ມັນກຸ້ມຄ່າບໍ?
ການແບ່ງປັນພຣະກິດຕິຄຸນແບບທຳມະຊາດ ແລະ ປົກກະຕິກັບຄົນທີ່ເຮົາເປັນຫ່ວງເປັນໄຍ ແລະ ຮັກຈະເປັນວຽກງານ ແລະ ຄວາມສຸກໃນຊີວິດຂອງເຮົາ. ຂ້າພະເຈົ້າຂໍເລົ່າປະສົບການສອງຢ່າງໃຫ້ທ່ານຟັງ.
ລະຫວ່າງກອງປະຊຸມນີ້ ແລະ ກອງປະຊຸມອື່ນໆໃນບໍ່ດົນມານີ້,1 ຫລາຍຄົນພວກເຮົາກໍຢາກຮູ້ວ່າ ເຮົາຈະເຮັດຫຍັງໄດ້ແດ່ເພື່ອຊ່ອຍສ້າງສາສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ແລະ ຈະໄດ້ເຫັນຄວາມເຕີບໂຕອັນແທ້ຈິງຢູ່ໃນບ່ອນທີ່ເຮົາອາໄສຢູ່?
ໃນວຽກງານນີ້ ແລະ ເລື່ອງອື່ນໆທີ່ສຳຄັນຂອງເຮົາ, ວຽກງານທີ່ສຳຄັນທີ່ສຸດແມ່ນຈະຢູ່ໃນບ້ານເຮືອນ ແລະ ໃນຄອບຄົວຂອງເຮົາເອງສະເໝີ.2 ເປັນເພາະຄອບຄົວນັ້ນເອງທີ່ສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນ ແລະ ຄວາມເຕີບໂຕອັນແທ້ຈິງໄດ້ເກີດຂຶ້ນ.3 ເຮົາຕ້ອງສອນຫລັກທຳ ແລະ ຄຳສອນຂອງພຣະກິດຕິຄຸນໃຫ້ແກ່ລູກໆຂອງເຮົາ. ເຮົາຕ້ອງຊ່ອຍເຫລືອເຂົາໃຫ້ມີສັດທາໃນພຣະເຢຊູຄຣິດ ແລະ ຕຽມຮັບບັບຕິສະມາເມື່ອເຂົາມີອາຍຸໄດ້ແປດປີ.4 ເຮົາຕ້ອງຊື່ສັດຕໍ່ຕົນເອງ ເພື່ອວ່າເຂົາຈະໄດ້ເຫັນຈາກຕົວຢ່າງຂອງເຮົາເຖິງຄວາມຮັກທີ່ເຮົາມີຕໍ່ພຣະຜູ້ເປັນເຈົ້າ ແລະ ຕໍ່ສາດສະໜາຈັກຂອງພຣະອົງ. ສິ່ງນີ້ຈະຊ່ອຍລູກໆຂອງເຮົາໃຫ້ຊື່ນຊົມກັບການຮັກສາພຣະບັນຍັດ, ມີຄວາມສຸກໃນຄອບຄົວ, ແລະ ມີຄວາມກະຕັນຍູໃນການຮັບໃຊ້ຄົນອື່ນ. ຢູ່ໃນບ້ານເຮືອນຂອງເຮົາ, ເຮົາຕ້ອງເຮັດຕາມແບບແຜນທີ່ນີໄຟໄດ້ມອບໃຫ້ ເມື່ອເພິ່ນກ່າວວ່າ:
ເຂົາເຈົ້າເຮັດວຽກງານຢ່າງພາກພຽນທີ່ຈະ … ຊັກຊວນລູກຫລານຂອງເຂົາເຈົ້າ … ໃຫ້ເຊື່ອໃນພຣະຄຣິດ ແລະ ໃຫ້ທຳຕົນປອງດອງກັບພຣະເຈົ້າ. …
“… ເຂົາເຈົ້າເວົ້າເຖິງພຣະຄຣິດ, ເຂົາເຈົ້າປິຕິຍິນດີໃນພຣະຄຣິດ, ເຂົາເຈົ້າສັ່ງສອນເລື່ອງພຣະຄຣິດ, ເຂົາເຈົ້າທຳນາຍເຖິງພຣະຄຣິດ, ແລະ ເຂົາເຈົ້າບັນທຶກຕາມຄຳທຳນາຍຂອງເຂົາເຈົ້າ ເພື່ອລູກຫລານຂອງເຂົາເຈົ້າຈະໄດ້ຮູ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາບຂອງພວກເຂົາ.”5
ເຮົາອອກແຮງຢ່າງພາກພຽນເພື່ອນຳພອນເຫລົ່ານີ້ມາໃຫ້ລູກໆຂອງເຮົາໂດຍການໄປໂບດກັບເຂົາ, ຈັດການສັງສັນໃນຄອບຄົວ, ແລະ ອ່ານພຣະຄຳພີນຳກັນ. ເຮົາອະທິຖານທຸກວັນກັບເຂົາ, ຮັບເອົາການເອີ້ນ, ໄປຢ້ຽມຢາມຄົນເຈັບປ່ວຍ ແລະ ຄົນທີ່ເປົ່າປ່ຽວດຽວດາຍ, ແລະ ເຮັດສິ່ງອື່ນໆທີ່ຊ່ອຍໃຫ້ລູກໆຮູ້ວ່າເຮົາຮັກເຂົາ ແລະວ່າເຮົາຮັກພຣະບິດາເທິງສະຫວັນຂອງເຮົາ, ຮັກພຣະບຸດຂອງພຣະອົງ, ແລະ ຮັກສາດສະໜາຈັກຂອງພວກພຣະອົງ.
ເຮົາກ່າວ ແລະ ທຳນາຍເຖິງພຣະຄຣິດ ເມື່ອເຮົາສອນບົດຮຽນຢູ່ໃນການສັງສັນໃນຄອບຄົວ ຫລື ນັ່ງຢູ່ກັບລູກ ແລະ ບອກເຂົາວ່າເຮົາຮັກເຂົາ ແລະ ກ່າວປະຈັກພະຍານຂອງເຮົາເຖິງພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່.
ເຮົາສາມາດຂຽນກ່ຽວກັບພຣະຄຣິດໂດຍການຂຽນຈົດໝາຍຫາຄົນທີ່ຢູ່ຫ່າງໄກ. ຜູ້ຮັບໃຊ້ເຜີຍແຜ່, ລູກຊາຍ ຫລື ລູກສາວທີ່ໄປຮັບໃຊ້ປະເທດຊາດ, ແລະ ຄົນທີ່ເຮົາຮັກ ຈະໄດ້ຮັບພອນເມື່ອເຮົາຂຽນຈົດໝາຍເຖິງເຂົາເຈົ້າ. ຈົດໝາຍຈາກບ້ານບໍ່ໄດ້ເປັນພຽງສອງສາມແຖວເທົ່ານັ້ນ. ຈົດໝາຍແທ້ໆຈະເປັນສິ່ງທີ່ແຕະຕ້ອງໄດ້, ຄິດກ່ຽວກັບ, ແລະ ທະນຸຖະໜອມ.
ເຮົາຊ່ອຍເຫລືອລູກໆຂອງເຮົາເພິ່ງພາອາໄສຕໍ່ການຊົດໃຊ້ຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ຮູ້ຈັກເຖິງການໃຫ້ອະໄພຂອງພຣະບິດາທີ່ຊົງຮັກ ໂດຍການສະແດງຄວາມຮັກ ແລະ ການໃຫ້ອະໄພໃນການເປັນພໍ່ແມ່ຂອງເຮົາ. ຄວາມຮັກ ແລະ ການໃຫ້ອະໄພຂອງເຮົາບໍ່ພຽງແຕ່ຈະດຶງດູດລູກໆຂອງເຮົາໃຫ້ເຂົ້າໃກ້ເຮົາຫລາຍຂຶ້ນເທົ່ານັ້ນ ແຕ່ຈະສ້າງສັດທາໃນການທີ່ຈະຮູ້ວ່າພຣະບິດາເທິງສະຫວັນຮັກເຂົານຳອີກ ແລະວ່າພຣະອົງຈະອະໄພໃຫ້ແກ່ເຂົາ ເມື່ອເຂົາກັບໃຈ ແລະ ພະຍາຍາມເປັນຄົນດີຫລາຍຂຶ້ນ. ເຂົາໄວ້ວາງໃຈໃນຄວາມຈິງນີ້ ເພາະເຂົາໄດ້ມີປະສົບການອັນດຽວກັນນັ້ນຈາກພໍ່ແມ່ຢູ່ໃນໂລກຂອງເຂົາ.
