​2010–2019
​ເພື່ອ​ຮັກສາ​ໃຫ້​ສັກສິດ
ເມສາ 2012


​ເພື່ອ​ຮັກສາ​ໃຫ້​ສັກສິດ

ສິ່ງ​ທີ່​ສັກສິດຄວນຖືກ​ປະຕິບັດ​ຕໍ່​ດ້ວຍ​ຄວາມຫ່ວງ​ໄຍ, ດ້ວຍ​ຄວາມ​ນັບຖື​, ​ແລະ ດ້ວຍຄວາມ​ຄາລະວະ​ຫລາຍ​ກວ່າ. ຄວາມ​ສັກສິດຕັ້ງ​ຢູ່​ໃນລະ​ດັບ​ສູງ​ໃນ​ຄຸນຄ່າ​ຂອງ​ສະຫວັນ.

ປະມານ 1,500 ປີ ກ່ອນ​ພຣະຄຣິດ, ຄົນ​ລ້ຽງ​ແກະ​ຜູ້​ໜຶ່ງ​ໄດ້​ເຫັນຕົ້ນ​ໄມ້​ທີ່​ລຸກ​ເປັນ​ໄພຢູ່​ຄ້ອຍ​ພູ​ໂຮ​ເຣັບ. ປະສົບ​ການ​ນັ້ນໄດ້​ປ່ຽນ​ໂມ​ເຊ​ຈາກ​ການ​ເປັນ​ຄົນ​ລ້ຽງ​ແກະ​ເປັນ​ສາດສະດາ ​ແລະ ຈາກ​ການ​ເຕົ້າ​ໂຮມ​ຝູງ​ແກະ ​ເປັນ​ການ​ເຕົ້າ​ໂຮມ​ຊາວ​ອິດສະ​ລາ​ເອນ. ໜຶ່ງ​ພັນ​ສາມ​ຮ້ອຍ​ປີ​ຈາກ​ນັ້ນ​, ປະ​ໂລຫິດ​ໜຸ່ມ​ຄົນ​ໜຶ່ງ​ໃນສະພາ​ຂອງ​ກະສັດ​ມີ​ຄວາມ​ປະ​ທັບ​ໃຈ​ກັບ​ການ​ເປັນ​ພະຍານ​​ຂອງ​ສາດສະດາ​ຜູ້​ຖືກ​ສັ່ງ​ປະຫານ. ປະສົບ​ການ​ນັ້ນ​ໄດ້​ປ່ຽນ​ແອວ​ມາ​ຈາກ​ການ​ເປັນ​ຜູ້ຮັບ​ໃຊ້​ບ້ານ​ເມືອງ​ເປັນ​ຜູ້ຮັບ​ໃຊ້​ພຣະ​ເຈົ້າ. ​ເກືອບ​ເຖິງ 2,000 ປີຈາກ​ນັ້ນ, ຊາຍ​ໜຸ່ມ​ຜູ້​ອາຍຸ 14 ປີ ​ໄດ້​ເຂົ້າ​ໄປ​ໃນ​ປ່າ ຊອກ​ຫາຄຳ​ຕອບ​ໃຫ້​ແກ່​ຄຳຖາມອັນ​ຈິງ​ໃຈ​ຂອງ​​ເພິ່ນ. ປະສົບ​ການ​ຂອງ​ໂຈ​ເຊັບ ສະ​ມິດ​ ຢູ່​ໃນ​ປ່າ​ໄດ້​ປ່ຽນ​ເພິ່ນ​ເປັນ​ສາດສະດາ ​ແລະ ​ເປັນ​ຜູ້​ຟື້ນ​ຟູ.

​ຊີວິດ​ຂອງໂມ​ເຊ, ​ແອວ​ມາ, ​ແລະ ​ໂຈ​ເຊັບ ສະ​ມິດ ​ໄດ້​ປ່ຽນ​ແປງ​ເພາະ​ປະສົບ​ການ​ແຫ່ງ​ສະຫວັນ. ປະສົບ​ການ​ເຫລົ່າ​ນີ້​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພວກ​ເພິ່ນ ​ເພື່ອ​ຈະ​ໄດ້​ຊື່ສັດ​ສະ​ເໝີ​ໄປ​ຕໍ່​ພຣະຜູ້​ເປັນ​ເຈົ້າ ​ແລະ ວຽກ​ງານ​ຂອງ​ພຣະອົງ​ຕະຫລອດ​ຊີວິດ​ຂອງ​ພວກ​ເພິ່ນ, ​ເຖິງ​ແມ່ນ​ໄດ້​ປະ​ເຊີນ​ກັບ​ສິ່ງ​ກົງກັນຂ້າມ ​ແລະ ການ​ທົດ​ລອງ​ອັນ​ຫຍຸ້ງ​ຍາກ​ທີ່​ຕາມ​ມາ.

