​2010–2019
ຈົ່ງ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ
ເມສາ 2012


2:3

ຈົ່ງ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ

ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ສາມາດ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ ​ແມ່ນ​ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າດ້ວຍ​ຄວາມໝັ້ນ​​ໃຈ.​

ຖື​ວ່າ​ເປັນ​ສິດທິ​ພິ​ເສດສຳລັບ​ຂ້າພະ​ເຈົ້າ​ທີ່​ໄດ້​ມາ​ຮ່ວມ​ກັບ​ພວກ​ເຈົ້າ​ໃນ​ຄ່ຳ​ຄືນ​ນີ້. ​ທຸກ​ເທື່ອ​​ເມື່ອ​ເດືອນ​ມັງກອນ ມາ​ເຖິງຂ້າພະ​ເຈົ້າ​ໄດ້​ມີ​ຄວາມ​ຕື່ນ​ເຕັ້ນ​ຫລາຍ​ຢາກ​ຮູ້​ຄຳ​ຂວັນໃໝ່ປະຈຳ​ປີ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະ​ເຈົ້າ​ໄດ້ໃຊ້​ເວລາ​ຊັ່ງ​ຊັງ​ຕົນ​ເອງ​ວ່າ ຂ້າພະ​ເຈົ້າ​ໄດ້​ປະຕິບັດ​ຕາມ​ຄຳ​ຂວັນຂອງປີ ທີ່​ຜ່ານ​ມາ ໄດ້​ດີ​ປານ​ໃດ.

​ໃຫ້​ເຮົາ​ມາ​ໃຊ້​ເວລາ​ຈັກ​ບຶດໜຶ່ງ​ເພື່ອ​ທົບ​ທວນຄຳ​ຂວັນເທື່ອແລ້ວ​ນີ້​ທີ່​ວ່າ: “ຈົ່ງ​ໃຫ້​ຄຸນ​ນະ​ທຳ​ປະດັບ​ຄວາມ​ຄິດ​ຂອງ​​ເຈົ້າ​ຢ່າງ​ບໍ່​ເສື່ອມ​ຄາຍ”1 “ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ເຈົ້າ​ແນ່ວ​ແນ່​ ແລະ​ ບໍ່​ຫວັ່ນ​ໄຫວ, ແຕ່​ເຕັມ​ໄປ​ດ້ວຍ​ວຽກ​ງານ​ດີ​ຢູ່​ສະ​ເໝີ,”2 “ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ຖື,”3 “​ໃຫ້​ມີ​ໃຈ​ເດັດດ່ຽວ ​ແລະ​ ກ້າຫານ,”4 ແລະ ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສິບ​ສາມ ກ່າວ​ວ່າ: “ພວກ​ເຮົາ​ເຊື່ອ​ໃນ​ການ​ເປັນ​ຄົນ​ສັດ​ຊື່, ຈິງ, ບໍລິສຸດ, ມີ​ເມດ​ຕາ, ມີ​ຄຸນ​ນະ​ທຳ, ​ແລະ ​ໃນ​ການ​ເຮັດ​ຄວາມ​ດີ​ຕໍ່​ມະນຸດ​ທັງ​ປວງ.”5

ການ​ສຶກສາ ​ແລະ ການ​ເອົາ​ໃຈ​ໃສ່​ຕໍ່ຂໍ້​ພຣະຄຳ​ພີ​ເຫລົ່າ​ນີ້ຕະຫລອດ​ປີ ​​ໄດ້​ປ່ອຍ​ໃຫ້​ມັນ​ເປັນ​ພາກສ່ວນ​ໜຶ່ງ​ໃນ​ຫົວ​ໃຈ, ຈິດ​ວິນ​ຍານ, ​ແລະ ປະຈັກ​ພະຍານ​ຂອງ​ເຮົາ. ​ພວກ​ເຮົາຫວັງ​ວ່າ ພວກ​ເຈົ້າ​ຈະ​ໃຫ້​ມັນ​ເປັນ​ສິ່ງ​ນຳພາ​ໄປ​ຕະຫລອດ ​​ເມື່ອ​ເຮົາ​ຫັນ​ຄວາມ​ສົນ​ໃຈ​ຂອງ​ເຮົາ​ຕໍ່​ຄຳ​ຂວັນຂອງ​ປີ 2012, ຊຶ່ງ​ພົບ​ເຫັນ​ໃນ Doctrine and Covenants.

