​2010–2019
ພຽງ​ແຕ່​ຢູ່​ເທິງ​ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ​ເທົ່າ​ນັ້ນ
ເມສາ 2012


ພຽງ​ແຕ່​ຢູ່​ເທິງ​ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ​ເທົ່າ​ນັ້ນ

ພໍ່​ແມ່​ທີ່​ສະຫລາດ​ຕຽມ​ລູກໆ​ຂອງ​ເຂົາເຈົ້າ​ໃຫ້​ຮູ້ຈັກ​ຊ່ອຍ​ຕົວ​ເອງ​ໂດຍ​ບໍ່​ມີ​ເຂົາເຈົ້າ. ເຂົາເຈົ້າ​ຈັດ​ຫາໂອກາດ​ສຳລັບ​ການ​ເຕີບ​ໂຕ​ຂະນະ​ທີ່​ລູກໆ​ຮຽນ​ຮູ້​ຄວາມ​ເປັນ​ຜູ້​ໃຫຍ່​ທາງ​ວິນ​ຍານ ທີ່​ຈະ​ນຳ​ໃຊ້​ອຳ​ເພີ​ໃຈ​ຂອງ​ຕົນ​ຢ່າງ​ເໝາະ​ສົມ.

ໜຶ່ງ​ເດືອນ​ກວ່າ​ຫລັງ​ຈາກ​ພວກ​ຂ້າພະເຈົ້າ​ໄດ້​ແຕ່ງງານ​ກັນ, ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ ໄດ້​ພາກັນ​ຂີ່​ລົດ​ເດີນທາງ​ໄປ​ໄກ. ນາງ​ໄດ້​ເປັນ​ຜູ້​ຂັບ​ລົດ, ແລະ ຂ້າພະເຈົ້າ​ໄດ້​ພະຍາຍາມ​ພັກຜ່ອນ. ຂ້າພະເຈົ້າ​ກ່າວ​ວ່າ ພະຍາຍາມ ເພາະວ່າ​ເສັ້ນທາງ​ຫລວງ​ທີ່​ພວກ​ຂ້າພະເຈົ້າ​ໄດ້​ເດີນ​ຕາມ​ນັ້ນ​ໄດ້​ມີຊື່​ສຽງ​ເປັນ​ທາງ​ທີ່​ຕຳຫລວດ​ມັກ​ໃສ່​ກັບ​ດັກ​ຄົນ​ຂັບ​ລົດ​ໄວ, ແລະ ພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ​ອາດໄດ້​ມີ​ໂນ້ມ​ອຽງ​ທີ່​ຈະ​ຂັບ​ລົດ​ໄວ​ໃນ​ຄາວ​ນັ້ນ. ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ນ້ອງ​ຂັບ​ໄວ​ໂພດ; ຊ້າໆ​ລົງ​ແດ່.”

“ເອີ້,” ເຈົ້າ​ສາວ​ຄົນ​ໃໝ່​ຂອງ​ຂ້າພະເຈົ້າ​ໄດ້​ຄິດ​ຢູ່​ໃນ​ໃຈ​ນາງ​ວ່າ, “ເຮົາ​ໄດ້​ຂັບ​ລົດ​ມາ​ເກືອບ​ສິບ​ປີ, ແລະ ນອກຈາກ​ຄູ​ສອນ​ຂັບ​ລົດ​ຂອງ​ເຮົາ​ແລ້ວ ບໍ່​ມີ​ໃຜ​ເຄີຍ​ບອກ​ເຮົາ​ວ່າ​ຕ້ອງ​ຂັບ​ລົດ​ແນວໃດ​ແຕ່​ກ່ອນ.” ສະນັ້ນ​ນາງ​ໄດ້​ຕອບ​ວ່າ, “ອ້າຍ​ມີ​ສິດ​ຫຍັງ​ທີ່​ຈະ​ມາ​ບອກ​ນ້ອງ​ວ່າ​ຕ້ອງ​ຂັບ​ລົດ​ແນວໃດ?”

ທີ່​ຈິງ​ແລ້ວ, ຄຳ​ຖາມ​ຂອງ​ນາງ​ເຮັດ​ໃຫ້​ຂ້າພະເຈົ້າ​ຫາ​ຄຳ​ຕອບ​ບໍ່​ທັນ. ສະນັ້ນ ໃນ​ຄວາມ​ພະຍາຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ​ໃນ​ຖານະ​ທີ່​ເປັນ​ສາມີ, ຂ້າພະເຈົ້າ​ໄດ້​ກ່າວ​ວ່າ, “ອ້າຍ​ບໍ່​ຮູ້—ເພາະວ່າ​ອ້າຍ​ເປັນ​ສາມີ​ຂອງ​ນ້ອງ ແລະ ອ້າຍ​ດຳລົງ​ຖານະ​ປະໂລຫິດ.”

