງປະທານຂອງສາດສະໜາຈັກ—ທີ່ຈະເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ. ອຳນາດແຫ່ງການຜະນຶກອັນສັກສິດນັ້ນຍົງຄົງຢູ່ໃນສາດສະໜາຈັກໃນເວລານີ້. ບໍ່ມີຫຍັງຖືກນັບຖືດ້ວຍຄວາມຄິດທີ່ ສັກສິດຫລາຍກວ່າໂດຍຜູ້ທີ່ຮູ້ຈັກຄວາມສຳຄັນຂອງສິດອຳນາດນີ້. ບໍ່ມີຫຍັງຖືກຮັກສາໄວ້ຢ່າງໃກ້ຊິດຫລາຍກວ່າ. ມີບຸລຸດນ້ອຍຄົນທີ່ດຳລົງອຳນາດແຫ່ງການຜະນຶກນີ້ຢູ່ເທິງໂລກໃນວັນເວລາໃດໜຶ່ງ—ໃນພຣະວິຫານແຕ່ລະແຫ່ງກໍມີອ້າຍນ້ອງຜູ້ທີ່ໄດ້ຮັບອຳນາດແຫ່ງການຜະນຶກ. ບໍ່ມີໃຜຈະໄດ້ມັນມາເວັ້ນເສຍແຕ່ຈາກສາດສະດາ, ຜູ້ພະຍາກອນ ແລະ ຜູ້ເປີດເຜີຍ ແລະ ສາດສະດາຂອງສາດສະໜາຈັກແຫ່ງໄພ່ພົນຍຸກສຸດທ້າຍ.”6
ເມື່ອເອລີຢາໄດ້ກັບມາບໍ່ມີພຽງແຕ່ອຳນາດຖືກມອບໃຫ້ແກ່ຖານະປະໂລຫິດ ແຕ່ຫົວໃຈຕ້ອງຖືກຫັນໄປ ດ້ວຍວ່າ: “ພຣະວິນຍານ, ອຳນາດ, ແລະ ການເອີ້ນຂອງເອລີຢາຄື, ທ່ານມີອຳນາດທີ່ຈະດຳລົງຂໍກະແຈແຫ່ງການເປີດເຜີຍ, ພິທີການ, ຄຳທຳນາຍ, ອຳນາດ ແລະ ຂອງປະທານສັກສິດຂອງຄວາມສົມບູນຂອງຖານະປະໂລຫິດແຫ່ງເມນເຄສີເດັກ ແລະ ແຫ່ງອານາຈັກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ; ແລະ ຈະໄດ້ຮັບ, ໄດ້ມີ, ແລະ ໄດ້ດຳເນີນພິທີການທັງໝົດທີ່ເປັນຂອງອານາຈັກຂອງພຣະເຈົ້າ, ແມ່ນແຕ່ຈະເປັນໄປເພື່ອການຫັນຫົວໃຈຂອງພໍ່ແມ່ໄປຫາລູກ ແລະ ຫົວໃຈຂອງລູກໄປຫາພໍ່ແມ່, ແມ່ນແຕ່ຜູ້ທີ່ຢູ່ເທິງສະຫວັນ.”7
ຄວາມຮູ້ສຶກເຖິງການຫັນຫົວໃຈນັ້ນໄດ້ມາສູ່ເພື່ອນຂອງຂ້າພະເຈົ້າ ແລະ ຄອບຄົວຂອງລາວແລ້ວ. ມັນອາດໄດ້ມາສູ່ທ່ານໃນກອງປະຊຸມນີ້. ທ່ານອາດໄດ້ເຫັນໃນຄວາມຄິດຂອງທ່ານ, ດັ່ງທີ່ຂ້າພະເຈົ້າໄດ້ເຫັນ, ໃບໜ້າຂອງພໍ່ ຫລື ແມ່ຂອງທ່ານ. ໃບໜ້ານັ້ນອາດເປັນເອື້ອຍ ຫລື ນ້ອງສາວ ຫລື ອ້າຍ ຫລື ນ້ອງຊາຍ. ມັນອາດເປັນພາບຂອງລູກສາວ ຫລື ລູກຊາຍ.
