​2010–2019
​ແລະ ​ເດັກນ້ອຍ​ກໍ​ຈະ​ດູ​ແລ​ສັດ​ເຫລົ່າ​ນັ້ນ
ເມສາ 2012


​ແລະ ​ເດັກນ້ອຍ​ກໍ​ຈະ​ດູ​ແລ​ສັດ​ເຫລົ່າ​ນັ້ນ

ສາມີ​ພັນ​ລະ​ຍາ​ຄວນ​ເຂົ້າ​ໃຈ​ວ່າ ການ​ເອີ້ນ​ຢ່າງ​ທຳ​ອິດ​ຂອງ​ເຂົາ​ເຈົ້າ—ຊຶ່ງ​ເຂົາ​ເຈົ້າ​ຈະ​ບໍ່​ມີ​ວັນ​ຖືກ​ປົດ—​ແມ່ນ​ຕໍ່​ກັນ​ແລະ​ກັນ ​ແລະ ຕໍ່ລູກໆ​ຂອງ​ເຂົາ​ເຈົ້າ.

ຫລາຍ​ປີ​ກ່ອນ, ​ໃນ​ຄືນ​ທີ່​ເຍືອກ​ເຢັນ​ໃນ​ສະຖານີລົດ​ໄຟ​ຢູ່​ປະ​ເທດ​ຍີ່ປຸ່ນ, ຂ້າພະ​ເຈົ້າ​ໄດ້​ຍິນ​ສຽງ​ຄົນ​​ເຄາະ​ປ່ອງ​ຢ້ຽມ​ຫ້ອງລົດ​ໄຟ​ບ່ອນ​ຂ້າພະ​ເຈົ້າ​ນັ່ງ​ຢູ່​. ​ຂ້າພະ​ເຈົ້າ​ເຫັນ​ເດັກ​ຊາຍ​ຄົນ​ໜຶ່ງ​ຢືນ​ຢູ່​ໃນ​ຄວາມ​ໜາວ, ​​ເສື້ອ​ລາວຂາດ​ສ້ອຍ ​ແລະ ​​ໃສ່​​ກາລະວັດ​ທີ່ເປ​ິະ​ເປື້ືອນ ທີ່ຄ້ອງ​ຢູ່​ຄາງທີ່​​ໄຂ່​ພອງຂອງ​ລາວ. ຫົວ​ຂອງ​ລາວ​ເປັນ​ພະຍາດ​ຂີ້​ເຮື້ອນ. ລາວ​ຍົກ​ກະປ໋ອງຂີ້​ໝ້ຽງກັບ​ບ່ວງ​ກ້ານ​ໜຶ່ງ​ຂຶ້ນ, ​ເປັນ​ເຄື່ອງໝາຍ​ຂອງ​ເດັກ​ກຳພ້າ​ຂໍທານ. ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າ​ພະຍາຍາມ​ເປີດ​ປະຕູ​ເອົາ​ເງິນ​ໃຫ້​ລາວ, ລົດ​ໄຟ​​ໄດ້ເລີ່​ມ​ຕົ້ນແລ່ນ​ອອກ​ຈາກ​ສະຖາ​ນີ​ໄປ.

ຂ້າພະ​ເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ເດັກ​ຊາຍ​ຜູ້​ຫິວ​ໂຫຍ​ຄົນ​ນັ້ນ​ຖືກ​ປະ​ໃຫ້​ຢືນ​ຢູ່​ໃນ​ຄວາມ​ໜາວ, ຈັບ​ກະປ໋ອງ​ເປົ່າ. ​ແລະ ຂ້າພະ​ເຈົ້າ​ກໍ​ບໍ່​ເຄີຍ​ລືມ​ຄວາມ​ຮູ້ສຶກ​ທີ່​ບໍ່​ສາມາດ​ຊ່ອຍ​ເຫລືອ​ເມື່ອ​ລົດ​ໄຟ​ແລ່ນ​ອອກ​ຈາກ​ສະຖານີ ​ແລະ ປ່ອຍ​ໃຫ້​ລາວ​ຢືນ​ຢູ່​ຊານ​ລົດ​ໄຟ.

ຫລາຍ​ປີ​ຈາກ​ນັ້ນ​ຢູ່​ໃນ​ເມືອງ​ຄູ​ສະ​ໂຄ, ​ທີ່​ຕັ້ງ​ຢູ່​​ໃນ​ພູ​ສູງ​​ແອນ​ດີຂອງ​ປະ​ເທດ​ເປ​ຣູ, ​ແອວ​ເດີ ​ເອ ​ເຕຍດໍ ​ເທີໂທ ​ແລະ ຂ້າພະ​ເຈົ້າ ​​ໄດ້​ຈັດກອງ​ປະຊຸມ​ສິນ​ລະ​ລຶກຂຶ້ນ​ໃນ​ຫ້ອງໜຶ່ງ​ທີ່​ນ້ອຍ ​ແລະ ຍາວ ຊຶ່ງ​ປະຕູ​ເປີດ​ໄປ​ຫາທາງຖະໜົນ. ມັນ​ເປັນ​ຕອນ​ຄ່ຳ ​ແລະ ​ໃນ​ຂະນະ​ທີ່​ແອວ​ເດີ​ເທີ​ໂທ​ກ່າວ​ຢູ່​ນັ້ນ, ​ເດັກ​ຊາຍ​ຄົນ​ໜຶ່ງ​ອາຍຸ​ປະມານ​ຫົກ​ປີ​ໄດ້​ປະກົດຂຶ້ນ​ທີ່ປະຕູ. ລາວ​ນຸ່ງ​ຕັ້ງ​ແຕ່​ເສື້ອ​​ເທົ່າ​ນັ້ນ​ ທີ່​ຂາດ​ສ້ອຍ​; ​ເສື້ອ​ໂຕ​ນັ້ນ​ຍາວລົງ​ໄປ​ເຖິງ​ຫົວ​ເຂົ່າ​ຂອງ​ລາວ.

ຢູ່​ເບື້ອງ​ຊ້າຍ​ຂອງ​ພວກ​ເຮົາ​ມີ​ໂຕະ​ນ້ອຍ​ໜ່ວຍ​ໜຶ່ງ ​ແລະ ມີ​ເຂົ້າ​ຈີ່​ວາງ​ຢູ່​ໃນ​ຖາດສຳລັບ​ສິນ​ລະ​ລຶກ. ​ເດັກ​ຊາຍ​ນ້ອຍ​ຄົນ​ນັ້ນ​ຫລຽວ​ເຫັນ​ເຂົ້າ​ຈີ່ ​ແລະ ​ໄດ້​ຄ່ອຍໆ​ຍ່າງ​ລຽບ​ຝາ​ເຂົ້າ​ມາ​ຫາ​ໂຕະ. ລາວ​ເກືອບ​ມາ​ເຖິງ​ໂຕະ ​​ແຕ່ຍິງ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​​ໃກ້​ຮ່ອມຫລຽວ​ເຫັນ​ລາວ. ​ໂດຍການ​ງຶກ​ຫົວ​ແບບ​​​ເຄັ່ງ​ຄັດ, ນາງ​ໄດ້​ເຮັດ​ໃຫ້​ທ້າວ​ນ້ອຍ​ນັ້ນ​ຫາຍ​ໄປ​ໃນ​ຄ່ຳ​ຄືນ​ນັ້ນ. ຂ້າພະ​ເຈົ້າ​ໄດ້​ຮ້ອງ​ຄວນ​ຄາງ​ຢູ່​ພາຍ​ໃນ.

