ພຣະຄຣິດຄິດຢ່າງໃດກ່ຽວກັບເຮົາ?
ຂ້າພະເຈົ້າເປັນພະຍານວ່າເມື່ອທ່ານຮັກພຣະອົງ, ໄວ້ໃຈໃນພຣະອົງ, ເຊື່ອຟັງພຣະອົງ, ແລະ ເຮັດຕາມພຣະອົງ, ທ່ານຈະຮູ້ສຶກເຖິງຄວາມຮັກ ແລະ ຄວາມເຫັນພ້ອມຂອງພຣະອົງ.
ນັກຂ່າວຜູ້ໜຶ່ງຈາກວາລະສານທີ່ສຳຄັນຢູ່ປະເທດບຣາຊິນ ໄດ້ສຶກສາກ່ຽວກັບສາດສະໜາຈັກເພື່ອຈະຕຽມເລື່ອງ ຂ່າວສານອັນຍິ່ງໃຫຍ່.1 ລາວໄດ້ສຶກສາເຖິງຄຳສອນຂອງພວກເຮົາ ແລະ ຢ້ຽມຢາມສູນກາງສຳລັບຝຶກຝົນຜູ້ສອນສາດສະໜາ ແລະ ສູນກາງທາງດ້ານໃຈບຸນຕໍ່ມະນຸດ. ລາວໄດ້ເວົ້ານຳໝູ່ເພື່ອນຂອງສາດສະໜາຈັກ ແລະ ເວົ້ານຳຄົນທີ່ບໍ່ມັກສາດສະໜາຈັກປານໃດ. ໃນການສຳພາດນຳຂ້າພະເຈົ້າ, ນັກຂ່າວຜູ້ນີ້ຄືວ່າງົງຂະນະທີ່ລາວໄດ້ ຖາມຂ້າພະເຈົ້າວ່າ, “ເປັນຫຍັງຜູ້ຄົນຄິດວ່າຊາວມໍມອນບໍ່ເປັນຊາວຄຣິດສະຕຽນ?” ຂ້າພະເຈົ້າຮູ້ວ່າລາວໄດ້ເວົ້າເຖິງສາດສະໜາຈັກ, ແຕ່ຂ້າພະເຈົ້າຮູ້ສຶກວ່າມີຄວາມໝາຍສ່ວນຕົວຕໍ່ຂ້າພະເຈົ້າ, ແລະ ຂ້າພະເຈົ້າຄິດໃນໃຈຂອງຂ້າພະເຈົ້າວ່າ, “ໃນຊີວິດຂອງຂ້າພະເຈົ້າໄດ້ສະແດງຄວາມຮັກ ແລະ ຄວາມອຸທິດຕົນທີ່ຂ້າພະເຈົ້າມີຕໍ່ພຣະຜູ້ຊ່ອຍ ໃຫ້ລອດບໍ່?”
ພຣະເຢຊູໄດ້ຖາມພວກຟາລີຊາຍວ່າ, “ພວກທ່ານຄິດຢ່າງໃດກ່ຽວກັບພຣະຄຣິດ?”2 ໃນການທົດສອບຂັ້ນສຸດທ້າຍ, ຄວາມເປັນສານຸສິດຂອງເຮົາສ່ວນຕົວຈະບໍ່ຖືກພິພາກສາໂດຍໝູ່ເພື່ອນ ຫລື ສັດຕູ. ແທ້ໆແລ້ວ, ເໝືອນກັບໂປໂລໄດ້ກ່າວວ່າ, “ພວກເຮົາທຸກຄົນຈະຢືນຢູ່ໜ້າພຣະຜູ້ເປັນເຈົ້າຖືກພິພາກສາຈາກພຣະອົງ.”3 ໃນວັນນັ້ນຄຳຖາມອັນສຳຄັນສຳລັບເຮົາທຸກຄົນຈະແມ່ນ: “ພຣະຄຣິດຄິດຢ່າງໃດກ່ຽວກັບເຮົາ?”