ຫົວ​ບົດ​ຂອງ​ພາກ​ທີ 115 ອະທິບາຍ​ວ່າ ມັນ​ເປັນ​ປີ​ທີ 1838, ​ແລະ ​ແມ່ນ​ຢູ່​ເມືອງ​ຟາ​ແວັສ, ລັດ​ມິດ​ເຊີ​ລີ. ​ໂຈ​ເຊັບ ສະ​ມິດ ​ໄດ້ບອກ​ໃຫ້​ຮູ້​ເຖິງ​ພຣະປະສົງ​ຂອງ​ພຣະ​ເຈົ້າ​ກ່ຽວ​ກັບ​ການ​ສ້າງສະຖານ​ທີ່​ແຫ່ງ​ນັ້ນ ​ແລະ ບ້ານ​ຂອງ​ພຣະຜູ້​ເປັ​ນ​ເຈົ້າ. ສາດ​ສະ​ດາ​ໄດ້​ມີ​ຄວາມ​ຫວັງ ​ແລະ ​ໄດ້​ຮັບ​ກຳລັງ​ໃຈ. ​ໃນ​ຂໍ້​ທີ 5, ​ເຮົາ​ຈະ​ເຫັນ​ຄຳ​ຂວັນຂອງ​ປີ​ນີ້​, ຊຶ່ງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ຈົ່ງ​ລຸກ​ຂຶ້ນ​ ​ແລະ ສ່ອງ​ແສງ​ອອກ​ໄປ, ​ເພື່ອ​ແສງ​ສະຫວ່າງ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ທຸງ​ໃຫ້​ປະຊາ​ຊາດ.

ພວກ​ເຈົ້າ​ຄິດ​ວ່າ​ແນວ​ໃດ​ເມື່ອ​ພວກ​ເຈົ້າ​ໄດ້​ຍິນ​ຄຳ​ວ່າ ຈົ່ງ​ລຸກຂຶ້ນ? ສຳລັບ​ຂ້າພະ​ເຈົ້າ​ແລ້ວ, ຂ້າພະ​ເຈົ້າ​ຄິດກ່ຽວ​ກັບ​ພວກ​ເຈົ້າ—ຄົນ​ໜຸ່ມ​ທີ່​ສູງ​ສັກ​ຂອງ​ສາດສະໜາ​ຈັກ. ຂ້າພະ​ເຈົ້າ​ວາດ​ພາບ​ເຫັນ​ພວກ​ເຈົ້າ​ລຸກ​ຂຶ້ນຢ່າງ​ພາກ​ພຽນຈາກ​ຕຽງ​ນອນ​ຂອງ​ພວກ​ເຈົ້າ​ທຸກ​ເຊົ້າ​ໄປ​ຫ້ອງ​ຮຽນ​ສາດສະໜາ. ຂ້າພະ​ເຈົ້າ​ເຫັນ​ພວກ​ເຈົ້າ​ລຸກ​ຂຶ້ນຢ່າງ​ຊື່ສັດ​ຈາກ​ການ​ຄຸ​ເຂົ່າ​ຫລັງຈາກ​ກ່າວ​ຄຳ​ອະທິຖານ​ທຸກ​ມື້. ຂ້າພະ​ເຈົ້າ​ຄິດ​ກ່ຽວ​ກັບ​ພວກ​ເຈົ້າວ່າ​ພວກ​ເຈົ້າ​ໄດ້​ລຸກ​ຂຶ້ນ​ຢ່າງ​ກ້າຫານ ​ເພື່ອ​​ແບ່ງປັນ​ປະຈັກ​ພະຍານ​ ​ແລະ ປົກ​ປ້ອງ​ມາດຕະຖານ​ຂອງ​ພວກ​ເຈົ້າ. ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ໂດຍ​ຄວາ​ມຕັ້ງ​ໃຈ​ຂອງ​ພວກ​ເຈົ້າ​ຕໍ່​ພຣະກິດ​ຕິ​ຄຸນ ​ແລະ ຕົວຢ່າງ​ທີ່​ດີ​ຂອງ​ພວກ​ເຈົ້າ. ​ພວກ​ເຈົ້າຫລາຍ​ຄົນ​ກໍ​ໄດ້​ຮັບ​ເອົາ​ການ​ເຊື້​ອ​ເຊີນ​ນີ້​ແລ້ວ ທີ່​ຈະ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ, ​ແລະ ຄວາມ​ສະຫວ່າງ​ຂອງ​ພວກ​ເຈົ້າ​ໄດ້​ຊຸກຍູ້​ຄົນ​ອື່ນ​ໃຫ້​ເຮັດ​ເຊັ່ນ​ດຽວ​ກັນ.

