​2010–2019
ມາ​ຮູ້ຈັກ​​ເຮົາ​ເອງ: ສິນ​ລະ​ລຶກ, ພຣະວິຫານ, ​ແລະ ການ​ເສຍ​ສະລະ​ໂດຍການ​ຮັບ​ໃຊ້
ເມສາ 2012


ມາ​ຮູ້ຈັກ​​ເຮົາ​ເອງ: ສິນ​ລະ​ລຶກ, ພຣະວິຫານ, ​ແລະ ການ​ເສຍ​ສະລະ​ໂດຍການ​ຮັບ​ໃຊ້

ເຮົາ​ກາຍ​ເປັນ​ຄົນ​ເຫລື້ອມ​ໃສ ​ແລະ ກຸ້ມ​ຕົນ​ເອງ​ທາງ​ວິນ​ຍານ ​ເມື່ອ​ເຮົາ​ດຳລົງ​ຊີວິດ​ຕາມ​ພັນທະ​ສັນຍາ​ຂອງ​ເຮົາ​.

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ບອກ​ສານຸສິດ​ຂອງ​ພຣະອົງ​ກ່ຽວ​ກັບລູກ​ຊາຍ​ຜູ້​ໄດ້​ໜີ​ຈາກ​ພໍ່​ທີ່​ຮັ່ງມີ​ຂອງ​ລາວ, ​ໄດ້​ເດີນທາງ​ໄປ​ຕ່າງ​ປະ​ເທດ, ​ແລະ ຈັບ​ຈ່າຍ​ມູນ​ມໍ​ລະ​ດົກ​ຂອງ​ລາວ​ຈົນ​ໝົດ. ​ເມື່ອ​ມີຄວາມ​ອຶດ​ຢາກ​, ຊາຍ​ໜຸ່ມ​ຄົນ​ນັ້ນ​ໄດ້​​​ເຮັດວຽກເປັນ​ຄົນ​ເກືອໝູ. ລາວ​ຫິວ​ຫລາຍ​ຈົນ​ຢາກກິນ​ອາຫານຂອງ​ໝູ.

ໄກ​ຈາກ​ບ້ານ, ​ໄກ​ຈາກ​ບ່ອນ​ທີ່​ລາວ​ຢາກຢູ່, ​ແລະ ​ໃນ​ຄວາມຕົກທຸກ​ໄດ້​ຍາກ​ທີ່​ສຸດ, ບາງ​ສິ່ງ​ທີ່​ສຳຄັນ​ທາງ​ນິລັນດອນ​ໄດ້​ເກີດ​ຂຶ້ນ​ໃນ​ຊີວິດ​ຂອງ​ຊາຍ​ໜຸ່ມ​ຄົນ​ນີ້. ​ໃນ​ພຣະຄຳ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, “ລາວ​ກໍ​ສຳນຶກ​ຕົວ​ໄດ້.”1 ລາວ​ຈື່​ໄດ້​ວ່າ​ ລາວ​ເປັນ​ໃຜ, ​ໄດ້​ຮັບ​ຮູ້​ສິ່ງທີ່​ລາວ​ຄິດ​ຮອດ, ​ແລະ ​ເລີ່​ມຕົ້ນ​ຢາກ​ໄດ້​ຮັບ​ພອນທີ່​ມອບ​ໃຫ້​ລ້າໆ​ຢູ່​ໃນ​​ບ້ານຂອງ​ພໍ່​ລາວ.

ຕະຫລອດ​ຊີວິດ​ຂອງ​ເຮົາ, ບໍ່​ວ່າ​ຈະ​ເປັນ​ຕອນ​ມືດ​ມົນ, ມີ​ການທ້າ​ທາຍ, ​ໂສກ​ເສົ້າ, ຫລື ຕອນ​ເຮັດບາບ, ​ເຮົາອາດ​ຮູ້ສຶກ​​ເຖິງພຣະວິນ​ຍານ​ບໍລິສຸດ​ເຕືອນ​ເຮົາ​ວ່າ ​ເຮົາ​ເປັນ​ບຸດ ​ແລະ ທິດາ​​ແທ້​ໆຂອງ​ພຣະບິດາ​ເທິງ​ສະຫວັນຜູ້​ເປັນ​ຫ່ວງ​ເປັນ​ໄຍ, ຜູ້​ຮັກ​ເຮົາ, ​ແລະ ​ເຮົາ​ອາດປາຖະໜາ​ຢາກ​ໄດ້​ພອນ​ທີ່​ພຽງ​ແຕ່​ພຣະອົງສາ​ມາດ​ມອບ​ໃຫ້. ​ໃນ​ເວລາ​ເຫລົ່າ​ນັ້ນ ​ເຮົາ​ຄວນ​ພະຍາຍາມ ມາຮູ້ຈັກເຮົາ​ເອງ ແລະ ກັບ​ມາສູ່​ຄວາມ​ສະຫວ່າງ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ.

