​2010–2019
ພຣະອົງຮັກເຮົາ​ແທ້ໆ
ເມສາ 2012


ພຣະອົງຮັກເຮົາ​ແທ້ໆ

ເປັນເພາະແບບແຜນຂອງຄອບຄົວທີ່ສະຫວັນໄດ້ອອກແບບ, ເຮົາຈຶ່ງເຂົ້າໃຈຫລາຍຂຶ້ນວ່າພຣະບິດາເທິງ ສະຫວັນຂອງເຮົາຮັກເຮົາແຕ່ລະຄົນ​ແທ້ໆຢ່າງເທົ່າທຽມກັນ ແລະ ສົມບູນແບບ.

ຂ້າພະເຈົ້າມັກຢູ່ກັບຜູ້ສອນສາດສະໜາເຕັມເວລາ. ເຂົາເຈົ້າເຕັມໄປດ້ວຍສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນທີ່ແທ້ຈິງ. ປະສົບການແຫ່ງການເປັນຜູ້ສອນສາດສະໜາຂອງເຂົາເຈົ້າກໍເໝືອນກັບຊົ່ວຊີວິດ ໜຶ່ງທີ່ເກີດຂຶ້ນພາຍໃນ 18 ເຖິງ 24 ເດືອນ. ເຂົາເຈົ້າມາເຖິງສະໜາມເຜີຍແຜ່ເໝືອນດັ່ງແອນ້ອຍພ້ອມ ດ້ວຍຄວາມຢາກຮຽນຮູ້ຢ່າງແຮງກ້າ ແລະ ​ເຂົາ​ເຈົ້າຈົບຈາກສະໜາມເຜີຍແຜ່ເໝືອນດັ່ງຜູ້ໃຫຍ່, ​ເບິ່ງ​ຄື​ວ່າພ້ອມທີ່ຈະເອົາຊະນະການທ້າທາຍໃດໆ ແລະ ທຸກຢ່າງທັງໝົດທີ່ຢູ່ຕໍ່ໜ້າເຂົາເຈົ້າ. ຂ້າພະເຈົ້າກໍຮັກ ຜູ້ສອນສາດສະໜາອາວຸໂສທີ່ອຸທິດຕົນຄືກັນ, ຜູ້ທີ່ເຕັມໄປດ້້ວຍຄວາມອົດທົນ, ປັນຍາ, ແລະ ຄວາມແນ່ນອນໃຈທີ່ສະຫງົບສຸກ. ເຂົາເຈົ້ານຳຂອງປະທານແຫ່ງຄວາມໝັ້ນຄົງ ແລະ ຄວາມຮັກມາໃຫ້ ກຳລັງວັງຊາຜູ້ໜຸ່ມນ້ອຍທີ່ຢູ່ອ້ອມຂ້າງເຂົາເຈົ້າ. ພ້ອມກັນຜູ້​ສອນ​ສາດສະໜາ​ໜຸ່ມ ​ແລະ ຄູ່​ອາວຸ​ໂສ​ໄດ້ເປັນພະລັງທີ່ມີອິດທິພົນຄຸ້ມຄອງສຳລັບຄວາມດີງາມ, ທີ່ມີຜົນສະທ້ອນອັນເລິກຊຶ້ງໃນຊີວິດຂອງ ເຂົາເຈົ້າ ແລະ ຊີວິດຂອງຜູ້ຄົນທີີ່ໄດ້ຮັບຜົນປະໂຫຍດຈາກການຮັບໃຊ້ຂອງເຂົາເຈົ້າ.

