​2010–2019
ຖືກ​ສຽງ​ກັບ​ດົນຕີ​ແຫ່ງ​ສັດທາ
ເມສາ 2012


ຖືກ​ສຽງ​ກັບ​ດົນຕີ​ແຫ່ງ​ສັດທາ

ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ​ທຸກໆ​ຄົນ. ພຣະ​ອົງ​ປະສົງ​ໃຫ້​ເຂົາ​ທຸກ​ຄົນ​ກັບຄືນ​ໄປ​ຫາ​ພຣະ​ອົງ​ອີກ. ພຣະ​ອົງ​ປະສົງ​ໃຫ້​ທຸກ​ຄົນ​ປອງ​ດອງ​ຢູ່​ກັບ​ດົນຕີ​ສັກສິດ​ແຫ່ງ​ສັດທາ.

ເມື່ອ​ເຈົ້າ​ໜ້າທີ່​ຊັ້ນ​ຜູ້​ໃຫຍ່​ຂອງ​ສາດສະໜາ​ຈັກ​ພົບ​ປະ​ກັບ​ສະມາຊິກ​ຕະຫລອດ​ທົ່ວ​ໂລກ, ພວກ​ເຮົາ​ເຫັນ​ດ້ວຍ ຕົວ​ເອງ​ວ່າ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເປັນ​ພະລັງ​ແຫ່ງ​ຄວາມ​ດີງາມ​ແນວໃດ. ພວກ​ເຮົາ​ຂໍ​ສັນ​ລະ​ເສີນ​ທ່່ານ​ສຳລັບ ທຸກ​ສິ່ງ​ທີ່​ທ່ານ​ເຮັດ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ທຸກໆ​ຄົນ​ທັງ​ປວງ.

ພວກ​ເຮົາ​ຜູ້​ທີ່​ມີໜ້າ​ທີ່​ມອບ​ໝາຍ​ກັບ​ວຽກ​ງານ​ທາງ​ປະຊາສຳພັນ​ກໍ​ຮູ້​ຕົວ ໄດ້​ດີ​ວ່າຄວາມ​ຄິດ​ເຫັນ​ຂອງ ຜູ້​ຄົນ​ທີ່​ມີ​ອິດ​ທິ​ພົນ ແລະ ນັກ​ສື່ສານ​ໃນ​ສະຫະລັດ ແລະ ຕະຫລອດ​ທົ່ວ​ໂລກ​ໄດ້​ເພີ່ມ​ການ​ສົນທະນາ ຂອງ​ປະຊາຊົນ​ກ່ຽວ​ກັບ​ສາດສະໜາ​ຈັກ ແລະ ສະມາຊິກ​ຂອງ​ເຮົາ. ປັດໃຈ​ພິເສດ​ທີ່​ເຂົ້າ​ຫາ​ຈຸດ​ດຽວ​ກັນ ໄດ້​ເພີ່ມ​ທະວີ​ຄວາມ​ຮູ້ສຶກ​ຕົວ​ກ່ຽວ​ກັບ​ສາດສະໜາ​ຈັກ.1

ຫລາຍ​ຄົນ​ທີ່​ໄດ້​ຂຽນ​ກ່ຽວ​ກັບ​ສາດສະໜາ​ຈັກ​ໄດ້​ໃຊ້​ຄວາມ​ພະຍາຍາມ​ຢ່າງ​ຈິງ​ໃຈ​ເພື່ອ​ຈະ​ເຂົ້າໃຈ​ຜູ້​ຄົນ​ຂອງ ເຮົາ ແລະ ຄຳ​ສອນ​ຂອງ​ເຮົາ. ເຂົາເຈົ້າ​ໄດ້​ເປັນ​ຄົນ​ສຸພາບ ແລະ ໄດ້​ພະຍາຍາມ​ບໍ່​ໃຫ້​ມີ​ອະຄະຕິ, ຊຶ່ງ​ເຮົາ ກໍ​ມີ​ຄວາມ​ກະຕັນຍູ.

ເຮົາ​ກໍ​ເຂົ້າໃຈ​ອີ​ກວ່າ​ຫລາຍ​ຄົນ​ກໍ​ບໍ່​ເຂົ້າໃຈ​ສິ່ງ​ສັກສິດ. ເຈົ້າ​ອາຈານ ໂລດ ແສກ​ສ໌ ແຫ່ງ​ປະເທດ​ອັງກິດ, ເມື່ອ​ກ່າວ​ປາ​ໄສ​ຕໍ່​ຜູ້ນຳ​ຊາວ​ກາໂຕລິກ​ເມື່ອ​ເດືອນ​ທັນວາ​ຜ່ານ​ມາ​ນີ້​ຢູ່​ທີ່​ມະຫາວິທະຍາໄລ ພອນ​ທິ ຟິ​ໂກ ກຣະ​ໂກ​ຣຽນ (Pontifical Gregorian),” ໄດ້​ສັງເກດ​ເຫັນ​ວ່າ​ຜູ້​ຄົນ​ສົນໃຈ​ຝ່າຍ​ໂລກ​ຫລາຍ​ຂະໜາດ​ໃດ. ເພິ່ນ​ໄດ້​ກ່າວ​ວ່າ ຜູ້​ເຮັດ​ຜິດ​ກໍ​ເປັນ​ຜູ້​ຮຸກ​ຮານ​ທີ່​ບໍ່​ເຊື່ອ​ວ່າ​ມີ​ພຣະ​ເຈົ້າ​ໃນ​ໂລກ​ນີ້ ກໍ​ບໍ່​ເຫັນ​ຄຸນຄ່າ​ຂອງ​ສັດທາ ຫລື ສາດສະໜາ.2