ພວກເຂົາອາດຢູ່ໃນໂລກແຫ່ງວິນຍານ ຫລື ໃນທະວີບອື່ນໃກໆຈາກທ່ານ. ແຕ່ຄວາມສຸກທີ່ໄດ້ມາຈາກ ຄວາມຮູ້ສຶກວ່າຄວາມສຳພັນກັບພວກເຂົາແມ່ນແນ່ນອນເພາະວ່າທ່ານໄດ້ຜູກມັດ ແລະ ສາມາດຜູກມັດ ກັບພວກເຂົາໄດ້ໂດຍພິທີການຂອງຖານະປະໂລຫິດທີ່ພຣະເຈົ້າຈະໃຫ້ກຽດ.
ຜູ້ດຳລົງຖານະປະໂລຫິດແຫ່ງເມນເຄສີເດັກທີ່ເປັນພໍ່ໃນຄອບຄົວທີ່ໄດ້ຜະນຶກເຂົ້າກັນແລ້ວໄດ້ຮັບການສອນ ເຖິງສິ່ງທີ່ເຂົາເຈົ້າຕ້ອງເຮັດ. ຈະບໍ່ມີຫຍັງທີ່ໄດ້ເຂົ້າມາ ຫລື ຈະເຂົ້າມາໃນຄອບຄົວຂອງທ່ານທີ່ຈະສຳຄັນ ເທົ່າກັບພອນແຫ່ງການຜະນຶກ. ບໍ່ມີຫຍັງສຳຄັນຫລາຍກວ່າການຮັກສາພັນທະສັນຍາຂອງການແຕ່ງງານ ແລະ ຄອບຄົວທີ່ທ່ານໄດ້ເຮັດ ຫລື ຈະໄດ້ເຮັດໃນພຣະວິຫານຂອງພຣະເຈົ້າ.
ເສັ້ນທາງທີ່ນຳໄປສູ່ສິ່ງນັ້ນກໍຊັດເຈນດີ. ພຣະວິນຍານອັນສັກສິດແຫ່ງຄຳສັນຍາ, ຜ່ານການເຊື່ອຟັງ ແລະ ການເສຍສະລະຂອງເຮົາ, ຕ້ອງຜະນຶກພັນທະສັນຍາຂອງພຣະວິຫານຂອງເຮົາເພື່ອວ່າມັນຈະບັນລຸຜົນໃນໂລກທີ່ຈະມາເຖິງ. ປະທານແຮໂຣນ ບີ ລີ ໄດ້ອະທິບາຍຄວາມໝາຍຂອງການທີ່ຖືກຜະນຶກໂດຍພຣະວິນຍານອັນສັກສິດແຫ່ງຄຳສັນຍານຳອີກ, ໂດຍອ້າງເຖິງຖ້ອຍຄຳຂອງແອວເດີ ແມວວິນ{nbເຈ ບາເລີດ ວ່າ: “ເຮົາອາດຫລອກລວງມະນຸດໄດ້ແຕ່ເຮົາບໍ່ສາມາດຫລອດລວງພຣະວິນຍານບໍລິສຸດໄດ້, ແລະ ພອນຂອງເຮົາຈະບໍ່ເປັນໄປຊົ່ວນິລັນດອນຖ້າຫາກວ່າມັນບໍ່ໄດ້ຖືກຜະນຶກໂດຍພຣະວິນຍານອັນສັກສິດແຫ່ງຄຳສັນຍານັ້ນ. ພຣະວິນຍານບໍລິສຸດເປັນອົງທີ່ອ່ານຄວາມນຶກຄິດ ແລະ ຫົວໃຈຂອງມະນຸດ ແລະ ປະທານຄວາມເຫັນດີທາງການປະທັບຕາຕໍ່ພອນຕ່າງໆທີ່ຖືກປະກາດໃຫ້ແກ່ເຂົາເຈົ້າ. ແລ້ວການຜະນຶກນັ້ນຈະຜູກມັດ, ມີຜົນສັກສິດ, ແລະ ເປັນຜົນສັກສິດຄົບຖ້ວນ.”8
ເມື່ອຊິດສະເຕີໄອຣິງ ແລະ ຂ້າພະເຈົ້າໄດ້ຜະນຶກທີ່ພຣະວິຫານໂລກັນ ຢູທາ, ຂ້າພະເຈົ້າບໍ່ໄດ້ເຂົ້າໃຈ ຄວາມສຳຄັນຂອງຄຳສັນຍານັ້ນໃນເວລານັ້ນ. ຂ້າພະເຈົ້າຍັງພະຍາຍາມຈະເຂົ້າໃຈຄວາມໝາຍຂອງມັນ ທັງໝົດ, ແຕ່ພັນລະຍາ ແລະ ຂ້າພະເຈົ້າໄດ້ຕັດສິນໃຈຕັ້ງແຕ່ຕອນເລີ່ມຕົ້ນຂອງການແຕ່ງງານຂອງພວກ ຂ້າພະເຈົ້າທີ່ເກືອບເຖິງ 50 ປີແລ້ວວ່າ ຈະເຊື້ອເຊີນພຣະວິນຍານບໍລິສຸດເທົ່າທີ່ພວກຂ້າພະເຈົ້າຈະເຮັດ ໄດ້ໃຫ້ເຂົ້າມາສະຖິດຢູ່ໃນຊີວິດຂອງພວກຂ້າພະເຈົ້າ ແລະ ຂອງຄອບຄົວຂອງພວກຂ້າພະເຈົ້າ.