ວິທີ​ໜຶ່ງ​ທີ່​ດີ​ທີ່​ສຸດ​ທີ່​ເຮົາ​ສາມາດ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ ​ແມ່ນ​ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະ​ເຈົ້າ ດ້ວຍ​ຄວາມໝັ້ນ​ໃຈ.​ ເຮົາ​ຮຽນ​ຮູ້​ພຣະບັນຍັດ​ເຫລົ່າ​ນີ້​ໃນ​ພຣະຄຳ​ພີ, ຈາກສາດສະດາ​ໃນ​ປະຈຸ​ບັນ, ​ແລະ ​ໃນ​ປຶ້ມ​ນ້ອຍ​ຊື່ວ່າ ສຳລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ. ພວກ​ເຈົ້າ​ແຕ່ລະຄົນ​ຄວນ​ມີ​ປຶ້ມ​ນ້ອຍ​ນີ້. ​ໃນ​ປຶ້ມ​ຂອງຂ້າພະ​ເຈົ້າ​ເອງ, ຂ້າພະ​ເຈົ້າ​ໄດ້​ຂີດ​ອ້ອມ​ຄຳ​ວ່າ ສຳລັບ ​ແລະ ​ເຈົ້າ, ຊຶ່ງໝູ່​ຮັກ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າພາ​ເຮັດ. ການ​ເຮັດ​ແນວ​ນັ້ນໄດ້​ເຕືອນ​ຂ້າພະ​ເຈົ້າ​ວ່າ ມາດຕະຖານ​ເຫລົ່າ​ນີ້​ບໍ່​ໄດ້​ເປັນ​ພຽງ​ຂໍ້​ແນະນຳ​ທົ່ວ​ໄປ​ເທົ່າ​ນັ້ນ—ມັນ​ມີ​ຄວາມໝາຍ​ພິ​ເສດ ສຳລັ​ບ​ຂ້າພະເຈົ້າ. ຂ້າພະ​ເຈົ້າ​ຫວັງ​ວ່າ ພວກ​ເຈົ້າ​ຈະ​ໃຊ້​ເວລາ​ຖ້ອຍ​ຄຳເຫລົ່າ​ນັ້ນ​ຢູ່​ໃນ​ປຶ້ມ​ຂອງ​ພວກ​ເຈົ້າ, ອ່ານ​ມັນທັງ​ເຫ​ລັ້ມ, ​ແລະ ຮູ້ສຶກ​ເຖິງ​ພຣະວິນ​ຍານ​ເປັນ​ພະຍານ​ວ່າ ມາດຕະຖານ​ແມ່ນ ສຳລັບ​ພວກ​ເຈົ້າ ຄື​ກັນ.

ຈະ​ມີ​ບາງ​ຄົນ​ໃນ​ພວກ​ເຈົ້າທີ່​ພະຍາຍາມປະໝາດ ​ຫລື ບໍ່​ນັບຖື​ມາດຕະຖານ​ຢູ່​ໃນ​ປຶ້ມ ສຳລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ. ​ເຂົາ​ເຈົ້າ​ອາດ​ຫລຽວ​ເບິ່ງ​ປຶ້ມນີ້ ​ແລ້ວ​ເວົ້າ​ວ່າ, “​ເບິ່ງ​ແມ່, ​ແມ່​ເອີຍ, ປຶ້ມ​ບໍ່​ໄດ້​ເວົ້າ​ກ່ຽວ​ກັບ [ກ່າວ​ເຖິງບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ນັ້ນ].” ຫລື ​ເຂົາ​ເຈົ້າ​ອາດ​ຫາ​ຂໍ້​ແກ້​ຕົວ, “ສິ່ງ​ທີ່​ເຮົາ​ເຮັດ​ບໍ່​ໄດ້​ເປັນ​ສິ່ງ​ບໍ່​ດີ. ​ເຮົາ​ບໍ່​ໄດ້​ຮ້າຍ​ແຮງ​ເທົ່າ​ກັບ [ກ່າວ​ຊື່​ຂອງ​ບາງ​ຄົນ​ໃສ່].

ປະທານ​ແຮ​ໂຣນ ບີ ລີ ​ໄດ້​ສອນ​ວ່າ, “ສິ່ງ​ສຳຄັນ​ທີ່​ສຸດ​ຂອງພຣະບັນຍັດຂອງ​ພຣະ​ເຈົ້າ​ທຸກ​ຂໍ້ ​ແມ່ນ​ຂໍ້​ທີ່​ຍາກສຳລັບ​ພວກ​ເຈົ້າ​ທີ່​ຈະ​ຮັກສາ​ໃນ​ທຸກ​ວັນ​ນີ້​.”6 ກະສັດ​ເບັນ​ຢາ​ມິນ​ໄດ້​ອະທິບາຍ​ວ່າ, “ຂ້າພະ​ເຈົ້າບອກ​ພວກ​ທ່ານ​ບໍ່​ໄດ້​ທຸກ​ເລື່ອງ ໂດຍ​ການ​ທີ່​ພວກ​ທ່ານ​ຈະ​ກະທຳ​ບາບ; ເພາະ​ມີ​ທາງ ແລະ ວິທີ​ຕ່າງໆຊຶ່ງມີ​ຫລາຍຈົນ​ຂ້າພະ​ເຈົ້ານັບ​ບໍ່​ໄດ້.”7 ຖ້າ​ຫາກ​ພວກ​ເຈົ້າ​ມີ​ບັນຫາ​ເລື່ອງ​ການ​ຮັກ​ມາດຕະຖານ ​ແລະ ພຣະບັນຍັດ​ເຫລົ່າ​ນີ້, ຂ້າພະ​ເຈົ້າ​ຂໍ​ຊຸກຍູ້​ພວກ​ເຈົ້າ​ໃຫ້​ຊອກ​ຫາ​ຄວາມ​ຊ່ອຍ​ເຫລືອ​ຢູ່​ໃນ​ພຣະກິດ​ຕິ​ຄຸນ. ​ໃຫ້​ອ່ານ​ພຣະຄຳ​ພີ​ຂອງພວກ​ເຈົ້າ. ​ໃຫ້​ໃຊ້​ເວລາ​​ເບິ່ງ​ແວບ​ໄຊ້ຂອງ​ສາດສະໜາ​ຈັກ, LDS.org, ​ເພື່ອ​ຊອກ​ຫາ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ພວກ​ເຈົ້າ. ​ໃຫ້​ເວົ້າ​ລົມ​ກັບ​ພໍ່​ແມ່, ຜູ້ນຳ, ​ແລະ ຄົນ​ທີ່​ເປັນ​ຕົວຢ່າງ​ທີ່​ດີ​ເມື່ອ​ເຂົາ​ດຳລົງ​ຊີວິດຕາມ​ພຣະກິດ​ຕິ​ຄຸນ. ຈົ່ງ​ອະທິຖານ. ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະບິດາ​ເທິງ​ສະຫວັນ, ຜູ້​ຮັກ​ພວກ​ເຈົ້າ. ຈົ່ງ​ໃຊ້​ຂອງ​ປະທານ​ແຫ່ງ​ການ​ກັບ​ໃຈ​ທຸກ​ວັນ. ຈົ່ງ​ຮັບ​ໃຊ້​ກັນ​. ແລະ ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ຄື ຈົ່ງ​ຟັງ ​ແລະ ​ເຮັດ​ຕາມ​ການ​ກະ​ຕຸ້ນ​ຂອງ​ພຣະວິນ​ຍານ​ບໍລິສຸດ.

