ເປັນຫຍັງ ຈຶ່ງຮັບໃຊ້ໃນຖານະປະໂລຫິດ
ເມື່ອເຮົາເຂົ້າໃຈຄຳວ່າ ເປັນຫຍັງ ຂອງພຣະກິດຕິຄຸນ ແລະ ເປັນຫຍັງ ຂອງຖານະປະໂລຫິດ ມັນຈະຊ່ອຍໃຫ້ເຮົາເຫັນຈຸດປະສົງອັນສູງສົ່ງຂອງທຸກສິ່ງເຫລົ່ານີ້.
ຂ້າພະເຈົ້າຖະໜຸຖະໜອມໂອກາດອັນປະເສີດນີ້ທີ່ໄດ້ມາຮ່ວມປະຊຸມນຳບັນດາອ້າຍນ້ອງແຫ່ງຖານະ ປະໂລຫິດ ແລະ ຊື່ນຊົມນຳທ່ານໃນຄວາມອັດສະຈັນໃຈ ແລະ ຄວາມສວຍງາມຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຂ້າພະເຈົ້າຂໍສັນລະເສີນທ່ານສຳລັບສັດທາ, ວຽກງານດີ, ແລະ ຄວາມຊອບທຳທີ່ຍືນຍົງຂອງທ່ານ.
ພວກເຮົາມີຄວາມຜຸກພັນກັນໃນຄວາມຈິງທີ່ວ່າເຮົາທຸກຄົນໄດ້ຮັບການແຕ່ງຕັ້ງສູ່ຖານະປະໂລຫິດຂອງພຣະເຈົ້າຈາກຜູ້ທີ່ຖືກໄວ້ວາງໃຈດ້ວຍສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດທີ່ສັກສິດ. ນີ້ເປັນພອນອັນຍິ່ງໃຫຍ່. ມັນເປັນໜ້າທີ່ຮັບຜິດຊອບອັນສັກສິດ.
ພະລັງຂອງຄຳທີ່ວ່າ ເປັນຫຍັງ
ເມື່ອບໍ່ດົນມານີ້ຂ້າພະເຈົ້າໄດ້ຄິດໄຕ່ຕອງເຖິງການເອີ້ນທີ່ສຳຄັນສອງຢ່າງທີ່ຂ້າພະເຈົ້າໄດ້ຮັບໃນຖານະຜູ້ດຳລົົງຖານະປະໂລຫິດໃນສາດສະໜາຈັກ.
ໜຶ່ງໃນການເອີ້ນເຫລົ່ານີ້ໄດ້ເກີດຂຶ້ນຕອນຂ້າພະເຈົ້າເປັນມັກຄະນາຍົກ. ຂ້າພະເຈົ້າກັບຄອບຄົວໄດ້ໄປ ຮ່ວມນຳສາຂາຂອງສາດສະໜາຈັກໃນເມືອງຟະແຣງເຝີດ ປະເທດເຢຍລະມັນ. ພວກຂ້າພະເຈົ້າໄດ້ຮັບ ພອນທີ່ມີຜູ້ຄົນທີ່ປະເສີດຫລາຍຄົນໃນສາຂານ້ອຍໆຂອງເຮົາ. ຄົນໜຶ່ງໃນນັ້ນກໍແມ່ນປະທານສາຂາຂອງເຮົາ, ບະລາເດີ ແລນໂຊສ. ຂ້າພະເຈົ້ານັບຖືເພິ່ນຫລາຍ, ເຖິງແມ່ນວ່າເພິ່ນເບິ່ງຄືວ່າເອົາຈິງເອົາຈັງ ສະເໝີ, ສຸພາບຮຽບຮ້ອຍຫລາຍ, ແລະ ສ່ວນຫລາຍແລ້ວກໍມັກໃສ່ແຕ່ຊຸດສີດຳ. ຂ້າພະເຈົ້າຈຳໄດ້ວ່າ ຕອນເປັນຊາຍໜຸ່ມຂ້າພະເຈົ້າມັກເວົ້າຢອກກັນຫລິ້ນກັບໝູ່ເພື່ອນຂອງຂ້າພະເຈົ້າວ່າປະທານສາຂາຂອງ ພວກຂ້າພະເຈົ້າເປັນຄົນໂບຮານລ້າສະໄໝ.
ມັນເຮັດໃຫ້ຂ້າພະເຈົ້າຫົວເມື່ອຄິດເຖິງເລື່ອງນີ້ໃນເວລານີ້ ເພາະວ່າມັນກໍເປັນໄປໄດ້ແນ່ວ່າ ຄົນໜຸ່ມສາວ ຂອງສາດສະໜາຈັກໃນສະໄໝນີ້ກໍເຫັນຂ້າພະເຈົ້າໃນລັກສະນະດຽວກັນນັ້ນ.
ວັນອາທິດວັນໜຶ່ງ, ປະທານແລນໂຊສ ໄດ້ຂໍລົມກັບຂ້າພະເຈົ້າ. ຄວາມຄິດທຳອິດຂອງຂ້າພະເຈົ້າຄືວ່າ, “ເຮົາໄດ້ເຮັດຫຍັງຜິດ?” ຂ້າພະເຈົ້າໄດ້ຄິດເຖິງຫລາຍສິ່ງຫລາຍຢ່າງທີ່ຂ້າພະເຈົ້າອາດໄດ້ເຮັດທີ່ໄດ້ດົນໃຈໃຫ້ມີການເວົ້າລົມລະຫວ່າງປະທານສາຂາ ແລະ ມັກຄະນາຍົກຄັ້ງນີ້.
