ຈົ່ງຢູ່ໃນເຂດຂອງພຣະຜູ້ເປັນເຈົ້າ!
ຄຳຖາມທີ່ພວກເຮົາຕ້ອງຖາມທຸກມື້ກໍຄື “ສິ່ງທີ່ຂ້ອຍເຮັດມັນຊິໃຫ້ຂ້ອຍຢູ່ໃນເຂດຂອງພຣະຜູ້ເປັນເຈົ້າ ຫລື ຢູ່ໃນເຂດຂອງສັດຕູ?”
ປະທານທອມມັສ ແອັສ ມອນສັນ ເຄີຍເວົ້າວ່າ: “ຂ້າພະເຈົ້າຂໍແນະນຳວິທີການອັນງ່າຍໆ ທີ່ທ່ານສາມາດ ພິຈາລະນາການເລືອກຂອງທ່ານທີ່ຈື່ຈຳໄດ້ງ່າຍຄື: ‘ເມື່ອທ່ານຜິດທ່ານຈະຖືກຕ້ອງບໍ່ໄດ້; ເມື່ອທ່ານຖືກຕ້ອງ ທ່ານຈະຜິດບໍ່ໄດ້ຄືກັນ’” (“Pathways to Perfection,” Liahona, July 2002, 112; Ensign, May 2002, 100). ວິທີການຂອງປະທານມອນສັນກໍງ່າຍ ແລະ ຊື່ຕົງ. ມັນເກີດມີຜົນເໝືອນກັບເລຍໂຮນາທີ່ໄດ້ໃຫ້ແກ່ລີໄຮ. ຖ້າຫາກພວກເຮົາຈະໃຊ້ສັດທາ ແລະ ພາກພຽນໃນການເຊື່ອຟັງພຣະບັນຍັດຂອງພຣະຜູ້ເປັນເຈົ້າ ແລ້ວຕອນທີ່ປະສົບການເລືອກທຸກມື້ ພວກເຮົາຈະພົບທິດທາງທີ່ຖືກຕ້ອງໄດ້ງ່າຍ.
ອັກຄະສາວົກໂປໂລສອນພວກເຮົາກ່ຽວກັບຄວາມສຳຄັນຂອງການຫວ່ານໃນທາງພຣະວິນຍານ ແລະ ບໍ່ຫວ່ານຕາມທາງເນື້ອໜັງ. ເພິ່ນກ່າວວ່າ:
“ຢ່າຫລອກລວງຕົນເອງ; ບໍ່ມີໃຜດອກຫລອກລວງພຣະເຈົ້າໄດ້. ມະນຸດຈະເກັບກ່ຽວສິ່ງທີ່ຕົນຫວ່ານລົງ.
“ຖ້າລາວຫວ່ານສິ່ງທີ່ພໍໃຈຕັນຫາຂອງຕົນ ຕັນຫາຂອງລາວກໍຈະໃຫ້ລາວເກັບກ່ຽວຜົນແຫ່ງຄວາມຕາຍ: ແຕ່ຖ້າລາວຫວ່ານສິ່ງທີ່ພໍໃຈພຣະວິນຍານ ພຣະວິນຍານກໍຈະໃຫ້ລາວເກັບກ່ຽວຜົນແຫ່ງຊີວິດອັນ ຕະຫລອດໄປເປັນນິດ.
“ສະນັ້ນຢ່າໃຫ້ພວກເຮົາເມື່ອຍລ້າໃນການເຮັດດີ; ເພາະຖ້າພວກເຮົາບໍ່ຫລົດລະໃນການເຮັດດີ ພວກເຮົາກໍຈະເກັບກ່ຽວຜົນດີຕາມເວລາອັນສົມຄວນ” (ຄາລາເຕຍ 6:7–9).
