ການສອນລູກໆຂອງເຮົາໃຫ້ເຂົ້າໃຈ
ການສອນລູກໆຂອງເຮົາໃຫ້ເຂົ້າໃຈມີຄວາມໝາຍຫລາຍກວ່າພຽງແຕ່ຈະແບ່ງປັນຂໍ້ມູນເທົ່ານັ້ນ. ນີ້ເປັນການຊ່ອຍເຫລືອລູກໆຂອງເຮົາໃຫ້ຮັບເອົາຄຳສອນເຂົ້າໄປຢູ່ໃນຈິດໃຈຂອງເຂົາ.
ເມື່ອເວລາຜ່ານໄປ, ລາຍລະອຽດຫລາຍຢ່າງໃນຊີວິດຂອງຂ້າພະເຈົ້າກໍນັບມື້ນັບບໍ່ແຈ່ມແຈ້ງຫລາຍຂຶ້ນ, ແຕ່ ຄວາມຊົງຈຳບາງຢ່າງທີ່ຍັງແຈ້ງຊັດດີກໍຄືການເກີດຂອງລູກໆຂອງພວກຂ້າພະເຈົ້າແຕ່ລະຄົນ. ສະຫວັນ ປະກົດຄືວ່າຢູ່ໃກ້ໆ, ແລະ ຖ້າຫາກຂ້າພະເຈົ້າພະຍາຍາມ, ຂ້າພະເຈົ້າເກືອບຈະຮູ້ສຶກເຖິງຄວາມຮູ້ແຫ່ງ ຄວາມຄາລະວະ ແລະ ຄວາມປະຫລາດໃຈອັນດຽວກັນນັ້ນທີ່ຂ້າພະເຈົ້າໄດ້ມີ ແຕ່ລະເທື່ອເມື່ອ ລູກນ້ອຍໆທີ່ລ້ຳຄ່າແຕ່ລະຄົນຖືກວາງໄວ້ຢູ່ໃນອ້ອມແຂນຂອງຂ້າພະເຈົ້າ.
ລູກໆຂອງເຮົາ “ຄືຂອງຂວັນທີ່ພຣະອົງໂຜດປະທານ” (ເພງສັນລະເສີນ 127:3). ພຣະອົງຮູ້ຈັກ ແລະ ຮັກ ພວກເຂົາແຕ່ລະຄົນດ້ວຍຄວາມຮັກທີ່ສົມບູນ (ເບິ່ງ ໂມໂຣໄນ 8:17). ຊ່າງເປັນໜ້າທີ່ຮັບຜິດຊອບ ທີ່ສັກສິດແທ້ໆ ທີ່ພຣະບິດາເທິງສະຫວັນຂອງເຮົາປະທານໃຫ້ເຮົາ ໃນຖານະຜູ້ເປັນພໍ່ແມ່ ເພື່ອເປັນ ຫຸ້ນສ່ວນກັບພຣະອົງໃນການຊ່ອຍເຫລືອວິນຍານທີ່ລ້ຳຄ່າຂອງພຣະອົງໃຫ້ກາຍເປັນຜູ້ຄົນທີ່ພຣະອົງຮູ້ວ່າ ພວກເຂົາສາມາດກາຍເປັນໄດ້.
ສິດພິເສດອັນສູງສົ່ງໃນການລ້ຽງດູລູກໆຂອງເຮົາເປັນໜ້າທີ່ຮັບຜິດຊອບທີ່ຍິ່ງໃຫຍ່ເກີນກວ່າທີ່ເຮົາຈະຈັດ ການໄດ້ຄົນດຽວ ປາດສະຈາກຄວາມຊ່ອຍເຫລືອຂອງພຣະບິດາເທິງສະຫວັນຂອງເຮົາ. ພຣະອົງຮູ້ຢ່າງ ແນ່ນອນເຖິງສິ່ງທີ່ລູກໆຂອງເຮົາຕ້ອງຮູ້, ສິ່ງທີ່ພວກເຂົາຕ້ອງເຮັດ, ແລະ ສິ່ງທີ່ພວກເຂົາຕ້ອງການ ເພື່ອຈະກັບຄືນໄປສູ່ທີ່ປະທັບຂອງພຣະອົງ. ພຣະອົງປະທານຄຳແນະນຳ ແລະ ການຊີ້ນຳທີ່ຊັດເຈນ ໃຫ້ບັນດາພໍ່ ແລະ ແມ່ຜ່ານພຣະຄຳພີ, ຜ່ານສາດສະດາຂອງພຣະອົງ, ແລະ ຜ່ານພຣະວິນຍານບໍລິສຸດ.
