ຄຳສອນຂອງພຣະຄຣິດ
ໃນສາດສະໜາຈັກໃນທຸກວັນນີ້, ດັ່ງເຊັ່ນໃນສະໄໝໂບຮານ, ຊຶ່ງໄດ້ຕັ້ງຄຳສອນຂອງພຣະຄຣິດ ຫລື ການດັດແປງຄຳສອນທີ່ຜິດ ຄືເປົ້າໝາຍຂອງການເປີດເຜີຍ.
ພວກເຮົາມີຄວາມກະຕັນຍູ ແລະ ມີຄວາມຮັກແພງຫລາຍຕໍ່ຊິດສະເຕີແບັກ, ຊິດສະເຕີອອນເຣດ, ແລະ ຊິດສະເຕີທອມສັນ, ພ້ອມດ້ວຍກຳມະການຂອງສະມາຄົມສະຕີສົງເຄາະນຳອີກ.
ບໍ່ດົນມານີ້ເຮົາໄດ້ເຫັນວ່າສາທາລະນະຊົນມີຄວາມສົນໃຈໃນຄວາມເຊື່ອຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ນີ້ຄືບາງສິ່ງທີ່ເຮົາກາຍເປັນ ເພາະຫລັງຈາກທຸກສິ່ງທຸກຢ່າງ, ຈຸດປະສົງຂັ້ນຕົ້ນຂອງສາດສະໜາຈັກແມ່ນຈະສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຄຳສອນຂອງພຣະອົງ, ໃນໂລກທຸກບ່ອນ (ເບິ່ງ ມັດທາຍ 28:19–20; D&C 112:28). ແຕ່ເຮົາຕ້ອງຍອມຮັບວ່າເຄີຍມີ ແລະ ຍັງມີຄວາມສັບສົນຢູ່ກ່ຽວກັບຄຳສອນ ແລະ ເຖິງທີ່ມາຂອງມັນ. ນັ້ນຄືສິ່ງທີ່ຂ້າພະເຈົ້າຢາກກ່າວໃນມື້ນີ້..
ພຣະຜູ້ຊ່ອຍໃຫ້ລອດໄດ້ສອນພຣະຄຳຂອງພຣະອົງໃນຈຸດສຸດຍອດຂອງເວລາ ແລະ ອັກຄະສາວົກຂອງພຣະອົງໄດ້ດີ້ນລົນຢ່າງໜັກເພື່ອຮັກສາມັນໄວ້ຈາກການໂຈມຕີຂອງປະເພນີ ແລະ ປັດຊະຍາທີ່ບໍ່ຖືກຕ້ອງ. ຈົດໝາຍຢູ່ໃນພຣະສັນຍາໃໝ່ໄດ້ບອກເຖິງເຫດການຫລາຍຢ່າງວ່າການປະຖິ້ມຄວາມເຊື່ອອັນຮ້າຍແຮງ ແລະ ມີຢູ່ຢ່າງຫລວງຫລາຍໄດ້ ເລີ່ມຕົ້ນແລ້ວໃນຊ່ວງໄລຍະການປະຕິບັດສາດສະໜາກິດຂອງອັກຄະສາວົກ.1
ສັດຕະວັດຕໍ່ໆມາຫລັງຈາກນັ້ນໄດ້ຮັບແສງຂອງພຣະກິດຕິຄຸນສ່ອງໃສ່ເປັນບາງຄັ້ງຈົນເຖິງໃນສັດຕະວັດທີ 19, ແສງອາລຸນອັນຮຸ່ງເຫລື້ອມຂອງພຣະກິດຕິຄຸນໄດ້ເລີ່ມຕົ້ນຢູ່ໃນໂລກ ແລະ ພຣະກິດຕິຄຸນຂອງພຣະຄຣິດ, ອັນເຕັມປ່ຽມ ແລະ ສົມບູນ, ໄດ້ຖືກຟື້ນຟູຄືນມາສູ່ໂລກອີກ. ວັນເວລາອັນຮຸ່ງໂລດນີ້ໄດ້ເລີ່ມຕົ້ນເມື່ອ, ເລົາແສງ “ທີ່ແຈ້ງກວ່າແສງຕາເວັນ” (Joseph Smith—History 1:16), ພຣະເຈົ້າ ພຣະບິດາ ແລະ ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ, ໄດ້ມາຢ້ຽມຢາມໂຈເຊັບ ສະມິດ ແລະ ໄດ້ເລີ່ມຕົ້ນສິ່ງທີ່ກາຍເປັນການເປີດເຜີຍຢ່າງຫລວງຫລາຍທີ່ມາກັບອຳນາດ ແລະ ສິດອຳນາດນຳອີກ.