ພາບ​ທີ່​ມາ​ໃຫ້​ເຫັນ​ທີ່​ແນະນຳ​ອັນ​ປະເສີດ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ກໍ​ຄື​ຄວາມ​ຝັນ​ຂອງ​ສາດສະດາ​ລີ​ໄຮ ກ່ຽວ​ກັບ​ຕົ້ນໄມ້​ແຫ່ງ​ຊີວິດ.3 ພາບ​ທີ່​ມາ​ໃຫ້​ເຫັນ​ນີ້​ບັນຍາຍ​ຢ່າງ​ແຈ້ງ​ຊັດ​ເຖິງ​ການ​ທ້າ​ທາຍ​ຕໍ່​ສັດທາ​ທີ່​ມີ ຢູ່​ໃນ​ວັນ​ເວລາ​ຂອງ​ເຮົາ ແລະ ສິ່ງ​ທີ່​ແບ່ງ​ແຍກ​ລະຫວ່າງ​ຜູ້​ຄົນ​ທີ່​ຮັກ, ນະມັດສະການ, ແລະ ຮູ້ສຶກ​ຮັບຜິດຊອບ​ຕໍ່​ພຣະ​ເຈົ້າ ແລະ ຜູ້​ທີ່​ບໍ່​ເປັນ​ດັ່ງນັ້ນ. ລີ​ໄຮ​ອະທິບາຍ​ເຖິງ​ການ​ປະພຶດ​ບາງ​ຢ່າງ ທີ່​ທຳລາຍ​ສັດທາ. ບາງ​ຄົນ​ກໍ​ຈອງຫອງ, ທະ​ນົງ​ຕົວ, ແລະ ໂງ່​ຈ້າ. ເຂົາເຈົ້າ​ສົນໃຈ​ນຳ​ພຽງ​ແຕ່​ສິ່ງ ທີ່​ບາງ​ຄິດ​ຖື​ວ່າ​ປັນຍາ​ຂອງ​ໂລກ.4 ອີກ​ຄົນ​ອື່ນ​ກໍ​ມີ​ຄວາມ​ສົນໃຈ​ໃນ​ພຣະ​ເຈົ້າ ແຕ່​ກໍ​ຖືກ​ຫລົງ​ທາງ​ໄປ ໃນ​ໝອກ​ແຫ່ງ​ຄວາມ​ມືດ​ມົວ ແລະ ບາບ​ຂອງ​ໂລກ.5 ບາງ​ຄົນ​ກໍ​ໄດ້​ຊີມ​ລົດ​ຊາດ​ແຫ່ງ​ຄວາມ​ຮັກ​ຂອງ ພຣະ​ເຈົ້າ ແລະ ພຣະ​ຄຳ​ຂອງ​ພຣະ​ອົງ ແຕ່​ແລ້ວ​ຮູ້ສຶກ​ລະອາຍ​ໃຈ​ເພາະ​ຜູ້​ຄົນ​ທີ່​ເຍາະ​ເຍີ້​ຍ​ເຂົາເຈົ້າ ແລະ ໄດ້​ຕົກ​ໄປ​ໃນ​ເສັ້ນທາງ​ທີ່​ຕ້ອງ​ຫ້າມ.”6

ສຸດ​ທ້າຍ, ກໍ​ມີ​ຜູ້​ຄົນ​ທີ່​ເຂົ້າໃຈ​ດົນຕີ​ແຫ່ງ​ສັດທາ. ທ່ານ​ຮູ້​ຢູ່​ວ່າ​ທ່ານ​ເປັນ​ໃຜ. ທ່ານ​ຮັກ​ພຣະ​ເຈົ້າ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ພະຍາຍາມ​ຕໍ່​ໄປ​ທີ່​ຈະ​ດຳລົງ​ຊີວິດ ແລະ ແບ່ງປັນ​ຂ່າວສານ​ຂອງ ພຣະ​ອົງ, ໂດຍ​ສະເພາະ​ກັບ​ຄອບຄົວ​ຂອງ​ທ່ານ.7 ທ່ານ​ຄົງ​ຢູ່​ໃນ​ຄວາມ​ປອງ​ດອງ​ກັບ​ການ​ກະ​ຕຸ້ນ​ເຕືອນ ຂອງ​ພຣະ​ວິນ​ຍານ, ຮູ້ສຶກ​ຕົວ​ຕໍ່​ອຳນາດ​ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ມີ​ການ​ປະພຶດ​ທາງ​ສາດສະໜາ​ໃນ ບ້ານ​ເຮືອນ​ຂອງ​ທ່ານ, ແລະ ພະ​ຍາມ​ຢ່າງ​ພຽກ​ພຽນ​ທີ່​ຈະ​ດຳລົງ​ຊີວິດ​ເໝືອນ​ພຣະຄຣິດ ໃນ​ຖານະສານຸສິດ​ຂອງ​ພຣະ​ອົງ.

ພວກ​ເຮົາ​ຮັບ​ຮູ້​ວ່າ​ທ່ານ​ມີ​ວຽກ​ເຮັດ​ຫລາຍ​ຂະໜາດ​ໃດ. ປາດ​ສະ​ຈາກ​ການ​ປະຕິບັດ​ສາດສະໜາ​ກິດ ທີ່​ໄດ້​ຄ່າ​ຈ້າງ, ໜ້າທີ່​ຮັບຜິດຊອບ​ໃນ​ການ​ປະຕິບັດ​ວຽກ​ງານ​ຂອງ​ສາດສະໜາ​ຈັກ​ນີ້​ກໍ​ຈະ​ຂຶ້ນ​ຢູ່​ກັບ​ທ່ານ ສະມາຊິກ​ຜູ້​ອຸທິດ​ຕົນ. ພວກ​ເຮົາ​ຮູ້​ມັນ​ເປັນ​ເລື່ອງ​ທຳ​ມະ​ດາ​ສຳລັບ​ສະມາຊິກ​ຂອງ​ຝ່າຍ​ອະທິການ ແລະ ປະທານ​ສະ​ເຕກ ແລະ ອີກ​ຫລາຍໆ​ຄົນ​ທີ່​ຈະ​ທຸ້ມເທ​ຫລາຍໆ​ຊົ່ວໂມງ​ໃນ​ການ​ຮັບ​ໃຊ້​ທີ່​ອຸທິດ​ຕົນ. ຝ່າຍ​ກຳມະການ​ຊ່ອຍ​ເຫລືອ ແລະ ປະທານ​ກຸ່ມ​ເປັນ​ຕົວຢ່າງ​ທີ່​ດີເລີດ​ໃນ​ການ​ເສຍ​ສະລະ​ທີ່​ບໍ່​ເຫັນ ແກ່​ຕົວ​ຂອງ​ເຂົາເຈົ້າ. ການ​ຮັບ​ໃຊ້ ແລະ ການ​ເສຍ​ສະລະ​ກໍ​ມີ​ຢູ່​ຕະຫລອດ​ທົ່ວ​ສາດສະໜາ​ຈັກ, ໄປ​ເຖິງ​ສະໝຽນ​ຜູ່​ຮັກສາ​ບັນທຶກ, ຄູ​ສອນ​ປະຈຳ​ບ້ານ ແລະ ຄູ​ຢ້ຽມ​ສອນ​ທີ່​ຊື່ສັດ, ແລະ ຜູ້​ທີ່​ສອນ ຫ້ອງ​ຮຽນ​ຕ່າງໆ. ພວກ​ເຮົາ​ຮູ້ສຶກ​ບຸນຄຸນ​ຕໍ່​ຜູ້​ທີ່​ຮັບ​ໃຊ້​ຢ່າງ​ກ້າຫານ​ໃນ​ຖານະ​ຜູ້ນຳ​ກຸ່ມ​ລູກ​ເສືອ ຫລື ເດັກ​ອະນຸບານ. ພວກ​ທ່ານ​ຍັງ​ມີ​ຄວາມ​ຮັກ ແລະ ຄວາມ​ຂອບໃຈ​ສຳລັບ​ສິ່ງ​ທີ່​ພວກ​ທ່ານ​ເຮັດ ແລະ ເປັນ​ຢູ່!

