ອຳນາດຂອງສະຫວັນ
ຜູ້ດຳລົງຖານະປະໂລຫິດທັງຊາຍໜຸ່ມ ແລະ ຊາຍແກ່ຕ້ອງມີທັງສິດອຳນາດ ແລະ ອຳນາດ—ຊຶ່ງແມ່ນການອະນຸຍາດອັນຈຳເປັນພ້ອມດ້ວຍຄວາມສາມາດທາງດ້ານວິນຍານເພື່ອເປັນ ຕົວແທນຂອງພຣະເຈົ້າໃນວຽກງານຂອງຄວາມລອດ.
ອ້າຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ບຸນຄຸນທີ່ເຮົາ ຜູ້ທີ່ຖືຖານະປະໂລຫິດສາມາດນະມັດ ສະການຮ່ວມກັນເປັນກຸ່ມໃຫຍ່. ຂ້າພະເຈົ້າຮັກ ແລະ ຍ້ອງຍໍສັນລະເສີນໃນຄວາມມີຄ່າຄວນຂອງທ່ານ ແລະ ອິດທິພົນອັນດີງາມທີ່ມີໃນທົ່ວໂລກຂອງທ່ານ.
ຂ້າພະເຈົ້າຂໍເຊື້ອເຊີນທ່ານແຕ່ລະຄົນໃຫ້ໄຕ່ຕອງເຖິງວິທີທີ່ທ່ານຈະຕອບໂຕ້ຕໍ່ຄຳຖາມທີ່ປະທານເດວິດ ໂອ ມິກເຄ ໄດ້ປະກາດຕໍ່ສາມາຊິກຂອງສາດສະໜາຈັກຫລາຍປີຜ່ານມາແລ້ວວ່າ: “ຖ້າໃນເວລານີ້ທ່ານ ແຕ່ລະຄົນຖືກຖາມໃຫ້ກ່າວຂໍ້ດຽວ ຫລື ຄຳດຽວເຖິງຈຸດເດັ່ນຂອງສາດສະໜາຈັກ, ທ່ານຈະຕອບວ່າ ແນວໃດ?” (“The Mission of the Church and Its Members,” Improvement Era, Nov. 1956, 781).
ປະທານມິກເຄໄດ້ຕອບຕໍ່ຄຳຖາມຂອງເພິ່ນເອງວ່າ, “ສິດອຳນາດອັນສັກສິດ” ຂອງຖານະປະໂລຫິດ. ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍແຕກຕ່າງຈາກສາດສະໜາຈັກອື່ນໆທີ່ ປະກາດວ່າສິດອຳນາດຂອງເຂົາເຈົ້າໄດ້ສືບເຄົ້າມາຈາກປະຫວັດສາດກ່ຽວຂ້ອງກັບການດຳລົງຕຳແໜ່ງຕໍ່, ຈາກພຣະຄຳພີ, ຫລື ຈາກການຝຶກຝົນທາງວິຊາການສາດສະໜາ. ເຮົາປະກາດຢ່າງພິເສດວ່າສິດ ອຳນາດຂອງຖານະປະໂລຫິດໄດ້ຖືກມອບໃຫ້ດ້ວຍການວາງມືໂດຍກົງຈາກທູດແຫ່ງສະຫວັນ ມອບໃຫ້ສາດສະດາໂຈເຊັບ ສະມິດ.
ຂ່າວສານຂອງຂ້າພະເຈົ້າຈະເນັ້ນໜັກເຖິງຖານະປະໂລຫິດອັນສັກສິດນີ້ ແລະ ອຳນາດຂອງສະຫວັນ. ຂ້າພະເຈົ້າອະທິຖານຢ່າງຈິງຈັງສຳລັບການຊ່ອຍເຫລືອຂອງພຣະວິນຍານຂອງພຣະຜູ້ເປັນເຈົ້າຂະນະທີ່ ເຮົາຮຽນຮູ້ຮ່ວມກັນກ່ຽວກັບຄວາມຈິງອັນສຳຄັນເຫລົ່ານີ້.
ສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດ
ຖານະປະໂລຫິດແມ່ນສິດອຳນາດຂອງພຣະເຈົ້າທີ່ໄດ້ຖືກມອມໃຫ້ແກ່ມະນຸດໃນໂລກເພື່ອກະທຳໃນທຸກຢ່າງສຳລັບການລອດຂອງມະນຸດ (ເບິ່ງ Spencer W. Kimball, “The Example of Abraham,” Ensign, June 1975, 3). ຖານະປະໂລຫິດເປັນວິທີທາງທີ່ພຣະຜູ້ເປັນເຈົ້າໄດ້ ກະທຳຜ່ານມະນຸດເພື່ອຮັກສາຈິດວິນຍານ. ລັກສະນະອັນໜຶ່ງທີ່ດີເດັ່ນຂອງສາດສະໜາຈັກຂອງ ພຣະເຢຊູຄຣິດ, ທັງໃນສະໄໝໂບຮານ ແລະ ໃນສະໄໜນີ້, ກໍຄືອຳນາດຂອງພຣະອົງ. ຈະບໍ່ມີສາດສະໜາຈັກອັນແທ້ຈິງຖ້າປາດສະຈາກສິດອຳນາດອັນສັກສິດ.
