​2010–2019
ມີ​ຄວາມ​ເຂົ້າໃຈ​ທີ່​ຈະ​ລົງມື​ເຮັດ
ເມສາ 2012


ມີ​ຄວາມ​ເຂົ້າໃຈ​ທີ່​ຈະ​ລົງມື​ເຮັດ

ຖ້າ​ຫາກ​ພວກ​ເຮົາ​ຢາກ​ຈະເລີນ ແທນ​ທີ່​ຈະ​ຖືກ​ທຳລາຍ​ພວກ​ເຮົາ​ຕ້ອງ​ມີ​ຄວາມ​ເຂົ້າໃຈ ຂອງ​ຕົວ​ເອງ​ເໝືອນ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຮູ້ຈັກ​ພວກ​ເຮົາ.

ເໝືອນ​ພໍ່​ແມ່​ທີ່​ດີ​ສ່ວນ​ຫລາຍ, ພໍ່​ແມ່​ຂ້າພະເຈົ້າ​ຢາກ​ໃຫ້​ລູກ​ມີ​ອະນາຄົດ​ທີ່​ດີ. ພໍ່​ຂ້າພະເຈົ້າ​ບໍ່​ແມ່ນ​ສະມາຊິກ ຂອງ​ສາດສະໜາ​ຈັກ ແລະ ຍ້ອນ​ສະຖານະ​ການ​ແປກ​ປະຫລາດ​ໃນ​ຕອນ​ນັ້ນ​ພໍ່​ແມ່​ໄດ້​ຕັດສິນ​ໃຈ​ວ່າ ຂ້າພະເຈົ້າ​ພ້ອມ​ດ້ວຍ​ອ້າຍ​ເອື້ອຍ​ນ້ອງ​ຄວນ​ອອກ​ຈາກ​ບ້ານ​ເຮົາ​ຢູ່​ເກາະ​ຊາ​ມົວ ທີ່​ມະຫາ​ສະ​ມຸດ​ປາ​ຊີ​ຟິກ​ໃຕ້ ແລະ ເດີນທາງ​ມາ​ປະເທດ​ສະຫະລັດ​ອະ​ເມ​ຣິ​ກາ​ເພື່ອ​ສຶກ​ສາ​ຮ່ຳຮຽນ.

ມັນ​ກໍ​ຍາກ​ຫລາຍ​ສຳລັບ​ພໍ່​ແມ່​ຂ້າພະເຈົ້າ​ທີ່​ໄດ້​ຢູ່​ຫ່າງ​ຈາກ​ລູກ ໂດຍ​ສະເພາະ​ໃຫ້​ແມ່. ພໍ່​ແມ່​ໄດ້​ຮູ້​ວ່າ ຈະ​ມີ​ການ​ທ້າ​ທາຍຂະນະ​ທີ່​ລູກ​ເຂົ້າ​ສູ່​ສະຖານະ​ການ​ໃໝ່. ແຕ່​ໂດຍ​ມີ​ສັດທາ ແລະ ຄວາມ​ຕັ້ງໃຈ, ພໍ່​ແມ່​ໄດ້​ເຮັດ​ຕາມ​ແຜນການ.

ເພາະ​ແມ່​ເປັນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ແຕ່​ນ້ອຍໆ​ມາ ແມ່​ຈຶ່ງ​ຮູ້ຈັກ​ຫລັກ​ທຳ​ຂອງ​ການ​ຖື​ສິນ​ອົດ​ເຂົ້າ ແລະ ອະທິຖານ ແລະ ພໍ່​ແມ່​ທັງ​ສອງ​ຮູ້ສຶກ​ວ່າ ຕ້ອງ​ມີ​ພອນ​ແຫ່ງ​ສະຫວັນ​ຊ່ອຍ​ລູກ​ຂອງ​ພວກ​ເພິ່ນ. ດັ່ງນັ້ນ ພໍ່​ແມ່​ຈຶ່ງ​ໄດ້​ຈັດ​ວັນ​ໜຶ່ງ​ທຸກ​ອາທິດ​ເພື່ອ​ຖື​ສິນ​ອົດ​ເຂົ້າ ແລະ ອະທິຖານ​ເພື່ອ​ພວກ​ເຮົາ. ພໍ່​ແມ່​ມີ​ເປົ້າ​ໝາຍ​ທີ່​ຈະ​ຕຽມ​ລູກ​ໃຫ້​ມີ​ອະນາຄົດ​ທີ່​ດີ​ກວ່າ. ແລ້ວ​ພໍ່​ແມ່​ເຮັດ​ຕາມ​ເປົ້າ​ໝາຍ​ດັ່ງກ່າວ, ໃນ​ຂະນະ​ທີ່​ໄດ້​ໃຊ້​ສັດທາ​ໂດຍ​ສະແຫວງຫາ​ພອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ໂດຍ​ຜ່ານ​ທາງ​ການ​ຖື​ສິນ​ອົດ​ເຂົ້າ ແລະ ອະທິຖານ. ພໍ່​ແມ່​ໄດ້​ຮັບ​ຄວາມ​ໝັ້ນ​ໃຈ, ການ​ປອບ​ໂຍນ ແລະ ຄວາມ​ສະຫງົບ​ສຸ​ກວ່າ​ທຸກ​ຢ່າງ​ຈະ​ດີ.