ປະສົບ​ການ​ຂອງ​ເຮົາ​ກັບ​ສະຫວັນ​ອາດ​ບໍ່​ເປັນ​ໂດຍ​ຕົງ ຫລື ​ເຫັນ​ໄດ້​ງ່າຍ, ຫລື ການ​ທ້າ​ທາຍ​ຂອງ​ເຮົາ​ເປັນຕາ​ຫວາດ​ຫວັ່ນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດັ່ງ​ເຊັ່ນກັບ​ສາດສະດາ, ​ຄວາມ​ເຂັ້ມ​ແຂງ​ຂອງ​ເຮົາ​ທີ່​ຈະ​ອົດທົນ​ຢ່າງ​ຊື່ສັດ​ແມ່ນ​ຂຶ້ນ​ກັບ​ການ​ຮັບ​ຮູ້, ການ​ຈື່​ຈຳ, ​ແລະ ການ​ນັບຖື​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ເບື້ອງ​ເທິງ.

ທຸກ​ວັນ​ນີ້, ສິດ​ອຳນາດ, ຂໍ​ກະ​ແຈ, ​ແລະ ພິທີການ​ໄດ້​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ສູ່​ໂລກ. ມີ​ພຣະຄຳ​ພີ ​ແລະ ພະຍານ​ພິ​ເສດ​ອີກ. ຜູ້​ທີ່​ສະ​ແຫວງ​ຫາ​ພຣະ​ເຈົ້າ​ຈະ​ຮັບ​ບັບຕິ​ສະມາ​ເພື່ອ​ການ​ປົດ​ບາບ ​ແລະ ​ເພື່ອ​ການ​ຢືນຢັນ ​ເພື່ອ​ການວາງ​ມື​ເພື່ອ​ການ​ບັບຕິ​ສະມາ​ດ້ວຍ​ໄຟ ​ແລະ ດ້ວຍ​ພຣະວິນ​ຍານ​ບໍລິສຸດ (​ເບິ່ງ D&C 20:41). ດ້ວຍ​ຂອງ​ປະທານ​ອັນ​ລ້ຳຄ່າເຫລົ່າ​ນີ້, ປະສົບ​ການ​ຂອງ​ເຮົາ​ທາງ​ສະຫວັນ​ສ່ວນ​ຫລາຍ​ແລ້ວ​ຈະ​ກ່ຽວ​ພັນ​ກັບຜູ້​ທີ​ສາມ​ໃນ​ຝ່າຍ​ພຣະ​ເຈົ້າ, ພຣະວິນ​ຍານ​ບໍລິສຸດ.

ຜ່ານ​ສຽງ​ແຜ່ວ​ເບົາ, ພຣະວິນ​ຍານ​ກ່າວ​ກັບ​ເຮົາ

​ເພື່ອ​ນຳພາ​ເຮົາ, ​ເພື່ອ​ກູ້​ເຮົາ​.

(“The Still Small Voice,” Children’s Songbook, 106)

ຂໍ​ໃຫ້​ພຣະວິນ​ຍານ​ສັກສິດ​ຊົງ​ນຳ;

ຂໍ​ໃຫ້​ພຣະອົງ​ສອນ​ເຮົາ​ເຖິງ​ຄວາມ​ຈິງ.

ພຣະອົງ​ຈະ​ເປັນ​ພະຍານ​ເຖິງ​ພຣະຄຣິດ,

​ໃຫ້​ຄວາມ​ສະຫວ່າງ​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ​ດ້ວຍ​ພາບ​ແຫ່ງ​ສະຫັວນ

(“Let the Holy Spirit Guide,” Hymns, no. 143)