ໃນການເປີດເຜີຍຍຸກສຸດທ້າຍ ຜ່ານສາດສະດາໂຈເຊັບ ສະມິດ, ພຣະຜູ້ເປັນເຈົ້າຊົງສັ່ງສອນພໍ່ແມ່ວ່າ ໃຫ້ສອນລູກໆຂອງເຂົາເຈົ້າໃຫ້ ເຂົ້າໃຈ ຄຳສອນແຫ່ງການກັບໃຈ, ແຫ່ງສັດທາໃນພຣະຄຣິດ, ແຫ່ງການຮັບບັບຕິສະມາ, ແລະ ແຫ່ງການຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ. ທ່ານສັງເກດ ເຫັນບໍວ່າ ພຣະຜູ້ເປັນເຈົ້າບໍ່ພຽງແຕ່ກ່າວວ່າ ເຮົາຄວນ “ສອນຄຳສອນ”;ເທົ່ານັ້ນ; ຄຳສັ່ງສອນຂອງ ພຣະອົງຄືວ່າ ໃຫ້ສອນລູກໆຂອງເຮົາໃຫ້ “ເຂົ້າໃຈ ຄຳສອນ” ນັ້ນນຳອີກ. (ເບິ່ງ D&C 68:25, 28; ເນັ້ນຄຳເນີ້ງ.)
ໃນເພງສັນລະເສີນ ເຮົາໄດ້ອ່ານວ່າ, “ໂຜດອະທິບາຍບັນຍັດນັ້ນເພື່ອຈະໄດ້ທຳຕາມ; ຂ້າພະອົງຈະ ຖືຮັກສາດ້ວຍສຸດໃຈພຣະບັນຍັດນັ້ນ” (ເພງສັນລະເສີນ 119:34).
ການສອນລູກໆຂອງເຮົາໃຫ້ເຂົ້າໃຈມີຄວາມໝາຍຫລາຍກວ່າພຽງແຕ່ຈະແບ່ງປັນຂໍ້ມູນເທົ່ານັ້ນ. ນີ້ເປັນການຊ່ອຍເຫລືອລູກໆຂອງເຮົາໃຫ້ຮັບເອົາຄຳສອນເຂົ້າໄປຢູ່ໃນຈິດໃຈຂອງເຂົາ ໃນວິທີທາງ ທີ່ມັນຈະກາຍເປັນພາກສ່ວນໃນຊີວິດຂອງເຂົາ ແລະ ຖືກສະແດງອອກມາໃຫ້ເຫັນໃນທ່າທາງ ແລະ ການປະພຶດຂອງເຂົາຕະຫລອດຊີວິດຂອງເຂົາດ້ວຍ.
ນີໄຟໄດ້ສອນວ່າບົດບາດຂອງພຣະວິນຍານບໍລິສຸດແມ່ນຈະນຳຄວາມຈິງ “ໄປຫາຈິດໃຈຂອງ ລູກຫລານມະນຸດ” (2 ນີໄຟ 33:1). ບົດບາດຂອງເຮົາໃນຖານະເປັນພໍ່ແມ່ ຄືທີ່ຈະເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້ເພື່ອສ້າງບັນຍາກາດບ່ອນທີ່ລູກໆຂອງເຮົາຈະສາມາດ ຮູ້ສຶກເຖິງອິດທິພົນຂອງພຣະວິນຍານ ແລະ ແລ້ວຊ່ອຍພວກເຂົາໃຫ້ຮັບຮູ້ສິ່ງທີ່ພວກເຂົາກຳລັງຮູ້ສຶກຢູ່.