ແລ້ວ​ພວກ​ເຮົາ​ຈະ​ເຮັດ​ຈັ່ງ​ໃດ​ແດ່​ໃນ​ລະຫວ່າງ​ຄວາມ​ຍາກ​ລຳບາກ​ແຫ່ງ​ຊີວິດ ເພື່ອ​ຈະ​ໄດ້​ຮັບ​ຄວາມ​ເຂົ້າໃຈ ພຽງພໍ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຈະ​ນຳ​ພວກ​ເຮົາ​ເຂົ້າ​ໃກ້ຊິດ​ກັບ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ? ໜັງສື​ສຸພາສິດ​ສອນຄວາມ​ຈິງ ຂອງ​ເລື່ອງ​ຄວາມ​ເຂົ້າໃຈ​ດັ່ງກ່າວ​ທີ່​ວ່າ: “ຊົນ​ຊາດ​ໃດ​ທີ່​ບໍ່​ມີ​ພຣະ​ເຈົ້າ​ນຳ​ໜ້າ ກໍ​ເປັນ​ຊົນ​ຊາດ​ທີ່​ຂາດ​ວິໄນ” (Proverbs 29:18). ຖ້າ​ຫາກ​ພວກ​ເຮົາ​ຢາກ​ຈະເລີນ ແທນ​ທີ່​ຈະ​ຖືກ​ທຳລາຍ​ພວກ​ເຮົາ​ຕ້ອງ​ມີ​ຄວາມ​ເຂົ້າໃຈຂອງ​ຕົວ​ເອງ​ເໝືອນ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຮູ້ຈັກ​ພວກ​ເຮົາ.

ເມື່ອ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂໍ​ໃຫ້​ຊາວ​ປະ​ມຸງ​ຕິດ​ຕາມ​ພຣະ​ອົງ​ໄປ ພຣະ​ອົງ​ເຫັນ​ໃນ​ຕົວ​ພວກ​ເພິ່ນ​ຫລາຍ​ກວ່າ ທີ່​ພວກ​ເພິ່ນ​ເອງ​ເຂົ້າໃຈ; ພຣະ​ອົງ​ເຂົ້າໃຈ​ວ່າ ພວກ​ເພິ່ນ​ສາມາດ​ເປັນ​ແບບ​ໃດ. ພຣະ​ອົງ​ຮູ້​ຄຸນ​ຄວາມ​ດີ ແລະ ຄວາມ​ເປັນ​ໄປ​ໄດ້​ຂອງ​ເຂົາ​ເຈົ້າ ແລ້ວ​ພຣະ​ອົງ​ຈຶ່ງ​ໄດ້​ເອີ້ນ​ພວກ​ເພິ່ນ​ໃຫ້​ຮັບ​ໃຊ້. ໃນ​ຕອນ​ຕົ້ນ ພວກ​ເພິ່ນ​ບໍ່​ມີ ປະສົບ​ການ ແຕ່​ຂະນະ​ທີ່​ຕິດ​ຕາມ​ພຣະ​ອົງ​ກໍ​ເຫັນ​ຕົວຢ່າງ​ຂອງ​ພຣະ​ອົງ, ຮູ້ສຶກ​ຄຳ​ສອນ​ພຣະ​ອົງ, ແລະ ກາຍເປັນ​ສານຸສິດ​ຂອງ​ພຣະ​ອົງ. ມີ​ຕອນ​ໜຶ່ງ​ທີ່​ສານຸສິດ​ບາງ​ຄົນ​ໜີ​ໄປ​ຈາກ​ພຣະ​ອົງ ເພາະ​ສິ່ງ​ທີ່​ໄດ້​ຍິນ​ນັ້ນ. ໂດຍ​ທີ່​ຮູ້​ວ່າ ຄົນ​ອື່ນ​ກໍ​ອາດ​ຢາກ​ໄປ​ຄື​ກັນ, ພຣະເຢ​ຊູ​ຈຶ່ງ​ຖາມ​ອັກ​ຄະ​ສາວົກ​ສິບ​ສອງ​ວ່າ “ພວກ​ທ່ານ​ເດ້ ພວກ​ທ່ານ​ກໍ​ຢາກ​ໜີ​ໄປ​ຄື​ກັນ​ບໍ?” (​ໂຢຮັນ 6:67). ຄຳ​ຕອບ​ຈາກ​ເປ​ໂຕ​ສະແດງ​ວ່າ ເພິ່ນ​ໄດ້​ປ່ຽນ ແລະ ມີ​ຄວາມ​ເຂົ້າໃຈ​ຈັ່ງ​ໃດ​ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ. “ພວກ​ຜູ້​ຂ້າ​ຈະ​ໜີ​ໄປ​ຫາ​ຜູ້​ໃດ? ທ່ານ​ເປັນ​ຜູ້​ມີ​ຖ້ອຍ​ຄຳ​ແຫ່ງຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ” (​ໂຢຮັນ 6:68), ເພິ່ນ​ຕອບ.