ນອກເໜືອໄປຈາກວຽກງານທີ່ເຮົາຈະເຮັດຢູ່ໃນຄອບຄົວຂອງເຮົາເອງ, ນີໄຟໄດ້ສອນວ່າ ເຂົາເຈົ້າເຮັດວຽກງານຢ່າງພາກພຽນທີ່ຈະ … ຊັກຊວນລູກຫລານຂອງເຂົາເຈົ້າ … ໃຫ້ເຊື່ອໃນພຣະຄຣິດ ແລະ ໃຫ້ທຳຕົນປອງດອງກັບພຣະເຈົ້າ. …6 ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ເຮົາແຕ່ລະຄົນມີພອນ ແລະ ມີໜ້າທີ່ຮັບຜິດຊອບທີ່ຈະແບ່ງປັນພຣະກິດຕິຄຸນ. ບາງຄົນທີ່ຕ້ອງການພຣະກິດຕິຄຸນໃນຊີວິດຂອງເຂົາ ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກເທື່ອ. ບາງຄົນເຄີຍຢູ່ໃນບັນດາພວກເຮົາ ແຕ່ຕອນນີ້ຢາກຮູ້ສຶກຄວາມສຸກນັ້ນຄືນອີກດັ່ງຕອນທີ່ເຂົາໄດ້ຮັບເອົາພຣະກິດຕິຄຸນໃນເມື່ອກ່ອນ. ພຣະຜູ້ເປັນເຈົ້າຮັກທັງຜູ້ບໍ່ເຄີຍຮູ້ຈັກພຣະກິດຕິຄຸນ ແລະ ຮັກຜູ້ທີ່ກັບຄືນມາຫາພຣະອົງອີກ.7 ຕໍ່ພຣະອົງ ແລະ ພວກເຮົາ, ມັນບໍ່ສຳຄັນ. ມັນເປັນວຽກງານອັນດຽວກັນ. ມັນເປັນວຽກງານຂອງຈິດວິນຍານ, ບໍ່ວ່າສະພາບການຂອງເຂົາຈະເປັນແນວໃດກໍຕາມ, ມັນຈະເປັນສິ່ງຍິ່ງໃຫຍ່ຕໍ່ພຣະບິດາເທິງສະຫວັນຂອງເຮົາ, ຕໍ່ພຣະບຸດຂອງພຣະອົງ, ແລະ ຕໍ່ເຮົາ.8 ວຽກງານຂອງພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງຄື ການເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນ”9 ແກ່ລູກໆທັງປວງຂອງພຣະອົງ ບໍ່ວ່າສະພາບການໃນຕອນນີ້ຂອງເຂົາຈະເປັນແນວໃດກໍຕາມ. ພອນຂອງເຮົາຄືທີ່ຈະຊ່ອຍເຫລືອໃນວຽກງານນີ້.
ປະທານທອມມັສ ແອັສ ມອນສັນ ໄດ້ອະທິບາຍເຖິງວິທີທີ່ເຮົາສາມາດຊ່ອຍເຫລືອໄດ້ ເມື່ອເພິ່ນກ່າວວ່າ: “ປະສົບການຂອງເຮົານຳການເຜີຍແຜ່ຕ້ອງເປັນໃນເວລານີ້. ການທີ່ເຮົາຈະນັ່ງຄິດເຖິງປະສົບການເຜີຍແຜ່ຂອງເຮົາໃນອາດີດນັ້ນແມ່ນບໍ່ພຽງພໍ. ກ່ອນຈະຮູ້ສຶກເຖິງຄວາມເພິ່ງພໍໃຈໄດ້ນັ້ນ, ເຮົາຕ້ອງແບ່ງປັນພຣະກິດຕິຄຸນແບບທຳມະຊາດ ແລະ ປົກກະຕິໄປເລື້ອຍໆ.”10
ການແບ່ງປັນພຣະກິດຕິຄຸນແບບທຳມະຊາດ ແລະ ປົກກະຕິກັບຄົນທີ່ເຮົາເປັນຫ່ວງເປັນໄຍ ແລະ ຮັກຈະເປັນວຽກງານ ແລະ ຄວາມສຸກໃນຊີວິດຂອງເຮົາ. ຂ້າພະເຈົ້າຂໍເລົ່າປະສົບການສອງຢ່າງໃຫ້ທ່ານຟັງ.
