ເມື່ອເຮົາປິດກອງປະຊຸມນີ້
ຂໍໃຫ້ທ່ານຈົ່ງໄຕ່ຕອງເຖິງຄວາມຈິງທີ່ທ່ານໄດ້ຍິນ, ຂໍໃຫ້ມັນຊ່ອຍທ່ານກາຍເປັນຄົນດີກວ່າ.
ຫົວໃຈຂອງຂ້າພະເຈົ້າເຕັມປ່ຽມ ເມື່ອເຮົາມາເຖິງທ້າຍກອງປະຊຸມອັນດີເດັ່ນນີ້. ເຮົາໄດ້ຮັບພອນຫລາຍເມື່ອເຮົາໄດ້ຍິນຄຳແນະນຳ ແລະ ປະຈັກພະຍານຂອງຜູ້ທີ່ໄດ້ກ່າວກັບເຮົາ. ຂ້າພະເຈົ້າຄິດວ່າທ່ານຈະເຫັນດ້ວຍກັບຂ້າພະເຈົ້າ ວ່າເຮົາໄດ້ຮູ້ສຶກພຣະວິນຍານຂອງພຣະຜູ້ເປັນເຈົ້າ ເມື່ອຫົວໃຈຂອງເຮົາໄດ້ຮັບການສຳພັດ ແລະ ປະຈັກພະຍານຂອງເຮົາໄດ້ຖືກເຮັດໃຫ້ເຂັ້ມແຂງຂຶ້ນ.
ອີກເທື່ອໜຶ່ງເຮົາມີຄວາມປະທັບໃຈກັບສຽງເພງທີ່ມ່ວນອອນຊອນ, ຊຶ່ງໄດ້ສ້າງບັນຍາກາດດີໃຫ້ແກ່ກອງປະຊຸມແຕ່ລະພາກ. ຂ້າພະເຈົ້າຂໍສະແດງຄວາມກະຕັນຍູຕໍ່ທຸກຄົນຜູ້ໄດ້ແບ່ງປັນພອນສະຫວັນຂອງເຂົາເຈົ້າໃນເລື່ອງນີ້.
ຂ້າພະເຈົ້າມີຄວາມປະທັບໃຈຫລາຍກັບຜູ້ທີ່ໄດ້ກ່າວປາໄສກັບພວກເຮົາ ຕະຫລອດທັງຜູ້ທີ່ໄດ້ກ່າວຄຳອະທິຖານໃນແຕ່ລະພາກ.
ມີຜູ້ຄົນຢ່າງຫລວງຫລາຍທີ່ໄດ້ໃຫ້ການຊ່ອຍເຫລືອກອງປະຊຸມ ທຸກເທື່ອຢູ່ຂ້າງໃນໂດຍບໍ່ມີໃຜຮູ້. ຄົງເປັນໄປບໍ່ໄດ້ ຖ້າປາດສະຈາກຄວາມຊ່ອຍເຫລືອຂອງເຂົາເຈົ້າ. ຂ້າພະເຈົ້າຂໍຂອບໃຈນຳທຸກໆຄົນເຫລົ່ານັ້ນ.
ຂ້າພະເຈົ້າຮູ້ວ່າທ່ານກໍມີຄວາມກະຕັນຍູຮ່ວມກັບຂ້າພະເຈົ້າຕໍ່ບັນດາອ້າຍເອື້ອຍນ້ອງທີ່ໄດ້ຖືກປົດຈາກຕຳແໜ່ງໃນກອງປະຊຸມນີ້. ພວກເພິ່ນໄດ້ເສຍສະລະຢ່າງຫລວງຫລາຍໃນວຽກງານຂອງພຣະຜູ້ເປັນເຈົ້າ ແລະ ຄົນລຸ້ນຕໍ່ໆໄປຈະຮູ້ສຶກຄືກັນ.
ພ້ອມນີ້ ພວກເຮົາກໍໄດ້ສະໜັບສະໜູນບັນດາອ້າຍເອື້ອຍນ້ອງຜູ້ໄດ້ຖືກເອີ້ນສູ່ຕຳແໜ່ງໃໝ່ຂອງພວກເພິ່ນໃນກອງປະຊຸມນີ້ດ້ວຍການຍົກມືຂຶ້ນ. ພວກເຮົາຂໍຕ້ອນຮັບພວກເພິ່ນ ແລະ ຢາກໃຫ້ພວກເພິ່ນຮູ້ວ່າ ພວກເຮົາມີຄວາມຕື່ນເຕັ້ນທີ່ຈະໄດ້ຮັບໃຊ້ຮ່ວມກັບພວກເພິ່ນໃນອຸດົມການຂອງພຣະອາຈານ. ພວກເພິ່ນໄດ້ຖືກເອີ້ນສູ່ຕຳແໜ່ງຂອງພວກເພິ່ນໂດຍການດົນໃຈຈາກເບື້ອງບົນ.
ພວກເຮົາໄດ້ຖ່າຍທອດກອງປະຊຸມນີ້ຢ່າງກວ້າງໄກ, ຕະຫລອດທຸກທະວີບ, ຂ້າມນ້ຳຂ້າມທະເລ ໄປເຖິງຜູ້ຄົນຢູ່ໃນທຸກຫົນທຸກແຫ່ງ. ເຖິງແມ່ນພວກເຮົາຈະຢູ່ຫ່າງໄກຈາກຫລາຍຄົນພວກທ່ານ, ແຕ່ພວກເຮົາກໍມີຄວາມຮັກ ແລະ ມີຄວາມກະຕັນຍູຕໍ່ທ່ານ ບໍ່ວ່າທ່ານຈະອາໄສຢູ່ບ່ອນໃດກໍຕາມ.
ຈັ່ງແມ່ນເປັນພອນແທ້ໆ, ອ້າຍເອື້ອຍນ້ອງທັງຫລາຍ, ທີ່ມີພຣະກິດຕິຄຸນຂອງພຣະເຢຊູຄຣິດໃນຊີວິດ ແລະ ໃນຫົວໃຈຂອງເຮົາ. ມັນຕອບຄຳຖາມອັນສຳຄັນທີ່ສຸດກ່ຽວກັບຊີວິດ. ມັນເປັນຫລັກຖານເຖິງຄວາມໝາຍ ແລະ ຈຸດປະສົງ ແລະ ໃຫ້ຄວາມຫວັງແກ່ຊີວິດຂອງເຮົາ.
ເຮົາມີຊີວິດຢູ່ໃນວັນເວລາທີ່ຫຍຸ້ງຍາກ. ຂ້າພະເຈົ້າແນ່ໃຈວ່າ ພຣະບິດາເທິງສະຫວັນຮູ້ເຖິງການທ້າທາຍທີ່ເຮົາປະເຊີນຢູ. ພຣະອົງຮັກເຮົາທຸກຄົນ ແລະ ຢາກປະທານພອນໃຫ້ເຮົາ ແລະ ຢາກຊ່ອຍເຫລືອເຮົາ. ຂໍໃຫ້ເຮົາຈົ່ງເອີ້ນຫາພຣະອົງໃນຄຳອະທິຖານ, ຕາມທີ່ພຣະອົງໄດ້ແນະນຳເມື່ອພຣະອົງບອກໃຫ້ເຮົາອະທິຖານສະເໝີ ແລ້ວພຣະອົງຈະຖອກເທພຣະວິນຍານຂອງພຣະອົງລົງມາເທິງເຮົາ, ແລະ ພອນຂອງເຮົາຈະຍິ່ງໃຫຍ່—ແທ້ຈິງແລ້ວ, ແມ່ນແຕ່ຫລາຍກວ່າທີ່ເຮົາຈະໄດ້ຮັບຊັບສົມບັດຂອງແຜ່ນດິນໂລກ ແລະ ຄວາມເສື່ອມໂຊມທີ່ມີຢູ່ໃນນັ້ນ.1
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂໍໃຫ້ບ້ານເຮືອນຂອງທ່ານຈົ່ງເຕັມໄປດ້ວຍຄວາມຮັກ ແລະ ຄວາມເຫັນອົກເຫັນໃຈກັນ ແລະ ດ້ວຍວິນຍານຂອງພຣະຜູ້ເປັນເຈົ້າ. ຈົ່ງຮັກຄອບຄົວຂອງທ່ານ. ຖ້າຫາກມີການຜິດຖຽງກັນ ແລະ ການຄັດແຍ້ງກັນຢູ່ໃນບັນດາພວກທ່ານ, ຈົ່ງແກ້ໄຂມັນໃຫ້ຮຽບຮ້ອຍໃນຕອນນີ້. ພຣະຜູ້ຊ່ອຍໃຫ້ລອດໄດ້ກ່າວວ່າ:
“ຈະບໍ່ມີການໂຕ້ຖຽງກັນໃນບັນດາພວກ. …
“ເພາະຕາມຈິງ, ຕາມຈິງແລ້ວເຮົາກ່າວກັບເຈົ້າ, ຜູ້ທີ່ມີວິນຍານແຫ່ງການຂັດແຍ້ງນັ້ນບໍ່ໄດ້ມາຈາກເຮົາ, ແຕ່ມາຈາກມານ, ຜູ້ເປັນບິດາຂອງການຂັດແຍ້ງ ແລະ ມັນໄດ້ຍຸຍົງໃຈຂອງມະນຸດໃຫ້ຂັດແຍ້ງກັນດ້ວຍຄວາມຄຽດແຄ້ນ.
