ສະແຫວງຫາການຮຽນຮູ້: ທ່ານມີວຽກງານທີ່ຈະເຮັດ
ຈົ່ງເປັນພອນໃຫ້ແກ່ລູກໆ ແລະ ຄອບຄົວໃນອະນາຄົດຂອງພວກເຈົ້າ ໂດຍການຮຽນຮູ້ໃຫ້ຫລາຍເທົ່າທີ່ພວກເຈົ້າຈະສາມາດເຮັດໄດ້.
ຍິງໜຸ່ມທີ່ຮັກແພງຂອງຂ້າພະເຈົ້າ, ພວກເຮົາຮັກພວກເຈົ້າທຸກຄົນ. ພວກເຮົາເຫັນພວກເຈົ້າລຸກຂຶ້ນ ແລະ ສ່ອງແສງອອກໄປດ້ວຍຄວາມກ້າຫານ ດ້ວຍຄວາມສະຫວ່າງຢູ່ໃນໂລກບ່ອນທີ່ມີການທ້າທາຍ ແລະ ໂອກາດອັນຫລວງຫລາຍຄຽງຄູ່ກັນໄປ. ສິ່ງນີ້ອາດເຮັດໃຫ້ພວກເຈົ້າສົງໄສວ່າ, ອະນາຄົດຂອງພວກເຈົ້າຈະເປັນແນວໃດ? ຂ້າພະເຈົ້າຢາກໃຫ້ພວກເຈົ້າແນ່ໃຈໄດ້ວ່າ ໃນຖານະທີ່ພວກເຈົ້າເປັນທິດາຜູ້ມີຄຸນງາມ ຄວາມດີຂອງພຣະເຈົ້າ, ອະນາຄົດຂອງພວກເຈົ້າຈະແຈ່ມໃສ! ພວກເຈົ້າມີຊີວິດຢູ່ໃນຊ່ວງເວລາທີ່ຄວາມຈິງຂອງພຣະກິດຕິຄຸນໄດ້ຖືກຟື້ນຟູຄືນມາໃໝ່, ແລະ ຄວາມຈິງເຫລົ່ານີ້ສາມາດພົບເຫັນໄດ້ຢູ່ໃນພຣະຄຳພີຂອງພວກເຈົ້າ. ພວກເຈົ້າໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດຕອນພວກເຈົ້າຮັບບັບຕິສະມາ, ແລະ ພຣະວິນຍານບໍລິສຸດຈະສອນພວກເຈົ້າເຖິງຄວາມຈິງ ແລະ ຕຽມພວກເຈົ້າສຳລັບການທ້າທາຍໃນຊີວິດ.
ພຣະເຈົ້າໄດ້ປະທານອຳເພີໃຈທາງສິນທຳ ແລະ ໂອກາດໃຫ້ພວກເຈົ້າເພື່ອຈະໄດ້ຮຽນໃນຂະນະທີ່ຢູ່ເທິງແຜ່ນດິນໂລກ, ແລະ ພຣະອົງມີວຽກງານໃຫ້ພວກເຈົ້າເຮັດ. ໃນການບັນລຸວຽກງານນີ້, ພວກເຈົ້າມີໜ້າທີ່ຮັບຜິດຊອບສ່ວນຕົວທີ່ຈະສະແຫວງຫາການຮຽນຮູ້. ສິ່ງສຳຄັນຕໍ່ອະນາຄົດຂອງພວກເຈົ້າ, “ຄວາມສະຫວ່າງທີ່ໃຫ້ຄວາມຫວັງ,” ຂອງພວກເຈົ້າ1 ສາມາດພົບເຫັນໄດ້ຢູ່ໃນປຶ້ມ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ ພາຍໃຕ້ມາດຕະຖານຂອງການສຶກສາ ແລະ ຄຸນຄ່າແຫ່ງຄວາມຮູ້ຂອງຍິງໜຸ່ມ.
“ການສຶກສາ … ຈະເປີດໂອກາດ.”2 ເມື່ອພວກເຈົ້າເຮັດຕາມຄຳແນະນຳຂອງພຣະຜູ້ເປັນເຈົ້າທີ່ວ່າ ຈົ່ງສະແຫວງຫາການຮຽນຮູ້, ແມ່ນແຕ່ໂດຍການສຶກສາ ແລະ ໂດຍສັດທານຳອີກ,3 ພວກເຈົ້າບໍ່ພຽງແຕ່ໄດ້ຮັບຄວາມຮູ້ຈາກການສຶກສາເທົ່ານັ້ນ ແຕ່ຍັງໄດ້ຮັບຄວາມສະຫວ່າງນຳອີກ ເມື່ອພວກເຈົ້າຮຽນໂດຍສັດທາ.