ເມື່ອ​ເຮົາ​ສະ​ແຫວ​ງຫາຄຳ​ຕອບ​ຈາກ​ພຣະ​ເຈົ້າ​, ​ເຮົາ​ຈະ​ໄດ້​ຍິນ​ສຽງ​ແຜ່ວ​ເບົາຊື່​ມ​ໃສ່​ວິນ​ຍານ​ຂອງ​ເຮົາ. ຄວາມ​ຮູ້ສຶກນີ້—ຄວາມ​ປະ​ທັບ​ໃຈນີ້—​ເປັນ​ແບບ​ທຳ​ມະ​ຊາດ ​ແລະ ຍາກ​ທີ່​ຈະ​ຮູ້ສຶກ ຈົນ​ວ່າ​ເຮົາ​ມອງ​ຂ້າມ​ມັນ ຫລື ຄິດ​ວ່າ​ມັນ​ເປັນສະຕິ ຫລື ສັນຊາດ​ຕະຍານ. ຂ່າວສານ​ແຕ່ລະ​ຢ່າງ​ເຫລົ່າ​ນີ້​ໄດ້​ເປັນ​ພະຍານ​ເຖິງ​ຄວາມ​ຮັກ​ ​ແລະ ຄວາມ​ເປັນ​ຫ່ວງ​ເປັນ​ໄຍຂອງ​ພຣະ​ເຈົ້າຕໍ່​ລູກໆ​ຂອງ​ພຣະອົງ ​ແລະ ຕໍ່​ພາລະກິດ​ຢູ່​ໃນ​ໂລກ​ຂອງ​ພວກ​ເຂົາ. ການ​ຄິດ ​ແລະ ການ​ຂຽນ​ສິ່ງ​ທີ່​ເຮົາ​ຮູ້ສຶກ​ຈາກ​ພຣະວິນ​ຍານໄວ້​ທຸກ​ວັນ​ເປັນ​ຜົນ​ສອງ​ຢ່າງໃຫ້​ແກ່ຈຸດປະສົງ​ຂອງ​ເຮົາ ​ໃນກາ​ນຊ່ອຍ​ເຫລືອ​ເຮົາ​ໃຫ້​ (1) ຮັບ​ຮູ້​ປະສົບ​ການ​ສ່ວນ​ຕົວ​ຂອງ​ເຮົາ​ທາງ​ສະຫວັນ ​ແລະ (2) ​ເພື່ອ​ຮັກສາເລື່ອງ​ລາວ​ໄວ້​ເພື່ອ​ຕົວ​ເຮົາ​ເອງ ​ແລະ ​ເພື່ອ​ລູກ​ຫລານ​ຂອງ​ເຮົາ. ການ​ບັນທຶກ​ມັນ​ໄວ້​ກໍ​ເປັນ​ການ​ຮັບ​ຮູ້​ ​ແລະ ການ​ຍອມຮັບເປັນ​ທາງ​ການ​ນຳ​ອີກ ​ເຖິງ​ຄວາມ​ກະຕັນຍູ​ຕໍ່ພຣະ​ເຈົ້າ, ​ເພາະບໍ່​ມີ​ສິ່ງ​ໃດ​ທີ່​ມະນຸດ​ຈະ​ເຮັດ​ໃຫ້​ພຣະ​ເຈົ້າ​ຂຸ່ນ​ເຄື່ອງ, ຫລື ​ເຮັດ​ໃຫ້​ພຣະອົງ​ພຣະພິ​ໂລດ​ຕໍ່​ຜູ້​ໃດ, ຍົກ​ເວັ້ນ​ແຕ່​ຜູ້​ທີ່​ບໍ່​ສາລະພາບ​ວ່າພຣະຫັດ​ຂອງ​ພຣະອົງ​ຢູ່​ໃນ​ທຸກ​ສິ່ງ​ທັງ​ປວງ (​ເບິ່ງ D&C 59:21).

ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ໂດຍ​ທາງ​ພຣະວິນ​ຍານ, ພຣະຜູ້​ເປັນ​ເຈົ້າ​ໄດ້​ກ່າວວ່າ ຈົ່ງ​ຈື່​ຈຳ​ໄວ້​ວ່າ ສິ່ງ​ທີ່​ມາ​ຈາກ​ເບື້ອງ​ເທິງ​ເປັນ​ສິ່ງ​ສັກສິດ (​ເບິ່ງ D&C 63:64). ພຣະຄຳ​ຂອງ​ພຣະອົງ​ແມ່ນ​ເກີນ​ກວ່າ​ຄຳ​ເຕືອນ​ເທົ່າ​ນັ້ນ; ມັນ​ເປັນຄວາມ​ໝາຍ​ ແລະ ຄຳ​ອະທິບາຍ​ນຳ​ອີກ.​ ຄວາມ​ສະຫວ່າງ ​ແລະ ຄວາມ​ຮູ້​ຈາກ​ສະ​ຫວັນ​ເປັນ​ສິ່ງ​ສັກສິດ. ມັນ​ສັກສິດ​ເພາະວ່າ​ແຫ​ລ່ງຂອງ​ມັນແມ່ນສະຫວັນ.