ໂດຍ​ມີ​ຄວາມ​ເຂົ້າໃຈ​ແບບ​ນັ້ນ ສານຸສິດ​ທີ່​ຊື່ສັດ ແລະ ພາກ​ພຽນ​ນີ້​ໄດ້​ລົງ​ໄປ​ເຮັດ​ສິ່ງ​ທີ່​ຍາກ​ໃນ​ຂະນະ​ທີ່​ເດີນ ທາງ​ໄປ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ຈັດ​ຕັ້ງ​ສາດສະໜາ​ຈັກ​ຫລັງ​ຈາກ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂຶ້ນ​ສະຫວັນ​ໄປ​ແລ້ວ. ໃນ​ທີ່​ສຸດ​ບາງ​ຄົນ​ໃນ​ພວກ​ເພິ່ນ​ໄດ້​ເສຍ​ສະລະ​ຊີວິດ​ເພື່ອ​ເປັນ​ພະຍານ.

ພຣະ​ຄຳ​ພີ​ມີ​ຕົວຢ່າງ​ຕ່າງໆ ເຖິງ​ຄົນ​ທີ່​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ ແລ້ວ​ກໍ​ອອກ​ໄປ​ເຮັດ​ຕາມ​ຄວາມ​ເຂົ້າໃຈ​ນັ້ນ. ສາດສະດາ​ແອວ​ມາ​ໄດ້​ເຂົ້າໃຈ​ຕອນ​ທີ່​ເພິ່ນ​ໄດ້​ຍິນ​ອະ​ບິ​ນາ​ໄດ​ສອນ ແລະ ເປັນ​ພະຍານ​ທີ່​ກ້າຫານຢູ່​ຕໍ່ໜ້າ​ກະສັດ​ໂນ​ອາ. ແອວ​ມາ​ໄດ້​ເຮັດ​ຕາມ​ຄຳ​ສອນ​ຂອງ​ອະ​ບິ​ນາ​ໄດ ແລ້ວ​ໄດ້​ອອກ​ໄປ​ສອນ​ສິ່ງ​ທີ່​ໄດ້ຮຽນ​ມາ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ຫລາຍ​ຄົນ​ທີ່​ເຊື່ອ​ຄຳ​ຂອງ​ເພິ່ນ (ເບິ່ງ ​ໂມ​ໄຊ​ຢາ 17:1–4; 18:1–16). ຕອນ​ທີ່​ອອກ​ໄປ​ຂົ່ມ​ເຫັງ​ໄພ່​ພົນ​ສະໄໝ​ກ່ອນອັກ​ຄະ​ສາວົກ​ໂປ​ນ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕາມ​ທາງ​ໄປເມືອງ​ດາ​ມາ​ກັດ ແລ້ວ​ເພິ່ນ​ກໍ​ເຮັດ​ຕາມ​ໂດຍ​ອອກ​ໄປ​ສອນ ແລະ ເປັນ​ພະຍານ​ເຖິງ​ພຣະຄຣິດ (ເບິ່ງ ກິດຈະການ 9:1–6, 20–22, 29).