ເມື່ອບໍ່ດົນມານີ້ຂ້າພະເຈົ້າໄດ້ຟັງຄຳປາໄສຂອງຜູ້ສອນສາດໜາໜຸ່ມທີ່ດີສອງຄົນເຫລົ່ານີ້ຂະນະທີ່ເຂົາເຈົ້າໄດ້ທົບທວນປະສົບການ ແລະ ວຽກງານຂອງເຂົາເຈົ້າ. ໃນເວລາສະທ້ອນຄິດນັ້ນເຂົາເຈົ້າໄດ້ໄຕ່ຕອງເຖິງ ບຸກຄົນທີ່ເຂົາເຈົ້າໄດ້ຕິດຕໍ່ຫາໃນມື້ນັ້ນ, ບາງຄົນກໍໄດ້ໃຫ້ຄວາມສົນໃຈຫລາຍກວ່າຄົນ​ອື່ນ. ​ເມື່ອ​ເຂົາ​ເຈົ້າ​ໄດ້​ໄຕ່ຕອງ​ກ່ຽວ​ກັບ​ສະພາບ​ການ, ​ເຂົາ​ເຈົ້າ​ໄດ້ຖາມວ່າ, “ເຮົາຈະເຮັດແນວໃດ ເພື່ອຊ່ອຍໃຫ້ແຕ່ລະຄົນ ພັດທະນາຄວາມປາຖະໜາທີ່ຈະຮຽນຮູ້ກ່ຽວກັບພຣະບິດາເທິງສະຫວັນຫລາຍຂຶ້ນ? ເຮົາຈະເຮັດແນວໃດ ເພື່ອຊ່ອຍໃຫ້ເຂົາເຈົ້າຮູ້ສຶກເຖິງພຣະວິນຍານບໍລິສຸດ? ເຮົາຈະເຮັດແນວໃດເພື່ອຊ່ອຍໃຫ້ເຂົາເຈົ້າຮູ້ວ່າ ພວກເຮົາຮັກເຂົາເຈົ້າ?”

ຂ້າພະເຈົ້າຈິນຕະນາການໄດ້ວ່າຂ້າພະເຈົ້າສາມາດເຫັນຊາຍໜຸ່ມສອງຄົນນີ້ເມື່ອສາມສີ່ປີຫລັງຈາກເຂົາເຈົ້າ ໄດ້ສຳເລັດການເຜີຍແຜ່ຂອງເຂົາເຈົ້າ. ຂ້າພະເຈົ້ານຶກເຫັນວ່າເຂົາເຈົ້າໄດ້ພົບຄູ່ນິລັນດອນຂອງເຂົາເຈົ້າ ແລະ ໄດ້ຮັບໃຊ້ເປັນປະທານກຸ່ມແອວເດີ ຫລື ສອນກຸ່ມຊາຍໜຸ່ມ. ບັດນີ້, ແທນທີ່ຈະຄິດເຖິງຜູ້ສົນໃຈ ຂອງເຂົາເຈົ້າ, ເຂົາເຈົ້າກໍຖາມຄຳຖາມດຽວກັນນັ້ນກ່ຽວກັບສະມາຊິກໃນກຸ່ມ ຫລື ຊາຍໜຸ່ມທີ່ເຂົາເຈົ້າຖືກ ມອບໝາຍໃຫ້ຊ່ອຍບຳລຸງລ້ຽງ. ຂ້າພະເຈົ້າເຫັນວ່າປະສົບການຂອງຜູ້ສອນສາດສະໜາຂອງເຂົາເຈົ້າ ຈະຖືກນຳມາໃຊ້ເປັນແບບແຜນສຳລັບການບຳລຸງລ້ຽງຄົນອື່ນຕະຫລອດຊົ່ວຊີວິດຂອງເຂົາເຈົ້າ. ເມື່ອກອງທັບສານຸສິດແຫ່ງຄວາມຊອບທຳນີ້ກັບຈາກເຂດເຜີຍແຜ່ຂອງເຂົາເຈົ້າໃນຫລາຍໆປະເທດ ຕະຫລອດທົ່ວໂລກ, ເຂົາເຈົ້າກໍກາຍເປັນພາກສ່່ວນທີ່ສຳຄັນໃນວຽກງານແຫ່ງການສະຖາປະນາ ສາດສະໜາຈັກ.

ລີໄຮ ສາດສະດາໃນພຣະຄຳພີມໍມອນອາດໄດ້ຄິດໄຕ່ຕອງຄຳຖາມດຽວ ດັ່ງຜູ້ສອນສາດສະໜາເຫລົ່ານີ້ ເມື່ອເພິ່ນໄດ້ຟັງຄຳຕອບຂອງບັນດາລູກຊາຍຂອງເພິ່ນຕໍ່ການຊີ້ນຳ ແລະ ພາບທີ່ມາໃຫ້ເຫັນທີ່ເພິ່ນໄດ້ຮັບ. “ແລະ ເລມັນ ກັບ ເລມູເອນ, ໂດຍທີ່ເປັນອ້າຍໄດ້ຈົ່ມວ່າບິດາຂອງຕົນເຊັ່ນນັ້ນ. ແລະ ເຂົາໄດ້ຈົ່ມວ່າ ເພາະບໍ່ຮູ້ການກະທຳຂອງພຣະເຈົ້າອົງນັ້ນຜູ້ຊົງສ້າງເຂົາມາ” (1 ນີ​ໄຟ 2:12).

