​2010–2019
ຄວາມ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້
ເມສາ 2012


ຄວາມ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້

ການ​ມະຫັດສະຈັນ​ຈະ​ເກີດ​ຂຶ້ນຢູ່​ໃນ​ທຸກ​ແຫ່ງ​ຫົນ ​ເມື່ອ​ມີ​​ເຂົ້າ​ໃຈ​ກ່ຽວ​ກັບຖານະ​ປະ​​ໂລຫິດ, ອຳນາດ​ຂອງ​ມັນ​ຄື​ການ​ນັບຖື ​ແລະ ການ​ໃຊ້​ຢ່າງ​ຖືກຕ້ອງ, ​ແລະ ການ​ມີ​ສັດທາ​ນຳ​ອີກ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ, ຊ່າງ​ດີ​ແທ້ໆ​ທີ່​ໄດ້​ມາ​ພົບ​ທ່ານ​ອີກ. ​ເມື່ອ​ໃດ​ກໍ​ຕາມ​ທີ່​ຂ້າພະ​ເຈົ້າ​ໄດ້​ໄປ​ຮ່ວມ​ກອງ​ປະຊຸມ​ຖານະ​ປະ​ໂລຫິດ, ຂ້າພະ​ເຈົ້າມັກ​ຄິດ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ຜູ້ນຳ​ທີ່ສູງ​ສົ່ງ​ບາງ​ຄົນຂອງ​ພຣະ​ເຈົ້າ ຜູ້​ໄດ້​ກ່າວ​ຢູ່​ໃນ​ກອງ​ປະຊຸມຖານະ​ປະ​ໂລຫິດ​ຂອງ​ສາດສະໜາ​ຈັກ. ຫລາຍ​ຄົນ​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ​ແຕ່​ຈາກ​ຄວາມ​ສະຫລາດ​ຂອງ​ຈິດ​ໃຈ​, ຈາກ​ຄວາມ​ເລິກ​ຂອງ​ຈິດ​ວິນ​ຍານ, ​ແລະ ຈາກ​ຄວາມ​ອົບ​ອຸ່ນ​ຂອງ​ຫົວ​ໃຈ​ຂອງ​​ເຂົາ​ເຈົ້າ, ​ເຂົາ​ເຈົ້າ​ໄດ້​ມອບ​ການ​ຊີ້​ນຳ​ທີ່ດົນ​ໃຈ​ໃຫ້​ແກ່​​ເຮົາ. ຂ້າພະ​ເຈົ້າຂໍ​ແບ່ງປັນຄຳ​ສອນ​ບາງ​ຢ່າງ​ຂອງ​ພວກ​ເພິ່ນກັບ​ທ່ານກ່ຽວ​ກັບຖານະ​ປະ​ໂລຫິດ.

ຈາກ​ສາດສະດາ​ໂຈ​ເຊັບ ສະ​ມິດ: “ຖານະ​ປະ​ໂລຫິດ​ເປັນ​ຫລັກ​ທຳ​ອັນ​ເປັນນິດ, ​ແລະ ມີ​ຢູ່ກັບ​ພຣະ​ເຈົ້າຈາກ​ນິລັນດອນ, ​ແລະ ຈະ​ເປັນ​ເຖິງ​ນິລັນດອນ, ບໍ່​ມີ​ຈຸດ​ເລີ່ມຕົ້ນ ຫລື ຈຸດ​ສິ້ນ​ສຸດ.”1

ຈາກ​ຖ້ອຍ​ຄຳ​ຂອງ​ປະທານ​ວິວ​ເຝີ​ດ ວູດດຣັບ, ​ເຮົາ​ຮຽນ​ຮູ້​ວ່າ: “ຖານະ​ປະ​ໂລຫິດ​ທີ່​ສັກສິດ​ເປັນ​ວິທີທາງ ຊຶ່ງ​ພຣະ​ເຈົ້າ​ໃຊ້​ເພື່ອ​ສື່ສານ ​ແລະ ຈັດການມະນຸດ​ຢູ່​ໃນ​ໂລກ​; ​ແລະ ທູດ​ທີ່​ໄດ້​ມາ​ຢ້ຽມຢາມ​ໂລກ​ເພື່ອ​ສື່ສານ​ກັບ​ມະນຸດ​ຜູ້​ມີ ​ແລະ ນັບຖືຖານະ​ປະ​ໂລຫິດ​ໃນ​ຂະນະທີ່ຢູ່​ໃນ​​ເນື້ອ​ໜັງ; ​ແລະ ທຸກ​ສິ່ງ​ທີ່ພຣະ​ເຈົ້າ​ໄດ້​ສ້າງ​ຂຶ້ນມາ ​ແມ່ນ​ເພື່ອ​ຄວາມ​ລອດ​ຂອງ​ມະນຸດ, ຈາກ​ນັບ​ແຕ່​ຕອນ​ມະນຸດ​ມາສູ່​ໂລກ ​ເຖິງ​ການ​ໄຖ່​​ໂລກ, ​ໄດ້​ເປັນ ​ແລະ ຈະ​ເປັນ​ເຊັ່ນ​ນັ້ນ ​ໂດຍ​ຄຸນ​ງາມ​ຄວາມ​ດີ​ຂອງ​ຖານະ​ປະ​ໂລຫິດ​ອັນ​ເປັນນິດ.”2

ປະທານ​ໂຈ​ເຊັບ ແອັຟ ສະ​ມິດ ​ໄດ້​ອະທິບາຍຕື່ມ​ວ່າ: “ຖານະ​ປະ​ໂລຫິດ​ເປັນ … ອຳນາດ​ຂອງ​ພຣະ​ເຈົ້າທີ່​ມອບ​ໃຫ້​ມະນຸດ​​ປະຕິບັດ​ຢູ່​ໃນ​ໂລກ​ເພື່ອຄວາມ​ລອດ​ຂອງ​ຄອບຄົວ​ມະນຸດ, ​ໃນ​ພຣະນາມ​ຂອງ​ພຣະບິດາ ​ແລະ ຂອງ​ພຣະບຸດ ​ແລະ ພຣະວິນຍານ​ບໍລິ​ສຸດ, ​ແລະ ປະຕິບັດຢ່າງ​ຖືກຕ້ອງ; ບໍ່​ແມ່ນ​ສິດ​ອຳນາດທີ່​ສົມມຸດ, ບໍ່​ແມ່ນ​ການ​ຢືນ​ມັນ​ຈາກ​ລຸ້ນທີ່​ລ່ວງ​ລັບ​ໄປ​ແລ້ວ, ​ແຕ່​ເປັນສິດ​ອຳນາດ​ທີ່​ໄດ້​ຖືກ​ມອບ​ໃຫ້​ໃນ​ປະຈຸ​ບັນ​ນີ້ ຊຶ່ງ​ເຮົາ​ດຳລົງ​ຊີວິດ​ຕາມ​ການ​ປະຕິບັດ​ຂອງ​ທູດ ​ແລະ ລິດ​ອຳນາດ​ຈາກ​ເບື້ອງບົນ ຕົງ​ມາ​ຈາກ​ທີ່​ປະ​ທັບ​ຂອງພຣະ​ເຈົ້າອົງ​ສູງ​ສຸດ.”3