ປະທານແລນໂຊສ ເຊີນຂ້າພະເຈົ້າເຂົ້າໄປໃນຫ້ອງນ້ອຍຫ້ອງໜຶ່ງ—ຕຶກໂບດຂອງເຮົາບໍ່ມີຫ້ອງການສຳລັບ ປະທານສາຂາ—ແລະ ໃນທີ່ເພິ່ນໄດ້ເຊື້ອເຊີນໃຫ້ຂ້າພະເຈົ້າເປັນປະທານຂອງກຸ່ມມັກຄະນາຍົກ.
ເພິ່ນໄດ້ກ່າວວ່າ “ນີ້ເປັນຕຳແໜ່ງທີ່ສຳຄັນ, ແລະແລ້ວເພິ່ນໄດ້ໃຊ້ເວລາ ແລະ ໄດ້ບັນຍາຍວ່າເປັນຫຍັງ. ເພິ່ນໄດ້ອະທິບາຍວ່າເພິ່ນ ແລະ ພຣະຜູ້ເປັນເຈົ້າໄດ້ຄາດຫວັງຫຍັງແດ່ຈາກຂ້າພະເຈົ້າ ແລະວ່າ ຂ້າພະເຈົ້າຈະໄດ້ຮັບຄວາມຊ່ອຍເຫລືອນັ້ນແນວໃດ.
ຂ້າພະເຈົ້າຈຳບໍ່ໄດ້ວ່າເພິ່ນໄດ້ເວົ້າຫຍັງແດ່, ແຕ່ຂ້າພະເຈົ້າຈຳໄດ້ດີວ່າຂ້າພະເຈົ້າໄດ້ຮູ້ສຶກແນວໃດ. ວິນຍານທີ່ສັກສິດ, ທີ່ສູງສົ່ງໄດ້ເຂົ້າມາສູ່ຈິດໃຈຂອງຂ້າພະເຈົ້າຂະນະທີ່ເພິ່ນໄດ້ເວົ້າຢູ່ນັ້ນ. ຂ້າພະເຈົ້າສາມາດຮູ້ສຶກໄດ້ວ່ານີ້ເປັນສາດສະໜາຈັກຂອງພຣະຜູ້ຊ່ອຍໃຫ້ລອດ. ແລະ ຂ້າພະເຈົ້າໄດ້ຮູ້ສຶກວ່າການເອີ້ນທີ່ເພິ່ນໄດ້ສະເໜີໃຫ້ນັ້ນກໍຖືກໃຈໂດຍພຣະວິນຍານບໍລິສຸດ. ຂ້າພະເຈົ້າຈຳໄດ້ວ່າໄດ້ຍ່າງອອກຈາກຫ້ອງນ້ອຍໆນັ້ນດ້ວຍຮູ້ສຶກວ່າສູງຂຶ້ນກວ່າແຕ່ກ່ອນ.
ເກືອບ 60 ປີ ໄດ້ຜ່ານໄປຕັ້ງແຕ່ມື້ນັ້ນ, ແລະ ຂ້າພະເຈົ້າທະນຸຖະໜອມຄວາມຮູ້ສຶກຂອງຄວາມໄວ້ວາງໃຈ ແລະ ຄວາມຮັກເຫລົ່ານີ້ຢູ່.
ເມື່ອຂ້າພະເຈົ້າໄດ້ຫວນຄິດເຖິງປະສົບການນີ້, ຂ້າພະເຈົ້າໄດ້ພະຍາຍາມຈື່ຈຳວ່າມີມັກຄະນາຍົກຈັກຄົນໃນສາຂາຂອງພວກເຮົາໃນເວລານັ້ນ. ຕາມຄວາມຊົງຈຳຂອງຂ້າພະເຈົ້າ, ຂ້າພະເຈົ້າເຊື່ອວ່າມີສອງຄົນ. ເຖິງຢ່າງໃດກໍຕາມ, ບາງທີມີແຕ່ຜູ້ດຽວ.
ແຕ່ນັ້ນບໍ່ສຳຄັນຖ້າຫາກວ່າໄດ້ມີມັກຄະນາຍົກໜຶ່ງຄົນ ຫລື ໜຶ່ງໂຫລ, ຂ້າພະເຈົ້າໄດ້ຮູ້ສຶກວ່າເປັນກຽດ, ແລະ ຂ້າພະເຈົ້າຢາກຮັບໃຊ້ສຸດຄວາມສາມາດຂອງຕົນ ແລະ ບໍ່ຢາກເຮັດໃຫ້ປະທານສາຂາຂອງຂ້າພະເຈົ້າ ຫລື ພຣະຜູ້ເປັນເຈົ້າຜິດຫວັງ.
ໃນເວລານີ້ຂ້າພະເຈົ້າຮູ້ວ່າປະທານສາຂາອາດບໍ່ໄດ້ໃຊ້ຄວາມຄິດໄຕ່ຕອງເມື່ອເພິ່ນໄດ້ເອີ້ນໃຫ້ຂ້າພະເຈົ້າ ຮັບຕຳແໜ່ງນີ້. ເພິ່ນສາມາດບອກຂ້າພະເຈົ້າໄດ້ງ່າຍໆໃນທາງຍ່າງໃນໂບດ ຫລື ໃນຫ້ອງປະຊຸມຖານະ ປະໂລຫິດຂອງເຮົາວ່າຂ້າພະເຈົ້າເປັນປະທານຄົນໃໝ່ຂອງກຸ່ມມັກຄະນາຍົກກໍໄດ້.