ບາງທີເຮົາແຕ່ລະຄົນໄດ້ຮູ້ສຶກເຖິງຄວາມຜິດຫວັງທີ່ລີໄຮໄດ້ປະສົບກັບລູກຊາຍຜູ້​ໃຫຍ່ສອງຄົນຂອງເພິ່ນ. ເມື່ອເຮົາປະເຊີນໜ້າກັບລູກທີ່ຫ່າງເຫີນໄປຈາກຄວາມຈິງ, ຜູ້ສົນໃຈທີ່ບໍ່ຢາກເຮັດຄຳໝັ້ນສັນຍາ, ຫລື ແອວເດີທີ່ບໍ່ເອົາໃຈໃສ່, ເຮົາກໍມີຄວາມຮູ້ສຶກຢ່າງແຮງກ້າຕໍ່ເຂົາເຈົ້າ ດັ່ງທີ່ລີໄຮໄດ້ມີ ແລະ ເຮົາຈະ ຖາມວ່າ, ເຮົາຈະຊ່ອຍເຂົາເຈົ້າໃຫ້ຮູ້ສຶກ ແລະ ຮັບຟັງພຣະວິນຍານໄດ້ແນວໃດ ເພື່ອເຂົາເຈົ້າຈະ ບໍ່ຫລົງຢູ່ກັບສິ່ງທີ່ໃຫ້ຄວາມມ່ວນຊື່ນທາງໂລກ? ພຣະຄຳພີສອງຂໍ້ທີ່ຂ້າພະເຈົ້າຄິດເຫັນທີ່ສາມາດ ຊ່ອຍເຮົາໃຫ້ພົບເຫັນຫົນທາງຂອງເຮົາຜ່ານພົ້ນສິ່ງລົບກວນເຫລົ່ານີ້ ​ແລະ ຮູ້ສຶກ​ເຖິງ​ພະລັງ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ.

ນີໄຟໃຫ້ຈໍຂໍກະແຈສຳລັບປະຕູແຫ່ງການຮຽນຮູ້ຜ່ານ​ປະສົບ​ການ​ຂອງ​ເພິ່ນ​ເອງ​ວ່າ: “ຂ້າພະເຈົ້າ, ນີໄຟ, ... ມີຄວາມປາຖະໜາອັນແຮງກ້າຢາກຮູ້ຄວາມລຶກລັບຂອງພຣະເຈົ້າ, ດັ່ງນັ້ນ, ຂ້າພະເຈົ້າໄດ້ຮ້ອງທູນຂໍ ຕໍ່ພຣະຜູ້ເປັນເຈົ້າ; ແລະ ຈົ່ງເບິ່ງພຣະອົງໄດ້ສະເດັດມາຫາຂ້າພະເຈົ້າ ແລະ ຊົງໄດ້ເຮັດໃຫ້ໃຈຂອງ ຂ້າພະເຈົ້າອ່ອນລົງຈົນຂ້າພະເຈົ້າໄດ້ເຊື່ອຄຳທີ່ບິດາຂ້າພະເຈົ້າໄດ້ເວົ້າທັງໝົດ; ດັ່ງນັ້ນ, ຂ້າພະເຈົ້າຈຶ່ງບໍ່ໄດ້ ກະບົດຕໍ່ທ່ານເໝືອນກັບອ້າຍໆ” (1 ນີ​ໄຟ 2:16).

ການປຸກຄວາມປາຖະໜາທີ່ຈະຮູ້ຊ່ອຍໃຫ້ຄວາມສາມາດທາງວິນຍານຂອງເຮົາໄດ້ຍິນສຽງຈາກສະຫວັນ. ການພົບຫາວິທີທາງທີ່ຈະປຸກ ແລະ ບຳລຸງຄວາມປາຖະໜານັ້ນ ກໍເປັນການສະແຫວງຫາ ແລະ ໜ້າທີ່ ຮັບຜິດຊອບຂອງ​ແຕ່ລະຄົນ—ຜູ້ສອນສາດສະໜາ, ພໍ່ແມ່, ຄູສອນ, ຜູ້ນຳ, ແລະ ສະມາຊິກ. ເມື່ອເຮົາ ມີຄວາມຮູ້ສຶກເຖິງຄວາມປາຖະໜານັ້ນ ເປັນຮູບແບບໃນຫົວໃຈຂອງເຮົາ, ເຮົາກໍກຳລັງຕຽມຈະໄດ້ຮັບຜົນ ປະໂຫຍດຈາກການຮຽນຮູ້ຂໍ້ພຣະຄຳພີອັນ​ທີ​ສອງທີ່​ຂ້າພະ​ເຈົ້າຢາກ​ກ່າວ​ເຖິງ.