​ແລະ ​ສຸດ​ທ້າຍຈາກ​ປະທານ​ຈອນ ​ເທ​ເລີ ຄື: “ຖານະ​ປະ​ໂລຫິດ​ຄື​ຫຍັງ? … ມັນ​ເປັນ​ການ​ປົກຄອງ​ຂອງ​ພຣະ​ເຈົ້າ, ບໍ່​ວ່າ​ຢູ່​​ໃນ​ໂລກ​ນີ້ ຫລື ​​​ໃນ​ສະຫວັນ, ​ເພາະ​​ເປັນຍ້ອນ​ອຳນາດ​ນັ້ນ, ອຳ​ເພີ​ໃຈ, ຫລື ຫລັກ​ທຳທີ່​ທຸກ​ສິ່ງຖືກ​ປົກຄອງ​ຢູ່​​​ໃນໂລກ ​ແລະ ​ໃນ​ສະຫວັນ, ​ແລະ ​ໂດຍ​ອຳນາດ​ນັ້ນທຸກ​ສິ່ງຖືກ​ແຕ່ງຕັ້ງ. ມັນ​ປົກຄອງ​ທຸກ​ສິ່ງ—ມັນ​ຊີ້​ນຳ​ທຸກ​ສິ່ງ—ມັນ​ສະໜັບສະໜູນ​ທຸກ​ສິ່ງ—​ແລະ ມີ​ສ່ວນ​ກັບທຸກ​ສິ່ງ​ທີ່​ພຣະ​ເຈົ້າ ​ແລະ ຄວາມຈິງ​ມີ​ສ່ວນ​ກ່ຽວຂ້ອງ.”4

​ເຮົາ​ໄດ້​ຮັບ​ພອນ​ຫລາຍ​ຂະໜາດ​ໃດ​ທີ່​ໄດ້​ມາ​ສູ່​ໂລກ​ໃນ​ຍຸກ​ສຸດ​ທ້າຍ​ນີ້, ​ເມື່ອ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າມີ​ຢູ່​ໃນ​ໂລກ. ​ເຮົາ​ມີ​ສິດທິ​ພິ​ເສດຫລາຍ​ຂະໜາດ​ໃດ​ທີ່​ໄດ້​ດຳລົງ​ຖານະ​ປະ​ໂລຫິດ​ນັ້ນ. ຖານະ​ປະ​ໂລຫິດ​ບໍ່​ໄດ້​ເປັນ​ຂອງ​ປະທານ​​ເທົ່າ​ນັ້ນ ​ແຕ່​ມັນຖືກ​ມອບ​ໃຫ້​ເພື່ອນຳ​ໃຊ້, ​ເປັນ​ສິດທິ​ພິ​ເສດ​ເພື່ອ​ສົ່ງ​ເສີມ, ​ແລະ ​ເປັນ​ໂອກາດ​ເພື່ອ​ໃຫ້​ພອນ​ແກ່​ຊີວິດ​ຂອງ​ຄົນ​ອື່ນ.

ໂອກາດ​ເຫລົ່າ​ນີ້ມາ​ກັບ​ຄວາມ​ຮັບຜິດຊອບ ​ແລະ ໜ້າ​ທີ່. ຂ້າພະ​ເຈົ້າມັກຄຳ​ວ່າ ໜ້າ​ທີ່ ແລະ ທຸກ​ສິ່ງ​ທີ່ມັນ​ກ່ຽວ​ພັນ.

ໃນ​ບົດ​ບາດ​ຫລາຍໆ​ຢ່າງ, ​ໃນສະຖານ​ທີ່ຫລາຍໆ​ບ່ອນ, ຂ້າພະ​ເຈົ້າ​ໄດ້​ໄປຮ່ວມ​ກອງປະຊຸມ​ຖານະ​ປະ​ໂລຫິດ​ເປັນ​ເວລາ 72 ປີ—ນັບ​ຕັ້ງ​ແຕ່​ຂ້າພະ​ເຈົ້າ​ໄດ້​ຖືກ​ແຕ່ງຕັ້ງຕໍ່​ສູ່​ຕຳ​ແໜ່​ງມັກຄະ​ນາ​ຍົກຕອນ​ຂ້າພະ​ເຈົ້າມີ​ອາຍຸ​ໄດ້ 12 ປີ. ​ເວລາ​ໄດ້​ຜ່ານ​ພົ້ນ​ໄປ​ຢ່າງ​ວ່ອງ​ໄວ. ໜ້າ​ທີ່​ກໍ​ໄດ້​ດຳ​ເນີນ​ໄປ​ກັບ​ວັນ​ເວລາ. ໜ້າ​ທີ່​ບໍ່​ເຄີຍ​​ເສື່​ອມຄຸນ​ນະພາ​ບ. ບັນຫາ​ຮ້າຍ​ແຮງ​​​ໄດ້ເກີດ​ຂຶ້ນ​ເປັນ​ບາງ​ຄັ້ງ, ສົງຄາມ​ເລື່ອງ​ຈິດ​ວິນ​ຍານ​ຂອງ​ມະນຸດ​ໄດ້​ດຳ​ເນີນ​ຕໍ່ຢ່າງ​ບໍ່​ມີ​ວັນ​ຢຸດ. ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ທ່ານ, ​ເຖິງ​ຂ້າພະ​ເຈົ້າ, ​ແລະ ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ໃນ​ທຸກ​ແຫ່ງ​ຫົນ​ວ່າ ດັ່ງນັ້ນ, ບັດ​ນີ້​ໃຫ້​ທຸກໆ​ຄົນ​ຮຽນ​ຮູ້​ ໜ້າ​ທີ່, ຂອງ​ຕົນ, ​ແລະ ກະທຳ​ໃນ​ຕຳ ​ແໜ່ງທີ່​ເຂົາ​ຖືກ​ກຳນົດ​ໃຫ້, ​ໃນ​ຄວາມ​ພາກ​ພຽນ​ທັງ​ໝົດ.5