ຈົ່ງສະແຫວງຫາການຮຽນຮູ້ໂດຍການສຶກສາຢ່າງພາກພຽນ. ໜ້ອຍໜັກໜ້ອຍໜາ ພວກເຈົ້າຈະມີເວລາໄດ້ຮັບການສຶກສາເທົ່າກັບພວກເຈົ້າສາມາດເຮັດໃນຕອນນີ້. ປະທານກໍດອນ ບີ ຮິງລີ ໄດ້ແນະນຳຢ່າງສະຫລາດຕໍ່ຊາວໜຸ່ມຂອງສາດສະໜາຈັກວ່າ: “ແບບແຜນຂອງການສຶກສາທີ່ພວກເຈົ້າໄດ້ກໍ່ສ້າງໃນໄລຍະທີ່ພວກເຈົ້າສຶກສາ ຈະມີຜົນກະທົບຕໍ່ຄວາມຢາກມີຄວາມຮູ້ຂອງພວກເຈົ້າໄປຕະຫລອດຊີວິດ.”4 “ພວກເຈົ້າຕ້ອງຮັບເອົາການສຶກສາເທົ່າທີ່ພວກເຈົ້າສາມາດເຮັດໄດ້. … ໃຫ້ເສຍສະລະແມ່ນຫຍັງກໍຕາມເມື່ອຈຳເປັນ ເພື່ອວ່າພວກເຈົ້າຈະໄດ້ເຮັດວຽກງານຢູ່ໃນໂລກນີ້. … ໃຫ້ຝຶກຝົນມັນສະໝອງ ແລະ ມືຂອງພວກເຈົ້າໃຫ້ເຮັດສິ່ງທີ່ດີ ເມື່ອພວກເຈົ້າດຳເນີນໄປໃນຊີວິດຂອງພວກເຈົ້າ.”5
ໃນການກ່າວກັບກຸ່ມສະຕີ ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ສ່ວນຫລາຍແລ້ວ ເຮົາບໍ່ຮູ້ວ່າອະນາຄົດຈະເປັນແນວໃດ; ສະນັ້ນ, ເຮົາຈຶ່ງຈຳເປັນຕ້ອງຕຽມສຳລັບຄວາມບໍ່ແນ່ນອນ. … ຂ້າພະເຈົ້າຂໍໃຫ້ພວກເຈົ້າຈົ່ງສະແຫວງຫາການສຶກສາ ແລະ ຮຽນເອົາວິຊາຄວາມຮູ້ທີ່ມີຄ່າ ເພື່ອວ່າຖ້າຫາກສະພາບການເຊັ່ນນັ້ນເກີດຂຶ້ນ, ແລ້ວພວກເຈົ້າກໍຈະຕຽມພ້ອມແລ້ວທີ່ຈະຈັດຫາ.”6
ຍິງໜຸ່ມທັງຫລາຍ, ຈົ່ງເຮັດຕາມຄຳແນະນຳຂອງສາດສະດາທີ່ສະຫລາດ ແລະ ໃຫ້ການດົນໃຈເຫລົ່ານີ້. ຈົ່ງເປັນນັກຮຽນທີ່ດີ. ຈົ່ງລຸກຂຶ້ນ ແລະ ສ່ອງແສງອອກໄປ ຢູ່ໃນໂຮງຮຽນຂອງພວກເຈົ້າດ້ວຍຄວາມຂະຫຍັນ, ຊື່ສັດ, ແລະ ດ້ວຍຄຸນນະທຳ. ຖ້າຫາກພວກເຈົ້າມີບັນຫາ ຫລື ທໍ້ຖອຍໃຈນຳການຮ່ຳຮຽນ, ໃຫ້ຂໍຄວາມຊ່ອຍເຫລືອຈາກພໍ່ແມ່ຂອງພວກເຈົ້າ, ຄູສອນ, ແລະ ສະມາຊິກໃນໂບດ. ຢ່າຍອມແພ້ເດີ້!