ບໍ່​ດົນ​ເດັກ​ຊາຍ​ນ້ອຍຄົນ​ນັ້ນ​ໄດ້​ກັບ​ຄືນ​ມາອີກ. ລາວ​ໄດ້​ຄ່ອຍໆ​ຍ່າງ​ໄປ​ຕາມ​ຝາ​ຫ້ອງ, ຫລຽວ​ເບິ່ງ​ເຂົ້າ​ຈີ່​ ​ແລະ ​ຂ້າພະ​ເຈົ້າ. ​ເມື່ອ​ລາວ​ຍ່າງ​ໄປ​ໃກ້ຍິງ​ຄົນ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ເດ່​ມື​ອອກ​ໄປ, ​ແລະ ລາວ​ໄດ້​ແລ່ນ​ມາ​ຫາ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ອູ້ມ​ເອົາ​ລາວ​ຂຶ້ນນັ່ງ​ຕັກ.

​ແລ້ວ, ຄື​ກັບ​ວ່າ​ລາວ​ເປັນ​ຕົວຢ່າງ, ຂ້າພະ​ເຈົ້າ​ໄດ້​ວາງ​ລາວ​​ໄວ້​ເທິງ​ຕັ່ງ​ຂອງ​ແອວ​ເດີ​ເທີ​ໂທ. ​ຫລັງ​ຈາກ​ການ​ອະທິຖານ​ປິດ, ທ້າວ​ນ້ອຍ​ນັ້ນ​ໄດ້​ແລ່ນ​ໜີ​ໄປ​​ໃນ​ຄວາມ​ມືດ​ອີກ.

ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ກັບ​ມາ​ບ້ານ, ຂ້າພະ​ເຈົ້າ​ໄດ້​ບອກ​ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ກ່ຽວ​ກັບ​ປະສົບ​ການ​ຂອງ​ຂ້າພະ​ເຈົ້າ. ​ເພິ່ນ​​ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ ​ແລະ ​ໄດ້​ບອກ​ຂ້າພະ​ເຈົ້າ​ວ່າ, “ທ່ານ​ໄດ້​ເອົາ​ປະຊາ​ຊາດ​ຂຶ້ນ​ນັ່ງ​ຕັກ.” ​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະ​ເຈົ້າ​ຫລາຍກວ່າ​ເທື່ອໜຶ່ງວ່າ, “ປະສົບ​ການ​ນັ້ນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ທີ່​ທ່ານ​ຈະ​ຮູ້ຈັກ.”

​ຫລາຍ​ກວ່າ 100 ​ເທື່ອ​ທີ່​ຂ້າພະ​ເຈົ້າ​ໄດ້​​ໄປ​ຢ້ຽມຢາມເຂດ​ອະ​ເມ​ຣິ​ກາ​ໃຕ້, ຂ້າພະ​ເຈົ້າ​ໄດ້​ຊອກ​ຫາ​ທ້າວ​ນ້ອຍ​ນັ້ນ​​​​ໃນ​ໃບ​ໜ້າ​ຂອງ​ຜູ້​ຄົນ. ບັດ​ນີ້​ຂ້າພະ​ເຈົ້າ​ຈຶ່ງ​ຮູ້​ວ່າ​ປະທານ​ຄິມ​ໂບໝາຍ​ຄວາມ​ວ່າ​ແນວ​ໃດ.

ຂ້າພະ​ເຈົ້າ​ເຄີຍ​ເຫັນ​ຊາຍ​ໜຸ່ມຄົນ​ໜຶ່ງ​ຢູ່​ແຄມ​ຖະໜົນ​ໃນ​ເມືອງ​ເຊົາ​ເລັກ. ມັນ​ເປັນ​ຄືນ​ທີ່​ໜາວ​ເຢັນ. ຕອນ​ນັ້ນ​ພວກ​ເຮົາ​ໄດ້​ອອກມາ​ຈາກ​ງານ​ລ້ຽງ​ບຸນ​ຄຣິດສະມັດຢູ່​ທີ່​ໂຮງ​ແຮມ. ຢູ່​ແຄມ​ຖະໜົນ​ມີ​ຊາຍ​ໜຸ່ມ​ປະມານ​ເຈັດ​ແປດ​ຄົນ. ທຸກ​ຄົນ​ຄວນ​ກັບ​ໄປ​ບ້ານ​ແລ້ວ​ໃນຄືນ​ທີ່​ໜາວ​ເຢັນ​ເຊັ່ນ​ນັ້ນ.

​ຊາຍໜຸ່ມ​ຄົນ​ໜຶ່ງ​ບໍ່​​ໃສ່​ເສື້ອ​ກັນ​ໜາວ.​ ລາວ​ເຕັ້ນ​ໄປມາ​ເພື່ອ​ຄວາມອົບ​ອຸ່ນ. ລາວ​ລັບ​ຕາ​ຂ້າພະ​ເຈົ້າ​ໄປ​ຈາກ​ຖະໜົນ. ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ຄົງ​ເປັນ​ເຮືອນ​ຫ້ອງ​ແຖວ​ນ້ອຍໆ​ແຖວ​ນັ້ນ​ທີ່​ມີ​ຕຽງ​ນອນ ​ແຕ່​ຄົງບໍ່​ມີ​ຜ້າ​ຫົ່ມ​ພຽງພໍ​​ໃຫ້​ລາວ​ຫົ່ມ.

​ໃນ​ຄືນ​ນັ້ນ, ​ເມື່ອ​ຂ້າພະ​ເຈົ້າ​ດຶງ​ຜ້າ​ຫົ່ມ​ຂຶ້ນ​ມາ​ຕູ້​ມ, ຂ້າພະ​ເຈົ້າ​ໄດ້​ອະທິຖານ​ເພື່ອ​ຜູ້​ທີ່​ບໍ່ມີຕຽງ​ອັນ​ອົບ​ອຸ່ນ​​ທີ່​ຈະ​ກັບ​ຄືນໄປ​ຫາ.

ຕອນ​ຂ້າພະ​ເຈົ້າ​ໄດ້​ໄປ​ປະຈຳການ​ຢູ່​ເມືອງ​ໂອຊາ​ກາ, ຍີ່ປຸ່ນ, ຕອນ​ສົງຄາມ​ໂລກຄັ້ງ​ທີ​ ສອງ​ສິ້ນ​ສຸດ​ລົງ, ຕົວ​ເມືອງ​​ໄດ້ພັງ​ທະລາ​ຍ, ​ແລະ ຖະໜົນ​ຫົນທາງ​ເຕັມ​ໄປ​ດ້ວຍກ້ອນ​ຫີນ, ຂີ້​ເຫຍື້ອ​, ​ແລະ ຂຸມ​ລະ​ເບີດ. ​ເຖິງ​ແມ່ນ​ວ່າ ຕົ້ນ​ໄມ້ສ່ວນ​ຫລາຍ​ຖືກ​ລະ​ເບີດ​ທະ​ລົ່ມ, ​ແຕ່​ບາງ​ຕົ້ນຍັງ​ຕັ້ງ​ຢູ່​ເຖິງ​ແມ່ນງ່າ​ຫັກ​ໄປ ​ຫລື ​ເຫລືອແຕ່​ຕົ້ນ, ​ແຕ່​ມັນກໍ​ຍັງ​ປົ່ງ​ງ່າ​ໃໝ່​ອອກມາ.