ແທນທີ່, ເພິ່ນໄດ້ໃຊ້ເວລານຳຂ້າພະເຈົ້າ ແລະ ໄດ້ຊ່ອຍໃຫ້ຂ້າພະເຈົ້າເຂົ້າໃຈບໍ່ພຽງແຕ່ຄວາມໝາຍຂອງຄຳວ່າ ແມ່ນຫຍັງ ແລະ ໜ້າທີ່ຮັບຜິດຊອບໃໝ່ ແຕ່ສຳຄັນກວ່ານັ້ນ, ໃຫ້ເຂົ້າໃຈຄຳວ່າ ເປັນຫຍັງ ກ່ຽວກັບໜ້າທີ່ມອບໝາຍຂອງຂ້າພະເຈົ້ານຳອີກ.
ນັ້ນເປັນສິ່ງທີ່ຂ້າພະເຈົ້າຈະບໍ່ມີວັນລືມເລີຍ.
ຈຸດສຳຄັນຂອງເລື່ອງນີ້ກໍບໍ່ພຽງແຕ່ຈະບັນຍາຍເຖິງວິທີທີ່ຈະສະເໜີການເອີ້ນໃນສາດສະໜາຈັກ (ເຖິງແມ່ນວ່ານີ້ໄດ້ເປັນຕົວຢ່າງທີ່ປະເສີດສຳລັບຂ້າພະເຈົ້າໃນວິທີທາງທີ່ເໝາະສົມທີ່ຈະເຮັດ). ນີ້ເປັນບົດຮຽນກ່ຽວກັບອຳນາດທີ່ກະຕຸ້ນຂອງຝ່າຍຜູ້ນຳແຫ່ງຖານະປະໂລຫິດທີ່ຈະເຮັດໃຫ້ຄົນໃດ ໜຶ່ງມີຊີວິດຊີວາຂຶ້ນ ແລະ ດົນໃຈການກະທຳ.
ເຮົາຕ້ອງໄດ້ຮັບການຕັກເຕືອນຢູ່ສະເໝີເຖິງເຫດຜົນນິລັນດອນທີ່ຢູ່ເບື້ອງຫລັງຂອງທຸກສິ່ງທີ່ເຮົາຖືກບັນຊາ ໃຫ້ເຮັດ. ຫລັກທຳພຣະກິດຕິຄຸນຂັ້ນພື້ນຖານຕ້ອງເປັນພາກສ່ວນຂອງຊີວິດເຮົາ, ແມ່ນແຕ່ຖ້າຫາກເຮົາຕ້ອງ ຮຽນຮູ້ມັນເທື່ອແລ້ວເທື່ອອີກ. ຂະບວນການນີ້ບໍ່ຄວນເຮັດໄປແບບບໍ່ມີຄວາມຊື່ນບານ ຫລື ເປັນທີ່ໜ້າເບື່ອ. ແທນທີ່, ເມື່ອເຮົາສອນຫລັກທຳຂັ້ນພື້ນຖານໃນບ້ານເຮືອນຂອງເຮົາ ຫລື ໃນໂບດ, ປ່ອຍໃຫ້ຄວາມຕື່ນ ເຕັ້ນສຳລັບການດຳລົງຊີວິດຕາມພຣະກິດຕິຄຸນ ແລະ ອຳນາດແຫ່ງປະຈັກພະຍານນຳຄວາມຮູ້, ຄວາມສະຫງົບ, ແລະ ຄວາມສຸກມາສູ່ຈິດໃຈຂອງຜູ້ຄົນທີ່ເຮົາສອນ.
ຈາກມັກຄະນາຍົກທີ່ຫາກໍຖືກແຕ່ງຕັ້ງໄປເຖິງມະຫາປະໂລຫິດຜູ້ອາວຸໂສ, ເຮົາທຸກຄົນມີລາຍການຂອງ ສິ່ງທີ່ ເຮົາສາມາດເຮັດ ແລະ ຄວນເຮັດໃນໜ້າທີ່ຮັບຜິດຊອບຂອງຖານະປະໂລຫິດຂອງເຮົາ ສິ່ງທີ່ ຕ້ອງ ເຮັດກໍສຳຄັນໃນວຽກງານຂອງເຮົາ, ແລະ ເຮົາຕ້ອງເອົາໃຈໃສ່ມັນ. ແຕ່ຢູ່ໃນຄຳວ່າ ເປັນຫຍັງ ແຫ່ງການຮັບໃຊ້ຂອງຖານະປະໂລຫິດທີ່ເຮົາຈະໄດ້ພົບຄວາມກະຕືລືລົ້ນ, ຄວາມຮັກ ແລະ ອຳນາດຂອງຖານະປະໂລຫິດ.
ຄຳວ່າ ແມ່ນຫຍັງ ແຫ່ງການຮັບໃຊ້ຂອງຖານະປະໂລຫິດສອນເຮົາວ່າຕ້ອງເຮັດຫຍັງ. ຄຳວ່າ ເປັນຫຍັງ ດົນໃຈຈິດວິນຍານ.
ຄຳວ່າ ແມ່ນຫຍັງ ບອກວ່າຕ້ອງເຮັດສິ່ງໃດ, ແຕ່ຄຳວ່າ ເປັນຫຍັງ ເຮັດໃຫ້ເກີດການປ່ຽນແປງ.