ໃຫ້ຂຽນສິ່ງທີ່ພວກເຈົ້າຢາກຮຽນລົງໄວ້, ແລ້ວ “ໃຫ້ບອກເປົ້າໝາຍການສຶກສາຂອງພວກເຈົ້າກັບຄອບຄົວ, ໝູ່ເພື່ອນ, ແລະ ຜູ້ນຳຂອງພວກເຈົ້າ ເພື່ອວ່າເຂົາເຈົ້າຈະໄດ້ສົ່ງເສີມ ແລະ ຊຸກຍູ້ພວກເຈົ້າ.”7 ນີ້ຄືແບບແຜນຂອງຄວາມກ້າວໜ້າສ່ວນຕົວ.
ໂດຍທີ່ມີເທັກໂນໂລຈີ, ພວກເຈົ້າກໍໄດ້ເຫັນເປັນພະຍານເຖິງຄວາມຮູ້ອັນຫລວງຫລາຍ. ພວກເຈົ້າປະສົບກັບສຽງ, ວິດີໂອ, ແລະ ຄ່າຍເຄືອຢູ່ໃນຄອມພິວເຕີຢູ່ຕະຫລອດເວລາ. ຈົ່ງເລືອກໃຊ້ ແລະ ຢ່າປ່ອຍໃຫ້ຂໍ້ມູນອັນຫລວງຫລາຍນີ້ມາລົບກວນ ຫລື ຢັບຢັ້ງພວກເຈົ້າໄວ້ຈາກຄວາມກ້າວໜ້າ. ຈົ່ງລຸກຂຶ້ນ, ຍິງໜຸ່ມທັງຫລາຍ! ພວກເຈົ້າ ເປັນຜູ້ກຳນົດຈຸດເປົ້າໝາຍຂອງພວກເຈົ້າ. ພວກເຈົ້າ ເປັນຜູ້ຕັດສິນເອງວ່າຈະໃຫ້ສິ່ງໃດເຂົ້າໄປໃນຈິດໃຈຂອງພວກເຈົ້າ.
ການຮຽນຮູ້ທີ່ສຳຄັນທີ່ສຸດບາງຢ່າງ ຈະຢູ່ນອກຫ້ອງຮຽນ. ຈົ່ງພົວພັນກັບກຸ່ມຍິງໜຸ່ມຜູ້ເປັນຕົວຢ່າງທີ່ດີ ຜູ້ສາມາດສອນຄວາມຊຳນານໃຫ້ພວກເຈົ້າ ເລື່ອງການເປັນແມ່ບ້ານ, ສິລະປະ, ດົນຕີ, ປະຫວັດຄອບຄົວ, ກິລາ, ການຂຽນ, ຫລື ການປາກເວົ້າ. ໃຫ້ຜູກມິດກັບເຂົາເຈົ້າ ແລະ ຂໍໃຫ້ເຂົາເຈົ້າເປັນຜູ້ຊ່ອຍເຫລືອພວກເຈົ້າ. ເມື່ອພວກເຈົ້າໄດ້ຮຽນຮູ້ສິ່ງໃໝ່ບາງສິ່ງ, ຈົ່ງສອນມັນຕໍ່ໃຫ້ກັບຄົນອື່ນ ຫລື ກາຍເປັນຜູ້ຊ່ອຍເຫລືອຍິງໜຸ່ມຄົນອື່ນ ຊຶ່ງເປັນພາກສ່ວນໜຶ່ງຂອງຂໍ້ຮຽກຮ້ອງສຳລັບ Honor Bee ຂອງພວກເຈົ້າ.