ສັກສິດ ໝາຍ​ເຖິງ​ການ​ມີຄ່າ​ຄວນຕໍ່​ຄວາມ​ເຄົາລົບ ​ແລະ ນັບຖື. ​ໂດຍ​ການຈຳ​ແນກ​ບາງ​ສິ່ງ​ວ່າ​ສັກສິດ, ພຣະຜູ້​ເປັນ​ເຈົ້າ​ໄດ້ຊີ້​ບອກ​ວ່າ ມັນ​ມີຄ່າ​ ​ແລະ ຢູ່​ໃນ​ລຳດັບສູງ​ກວ່າ​ສິ່ງ​ອື່ນໆ. ​ສິ່ງ​ທີ່​ສັກສິດຄວນຖືກ​ປະຕິບັດ​ຕໍ່​ດ້ວຍ​ຄວາມຫ່ວງ​ໄຍ, ດ້ວຍ​ຄວາມ​ນັບຖື​, ​ແລະ ດ້ວຍຄວາມ​ຄາລະວະ​ຫລາຍ​ກວ່າ. ຄວາມ​ສັກສິດຕັ້ງ​ຢູ່​ໃນລະ​ດັບ​ສູງ​ໃນ​ຄຸນຄ່າ​ຂອງ​ສະຫວັນ.

ສິ່ງ​ທີ່​ສັກສິດ​ຕໍ່​ພຣະ​ເຈົ້າ​ກາຍ​ເປັນ​ສິ່ງ​ສັກສິດ​ຕໍ່​ເຮົາ​ໄດ້ພຽງ​ແຕ່​ເມື່ອຜ່ານ​ການ​ໃຊ້​ອຳ​ເພີ​ໃຈ; ​ແຕ່ລະຄົນ​ຈະ​ຕ້ອງ​ເລືອກ​ທີ່​ຈະ​ຮັບ ​ແລະ ນັບຖື​ສິ່ງ​ທີ່​ພຣະ​ເຈົ້າ​ນັບຖື​ວ່າ​ເປັນສິ່ງ​ສັກສິດ. ພຣະອົງ​ໄດ້​ສົ່ງ​ຄວາມ​ສະຫວ່າງ ​ແລະ ຄວາມ​ຮູ້​ຈາກ​ສະຫວັນມາ​ໃຫ້. ພຣະອົງ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ຮັບ​ເອົາ ​ແລະ ນັບຖື​ສິ່ງ​ທີ່ພຣະອົງ​ໄດ້​ສົ່ງ​ມາ.

ແຕ່ “ມີ​ການ​ກົງກັນຂ້າມ​ໃນ​ທຸກ​ສິ່ງ” (​2 ນີ​ໄຟ 2:11). ການ​ກົງກັນຂ້າມ​ຂອງຄວາມ​ສັກສິດ​ຄື ການ​ໝິ່ນປະ​ໝາດ ຫລື ທາງ​ໂລກ. ສິ່ງ​ທາງ​ໂລກ​ຈະ​ແຂ່ງຂັນ​ກັບ​ສິ່ງ​ທີ່​ສັກສິດ​ສະ​ເໝີເພື່ອ​ຢາກ​ໄດ້ຄວາມ​ສົນ​ໃຈ ​ແລະ ລຳດັບ​ຄວາມ​ສຳຄັນ​ຈາກ​ເຮົາ. ​ຄວາມ​ຮູ້​ເລື່ອງ​ທາງ​ໂລກ​ກໍເປັນ​ສິ່ງ​ສຳຄັນ​ຕໍ່ຊີວິດ​ປະຈຳ​ວັນ​ໃນ​ໂລກຂອງ​ເຮົາ. ພຣະຜູ້​ເປັນ​ເຈົ້າ​ໄດ້​ແນະນຳ​ເຮົາ​ໃຫ້​ສະ​ແຫວງ​ຫາ​ການ​ຮຽນຮູ້ ​ແລະ ປັນຍາ, ​ໃຫ້​ສຶກສາ ​ແລະ ຮ່ຳຮຽນ​ຈາກ​ປຶ້ມ​ທີ່​ດີ​ທີ່​ສຸດ, ​ແລະ ຮູ້​ພາສາ, ຕະກຸນ, ​ແລະ ຜູ້​ຄົນ (​ເບິ່ງ D&C 88:118; 90:15). ດັ່ງ​ນັ້ນ, ການ​ເລືອກ​ທີ່​ຈະ​ໃຫ້​ຄວາມ​ສັກສິດມີ​ຄວາມ​ສຳຄັນ​ຫລາຍ​ກວ່າ​ຝ່າຍ​ໂລກ ​ເປັນ​ການ​ເລືອກ​ລຳດັບ​ຄວາມ​ສຳຄັນ, ບໍ່​ແມ່ນການ​ເລືອກອັນ​ໜຶ່ງ ​ແລ້ວ​ຖິ້ມ​ອັນ​ໜຶ່ງ; “ມີ​ການ​ສຶກສາ​ຍ່ອມ​ດີ ຖ້າ​ຫາກ ​ເຂົາ​ເຊື່ອ​ຟັງ​ຄຳ​ແນະນຳ​ຂອງ​ພຣະ​ເຈົ້າ” (2 ນີ​ໄຟ 9:29; ​ເນັ້ນຄຳ​ເນີ້ງ).