ນາງ​ນ້ອຍ​ຄົນ​ໜຶ່ງ​ຜູ້​ນຸ່ງ​ເຄື​່ອງພື້ນ​ເມືອງ​ເປັນ​ສີສົດ​ໃສ​ທີ່​ຂາດ​ສ້ອຍ, ​ໄດ້​ເກັບ​ເອົາ​​ໃບໄມ້​ເຮັດ​ເປັນ​ກຳ. ນາງ​ຄົງບໍ່​ຮູ້ຈັກ​ເຖິງຄວາມ​ເສຍ​ຫາຍ​ຢ່າງ​ໜັກທີ່ຢູ່​ອ້ອມ​ຂ້າງ​ນາງ ​ໃນ​ຂະນະ​ທີ່​ນາງຄ່ອຍ​ຍ່າງ​ໄປ​ຕາມກອງ​ຂີ້​ດິນ​ຈີ່ ຫາ​ເກັບ​ເອົາ​ໃບ​ໄມ້. ນາງ​​ໄດ້ພົບ​ເຫັນ​ສິ່ງ​ສວຍ​ງາມ​ທີ່​ເຫລືອ​ຢູ່​ໃນ​ໂລກ. ບາງທີ​ຂ້າພະ​ເຈົ້າ​ຄວນ​ກ່າວ​ວ່າ ນາງ​ເປັນສິ່ງ​ທີ່​ສວຍ​ງາມ​ທີ່​ເຫລືອ​ຢູ່​ໃນ​ໂລກ. ​ເມື່ອ​ຂ້າພະ​ເຈົ້າ​ຄິດ​ກ່ຽວ​ກັບ​ນາງ, ມັນ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ສັດທາ​ຫລາຍ​ຂຶ້ນ. ນາງ​ນ້ອຍ​ນັ້ນ​ເປັນ​ເຄື່ອງໝາຍ​​ຂອງ​ຄວາມ​ຫວັງ.

ມໍ​ມອນ​ໄດ້​ສອນ​ວ່າ “​ເດັກນ້ອຍໆ​ມີ​ຊີວິດ​ຢູ່​ໃນ​ພຣະຄຣິດ”1 ​ແລະ ບໍ່​ຈຳ​ເປັນ​ຕ້ອງ​ກັບ​ໃຈ.

​ໃນ​ຊ່ວງ​ລະຍະສັດຕະວັດ​ຜ່ານ​ມາ, ຜູ້​ສອນ​ສາດສະໜາ​ສອງ​ຄົນ​ໄດ້​ໄປ​ສອນ​ຢູ່​ໃນ​ເຂດ​ພູ​ຢູ່​ພາ​ກ​ໃຕ້​ຂອງ​ສະຫະລັດ. ມື້ໜຶ່ງ, ຈາກ​ຄ້ອຍ​ພູ, ​ເຂົາ​ເຈົ້າ​ຫລຽວ​ເຫັນ​ຜູ້​ຄົນ​​ເຕົ້າ​ໂຮມ​ກັນ​ຢູ່​ໃນ​​ເດີ່ນ​ເບື້ອງ​ລຸ່ມ​ໄກ​ເຕີບ. ​ໂດຍ​ປົກກະຕິ​ແລ້ວ ຜູ້​ສອນ​ສາດສະໜາບໍ່​ມີ​ຫລາຍ​ຄົນ​ທີ່​ຈະ​ສອນ, ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ພາກັນ​ຍ່າງ​ລົງ​ໄປຫາ​ເດີ່ນ.

​ເດັກ​ຊາຍ​ຄົນ​ໜຶ່ງ​ໄດ້​ຕົກ​ນ້ຳ​ຕາຍ, ​ແລະ ​ເຂົາ​ເຈົ້າ​ພວມ​​ເຮັດ​ງານ​ສົ່ງສະການ. ພໍ່​ແມ່​ຂອງ​ລາວ​ໄດ້​ສົ່ງ​ຄົນ​ໄປ​​ຕາມ​ເອົາ​ຄຸນ​ພໍ່ມາ “ກ່າວ​ບາງ​ຄຳ” ​​​​ໃນ​ພິທີ​. ຜູ້​ສອນ​ສາດສະໜາ​ກໍ​ໄດ້​ຢືນ​ຢູ່​ຫ່າງໆ ​ໃນ​ຂະນະ​ທີ່​ຄຸນ​ພໍ່ມາ​ຫາຜູ້​ເປັນ​ພໍ່​ແມ່ ​ແລະ ​ເລີ່​ມ​ເທດ​ສະໜາ. ຖ້າ​ຫາກ​ພໍ່​ແມ່​ຫວັງ​ທີ່​ຈະ​ໄດ້​ຮັບ​ການ​ປອບ​ໂຍນຈາກ​ຄຸນ​ພໍ່​ຄົນ​ນັ້ນ, ​ເຂົາ​ເຈົ້າ​ຄົງຜິດ​ຫວັງ.

ລາວ​​ໄດ້​ຮ້າຍ​ໃຫ້​ພໍ່​ແມ່​ຫລາຍ​ເທື່ອທີ່​ເຂົາ​ເຈົ້າ​ບໍ່​ໄດ້​ບັບຕິ​ສະມາ​ໃຫ້​ລູກ​ຊາຍ​ນ້ອຍ​ຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າ​ໄດ້​ເລື່ອນ​ມື້​ເລື່ອນ​ວັນ ​ເພາະ​ເລື່ອງ​ນັ້ນ​ເລື່ອງ​ນີ້, ​ແລະ ບັດ​ນີ້​ມັນ​ໄດ້​ສາຍ​ເກີນ​ໄປ​ເສຍ​ແລ້ວ. ລາວ​ໄດ້​ບອກ​ເຂົາ​ເຈົ້າ​ວ່າ ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ໄດ້​ຕົກ​ນະລົກ. ມັນ​ເປັນຄວາມ​ຜິດ​ຂອງ​ເຂົາ​ເຈົ້າ. ​ເຂົາ​ເຈົ້າ​ເປັນ​ຄົນ​ຜິດ ສຳລັບ​ຄວາມທຸກ​ທໍລະມານ​ອັນ​ບໍ່​ສິ້ນ​ສຸດ​ຂອງ​ທ້າວ​ນ້ອຍ​ນັ້ນ.