ໃນ​ສະໄໝ​ພວກ​ເຮົາ​ເອງ​ກໍ​ມີ​ໜຸ່ມ​ສາວ​ຫລາຍ​ຄົນ​ພ້ອມ​ດ້ວຍ​ຜູ້​ອາວຸໂສ​ຫລາຍ​ຄູ່​ທີ່​ຕອບ​ຄຳ​ເຊີນ​ຈາກ​ສາດສະດາ ຂອງ​ພຣະ​ເຈົ້າ ແລ້ວໄປ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ. ໂດຍ​ມີ​ສັດທາ ແລະ ຄວາມ​ກ້າຫານ ເຂົາເຈົ້າໄດ້​ໄປ​ຈາກ​ບ້ານ​ຍ້ອນ​ມີ​ສັດທາ​ທີ່​ສາມາດ​ເຮັດ​ຄວາມ​ດີ​ໃນ​ຖານະ​ເປັນ​ຜູ້​ສອນ​ສາດສະໜາ. ເມື່ອ​ເຂົາເຈົ້າເຮັດ​ຕາມ​ຄວາມ​ເຂົ້າໃຈ​ທີ່​ຈະ​ຮັບ​ໃຊ້ ກໍ​ເປັນ​ພອນ​ໃນ​ຊີວິດ​ຂອງ​ຫລາຍ​ຄົນ ພ້ອມ​ດ້ວຍ​ປ່ຽນ​ຊີວິດ​ຂອງ​ຕົນ​ເອງຄື​ກັນ. ໃນ​ກອງ​ປະຊຸມ​ເທື່ອ​ແລ້ວນີ້ ປະທານ​ມອນ​ສັນ​ໄດ້​ຂອບໃຈ​ນຳ​ທຸກ​ຄົນ​ທີ່​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ ແລະ ໄດ້​ເຕືອນໃຈ​ພວກ​ເຮົາ ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ພວກ​ເຮົາ​ທີ່​ເປັນ​ພະຫັດ​ຂອງ​ພຣະ​ເຈົ້າ ໃນ​ການ​ໃຫ້ພອນ​ແກ່​ລູກໆ​ຂອງ​ພຣະ​ອົງ​ຢູ່​ໂລກ​ນີ້ (ເບິ່ງ “Until We Meet Again,” Liahona and Ensign, Nov. 2011, 108). ຄວາມ​ສຳເລັດ​ໃນ​ຄວາມ​ຮັບຜິດຊອບ​ດັ່ງກ່າວ​ເປັນ​ສິ່ງ​ທີ່​ປະ​ທັບ​ໃຈ ຂະນະ​ທີ່​ສະມາຊິກຂອງ​ສາດສະໜາ​ຈັກ ເຮັດ​ຕາມ​ຄວາມ​ເຂົ້າໃຈ​ຂອງ​ສາດສະດາ.

ກ່ອນ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຈາກ​ໄປ ແລະ ທີ່​ເຂົ້າໃຈ​ວ່າ ພວກ​ເຮົາ​ຈະ​ຕ້ອງ​ມີ​ຄວາມ​ຊ່ອຍ​ເຫລືອພຣະ​ອົງ​ກ່າວ​ວ່າ “ເມື່ອ​ເຮົາ​ໄປພວກ​ທ່ານ​ຈະ​ບໍ່​ຖືກ​ປະ​ໄວ້​ໃຫ້​ເປັນ​ກຳພ້າ” (​ໂຢຮັນ 14:18). ພຣະ​ອົງ​ໄດ້​ສອນ​ສານຸສິດ​ຂອງ​ພຣະ​ອົງ​ວ່າ “ແຕ່​ພຣະ​ຜູ້​ຊ່ອຍ​ຄື ພຣະ​ວິນ​ຍານ​ບໍລິສຸດ ຜູ້​ທີ່​ພຣະ​ບິດາ​ຈະ​ໃຊ້​ມາໃນ​ນາມ​ຂອງ​ເຮົາ ຈະ​ສັ່ງສອນ​ພວກ​ທ່ານ​ທຸກ​ສິ່ງ ແລະ ຈະ​ເຮັດ​ໃຫ້​ພວກ​ທ່ານ​ລະນຶກ​ເຖິງ​ທຸກ​ສິ່ງ ຊຶ່ງ​ເຮົາ​ໄດ້​ບອກ​ພວກ​ທ່ານ” (​ໂຢຮັນ 14:26). ນີ້​ເປັນ​ພຣະ​ວິນ​ຍານ​ບໍລິສຸດອົງ​ດຽວ​ກັນ ທີ່​ສາມາດ​ໃຫ້​ກຳລັງ​ແກ່​ພວກ​ເຮົາ ແລະ ຊຸກຍູ້​ພວກ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ສາດສະດາ​ສະໄໝ​ນີ້​ສອນ​ໄວ້.

