ມະໂນພາບຂອງສາດສະດາກ່ຽວກັບສະມາຄົມສະຕີສົງເຄາະ: ສັດທາ, ຄອບຄົວ, ສົງເຄາະ
ສັດທາ, ຄອບຄົວ, ແລະ ສົງເຄາະ—ສາມຄຳທີ່ແຈ່ມແຈ້ງນີ້ ໄດ້ສະແດງອອກເຖິງມະໂນພາບຂອງສາດສະດາສຳລັບເອື້ອຍນ້ອງໃນສາດສະໜາຈັກ.
ໃນຊ່ວງລະຍະສອງສາມປີຜ່ານມານີ້ ຂ້າພະເຈົ້າໄດ້ຖືກກະຕຸ້ນໃຫ້ກ່າວເລື້ອຍໆກ່ຽວກັບສະມາຄົມສະຕີສົງເຄາະ—ເຖິງຈຸດປະສົງ ແລະ ຄຸນນະພາບຂອງສະມາຄົມ,1 ຄຸນຄ່າຂອງປະຫວັດສາດຂອງມັນ,2 ເຖິງວຽກງານ ແລະ ການເປັນຫຸ້ນສ່ວນກັບອະທິການ ແລະ ກຸ່ມໂຄຣຳຖານະປະໂຫລິດແຫ່ງເມນຄີເສເດັກ.3 ເບິ່ງຄືວ່າມັນສຳຄັນຫລາຍໃນຕອນນີ້ທີ່ຈະເອົາໃຈໃສ່ຕໍ່ມະໂນພາບຂອງສາດສະດາກ່ຽວກັບສະມາຄົມສະຕີສົງເຄາະ.4
ດັ່ງທີ່ສາດສະດາຂອງພຣະຜູ້ເປັນເຈົ້າໄດ້ສືບຕໍ່ສອນແອວເດີ ແລະ ມະຫາປະໂລຫິດໃຫ້ຮູ້ເຖິງຈຸດປະສົງ ແລະ ໜ້າທີ່ຂອງເຂົາເຈົ້າ, ສາດສະດາກໍໄດ້ແບ່ງປັນໂມໂນພາບຂອງພວກເພິ່ນສຳລັບເອື້ອຍນ້ອງຂອງສະມາຄົມສະຕີສົງເຄາະນຳອີກ. ຈາກຄຳແນະນຳຂອງພວກເພິ່ນ, ເຮົາເຫັນແຈ່ມແຈ້ງວ່າ ຈຸດປະສົງຂອງ ສະມາຄົມສະຕີສົງເຄາະຄືທີ່ຈະເພີ່ມສັດທາ ແລະ ຄວາມຊອບທຳສ່ວນຕົວ, ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວ ແລະ ບ້ານເຮືອນ, ແລະ ສະແຫວງຫາ ແລະ ຊ່ອຍເຫລືອຄົນທີ່ຂັດສົນ. ສັດທາ, ຄອບຄົວ, ແລະ ສົງເຄາະ—ສາມຄຳທີ່ແຈ່ມແຈ້ງນີ້ ໄດ້ສະແດງອອກເຖິງມະໂນພາບຂອງສາດສະດາສຳລັບເອື້ອຍນ້ອງໃນສາດສະໜາຈັກ.
