ບົດຮຽນພິເສດ
ຂ້າພະເຈົ້າຫວັງ ແລະ ອະທິຖານວ່າ ພວກເຮົາຈະຮັບເອົາພາລະກິດຢ່າງສະຫງ່າງາມ ແລະ ຊ່ອຍຄົນໃນບັນດາພວກເຮົາທີ່ເປັນທຸກ.
ໃນ 20 ເດືອນທີ່ຜ່ານມາ ຄອບຄົວຂອງຂ້າພະເຈົ້າໄດ້ຮັບພອນພິເສດທີ່ໄດ້ມີຫລານນ້ອຍຜູ້ພິເສດ.
ທ້າວແພັກສະຕັນ ຫລານຊາຍນ້ອຍຂອງພວກເຮົາໄດ້ເກີດມາພ້ອມກັບພະຍາດໂຄໂມໂຊມທີ່ຜິດປົກກະຕິ ເປັນພະຍາດທີ່ໃຫ້ລາວບໍ່ຄືຄົນຫລາຍກວ່າຮ້ອຍລ້ານ. ສຳລັບລູກສາວຂອງພວກເຮົາ ແລະ ສາມີຂອງນາງ ການເກີດຂອງທ້າວແພັກສະຕັນກໍ່ໃຫ້ເກີດປະສົບການທີ່ປຽນແປງຊີວິດຂອງພວກເຂົາ. ປະສົບການ ດັ່ງກ່າວເປັນການທົດລອງອັນຫຍຸ້ງຍາກທີ່ຈະຮຽນບົດຮຽນພິເສດທີ່ຜູກພັນກັບນິລັນດອນ.
ແອວເດີ ຣະໂຊ ເອັມ ແນວສັນ ທີ່ເຄົາລົບ, ຜູ້ຫາກໍໄດ້ກ່າວກັບເຮົາ, ໄດ້ສອນວ່າ:
“ເພາະເຫດທີ່ທຳມະດາບໍ່ມີຜູ້ໃດຮູ້ ບາງຄົນເກີດມາມີຄວາມຈຳກັດທາງຮ່າງກາຍ. ສ່ວນສະເພາະຂອງຕົວຮ່າງກາຍອາດບໍ່ຄືທຳມະດາ. ສ່ວນລະບົບຮັກສາຕົວອາດບໍ່ເຮັດວຽກງານຕາມສົມຄວນ ແລະ ຮ່າງກາຍຂອງທຸກຄົນເປັນໄຂ້ບໍ່ສະບາຍໄດ້ ແລະ ຈະຕາຍ. ແຕ່ຢ່າງໃດກໍຕາມຂອງປະທານທີ່ມີຮ່າງກາຍເປັນຂອງປະທານອັນລ້ຳຄ່າ. …
“ເຮົາບໍ່ຕ້ອງມີຮ່າງກາຍທີ່ສົມບູນເພື່ອຮັບການສູງສົ່ງ. ຕາມຈິງແລ້ວ, ວິນຍານທີ່ດີເລີດກໍຢູ່ໃນຮ່າງກາຍທີ່ອ່ອນແອ. …
“ຈະມີເວລາທີ່ ‘ວິນຍານກັບຮ່າງກາຍຈະຮວມກັນອີກໃນຮູບລັກສະນະອັນບໍລິບຸນຂອງມັນ ທັງແຂນຂາ ແລະ ຂໍ້ຕໍ່ຈະກັບຄືນສູ່ໂຄງຮ່າງອັນຖືກຕ້ອງຂອງມັນ’ (ແອວມາ 11:43). ແລ້ວຍ້ອນການຊົດໃຊ້ ຂອງພຣະເຢຊູຄຣິດ ພວກເຮົາຈຶ່ງສາມາດກາຍເປັນຄົນດີພ້ອມໃນພຣະອົງ.”1
ສຳລັບທ່ານທຸກຄົນທີ່ມີຄວາມຍາກລຳບາກ ມີຄວາມກັງວົນ, ມີຄວາມອຸກໃຈ; ຫລື ມີຄວາມເຈັບຊ້ຳໃຈ ຍ້ອນຄົນທີ່ທ່ານຮັກ ຂໍໃຫ້ຮູ້ວ່າ: ໂດຍທາງຄວາມຮັກທີ່ບໍ່ມີສິ້ນສຸດ ແລະ ຄວາມເມດຕາອັນຕະຫລອດໄປເປັນນິດ ພຣະເຈົ້າພຣະບິດາຈຶ່ງຮັກຄົນທີ່ທຸກຍາກລຳບາກ ແລະ ພຣະອົງຮັກທ່ານຄືກັນຢ່າງແນ່ນອນ!