ເຖິງແມ່ນວ່າພຣະອົງມີຄວາມຮັກຕໍ່ມະນຸດໂລກທັງປວງ, ພຣະເຢຊູຕິຕຽນບາງຄົນໂດຍເອີ້ນເຂົາເປັນຄົນໜ້າຊື່ ໃຈຄົດ, 4 ຄົນໂງ່ຈ້າ,5 ແລະ ຄົນທີ່ເຮັດການຊົ່ວຮ້າຍ.6 ພຣະອົງໄດ້ເອີ້ນດ້ວຍຄວາມເຫັນພ້ອມວ່າບາງຄົນເປັນ ປະຊາຊົນຜູ້ທີ່ເປັນຂອງອານາຈັກຂອງພຣະເຈົ້າ7 ແລະ ຄວາມແສງສະຫວ່າງສຳລັບໂລກນີ້.8 ພຣະອົງບໍ່ພໍໃຈຕໍ່ບາງຄົນທີ່ເຮັດໃຫ້ຕົນເອງເປັນຄົນຕາບອດ9 ແລະ ຄົນທີ່ບໍ່ເປັນປະໂຫຍດ.10 ພຣະອົງໄດ້ຍົກຍ້ອງຄົນອື່ນວ່າ ເຂົາມີຈິດໃຈບໍລິສຸດ11 ແລະ ເປັນຄົນທີ່ຊອກ ຫາຄວາມຊອບທຳ.12 ພຣະອົງໄດ້ສະແດງຄວາມໂສກເສົ້າເສຍໃຈວ່າ ບາງຄົນບໍ່ມີສັດທາ13 ແລະ ເປັນຄົນທາງໂລກ,14 ແຕ່ພຣະອົງໃຫ້ກຽດຕໍ່ບາງຄົນທີ່ເປັນຄົນຖືກເລືອກ,15 ເປັນສານຸສິດ,16 ເປັນໝູ່ເພື່ອນ.17 ເພາະສະນັ້ນພວກເຮົາແຕ່ລະຄົນຖາມຕົວເອງວ່າ, “ພຣະຄຣິດຄິດຢ່າງໃດກ່ຽວກັບເຮົາ?”
ປະທານທອມມັສ ແອັສ ມອນສັນ ໄດ້ບັນຍາຍເຖິງເວລາໃນປະຈຸບັນນີ້ຂອງເຮົາວ່າເຮົາຫ່າງອອກໄປຈາກ ຝ່າຍວິນຍານ ... ດ້ວຍມີລົມຂອງການປ່ຽນແປງຢູ່ຮອບຂ້າງພວກເຮົາ ແລະ ສິນທຳຂອງສັງຄົມກຳລັງຖືກທຳລາຍຕໍ່ໜ້າຕໍ່ຕາພວກເຮົາ.18 ປະຈຸບັນນີ້ເປັນເວລາທີ່ເຮັດໃຫ້ເກີດຄວາມບໍ່ເຊື່ອຖື ແລະ ບໍ່ມີຄວາມນັບຖືຕໍ່ພຣະຄຣິດ ແລະ ການສອນຂອງພຣະອົງ.
ໃນຊ່ວງເວລາອັນວຸ້ນວາຍນີ້, ເຮົາມີຄວາມປິຕິຍິນດີຕໍ່ການເປັນສານຸສິດຂອງພຣະເຢຊູຄຣິດ. ເຮົາເຫັນພຣະຫັດຂອງພຣະຜູ້ເປັນເຈົ້າອ້ອມພວກເຮົາ. ຈຸດໝາຍປາຍທາງຖືກສະແດງອອກຢ່າງສວຍງາມຕໍ່ໜ້າພວກເຮົາ. ພຣະເຢຊູໄດ້ອະທິຖານວ່າ, “ນີ້ແມ່ນຊີວິດອັນຕະຫລອດໄປເປັນນິດ ຄືທີ່ພວກເຂົາຮູ້ຈັກພຣະອົງຜູ້ເປັນ ພຣະເຈົ້າທ່ຽງແທ້ແຕ່ອົງດຽວ ແລະ ຮູ້ຈັກພຣະເຢຊູຄຣິດ ຜູ້ທີ່ພຣະອົງໄດ້ໃຊ້ມາ.”19 ຄວາມເປັນສານຸສິດ ໃນຊ່ວງເວລາອັນສຳຄັນນີ້ຈະເປັນກຽດຕິຍົດຕໍ່ເຮົາຕະຫລອດຊົ່ວນິລັນດອນ.