ພອນ​ເຫລົ່າ​ນີ້​ເປັນຂອງ​ລູກໆ​ທັງ​ປວງຂອງ​ພຣະບິດາ​ເທິງສະຫວັນ. ຄວາມ​ປາຖະໜາ​ພອນ​ເຫລົ່າ​ນັ້ນ, ຮ່ວມ​ທັງ​ຊີວິດ​ທີ່​ມີ​ຄວາມ​ຊື່ນ​ຊົມ ​ແລະ ຄວາມສຸກ, ​ເປັນ​ພາກສ່ວນ​ທີ່​ສຳຄັນ​​ໃນ​ແຜນ​ຂອງ​ພຣະບິດາ​ເທິງ​ສະຫວັນ​ສຳລັບ​ເຮົາ​ແຕ່ລະຄົນ. ສາດສະດາ​ແອວ​ມາ​ໄດ້​ສອນ​ວ່າ, “​ເຖິງ​ແມ່ນ​ຫາກ​ທ່ານ​ຈະ​ເຮັດ​ບໍ່​ໄດ້​ຫລາຍ​ໄປ​ກວ່າ​ປາຖະໜາ​ທີ່​ຈະ​ເຊື່ອກໍ​ຂໍ​ໃຫ້​ຄວາມ​ປາຖະໜາ​ນີ້​ເກີດ​ຜົນ​ໃນ​ທ່ານ.”2

ເມື່ອຄວາມ​ປາຖະໜາ​ທາງ​ວິນ​ຍາ​ນຂອງ​ເຮົາ​​ເພີ່ມ​ຂຶ້ນ, ​ເຮົາ​ຈະ​ກາຍ​ເປັນ​ຜູ້​ກຸ້ມ​ຕົນ​ເອງ​ທາງ​ວິນ​ຍານຫລາຍ​ຂຶ້ນ. ​ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຊ່ອຍຄົນ​ອື່ນ, ​ຕົນ​ເອງ, ​ແລະ ຄອບຄົວ​ໃຫ້​ມີ​ຄວາມ​ປາຖະໜາ​ທີ່​ຈະ​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ​ໄດ້? ​ເຮົາ​ຈະ​ເພີ່ມ​ພະລັງ​ໃຫ້​ແກ່​ຄວາມ​ປາຖະໜາ​ຂອງ​ເຮົາ​​ເພື່ອ​ກັບ​ໃຈ, ກາຍ​ເປັນ​ຄົນ​ມີຄ່າ​ຄວນ, ​ແລະ ອົດທົນ​ຈົນ​ເຖິງ​ທີ່​ສຸດ​ໄດ້​ແນວ​ໃດ? ​ເຮົາ​ຈະ​ຊ່ອຍ​ເຫລືອ​ຄົນ​ໜຸ່ມ ​ແລະ ຄົນ​ໂສດ ​​ເຮັດ​ໃຫ້​ຄວາມ​ປາຖະໜາ​ນີ້​ເກີດ​ຢູ່​ໃນ​ພວກ​ເຂົາ ຈົນ​ກວ່າ​ພວກ​ເຂົາ​ໄດ້​ເຫລື້ອມ​ໃສ ​ແລະ ​ກາຍ​ເປັນ “​ໄພ່​ພົນ​ທີ່​ແທ້​ຈິງ​ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະຄຣິດ”?3

​ເຮົາ​ກາຍ​ເປັນ​ຄົນ​ເຫລື້ອມ​ໃສ ​ແລະ ກຸ້ມ​ຕົນ​ເອງ​ທາງ​ວິນ​ຍານ ​ເມື່ອ​ເຮົາ​ດຳລົງ​ຊີວິດ​ຕາມ​ພັນທະ​ສັນຍາ​ຂອງ​ເຮົາ​ດ້ວຍ​ການ​ອະທິຖານ—ຜ່ານ​ການ​ຮັບ​ສິນ​ລະ​ລຶກຢ່າງ​ມີຄ່າຄວນ, ການ​ມີຄ່າ​ຄວນ​ສຳລັບ​ໃບຮັບ​ຮອງ​ເຂົ້າ​ພຣະວິຫານ, ​ແລະ ການ​ເສຍ​ສະລະ​ເພື່ອ​ຮັບ​ໃຊ້​ຄົນ​ອື່ນ.