ຂ້າພະເຈົ້າຈຳສາຍໂທລະສັບທີ່ຂ້າພະເຈົ້າໄດ້ຮັບເມື່ອສີ່ຫ້າປີກ່ອນຈາກນາງມີແຊວ ລູກສາວຄົນໜຶ່ງ ຂອງພວກຂ້າພະເຈົ້າ. ດ້ວຍຄວາມຮູ້ສຶກທີ່ລະອຽດອ່ອນນາງໄດ້ເວົ້າວ່າ, “ແມ່, ລູກຫາກໍໄດ້ມີປະສົບການ ທີ່ດີຫລາຍແທ້ໆກັບນາງແອສະລີ.” ນາງແອສະລີ ເປັນລູກສາວຂອງນາງ ທີ່ໃນເວລານັ້ນມີອາຍຸຫ້າປີ. ນາງມີແຊວໄດ້ບັນຍາຍເຖິງເຊົ້າມື້ນັ້ນວ່າເປັນຊ່ວງເວລາທີ່ມີການຜິດຖຽງກັນລະຫວ່າງນາງແອສະລີ ແລະ ທ້າວແອນດຣູ ອາຍຸສາມປີ—ຜູ້ໜຶ່ງບໍ່ແບ່ງປັນ ແລະ ອີກຜູ້ໜຶ່ງຊ້ຳພັດຕົບຕີ. ຫລັງຈາກໄດ້ຊ່ອຍໃຫ້ທັງສອງ ແກ້ໄຂບັນຫາແລ້ວ, ນາງມີແຊວໄດ້ເຂົ້າໄປກວດເບິ່ງລູກນ້ອຍອີກຄົນໜຶ່ງ.
ບໍ່ດົນຈາກນັ້ນ, ນາງແອສະລີໄດ້ແລ່ນເຂົ້າໄປຫາ, ໃຈຮ້າຍທີ່ທ້າວແອນດຣູບໍ່ແບ່ງປັນ. ນາງມີແຊວ ໄດ້ເຕືອນນາງແອສະລີເຖິງຄຳໝັ້ນສັນຍາທີ່ເຂົາເຈົ້າໄດ້ເຮັດລົງໄປໃນການສັງສັນໃນຄອບຄົວວ່າ ຈະໃຈດີມີເມດຕາຫລາຍຂຶ້ນ.
ນາງມີແຊວໄດ້ຖາມນາງແອສະລີວ່ານາງຢາກອະທິຖານ ແລະ ທູນຂໍຄວາມຊ່ອຍເຫລືອຈາກພຣະບິດາ ເທິງສະຫວັນບໍ, ແຕ່ນາງແອສະລີ, ທີ່ຍັງໃຈຮ້າຍຢູ່ນັ້ນໄດ້ຕອບວ່າ, “ບໍ່.” ເມື່ອຖາມວ່ານາງເຊື່ອບໍວ່າ ພຣະບິດາເທິງສະຫວັນຈະຕອບຄຳອະທິຖານຂອງນາງ, ນາງແອສະລີໄດ້ຕອບວ່ານາງບໍ່ຮູ້. ແມ່ຂອງນາງ ໄດ້ຂໍໃຫ້ນາງລອງເຮັດເບິ່ງ ແລະ ໄດ້ຄ່ອຍໆຈັບເອົາມືຂອງນາງ ແລະ ໄດ້ຄຸເຂົ່າລົງອະທິຖານນຳນາງ.