ການຫວ່ານຕາມທາງພຣະວິນຍານໝາຍຄວາມວ່າ ຄວາມຄິດ, ຄຳເວົ້າ, ແລະ ການກະທຳທັງໝົດຂອງ ພວກເຮົາຕ້ອງຊ່ອຍຍົກພວກເຮົາໄປສູ່ລະດັບຄວາມສັກສິດຂອງພຣະບິດາພຣະມານດາເທິງສະຫວັນຂອງ ພວກເຮົາ. ແຕ່ປຶ້ມພຣະຄຳພີບົ່ງບອກວ່າ ທາງເນື້ອໜັງເປັນລັກສະນະຂອງມະນຸດທຳມະຊາດ ຊຶ່ງຍອມ ໃຫ້ຄົນຖືກຊັກຈຸງໂດຍຕັນຫາຄວາມປາຖະໜາ, ຄວາມຢາກ, ແລະ ຄວາມປັດໃຈຂອງເນື້ອໜັງແທນ ທີ່ຫາການດົນໃຈຈາກພຣະວິນຍານບໍລິສຸດ. ຖ້າພວກເຮົາບໍ່ລະມັດລະວັງ ເຫດຜົນດັ່ງກ່າວພ້ອມດ້ວຍການ ກົດຂີ່ແຫ່ງຄວາມຊົ່ວຮ້າຍໃນໂລກອາດນຳພວກເຮົາລົງໄປເຮັດສິ່ງທີ່ຕ່ຳຊ້າ ແລະ ບໍ່ໄຕ່ຕອງ ຊຶ່ງອາດເກີດ ເປັນສ່ວນຂອງຄຸນລັກສະນະຂອງພວກເຮົາ. ເພື່ອຫລີກເວັ້ນຈາກອິດທິພົນບໍ່ດີດັ່ງກ່າວ ພວກເຮົາຕ້ອງເຮັດ ຕາມຄຳແນະນຳທີ່ພຣະຜູ້ເປັນເຈົ້າໄດ້ສອນສາດສະດາໂຈເຊັບ ສະມິດ ກ່ຽວກັບການຫວ່ານຕາມທາງ ພຣະວິນຍານຕະຫລອດ: ພຣະຜູ້ເປັນເຈົ້າໄດ້ບອກວ່າ ພວກເຮົາບໍ່ຄວນເບື່ອໃນການເຮັດດີ ເພາະພວກເຮົາ ກຳລັງວາງຮາກຖານຂອງວຽກງານອັນສຳຄັນຍິ່ງ. ແລະ ຈາກສິ່ງນ້ອຍໆ ບັງເກີດເປັນສິ່ງທີ່ຍິ່ງໃຫຍ່ (ເບິ່ງ D&C 64:33).
ເພື່ອປັບປຸງຈິດວິນຍານ, ພວກເຮົາຕ້ອງການໃຫ້ “ໃຈອັນຂົມຂື່ນໃຈໂມໂຫໂທໂສ, ແລະ ໃຈໂກດຮ້າຍນັ້ນ ຢູ່ໄກຈາກ [ພວກເຮົາ]. ການອຶກກະທຶກຜິດຖຽງກັນ ແລະ ການກ່າວສຽດສີກັນກໍຢ່າໃຫ້ມີ” (ເອເຟໂຊ 4:31) ແລະ ໃຫ້ເຮົາຮອບຄອບໃນວັນແຫ່ງການທົດລອງຂອງເຮົາ ແລະ ຈົ່ງເອົາຕົວຂອງເຮົາອອກຈາກ ຄວາມບໍ່ສະອາດທັງໝົດ (ເບິ່ງ Mormon 9:28).
ຂະນະທີ່ພວກເຮົາສຶກສາພຣະຄຳພີ, ພວກເຮົາກໍຮຽນວ່າ ຄຳສັນຍາທີ່ພຣະຜູ້ເປັນເຈົ້າໃຫ້ແກ່ພວກເຮົາ ກໍຂຶ້ນຢູ່ຕາມການເຊື່ອຟັງຂອງພວກເຮົາ ແລະ ນຳພວກເຮົາທີ່ດຳລົງຊີວິດໂດຍຄວາມຊອບທຳ. ຄຳສັນຍາດັ່ງກ່າວນັ້ນຍອມບຳລຸງລ້ຽງຈິດວິນຍານພວກເຮົາ ຊົງນຳຄວາມຫວັງໂດຍທາງການຊຸກຍູ້ ພວກເຮົາໃຫ້ບໍ່ທໍ້ຖອຍໃຈເລີຍ ເຖິງແມ່ນຈະມີຄວາມຫຍຸ້ງຍາກປະຈຳວັນທີ່ຢູ່ໃນໂລກທີ່ກຳລັງສູນເສຍ ສິນທຳຊຶ່ງການສູນເສຍ ບໍ່ນຳຄົນໃຫ້ເຮັດຕາມເນື້ອໜັງຫລາຍກວ່າອີກ. ແຕ່ແລ້ວ ພວກເຮົາຈະເຮັດຈັ່ງໃດ ເພື່ອໃຫ້ແນ່ໃຈກ່ຽວກັບການເລືອກຂອງພວກເຮົາ ເພື່ອຈະໄດ້ເຮັດຕາມພຣະວິນຍານ ແລະ ບໍ່ເຮັດຕາມທາງເນື້ອໜັງ