ນອກເໜືອໄປຈາກແມ່ທີ່ປະເສີດຂອງຂ້າພະເຈົ້າແລ້ວ, ຂ້າພະເຈົ້າກໍມີຫລາຍຄົນທີ່ຊ່ອຍເຫລືອຂ້າພະເຈົ້າ. ຂ້າພະເຈົ້າໄດ້ຮູ້ຈັກຜູ້ຊ່ອຍເຫລືອຂ້າພະເຈົ້າຄົນທຳອິດຕອນຂ້າພະເຈົ້າມີອາຍຸໄດ້ເກົ້າປີ. ຄູສອນຢູ່ຊັ້ນປະຖົມໄວຂອງຂ້າພະເຈົ້າໄດ້ສອນຂ້າພະເຈົ້າແສ່ວຄຳວ່າ “ຂ້າພະເຈົ້າຈະນຳຄວາມສະຫວ່າງຂອງພຣະກິດຕິຄຸນມາສູ່ບ້ານເຮືອນຂອງຂ້າພະເຈົ້າ,” ແລ້ວແຂວນຮູບແຜ່ນນັ້ນໄວ້ເທິງຝາຢູ່ຫ້ອງນອນຂອງຂ້າພະເຈົ້າ ຕອນຂ້າພະເຈົ້າເປັນສາວ. ຄູສອນຂອງຂ້າພະເຈົ້າໄດ້ນຳພາຂ້າພະເຈົ້າ, ຕັກເຕືອນຂ້າພະເຈົ້າ, ແລະ ຊຸກຍູ້ຂ້າພະເຈົ້າສະເໝີ. ແລ້ວກໍມີຄົນອື່ນອີກທີ່ຊ່ອຍເຫລືອ. ຊ່າງຫຍິບເຄື່ອງສອງຄົນຢູ່ໃນຫວອດຂອງຂ້າພະເຈົ້າໄດ້ສອນຂ້າພະເຈົ້າຫຍິບເຄື່ອງ. ດ້ວຍການນຳພາ, ຄວາມອົດທົນ, ແລະ ການຊຸກຍູ້ຂອງເຂົາເຈົ້າ, ຂ້າພະເຈົ້າຈຶ່ງໄດ້ສົ່ງກະໂປງໂຕໜຶ່ງທີ່ຂ້າພະເຈົ້າຫຍິບເອງໄປແຂ່ງຂັນ ຕອນຂ້າພະເຈົ້າມີອາຍຸໄດ້ 14 ປີ ແລະ ຂ້າພະເຈົ້າໄດ້ຮັບລາງວັນຊະນະເລີດ! ຂັ້ນຕອນດັ່ງກ່າວໄດ້ເພີ່ມຄວາມຢາກມີຄວາມຮູ້ຫລາຍຂຶ້ນ ແລະ ຄວາມຊຳນານໃນຝ່າຍອື່ນໆນຳອີກ.
ການຮັບເອົາຄວາມຮູ້ໃນຕອນນີ້ ຈະມີຄ່າຫລາຍເມື່ອພວກເຈົ້າກາຍເປັນແມ່. “ລະດັບການສຶກສາຂອງແມ່ ແມ່ນມີອິດທິພົນຫລາຍຕໍ່ການເລືອກການສຶກສາຂອງ [ລູກໆ] ຂອງນາງ.”8 ການສຶກສາຂອງແມ່ສາມາດ “ເປັນສິ່ງຊ່ອຍໃຫ້ຄອບຄົວພົ້ນຈາກຄວາມທຸກຍາກໄດ້.”9 ຜູ້ຍິງທີ່ມີການສຶກສາສູງ … “ມັກຈະ: ເກີດລູກທີ່ມີສຸຂະພາບດີກວ່າ, ມີລູກທີ່ມີສຸຂະພາບແຂງແຮງກວ່າ, ມີຄວາມເຊື່ອໝັ້ນຫລາຍກວ່າ, ຕັ້ງຕົວໄດ້ດີ ແລະ ຮູ້ຈັກຄິດ ແລະ ຕັດສິນໃຈ.”10
ເຮົາໄດ້ຮຽນຢູ່ໃນ “ໃບຄອບຄົວ: ການປະກາດຕໍ່ໂລກ” ວ່າ “ຜູ້ເປັນແມ່ມີໜ້າທີ່ຮັບຜິດຊອບຕົ້ນຕໍທີ່ຈະລ້ຽງດູລູກເຕົ້າ.”11 ການຈັດຫາການສຶກສາໃຫ້ລູກໆຂອງພວກເຈົ້າ ເປັນພາກສ່ວນໜຶ່ງຂອງການລ້ຽງດູນັ້ນ, ແລະ ເປັນໜ້າທີ່ຮັບຜິດຊອບອັນສັກສິດຂອງພວກເຈົ້າ. ເຊັ່ນດຽວກັບນັກຮົບໜຸ່ມສອງພັນຄົນ, ຜູ້ “ໄດ້ຮັບການສິດສອນຈາກແມ່ຂອງພວກເຂົາ,”12 ພວກເຈົ້າຈະເປັນຄູສອນທີ່ສຳຄັນຂອງລູກໆ, ສະນັ້ນຈົ່ງເລືອກຮຽນຢ່າງລະມັດລະວັງ. ຈົ່ງເປັນພອນໃຫ້ແກ່ລູກໆ ແລະ ຄອບຄົວໃນອະນາຄົດຂອງພວກເຈົ້າ ໂດຍການຮຽນຮູ້ໃຫ້ຫລາຍເທົ່າທີ່ພວກເຈົ້າຈະສາມາດເຮັດໄດ້.