ນາງມີແຊວໄດ້ແນະນຳວ່າ ນາງແອສະລີສາມາດທູນຂໍໃຫ້ພຣະບິດາເທິງສະຫວັນຊ່ອຍໃຫ້ທ້າວແອນດຣູ ແບ່ງປັນ—ແລະ ຊ່ອຍໃຫ້ນາງເປັນຄົນໃຈດີ. ຄວາມຄິດທີ່ວ່າພຣະບິດາເທິງສະຫວັນຈະຊ່ອຍໃຫ້ ນ້ອງຊາຍຂອງນາງແບ່ງປັນຕ້ອງໄດ້ກະຕຸ້ນຄວາມສົນໃຈຂອງນາງແອສະລີ, ແລະ ນາງໄດ້ເລີ່ມ ອະທິຖານ, ທຳອິດທູນຂໍໃຫ້ພຣະບິດາເທິງສະຫວັນຊ່ອຍໃຫ້ທ້າວແອນດຣູແບ່ງປັນ. ຂະນະທີ່ນາງ ໄດ້ທູນຂໍພຣະອົງໃຫ້ຊ່ອຍໃຫ້ນາງເປັນຄົນໃຈດີ, ນາງເລີ່ມໄຫ້. ນາງແອສະລີຈົບການອະທິຖານ ແລະ ໄດ້ເມາະຫົວຂອງນາງຢູ່ໃນບ່າໄຫລ່ຂອງແມ່ນາງ. ນາງມີແຊວໄດ້ກອດນາງ ແລະ ໄດ້ຖາມນາງວ່າ ເປັນຫຍັງນາງຈຶ່ງໄຫ້. ນາງແອສະລີໄດ້ຕອບວ່ານາງບໍ່ຮູ້.
ແມ່ຂອງນາງໄດ້ບອກວ່າ, “ແມ່ຄິດວ່າແມ່ຮູ້ວ່າເປັນຫຍັງລູກຈຶ່ງໄຫ້. ລູກມີຄວາມຮູ້ສຶກດີໆຢູ່ໃນ ໃຈຂອງລູກບໍ?” ນາງແອສະລີໄດ້ງຶກຫົວຕອບວ່າແມ່ນແລ້ວ, ແລະ ແມ່ຂອງນາງກໍໄດ້ເວົ້າຕໍ່ໄປວ່າ, “ນີ້ແຫລະຄືພຣະວິນຍານທີ່ຊ່ອຍລູກໃຫ້ມີຄວາມຮູ້ສຶກແບບນີ້. ມັນເປັນວິທີທາງທີ່ພຣະບິດາເທິງສະຫວັນ ກຳລັງບອກລູກວ່າພຣະອົງຮັກລູກ ແລະ ຈະຊ່ອຍເຫລືອລູກ.”
ແມ່ໄດ້ຖາມນາງແອສະລີ ວ່ານາງເຊື່ອເລື່ອງນີ້ບໍ, ວ່ານາງໄດ້ເຊື່ອບໍວ່າພຣະບິດາເທິງສະຫວັນ ສາມາດຊ່ອຍນາງໄດ້. ດ້ວຍດວງຕານ້ອຍໆຂອງນາງທີ່ເຕັມໄປດ້ວຍນ້ຳຕາ, ນາງແອສະລີ ໄດ້ບອກວ່ານາງເຊື່ອ.