ໃນ​ການ​​ຮັບ​ສິນ​ລະ​ລຶກຢ່າງ​ມີຄ່າ​ຄວນ, ​ເຮົາ​ຈື່​ວ່າ​ເຮົາ ​ເຮົາ​ໄດ້​ຕໍ່​ພັນທະ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໃນ​ຕອນ​ຮັບ​ບັບຕິ​ສະມາ. ​ເພາະ​ໃນ​ການ​ເຮັດ​ໃຫ້​ສິນ​ລະ​ລຶກ​ເປັນ​ປະສົບ​ການ​ຊຳລະ​ລ້າງ​ແຕ່​ລະອາ​ທິດ​ໄດ້​ນັ້ນ, ​ເຮົາ​ຕ້ອງ​ຕຽມ​ຕົນ​ເອງ ກ່ອນ ໄປປະຊຸມ​ສິນລະ​ລຶກ. ​ເຮົາ​ເຮັດ​ສິ່ງ​ນີ້​ໂດຍ​ການ​ປະວຽກ​ງານປະຈຳ​ວັນ ​ແລະ ການ​ພັກຜ່ອນ​ຢ່ອນ​ອາລົມ ​ແລະ ປະ​ຄວາມ​ຄິດ ຫລື ຄວາມ​ເປັນ​ຫ່ວງ​​​ເປັນ​ໄຍ​ທາງ​ໂລກ. ​ເມື່ອ​ເຮົາ​ເຮັດ, ​ເຮົາ​ຈະ​ຈັດ​ຫ້ອງ​ຢູ່​ໃນຈິດ​ໃຈ​ຂອງ​ເຮົາ​ໄວ້​ສຳລັບ​ພຣະວິນ​ຍານ​ບໍລິສຸດ.

​ແລ້ວ​ເຮົາ​ຈະ​ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ໄຕ່ຕອງ​ກ່ຽວ​ກັບ​ການ​ຊົດ​ໃຊ້. ມັນ​ບໍ່​ໄດ້​ເປັນ​ການ​ພຽງ​ແຕ່​ຄິດ​ກ່ຽວ​ກັບ​ຄວາມທຸກ​ທໍລະມານ ​ແລະ ການ​ສິ້ນ​ພຣະຊົນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ເທົ່າ​ນັ້ນ, ​ແຕ່​ການ​ໄຕ່ຕອງ​ຂອງ​ເຮົາ​ຈະ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ຮັບ​ຮູ້​ວ່າ ຜ່ານ​ການ​ເສຍ​ສະລະ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ເຮົາ​ມີ​ຄວາມ​ຫວັງ, ​ໂອກາດ, ​ແລະ ພະລັງ​ທີ່​ຈະ​ປ່ຽນ​ຊີວິດ​ຂອງ​ເຮົາ​ດ້ວຍ​ຄວາມ​ຈິງ​ໃຈ​ແທ້ໆ.

​ເມື່ອ​ເຮົາ​ຮ້ອງ​ເພງ​ສິນ​ລະ​ລຶກ, ມີ​ສ່ວນ​ຮ່ວມ​ໃນ​ຄຳ​ອະທິຖານ​ສຳລັບ​ສິນ​ລະ​ລຶກ, ​ແລະ ຮັບ​ສິນ​ລະ​ລຶກຮັບ​ເອົາ​ພຣະກາຍ ​ແລະ ​ໂລຫິດ​ຂອງ​ພຣະອົງ, ​ເຮົາ​ໄດ້​ສະ​ແຫວ​ງຂໍ​ການ​ໃຫ້​ອະ​ໄພ​ສຳລັບ​ບາບ ​ແລະ ຄວາມ​ຂາດ​ຕົກ​ບົກພ່ອງ​ຂອງ​ເຮົາ. ​ເຮົາ​ຄິດ​ກ່ຽວ​ກັບຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ ​ແລະ ຮັກສາ​ລະຫວ່າງ​ອາທິດທີ່​ຜ່ານ​ມາ ​ແລະ ​​ໄດ້​ເຮັດ​ຂໍ້​ຜູກ​ມັດ​ທີ່​ຈະ​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໃນ​ລະຫວ່າງ​ອາທິດ​ທີ່​ຈະ​ມາ​ເຖິງ.

​ພໍ່​ແມ່ ​ແລະ ຜູ້ນຳທັງຫລາຍ, ທ່ານ​ສາມາດ​ຊ່ອຍ​ເຫລືອ​ຄົນໜຸ່ມ​ໃຫ້​ມີ​ປະສົບ​ການ​ກັບ​ພອນ​ທີ່​ປຽບທຽບ​ບໍ່​ໄດ້​ຂອງ​ສິນ​ລະ​ລຶກ ​ໂດຍ​ການຈັດ​ຫາ​ໂອກາດ​ພິ​ເສດ​ໃຫ້​ພວກ​ເຂົາ​ເພື່ອ​ສຶກສາ, ສົນທະນາ, ​ແລະ ພົບ​ເຫັນ​ຄວາມ​ຄາລະວະຂອງ​ການ​ຊົດ​ໃຊ້​ໃນ​ຊີວິດ​ຂອງ​ພວກ​ເຂົາ. ຈົ່ງ​ປ່ອຍ​ໃຫ້​ພວກ​ເຂົາ​ຄົ້ນ​ຄວ້າ​ພຣະຄຳ​ພີ​ດ້ວຍ​ຕົນ​ເອງ ​ແລະ ສອນ​ກັນ​ແລະ​ກັນ​ຈາກ​ປະສົບ​ການ​ຂອງ​ພວກ​ເຂົາ​ເອງ.