ຂ່າວສານຕ່າງໆທີ່ເຮົາໄດ້ຍິນລະຫວ່າງກອງປະຊຸມນີ້ເປັນເຄື່ອງໝາຍຈາກພຣະຜູ້ເປັນເຈົ້າເພື່ອນຳພາເຮົາໃນການເດີນທາງແຫ່ງຄວາມເປັນສານຸສິດ. ຂະນະທີ່ເຮົາໄດ້ຟັງລະຫວ່າງສອງມື້ຜ່ານມານີ້, ດ້ວຍການອະທິຖານເພື່ອການນຳພາທາງດ້ານວິນຍານ, ແລະ ເມື່ອເຮົາສຶກສາ ແລະ ອະທິຖານກ່ຽວກັບຂ່າວສານເຫລົ່ານີ້ໃນວັນຂ້າງໜ້າ, ພຣະຜູ້ເປັນເຈົ້າຈະນຳພາເຮົາເປັນການສ່ວນຕົວຜ່ານຂອງປະທານແຫ່ງພຣະວິນຍານບໍລິສຸດ. ຄວາມຮູ້ສຶກເຫລົ່ານີ້ນຳເຮົາເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ, ການກັບໃຈ, ການເຊື່ອຟັງ, ຄວາມເຊື່ອ, ແລະ ການໄວ້ວາງໃຈ. ພຣະຜູ້ຊ່ອຍໃຫ້ລອດຕອບສະໜອງຕໍ່ການມີສັດທາຂອງເຮົາ. “ຜູ້ໃດກໍຕາມທີ່ຮັກເຮົາກໍຈະປະຕິບັດຕາມຄຳສັ່ງສອນຂອງເຮົາ ແລະ ພຣະບິດາຂອງເຮົາຈະຮັກຜູ້ນັ້ນ ແລະ ພຣະບິດາກັບເຮົາຈະມາທີ່ນັ້ນ ແລະ ເຮົາຈະຕັ້ງຢູ່ກັບເຂົາ.”20
ພຣະເຢຊູວ່າ “ແລ້ວຈົ່ງຕາມເຮົາມາ”21 ບໍ່ພຽງແຕ່ຜູ້ຄົນທີ່ມີຄວາມເຂັ້ມແຂງທາງວິນຍານເທົ່ານັ້ນ. ແທ້ຈິງແລ້ວ, ຄວາມເປັນສານຸສິດບໍ່ແມ່ນການແຂ່ງຂັນເລີຍ, ແຕ່ເປັນການເຊື້ອເຊີນຕໍ່ທຸກໆຄົນ. ການເດີນທາງເປັນສານຸສິດ ບໍ່ແມ່ນການແລ່ນອັນສັ້ນໆ ຫລື ແມ່ນການແລ່ນແຂ່ງຂັນອັນຍາວນານ. ໃນຄວາມຈິງແລ້ວ, ມັນເປັນການເດີນທາງຕະຫລອດຊີວິດຂອງເຮົາໄປສູ່ໂລກຊັ້ນສູງກວ່າໂລກນີ້.
ການເຊື້ອເຊີນຂອງພຣະອົງເປັນການເອີ້ນໃຫ້ເຮັດພາລະໜ້າທີ່ແຕ່ລະວັນ. ພຣະເຢຊູໄດ້ກ່າວວ່າ: “ຖ້າພວກທ່ານຮັກເຮົາ, ຈົ່ງຮັກສາພຣະບັນຍັດຂອງເຮົາ. “ຖ້າພວກທ່ານຮັກເຮົາພວກທ່ານກໍຈະເຊື່ອຟັງຂໍ້ຄຳສັ່ງຂອງເຮົາ.”22 “ຖ້າຜູ້ໃດຜູ້ໜຶ່ງຕ້ອງການມານຳເຮົາໃຫ້ເຊົາເຫັນແກ່ຕົວເອງແບກໄມ້ກາງແຂນຂອງຕົນທຸກໆມື້ ແລະ ຕາມເຮົາໄປ.”23 ບາງເທື່ອເຮົາອາດຈະເຮັດບໍ່ດີເທົ່າທີ່ເຮົາຈະເຮັດໄດ້, ແຕ່ຖ້າວ່າເຮົາກຳລັງພະຍາຍາມ, ການເຊື້ອເຊີນຂອງພຣະເຢຊູຈະເຕັມໄປດ້ວຍຄວາມຊຸກຍູ້ ແລະ ຄວາມຫວັງ: “ຈົ່ງມາຫາເຮົາທຸກຄົນທີ່ອິດເມື່ອຍຈາກການແບກພາລະໜັກ ແລະ ເຮົາຈະໃຫ້ພວກທ່ານໄດ້ພັກຜ່ອນ.”24
