ເພື່ອວ່າຄົນທີ່ຫລົງໄປຈະຖືກພົບເຫັນ
ເມື່ອທ່ານສະແຫວງຫາທີ່ຈະດຳລົງຊີວິດຕາມພຣະກິດຕິຄຸນ ແລະ ຄຳສອນຂອງພຣະຄຣິດ, ແລ້ວພຣະວິນຍານບໍລິສຸດຈະນຳພາທ່ານ ແລະ ຄອບຄົວຂອງທ່ານ.
ອ້າຍເອື້ອຍນ້ອງທັງຫລາຍ, ອີງຕາມພຣະຄຳພີ, ເລຍໂຮນາ ເປັນ “ລູກກົມອັນມີຝີມືແປກປະຫລາດ” ມີເຂັມສອງເຫລັ້ມ, ເຂັມດວງໜຶ່ງຊີ້ບອກໃຫ້ຄອບຄົວຂອງພໍ່ລີໄຮຮູ້ທາງທີ່ຈະເດີນໄປໃນຖິ່ນແຫ້ງແລ້ງກັນດານ (1 ນີໄຟ 16:10).
ຂ້າພະເຈົ້າຮູ້ວ່າ ເປັນຫຍັງລີໄຮຈຶ່ງແປກປະຫລາດໃຈຫລາຍ ເມື່ອເພິ່ນເຫັນມັນ ເພາະຂ້າພະເຈົ້າຈື່ໄດ້ວ່າ ຂ້າພະເຈົ້າມີຄວາມປະຫລາດໃຈຫລາຍຂະໜາດໃດເມື່ອຂ້າພະເຈົ້າໄດ້ເຫັນ GPS ເທື່ອທຳອິດ. ຂ້າພະເຈົ້າຄິດວ່າ ມັນເປັນເຄື່ອງໃຊ້ຂອງປະຈຸບັນ “ທີ່ມີຝີມືແປກປະຫລາດ.” ບາງເທື່ອຂ້າພະເຈົ້າກໍປະຫລາດໃຈຫລາຍທີ່ຮູ້ວ່າເຄື່ອງມືອັນນ້ອຍໆນັ້ນ ຢູ່ໃນໂທລະສັບມືຖືຂອງຂ້າພະເຈົ້າ ສາມາດຊີ້ບອກທາງ, ບອກໄດ້ວ່າຂ້າພະເຈົ້າຢູ່ບ່ອນໃດ ແລະ ບອກທິດທາງທີ່ຂ້າພະເຈົ້າຕ້ອງການຈະໄປຫາ.
ສຳລັບພັນລະຍາຂອງຂ້າພະເຈົ້າ, ບາບາຣາ, ແລະ ຂ້າພະເຈົ້າ, GPS ເປັນພອນຢ່າງໜຶ່ງ. ສຳລັບບາບາຣາ ນັ້ນໝາຍຄວາມວ່າ ນາງບໍ່ຈຳເປັນບອກຂ້າພະເຈົ້າໃຫ້ຈອດລົດ ແລະ ຖາມຜູ້ຄົນ; ແລະ ສຳລັບຂ້າພະເຈົ້າ ນັ້ນໝາຍຄວາມວ່າ ຂ້າພະເຈົ້າເວົ້າຖືກ ເມື່ອຂ້າພະເຈົ້າເວົ້າວ່າ, “ອ້າຍບໍ່ຕ້ອງຖາມໃຜ. ອ້າຍຮູ້ວ່າອ້າຍຊິໄປທາງໃດ.”
ບັດນີ້, ອ້າຍເອື້ອຍນ້ອງທັງຫລາຍ, ເຮົາມີເຄື່ອງມືຫລາຍຢ່າງ ແມ່ນແຕ່ເປັນໜ້າແປກປະຫລາດຫລາຍກວ່າ GPS ຊະນິດທີ່ດີທີ່ສຸດ. ທຸກຄົນຈະເຄີຍຫລົງທາງ, ບໍ່ຫລາຍກໍໜ້ອຍ. ແມ່ນຜ່ານການກະຕຸ້ນຂອງພຣະວິນຍານບໍລິສຸດທີ່ເຮົາຈະສາມາດຖືກພາກັບຄືນມາສູ່ເສັ້ນທາງທີ່ຖືກຕ້ອງ; ແລະ ເປັນເພາະການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ນຳເຮົາກັບບ້ານ.