ນັບຕັ້ງແຕ່ຕອນຕົ້ນຂອງການຟື້ນຟູ, ສາດສະດາໄດ້ກ່າວເຖິງຄວາມຈຳເປັນສຳລັບເອື້ອຍນ້ອງທີ່ຈະມີສ່ວນຮ່ວມໃນວຽກງານຂອງພຣະຜູ້ເປັນເຈົ້າ. ເຂົາເຈົ້າໄດ້ແບ່ງປັນມະໂນພາບແຫ່ງຄວາມຊື່ສັດ, ຈຸດປະສົງຂອງສະຕີ, ຜູ້ເຂົ້າໃຈຄຸນຄ່າ ແລະ ຈຸດປະສົງນິລັນດອນຂອງເຂົາເຈົ້າ. ເມື່ອສາດສະດາໂຈເຊັບ ສະມິດ ໄດ້ຈັດຕັ້ງສະມາຄົມສະຕີສົງເຄາະຂຶ້ນ, ເພິ່ນໄດ້ເລືອກເອົາປະທານຄົນທຳອິດໃຫ້ “ຄວບຄຸມສະມາຄົມນີ້, ໃນການດູແລຄົນຍາກຈົນ—ສະໜອງຄວາມຕ້ອງການຂອງເຂົາເຈົ້າ, ແລະ ມີສ່ວນຮ່ວມໃນວຽກງານອື່ນໆຂອງອົງການນີ້.5 ເພິ່ນໄດ້ຫລິງເຫັນອົງການນີ້ເປັນ “ສະມາຄົມພິເສດ, ແຕກຕ່າງຈາກຄວາມຊົ່ວຮ້າຍທັງປວງຂອງໂລກ.”6
ທ່ານບຣິກຳ ຢັງ, ປະທານຄົນທີສອງຂອງສາດສະໜາຈັກ, ໄດ້ແນະນຳທີ່ປຶກສາຂອງເພິ່ນ ແລະ ສະພາອັກຄະສາວົກສິບສອງ ໃຫ້ຊີ້ນຳອະທິການ ເພື່ອ “ປ່ອຍໃຫ້ [ເອື້ອຍນ້ອງ] ຈັດຕັ້ງສະມາຄົມສະຕີສົງເຄາະຂຶ້ນໃນຫວອດຕ່າງໆ.” ເພິ່ນໄດ້ກ່າວຕື່ມວ່າ, “ບາງຄົນອາດຄິດວ່າ ສິ່ງນີ້ເປັນເລື່ອງບໍ່ສຳຄັນ, ແຕ່ມັນບໍ່ໄດ້ເປັນເຊັ່ນນັ້ນ.”7
ຕໍ່ມາ, ປະທານໂຈເຊັບ ແອັຟ ສະມິດ ໄດ້ກ່າວວ່າ ກົງກັນຂ້າມກັບອົງການອື່ນໆຢູ່ໃນໂລກ, ຊຶ່ງ “ກຸ່ມຜູ້ຊາຍໄດ້ຈັດຕັ້ງຂຶ້ນ, ຫລື ກຸ່ມຜູ້ຍິງໄດ້ຈັດຕັ້ງຂຶ້ນ,” ສະມາຄົມສະຕີສົງເຄາະເປັນອົງການທີ່ “ຖືກຈັດຕັ້ງຂຶ້ນ, ຖືກອະນຸມັດ, ຖືກສະຖາປະນາຂຶ້ນ, ຖືກແຕ່ງຕັ້ງໂດຍພຣະເຈົ້າ.”8 ປະທານໂຈເຊັບ ຟຽວດິງ ສະມິດ ໄດ້ບອກເອື້ອຍນ້ອງວ່າ ເຂົາເຈົ້າ “ໄດ້ຮັບອຳນາດ ແລະ ສິດອຳນາດຈາກໃຫ້ເຮັດສິ່ງທີ່ດີເລີດຫລາຍຢ່າງ.”9 ເພິ່ນໄດ້ກ່າວວ່າ, “ພວກທ່ານເປັນສະມາຊິກຢູ່ໃນອົງການທີ່ຍິ່ງໃຫຍ່ທີ່ສຸດຢູ່ໃນໂລກນີ້, ເປັນອົງການທີ່ເປັນພາກສ່ວນອັນສຳຄັນຂອງອານາຈັກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ ແລະ ໄດ້ຖືກອອກແບບ ແລະ ໃຫ້ດຳເນີນງານໃນທາງທີ່ຈະຊ່ອຍເຫລືອສະມາຊິກທີ່ຊື່ສັດໃຫ້ໄດ້ຮັບຊີວິດນິລັນດອນໃນອານາຈັກຂອງພຣະບິດາຂອງເຮົາ.”10