ປະທານທອມ​ມັສ ແອັສ ມອນ​ສັນ ​ໄດ້​ຊຸກຍູ້​ເຮົາ​ທຸກ​ຄົນ​ດ້ວຍ​ຖ້ອຍ​ຄຳ​ເຫລົ່າ​ນີ້: “​ເພື່ອນ​ໜຸ່ມ​ຂອງ​ຂ້າພະ​ເຈົ້າ, ຈົ່ງ​ເຂັ້ມ​ແຂງ. … ພວກ​ເຈົ້າ​ຮູ້​ວ່າ​ສິ່ງ​ໃດ​ຖືກ​ຕ້ອງ ​ແລະ ສິ່ງ​ໃດ​ບໍ່​ຖືກຕ້ອງ, ​ແລະ ບໍ່​ປິດ​ບັງ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ປະກົດ​ອາດ​ປ່ຽນ​ມັນ​ໄດ້. … ຖ້າໝູ່​ເພື່ອນ​ຂອງ​ພວກ​ເຈົ້າ​ຊວນ​ພວກ​ເຈົ້າ​ເຮັດ​ສິ່ງ​ທີ່​ພວກ​ເຈົ້າ​ຮູ້​ວ່າ​ບໍ່​ຖືກຕ້ອງ, ພວກ​ເຈົ້າ ຕ້ອງ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ​ເຖິງ​ແມ່ນ​ວ່າ​ພວກ​ເຈົ້າ​ຕ້ອງ​ຢືນ​ຢູ່​ຄົນ​ດຽວ​ກໍ​ຕາມ.”8

ພຣະບິດາ​ເທິງ​ສະຫວັນ​ບໍ່​ຢາກ​ໃຫ້​ເຮົາ​ເພິ່ງພາ​ອາ​ໄສ​ຊາວໂລກ ​ແລະ ​ເຮັດ​ຕາມ ຄວາມ​ນິຍົມ​ຊົມ​ຊອບ​ຂອງສັງຄົມທີ່​ປ່ຽນ​ແປງ​ຕະຫລອດ​ເວລາ. ພຣະອົງ​ຢາກ​ໃຫ້​ເຮົາ​ເພິ່ງພາ​ອາ​ໄສ​ພຣະອົງ ​ແລະ ​ເຮັດ​ຕາມ​ການ​ຊົງ​ນຳ​ທີ່​ບໍ່​ມີ​ວັນ​ປ່ຽນ​ແປງ​ຂອງ​ພຣະອົງ. ພຣະອົງ​ຢາກ​ໃຫ້​ເຮົາ​ດຳລົງ​ຊີວິດ​ຕາມ​ພຣະກິດ​ຕິ​ຄຸນ ​ແລະ ນຳພາ ຄົນ​ອື່ນ​ໄປ​ຫາ​ພຣະກິດ​ຕິ​ຄຸນ ​ໂດຍ​ການ​ຕັ້ງ​ມາດຕະຖານ​ໄວ້​ສູງ.