ບາງເທື່ອວິທີທາງທີ່ມີພະລັງຫລາຍທີ່ສຸດ ທີ່ຈະສອນລູກໆຂອງເຮົາໃຫ້ເຂົ້າໃຈຄຳສອນກໍແມ່ນທີ່ຈະສອນ ຢູ່ໃນສະພາບການຂອງສິ່ງທີ່ພວກເຂົາກຳລັງປະສົບຢູ່ໃນເວລານັ້ນ. ໂອກາດເຫລົ່ານີ້ຈະເກີດຂຶ້ນໂດຍ ບໍ່ໄດ້ວາງແຜນໄວ້ລ່ວງໜ້າ ແລະ ຈະເກີດຂຶ້ນໃນກິດຈະກຳທຳມະດາຂອງຊີວິດຄອບຄົວ. ມັນຈະເກີດຂຶ້ນ ແລະ ຫາຍໄປຢ່າງວ່ອງໄວ, ສະນັ້ນ ເຮົາຕ້ອງຕຽມຕົວ ແລະ ຮັບຮູ້ໂອກາດທີ່ຈະສອນນັ້ນ ເມື່ອລູກໆ ຂອງເຮົາມາຫາເຮົາພ້ອມດ້ວຍຄຳຖາມ ຫລື ຄວາມກັງວົນໃຈບາງຢ່າງ, ເມື່ອພວກເຂົາມີບັນຫາໃນ ການຖືກຕ້ອງປອງດອງກັນກັບເອື້ອຍອ້າຍນ້ອງ ຫລື ໝູ່ເພື່ອນ, ເມື່ອພວກເຂົາຕ້ອງຄວບຄຸມຄວາມໂມໂຫ, ເມື່ອພວກເຂົາເຮັດຜິດພາດໄປ, ຫລື ເມື່ອພວກເຂົາຕ້ອງຕັດສິນໃຈເລື່ອງໃດເລື່ອງໜຶ່ງ. (ເບິ່ງ Teaching, No Greater Call: A Resource Guide for Gospel Teaching [1999], 140–41; Marriage and Family Relations Instructor’s Manual [2000], 61.)
ຖ້າຫາກເຮົາຕຽມພ້ອມ ແລະ ປ່ອຍໃຫ້ພຣະວິນຍານນຳພາໃນສະພາບການເຫລົ່ານີ້, ລູກໆຂອງເຮົາ ຈະໄດ້ຮັບການສັ່ງສອນດ້ວຍຜົນສະທ້ອນ ແລະ ຄວາມເຂົ້າໃຈທີ່ຍິ່ງໃຫຍ່ຫລາຍຂຶ້ນ.
ໂອກາດທີ່ຈະສອນທີ່ເກີດຂຶ້ນເມື່ອເຮົາວາງແຜນໃຫ້ມີໂອກາດເປັນປະຈຳຢ່າງໃຊ້ຄວາມຄິດກໍສຳຄັນເໝືອນ ກັນ, ດັ່ງເຊັ່ນ ການອະທິຖານເປັນຄອບຄົວ, ການສຶກສາພຣະຄຳພີເປັນຄອບຄົວ, ການສັງສັນໃນຄອບຄົວ, ແລະ ກິດຈະກຳອື່ນໆຂອງຄອບຄົວ.
ໃນສະພາບຂອງການສອນທຸກໆຢ່າງ ຄວາມຮຽນຮູ້ ແລະ ຄວາມເຂົ້າໃຈທັງໝົດຈະໄດ້ຮັບການ ບຳລຸງລ້ຽງໃນບັນຍາກາດແຫ່ງຄວາມອົບອຸ່ນ ແລະ ຄວາມຮັກ ບ່ອນທີ່ພຣະວິນຍານປະທັບຢູ່ດ້ວຍ.