ທ້າວເດບ ອໍເຈີດ ໄດ້ເຕີບໂຕຂຶ້ນຢູ່ເມືອງເຊົາເລັກ, ບ່ອນທີ່ໝູ່ເພື່ອນສ່ວນຫລາຍຂອງລາວເປັນສະມາຊິກຂອງສາດສະໜາຈັກ. ເຂົາເຈົ້າໄດ້ເປັນຕົວຢ່າງທີ່ດີແກ່ລາວ. ນອກເໜືອຈາກນັ້ນ, ຜູ້ນຳຂອງສາດສະໜາຈັກທີ່ເປັນເພື່ອນບ້ານຂອງລາວ ກໍໄດ້ຊວນລາວໃຫ້ໄປຮ່ວມກິດຈະກຳໂບດເລື້ອຍໆ. ໝູ່ເພື່ອນຂອງລາວກໍເຮັດຄືກັນ. ເຖິງແມ່ນວ່າ ລາວບໍ່ໄດ້ເຂົ້າຮ່ວມສາດສະໜາຈັກໃນເວລານັ້ນ, ແຕ່ເມື່ອລາວໄດ້ເຕີບໃຫຍ່ຂຶ້ນ ລາວໄດ້ຮັບພອນໂດຍຕົວຢ່າງຂອງໝູ່ເພື່ອນທີ່ເປັນໄພ່ພົນຍຸກສຸດທ້າຍ ແລະ ກິດຈະກຳຂອງສາດສະໜາຈັກ. ຕອນລາວເຂົ້າໂຮງຮຽນວິທະຍາໄລ, ລາວໄດ້ຍ້າຍບ່ອນຢູ່, ແລະ ໝູ່ເພື່ອນສ່ວນຫລາຍຂອງລາວໄດ້ໄປເຜີຍແຜ່. ລາວຂາດຕົວຢ່າງທີ່ດີຂອງເຂົາເຈົ້າໃນຊີວິດຂອງລາວ.
ເພື່ອນຄົນໜຶ່ງຂອງທ້າວເດບບໍ່ໄດ້ໄປເຜີຍແຜ່. ເພື່ອນຄົນນີ້ໄດ້ໄປຫາ ອະທິການທຸກອາທິດເພື່ອດັດແປງຊີວິດຂອງລາວ ເພື່ອຈະສາມາດໄປຮັບໃຊ້ເຜີຍແຜ່. ແລ້ວລາວກັບທ້າວເດບໄດ້ອາໄສຢູ່ຫໍພັກດຽວກັນ, ຊຶ່ງໂດຍແບບທຳມະຊາດ ແລະ ປົກກະຕິ, ເຂົາເຈົ້າຈະເວົ້າລົມກັນກ່ຽວກັບວ່າ ເປັນຫຍັງລາວຈຶ່ງບໍ່ສາມາດໄປຮັບໃຊ້ ແລະ ເປັນຫຍັງລາວຈຶ່ງຕ້ອງໄດ້ໄປພົບກັບອະທິການເລື້ອຍໆ. ເພື່ອນຂອງລາວໄດ້ສະແດງຄວາມກະຕັນຍູ ແລະ ຄວາມນັບຖືຕໍ່ອະທິການຂອງລາວ ແລະ ຕໍ່ໂອກາດທີ່ຈະກັບໃຈ ແລະ ຮັບໃຊ້. ແລ້ວລາວໄດ້ຖາມທ້າວເດບ ຖ້າຫາກວ່າລາວຢາກໄປຫາອະທິການກັບລາວເທື່ອຕໍ່ໄປຫລືບໍ່. ມັນເປັນການເຊື້ອເຊີນທີ່ດີນໍ! ເພາະການເປັນເພື່ອນ ແລະ ຕາມສະພາບການຂອງເຂົາເຈົ້າ, ການເຊື້ອເຊີນນັ້ນຈຶ່ງເປັນແບບທຳມະຊາດ ແລະ ປົກກະຕິ.