ການຫລົງທາງນີ້ສາມາດເປັນໄດ້ທັງກຸ່ມສັງຄົມ ຫລື ເປັນສ່ວນບຸກຄົນ. ທຸກວັນນີ້ເຮົາມີຊີວິດຢູ່ໃນວັນເວລາເມື່ອໂລກນີ້ໄດ້ຫລົງທາງໄປ, ໂດຍສະເພາະກ່ຽວກັບຄຸນຄ່າ ແລະ ລຳດັບຄວາມສຳຄັນພາຍໃນບ້ານເຮືອນຂອງເຮົາ.
ໜຶ່ງຮ້ອຍປີກ່ອນ ປະທານໂຈເຊັບ ແອັຟ ສະມິດ ໄດ້ຕໍ່ຄວາມສຳພັນຂອງຄວາມສຸກເຂົ້າກັບຄອບຄົວ ແລະ ແນະນຳເຮົາໃຫ້ພະຍາຍາມໃຫ້ມີຄວາມສຸກຢູ່ໃນບ້ານ. ເພິ່ນໄດ້ກ່າວວ່າ: “ຈະບໍ່ມີຄວາມສຸກທີ່ແທ້ຈິງຖ້າແຍກອອກຈາກບ້ານເຮືອນ. … ຈະບໍ່ມີຄວາມສຸກຖ້າບໍ່ມີການຮັບໃຊ້, ແລະ ຈະບໍ່ມີການຮັບໃຊ້ໃດທີ່ຍິ່ງໃຫຍ່ໄປກວ່າອັນທີ່ປ່ຽນບ້ານເຮືອນເປັນສະຖາບັນແຫ່ງສະຫວັນ ທີ່ເສີມສ້າງ ແລະ ຮັກສາຊີວິດຂອງຄອບຄົວ. … ເຮົາຕ້ອງເສີມສ້າງບ້ານເຮືອນ” (Teachings of Presidents of the Church: Joseph F. Smith [1998], 382, 384).
ແມ່ນບ້ານເຮືອນ ແລະ ຄອບຄົວຂອງເຮົານີ້ແຫລະ ທີ່ຕ້ອງການການປ່ຽນແປງ ຢູ່ໃນໂລກທີ່ເຫັນແກ່ເງິນ ແລະ ສິ່ງຂອງ. ຕົວຢ່າງໜຶ່ງທີ່ໜ້າວິຕົກຄືການບໍ່ສົນໃຈກັບເລື່ອງແຕ່ງງານຢູ່ໃນສະຫະລັດ. ໃນຕົ້ນປີນີ້ New York Times ໄດ້ລາຍງານວ່າ “ຈຳນວນເດັກນ້ອຍທີ່ເກີດມານອກການແຕ່ງງານງານແມ່ນມີຫລາຍກວ່າແຕ່ກ່ອນ: ມີເດັກຫລາຍກວ່າຫ້າສິບເປີເຊັນທີ່ເກີດນຳຜູ້ຍິງທີ່ມີອາຍຸຕ່ຳກວ່າ 30 ປີ ນອກການແຕ່ງງານ” (Jason DeParle and Sabrina Tavernise, “Unwed Mothers Now a Majority Before Age of 30,” New York Times, Feb. 18, 2012, A1).
ແລະ ເຮົາກໍຮູ້ວ່າ ໃນບັນດາຄູ່ແຕ່ງງານຢູ່ໃນສະຫະລັດ, ເກືອບເຄິ່ງໜຶ່ງທີ່ໄດ້ຢ່າຮ້າງ. ເຖິງແມ່ນຜູ້ທີ່ແຕ່ງງານຢູ່ກໍຍັງຫລົງທາງໄປ ໂດຍປ່ອຍໃຫ້ສິ່ງອື່ນໆເຂົ້າມາແຊກແຊງຄວາມສຳພັນໃນຄອບຄົວຂອງພວກເຂົາ.