ມະນຸດທຳມະດາໄດ້ຮັບສິດອຳນາດຂອງຖານະປະໂລຫິດ. ຄຸນສົມບັດເພື່ອຮັບຕຳແໜ່ງຂອງຖານະ ປະໂລຫິດແມ່ນການມີຄ່າຄວນ ແລະ ຄວາມເຕັມໃຈ—ບໍ່ຈຳເປັນຕ້ອງມີປະສົບການ, ຄວາມຊ່ຽວຊານ ຫລື ມີຄວາມຮູ້.
ແບບແຜນເພື່ອຈະໄດ້ຮັບສິດອຳນາດຂອງຖານະປະໂລຫິດໄດ້ບັນຍາຍໃວ້ໃນຫລັກທຳແຫ່ງຄວາມເຊື່ອ ຂໍ້ທີຫ້າວ່າ: “ພວກເຮົາເຊື່ອວ່າມະນຸດຕ້ອງໄດ້ຮັບການຮຽກຮ້ອງຈາກພຣະເຈົ້າໂດຍການພະຍາກອນ ແລະ ໂດຍການວາງມືໂດຍຜູ້ມີສິດອຳນາດ ເພື່ອໃຫ້ສອນພຣະກິດຕິຄຸນ ແລະ ປະຕິບັດພິທີການຕາມມັນ.” ເພາະສະນັ້ນຊາຍໜຸ່ມ ຫລື ຊາຍຄົນໜຶ່ງຈະໄດ້ຮັບສິດອຳນາດຂອງຖານະປະໂລຫິດ ແລະ ຮັບຕຳແໜ່ງອັນສະເພາະໂດຍຜູ້ທີ່ຖືຖານະປະໂລຫິດແລ້ວ ແລະ ໄດ້ຮັບອະນຸຍາດຈາກຜູ້ນຳຄົນໜຶ່ງ ທີ່ມີຂໍກະແຈແຫ່ງຖານະປະໂລຫິດອັນຈຳເປັນ.
ຜູ້ທີ່ຖືຖານະປະໂລຫິດຖືກຄາດຫວັງທີ່ຈະໃຊ້ສິດອຳນາດອັນສັກສິດນີ້ຕາມຄວາມນຶກຄິດ, ຄວາມປະສົງ ແລະ ເປົ້າໝາຍຂອງພຣະເຈົ້າ. ທຸກສິ່ງທີ່ກ່ຽວຂ້ອງກັບຖານະປະໂລຫິດບໍ່ແມ່ນຄວາມເຫັນແກ່ຕົວ. ຖານະປະໂລຫິດແມ່ນໃຊ້ເພື່ອການຮັບໃຊ້ສະເໝີ, ການໃຫ້ພອນ, ແລະ ເຮັດໃຫ້ຄົນອື່ນເຂັ້ມແຂງຂຶ້ນ.
ຖານະປະໂລຫິດອັນສູງກວ່າຈະໄດ້ຮັບໂດຍພັນທະສັນຍາຢ່າງຈິງຈັງຊຶ່ງຮ່ວມດ້ວຍຂໍ້ຜູກມັດທີ່ຈະປະຕິບັດ ໂດຍສິດອຳນາດ (ເບິ່ງ D&C 68:8) ແລະ ຕາມຕຳແໜ່ງ (ເບິ່ງ D&C 107:99) ທີ່ຜູ້ນັ້ນໄດ້ຮັບ. ໃນຖານະທີ່ເປັນຜູ້ຖືສິດອຳນາດອັນສັກສິດຂອງພຣະເຈົ້າ, ເຮົາເປັນຕົວແທນເພື່ອໃຫ້ປະຕິບັດ ແລະ ບໍ່ແມ່ນຜູ້ລໍຖ້າຮັບການປະຕິບັດຕໍ່ (ເບິ່ງ 2 Nephi 2:26). ລັກສະນະອັນແທ້ຈິງຂອງຖານະປະໂລຫິດ ຕ້ອງມີຄວາມຫ້າວຫັນບໍ່ແມ່ນຢູ່ລ້າໆ.
ປະທານເອສະລາ ແທັບ ເບັນສັນ ໄດ້ສອນວ່າ:
“ບໍ່ພຽງພໍທີ່ຈະໄດ້ຮັບຖານະປະໂລຫິດແລ້ວຢູ່ລ້າໆ ແລະ ລໍຖ້າຜູ້ໜຶ່ງບັງຄັບເຮົາໃຫ້ໃຊ້ມັນ. ເມື່ອເຮົາໄດ້ຮັບຖານະປະໂລຫິດ, ເຮົາມີຂໍ້ຜູກມັດທີ່ຈະສົ່ງເສີມຈຸດ ມຸ້ງໝາຍຂອງຄວາມຊອບທຳໃນໂລກຢ່າງມີພະລັງ ແລະ ດ້ວຍຄວາມຕັ້ງໃຈ, ເພາະພຣະຜູ້ເປັນເຈົ້າ ໄດ້ຊົງກ່າວວ່າ
“‘… ຄົນທີ່ບໍ່ເຮັດສິ່ງໃດເລີຍຈົນກວ່າເຂົາຈະຖືກສັ່ງ, ແລະ ຮັບເອົາຄຳສັ່ງດ້ວຍໃຈສົງໃສ ແລະ ຮັກສາມັນດ້ວຍຄວາມກຽດຄ້ານ, ຄົນນັ້ນຕ້ອງອັບປະໂຫຍດ [ເບິ່ງ D&C 58:29]” (So Shall Ye Reap [1960], 21).