ທ້າວເດບກໍໄດ້ຕົກລົງໄປ ແລະ ບໍ່ດົນກໍໄດ້ໄປພົບກັບອະທິການ. ສິ່ງດັ່ງກ່າວໄດ້ເຮັດໃຊ້ທ້າວເດບຕັດສິນໃຈພົບກັບຜູ້ສອນສາດສະໜາ. ລາວໄດ້ຮັບປະຈັກພະຍານວ່າ ພຣະກິດຕິຄຸນເປັນສິ່ງແທ້ຈິງ, ແລ້ວບໍ່ດົນກໍໄດ້ນັດໝາຍທີ່ຈະຮັບບັບຕິສະມາ. ທ້າວເດບໄດ້ຮັບບັບຕິສະມາໂດຍອະທິການ, ແລະ ປີໜຶ່ງຈາກນັ້ນ ທ້າວເດບ ອໍເຈີດ ແລະ ນາງແຄຕະລິນ ອີແວນສ໌ ໄດ້ແຕ່ງງານກັນຢູ່ໃນພຣະວິຫານ. ເຂົາເຈົ້າມີລູກທີ່ໜ້າຮັກຫ້າຄົນ. ນາງແຄຕະລິນເປັນນ້ອງສາວຂອງຂ້າພະເຈົ້າ. ຂ້າພະເຈົ້າມີຄວາມກະຕັນຍູຫລາຍສຳລັບເພື່ອນທີ່ດີຂອງລາວ, ພ້ອມດ້ວຍອະທິການທີ່ດີ, ໄດ້ພາທ້າວເດບມາເຂົ້າຮ່ວມສາດສະໜາຈັກ.
ເມື່ອທ້າວເດບໄດ້ກ່າວເຖິງການປ່ຽນໃຈເຫລື້ອມໃສຂອງລາວ ແລະ ກ່າວປະຈັກພະຍານເຖິງເລື່ອງນີ້, ລາວໄດ້ຖາມວ່າ, “ມັນກຸ້ມຄ່າບໍ? ຄວາມພະຍາຍາມທັງໝົດຂອງໝູ່ເພື່ອນຂອງຂ້າພະເຈົ້າ, ທັງຜູ້ນຳກຸ່ມຊາວໜຸ່ມ ແລະ ອະທິການຂອງຂ້າພະເຈົ້າຕະຫລອດຫລາຍປີ, ກຸ້ມຄ່າບໍເພື່ອໃຫ້ຂ້າພະເຈົ້າໄດ້ຮັບບັບຕິສະມາ?” ເມື່ອຊີ້ໄປຫານາງແຄຕະລິນ ແລະ ລູກຫ້າຄົນ, ລາວເວົ້າວ່າ, “ຢ່າງໜ້ອຍສຳລັບພັນລະຍາ ແລະ ລູກຫ້າຄົນຂອງຂ້າພະເຈົ້າ, ມັນກຸ້ມຄ່າ.”
ເມື່ອໃດກໍຕາມທີ່ມີການແບ່ງປັນພຣະກິດຕິຄຸນ, ມັນບໍ່ແມ່ນເພື່ອ “ຄົນດຽວ.” ເມື່ອໃດກໍຕາມທີ່ມີການສົນທະນາກັນ ຫລື ເມື່ອບາງຄົນກັບມາຫາພຣະຜູ້ເປັນເຈົ້າ, ແມ່ນຄອບຄົວທີ່ຖືກຊ່ອຍໃຫ້ລອດ. ເມື່ອລູກໆຂອງທ້າວເດບກັບນາງແຄຕະລິນໄດ້ເຕີບໂຕຂຶ້ນ ພວກເຂົາກໍໄດ້ຮັບເອົາພຣະກິດຕິຄຸນຄືກັນ. ລູກສາວຄົນໜຶ່ງກັບລູກຊາຍສອງຄົນໄດ້ໄປຮັບໃຊ້ເຜີຍແຜ່ ແລະ ອີກຄົນໜຶ່ງຫາກໍໄດ້ຖືກເອີ້ນໃຫ້ໄປຮັບໃຊ້ຢູ່ອາພາຍ (Alpine-German-speaking mission) ເວົ້າພາສາເຢຍລະມັນ. ລູກຜູ້ໃຫຍ່ສອງຄົນໄດ້ແຕ່ງງານຢູ່ໃນພຣະວິຫານ, ແລະ ລູກຜູ້ນ້ອຍຕອນນີ້ ຮຽນຢູ່ອຸດົມ, ຊື່ສັດໃນທຸກທາງ. ມັນກຸ້ມຄ່າບໍ? ໂອ້, ແມ່ນແລ້ວ, ມັນກຸ້ມຄ່າແທ້ໆ.