​ໃນ​ເດືອນ​ມິຖຸນາຂອງປີ 1831, ​ເມື່ອ​ໄດ້​ມອບ​ການ​ເອີ້ນ​ໃຫ້​ຜູ້ນຳ​ຂອງ​ສາດສະໜາ​ຈັກ​ແລ້ວ, ​ໂຈ​ເຊັບ ສະ​ມິດ ​ໄດ້​ບອກ​ວ່າ “ຊາຕາ​ນ​ໄດ້​ໄປ​ທົ່ວ​ແຜ່ນດິນ ​ເພື່ອ​ລໍ້​ລວງ​ປະຊາ​ຊາດ.” ​ໃນ​ການ​ຕໍ່ສູ້​ກັບ​ອິດ​ທິພົນ​ທີ່​ຊົ່ວ​ຮ້າຍ​ດັ່ງ​ກ່າວ, ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະອົງ​ຈະ​ມອບ​ແບບ​ແຜນ​​ໃນ​ທຸກ​ສິ່ງ​​ໃຫ້​ແກ່​ເຂົາ​ເຈົ້າ ​ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ຖືກຫລອກ​ລວງ (​ເບິ່ງ D&C 52:14).

ແບບແຜນກໍເປັນຕົວຢ່າງ, ເປັນການນຳພາ, ບາດກ້າວທີ່ເຮັດຊ້ຳ, ຫລື ເສັ້ນທາງທີ່ຄົນໃດໜຶ່ງຕິດຕາມເພື່ອ ຈະຄົງຢູ່ໃຫ້ສອດຄ່ອງກັບຈຸດປະສົງຂອງພຣະເຈົ້າ. ຖ້າເຮັດຕາມແບບແຜນນີ້, ​​ມັນ​ຈະ​ເຮັດ​ໃຫ້​ເຮົາຖ່ອມຕົນ, ຮູ້ສຶກຕົວ, ແລະ ສາມາດໄດ້ຍິນສຸລະສຽງຂອງພຣະວິນຍານບໍລິສຸດຈາກສຽງຕ່າງໆທີ່ລົບກວນ​ເຮົາ ແລະ ນຳພາເຮົາອອກໄປ. ແລ້ວພຣະຜູ້ເປັນ​ເຈົ້າສອນວ່າ, ຄົນທີ່ຕົວສັ່ນພາຍໃຕ້ອຳນາດຂອງເຮົາ ຈະຖືກເຮັດໃຫ້ ເຂັ້ມແຂງ ແລະ ຈະນຳຜົນແຫ່ງການສັນລະເສີນ ແລະ ປັນຍາອອກມາຕາມການເປີດເຜີີຍ ແລະ ຄວາມຈິງຊຶ່ງພຣະອົງໃຫ້ເຮົາໄວ້ (​ເບິ່ງ D&C 52:17).

ພອນແຫ່ງການອະທິຖານທີ່ຖ່ອມຕົນ, ທີ່ໄດ້ກ່າວດ້ວຍຄວາມຕັ້ງໃຈ, ປ່ອຍໃຫ້ພຣະວິນຍານບໍລິສຸດ ມາດົນໃຈຂອງເຮົາ ແລະ ຊ່ອຍເຮົາໃຫ້ຈົດຈຳສິ່ງທີ່ເຮົາໄດ້ຮູ້ກ່ອນເຮົາໄດ້ມາເກີດຢູ່ໃນຊີວິດມະຕະນີ້. ເມື່ອເຮົາເຂົ້າໃຈແຜນຂອງພຣະບິດາເທິງສະຫວັນຂອງເຮົາ, ເຮົາເລີ່ມຈະຍອມຮັບໜ້າທີ່ຮັບຜິດຊອບ ຂອງເຮົາທີ່ຈະຊ່ອຍຄົນອື່ນໃຫ້ຮຽນຮູ້ ແລະ ເຂົ້າໃຈແຜນຂອງພຣະອົງ. ກ່ຽວຂ້ອງກັບການຊ່ອຍເຫລືອ ຄົນອື່ນໃຫ້ຈົດຈຳກໍຄືວິທີທີ່ເຮົາດຳລົງຊີວິດ​ຕາມພຣະກິດຕິຄຸນ ​ແລະ ນຳ​ໃຊ້​ມັນໃນຊີວິດຂອງເຮົາເອງ. ເມື່ອເຮົາດຳລົງຊີວິດຕາມພຣະກິດຕິຄຸນແທ້ໆ ໃນແບບແຜນທີ່ອົງພຣະເຢຊູຄຣິດ​ເຈົ້າໄດ້ສອນ, ຄວາມສາມາດຂອງເຮົາທີ່ຈະຊ່ອຍເຫລືອຄົນອື່ນກໍຈະເພີ່ມທະວີຂຶ້ນ. ປະສົບການຕໍ່ໄປນີ້ກໍເປັນຕົວ ຢ່າງທີ່ຫລັກທຳນີ້ສາມາດເຮັດວຽກໄດ້ແນວໃດ.