ອ້າຍ​ນ້ອງ​ທັງຫລາຍ, ນີ້​ຄື​ຄຳ​ແນະນຳ: ຖ້າ​ຫາກ​ທ່ານ​ຕົກ​ຢູ່​ໃນ​ສະພາບ ທີ່​ຄ້າຍຄື​ກັນ​ນັ້ນ, ນັ້ນ ບໍ່​ແມ່ນ ຄຳ​ຕອບ​ທີ່​ຖືກຕ້ອງ. ແລະ ຂ້າພະເຈົ້າ​ດີໃຈ​ທີ່​ຈະ​ລາຍ​ງານ​ວ່າ, ເປັນ​ເທື່ອ​ດຽວ​ເທົ່າ​ນັ້ນ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ​ຄວາມ​ຜິດ​ນັ້ນ.

ຄຳ​ສອນ ແລະ ພັນທະ​ສັນຍາ ອະທິບາຍ​ວ່າ ສິດ​ທີ່​ຈະ​ໄດ້​ນຳ​ໃຊ້ ຖານະ​ປະໂລຫິດ​ໃນ​ບ້ານ​ເຮືອນ ຫລື ໃນ​ບ່ອນ​ອື່ນ​ໃດ​ກໍ​ແມ່ນ​ກ່ຽວຂ້ອງ​ກັບ​ຄວາມ​ຊອບ​ທຳ​ໃນ​ຊີວິດ​ຂອງ​ເຮົາ. ອຳນາດ​ແຫ່ງ​ສະຫວັນ​ຈະ​ຖືກ​ບັງຄັບ ຫລື ຄວບ​ຄຸມ​ບໍ່​ໄດ້ ນອກຈາກ​ຕາມ​ຫລັກ​ແຫ່ງ​ຄວາມ​ຊອບ​ທຳ.1 ພຣະ​ຄຳ​ພີ​ກ່່າວ​ຕໍ່​ໄປ​ວ່າ ເຮົາ​ຈະ​ສູນ​ເສຍ ອຳນາດ​ນັ້ນ​ເມື່ອ​ເຮົາ “ບັງຄັບ ຫລື ຄອບ​ຄອງ ຫລື ບີບຄັ້ນ​ຈິດ​ວິນ​ຍານ​ຂອງ (ຄົນ​ອື່ນ), ໃນຄວາມ​ບໍ່​ຊອບ​ທຳ ປະການໆ.”2

ພຣະ​ຄຳ​ພີ​ກ່າວ​ວ່າ​ເຮົາ​ຕ້ອງ​ນຳ​ພາດ​ດ້ວຍ “ຫລັກ​ແຫ່ງ​ຄວາມ​ຊອບ​ທຳ.” ຫລັກ​ທຳ​ດັ່ງກ່າວ​ກ່ຽວ​ພັນ ກັບ​ຜູ້ນຳ​ທັງ​ໝົດ​ໃນ​ສາດສະໜາ​ຈັກ ຮ່ວມ​ທັງ​ບັນດາ​ພໍ່ ແລະ ແມ່​ທຸກໆ​ຄົນ​ໃນ​ບ້ານ​ເຮື່ອ​ນ​ຂອງ​ເຂົາເຈົ້າ.3 ເຮົາ​ຈະ​ສູນ​ເສຍ​ສິດ​ທີ່​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ​ແລະ ສິດ​ພິເສດ​ໃດໆ​ທີ່​ເຮົາ​ມີ​ຈາກ​ພຣະ​ເຈົ້າ ເມື່ອ​ເຮົາ​ໃຊ້​ສິດ​ບັງຄັບ​ຄົນ​ອື່ນ​ໃນ​ທາງ​ທີ່​ບໍ່​ຊອບ​ທຳ.4 ເຮົາ​ອາດ​ຈະ​ຄິດ​ວ່າ​ວິທີ​ດັ່ງກ່າວ​ແມ່ນ​ສຳລັບ​ຜົນປະໂຫຍດ​ດີ​ຂອງ​ຜູ້​ທີ່​ຖືກ “ບັງຄັບ.” ແຕ່​ເມື່ອ​ໃດ​ເຮົາ​ພະຍາຍາມ​ບີບຄັ້ນ​ຄົນ​ໃດ​ໜຶ່ງ ໃຫ້​ເປັນ​ຄົນ​ຊອບ​ທຳ​ຜູ້​ທີ່ ສາມາດ ​ແລະ ຄວນ ໃຊ້​ອຳ​ເພີໃຈ​ທາງ​ສິນ​ທຳ​ຂອງ​ຕົນ​ເອງ, ເຮົາ​ກຳລັງ​ກະທຳ​ຢ່າງ​ບໍ່​ຊອບ​ທຳ. ເມື່ອ​ເຮົາ​ໄດ້​ຕັ້ງໃຈ ກັບ ຄົນ​ໃດ​ຄົນ​ໜຶ່ງ​ແລ້ວ, ຄວາມ​ຕັ້ງໃຈ​ນັ້ນ​ຄວນ​ເປັນຄວາມ​ຮັກ​ດ້ວຍ​ຄວາມ​ອົດທົນ ແລະ ເປັນ​ວິທີ​ທີ່​ຈະ​ສອນ​ຫລັກ​ທຳ​ນິລັນດອນ.