ໃນເວລາໃດກໍຕາມໃນເສັ້ນທາງແຫ່ງຄວາມເປັນສານຸສິດທີ່ທ່ານຢູ່ປະຈຸບັນນີ້, ທ່ານຢູ່ໃນເສັ້ນທາງທີ່ຖືກຕ້ອງແລ້ວ, ເສັ້ນທາງແຫ່ງຊີວິດນິລັນດອນ. ຮ່ວມກັນເຮົາຈະຍົກກັນແລະກັນໃຫ້ເຂັ້ມແຂງຂື້ນຕາມວິທີອັນຍິ່ງໃຫຍ່ ແລະ ວັນອັນສຳຄັນທີ່ຈະມາເຖິງ. ບໍ່ວ່າຈະມີຄວາມຫຍຸ້ງຍາກອັນໃດ, ຄວາມອ່ອນແອຢ່າງໃດກໍຕາມທີ່ຂັດຂວາງເຮົາ, ຫລື ສິ່ງທີ່ບໍ່ສາມາດຈະເປັນໄປໄດ້ຢູ່ອ້ອມຮອບເຮົາ, ຂໍໃຫ້ເຮົາມີສັດທາຕໍ່ພຣະບຸດຂອງພຣະເຈົ້າ, ອົງທີ່ໄດ້ປະກາດວ່າ, “ທຸກໆຢ່າງເປັນໄປໄດ້ສຳລັບຜູ້ທີ່ມີຄວາມເຊື່ອ.”25
ຂໍໃຫ້ເຮົາຍົກຕົວຢ່າງກ່ຽວກັບຄວາມເປັນສານຸສິດທີ່ໄດ້ປະຕິບັດໜ້າທີ່. ເລື່ອງທຳອິດແມ່ນມາຈາກຊີວິດຂອງ ປະທານທອມມັສ ແອັສ ມອນສັນ, ທີ່ໄດ້ສະແດງອຳນາດອັນລຽບງ່າຍຂອງຄວາມໃຈບຸນ ແລະ ການສັ່ງສອນຂອງພຣະເຢຊູຄຣິດ, “ຜູ້ເປັນໃຫຍ່ທີ່ສຸດໃນພວກທ່ານຕ້ອງເປັນຜູ້ຮັບໃຊ້ພວກທ່ານ.26
ເກືອບ 20 ປີຜ່ານມາແລ້ວ ປະທານມອນສັນໄດ້ກ່າວຄຳປາໄສໃນກອງປະຊຸມກ່ຽວກັບຍິງໜຸ່ມຜູ້ໜຶ່ງອາຍຸ 12 ປີ ຜູ້ທີ່ເປັນໂຣກມະເລັງ. ເພິ່ນໄດ້ກ່າວເຖິງຄວາມກ້າຫານຂອງນາງ ແລະ ຄວາມໃຈບຸນຂອງໝູ່ເພື່ອນຂອງນາງທີ່ໄດ້ອູ້ມນາງຂຶ້ນຊົມພູ ທິມພະໂນກັສ ຢູ່ພາກກາງຂອງລັດຢູທາ.
ສອງສາມປີຜ່ານມາ ຂ້າພະເຈົ້າໄດ້ພົບນາງຈາມີ ພາລະເມີ ບຣິນທັນ ແລະ ໄດ້ຍິນເລື່ອງລາວຂອງນາງຈາກທັດສະນະອີກຢ່າງໜຶ່ງ—ເລື່ອງລາວທີ່ປະທານມອນສັນໄດ້ເຮັດເພື່ອນາງ.
ຈາມີໄດ້ພົບປະທານມອນສັນ ໃນເດືອນມິນາ ປີ 1993, ມື້ໜຶ່ງ ຕໍ່ມາຫລັງຈາກທ່ານໝໍບອກນາງວ່ານາງເປັນໂລກມະເລງທີ່ຮ້າຍແຮງໃນກະດູກຂາເບື້ອງຂວາໃກ້ໆຫົວເຂົ່າຂອງນາງ. ພໍ່ຂອງນາງຊ່ອຍປະທານມອນສັນ ມອບພອນຖານະປະໂລຫິດ, ແລະ ເພິ່ນໄດ້ກ່າວສັນຍາຕໍ່ນາງວ່າ, “ພຣະເຢຊູຈະຢູ່ທາງຂວາ ແລະ ທາງຊ້າຍຂອງເຈົ້າເພື່ອຍົກເຈົ້າຂຶ້ນ.”