ຄວາມ​ແຍ້ງຊີງ​ເອົາ​ລຳດັບ​ລະຫວ່າງ​ສິ່ງ​ສັກສິດ ​ແລະ ຝ່າຍ​ໂລກ​ຢູ່​ໃນ​ຫົວ​ໃຈ​ຂອງ​ມະນຸດ​ແຕ່ລະຄົນໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ປະສົບ​ການ​ຂອງ​ໂມ​ເຊ​ຢູ່​ທີ່​ຕົ້ນ​ໄມ້​ທີ່​ລຸກ​ເປັນ​ໄຟ. ຢູ່​ທີ່​ນັ້ນ​ໂມ​ເຊ​ໄດ້​ຮັບ​ການ​ເອີ້ນ​ທີ່​ສັກສິດ​ຈາກ​ພຣະ​ເຢ​ໂຮ​ວາ ​ເພື່ອ​ໃຫ້​ໄປ​ປົດ​ປ່ອຍ​ຊາວ​ອິດສະຣາ​ເອນ​ຈາກ​ການ​ເປັນ​ຂ້າ​ທາດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຕອນ​ຕົ້ນ ຄວາມ​ຮູ້​ທາງ​ໂລກ​ຂອງ​ລາວ​ເຖິງ​ອຳນາດ​ຂອງ​ປະ​ເທດ​ເອຢິບ​ ແລະ ຟາ​ລາ​ໂອ ​ເຮັດ​ໃຫ້​ລາວ​ຄິດ​ສົງ​ໃສ. ​ໃນ​ທີ່​ສຸດ, ​ໂມ​ເຊ​ໄດ້​ໃຊ້​ສັດທາ​ໃນ​ພຣະຄຳ​ຂອງ​ພຣະຜູ້​ເປັນ​ເຈົ້າ, ​ໄດ້​ຄວບ​ຄຸມຄວາມ​ຮູ້​ທາງ​ໂລກ​ຂອງ​ລາວ ​ແລະ ​ໄດ້​ໄວ້​ວາງ​ໃຈ​ໃນ​ສິ່ງ​ທີ່​ສັກສິດ. ຄວາມ​ໄວ້​ວາງ​ໃຈ​ນັ້ນ​ໄດ້​ໃຫ້​ພະລັງ​ແກ່​ລາວ​ທີ່​ຈະ​ເອົາ​ຊະນະ​ການ​ທົດ​ລອງ​ທາງ​ໂລກ ​ແລະ ​ໄດ້​ນຳພາ​ຊາວ​ອິດສະຣາ​ເອນ​ອອກ​ຈາກ​ປະ​ເທດ​ເອຢິບ.

​ຫລັງ​ຈາກ​ໄດ້​ຫລຸດ​ພົ້ນ​ຈາກ​ກຳມື​ຂອງ​ກະສັດ​ໂນ​ອາ ​ແຕ່​ກັບ​ມາ​ຕົກ​ຢູ່​ໃນ​ການ​ເປັນ​ຂ້າ​ທາດ​ຂອງ​ອາ​ມູລອນ, ​ແອວ​ມາ​ອາດ​ມີ​ຄວາມ​ສົງ​ໄສ​ນຳ​ການ​ເປັນ​ພະຍານ​ທາງ​ວິນ​ຍານ​ທີ່​ລາວ​ໄດ້​ຮັບ ຕອນ​ລາວ​ໄດ້​ຟັງ​ອະບີ​ນາ​ໄດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ລາວ​ໄດ້​ໄວ້​ວາງ​ໃຈ​ໃນ​ຄວາມ​ສັກສິດ ​ແລະ ​ສາມາດ​ເອົາ​ຊະນະ​ການ​ທົດ​ລອງ​ຂອງ​ລາວ​ໄດ້.