ພໍ່, ຜູ້ນຳ​ຖານະ​ປະ​ໂລຫິດ, ​ແລະ ຝ່າຍ​ປະທານ​ກຸ່ມ​ໂຄ​ຣຳມີໜ້າ​ທີ່​ຮັບຜິດຊອບ​ພິ​ເສດ​ທີ່​ຈະ​ຊ່ອຍ​ເຫລືອ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ​​ ​ເພື່ອ​ຕຽມ​ປະຕິ​ບັດ​ໜ້າ​ທີ່​ສິນ​ລະ​ລຶກທີ່​ສັກສິດຂອງ​ພວກ​ເຂົາ. ການ​ຕຽມ​ນີ້​ຕ້ອງ​ໄດ້​ເຮັດ​ຕະຫລອດ​ທັງ​ອາທິດ​ໂດຍ​ການ​ດຳລົງ​ຊີວິດ​ຕາມ​ມາດຕະຖານ​ຂອງ​ພຣະກິດ​ຕິ​ຄຸນ. ​ເມື່ອ​ຊາຍ​ໜຸ່ມ​ຕຽມ​ພ້ອມ, ​ໃຫ້​ພອນ,​ ​ແລະ ຢາຍ​ສິນ​ລະ​ລຶກ​ໃນ​ການ​ມີຄ່າ​ຄວນ ​ແລະ ຄາລະວະ, ​ເຂົາ​ເຈົ້າ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ແທ້ໆ​​ດັ່ງ​ໃນອາຫານ​ແລງ​ຄາບ​ສຸດ​ທ້າຍ4 ​ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງ.

ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ​ສິນ​ລະ​ລຶກ​ໄດ້​ໃຫ້​ໂອກາດ​ເຮົາ​ເພື່ອ ມາຮູ້ຈັກ​ເຮົາ​ເອງ ແລະ ປະ​ສົບ​ກັບ “ການ​ປ່ຽນ​ແປງອັນ​ຍິ່ງ​ໃຫຍ່” ​ເກີດ​ຂຶ້ນ​ໃນ​ໃຈ5—ເພື່ອ​ຈື່​ຈຳ​ວ່າ​ເຮົາ​ເປັນ​ໃຜ ​ແລະ ​ເຮົາ​ປາຖະໜາສິ່ງ​ໃດ​ຫລາຍ​ທີ່​ສຸດ. ​ເມື່ອ​ເຮົາ​ຕໍ່​ພັນທະ​ສັນຍາ​ທີ່​ຈະ​ຮັກສາ​ພຣະບັນຍັດ, ​ເຮົາ​ຈະ​ມີ​ເພື່ອ​ຂອງ​ພຣະວິນ​ຍານ​ບໍລິສຸດ​ເພື່ອ​ນຳພາ​ເຮົາ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະບິດາ​ເທິງ​ສະຫວັນ. ບໍ່​​ແປກ​ແນວ​ໃດ​ທີ່​ເຮົາ​ຖືກ​ບັນຊາ​ໃຫ້ “ປ​ະຊຸມ​ກັນ​ເລື້ອຍໆ​ເພື່ອ​ຮັບ​ສ່ວນ​ເຂົ້າ​ຈີ່ ​ແລະ ນ້ຳ​”6 ແລະ ​ເພື່ອ​ຮັບ​ສິນ​ລະ​ລຶກ​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ.7

ຄວາມ​ປາຖະໜາ​ຂອງ​ເຮົາ​ທີ່​ຈະ​ກັບ​ຄືນ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ​ຈະ​ເພີ່ມ​ຂຶ້ນ, ນອກ​ເໜືອ​ໄປ​ຈາກ​ສິນ​ລະ​ລຶກ​ແລ້ວ, ​ເມື່ອ​ເຮົາ​ມີຄ່າ​ຄວນສຳລັບໃບຮັບ​ຮອງ​ເຂົ້າ​ພຣະວິຫານ. ​ເຮົາ​ມີຄ່າ​ຄວນ​ໂດຍ​ການ​ເຊື່ອ​ຟັງ ​ແລະ ຍຶດໝັ້ນ​ຕໍ່​ພຣະບັນຍັດ​ສະ​ເໝີ. ການ​ເຊື່ອ​ຟັງ​ນີ້ ​ແມ່ນ​ເລີ່​ມຕົ້ນ​ຕອນ​ຍັງ​ນ້ອຍ ​ແລະ ​ເພີ່ມ​ທະວີ​ຂຶ້ນ​ຜ່ານ​ປະສົບ​ການ​ໃນ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ແລະ ​ໃນ​ອົງການ​ຍິງ​ໜຸ່ມລະຫວ່າງ​ປີ​ທີ່​ຕຽມ​ພ້ອມ. ​ແລ້ວ, ຫວັງ​ວ່າປະ​ໂລຫິດ ​ແລະ ກຸ​ນລະສະ​ຕີຈະ​ຕັ້ງ​ເປົ້າ​ໝາຍ ​ແລະ ຕຽມ​ຕົນ​ເອງ​ໂດຍ​ສະ​ເພາະ​ສຳລັບ​ການ​ຮັບ​ເອົາ​ຂອງ​ປະທານສັກສິດ ​ແລະ ຜະ​ນຶກ​ຢູ່​ໃນ​ພຣະວິຫານ.