ຊິດສະເຕີ ໄອລີນ ເຫວດ ກໍໄດ້ໄປຮ່ວມກອງປະຊຸມສະເຕກນັ້ນຄືກັນຕອນທ້າວເດບ ອໍເຈີດ ໄດ້ເລົ່າປະສົບການປ່ຽນໃຈເຫລື້ອມໃສຂອງລາວ. ຕະຫລອດໄລຍະໃນກອງປະຊຸມນັ້ນ ນາງບໍ່ໄດ້ຄິດເຖິງເລື່ອງໃດ ນອກຈາກຄອບຄົວຂອງນາງເທົ່ານັ້ນ ໂດຍສະເພາະນ້ອງສາວຂອງນາງຊື່ ມິແຊວ, ຜູ້ໄດ້ອອກໄປຈາກສາດສະໜາຈັກເປັນເວລາດົນນານແລ້ວ. ນາງມິແຊວເປັນແມ່ຮ້າງ ແລະ ພະຍາຍາມລ້ຽງດູລູກສີ່ຄົນ. ນາງໄອລີນຮູ້ສຶກວ່າ ນາງຄວນສົ່ງປຶ້ມຫົວໜຶ່ງຂອງແອວເດີ ເອັມ ຣະໂຊ ບາເລີດ Our Search for Happiness, ພ້ອມກັບປະຈັກພະຍານຂອງນາງໄປໃຫ້ນາງ, ຊຶ່ງນາງໄດ້ເຮັດ. ອາທິດໜຶ່ງຈາກນັ້ນ ໝູ່ຄົນໜຶ່ງຂອງນາງກໍຮູ້ສຶກວ່າ ຄວນຕິດຕໍ່ຫານາງມິແຊວຄືກັນ. ໝູ່ຄົນນັ້ນກໍໄດ້ຂຽນຈົດໝາຍຫານາງມິແຊວ ແລະ ແບ່ງປັນປະຈັກພະຍານຂອງນາງ ແລະ ສະແດງຄວາມຮັກທີ່ນາງມີຕໍ່ນາງມິແຊວ. ຊ່າງເປັນເລື່ອງປະຫລາດໃຈຫລາຍນໍກ່ຽວກັບວິທີທີ່ພຣະວິນຍານທຳງານກັບຜູ້ຄົນ ເພື່ອຊ່ອຍບາງຄົນໃນຍາມຂັດສົນ?
ເວລາໄດ້ຜ່ານໄປ. ນາງມິແຊວໄດ້ໂທຫານາງໄອລີນ ແລະ ຂອບໃຈນາງສຳລັບປຶ້ມ. ນາງເວົ້າວ່າ ນາງເລີ່ມຮູ້ສຶກເຖິງການຂາດພຣະວິນຍານຢູ່ໃນຊີວິດຂອງນາງ. ນາງໄອລີນໄດ້ບອກນາງວ່າ ນາງຮູ້ວ່າຄວາມສະຫງົບທີ່ນາງສະແຫວງຫານັ້ນ ແມ່ນຢູ່ໃນພຣະກິດຕິຄຸນ. ນາງບອກນາງວ່າ ນາງຮັກນາງ ແລະ ຢາກໃຫ້ນາງມີຄວາມສຸກ. ນາງມິແຊວໄດ້ເລີ່ມຕົ້ນປ່ຽນແປງຊີວິດຂອງນາງ. ບໍ່ດົນນາງໄດ້ພົບກັບຊາຍທີ່ດີ ຜູ້ເຂັ້ມແຂງຢູ່ໃນໂບດ. ເຂົາເຈົ້າໄດ້ແຕ່ງງານ ແລະ ຜະນຶກເຂົ້າກັນຢູ່ພຣະວິຫານອອກເດິນ ຢູທາ. ບໍ່ດົນມານີ້, ລູກຊາຍຂອງນາງອາຍຸ 24 ປີ ໄດ້ຮັບບັບຕິສະມາ.