ການ​ເອີ້ນ​ສູ່​ໜ້າ​ທີ່​ມາ​ເຖິງ​ອາ​ດາມ, ໂນ​ອາ, ອັບ​ຣາຮາມ, ​ໂມ​ເຊ, ຊາ​ມູ​ເອນ, ດາ​ວິດ. ມັນ​ໄດ້​ມາ​ສູ່​ສາດສະດາ​ໂຈ​ເຊັບ ສະ​ມິດ ​ແລະ ​​ທຸກ​ຄົນ​ຕໍ່​ຈາກ​ເພິ່ນ. ການ​ເອີ້ນ​ສູ່​ໜ້າ​ທີ່​ໄດ້​ມາ​ເຖິງ​ນີ​ໄຟ ​ເມື່ອ​ລາວ​ຖືກ​​ແນະນຳ​ໂດຍ​ພຣະຜູ້​ເປັນ​ເຈົ້າ, ຜ່ານ​ບິດາ​ຂອງ​ລາວ ລີ​ໄຮ, ​ໃຫ້​ກັບ​ຄືນ​ໄປ​ເຢຣູຊາ​ເລັມ​ກັບ​ພວກ​ອ້າຍ​ຂອງ​ລາວ ​ເພື່ອ​ໄປ​ເອົາ​ແຜ່ນ​ຈາລຶກ​ທອງ​ເຫລືອງ​ຈາກ​ລາ​ບານ. ພວກ​ອ້າຍ​ຂອງ​ນີ​ໄຟ​ໄດ້​ເວົ້າຈົ່ມ, ​ເວົ້າວ່າ​​ພວກ​ເຂົາ​ຖືກ​ຂໍ​ໃຫ້​ເຮັດ​ສິ່ງ​ທີ່​ຍາກ​ຫລາຍ. ນີ​ໄຟ​ໄດ້​ຕອບ​ວ່າ​ແນວ​ໃດ? ລາວ​ໄດ້​ຕອບ​ວ່າ, “ເຮົາ​ຈະ​ໄປ ແລະ ເຮັດ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ ເພາະ​ເຮົາ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າຈະ​ບໍ່​ໃຫ້​ພຣະ​ບັນຍັດ​ກັບ​ລູກ​ຫລານ​ມະນຸດ ນອກ​ຈາກ​ພຣະ​ອົງ​ຕຽມ​ທາງ​ໄວ້​ໃຫ້​ເຂົາ ເພື່ອ​ຈະ​ໄດ້​ສຳ​ເລັດ​ໃນ​ສິ່ງ​ທີ່​ພຣະ​ອົງ​ບັນຊາ​ເຂົາ.”6

ເມື່ອ​ການ​ເອີ້ນ​ນັ້ນມາສູ່​ທ່ານ ​ແລະ ຂ້າພະ​ເຈົ້າ, ​ເຮົາ​ຈະ​ຕອບ​ວ່າ​ແນວ​ໃດ? ​ເຮົາ​ຈະ​ເວົ້າຈົ່ມ​ບໍ, ຄື​ກັບ​ເລ​ມັນ ​ແລະ ​ເລ​ມູ​ເອນ, ​ແລະ ​ເວົ້າວ່າ, “ເລື່ອງ​​ນັ້ນເປັນ​ເລື່ອງ​ຍາກ”?7 ຫລື ​ເຮົາ​ຈະ​ເວົ້າ ຮ່ວມ​ກັບ​ນີ​ໄຟປະກາດ​ວ່າ, “ເຮົາ​ຈະ​ໄປ ແລະ ເຮັດ​”? ​ເຮົາ​ຈະ​ເຕັມ​ໃຈ​ຮັບ​ໃຊ້ ​ແລະ ​ເຊື່ອ​ຟັງ​ບໍ?

​ບາງ​ເວລາ​ປັນຍາ​ຂອງ​ພຣະ​ເຈົ້າອາດ​ຖືກ​ນັບຖື​ວ່າ​ເປັນ​ສິ່ງ​ໂງ່​ຈ້າ ຫລື ຍາກ​ຫລາຍ, ​ແຕ່​ບົດຮຽນທີ່​ຍິ່ງ​ໃຫຍ່ ​ແລະ ມີຄ່າ​ທີ່ສຸດ ທີ່​ເຮົາ​ສາມາດ​ຮຽນ​ຄື ​ເມື່ອ​ພຣະ​ເຈົ້າກ່າວ ​ແລະ ​ຄົນ​ໃດ​ເຊື່ອ​ຟັງ, ​ແລ້ວຄົນ​ນັ້ນຈະ​ຖືກຕ້ອງ​ສະ​ເໝີ.

ເມື່ອ​ຂ້າພະ​ເຈົ້າຄິດ​ກ່ຽວ​ກັບ​ຄຳ​ວ່າ ໜ້າ​ທີ່ ແລະ ​ເຖິງ​ວິທີ​ທີ່​ໜ້າ​ທີ່​ຂອງ​ເຮົາ​ສາມາດ​ສົ່ງ​ເສີມ​ຊີວິດ​ຂອງ​ເຮົາ ​ແລະ ຂອງ​ຄົນ​ອື່ນ, ຂ້າພະ​ເຈົ້າຈະ​ຈື່​ຈຳ​ກາບກອນ​ຂອງ​ນັກ​ກາ​ວີຜູ້​ໂດ່​ງດັງ​ຄົນ​ໜຶ່ງ ມີ​ຄຳ​ວ່າ:

ຂ້າພ​ະ​ເຈົ້າ​ໄດ້​ນອນ ​ແລະ ຝັນ​ໄປ

​ເຫັນ​ວ່າ​ຊີວິດ​ເປັນ​ຄວາມສຸກ

ຂ້າພະ​ເຈົ້າ​ໄດ້​ຕື່ນ​ຂຶ້ນ ​ແລະ ​ໄດ້​ເຫັນ

​ເຫັນ​ວ່າ​ຊີວິດ​ເປັນ​ໜ້າ​ທີ່

ຂ້າພະ​ເຈົ້າ​ໄດ້​ເຮັດ​ຕາມ ​ແລະ ​ໄດ້​ເຫັນ

ໜ້າ​ທີ່​ກາຍ​ເປັນຄວາມ​ສຸກ.8

ທ່ານ ຣໍ​ເບີດ ຫລຸຍ​ສ໌ ສະຕີ​ບ​ເວັນ​ເຊິ​ນ​​ ໄດ້​ບອກ​ໄວ້​ໃນ​ທາງ​ນີ້. ​ເພິ່ນ​ເວົ້າວ່າ “ຂ້າພະ​ເຈົ້າຮູ້​ວ່າຄວາມສຸກຄື​ຫຍັງ, ​ເພາະ​ຂ້າພະ​ເຈົ້າ​ໄດ້​ເຮັດ​ວຽກ​ງານ​ດີ.”9

​ເມື່ອ​ເຮົາ​ເຮັດ​ໜ້າ​ທີ່ ​ແລະ ​ໃຊ້​ຖານະ​ປະ​ໂລຫິດ​ຂອງ​ເຮົາ, ​ເຮົາ​ຈະ​ພົບ​ຄວາມສຸກ​ທີ່​ແທ້​ຈິງ. ​ເຮົາ​ຈະ​ປະສົບ​ກັບ​ຄວາມ​ເພິ່ງ​ພໍ​ໃຈ​​ເມື່ອ​ເຮົາ​ບັນລຸ​ວຽກ​ງານ​ຂອງ​ເຮົາ.