ປະທານຈອດ ອາເບີດ ສະມິດ ໄດ້ກ່າວຄຳແນະນຳຈາກພໍ່ຕູ້ຂອງເພິ່ນວ່າ “ກໍມີຂອບເຂດທີ່ຈຳກັດຢ່າງ ແຈ່ມແຈ້ງລະຫວ່າງເຂດຂອງພຣະຜູ້ເປັນເຈົ້າ ແລະ ເຂດຂອງມານ. ຖ້າຫາກທ່ານຈະຢູ່ໃນເຂດ ຂອງພຣະຜູ້ເປັນເຈົ້າ ທ່ານຍ່ອມຢູ່ໃຕ້ອິດທິພົນຂອງພຣະອົງ ແລະ ຈະບໍ່ປາຖະໜາທີ່ຈະເຮັດຜິດເລີຍ; ແຕ່ຖ້າຫາກທ່ານຂ້າມເຂົ້າໃນເຂດຂອງມານ ແມ່ນແຕ່ຄືບດຽວ ທ່ານກໍຕົກຢູ່ໃຕ້ອຳນາດຂອງຜູ້ຫລອກລວງ ແລະ ຖ້າຫາກມານໄດ້ຜົນແລ້ວ ທ່ານຈະຄິດ ຫລື ພິຈາລະນາບໍ່ໄດ້ດີ ເພາະທ່ານຈະສູນເສຍ ພຣະວິນຍານຂອງພຣະຜູ້ເປັນເຈົ້າ” (Teachings of Presidents of the Church: George Albert Smith [2011], 191).
ດັ່ງນັ້ນ ຄຳຖາມທີ່ພວກເຮົາຕ້ອງຖາມທຸກມື້ກໍຄື “ສິ່ງທີ່ຂ້ອຍເຮັດ ມັນຊິໃຫ້ຂ້ອຍຢູ່ໃນເຂດຂອງພຣະ ຜູ້ເປັນເຈົ້າ ຫລື ຢູ່ໃນເຂດຂອງສັດຕູ?”
ສາດສະດາມໍມອນໄດ້ເຕືອນຜູ້ຄົນຂອງເພິ່ນວ່າ ມັນສຳຄັນທີ່ເຮົາມີຄວາມສາມາດທີ່ຈະຮູ້ຈັກ ຄວາມດີຈາກຄວາມຊົ່ວຮ້າຍ:
“ດັ່ງນັ້ນ ສິ່ງທີ່ດີທັງໝົດມາຈາກພຣະເຈົ້າ ແລະ ສິ່ງທີ່ຊົ່ວມາຈາກມານ ເພາະມານເປັນສັດຕູກັບພຣະເຈົ້າ ແລະ ຕໍ່ສູ້ກັບພຣະອົງຕະຫລອດເວລາ ແລະ ເຊື້ອເຊີນ ແລະ ຊັກຈູງໃຫ້ກະທຳບາບ ແລະ ໃຫ້ກະທຳ ສິ່ງທີ່ຊົ່ວຢູ່ຕະຫລອດເວລາ.
“ແຕ່ຈົ່ງເບິ່ງ ສິ່ງທີ່ເປັນຂອງພຣະເຈົ້າເຊື້ອເຊີນ ແລະ ຊັກຈູງໃຫ້ເຮັດດີຢູ່ຕະຫລອດເວລາ” (ໂມໂຣໄນ 7:12–13).
ຄວາມສະຫວ່າງຂອງພຣະຄຣິດພ້ອມດ້ວຍຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດຕ້ອງຊ່ອຍ ພວກເຮົາຕັດສິນໃຈວ່າ ວິທີການດຳລົງຊີວິດຂອງພວກເຮົານຳໃຫ້ຢູ່ໃນເຂດຂອງພຣະຜູ້ເປັນເຈົ້າຫລືບໍ່. ຖ້າພວກເຮົາມີທ່າທາງທີ່ດີ ມັນຈຶ່ງຮັບການດົນໃຈຈາກພຣະເຈົ້າ ເພາະສິ່ງທີ່ດີທັງໝົດມາຈາກພຣະເຈົ້າ. ແຕ່ຖ້າຫາກທ່າທາງພວກເຮົາບໍ່ດີ ພວກເຮົາກຳລັງຖືກຊັກຈູງ ໂດຍສັດຕູນັ້ນ ເພາະມານຊັກຈູງຄົນ ທີ່ເຮັດຄວາມຊົ່ວຮ້າຍ.