ຂະນະ​ທີ່​ພວກ​ເຮົາ​ລົງມື​ເຮັດ​ຕາມ​ຄຳ​ສອນ​ຂອງ​ພວກ​ຜູ້ນຳ, ພວກ​ເຮົາ​ຮັບ​ເອົາ​ຄວາມ​ເຂົ້າໃຈ​ອັນ​ເລິກ​ຊຶ້ງກວ່າ​ເຖິງ​ເປົ້າ​ໝາຍ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ມີ​ເພື່ອ​ພວກ​ເຮົາ. ຕະຫລອດ​ທົ່ວ​ກອງ​ປະຊຸມ​ເທື່ອ​ນີ້​ສາດສະດາ ແລະ ອັກ​ຄະ​ສາວົກ​ໄດ້​ໃຫ້​ຄຳ​ແນະນຳ​ທີ່​ດົນ​ໃຈ​ແກ່​ພວກ​ເຮົາ. ຂໍ​ຈົ່ງ​ຮຽນ​ຄຳ​ສອນ​ດັ່ງກ່າວ ແລະ ໄຕ່ຕອງ​ໃນ​ໃຈ​ທ່ານ ພ້ອມ​ດ້ວຍ​ຂໍ​ໃຫ້​ພຣະ​ວິນ​ຍານ​ບໍລິສຸດ​ຊ່ອຍ​ທ່ານ​ເຂົ້າໃຈ​ຄຳ​ສອນ​ເຫລົ່າ​ນີ້​ໃນ​ຊີວິດຂອງ​ທ່ານ​ເອງ. ເມື່ອ​ມີ​ຄວາມ​ເຂົ້າໃຈ​ນັ້ນແລ້ວ ກໍ​ໃຫ້​ໃຊ້​ສັດທາ ແລະ ລົງມື​ເຮັດ​ຕາມ​ຄຳ​ແນະນຳ​ດັ່ງກ່າວ.

ຈົ່ງ​ສຶກ​ສາ​ພຣະ​ຄຳ​ພີ ໂດຍ​ມີ​ເຈດ​ຕະ​ນາ​ຈະ​ໄດ້​ຮັບ​ຄວາມ​ສະຫວ່າງ ແລະ ຄວາມ​ຮູ້​ເພີ່ມ​ເຕີມ​ໃນ​ຂ່າວສານ​ທີ່​ມອບ​ໃຫ້​ທ່ານ. ຈົ່ງ​ໄຕ່ຕອງ​ໃນ​ໃຈ ແລະ ປ່ອຍ​ໃຫ້​ມັນ​ດົນ​ໃຈ​ທ່ານ. ແລ້ວ​ຈົ່ງ​ເຮັດ​ຕາມ​ການ​ດົນ​ໃຈ​ນັ້ນ.

ເຊັ່ນ​ດຽວ​ກັບ​ຄອບຄົວ​ຂອງ​ຂ້າພະເຈົ້າ​ໄດ້​ຮຽນ​ເລື່ອງ​ການ​ຖື​ສິນ​ອົດ​ເຂົ້າ ແລະ ອະທິຖານ ແລ້ວ​ລົງມື​ເຮັດ. ແອວ​ມາ​ເຄີຍ​ເວົ້າ​ເຖິງ​ການ​ຖື​ສິນ​ອົດ​ເຂົ້າ ແລະ ການ​ອະທິຖານ​ເປັນ​ວິທີ​ຮັບ​ຄວາມ​ແນ່​ໃຈ ເມື່ອ​ເພິ່ນ​ວ່າ “ຂ້າພະເຈົ້າ​ຖື​ສິນ​ອົດ​ເຂົ້າ ແລະ ອະທິຖານ​ມາ​ຫລາຍ​ວັນ​ເພື່ອ​ຂ້າພະເຈົ້າ​ຈະ​ໄດ້​ຮູ້​ເລື່ອງ​ເຫລົ່າ​ນີ້ ດ້ວຍ​ຕົນ​ເອງ” (​ແອວ​ມາ 5:46). ແບບ​ດຽວ​ກັນ​ນີ້ ພວກ​ເຮົາ​ຮຽນ​ວິທີ​ທີ່​ຈະ​ຈັດການ​ກັບ​ການ​ທ້າ​ທາຍໃນ​ຊີວິດ​ໂດຍ​ການ​ຖື​ສິນ​ອົດ​ເຂົ້າ ແລະ ອະທິຖານ.