ປະທານສະເປັນເຊີ ດັບເບິນຢູ ຄິມໂບ ກໍໄດ້ເນັ້ນໜັກເຖິງລັກສະນະອັນມີກຳລັງຂອງຖານະປະໂລຫິດວ່າ. “ຄົນໃດຄົນໜຶ່ງອາດຈະລະເມີດພັນທະສັນຍາແຫ່ງຖານະປະໂລຫິດໂດຍການຝ່າຝືນພຣະບັນຍັດ ແລະ ເຊັ່ນດຽວກັນໂດຍບໍ່ປະຕິບັດໜ້າທີ່ຂອງເຂົາໃຫ້ຖືກຕ້ອງ. ສະນັ້ນ, ຄົນນັ້ນກໍບໍ່ເຮັດຫຍັງເລີຍ ເພື່ອຈະລະເມີດພັນທະສັນຍານີ້.” ” (The Miracle of Forgiveness [1969], 96).
ເມື່ອເຮົາເຮັດໜ້າທີ່ຮັບຜິດຊອບແຫ່ງຖານະປະໂລຫິດຂອງເຮົາຢ່າງເຕັມໃຈ, ເຮົາສາມາດໄດ້ຮັບພອນ ດ້ວຍອຳນາດຂອງຖານະປະໂລຫິດ. ອຳນາດຂອງຖານະປະໂລຫິດແມ່ນອຳນາດຂອງພຣະເຈົ້າທີ່ກະທຳຜ່ານຊາຍ ແລະ ຊາຍໜຸ່ມ ແລະ ມັນຮຽກຮ້ອງຄວາມສັດຊື່, ການເຊື່ອຟັງ, ແລະ ຄວາມພະຍາຍາມ. ຊາຍໜຸ່ມ ຫລື ຊາຍຜູ້ໃຫຍ່ຄົນໜຶ່ງອາດຈະໄດ້ຮັບສິດອຳນາດຂອງຖານະປະໂລຫິດໂດຍການວາງມື ແຕ່ຈະບໍ່ມີອຳນາດຖານະປະໂລຫິດຖ້າເຂົາບໍ່ເຊື່ອຟັງ, ບໍ່ມີຄ່າຄວນ, ແລະ ບໍ່ເຕັມໃຈທີ່ຈະຮັບໃຊ້.
“ສິດທິຂອງຖານະປະໂລຫິດກ່ຽວຂ້ອງກັບອຳນາດຂອງສະຫວັນຢ່າງບໍ່ສາມາດແຍກກັນໄດ້ ແລະ ... ວ່າ ອຳນາດ ຂອງສະຫວັນ ຈະຖືກບັງຄັບ ຫລື ຄວບຄຸມບໍ່ໄດ້ ນອກຈາກຕາມຫລັກແຫ່ງຄວາມຊອບທຳເທົ່ານັ້ນ.
ຄືອຳນາດເຫລົ່ານັ້ນຈະຖືກມອບໃຫ້ເຮົາກໍຈິງ; ແຕ່ເມື່ອເຮົາພະຍາຍາມປົກປິດບາບຂອງເຮົາ ຫລື ເຮັດໃຫ້ສົມກັບຄວາມຈອງຫອງຂອງເຮົາຄວາມທະເຍີທະຍານອັນບໍ່ມີປະໂຫຍດໃດ ຈົ່ງເບິ່ງ, ສະຫວັນຈະຖອນຕົວ; ພຣະວິນຍານຂອງພຣະຜູ້ເປັນເຈົ້າຈະໂສກເສົ້າ; ແລະ ເມື່ອຖືກຖອນຕົວ, ອາແມນຕໍ່ຖານະປະໂລຫິດ ຫລື ສິດອຳນາດຂອງຊາຍຄົນນັ້ນ (ເບິ່ງ D&C 121:36–37; ເນັ້ນຄຳເນີ້ງ).
ອ້າຍນ້ອງທັງຫລາຍ, ພຣະຜູ້ເປັນເຈົ້າຈະບໍ່ຍອມຮັບເດັກຊາຍ ຫລື ຊາຍຜູ້ໃຫຍ່ຄົນໜຶ່ງ ຜູ້ທີ່ຮັບສິດອຳນາດ ຂອງຖານະປະໂລຫິດ ແລ້ວບໍ່ສົນໃຈທີ່ຈະເຮັດສິ່ງທີ່ຈຳເປັນເພື່ອມີຄຸນສົມບັດທີ່ຈະໄດ້ຮັບອຳນາດຂອງ ຖານະປະໂລຫິດ. ຜູ້ດຳລົງຖານະປະໂລຫິດທັງຊາຍໜຸ່ມ ແລະ ຊາຍແກ່ຕ້ອງມີທັງສິດອຳນາດ ແລະ ອຳນາດ—ຊຶ່ງແມ່ນການອະນຸຍາດອັນຈຳເປັນພ້ອມດ້ວຍຄວາມສາມາດທາງດ້ານວິນຍານເພື່ອເປັນຕົວແທນຂອງພຣະເຈົ້າໃນວຽກງານຂອງຄວາມລອດ.