ພວກ​ເຮົາ​ຮັບ​ຮູ້​ຢູ່​ວ່າ​ມີ​ສະມາຊິກ​ຜູ້​ທີ່​ບໍ່​ສົນໃຈ ແລະ ບໍ່​ຊື່ສັດ​ຕໍ່​ຄຳ​ສອນ​ບາງ​ຢ່າງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ຄວາມ​ປາຖະໜາ​ຂອງ​ເຮົາ​ກໍ​ຢາກ​ໃຫ້​ສະມາຊິກ​ຕື່ນ​ຂຶ້ນ​ດ້ວຍ​ສັດທາ ແລະ ເພີ່ມ​ທະວີ​ການ​ມາ​ໂບດ ແລະ ຄຳ​ໝັ້ນ​ສັນຍາ​ຂອງ​ເຂົາເຈົ້າ. ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ​ທຸກໆ​ຄົນ. ພຣະ​ອົງ​ປະສົງ​ໃຫ້​ເຂົາ​ທຸກ​ຄົນ​ກັບ ຄືນ​ໄປ​ຫາ​ພຣະ​ອົງ​ອີກ. ພຣະ​ອົງ​ປະສົງ​ໃຫ້​ທຸກ​ຄົນ​ປອງ​ດອງ​ຢູ່​ກັບ​ດົນຕີ​ສັກສິດ​ແຫ່ງ​ສັດທາ. ການ​ຊົດ​ໃຊ້ ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ຂອງ​ປະທານ​ສຳລັບ​ທຸກໆ​ຄົນ.

ມັນ​ຕ້ອງ​ຖືກ​ສອນ ແລະ ຖືກ​ເຂົ້າໃຈ​ວ່າ​ເຮົາ​ຮັກ ແລະ ນັກ​ຖື​ທຸກໆ​ຄົນ​ທີ່​ລີ​ໄຮ​ໄດ້​ບັນຍາຍ​ເຖິງ.8 ຈົ່ງ​ຈຳ ໄວ້​ວ່າ, ມັນ​ບໍ່​ແມ່ນ​ໜ້າທີ່​ຂອງ​ເຮົາ​ທີ່​ຈະ​ຕັດສິນ. ການ​ຕັດສິນ​ເປັນ​ໜ້າທີ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.9 ປະທານ ທອມ​ມັສ ທອມ​ມັສ ແອັສ ມອນ​ສັນ ໄດ້​ຮຽກຮ້ອງ​ເຮົາ​ໂດຍ​ສະເພາະ​ໃຫ້​ມີ “ຄວາມ​ກ້າຫານ​ທີ່​ຈະ​ຫລີກ​ລ້ຽງ​ຈາກ​ການ ຕັດສິນ​ຄົນ​ອື່ນ.”10 ເພິ່ນ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ສະມາຊິກ​ຜູ້​ຊື່ສັດ​ທຸກ​ຄົນ​ໃຫ້​ ຊ່ອຍກູ້ ຜູ້​ທີ່​ໄດ້​ຊີມ​ລົດ​ຊາດ​ຂອງ ຜົນ​ລະ​ໄມ້​ແຫ່ງ​ພຣະ​ກິດ​ຕິ​ຄຸນ ແລະ ແລ້ວ​ໄດ້​ຕົກເຮ່ຍ​ໄປ​ຄື​ກັບ​ວ່າ​ເປັນ​ຜູ້​ທີ່​ຍັງ​ບໍ່​ໄດ້​ພົບ​ເສັ້ນທາງ​ທີ່​ຄັບ ແລະ ແຄບ​ນັ້ນ. ເຮົາ​ອະທິຖານ​ວ່າ​ເຂົາເຈົ້າ​ຈະ​ຈັບ​ເຫລັກ​ເສັ້ນ​ເອົາ​ໄວ້ ແລະ ຮັບ​ສ່ວນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ຈະ​ເຮັດ​ໃຫ້ “ຈິດ​ວິນ​ຍານ​ຂອງ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມສຸກ​ຢ່າງ​ເຫລືອ​ລົ້ນ.”11

ຂະນະ​ທີ່​ພາບ​ທີ່​ມາ​ໃຫ້​ເຫັນ​ຂອງ​ລີ​ໄຮ​ຮ່ວມ​ເຖິງ​ທຸກໆ​ຄົນ, ຈຸດ​ຄຳ​ສອນ​ທີ່​ສຳຄັນ​ສຸດ​ແມ່ນ​ກ່ຽວ​ກັບ​ຄວາມ ສຳຄັນ​ນິລັນດອນ​ຂອງ​ຄອບຄົວ. “ຄອບຄົວ​ຖືກ​ແຕ່ງຕັ້ງ​ຈາກ​ພຣະ​ເຈົ້າ. ມັນ​ເປັນ​ໜ່ວຍ​ທີ່​ສຳຄັນ​ສຸດ​ໃນ ການ​ເວລາ ແລະ ໃນ​ນິລັນດອນ.”12 ເມື່ອ​ລີ​ໄຮ​ໄດ້​ຮັບ​ສ່ວນ​ຜົນ​ລະ​ໄມ້​ຂອງ​ຕົ້ນໄມ້​ແຫ່ງ​ຊີວິດ (ຄວາມ​ຮັກ​ຂອງ​ພຣະ​ເຈົ້າ), ເພິ່ນ​ໄດ້​ປາຖະໜາ​ຢາກ​ໃຫ້ “ຄອບຄົວ [ຂອງ​ເພິ່ນ] ຮັບ​ສ່່ວນ​ຜົນ​ນັ້ນ​ດ້ວຍ.”13

ຄວາມ​ປາຖະໜາ​ຍິ່ງ​ໃຫຍ່​ຂອງ​ເຮົາ​ແມ່ນ​ຢາກ​ລ້ຽງ​ດູ​ລູກໆ​ຂອງ​ເຮົາ​ໃນ​ຄວາມ​ຈິງ ແລະ ຄວາມ​ຊອບ​ທຳ. ຫລັກ​ທຳ​ໜຶ່ງ​ທີ່​ຈະ​ຊ່ອຍ​ໃຫ້​ເຮົາ​ສຳເລັດ​ຜົນ​ນີ້​ກໍ​ແມ່ນ​ການ​ຫລີກ​ລ້ຽງ​ຈາກ​ການ​ຕັດສິນ​ຫລາຍ​ເກີນ​ໄປ​ກ່ຽວ​ກັບ ການ​ປະພຶດ​ທີ່​ໂງ່​່​ຈ້າ ແລະ ບໍ່​ສະຫລາດ​ແຕ່​ບໍ່​ໄດ້​ເປັນ​ບາບ. ເມື່ອ​ຫລາຍ​ປີ​ກ່ອນ, ຕອນ​ພັນ​ລະ​ຍາ ແລະ ຂ້າພະເຈົ້າ​ຍັງ​ມີ​ລູກ​ຢູ່​ນຳ​ໃນ​ບ້ານ, ແອວ​ເດີ ດາ​ລິນ ເອັຈ ໂອກ ໄດ້​ສອນ​ວ່າ​ມັນ​ສຳຄັນ​ທີ່​ຈະໄຈ້​ແຍກ ລະຫວ່າງ​ຄວາມ​ຜິດພາດ​ຂອງ​ຄົນ​ໜຸ່ມ ຊຶ່ງ​ຄວນ​ໄດ້​ຮັບ​ການ​ສັ່ງສອນ ແລະ ບາບ​ທີ່​ຕ້ອງການ​ການ​ຕິຕຽນ ແລະ ການ​ກັບ​ໃຈ.14 ເອັຈ ໂອກ ໄດ້​ສອນ​ວ່າ​ມັນ​ສຳຄັນ​ທີ່​ຈະໄຈ້​ແຍກ ລະຫວ່າງ​ຄວາມ​ຜິດພາດ​ຂອງ​ຄົນ​ໜຸ່ມ ຊຶ່ງ​ຄວນ​ໄດ້​ຮັບ​ການ​ສັ່ງສອນ ແລະ ບາບ​ທີ່​ຕ້ອງການ​ການ​ຕິຕຽນ ແລະ ການ​ກັບ​ໃຈ.15 ພວກ​ຂ້າພະເຈົ້າ​ໄດ້​ພົບ​ເຫັນ​ວ່າ​ສິ່ງ​ນີ້​ໄດ້​ໃຫ້​ຄວາມ​ຊ່ອຍ​ເຫລືອ​ໃນ​ຄອບຄົວ ຂອງ​ພວກ​ຂ້າພະເຈົ້າ​ເອງ.