ຂອບເຂດອັນກວ້າງໄກຂອງອິດທິພົນ
ແຕ່ລະປີ, ເອື້ອຍນ້ອງຜູ້ໃຫຍ່ ແລະ ຍິງໜຸ່ມເປັນຈຳນວນຫລາຍຮ້ອຍຫລາຍພັນຄົນໄດ້ກາຍເປັນພາກສ່ວນໃນ “ວົງລ້ອມຂອງເອື້ອຍນ້ອງ” ອັນກວ້າງໄກນີ້.11 ຫລັງຈາກນັ້ນ, ບໍ່ວ່າເອື້ອຍນ້ອງຈະອາໄສຢູ່ບ່ອນໃດກໍຕາມ ແລະ ຮັບໃຊ້ຢູ່ໃສກໍຕາມ, ນາງຈະເປັນພາກສ່ວນ ແລະ ມີການພົວພັນໃນສະມາຄົມສະຕີສົງເຄາະ.12 ເພາະຈຸດປະສົງທີ່ສຳຄັນຂອງສະມາຄົມ, ຝ່າຍປະທານສູງສຸດຈຶ່ງໄດ້ສະແດງຄວາມປະສົງຂອງພວກເພິ່ນໃຫ້ກຸ່ມຍິງໜຸ່ມເລີ່ມຕົ້ນຕຽມຕົວສຳລັບສະມາຄົມສະຕີສົງເຄາະແຕ່ດົນນານກ່ອນຈະເຖິງອາຍຸ 18 ປີ.13
ສະມາຄົມສະຕີສົງເຄາະບໍ່ແມ່ນໂຄງການ. ມັນເປັນພາກສ່ວນທາງການຂອງສາດສະໜາຈັກຂອງພຣະຜູ້ເປັນເຈົ້າທີ່ “ໄດ້ຮັບການແຕ່ງຕັ້ງຈາກພຣະເຈົ້າ” ເພື່ອສອນ, ເພີ່ມຄວາມເຂັ້ມແຂງ, ແລະ ດົນໃຈເອື້ອຍນ້ອງໃນຈຸດປະສົງຂອງເຂົາເຈົ້າກ່ຽວກັບສັດທາ, ຄອບຄົວ, ແລະ ສົງເຄາະ. ສະມາຄົມສະຕີສົງເຄາະ ເປັນວິທີທາງຂອງຊີວິດສຳລັບສະຕີໄພ່ພົນຍຸກສຸດທ້າຍ ແລະ ອິດທິພົນຂອງມັນຂະຫຍາຍອອກໄປກວ້າງກວ່າຢູ່ໃນຫ້ອງຮຽນໃນວັນອາທິດ ຫລື ຕອນສະມາຄົມຊຸມນຸມກັນ. ມັນຕິດຕາມແບບແຜນຂອງສານຸສິດຜູ້ຍິງຜູ້ໄດ້ຮັບໃຊ້ຮ່ວມກັບອົງພຣະເຢຊູຄຣິດເຈົ້າ ແລະ ອັກຄະສາວົກຂອງພຣະອົງໃນສາດສະໜາຈັກໃນສະໄໝໂບຮານ.14 ເຮົາໄດ້ຖືກສິດສອນວ່າ ມັນເປັນສິ່ງຈຳເປັນສຳລັບສະຕີທີ່ຈະເຮັດໃຫ້ຄຸນງາມຄວາມດີເປັນພາກສ່ວນໃນຊີວິດຂອງນາງ ຊຶ່ງສົ່ງເສີມໂດຍສະມາຄົມສະຕີສົງເຄາະ ດັ່ງທີ່ມັນສຳຄັນຕໍ່ຜູ້ຊາຍທີ່ຈະເຮັດຕາມແບບຢ່າງຂອງຄຸນສົມບັດ ຊຶ່ງສົ່ງເສີມໂດຍຖານະປະໂລຫິດ.15