ຫລັງ​ຈາກ​ການ​ເທດ​ສະໜາ​ໄດ້​ສິ້ນ​ສຸດ​ລົງ ​ແລະ ​ໄດ້​ຝັງ​ສົບ​ແລ້ວ, ​ພວກ​ແອວ​ເດີ​ໄດ້​ເຂົ້າ​ໄປ​ຫາ​ພໍ່​ແມ່​ທີ່​ໂສກ​ເສົ້າ. “ພວກ​ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ,” ​ເຂົາ​ເຈົ້າ​ເວົ້າ​ກັບ​ຜູ້​​ເປັນ​ແມ່, “​ແລະ ພວກ​ເຮົາ​ໄດ້​ມາ​ພ້ອມ​ກັບ​​ເອົາຂ່າວສານ​ມາ​ໃຫ້​ທ່ານ.” ​ໃນ​ຂະນະ​ທີ່​ຜູ້​ເປັນ​ພໍ່​ແມ່​ຟັງ​ດ້ວຍ​ນ້ຳຕາ, ຜູ້​ສອນ​ສາດສະໜາ​ສອງ​ຄົນ​ໄດ້​ອ່ານ​ຈາກ​ການ​ເປີດ​ເຜີຍ ​ແລະ ​ໄດ້​ສະ​ແດງ​ປະຈັກ​ພະຍານ​ຂອງ​ເຂົາ​ເຈົ້າ​​ເຖິງ​ຂໍ​ກະ​ແຈ​​​ສຳລັບການ​ໄຖ່ ທັງ​ຄົນ​ເປັນ ​ແລະ ຄົນ​ຕາຍ.

ຂ້າພະ​ເຈົ້າ​ມີ​ຄວາມ​ໂສກ​ເສົ້າ​ສຳລັບ​ຄຸນ​ພໍ່​ຄົນ​ນັ້ນ. ລາວ​ກໍ​ໄດ້​ເຮັດ​ເທົ່າ​ທີ່​ລາວ​ສາມາດ​ເຮັດ​ໄດ້ ຕາມ​ຄວາມ​ຮູ້​ທີ່​ລາວ​ມີ. ​ແຕ່​ກໍ​ມີ​ຫລາຍ​ກວ່າ​ນັ້ນ ທີ່​ລາວ​ສາມາດ​ມອບ​ໃຫ້​ເຂົາ​ເຈົ້າ. ນັ້ນ​ຄື​ພຣະກິດ​ຕິ​ຄຸນ​ທີ່​ສົມບູນ.

ພວກ​ແອວ​ເດີ​ໄດ້​ມາ​ໃຫ້​ກຳລັງ​ໃຈ, ​ໃນ​ນາມ​ຄູ​ສອນ, ​ໃນ​ນາມຜູ້​ຮັບ​ໃຊ້​ຂອງ​ພຣະຜູ້​ເປັນ​ເຈົ້າ​, ​ໃນ​ນາມ​ຜູ້​ປະກາດ​ພະ​ທຳ​​ແຫ່ງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.

​ເດັກນ້ອຍ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ເຖິງ​ນັ້ນ ​ເປັນ​ຕົວ​ແທນ​ໃຫ້​ແກ່​ລູກໆ​ຂອງ​ພຣະບິດາ​ເທິງ​ສະຫວັນ. “​ເດັກນ້ອຍ​ຄື​ຂອງຂວັນ​ທີ່​ພຣະຜູ້​ເປັນ​ເຈົ້າ​​ໂປດ​ປະທານ: ​ແລະ … ຄວາມສຸກ​ເປັນ​ຂອງ​ຄົນ​ທີ່​ມີ​ທະນູ​ຫລາຍ​ລູກ​ໃນ​ມື.”2

ການ​ສ້າງ​ມະນຸດ​ເປັນ​ໜ້າ​ທີ່​ຮັບຜິດ​ຊອບ​ສຳລັບ​ຄູ່​ແຕ່ງງານ. ມັນ​ເປັນ​ການ​ທ້າ​ທາຍ​​ໃນຄວາມ​​ເປັນມະ​ຕະ ​ເພື່ອ​ຈະ​​ໄດ້​ເປັນ​ພໍ່​ແມ່​ທີ່ມີຄ່າ​ຄວນ ​ແລະ ຮູ້ຈັກ​ຮັບຜິດຊອບ. ບໍ່​ມີ​ຜູ້​ຊາຍ ຫລື ຜູ້ຍິງ​ຄົນ​ໃດ​ທີ່​ສາມາດ​ມີ​ລູກ​ດ້ວຍ​ຕົນ​ເອງ. ມັນ​ເປັນ​ເຈດ​ຕະນາ​ທີ່​ເດັກນ້ອຍ​ຈະ​ມີ​ທັງ​ສອງ—ທັງ​ພໍ່​ ​ແລະ ​ແມ່. ບໍ່​ມີ​ແບບ​ແຜນ​ອື່ນ ຫລື ຂັ້ນ​ຕອນ​ຢ່າງ​ອື່ນ​ທີ່​ສາມາດ​ທົດ​ແທນ​ພໍ່​ແມ່​ໄດ້.

ດົນ​ນານ​ມາ​ແລ້ວ ຍິງ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ບອກ​ຂ້າພະ​ເຈົ້າ​ດ້ວຍ​ນ້ຳ​ຕາ​ວ່າ ນາງ​ກັບ​ແຟນຂອງ​ນາງ​ໄດ້​​ເຮັດ​ຄວາມ​ຜິດອັນຮ້າຍ​ແຮງ. ​ແຟນຂອງ​ນາງ​ໄດ້​ໃຫ້​ນາງ​​​ແທ້ງ​ລູກ. ຫລັງ​ຈາກ​​ຮຽນ​ຈົບ ​ເຂົາ​ເຈົ້າ​ໄດ້​ແຕ່ງງານ​ກັນ ​ແລະ ມີ​ລູກ​ຫລາຍ​ຄົນ. ມັນ​ເຮັດ​ໃຫ້​ນາງ​ໂສກ​ເສົ້າ​ຫລາຍ​ເມື່ອ​ນາງ​ຫລຽວ​ເບິ່ງ​ຄອບຄົວ​ຂອງ​ນາງ, ​ເບິ່ງ​ລູກ​ທີ່​ໜ້າ​ຮັກ​ຂອງ​ນາງ, ​ແລະ ​ເຫັນ​ຢູ່​ໃນ​ຈິດ​ໃຈ​ຂອງ​ນາງບ່ອນ​ຫວ່າງ​ເປົ່າ​ໃນ​ຕອນ​ນີ້, ບ່ອນ​ທີ່​ລູກ​ຜູ້​ນັ້ນ​ໄດ້​ເສຍ​ໄປ.