ເຮົາ​ບໍ່​ສາມາດ​ບັງຄັບ​ຄົນ​ອື່ນ​ໃຫ້​ເຮັດ​ສິ່ງ​ດີ. ພຣະ​ຄຳ​ພີ​ໄດ້​ບອກ​ຢ່າງ​ແຈ່ມ​ແຈ້ງວ່າ ມັນ​ບໍ່​ໄດ້​ເປັນ​ວິທີ​ຂອງ​ພຣະ​ເຈົ້າ. ການບີບ​ບັງຄັບ​ຈະ​ສ້າງ​ຄຽດ​ແຄ້ນ. ມັນ​ສ້າງ​ຄວາມ​ບໍ່​ໄວ້​ວາງໃຈ ແລະ ມັນ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ບໍ່​ມີ ຄວາມ​ສາມາດ. ໂອກາດ​ທີ່​ຈະ​ຮຽນ​ຮູ້​ສູນ​ເສຍ​ໄປ ເມື່ອ​ຜູ້​ທີ່​ບັງຄັບ​ຄິດ​ຢ່າງ​ຈອງຫອງ​ວ່າ ເຂົາເຈົ້າ​ຄຳ​ຕອບທີ່​ຖືກຕ້ອງ​ທັງ​ໝົດ​ສຳລັບ​ຄົນ​ອື່ນ. ພຣະ​ຄຳ​ພີ​ກ່າວ​ວ່າ “ມັນ​ເປັນ​ທຳ​ມະ​ຊາດ ແລະ ນິໄສ​ຂອງ​ມະນຸດ​ເກືອບ ທຸກໆ​ຄົນ” ທີ່​ຈະ​ມີ​ສ່ວນ​ໃນ​ການ​ຄອບ​ຄອງ​ທີ່​ບໍ່​ຊອບ​ທຳ​ນີ້,5 ສະນັ້ນ​ເຮົາ​ຄວນ​ຮູ້ສຶກ​ຕົວ​ວ່າ ມັນ​ເປັນ​ການຜິດພາດ​ທີ່​ຈະ​ເຮັດ​ໄດ້​ງ່າຍ. ຜູ້ຍິງ​ກໍ​ອາດ​ນຳ​ໃຊ້​ການ​ຄອບ​ຄອງ​ທີ່​ບໍ່​ຊອບ​ທຳ​ນີ້​ຄື​ກັນ, ເຖິງ​ແມ່ນ​ວ່າ​ພຣະ​ຄຳ​ພີ ຊີ້​ບອກ​ວ່າ​ນີ້​ເປັນ​ບັນຫາ​ກັບ​ຜູ້​ຊາຍ​ເປັນ​ພິເສດ.

ການ​ຄອບ​ຄອງ​ທີ່​ບໍ່​ຊອບ​ທຳ​ມັກ​ຈະ​ມາ​ພ້ອມ​ກັບ​ການ​ຕິ​ຢູ່ສະເໝີ ແລະ ການ​ກັກ​ຄວາມ​ເຫັນ​ພ້ອມ ຫລື ຄວາມ​ຮັກ​ເອົາ​ໄວ້. ຜູ້​ທີ່​ຈະ​ໄດ້​ຮັບ​ກໍ​ຮູ້ສຶກ​ວ່າ​ເຂົາເຈົ້າ​ບໍ່​ສາມາດ​ເຮັດ​ໃຫ້​ຜູ້ນຳ ແລະ ພໍ່​ແມ່​ດັ່ງກ່າວ​ພໍໃຈ​ຈັກ ເທື່ອ ແລະ ວ່າ​ເຂົາເຈົ້າ​ລົ້ມ​ເຫລວ. ພໍ່​ແມ່​ທີ່​ສະຫລາດ​ຮູ້ຈັກ ເມື່ອ​ໃດ​ເດັກ​ໃຫຍ່​ພໍ​ທີ່​ຈະ​ເລີ່ມ​ໃຊ້​ອຳ​ເພີ​ໃຈຂອງ​ເຂົາ​ເອງ​ໃນ​ການ​ຕັດສິນ​ໃຈ​ບາງ​ສິ່ງ. ແຕ່​ຖ້າ​ພໍ່​ແມ່​ຍຶດ​ອຳນາດ​ໃນ​ການ​ຕັດສິນ​ໃຈ ທັງ​ໝົດ ແລະ ເຫັນ​ວ່າ​ມັນ​ເປັນ “ສິດ” ຂອງ​ເຂົາເຈົ້າ, ເຂົາເຈົ້າ​ຈຳກັດ​ການ​ເຕີບ​ໂຕ ແລະ ການ​ພັດທະນາ​ຂອງ​ລູກໆ​ຂອງ ເຂົາເຈົ້າ​ຫລາຍ.