ໂຈ​ເຊັບ ສະ​ມິດ ​ໄດ້​ປະສົບ​ກັບ​ບັນຫາ​ທີ່​ຄ້າຍຄື​ກັນ​ນີ້ໃນ​ຕອນ​ເພິ່ນ​ເລີ່ມ​ຕົ້ນ​ແປ​ພຣະຄຳ​ພີ​ມໍ​ມອນ. ​ເພິ່ນ​ຮູ້​ເຖິງ​ຄວາມ​ສັກສິດ​ຂອງ​ແຜ່ນ​ຈາລຶກ ​ແລະ ວຽກ​ງານ​ການ​ແປ. ​ແຕ່​ເພິ່ນ​ຖືກເກ້ຍ​ກ່ອມ​ໂດຍ​ມາ​ຕິນ ​ແຮ​ຣິສ ​ໃຫ້​ຖື​ການ​ເປັນ​ເພື່ອນ ​ແລະ ​ເງິນ​ວ່າມີ​ຄວາມ​ສຳຄັນ​ຫລາຍ​ກວ່າ​ຄຳ​ແນະນຳ​. ຜົນ​ກໍ​ຄື, ການ​ແປ​ໄດ້​ຖືກ​ລັກ​ໄປ. ພຣະຜູ້​ເປັນ​ເຈົ້າ​ໄດ້​ສັ່ງສອນ​ໂຈ​ເຊັບ​ເລື່ອງ​ການ​ມອບ​ສິ່ງ​ສັກສິດ​ໄວ້​ກັບ​ຄວາມ​ຊົ່ວ​ຮ້າຍ (​ເບິ່ງ D&C 10:9) ແລະ ​ໄດ້​ເອົາ​ແຜ່ນ​ຈາລຶກ ​ແລະ ຂອງ​ປະທານ​ແຫ່ງ​ການ​ແປໄປ​ຈາກ​ເພິ່ນ​ຊົ່ວ​ລະຍະ​ໜຶ່ງ. ​ເມື່ອ​ໂຢ​ເຊັບ​ຮູ້​ວ່າ​ອັນ​ໃດ​ສຳຄັນ​ກວ່າ ສິ່ງ​ສັກສິດໄດ້​ຖືກ​ນຳ​ກັບ​ຄືນ​ມາ​ໃຫ້ ​ແລະ ​ເພິ່ນ​ກໍ​ໄດ້​ເລີ່ມ​ຕົ້ນ​ເຮັດ​ວຽກ​ງານ​ຕໍ່​ໄປ.

ພຣະຄຳ​ພີ​ມໍ​ມອນ​ກໍ​ມີ​ຕົວຢ່າງ​ອື່ນໆ​ອີກ​ເຖິງ​ຄວາມ​ຫຍຸ້ງຍາກ​ກັບ​ການຈັດ​ລຳດັບ​ຄວາມ​ສຳຄັນ​. ​ມັນ​ກ່າວ​ເຖິງ​ຜູ້​ທີ່​ເຊື່ອ​ທີ່ໄດ້​ຖືກ​ພາ​ໄປ​ຫາ​ຕົ້ນ​ໄມ້​ແຫ່ງ​ຊີວິດ​ເພື່ອ​ຮັບ​ເອົາໝາກ​ໄມ້​ທີ່​ສັກສິດ, ຄື​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ​ແລ້ວ​ການ​ຫົວ​ເຍາະ​ເຍີ້ຍ​ຂອງ​ຜູ້​ຄົນ​ຢູ່​ຕຶກ​ອັນ​ກວ້າງ​ໃຫຍ່​ໄດ້​ເຮັດ​ໃຫ້​ຜູ້​ທີ່​ເຊື່ອ​ຫັນ​ໜີ​ຈາກ​ຄວາມ​ສັກສິດ ​ໄປ​ຫາ​ຝ່າຍ​ໂລກ. (​ເບິ່ງ 1 Nephi 8:11, 24–28.) ຕໍ່​ມາ, ຊາວ​ນີ​ໄຟ​ໄດ້​ເລືອກ​ຄວາມ​ຈອງຫອງ ​ແລະ ປະຕິ​ເສດວິນ​ຍານ​ແຫ່ງ​ການ​ທຳນາຍ ​ແລະ ການ​ເປີດ​ເຜີຍ, ​ເຍາະ​ເຍີ້ຍ​ສິ່ງ​ທີ່​ສັກສິດ (​ເບິ່ງ Helaman 4:12). ແມ່ນ​ແຕ່​ຄົນ​ທີ່​ເຄີຍ​ໄດ້​ເຫັນ​ເຄື່ອງໝາຍ ​ແລະ ການ​ມະຫັດສະຈັນ​ຂອງ​ການ​ກຳ​ເນີດ​ຂອງ​ພຣະຜູ້​ເປັນ​ເຈົ້າ​ຍັງ​ເລືອກ​ປະຕິ​ເສດ​ການສະ​ແດງ​ໃຫ້​ປະຈັກ​ເຫລົ່າ​ນັ້ນຈາກ​ສະຫວັນ​ ໄປ​ຮັບ​ເອົາ​ການ​ອະທິບາຍ​ຂອງ​ໂລກ (​ເບິ່ງ 3 Nephi 2:1–3).