ໃນການເປີດເຜີຍເຫລົ່ານີ້ ເຮົາພົບວ່າ ອາດເປັນສິ່ງທີ່ເຮົາເອີ້ນວ່າ ຈຸດໃຈກາງຂອງຄຳສອນຂອງສາດສະໜາຈັກຂອງພຣະເຢຊູຄຣິດຖືກຈັດຕັ້ງຂຶ້ນໃໝ່ຢູ່ເທິງແຜ່ນດິນໂລກ. ພຣະເຢຊູ ພຣະອົງເອງໄດ້ອະທິບາຍວ່າ ຄຳສອນໃນຖ້ອຍຄຳເຫລົ່ານີ້ ທີ່ມີບັນທຶກໄວ້ຢູ່ໃນພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ ແມ່ນ:
“ນີ້ຄືຄຳສອນຂອງເຮົາ, ແລະ ມັນເປັນຄຳສອນ ຊຶ່ງພຣະບິດາໄດ້ປະທານໃຫ້ແກ່ເຮົາ, ແລະ ເຮົາເປັນພະຍານເຖິງພຣະບິດາ ແລະ ພຣະບິດາເປັນພະຍານເຖິງເຮົາ, ແລະ ພຣະວິນຍານບໍລິສຸດເປັນພະຍານເຖິງພຣະບິດາ ແລະ ເຖິງເຮົາ, ແລະ ເຮົາເປັນພະຍານວ່າ ພຣະບິດາໄດ້ບັນຊາໃຫ້ມະນຸດທັງປວງຢູ່ທຸກຫົນທຸກແຫ່ງກັບໃຈ ແລະ ເຊື່ອໃນເຮົາ.
“ແລະ ຜູ້ໃດກໍຕາມທີ່ເຊື່ອໃນເຮົາ, ແລະ ຮັບບັບຕິສະມາ, ຜູ້ນັ້ນຈະລອດ; ແລະ ເຂົາຈະເປັນຜູ້ທີ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມູນມໍລະດົກ.
“ແລະ ຜູ້ໃດກໍຕາມທີ່ບໍ່ເຊື່ອໃນເຮົາ, ແລະ ບໍ່ຮັບບັບຕິສະມາ, ຈະຕ້ອງອັບປະໂຫຍດ.
“… ແລະ ຜູ້ໃດກໍຕາມທີ່ເຊື່ອໃນເຮົາຍ່ອມເຊື່ອໃນພຣະບິດາຄືກັນ; ແລະ ຕໍ່ຜູ້ນັ້ນພຣະບິດາຈະເປັນພະຍານເຖິງເຮົາ, ເພາະພຣະອົງຈະສະເດັດມາຢ້ຽມຢາມຜູ້ນັ້ນດ້ວຍໄຟ ແລະ ດ້ວຍພຣະວິນຍານບໍລິສຸດ. …
“ຕາມຈິງ, ຕາມຈິງແລ້ວເຮົາກ່າວກັບເຈົ້າ, ວ່ານີ້ຄືຄຳສອນຂອງເຮົາ, ແລະ ຜູ້ໃດກໍຕາມທີ່ສ້າງຢູ່ໃນຄຳສອນນີ້ຍ່ອມສ້າງຢູ່ເທິງດານຫີນຂອງເຮົາ ແລະ ປະຕູນະລົກຈະເອົາຊະນະເຂົາບໍ່ໄດ້.” (3 ນີໄຟ 11:32–35, 39).
ນີ້ຄືຂ່າວສານຂອງເຮົາ, ດານຫີນທີ່ເຮົາສ້າງຂຶ້ນເທິງນັ້ນ, ເປັນພື້ນຖານຂອງທຸກສິ່ງໃນສາດສະໜາຈັກ. ດັ່ງທີ່ທຸກສິ່ງທັງປວງມາຈາກພຣະເຈົ້າ, ຄຳສອນນີ້ບໍລິສຸດ, ມັນແຈ່ມແຈ້ງ, ມັນງ່າຍທີ່ຈະເຂົ້າໃຈ—ແມ່ນແຕ່ເດັກນ້ອຍກໍເຂົ້າໃຈ. ດ້ວຍໃຈອັນຊື່ນຊົມ, ເຮົາໄດ້ຂໍເຊີນທຸກຄົນໃຫ້ຮັບເອົາ.
ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, “ພວກເຮົາເຊື່ອທັງໝົດທີ່ພຣະເຈົ້າໄດ້ ເປີດເຜີຍມາ, ທັງໝົດທີ່ພຣະອົງເປີດເຜີຍຢູ່ໃນຂະນະນີ້ ແລະ ພວກເຮົາເຊື່ອວ່າ ພຣະອົງຈະເປີດເຜີຍ ເລື່ອງສຳຄັນ ແລະ ຍິ່ງໃຫຍ່ອີກຫລາຍເລື່ອງກ່ຽວກັບອານາຈັກຂອງພຣະເຈົ້າ” (ຫລັກແຫ່ງຄວາມເຊື່ອ 1:9). ນີ້ໝາຍຄວາມວ່າ ຍັງມີຫລາຍສິ່ງທີ່ເຮົາບໍ່ຮູ້ເທື່ອ, ຄວາມຈິງ ແລະ ຄຳສອນທີ່ເຮົາໄດ້ຮັບໄດ້ມາເຖິງ ແລະ ຈະມາເຖິງສະເໝີຜ່ານການເປີດເຜີຍຈາກສະຫວັນ. ໃນປະເພນີຂອງບາງສາດສະໜາ, ນັກຄົ້ນຄວ້າເລື່ອງສາດສະໜາໄດ້ປະກາດເຖິງການສອນທີ່ເທົ່າທຽມກັນຂອງນັກເທດສະໜາ ແລະ ຄຳສອນອາດກາຍເປັນຄວາມຄິດຄວາມເຫັນ ຫລື ກາຍເປັນການແຂ່ງຂັນລະຫວ່າງກຸ່ມເຂົາເຈົ້າ. ບາງກຸ່ມເພິ່ງພາອາໄສ ສະພາຂອງກຸ່ມໄວກາງຄົນ ແລະ ຄຳສອນຂອງພວກເຂົາ. ບາງກຸ່ມໄດ້ເນັ້ນໜັກຢູ່ກັບການໃຫ້ເຫດຜົນຈາກຄຳສອນ ຫລື ຈາກພຣະຄຣິສຕະທຳຄຳພີ ແລະ ການແປຂອງມັນ. ເຮົາກໍສົ່ງເສີມການສຶກສາທີ່ເສີມຄວາມເຂົ້າໃຈ, ແຕ່ໃນສາດສະໜາຈັກໃນທຸກວັນນີ້, ດັ່ງເຊັ່ນໃນສະໄໝໂບຮານ, ຊຶ່ງໄດ້ຕັ້ງຄຳສອນຂອງພຣະຄຣິດ ຫລື ການດັດແປງຄຳສອນທີ່ຜິດ ຄືເປົ້າໝາຍຂອງການເປີດເຜີຍຈາກສະຫວັນຕໍ່ຜູ້ຄົນເຫລົ່ານັ້ນທີ່ພຣະຜູ້ເປັນເຈົ້າໄດ້ແຕ່ງຕັ້ງໄວ້ດ້ວຍສິດອຳນາດຂອງການເປັນອັກຄະສາວົກ.2
ໃນປີ 1954, ປະທານເຈ ຣູເບັນ ຄະລາກ ຈູເນຍ, ຕອນນັ້ນເປັນທີ່ປຶກສາໃນຝ່າຍປະທານສູງສຸດ, ໄດ້ອະທິບາຍກ່ຽວກັບວ່າ ຄຳສອນໄດ້ຖືກເຮັດໃຫ້ເປັນທີ່ຮູ້ຈັກໃນສາດສະໜາຈັກ ແລະ ເປັນບົດບາດທີ່ສຳຄັນທີ່ສຸດຂອງປະທານຂອງສາດສະໜາຈັກ. ໃນການກ່າວເຖິງສະມາຊິກຂອງຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງ, ເພິ່ນໄດ້ກ່າວວ່າ: “ເຮົາຕ້ອງຮັບຮູ້ວ່າເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ບາງຄົນໄດ້ຖືກມອບໝາຍການເອີ້ນພິເສດບາງຢ່າງ; ພວກເພິ່ນໄດ້ຮັບຂອງປະທານພິເສດ; ພວກເພິ່ນໄດ້ຖືກແຕ່ງຕັ້ງໃຫ້ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ, ຊຶ່ງມອບຂອງປະທານພິເສດທາງວິນຍານທີ່ກ່ຽວພັນກັບການສອນຜູ້ຄົນຂອງພວກເພິ່ນ. ພວກເພິ່ນມີສິດ, ມີອຳນາດ, ແລະ ມີສິດອຳນາດທີ່ຈະປະກາດຄວາມໃນໃຈ ແລະ ພຣະປະສົງຂອງພຣະເຈົ້າຕໍ່ຜູ້ຄົນຂອງພຣະອົງ, ຂຶ້ນກັບອຳນາດ ແລະ ສິດອຳນາດທັງໝົດຂອງປະທານຂອງສາດສະໜາຈັກ. ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນອື່ນໆບໍ່ໄດ້ຮັບການແຕ່ງຕັ້ງ ແລະ ສິດອຳນາດພິເສດນີ້ໃນການສອນຂອງພວກເພິ່ນ; ພວກເພິ່ນມີອຳນາດ ແລະ ສິດອຳນາດທີ່ຈຳກັດໃນການສອນ ຊຶ່ງເຈົ້າໜ້າທີ່ຄົນອື່ນໆຂອງສາດສະໜາຈັກກໍເປັນເຊັ່ນນີ້ຄືກັນ, ເພາະພວກເພິ່ນບໍ່ໄດ້ຖືກແຕ່ງຕັ້ງໃຫ້ເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ. ຍິ່ງໄປກວ່ານີ້, ດັ່ງທີ່ກ່າວມານັ້ນ, ປະທານຂອງສາດສະໜາຈັກໄດ້ຖືກແຕ່ງຕັ້ງຫລາຍກວ່ານັ້ນ, ເພາະເພິ່ນເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍສຳລັບສາດສະໜາຈັກທັງໝົດ.”3
ພຣະຜູ້ຊ່ອຍໃຫ້ລອດໄດ້ເປີດເຜີຍພຣະປະສົງ ແລະ ຄຳສອນຂອງພຣະອົງແກ່ສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍໃນທາງໃດ? ພຣະອົງອາດກະທຳໂດຍທາງຜູ້ສົ່ງຂ່າວ ຫລື ໂດຍທາງພຣະອົງເອງ. ພຣະອົງອາດກ່າວໂດຍສຸລະສຽງຂອງພຣະອົງເອງ ຫລື ໂດຍສຸລະສຽງຂອງພຣະວິນຍານບໍລິສຸດ, ການຕິດຕໍ່ທາງວິນຍານທີ່ເປັນຖ້ອຍຄຳ ຫລື ເປັນຄວາມຮູ້ສຶກ ທີ່ໃຫ້ຄວາມເຂົ້າໃຈເກີນກວ່າຖ້ອຍຄຳຈະກ່າວໄດ້ (ເບິ່ງ 1 ນີໄຟ 17:45; D&C 9:8). ພຣະອົງອາດກ່າວດ້ວຍພຣະອົງຕໍ່ຜູ້ຮັບໃຊ້ຂອງພຣະອົງເປັນສ່ວນຕົວ ຫລື ຕໍ່ສະພາ (ເບິ່ງ 3 ນີໄຟ 27:1–8).
ຂ້າພະເຈົ້າຈະກ່າວເຖິງສອງເລື່ອງຢູ່ໃນພຣະສັນຍາໃໝ່. ເລື່ອງທຳອິດເປັນການເປີດເຜີຍໂດຍຕົງຕໍ່ຜູ້ນຳຂອງສາດສະໜາຈັກ. ໃນຕອນຕົ້ນຂອງພຣະທຳກິດຈະການ, ເຮົາເຫັນອັກຄະສາວົກຂອງພຣະຄຣິດປະກາດຂ່າວສານຂອງພຣະກິດຕິຄຸນແກ່ຊາວຢິວເທົ່ານັ້ນ, ເຮັດຕາມແບບຢ່າງຂອງການປະຕິບັດສາດສະໜາກິດຂອງພຣະເຢຊູ (ເບິ່ງ ມັດທາຍ 15:24), ແຕ່ບັດນີ້ ໃນເສັ້ນປະຫວັດຂອງພຣະຜູ້ເປັນເຈົ້າ, ເວລາໄດ້ມາເຖິງທີ່ຈະປ່ຽນ. ຕອນຢູ່ເມືອງຢົບປາ, ເປໂຕໄດ້ຝັນ ຊຶ່ງໃນຄວາມຝັນນັ້ນ ເພິ່ນເຫັນສັດຊະນິດຕ່າງໆຈາກສະຫວັນໄດ້ຖືກຢ່ອນລົງມາສູ່ໂລກໃນ “ຜ້າຜືນໃຫຍ່ມີເຊືອກຜູກທັງສີ່ແຈ” (ກິດຈະການ 10:11) ແລະ ໄດ້ຖືກບັນຊາໃຫ້ “ຂ້າກິນເສຍ” (ກິດຈະການ 10:13). ເປໂຕບໍ່ກ້າເຮັດ ເພາະສັດບາງຊະນິດ “ບໍ່ສະອາດ” ອີງຕາມກົດຂອງໂມເຊ, ແລະ ເປໂຕກໍບໍ່ເຄີຍລ່ວງລະເມີດພຣະບັນຍັດທີ່ສັ່ງຫ້າມ. ເຖິງຢ່າງໃດກໍຕາມ, ສຽງໄດ້ກ່າວກັບເປໂຕໃນຄວາມຝັນວ່າ, “ສິ່ງທີ່ພຣະເຈົ້າປະກາດວ່າຖືກຊຳລະແລ້ວຢ່າຖືວ່າເປັນສິ່ງຕ້ອງຫ້າມເລີຍ” (ກິດຈະການ 10:15).