ພຣະຄຳ​ພີ​ມີ​ຕົວຢ່າງ​ຫລາຍ​ຢ່າງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ນີ້. ຢູ່​ໃນ​ພຣະທຳ​ພວກ​ຜູ້​ປົກຄອງ ​ໃນ​ພຣະສັນຍາ​ເດີມ, ​ເຮົາ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ແຊມ​ຊັນ. ​ແຊມ​ຊັນ​ໄດ້​ເກີດ​ມາ​ກັບ​ຄວາມ​ສາມາດ​ອັນ​ໃຫຍ່​ຍິ່ງ. ​ແມ່​ຂອງ​ເພິ່ນ​ໄດ້​ຖືກ​ສັນຍາ​ວ່າ, “ລາວ​ຈະ​ຕັ້ງ​ຕົ້ນ​ພາລະກິດ​ໃນ​ການ​ຊ່ອຍ​ກູ້​ເອົາ​ຊາດ​ອິດສະ​ຣາ​ເອນ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີ​ລິດ​ສະຕິນ.”9 ແຕ່​ເມື່ອ​ແຊມ​ຊັນ​ເຕີບ​ໂຕ​ຂຶ້ນ, ລາວ​ໄດ້​ເພິ່ງ​ພາ​ໂລກຫລາຍ​ກວ່າ​ຮັບ​ເອົາຄຳ​ແນະນຳ​ຂອງ​ພຣະ​ເຈົ້າ. ລາວ​ໄດ້​ເລືອກ​ເຮັດ ​ເພາະ​ມັນ​ເຮັດ​ໃຫ້​ລາວ​ “ພໍ​ໃຈ​”10 ແທນ​ທີ່​ເປັນ​ເພາະ​ມັນ​ຖືກຕ້ອງ. ພຣະຄຳ​ພີ​ໄດ້​ໃຊ້​ຄຳ​ວ່າ “​ແລ້ວ​ລາວ​ກໍ​ໄດ້​ໄປ”11 ​ເລື້ອຍໆ ​ເມື່ອ​ບອກ​ເຖິງ​ການ​ເດີນທາງ, ການ​ກະທຳ, ​ແລະ ການ​ເລືອກ​ຂອງ​ແຊມ​ຊັນ. ​ແທນ​ທີ່​ຈະ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ ​ເພື່ອ​ບັນລຸ​ຄວາມສາມາດ​ອັນ​ໃຫຍ່​ຍິ່ງ​ຂອງ​ລາວ, ​ແຊມ​ຊັນ​ໄດ້​ຕົກ​ຢູ່​ໃນ​ອິດ​ທິພົນ​ຂອງ​ໂລກ, ​ໄດ້​ເສຍ​ພະລັງ​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ລາວ, ​ແລະ ​ໄດ້​ຕາຍ​ໄປ​ແບບໜ້າ​ສັງ​ເວດຄາວ​ເປັນ​ໜຸ່ມ.

ກົງກັນຂ້າມ, ພຣະຄຳ​ພີ​ໄດ້​ໃຫ້​ຕົວຢ່າງ​ຂອງ​ດາ​ນີ​ເອນ. ດາ​ນີ​ເອນ​ກໍ​ໄດ້​ເກີດ​ມາ​ກັບ​ຄວາມ​ສາມາດ​ທີ່​ໃຫຍ່​ຍິ່ງ​ຄື​ກັນ. ​ໃນ​ພຣະທຳ​ດາ​ນີ​ເອນ, ບົດ​ທີ 6, ​ເຮົາ​ອ່ານ​ວ່າ, “ດາ​ນີ​ເອນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຕົນ​ເຮັດ​ວຽກ​ດີ​ກວ່າ​ຜູ້​ກວດກາ​ລາຊາ​ການ ​ແລະ ​ເຈົ້າ​ແຂວງ​ຄົນ​ອື່ນ​ໆ ຍ້ອນ​ດາ​ນີ​ເອນ​ເປັນ​ຄົນ​ເດັ່ນ​.”12 ເມື່ອ​ດາ​ນີ​ເອນ​ປະ​ເຊີນກັບ​ການ​ທ້າ​ທາຍ​ຂອງ​ໂລກ, ລາວ​ບໍ່​ໄດ້ໝິ່ນ​ປະໝາດ​ໂລກ—​ແຕ່​ລາວ​ໄດ້​ລຸກ​ຂຶ້ນ ​ແລະ ຫລຽວ​ຂຶ້ນ​ຫາ​ສະຫວັນ. ​ແທນ​ທີ່​ຈະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ກະສັດ​ວ່າບໍ່​ໃຫ້​ຜູ້​ໃດ​ອະທິຖານ, ​ແຕ່​ໃຫ້​ນະມັດສະການ​ກະສັດ​ເປັນ​ເວລາ 30 ມື້, ດາ​ນີ​ເອນ​ “​ໄດ້​ກັບ​ເມືອ​ເຮືອນ​ຂອງ​ຕົນ. ​ໃນ​ຫ້ອງ​ຊັນ​ເທິງ​ຂອງ​ເຮືອນ​ນັ້ນມີ​ປ່ອງຢ້ຽມ​ຢູ່​ສາມ​ປ່ອງ​ປິ່ນ​ໜ້າ​ໃສ່​ກຸງ​ເຢຣູຊາ​ເລັມ. ຢູ່​ທີ່​ນັ້ນ​ດັ່ງ​ທີ່​ເຄີຍ​ປະຕິບັດ​ມາ ດາ​ນີ​ເອນ​ໄດ້​ຄຸ​ເຂົ່າ​ລົງ​ຕໍ່ໜ້າ​ປ່ອງຢ້ຽມ​ທີ່​ໄຂ​ໄວ້ ​ແລະ ອ້ອນວອນ​ຕໍ່ພຣະ​ເຈົ້າ​ມື້​ລະ​ສາມ​ເທື່ອ.”13