ຕອນທີ່ເກີດຄວາມທຸກທໍລະມານດັ່ງກ່າວຈະມີບາງຄົນທີ່ຖາມວ່າ ເປັນຫຍັງພຣະເຈົ້າຜູ້ຊົງລິດອຳນາດຈຶ່ງຍອມໃຫ້ສິ່ງນີ້ເກີດຂຶ້ນ? ແລ້ວມີອີກຄຳຖາມໜຶ່ງວ່າ ເປັນຫຍັງມັນເກີດນຳຂ້ານ້ອຍ? ເປັນຫຍັງເຮົາຕ້ອງປະສົບກັບໂລກພະຍາດ ແລະ ສິ່ງທີ່ເຮັດໃຫ້ພິການ ຫລື ເອົາຊີວິດຂອງຄອບຄົວກ່ອນເຖົ້າ ຫລື ໃຫ້ປະສົບກັບຄວາມເຈັບປວດຫລາຍປີ? ເປັນຫຍັງຕ້ອງມີຄວາມເຈັບຊ້ຳໃຈ?
ໃນໄລຍະດັ່ງກ່າວນີ້ ພວກເຮົາສາມາດມອງເຫັນແຜນແຫ່ງຄວາມສຸກທີ່ພຣະບິດາເທິງສະຫວັນໄດ້ປະທານໃຫ້. ໃນຊີວິດກ່ອນເກີດ ເມື່ອໄດ້ສະເໜີແຜນດັ່ງກ່າວພວກເຮົາທຸກຄົນໄດ້ໂຮຮ້ອງດ້ວຍຄວາມສຸກ.2 ເວົ້າງ່າຍໆ ຊີວິດນີ້ເປັນການຝຶກອົບລົມເພື່ອຄວາມສູງສົ່ງອັນນິລັນດອນ ແລະ ນັ້ນໝາຍຄວາມວ່າ ຈະມີການທົດລອງ. ກໍເປັນຈັ່ງຊີ້ຕະຫລອດການ ແລະ ບໍ່ມີຜູ້ໃດຫລີກເວັ້ນມັນໄດ້.
ການໄວ້ວາງໃຈຕາມພຣະປະສົງຂອງພຣະເຈົ້າ ເປັນສ່ວນສຳຄັນຂອງຄວາມເປັນມະຕະຂອງພວກເຮົາ. ໂດຍມີສັດທາໃນພຣະອົງ ພວກເຮົາໄດ້ຮັບກຳລັງໃຈຈາກອຳນາດຂອງການຊົດໃຊ້ຂອງພຣະຄຣິດຕອນທີ່ພວກເຮົາມີຄຳຖາມຫລາຍ, ແຕ່ຄຳຕອບບໍ່ມີເລີຍ.
ຫລັງຈາກພຣະອົງໄດ້ຟື້ນຄືນຊີວິດແລ້ວ ແລະ ໄດ້ມາຢ້ຽມຢາມທະວີບອະເມຣິກາ ພຣະຜູ້ຊ່ອຍໃຫ້ລອດ ຂອງພວກເຮົາພຣະເຢຊູຄຣິດໄດ້ໃຫ້ຄຳສະເໜີແກ່ທຸກຄົນວ່າ:
“ມີຄົນໃດທີ່ເຈັບປ່ວຍຢູ່ໃນບັນດາພວກເຈົ້າບໍ? ຈົ່ງນຳເຂົາມາທີ່ນີ້ ມີຄົນໃດທີ່ເປັນລ່ອຍ ຫລື ຕາບອດ ຫລື ຂາເສຍ ຫລື ພິການ ຫລື ເປັນຂີ້ທູດ ຫລື ທີ່ຫ່ຽວແຫ້ງ ຫລື ທີ່ຫູໜວກ ຫລື ມີທຸກໃດໆບໍ? ຈົ່ງນຳເຂົາມາ ທີ່ນີ້ ແລະ ເຮົາຈະຮັກສາເຂົາ ເພາະເຮົາມີຄວາມເມດຕາສົງສານເຈົ້າອຸທອນຂອງເຮົາເຕັມໄປດ້ວຍຄວາມເມດຕາ. …
“ແລະເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະອົງຮັບສັ່ງດັ່ງນັ້ນ ແລ້ວຝູງຊົນທັງໝົດໄດ້ອອກໄປພ້ອມກັນ ພ້ອມດ້ວຍຄົນເຈັບຂອງເຂົາ ແລະ ຄົນມີທຸກຂອງເຂົາ ແລະ ຄົນເປັນເປ້ຍລ່ອຍຂອງເຂົາ ແລະ ພ້ອມດ້ວຍຄົນຕາບອດຂອງເຂົາ ແລະ ພ້ອມດ້ວຍຄົນໃບ້ຂອງເຂົາ ແລະ ພ້ອມດ້ວຍທຸກຄົນທີ່ມີທຸກໃດໆ ແລະ ພຣະອົງໄດ້ຮັກສາເຂົາທຸກຄົນ ເພື່ອນຳເອົາມາເຝົ້າພຣະອົງ.”3
ກໍມີອຳນາດຫລາຍໃນຄຳວ່າ ຝູງຊົນທັງໝົດໄດ້ອອກໄປ ພ້ອມກັນ”—ທັງໝົດ, ອ້າຍເອື້ອຍນ້ອງ. ພວກເຮົາ ທຸກຄົນ ມີຄວາມຍາກລຳບາກ. ແລ້ວຄຳວ່າ: “ຄົນທີ່ເປັນທຸກໃດໆ.” ພວກເຮົາທຸກຄົນເຂົ້າໃຈຄຳນີ້ ບໍ່ແມ່ນຫວາ?
ບໍ່ດົນມາຫລັງຈາກທ້າວແພັກສະຕັນໄດ້ເກີດມາ ພວກເຮົາກໍຮູ້ວ່າ ພຣະບິດາເທິງສະຫວັນຈະອວຍພອນ ພວກເຮົາ ແລະ ສອນພວກເຮົາເຖິງບົດຮຽນພິເສດ. ຂະນະທີພໍ່ລາວພ້ອມກັບຂ້າພະເຈົ້າໄດ້ວາງມືໃສ່ເທິງຫົວນ້ອຍໆ ມອບພອນຖານະປະໂລຫິດໃຫ້ລາວເປັນເທື່ອທຳອິດ ກໍມີຄຳເຂົ້າຄວາມຄິດ ຂ້າພະເຈົ້າທີ່ມາຈາກພຣະທຳໂຢຮັນ ບົດທີເກົ້າວ່າ: “ເພື່ອໃຫ້ພາລະກິດຂອງພຣະເຈົ້າປະກົດໃນຕົວລາວ.”4
ວຽກງານຂອງພຣະເຈົ້າກຳລັງສະແດງອອກໂດຍທາງທ້າວແພັກສະຕັນ.
ພວກເຮົາກຳລັງຮຽນຄວາມອົດທົນ, ສັດທາ, ແລະ ຄວາມກະຕັນຍູ ໂດຍຜ່ານທາງອຳນາດການຮັບໃຊ້ຄວາມຮູ້ສຶກທີ່ແຮງກ້າຫລາຍຊົ່ວໂມງ, ນ້ຳຕາແຫ່ງເມດຕາ ແລະ ການອະທິຖານ ແລະ ການສະແດງຄວາມຮັກສຳລັບຄົນທີ່ຮັກກັນ ໂດຍສະເພາະທ້າວແພັກສະຕັນພ້ອມກັບພໍ່ແມ່ຂອງລາວ.