ຈົ່ງສະແຫວງການຮຽນຮູ້ໂດຍສັດທາ. ເຮົາຮຽນໂດຍສັດທາເມື່ອເຮົາໄດ້ຮັບຄວາມຮູ້ທາງວິນຍານຜ່ານການອະທິຖານ, ການສຶກສາພຣະຄຳພີ, ແລະ ການເຊື່ອຟັງ ແລະ ເມື່ອເຮົາສະແຫວງຫາການຊົງນຳຂອງພຣະວິນຍານບໍລິສຸດ, ຜູ້ເປັນພະຍານເຖິງຄວາມຈິງທັງໝົດ. ຖ້າຫາກພວກເຈົ້າເຮັດພາກສ່ວນຂອງພວກເຈົ້າເພື່ອຮັບເອົາຄວາມຮູ້, ແລ້ວພຣະວິນຍານບໍລິສຸດຈະໃຫ້ຄວາມຮູ້ແກ່ຈິດໃຈຂອງພວກເຈົ້າ. ເມື່ອພວກເຈົ້າພະຍາຍາມຮັກສາຕົນໃຫ້ມີຄ່າຄວນ, ແລ້ວພຣະວິນຍານບໍລິສຸດຈະໃຫ້ການຊົງນຳ ແລະ ເພີ່ມຄວາມຮູ້ໃຫ້ພວກເຈົ້າ.
ຕອນຂ້າພະເຈົ້າຍັງໜຸ່ມ, ຂ້າພະເຈົ້າໄດ້ຢືມໄມ້ຍ່າງໃນຫິມະທີ່ຍາວເກີນຕົວ, ເກີບທີ່ໃຫຍ່ເກີນຕີນ, ແລະ ເພື່ອນຄົນໜຶ່ງໄດ້ສອນຂ້າພະເຈົ້າຫລິ້ນສະກີ! ພວກເຮົາໄດ້ໄປຫລິ້ນໃນຍາມລະດູໃບໄມ້ປົ່ງ ໃນມື້ທີ່ສວຍງາມ, ຫິມະກໍພໍດີ, ແລະ ທ້ອງຟ້າກໍແຈ່ມໃສ, ເປັນສີຄາມ. ເພາະຄວາມຢ້ານຄ້ອຍຊັນ ຈຶ່ງເຮັດໃຫ້ຂ້າພະເຈົ້າເຊົາຕື່ນເຕັ້ນຕອນຮຽນ. ແລະ ເຖິງແມ່ນວ່າ ຂ້າພະເຈົ້າໄດ້ລົ້ມຫລາຍເທື່ອກັບໄມ້ຍ່າງນັ້ນ, ແຕ່ຂ້າພະເຈົ້າກໍໄດ້ລຸກຂຶ້ນ ແລະ ຂ້າພະເຈົ້າໄດ້ພະຍາຍາມໃໝ່. ຂ້າພະເຈົ້າໄດ້ຮຽນມັກກິລາ!
ເຖິງຢ່າງໃດກໍຕາມ, ບໍ່ດົນຂ້າພະເຈົ້າໄດ້ພົບວ່າ ອາກາດສຳລັບມື້ໄປຫລິ້ນສະກີ ຈະບໍ່ເປັນແບບນັ້ນທຸກມື້. ໃນມື້ທີ່ມືດຄຶ້ມ, ພວກເຮົາໄດ້ຫລິ້ນສະກີໃນສະພາບທີ່ເອີ້ນວ່າ “ຄວາມສະຫວ່າງທີ່ຮາບພຽງ.” ຄວາມສະຫວ່າງທີ່ຮາບພຽງຈະເກີດຂຶ້ນເມື່ອແສງຕາເວັນກະຈາຍໄປທົ່ວຫິມະ, ທ່ານຈະພົບວ່າຍາກທີ່ຈະສັງເກດເຫັນ, ແລະ ກໍຍາກທີ່ຈະຮູ້ວ່າບ່ອນໃດຊັນ ຫລື ບ່ອນໃດຫລຸບໂນນຢູ່ຕາມຄ້ອຍພູ.