ຂະນະທີ່ຈະອອກຈາກຫ້ອງການຂອງເພິ່ນໃນວັນນັ້ນ, ຈາມີໄດ້ເວົ້າວ່າ, “ຂ້ອຍເອົາໝາກປຸມເປົ້າທີ່ມັດຢູ່ເທິງຕັ່ງອີງຂອງຂ້ອຍໃຫ້ເພິ່ນ. ໝາກປຸມເປົ້າມີຄຳຂຽນໃສ່ວ່າ ‘ເຈົ້າເປັນຄົນດີທີ່ສຸດ’ ຂຽນເປັນຕົວອັກສອນທີ່ແຈ່ມໃສ.”
ຜ່ານການຮັກສາໂລກມະເລັງທາງຢາ ແລະ ການຜ່າຕັດຂອງນາງເພື່ອຮັກສາຂາໄວ້, ປະທານມອນສັນບໍ່ເຄີຍລືມນາງ. ຈາມີໄດ້ເວົ້າວ່າ, “ປະທານມອນສັນເປັນຕົວຢ່າງຂອງຄວາມໝາຍແຫ່ງຄວາມເປັນສານຸສິດຢ່າງແທ້ຈິງຂອງພຣະຄຣິດ. ເພິ່ນໄດ້ຍົກຂ້ອຍຂຶ້ນຈາກຄວາມເສົ້າເສຍໃຈ ກາຍເປັນຄວາມຫວັງອັນຍິ່ງໃຫຍ່ ແລະ ຍາວນານ. ສາມປີຕໍ່ມາຫລັງຈາກການພົບຄັ້ງທຳອິດ, ຈາມີໄດ້ນັ່ງຢູ່ຫ້ອງການຂອງປະທານມອນສັນ. ເມື່ອການຢ້ຽມຢາມເກືອບຈະຈົບລົງ, ເພິ່ນໄດ້ເຮັດສິ່ງທີ່ຈາມີຈະບໍ່ເຄີຍລືມເລີຍ. ມັນຊ່າງເປັນນິໃສອັນທຳມະດາ, ທີ່ເຕັມໄປດ້ວຍຄວາມເຫັນອົກເຫັນໃຈຂອງເພິ່ນແທ້ໆ, ເພິ່ນໄດ້ເຮັດໃຫ້ນາງຕົກຕະລຶງເມື່ອເພິ່ນເອົາໝາກປຸມເປົ້າອັນດຽວກັນທີ່ນາງໄດ້ໃຫ້ເພິ່ນສາມປີທີ່ຜ່ານມາແລ້ວນັ້ນຄືນໃຫ້ນາງ. ໝາກປຸມເປົ້າປະກາດວ່າ “ເຈົ້າເປັນຄົນດີທີ່ສຸດ.” ເພິ່ນໄດ້ຮັກສາມັນໄວ້ເພາະເພິ່ນຮູ້ວ່ານາງຈະກັບມາຫ້ອງການເພິ່ນອີກເມື່ອນາງຫາຍຈາກໂລກມະເລັງຢ່າງສົມບູນ. ສິບສີ່ປີຫລັງຈາກການພົບຈາມີຄັ້ງທຳອິດ, ປະທານມອນສັນເປັນຜູ້ປະກອບພິທີແຕ່ງງານໃຫ້ຈາມີ ພໍລະເມີ ແລະ ເຈສັນ ບຣິນທັນ ຢູ່ໃນພຣະວິຫານເຊົາເລັກ.27
ເຮົາສາມາດຮຽນຮູ້ຫລາຍສິ່ງຈາກຄວາມເປັນສານຸນິດຂອງປະທານມອນສັນ. ເພິ່ນເຕືອນບັນດາຜູ້ນຳຊັ້ນຜູ້ໃຫຍ່ ສະເໝີວ່າໃຫ້ຈື່ຈຳຄຳຖາມງ່າຍໆນີ້ວ່າ: “ພຣະເຢຊູຈະກະທຳຢ່າງໃດ?”