ຖ້າ​ຫາກ​ຄູ່​ຜົວ​ເມຍ​ນີ້​ເຂົ້າ​ໃຈ ​ແລະ ນຳ​ໃຊ້​ການ​ຊົດ​ໃຊ້, ​ເຂົາ​ເຈົ້າ​ຈະ​ຮູ້​ວ່າ ປະສົບ​ການ​ເຫລົ່າ​ນັ້ນ ​ແລະ ຄວາມ​ເຈັບ​ປວດ​ທີ່​ພວກ​ເຂົາ​ມີ ຈະ​ລຶບ​ເລືອນ​ໄປ. ບໍ່​ມີ​ຄວາມ​ເຈັບ​ປວດ​ໃດ​ທີ່​ຈະ​ຍືນ​ຍົງໄປຕະຫລອດ​ການ. ມັນ​ບໍ່​ເປັນ​ເລື່ອງ​ງ່າຍ, ​ແຕ່​ຊີວິດ​ນີ້​ບໍ່​ໄດ້​ເຈດ​ຕະນາ​ໃຫ້​ເປັນ​ສິ່ງ​ງ່າຍ ຫລື ຍຸດຕິ​ທຳ. ການ​ກັບ​ໃຈ ​ແລະ ຄວາມ​ຫວັງ​ອັນ​ເປັນນິດ​ທີ່​ການ​ໃຫ້​ອະ​ໄພ​ນຳ​ມາ​ໃຫ້ ຈະ​ກຸ້ມ​ຄ່າ​ສະ​ເໝີ.

ຜົວ​​ເມຍ​ຄູ່​ໜຶ່ງ​ອີກ​ໄດ້ບອກ​ຂ້າພະ​ເຈົ້າ​ດ້ວຍນ້ຳຕາວ່າ ​ເຂົາ​ເຈົ້າ​ຫາ​ກໍ​​ໄດ້​ໄປ​ຫາ​ນາຍ​ໝໍ ​ແລະ ​ໄດ້​ຍິນ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ສາມາດ​ມີ​ລູ​ກ​. ​ເຂົາ​ເຈົ້າ​ມີ​ຄວາມ​ໂສກ​ເສົ້າ​​ເສຍ​ໃຈ​ຫລາຍ. ​ເຂົາ​ເຈົ້າ​ມີ​ຄວາມ​ແປກ​ປະຫລາດ​ໃຈ​ເມື່ອ​ໄດ້​ຍິນ​ຂ້າພະ​ເຈົ້າ​ເວົ້າ​ວ່າ ​ເຂົາ​ເຈົ້າ​ໂຊກ​ດີ​ຫລາຍ. ​ເຂົາ​ເຈົ້າ​​ແປກ​ໃຈ​ວ່າ​ເປັນ​ຫຍັງ​ຂ້າພະ​ເຈົ້າ​ຈຶ່ງ​ເວົ້າ​ແນວ​ນັ້ນ. ສະພາບ​ຂອງ​ເຂົາ​ເຈົ້າ​ນັ້ນ​ດີກ​ວ່າຄົນ​ທີ່​ສາມາດ​ມີ​ລູກ​ໄດ້ ​ແຕ່​ປະຕິ​ເສດ​ບໍ່​ຍອມ​ມີ​ລູກ ​ເພາະ​ຄວາມ​ເຫັນ​ແກ່​ຕົວ ​ແລະ ພະຍາຍາມ​ຫລີກ​ເວັ້ນຈາກ​ໜ້າ​ທີ່​ຮັບຜິດຊອບ​ນັ້ນ.

ຂ້າພະ​ເຈົ້າ​ໄດ້​ບອກ​ເຂົາ​ເຈົ້າວ່າ, “ຢ່າງ​ໜ້ອຍ​ພວກ​ທ່ານ​ຕ້ອງການ​ລູກ, ​ແລະ​ ຄວາມ​ປາຖະໜາ​ນັ້ນ ຈະ​ເປັນ​ຜົນ​ດີ​ໃຫ້​ແກ່​ຊີວິດ​ຂອງ​ພວກ​ທ່ານ​ຢູ່​ໃນ​ໂລກ​ນີ້ ​ແລະ​ ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ, ​ເພາະ​ມັນ​ຈະ​ເປັນຄວາມໝັ້ນຄົງ ທາງ​ວິນ​ຍານ ​ແລະ ທາງ​ຄວາມ​ຮູ້ສຶກ​ໃຫ້​ແກ່​ພວກ​ທ່ານ. ​ໃນ​ທີ່​ສຸດ, ​ສະພາບຂອງ​ພວກ​ທ່ານ​ຈະດີກ​ວ່າ​​ເພາະວ່າ​ພວກ​ທ່ານຢາກ​ໄດ້​ລູກ​ແຕ່​ບໍ່​ສາມາດ​ມີ, ​ເມື່ອ​ປຽບທຽບ​ໃສ່​ກັບ​ຄົນ​ທີ່​ສາມາດ​ມີ​ລູກ ​ແຕ່​ບໍ່​ຢາກ​ມີ.”

ບາງ​ຄູ່​ບໍ່​ຍອມ​ແຕ່ງງານ ​ແລະ ສະ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ບໍ່​ມີ​ລູກ. ບາງ​ຄູ່, ອີງ​ຕາມ​ສະພາບ​ການ​ເກີນ​ກວ່າ​ຈະ​ຄວບ​ຄຸມ​ໄດ້, ​ໄດ້​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ. ທີ່​ກ່າວ​ມາ​ນີ້​ເປັນ​ສະພາບ​ຊົ່ວຄາວ. ​ໃນ​ແຜນ​ນິລັນດອນ—ບໍ່​ແມ່ນ​ຕອນ​​ເປັນ​ມະຕະ​ນີ້​ເທົ່າ​ນັ້ນ—ຄວາມ​ຫວັງ​ທີ່​ຊອບ​ທຳ​ຈະ​ສົມບູນ​ໃນ​ມື້ໜຶ່ງ​.

“ຖ້າຄວາມ​ຫວັງ​ຂອງ​ພວກ​ເຮົາ​ໃນ​ພຣະຄຣິດມີ​ຄຸນຄ່າ​ພຽງ​ແຕ່​ສຳລັບ​ຊີວິດ​ນີ້​ເທົ່າ​ນັ້ນ, ພວກ​ເຮົາ​ກໍ​ເປັນ​ຄົນ​ທີ່​ໜ້າ​ສັງ​ເວດ.”3

​ເປົ້າ​ໝາຍ​ຂອງ​ກິດ​ຈະ​ກຳ​ທັງ​ໝົດ​​ໃນ​ສາດສະໜາ​ຈັກ ​ແມ່ນ​ເພື່ອ​​ໃຫ້​ສາມີ​ພັນ​ລະ​ຍາ ​ແລະ ລູກໆ​ຂອງ​ເຂົາ​ເຈົ້າ​ມີ​ຄວາມສຸກ​ຢູ່​ໃນ​ບ້ານ, ​ໄດ້​ຮັບ​ການ​ປົກ​ປ​້ອງດ້ວຍ​ຫລັກ​ທຳ ​ແລະ ກົດ​ຂອງ​ພຣະກິດ​ຕິ​ຄຸນ, ​ໄດ້​ຖືກ​ຜະ​ນຶກ​ເຂົ້າກັນ​ໃນ​ພັນທະ​ສັນຍາ​ອັນ​ເປັນນິດ​ຂອງ​ຖານະ​ປະ​ໂລຫິດ. ສາມີ​ພັນ​ລະ​ຍາ​ຄວນ​ເຂົ້າ​ໃຈ​ວ່າ ການ​ເອີ້ນ​ຢ່າງ​ທຳ​ອິດ​ຂອງ​ເຂົາ​ເຈົ້າ—ຊຶ່ງ​ເຂົາ​ເຈົ້າ​ຈະ​ບໍ່​ມີ​ວັນ​ຖືກ​ປົດ—​ແມ່ນ​ຕໍ່​ກັນ​ແລະ​ກັນ ​ແລະ ຕໍ່ລູກໆ​ຂອງ​ເຂົາ​ເຈົ້າ.