ຍິງໜຸ່ມທັງຫລາຍ, ພວກເຈົ້າອາດຢາກເຫັນອະນາຄົດຂອງພວກເຈົ້າ ດັ່ງທີ່ຂ້າພະເຈົ້າໄດ້ຫລຽວເບິ່ງຄ້ອຍພູຊັນຕອນໄປຫລິ້ນສະກີນັ້ນ. ບາງເທື່ອພວກເຈົ້າອາດຮູ້ສຶກວ່າ ພວກເຈົ້າດຳລົງຊີວິດຢູ່ໃນຄວາມສະຫວ່າງທີ່ ຮາບພຽງ, ບໍ່ສາມາດເຫັນສິ່ງທີ່ຢູ່ຂ້າງໜ້າ. ການຮຽນຮູ້ໂດຍສັດທາຈະນຳຄວາມເຊື່ອໝັ້ນມາໃຫ້ພວກເຈົ້າ ແລະ ຈະຊ່ອຍເຫລືອພວກເຈົ້າໃຫ້ຮູ້ຈັກເດີນໄປໃນເສັ້ນທາງຜ່ານວັນເວລາທີ່ບໍ່ແນ່ນອນນີ້.
ໃນບົດທີ 25 ຂອງມັດທາຍ, ຄຳອຸປະມາເລື່ອງຍິງສາວສະຫລາດສິບຄົນ ສອນເຮົາວ່າການຕຽມພ້ອມທາງວິນຍານເປັນສິ່ງສຳຄັນຫລາຍ ແລະ ຕ້ອງບັນລຸດ້ວຍຕົນເອງ. ພວກເຈົ້າຄົງຈື່ໄດ້ວ່າ ຍິງສາວທັງສິບຄົນນັ້ນໄດ້ຖືກເຊີນໄປງານກິນລ້ຽງຮ່ວມກັບເຈົ້າບ່າວ, ແຕ່ຍິງສາວຫ້າຄົນເທົ່ານັ້ນທີ່ຕຽມພ້ອມໂດຍເອົານ້ຳມັນໄປເພື່ອ.
“ແລ້ວພວກຄົນໂງ່ກໍເວົ້າກັບພວກຄົນສະຫລາດວ່າ ຂໍປັນນ້ຳມັນຂອງພວກເຈົ້າໃຫ້ພວກຂ້ອຍແດ່ ເພາະໂຄມໄຟຂອງພວກຂ້ອຍໃກ້ຈະມອດແລ້ວ.
“ແຕ່ພວກຄົນສະຫລາດຕອບວ່າ ບໍ່ໄດ້ດອກນ້ຳມັນບໍ່ມີພຽງພໍສຳລັບພວກຂ້ອຍ ແລະ ພວກເຈົ້າຈົ່ງໄປຫາຄົນຂາຍນ້ຳມັນ ແລະ ຊື້ເອົາສຳລັບພວກເຈົ້າສາ.
“ແລະ ໃນຂະນະທີ່ພວກເຂົາກຳລັງອອກໄປນັ້ນ, ເຈົ້າບ່າວກໍມາຮອດ ແລະ ຜູ້ທີ່ຕຽມພ້ອມຢູ່ແລ້ວກໍເຂົ້າໄປກັບເຈົ້າບ່າວໃນງານກິນລ້ຽງສົມຣົດ ແລະ ປະຕູກໍອັດ.”13
ພວກເຈົ້າອາດຄິດວ່າ ຍິງສາວຫ້າຄົນນັ້ນເປັນຄົນເຫັນແກ່ຕົວ ທີ່ບໍ່ໄດ້ແບ່ງປັນນ້ຳມັນຂອງພວກເຂົາ, ແຕ່ມັນເປັນໄປບໍ່ໄດ້. ການຕຽມພ້ອມທາງວິນຍານຕ້ອງເຮັດດ້ວຍຕົນເອງ, ເທື່ອລະຢາດ, ແລະ ບໍ່ສາມາດແບ່ງປັນໃຫ້ກັບຄົນອື່ນ.
ມັນເຖິງເວລາແລ້ວສຳລັບພວກເຈົ້າທີ່ຫາຄວາມຮູ້ທາງວິນຍານໃຫ້ຕົນເອງ, ເທື່ອລະຢາດ, ຜ່ານການອະທິຖານ, ການສຶກສາພຣະຄຳພີ, ແລະ ການເຊື່ອຟັງ. ມັນເຖິງເວລາແລ້ວທີ່ຈະສະແຫວງຫາການສຶກສາຂອງພວກເຈົ້າ—ເທື່ອລະຢາດ. ຄວາມຄິດ ແລະ ການກະທຳທີ່ບໍລິສຸດແຕ່ລະເທື່ອ ຈະຕື່ມນ້ຳມັນໃສ່ຕະກຽງຂອງພວກເຈົ້າ, ຈະໃຫ້ເຮັດພວກເຈົ້າເໝາະສົມສຳລັບການຊົງນຳຂອງພຣະວິນຍານບໍລິສຸດ, ຜູ້ເປັນຄູສອນແຫ່ງສະຫວັນຂອງເຮົາ.