​ເຮົາ​ໄດ້​ຖືກ​ສິດສອນ​ກ່ຽວ​ກັບ​ໜ້າ​ທີ່​ບາງ​ຢ່າງ​ຂອງ​ຖານະ​ປະ​ໂລຫິດ​ທີ່​ເຮົາ​ໄດ້​ຮັບ, ບໍ່​ວ່າ​ຈະ​ເປັນ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ຫລື ​ເມນ​ຄີ​ເສ​ເດັກ. ຂ້າພະ​ເຈົ້າຂໍ​ຊັກ​ຊວນ​ທ່ານ​ໃຫ້​ໄຕ່ຕອງ​ໜ້າ​ທີ່​ເຫລົ່າ​ນີ້ ​ແລ້ວ​ໃຫ້​​ເຮັດ​ທຸກ​ສິ່ງ​ໃຫ້​ສຳ​ເລັດ​ເທົ່າ​ທີ່​ທ່າ​ນສາມາດ​ເຮັດ​ໄດ້. ​ກ່ອນ​ຈະ​ເຮັດ​ແນວ​ນັ້ນ​ໄດ້, ​ແຕ່ລະຄົນ​ຕ້ອງ​ມີຄ່າ​ຄວນ. ​ໃຫ້​ເຮົາ​ມີ​ມື​ທີ່​ຕຽມ​ພ້ອມ, ມືທີ່​ສະອາດ, ​ແລະ ມື​ທີ່​ພ້ອມ​ແລ້ວ ​ເພື່ອ​ວ່າ​ເຮົາ​ຈະ​ມີ​ສ່ວນ​ຮ່ວມ​​ໃນ​ການ​ຊ່ອຍ​ໃຫ້​ຄົນ​ອື່ນ​ໄດ້​ຮັບ​ສິ່ງ​ທີ່​ພຣະບິດາ​ເທິງ​ສະຫວັນ​ມີ​ໃຫ້​ພວກ​ເຂົາ. ຖ້າ​ເຮົາ​ບໍ່​ມີຄ່າ​ຄວນ, ອາດ​ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ເສຍ​ອຳນາດ​ຂອງ​ຖານະ​ປະ​ໂລຫິດ​ໄປ, ​ແລະ ຖ້າ​​ເຮົາ​ເສຍ​ມັນ​ໄປ, ​ເຮົາ​ຈະ​ເສຍສິ່ງ​ທີ່​ຈຳ​ເປັນ​ສຳລັບ​ຄວາມ​ລອດ​ຂອງ​ເຮົາ​ໄປ. ຈົ່ງ​ມີຄ່າ​ຄວນ​ທີ່​ຈະ​ຮັບ​ໃຊ້.

ປະທານ​ແຮ​ໂຣນ ບີ ລີ, ຄູ​ສອນ​ທີ່​ຍິ່ງ​ໃຫຍ່​ຄົນ​ໜຶ່ງ​​ໃນ​ສາດສະໜາ​ຈັກ ​ໄດ້​ກ່າວ​ວ່າ: “​ເມື່ອບຸກຄົນ​​ໃດ​ບຸກຄົນ​ໜຶ່ງ​ກາຍ​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ, ​ເຂົາ​ກໍ​ກາຍ​ເປັນ​ຕົວ​ແທນ​ໃຫ້​ພຣະຜູ້​ເປັນ​ເຈົ້າ. ​ເຂົາ​ຄວນ​ຄິດ​ກ່ຽວ​ກັບ​ການ​ເອີ້ນ​ຂອງ​ເຂົາ​ວ່າ​​ເຂົາ​ເປັນ​ຄົນ​ແລ່ນວຽກ​ໃຫ້ພຣະຜູ້​ເປັນ​ເຈົ້າ.”10

​ໃນ​ຊ່ວງ​ໄລຍະ​ສົງຄາມ​ໂລກ​ຄັ້ງທີ II, ​ໃນ​ຕອນ​ຕົ້ນຂອງ​ປີ 1944, ປະສົບ​ການ​ໜຶ່ງ​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຖານະ​ປະ​ໂລຫິດ ​ໃນ​ຂະນະ​ທີ່​ກອງ​ທະຫານ​ຂອງ​ສະຫະລັດ​ພວມ​​​ໂຈມ​ຕີ​ Kwajalein Atoll, ຊຶ່ງ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ເກາະ​ມາ​ໂຊ ​ແລະ ຕັ້ງຢູ່​ໃນ​​ແຖວ​ປາຊີ​ຟິກ ຢູ່​ລະຫວ່າງ​​ອົດ​ສະ​ຕາ​ລີ ກັບ​ເກາະ​ຮາ​ວາຍ. ສິ່ງ​ທີ່​ເກີດ​ຂຶ້ນ​ແມ່ນ​ກ່ຽວ​ຂ້ອງ​ກັບ​ນັກ​ຂ່າວ—ບໍ່​ໄດ້​ເປັນ​ສະມາຊິກ—ຜູ້​ທຳ​ງານ​ຢູ່​ສຳນັກງານ​ໜັງສືພິມ​ຢູ່​ເກາະ​ຮາ​ວາຍ. ​ໃນ​ປີ 1944 ​ເລື່ອງສັ້ນໆ​ທີ່​ລາວ​ໄດ້​ຂຽນ​ຢູ່​ໃນ​ໜັງສືພິມ ​ແມ່ນ​ກ່ຽວ​ກັບ​ປະສົບ​ຕອນ​ທີ່​ລາວກັບ​ນັກ​ຂ່າວ​ອີກ​ຄົນ​ໜຶ່ງ​ໄດ້​ຢູ່​ກັບ​ກຸ່ມ​ທີ​ສອງ​ຂອງ​ກຸ່ມ​ທະຫານຢູ່ Kwajalein Atoll. ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​​ເລື່ອນ​ເຂົ້າ​ໄປ​ໃກ້, ​ເຂົາ​ເຈົ້າຫລຽວ​​ເຫັນ​ທະຫານ​ຄົນ​ໜຶ່ງ​ຟູ​ຢູ່ໜ້າ​ນຳ​ຫງາຍ​ໜ້າ​ຢູ່, ​ເຫັນ​ໄດ້​ວ່າ​ລາວ​ບາດ​ເຈັບ​ສາຫັດ. ນ້ຳຕື້ນໆ​ທີ່ຢູ່​ອ້ອມ​ຮອບ​ລາວ​ກາຍ​ເປັນ​ສີ​ແດງ. ​ແລ້ວ​ເຂົາ​ເຈົ້າ​ໄດ້​ຫລຽວ​ເຫັນ​ທະຫານ​ອີກ​ຄົນ​ໜຶ່ງ​​ເຂົ້າໄປ​ຫາ. ທະຫານ​ຄົນນັ້ນກໍ​ຖືກ​ບາດ​ເຈັບ​ຄື​ກັນ, ​ແຂນ​ເບື້ອງໜຶ່ງ​ຂອງ​ລາວຖືກ​ບາດ​ເຈັບ. ລາວ​ໄດ້​ຍົກ​ຫົວ​ຂອງ​ເພື່ອນ​ທະຫານ​ຂອງ​ລາວ​ຂຶ້ນ​ເພື່ອ​ກັນ​ບໍ່​ໃຫ້​ລາວ​ຈົມ​ນ້ຳຕາຍ. ລາວ​ໄດ້​ເອີ້ນ​ໃຫ້​ຄົນ​ມາ​ຊ່ອຍ​ດ້ວຍ​ສຽງ​ອັນ​ຮ້ອນຮົນ. ນັກ​ຂ່າວ​ໄດ້​ຫລຽວ​ເບິ່ງ​ຜູ້​ບາດ​ເຈັບ​ໜັກ​ອີກ, ​ແລະ ​ເອີ້ນ​ໃສ່​ວ່າ, “ນ້ອງ​ຊາຍ​ເອີຍ, ພວກ​ເຮົາຄົງ​ຊ່ອຍ​ຫຍັງ​ລາວ​ບໍ່​ໄດ້​ອີກ​ແລ້ວ.”