​ແມ່ນ​ຫຍັງ​ຄື​ມາດຕະຖານ​ຂອງ​ຜູ້​ຖື​ໃບຮັບ​ຮອງ​? ພຣະທຳ​ເພງ​ສັນລະ​ເສີນ​ໄດ້​ເຕືອນ​ເຮົາ​ວ່າ:

“​ໃຜ​ມີ​ສິດ​ຂຶ້ນ​ໄປ​ເທິງ​ທີ່​ເນີນ​ພູ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ແດ່? ​ໃຜ​ອາດ​ເຂົ້າ​ໄປ​ໃນ​ພຣະວິຫານ​ອັນ​ບໍລິສຸດ?

“ພວກ​ທີ່​ບໍລິສຸດ​ໃນ​ຄວາມ​ຄິດ ​ແລະ ການ​ກະທຳ.”8

ການ​ມີຄ່າ​ຄວນ​ຖື​ໃບຮັບ​ຮອງ​ເຂົ້າ​ພຣະວິຫານ​​ໄດ້​ເພີ່ມ​ພະລັງ​ໃຫ້​ແກ່​ເຮົາ​ເພື່ອ​ຮັກສາ​ພັນ​ທະ​ສັນຍາ​ຂອງ​ພຣະວິຫານ. ເຮົາ​ຈະ​ໄດ້​ຮັບ​ພະລັງ​ນັ້ນ​ໄດ້​ແນວ​ໃດ? ​ເຮົາ​ໄດ້​ຮັບ​ປະຈັກ​ພະຍານ​ເຖິງ​ພຣະບິດາ​ເທິງ​ສະຫວັນ, ພຣະ​ເຢຊູ, ພຣະວິນ​ຍານ​ບໍລິສຸດ, ຄວາມ​ຈິງ​ແທ້​ຂອງ​ການ​ຊົດ​ໃຊ້,​ ແລະ ຄວາມ​ຈິງ​ແທ້​ຂອງສາດສະດາ​ ໂຢ​ເຊັບ ສະ​ມິດ ​ແລະ ການ​ຟື້ນ​ຟູ. ​ເຮົາ​ສະໜັບສະໜູນ​ຜູ້ນຳ​ຂອງ​ເຮົາ, ​​ເຮັດ​ກັບ​ຄອບຄົວ​ຂອງ​ເຮົາດ້ວຍ​ຄວາມ​ອ່ອນ​ໂຍນ, ຢືນ​ເປັນ​ພະຍານ​​ເຖິງສາດສະໜາ​ຈັກທີ່​ແທ້​ຈິງ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ໄປ​ຮ່ວມ​ປະຊຸມໂບດ, ​ໃຫ້​ກຽດ​ແກ່​ພັນທະ​ສັນຍາ​ຂອງ​ເຮົາ, ບັນລຸ​ໜ້າ​ທີ່​ຂອງ​ການ​ເປັນ​ພໍ່​ແມ່, ​ແລະ ດຳລົງ​ຊີວິດ​ດ້ວຍ​ຄຸນງາມຄວາມດີ. ທ່ານ​ອາດ​​ເວົ້າ​ວ່າ ຟັງ​ແລ້ວ​ຄື​ການ​ເປັນ​​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່ສັດ​ນໍ! ​ແມ່ນ​ແລ້ວ. ມາດຕະຖານ​ຂອງ​ຜູ້​ຖື​​ໃບຮັບ​ຮອງ​ເຂົ້າ​ພຣະວິຫານ​ບໍ່​ໄດ້​ສູງ​ເກີນ​ໄປ​ສຳລັບ​ເຮົາ​ທີ່​ຈະ​ບັນລຸ​ໄດ້. ພຽງ​ແຕ່​ເປັນ​ການ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ​ແລະ ​ເຮັດ​ຕາມ​ສາດສະດາ​ຢ່າງ​ຊື່ສັດ​ເທົ່າ​ນັ້ນ.