ຂ້າພະເຈົ້າປະທັບໃຈກັບຊາວອາຟຣິກາ ເພາະເຂົາເຈົ້າມີຄວາມຕັ້ງໃຈ ແລະ ມີຄວາມພາກພຽນທີ່ຈະຢູ່ໃນ ເຂດພຣະຜູ້ເປັນເຈົ້າ. ເຖິງແມ່ນມີຄວາມຫຍຸ້ງຍາກໃນຊີວິດ. ຄົນທີ່ຍອມຮັບການເຊື້ອເຊີນທີ່ມາຫາ ພຣະຄຣິດຈະກາຍເປັນຄວາມສະຫວ່າງຕໍ່ໂລກ. ສອງສາມອາທິດກ່ອນ ຕອນທີ່ໄປຢ້ຽມຫວອດບ່ອນໜຶ່ງ ໃນປະເທດອາຟຣິກາໃຕ້, ຂ້າພະເຈົ້າມີໂອກາດໄປນຳປະໂລຫິດສອງຄົນ ພ້ອມກັບອະທິການ ແລະ ປະທານສະເຕກ ໄປຫາຊາຍໜຸ່ມໃນກຸ່ມທີ່ບໍ່ໄປໂບດປະຈຳ. ຂ້າພະເຈົ້າປະທັບໃຈຫລາຍກັບຄວາມ ກ້າຫານ ແລະ ຄວາມຖ່ອມຕົວຂອງປະໂລຫິດສອງຄົນດັ່ງກ່າວ ທີ່ເຊີນຊາຍຜູ້ບໍ່ໄປປະຈຳໃຫ້ກັບໄປໂບດ. ຂະນະທີ່ລົມກັບຜູ້ທີ່ບໍ່ໄປປະຈຳ ຂ້າພະເຈົ້າສັງເກດເບິ່ງລັກສະນະທີ່ສະແດງອອກມີຄວາມສະຫວ່າງ ຂອງພຣະຜູ້ຊ່ອຍໃຫ້ລອດ ແລະ ໄດ້ໃຫ້ທຸກຄົນທີ່ຢູ່ໃກ້ເຕັມໄປດ້ວຍຄວາມສະຫວ່າງຄືກັນ. ຄົນນີ້ໄດ້ເຮັດໜ້າທີ່ ທີ່ຊ່ອຍເຫລືອຄົນທີ່ອ່ອນແອ, ຍົກມືທີ່ອ່ອນແຮງ, ແລະ ໃຫ້ກຳລັງເຂົ່າທີ່ອ່ອນລ້າ (ເບິ່ງ D&C 81:5). ທ່າທີຂອງປະໂລຫິດສອງຄົນນັ້ນໄດ້ເຮັດໃຫ້ເຂົາເຈົ້າຢູ່ໃນເຂດຂອງພຣະຜູ້ເປັນເຈົ້າ, ແລະ ເຂົາເຈົ້າໄດ້ເປັນເຄື່ອງມືໃນພຣະຫັດຂອງພຣະອົງ ເມື່ອເຂົາເຈົ້າເຊື້ອເຊີນຄົນອື່ນໃຫ້ເຮັດເຊັ່ນດຽວກັນ.
ໃນພຣະຄຳພີ Doctrine and Covenants 20:37, ພຣະຜູ້ເປັນເຈົ້າສອນພວກເຮົາເຖິງຄວາມໝາຍ ຂອງການຫວ່ານຕາມທາງພຣະວິນຍານ ແລະ ສິ່ງທີ່ໃຫ້ພວກເຮົາຢູ່ໃນເຂດຂອງພຣະຜູ້ເປັນເຈົ້າ ດັ່ງຕໍ່ໄປນີ້: ຖ່ອມຕົວຕໍ່ພຣະເຈົ້າເປັນພະຍານທີ່ໄດ້ມາໂດຍຫົວໃຈຕ່ຳຕ້ອຍ ແລະ ວິນຍານທີ່ສຳນຶກຜິດ ເປັນພະຍານໃຫ້ສາດສະໜາຈັກທີ່ພວກເຮົາໄດ້ກັບໃຈຈາກບາບທັງໝົດຮັບເອົາພຣະນາມຂອງ ພຣະເຢຊູຄຣິດ ຕັ້ງໃຈທີ່ຮັບໃຊ້ພຣະອົງຈົນເຖິງທີ່ສຸດ ສະແດງໂດຍທາງການກະທຳທີ່ພວກເຮົາໄດ້ຮັບໂດຍພຣະວິນຍານຂອງພຣະຄຣິດ, ແລະ ໄດ້ຮັບບັບຕິສະມາເຂົ້າສາດສະໜາຈັກຂອງພຣະອົງ. ຄວາມເຕັມໃຈ ຂອງພວກເຮົາທີ່ເຮັດສິ່ງດັ່ງກ່າວນີ້ຍ່ອມຕຽມພວກເຮົາ ເພື່ອຢູ່ໃນທີ່ປະທັບຂອງພຣະເຈົ້າໃນຖານະເປັນຄົນ ສູງສົ່ງ. ການຈື່ຈຳພັນທະສັນຍາເຫລົ່ານີ້ຕ້ອງນຳພາການກະທຳຂອງພວກເຮົາໃນທາງດ້ານຄອບຄົວ, ດ້ານສັງຄົມ, ແລະ ໂດຍສະເພາະຄວາມສຳພັນກັບພຣະຜູ້ຊ່ອຍໃຫ້ລອດ.