ພ້ອມນີ້ ກໍມີສິ່ງໜຶ່ງອີກທີ່ໜ້າເປັນຫ່ວງຄື ຊ່ອງວ່າງລະຫວ່າງຄົນຮັ່ງມີ ແລະ ຄົນຍາກຈົນ ແລະ ລະຫວ່າງຄົນທີ່ພະຍາຍາມຮັກສາຄອບຄົວ ແລະ ຄຸນຄ່າ ກັບຄົນທີ່ຍົກເລີກທຸກສິ່ງນັບມື້ນັບໄກກັນຫລາຍ. ຕາມສະຖິຕິ, ຄົນທີ່ມີການສຶກສາໜ້ອຍ ແລະ ມີລາຍໄດ້ໜ້ອຍ ສ່ວນໜ້ອຍຈະແຕ່ງງານ ແລະ ໄປໂບດ ແລະ ສ່ວນຫລາຍຈະຮ່ວມເຮັດເລື່ອງບໍ່ດີ ແລະ ຈະມີລູກນອກການແຕ່ງງານ. ເລື່ອງນີ້ກໍມີຢູ່ທົ່ວໄປໃນໂລກ. (ເບິ່ງ W. Bradford Wilcox and others, “No Money, No Honey, No Church: The Deinstitutionalization of Religious Life among the White Working Class,” available at www.virginia.edu/marriageproject/pdfs/Religion_WorkingPaper.pdf.)
ກົງກັນຂ້າມກັບຄວາມຄິດຂອງຫລາຍຄົນ, ຄວາມຈະເລີນກ້າວໜ້າ ແລະ ການສຶກສາ ເບິ່ງຄືວ່າກ່ຽວພັນກັບຄອບຄົວ ແລະ ຄຸນຄ່າ.
ຄຳຖາມແທ້ຈິງ ແມ່ນກ່ຽວກັບ ສາເຫດ ແລະ ຜົນສະທ້ອນ. ສັງຄົມບາງບ່ອນມີຄຸນຄ່າ ແລະ ມີຄອບຄົວດີກວ່າ ເພາະ ມີການສຶກສາ ແລະ ຈະເລີນກ້າວໜ້າບໍ ຫລື ຖ້າຫາກວ່າເຂົາເຈົ້າຈະເລີນກ້າວໜ້າ ແລະ ມີການສຶກສາ ເພາະ ເຂົາເຈົ້າມີຄຸນຄ່າ ແລະ ຄອບຄົວດີບໍ? ໃນສາດສະໜາຈັກທີ່ຂະຫຍາຍໄປທົ່ວໂລກນີ້ ເຮົາຮູ້ວ່າ ມັນແມ່ນຄຳຖາມອັນທີສອງ. ເມື່ອຜູ້ຄົນຈິງຈັງກັບຄອບຄົວ ແລະ ສາດສະໜາ ເຮັດຕາມຫລັກທຳພຣະກິດຕິຄຸນ, ແລ້ວພວກເຂົາຈະດີຂຶ້ນທາງວິນຍານ ແລະ ສ່ວນຫລາຍທາງໂລກນຳອີກ.
ແລະ ແນ່ນອນ, ສັງຄົມທົ່ວໄປກໍຈະເຂັ້ມແຂງຂຶ້ນ ເມື່ອຄອບຄົວ ເຂັ້ມແຂງຂຶ້ນກວ່າເກົ່າ. ຄວາມຈິງຈັງຕໍ່ຄອບຄົວ ແລະ ຄຸນຄ່າເປັນ ສາເຫດ ຕົ້ນຕໍ. ເກືອບທຸກສິ່ງນອກຈາກນັ້ນຈະເປັນ ຜົນສະທ້ອນ. ເມື່ອຊາຍຍິງແຕ່ງງານກັນ ພວກເຂົາໄດ້ເຮັດຂໍ້ຜູກມັດຕໍ່ກັນ, ພວກເຂົາຫວັງຈະສ້າງສານຳກັນ. ເມື່ອລູກເກີດມາພາຍໃນການແຕ່ງງານ ແລະ ມີທັງພໍ່ແມ່, ໂອກາດຈະມີຫລາຍ ແລະ ວິຊາຄວາມຮູ້ຂອງເຂົາຈະສູງຂຶ້ນ. ແລະ ເມື່ອຄອບຄົວທຳງານ ແລະ ຫລິ້ນນຳກັນ, ເພື່ອນບ້ານ ແລະ ຊຸມຊົນຈະກ້າວໜ້າ, ເສດຖະກິດຈະດີຂຶ້ນ, ແລະ ບໍ່ຈຳເປັນຕ້ອງເພິ່ງລັດຖະບານ ໃຫ້ “ຕັ້ງໂຄງການຕ່າງໆເພື່ອຊ່ອຍເຫລືອ.”