ການ​ຄົ້ນ​ພົບ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ການ​ເປັນ​ພໍ່​ແມ່​ຄື ​ເຮົາ​ໄດ້​ຮຽນ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ​ໝູ່​ໝົດຈາກ​ລູກໆ​ຂອງ​ເຮົາ ຫລາຍ​ກວ່າ​ເຮົາ​ໄດ້​ຮຽນ​ຈາກພໍ່​ແມ່​ຂອງ​ເຮົາ. ​ເຮົາ​ຮູ້​ວ່າ​ຖ້ອຍ​ຄຳ​ຂອງ​ເອຊາ​ຢາ​​ເປັນຄວາມ​ຈິງ​ທີ່​ວ່າ “​ເດັກນ້ອຍໆ​ກໍ​ຈະ​ດູ​ແລ​ສັດ​ເຫ​ລົ່ານັ້ນ.”4

​ໃນ​ເຢຣູຊາ​ເລັມ, “ພຣະ​ເຢຊູ​​ໄດ້ເອີ້ນ​ເອົາ​ເດັກນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມກາງ​ພວກ​ເຂົາ,

“​ແລະ ກ່າວ​ວ່າ, ​ເຮົາ​ບອກ​ພວກ​ເຈົ້າ​ຕາມ​ຄວາມ​ຈິງວ່າ ຖ້າ​ພວກ​ເຈົ້າ​ບໍ່​ກັບ​ໃຈ ​ແລະ ກາຍ​ເປັນ​ເໝືອນ​ເດັກນ້ອຍ ພວກ​ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ສະຫວັນ​ບໍ່​ໄດ້​ຈັກ​ເທື່ອ.

“ຜູ້​ເປັນ​ໃຫຍ່​ທີ່​ສຸດ​ໃນ​ອານາຈັກ​ສະຫວັນ ​ແມ່ນ​ຜູ້​ທີ່​ຖ່ອມຕົວ​ລົງ​ເໝືອນ​ດັ່ງ​ເດັກນ້ອຍ​ຜູ້​ນີ້.”5

“​ພຣະ​ເຢຊູ​ຈຶ່ງ​ກ່າວ​ວ່າ, ຈົ່ງ​ປ່ອຍ​ໃຫ້​ເດັກນ້ອຍ​ມາ​ຫາ​ເຮົາ ​ແລະ ຢ່າ​ຫ້າມ​ພວກ​ເຂົາ​ເພາະ​ອານາຈັກ​ສະຫວັນ​ເປັນ​ເໝືອນ​​ເດັກນ້ອຍ​ເຫລົ່າ​ນີ້​ແຫລະ.

“ພຣະອົງ​ໄດ້​ວາງ​ມື​ໃສ່​ພວກ​ເຂົາ​ແລ້ວ​ສະ​ເດັດ​ອອກ​ໄປ​ຈາກ​ບ່ອນ​ນັ້ນ.”6

​ເຮົາ​ອ່ານ​ໃນ​ພຣະຄຳ​ພີ​ມໍ​ມອນ​ເຖິງ​ຕອນ​ພຣະ​ເຢຊູ​ຄຣິດມາ​ຢ້ຽມຢາມ​ໂລກ​ໃໝ່. ພຣະອົງ​ໄດ້​ປິ່ນປົວ ​ແລະ ​ໃຫ້​ພອນ​ແກ່​ຜູ້​ຄົນ ​ແລະ ​ໄດ້​ບັນຊາ​​ເຂົາ​ເຈົ້າ​​ໃຫ້ພາ​ລູກ​ນ້ອຍ​ໆມາ​ຫາ​ພຣະອົງ.

ມໍ​ມອນ​ໄດ້​ບັນທຶກ​ວ່າ, “ພວກ​ເຂົາ​ຈຶ່ງ​ໄດ້​ນຳ​ເອົາ​ເດັກນ້ອຍ​ຂອງ​ພວກ​ເຂົາ​ມາ​ນັ່ງ​ຢູ່​ພື້ນ​ດິນ​ອ້ອມ​ຮອບ​ພຣະ​ອົງ, ແລະ ພຣະ​ເຢຊູ​ໄດ້​ປະ​ທັບ​ຢືນ​ຢູ່​ເຄິ່ງກາງ; ແລະ ຝູງ​ຊົນ​ໄດ້​ເປີດ​ທາງ​ໃຫ້​ຜູ້​ຄົນ​ນຳ​ເອົາ​ເດັກນ້ອຍ​ທັງ​ໝົດ​ເຂົ້າມາ​ຫາ​ພຣະ​ອົງ.”7

​ແລ້ວ​ພຣະອົງ​ໄດ້​ບັນຊາ​ຜູ້​ຄົນ​​ໃຫ້​ຄຸ​​ເຂົ່າ​ລົງ. ​ໂດຍ​ທີ່​ມີ​ເດັກນ້ອຍ​ຫຸ້ມ​ລ້ອມ​ພຣະອົງ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຄຸ​ເຂົ່າ​ລົງ ​ແລະ ​ໄດ້​ອະທິຖານ​ຕໍ່ພຣະບິດາຂອງ​ເຮົາ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ. ຫລັງ​ຈາກ​ການ​ອະທິຖານ, ພຣະຜູ້​ເປັນ​ເຈົ້າ​ໄດ້​ກັນ​​ແສງ, “​ແລະ ພຣະ​ອົງ​ໄດ້​ເອົາ​ເດັກນ້ອຍ​ຂອງ​ພວກ​ເຂົາ​ມາ​ເທື່ອ​ລະ​ຄົນ, ແລະ ອວຍ​ພອນ​ພວກ​ເຂົາ, ແລະ ອະທິຖານ​ຕໍ່​ພຣະ​ບິດາ​ເພື່ອ​ພວກ​ເຂົາ.

“ແລະ ເມື່ອ​ພຣະ​ອົງ​ໄດ້​ເຮັດ​ສິ່ງ​ນີ້​ແລ້ວ, ພຣະ​ອົງ​ກໍ​ກັນ​ແສງ​ອີກ.”8

ຂ້າພະ​ເຈົ້າ​ເຂົ້າ​ໃຈ​ເຖິງຄວາມ​ຮູ້ສຶກທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສະ​ແດງ​ຕໍ່​ເດັກນ້ອຍ​. ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຕ້ອງ​ຮຽນ​ຮູ້​ຈາກ​ການ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະອົງ​ໃນ​ການສະ​ແຫວ​ງທີ່​ຈະ​ອະທິຖານ​ເພື່ອ, ​ໃຫ້​ພອນ, ​ແລະ ສອນ “​ເດັກ​ນ້ອຍ​ເຫລົ່ານັ້ນ.”9

ຂ້າພະ​ເຈົ້າ​ເປັນ​ລູກ​ຜູ້​ທີ​ 10 ​ໃນ​ຈຳນວນ​ລູກ 11 ຄົນ. ​ແຕ່​ໃດໆ​ມາ, ຂ້າພະ​ເຈົ້າ​ຮູ້​ວ່າ ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ​ບໍ່​ເຄີຍ​ຮັບ​ໃຊ້​ໃນ​ຕຳ​ແໜ່​ງ​​ໃດ​ທີ່​ສຳຄັນ​ຢູ່​ໂບດ.