ມີ “ສິ່ງດີໆ” ອັນລົ້ນເຫລືອທີ່ຕ້ອງເຮັດ
ການເອີ້ນຂອງຖານະປະໂລຫິດທີ່ຂ້າພະເຈົ້າໄດ້ຄິດໄຕ່ຕອງກໍຖືກມອບໃຫ້ເມື່ອຫລາຍປີກ່ອນຕອນ ຂ້າພະເຈົ້າໄດ້ມີຄອບຄົວຂອງຕົນເອງ. ພວກຂ້າພະເຈົ້າໄດ້ຍ້າຍກັບເມືອເມືອງຟະແຣງເຝີດ ປະເທດ ເຢຍລະມັນ, ແລະ ຂ້າພະເຈົ້າຫາກໍໄດ້ເລື່ອນຕຳແໜ່ງໃນວຽກງານທີ່ຈະຮຽກຮ້ອງເວລາ ແລະ ຄວາມເອົາໃຈໃສ່ຈາກຂ້າພະເຈົ້າຫລາຍ. ໃນລະດູການແຫ່ງຄວາມຫຍຸ້ງຍາກໃນຊີວິດຂອງຂ້າພະເຈົ້າ, ແອວເດີໂຈເຊັບ ບີ ເວີດລິນ ໄດ້ສະເໜີການເອີ້ນຕໍ່ຂ້າພະເຈົ້າໃຫ້ຮັບໃຊ້ໃນຖານະປະທານສະເຕກ.
ຕອນສຳພາດກັບເພິ່ນ, ຄວາມຄິດຫລາຍຢ່າງໄດ້ຜ່ານເຂົ້າມາໃນຈິດໃຈຂອງຂ້າພະເຈົ້າ, ບໍ່ແມ່ນຢ່າງນ້ອຍ ທີ່ສຸດນັ້ນ ຄືຄວາມຫ່ວງໃຍທີ່ລົບກວນທີ່ວ່າຂ້າພະເຈົ້າອາດບໍ່ມີເວລາພໍທີ່ການເອີ້ນນີ້ຈະຮຽກຮ້ອງ. ເຖິງ ແມ່ນວ່າການເອີ້ນໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກຖ່ອມຕົນ ແລະ ໄດ້ຮັບກຽດ, ແຕ່ຂ້າພະເຈົ້າຍັງໄດ້ຄິດນ້ອຍ ໜຶ່ງວ່າຂ້າພະເຈົ້າຈະຮັບມັນໄດ້ບໍ. ແຕ່ນັ້ນກໍເປັນພຽງແຕ່ຄວາມຄິດທີ່ຫາຍໄປໄວໆ ເພາະຂ້າພະເຈົ້າໄດ້ຮູ້ວ່າ ແອວເດີ ເວີດລິນ ຖືກເອີ້ນຈາກພຣະເຈົ້າ ແລະ ວ່າເພິ່ນກຳລັງເຮັດວຽກຂອງພຣະຜູ້ເປັນເຈົ້າຢູ່. ຂ້າພະເຈົ້າຈະເຮັດຫຍັງໄດ້ນອກຈາກວ່າຕ້ອງຮັບການເອີ້ນນັ້ນ.
ມີບາງເວລາທີ່ເຮົາຕ້ອງກ້າວເຂົ້າໄປສູ່ຄວາມມືດດ້ວຍສັດທາ, ໂດຍໝັ້ນໃຈວ່າພຣະເຈົ້າຈະປະທານ ຄຳຕອບໃຫ້ເຮົາ ເມື່ອເຮົາກ້າວໄປໜ້າດ້ວຍສັດທາ. ສະນັ້ນຂ້າພະເຈົ້າຈຶ່ງໄດ້ຮັບການເອີ້ນດ້ວຍຄວາມຊື່ນໃຈ, ໂດຍຮູ້ວ່າພຣະເຈົ້າຈະຈັດຫາໃຫ້.
ໃນຕອນຕົ້ນຂອງໜ້າທີ່ມອບໝາຍນີ້, ພວກຂ້າພະເຈົ້າໄດ້ຮັບສິດທິພິເສດໃນຖານະສະເຕກທີ່ໄດ້ ຮັບການອົບລົມຈາກບັນດາຄູ ແລະ ຜູ້ນຳທີ່ຍິ່ງໃຫຍ່ໃນສາດສະໜາຈັກ—ບັນດາບຸລຸດດັ່ງເຊັ່ນແອວເດີ ຣະໂຊ ເອັມ ແນວສັນ ແລະ ປະທານທອມມັສ ແອັສ ມອນສັນ ໄດ້ມາຫາເຂດຂອງພວກເຮົາ. ຄຳສັ່ງສອນຂອງພວກເພິ່ນກໍເປັນເໝືອນດັ່ງນ້ຳຄ້າງຈາກສະຫວັນ ແລະ ເປັນການດົນໃຈໃຫ້ພວກ ຂ້າພະເຈົ້າ. ຂ້າພະເຈົ້າຍັງມີບັນທຶກທີ່ຂ້າພະເຈົ້າໄດ້ຈົດລົງໄວ້ໃນພາກການອົບລົມເຫລົ່ານັ້ນ. ບັນດາ ອ້າຍນ້ອງເຫລົ່ານີ້ໄດ້ມອບຄວາມເຂົ້າໃຈໃຫ້ພວກເຮົາ ເຫັນ ຄວາມໝາຍຂອງການຈັດຕັ້ງອານາຈັກຂອງ ພຣະເຈົ້າ, ໂດຍການສ້າງປະຈັກພະຍານສ່ວນຕົວ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຄອບຄົວ. ພວກເພິ່ນໄດ້ຊ່ອຍໃຫ້ພວກຂ້າພະເຈົ້າເຫັນວິທີທີ່ຈະນຳໃຊ້ຄວາມຈິງຂອງພຣະກິດຕິຄຸນ ແລະ ຫລັກທຳນັ້ນໃນສະພາບການ ແລະ ເວລາຂອງເຮົາໂດຍສະເພາະ. ເວົ້າອີກຢ່າງໜຶ່ງກໍຄືວ່າ, ຜູ້ນຳທີ່ໄດ້ຮັບການດົນໃຈໄດ້ຊ່ອຍໃຫ້ພວກເຮົາເຫັນວ່າຄວາມໝາຍຂອງຄຳວ່າ ເປັນຫຍັງ ຂອງພຣະກິດຕິຄຸນ, ແລະ ພວກເຮົາຕ້ອງໄດ້ກໍ້ແຂນເສື້ອຂຶ້ນ ແລະ ລົງມືເຮັດວຽກ.