ສະນັ້ນ ຂ່າວຮ້າຍຄື ເມື່ອຄອບຄົວແຕກລ້າວ, ຈະສ້າງຄວາມເດືອດຮ້ອນໃຫ້ສັງຄົມ ແລະ ເສດຖະກິດ. ແຕ່ຂ່າວດີກໍຄື ເຊັ່ນດຽວກັບສາເຫດ ແລະ ຜົນສະທ້ອນ, ຜົນຮ້າຍນັ້ນສາມາດປ່ຽນເປັນຜົນດີໄດ້. ຄວາມບໍ່ຍຸດຕິທຳສາມາດແກ້ໄຂໄດ້ ໂດຍການດຳລົງຊີວິດຕາມຫລັກທຳ ແລະ ຄຸນຄ່າ. ອ້າຍເອື້ອຍນ້ອງທັງຫລາຍ ສາເຫດ ທີ່ສຳຄັນທີ່ສຸດໃນຊີວິດຂອງເຮົາແມ່ນຄອບຄົວຂອງເຮົາ. ຖ້າຫາກເຮົາອຸທິດຕົນກັບສາເຫດນີ້, ແລ້ວເຮົາຈະພັດທະນາຢ່າງອື່ນໄດ້ໃນຊີວິດຂອງເຮົາ ແລະ ຈະກາຍເປັນຕົວຢ່າງທີ່ດີ ເປັນສ່ວນຕົວ ແລະ ເປັນທັງສາດສະໜາຈັກ ເປັນແສງເຍືອງທາງໃຫ້ແກ່ຜູ້ຄົນທັງປວງຢູ່ໃນໂລກນີ້.
ແຕ່ມັນບໍ່ໄດ້ເປັນເລື່ອງງ່າຍຢູ່ໃນໂລກທີ່ຫົວໃຈຫັນໄປຫາຫລາຍສິ່ງຫລາຍຢ່າງ, ແລະ ໂລກທັງໂລກໝຸນວຽນປ່ຽນໄປຢ່າງໄວວາ. ບໍ່ມີສິ່ງໃດຄົງຢູ່ບ່ອນເກົ່າໄດ້ດົນ. ແບບແຜນ, ແນວທາງ, ຄວາມນິຍົມຊົມຊອບ, ຄວາມຖືກຕ້ອງທາງການເມືອງ, ແລະ ແມ່ນແຕ່ຄວາມຄິດເລື່ອງຄວາມດີ ແລະ ຄວາມຊົ່ວ ກໍຍ້າຍ ແລະ ປ່ຽນແປງ. ດັ່ງທີ່ສາດສະດາເອຊາຢາໄດ້ບອກໄວ້ວ່າ ສິ່ງຊົ່ວຈະຖືກເອີ້ນວ່າດີ, ແລະ ສິ່ງດີຈະຖືກເອີ້ນວ່າຊົ່ວ (ເບິ່ງ ເອຊາຢາ 5:20).
ທາງວິນຍານກໍໄກອອກໄປເລື້ອຍໆ ເມື່ອມານຮ້າຍນັບມື້ນັບຫລອກລວງ, ໃຊ້ເລ້ຫລ່ຽມ, ແລະ ດຶງຜູ້ຄົນໄປຫາມັນຫລາຍກວ່າເກົ່າ ຄືກັນກັບແມ່ເຫລັກໃນຄວາມມືດ—ແມ່ນແຕ່ໃນຕອນທີ່ພຣະກິດຕິຄຸນແຫ່ງຄວາມຈິງ ແລະ ຄວາມສະຫວ່າງດຶງດູດຫົວໃຈຜູ້ທີ່ຊື່ສັດ ແລະ ຜູ້ມີກຽດຢູ່ໃນໂລກນີ້ ຜູ້ສະແຫວງຫາສິນທຳ ແລະ ຄວາມດີກໍຕາມ.