ຕໍ່ຄອບຄົວຄົນອື່ນໆຂອງນາງມິແຊວ, ແລະ ຄົນອື່ນໆທີ່ຍັງບໍ່ຮູ້ວ່ານີ້ເປັນສາດສະໜາຈັກທີ່ແທ້ຈິງ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ພິຈາລະນາດ້ວຍການອະທິຖານວ່າ ນີ້ເປັນສາດສະໜາຈັກທີ່ແທ້ຈິງຫລືບໍ່. ຈົ່ງອະນຸຍາດໃຫ້ຄອບຄົວ ແລະ ໝູ່ເພື່ອນ ແລະ ຜູ້ສອນສາດສະໜາຊ່ອຍເຫລືອທ່ານ. ເມື່ອທ່ານຮູ້ວ່າມັນເປັນຄວາມຈິງ, ແລະ ມັນກໍເປັນເຊັ່ນນັ້ນແທ້, ຈົ່ງມາຮ່ວມກັບພວກເຮົາໂດຍການຮັບເອົາຂັ້ນຕອນອັນດຽວກັນນັ້ນໃນຊີວິດຂອງທ່ານ.
ເຮົາຍັງບໍ່ຮູ້ຕອນຈົບຂອງເລື່ອງນີ້ເທື່ອ, ແຕ່ພອນໄດ້ຖືກມອບໃຫ້ແກ່ຍິງທີ່ດີຄົນນີ້ກັບຄອບຄົວຂອງນາງເພາະຄົນທີ່ຮັກນາງໄດ້ລົງມືທັນທີທີ່ໄດ້ຮັບການກະຕຸ້ນ ແລະ ໃນແບບທຳມະຊາດ ແລະ ປົກກະຕິ ເພື່ອແບ່ງປັນປະຈັກພະຍານ ແລະ ເຊື້ອເຊີນໃຫ້ກັບຄືນມາ.
ຂ້າພະເຈົ້າໄດ້ຄິດເລື້ອຍໆກ່ຽວກັບປະສົບການສອງຢ່າງນີ້. ຊາຍໜຸ່ມຄົນໜຶ່ງຜູ້ໄດ້ພະຍາຍາມປ່ຽນແປງຊີວິດ ໄດ້ຊ່ອຍເຫລືອຊາຍໜຸ່ມອີກຄົນໜຶ່ງໃຫ້ສະແຫວງຫາຄວາມຈິງ. ຍິງຄົນໜຶ່ງໄດ້ແບ່ງປັນປະຈັກພະຍານ ແລະ ສັດທາຂອງນາງກັບນ້ອງສາວຜູ້ໄດ້ຈາກສາດສະໜາຈັກໄປເປັນເວລາ 20 ປີ. ຖ້າຫາກເຮົາຈະອະທິຖານ ແລະ ຂໍໃຫ້ພຣະບິດາເທິງສະຫວັນບອກໃຫ້ເຮົາຮູ້ ວ່າຄວນຊ່ອຍເຫລືອຜູ້ໃດ, ແລ້ວພຣະອົງຈະຕອບຕໍ່ຄຳອະທິຖານຂອງເຮົາ ແລະ ເຮົາຈະກາຍເປັນເຄື່ອງມືໃນພຣະຫັດຂອງພຣະອົງ ເພື່ອເຮັດວຽກງານຂອງພຣະອົງ. ການກະທຳດ້ວຍຄວາມຮັກຕາມການກະຕຸ້ນຂອງພຣະວິນຍານບໍລິສຸດ ຈະກາຍເປັນການເຮັດໃຫ້ເກີດການປ່ຽນແປງອັນສຳຄັນ.11