ຕອນສາດສະດາໂຈເຊັບ ສະມິດ ໄດ້ຈັດຕັ້ງສະມາຄົມສະຕີສົງເຄາະຂຶ້ນ, ເພິ່ນໄດ້ສອນເອື້ອຍນ້ອງວ່າ ເຂົາເຈົ້າຕ້ອງ “ສົງເຄາະແກ່ຄົນຍາກຈົນ” ແລະ “ຊ່ອຍກູ້ຈິດວິນຍານ.”16 ໃນໜ້າທີ່ຂອງເຂົາທີ່ຈະ “ກູ້ຈິດວິນຍານ,” ເອື້ອຍນ້ອງໄດ້ຖືກອະນຸມັດໃຫ້ຈັດຕັ້ງ ແລະ ມີສ່ວນຮ່ວມໃນຂອບເຂດອັນກວ້າງໄກແຫ່ງຄວາມເປັນອິດທິພົນ. ປະທານສະມາຄົມສະຕີສົງເຄາະຄົນທຳອິດໄດ້ຖືກແຕ່ງຕັ້ງເພື່ອໃຫ້ອະທິບາຍພຣະຄຳພີ ແລະ ສະມາຄົມສະຕີສົງເຄາະຍັງມີໜ້າທີ່ຮັບຜິດຊອບທີ່ສຳຄັນນຳອີກໃນສາດສະໜາຈັກຂອງພຣະຜູ້ເປັນເຈົ້າ. ເມື່ອໂຈເຊັບ ສະມິດ ໄດ້ບອກເອື້ອຍນ້ອງວ່າ ອົງການຂອງສະມາຄົມສະຕີສົງເຄາະຈະຕຽມພ້ອມສຳລັບ “ສິດທິພິເສດ, ພອນ ແລະ ຂອງປະທານຂອງຖານະປະໂລຫິດ,”17 ວຽກງານແຫ່ງຄວາມລອດຂອງພຣະຜູ້ເປັນເຈົ້າໄດ້ເປີດໃຫ້ເຂົາເຈົ້າ. ການກູ້ຈິດວິນຍານແມ່ນຮ່ວມດ້ວຍການແບ່ງປັນພຣະກິດຕິຄຸນ ແລະ ການມີສ່ວນຮ່ວມໃນວຽກງານເຜີຍແຜ່. ມັນຮ່ວມດ້ວຍການຮ່ວມເຮັດວຽກງານໃນພຣະວິຫານ ແລະ ການສືບປະຫວັດຄອບຄົວ. ມັນຮ່ວມດ້ວຍການເຮັດທຸກສິ່ງທີ່ເປັນໄປໄດ້ ເພື່ອຈະກາຍເປັນຄົນກຸ້ມຕົນເອງທາງວິນຍານ ແລະ ທາງໂລກ.
ແອວເດີຈອນ ເອ ວິດໂຊ ໄດ້ປະກາດວ່າ ສະມາຄົມສະຕີສົງເຄາະໄດ້ສະເໜີ “ການສົງເຄາະຈາກຄວາມທຸກຍາກລຳບາກ, ການສົງເຄາະຈາກຄວາມປ່ວຍໂຊ; ການສົງເຄາະຈາກຄວາມສົງໄສ, ການສົງເຄາະຈາກຄວາມບໍ່ມີຄວາມຮູ້—ການສົງເຄາະຈາກທຸກສິ່ງທີ່ກີດກັນເຂົາເຈົ້າຈາກການມີຄວາມສຸກ ແລະ ຄວາມກ້າວໜ້າຂອງສະຕີ. ຊ່າງເປັນການມອບໝາຍທີ່ດີເດັ່ນແທ້ໆ!”18
ປະທານບອຍ ເຄ ເຄ ແພ໊ກເກີ ໄດ້ປຽບທຽບສະມາຄົມສະຕີສົງເຄາະໃສ່ກັບ “ກຳແພງປົກປ້ອງ.”19 ໜ້າທີ່ຮັບຜິດຊອບທີ່ຈະປົກປ້ອງເອື້ອຍນ້ອງ ແລະ ຄອບຄົວຂອງເຂົາເຈົ້າ ເພີ່ມທະວີຂຶ້ນຢ່າງໄວ ພາຍໃຕ້ການດູແລ ແລະ ການປະຕິບັດຂອງຄູຢ້ຽມສອນ ແລະ ສະແດງອອກໃນຄວາມເຕັມໃຈຂອງເຮົາທີ່ຈະລະນຶກເຖິງພັນທະສັນຍາຂອງເຮົາທີ່ໄດ້ເຮັດກັບພຣະຜູ້ເປັນເຈົ້າ. ໃນຖານະທີ່ເປັນຜູ້ປະຕິບັດຕໍ່ຄົນຂັດສົນ ແລະ ຕໍ່ຜູ້ເປັນທຸກ,” ເຮົາໄດ້ປະສົມກົມກຽວກັບອະທິການໃນການຊ່ອຍເຫລືອໄພ່ພົນຂອງພຣະເຈົ້າທາງໂລກ ແລະ ທາງວິນຍານ.20
ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ກ່າວວ່າ: “ມີເອື້ອຍນ້ອງຫລາຍຄົນຜູ້ດຳລົງຊີວິດຢູ່ໃນເສື້ອຜ້າທີ່ຂາດສ້ອຍ—ຂາດສ້ອຍທາງວິນຍານ. ເຂົາເຈົ້າມີສິດທີ່ຈະໄດ້ຮັບອາພອນທີ່ສວຍງາມ, ອາພອນທາງວິນຍານ. … ມັນເປັນສິດທິພິເສດຂອງທ່ານທີ່ຈະເຂົ້າໄປໃນເຮືອນຂອງເຂົາເຈົ້າ ແລະ ມອບອາພອນໃຫ້ເຂົາເຈົ້ານຸ່ງແທນເສື້ອຜ້າທີ່ຂາດສ້ອຍນັ້ນ.”21 ປະທານແຮໂຣນ ບີ ລີ ໄດ້ແບ່ງປັນມະໂນພາບນີ້. ເພິ່ນໄດ້ກ່າວວ່າ: “ທ່ານບໍ່ເຫັນບໍວ່າ ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງໃຫ້ … ສະມາຄົມສະຕີສົງເຄາະໄປຢ້ຽມຢາມບ້ານເຮືອນເຫລົ່ານີ້? ເພາະນອກເໜືອໄປຈາກພຣະອາຈານແລ້ວ, ບໍ່ມີສາດສະໜາຈັກອື່ນໃດອີກທີ່ສາມາດມີອິດທິພົນ, ທີ່ສາມາດເຂົ້າໃຈຫົວໃຈ ແລະ ຊີວິດຂອງຜູ້ຄົນເຫລົ່ານີ້.”22
ປະທານໂຈເຊັບ ແອັຟ ສະມິດ ໄດ້ເຕືອນເອື້ອຍນ້ອງໃນສະມາຄົມສະຕີສົງເຄາະ ແລະ ຜູ້ນຳຂອງເຂົາເຈົ້າ, ໂດຍການກ່າວວ່າ ເພິ່ນບໍ່ຢາກ “ເຫັນເວລາຕອນທີ່ສະມາຄົມສະຕີສົງເຄາະຈະຕິດຕາມ, ຫລື ປະປົນ ແລະ ຫລົງເສັ້ນທາງຂອງຕົນ ໂດຍການໄປປະປົນກັບ … ອົງການທີ່ກຸ່ມຜູ້ຍິງໄດ້ຈັດຕັ້ງຂຶ້ນ.” ເພິ່ນໄດ້ຄາດຫວັງໃຫ້ເອື້ອຍນ້ອງ “ນຳພາໂລກ ແລະ … ໂດຍສະເພາະສະຕີຂອງໂລກ, ໃນທຸກສິ່ງທີ່ໜ້າສັນລະເສີນ, ທຸກສິ່ງທີ່ເປັນແບບພຣະເຈົ້າ, ທຸກສິ່ງທີ່ສົ່ງເສີມ ແລະ ບໍລິສຸດຕໍ່ລູກຫລານມະນຸດ.”23 ຄຳແນະນຳຂອງເພິ່ນໄດ້ເນັ້ນເຖິງຄວາມຈຳເປັນທີ່ຈະຈຳແນກຕົນຈາກປະເພນີໃດໆ, ຄຳຂວັນ, ຄວາມນິຍົມຊົ່ວຄາວ, ແລະ ແນວທາງ, ແລະ ການປະຕິບັດທີ່ບໍ່ສອດຄ່ອງກັບຈຸດປະສົງຂອງສະມາຄົມ.