ເຮົາອາດເປັນຈຳນວນນ້ອຍ, ແຕ່ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກ ເຮົາສາມາດເອື້ອມອອກໄປຫາຊ່ອງວ່າງອັນກວ້າງໄກນີ້ໄດ້. ເຮົາຮູ້ວ່າພະລັງຂອງການຮັບໃຊ້ຢ່າງພຣະຄຣິດ ຈະນຳລູກໆຂອງພຣະເຈົ້າມາຫາກັນ ບໍ່ວ່າສະພາບທາງວິນຍານ ແລະ ເສດຖະກິດຂອງເຂົາເຈົ້າຈະເປັນແນວໃດກໍຕາມ. ປີຜ່ານມານີ້ ຝ່າຍປະທານສູງສຸດໄດ້ເຊື້ອເຊີນເຮົາໃຫ້ມີສ່ວນຮ່ວມໃນການຮັບໃຊ້ ເພື່ອສະເຫລີມສະຫລອງ ວັນຄົບຮອບ 75 ປີ ຂອງໂຄງການສະຫວັດດີການ ເພື່ອຊ່ອຍເຫລືອຜູ້ຄົນໃຫ້ກາຍເປັນຄົນກຸ້ມຕົນເອງຫລາຍຂຶ້ນ. ສະມາຊິກໄດ້ເສຍສະລະເຫື່ອແຮງຫລາຍລ້ານຊົ່ວໂມງຕະຫລອດທົ່ວໂລກ.
ສາດສະໜາຈັກເປັນບ່ອນເພິ່ງທີ່ປອດໄພໃນທະເລທີ່ມີພະຍຸຮ້າຍແຮງ, ເປັນສະໝໍໃນນ້ຳທີ່ປັ່ນປ່ວນ, ປ່ຽນແປງ, ແລະ ແຍກຍ້າຍ, ແລະ ເຍືອງທາງຜູ້ທີ່ເຫັນຄຸນຄ່າ ແລະ ສະແຫວງຫາຄວາມຊອບທຳ. ພຣະຜູ້ເປັນເຈົ້າໄດ້ໃຊ້ສາດສະໜາຈັກນີ້ເປັນເຄື່ອງມືໃນການດຶງເອົາລູກໆຂອງພຣະອົງຕະຫລອດທົ່ວໂລກ ໃຫ້ມາສູ່ພຣະກິດຕິຄຸນທີ່ປົກປ້ອງຂອງພຣະອົງ.
ລິດອຳນາດຂອງເອລີຢາ, ຊຶ່ງບໍ່ມີຂອບເຂດ, ກໍເປັນອຳນາດທີ່ຍິ່ງໃຫຍ່ຄືກັນ ໃນຈຸດປະສົງຂອງພຣະຜູ້ເປັນເຈົ້າຈຸດເປົ້າໝາຍນິລັນດອນຂອງລູກໆຂອງພຣະອົງ. ໃນຖ້ອຍຄຳຂອງມາລາກີ, ລິດອຳນາດຂອງພຣະວິນຍານບໍລິສຸດ “ຈະນຳພໍ່ກັບລູກມາພົບກັນອີກ” (ມາລາກີ 4:6).
ສາດສະໜາຈັກຕັ້ງຢູ່ເປັນຕົວຢ່າງຂອງການຫັນຫົວໃຈ ແລະ ເປັນພະຫານະພາໄປຫາສິ່ງດີຢູ່ໃນໂລກ. ໃນບັນດາສະມາຊິກຂອງສາດສະໜາຈັກຜູ້ໄດ້ແຕ່ງງານຢູ່ໃນພຣະວິຫານ ແລະ ຜູ້ໄປໂບດໃນວັນອາທິດເປັນປະຈຳ;ຈຳນວນປະຮ້າງແມ່ນມີໜ້ອຍກວ່າໂລກ ແລະ ຄອບຄົວກໍໃກ້ຊິດກັນ ແລະ ຕິດຕໍ່ຫາກັນເລື້ອຍໆ. ສຸຂະພາບໃນຄອບຄົວກໍດີກວ່າ, ແລະ ເຮົາກໍມີຊີວິດຍືນຍາວກວ່າປະຊາຊົນໂດຍທົ່ວໄປ. ເຮົາໄດ້ບໍລິຈາກເງິນ ແລະ ການຮັບໃຊ້ຫລາຍກວ່າ ເພື່ອຊ່ອຍເຫລືອຄົນຂັດສົນ, ແລະ ສ່ວນຫລາຍແລ້ວເຮົາຈະສະ ແຫວງຫາການສຶກສາສູງ. ຂ້າພະເຈົ້າກ່າວສິ່ງເຫລົ່ານີ້ ບໍ່ແມ່ນເພື່ອໂອ້ອວດແນວໃດ, ແຕ່ເປັນພະຍານວ່າ ຊີວິດຈະດີກວ່າ (ແລະ ມີຄວາມສຸກກວ່າ) ເມື່ອຫົວໃຈຖືກຫັນກັບຄືນໄປຫາຄອບຄົວ ແລະ ເມື່ອຄອບຄົວດຳລົງຊີວິດໃນຄວາມສະຫວ່າງແຫ່ງພຣະກິດຕິຄຸນຂອງພຣະຄຣິດ.