ຜູ້ສອນສາດສະໜາໜຸ່ມສອງຄົນໄດ້ເຄາະປະຕູໜຶ່ງ, ຫວັງວ່າຈະໄດ້ພົບຄົນໃດຄົນໜຶ່ງທີ່ຈະຮັບເອົາຂ່າວ ສານຂອງເຂົາເຈົ້າ. ເມື່ອປະຕູເປີດອອກ, ແລະ ຊາຍທີ່ສູງໃຫຍ່ຄົນໜຶ່ງໄດ້ທັກທາຍເຂົາເຈົ້າດ້ວຍນ້ຳສຽງ ທີ່ບໍ່ເປັນມິດ. “ຂ້ອຍໄດ້ບອກພວກເຈົ້າແລ້ວວ່າບໍ່ໃຫ້ມາເຄາະປະຕູຂ້ອຍອີກ. ຂ້ອຍໄດ້ເຕືອນພວກເຈົ້າ ແຕ່່່ກ່ອນແລ້ວວ່າຖ້າພວກເຈົ້າກັບມາອີກ, ມັນຈະບໍ່ເປັນປະສົບການທີ່ດີ. ໜີໄປສາ.” ແລ້ວລາວກໍໄດ້ອັດ ປະຕູໄວໆ.

ຂະນະທີ່ພວກແອວເດີໄດ້ຍ່າງໜີໄປ, ຜູ້ເປັນລຸ້ນອ້າຍ, ຜູ້ສອນສາດສະໜາທີ່ມີປະສົບການຫລາຍກວ່າໄດ້ ເອົາແຂນໄປກອດບ່າຂອງຜູ້ເປັນລຸ້ນນ້ອງເພື່ອປອບໂຍນ ແລະ ໃຫ້ກຳລັງໃຈລາວ. ເຂົາເຈົ້າບໍ່ຮູ້ຕົວເລີຍ ວ່າ, ຊາຍຄົນນັ້ນໄດ້ເບິ່ງເຂົາເຈົ້າຢູ່່ຜ່ານປ່ອງຢ້ຽມເພື່ອໃຫ້ແນ່ໃຈວ່າ ເຂົາເຈົ້າເຂົ້າໃຈຄຳເວົ້າຂອງລາວ. ລາວໄດ້ຄາດຫວັງເຕັມທີວ່າຈະເຫັນເຂົາເຈົ້າຫົວຂວັນ ແລະ ເວົ້າຕະຫລົກກັບການໂຕ້ຕອບທີ່ບໍ່ສຸພາບ ຂອງລາວຕໍ່ຄວາມພະຍາຍາມຂອງພວກແອວເດີທີ່ຈະເວົ້າລົມ. ເຖິງຢ່າງໃດກໍດີ, ເມື່ອລາວໄດ້ເຫັນ ຄວາມເມດຕາທີ່ຖືກສະແດງອອກລະຫວ່າງຜູ້ສອນສາດສະໜາສອງຄົນນັ້ນ, ຫົວໃຈຂອງລາວກໍອ່ອນລົງ ທັນທີ. ລາວໄດ້ເປີດປະຕູອີກ ແລະ ໄດ້ຂໍໃຫ້ຜູ້ສອນສາດສະໜາກັບຄືນມາແບ່ງປັນຂ່າວສານຂອງ ເຂົາເຈົ້າກັບລາວ.