ປະທານເຈມ ອີ ອີ ຟາວ, ອາດີດປະທານສະເຕກຕອນຂ້າພະເຈົ້າຍັງນ້ອຍ, ເຄີຍບອກວ່າ: “ຂ້າພະເຈົ້າກໍຮູ້ສຳນຶກບຸນຄຸນສຳລັບພໍ່ແມ່ທີ່ໂດຍຄວາມກ້າຫານຮັບເອົາ ແລະ ເອົາຊະນະຄວາມເຈັບຊ້ຳໃຈ ແລະ ຄວາມເສົ້າໂສກເພື່ອລູກ ທີ່ເກີດມາ ຫລື ມີຄວາມພິການໜັກດ້ານຈິດໃຈ ຫລື ຮ່າງກາຍ. ຄວາມເຈັບຊ້ຳໃຈດັ່ງກ່າວນີ້ ຫລາຍເທື່ອກໍມີທຸກວັນບໍ່ຮູ້ຈົບໃນຊີວິດຂອງພໍ່ແມ່ ຫລື ລູກຄົນນັ້ນ. ຫລາຍໆເທື່ອ ພໍ່ແມ່ຈຳຕ້ອງໃຫ້ການບົວລະບັດຢ່າງເຫລືອຫລາຍ ຊຶ່ງບໍ່ມີການສິ້ນສຸດ ບໍ່ວ່າເປັນກາງເວັນ ຫລື ກາງຄືນ. ມີແມ່ຫລາຍຄົນທີ່ປວດແຂນ, ປວດໃຈເປັນເວລາຫລາຍປີ ໂດຍທີ່ປອບໂຍນ ແລະ ຮັກສາການເຈັບທໍລະມານຂອງລູກຄົນພິເສດ.”5
ດັ່ງທີ່ອະທິບາຍໃນໜັງສືໂມໄຊຢາ ພວກເຮົາເປັນພະຍານເຫັນຄວາມຮັກອັນບໍລິສຸດຂອງພຣະຜູ້ຊ່ອຍໃຫ້ລອດທີ່ໃຫ້ແກ່ຄອບຄົວຂອງທ້າວແພັກສະຕັນ ຊຶ່ງຄວາມຮັກດັ່ງກ່າວກໍມີໃຫ້ທຸກຄົນ: ພາລະໜັກໜ່ວງທີ່ມອບໃຫ້ແອວມາ ແລະ ພີ່ນ້ອງຂອງເພິ່ນໄດ້ເບົາບາງລົງ ແທ້ຈິງແລ້ວ ພຣະຜູ້ເປັນເຈົ້າໄດ້ເພີ່ມກຳລັງໃຫ້ພວກເຂົາ ເພື່ອພວກເຂົາຈະສາມາດທົນແບກຫາບພາລະໄດ້ໂດຍງ່າຍ ແລະ ພວກເຂົາຍອມຮັບຢ່າງຊື່ນບານ ແລະ ດ້ວຍຄວາມອົນທົນຕໍ່ພຣະປະສົງທັງໝົດຂອງພຣະຜູ້ເປັນເຈົ້າ.”6
ມີຄືນໜຶ່ງຕອນທ້າວແພັກສະຕັນຍັງນ້ອຍໆ, ພວກເຮົາໄດ້ນັ່ງຢູ່ໃນຫ້ອງພະແນກພິເສດສຳລັບເດັກເກີດໃໝ່ ໃນໂຮງໝໍ Primary Childrens’ Medical Center ຢູ່ເມືອງເຊົາເລັກ, ລັດຢູທາ ແລະ ຮູ້ສຶກ ອັດສະຈັນໃຈ ໂດຍເຫັນການເອົາໃຈໃສ່ຢ່າງລະອຽດຂອງພວກແພດພະຍາບານ ແລະ ເຈົ້າໜ້າທີ່ອື່ນໆ. ຂ້າພະເຈົ້າຖາມລູກສາວວ່າ ຈະຈ່າຍຄ່າໄດ້ຢ່າງໃດ ແລ້ວເດົາອອກວ່າຄ່າໂຮງໝໍອາດຫລາຍເທົ່າໃດ. ໝໍຄົນໜຶ່ງທີ່ຢູ່ໃກ້ໆໄດ້ບອກຂ້າພະເຈົ້າວ່າ “ເດົາຕ່ຳໂພດ” ແລະວ່າຄ່າການບົວລະບັດຂອງທ້າວແພັກສະຕັນຈະຫລາຍກວ່າຂ້າພະເຈົ້າປະເມີນຫລາຍເທົ່າ. ເຮົາກໍໄດ້ຮຽນວ່າ ຄ່າການບົວລະບັດສ່ວນຫລາຍໃນໂຮງໝໍນັ້ນກໍຈ່າຍດ້ວຍການບໍລິຈາກເວລາ ແລະ ເງິນຢ່າງເອື້ອເຟື້ອເພື່ອແຜ່ຈາກຄົນຕ່າງໆ. ຄຳເວົ້າຂອງໝໍຄົນນັ້ນ ເຮັດໃຫ້ຂ້າພະເຈົ້າຮູ້ສຶກຖ່ອມຕົວ ຂະນະທີ່ຄິດເຖິງຄ່າຂອງຈິດວິນຍານຕົວນ້ອຍນັ້ນສຳລັບຄົນທີ່ໄດ້ໃຫ້ການບົວລະບັດແກ່ລາວ.