ຄວາມໝາຍຂອງຄວາມຝັນນັ້ນໄດ້ແຈ່ມແຈ້ງຂຶ້ນ ເມື່ອບໍ່ດົນຫລັງຈາກນັ້ນ ຊາຍຫລາຍຄົນໄດ້ຖືກສົ່ງມາຈາກນາຍຮ້ອຍຄົນໂຣມຊື່ໂກເນລິໂອ ມາຫາເປໂຕ ຂໍໃຫ້ເພິ່ນໄປສອນຫົວໜ້າຂອງພວກເຂົາ. ໂກເນລິໂອໄດ້ເຕົ້າໂຮມຜູ້ຄົນກຸ່ມໃຫຍ່ສົມຄວນທີ່ເປັນຍາດຕິພີ່ນ້ອງ ແລະ ໝູ່ເພື່ອນຂອງເພິ່ນ, ແລະ ເຫັນເຖິງຄວາມກະຕືລືລົ້ນຂອງພວກເຂົາທີ່ຈະຮັບເອົາຂ່າວສານຂອງເພິ່ນ, ເປໂຕໄດ້ກ່າວວ່າ:
“ພຣະເຈົ້າໄດ້ໂຜດສະແດງໃຫ້ຂ້າພະເຈົ້າເຫັນວ່າບໍ່ຕ້ອງຖືຄົນໃດຄົນໜຶ່ງວ່າເປັນຄົນຕ້ອງຫ້າມ ຫລື ເປັນມົນທິນ. …
“… ພຣະເຈົ້າເຮັດກັບທຸກຄົນໂດຍບໍ່ເລືອກໜ້າຜູ້ໃດ:
“ທຸກຄົນບໍ່ວ່າຊາດໃດກໍຕາມ ທີ່ຢຳເກງພຣະເຈົ້າ ແລະ ປະຕິບັດໃນສິ່ງທີ່ຖືກຕ້ອງຊອບທຳກໍເປັນທີ່ພໍໃຈພຣະອົງ.” (ກິດຈະການ 10:28, 34–35; ເບິ່ງ ຂໍ້ທີ 17–24) ນຳອີກ.
“ຂະນະທີ່ເປໂຕຍັງກ່າວຢູ່ນັ້ນ ພຣະວິນຍານບໍລິສຸດກໍລົງມາເທິງທຸກຄົນ ທີ່ກຳລັງຟັງຖ້ອຍຄຳນັ້ນ.
“ສ່ວນຜູ້ເຊື່ອ ຜູ້ໄປກັບເປໂຕ ຄືຄົນຢິວ ຕ່າງກໍງຶດງໍ້ … ທີ່ພຣະເຈົ້າໄດ້ໂຜດປະທານພຣະວິນຍານບໍລິສຸດເຈົ້າໃຫ້ແກ່ຄົນຕ່າງຊາດຄືກັນ.
“… ແລ້ວເປໂຕໄດ້ຕອບວ່າ,
“ຄົນເຫລົ່ານີ້ໄດ້ຮັບພຣະວິນຍານບໍລິສຸດຄືກັນກັບພວກເຮົາ, ດັ່ງນັ້ນ, ຄົງບໍ່ມີຜູ້ໃດຕີ້ທີ່ຈະຫ້າມພວກເຂົາບໍ່ໃຫ້ຮັບບັບຕິສະມາດ້ວຍນ້ຳ?” (ກິດຈະການ 10:44–47).
ໂດຍປະສົບການນີ້ ແລະ ການເປີດເຜີຍຕໍ່ເປໂຕ, ພຣະຜູ້ເປັນເຈົ້າໄດ້ປັບປຸງການປະຕິບັດຂອງສາດສະໜາຈັກ ແລະ ໄດ້ເປີດເຜີຍໃຫ້ສານຸສິດຂອງພຣະອົງເຂົ້າໃຈຄຳສອນຫລາຍຂຶ້ນ. ແລະ ສະນັ້ນການສອນພຣະກິດຕິຄຸນຈຶ່ງໄດ້ຂະຫຍາຍອອກໄປທຸກຫົນທຸກແຫ່ງ.