ສະນັ້ນ ເຮົາຈະເຮັດແນວໃດຈຶ່ງຈະສາມາດຫລີກເວັ້ນຈາກການຫລົງທາງໄປ? ທຳອິດ, ຂ້າພະເຈົ້າຂໍແນະນຳໃຫ້ເຮົາຈັດ ດຳລັບຄວາມສຳຄັນ. ໃຫ້ທຸກສິ່ງທີ່ຢູ່ນອກບ້ານມີຄວາມສຳຄັນຕ່ຳກວ່າສິ່ງທີ່ຢູ່ໃນບ້ານ. ປະທານແຮໂຣນ ບີ ລີ ໄດ້ແນະນຳວ່າ “ວຽກງານທີ່ … ສຳຄັນທີ່ສຸດທີ່ທ່ານເຮັດ ແມ່ນຢູ່ພາຍໃນບ້ານຂອງທ່ານ” (Teachings of Presidents of the Church: Harold B. Lee [2000], 134) ແລະ ປະທານເດວິດ ໂອ ມິກເຄ ໄດ້ກ່າວວ່າ “ບໍ່ມີຄວາມສຳເລັດໃດທີ່ສາມາດທົດແທນຄວາມລົ້ມເຫລວຢູ່ໃນບ້ານໄດ້” (quoted from J. E. McCulloch, Home: The Savior of Civilization [1924], 42; in Conference Report, Apr. 1935, 116).
ຈົ່ງຈັດລະບຽບຊີວິດສ່ວນຕົວຂອງທ່ານ ເພື່ອຈັດເວລາສຳລັບການອະທິຖານ ແລະ ການສຶກສາພຣະຄຳພີ ແລະ ເຮັດກິດຈະກຳເປັນຄອບຄົວ. ຈົ່ງມອບໜ້າທີ່ໃຫ້ລູກໆທີ່ຈະເຮັດຢູ່ບ້ານ ເພື່ອເຂົາຈະຮຽນເຮັດວຽກ. ຈົ່ງສອນເຂົາວ່າ ການດຳລົງຊີວິດຕາມພຣະກິດຕິຄຸນຈະນຳພາເຂົາໃຫ້ຫ່າງໄກຈາກຄວາມສົກກະປົກ, ຄວາມບໍ່ເປັນລະບຽບ, ແລະ ຄວາມຮ້າຍແຮງຢູ່ໃນອິນເຕີແນັດ, ໃນທາງສື່ສານ, ແລະ ໃນວິດີໂອເກມ. ເຂົາຈະບໍ່ຫລົງທາງໄປ, ແລະ ເຂົາຈະຕຽມຕົວທີ່ຈະຮັບເອົາໜ້າທີ່ຮັບຜິດຊອບເມື່ອມັນຖືກມອບໃຫ້ເຂົາ.
ສອງ, ເຮົາຕ້ອງເຮັດທຸກສິ່ງຕາມ ລຳດັບທີ່ຖືກຕ້ອງ! ການແຕ່ງງານກ່ອນ, ແລ້ວຄອບຄົວ. ຫລາຍຄົນຢູ່ໃນໂລກລືມລຳດັບທີ່ຖືກຕ້ອງນີ້ ແລະ ຄິດວ່າເຂົາສາມາດປ່ຽນມັນ ຫລື ປີ້ນມັນ. ຈົ່ງກຳຈັດທຸກສິ່ງທີ່ທ່ານຢ້ານກົວດ້ວຍສັດທາ. ຈົ່ງໄວ້ວາງໃຈໃນອຳນາດຂອງພຣະເຈົ້າເພື່ອໃຫ້ນຳພາທ່ານ.