ປະມານສອງເດືອນກ່ອນລູກໆຂອງລາວມີອາຍຸແປດປີ, ພໍ່ຄົນໜຶ່ງຈະຈັດເວລາໄວ້ແຕ່ລະອາທິດ ເພື່ອຊ່ອຍຕຽມພວກເຂົາສຳລັບການຮັບບັບຕິສະມາ. ລູກສາວຂອງລາວໄດ້ເວົ້າວ່າເມື່ອເຖິງຜຽນຂອງນາງ, ພໍ່ໄດ້ມອບບັນທຶກສ່ວນຕົວໃຫ້ນາງ ແລະ ເຂົາເຈົ້າໄດ້ນັ່ງລົມກັນ, ພຽງແຕ່ສອງພໍ່ລູກ, ແລະ ໄດ້ສົນທະນາ ແລະ ແບ່ງປັນຄວາມຮູ້ສຶກກ່ຽວກັບຫລັກທຳພຣະກິດຕິຄຸນ. ພໍ່ໄດ້ໃຫ້ນາງແຕ້ມຮູບຂະນະ ທີ່ເຂົາເຈົ້າໄດ້ ເວົ້າລົມກັນໄປ. ຮູບນັ້ນໄດ້ສະແດງໃຫ້ເຫັນຊີວິດກ່ອນຊີວິດມະຕະ, ຊີວິດຢູ່ເທິງໂລກນີ້, ແລະ ແຕ່ລະຂັ້ນ ຕອນທີ່ນາງຈຳເປັນຕ້ອງກ້າວໄປເພື່ອຈະໄດ້ກັບຄືນໄປດຳລົງຊີວິດກັບພຣະບິດາເທິງສະຫວັນ. ພໍ່ໄດ້ກ່າວປະຈັກພະຍານເຖິງແຕ່ລະຂັ້ນຕອນໃນແຜນແຫ່ງຄວາມລອດ ຂະນະທີ່ລາວໄດ້ສອນ ມັນໃຫ້ແກ່ນາງ.
ເມື່ອລູກສາວຂອງລາວໄດ້ກ່າງເຖິງປະສົບການນີ້ຫລັງຈາກນາງໄດ້ເຕີບໂຕເປັນຜູ້ໃຫຍ່ແລ້ວ, ນາງໄດ້ເວົ້າວ່າ, “ຂ້ານ້ອຍຈະບໍ່ມີວັນລືມຄວາມຮັກທີ່ຂ້ານ້ອຍໄດ້ຮູ້ສຶກຈາກພໍ່ຂ້ານ້ອຍ ຂະນະທີ່ພໍ່ ໄດ້ໃຊ້ເວລານຳຂ້ານ້ອຍ. ... ຂ້ານ້ອຍຮູ້ວ່າປະສົບການນີ້ເປັນເຫດຜົນສຳຄັນທີ່ຊ່ອຍໃຫ້ຂ້ານ້ອຍມີ ປະຈັກພະຍານເຖິງພຣະກິດຕິຄຸນຕອນຂ້ານ້ອຍໄດ້ຮັບບັບຕິສະມາ” (ເບິ່ງ Teaching, No Greater Call, 129.)
ການສອນສຳລັບຄວາມເຂົ້າໃຈນີ້ ໃຊ້ຄວາມພະຍາຍາມທີ່ເດັດດ່ຽວ ແລະ ສະໝ່ຳສະເໝີ. ມັນຮຽກຮ້ອງ ການສອນ ໂດຍຄຳສັ່ງສອນ ແລະ ການເປັນຕົວຢ່າງ ແລະ ໂດຍສະເພາະການຊ່ອຍໃຫ້ລູກໆ ຂອງເຮົາດຳລົງຊີວິດຕາມສິ່ງທີ່ພວກເຂົາຮຽນຮູ້.
ປະທານແຮໂຣນ ບີ ລີ ໄດ້ສອນວ່າ, “ປາດສະຈາກການມີປະສົບການໃນການກະທຳຕາມຫລັກທຳ ພຣະກິດຕິຄຸນ, ມັນຈະ ... ຍາກຫລາຍກວ່າທີ່ຈະເຊື່ອໃນຫລັກທຳນັ້ນ” (Teachings of Presidents of the Church: Harold B. Lee [2000], 121).
ຂ້າພະເຈົ້າໄດ້ຮຽນຮູ້ເຖິງການອະທິຖານເທື່ອທຳອິດເມື່ອໄດ້ຄຸເຂົ່າລົງພ້ອມຄອບຄົວໃນການອະທິຖານເປັນ ຄອບຄົວ. ຂ້າພະເຈົ້າໄດ້ຮຽນຮູ້ຄຳສັບຂອງການອະທິຖານ ຂະນະທີ່ຂ້າພະເຈົ້າໄດ້ຟັງພໍ່ແມ່ອະທິຖານ ແລະ ເມື່ອພວກເພິ່ນໄດ້ຊ່ອຍໃຫ້ຂ້າພະເຈົ້າກ່າວຄຳອະທິຖານເທື່ອທຳອິດ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ຂ້າພະເຈົ້າ ສາມາດເວົ້າລົມນຳພຣະບິດາເທິງສະຫວັນໄດ້ ແລະ ທູນຂໍການຊີ້ນຳຈາກພຣະອົງ.