ນັກ​ຂ່າວ​ໄດ້​ຂຽນ​ວ່າ, “​ແລ້ວ ຂ້າພະ​ເຈົ້າ​ໄດ້​ເປັນ​ບາງ​ສິ່ງ​ທີ່​ຂ້າພະ​ເຈົ້າບໍ່​ເຄີຍ​ເຫັນ​ມາ​ກ່ອນ. ຊາຍ​ໜຸ່ມ​ຄົນ​ນັ້ນ, ຜູ້​​ໄດ້​ຮັບ​ບາດ​ເຈັບ​ໜັກ​ຄື​ກັນ, ​ໄດ້​ພາ​ເພື່ອນ​ທະຫານ​ຂອງ​ລາວ​ຂຶ້ນຝັ່ງ ​ແບບ​ຄື​ວ່າ​ບໍ່​ຕ້ອງ​ໃຊ້​ເຫື່ອ​ແຮງ. ລາວ​ໄດ້​ເອົາ​ຫົວ​ຂອງ​ເພື່ອນ​ທະຫານ​ຂອງ​ລາວວາງ​ໃສ່​ຫົວ​ເຂົ່າ​ຂອງ​ລາວ. ມັນ​ເປັນ​ພາບ​ທີ່​ປະ​ທັບ​ໃຈ​ແທ້ໆ—ຄົນ​ເຈັບ​ທັງ​ສອງ​ຄົນ​ນັ້ນ—ທັງ​ສອງ … ​ເບິ່ງ​ສະອາດ​ດີ, ມີໜ້າ​ຕາ​ດີ,​​ ​ເຖິງ​ແມ່ນ​ໃນ​ສະພາບ​ທີ່ໜ້າ​ວິຕົກ​ນັ້ນ. ​ແລະ ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ກົ້ມຫົວ​ລົງ​ໃສ່​ຫົວ​ຂອງ​ອີກ​ຄົນ​ໜຶ່ງ ​ແລະ ກ່າວ​ວ່າ, ‘ຂ້າພະ​ເຈົ້າບັນຊາ​ເຈົ້າ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ ​​ໂດຍ​ອຳນາດ​ຂອງ​ຖານະ​ປະ​ໂລຫິດໃຫ້​ມີ​ຊີວິດ​ຢູ່​ຕໍ່​ໄປຈົນ​ກວ່າ​​ເຈົ້າ​ໄດ້​ຮັບ​ການ​ປະຖົມພະຍາບານ.’” ນັກ​ຂ່າວ​ໄດ້​ສະຫລຸບ​ເລື່ອງ​ສັ້ນໆ​ຂອງ​ລາວ​ວ່າ: “ສາມ​ຄົນ​ພວກ​ເຮົາ, [ທະຫານ​ສອງ​ຄົນກັບ​ຂ້າພະ​ເຈົ້າ], ​ໄດ້​ຢູ່​ໃນ​​ໂຮງ​ໝໍ. ທ່ານໝໍ​ບໍ່​​ເຊື່ອ​ວ່າ​ເຂົາ​ເຈົ້າ … [ມີ​ຊີວິດ​ຢູ່​ໄດ້​ແນວ​ໃດ], ​ແຕ່​ຂ້າພະ​ເຈົ້າຮູ້.”11

ການ​ມະຫັດສະຈັນ​ຈະ​ເກີດ​ຂຶ້ນຢູ່​ໃນ​ທຸກ​ແຫ່ງ​ຫົນ ​ເມື່ອ​ມີ​​ເຂົ້າ​ໃຈ​ກ່ຽວ​ກັບຖານະ​ປະ​​ໂລຫິດ, ອຳນາດ​ຂອງ​ມັນ​ຄື​ການ​ນັບຖື ​ແລະ ການ​ໃຊ້​ຢ່າງ​ຖືກຕ້ອງ, ​ແລະ ການ​ມີ​ສັດທາ​ນຳ​ອີກ. ​ເມື່ອ​ສັດທາ​ເຂົ້າມາ​ທົດ​ແທນ​ຄວາມ​ສົງ​​ໃສ, ​ເມື່ອ​ການ​ຮັບ​ໃຊ້​ທີ່​ບໍ່​ເຫັນ​ແກ່​ຕົວ​ມາ​ທົດ​ແທນ​ການສະ​ແຫວ​ງຫາ​ເພື່ອ​ຕົວ​ເອງ, ອຳນາດ​ຂອງ​ພຣະ​ເຈົ້າຈະ​ເຮັດ​ໃຫ້​ຈຸດປະສົງ​ຂອງ​ພຣະອົງ​ເກີດ​ເປັນ​ຈິງ.

ການ​ເອີ້ນ​ສູ່​ໜ້າ​ທີ່​ອາດ​ມາເຖິງ​ຢ່າງ​ມິດ​ງຽບ ​ເມື່ອ​ເຮົາ​ຜູ້​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຮັບ​​ເອົາ​ການ​ມອບ​ໝາຍ​ທີ່​ເຮົາ​ໄດ້​ຮັບ. ປະທານ​ຈອດ ອາ​ເບີດ ສະ​ມິດ, ຜູ້​ຖ່ອມຕົວ ​ແຕ່​ເປັນ​ຜູ້ນຳ​ທີ່​ມີ​ປະສິດທິພາບ,​ ​ໄດ້​ປະກາດ​ວ່າ, “ກ່ອນ​ອື່ນ​ໝົດ ມັນ​ເປັນ​ໜ້າ​ທີ່​ຂອງ​ທ່ານ​ທີ່​ຈະ​ຮຽນ​ຮູ້​ເຖິງ​ສິ່ງ​ທີ່​ພຣະຜູ້​ເປັນ​ເຈົ້າປະສົງ ​ແລ້ວ​ໂດຍ​ອຳນາດ ​ແລະ ພະລັງ​ຂອງ​ຖານະ​ປະ​ໂລຫິດ​ທີ່​ສັກສິດ​ຂອງ​ພຣະອົງ, ​ໃຫ້​ເຮັດ​ໜ້າ​ທີ່​ຂອງ​ທ່ານ​ຢູ່​ຕໍ່ໜ້າ​ຜູ້​ຄົນ ​ເພື່ອ​ເຂົາ​ຈະ​ເຕັມ​ໃຈ​ທີ່​ຈະ​ຕິດຕາມ​ທ່ານ.”12