ພວກ​ເຮົາ​ມີ​ຄວາມ​ຍາກ​ລຳບາກ​ໃນ​ຊີວິດ​ທີ່​ອາດ​ຈະ​ຫລົດ​ຄວາມ​ເຂົ້າໃຈ ແລະ ສັດທາ​ຂອງ​ພວກ​ເຮົາ ທີ່​ຈະ​ເຮັດ​ສິ່ງ​ທີ່​ຮູ້​ວ່າ​ສົມຄວນ. ພວກ​ເຮົາ​ຫຍຸ້ງ​ໂພດ​ຈົນ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວໃດ. ເຖິງ​ແມ່ນ​ພວກ​ເຮົາ​ທຸກ​ຄົນກໍ​ແຕກ​ຕ່າງ​ກັນ ຂ້າພະເຈົ້າ​ຂໍ​ແນະນຳ​ວ່າ ພວກ​ເຮົາ​ຕ້ອງ​ເອົາໃຈໃສ່​ກັບ​ຄວາມ​ເຂົ້າໃຈ​ນຳ​ພຣະ​ຜູ້​ຊ່ອຍໃຫ້​ລອດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ. ພຣະ​ອົງ​ເຫັນ​ຫຍັງ​ແດ່​ໃນ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ ແລະ ອັກ​ຄະ​ສາວົກ​ຄົນ​ອື່ນໆ​ທີ່​ພຣະ​ອົງ​ໄດ້​ເຊີນ​ໃຫ້​ພວກ​ເພິ່ນ​ຕາມ​ພຣະ​ອົງ​ໄປ? ຄື​ກັນ​ກັບ​ມະໂນພາບ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ພວກ​ເພິ່ນ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ກໍ​ມີ​ມະໂນພາບ​ເຖິງ​ຄວາມ​ສາມາດ​ຂອງ​ພວກ​ເຮົາ​ຄື​ກັນ. ພວກ​ເຮົາ​ຕ້ອງ​ມີ​ສັດທາ ແລະ ມີ​ຄວາມ​ກ້າຫານ​ຄື​ກັນ​ກັບ​ອັກ​ຄະ​ສາວົກ​ກຸ່ມ​ທຳ​ອິດ ເພື່ອ​ພວກ​ເຮົາ​ຈະເອົາໃຈໃສ່​ກັບ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ນຳ​ເອົາ​ຄວາມສຸກ​ທີ່​ໝັ້ນຍືນ ແລະ ຄວາມ​ເບີກບານ​ອັນ​ໃຫຍ່​ຍິ່ງ​ມາ​ໃຫ້​ເຮົາ.

ເມື່ອ​ພວກ​ເຮົາ​ຮຽນ​ຕາມ​ຊີວິດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ຄຳ​ສອນ​ຂອງ​ພຣະ​ອົງ, ພວກ​ເຮົາ​ຈະເຫັນ​ພຣະ​ອົງ​ຢູ່​ນຳ​ຄົນ ແລະ ອະທິຖານ, ສອນ, ແລະ ໃຫ້​ກຳລັງ​ທາງ​ວິນ​ຍານ. ເມື່ອ​ພວກ​ເຮົາ​ເຮັດ​ຕາມຕົວ​ຢ່າງ​ພຣະ​ອົງ ແລະ ເຮັດ​ສິ່ງ​ທີ່​ເຮົາ​ໄດ້​ເຫັນ​ພຣະ​ອົງ​ເຮັດ, ແລ້ວ​ພວກ​ເຮົາ​ຈະ​ມີ​ຄວາມ​ເຂົ້າໃຈ​ເຖິງຄວາມ​ສາມາດ​ຂອງ​ພວກ​ເຮົາ. ທ່ານ​ຈະ​ຮັບ​ພອນ​ທີ່​ມີ​ການ​ດົນ​ໃຈ ຜ່ານ​ທາງ​ພຣະ​ວິນ​ຍານ​ບໍລິສຸດ ເພື່ອ​ເຮັດ​ຄວາມ​ດີ​ຫລາຍ​ກວ່າ​ເກົ່າ. ຈະ​ມີ​ການ​ປ່ຽນແປງ ແລະ ທ່ານ​ຈະ​ຮັບ​ເອົາ​ວິທີ​ການ​ແບບ​ໃໝ່ ຊຶ່ງ​ຈະ​ເປັນ​ພອນ​ໃຫ້​ທ່ານ​ພ້ອມ​ດ້ວຍ​ຄອບຄົວ. ໃນ​ລະຫວ່າງ​ເວລາ​ທີ່​ພຣະ​ອົງ​ຢູ່​ນຳ​ຊາວ​ນີ​ໄຟ ພຣະ​ຜູ້​ຊ່ອຍໃຫ້​ລອດ​ໄດ້​ຖາມ​ວ່າ “ເຈົ້າ​ຄວນ​ເປັນ​ຄົນ​ແນວໃດ?” ພຣະ​ອົງ​ຕອບ​ວ່າ “ຄື​ກັນ​ກັບ​ທີ່​ເຮົາ​ເປັນ” (3 ນີ​ໄຟ 27:27). ພວກ​ເຮົາ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ຂອງ​ພຣະ​ອົງ​ເພື່ອ​ກາຍເປັນ​ຄື​ກັນ​ກັບ​ພຣະ​ອົງ ແລະ ພຣະ​ອົງ​ຊີ້​ນຳ​ທາງ​ໃຫ້​ພວກ​ເຮົາ: “ດັ່ງນັ້ນ, ຈົ່ງ​ຂໍ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ເຄາະ, ແລ້ວ​ຈະ​ມີ​ຄົນ​ໄຂ​ປະຕູ​ໃຫ້; ເພາະວ່າ​ທຸກ​ຄົນ​ທີ່​ຂໍ​ກໍ​ຈະ​ໄດ້​ຮັບ; ແລະ ທຸກ​ຄົນ​ທີ່​ເຄາະ​ກໍ​ຈະ​ມີ​ຄົນ​ໄຂ​ປະຕູ​ໃຫ້ (3 ນີ​ໄຟ 27:29).