ແລ້ວ, ​ໃນ​ຖານະ​ທີ່​ເປັນ​ຜູ້​ຖື​ໃບຮັບ​ຮອງ​ເຂົ້າ​ພຣະວິຫານ​ທີ່​ໄດ້​ຮັບ​ຂອງ​ປະທານ​ສັກສິດ​ແລ້ວ, ​ເຮົາ​ໄດ້​ຕັ້ງ​ແບບ​ແຜນ​ຂອງ​ການ​ດຳລົງ​ຊີວິດ​​​ເໝືອນ​ດັ່ງ​ພຣະຄຣິດ. ສິ່ງ​ດັ່ງກ່າວ​ຮ່ວມ​ດ້ວຍ​ການ​ເຊື່ອ​ຟັງ, ການ​​ເສຍ​ສະລະ​ເພື່ອ​ຮັກສາ​ພຣະບັນຍັດ, ການ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ການ​ມີຄວາມ​ຄິດ ​ແລະ ການ​ກະທຳ​ທີ່​ບໍລິສຸດ, ​ແລະ ມອບ​ຕົນ​ເອງ​ເພື່ອ​ສ້າງສາ​ອານາຈັກ​ຂອງ​ພຣະ​ເຈົ້າ. ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ​ໂດຍ​ການ​ເຮັດ​ຕາມ​ແບບ​ແຜນຂັ້ນພື້ນ​ຖານ​ນີ້​ຢ່າງ​ຊື່ສັດ, ​“ແລ້ວ​ເຮົາ​ຈະ​ໄດ້​ຮັບອຳນາດຈາກ​ເບື້ອງບົນ”9 ເພື່ອ​ປະ​ເຊີນ​ການ​ທ້າ​ທາຍ​ຂອງ​ຊີວິດ. ​ເຮົາ​ຕ້ອງການ​ອຳນາດ​ແຫ່ງ​ສະຫວັນ​ໃນ​ທຸກ​ມື້​ນີ້ຫລາຍ​ກວ່າ​ທີ່​ຜ່ານ​ມາ. ມັນ​ເປັນ​ອຳນາດ​ທີ່​ເຮົາ​ໄດ້​ຮັບ​ພຽງ​ແຕ່​ຜ່ານ​ພິທີການ​ຂອງ​ພຣະວິຫານ​ເທົ່າ​ນັ້ນ. ຂ້າພະ​ເຈົ້າ​ເປັນ​ພະຍານ​ວ່າ ການ​ເສຍ​ສະລະ​ທີ່​ເຮົາ​ໄດ້​ເຮັດ​ເພື່ອ​ຈະ​ໄດ້​ຮັບ​ພິທີການ​ຂອງ​ພຣະວິຫານ​ແມ່ນ​ກຸ້ມ​ຄ່າ​ກັບ​ຄວາມ​ພະຍາຍາມ​ທັງ​ໝົດ​ທີ່​ເຮົາ​ໄດ້​ເຮັດ​.