ຕໍ່ມາຢູ່ໃນພຣະຄຳກິດຈະການ, ເຮົາພົບເຫັນຕົວຢ່າງທີ່ຄ້າຍຄືກັນນັ້ນ, ເທື່ອນີ້ໄດ້ສະແດງໃຫ້ເຫັນການເປີດເຜີຍເລື່ອງຄຳສອນ ມາເຖິງຕອນປະຊຸມສະພາ. ມີການບໍ່ເຂົ້າໃຈກັນເລື່ອງພິທີຕັດ ວ່າຄວນນັບຖືວ່າເປັນພຣະບັນຍັດຂໍ້ໜຶ່ງຫລືບໍ່ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດຕາມກົດຂອງໂມເຊ (ເບິ່ງ ກິດຈະການ 15:1, 5). “ຝ່າຍພວກອັກຄະສາວົກ ແລະ ພວກເຖົ້າແກ່ ກໍໄດ້ປະຊຸມກັນພິຈາລະນາບັນຫານີ້” (ກິດຈະການ 15:6). ບັນທຶກຂອງເຮົາກ່ຽວກັບການປະຊຸມສະພານີ້ບໍ່ຄົບຖ້ວນ, ແຕ່ພວກເຮົາໄດ້ຖືກບອກວ່າຫລັງຈາກ “ໄດ້ຖຽງກັນເປັນເວລາຍືດຍາວແລ້ວ” (ກິດຈະການ 15:7), ເປໂຕ, ອັກຄະສາວົກຜູ້ໃຫຍ່, ໄດ້ລຸກຂຶ້ນ ແລະ ປະກາດສິ່ງທີ່ພຣະວິນຍານບໍລິສຸດໄດ້ຢືນຢັນແກ່ເພິ່ນ. ເພິ່ນໄດ້ເຕືອນສະພາວ່າ ເມື່ອພຣະກິດຕິຄຸນເລີ່ມຖືກສອນໃຫ້ແກ່ຄົນຕ່າງຊາດໃນບ້ານຂອງໂກເນລິໂອ, ເຂົາເຈົ້າກໍໄດ້ຮັບພຣະວິນຍານບໍລິສຸດເທົ່າໆກັບຊາວຢິວທີ່ໄດ້ຮັບພິທີຕັດ. ເພິ່ນເວົ້າວ່າ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ພຣະອົງບໍ່ໄດ້ປະຕິບັດກັບພວກເຮົາແຕກຕ່າງຈາກພວກເຂົາ, ໄດ້ອະໄພບາບກຳຂອງພວກເຂົາດ້ວຍຄວາມເຊື່ອ.
“ເປັນຫຍັງພວກເຈົ້າຈຶ່ງຢາກທົດລອງພວກເຈົ້າ, ໂດຍວາງພາລະອັນໜັກໃສ່ເທິງຫລັງຂອງພີ່ນ້ອງ?
“ແຕ່ພວກເຮົາເຊື່ອວ່າພວກເຮົາພົ້ນດ້ວຍພຣະຄຸນຂອງອົງພຣະເຢຊູເຈົ້າ ຄືກັນກັບພວກເຂົາ” (ກິດຈະການ 15:9–11; ເບິ່ງ ຂໍ້ທີ 8) ນຳອີກ.
ຫລັງຈາກໂປໂລ, ບາຣະນາບາ, ແລະ ບາງເທື່ອຄົນອື່ນໆອີກໄດ້ກ່າວເພື່ອສະໜັບສະໜູນການປະກາດຂອງເປໂຕ, ຢາໂກໂບໄດ້ສະເໜີການຕັດສິນໃຈນັ້ນໂດຍການຂຽນຈົດໝາຍໄປເຖິງສາດສະໜາຈັກ, ແລະ ສະພາໄດ້ຕົກລົງກັນ “ເຫັນພ້ອມພຽງກັນ” (ກິດຈະການ 15:25; ເບິ່ງ ຂໍ້ທີ 12–23) ນຳອີກ. ໃນຈົດໝາຍປະກາດເຖິງການຕັດສິນໃຈຂອງເຂົາເຈົ້າ, ອັກຄະສາວົກໄດ້ກ່າວວ່າ, “ພຣະວິນຍານບໍລິສຸດເຫັນດີພ້ອມກັບພວກເຮົາແລ້ວ” (ກິດຈະການ 15:28), ຫລື ອີກປະກາດໜຶ່ງ, ການຕັດສິນໃຈນີ້ມາເຖິງໂດຍການເປີດເຜີຍຈາກສະຫວັນຜ່ານພຣະວິນຍານບໍລິສຸດ.