ຕອນເປັນພໍ່ໜຸ່ມຄົນໜຶ່ງ, ທີ່ໄດ້ຜະນຶກແລ້ວໃນພຣະວິຫານ ແລະ ດ້ວຍຫົວໃຈຂອງຂ້າພະເຈົ້າຖືກຫັນໄປ ຫາພັນລະຍາຂອງຂ້າພະເຈົ້າ ແລະ ຄອບຄົວໜຸ່ມນ້ອຍ, ຂ້າພະເຈົ້າໄດ້ພົບປະທານໂຈເຊັບ ຟຽວດິງ ສະມິດ ເປັນເທື່ອທຳອິດ. ໃນຫ້ອງສະພາຂອງຝ່າຍປະທານສູງສຸດ, ບ່ອນທີ່ຂ້າພະເຈົ້າຖືກຮັບເຊີນ, ພະຍານທີ່ແນ່ນອນແທ້ໆໄດ້ມາສູ່ຂ້າພະເຈົ້າ ຂະນະທີ່ປະທານແຮໂຣນ ບີ ລີ ໄດ້ຖາມຂ້າພະເຈົ້າ, ໂດຍໝາຍເຖິງປະທານສະມິດຜູ້ທີ່ໄດ້ນັ່ງຢູ່ທາງຂ້າງເພິ່ນວ່າ, “ເຈົ້າຊື່ບໍວ່າຜູ້ຊາຍຄົນນີ້ສາມາດເປັນສາດສະດາຂອງພຣະເຈົ້າໄດ້?”
ປະທານສະມິດຫາກໍເຂົ້າມາໃນຫ້ອງນັ້ນ ແລະ ຍັງບໍ່ທັນໄດ້ເວົ້າຫຍັງເທື່ອ. ຂ້າພະເຈົ້າມີຄວາມກະຕັນຍູ ຊົ່ວນິລັນດອນທີ່ຂ້າພະເຈົ້າສາມາດຕອບເພິ່ນດ້ວຍຄວາມໝັ້ນໃຈເພາະສິ່ງທີ່ຂ້າພະເຈົ້າຮູ້ສຶກຢູ່ໃນໃຈວ່າ: “ຂ້ານ້ອຍຮູ້ວ່າເພິ່ນເປັນສາດສະດາ.” ແລະ ຂ້າພະເຈົ້າໄດ້ຮູ້ຢ່າງແນ່ນອນດັ່ງທີ່ຂ້າພະເຈົ້າໄດ້ຮູ້ວ່າຕາເວັນ ໄດ້ສ່ອງແສງວ່າເພິ່ນໄດ້ດຳລົງອຳນາດແຫ່ງການຜະນຶກຂອງຖານະປະໂລຫິດສຳລັບແຜ່ນດິນໂລກທັງໝົດ.