ບົດຮຽນຈາກພໍ່ຂອງຂ້າພະເຈົ້າ
ຂ້າພະເຈົ້າຖືກລ້ຽງດູໃນບ້ານດ້ວຍແມ່ຜູ້ທີ່ມີຄວາມສັດຊື່ ແລະ ພໍ່ຜູ້ທີ່ດີເລີດ. ແມ່ຂອງຂ້າພະເຈົ້າເປັນລູກຫລານຂອງຜູ້ບຸກເບີກ ຜູ້ທີ່ໄດ້ເສຍສະລະທຸກສິ່ງທຸກຢ່າງເພື່ອສາດສະໜາຈັກ ແລະ ອານາຈັກຂອງພຣະເຈົ້າ. ພໍ່ຂອງຂ້າພະເຈົ້າບໍ່ເປັນສະມາຊິກຂອງສາດສະໜາຈັກ ແລະ ຕອນເປັນໜຸ່ມເພິ່ນປາຖະໜາທີ່ຈະເປັນຄຸນພໍ່ຂອງສາດສະໜາກາໂຕລິກ. ໃນທີ່ສຸດເພິ່ນເລືອກທີ່ຈະບໍ່ເຂົ້າຮ່ວມການຝຶກຝົນວິຊາການສາດສະໜາ ແລະ ເລືອກອາຊີບເປັນຜູ້ເຮັດເຄື່ອງມື.
ສ່ວນໃຫຍ່ໃນຊີວິດການແຕ່ງງານຂອງເພິ່ນ, ພໍ່ຂອງຂ້າພະເຈົ້າ ຮ່ວມການປະຊຸມຂອງສາດສະໜາຈັກຂອງ ພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍນຳຄອບຄົວຂອງເຮົາ. ທີ່ຈິງແລ້ວ, ຫລາຍຄົນໃນຫວອດຂອງເຮົາ ບໍ່ຮູ້ວ່າພໍ່ຂອງຂ້າພະເຈົ້າບໍ່ແມ່ນສະມາຊິກ. ເພິ່ນຫລິ້ນ ແລະ ເປັນຄູຝຶກ softball (ສອຟບອລ) ໃນທີມ ຂອງຫວອດ, ຊ່ອຍເຫລືອນຳກິດຈະກຳຕ່າງໆຂອງລູກເສືອ, ແລະ ອູ້ມຊູແມ່ຂອງຂ້າພະເຈົ້າໃນການເອີ້ນ ແລະ ໜ້າທີ່ຮັບຜິດຊອບຕ່າງໆຂອງເພິ່ນ. ຂ້າພະເຈົ້າຢາກຈະບອກທ່ານກ່ຽວກັບບົດຮຽນອັນຍິ່ງໃຫຍ່ ບົດໜຶ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກພໍ່ຂອງຂ້າພະເຈົ້າກ່ຽວກັບສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດ
ຕອນຂ້າພະເຈົ້າຍັງນ້ອຍ ຂ້າພະເຈົ້າຖາມພໍ່ອາທິດລະຫລາຍຄັ້ງວ່າເມື່ອໃດພໍ່ຈະຮັບບັບຕິສະມາ. ແຕ່ລະຄັ້ງເພິ່ນຕອບດ້ວຍຄວາມຮັກ ແລະ ດ້ວຍຄວາມໜັກແໜ້ນເມື່ອຂ້າພະເຈົ້າຈູ້ຈີ້ເພິ່ນ: “ເດວິດ, ພໍ່ຈະບໍ່ເຂົ້າຮ່ວມສາດສະໜາຈັກຍ້ອນແມ່ຂອງລູກ, ຍ້ອນລູກ, ຫລື ຍ້ອນຄົນອື່ນໆ. ພໍ່ຈະເຂົ້າຮ່ວມສາດສະໜາຈັກ ເມື່ອພໍ່ຮູ້ວ່າເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດ.”
ຂ້າພະເຈົ້າຄິດວ່າຂ້າພະເຈົ້າເລີ່ມເປັນໄວລຸ້ນ ຕອນຂ້າພະເຈົ້າໄດ້ສົນທະນານຳພໍ່ຂອງຂ້າພະເຈົ້າດັ່ງຕໍ່ໄປນີ້. ພວກເຮົາຫາກໍກັບຈາກເຂົ້າຮ່ວມການປະຊຸມວັນອາທິດຂອງເຮົາ, ແລ້ວຂ້າພະເຈົ້າຖາມພໍ່ວ່າເມື່ອໃດ ພໍ່ຈະຮັບບັບຕິສະມາ. ເພິ່ນຍິ້ມ ແລະ ຕອບວ່າ, “ລູກເປັນຜູ້ຖາມພໍ່ສະເໝີກ່ຽວກັບການຮັບບັບຕິສະມາ. ມື້ນີ້ພໍ່ມີຄຳຖາມທີ່ຈະຖາມລູກ.” ຂ້າພະເຈົ້າສະຫລຸບຢ່າງໄວ ແລະ ຕື່ນເຕັ້ນວ່າ ບັດນີ້ເຮົາກ້າວໜ້າຂຶ້ນແລ້ວ!