ດັ່ງທີ່ທ່ານໄດ້ຍິນປະສົບການແບບທຳມະຊາດ ແລະ ປົກກະຕິ ເລື່ອງການແບ່ງປັນພຣະກິດຕິຄຸນກັບຄົນທີ່ທ່ານເປັນຫ່ວງເປັນໄຍ, ຫລາຍຄົນພວກທ່ານອາດເຄີຍມີປະສົບການດັ່ງທີ່ນາງໄອລີນ ເຫວດ ເຄີຍມີ. ທ່ານເຄີຍຄິດກ່ຽວກັບບາງຄົນທີ່ທ່ານຢາກເອື້ອມອອກໄປຫາ ແລະ ເຊື້ອເຊີນໃຫ້ກັບມາ ຫລື ແບ່ງປັນຄວາມຮູ້ສຶກຂອງທ່ານກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດກັບເຂົາ. ຂ້າພະເຈົ້າຂໍແນະນຳທ່ານໃຫ້ລົງມື, ໂດຍບໍ່ຕ້ອງເລື່ອນມື້ເລື່ອນວັນ, ເມື່ອໄດ້ຮັບການກະຕຸ້ນ. ຈົ່ງເວົ້າລົມກັບໝູ່ເພື່ອນ ຫລື ຄົນໃນຄອບຄົວຂອງທ່ານ. ໃຫ້ເຮັດແບບທຳມະຊາດ ແລະ ປົກກະຕິ. ໃຫ້ເຂົາເຈົ້າຮູ້ວ່າທ່ານຮັກເຂົາເຈົ້າ ແລະ ຮັກພຣະຜູ້ເປັນເຈົ້າ. ຜູ້ສອນສາດສະໜາກໍສາມາດຊ່ອຍເຫລືອໄດ້. ຄຳແນະນຳຂອງຂ້າພະເຈົ້າກໍຄືກັນກັບຂອງປະທານມອນສັນ ທີ່ໄດ້ມອບໃຫ້ເຮົາຫລາຍເທື່ອຢູ່ທີ່ແທ່ນປາໄສວ່າ, ຢ່າຊັກຊ້າເມື່ອໄດ້ຮັບການຊົງນຳ.12 ເມື່ອທ່ານກະທຳຕາມການກະຕຸ້ນ ແລະ ເຮັດດ້ວຍຄວາມຮັກ, ຈົ່ງຄອຍເບິ່ງເວລາພຣະບິດາເທິງສະຫວັນໄດ້ໃຊ້ຄວາມເຕັມໃຈຂອງທ່ານເຮັດສິ່ງທີ່ນຳການມະຫັດສະຈັນມາສູ່ຊີວິດຂອງທ່ານ ແລະ ມາສູ່ຊີວິດຂອງຄົນທີ່ທ່ານມີຄວາມເປັນຫ່ວງເປັນໄຍຕໍ່.13
ອ້າຍເອື້ອຍນ້ອງທີ່ຮັກແພງ, ເຮົາສາມາດສ້າງສາສາດສະໜາຈັກຂອງພຣະອົງ ແລະ ເຫັນຄວາມເຕີບໂຕອັນແທ້ຈິງໄດ້ ເມື່ອເຮົາເຮັດວຽກງານທີ່ຈະນຳພອນແຫ່ງພຣະກິດຕິຄຸນມາສູ່ຄອບຄົວຂອງເຮົາ ແລະ ຄົນທີ່ເຮົາຮັກ. ນີ້ຄືວຽກງານຂອງພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ. ຂ້າພະເຈົ້າຮູ້ວ່າ ພວກພຣະອົງຊົງພຣະຊົນຢູ່ ແລະວ່າພວກພຣະອົງຕອບຄຳອະທິຖານ. ເມື່ອເຮົາເຮັດຕາມການກະຕຸ້ນເຫລົ່ານັ້ນ, ໂດຍມີສັດທາໃນຄວາມສາມາດຂອງພວກພຣະອົງທີ່ຈະເຮັດໃຫ້ການມະຫັດສະຈັນເກີດຂຶ້ນ, ແລ້ວການມະຫັດສະຈັນຈະເກີດຂຶ້ນ ແລະ ຊີວິດຈະປ່ຽນແປງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.