ບໍ່ດົນຈາກນັ້ນພວກເຮົາກໍໄດ້ຮຽນຮູ້ວ່າມີຫລາຍສິ່ງຫລາຍຢ່າງທີ່ຝ່າຍປະທານສະເຕກສາມາດເຮັດໄດ້—ມີຫລາຍມາກມາຍ, ແທ້ຈິງແລ້ວ, ຖ້າຫາກພວກເຮົາບໍ່ໄດ້ຈັດລຳດັບຄວາມສຳຄັນທີ່ຖືກດົນໃຈ, ພວກເຮົາອາດບໍ່ໄດ້ເຮັດສິ່ງທີ່ສຳຄັນເລີຍ. ລຳດັບຄວາມສຳຄັນຫລາຍຢ່າງໄດ້ເລີ່ມມີຂຶ້ນມາ, ທີ່ໄດ້ຍາດ ເອົາຄວາມເອົາໃຈໃສ່ຂອງເຮົາຈາກຄວາມເຂົ້າໃຈທີ່ບັນດາອ້າຍນ້ອງຜູ້ນຳໄດ້ແບ່ງປັນກັບພວກຂ້າພະເຈົ້າ. ມີຫລາຍສິ່ງ “ດີໆ” ທີ່ຕ້ອງເຮັດ, ແຕ່ບໍ່ແມ່ນທຸກສິ່ງຈະສຳຄັນທີ່ສຸດ.
ພວກເຮົາໄດ້ຮຽນຮູ້ບົດຮຽນສຳຄັນບົດໜຶ່ງ: ຄວາມຈິງທີ່ວ່າບາງສິ່ງທີ່ດີບໍ່ໄດ້ໃຫ້ເຫດຜົນພໍທີ່ຈະມາດຶງເອົາເວລາ ແລະ ກຳລັງວັດຖຸຂອງເຮົາໄປ. ກິດຈະກຳ, ການຕັດສິນໃຈ, ແລະ ແຜນການຕ່າງໆຂອງເຮົາ ຄວນໄດ້ຮັບການດົນໃຈໂດຍພື້ນຖານຂອງຄວາມວ່າ ເປັນຫຍັງ ເຮົາຈຶ່ງຮັບໃຊ້ໃນຖານະປະໂລຫິດຂອງເຮົາ ແລະ ບໍ່ແມ່ນເພາະຄວາມນິຍົມຊົມຊອບ ຫລື ຄວາມສົນໃຈໃນປະຈຸບັນ. ຖ້າມັນບໍ່ເປັນດັ່ງນັ້ນ, ມັນ ສາມາດລົບກວນຄວາມພະຍາຍາມຂອງເຮົາ, ເຮັດໃຫ້ກຳລັງຂອງເຮົາອ່ອນແອ, ແລະ ໃຫ້ເຮົາຕັ້ງໃຈໃສ່ພຽງແຕ່ຄວາມສົນໃຈເລື່ອງຂອງຕົນເອງ, ບໍ່ວ່າຈະເປັນຝ່າຍວິນຍານ ຫລື ຝ່າຍໂລກ, ທີ່ບໍ່ຢູ່ໃນຈຸດໃຈກາງຂອງຄວາມເປັນສານຸສິດ.
ອ້າຍນ້ອງທັງຫລາຍ, ເຮົາທຸກຄົນກໍຮູ້ວ່ານີ້ຕ້ອງໃຊ້ການຄວບຄຸມຕົວທີ່ຈະຄົງເອົາໃຈໃສ່ສິ່ງທີ່ຢູ່ກັບເລື່ອງທີ່ມີພະລັງຫລາຍທີ່ສຸດທີ່ຈະເພີ່ມທະວີຄວາມຮັກຂອງເຮົາທີ່ມີໃຫ້ພຣະເຈົ້າ ແລະ ເພື່ອນມະນຸດ, ເຮັດໃຫ້ການແຕ່ງງານລາບລື້ນ, ເພີ່ມຄວາມເຂັ້ມແຂງໃຫ້ຄອບຄົວ, ແລະ ເສີມສ້າງອານາຈັກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ. ເໝືອນດັ່ງຕົ້ນໝາກໄມ້ທີ່ມີງ່າ ແລະ ໃບຢ່າງຫລວງຫລາຍ, ຊີວິດຂອງເຮົາກໍ ຕ້ອງການການຈັດແຕ່ງເປັນປະຈຳເພື່ອໃຫ້ແນ່ໃຈວ່າເຮົາໃຊ້ກຳລັງ ແລະ ເວລາຂອງເຮົາເພື່ອຈະສຳເລັດຈຸດປະສົງທີ່ແທ້ຈິງຂອງເຮົາ “ເພື່ອນຳໝາກຜົນອັນດີງາມອອກມາ”!1
ທ່ານບໍ່ໄດ້ຢູ່ຄົນດຽວ
ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າຈະເລືອກຫຍັງແດ່? ເຮົາແຕ່ລະຄົນມີໜ້າທີ່ຮັບຜິດຊອບທີ່ຈະຕັດສິນໃຈເລື່ອງ ນີ້ເພື່ອຕົນເອງ. ເຖິງຢ່າງໃດກໍດີ, ເຮົາຖືກບັນຊາໃຫ້ສຶກສາພຣະຄຳພີຢ່າງພາກພຽນ, ເຊື່ອຟັງຖ້ອຍຄຳຂອງສາດສະດາ, ແລະ ອະທິຖານດ້ວຍສັດທາທີ່ຈິງຈັງ ແລະ ອຸທິດຕົນ.