“[ແຕ່] ຈົ່ງເບິ່ງ, ນີ້ບໍ່ແມ່ນຄຳສອນຂອງເຮົາ … ; ແຕ່ ນີ້ ເປັນຄຳສອນຂອງເຮົາຄື ຄວນໃຫ້ເລື່ອງເຊັ່ນນັ້ນໝົດໄປ.”2
ໃນຖານະທີ່ເປັນຜູ້ຮັບໃຊ້ທີ່ຖ່ອມຕົນຂອງທ່ານ, ຂ້າພະເຈົ້າຂໍກ່າວເຖິງຖ້ອຍຄຳຂອງກະສັດເບັນຢາມິນທີ່ໄດ້ກ່າວກັບຜູ້ຄົນຂອງເພິ່ນດັ່ງນີ້:
“ຂ້າພະເຈົ້າບໍ່ໄດ້ສັ່ງໃຫ້ພວກທ່ານຂຶ້ນມາ … ເພື່ອພວກທ່ານຈະຄິດວ່າ ຕົວຂ້າພະເຈົ້າເອງຍິ່ງໃຫຍ່ກວ່າມະນຸດ.
“ແຕ່ຂ້າພະເຈົ້າກໍຄືກັນກັບຕົວຂອງພວກທ່ານທີ່ຕ້ອງຂຶ້ນຢູ່ກັບຈຸດອ່ອນທຸກຢ່າງໃນຮ່າງກາຍ ແລະ ຈິດໃຈ; ເຖິງຢ່າງໃດກໍຕາມ ຂ້າພະເຈົ້າກໍໄດ້ຖືກເລືອກ … ຈາກພຣະຫັດຂອງພຣະຜູ້ເປັນເຈົ້າ … ແລະ ໄດ້ຮັບການຮັກສາ ແລະ ປົກປ້ອງໂດຍອຳນາດອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ, ທີ່ໃຫ້ຮັບໃຊ້ພຣະອົງດ້ວຍສຸດຄວາມສາມາດ, ສຸດຄວາມຄິດ, ແລະ ສຸດກຳລັງ ຊຶ່ງພຣະຜູ້ເປັນເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າ.3
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າມີຄວາມປາຖະໜາຈົນສຸດຫົວໃຈທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ ແລະ ຮັບໃຊ້ພຣະອົງ ແລະ ຮັບໃຊ້ທ່ານ.
ບັດນີ້ ເມື່ອເຮົາຈາກກອງປະຊຸມນີ້ໄປ, ຂ້າພະເຈົ້າຂໍມອບພອນຈາກສະຫວັນໃຫ້ແກ່ທ່ານແຕ່ລະຄົນ. ຂໍໃຫ້ທ່ານຜູ້ທີ່ບໍ່ໄດ້ຢູ່ບ້ານ ຈົ່ງກັບໄປບ້ານດ້ວຍຄວາມປອດໄພ. ຂໍໃຫ້ທ່ານຈົ່ງໄຕ່ຕອງ ເຖິງຄວາມຈິງທີ່ທ່ານໄດ້ຍິນ, ຂໍໃຫ້ມັນຊ່ອຍທ່ານກາຍເປັນຄົນດີກວ່າສອງມື້ທີ່ຜ່ານມາ.
ຈົນກວ່າເຮົາຈະມາພົບກັນອີກໃນຫົກເດືອນຂ້າງໜ້າ, ຂ້າພະເຈົ້າຂໍໃຫ້ພອນຂອງພຣະຜູ້ເປັນເຈົ້າມາສູ່ທ່ານ, ແລະ ມາສູ່ເຮົາທຸກຄົນ, ແລະ ຂ້າພະເຈົ້າຂໍກ່າວມາໃນພຣະນາມອັນສັກສິດຂອງພຣະອົງ—ແມ່ນແຕ່ພຣະເຢຊູຄຣິດ ພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ອຍໃຫ້ລອດຂອງເຮົາ—ອາແມນ.