ດາ​ນີ​ເອນ​ບໍ່​ມີ​ຄວາມ​ຢ້ານ​ກົວ​ທີ່​ຈະ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ ​ໃນ​ການ​ເຮັດ​ຕາມ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ. ​ເຖິງ​ແມ່ນ​ວ່າ ລາວ​ໄດ້​ຢູ່​ໃນ​ຖ້ຳ​ສິງ​ທັງ​ຄືນ​ເພາະ​ສິ່ງ​ທີ່​ຖືກຕ້ອງ, ​ແຕ່​ລາວ​ໄດ້​ຖືກ​ປົກ​ປ້ອງ ​ແລະ ​ໄດ້​ຮັບ​ພອນ​ສຳລັບ​ການ​ເຊື່​ອຟັງ​ຂອງ​ລາວ. ​ເມື່ອ​ກະສັດດາ​ລິ​ອຸດ​ເອົາ​ດາ​ນີ​ເອນ​ຂຶ້ນ​ຈາກ​ຖ້ຳ​ສິງ​ໃນ​ຕອນ​ເຊົ້າ​ມື້​ຕໍ່​ມາ, ​ເພິ່ນ​ໄດ້​ອອກ​ຄຳ​ສັ່ງ​ໄປ​ວ່າ ທຸກ​ຄົນ​ຄວນ​ເກງ​ກົວ​ພຣະ​ເຈົ້າ​ຂອງ​ດາ​ນີ​ເອນ ​ແລະ ​ເຮັດ​ຕາມ​ຕົວຢ່າງ​ທີ່​ຊື່ສັດ​ຂອງ​ດາ​ນີ​ເອນ. ​ແນ່ນອນ, ດາ​ນີ​ເອນ​ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ໃນການ​ເປັນ​ທຸງ​ສຳລັບ​ປະຊາ​ຊາດ ​ແລະ ບໍ່​ໃຫ້​ຫລົດ​ມາດຕະຖານ​ຂອງ​ເຮົາ​ລົງ​ເມື່ອ​ເຮົາ​ຖືກ​ທົດ​ລອງ​ຢູ່​ໃນ​ໂລກ.

ຂ້າພະ​ເຈົ້າ​ໄດ້​ຮັບ​ພອນ​ທີ່​ໄດ້​ຍິນ​​ເຖິງຕົວຢ່າງ​ຂອງຊາວ​ໜຸ່ມ​ໃນ​ຍຸກ​ສະ​ໄໝ​ນີ້, ຊຶ່ງ​ຄື​ກັນ​ກັບ​ພວກ​ເຈົ້າ, ຜູ້​ບໍ່​ມີ​ຄວາມ​ຢ້ານ​ກົວ​ທີ່​ຈະລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ ​ແລະ ປ່ອຍ​ໃຫ້​ຄວາມ​ສະຫວ່າງ​ຂອງ​ເຂົາ​ເຈົ້າ​ເປັນ​ທຸງຕໍ່​ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ. ນາງ​ໂຈ​ແອນ​ນາ​ເປັນຄົນ​ໜຶ່ງ​ໃນ​ສາມ​ຄົນທີ່​ເປັນສະມາຊິກ​ຂອງ​ສາດສະໜາ​ຈັກ​ຢູ່​ໃນ​ໂຮງຮຽນອຸດົມຂອງ​ນາງ ​ແລະ ​ເປັນ​ຍິ່ງ​ໜຸ່ມຄົນ​ດຽວ​ຢູ່​ໃນ​ຫວອດ​ຂອງ​ນາງ. ນາງ​ໄດ້​ສັນຍາ​ກັບ​ພຣະຜູ້​ເປັນ​ເຈົ້າ​ວ່າ ນາງ​ຈະ​ບໍ່​ເວົ້າ​ຄຳ​ຫຍາ​ບຄາຍ. ​ເມື່ອ​ນາງ​ຖືກ​ຈັບ​ຄູ່​ໃຫ້​ເຮັດ​​ໂຄງການ​ໜຶ່ງ​ຢູ່​ໂຮງຮຽນ​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງຜູ້​ບໍ່​ໄດ້​ເຮັດ​ຄຳ​ສັນຍາ​ຄື​ກັນ​ບາງ, ນາງ​ບໍ່​ຍອມ​ຫລຸດ​ມາດຕະຖານ​ຂອງ​ນາງ​ລົງ. ນາງ​ໄດ້​ຂໍ​ໃຫ້​ລາວ​ນັບຖື ​ແລະ ​ໃຫ້​ກຽດ​ແກ່​ຄຸນ​ຄ່າ​ຂອງ​ນາງ. ​ຫລາຍ​ເທື່ອ, ດ້ວຍ​ຄຳ​ເຕືອນ​ທີ່​ອ່ອນ​ໂຍນ​, ​ແລະ ບາງ​ເທື່ອ​ກໍ​ບໍ່​ອ່ອນ​ໂຍນ, ຊາຍໜຸ່ມ​ຄົນ​ນັ້ນ​ໄດ້​ປ່ຽນ​ແປງ​ນິ​ໄສ ​ແລະ ​ເວົ້າ​ຈາ​ແບບ​ສຸພາບ. ຫລາຍ​ຄົນ​ໄດ້​ສັງ​ເກດ​ເຫັນ​ການ​ປ່ຽນ​ແປງຂອງ​ລາວ, ຮ່ວມ​ທັງ​ພໍ່ຂອງ​ລາວ, ຜູ້​​ໄດ້​ຂອບ​ໃຈ​ນາງ​ໂຈ​ແອນ​ນາທີ່​ໄດ້​ເປັນ​ເພື່ອນ​ທີ່​ດີ​​ໃນ​ຊີວິດ​ຂອງ​ລູກ​ຊາຍຂອງ​ລາວ.14