ລູກໆ​ຂອງ​ເຮົາ​ຢູ່​ໃນ​ບ້ານ​ເຮືອນ​ເຮົາ​ເປັນ​ເວລາ​ທີ່​ຈຳກັດ. ຖ້າ​ເຮົາ​ລໍຖ້າ​ຈົນ​ວ່າ​ເຂົາ​ບໍ່​ຢູ່​ໃນ​ບ້ານ​ຂອງ​ເຮົາ​ແລ້ວ ກ່ອນ​ຈະ​ໃຫ້​ເຂົາ​ນຳ​ໃຊ້​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ຂອງ​ເຂົາ, ເຮົາ​ໄດ້​ລໍຖ້າ​ດົນ​ເກີນ​ໄປ. ເຂົາ​ຈະ​ບໍ່​ພັດທະນາຄວາມ​ສາມາດ​ນັ້ນ​ໄດ້​ໃນ​ທັນທີ​ທັນໃດ​ທີ່​ຈະ​ເລືອກ​ຢ່າງ​ສະຫລາດ ຖ້າ​ຫາກ​ເຂົາ​ບໍ່​ເຄີຍ​ມີ​ສິດ​ໄດ້​ຕັດສິນ​ໃຈເລື່ອງ​ສຳຄັນ​ຕອນ​ທີ່ຢູ່​ໃນ​ບ້ານ​ເຮືອນ​ເຮົາ. ລູກໆ​ດັ່ງກ່າວ​ມັກ​ຈະ​ຂັດ​ຂືນ​ຕໍ່ຕ້ານ​ການບີບ​ບັງຄັບ​ນີ້ ຫລື ຖືກ​ຈຳກັດ​ໂດຍ​ຄວາມ​ບໍ່​ສາມາດ​ຈະ​ຕັດສິນ​ໃຈ​ເລື່ອງ​ໃດໆ​ດ້ວຍ​ຕົວ​ເອງ.

ພໍ່​ແມ່​ທີ່​ສະຫລາດ​ຕຽມ​ລູກໆ​ຂອງ​ເຂົາເຈົ້າ​ໃຫ້​ຮູ້ຈັກ​ຊ່ອຍ​ຕົວ​ເອງ​ໂດຍ​ບໍ່​ມີ​ເຂົາເຈົ້າ. ເຂົາເຈົ້າ​ຈັດ​ຫາໂອກາດ​ສຳລັບ​ການ​ເຕີບ​ໂຕ​ຂະນະ​ທີ່​ລູກໆ​ຮຽນ​ຮູ້​ຄວາມ​ເປັນ​ຜູ້​ໃຫຍ່​ທາງ​ວິນ​ຍານ ທີ່​ຈະ​ນຳ​ໃຊ້​ອຳ​ເພີ​ໃຈ​ຂອງ​ຕົນ​ຢ່າງ​ເໝາະ​ສົມ. ແລະ ແນ່ນອນ​ວ່າ, ນີ້​ໝາຍ​ຄວາມ​ວ່າ​ບາງເທື່ອ​ລູກໆ​ຈະ​ເຮັດ​ຜິດພາດ​ໄປ ແລະ ຮຽນ​ບົດຮຽນ​ຈາກ​ຄວາມ​ຜິດພາດ​ນັ້ນ.