ການ​ປະຕິບັດ​ທາງ​ເລື່ອງ​ສາດສະໜາ​ໃນ​ບ້ານ​ເຮືອນ​ໃຫ້​ພອນ​ຄອບຄົວ​ເຮົາ. ການ​ເປັນ​ຕົວຢ່າງ​ແຮ່ງ​ສຳຄັນ ເປັນ​ພິເສດ. ສິ່ງ​ທີ່​ເຮົາເປັນຢູ່ ສະທ້ອນ​ສຽງ​ດັງ​ຫລາຍ​ຈົນ​ວ່າ​ລູກໆ​ຂອງ​ເຮົາ​ອາດ​ບໍ່​ໄດ້​ຍິນ​ສິ່ງ​ທີ່​ເຮົາ​ເວົ້າ. ເມື່ອ​ຂ້າພະເຈົ້າ​ມີ​ອາຍຸ​ເກືອບ​ຫ້າ​ປີ, ແມ່​ຂອງ​ຂ້າພະເຈົ້າ​ໄດ້​ຮັບ​ຂ່າວ​ວ່າ​ນ້ອງ​ຊາຍ​ໄດ້​ເສຍ​ຊີວິດ​ໄປ ເມື່ອ​ກຳປັ່ນ​ລົບ​ທີ່​ລາວ​ໄດ້​ເປັນ​ທະຫານ​ຮັບ​ໃຊ້​ຖືກ​ລະເບີດ​ໃນ​ຝັ່ງ​ທະເລ​ຂອງ​ປະເທດ​ຍີ​ປຸ່ນ​ໃກ້​ຕອນ​ທ້າຍ ຂອງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ.16 ຂ່າວ​ນີ້​ໄດ້​ເຮັດ​ໃຫ້​ແມ່​ສະຫລົດ​ໃຈ​ຫລາຍ. ແມ່​ໄດ້​ຮ້ອງໄຫ້ ແລະ ໄດ້​ເຂົ້າ​ໄປ​ໃນ​ຫ້ອງ​ນອນ. ບໍ່​ດົນ​ຈາກ​ນັ້ນ​ຂ້າພະເຈົ້າ​ໄດ້​ໄປ​ສ່ອງ​ເບິ່ງ​ໃນ​ຫ້ອງ​ເພື່ອ​ຈະ​ຮູ້​ວ່າ​ແມ່​ເປັນ​ຈັ່ງ​ໃດ. ແມ່​ ໄດ້​ນັ່ງ​ຄຸເຂົ່າ​ອະທິຖານ​ຢູ່​ຂ້າງ​ຕຽງ. ຄວາມ​ສະຫງົບ​ສຸກ​ໄດ້​ເຂົ້າ​ມາສູ່​ຂ້າພະເຈົ້າ​ເພາະ​ພໍ່​ແມ່​ໄດ້​ສອນ ຂ້າພະເຈົ້າ​ໃຫ້​ອະທິຖານ ແລະ ໃຫ້​ຮັກ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. ນີ້​ເປັນ​ຕົວຢ່າງ​ທີ່​ແມ່​ໄດ້​ເຮັດ​ສຳລັບ ຂ້າພະເຈົ້າ​ສະເໝີ. ແມ່​ທີ່​ນັ່ງ​ອະທິຖານ​ນຳ​ລູກ​ມີ​ຄວາມ​ສຳຄັນ​ຫລາຍ​ກວ່າ​ຕົວຢ່າງ​ໃດໆ.

ຂ່າວສານ, ການ​ປະຕິບັດ​ສາດສະໜາ​ກິດ, ແລະ ການ​ຊົດ​ໃຊ້​ຂອງ​ພຣະເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ຂອງ​ເຮົາ, ເປັນ​ຫລັກສູດ​ທີ່​ຈຳເປັນ​ຂອງ​ຄອບຄົວ​ເຮົາ. ບໍ່​ມີ​ຂໍ້​ພຣະ​ຄຳ​ພີ​ໃດ​ບັນຍາຍ​ເຖິງ​ສັດທາ​ຂອງ ເຮົາ​ໄດ້​ດີ​ກວ່າ 2 ນີໄຟ 25:26: ວ່າ: “ແລະ ເຮົາ​ກ່າວ​ເຖິງ​ພຣະຄຣິດ, ເຮົາ​ຊື່ນ​ຊົມ​ໃນ​ພຣະຄຣິດ, ເຮົາ​ສັ່ງສອນ​ເລື່ອງ​ພຣະຄຣິດ, ເຮົາ​ພະຍາກອນ​ເຖິງ​ພຣະຄຣິດ, ແລະ ເຮົາ​ຂຽນ​ຕາມ​ຄຳ​ພະຍາກອນ ຂອງ​ເຮົາ​ເພື່ອ​ລູກ​ຫລານ​ຂອງ​ເຮົາ​ຈະ​ໄດ້​ຮູ້​ວ່າ​ເຂົາ​ຈະ​ມອງ​ຫາ​ແຫລ​່ງ​ໃດ​ເພື່ອ​ການ​ປົດ​ບາບ​ຂອງ​ເຂົາ.”

ຫລັກ​ທຳ​ພື້ນຖານ​ຢ່າງ​ໜຶ່ງ​ຈາກ​ພາບ​ທີ່​ມາ​ໃຫ້​ເຫັນ​ຂອງ​ລີ​ໄຮ​ກໍ​ວ່າ​ສະມາຊິກ​ຜູ້​ຊື່ສັດ​ຕ້ອງ​ຈັບ​ເອົາ​ຮາວ​ເຫລັກ ນັ້ນ​ໄວ້​ໃຫ້​ແໜ້ນ​ເພື່ອ​ຈະ​ຮັກສາ​ເຂົາເຈົ້າ​ໄວ້​ໃນ​ເສັ້ນທາງ​ທີ່​ຄັບ ແລະ ແຄບ ທີ່​ນຳໄປ​ສູ່​ຕົ້ນໄມ້​ແຫ່ງ​ຊີວິດ. ມັນ​ສຳຄັນ​ຫລາຍ​ສຳລັບ​ສະມາຊິກ​ທີ່​ຈະ​ອ່ານ, ໄຕ່ຕອງ, ແລະ ສຶກ​ສາ​ພຣະ​ຄຳ​ພີ.17

ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ສຳຄັນ​ທີ່​ສຸດ.18 ແນ່ນອນ​ວ່າ, ຈະ​ມີ​ຜູ້​ຄົນ​ທີ່​ປະໝາດ​ຄວາມ​ສຳຄັນ ຫລື ແມ່ນ​ແຕ່ ຈະ​ເຍາະ​ເຍີ້​ຍ​ປຶ້ມ​ສັກສິດ​ນີ້. ບາງ​ຄົນ​ໄດ້​ໃຊ້​ຄວາມ​ຕະຫລົກ. ແຕ່​ກ່ອນ​ຂ້າພະເຈົ້າ​ໄດ້​ໄປ​ສອນ​ສາດສະໜາ, ອາຈານ​ມະຫາວິທະຍາໄລ​ຄົນ​ໜຶ່ງ​ໄດ້​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ທ່ານ ມາກ ທະ​ເວນ ວ່າ​ຖ້າ​ທ່ານ​ເອົາ​ຄຳ​ທີ່​ວ່າ “ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ” ອອກ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ, ແລ້ວ​ມັນ “ຈະ​ເປັນ​ພຽງ​ແຕ່​ປຶ້ມ​ນ້ອຍ​ຫົວ​ໜຶ່ງ ເທົ່າ​ນັ້ນ.”19

ສອງ​ສາມ​ເດືອນ​ຕໍ່​ໄປ, ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຮັບ​ໃຊ້​ຢູ່​ທີ່​ກຸ​່ງ​ລອນ​ດອນ ປະເທດ​ອັງກິດ, ອາຈານ​ທີ່​ມີ​ຊື່ ສຽງ​ດັງ​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ການ​ສຶກ​ສາ​ຈາກ​ມະຫາວິທະຍາໄລ ອອກ​ສະ​ໂຟດ, ຜູ້​ຊ່ຽວຊານ​ຊາວ​ເອ​ຢິບ​ຄົນ​ໜຶ່ງ ໃນ​ຝ່າຍ​ພາສາ​ສີ​ມິ​ຕິກ, ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ໄດ້​ຕິດຕໍ່​ຫາ​ປະທານ​ເດ​ວິດ  ໂອ ມິ​ກເຄ, ແລະ ໄດ້​ພົບ​ກັບ​ຜູ້​ສອນ​ສາດສະໜາ. ເພິ່ນ​ໄດ້​ບອກ​ໃຫ້​ເຂົາເຈົ້າ​ຮູ້​ວ່າ​ເພິ່ນ​ຍອມຮັບ​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ເປັນການ​ແປ​ຂອງ​ການ​ຮຽນ​ຮູ້​ຂອງ​ຊາວ​ຢິວ ແລະ ວ່າ​ພາສາ​ຂອງ​ຊາວ​ເອ​ຢິບ​ສຳລັບ​ຍຸກ​ສະໄໝ​ນັ້ນ​ໄດ້​ບັນຍາຍ ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ.20 ຕົວ​ຢ່າງ​ໜຶຶ່ງ​ຈາກ​ຫລາຍໆ​ຢ່າງ​ທີ່​ເພິ່ນ​ໄດ້​ໃຊ້​ກໍ​ແມ່ນ​ຄຳ​ຕໍ່​ປະໂຫຍກ​ດັ່ງ “ແລະ ເຫດການ​ໄດ້​ບັງເກີດ​ຂຶ້ນ,” ທີ່​ເພິ່ນ​ໄດ້​ກ່າວ​ວ່າ​ເປັນ​ວິທີ​ທີ່​ເພິ່ນ​ຈະ​ແປ​ຄຳ​ສັບ​ທີ່​ຖືກ​ໃຊ້​ໃນ​ການ​ຂຽນ ພາສາ​ສີ​ມິ​ຕິກ​ເກົ່າ​ແກ່​ຄື​ກັນ.21 ອາຈານ​ຄົນ​ນັ້ນ​ໄດ້​ຮັບ​ຮູ້​ວ່າ​ຂະນະ​ທີ່​ວິທີ​ທາງ​ຄວາມ​ຮຽນ​ຮູ້​ທີ່​ອີງ​ຕາມ ອາຊີບ​ຂອງ​ເພິ່ນ​ໄດ້​ຊ່ອຍ​ເພິ່ນ, ແຕ່​ມັນ​ຍັງ​ຈຳເປັນ​ທີ່​ຈະ​ມີ​ປະຈັກ​ພະຍານ​ທາງ​ວິນ​ຍານ. ຜ່ານ​ການ​ສຶກ​ສາ ແລະ ການ​ອະທິຖານ​ເພິ່ນ​ໄດ້​ຮັບ​ພະຍານ​ທາງ​ວິນ​ຍານ ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ. ສະນັ້ນ​ຄຳ​ທີ່​ນັກ​ຕະຫລົກ ທີ່​ມີ​ຊື່​ສຽງ​ຄົນ​ໜຶ່ງ​ໄດ້​ໃຊ້​ເປັນ​ຂໍ້​ເຍາະ​ເຍີ້​ຍ, ນັກປາດ​ອີກ​ຄົນ​ໜຶ່ງ​ໄດ້​ຮັບ​ຮູ້​ວ່າ​ເປັນ​ຫລັກ​ຖານ​ອັນ​ເລິກ​ຊຶ້ງ​ຂອງ ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ, ທີ່​ຖືກ​ຢືນຢັນ​ຕໍ່​ເພິ່ນ​ໂດຍ​ພຣະ​ວິນ​ຍານ.