ອ້າຍນ້ອງທັງຫລາຍ, ພຣະເຈົ້າຊົງຊື່ສັດ. ຜ່ານພຣະວິນຍານບໍລິສຸດ, ພຣະອົງຈະກ່າວຕໍ່ຄວາມຄິດ ແລະ ຈິດໃຈຂອງເຮົາກ່ຽວກັບເສັ້ນທາງທີ່ເຮົາຄວນຕິດຕາມໄປໃນແຕ່ໄລຍະໃນຊີວິດຂອງເຮົາ.
ຖ້າຈິດໃຈຂອງເຮົາບໍລິສຸດ—ຖ້າເຮົາບໍ່ສະແຫວງຫາລັດສະໝີພາບຂອງເຮົາເອງ ແຕ່ຂອງພຣະເຈົ້າຜູ້ຊົງລິດທະນຸພາບ, ຖ້າເຮົາສະແຫວງຫາທີ່ຈະເຮັດຕາມພຣະປະສົງຂອງພຣະອົງ, ຖ້າເຮົາປາຖະໜາທີ່ເປັນພອນໃຫ້ແກ່ຂອງຄອບຄົວ ແລະ ເພື່ອນມະນຸດຂອງເຮົາ—ເຮົາຈະບໍ່ຖືກປະປ່ອຍໄວ້ໃຫ້ຢູ່ຄົນດຽວ. ດັ່ງທີ່ ປະທານມອນສັນໄດ້ເຕືອນເຮົາຢູ່ເລື້ອຍໆວ່າ, “ເມື່ອເຮົາດຳລົງຢູ່ໃນວຽກງານຂອງພຣະເຈົ້າ, ເຮົາມິສິດຈະໄດ້ຮັບຄວາມຊ່ອຍເຫລືອຂອງພຣະອົງ.”2
ພຣະບິດາເທິງສະຫວັນຂອງທ່ານ “ຈະອອກໜ້າທ່່ານ. [ພຣະອົງ] ຈະຢູ່ທາງຂວາມືຂອງທ່ານ ແລະ ທາງຊ້າຍຂອງທ່ານ, ແລະ ພຣະວິນຍານ [ຂອງພຣະອົງ] ຈະຢູ່ໃນໃຈຂອງທ່ານ, ແລະ ທູດສະຫວັນ [ຂອງພຣະອົງ] ຈະຢູ່ອ້ອມຮອບທ່ານ, ເພື່ອເປັນກຳລັງໃຈໃຫ້ທ່ານ.”3
ອຳນາດແຫ່ງການກະທຳ
ອ້າຍນ້ອງທີ່ຮັກທັງຫລາຍ, ພອນອັນສູງສົ່ງສຳລັບການຮັບໃຊ້ຂອງຖານະປະໂລຫິດຈະຖືກກະຕຸ້ນ ໂດຍຄວາມພາກພຽນພະຍາຍາມຂອງເຮົາ, ຄວາມເຕັມໃຈຂອງເຮົາທີ່ຈະເສຍສະລະ, ແລະ ຄວາມປາຖະໜາຂອງເຮົາທີ່ຈະເຮັດສິ່ງທີ່ຖືກຕ້ອງ. ຂໍໃຫ້ເຮົາເປັນຜູ້ທີ່ກະທຳ ແລະ ບໍ່ແມ່ນຖືກກະທຳຕໍ່. ການສັ່ງສອນກໍດີ, ແຕ່ການເທດສະໜາທີ່ບໍ່ນຳໄປສູ່ການກະທຳກໍເໝືອນກັບໄຟທີ່ບໍ່ມີຄວາມຮ້ອນ ຫລື ນ້ຳທີ່ບໍ່ສາມາດກຳຈັດການກະຫາຍໄດ້.
ເມື່ອເຮົານຳໃຊ້ຄຳສອນ, ພະລັງທີ່ຊຳລະໃຫ້ບໍລິສຸດຂອງພຣະກິດຕິຄຸນຈະເຕີບໂຕ ແລະ ອຳນາດຂອງຖານະປະໂລຫິດຈະເຮັດໃຫ້ຈິດວິນຍານຂອງເຮົາຕື່ນເຕັ້ນ.
ທອມມັສ ແອດີສັນ, ຜູ້ທີ່ໄດ້ສ້າງດອກໄຟໄດ້ກ່າວວ່າ “ຄຸນຄ່າຂອງຄວາມຄິດນັ້ນຢູ່ໃນການນຳໃຊ້.”4 ໃນທາງທີ່ຄ້າຍຄືກັນນີ້, ຄຳສອນຂອງພຣະກິດຕິຄຸນຈະກາຍມາມີຄຸນຄ່າຫລາຍຂຶ້ນເມື່ອມັນຖືກນຳມາໃຊ້.