ຄອບຄົວ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມີ​ປະສົບ​ການ​ໜຶ່ງ​ທີ່​ໄດ້​ສອນ​ເຮົາ​ກ່ຽວ​ກັບ​ການ​ຊ່ອຍ​ລູກໆ​ໃຫ້​ພັດທະນາ ຄວາມ​ສາມາດ​ຂອງ​ເຂົາ​ທີ່​ຈະ​ເລືອກ. ລູກ​ສາວ​ຂອງ​ພວກ​ຂ້າພະເຈົ້າ, ນາງ​ມາ​ຣີ, ເປັນ​ນັກ​ກິລາ​ທີ່​ເກັ່ງ​ກ້າໃນ​ທີ​ມ​ຂອງ​ນາງ​ທີ່​ຊະນະ​ເລື້ອຍໆ. ປີ​ໜຶ່ງ​ທີມ​ຂອງ​ນາງ​ໄດ້​ໄປ​ເຖິງ​ລະດັບ​ຊະນະ​ເລີດ, ແລະ ເກມ​ນັ້ນ​ແມ່ນຈະ​ໄດ້​ຫລິ້ນ​ກັນ​ໃນ​ວັນ​ອາທິດ. ຕອນ​ໄວ​ລຸ້ນ, ນາງ​ມາ​ຣີ​ກໍ​ໄດ້​ຮັບ​ການ​ສິດສອນ​ວ່າ​ວັນ​ຊະບາ​ໂຕ​ເປັນ​ວັນ ພັກຜ່ອນ ແລະ ເສີມ​ສ້າງ​ພະລັງ​ທາງ​ວິນ​ຍານ, ບໍ່​ແມ່ນ​ວັນ​ຫລິ້ນ​ກິລາ. ແຕ່​ນາງ​ຍັງ​ໄດ້​ຮັບ​ຄວາມ​ກົດ​ດັນ ຈາກ​ຄູ​ສອນ​ກິລາ ແລະ ໝູ່​ເພື່ອນ​ໃນ​ທີ​ມ​ພ້ອມ​ທັງ​ຄວາມ​ປາຖະໜາ​ບໍ່​ຢາກ​ໃຫ້​ທີ​ມ​ຂອງ​ນາງ​ຜິດ​ຫວັງ.

ນາງ​ໄດ້​ຖາມ​ພວກ​ເຮົາ​ວ່າ​ນາງ​ຄວນ​ເຮັດ​ແນວໃດ. ພັນ​ລະ​ຍາ​ກັບ​ຂ້າພະເຈົ້າ​ສາມາດ​ຕັດສິນ​ໃຈ​ໃຫ້​ນາງໄດ້​ງ່າຍໆ. ເຖິງ​ຢ່າງໃດ​ກໍ​ດີ, ຫລັງ​ຈາກ​ໄດ້​ພິ​ຈະ​ລະ​ນາ​ດ້ວຍ​ການ​ອະທິຖານ​ແລ້ວ ພວກ​ຂ້າພະເຈົ້າ​ໄດ້​ຕັດສິນ​ໃຈ​ວ່າ ໃນ​ກໍລະນີ​ນີ້​ລູກ​ສາວ​ຂອງ​ພວກ​ຂ້າພະເຈົ້າ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາໜ້າ​ທີ່​ຮັບຜິດຊອບ​ທາງວິນ​ຍານ​ສຳລັບ​ການ​ຕັດສິນ​ໃຈ​ຂອງ​ນາງ​ເອງ. ພວກ​ຂ້າພະເຈົ້າ​ໄດ້​ອ່ານ​ພຣະ​ຄຳ​ພີ​ກັບ​ນາງ, ແລະ ແລ້ວ​ໄດ້​ຊຸກຍູ້​ນາງ​ມາ​ຣີ​ໃຫ້​ອະທິຖານ ແລະ ຄິດ​ໄຕ່ຕອງ​ເບິ່ງ.

ຫລັງ​ຈາກ​ສອງ​ສາມ​ມື້​ນາງ​ໄດ້​ສະເໜີ​ການ​ຕັດສິນ​ໃຈ​ຂອງ​ນາງ. ນາງ​ຈະ​ຫລິ້ນ​ເກມ​ໃນ​ວັນ​ອາທິດ. ບັດ​ນີ້​ພວກ​ຂ້າພະເຈົ້າ​ຈະ​ເຮັດ​ແນວໃດ? ຫລັງ​ຈາກ​ການ​ສົນທະນາ​ຕໍ່​ໄປ ແລະ ໄດ້​ຮັບ​ຄວາມ​ໝັ້ນ​ໃຈ​ຈາກພຣະ​ວິນ​ຍານ, ພວກ​ຂ້າພະເຈົ້າ​ໄດ້​ເຮັດ​ຕາມ​ທີ່​ພວກ​ຂ້າພະເຈົ້າ​ໄດ້​ສັນຍາ ແລະ ໄດ້​ອະນຸຍາດ​ໃຫ້​ນາງເລືອກ​ເອົາ​ເອງ​ທີ່​ຈະ​ຫລິ້ນ. ຫລັງ​ຈາກ​ເກມ​ນັ້ນ​ຈົບ​ລົງ, ນາງ​ມາ​ຣີ​ຍ່າງ​ຊ້າໆ​ໄປ​ຫາ​ແມ່​ຂອງ​ນາງທີ່​ລໍຖ້າ​ນາງ​ຢູ່. ນາງ​ໄດ້​ກ່າວ​ວ່າ, “ແມ່​ເອີຍ, ລູກ ຮູ້ສຶກ. ບໍ່​ສະບາຍ​ໃຈ​ເລີຍ. ລູກ​ບໍ່​ຢາກ​ມີ​ຄວາມ​ຮູ້ສຶກແບບ​ນັ້ນ​ອີກ. ລູກ​ຈະ​ບໍ່​ຫລິ້ນ​ເກ​ມ​ໃດ​ອີກ​ໃນ​ວັນ​ຊະບາ​ໂຕ.” ແລະ ນາງ​ກໍ​ບໍ່​ໄດ້​ຫລິ້ນ​ອີກ​ເລີຍ.