ຂ້າພະເຈົ້າໄດ້ນຶກເຖິງຂໍ້ພຣະຄຳພີທີ່ຜູ້ສອນສາດສະໜາຫລາຍຄົນຮູ້ ແລ້ວມີຄວາມໝາຍອີກຢ່າງໜຶ່ງຄື ພວກເຮົາຕ້ອງຈື່ຈຳຄ່າຂອງຈິດວິນຍານວ່າມັນຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າຫລາຍພຽງໃດ.7
ຂ້າພະເຈົ້າໄດ້ຮ້ອງໄຫ້ຂະນະທີ່ພິຈາລະນາຄວາມຮັກທີ່ບໍ່ມີສິ້ນສຸດຊຶ່ງພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຊົງຮັກຂອງພຣະອົງ ພຣະເຢຊູຄຣິດມີໃຫ້ພວກເຮົາໝົດທຸກຄົນ ພ້ອມດ້ວຍໄດ້ຮຽນກ່ຽວກັບຄຸນຄ່າຂອງຈິດວິນຍານສຳລັບພຣະເຈົ້າທັງທາງຮ່າງກາຍ ແລະ ທາງວິນຍານນຳອີກ.
ຄອບຄົວແພັກສະຕັນກໍຮຽນວ່າ ມີທູດສະຫວັນ ແລະ ທູດຢູ່ໃນໂລກຫລາຍໆຄົນຢູ່ອ້ອມຮອບຕົວລາວຕະຫລອດເວລາ. ມີບາງຄົນທີ່ແອບເຂົ້າມາຊ່ອຍເມື່ອຕ້ອງການແລ້ວແອບອອກໄປ. ມີອີກຄົນໜຶ່ງທີ່ເອົາອາຫານມາໃຫ້, ຊ່ອຍຊັກເສື້ອຜ້າ, ຮັບເອົາພວກອ້າຍເອື້ອຍ, ໂທມາຊ່ອຍສະໜັບສະໜູນ, ແລະ ໂດຍສະເພາະອະທິຖານເພື່ອທ້າວແພັກສະຕັນ. ດັ່ງນັ້ນມີບົດຮຽນອີກບົດໜຶ່ງຄື: ຖ້າຫາກທ່ານເຫັນຄົນທີ່ກຳລັງຈົມນ້ຳຕາຍ ທ່ານຈະຖາມລາວຢາກໃຫ້ຊ່ອຍຫລືບໍ່—ຫລື ຈະດີກວ່າທີ່ຈະກະໂດດລົງໄປຊ່ອຍຊີວິດລາວທັນທີ? ເຖິງແມ່ນການຂໍຖາມອາດມີເຈດຕະນາທີ່ດີ ທີ່ບອກວ່າ “ບອກຂ້ອຍເດີ້ຖ້າຢາກໃຫ້ຂ້ອຍຊ່ອຍຫຍັງແດ່” ທີ່ຈິງແລ້ວ, ບໍ່ຊ່ອຍດອກ.
ພວກເຮົາຮຽນຕະຫລອດເຖິງຄວາມສຳຄັນທີ່ເອົາໃຈໃສ່ ແລະ ເປັນຫ່ວງຊີວິດຂອງຄົນທີ່ຢູ່ໃກ້ກັບພວກເຮົາ ຮຽນຄວາມສຳຄັນ ທີ່ໃຫ້ຄວາມຊ່ອຍເຫລືອພ້ອມດ້ວຍຄວາມສຸກອັນເຫລືອລົ້ນທີ່ມີໃນການຊ່ອຍຄົນອື່ນ.