ຄວາມ​ສຳຄັນ​ຂອງ​ຄຳ​ສອນ​ເລື່ອງ​ອຳ​ເພ​ີ​ໃຈ​ທີ່​ຮຽກຮ້ອງ​ປະຈັກ​ພະຍານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຄືນ​ມາ​ໃໝ່​ຕ້ອງ​ຂຶ້ນ​ຢູ່​ກັບ​ສັດທາ​ແທນ​ສິ່ງ​ທາງ​ນອກ ຫລື ການ​ພິສູດ​ທາງ​ວິທະຍາສາດ. ການ​ເອົາ​ຈິງ​ເອົາ​ຈັງ ຢູ່​ໃນ​ສິ່ງ​ທີ່​ຍັງ​ບໍ່​ທັນ​ຖືກ​ເປີດເຜີຍ ດັ່ງ​ເຊ​ັ່ນ​ຍິງ​ພົມມະຈັນ​ຈະ​ຄອດ​ລູກ ຫລື ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ສາມາດ​ເກີດ​ຂຶ້ນ​ໄດ້​ແນວໃດ ຫລື​ວ່າ​ໂຈ​ເຊ​ັບ ສະ​ມິດ ແປ​ພຣະ​ຄຳ​ພີ​ໄດ້​ແນວໃດ ຈະ​ບໍ່​ມີ​ຜົນ​ປະໂຫຍດ ຫລື ໃຫ້​ຄວາມ​ກ້າວໜ້າ​ທາງ​ວິນ​ຍານ. ນີ້​ເປັນ​ເລື່ອງ​ທາງ​ສັດທາ. ໃນ​ທີ່​ສຸດ, ຄຳ​ແນະນຳ​ຂອງ​ໂມ​ໂຣ​ໄນ​ວ່າ​ໃຫ້​ອ່ານ ແລະ ໄຕ່ຕອງ ແລະ ແລ້ວ​ໃຫ້​ທູນ​ຖາມ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຈິງ​ໃຈ ເຕັມທີ, ດ້ວຍ​ເຈດ​ຕະ​ນາ​ທີ່ແທ້​ຈິງ, ໃຫ້​ຢືນຢັນ​ຄວາມ​ຈິງ​ທາງ​ພຣະ​ຄຳ​ພີ​ໂດຍ​ການ​ເປັນ​ພະຍານ​ຂອງ ພຣະ​ວິນ​ຍານ​ຄື​ຄຳ​ຕອບ​ນັ້ນ.22 ນອກ​ເໜືອ​ຈາກ​ນີ້, ເມື່ອ​ເຮົາ​ພັດທະນາ​ໃຫ້​ພຣະ​ຄຳ​ພີ​ມີ​ຄວາມ​ສຳຄັນ ໃນ​ຊີວິດ​ຂອງ​ເຮົາ ແລະ ດຳລົງ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ, ເຮົາ​ຈະ​ໄດ້​ຮັບ​ພອນ​ໂດຍ​ພຣະ​ວິນ​ຍານ ແລະ ຈະ​ໄດ້​ຊີມ​ລົດ​ຊາດ​ແຫ່ງ​ຄວາມ​ດີງາມ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຮູ້ສຶກ​ປິ​ຕິ​ຍິນ​ດີ, ຄວາມສຸກ, ແລະ ຄວາມ​ສັນຕິ​ສຸກ​ເປັນ​ພິເສດ.23

ແນ່ນອນ​ວ່າ, ເສັ້ນທາງ​ທີ່​ແບ່ງ​ແຍກ​ຜູ້​ຄົນ​ທີ່​ໄດ້​ຍິນ​ສຽງ​ດົນຕີ​ແຫ່ງ​ສັດທາ ແລະ ຜູ້​ທີ່​ບໍ່​ເຫັນ​ຄຸນຄ່າ ຫລື ບໍ່​ຢູ່​ຢ່າງ​ປອງ​ດອງ​ນັ້ນ ຄື​ການ​ສຶກ​ສາ​ພຣະ​ຄຳ​ພີ​ຢ່າງ​ຈິງ​ຈັງ. ເມື່ອ​ຫລາຍ​ປີ​ກ່ອນ​ຂ້າພະເຈົ້າ​ຮູ້ສຶກ​ປະ​ທັບ​ໃຈ ຫລາຍ​ວ່າ​ສາດສະດາ​ທີ່​ຮັກ​ຄົນ​ໜຶ່ງ, ສະ​ເປັນ​ເຊີ  ດັບ​ເບິນຢູ ຄິມໂບ, ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳເປັນ​ທີ່ ຈະ​ຕ້ອງ​ອ່ານ ແລະ ສຶກ​ສາ​ພຣະ​ຄຳ​ພີ​ຕໍ່​ໄປ. ເພິ່ນ​ໄດ້​ກ່າວ​ວ່າ: “ຂ້າພະເຈົ້າ​ພົບ​ເຫັນ​ວ່າ​ເມື່ອ​ຂ້າພະເຈົ້າ​ບໍ່​ເອົາ ໃຈ​ໃສ່​ຄວາມ​ສຳພັນ​ຂອງ​ຂ້າພະເຈົ້າ​ກັບ​ສະຫວັນ ແລະ ເບິ່ງ​ຄື​ວ່າ​ບໍ່​ມີ​ຫູ​ທາງ​ສະຫວັນ​ຮັບ​ຟັງ ແລະ ສຽງ​ທາງ​ສະຫວັນ​ບໍ່​ເວົ້າ​ຈາ, ວ່າ​ຂ້າພະເຈົ້າ​ຢູ່​ຫ່າງ​ໃກ. ຖ້າ​ຂ້າພະເຈົ້າ​ເອົາໃຈ​ໃສ່​ພຣະ​ຄຳ​ພີ​ເສັ້ນທາງ​ນັ້ນ ກໍ​ແຄບ​ເຂົ້າ ແລະ ສະພາບ​ການ​ທາງ​ວິນ​ຍານ​ກໍ​ກັບ​ຄືນ​ມາ.”24

ຂ້າພະເຈົ້າ​ຫວັງ​ວ່າ​ເຮົາ​ກຳລັງ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ຢູ່​ກັບ​ລູກໆ​ຂອງ​ເຮົາ​ເປັນ​ປະຈຳ. ຂ້າພະເຈົ້າ​ໄດ້ ສົນທະນາ​ເລື່ອງ​ນີ້​ກັບ​ລູກ​ຂອງ​ຂ້າພະເຈົ້າ​ເອງ. ເຂົາເຈົ້າ​ໄດ້​ແບ່ງປັນ​ຂໍ້​ສັງເກດ​ສອງ​ຂໍ້​ກັບ​ຂ້າພະເຈົ້າ​ທີ່ ຂ້າພະເຈົ້າ​ຈະ​ແບ່ງປັນ​ກັບ​ທ່ານ. ທຳ​ອິດ, ຄວາມ​ບໍ່​ລົດ​ລະ​ໃນ​ການ​ອ່ານ​ພຣະ​ຄຳ​ພີ​ທຸກໆ​ມື້​ເປັນ​ຄອບຄົວ. ລູກ​ສາວ​ຂອງ​ຂ້າພະເຈົ້າ​ບັນຍາຍ​ຄວາມ​ພະຍາຍາມ​ອ່ານ​ພຣະ​ຄຳ​ພີ​ໃນ​ຕອນ​ເຊົ້າ​ຂອງ​ເຂົາເຈົ້າ​ກັບ​ລູກ ໄວ​ລຸ້ນ​ຕໍ່​ໄປ​ດ້ວຍ​ຄວາມ​ຕະຫລົກ. ນາງ ແລະ ສາມີ​ພາກັນ​ລຸກ​ແຕ່​ເຊົ້າໆ, ຍ່າງ​ໄປ​ໃນ​ໝອກ​ທີ່​ມືດ​ມົວ​ເພື່ອ ໄປ​ຈັບ​ຮາວ​ເຫລັກ​ຕາມ​ຂັ້ນ​ໃດ​ຂອງ​ເຂົາເຈົ້າ​ບ່ອນ​ທີ່​ຄອບຄົວ​ເຕົ້າໂຮມ​ກັນ​ເພື່ອ​ອ່ານ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ຄວາມ​ບໍ່​ຫລົດ​ລະ​ເປັນ​ຄຳ​ຕອບ, ແລະ ອາລົມ​ຕະຫລົກ​ກໍ​ຊ່ອຍ​ໄດ້​ຄື​ກັນ. ມັນ​ຮຽກຮ້ອງ​ຄວາມ​ພະຍາຍາມ ຫລາຍ​ຈາກ​ສະມາຊິກ​ໃນ​ຄອບຄົວ​ທຸກໆ​ຄົນ, ທຸກໆ​ມື້, ແຕ່​ມັນ​ກໍ​ກຸ້ມ​ຄ່າ. ຄວາມ​ບໍ່​ຫລົດ​ລະ​ເອົາ​ຊະນະ ອຸປະສັກ​ຊົ່ວຄາວ​ໄດ້.