ທຸກໆເຊົ້າໂດຍບໍ່ມີວັນຂາດ, ແມ່ ແລະ ພໍ່ຂອງຂ້າພະເຈົ້າໄດ້ເຕົ້າໂຮມພວກຂ້າພະເຈົ້າອ້ອມໂຕະ ກິນເຂົ້າກ່ອນອາຫານເຊົ້າ, ແລະ ພວກຂ້າພະເຈົ້າໄດ້ຄຸເຂົ່າໃນການອະທິຖານເປັນຄອບຄົວ. ພວກຂ້າພະເຈົ້າໄດ້ອະທິຖານກ່ອນທຸກໆຄາບເຂົ້າ. ໃນຕອນແລງກ່ອນເຂົ້ານອນ, ພວກຂ້າພະເຈົ້າ ໄດ້ຄຸເຂົ່ານຳກັນໃນຫ້ອງຮັບແຂກ ແລະ ໄດ້ປິດແຕ່ລະວັນດ້ວຍການອະທິຖານເປັນຄອບຄົວ.
ເຖິງແມ່ນວ່າມີຫລາຍສິ່ງທີ່ຂ້າພະເຈົ້າບໍ່ເຂົ້າໃຈກ່ຽວກັບການອະທິຖານຕອນເປັນເດັກນ້ອຍ, ມັນຍັງໄດ້ກາຍ ມາເປັນພາກສ່ວນຂອງຊີວິດຂອງຂ້າພະເຈົ້າທີ່ຍັງຕິດຢູ່ນຳຂ້າພະເຈົ້າ. ຂ້າພະເຈົ້າຍັງຮຽນຮູ້ຢູ່ຕໍ່ໄປ, ແລະ ຄວາມເຂົ້າໃຈຂອງຂ້າພະເຈົ້າເຖິງພະລັງແຫ່ງການອະທິຖານກໍຍັງເຕີບໂຕຢູ່ຕໍ່ໄປ.
ແອວເດີແຈັບຟຣີ ອາ ຮໍແລນ ໄດ້ກ່າວວ່າ, “ເຮົາທຸກຄົນເຂົ້າໃຈວ່າຄວາມສຳເລັດຜົນຂອງ ຂ່າວສານແຫ່ງພຣະກິດຕິຄຸນກໍຂຶ້ນຢູ່ກັບທີ່ມັນຖືກສອນ ແລະ ແລ້ວຖືກເຂົ້າໃຈ ແລະ ແລ້ວຖືກ ປະຕິບັດຕາມໃນວິທີທາງທີ່ຄວາມສັນຍາແຫ່ງຄວາມສຸກ ແລະ ຄວາມລອດຂອງມັນຈະໄດ້ສຳເລັດຜົນ” (“Teaching and Learning in the Church” [worldwide leadership training meeting, Feb. 10, 2007], Liahona, June 2007, 57; Ensign, June 2007, 89).