ພໍ່ຂອງຂ້າພະເຈົ້າກ່າວຕໍ່ໄປວ່າ, “ເດວິດ, ສາດສະໜາຂອງລູກສອນວ່າຖານະປະໂລຫິດໄດ້ຖືກ ເອົາຄືນໄປຈາກໂລກຕອນສະໄໝໂບຮານ ແລະ ໄດ້ຖືກຟື້ນຟູຄືນມາໃໝ່ໂດຍທູດສະຫວັນມອບໃຫ້ແກ່ສາດສະດາໂຈເຊັບ ສະມິດ ແມ່ນບໍ?” ຂ້າພະເຈົ້າຕອບວ່າຂໍ້ຄວາມຂອງເພິ່ນຖືກຕ້ອງ. ແລ້ວເພິ່ນເວົ້າວ່າ, “ນີ້ຄືຄຳຖາມຂອງພໍ່. ແຕ່ລະອາທິດໃນການປະຊຸມຖານະປະໂລຫິດ ພໍ່ຟັງອະທິການ ແລະ ຜູ້ນຳຖານະປະໂລຫິດຄົນອື່ນໆຕັກເຕືອນ, ຮ້ອງຂໍ, ແລະ ອ້ອນວອນກັບຊາຍທັງຫລາຍເຮັດການສອນປະຈຳບ້ານ ແລະ ປະຕິບັດໜ້າທີ່ທາງດ້ານຖານະປະໂລຫິດຂອງເຂົາເຈົ້າ. ຖ້າສາດສະໜາຈັກຂອງລູກມີຖານະປະໂລຫິດທີ່ໄດ້ຖືກຟື້ນຟູຄືນມາໃໝ່ຢ່າງແທ້ຈິງ, ເປັນຫຍັງຜູ້ຊາຍຫລາຍຄົນໃນສາດສະໜາຈັກຂອງລູກຈຶ່ງບໍ່ແຕກຕ່າງຫຍັງເລີຍກັບຜູ້ຊາຍໃນສາດສະໜາຈັກຂອງພໍ່ກ່ຽວກັບການເຮັດໜ້າທີ່ທາງດ້ານສາດສະໜາຂອງເຂົາເຈົ້າ?” ໃນທັນທີ, ສະໝອງໜຸ່ມຂອງຂ້າພະເຈົ້າຄິດຫຍັງບໍ່ອອກ. ຂ້າພະເຈົ້າບໍ່ມີຄຳຕອບທີ່ເໝາະສົມໃຫ້ພໍ່ຂອງຂ້າພະເຈົ້າ.
ຂ້າພະເຈົ້າເຊື່ອວ່າພໍ່ຂອງຂ້າພະເຈົ້າບໍ່ຖືກຕ້ອງທີ່ວິຈານການປະກາດກ່ຽວກັບອຳນາດແຫ່ງສະຫວັນອັນແທ້ຈິງຂອງສາດສະໜາຈັກໂດຍທີ່ເພິ່ນຄົບຄ້າສະມາຄົມນຳຊາຍທີ່ມີຂໍ້ບົກພ່ອງໃນຫວອດຂອງເຮົາ. ແຕ່ສຳລັບຂ້າພະເຈົ້າໃນຄຳຖາມຂອງເພິ່ນຝັງດ້ວຍຄວາມຄິດອັນຖືກຕ້ອງທີ່ວ່າຊາຍຜູ້ທີ່ຖືຖານະປະໂລຫິດອັນສັກສິດຂອງພຣະເຈົ້າຄວນແຕກຕ່າງຈາກຊາຍຄົນອື່ນໆ. ຊາຍທີ່ຖືຖານະປະໂລຫິດໂດຍທຳມະຊາດແລ້ວຈະດີກວ່າຊາຍທັງປວງ, ແຕ່ເຂົາເຈົ້າຕ້ອງປະຕິບັດແຕກຕ່າງ. ຊາຍຜູ້ທີ່ຖືຖານະປະໂລຫິດບໍ່ພຽງແຕ່ໄດ້ຮັບສິດອຳນາດຖານະປະໂລຫິດເທົ່ານັ້ນ ແຕ່ຕ້ອງມີຄ່າຄວນ ແລະ ເປັນເຄື່ອງມືຂອງອຳນາດຂອງພຣະເຈົ້າ. ຈົ່ງສະອາດເຈົ້າທີ່ຖືພາສະນະຂອງພຣະຜູ້ເປັນເຈົ້າ (ເບິ່ງ D&C 38:42).