ປະສົບການນັ້ນໄດ້ໃຫ້ຖ້ອຍຄຳຂອງປະທານສະມິດ ມີພະລັງຫລາຍສຳລັບຂ້າພະເຈົ້າ ແລະ ພັນລະຍາ ຂອງຂ້າພະເຈົ້າ, ໃນພາກກອງປະຊຸມໃນວັນທີ 4 ເດືອນເມສາ ປີ 1972, ເມື່ອປະທານໂຈເຊັບ ຟຽວດິງ ສະມິດ ໄດ້ໃຫ້ຄຳແນ່ນຳຕໍ່ໄປນີ້ວ່າ: “ມັນເປັນພຣະປະສົງຂອງພຣະຜູ້ເປັນເຈົ້າທີ່ຈະເສີມຄວາມເຂັ້ມແຂງ ແລະ ຮັກສາໜ່ວຍຄອບຄົວເອົາໄວ້. ພວກເຮົາຂໍອ້ອນວອນກັບບັນດາພໍ່ໃຫ້ຖືໜ້າທີ່ທີ່ຖືກຕ້ອງຂອງຕົນໃນຖານະຫົວໜ້າຂອງຄອບຄົວ. ພວກເຮົາຂໍຮ້ອງບັນດາຜູ້ເປັນແມ່ໃຫ້ສະໜັບສະໜູນ ແລະ ຊ່ອຍເຫລືອສາມີຂອງເຂົາເຈົ້າ ແລະ ໃຫ້ເປັນຕົວຢ່າງທີ່ດີໃຫ້ແກ່ລູກໆຂອງເຂົາເຈົ້າ.”9
ຂ້າພະເຈົ້າຂໍໃຫ້ຄຳແນ່ນຳສີ່ຢ່າງທີ່ທ່ານສາມາດເຮັດໄດ້ໃນຖານະພໍ່ຜູ້ດຳລົງຖານະປະໂລຫິດເພື່ອຈະສົ່ງເສີມ ແລະ ນຳພາຄອບຄົວຂອງທ່ານກັບຄືນບ້ານອີກເພື່ອອາໄສຢູ່ນຳພຣະບິດາເທິງສະຫວັນ ແລະ ພຣະຜູ້ ຊ່ອຍໃຫ້ລອດອີກ.
ໜຶ່ງ, ຈົ່ງມີ ແລະ ຮັກສາພະຍານທີ່ແນ່ນອນວ່າຂໍກະແຈຂອງຖານະປະໂລຫິດນັ້ນຢູ່ນຳເຮົາ ແລະ ດຳລົງຢູ່ໂດຍປະທານຂອງສາດສະໜາຈັກ. ຈົ່ງອະທິຖານເພື່ອສິ່ງນີ້ທຸກໆມື້. ຄຳຕອບຈະມາດ້ວຍ ຄວາມຕັ້ງໃຈເພີ່ມຂຶ້ນທີ່ຈະນຳພາຄອບຄົວຂອງທ່ານ, ໃນຄວາມຮູ້ສຶກຂອງຄວາມຫວັງຂອງທ່ານ, ແລະ ດ້ວຍຄວາມສຸກຫລາຍຂຶ້ນໃນການຮັບໃຊ້ຂອງທ່ານ. ທ່ານຈະເບີກບານ ແລະ ເບິ່ງໂລກໃນແງ່ດີ, ທີ່ຈະເປັນພອນອັນຍິ່ງໃຫຍ່ສຳລັບພັນລະຍາ ແລະ ຄອບຄົວຂອງທ່ານ.
ຂໍ້ແນະນຳທີສອງແມ່ນຈົ່ງຮັກພັນລະຍາຂອງທ່ານ. ມັນຈະຕ້ອງໃຊ້ສັດທາ ແລະ ຄວາມຖ່ອມຕົນທີ່ຈະເອົາ ຄວາມສົນໃຈຂອງນາງໃຫ້ສຳຄັນກວ່າຂອງທ່ານເອງໃນການດິ້ນລົນຂອງຊີວິດ. ທ່ານມີໜ້າທີ່ຮັບຜິດຊອບທີ່ ຈະຈັດຫາໃຫ້ ແລະ ລ້ຽງດູຄອບຄົວກັບນາງຂະນະທີ່ທ່ານຮັບໃຊ້ຄົນອື່ນ. ບາງເທື່ອສິ່ງນີ້ຈະໃຊ້ກຳລັງ ແລະ ພະລັງທີ່ທ່ານມີ. ອາຍຸ ແລະ ຄວາມເຈັບປ່ວຍອາດເພີ່ມທະວີຄວາມຕ້ອງການຂອງນາງ. ແມ່ນແຕ່ ໃນເວລານັ້ນເມື່ອທ່ານເລືອກຈະເອົາຄວາມສຸກຂອງນາງໃຫ້ສຳຄັນກວ່າຂອງທ່ານເອງ, ຂ້າພະເຈົ້າສັນຍາ ທ່ານວ່າຄວາມຮັກທີ່ທ່ານມີໃຫ້ນາງຈະເພີ່ມທະວີຂຶ້ນດ້ວຍ.