ການ​ເອີ້ນ​ສູ່​ໜ້າ​ທີ່—​ເປັນ​ການ​ເອີ້ນ​ທີ່​ບໍ່ຕື່ນ​ເຕັ້ນປານ​ໃດ ​ແຕ່​ເປັນ​ການ​ເອີ້ນ​ທີ່​ຊ່ອຍ​ກູ້​ຈິດ​ວິນ​ຍານ—​ໄດ້​ມາສູ່​ຂ້າພະ​ເຈົ້າ​ໃນ​ປີ 1950 ຕອນຂ້າພະ​ເຈົ້າຖືກ​ເອີ້ນ​ໃຫ້​ເປັນ​ອະທິການ. ໜ້າ​ທີ່​ຮັບຜິດຊອບ​ຂອງ​ຂ້າພະ​ເຈົ້າ​ໃນ​ຖານະ​ທີ່​ເປັນ​ອະທິການ​ແມ່ນ​ມີ​ຢ່າງ​ຫລວງຫລາຍທີ່​ແຕກ​​ຕ່າງ​ກັນ, ​ແລະ ຂ້າພະ​ເຈົ້າ​ໄດ້​ພະຍາຍາມ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຂ້າພະ​ເຈົ້າ. ຕອນ​ນັ້ນສະຫະລັດ​​ໄດ້​ມີ​ສົງຄາມ​ກັບບາງ​ປະ​ເທດ. ​ເພາະ​ສະມາຊິກ​ຂອງ​ພວກ​ເຮົາ​ໄດ້​​ໄປ​ຮັບ​ໃຊ້​ບ້ານ​ເມືອງ, ການ​ມອບ​ໝາຍ​ໄດ້​ມາ​ເຖິງ ຈາກ​ສູນ​ກາງ​ໃຫຍ່​ຂອງ​ສາດສະໜາ​ຈັກ​ວ່າ​ຂໍໃຫ້​ອະທິການ​ທັງຫລາຍສົ່ງ​​ວາລະ​ວານ Church News ​ແລະ Improvement Era, ​ໄປ​ໃຫ້​ທະຫານ​ແຕ່ລະຄົນ​ຂອງ​ຫວອດ. ນອກ​ເໜືອ​ຈາກ​ນັ້ນ, ອະທິການ​ຍັງ​ຖືກ​ຂໍ​ໃຫ້​ຂຽນ​ຈົດໝາຍ​​ໄປ​ຫາ​​ທະຫານ​ແຕ່ລະຄົນ​ນຳ​ອີກ, ​ແຕ່ລະ​ເດືອນ. ຫວອດ​ຂອງ​ຂ້າພະ​ເຈົ້າມີ​ທະຫານ​ຢູ່​ຈຳນວນ 23 ຄົນ. ກຸ່ມ​ໂຄ​ຣຳປະ​ໂລຫິດ​ໄດ້​ຊ່ອຍ​ກັນຫາ​ທຶນ​ຊື້​ວາລະສານ.​ ຂ້າພະ​ເຈົ້າ​ໄດ້​ຮັບ​ເອົາໜ້າ​ທີ່​ຂຽນ​ຈົດໝາຍ 23 ສະບັບ ແຕ່ລະ​ເດືອນ. ​​ແມ່ນ​ແຕ່​ໃນ​ຕອນ​ນີ້ ຂ້າພະ​ເຈົ້າກໍ​ຍັງ​ມີ​ຈົດ​ໝາຍທີ່​ຂ້າພະ​ເຈົ້າ​ໄດ້​ຮັບ​ຈາກທະຫານ​ເຫລົ່ານັ້ນ. ​ກັ້ນນ້ຳຕາໄວ້​ບໍ່​ໄດ້​ເມື່ອ​ອ່ານ​ຈົດໝາຍດັ່ງກ່າວ. ມັນ​ເປັນຄວາມ​ສຸກ​ທີ່​ຮູ້​ວ່າ ທະຫານ​ເຫລົ່ານັ້ນ​ໄດ້​ສັນຍາ​ທີ່​ຈະ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ, ທະຫານ​ເຮືອ​ຄົນ​ໜຶ່ງ​ສັນ​ຍາ​ທີ່​ຈະ​ມີ​ສັດທາ​ຮ່ວມກັບ​ຄອບຄົວ​ຂອງ​ລາວ.

ຄືນ​ໜຶ່ງ​ຂ້າພະ​ເຈົ້າ​ໄດ້​ຍື່ນ​ຈົດໝາຍ​ 23 ສະບັບປະຈຳ​ເດືອນໃຫ້​ເອື້ອຍ​ນ້ອງ​ຄົນໜຶ່ງຢູ່​ໃນ​ຫວອດ. ໜ້າ​ທີ່​ຂອງ​ລາວຄື​ສົ່ງ​ຈົດໝາຍ ​ແລະ ກຳກັບ​ເລື່ອງ​ທີ່ຢູ່​ປະຈຸ​ບັນ​ຂອງ​ກຸ່ມ​ທະຫານ. ນາງ​ໄດ້​ຫລຽວ​ເບິ່ງ​ຈົດໝາຍ​ເຫລົ່ານັ້ນ ​ແລ້ວ​ເວົ້າວ່າ, “ອະທິການ, ທ່ານ​ບໍ່​ຄິດ​ທໍ້ຖອຍ​ໃຈ​​ບໍ​ບາງ​ເທື່ອ? ອັນ​ນີ້​ແມ່ນ​ຈົດ​ໝາຍ​ທີ່​ທ່ານ​ຂຽນ​ໄປ​ຫາ​ບະ​ລາ​ເດີ ບະ​ຣາຍ​ສັນ. ນີ້​ເປັນ​ສະບັບ​ທີ 17 ​ແລ້ວ ທີ່​ທ່ານ​ໄດ້​ສົ່ງ​ໄປ​ຫາ​ລາວ, ​ແຕ່​ລາວ​ບໍ່​ເຄີຍ​ຕອບ​ທ່ານ​ຈັກ​ເທື່ອ.”