ຂ້າພະເຈົ້າບໍ່ເຄີຍລືມບົດຮຽນກ່ຽວກັບສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກພໍ່ຂອງຂ້າພະເຈົ້າ, ຊາຍທີ່ດີຜູ້ທີ່ບໍ່ມີຄວາມເຊື່ອຄືກັນກັບເຮົາ, ຜູ້ທີ່ຄາດຫວັງຫລາຍກວ່າ ຈາກຜູ້ຊາຍທີ່ອ້າງວ່າຖືຖານະປະໂລຫິດຂອງພຣະເຈົ້າ. ການເວົ້າລົມນຳພໍ່ຂອງຂ້າພະເຈົ້າໃນວັນອາທິດຕອນສວຍອັນດົນນານຜ່ານມານັ້ນເຮັດໃຫ້ຂ້າພະເຈົ້າປາຖະໜາທີ່ຈະເປັນ “ເດັກດີ.” ຂ້າພະເຈົ້າບໍ່ຢາກເປັນຕົວຢ່າງທີ່ບໍ່ດີ ແລະ ເປັນອຸປະສັກໃນຄວາມກ້າວໜ້າຂອງພໍ່ໃນການຮຽນຮູ້ກ່ຽວກັບພຣະກິດຕິຄຸນ ທີ່ໄດ້ຖືກຟື້ນຟູຄືນມາໃໝ່. ຂ້າພະເຈົ້າພຽງແຕ່ຢາກເປັນເດັກດີເທົ່ານັ້ນ. ພຣະຜູ້ເປັນເຈົ້າປະສົງໃຫ້ເຮົາທຸກຄົນຜູ້ທີ່ຖືສິດອຳນາດຂອງພຣະອົງມີກຽດຕິຍົດ, ມີຄວາມດີງາມ, ແລະ ເປັນເດັກຊາຍທີ່ດີຕະຫລອດເວລາ ແລະ ທຸກຫົນທຸກແຫ່ງ.
ທ່ານອາດຈະສົນໃຈທີ່ຮູ້ວ່າຫລາຍປີຕໍ່ມາ, ພໍ່ຂອງຂ້າພະເຈົ້າໄດ້ຮັບບັບຕິສະມາ. ແລະ ໃນເວລາອັນເໝາະສົມ, ຂ້າພະເຈົ້າມີໂອກາດໄດ້ມອບຖານະປະໂລຫິດແຫ່ງອາໂຣນ ແລະ ຖານະປະໂລຫິດແຫ່ງເມນຄີເສເດັກໃຫ້ແກ່ເພິ່ນ. ປະສົບການອັນໜຶ່ງທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງຂ້າພະເຈົ້າແມ່ນໄດ້ເຫັນພໍ່ຂອງຂ້າພະເຈົ້າຮັບເອົາສິດອຳນາດ ແລະ ໃນທີ່ສຸດ, ອຳນາດຂອງຖານະປະໂລຫິດ.
ຂ້າພະເຈົ້າແບ່ງບັນບົດຮຽນອັນສຳຄັນທີ່ໄດ້ຮຽນຮູ້ຈາກພໍ່ຂອງຂ້າພະເຈົ້າເພື່ອເນັ້ນໜັກເຖິງຄວາມຈິງອັນລຽບງ່າຍ. ການຮັບເອົາສິດອຳນາດຂອງຖານະປະໂລຫິດໂດຍການວາງມືເປັນການເລີ່ມຕົ້ນອັນສຳຄັນ, ແຕ່ມັນກໍບໍ່ພຽງພໍ. ພິທີແຕ່ງຕັ້ງເປັນສິ່ງທີ່ມອບສິດອຳນາດ, ແຕ່ຄວາມຊອບທຳເປັນສິ່ງທີ່ຈຳເປັນເພື່ອປະຕິບັດດ້ວຍອຳນາດເມື່ອເຮົາພະຍາຍາມຍົກຈິດວິນຍານຂຶ້ນ, ໃຫ້ການສອນ ແລະ ເປັນພະຍານ, ໃຫ້ພອນ ແລະ ໃຫ້ການປຶກສາ, ແລະ ເຮັດວຽກງານແຫ່ງຄວາມລອດໃຫ້ກ້າວໜ້າ.
ໃນຊ່ວງເວລານີ້ໃນປະຫວັດສາດຂອງໂລກ, ທ່ານ ແລະ ຂ້າພະເຈົ້າຜູ້ຖືຖານະປະໂລຫິດຕ້ອງມີຄວາມ ຊອບທຳ ແລະ ເປັນເຄື່ອງມືທີ່ມີປະສິດທິພາບໃນພຣະຫັດຂອງພຣະເຈົ້າ. ເຮົາຕ້ອງຢືນຂຶ້ນສູງເປັນຊາຍຂອງພຣະເຈົ້າ. ຈະເປັນສິ່ງດີທີ່ທ່ານ ແລະ ຂ້າພະເຈົ້າຮຽນຮູ້ຈາກ ແລະ ເຮັດຕາມຕົວຢ່າງຂອງນີໄຟ, ຜູ້ເປັນຫລານຊາຍຂອງຮີລາມັນ ແລະ ເປັນຜູ້ທຳອິດໃນບັນດາສານຸສິດສິບສອງທີ່ໄດ້ຖືກເອີ້ນໂດຍພຣະຜູ້ຊ່ອຍໃຫ້ລອດໃນຕອນເລີ່ມຕົ້ນຂອງພາລະກິດຂອງພຣະອົງຕໍ່ຊາວນີໄຟ. ແລະ ນີໄຟໄດ້ປະຕິບັດຫລາຍຢ່າງແກ່ເຂົາ; ... ແລະ ນີໄຟໄດ້ປະຕິບັດດ້ວຍພະລັງ ແລະ ສິດອຳນາດອັນຍິ່ງໃຫຍ່ (ເບິ່ງ 3 Nephi 7:17).