ຕໍ່ທ່ານທີ່ຍັງບໍ່ໄດ້ແຕ່ງງານເທື່ອ, ຈົ່ງຊອກຫາຄູ່ຄອງນິລັນດອນຂອງທ່ານຢ່າງລະມັດລະວັງ. ຊາຍໜຸ່ມທັງຫລາຍ, ຈົ່ງຈື່ຈຳຖ້ອຍຄຳຂອງປະທານໂຈເຊັບ ແອັຟ ສະມິດ ທີ່ວ່າ: “ການເປັນໂສດ … ເຮັດໃຫ້ຜູ້ຄົນຄິດວ່າເປັນສິ່ງທີ່ໜ້າປາຖະໜາ ເພາະມີໜ້າທີ່ຮັບຜິດຊອບໜ້ອຍ. ຄວາມຜິດແມ່ນຢູ່ທີ່ຊາຍໜຸ່ມ. ອາຍຸອັນໜຸ່ມນ້ອຍຂອງເຂົາເຈົ້າ ໄດ້ພາເຂົາເຈົ້າເດີນໄປໃນເສັ້ນທາງທີ່ຫ່າງຈາກໜ້າທີ່ ແລະ ຄວາມຮັບຜິດຊອບ. … ສ່ວນຍິງໜຸ່ມເປັນຜູ້ຮັບເຄາະ ... ເຂົາເຈົ້າເຕັມໃຈທີ່ຈະແຕ່ງງານຖ້າເປັນໄປໄດ້ ແລະ ຮັບເອົາໜ້າທີ່ຮັບຜິດຊອບດ້ວຍຄວາມພາກພູມໃຈ.” (Gospel Doctrine, 5th ed. [1939], 281).
ແລະ ຕໍ່ພວກເຈົ້າຍິງໜຸ່ມທັງຫລາຍ, ຂ້າພະເຈົ້າຂໍກ່າວວ່າ ຢ່າລືມໜ້າທີ່ຮັບຜິດຊອບນີ້ເດີ້. ບໍ່ມີອາຊີບໃດທີ່ສາມາດນຳຄວາມເພິ່ງພໍໃຈມາໃຫ້ຫລາຍກວ່າການລ້ຽງດູຄອບຄົວ. ແລະ ເມື່ອພວກເຈົ້າມີອາຍຸເທົ່າກັບຂ້າພະເຈົ້າ, ພວກເຈົ້າຈະຮູ້ສຶກຫລາຍກວ່ານັ້ນ.
ສາມ, ສາມີ ແລະ ພັນລະຍາ, ທ່ານຄວນເປັນ ຫຸ້ນສ່ວນທີ່ເທົ່າທຽມກັນ ໃນການແຕ່ງງານຂອງທ່ານ. ຈົ່ງອ່ານ ແລະ ເຂົ້າໃຈໃບປະກາດເລື່ອງຄອບຄົວເລື້ອຍໆ ແລະ ເຮັດຕາມນັ້ນ. ຈົ່ງຫລີກເວັ້ນຈາກການໃຊ້ອຳນາດປົກຄອງທີ່ບໍ່ຊອບທຳ ບໍ່ວ່າຈະເປັນໃນທາງໃດກໍຕາມ. ບໍ່ມີໃຜເປັນເຈົ້າຂອງຄູ່ຄອງ ຫລື ລູກໆ; ພຣະເຈົ້າເປັນພຣະບິດາຂອງເຮົາທຸກຄົນ ແລະ ໄດ້ມອບສິດທິພິເສດໃຫ້ເຮົາເພື່ອມີຄອບຄົວ, ຊຶ່ງເປັນຂອງພຣະອົງມາກ່ອນແລ້ວ, ເພື່ອຊ່ອຍເຫລືອເຮົາໃຫ້ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ໃນຖານະທີ່ເປັນລູກໆຂອງພຣະອົງ, ເຮົາຄວນຮຽນຢູ່ໃນບ້ານທີ່ຈະຮັກພຣະເຈົ້າ ແລະ ທີ່ຈະຮູ້ວ່າ ເຮົາສາມາດທູນຕໍ່ພຣະອົງເພື່ອຂໍຄວາມຊ່ອຍເຫລືອໃນສິ່ງທີ່ເຮົາຕ້ອງການ. ທຸກຄົນ, ແຕ່ງງານ ຫລື ເປັນໂສດ, ສາມາດມີຄວາມສຸກໄດ້ ແລະ ສົ່ງເສີມຄອບຄົວທີ່ທ່ານມີ.