ຂ້າພະເຈົ້າ​ຮູ້​ວ່າ ເມື່ອ​ພວກ​ເຮົາ​ເຂົ້າໃຈ​ຕົວ​ເອງ​ເໝືອນ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເຂົ້າໃຈ​ພວກ​ເຮົາ ແລະ ຂະນະ​ທີ່​ພວກ​ເຮົາ​ເຮັດ​ຕາມ​ຄວາມ​ເຂົ້າໃຈ​ນັ້ນ, ຊີວິດ​ຂອງ​ພວກ​ເຮົາ​ຈະ​ໄດ້​ຮັບ​ພອນ​ໃນ​ທາງ​ທີ່​ບໍ່​ຄາດຄິດ​ມາ​ກ່ອນ. ຍ້ອນ​ຄວາມ​ເຂົ້າໃຈ​ຂອງ​ພໍ່​ແມ່, ຂ້າພະເຈົ້າ​ບໍ່​ພຽງ​ແຕ່​ໄດ້​ຮັບ​ພອນ​ທາງ​ການ​ສຶກ​ສາ​ເທົ່າ​ນັ້ນ, ແຕ່​ຂ້າພະເຈົ້າ​ໄດ້​ມີ​ໂອກາດ​ຮູ້ຈັກ ແລະ ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ. ສຳຄັນ​ກວ່າ​ນັ້ນ​ອີກ ຂ້າພະເຈົ້າ​ໄດ້​ຮຽນ​ເຖິງຄວາມ​ສຳຄັນ​ຂອງ​ພໍ່​ແມ່​ທີ່​ດີ ແລະ ມີ​ສັດທາ​ນຳ​ອີກ. ເວົ້າ​ງ່າຍໆ ຊີວິດ​ຂອງ​ຂ້າພະເຈົ້າ​ໄດ້​ປ່ຽນຊົ່ວ​ນິລັນດອນ.