ພຣະວິນຍານບໍລິສຸດຈະນຳພາພວກເຈົ້າເດີນໄປໃນເສັ້ນທາງຢູ່ໃນໂລກມະຕະນີ້, ເຖິງແມ່ນໃນຕອນທີ່ພວກເຈົ້າຮູ້ສຶກວ່າພວກເຈົ້າຢູ່ໃນຄວາມສະຫວ່າງທີ່ຮາບພຽງກໍຕາມ, ບໍ່ຮູ້ວ່າມີຫຍັງຢູ່ຂ້າງໜ້າ. ພວກເຈົ້າບໍ່ຕ້ອງຢ້ານ. ເມື່ອພວກເຈົ້າຢູ່ໃນເສັ້ນທາງທີ່ພາພວກເຈົ້າໄປສູ່ຊີວິດນິລັນດອນ, ແລ້ວພຣະວິນຍານບໍລິສຸດຈະນຳພາພວກເຈົ້າໃນການຕັດສິນໃຈຂອງພວກເຈົ້າ ແລະ ໃນການຮຽນຮູ້ຂອງພວກເຈົ້າ.
ຂ້າພະເຈົ້າເປັນພະຍານຈາກປະສົບການສ່ວນຕົວວ່າ ຖ້າຫາກພວກເຈົ້າຈະສະແຫວງຫາການຮຽນຮູ້ ບໍ່ພຽງແຕ່ໂດຍການສຶກສາເທົ່ານັ້ນ ແຕ່ໂດຍສັດທານຳອີກ, ແລ້ວພວກເຈົ້າ ຈະ ຖືກນຳພາໃນສິ່ງທີ່ “ພຣະຜູ້ເປັນເຈົ້າ … ຈະປະສົງໃຫ້ພວກເຈົ້າເຮັດ ແລະ ສິ່ງທີ່ພວກເຈົ້າຈະຕ້ອງຮູ້.”14
ຂ້າພະເຈົ້າໄດ້ຮັບໃບປິຕຸພອນຂອງຂ້າພະເຈົ້າຕອນຂ້າພະເຈົ້າເປັນສາວ ແລະ ໄດ້ຖືກແນະນຳໃຫ້ຕຽມຕົວເອງດ້ວຍການສຶກສາ ແລະ ໃຫ້ຮຽນຮູ້ຄຸນງາມຄວາມດີຕອນຍັງນ້ອຍ ເລື່ອງການເປັນແມ່ບ້ານ ແລະ ລ້ຽງດູລູກເຕົ້າ. ຂ້າພະເຈົ້າກໍຢາກໄດ້ພອນຂອງການມີຄອບຄົວຫລາຍ; ເຖິງຢ່າງໃດກໍຕາມ, ແຕ່ຂ້າພະເຈົ້າບໍ່ໄດ້ຮັບພອນນັ້ນຈົນວ່າຂ້າພະເຈົ້າມີອາຍຸໄດ້ 37 ປີ, ຕອນຂ້າພະເຈົ້າໄດ້ແຕ່ງງານ. ສາມີຂອງຂ້າພະເຈົ້າເປັນພໍ່ໝ້າຍ, ສະນັ້ນ ໃນມື້ທີ່ພວກເຮົາໄດ້ຜະນຶກເຂົ້າກັນຢູ່ໃນພຣະວິຫານ, ຂ້າພະເຈົ້າໄດ້ຮັບພອນນັ້ນແທ້ໆ ບ່ອນແມ່ນແຕ່ສາມີເທົ່ານັ້ນ, ແຕ່ຄອບຄົວພ້ອມດ້ວຍລູກສີ່ຄົນນຳອີກ.