ແລະ ສຸດທ້າຍ, ຈົ່ງໃຊ້ ແຫລ່ງສຳລັບຄອບຄົວ ຂອງສາດສະໜາຈັກ. ໃນການລ້ຽງດູລູກໆ, ຄອບຄົວສາມາດຫາຄວາມຊ່ອຍເຫລືອຈາກຫວອດ. ຈົ່ງສົ່ງເສີມ ແລະ ເຮັດວຽກງານຮ່ວມກັບຜູ້ນຳຖານະປະໂລຫິດ ແລະ ຜູ້ນຳຊ່ອຍເຫລືອ ແລະ ສວຍໂອກາດໃຊ້ໂຄງການສຳລັບຊາວໜຸ່ມ ແລະ ຄອບຄົວ. ໃຫ້ຈື່ຈຳຖ້ອຍຄຳຂອງປະທານລີ ທີ່ວ່າ—ສາດສະໜາຈັກເປັນພື້ນຖານທີ່ເຮົາສ້າງຄອບຄົວນິລັນດອນຂອງເຮົາໄວ້ເທິງນັ້ນ (ເບິ່ງ Teachings of Presidents of the Church: Harold B. Lee [2000], 148).
ບັດນີ້, ຖ້າຫາກວ່າມີບຸກຄົນໃດ ຫລື ຄອບຄົວໃດ ໄດ້ຫລົງທາງໄປ, ແລ້ວໃຫ້ທ່ານພຽງແຕ່ນຳໃຊ້ຄຳສອນຂອງພຣະຜູ້ຊ່ອຍໃຫ້ລອດຈາກ ພຣະທຳລູກາ ບົດທີ 15 ເພື່ອດັດແປງເສັ້ນທາງຂອງທ່ານ. ຢູ່ໃນບົດນີ້ ພຣະຜູ້ຊ່ອຍໃຫ້ລອດໄດ້ບອກເຖິງຄວາມພະຍາຍາມຂອງຜູ້ລ້ຽງດູແກະ ເພື່ອໄປຊອກຫາໂຕແກະທີ່ເສຍໄປຂອງລາວ, ເລື່ອງການຕ້ອນຮັບລູກທີ່ເສຍໄປຜູ້ໄດ້ກັບຄືນມາບ້ານ. ເປັນຫຍັງພຣະເຢຊູຈຶ່ງສອນຄຳອຸປະມາເຫລົ່ານັ້ນ? ພຣະອົງຢາກໃຫ້ເຮົາຮູ້ວ່າ ບໍ່ມີຄົນໃດໃນພວກເຮົາຈະຫລົງທາງຈົນວ່າເຮົາບໍ່ສາມາດຊອກຫາທາງກັບໄດ້ຜ່ານການຊົດໃຊ້ ແລະ ຄຳສອນຂອງພຣະອົງ.
ເມື່ອທ່ານສະແຫວງຫາທີ່ຈະດຳລົງຊີວິດຕາມພຣະກິດຕິຄຸນ ແລະ ຄຳສອນຂອງພຣະຄຣິດ, ແລ້ວພຣະວິນຍານບໍລິສຸດຈະນຳພາທ່ານ ແລະ ຄອບຄົວຂອງທ່ານ. ທ່ານຈະໄດ້ຮັບ GPS ທາງວິນຍານ ທີ່ຈະບອກໃຫ້ທ່ານຮູ້ວ່າ ທ່ານຢູ່ບ່ອນໃດ ແລະ ທ່ານຈະໄປຫາບ່ອນໃດ. ຂ້າພະເຈົ້າຂໍເປັນພະຍານວ່າ ພຣະຜູ້ໄຖ່ຂອງມະນຸດຊາດຜູ້ໄດ້ຟື້ນຄືນຊີວິດແລ້ວຮັກເຮົາທຸກຄົນ ແລະ ພຣະອົງໄດ້ສັນຍາວ່າ ຖ້າຫາກເຮົາຕິດຕາມພຣະອົງ, ພຣະອົງຈະນຳພາເຮົາກັບຄືນໄປດ້ວຍຄວາມປອດໄພສູ່ທີ່ປະທັບຂອງພຣະບິດາເທິງສະຫວັນ. ຂ້າພະເຈົ້າຂໍເປັນພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.