ພໍ່​ແມ່​ຂອງ​ຂ້າພະ​ເຈົ້າໄດ້​ຮັບ​ໃຊ້​ຢ່າງ​ຊື່ສັດ​ໃນ​ການ​ເອີ້ນ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຖານະ​ເປັນ​ພໍ່​ແມ່. ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ນຳພາ​ຄອບຄົວ​ດ້ວຍ​ຄວາມ​ຊອບ​ທຳ, ບໍ່​ເຄີຍ​ໃຈ​ຮ້າຍ ຫລື ຢ້ານ​ກົວ. ​ແລະ ຕົວຢ່າງ​ອັນ​ດີ​ເລີດ​ຂອງ​ພໍ່​ຂອງ​ຂ້າພະ​ເຈົ້າ​ແມ່ນ​ມາ​ຈາກຄຳ​ແນະນຳ​ທີ່​ອ່ອນ​ໂຍນ​ຂອງ​ແມ່​ຂອງ​ຂ້າພະ​ເຈົ້າ. ພຣະກິດ​ຕິ​ຄຸນ​ເປັນ​ອິດ​ທິພົນ​ທີ່​ມີ​ພະລັງ​ໃນ​ຊີວິດ​ຂອງ​ພວກ​​ເຮົາ​ແຕ່ລະຄົນ​ໃນ​ຄອບຄົວ​ແພ໊​ກ​ເກີ ​ແລະ ​ໃນ​ລຸ້ນລູກ​ຫລານ​ຕໍ່​ໆ​ໄປ, ຕາມ​ທີ່​ພວກ​ເຮົາ​ເຫັນ​ມາ.

ຂ້າພະ​ເຈົ້າ​ຫວັງ​ວ່າຈະ​ຖືກ​ພິພາກສາ​ວ່າ​ດີ​ເທົ່າ​ກັບ​ພໍ່​ຂອງ​ຂ້າພະ​ເຈົ້າ. ກ່ອນ​ທີ່​ຂ້າພະ​ເຈົ້າ​ຈະ​ໄດ້​ຍິນຄຳ​ວ່າ “ດີ​ຫລາຍ” ຈາກ​ພຣະບິດາ​ເທິງສະຫວັນ, ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້​ຍິນ​ຈາກ​ພໍ່​ໃນ​ໂລກ​ຂອງ​ຂ້າພະ​ເຈົ້າ​ກ່ອນ.

ຫລາຍ​ເທື່ອ​ຂ້າພະ​ເຈົ້າ​ມີ​ຄວາມ​ສົງ​ໄສ​ວ່າ ​ເປັນ​ຫຍັງ​ຈຶ່ງໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ອັກຄະ​ສາວົກ ​ແລະ ​ໃຫ້​ເປັນ​ປະທານ​ສະພາ​ອັກຄະ​ສາວົກ​ສິບ​ສອງ ​ເຖິງ​ແມ່ນວ່າ​ຂ້າພະ​ເຈົ້າ​ໄດ້​ມາ​ຈາກ​ຄອບຄົວ​ທີ່ພໍ່​ຂອງ​ຂ້າພະ​ເຈົ້າ​ເບິ່ງ​ຄື​ວ່າ​ເປັນ​ສະມາຊິກ​ທີ່​ບໍ່​ເຂັ້ມ​ແຂງ. ຂ້າພະ​ເຈົ້າ​ບໍ່​ໄດ້​ເປັນ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ​ໃນສະມາຊິກ​ສິບ​ສອງ​ຄົນ​ທີ່ຮູ້ສຶກ​ເຊັ່ນ​ນັ້ນ.

​ໃນ​ທີ່​ສຸດ, ຂ້າພະ​ເຈົ້າ​ສາມາດ​ເຫັນ ​ແລະ ​ເຂົ້າ​ໃຈ​ວ່າ ຄົງ​ເປັນ​​ເພາະ​ສະພາບ​ການ​ນັ້ນ​ທີ່​ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ. ​ແລະ ຂ້າພະ​ເຈົ້າ​ເຂົ້າ​ໃຈ​ວ່າ​​ໃນ​ທຸກ​ສິ່ງ​ທັງປວງ​ທີ່ພວກ​ເຮົາ​ເຮັດ​ຢູ່​ໃນ​ສາດສະໜາ​ຈັກ ​ເຮົາ​ຕ້ອງ​ຈັດ​ຫາ​ວິທີ​​ໃນ​ຖານະ​ທີ່​ເປັນ​ຜູ້ນຳ ​ໃຫ້​ພໍ່​ແມ່ ​ແລະ ລູກໆ​ມີ​ເວລາ​ຢູ່​ນຳ​ກັນ​ເປັນ​ຄອບຄົວ. ຜູ້ນຳ​ຖານະ​ປະ​ໂລຫິດ​ຕ້ອງ​ເຮັດ​ໃຫ້ສາດສະໜາ​ຈັກ​ເຂົ້າ​ກັບ​ຄອບຄົວ​ເດີ້​.

ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ກ່ຽວ​ກັບ​ການດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດທີ່​ບໍ່​ສາມາດ​ວັດ​ແທກ​​ໄດ້ ຫລື ​ເຫັນ​ຢູ່​ໃນ​ບັນຊີ​ຂອງ​ການ​ໄປ​ຮ່ວມ. ພວກ​ເຮົາ​ຫຍຸ້ງ​ຢູ່​ກັບ​ການ​ສ້າງ ​ແລະ ການ​ງົບປະມານ​​ເງິນ​ທຶນ ​ແລະ ​ໂຄງການ ​ແລະ ການ​ດຳ​ເນີນ​ງານ. ​ໃນ​ການ​ເຮັດ​ສິ່ງ​ເຫລົ່າ​ນັ້ນ, ບາງ​ເທື່ອ​ພວກ​ເຮົາ​ອາດ​ມອງ​ຂ້າມຈຸດປະສົງ​ອັນ​ແທ້​ຈິງ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.

ຫລາຍ​ເທື່ອ​ມີ​ຄົນ​​ຖາມ​ຂ້າພະ​ເຈົ້າ​ວ່າ, “ປະທານ​ແພ໊ກ​ເກີ, ມັນ​ຊິ​ບໍ່​ດີ​ບໍ ຖ້າ​ຫາກ … ?”