ທຸກ​ວັນ​ນີ້​ຄວາມ​ຫຍຸ້ງຍາກນັ້ນ​ກໍ​ຍັງ​ມີ​ຢູ່. ສຽງ​ຂອງ​ໂລກ​ດັງ​ແຮງ​ຫລາຍ​ຂຶ້ນ. ​ມັນ​ນັບ​ມື້​ນັບ​ຍົວະ​ຍົງ​ຜູ້​ທີ່ເຊື່ອ​ໃຫ້​ປະ​ຖິ້ມ​ຄວາມ​ເຊື່ອ​ຖືທີ່​ຊາວ​ໂລກ​ນັບຖື​ວ່າ​ບໍ່​ມີ​ເຫດຜົນ. ​ເພາະ “​ເຮົາ​ເຫັນ​ພໍ​ມົວໆ​ຄື​ເຫັນ​ໃນ​ແວ່ນ” (1 ​ໂກ​ຣິນ​ໂທ 13:12) ແລະ ບໍ່​ຮູ້​ຄວາມ​ໝາຍ​ຂອງ​ທຸກ​ສິ່ງ (​ເບິ່ງ 1 Nephi 11:17), ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກອ່ອນ​ແອ ​ແລະ ຕ້ອງການ​ຄວາມ​ແນ່ນອນ​ໃຈ​ທາງ​ວິນ​ຍານ​ຕື່ມ​ອີກ. ພຣະຜູ້​ເປັນ​ເຈົ້າໄດ້​ບອກອໍ​ລີ​ເວີ ຄາວ​ເດີ​ລີ ​ວ່າ:

ຖ້າ​ລາວ​ປາຖະໜາ​ການ​ເປັນ​ພະຍານ​ຕື່ມ​ອີກ, ​ໃຫ້​ລາວນຶກ​ເຖິງ​ຄືນ​ທີ່ລາວ​ໄດ້​ເອີ້ນ​ຫາ​ພຣະອົງ​ຢູ່​ໃນ​ໃຈ​ຂອງ​ລາວ, ​ເພື່ອ​ວ່າ​ລາວ​ຈະ​ຮູ້​ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ສິ່ງ​ເຫລົ່າ​ນັ້ນ.

ພຣະອົງ​ບໍ່​ໄດ້​ກ່າວ​ໃຫ້​ຄວາມ​ສະຫງົບ​ແກ່​ຈິດ​ໃຈ​ຂອງ​ລາວ​ບໍ​ກ່ຽວ​ກັບ​ເລື່ອງ​ນີ້? ​ລາວ​ຈະ​ມີ​ພະຍານ​ໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່າ​ພະຍານ​ຈາກ​ພຣະ​ເຈົ້າ? (​ເບິ່ງ D&C 6:22–23).