ເມື່ອເຮົາຍອມຕໍ່ພຣະປະສົງຂອງພຣະ​ເຈົ້າ ແລະ ດຳລົງຊີວິດຕາມແບບແຜນຂອງພຣະອົງທີ່ພຣະວິນຍານ ຂອງພຣະອົງຈະຖືກຮູ້ສຶກ. ພຣະຜູ້ຊ່ອຍໃຫ້ລອດໄດ້ສອນວ່າ, “ຖ້າພວກທ່ານຮັກເຊິ່ງກັນແລະກັນ, ທຸກຄົນ ກໍຈະຮູ້ວ່າພວກທ່ານເປັນສາວົກຂອງເຮົາ” (​ໂຢຮັນ 13:35). ຫລັກທຳແຫ່ງການມີຄວາມຮັກໃຫ້ກັນ ແລະກັນ ແລະ ການພັດທະນາຄວາມສາມາດຂອງເຮົານີ້ ທີ່ຈະເອົາໃຈໃສ່ພຣະຄຣິດໃນວິທີທີ່ເຮົານຶກຄິດ, ເວົ້າຈາ, ແລະ ກະທຳກໍສຳຄັນໃນການກາຍເປັນສານຸສິດຂອງພຣະຄຣິດ ແລະ ຄູສອນພຣະກິດຕິຄຸນ ຂອງພຣະອົງ.

ການປຸກຄວາມປາຖະໜານີ້ຕຽມເຮົາໃຫ້ຄົ້ນຫາແບບແຜນທີ່ສັນຍາໄວ້. ການສະແຫວງຫາແບບແຜນຈະນຳ ເຮົາໄປສູ່ຄຳສອນຂອງພຣະຄຣິດຕາມທີ່ພຣະຜູ້ຊ່ອຍໃຫ້ລອດ ແລະ ສາດສະດາຜູ້ນຳຂອງພຣະອົງໄດ້ສອນ. ແບບແຜນໜຶ່ງຂອງຄຳສອນນີ້ກໍຄືທີ່ຈະອົດທົນຈົນເຖິງທີ່ສຸດ. ນີໄຟໄດ້ສອນວ່າ ຄົນທີ່ພະຍາຍາມນຳເອົາ ສີໂອນຂອງພຣະອົງອອກມາໃນວັນນັ້ນຈະເປັນສຸກ, ເພາະເຂົາຈະມີຂອງປະທານ ແລະ ອຳນາດຂອງພຣະ ວິນຍານບໍລິສຸດ; ແລະ ຫາກເຂົາອົດທົນຈົນເຖິງທີ່ສຸດ ເຂົາຈະຖືກຍົກຂຶ້ນໃນວັນສຸດທ້າຍ, ແລະ ລອດໃນ ອານາຈັກອັນເປັນນິດຂອງລູກແກະ (​ເບິ່ງ 1 Nephi 13:37).

ແມ່ນຫຍັງຄືວິທີທີ່ດີທີ່ສຸດທີ່ເຮົາຈະສາມາດຊື່ນຊົມກັບຂອງປະທານ ແລະ ອຳນາດຂອງພຣະວິນຍານ ບໍລິສຸດ? ມັນເປັນອຳນາດທີ່ມາສູ່ຜ່ານການເປັນສານຸສິດທີ່ຊື່ສັດຂອງພຣະເຢຊູຄຣິດ. ມັນເປັນ ຄວາມ​ຮັກ ທີ່ ເຮົາມີໃຫ້ພຣະອົງ ແລະ ເພື່ອນມະນຸດຂອງເຮົາ. ພຣະຜູ້ຊ່ອຍໃຫ້ລອດທີ່ໄດ້ອະທິບາຍເຖິງ ແບບແຜນແຫ່ງຄວາມຮັກເມື່ອພຣະອົງໄດ້ສອນວ່າ, “ເຮົາມອບພຣະບັນຍັດຂໍ້ໃໝ່ໃຫ້ພວກທ່ານ, ຈົ່ງຮັກຊຶ່ງກັນແລະກັນ. ເຮົາຮັກພວກທ່ານຢ່າງໃດ, ພວກທ່່ານກໍຈົ່ງຮັກຊຶ່ງກັນແລະກັນຢ່າງນັ້ນ” (​ໂຢຮັນ 13:34).