ເມື່ອ​ຄວາມປາຖະໜາ​ຂອງ​ເຮົາທີ່​ຈະ​ຮຽນ ​ແລະ ດຳລົງຕາມ​ພຣະກິດ​ຕິ​ຄຸນ​ເພີ່ມ​ຂຶ້ນ, ​ຕາມ​ທຳ​ມະ​ຊາດແລ້ວ, ​ເຮົາ​ຈະ​ສະ​ແຫວ​ງທີ່​ຈະ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ​. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ແກ່​ເປ​ໂຕ​ວ່າ, “​ເມື່ອ​ເຈົ້າ​ກັບ​ຄືນ​ມາ​ຫາ​ເຮົາ​ແລ້ວ ​ເຈົ້າ​ຕ້ອງ​ຊູ​ແຮງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໄວ້.”10 ຂ້າພະ​ເຈົ້າ​ປາບ​ປື້​ມຄົນ​ໜຸ່ມ​ໃນ​ທຸກ​ວັນ​ນີ້​ມີ​ຄວາມ​ປາຖະໜາ​ຫລາຍ​ທີ່​ສຸດ​ທີ່​ຈະ​ຮັບ​ໃຊ້ ​ແລະ ​ເປັນ​ພອນ​ໃຫ້​​ແກ່​ຄົນ​ອື່ນ—​ເພື່ອ​ສ້າງ​ຄວາມ​ແຕກ​ຕ່າງ​ຢູ່​ໃນ​ໂລກ​ນີ້. ພວກ​ເຂົາ​ກໍ​ມີ​ຄວາມ​ປາຖະໜາ​ຢາກ​ໄດ້​ຮັບ​ຄວາມສຸກ​ທີ່​ການ​ຮັບ​ໃຊ້​ຂອງ​ພວກ​ເຂົາ​ນຳ​ມາ​ໃຫ້​ນຳ​ອີກ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ເປັນ​ສິ່ງ​ຫຍຸ້ງຍາກ​ສຳລັບ​ຄົນ​ໜຸ່ມ​ທີ່​ຈະ​ເຂົ້າ​ໃຈ​​ກ່ຽວ​ກັບ​ການ​ກະທຳ​ໃນ​ປະຈຸ​ບັນ​ຈະ​ຕຽມ​ພວກ​ເຂົາ​ ຫລື ປະຕິ​ເສດ​ຈາກ​​ໂອກາດ​ທີ່​ຈະ​ໄດ້​ຮັບ​ໃຊ້. ​ເຮົາ​ທຸກ​ຄົນ​ມີໜ້າ​ທີ່​ອັນ​ຈຳ​ເປັນ11 ທີ່​ຈະ​ຊ່ອຍ​ເຫລືອ​ຄົນ​ໜຸ່ມ​ຂອງ​ເຮົາ​ໃນ​ການ​ຕຽມ​ຕົວ​ສຳລັບ​ການ​ຮັບ​ໃຊ້​ຕະຫລອດ​ຊີວິດ​ໂດຍ​ການ​ຕຽມ​ພວກ​ເຂົາ​ໃຫ້​ກາຍ​ເປັນ​ຄົນ​ກຸ້ມ​ຕົນ​ເອງ. ນອກ​ເໜືອ​ໄປ​ຈາກ​ການ​ກຸ້ມ​ຕົນ​ເອງ​ທາງ​ວິນ​ຍານ​ແລ້ວທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ມາ​ນັ້ນ, ກໍ​ຍັງ​ມີການ​ກຸ້ມ​ຕົນ​ເອງ​ທາງ​ໂລກ​ນຳ​ອີກ, ຊຶ່ງ​ຮ່ວມ​ທັງ​ການ​ສຶກສາ​ຕໍ່ ຫລື ຮັບ​ການ​ຝຶກ​ຝົນ​ວິຊາ​ຊີບຕື່ມ​ອີກ, ຮຽນ​​ເຮັດ​ວຽກ​ງານ, ​ແລະ ດຳລົງ​ຊີວິດ​ຕາມ​ທີ່ມີ. ​ໂດຍ​ການ​ຫລີກ​ເວັ້ນຈາກ​ໜີ້​ສິນ ​ແລະ ການ​​ເກັບ​ທ້ອນ​ເງິນ​ໃນ​ຕອນ​ນີ້, ​ເຮົາ​ໄດ້​ຕຽມ​ຕົວ​ສຳລັບການ​ຮັບ​ໃຊ້​ສາດສະໜາ​ຈັກເຕັມ​ເວລາ​​ໃນ​ພາຍ​ໜ້າ. ຈຸ​ດປະສົງ​ຂອງ​ການ​ເປັນ​ຄົນ​ກຸ້ມ​ຕົນ​ເອງ​ທາງ​ວິນ​ຍານ ​ແລະ ທາງ​ໂລກ​ເປັນສິ່ງຊ່ອຍ​ເຮົາ​ໃຫ້​ຂຶ້ນ​ຫາ​ບ່ອນ​ສູງ​ກວ່າ ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ດຶງ​ຄົນ​ອື່ນ​ຂຶ້ນໃນ​ຍາມ​ຈຳ​​ເປັນ.

ບໍ່​ວ່າ​​ເຮົາ​ຈະ​ເປັນ​ຄົນ​ໜຸ່ມ ຫລື ຄົນ​ເຖົ້າ, ສິ່ງ​ທີ່​ເຮົາ​ເຮັດ​ໃນ​ທຸກ​ວັນ​ນີ້ ຈະ​ກຳນົດ​ການ​ຮັບ​ໃຊ້​ທີ່​ເຮົາ​ຈະສາມາດ​ເຮັດ ​ແລະ ຊື່ນ​ຊົມ​ກັບ​ອະນາຄົດ. ດັ່ງ​ທີ່​ນັກ​ກະວີ​ໄດ້​ເຕືອນ​ເຮົາ​ວ່າ, “​ໃນ​ທຸກ​ຄຳທີ່​ກ່າວ ຫລື ທຸກ​ປາກກາ​ທີ່​ຂຽນ, ບໍ່​ມີ​ຄຳ​ໃດ​ທີ່​ໂສກ​ເສົ້າ​ໄປ​ກວ່າ​ຄຳ​ວ່າ: ‘ຖ້າ​ພຽງ​ແຕ່!’”12 ຂໍ​ໃຫ້​ເຮົາ​ຢ່າ​ດຳລົງ​ຊີວິດດ້ວຍ​ຄວາມ​ເສຍ​ໃຈ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ ຫລື ບໍ່​ໄດ້​ເຮັດ!