ເຮົາບໍ່ຕ້ອງປ່ອຍໃຫ້ຄຳສອນຂອງຖານະປະໂລຫິດຄົງຢູ່ຊື່ໆໃນຈິດໃຈຂອງເຮົາ ແລະ ບໍ່ນຳໃຊ້ມັນໃນຊີວິດຂອງເຮົາ. ຖ້າມີການແຕ່ງງານ ຫລື ຄອບຄົວໃດໜຶ່ງທີ່ຕ້ອງການການຊ່ອຍຊີວິດເອົາໄວ້—ບາງທີແມ່ນແຕ່ຂອງເຮົາເອງ—ຢ່າຊັກຊ້າ ແລະ ຖ້າເບິ່ງຊື່ໆ. ແທນທີ່, ຂໍໃຫ້ເຮົາຈົ່ງຂອບພຣະໄທພຣະເຈົ້າສຳລັບແຜນແຫ່ງຄວາມສຸກທີ່ຮວມດ້ວຍສັດທາ, ການກັບໃຈ, ການໃຫ້ອະໄພ, ແລະ ການເລີ່ມຕົ້ນໃໝ່. ການນຳໃຊ້ຄຳສອນຂອງຖານະປະໂລຫິດຈະເຮັດໃຫ້ເຮົາໃນຖານະສາມີ, ພໍ່, ແລະ ລູກຊາຍ ຜູ້ທີ່ເຂົ້າໃຈຄວາມໝາຍຂອງຄຳວ່າ ເປັນຫຍັງ ຂອງຖານະປະໂລຫິດ ແລະ ອຳນາດຂອງມັນທີ່ຈະກອບກູ້ ແລະ ເຮັດໃຫ້ຄວາມສວຍງາມ ແລະ ຄວາມສັກສິດຂອງຄອບຄົວນິລັນດອນນັ້ນແນ່ນອນ.
ກອງປະຊຸມໃຫຍ່ເປັນເວລາທີ່ດີສຳລັບການໄດ້ຍິນ ແລະ ໄດ້ເຮັດ. ສະນັ້ນ, ຂໍໃຫ້ເຮົາຈົ່ງບໍ່ “ພຽງແຕ່ຟັງພຣະຄຳຂອງພຣະເຈົ້າເທົ່ານັ້ນ, ແຕ່ຈົ່ງປະຕິບັດຕາມພຣະຄຳນັ້ນອີ່ຫລີ.”5 ອ້າຍນ້ອງທັງ ຫລາຍ, ຂ້າພະເຈົ້າຂໍເຊື້ອເຊີນໃຫ້ທ່ານພິຈາລະນາຖ້ອຍຄຳທີ່ຜູ້ຮັບໃຊ້ຂອງພຣະເຈົ້າໄດ້ກ່າວໃນວັນເສົາວັນອາທິດນີ້. ແລ້ວໃຫ້ທ່ານຄຸເຂົ່າລົງ. ໃຫ້ທູນຂໍພຣະເຈົ້າ, ພຣະບິດາເທິງສະຫວັນຂອງເຮົາ, ເຮັດໃຫ້ຄວາມຄິດຂອງທ່ານປ່ອງໃສ ແລະ ປອບໂຍນຈິດໃຈຂອງທ່ານ. ຈົ່ງອ້ອນວອນທູນຂໍການຊີ້ນຳຈາກ ພຣະອົງໃນຊີວິດປະຈຳວັນຂອງທ່ານໃນໜ້າທີ່ຮັບຜິດຊອບຂອງທ່ານໃນສາດສະໜາຈັກ, ແລະ ໃນການທ້າທາຍສະເພາະຂອງທ່ານໃນຕອນນີ້. ຈົ່ງເຮັດຕາມການກະຕຸ້ນເຕືອນຂອງພຣະວິນຍານ. ຢ່າຊັກຊ້າເລີຍ. ຖ້າທ່ານເຮັດທຸກສິ່ງນີ້, ຂ້າພະເຈົ້າສັນຍາທ່່ານວ່າພຣະຜູ້ເປັນເຈົ້າຈະບໍ່ປະປ່ອຍໃຫ້ທ່ານຍ່າງຢູ່ຄົນດຽວ.
ດຳເນີນຕໍ່ໄປໃນຄວາມອົດທົນ
ເຮົາຮູ້ວ່າແມ່ນແຕ່ດ້ວຍຄວາມຕັ້ງໃຈທີ່ດີທີ່ສຸດຂອງເຮົາ, ບາງສິ່ງຈະບໍ່ເປັນໄປຕາມແຜນການ. ເຮົາເຮັດ ຜິດພາດໃນຊີວິດ ແລະ ໃນການຮັບໃຊ້ຂອງຖານະປະໂລຫິດຂອງເຮົາ. ບາງຄັ້ງບາງຄາວເຮົາສະດຸດ ແລະ ບໍ່ສຳເລັດຜົນ.
ເມື່ອພຣະຜູ້ເປັນເຈົ້າແນະນຳໃຫ້ເຮົາ “ດຳເນີນຕໍ່ໄປໃນຄວາມອົດທົນຈົນກວ່າ [ເຮົາ] ຈະດີພ້ອມ,”6 ພຣະອົງກໍໃຫ້ຄວາມເຂົ້າໃຈວ່າສິ່ງນີ້ໃຊ້ເວລາ ແລະ ຄວາມພາກພຽນ. ເມື່ອເຮົາເຂົ້າໃຈຄຳວ່າ ເປັນຫຍັງ ຂອງພຣະກິດຕິຄຸນ ແລະ ເປັນຫຍັງ ຂອງຖານະປະໂລຫິດ ມັນຈະຊ່ອຍໃຫ້ເຮົາເຫັນຈຸດປະສົງອັນສູງສົ່ງຂອງທຸກສິ່ງເຫລົ່ານີ້. ມັນຈະໃຫ້ເຮົາມີຄວາມຕັ້ງໃຈ ແລະ ມີພະລັງທີ່ຈະເຮັດສິ່ງທີ່ຖືກຕ້ອງ, ແມ່ນແຕ່ເມື່ອມັນຈະຍາກກໍຕາມ. ເມື່ອເຮົາຕັ້ງໃຈໃສ່ຫລັກທຳພື້ນຖານຂອງການດຳລົງຊີວິດຕາມພຣະກິດຕິຄຸນ ມັນຈະເປັນພອນໃຫ້ແກ່ເຮົາດ້ວຍຄວາມແຈ່ມແຈ້ງ, ດ້ວຍປັນຍາ ແລະ ດ້ວຍການຊີ້ນຳ.