ບັດ​ນີ້​ນາງ​ມາ​ຣີ​ໄດ້​ເຂົ້າໃຈ​ດ້ວຍ​ຕົວ​ເອງ​ເຖິງ​ຫລັກ​ທຳ​ແຫ່ງ​ການ​ຮັກສາ​ວັນ​ຊະບາ​ໂຕ. ຖ້າ​ພວກ​ຂ້າພະເຈົ້າ​ໄດ້ ບັງຄັບ​ນາງ​ບໍ່​ໃຫ້​ຫລິ້ນ​ເກມ​ນັ້ນ, ພວກ​ຂ້າພະເຈົ້າ​ຈະ​ໄດ້​ເຮັດ​ໃຫ້​ນາງ​ສູນ​ເສຍ​ປະສົບ​ການ​ທີ່​ລ້ຳ​ຄ່າ ແລະ ມີ​ພະລັງ​ດ້ວຍ​ພຣະ​ວິນ​ຍານ​ນັ້ນ.

ຕາມ​ທີ່​ທ່ານ​ເຫັນ​ໄດ້​ວ່າ, ການ​ຊ່ອຍ​ລູກໆ​ໃຫ້​ນຳ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຂົາ​ຢ່າງ​ສົມຄວນ​ຮຽກຮ້ອງ​ການ​ສັ່ງສອນ ເຂົາ​ເຖິງ​ວິທີ​ທີ່​ຈະ​ອະທິຖານ ແລະ ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຂອງ​ເຂົາ. ຈະ​ຕ້ອງ​ມີ​ການ​ສັ່ງສອນ​ກ່ຽວ​ກັບ ຄຸນຄ່າ ແລະ ຈຸດປະສົງ​ຂອງ​ການ​ເຊື່ອ​ຟັງ​ພ້ອມ​ທັງ​ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ສຳຄັນ​ອື່ນໆ​ດ້ວຍ.6

ໃນ​ການ​ລ້ຽງ​ດູ​ຄອບຄົວ​ຂອງ​ພວກ​ຂ້າພະເຈົ້າ, ພວກ​ຂ້າພະເຈົ້າ​ໄດ້​ຕັດສິນ​ໃຈ​ວ່າ​ເປົ້າ​ໝາຍ​ທີ່​ສຳຄັນ​ທີ່​ສຸດ ຂອງ​ພວກ​ຂ້າພະເຈົ້າ​ຈະ​ເປັນ​ການ​ຊ່ອຍ​ລູກໆ​ໃຫ້​ຈັດ​ຕັ້ງ​ການ​ຕິດຕໍ່​ຂອງ​ເຂົາ​ເອງ​ກັບ​ສະຫວັນ. ພວກ​ຂ້າພະເຈົ້າ​ໄດ້​ຮູ້​ວ່າ​ໃນ​ທີ່​ສຸດ​ພວກ​ເຂົາ​ຕ້ອງ​ເພິ່ງ​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ແມ່ນ​ເພິ່ງ​ພວກ​ຂ້າພະເຈົ້າ. ບຣິ​ກຳ ຢັງ ໄດ້​ກ່າວ​ວ່າ, “ໃນ​ໜ້າທີ່​ທັງ​ປວງ​ທີ່​ຂ້າພະເຈົ້າ​ຕ້ອງ​ໄດ້​ເລືອກ​ເຮັດ​ທີ່​ຖືກ​ຮຽກຮ້ອງ​ຈາກ ... ລູກ​ຫລານ​ມະນຸດ​ໃຫ້​ເຮັດ, ... ຂ້າພະເຈົ້າ​ຈະ​ວາງ​ໜ້າທີ່​ການ​ສະແຫວງຫາ ... ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນພຣະ​ເຈົ້າ​ຂອງ​ເຮົາ​ໃຫ້​ເປັນ​ໜ້າທີ່​ທີ​ໜຶ່ງ ແລະ ສຳຄັນ​ສຸດ​ຈົນ​ວ່າ​ເຮົາ​ຈະ​ເປີດ​ເສັ້ນທາງ​ແຫ່ງ​ການ​ສື່ສານຈາກ​ສະຫວັນ​ມາ​ເຖິງ​ໂລກ—ຈາກ​ພຣະ​ເຈົ້າ​ມາ​ເຖິງ​ຈິດ​ວິນ​ຍານ​ຂອງ​ເຮົາ​ເອງ.”7