ການຮຽນຮູ້ທີ່ຈະເຂົ້າໃຂຄຳສອນແຫ່ງພຣະກິດຕິຄຸນຢ່າງຄົບຖ້ວນເປັນຂັ້ນຕອນຂອງຊີວິດ ແລະ ຈະເກີດຂຶ້ນ ເປັນບັນທັດໆ, ເປັນຂໍ້ໆ, ບ່ອນນີ້ນ້ອຍໜຶ່ງ ແລະ ບ່ອນນັ້ນນ້ອຍໜຶ່ງ (ເບິ່ງ2 Nephi 28:30). ຂະນະທີ່ເດັກນ້ອຍຮຽນຮູ້ ແລະ ປະຕິບັດຕາມສິ່ງທີ່ພວກເຂົາຮຽນຮູ້, ຄວາມເຂົ້າໃຈຂອງເຂົາ ຈະຖືກຂະຫຍາຍ, ຊຶ່ງຈະນຳໄປການຮຽນຮູ້ຫລາຍຂຶ້ນ, ການກະທຳຫລາຍຂຶ້ນ, ແລະ ແມ່ນແຕ່ຄວາມ ເຂົ້າໃຈທີ່ທົນທານ ແລະ ຍິ່ງໃຫຍ່ຫລາຍຂຶ້ນ.
ເຮົາສາມາດຮູ້ໄດ້ວ່າລູກໆຂອງເຮົາກຳລັງເລີ່ມເຂົ້າໃຈຄຳສອນເມື່ອເຮົາເຫັນມັນຖືກສະແດງອອກມາໃນ ທ່າທາງ ແລະ ການກະທຳຂອງເຂົາປາດສະຈາກການຂູ່ ຫລື ລາງວັນທາງພາຍນອກ. ຂະນະທີ່ລູກໆ ຂອງເຮົາຮຽນຮູ້ທີ່ຈະເຂົ້າໃຈຄຳສອນຂອງພຣະກິດຕິຄຸນ, ພວກເຂົາຈະກາຍເປັນຄົນທີ່ເພິ່ງຕົວເອງ ແລະ ມີຄວາມຮັບຜິດຊອບຫລາຍຂຶ້ນ. ພວກເຂົາຈະເປັນພາກສ່ວນຂອງຄຳຕອບຂອງບັນຫາໃນຄອບຄົວ ແລະ ໃຫ້ຄວາມຊ່ອຍເຫລືອທີ່ດີໃນບັນຍາກາດໃນບ້ານເຮືອນ ແລະ ຄວາມສຳເລັດຂອງຄອບຄົວ.
ເຮົາຈະສອນລູກໆຂອງເຮົາໃຫ້ເຂົ້າໃຈ ຂະນະທີ່ເຮົາສວຍເອົາໂອກາດໃນທຸກໆສະຖານະການ ແຫ່ງການສັ່ງສອນ, ເຊື້ອເຊີນພຣະວິນຍານ, ເປັນຕົວຢ່າງທີ່ດີ ແລະ ຊ່ອຍພວກເຂົາໃຫ້ດຳລົງ ຊີວິດຕາມສິ່ງທີ່ພວກເຂົາຮຽນຮູ້.
ເມື່ອເຮົາຫລຽວເບິ່ງດວງຕາຂອງເດັກນ້ອຍໆ, ເຮົາຈະຄິດເຖິງບົດເພງທີ່ວ່າ:
ເຮົາເປັນລູກຂອງພຣະເຈົ້າ,
ແລະ ຄວາມຕ້ອງການໃຫຍ່ຍິ່ງ;
ຊ່ອຍເຮົາ ເຂົ້າໃຈ ພຣະຄຳຄວາມຈິງ
ກ່ອນທຸກສິ່ງສາຍເກີນການ.
ພາເຮົາ, ນຳເຮົາ, ຍ່າງຄຽງຂ້າງເຮົາ,
ຊ່ອຍເຮົາໃຫ້ພົບທາງ.
ສອນເຮົາທຸກຢ່າງທີ່ຕ້ອງເຮັດ
ເພື່ອຢູ່ກັບພຣະອົງອີກ.
(“ເຮົາເປັນລູກຂອງພຣະເຈົ້າ,” ເພງສວດ ແລະ ເພງຂອງເດັກນ້ອຍ, ເລກທີ 301; ເນັ້ນຄຳເນີ້ງ)
ຂໍໃຫ້ເຮົາຈົ່ງເຮັດແບບນີ້ເຖີດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.