ພຣະຜູ້​ເປັນ​ເຈົ້າ​ໄດ້​ເຕືອນອໍ​ລີ​ເວີ​ ແລະ ​ເຮົາ​ໃຫ້ເພິ່ງ​ພາ​ອາ​ໄສປະຈັກ​ພະຍານ​ສ່ວນ​ຕົວ​ທີ່ສັກສິດ​ທີ່​ເຮົາ​ໄດ້​ຮັບ​ຜ່ານ​ມາຕອນ​ສັດທາ​ຂອງ​ເຮົາ​ຖືກ​ທ້າ​ທາຍ. ​ເຊັ່ນ​ດຽວ​ກັບ​ໂມ​ເຊ, ​ແອວ​ມາ, ​ແລະ ​ໂຈ​ເຊັບ, ປະສົບ​ການ​ເຫລົ່ານັ້ນຈະ​ເປັນ​ສະໝໍ​ທາງ​ວິນ​ຍານ​ເພື່ອ​ຮັກສາ​ເຮົາ​ໃຫ້​ປອດ​ໄພ ​ແລະ ຢູ່​ໃນ​ເສັ້ນທາງ​ທີ່​ຖືກຕ້ອງ​ໃນ​ເວລາ​ທີ່​ຖືກ​ທົດ​ລອງ​.

ສິ່ງ​ທີ່​ສັກສິດ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ສາມາດເລືອກ​ປະ​ຖິ້ມ​ໄດ້. ຜູ້​ໃດ​ທີ່​ເລືອກ​ປະ​ຖິ້ມ​ສິ່ງ​ທີ່ສັກສິດ​ຈະ​ມີ​ຄວາມ​ມືດ​ມົວຢູ່​ໃນ​ຈິດ​ໃຈ (​ເບິ່ງ D&C 84:54), ແລະ ​ເວັ້ນ​ເສຍ​ແຕ່​ເຂົາຈະ​ກັບ​ໃຈ, ຄວາມ​ສະຫວ່າງນັ້ນ​ຈະ​ຖືກ​ເອົາ​ໄປ​ຈາກ​ເຂົາ (​ເບິ່ງ D&C 1:33). ໂດຍ​ບໍ່​ມີ​ສິ່ງ​ທີ່ສັກສິດ​ເປັນ​ສະໝໍ, ເຂົາ​ຈະ​ພົບ​ເຫັນ​ຕົນ​ເອງ​ຫລົງ​ທາງ​ໄປຢູ່​ໃນ​ທະ​ເລ​ຂອງ​ຝ່າຍ​ໂລກ. ​ແຕ່​ກົງກັນຂ້າມ, ຄົນ​ທີ່​ຍຶດຖື​ສິ່ງ​ທີ່​ສັກສິດ ຈະ​ໄດ້​ຮັບ​ຄຳ​ສັນຍາ​ທີ່​ວ່າ ສິ່ງ​ທີ່​ມາ​ຈາກ​ພຣະ​ເຈົ້າ​ເປັນຄວາມ​ສະຫວ່າງ; ​ແລະ ຄົນ​ທີ່​ໄດ້​ຮັບ​ຄວາມ​ສະຫວ່າງ, ​ແລະ ດຳ​ເນີນ​ຢູ່​ກັບ​ພຣະ​ເຈົ້າ, ຈະ​ໄດ້​ຮັບ​ຄວາມ​ສະຫວ່າງ​ຫລາຍ​ຂຶ້ນ; ​ແລະ ຄວາມ​ສະຫວ່າງ​ນັ້ນ​ຈະ​ຮຸ່ງ​ແຈ້ງ​ຫລາຍ​ຂຶ້ນ​ໄປ​ເລື້ອຍໆ​ຈົນ​ເຖິງ​ວັນ​ທີ່​ສົມບູນ (​ເບິ່ງ D&C 50:24).

ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າ​ຈົ່ງ​ປະທານ​ພອນ​ໃຫ້​ເຮົາ​ເພື່ອ​ຈະ​ໄດ້​ຮັບ​ຮູ້ສະ​ເໝີ​ໄປ, ຈື່​ຈຳ, ​ແລະ ນັບຖື​ສິ່ງສັກສິດ​ທີ່ເຮົາ​ໄດ້​ຮັບ​ຈາກ​ເບື້ອງ​ເທິງ. ຂ້າພະ​ເຈົ້າ​ຂໍ​ເປັນ​ພະຍານ​ວ່າ ​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ​ເຮົາ​ຈະ​ມີ​ພະລັງ​ທີ່​ຈະ​ອົດທົນ​ຕໍ່​ການ​ທົດ​ລອງ ​ແລະ ​ເອົາ​ຊະນະ​ການ​ທ້າ​ທາຍ​ຂອງວັນ​ເວລາ​ຂອງ​ເຮົາ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.