ປະທານທອມມັສ ແອັສ ມອນສັນ ທີ່ເຄົາລົບຜູ້ທີ່ເປັນຕົວຢ່າງດີເລີດ ເຖິງການຊ່ອຍຄົນທີ່ເປັນທຸກເຄີຍເວົ້າວ່າ: “ຂໍໃຫ້ພຣະເຈົ້າອວຍພອນແກ່ທຸກຄົນທີ່ພະຍາຍາມເຝົ້າຮັກສາພີ່ນ້ອງ ເພື່ອຊ່ອຍບັນເທົາຄວາມທຸກທໍລະມານທີ່ພະຍາຍາມຈົນສຸດຄວາມສາມາດທີ່ຈະເຮັດໃຫ້ໂລກດີຂຶ້ນ. ທ່ານເຄີຍເຫັນບໍວ່າ ຄົນດັ່ງກ່າວຍິ້ມຄື ມີຄວາມສຸກຫລາຍ? ເຂົາເຈົ້າຍ່າງໄປດ້ວຍຄວາມໝັ້ນໃຈ. ເຂົາເຈົ້າຄືຄົນພໍຈິດພໍໃຈແລ້ວ ເພາະຄົນທີ່ອອກໄປຊ່ອຍຄົນອື່ນຍອມຈະຮັບເອົາພອນໃຫ້ຕົວເອງຢ່າງແນ່ນອນດ້ວຍ.”8
ເຖິງແມ່ນພວກເຮົາທຸກຄົນຈະມີການທົດລອງ, ມີຄວາມລຳບາກ, ມີການພິການ, ມີຄວາມເຈັບຊ້ຳໃຈ, ແລະ ຄວາມເປັນທຸກຫລາຍຊະນິດ ພຣະຜູ້ຊ່ອຍໃຫ້ລອດທີ່ຊົງຮັກພວກເຮົາຈະຢູ່ນຳພວກເຮົາຕະຫລອດເວລາ. ພຣະອົງສັນຍາວ່າ:
“ເມື່ອເຮົາໄປ ພວກທ່ານຈະບໍ່ຖືກປະໄວ້ໃຫ້ເປັນກຳພ້າ: ເຮົາຈະມາຫາພວກທ່ານ. …
“ເຮົາຂໍມອບສັນຕິສຸກໄວ້ກັບພວກທ່ານ ເປັນສັນຕິສຸກຂອງເຮົາເອງ ທີ່ເຮົາມອບໃຫ້ພວກທ່ານ. ສັນຕິສຸກທີ່ເຮົາໃຫ້ບໍ່ຄືສັນຕິສຸກທີ່ໂລກໃຫ້. ຢ່າກັງວົນ ແລະ ເປັນທຸກໃຈ, ແລະ ຢ່າສູ່ຢ້ານ.”9
ພວກເຮົາກໍມີຄວາມກະຕັນຍູຕໍ່ພຣະບິດາເທິງສະຫວັນຫລາຍພຽງໃດ ສຳລັບທ້າວແພັກສະຕັນຄົນປະເສີດ. ໂດຍທາງລາວ ພຣະຜູ້ເປັນເຈົ້າໄດ້ສະແດງວຽກງານຂອງພຣະອົງ ແລະ ຍັງສອນບົດຮຽນທີ່ມີຄຸນຄ່າອັນສັກສິດ ແລະ ພິເສດນຳອີກ.
ຂ້າພະເຈົ້າຂໍຈົບໂດຍອ້າງຄຳຈາກເພງສັນລະເສີນທີ່ມັກຫລາຍ:
ເຮົາຕ້ອງຖືກເກນຈົນການສູ້ຮົບຈົບຢຸດ
ເຮົາແສນຍິນດີ! ເຮົາແສນຍິນດີ!
ມີມົງກຸດຜຸດຜ່ອງລໍທະຫານໃນທັບຊົງສີ;
ເຮົາຈະມີໄຊ ແລະ ໃສ່ມັນບໍ່ຊ້າ.10
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າຫວັງ ແລະ ອະທິຖານວ່າ ພວກເຮົາຈະຮັບເອົາພາລະກິດຢ່າງສະຫງ່າງາມ ແລະ ຊ່ອຍຄົນໃນບັນດາພວກເຮົາທີ່ເປັນທຸກ ແລະ ຕ້ອງການຄວາມຊ່ອຍເຫລືອ ແລະ ກຳລັງໃຈ. ຂໍໃຫ້ພວກເຮົາທຸກຄົນຂອບພຣະໄທພຣະເຈົ້າສຳລັບພອນຂອງພຣະອົງ ແລະ ມີຄວາມຕັ້ງໃຈ ໃໝ່ນຳພຣະບິດາເທິງສະຫວັນຂອງເຮົາ ແລະ ເປັນຄົນຮັບໃຊ້ຢ່າງຖ່ອມຕົນໃຫ້ລູກພຣະອົງ, ໃນພຣະນາມ ຂອງພຣະເຢຊູຄຣິດ, ອາແມນ.