ນາງ​ມາ​ຣີ​ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະທິຖານ​ຂອງ​ນາງ​ໃນ​ເລື່ອງ​ອື່ນ, ສະຖານະ​ການ​ກ່ອນ​ນັ້ນ, ແລະ ພວກ​ຂ້າພະເຈົ້າ​ໄດ້​ໄວ້ໃຈ​ລູກ​ສາວ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ພັດທະນາ​ເສັ້ນທາງ​ແຫ່ງ​ການ​ສື່ສານ​ນີ້​ກັບ​ສະຫວັນ​ໃນ​ຊີວິດ​ຂອງ​ນາງ. ດັ່ງນັ້ນ​ນາງ​ຈຶ່ງ​ໄດ້​ຮຽນ​ບາງ​ສິ່ງ​ທີ່​ດີ​ຈາກ​ປະສົບ​ການ​ຂອງ​ນາງ ແລະ ສາມາດ​ເລືອກ​ສິ່ງ​ທີ່​ດີ​ກວ່າ​ໃນ​ອະນາຄົດ. ປາດ​ສະ​ຈາກ​ການ​ຕິດຕໍ່​ກັບ​ພຣະ​ວິນ​ຍານ​ແລ້ວ, ລູກໆ ແລະ ພໍ່​ແມ່​ຄື​ກັນ ສາມາດ​ແກ້​ຕົວ​ຕໍ່​ການ​ຕັດສິນ​ໃຈ​ທີ່​ບໍ່​ດີ​ໄດ້​ໂດຍ​ອ້າງ​ເຖິງ​ການ​ນຳ​ໃຊ້​ອຳ​ເພີໃຈ​ຂອງ​ເຂົາເຈົ້າ. ຄຳ​ສັນຍາໃນ​ພຣະ​ຄຳ​ພີ​ກໍ​ຄື​ວ່າ “ຄົນ​ສະຫລາດ ... ແລະ ຮັບ​ເອົາ​ພຣະ​ວິນ​ຍານ​ອັນ​ສັກສິດ​ເປັນ​ຜູ້ນຳ​ຂອງ​ເຂົາ ... [ບໍ່​ຖືກ] ຫລອກ.”8

ຜົນ​ຂ້າງຄຽງ​ເພີ່ມ​ເຕີມ ແລະ ທີ່​ເສົ້າ​ສະຫລົດ​ໃຈ​ຂອງ​ການ​ຄອບ​ຄອງ​ທີ່​ບໍ່​ຊອບ​ທຳ​ສາມາດ​ເປັນ​ການສູນ​ເສຍ​ຄວາມ​ໄວ້​ວາງໃຈ​ໃນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ຂ້າພະເຈົ້າ​ໄດ້​ຮູ້ຈັກ​ຄົນ​ບາງ​ຄົນ​ຜູ້​ທີ່​ຂຶ້ນ​ຢູ່​ກັບ​ຜູ້ນຳ ຫລື ພໍ່​ແມ່​ທີ່​ເອົາໃຈ​ຍາກ ແລະ ບີບ​ບັງຄັບ, ແລະ ເຂົາເຈົ້າ​ພົບ​ເຫັນ​ວ່າ​ມັນ​ຍາກ​ທີ່​ຈະ​ໄດ້​ຮູ້ສຶກ​ເຖິງຄວາມ​ຮັກ​ຈາກ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຂົາເຈົ້າ​ທີ່​ຈະ​ຄ້ຳ​ຊູ ແລະ ຈູງ​ໃຈ​ເຂົ້າ​ເຈົ້າ​ໄປ​ໃນ​ເສັ້ນທາງແຫ່ງ​ຄວາມ​ຊອບ​ທຳ.