ສາມ, ຂໍຄວາມຊ່ອຍເຫລືອຈາກທຸກຄົນໃນຄອບຄົວໃຫ້ຮັກກັນແລະກັນ. ປະທານເອສະລາ ແທັບ ເບັນສັນ ໄດ້ສອນວ່າ:
“ເມື່ອກ່າວເຖິງນິລັນດອນແລ້ວ, ຄວາມລອດເປັນໜ້າທີ່ຮັບຜິດຊອບຂອງຄອບຄົວ. …
“ສຳຄັນເໜືອທຸກສິ່ງທັງໝົດ, ເດັກນ້ອຍຕ້ອງຮູ້ ແລະ ຮູ້ສຶກວ່າມີຄົນຮັກພວກເຂົາ, ຕ້ອງການພວກເຂົາ, ແລະ ຮູ້ສຶກບຸນຄຸນຂອງພວກເຂົາ. ພວກເຂົາຕ້ອງໄດ້ຮັບຄວາມແນ່ໃຈໃນເລື່ອງນິີ້ເລື້ອຍໆ. ແນ່ນອນວ່າ, ນີ້ເປັນບົດບາດທີ່ພໍ່ແມ່ຕ້ອງສຳເລັດ, ແລະ ສ່ວນຫລາຍແລ້ວຜູ້ເປັນແມ່ສາມາດເຮັດມັນໄດ້ດີທີ່ສຸດ.”10
ແຕ່ແຫລ່ງທີ່ຈຳເປັນອີກຢ່າງໜຶ່ງເພື່ອຈະໃຫ້ຄວາມຮູ້ສຶກວ່າມີຄົນຮັກເຂົາກໍແມ່ນຄວາມຮັກຈາກລູກຄົນອື່ນ ໃນຄອບຄົວ. ຄວາມຫ່ວງໃຍທີ່ສະໝ່ຳສະເໝີຂອງອ້າຍເອື້ອຍນ້ອງທີ່ມີໃຫ້ກັນແລະກັນຈະມີມາດ້ວຍຄວາມ ພະຍາຍາມທີ່ບໍ່ລົດລະຂອງພໍ່ແມ່ ແລະ ຄວາມຊ່ອຍເຫລືອຂອງພຣະເຈົ້າເທົ່ານັ້ນ. ທ່ານຮູ້ວ່າເລື່ອງນີ້ຈິງ ຈາກປະສົບການໃນຄອບຄົວຂອງທ່ານເອງ. ແລະ ມັນຖືກຢືນຢັນແຕ່ລະເທື່ອທີ່ທ່ານອ່ານເຖິງບັນຫາຂອງຄອບຄົວທີ່ລີໄຮຜູ້ຊອບທຳ ແລະ ພັນລະຍາຂອງເພິ່ນ, ຊາໄຣຢາໄດ້ປະເຊີນຢູ່, ໃນບັນທຶກຂອງພຣະຄຳພີມມໍມອນ.
ຄວາມສຳເລັດທີ່ເຂົາເຈົ້າໄດ້ບັນລຸກໍໃຫ້ການຊີ້ນຳແກ່ເຮົາ. ເຂົາເຈົ້າໄດ້ສອນພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ດີ ແລະ ຢ່າງສະໝ່ຳສະເໝີຈົນວ່າລູກໆ ແລະ ແມ່ນແຕ່ລູກຫລານບາງຄົນ ແລະ ລູກຫລານຂອງເຂົາເຈົ້າຫລາຍໆລຸ້ນຄົນໄດ້ໃຈອ່ອນລົງຕໍ່ພຣະເຈົ້າ ແລະ ຕໍ່ກັນແລະກັນ. ຍົກຕົວຢ່າງ, ນີໄຟ ແລະ ຄົນອື່ນໆໄດ້ຂຽນ ແລະ ເອື້ອມອອກໄປຫາສະມາຊິກໃນຄອບຄົວຜູ້ທີ່ໄດ້ເປັນສັດຕູຂອງເຂົາເຈົ້າ. ບາງເທື່ອພຣະວິນຍານຈະເຮັດໃຫ້ຫົວໃຈຂອງຫລາຍໆພັນຄົນອ່ອນລົງ ແລະ ຈະເອົາຄວາມຮັກເຂົ້າມາແທນຄວາມກຽດຊັງ.