ພຣະເຢຊູຄຣິດຈັດຕັ້ງແບບຢ່າງອັນສົມບູນ ຊຶ່ງພວກເຮົາໄດ້ເຮັດຕາມເພື່ອຈະໄດ້ມີທ່າທາງທີ່ສາມາດເຮັດ ຕາມພັນທະສັນຍາອັນສັກສິດດັ່ງກ່າວນີ້. ພຣະຜູ້ຊ່ອຍໃຫ້ລອດໄດ້ປະຖິ້ມອິດທິພົນອັນໃດທີ່ອາດຊັກຈູງ ພຣະອົງໄປຈາກພາລະກິດອັນສັກສິດຂອງພຣະອົງ ໂດຍສະເພາະຕອນທີ່ສັດຕູ ຫລື ຜູ້ຕິດຕາມສັດຕູເຄີຍ ລໍ້ລວງພຣະອົງໃນໂລກນີ້. ເຖິງແມ່ນພຣະອົງບໍ່ເຄີຍເຮັດບາບຈັກເທື່ອ, ແຕ່ພຣະອົງຍັງມີໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ເຕັມໄປດ້ວຍຄວາມຮັກຕໍ່ພຣະບິດາເທິງສະຫວັນ ແລະ ມະນຸດທັງປວງ. ພຣະອົງຖ່ອມຕົວຕໍ່ພຣະບິດາເທິງສະຫວັນຂອງພວກເຮົາ, ປະຕິເສດພຣະປະສົງຂອງພຣະອົງເອງເພື່ອ ບັນລຸສິ່ງທີ່ພຣະບິດາຂໍຈາກພຣະອົງຈົນເຖິງທີ່ສຸດ. ເຖິງແມ່ນໃນເວລາທີ່ຮັບທຸກທໍລະມານທາງກາຍ ແລະ ວິນຍານຢູ່ນັ້ນ ຊຶ່ງພຣະອົງຮັບເອົາບາບຂອງມະນຸດທັງໝົດ ແລະ ໂລຫິດໄດ້ໄຫລອອກຈາກທຸກຂຸມຂົນ, ພຣະອົງຍັງບອກພຣະບິດາວ່າ “ແຕ່ຢ່າງໃດກໍດີ ຂໍໃຫ້ເປັນໄປຕາມພຣະອົງຕ້ອງການ ແຕ່ບໍ່ແມ່ນຕາມ ລູກຕ້ອງການ” (ມາຣະໂກ 14:36).
ຄຳວິງວອນຂ້າພະເຈົ້າ, ອ້າຍເອື້ອຍນ້ອງທັງຫລາຍ, ຂະນະທີ່ຄິດເຖິງພັນທະສັນຍາຂອງພວກເຮົາແມ່ນຂໍໃຫ້ພວກເຮົາຮັກສາຕົວເອງໃຫ້ເຂັ້ມແຂງຕໍ່ຕ້ານລູກສອນໄຟຂອງຜູ້ປໍລະປັກ (ເບິ່ງ 1 Nephi 15:24), ຕິດຕາມຕົວຢ່າງຂອງພຣະຜູ້ຊ່ອຍໃຫ້ລອດເພື່ອພວກເຮົາຈະຫວ່ານຕາມທາງພຣະວິນຍານ ແລະ ຢູ່ໃນ ເຂດຂອງພຣະຜູ້ເປັນເຈົ້າ. ຂໍໃຫ້ພວກເຮົາຈື່ຈຳວິທີການຂອງປະທານມອນສັນ ທີ່ວ່າ: “ເມື່ອທ່ານຜິດ ທ່ານຈະຖືກຕ້ອງບໍ່ໄດ້; ເມື່ອທ່ານຖືກຕ້ອງທ່ານຈະຜິດບໍ່ໄດ້ຄືກັນ.” ຂ້າພະເຈົ້າຂໍກ່າວສິ່ງນີ້ໃນພຣະນາມ ພຣະເຢຊູຄຣິດ, ອາແມນ.