ກ່ອນໜ້ານັ້ນ, ມີຫລາຍເທື່ອທີ່ຂ້າພະເຈົ້າຮູ້ສຶກວ່າ ຂ້າພະເຈົ້າໄດ້ຫລິ້ນສະກີຢູ່ໃນຄວາມສະຫວ່າງທີ່ຮາບພຽງ, ໂດຍຖາມວ່າ, “ອະນາຄົດຂອງຂ້າພະເຈົ້າຈະເປັນແນວໃດ?” ຂ້າພະເຈົ້າພະຍາຍາມເຮັດຕາມຄຳແນະນຳຢູ່ໃນໃບປິຕຸພອນຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ສຶກສາຢ່າງພາກພຽນ ແລະ ໄດ້ກາຍເປັນນາຍຄູ ແລະ ໄດ້ຮຽນຕໍ່ ແລະ ໄດ້ກາຍເປັນຜູ້ອຳນວຍການຢູ່ໂຮງຮຽນປະຖົມ. ຂ້າພະເຈົ້າໄດ້ອະທິຖານຫາພຣະບິດາເທິງສະຫວັນ ແລະ ສະແຫວງຫາການຊົງນຳຂອງພຣະວິນຍານບໍລິສຸດ. ຂ້າພະເຈົ້າເຊື່ອແທ້ໆໃນຄຳສັນຍາຂອງສາດສະດາ ຜູ້ໃຫ້ຄວາມແນ່ນອນໃຈແກ່ຂ້າພະເຈົ້າວ່າ ຖ້າຫາກຂ້າພະເຈົ້າ “ສືບຕໍ່ໃນຄວາມຈິງ ແລະ ຊື່ສັດ, ຮັກສາພັນທະສັນຍາ [ຂອງຂ້າພະເຈົ້າ], ຮັບໃຊ້ພຣະເຈົ້າ, ແລະ ຮັກພຣະບິດາເທິງ ສະຫວັນ ແລະ ອົງພຣະເຢຊູຄຣິດ [ຂອງຂ້າພະເຈົ້າ], ແລ້ວ [ຂ້າພະເຈົ້າ] ຈະບໍ່ຖືກປະຕິເສດຈາກພອນນິລັນດອນໃດໆ ທີ່ພຣະບິດາເທິງສະຫວັນມີໄວ້ໃຫ້ສຳລັບລູກໆທີ່ຊື່ສັດຂອງພຣະອົງ.”15
ຂ້າພະເຈົ້າຮູ້ວ່າການສຶກສາຂອງຂ້າພະເຈົ້າໄດ້ຕຽມຂ້າພະເຈົ້າສຳລັບຊີວິດທີ່ບໍ່ໄດ້ເປັນດັ່ງທີ່ຂ້າພະເຈົ້າວາດພາບໄວ້ຕອນຄາວເປັນສາວ. ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າໄດ້ສຶກສາເພື່ອເປັນນາຍຄູ ແລະ ເພື່ອສອນລູກໆຂອງຂ້າພະເຈົ້າໃນອະນາຄົດ, ແຕ່ຂ້າພະເຈົ້າບໍ່ຮູ້ວ່າ ພຣະຜູ້ເປັນເຈົ້າໄດ້ຕຽມຂ້າພະເຈົ້າເພື່ອສອນພາສາອັງກິດຢູ່ປະເທດມົງໂກລີນຳອີກຕອນເປັນຜູ້ສອນສາດສະໜາກັບສາມີຂອງຂ້າພະເຈົ້າ ແລະ ເພື່ອສອນຍິງໜຸ່ມຢູ່ໃນສາດສະໜາຈັກຕະຫລອດທົ່ວໂລກ ແລະ ສອນຫລານຂອງຂ້າພະເຈົ້າເຖິງຄຸນຄ່າຂອງຄວາມຮູ້—ເປັນພອນທີ່ປະເສີດລ້ຳເກີນກວ່າທີ່ຂ້າພະເຈົ້າໄດ້ວາດພາບໄວ້.
ຂ້າພະເຈົ້າຂໍເປັນພະຍານວ່າ ພຣະບິດາເທິງສະຫວັນຮູ້ ແລະ ຮັກພວກເຈົ້າ. ພຣະອົງໄວ້ວາງໃຈພວກເຈົ້າ ແລະ ມີວຽກງານໃຫ້ພວກເຈົ້າເຮັດ ຊຶ່ງເປັນວຽກງານທີ່ ພວກເຈົ້າ ເທົ່ານັ້ນທີ່ສາມາດເຮັດໄດ້. ຂ້າພະເຈົ້າຢາກໃຫ້ພວກເຈົ້າແນ່ໃຈວ່າ ພວກເຈົ້າ ຈະ ຕຽມພ້ອມສຳລັບວຽກງານອັນຍິ່ງໃຫຍ່ ຖ້າຫາກພວກເຈົ້າສະແຫວງຫາການຮຽນຮູ້ໂດຍການສຶກສາ ແລະ ໂດຍສັດທາ. ຂ້າພະເຈົ້າຂໍເປັນພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.