ຜູ້ນຳທີ່ສະແຫວງຫາການເປີດເຜີຍສາມາດເບິ່ງວ່າການປະຊຸມ, ບົດຮຽນ, ແລະ ກິດຈະກຳ, ແລະ ຄວາມພະຍາຍາມທຸກເທື່ອຂອງສະມາຄົມສະຕີສົງເຄາະ ບັນລຸຈຸດປະສົງຕາມທີ່ໄດ້ຈັດຕັ້ງໄວ້. ຄວາມດີງາມໃນສັງຄົມ, ການເປັນເພື່ອນ, ແລະ ຄວາມເປັນໜຶ່ງ ທີ່ເຮົາປາຖະໜາຈະເປັນຜົນອັນຍອດຍ້ຽມຂອງການຮັບໃຊ້ນຳກັນຮ່ວມກັບພຣະຜູ້ເປັນເຈົ້າໃນວຽກງານຂອງພຣະອົງ.
ການບັນລຸມະໂນພາບຂອງສາດສະດາ
ບໍ່ດົນມານີ້ ປະທານທອມມັສ ແອັສ ມອນສັນ ແລະ ທີ່ປຶກສາຂອງເພິ່ນ ໄດ້ເປັນພະຍານວ່າ “ພຣະຜູ້ເປັນເຈົ້າໄດ້ຟື້ນຟູພຣະກິດຕິຄຸນອັນສົມບູນຄືນມາໃໝ່ ຜ່ານສາດສະດາໂຈເຊັບ ສະມິດ ແລະວ່າສະມາຄົມສະຕີສົງເຄາະເປັນພາກສ່ວນທີ່ສຳຄັນຂອງການຟື້ນຟູນັ້ນ.” ໂດຍທີ່ປະສົງຢາກຮັກສາ “ມູນເຊື້ອອັນຮຸ່ງເຫລື້ອມ” ຂອງສະມາຄົມສະຕີສົງເຄາະໄວ້, ບໍ່ດົນມານີ້ ຝ່າຍປະທານສູງຈຶ່ງໄດ້ລະບຸການຈັດພິມ ແລະ ຈຳໜ່າຍປຶ້ມເຫລັ້ມໜຶ່ງຊື່ວ່າ Daughters in My Kingdom: The History and Work of Relief Society. ຕະຫລອດທົ່ວໂລກ. ຢູ່ໃນປຶ້ມເຫລັ້ມນີ້, ເຮົາສາມາດພົບເຫັນແບບແຜນ ແລະ ຕົວຢ່າງຂອງເອື້ອຍອ້າຍນ້ອງເຮັດວຽກງານເປັນຫຸ້ນສ່ວນໃນຄອບຄົວ ແລະ ໃນສາດສະໜາຈັກ, ແລະ ເຮົາສາມາດຮຽນຮູ້ຫລັກທຳກ່ຽວກັບວ່າເຮົາເປັນໃຜ, ເຮົາເຊື່ອຖືສິ່ງໃດ, ແລະ ເຮົາຄວນປົກປ້ອງຢ່າງໃດ. ເຮົາໄດ້ຖືກຊຸກຍູ້ໂດຍຝ່າຍປະທານສູງສຸດໃຫ້ສຶກສາປຶ້ມທີ່ສຳຄັນນີ້ ແລະ “ປ່ອຍໃຫ້ຕົວຢ່າງເຖິງຄວາມຈິງທີ່ບໍ່ມີຂອບເຂດ ແລະ ການດົນໃຈຂອງມັນມີອິດທິພົນໃນຊີວິດ [ຂອງເຮົາ].”24
ເມື່ອເອື້ອຍນ້ອງສອດຄ່ອງກັບຈຸດປະສົງຂອງສະມາຄົມສະຕີສົງເຄາະ, ແລ້ວມະໂນພາບຂອງສາດສະດາຈະບັນລຸຄວາມສຳເລັດໄດ້. ປະທານຄິມໂບໄດ້ກ່າວວ່າ, “ມັນມີອຳນາດຢູ່ໃນອົງການນີ້ [ຂອງສະມາຄົມສະຕີສົງເຄາະ] ຊຶ່ງຍັງບໍ່ໄດ້ນຳໃຊ້ເທື່ອ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ບ້ານເຮືອນຂອງສີໂອນ ແລະ ສ້າງສາອານາຈັກຂອງພຣະເຈົ້າ—ແລະ ມັນຈະບໍ່ເປັນເຊັ່ນນັ້ນຈົນກວ່າເອື້ອຍນ້ອງພ້ອມທັງຖານະປະໂລຫິດຈະເຫັນມະໂນພາບຂອງສະມາຄົມສະຕີສົງເຄາະ”.25 ເພິ່ນໄດ້ທຳນາຍວ່າ “ຄວາມເຕີບໂຕສ່ວນຫລາຍທີ່ເກີດຂຶ້ນໃນສາດສະໜາຈັກໃນຍຸກສຸດທ້າຍ ຈະມາເຖິງເພາະສະຕີທີ່ດີທັງຫລາຍຂອງໂລກ (ຊຶ່ງສ່ວນຫລາຍເປັນຜູ້ທີ່ຮູ້ສຶກທາງວິນຍານ) ຈະຖືກດຶງດູດເຂົ້າມາຫາສາດສະໜາຈັກເປັນກຸ່ມໃຫຍ່. ສິ່ງນີ້ຈະເກີດຂຶ້ນໃນລະດັບທີ່ສະຕີຂອງສາດສະໜາຈັກ … ຈະຖືກພົບເຫັນວ່າແຕກຕ່າງບໍ່ຄືໃຜ—ໃນທາງທີ່ດີ—ຈາກສະຕີຄົນອື່ນຢູ່ໃນໂລກ.”26
ຂ້າພະເຈົ້າມີຄວາມກະຕັນຍູຕໍ່ມະໂນພາບຂອງສາດສະດາກ່ຽວກັບສະມາຄົມສະຕີສົງເຄາະ. ຂ້າພະເຈົ້າ, ເຊັ່ນດຽວກັບປະທານກໍດອນ ບີ ຮິງລີ, “ແນ່ໃຈວ່າ ບໍ່ມີອົງການອື່ນໃດທີ່ສາມາດເທົ່າທຽມກັບສະມາຄົມສະຕີສົງເຄາະຂອງສາດສະໜາຈັກນີ້.”27 ມັນເປັນໜ້າທີ່ຮັບຜິດຊອບຂອງເຮົາທີ່ຈະລຽງຕົວໃຫ້ຄຽງຄູ່ໄປກັບມະໂນພາບຂອງສາດສະດາກ່ຽວກັບສະມາຄົມສະຕີສົງເຄາະ ເມື່ອເຮົາເພີ່ມສັດທາ, ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວ, ແລະ ໃຫ້ການສົງເຄາະ.
ຂ້າພະເຈົ້າຂໍປິດທ້າຍດ້ວຍຖ້ອຍຄຳຂອງປະທານໂລເຣັນໂຊ ສະໂນ ທີ່ວ່າ: “ອະນາຄົດຂອງສະມາຄົມສະຕີ [ສົງເຄາະ] ມີຄຳສັນຍາຢ່າງຫລວງຫລາຍ. ເມື່ອສາດສະໜາຈັກນັບມື້ນັບເຕີບໂຕຂຶ້ນ, ສະມາຄົມສະຕີສົງເຄາະຈະເປັນປະໂຫຍດຫລາຍກວ່າເກົ່າ, ແລະ ມັນຈະມີປະສິດທິພາບໃນທາງດີ ຫລາຍກວ່າທີ່ຜ່ານມາ.”28 ຕໍ່ເອື້ອຍນ້ອງຜູ້ຊ່ອຍຂະຫຍາຍອານາຈັກຂອງພຣະເຈົ້າ, ເພິ່ນໄດ້ກ່າວວ່າ, “ດັ່ງທີ່ທ່ານໄດ້ຮ່ວມເຮັດວຽກງານເຫລົ່ານີ້, ທ່ານກໍໄດ້ຮ່ວມຢູ່ໃນການສະຫລອງວຽກງານ ແລະ ໃນຄວາມສູງສົ່ງ ແລະ ໃນລັດສະໝີພາບ ຊຶ່ງພຣະຜູ້ເປັນເຈົ້າຈະປະທານໃຫ້ແກ່ລູກໆທີ່ຊື່ສັດຂອງພຣະອົງ.”29 ຂ້າພະເຈົ້າຂໍເປັນພະຍານໃນມະໂນພາບນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.