ຂ້າພະ​ເຈົ້າຕອບ​ວ່າ, “ບາງ​ເທື່ອ​ເປັນ​ເດືອນ​ນີ້​ນໍ.” ດັ່ງ​ທີ່​ເວົ້າ, ​ແມ່ນ ເປັນ​ເດືອນ​ນັ້ນ​ແທ້​ໆ. ​ເປັນ​ເທື່ອ​ທຳ​ອິດ​ທີ່​ລາວ​ໄດ້​ຕອບ​ຈົດໝາຍ​ຂອງ​ຂ້າພະ​ເຈົ້າ. ຈົດໝາຍ​ຂອງ​ລາວ​ເປັນຂອງ​ມີຄ່າ. ລາວ​ໄດ້​ປະຈຳການ​ຢູ່​ໃນ​ບ່ອນທີ່​ຫ່າງ​ໄກ, ​ເປົ່າ​ປ່ຽວ, ​ແລະ ຄິດ​ຮອດ​ບ້ານ​ຫລາຍ, ​ແລະ ບໍ່​ມີ​ໝູ່. ລາວ​ໄດ້​ຂຽນ​ວ່າ, “ອະທິການ​ທີ່​ເຄົາລົບ, ຂ້ານ້ອຍ​ເປັນ​ຄົນ​ບໍ່​ມັກ​ຂຽນ​ຈົດໝາຍ’” (ຂ້າພະ​ເຈົ້າຮູ້​ຢູ່​ແລ້ວ ​ແນວ​ນັ້ນ ໃນ​ຫລາຍ​ເດືອນ​ຜ່ານ​ມາ.) ລາວ​ຂຽນ​ຕໍ່​ວ່າ, “ຂອບ​ໃຈ​ຫລາຍໆ​ສຳລັບ Church News ແລະ ວາລະສານ​, ​ແຕ່​ຍິ່ງ​ກວ່າ​ສິ່ງ​ອື່ນໆ ຂອບ​ໃຈ​ຫລາຍໆ​ສຳລັບ​ຈົດໝາຍ​ຂອງ​ທ່ານ. ​ຊີວິດ​ຂອງ​ຂ້ານ້ອຍ​ໄດ້​ປ່ຽນ​ແປງ. ຂ້ານ້ອຍ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ປະ​ໂລຫິດ​ຢູ່​ໃນ​ຖານະ​ປະ​ໂລຫິດ​​ແຫ່ງ​ອາ​ໂລ​ນ. ຫົວ​ໃຈ​ຂອງ​ຂ້ານ້ອຍ​ຊື່ນ​ບານ. ຂ້ານ້ອຍ​ມີ​ຄວາມສຸກ​ຫລາຍ.”

ບະ​ລາ​ເດີ ບະ​ຣາຍ​ສັນ ບໍ່​ໄດ້​ມີ​ຄວາມສຸກ​ເກີນ​ອະທິການ​ຂອງ​ລາວ. ຂ້າພະ​ເຈົ້າ​ໄດ້​ຮຽນ​ນຳ​ໃຊ້​ຖ້ອຍ​ຄຳ​ທີ່​ວ່າ “​ຈົ່ງ​ເຮັດ​ໜ້າ​ທີ່​ຂອງ​ທ່ານ​ໃຫ້​ດີ​ທີ່​ສຸດ, ​ແລ້ວ​ປ່ອຍ​ສ່ວນ​ທີ່​ເຫລືອ​ໃຫ້​ພຣະ​ເຈົ້າ.”13

ຫລາຍ​ປີ​ຈາກ​ນັ້ນ, ​ໃນ​ຂະນະ​ທີ່​ໄປ​ຮ່ວມ​ກອງ​ປະຊຸມ​ນຳ​ສະ​ເຕກ ​ເຊົາ​ເລັກ ຄັອດຕອນ​ວູດ ຊຶ່ງ​ຕອນ​ນັ້ນທ່ານ ​ເຈ​ມ ອີ ຟາ​ວ ​ໄດ້​ຮັບ​ໃຊ້​ເປັນ​ປະທານ​ສະ​ເຕກ, ຂ້າພະ​ເຈົ້າ​ໄດ້​ເລົ່າ​ເລື່ອງ​ນີ້ ​ເພື່ອຊັກ​ຊວນ​ສະມາຊິກ​ໃຫ້​ມີ​ຄວາມ​ສົນ​ໃຈ​ຕໍ່​ຜູ້​ຮັບ​ໃຊ້​ປະ​ເທດ​ຊາດ. ຫລັງ​ຈາກ​ກອງ​ປະຊຸມ, ຊາຍ​ໜຸ່ມ​ໜ້າ​ຕາ​ດີ​ຄົນ​ໜຶ່ງ​ໄດ້​ຍ່າງ​ມາ​ຫາ​ຂ້າພະ​ເຈົ້າ. ພວກ​ເຮົາ​ໄດ້​ຈັບ​ມື​ຖາມ​ສະບາຍດີ​ກັນ. ​ແລ້ວ​ລາວ​ເວົ້າວ່າ, “ອະທິການ​ມອນ​ສັນ, ທ່ານ​ຈື່​ຂ້ານ້ອຍ​ໄດ້​ບໍ?”

​ໃນ​ທັນ​ໃດຂ້າພະ​ເຈົ້າຈື່​ລາວ​ໄດ້. “ບະ​ລາ​ເດີ ບະຣາຍສັນ!” ຂ້າພະ​ເຈົ້າ​ເວົ້າຂຶ້ນ. “​ເຈົ້າ​ເປັນ​ຈັ່ງ​ໃດ? ​ເຈົ້າມາ​ເຮັດ​ຫຍັງ​ຢູ່​ນີ້?”

ດ້ວຍ​ຄວາມ​ພາກພູມ​ໃຈ, ລາວ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ສະບາຍດີ. ຂ້ານ້ອຍ​ຮັບ​ໃຊ້​ຢູ່​ໃນ​ຝ່າຍ​ປະທານ​ຂອງ​​ໂຄ​ຣຳຂອງ​ກຸ່ມແອວ​ເດີ. ຂອບ​ໃຈ​ຫລາຍໆ​ສຳລັບ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ທ່ານ ​ແລະ ຈົດໝາຍ​ທີ່​ທ່ານ​ໄດ້​ສົ່ງ​ໄປ​ໃຫ້​ຂ້ານ້ອຍ ຊຶ່ງ​ຂ້ານ້ອຍ​ຍັງ​ເກັບ​ມັນ​ໄວ້​ຢູ່.”