ທີ​ສອງ​ຄື​ວິທີ​ທີ່​ລູກ​ຊາຍ​ຫລ້າ​ຂອງ​ພວກ​ຂ້າພະເຈົ້າ ແລະ ພັນ​ລະ​ຍາ​ຂອງ​ລາວ​ອ່ານ​ພຣະ​ຄຳ​ພີ​ກັບ ຄອບຄົວ​ໜຸ່ມ​ນ້ອຍ​ຂອງ​ເຂົາເຈົ້າ. ສອງ​ໃນ​ລູກ​ສີ່​ຄົນ​ຂອງ​ເຂົາເຈົ້າ​ຍັງ​ອ່ານ​ບໍ່​ເປັນ​ເທື່ອ. ສຳລັບ​ລູກ​ຜູ້​ມີ ອາຍຸ​ຫ້າ​ປີ ເຂົາເຈົ້າ​ກໍ​ມີ​ນິ້ວ​ມື​ຫ້ານິ້ວ​ເພື່ອ​ເປັນ​ສັນຍານ​ທີ່​ເຂົາ​ຕອບ​ໄດ້​ເພື່ອ​ຈະ​ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ເຕັມທີ ໃນ​ການ​ອ່ານ​ພຣະ​ຄຳ​ພີ​ເປັນ​ຄອບຄົວ. ສັນຍານ​ຂອງ​ນິ້ວ​ທີ 1 ແມ່ນ​ໃຫ້​ພໍ່​ອ່ານ​ຊ້ຳ: “ແລະ ເຫດການ ໄດ້​ບັງເກີດ​ຂຶ້ນ,” ເມື່ອ​ໃດ​ກໍ​ຕາມ​ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ຂ້າພະເຈົ້າ​ຕ້ອງ​ສາລະພາບ​ວ່າ​ຂ້າພະເຈົ້າ ມັກ​ຄວາມ​ຈິງ​ທີ່​ວ່າ​ສຳນວນ​ນີ້​ປະກົດ​ວ່າ​ມີ​ຫລາຍ. ໂດຍ​ບັງເອີນ, ສຳລັບ​ຄວາມ​ສົນໃຈ​ຂອງ​ຄອບຄົວ ໜຸ່ມ​ນ້ອຍ​ແລ້ວ, ສັນ​ຍານ​ນິ້ວ​ມື​ທີ 2 ແມ່ນ “ແລ້ວ​ເຮົາ​ໄດ້​ເຫັນ​ວ່າ”; ນິ້ວ​ມື​ທີ 3, 4, ແລະ 5 ແມ່ນ​ຖືກ ເລືອກ​ໂດຍ​ພໍ່​ແມ່ ອີງ​ຕາມ​ຄຳ​ທີ່​ມີ​ຢູ່​ໃນ​ບົດ​ທີ່​ເຂົາເຈົ້າ​ກຳລັງ​ອ່ານ​ຢູ່.

ເຮົາ​ຮູ້​ວ່າ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບຄົວ ແລະ ການ​ສັງ​ສັນ​ໃນ​ຄອບຄົວ​ຈະ​ບໍ່​ສົມບູນ​ແບບ​ສະເໝີ​ໄປ. ບໍ່​ວ່າການ​ທ້າ​ທາຍ​ທີ່​ທ່ານ​ຈະ​ປະ​ເຊີນ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ, ຢ່າ​ທໍ້ຖອຍ​ໃຈ.

ຂໍ​ໃຫ້​ເຂົ້າໃຈ​ວ່າ​ສັດທາ​ໃນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະເຢ​ຊູ​ຄຣິດ ແລະ ການ​ຮັກ​ສາ​ພຣະ​ບັນຍັດ​ຂອງ ພຣະ​ອົງ​ແມ່ນ​ການ​ທົດ​ລອງ​ທີ່​ສຳຄັນ​ຂອງ​ຊີວິດ​ມະຕະ ແລະ ຈະ​ເປັນ​ໄປ​ຕະຫລອດ​ການ. ເໜືອ​ທຸກ​ສິ່ງ ທັງ​ໝົດ, ເຮົາ​ແຕ່ລະຄົນ​ຕ້ອງ​ຮັບ​ຮູ້​ວ່າ​ເມື່ອ​ຄົນ​ໃດ​ໜຶ່ງ​ບໍ່​ເຫັນ​ຄຸນຄ່າ​ຂອງ​ດົນຕີ​ແຫ່ງ​ສັດທາ, ເຂົາ​ຈະ​ບໍ່​ປອງ​ດອງ​ຢູ່​ກັບ​ພຣະ​ວິນ​ຍານ. ຕາມ​ທີ່​ສາດ​ສະ​ດານ​ີ​ໄຟ​ໄດ້​ສອນ​ວ່າ, “ອ້າຍ​ໄດ້​ຍິນ​ສຽງຂອງ​ພຣະ​ອົງ  … ; ແລະ ພຣະ​ອົງ​ຮັບ​ສັ່ງ​ກັບ​ອ້າຍ​ດ້ວຍ​ສຽງ​ອັນ​ຮຽບ​ຮ້ອຍ​ນິ້ມ​ນວນ, ແຕ່​ອ້າຍ​ມີໃຈ​ເກີນ ກວ່າ​ທີ່​ຈະ​ຮູ້ສຶກ, ອ້າຍ​ຈຶ່ງ​ຮູ້ສຶກ​ໃນ​ຄຳ​ຂອງ​ພຣະ​ອົງ​ບໍ່​ໄດ້.”25

ຄຳ​ສອນ​ຂອງ​ເຮົາ​ກໍ​ແຈ້ງ​ຊັດ​ດີ; ເຮົາ​ຕ້ອງ​ຮູ້ສຶກ​ດີ ແລະ ມີ​ຄວາມ​ເບີກບານ. ເຮົາ​ເນ​ັ້ນ​ໜັກ​ເຖິງ​ສັດທາ ຂອງ​ເຮົາ, ບໍ່​ແມ່ນ​ຄວາມ​ຢ້ານ​ກົວ​ຂອງ​ເຮົາ. ເຮົາ​ຊື່ນ​ຊົມ​ໃນ​ຄວາມ​ຮັບຮອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ວ່າ​ພຣະ​ອົງ ຈະ​ຢູ່​ຄຽງ​ຂ້າງ​ເຮົາ ແລະ ປະທານ​ການ​ຊີ້​ນຳ ແລະ ການ​ນຳ​ພາໃຫ້​ເຮົາ.26 ພຣະ​ວິນ​ຍານ​ບໍລິສຸດ​ເປັນ ພະຍານ​ຕໍ່​ຫົວໃຈ​ຂອງ​ເຮົາ​ວ່າ​ເຮົາ​ມີ​ພຣະ​ບິດາ​ໃນ​ສະຫວັນ​ທີ່​ຊົງ​ຮັກ, ທີ່​ແຜນ​ແຫ່ງ​ຄວາມ​ເມດ​ຕາ​ຂອງພຣະ​ອົງ​ສຳລັບ​ການ​ໄຖ່​ຂອງ​ເຮົາ​ຈະ​ບັນລຸ​ຜົນ​ໃນ​ທຸກໆ​ດ້ານ​ເພາະ​ການ​ເສຍ​ສະລະ​ຊົດ​ໃຊ້​ຂອງພຣະເຢ​ຊູ​ຄຣິດ.