ແບບແຜນດຽວກັນນີ້ຍັງຖືກປະຕິບັດຢູ່ໃນທຸກວັນນີ້ໃນສາດສະໜາຈັກຂອງພຣະເຢຊູຄຣິດຟື້ນຟູຄືນມາໃໝ່. ປະທານຂອງສາດສະໜາຈັກອາດປະກາດ ຫລື ແປຄຳສອນອີງຕາມການເປີດເຜີຍທີ່ເພິ່ນໄດ້ຮັບ (ເບິ່ງ, ຍົກຕົວຢ່າງ, D&C 138). ການແປຄຳສອນອາດມາເຖິງຜ່ານການປະຊຸມຂອງສະພາຂອງຝ່າຍປະທານສູງສຸດ ແລະ ອັກຄະສາວົກສິບສອງ (ເບິ່ງ, ຍົກຕົວຢ່າງ, Official Declaration 2). ການສົນທະນາຂອງສະພາມັກຈະຮ່ວມດ້ວຍຂໍ້ອ້າງອີງຈາກພຣະຄຳພີ, ຄຳສອນຂອງຜູ້ນຳຂອງສາດສະໜາຈັກ ແລະ ການປະຕິບັດ. ແຕ່ສຸດທ້າຍ, ເຊັ່ນດຽວກັບສາດສະໜາຈັກຢູ່ໃນພຣະສັນຍາໃໝ່, ຈຸດປະສົງຄືບໍ່ພຽງແຕ່ເຫັນພ້ອມກັນໃນບັນດາສະມາຊິກຂອງສະພາເທົ່ານັ້ນ, ແຕ່ໄດ້ຮັບການເປີດເຜີຍຈາກພຣະເຈົ້ານຳອີກ. ມັນເປັນຂັ້ນຕອນທີ່ຮ່ວມດ້ວຍທັງເຫດຜົນ ແລະ ສັດທາ ເພື່ອຈະໄດ້ຮັບພຣະດຳລັດ ແລະ ພຣະປະສົງຂອງພຣະຜູ້ເປັນເຈົ້າ4
ໃນເວລາດຽວກັນ ຄວນຈື່ຈຳວ່າ ບໍ່ແມ່ນການຖະແຫລງທຸກຢ່າງຂອງຜູ້ນຳຂອງສາດສະໜາຈັກ, ໃນອາດີດ ຫລື ໃນປະຈຸບັນ, ເປັນຄຳສອນທີ່ຈຳເປັນ. ມັນເປັນຄວາມເຂົ້າໃຈທົ່ວໄປໃນສາດສະໜາຈັກວ່າ ການຖະແຫລງທີ່ກ່າວໂດຍຜູ້ນຳຄົນໜຶ່ງ ໃນໂອກາດໃດໜຶ່ງ ສ່ວນຫລາຍແລ້ວຈະກ່ຽວພັນກັບໂອກາດນັ້ນ ໂດຍສະເພາະ, ຊຶ່ງໄດ້ໄຕ່ຕອງຢ່າງຖີ່ຖ້ວນ, ໄດ້ໃຫ້ຄວາມຄິດຄວາມເຫັນ, ແຕ່ບໍ່ໄດ້ຄາດຫວັງໃຫ້ເປັນການຖະ ແຫລງເປັນທາງການສຳລັບສາດສະໜາຈັກທັງໝົດ. ສາດສະດາໂຈເຊັບ ສະມິດ ໄດ້ສອນວ່າ “ສາດສະດາເປັນສາດສະດາພຽງແຕ່ເມື່ອເພິ່ນປະພຶດຕົວເຊັ່ນນັ້ນ.”5 ປະທານຄະລາກ, ທີ່ກ່າວເຖິງຜ່ານມາ ໄດ້ກ່າວວ່າ:
“ພໍ່ຂອງຂ້າພະເຈົ້າໄດ້ເລົ່າເລື່ອງໜຶ່ງໃຫ້ຂ້າພະເຈົ້າຟັງຕອນຍັງນ້ອຍທີ່ສະແດງໃຫ້ເຫັນກ່ຽວກັບເລື່ອງນີ້. ເລື່ອງທີ່ເພິ່ນເລົ່າແມ່ນກ່ຽວກັບຄວາມຕື່ນເຕັ້ນຂອງການເດີນທາງມາຂອງກອງທັບຈອນສັນ, ບະລາເດີ ບຣິກຳ ໄດ້ສັ່ງສອນຜູ້ຄົນໃນກອງປະຊຸມຕອນເຊົ້າຕອນ ທີ່ຕົກໃຈເລື່ອງການເດີນມາໃກ້ຂອງກອງທັບ ແລະ ປະກາດເຖິງຄວາມຕັ້ງໃຈທີ່ຈະຂັບໄລ່ເຂົາເຈົ້າກັບໄປ. ໃນກອງປະຊຸມຕອນບ່າຍ ເພິ່ນໄດ້ລຸກຂຶ້ນ ແລະ ກ່າວວ່າ ບຣິກຳ ຢັງ ໄດ້ກ່າວໃນຕອນເຊົ້າ, ແຕ່ພຣະຜູ້ເປັນເຈົ້າຈະກ່າວໃນຕອນນີ້. ແລ້ວເພິ່ນກໍໄດ້ກ່າວ, ຊຶ່ງເປັນຖ້ອຍຄຳທີ່ກົງກັນຂ້າມກັບຕອນເຊົ້າຂອງມື້ນັ້ນ. …