ກະລຸນາຊ່ອຍສາມີຂອງຂ້າພະເຈົ້າໃຫ້ເຂົ້າໃຈ
ຂະນະທີ່ຂ້າພະເຈົ້າເຮັດການສຳພາດເພື່ອຮັບບັດເຂົ້າພຣະວິຫານຕອນຂ້າພະເຈົ້າເປັນອະທິການ ແລະ ປະທານສະເຕກ, ຂ້າພະເຈົ້າໄດ້ຖາມເອື້ອຍນ້ອງທັງຫລາຍຜູ້ທີ່ແຕ່ງງານແລ້ວວ່າ ຂ້າພະເຈົ້າອາດຈະຮັບ ໃຊ້ເຂົາເຈົ້າ ແລະ ຄອບຄົວຂອງເຂົາເຈົ້າຢ່າງດີທີ່ສຸດໄດ້ແນວໃດ. ຄຳຕອບທີ່ຂ້າພະເຈົ້າໄດ້ຮັບຈາກຍິງ ຜູ້ທີ່ສັດຊື່ເຫລົ່ານັ້ນ ແມ່ນທັງໃຫ້ຄວາມຮູ້ ແລະ ເປັນຕາວິຕົກ. ເອື້ອຍນ້ອງບໍ່ຈົ່ມວ່າ ຫລື ຕິຊົມປານໃດ, ແຕ່ເຂົາເຈົ້າຈະຕອບເລື້ອຍໆດັ່ງຕໍ່ໄປນີ້. “ກະລຸນາຊ່ອຍສາມີຂອງຂ້ອຍໃຫ້ເຂົ້າໃຈເຖິງໜ້າທີ່ຮັບຜິດຊອບທີ່ລາວມີໃນຖານະທີ່ເປັນຜູ້ນຳໃນບ້ານຂອງເຮົາ. ຂ້ອຍຍິນດີທີ່ຈະເປັນຜູ້ນຳໃນການສຶກສາພະຄຳພີ, ການອະທິຖານປະຈຳຄອບຄົວ, ແລະ ການສັງສັນໃນຄອບຄົວ, ແລະ ຂ້ອຍຈະເຮັດຕໍ່ໄປດັ່ງນັ້ນ. ແຕ່ຂ້ອຍປາຖະໜາທີ່ຈະໃຫ້ສາມີຂອງຂ້ອຍເປັນຄູ່ທີ່ເທົ່າທຽມກັນ ແລະ ໃຫ້ເປັນຜູ້ນຳທີ່ຖືຖານະປະໂລຫິດອັນເຂັ້ມແຂງເທົ່າທີ່ລາວສາມາດເຮັດໄດ້. ກະລຸນາຊ່ອຍສາມີຂອງຂ້ອຍຮຽນຮູ້ວິທີທີ່ຈະກາຍເປັນປິຕຸ ແລະ ຜູ້ນຳຖານະປະໂລຫິດໃນບ້ານຂອງເຮົາຜູ້ທີ່ຈະນຳພາ ແລະ ປົກປ້ອງ.”
ຂ້າພະເຈົ້າຄິດເຖິງເລື້ອຍໆກ່ຽວກັບຄວາມຈິງໃຈຂອງເອື້ອຍນ້ອງເຫລົ່ານັ້ນ ແລະ ຄວາມຮ້ອງຂໍຂອງ ເຂົາເຈົ້າ. ຜູ້ນຳຂອງຖານະປະໂລຫິດກໍໄດ້ຍິນຄວາມເປັນຫວ່ງເປັນໃຍອັນດຽວກັນໃນປະຈຸບັນນີ້. ພັນລະຍາຫລາຍໆຄົນວິງວອນເພື່ອສາມີຂອງເຂົາເຈົ້າຜູ້ທີ່ບໍ່ມີພຽງແຕ່ສິດອຳນາດຂອງຖານະປະໂລຫິດ ແຕ່ກໍມີອຳນາດຂອງຖານະປະໂລຫິດນຳອີກ. ເຂົາປາຖະໜາທີ່ຈະເປັນຜູ້ຮ່ວມມືທີ່ເທົ່າທຽມກັນນຳສາມີ ຜູ້ທີ່ສັດຊື່ ແລະ ຜູ້ດຳລົງຖານະປະໂລຫິດໃນວຽກງານທາງດ້ານການເສີມສ້າງບ້ານເຮືອນທີ່ມີພຣະຄຣິດ ເປັນຈຸດກາງ ແລະ ພຣະກິດຕິຄຸນເປັນຈຸດສຳຄັນໃນບ້ານ.