ຂ້າພະ​ເຈົ້າ​ມັກ​ຈະ​ຕອບ​ວ່າ ບໍ່, ​ເພາະຂ້າພະ​ເຈົ້າ​ຄິດ​ວ່າ ສິ່ງ​ທີ່​ຕາມ​ມາ​ຈະ​ເຮັດ​ໃຫ້​ເກີດ​ກິດຈະກຳ ຫລື ​ໂຄງການ​ໃໝ່ ຊຶ່ງ​ຈະ​ນຳພາ​ລະ​ອັນ​ໜັກໜ່ວງ ​ແລະ ບັນຫາ​ເລື່ອງ​ການ​ງານ​ມາ​ສູ່​ຄອບຄົວ.

​ເວລາ​ສຳລັບ​ຄອບຄົວ​ເປັນ​ເວລາ​ທີ່​ສັກສິດ ​ແລະ ຄວນ​ປົກ​ປ້ອງ ​ແລະ ນັບຖື. ​ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ສະມາຊິກ​​ໃຫ້​ອຸທິດ​ຕົນ​ຕໍ່​ຄອບຄົວ​ຂອງ​ຕົນ.

ຕອນ​ຫາ​ກໍໄດ້​​ແຕ່ງງານ, ພັນ​ລະ​ຍາ​ກັບ​ຂ້າພະ​ເຈົ້າ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ຮັບ​ເອົາ​ລູກໆ​ທີ່​ຈະ​ມາ​ເກີດ​ກັບ​ພວກ​ເຮົາ ດ້ວຍ​ຄວາມ​ຮັບ​ຜິດຊອບ​ທີ່​ຈະ​ດູ​ແລ ​ແລະ ລ້ຽງ​ດູ​ພວກເຂົາ. ບໍ່​ດົນ​ພວກ​ເຂົາ​ກໍ​ໄດ້​ມີ​ຄອບຄົວ​ຂອງ​ຕົນ​ເອງ.

ມີ​ສອງ​ເທື່ອ​, ຕອນ​ຄອດ​ລູກ​ຊາຍ​ນ້ອຍທັງ​ສອງ​ຄົນ​ຂອງ​ພວກ​ເຮົາ, ທ່ານໝໍ​ໄດ້​ບອກ​ວ່າ, “ຂ້ອຍ​ບໍ່​ຄິດ​ວ່າ​ພວກເຈົ້າ​ຊິ​ໄດ້​ລູກ​ຜູ້​ນີ້.”

ທັງ​ສອງ​ເທື່ອ ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ທັງ​ສອງ​ຕອບ​ວ່າ ພວກ​ເຮົາ​ຈະ​ຍອມ​ສະລະ​ຊີວິດ​ເພື່ອ​ເຫັນ​ແກ່​ລູກ​ຊາຍ​ນ້ອຍ​ຜູ້​ນັ້ນ. ຄວາມ​ຮູ້ສຶກ​ທີ່​ພວກ​ເຮົາ​ມີ​ຕໍ່​ລູກໆ​ຂອງພວກ​ເຮົາ, ​ເຮັດ​ໃຫ້​ພວກເຮົາ​​ເຂົ້າ​ໃຈ​​ເຖິງຄວາມ​ຮູ້ສຶກ​ຂອງພຣະບິດາ​ເທິງ​ສະຫວັນທີ່​ມີ​ຕໍ່​ພວກເຮົາ​​ແຕ່ລະຄົນ. ມັນ​ເປັນຄວາມ​ຮູ້ສຶກ​ທີ່​ສູງ​ສົ່ງ​ແທ້ໆ!

ບັດ​ນີ້ ​ໃນ​ຊີວິດ​ທີ່​ເຖົ້າ​ແກ່​ຂອງ​ພວກ​ເຮົາ, ຊິດ​ສະ​ເຕີ​ ​ແພ໊ກ​ເກີ ກັບ​ຂ້າພະ​ເຈົ້າ​ໄດ້​ເຫັນ​ເປັນ​ພະຍານ​ວ່າ ຄອບຄົວຂອງ​ເຮົາ​ສາມາດ​ຢູ່​ນຳ​ກັນ​ຕະຫລອດ​ການ. ​ເມື່ອ​ພວກເຮົາ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ ​ແລະ ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ​ຢ່າງ​ເຕັມ​ສ່ວນ, ​ແລ້ວ​ພວກເຮົາ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ ​ແລະ ​ໄດ້​ຮັບ​ພອນ. ພ້ອມ​ດ້ວຍ​ລູກ, ຫລານ, ​ແລະ ບັດ​ນີ້ ​ເຫ​ລັນ​ຂອງ​ພວກ​ເຮົາ, ພວກ​ເຮົາ​ອະທິຖານ​ວ່າ ​ແຕ່​ລະ​ຄອບຄົວທີ່​ເຕີບ​ໂຕ​ຂຶ້ນ​ຂອງ​ພວກ​ເຮົາ ຈະ​ມີ​ຄວາ​ມອຸທິດ​ຕົນ​ເຊັ່ນ​ດຽວ​ກັນ​ນັ້ນ​ຕໍ່​ເດັກນ້ອຍ​ທີ່​ປະ​ເສີດ​​ເລີດລ້ຳ​ເຫລົ່າ​ນັ້ນ.

ພໍ່​ແມ່​ທັງຫລາຍ, ​ເມື່ອ​ທ່ານ​ໄດ້​ອູ້ມ​ລູກ​ຜູ້​ຫາ​ກໍ​ເກີດ​ໃໝ່​​ໄວ້ໃນ​ອ້ອມ​​ແຂນ, ທ່ານ​ຈະ​​ເຫັນ​ພາບ​ຂອງ​ຄວາມ​ລຶກລັບ ​ແລະ ຈຸດປະສົງ​ຂອງ​ຊີວິດ​. ທ່ານ​ຈະ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ວ່າ ​ເປັນ​ຫຍັງ​ສາດສະໜາ​ຈັກ​ຈຶ່ງ​​ເປັນ​ເຊັ່ນ​ນີ້ ​ແລະ ​ເປັນ​ຫຍັງ​ຄອບຄົວ​ຈຶ່ງ​ເປັນ​ການ​ສ້າງ​ຕັ້ງ​ອັນ​ພື້ນຖານ ​ແລະ ​ໃນ​ນິລັນດອນ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ເປັນຄວາມ​ຈິງ, ວ່າ​ແຜນ​ແຫ່ງ​ການ​ໄຖ່, ຊຶ່ງ​ຖືກ​ເອີ້ນ​ວ່າ​ແຜນ​ແຫ່ງ​ ຄວາມສຸກ, ​ເປັນ​ແຜນ​ສຳລັບ​ຄອບຄົວ. ຂ້າພະ​ເຈົ້າອະທິຖານຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າປະທານ​ພອນ​ໃຫ້​ແກ່ ຄອບຄົວ​ຢູ່​ໃນ​ສາດສະໜາ​ຈັກ, ພໍ່​ແມ່ ​ແລະ ລູກໆ, ວ່າ​ວຽກ​ງານ​ນີ້​ຈະ​ດຳ​ເນີນ​ໄປ​ໜ້າ​ດັ່ງ​ທີ່ພຣະບິດາ ປະສົງ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.