ວິທີໜຶ່ງທີ່ທ່ານສາມາດຈະເອົາແບບຢ່າງຄວາມສຳເລັດຂອງພໍ່ລີໄຮຄືວິທີທີ່ທ່ານນຳພາຄອບຄົວໃນການອະທິຖານເປັນຄອບຄົວ ແລະ ເວລາທີ່ມີໃຫ້ຄອບຄົວ, ດັ່ງເຊັ່ນການສັງສັນໃນຄອບຄົວ. ໃຫ້ລູກໆມີໂອກາດ ອະທິຖານເມື່ອພວກເຂົາເຮັດໄດ້ ເພື່ອກັນໃນຄອບຄົວທີ່ຕ້ອງການພອນ. ໃຫ້ຮູ້ເຫັນໄວໆການເລີ່ມຕົ້ນຂອງ ຄວາມບໍ່ປອງດອງກັນ ແລະ ໃຫ້ຮັບຮູ້ການຮັບໃຊ້ທີ່ບໍ່ເຫັນແກ່ຕົວ, ໂດຍສະເພາະຕໍ່ອ້າຍເອື້ອຍນ້ອງ. ເມື່ອພວກເຂົາອະທິຖານເພື່ອກັນແລະກັນ ແລະ ຮັບໃຊ້ກັນແລະກັນ, ຫົວໃຈຈະອ່ອນລົງ ແລະ ຈະຫັນໄປຫາກັນແລະກັນ ແລະ ຫາພໍ່ແມ່ຂອງພວກເຂົາ.
ໂອກາດທີສີ່ທີ່ຈະນຳພາຄອບຄົວຂອງທ່່ານໃນວິທີທາງຂອງພຣະຜູ້ເປັນເຈົ້າຈະເປັນມາເມື່ອຕ້ອງມີການລົງໂທດ. ເຮົາສາມາດສະໜອງພັນທະຂອງເຮົາທີ່ຈະລົງໂທດໃນວິທີທາງຂອງພຣະຜູ້ເປັນເຈົ້າ ແລະ ນຳພາລູກໆຂອງເຮົາໄປສູ່ຊີວິດນິລັນດອນ.
ທ່ານຈະຈຳຖ້ອຍຄຳ, ແຕ່ທ່ານອາດບໍ່ສາມາດເຫັນອຳນາດຂອງມັນໃນຊີວິດຂອງຜູ້ດຳລົງຖານະປະໂລຫິດ ແຫ່ງເມນຄີເສເດັກທີ່ຈະຕຽມຄອບຄົວຂອງລາວສຳລັບຄວາມສຳພັນອັນດຽວກັນນັ້ນທີ່ເຂົາເຈົ້າຈະມີໃນ ອານາຈັກຊັ້ນສູງວ່າ: ທ່ານຄົງຈື່ຈຳຖ້ອຍຄຳນີ້ໄດ້ທີ່ວ່າ:
“ບໍ່ມີອຳນາດ ຫລື ອິດທິພົນໃດ ຈະ ຫລື ຄວນດຳລົງຮັກສາໄວ້ໄດ້ໂດຍອາໄສຄຸນນະທຳຂອງຖານະ ປະໂລຫິດ, ນອກຈາກໂດຍການຊັກຊວນໂດຍຄວາມອົດກັ້ນ, ໂດຍຄວາມສຸພາບ ແລະ ຄວາມອ່ອນໂຍນ ແລະ ໂດຍຄວາມຮັກທີ່ບໍ່ມີມານຍາ;
“ໂດຍຄວາມກະລຸນາ ແລະ ຄວາມຮູ້ອັນບໍລິສຸດ ຊຶ່ງຈະຂະຫຍາຍຈິດວິນຍານຢ່າງກວ້າງຂວາງ ໂດຍປາດສະຈາກຄວາມໜ້າຊື່ໃຈຄົດ, ແລະ ປາດສະຈາກມານຍາ—
“ການວ່າກ່າວໂດຍບໍ່ຊັກຊ້າດ້ວຍຄວາມສຽບຄົມ, ເມື່ອພຣະວິນຍານບໍລິສຸດຊົງນຳ; ແລະ ແລ້ວຕໍ່ມາ ສະແດງຄວາມຮັກເພີ່ມຂຶ້ນຕໍ່ຄົນທີ່ທ່ານວ່າກ່າວ, ຖ້າບໍ່ດັ່ງນັ້ນເຂົາຈະຖືວ່າທ່ານເປັນສັດຕູຂອງເຂົາ;