ຖ້າວ່າ​ເຮົາ​ຈະ​ຊ່ອຍ​ຜູ້​ຄົນ​ໃນ​ໜ້າທີ່​ຮັບຜິດຊອບ​ຂອງ​ເຮົາ​ໃຫ້​ຈັດການ​ຕິດຕໍ່​ທີ່​ສຳຄັນ​ກັບ​ສະຫວັນ, ເຮົາ​ຕ້ອງ​ເປັນ​ພໍ່​ແມ່ ແລະ ຜູ້ນຳ​ແບບ​ທີ່​ຖືກ​ບັນຍາຍ​ໄວ້​ໃນ​ພຣະ​ຄຳ​ພີ Doctrine and Covenants ພາກ​ທີ 121. ເຮົາ​ຕ້ອງ​ກະທຳ “ໂດຍການ​ຊັກ​ຊວນ, ໂດຍ​ຄວາມ​ອົດ​ກັ້ນ, ໂດຍຄວາມ​ສຸພາບ ແລະ ຄວາມ​ອ່ອນໂຍນ ແລະ ໂດຍຄວາມ​ຮັກ​ທີ່​ບໍ່​ມີ​ມານ​ຍາ.”9 ປະທານເຮັນ​ລີ ບີ ໄອ​ຣິງ ໄດ້​ກ່າວ​ວ່າ, “ໃນ​ຈຳນວນ​ຄວາມ​ຊ່ອຍ​ເຫລືອ​ທີ່​ເຮົາ​ສາມາດ​ມອບ​ໃຫ້ ... ຄົນ​ໜຸ່ມ​ສາວ, ສິ່ງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຈະເປັນ​ການ​ປ່ອຍ​ໃຫ້​ພວກ​ເຂົາ​ຮູ້ສຶກ​ເຖິງ​ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ​ທີ່​ວ່າ​ພວກ​ເຂົາ​ຢູ່​ໃນ​ເສັ້ນທາງ​ທີ່​ນຳ ໄປ​ສູ່​ບ້ານ​ຫາ​ພຣະ​ເຈົ້າ ແລະ ວ່າ​ພວກ​ເຂົາ​ສາມາດ​ເຮັດ​ສິ່ງ​ນັ້ນ​ໄດ້.”10

ໃນ​ເມື່ອ​ເຮົາ​ພິ​ຈະ​ລະ​ນາ​ຫລັກ​ທຳ​ທີ່​ຄວນ​ນຳພາ​ເຮົາ​ໃນ​ສາດສະໜາ​ຈັກ ແລະ ໃນ​ບ້ານ​ເຮືອນ, ຂ້າພະເຈົ້າຂໍ​ປິດ​ຄວາມ​ດ້ວຍ​ຕົວຢ່າງ​ໜຶ່ງ​ຈາກ​ປະຫວັດ​ຂອງ​ປະທານ​ທອມ​ມັສ ແອັສ ມອນ​ສັນ. ແອນ ດິບ, ລູກ ສາວ​ຂອງ​ຄອບຄົວ​ມອນ​ສັນ, ກ່າວ​ວ່າ ຈົນ​ເຖິງ​ມື້ນີ້, ເມື່ອ​ນາງ​ຍ່າງ​ເຂົ້າ​ໄປ​ໃນ​ປະຕູ​ບ້ານ​ທີ່​ນາງ​ຖືກລ້ຽງ​ດູ​ມາ, ພໍ່​ຂອງ​ນາງ​ຈະ​ກ່າວ​ວ່າ, “ໂອ້, ເບິ່ງ​ແມ​ວ່າ​ໃຜ​ມາ​ແລ້ວ. ແລະ ພວກ​ເຮົາ​ກໍ​ດີໃຈ​ຫລາຍ, ແລະ ນາງ​ກໍ​ຈັ່ງ​ແມ່ນ​ງາມ​ຫລາຍ​ນໍ?” ນາງ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ, “ພໍ່​ແມ່​ຂອງ​ຂ້າພະເຈົ້າ​ຍ້ອງຍໍ​ຂ້າພະເຈົ້າ​ສະເໝີ; ບໍ່​ສຳ​ຄັນວ່າ​ຂ້າພະເຈົ້າ​ປະກົດ​ວ່າ​ເປັນ​ແນວໃດ ຫລື ວ່າ​ຂ້າພະເຈົ້າ​ໄດ້​ເຮັດ​ຫຍັງ​ມາ​ແລ້ວ. ... ເມື່ອ​ຂ້າ​ພະເຈົ້າ​ໄປ​ຢ້ຽມ​ພໍ່​ແມ່​ຂອງ​ຂ້າພະເຈົ້າ, ຂ້າພະເຈົ້າ​ຮູ້​ວ່າ​ມີ​ຄົນ​ຮັກ​ຂ້າພະເຈົ້າ, ມີ​ຄົນ​ຍ້ອງຍໍ​ຂ້າພະເຈົ້າ, ຂ້າພະເຈົ້າ​ຮູ້ສຶກ​ວ່່າ​ມີ​ຄົນ​ຍິນ​ດີ​ຕ້ອນຮັບ, ຂ້າພະເຈົ້າ​ຮອດ​ບ້ານ​ແລ້ວ.”11

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ, ນີ້​ເປັນ​ວິທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແມ່ນ​ແຕ່​ຖ້າ​ຫາກ​ທ່ານ​ຖືກ​ຂົ່ມ​ເຫັງມາ​ໃນ​ອາ​ດີດ, ຂ້າພະເຈົ້າ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ທ່ານ​ມາ​ຫາ​ພຣະ​ອົງ.12 ທຸກໆ​ຄົນ ຖືກ​ຮັກ. ທຸກໆ​ຄົນ ຖືກ​ຍິນ​ດີ​ຕ້ອນຮັບ. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.