​ຕອນ​ໄປ​ເຮັດ​ພາລະກິດ​ບໍ່​ດົນ​ມາ​ນີ້​ຢູ່​ປະ​ເທດ​ຟີ​ລິບ​ປິນ, ຂ້າພະ​ເຈົ້າ​ໄດ້​ພົບ​ການ​ນາງ​ເຄ​ເຣັນ, ຜູ້​ໄດ້​ແບ່ງປັນ​ປະສົບ​ການ​ຂອງ​ນາງ​ຕອນ​ນາງ​ເປັນ​ກຸນ​ລະສະ​ຕີ ​ໃນ​ຂະນະ​ທີ່​ນາງ​ສຶກສາ​ເອົາ​ປະລິນຍາ​ຕີ ຝ່າຍ​ຜູ້​ຈັດ​ກາຍ​ຂອງ​ໂຮງ​ແຮມ ​ແລະ ຮ້ານ​ອາຫານ. ນາຍຄູ​ໄດ້​ຮຽກຮ້ອງ​ໃຫ້​ນັກຮຽນ​ແຕ່ລະຄົນ​ຮຽນ​ເຮັດ​ນ້ຳ​ດື່ມ ຫລາຍ​ຊະນິດ​ທີ່​ມີ​ລົດ​ຊາດ​ດີ ​ເພື່ອ​ຈະ​ໄດ້​ເສີ​ບຢູ່​ຮ້ານ​ອາຫານ​ຂອງ​ເຂົາ​ເຈົ້າ. ນ້ຳ​ດື່ມ​ບາງ​ຈຳນວນ​ມີ​ເຫລົ້າປົນ​ຢູ່​ນຳ, ​ແລະ ນາງ​ເຄ​ເຣັນຮູ້​ວ່າ ມັນ​ຕ້າ​ນກັບ​ພຣະບັນຍັດ​ຂອງ​ພຣະ​ເຈົ້າ​ສຳລັບ​ນາງ​ທີ່​ຊີມ​ນ້ຳ​ດື່ມ​ເຫລົ່າ​ນັ້ນ. ​ໃນ​ຕອນ​ທີ່​ນາງ​ປະ​ເຊີນ​ກັບ​ຜົນ​ສະທ້ອນ​ອັນ​ຮ້າຍ​ແຮງ, ນາງ​ພົບ​ຄວາມ​ກ້າຫານ​ທີ່​ຈະ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ, ​ແລະ ນາງ​ບໍ່​ໄດ້​ດື່ມ​ນ້ຳ​ເຫລົ່າ​ນັ້ນ.

ນາງ​ເຄ​ເຣັນ​ໄດ້​ອະທິບາຍ​ວ່າ: “ນາຍຄູ​ຂອງ​ຂ້ານ້ອຍໄດ້​ຍ່າງ​ມາ​ຫາຂ້ານ້ອຍ ​ແລະ​ ຖາມ​ວ່າ​ເປັນຫຍັງ​ຂ້ານ້ອຍຈຶ່ງ​ບໍ່ດື່ມ​ນ້ຳ​ເຫລົ່າ​ນັ້ນ. ​ເພິ່ນ​ໄດ້​​ເວົ້າ​ວ່າ, ‘ນາງ​ເຄ​ເຣັນ, ​​ເຮັດ​ແນວ​ໃດເຈົ້າ​ຈຶ່ງຈະ​ຮູ້​ຈັກ​ລົດ​ຊາດ​ຂອງ​ມັນ ​ແລະ​ຈະ​ຜ່ານ​​ຂັ້ນ​ຕອນ​ຮຽນ​ນີ້​​ໄດ້​ແນວ​ໃດ ຖ້າ​ຫາກ​ເຈົ້າ​ບໍ່​ຊີມ​ເບິ່ງ​ນ້ຳ​ດື່ມ​ເຫລົ່າ​ນີ້?’ ຂ້ານ້ອຍ​ໄດ້​ບອກ ​ເພິ່ນ​ວ່າ ຂ້ານ້ອຍ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ​ແລະ ​ໃນ​ຖານະ​ທີ່​ເປັນ​ສະມາຊິກ, ພວກ​ເຮົາ​ບໍ່​ດື່ມ​ສິ່ງ​ໃດ​ທີ່ທຳຮ້າຍ​ຮ່າງກາຍ. ຂ້ານ້ອຍ​ບໍ່​ຮູ້​ວ່າ​ເພິ່ນ​ຈະ​ຫວັງ​ແນວ​ໃດ​ຈາກ​ຂ້ານ້ອຍ, ​ເຖິງ​ແມ່ນ​ຂ້ານ້ອຍ​ຈະ​​ຕົກຄະ​ແນນ, ​ແຕ່​ຂ້ານ້ອຍ​ຈະ​ເຂົ້າ​ໃຈ, ​ແຕ່​ຂ້ານ້ອຍ​ຈະ​ບໍ່​ຍອມ​ດື່ມ​ນ້ຳ​ເຫລົ່າ​ນັ້ນ.”