“ເພື່ອເຂົາຈະຮູ້ວ່າຄວາມຊື່ສັດຂອງທ່ານແຂງແຮງກວ່າເຊືອກແຫ່ງຄວາມຕາຍ.”11
ແລະ ຕໍ່ມາຄຳສັນຍາທີ່ມີຄຸນຄ່າຍິ່ງໃຫຍ່ຈະມາຫາເຮົາຜູ້ເປັນພໍ່ໃນສີໂອນວ່າ: “ພຣະວິນຍານບໍລິສຸດຈະເປັນ ເພື່ອນຂອງທ່ານສະເໝີ ແລະ ໄມ້ເທົ້າຂອງທ່ານ ໄມ້ເທົ້າແຫ່ງຄວາມຊອບທຳອັນບໍ່ປ່ຽນແປງ ແລະ ຄວາມຈິງ; ແລະ ການຄອບຄອງຂອງທ່ານຈະເປັນການຄອບຄອງອັນເປັນນິດ ແລະ ໂດຍປາດສະຈາກວິທີບີບຄັ້ນ, ແລະ ຈະໄຫລມາສູ່ທ່ານຕະຫລອດການ ແລະ ຕະຫລອດໄປ.”12
ນັ້ນເປັນມາດຕະຖານທີ່ສູງສຳລັບເຮົາ, ແຕ່ເມື່ອເຮົາຄວບຄຸມອາລົມ ແລະ ເອົາຊະນະຄວາມຈອງຫອງ ຂອງເຮົາດ້ວຍສັດທາ, ພຣະວິນຍານບໍລິສຸດຈະໃຫ້ຄວາມເຫັນດີຂອງພຣະອົງ, ແລະ ຄຳສັນຍາ ແລະ ພັນທະສັນຍານສັກສິດຈະກາຍເປັນຄວາມແນ່ນອນ.
ທ່ານຈະສຳເລັດຜົນຜ່ານສັດທາຂອງທ່ານວ່າພຣະຜູ້ເປັນເຈົ້າໄດສົ່ງຂໍກະແຈແຫ່ງຖານະປະໂລຫິດນັ້ນກັບ ຄືນມາ ຊຶ່ງຍັງຢູ່ນຳເຮົາໃນເວລານີ້—ດ້ວຍຄວາມຜູກພັນແຫ່ງຄວາມຮັກກັບພັນລະຍາຂອງທ່ານ, ດ້ວຍຄວາມຊ່ອຍເຫລືອຂອງພຣະເຈົ້າໃນການຫັນຫົວໃຈຂອງລູກໆຂອງທ່ານໄປຫາກັນ ແລະ ໄປຫາພໍ່ແມ່ຂອງເຂົາເຈົ້າ, ແລະ ດ້ວຍຄວາມຮັກນັ້ນນຳພາໃຫ້ທ່ານຕີສອນ ແລະ ສັ່ງສອນໃນວິທີທາງທີ່ຈະເຊື້ອເຊີນພຣະວິນຍານ.
ຂ້າພະເຈົ້າຮູ້ວ່າພຣະເຢຊູຄຣິດເປັນພຣະຄຣິດ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ. ຂ້າພະເຈົ້າເປັນ ພະຍານວ່າ ປະທານທອມມັສ ແອັສ ມອນສັນ, ດຳລົງ ແລະ ນຳໃຊ້ຂໍກະແຈຂອງຖານະປະໂລຫິດທັງໝົດຢູ່ເທິງໂລກໃນເວລານີ້. ຂ້າພະເຈົ້າຮັກ ແລະ ສະໜັບສະໜູນເພິ່ນ. ຂ້າພະເຈົ້າຮັກ ແລະ ອະທິຖານເພື່ອທ່ານ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.