“ເຮົາຈະບໍ່ກ້າວຕໍ່ໄປໃນອຸດົມການຍິ່ງໃຫຍ່ນີ້ບໍ?”7 ອ້າຍນ້ອງທັງຫລາຍ, ແນ່ນອນວ່າເຮົາຈະກ້າວຕໍ່ໄປ!
ໂດຍຖືກຊີ້ນຳຈາກພຣະວິນຍານບໍລິສຸດ, ເຮົາຈະຮຽນຮູ້ຈາກຄວາມຜິດພາດຂອງເຮົາ. ຖ້າເຮົາສະດຸດລົ້ມ, ເຮົາຈະລຸກຂຶ້ນ. ຖ້າເຮົາລັງເລ, ເຮົາຈະກ້າວຕໍ່ໄປ. ເຮົາຈະບໍ່ຫວັ່ນໄຫວ; ເຮົາຈະບໍ່ທໍ້ຖອຍ.
ໃນຖານະອ້າຍນ້ອງທີ່ມີພະລັງແຫ່ງຖານະປະໂລຫິດອັນເປັນນິດຂອງພຣະເຈົ້າ, ເຮົາຈະຢືນຢູ່ດ້ວຍກັນ, ບ່າໄຫລ່ຄຽງຂ້າງກັນ, ເອົາໃຈໃສ່ຫລັກທຳຂອງພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູຂອງພຣະເຢຊູຄຣິດ ແລະ ຮັບໃຊ້ພຣະເຈົ້າ ແລະ ເພື່ອນມະນຸດຂອງເຮົາດ້້ວຍການອຸທິດຕົນ ແລະ ດ້ວຍຄວາມຮັກ.
ພຣະເຈົ້າຊົງພຣະຊົນຢູ່!
ອ້າຍນ້ອງທີ່ຮັກແພງ, ຂ້າພະເຈົ້າເປັນພະຍານຕໍ່ທ່ານໃນມື້ນີ້ວ່າ ພຣະເຈົ້າພຣະບິດາ ແລະ ພຣະບຸດຂອງ ພຣະອົງ, ພຣະເຢຊູຄຣິດ, ພຣະຊົນຢູ່. ພວກພຣະອົງເປັນຈິງ! ພວກພຣະອົງຊົງເປັນຢູ່!
ທ່ານບໍ່ໄດ້ຢູ່ຄົນດຽວ. ພຣະບິດາເທິງສະຫວັນຂອງທ່ານຫ່ວງໃຍທ່ານ ແລະ ປະສົງຈະໃຫ້ພອນທ່ານ ແລະ ຄ້ຳຊູທ່ານໃນຄວາມຊອບທຳ.
ໃຫ້ແນ່ໃຈວ່າພຣະເຈົ້າກ່າວກັບມະນຸດໃນວັນເວລາຂອງເຮົາ. ພຣະອົງຈະກ່າວກັບທ່ານ!
ສາດສະດາໂຈເຊັບ ສະມິດ ໄດ້ເຫັນສິ່ງທີ່ເພິ່ນໄດ້ກ່າວວ່າເພິ່ນເຫັນ. ສາດສະໜາຈັກຂອງພຣະເຢຊູຄຣິດ ແຫ່ງໄພ່ພົນຍຸກສຸດທ້າຍໄດ້ຮັບການຟື້ນຟູຄືນມາໃໝ່ຢູ່ເທິງໂລກໂດຍອຳນາດ ແລະ ສິດອຳນາດຂອງພຣະ ເຈົ້າຜູ້ລິດທະນຸພາບ.
ຂ້າພະເຈົ້າອະທິຖານວ່າ ໃນຖານະຜູ້ດຳລົງຖານະປະໂລຫິດ, ເຮົາຈະປະຕິບັດທຸກສິ່ງໃຫ້ສອດຄ່ອງກັບຄຳວ່າ ເປັນຫຍັງ ຂອງການຮັບໃຊ້ຂອງຖານະປະໂລຫິດ ແລະ ນຳໃຊ້ຫລັກທຳຂອງພຣະກິດຕິຄຸນ ທີ່ໄດ້ຮັບການຟື້ນຟູເພື່ອປ່ຽນແປງຊີວິດຂອງເຮົາ ແລະ ຊີວິດຂອງຜູ້ຄົນທີ່ເຮົາຮັບໃຊ້.
ເມື່ອເຮົາເຮັດດັ່ງນີ້, ອຳນາດແຫ່ງການຊົດໃຊ້ອັນບໍ່ມີຂອບເຂດນັ້ນ ຈະຊຳລະລ້າງ, ເຮັດໃຫ້ສະອາດ, ແລະ ເຮັດໃຫ້ວິນຍານ ແລະ ອຸປະນິໄສຂອງເຮົາບໍລິສຸດຈົນກວ່າເຮົາຈະກາຍເປັນຜູ້ຄົນທີ່ເຮົາຕ້ອງເປັນ. ເຖິງສິ່ງນີ້ຂ້າພະເຈົ້າຂໍເປັນພະຍານໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.