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັ​ກ​ແພງ, ຊາຍ​ໜຸ່ມ​ຜູ້​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ເຖິງ, ຊາຍ​ໜຸ່ມ​ທີ່​ເຮົາ​ກ່າວ​ເຖິງວ່າ​ເປັນ​ລູກ​ທີ່​​ເສຍ, ໄດ້ກັບ​ຄືນ​ບ້ານ. ພໍ່​ຂອງ​ລາວ​ບໍ່​ໄດ້​ລືມ​ລາວ; ພໍ່​ຂອງ​ລາວ​​ໄດ້​ລໍຖ້າ​ລາວ. ​ແລະ “​ໃນ​ຂະນະ​ທີ່ [ລູກ​ຊາຍ] ຍັງ​ຢູ່​ຫ່າງ​ໄກ, ພໍ່​ກໍ​ແນມ​ເຫັນ​ລູກ, ​ແລະ ສົງສານ ຈຶ່ງ​ແລ່ນ​ອອກ​ໄປ, ​ແລະ … ກອດ​ລູກ.”13 ໃນ​ການ​ກັບ​ມາ​ຂອງ​ລູກ, ລາວ​ໄດ້​ເອີ້ນ​ໃຫ້​ຄົນ​ເອົາ​​​ເຄື່ອງ​ມາ​ໃຫ້​ລາວ​ນຸ່ງ, ​ເອົາ​ແຫວນ​ສຸບ​ໃສ່​ດິ້ວ​ມື​ລາວ, ​ແລະ ຂ້າ​ງົວ​ສະ​ເຫລີ​ມສະຫລອງ14—ເຕືອນ​ໃຫ້​ຮູ້​ວ່າ ພອນ​ທັງຫລາຍ​ຈະ​ບໍ່​ຖືກ​ກີດ​ກັນ​ຖ້າ​ຫາກ​ເຮົາ​ອົດທົນ​ຢ່າງ​ຊື່ສັດ​ໃນ​​ເສັ້ນທາງ​ກັບ​ຄືນ​ໄປ​ຫາ​ພຣະບິດາ​ເທິງ​ສະຫວັນ.

ດ້ວຍ​ຄວາມ​ຮັກ​ຂອງ​ພຣະອົງ ​ແລະ ຄວາມຮັກຂອງ​ພຣະບຸດຂອງ​ພຣະອົງ​ໃນ​ຫົວ​ໃຈ​ຂອງ​ເຮົາ, ຂ້າພະ​ເຈົ້າ​ຂໍ​ທ້າ​ທາຍ​ເຮົາ​ແຕ່ລະຄົນ​ໃຫ້​​ເຮັດ​ຕາມ​ຄວາມ​ປາຖະໜາ​ທາງ​ວິນ​ຍານ​ຂອງ​ເຮົາ ​ແລະ ມາຮູ້ຈັກ​​ເຮົາ​ເອງ. ໃຫ້​ເວົ້າ​ກັບ​​ເຮົາ​ເອງ​ຢູ່​ໜ້າ​ແວ່ນ​ແຍງ ​ແລະ ຖາມ​ວ່າ, “​ເຮົາ​ເປັນ​ຈັ່ງ​ໃດ​ເລື່ອງການດຳລົງ​ຊີວິດ​ຕາມ​ພັນທະ​ສັນຍາ​ຂອງ​ເຮົາ?” ​ເຮົາ​ໄດ້​ຢູ່​ໃນ​ເສັ້ນທາງ​ທີ່​ຖືກຕ້ອງ​ເມື່ອ​ເຮົາ​ສາມາດ​ກ່າວ​ອອກ​ມາ​ວ່າ, “​ເຮົາ​ມີຄ່າ​ຄວນ​ທີ່​ຈະ​ຮັບ​ສິນ​ລະ​ລຶກ​ແຕ່​ລະອາ​ທິດ, ​ເຮົາ​ມີຄ່າ​ຄວນ​ທີ່​ຈະ​ມີ​ໃບຮັບ​ຮອງ​ ​ແລະ ​ໄປ​ພຣະວິຫານ, ​ແລະ ​ເຮົາ​ເສຍ​ສະລະ​ທີ່​ຈະ​ຮັບ​ໃຊ້ ​ແລະ ​ເປັນ​ພອນ​ໃຫ້​ແກ່​ຄົນ​ອື່ນ.”

ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ພິ​ເສດ​ວ່າ​ພຣະ​ເຈົ້າຮັກ​ເຮົາ​ຫລາຍ​ “ຈົນ​ວ່າ​ໄດ້​ປະ​ທານ​ພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດ ຂອງ​ພຣະອົງ”15 ​​ໃຫ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ. ພຣະອົງ​ຮູ້​ຈັກ​ເຮົາ ​ແລະ ລໍຖ້າ​ເຮົາ ​ເຖິງ​ແມ່ນ​ໃນ​ຕອນ​ທີ່ ​ເຮົາ​ຢູ່​ຫ່າງ​ໄກ​. ​ເມື່ອ​ເຮົາ​ເຮັດ​ຕາມ​ຄວາມປະສົງ​ຂອງ​ເຮົາ ​ແລະ ມາ​ຮູ້​ຕົວ​ເອງ, ​ແລ້ວ​ເຮົາ​ຈະ “ຖືກ​ໂອບ​ກອດ​ດ້ວຍ​ອ້ອມ​ແຂນ​ອັນ​ນິລັນດອນ​ຂອງ​ພຣະອົງ”16 ແລະ ຖືກຕ້ອນຮັບ​ຄືນ​ບ້ານ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ເຢຊູ​ຄຣິດ, ອາ​ແມນ.