ປະທານ​ກໍ​ດອນ ບີ ຮິງ​ລີ​ ໄດ້​ຢືນຢັນຫລັກ​ທຳ​ນີ້​ເມື່ອ​ເພິ່ນ​ກ່າວ​ວ່າ: “ການ​ຮັກ​ພຣະຜູ້​ເປັນ​ເຈົ້າບໍ່​ໄດ້​ເປັນ​ພຽງ​ແຕ່​ການ​ແນະນຳ​; ບໍ່​ພຽງ​ແຕ່​ເປັນຄວາມ​ຫວັງ​ດີ. ມັນ​ເປັນ​ພຣະບັນຍັດ. … ການ​ຮັກ​ພຣະ​ເຈົ້າ​ເປັນ​ຮາກ​ຖານ​ຂອງ​ຄຸນງາມ​ຄວາມ​ດີ, ຄວາມ​ອ່ອນ​ໂຍນ, ​ພະລັງ​ຂອງທຸກ​ສິ່ງ​​ໃນ​ຄຸນ​ສົມບັດ, ​ຄວາມ​ຊື່ສັດ​ທີ່​ຈະ​ເຮັດ​ສິ່ງ​ດີ” (“Words of the Living Prophet,” Liahona, Dec. 1996, 8; “Excerpts from Recent Addresses of President Gordon B. Hinckley,” Ensign, Apr. 1996, 73).

​ແຜນ​ຂອງ​ພຣະບິດາ​ໄດ້​ສ້າງ​ແບບ​ແຜນ​ຂອງ​ການຈັດຕັ້ງ​ໃນ​ຄອບຄົວ ​ເພື່ອ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ຮຽນ​ຮູ້, ນຳ​ໃຊ້, ​ແລະ ​ເຂົ້າ​ໃຈ​ອຳນາດ​​ແຫ່ງ​ຄວາມ​ຮັກ. ໃນມື້ທີ່ຄອບຄົວຂອງຂ້າພະເຈົ້າຖືກຈັດຕັ້ງຂຶ້ນ, ແອນ ພັນລະຍາຜູ້ອ່ອນຫວານຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ໄປພຣະວິຫານ ແລະ ໄດ້ເຮັດພັນທະ ສັນຍາແຫ່ງການແຕ່ງງານ. ຂ້າພະເຈົ້າໄດ້ຄິດວ່າຂ້າພະເຈົ້າໄດ້ຮັກນາງຫລາຍຂະໜາດໃນມື້ນັ້ນ, ແຕ່ຂ້າພະເຈົ້າພຽງແຕ່ໄດ້ເລີ່ມຕົ້ນທີ່ຈະເຫັນພາບແຫ່ງຄວາມຮັກນັ້ນ. ເມື່ອລູກໆ ແລະ ຫລານໆຂອງ ພວກຂ້າພະເຈົ້າແຕ່ລະຄົນໄດ້ເຂົ້າມາສູ່ຊີວິດຂອງພວກຂ້າພະເຈົ້າ, ຄວາມຮັກຂອງພວກຂ້າພະເຈົ້າໄດ້ ຂະຫຍາຍອອກໄປຮັກພວກເຂົາແຕ່ລະຄົນຢ່າງເທົ່າທຽມກັນ ​ແລະ ​ເຕັມທີ່. ເບິ່ງຄືວ່າບໍ່ມີທີ່ສິ້ນສຸດ ໃນຄວາມກວ້າງໃຫຍ່ຂອງຄວາມຮັກທີ່ເຕີບໂຕນີ້.

ຄວາມຮູ້ສຶກເຖິງຄວາມຮັກຈາກພຣະບິດາເທິງສະຫວັນຂອງເຮົາກໍເໝືອນກັບແຮງດຶງດູດຈາກສະຫວັນ. ເມື່ອເຮົາກຳຈັດສິ່ງລົບກວນທີ່ດຶງເຮົາໄປສູ່ໂລກ ແລະ ໃຊ້ອຳເພີໃຈຂອງເຮົາທີ່ຈະສະແຫວງຫາພຣະອົງ, ເຮົາຈະເປີດໃຈເຮົາໃຫ້ແກ່ພະລັງທີ່ສູງສົ່ງ ຊຶ່ງຈະດຶງເຮົາໄປຫາພຣະອົງ. ນີໄຟ ໄດ້ບັນຍາຍຄວາມຍິ່ງ ໃຫຍ່ຂອງມັນດັ່ງນີ້ວ່າ “ຈົນເນື້ອໜັງຂອງ [ເພິ່ນ] ຮ້ອນຮົນ” (2 ນີ​ໄຟ 4:21). ພະລັງ​ແຫ່ງ​ຄວາມ​ຮັກ​ອັນ​ດຽວ​ກັນ​ນີ້ໄດ້ເຮັດໃຫ້ມໍມອນຮ້ອງ “ເພງສະດຸດີຄວາມຮັກທີ່ໄຖ່ແລ້ວ” (​ແອວ​ມາ 5:26; ​ເບິ່ງ ຂໍ້​ທີ 9 ນຳ​ອີກ). ມັນໄດ້ປະທັບໃຈຂອງມໍມອນໃນວິທີທາງທີ່ເຮັດໃຫ້ເພິ່ນ ແນະນຳເຮົາໃຫ້ “ອະ​ທິຖານ​ຫາພຣະບິດາດ້ວຍສຸດພະລັງຂອງໃຈ,” ເພື່ອວ່າເຮົາຈະເຕັມໄປດ້ວຍຄວາມ ຮັກຂອງພຣະອົງ (​ໂມ​ໂຣ​ໄນ 7:48).