ຕາມ​ທີ່​ນາງ​ເນ​ໂອ​ມີ ດັບເບິນຢູ ແຣນ​ໂດ, ນັກ​ປະພັນ​ເພງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ໄດ້​ຂຽນ​ໄວ້​ວ່າ: “ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ນຳພາ; ຄວາມ​ຮັກ​ຂອງ​ພຣະ​ອົງ​ຮັບຮອງ​ວ່າ ຄວາມ​ຢ້ານ​ກົວ ນັ້ນ​ຈະ​ຫາຍ​ໄປ​ເມື່ອ​ສັດ​ທາຍືນ​ຍົງ​ຢູ່.”27

ສະນັ້ນ, ຂໍ​ໃຫ້​ເຮົາ, ບໍ່​ວ່າ​ເຮົາ​ຈະ​ຢູ່​ໃນ​ຈຸດ​ໃດ​ກໍ​ຕາມ​ໃນ​ເສັ້ນທາງ​ແຫ່ງ​ການ​ເປັນ​ສານຸສິດ​ໃນ​ພາບ​ທີ່​ມາ ໃຫ້​ເຫັນ​ຂອງ​ລີ​ໄຮ, ພາຍ​ໃນ​ຕົວ​ເຮົາ​ເອງ ແລະ ຄອບຄົວ​ຂອງ​ເຮົາ ໃຫ້​ຕັ້ງໃຈ​ປຸກ​ໃຫ້​ຄວາມ​ປາຖະໜາ​ອັນ​ຍິ່ງ ໃຫຍ່​ນີ້ ທີ່​ຈະ​ຮັບ​ເອົາ​ຂອງ​ປະທານ​ແຫ່ງ​ຊີວິດ​ນິລັນດອນ​ທີ່​ເກີນ​ຄວາມ​ເຂົ້າໃຈ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ນີ້. ຂ້າພະເຈົ້າ​ອະທິຖານ​ວ່າ​ເຮົາ​ຈະ​ຄົງ​ຢູ່​ຢ່າງ​ປອງ​ດອງ​ກັບ​ດົນຕີ​ແຫ່ງ​ສັດທາ. ຂ້າພະເຈົ້າ​ເປັນ​ພະຍານ​ເຖິງ ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະເຢ​ຊູ​ຄຣິດ ແລະ ຄວາມ​ເປັນ​ຈິງ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Doctrine and Covenants 1:30.

  2. Jonathan Sacks, “Has Europe Lost Its Soul?” (address delivered on Dec. 12, 2011, at the Pontifical Gregorian University), chiefrabbi.org/ReadArtical.aspx?id=1843.

  3. ເບິ່ງ 1 Nephi 8.

  4. ເບິ່ງ 1 Nephi 8:27; 11:35.

  5. ເບິ່ງ 1 Nephi 8:23; 12:17.

  6. 1 ນີໄຟ 8:28.

  7. ເບິ່ງ 1 ນີໄຟ 8:12.

  8. ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ແມ່ນ​ໃຫ້​ຊອກ​ຫາ​ແກະ​ທີ່​ຫລົງ​ທາງ​ໄປ; ເບິ່ງ ມັດທາຍ 18:12–14.

  9. ເບິ່ງ ໂຢຮັນ 5:22; ເບິ່ງ ມັດທາຍ 7:1–2.

  10. Thomas S. Monson, “May You Have Courage,” Liahona and Ensign, May 2009, 124.

  11. 1 ນີໄຟ 8:12.

  12. Handbook 2: Administering the Church (2010), 1.1.1.

  13. 1 ນີໄຟ 8:12.

  14. ເບິ່ງ Dallin H. Oaks, “Sins and Mistakes,” Ensign, Oct. 1996, 62. ແອວ​ເດີ​ໂອກ​ໄດ້​ສອນ​ກ່ຽວ​ກັບ​ແນວ​ຄິດ​ນີ້ ຕອນ​ເພິ່ນ​ເປັນ​ປະທານ​ຂອງ​ມະຫາ​ວິທະຍາ​ໄລ​ບຣິ​ກຳ ຢັງ ລະຫວ່າງ​ປີ 1980.

  15. ເບິ່ງ Doctrine and Covenants 1:25–27.

  16. ເບິ່ງ Marva Jeanne Kimball Pedersen, Vaughn Roberts Kimball: A Memorial (1995). Vaughn played football as a quarterback for Brigham Young University in the fall of 1941. The day after the attack on Pearl Harbor, December 8, 1941, he enlisted in the US Navy. He was killed on May 11, 1945, by enemy bombing attacks against the USS Bunker Hill and was buried at sea.

  17. ເບິ່ງ ໂຢຮັນ 5:39.

  18. ເບິ່ງ Ezra Taft Benson, “The Book of Mormon—Keystone of Our Religion,” Ensign, Nov. 1986, 4; or Liahona and Ensign, Oct. 2011, 52.

  19. Mark Twain, Roughing It (1891), 127–28. Each new generation is presented with Twain’s comments as if they were a significant new discovery. There is usually little reference to the fact that Mark Twain was equally dismissive of Christianity and religion in general.

  20. ເບິ່ງ 1 Nephi 1:2.

  21. I met Dr. Ebeid Sarofim in London when the elders were teaching him. See also N. Eldon Tanner, in Conference Report, Apr. 1962, 53. Many scholars of ancient Semitic and Egyptian writings have noted the repetitive use of the conjunctive phrase “And it came to pass” at the beginning of sentences; see Hugh Nibley, Since Cumorah, 2nd ed. (1988), 150.

  22. ເບິ່ງ ໂມໂຣໄນ 10:3–4; ມີ​ຄົນ​ທີ່​ສົ່ງ​ໃສ​ສ່ວນ​ນ້ອຍ​ທີ່​ໄດ້​ທົດ​ລອງ​ສິ່ງ​ນີ້​ດ້ວຍ​ຄວາມ​ຈິງ​ໃຈ​ແທ້.

  23. ເບິ່ງ Doctrine and Covenants 59:23.

  24. Teachings of Presidents of the Church: Spencer W. Kimball (2006), 67.

  25. ເບິ່ງ 1 Nephi 17:45; see also Ezra Taft Benson, “Seek the Spirit of the Lord,” Tambuli, Sept. 1988, 5; Ensign, Apr. 1988, 4: “We hear the words of the Lord most often by a feeling. If we are humble and sensitive, the Lord will prompt us through our feelings.”

  26. ເບິ່ງ Doctrine and Covenants 68:6.

  27. “When Faith Endures,” Hymns, no. 128.