ຄື​ກັບ​ຄວາມ​ເຂົ້າໃຈ​ຂອງ​ພໍ່​ແມ່​ຂອງ​ຂ້າພະເຈົ້າ​ທີ່​ໄດ້​ຖື​ສິນ​ອົດ​ເຂົ້າ, ແລະ ອະທິຖານ​ເພື່ອ​ຄວາມ​ຜາ​ສຸກ​ຂອງ ລູກໆ ແລະ ຄື​ກັບ​ຄວາມ​ເຂົ້າໃຈ​ຂອງ​ພວກ​ອັກ​ຄະ​ສາວົກ​ກຸ່ມ​ທຳ​ອິດ ພວກ​ເພິ່ນ​ຈຶ່ງ​ໄດ້​ຕິດ​ຕາມ​ພຣະ​ຜູ້​ຊ່ອຍ ໃຫ້​ລອດ. ຄວາມ​ເຂົ້າໃຈ​ແບບ​ດຽວ​ກັນ​ນັ້ນ​ກໍ​ມີ​ເພື່ອ​ດົນ​ໃຈ ແລະ ຊ່ອຍ​ພວກ​ເຮົາ​ໃຫ້​ລົງມື​ເຮັດ. ອ້າຍ​ເອື້ອຍ ນ້ອງ​ທັງຫລາຍ, ພວກ​ເຮົາ​ເປັນ​ຄົນ​ທີ່​ມີ​ປະຫວັດ​ແຫ່ງ​ຄວາມ​ເຂົ້າໃຈ ແລະ ສັດທາ ແລະ ຄວາມກ້າຫານ​ທີ່​ຈະ​ລົງມື​ເຮັດ. ໃຫ້​ເບິ່ງ​ສິ່ງ​ທີ່​ພວກ​ເຮົາ​ເຮັດ ແລະ ພອນ​ທີ່​ພວກ​ເຮົາ​ໄດ້​ຮັບ! ຈົ່ງ​ເຊື່ອ​ວ່າ​ພຣະ​ອົງສາມາດ​ໃຫ້​ພອນ​ແກ່​ທ່ານ ເພື່ອ​ຈະ​ໄດ້​ມີ​ຄວາມ​ເຂົ້າໃຈ​ເລື່ອງ​ຊີວິດ​ພ້ອມ​ດ້ວຍ​ຄວາມ​ກ້າຫານ​ທີ່​ຈະ​ເຮັດ​ຕາມ.

ຂ້າພະເຈົ້າ​ຂໍ​ເປັນ​ພະຍານ​ເຖິງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ແລະ ຄວາມ​ປາຖະໜາ​ຂອງ​ພຣະ​ອົງ​ທີ່​ຢາກ​ໃຫ້​ເຮົາ​ສາມາດ​ກັບ​ໄປ​ຫາ​ພຣະ​ອົງ. ເພື່ອ​ເຮັດ​ແນວ​ນັ້ນ ພວກ​ເຮົາ​ຕ້ອງ​ມີ​ສັດທາທີ່​ຈະ​ລົງມື​ເຮັດ—ທີ່​ຈະ​ຕິດຕາມ ພຣະ​ອົງ​ໄປ ແລະ ກາຍເປັນ​ເໝືອນ​ດັ່ງ​ພຣະ​ອົງ. ຕະຫລອດ​ວັນ​ເວລາ​ໃນ​ຊີວິດ​ຂອງ​ພວກ​ເຮົາ, ພຣະ​ອົງ ຢຽດ​ພຣະ​ຫັດ​ອອກ​ມາ ແລະ ເຊື້ອ​ເຊີນ​ພວກ​ເຮົາ​ວ່າ:

“ຈົ່ງ​ຮັບ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ມີໃຈ​ສຸພາບ ແລະ ອ່ອນ​ຫວານ; ແລະ ພວກ​ທ່ານ​ຈະ​ໄດ້​ພົບ​ການ​ພັກຜ່ອນ.

“ດ້ວຍ​ວ່າ​ແອກ​ທີ່​ເຮົາ​ໃຫ້​ພວກ​ທ່ານ​ແບກ​ນັ້ນ​ກໍ​ງ່າຍ ແລະ ພາລະ​ທີ່​ເຮົາ​ໃຫ້​ພວກ​ທ່ານ​ຮັບ​ນັ້ນ​ກໍ​ເບົາ” (ມັດ​ທາຍ 11:29–30).

ຄື​ກັບ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ມອງ​ເຫັນ​ຄວາມ​ສາມາດ​ໃນ​ຕົວ​ຂອງ​ພວກ​ສານຸສິດ​ກຸ່ມ​ທຳ​ອິດ​ຂອງ​ພຣະ​ອົງ, ພຣະ​ອົງ​ກໍ​ເຫັນ​ຢ່າງ​ດຽວ​ກັນ​ນັ້ນ​ໃນ​ຕົວ​ຂອງ​ພວກ​ເຮົາ. ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ມອງ​ເຫັນ​ຕົວ​ເອງ​ເໝືອນ​ດັ່ງທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ມອງ​ເຫັນ​ພວກ​ເຮົາ. ຂ້າພະເຈົ້າ​ອະທິຖານ​ວ່າ​ພວກ​ເຮົາ​ຈະ​ມີ​ຄວາມ​ເຂົ້າໃຈດັ່ງກ່າວ​ໂດຍ​ມີ​ສັດທາ ແລະ ມີ​ຄວາມ​ກ້າຫານ​ທີ່​ຈະ​ລົງມື​ເຮັດ, ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.