​​ພຣະຄຳ​ພີຂອງ​ສະ​ໄໝ​ໃໝ່ ​ແລະ ພຣະຄຳ​ພີ​ຂອງ​ສະ​ໄໝ​ໂບຮານ​ແມ່ນ​ເຕັມ​ໄປ​ດ້ວຍ​ຄຳ​ເຕືອນ​ກ່ຽວ​ກັບ​ຄວາມ​ຮັກ​ນິລັນດອນ​ຂອງ​ພຣະບິດາ​ເທິງ​ສະຫວັນ​ສຳລັບ​ລູກໆ​ຂອງ​ພຣະອົງ. ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ​​ແຂນຂອງ​ພຣະ​ເຈົ້າ​ໄດ້​ເດ່​ອອກ​ມາ​ຕະຫລອດ​ເວລາ,​ ພ້ອມ​ແລ້ວ​ທີ່​ຈະ​ໂອບ​ກອດ​ເຮົາ​ທຸກ​ຄົນ ​ແລະ ກ່າວ​ດ້ວຍ​ສຽງ​ອັນ​ນິ້ມ​ນວນ​ວ່າ, “ພໍ່​ຮັກ​ລູກ.”

ເປັນເພາະແບບແຜນຂອງຄອບຄົວທີ່ສະຫວັນໄດ້ອອກແບບ, ເຮົາຈຶ່ງເຂົ້າໃຈຫລາຍຂຶ້ນວ່າພຣະບິດາເທິງ ສະຫວັນຂອງເຮົາຮັກເຮົາແຕ່ລະຄົນຈິງໆຢ່າງເທົ່າທຽມກັນ ແລະ ສົມບູນແບບ. ຂ້າພະເຈົ້າເປັນພະຍານ ວ່ານີ້ເປັນຄວາມຈິງ. ພຣະເຈົ້າຮູ້ຈັກ ແລະ ຮັກເຮົາ. ພຣະອົງຊົງໄດ້ມອບພາບທີ່ມາໃຫ້ເຫັນເຖິງສະຖານ ທີ່ສັກສິດຂອງພຣະອົງ ແລະ ໄດ້ເອີ້ນສາດສະດາ ແລະ ອັກຄະສາວົກໃຫ້ສອນຫລັກທຳ ແລະ ແບບ ແຜນທີ່ຈະນຳເຮົາຄືນໄປຫາພຣະອົງອີກ. ​ເມື່ອ​ເຮົາພະຍາຍາມ​ໃຫ້​ຮູ້ຈັກ​ຕົວ​ເອງ​ ​ແລະ ຄົນ​ອື່ນໆຫລາຍ​ຂຶ້ນ ​ເມື່ອ​ເຮົາ​ດຳລົງ​ຊີວິດຕາມແບບແຜນ, ​ແລ້ວ​ເຮົາ​ຈະ​ພົບ​ວ່າ ​ເຮົາ​ຖືກ​ດຶດດູດ​ໃຫ້​ໄປ​ຫາ​ພຣະອົງ.​ ຂ້າພະເຈົ້າ ເປັນພະຍານວ່າພຣະເຢຊູເປັນພຣະບຸດຂອງພຣະເຈົ້າແທ້ໆ, ເປັນຕົວຢ່າງທີ່ປະເສີດ ແລະ ພຣະຜູ້ໄຖ່ ທີ່ຮັກຂອງເຮົາ, ຊຶ່ງຂ້າພະເຈົ້າກ່າວມາໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.