ອ້າຍ​ນ້ອງ​ເອີຍ, ​ໂລກ​ນີ້​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ​ຂອງ​ທ່ານ. ​ເຮົາ​ໄດ້​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ແລ້ວ​ບໍ? ​ເຮົາ​ຍັງ​ຈື່​ຖ້ອຍ​ຄຳ​ຂອງ​ປະທານ​ຈອນ ​ເທ​ເລີ ຢູ່​ບໍ​ທີ່​​ວ່າ: “ຖ້າ​ຫາກ​ທ່ານ​ບໍ່​ເຮັດ​ໜ້າ​ທີ່​ການ​ເອີ້ນຂອງ​ທ່ານ, ​ແລ້ວ​ພຣະ​ເຈົ້າຈະ​ໃຫ້​ທ່ານ​ຮັບຜິດຊອບ​ຕໍ່​ຄົນ​ເຫລົ່ານັ້ນທີ່​ທ່ານ​ອາດ​ຊ່ອຍ​ກູ້ຖ້າ​ຫາກ​ທ່ານ​ເຮັດ​ໜ້າ​ທີ່​ຂອງ​ທ່ານ.”14 ຍັງ​ມີ​ຕີນ​ທີ່​ຈະພາຍ່າງ​, ຍັງ​ມີ​ມື​ທີ່​ຈະ​ຈັບບາຍ, ຍັງ​ມີ​ຈິດ​ໃຈ​ທີ່​ຈະ​ຊຸກຍູ້, ຍັງ​ມີ​ຫົວ​ໃຈ​ທີ່​ຈະ​​ເຊີດ​ຊູ, ​ແລະ ຍັງ​ມີ​ຈິດ​ວິນ​ຍານ​ທີ່​ຈະ​ຊ່ອຍ​ກູ້. ພອນ​ແຫ່ງ​ນິລັນດອນ​ລໍຖ້າ​ທ່ານ​ຢູ່. ພອນ​ຂອງ​ທ່ານ​ຄື​ສິດທິ​ພິ​ເສດ​ ບໍ່​ແມ່ນ​ໃຫ້​ເປັນຜູ້​ຊົມ ​ແຕ່​ໃຫ້​ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ຢູ່​ເທິງ​​ເວທີ​ແຫ່ງ​ການ​ຮັບ​ໃຊ້​ຂອງ​ຖານະ​ປະ​ໂລຫິດ. ຂໍ​ໃຫ້​ເຮົາ​ຈົ່ງ​ເຊື່ອ​ຟັງ​ຄຳ​ເຕືອນ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະທຳ​ຢາ​ໂກ​ໂບ ມີ​ຄຳ​ວ່າ: “ຢ່າ​ຫລອກ​ລວງ​ຕົນ​ເອງ​ໂດຍ​ພຽງ​ແຕ່​ຟັງ​ພຣະທຳ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ, ​ແຕ່​ຈົ່ງ​ປະຕິບັດ​ຕາມ​ພຣະທຳນັ້ນຢ່າງ​ແທ້​ຈິງ.”15

ຂໍ​ໃຫ້​ເຮົາ​ຈົ່ງ​ຮຽນ ​ແລະ ​ໄຕ່ຕອງ​ກ່ຽວ​ກັບ​ໜ້າ​ທີ່​ຂອງ​ເຮົາ. ຂໍ​ໃຫ້​ເຮົາ​ຈົ່ງ​ເຕັມ​ໃຈ​ ​ແລະ ມີຄ່າ​ຄວນ​ທີ່​ຈະ​ຮັບ​ໃຊ້. ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ເຮົາ, ຂໍ​ໃຫ້​ເຮົາ​ຈົ່ງ​​​ເດີນ​ຕາມ​ພຣະບາດ​ຂອງ​ພຣະອາຈານ. ​ເມື່ອ​ທ່ານ ​ແລະ ຂ້າພະ​ເຈົ້າ​ເດີນ​ໄປ​ຕາມ​ທາງ​ຂອງ​ພຣະ​ເຢຊູ, ​ເຮົາ​ຈະ​ເຫັນ​ວ່າ ພຣະອົງ​​​ເກີນ​ກວ່າ​​ເດັກ​ທາລົກ​ໃນ​ເມືອງ​ເບ​ດ​ເລ​ເຮັມ​, ​ເກີນ​ກວ່າ​ລູກ​ຊາຍ​ຂອງ​ຊ່າງ​ໄມ້, ​ເກີນ​ກວ່າ​ຄູ​ສອນ​ທີ່​​ເກັ່ງ​ກ້າ​ທີ່​ສຸດ​ທີ່​ເຄີຍ​ມີ​ຊີວິດ​ຢູ່. ​ເຮົາ​ຈະ​ຮູ້ຈັກ​ພຣະອົງ​ວ່າ​ເປັນ​ພຣະບຸດ​ຂອງ​ພຣະ​ເຈົ້າ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ ​ແລະ ພຣະຜູ້​ໄຖ່​ຂອງ​ເຮົາ. ​ເມື່ອ​ໜ້າ​ທີ່​ມາ​ເຖິງ, ​ພຣະອົງ​ໄດ້​ກ່າວ​ວ່າ ພຣະບິດາ​ເອີຍ, ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ, ​ແລະ ​ໃຫ້​ລັດສະໝີ​ພາບ​ເປັນ​ຂອງ​ພຣະອົງ​ຕະຫລອດ​ການ.”16 ຂໍ​ໃຫ້​ເຮົາ​ແຕ່ລະຄົນ​ຈົ່ງ​ເຮັດ​ເຊັ່ນນັ້ນ, ຂ້າພະ​ເຈົ້າ ອະທິຖານ​ໃນ​ພຣະນາມ​ອັນ​ສັກສິດ​ຂອງ​ພຣະອົງ, ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະຜູ້​ເປັນ​ເຈົ້າ, ອາແມນ.

ແຫ​ລ່ງອ້າງ​ອີງ

  1. Teachings of Presidents of the Church: Joseph Smith (2007), 104.

  2. Teachings of Presidents of the Church: Wilford Woodruff (2004), 38.

  3. Joseph F. Smith, Gospel Doctrine, 5th ed. (1939), 139–40; emphasis added.

  4. Teachings of Presidents of the Church: John Taylor (2001), 119.

  5. ​ເບິ່ງ Doctrine and Covenants 107:99; ​ເນັ້ນຄຳ​ເນີ້ງ.

  6. 1 ນີ​ໄຟ 3:7; ​ເບິ່ງ​ຂໍ້​ທີ verses 1–5 ນຳ​ອີກ.

  7. ​ເບິ່ງ 1 ນີ​ໄຟ 3:5.

  8. Rabindranath Tagore, in William Jay Jacobs, Mother Teresa: Helping the Poor (1991), 42.

  9. Robert Louis Stevenson, in Elbert Hubbard II, comp., The Note Book of Elbert Hubbard: Mottoes, Epigrams, Short Essays, Passages, Orphic Sayings and Preachments (1927), 55.

  10. Stand Ye in Holy Places: Selected Sermons and Writings of President Harold B. Lee (1976), 255.

  11. In Ernest Eberhard Jr., “Giving Our Young Men the Proper Priesthood Perspective,” typescript, July 19, 1971, 4–5, Church History Library.

  12. George Albert Smith, in Conference Report, Apr. 1942, 14.

  13. Henry Wadsworth Longfellow, “The Legend Beautiful,” in The Complete Poetical Works of Longfellow (1893), 258.

  14. Teachings: John Taylor, 164.

  15. ຢາ​ໂກ​ໂບ 1:22.

  16. ​ເບິ່ງ Moses 4:2.