“… ສາດສະໜາຈັກຈະຮູ້ໂດຍປະຈັກພະຍານຂອງພຣະວິນຍານບໍລິສຸດ ວ່າພວກອ້າຍນ້ອງຜູ້ທີ່ກ່າວນັ້ນ ໄດ້ກ່າວຄວາມຄິດຄວາມເຫັນທີ່ໄດ້ຮັບການດົນໃຈຈາກພຣະວິນຍານບໍລິສຸດຫລືບໍ່, ແລະ ເມື່ອເວລາມາເຖິງ ຄວາມຮູ້ນັ້ນຈະສະແດງໃຫ້ປະຈັກ.6
ສາດສະດາໂຈເຊັບ ສະມິດ ໄດ້ຢືນຢັນບົດບາດອັນສຳຄັນຂອງພຣະຜູ້ຊ່ອຍໃຫ້ລອດໃນຄຳສອນຂອງເຮົາ ໃນປະໂຫຍດທີ່ເດັດຂາດ ດັ່ງນີ້: “ຫລັກທຳຂັ້ນພື້ນຖານຂອງສາດສະໜາຂອງເຮົາແມ່ນປະຈັກພະຍານຂອງອັກຄະສາວົກ ແລະ ສາດສະດາ ກ່ຽວກັບພຣະເຢຊູຄຣິດ, ວ່າພຣະອົງໄດ້ສິ້ນພຣະຊົນ, ໄດ້ຖືກຝັງ, ແລະ ໄດ້ຄືນມີຊີວິດໃນມື້ທີສາມ, ແລະ ໄດ້ສະເດັດຂຶ້ນໄປສະຫວັນ; ແລະ ທຸກສິ່ງທີ່ກ່ຽວພັນກັບສາດສະໜາຂອງເຮົາ ພຽງແຕ່ເປັນສິ່ງທີ່ເອົາມາຕື່ມໃສ່ເທົ່ານັ້ນ.”7 ປະຈັກພະຍານຂອງໂຈເຊັບ ສະມິດ ເຖິງພຣະເຢຊູຄຣິດແມ່ນວ່າ ພຣະອົງຊົງພຣະຊົນຢູ່, ເພາະເພິ່ນໄດ້ເຫັນພຣະອົງ ແມ່ນແຕ່ຢູ່ເບື້ອງພຣະຫັດຂວາຂອງພຣະເຈົ້າ; ແລະ ເພິ່ນໄດ້ຍິນສຽງກ່າວເປັນປະຈັກພະຍານວ່າ ພຣະອົງເປັນພຣະອົງອົງດຽວທີ່ຖືກຳເນີດຂອງພຣະບິດາ (ເບິ່ງ D&C 76:23; ເບິ່ງ ຂໍ້ທີ 22) ນຳອີກ. ຂ້າພະເຈົ້າຂໍແນະນຳທຸກຄົນ ຜູ້ໄດ້ຍິນ ຫລື ອ່ານຂ່າວສານນີ້ ໃຫ້ສະແຫວງຫາຜ່ານການອະທິຖານ ແລະ ສຶກສາພຣະຄຳພີ ທີ່ເປັນພະຍານອັນດຽວກັນນັ້ນ, ລັກສະນະແຫ່ງສະຫວັນ, ການຊົດໃຊ້, ແລະ ການຟື້ນຄືນຊີວິດຂອງພຣະເຢຊູຄຣິດ. ການຮັບເອົາຄຳສອນຂອງພຣະອົງໂດຍການກັບໃຈ, ຮັບບັບຕິສະມາ, ຮັບເອົາຂອງປະທານສັກສິດແຫ່ງພຣະວິນຍານບໍລິສຸດ ແລະ ໃຫ້ດຳລົງຊີວິດຕາມກົດ ແລະ ພັນທະສັນຍາແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດຕະຫລອດຊີວິດຂອງທ່ານ.
ໃນຂະນະທີ່ບຸນອີດສະເຕີໃກ້ເຂົ້າມາແລ້ວ, ຂ້າພະເຈົ້າຂໍສະແດງການເປັນພະຍານຂອງຂ້າພະເຈົ້າວ່າ ພຣະເຢຊູແຫ່ງນາຊາເຣັດເປັນພຣະບຸດຂອງພຣະເຈົ້າ, ເປັນພຣະເມຊີອາທີ່ທຳນາຍໄວ້ໃນສະໄໝໂບຮານ. ພຣະອົງເປັນພຣະຄຣິດຜູ້ໄດ້ຮັບທຸກທໍລະມານຢູ່ໃນສວນເຄັດເຊມາເນ, ໄດ້ສິ້ນພຣະຊົນຢູ່ເທິງໄມ້ກາງແຂນ, ໄດ້ຖືກຝັງໄວ້, ແລະ ໄດ້ຄືນມີຊີວິດໃນມື້ທີສາມແທ້ໆ. ພຣະອົງເປັນພຣະຜູ້ເປັນເຈົ້າທີ່ໄດ້ຟື້ນຄືນຊີວິດແລ້ວ, ຊຶ່ງຜ່ານພຣະອົງເຮົາຈະໄດ້ຟື້ນຄືນຊີວິດ ແລະ ຖືກໄຖ່ ແລະ ຮັບຄວາມສູງສົ່ງໃນອານາຈັກສະຫວັນຂອງພຣະອົງ. ນີ້ຄືຄຳສອນຂອງເຮົາ, ຢືນຢັນປະຈັກພະຍານທີ່ຜ່ານມາເຖິງພຣະເຢຊູຄຣິດ ແລະ ເປັນພະຍານອີກສຳລັບວັນເວລາຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.