ອ້າຍນ້ອງທັງຫລາຍ, ຂ້າພະເຈົ້າສັນຍາກັບທ່ານວ່າ ຖ້າຫາກທ່ານ ແລະ ຂ້າພະເຈົ້າຈະໄຕ່ຕອງຄວາມ ຮ້ອງຂໍຂອງເອື້ອຍນ້ອງເຫລົ່ານີ້ດ້ວຍການອະທິຖານ, ພຣະວິນຍານບໍລິສຸດຈະຊ່ອຍໃຫ້ເຮົາເຫັນຕົວເຮົາດັ່ງທີ່ເຮົາເປັນຢູ່ (ເບິ່ງ D&C 93:24) ແລະ ຊ່ອຍເຮົາໃຫ້ເຫັນສິ່ງທີ່ເຮົາຕ້ອງປ່ຽນແປງ ແລະ ເຮັດໃຫ້ດີຂຶ້ນ. ແລະ ເວລາທີ່ຈະປະຕິບັດສິ່ງເຫລົ່ານີ້ກໍຄືດຽວນີ້!
ຈົ່ງເປັນຕົວຢ່າງຂອງຄວາມຊອບທຳ
ຄືນນີ້ ຂ້າພະເຈົ້າກ່າວຊ້ຳການສອນຂອງປະທານທອມມັສ ແອັສ ມອນສັນ ຜູ້ທີ່ໄດ້ເຊື້ອເຊີນເຮົາໃນຖານະທີ່ເປັນຜູ້ດຳລົງຖານະປະໂລຫິດໃຫ້ເປັນ “ຕົວຢ່າງຂອງຄວາມຊອບທຳ.” ເພິ່ນໄດ້ເຕືອນເຮົາເປັນປະຈຳວ່າ ເຮົາເຮັດວຽກງານຂອງພຣະຜູ້ເປັນເຈົ້າ ແລະ ມີສິດທີ່ຈະໄດ້ຮັບຄວາມຊ່ອຍເຫລືອຈາກພຣະອົງຂຶ້ນ ຕາມຄວາມມີຄ່າຄວນຂອງເຮົາ (ເບິ່ງ “Examples of Righteousness,” Liahona and Ensign, May 2008, 65–68). ທ່ານ ແລະ ຂ້າພະເຈົ້າຖືສິດອຳນາດຂອງຖານະປະໂລຫິດ ຊຶ່ງໄດ້ກັບຄືນສູ່ໂລກໃນສະໄໝນີ້ ຜ່ານທູດສະຫວັນ, ຄື ໂຢຮັນບັບຕິສະໂຕ, ແລະ ເປໂຕ, ຢາໂກໂບ ແລະ ໂຢຮັນ. ແລະ ເພາະສະນັ້ນ ຊາຍທຸກຄົນທີ່ໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກສາມາດສືບເຊື້ອສາຍເລີ່ມຕົ້ນທາງຖານະປະໂລຫິດຂອງເຂົາເຈົ້າໂດຍກົງສູ່ພຣະຜູ້ເປັນເຈົ້າ ພຣະເຢຊູຄຣິດ. ຂ້າພະເຈົ້າຫວັງວ່າເຮົາຮູ້ບຸນຄຸນສຳລັບພອນອັນດີເລີດນີ້. ຂ້າພະເຈົ້າອະທິຖານວ່າເຮົາຈະມີຄວາມບໍລິສຸດ ແລະ ມີຄ່າຄວນທີ່ຈະເປັນຕົວແທນຂອງພຣະຜູ້ເປັນເຈົ້າ ຂະນະທີ່ເຮົາໃຊ້ສິດອຳນາດອັນສັກສິດຂອງພຣະອົງ. ຂໍໃຫ້ເຮົາແຕ່ລະຄົນມີຄຸນສົມບັດສຳລັບການຮັບອຳນາດຂອງຖານະປະໂລຫິດ.
ຂ້າພະເຈົ້າເປັນພະຍານວ່າຖານະປະໂລຫິດອັນສັກສິດໄດ້ຖືກຟື້ນຟູຄືນມາໃໝ່ຢ່າງແນ່ນອນຕໍ່ໂລກໃນຍຸກສຸດທ້າຍນີ້ ແລະ ມີຢູ່ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ຂ້າພະເຈົ້າເປັນພະຍານອີກວ່າ ປະທານທອມມັສ ແອັສ ມອນສັນ ເປັນມະຫາປະໂລຫິດສູງຜູ້ເປັນປະທານຂອງຖານະປະໂລຫິດຂອງສາດສະໜາຈັກ ແອັສ ມອນສັນ ເປັນມະຫາປະໂລຫິດສູງຜູ້ເປັນປະທານຂອງຖານະປະໂລຫິດຂອງສາດສະໜາຈັກ (see D&C 107:9, 22, 65–66, 91–92) ແລະ ເປັນຜູ້ດຽວ ເທົ່ານັ້ນໃນໂລກ ຜູ້ທີ່ຖື ແລະ ໄດ້ຮັບອະນຸຍາດໃຫ້ໃຊ້ຂໍກະແຈທັງໝົດຂອງຖານະປະໂລຫິດ. ຂ້າພະເຈົ້າຂໍ ສະແດງພະຍານຢ່າງຈິງຈັງເຖິງຄວາມຈິງເຫລົ່ານີ້ໃນພຣະນາມອັນສັກສິດຂອງພຣະຜູ້ເປັນເຈົ້າ, ພຣະເຢຊູຄຣິດ, ອາແມນ.