ຫລາຍ​ອາທິດ​ຜ່ານ​ໄປ ​ແລະ ບໍ່​ໄດ້​ເວົ້າ​ຫຍັງ​ອີກ​ກ່ຽວ​ກັບ​ມື້​ນັ້ນ. ​ໃນ​ທ້າຍ​ເທີ​ມ, ນາງ​ເຄ​ເຣັນຮູ້​ວ່າ ຄະ​ແນນ​ຂອງ​ນາງ​ອາດ​ຕ່ຳ ຍ້ອນ​ວ່າ​ນາງ​ບໍ່​ໄດ້​ຊີມ​ນ້ຳ​ເຫລົ່າ​ນັ້ນ. ​ນາງ​ບໍ່​ກ້າ​ຫລຽວ​ເບິ່ງ​ເຈ້ຍ​ຄະ​ແນນ, ​ແຕ່​ເມື່ອ​ນາງ​ຫລຽວ​ເບິ່ງ, ນາງ​ຮູ້​ວ່າ ນາງ​ໄດ້​ຮັບ​ຄະ​ແນນ​ສູງ​ກວ່າທຸ​ກຄົນ​ໃນ​ຫ້ອງ.

ນາງ​ໄດ້​ກ່າວ​ວ່າ: “ຂ້ານ້ອຍໄດ້​ຮຽນ​ຮູ້​ຜ່ານ​ປະສົບ​ການ​ນີ້​ວ່າ ພຣະ​ເຈົ້າ … ຈະ​ປ​ະທານ​ພອນ​ໃຫ້​​ແນ່ນອນ ​ເມື່ອ​ເຮົາ​ເຮັດ​ຕາມ​ພຣະອົງ. ຂ້ານ້ອຍ​ຍັງ​ຮູ້​ອີກ​ວ່າ ​ເຖິງ​ແມ່ນ​ຖ້າ​ຫາກ​ຂ້ານ້ອຍຈະ​ຕົກຄະ​ແນນ, ​ແຕ່​ຂ້ານ້ອຍຈະ​ບໍ່​ກິນ​ແໜງ​ກັບ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໄປ​ນັ້ນ. ຂ້ານ້ອຍ​ຮູ້​ວ່າ ຂ້ານ້ອຍ​ຈະ​ບໍ່​ຕົກຄະ​ແນນ​ໃນ​ສາຍພຣະ​ເນດ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເມື່ອ​ຂ້ານ້ອຍ​ເລືອກ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ຂ້ານ້ອຍ​ຮູ້​ວ່າ​ເປັນ​ສິ່ງ​ທີ່​ຖືກຕ້ອງ.”15

​ເພື່ອນ​ໜຸ່ມ​ຂອງ​ຂ້າພະ​ເຈົ້າ, ພວກ​ເຈົ້າ​ແຕ່ລະຄົນ​ໄດ້​ເກີດ​ມາກັບ​ຄວາມ​ສາມາດ​ອັນ​ໃຫຍ່​ຍິ່ງ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ເປັນ​ທິດາ​ທີ່​ຮັກຫອມ​ຂອງ​ພຣະບິດາ​ເທິງ​ສະຫວັນ. ພຣະອົງ​ຮູ້​ພວກ​ເຈົ້າ ​ແລະ ພຣະອົງ​ຮັກ​ພວກ​ເຈົ້າ. ພຣະອົງ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້ “ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ,” ​ແລະ ພຣະອົງ​ສັນຍາ​ວ່າ ​ເມື່ອ​ພວກ​ເຈົ້າ​ເຮັດ, ພຣະອົງ​ຈະ​ສະໜັບສະໜູນ​ພວກ​ເຈົ້າ ​ແລະ ​ໃຫ້​ພອນ​ແກ່​ພວກ​ເຈົ້າ. ຂ້າພະ​ເຈົ້າ​ຂໍ​ອະທິຖານ​ວ່າ ພວກ​ເຈົ້າ​ແຕ່ລະຄົນ​ຈະ​ພົບ​ຄວາມ​ກ້າຫານ​ທີ່​ຈະ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະອົງ ​ແລະ ຮັບ​ເອົາ​ຄຳ​ສັນຍາ​ຂອງພຣະອົງ, ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.