ພຣະເຢຊູໄດ້ບອກຜູ້ນຳຂອງສາລາທຳວ່າ, “ຢ່າວິຕົກເລີຍ ຈົ່ງເຊື່ອເທົ່ານັ້ນ.”28 ຄວາມເປັນສານຸສິດປະກອບດ້ວຍ ຄວາມເຊື່ອໃນພຣະອົງໃນຊ່ວງເວລາແຫ່ງຄວາມສະຫງົບ ແລະ ເຊື່ອໃນພຣະອົງໃນຊ່ວງເວລາແຫ່ງຄວາມຫຍຸ້ງຍາກ, ເພາະຄວາມເຈັບປວດ ແລະ ຄວາມຢ້ານກົວຂອງເຮົາຈະສະຫງົບລົງດ້ວຍມີຄວາມໝັ້ນໃຈພຽງວ່າ ພຣະອົງຮັກເຮົາ ແລະ ຮັກສາຄຳສັນຍາຂອງພຣະອົງ.
ບໍ່ດົນມານີ້ຂ້າພະເຈົ້າໄດ້ພົບຄອບຄົວໜຶ່ງທີ່ເປັນຕົວຢ່າງອັນດີງາມເຖິງວິທີທີ່ເຮົາເຊື່ອໃນພຣະອົງ. ໂອລະກັນ ແລະ ໂສລິນ ແສນເທລັສ ທີ່ມາຈາກເມືອງ ພອດ ໂອ ແພຣນສ໌, ປະເທດ ເຮທີ, ໄດ້ເລົ່າເລື່ອງຂອງເຂົາເຈົ້າໃຫ້ຂ້າພະເຈົ້າຟັງດັ່ງນີ້.
ໃນວັນທີ 12 ເດືອນມັງກອນ ປີ 2010, ໂອລະກັນ ກຳລັງເຮັດວຽກ ແລະ ໂສລິນ ຢູ່ໂບດເມື່ອເກີດແຜ່ນດິນ ໄຫວອັນຮ້າຍແຮງຢູ່ປະເທດ ເຮທີ. ລູກສາມຄົນຂອງເຂົາເຈົ້າ, ການຈີ—ມີອາຍຸໄດ້ຫ້າປີ, ແອນຈີມີອາຍຸໄດ້ສາມປີ, ແລະ ການສະລີ—ມີອາຍຸໄດ້ໜຶ່ງປີ, ຢູ່ເຮືອນຫ້ອງແຖວກັບໝູ່ເພື່ອນຂອງເຂົາ.
ຄວາມເພພັງເກີດຂຶ້ນຢູ່ທຸກຫົນທຸກແຫ່ງ. ຕາມທີ່ພວກທ່ານຮູ້, ຫລາຍສິບພັນຄົນໄດ້ເສຍຊີວິດໃນເດືອນມັງກອນນັ້ນຢູ່ປະເທດເຮທີ. ໂອລະກັນ ແລະ ໂສລິນ ໄດ້ແລ່ນໄປຫາເຮືອນຫ້ອງແຖວເພື່ອຊອກຫາລູກ. ເຮືອນຫ້ອງແຖວທີ່ຄອບຄົວແສນເທລັສຢູ່ນັ້ນຖືກພັງພິນາດ.
ລູກຂອງເຂົາເຈົ້າຫາທາງຫລົບໜີບໍ່ໄດ້. ອາຄານນັ້ນຖືກທຳລາຍຢ່າງບໍ່ມີຫຍັງເຫລືອ. ຄວາມພະຍາຍາມທີ່ຈະ ຊ່ອຍເຫລືອເບິ່ງຄືວ່າຈະບໍ່ມີຄວາມໝາຍ.
ໂອລະກັນ ແລະ ໂສລິນ ແສນເທລັສ ທັງສອງຄົນໄດ້ຮັບໃຊ້ເປັນຜູ້ສອນສາດສະໜາ ແລະ ໄດ້ແຕ່ງງານ ໃນພຣະວິຫານ. ເຂົາເຈົ້າເຊື່ອໃນພຣະຜູ້ຊ່ອຍໃຫ້ລອດ ແລະ ໃນຄຳສັນຍາຂອງພຣະອົງທີ່ມີຕໍ່ເຂົາເຈົ້າ. ແຕ່ວ່າເຂົາເຈົ້າຮູ້ສຶກໂສກເສົ້າເສຍໃຈ. ເຂົາເຈົ້າໄດ້ຮ້ອງໄຫ້ຢ່າງບໍ່ຢຸດຢັ້ງ.
ໂອລະກັນໄດ້ບອກຂ້າພະເຈົ້າວ່າ ຕອນລາວຕົກຢູ່ໃນຄວາມມືດທີ່ສຸດ ລາວໄດ້ເລີ່ມຕົ້ນອະທິຖານ. “ພຣະບິດາເທິງສະຫວັນ, ຂໍໃຫ້ເປັນໄປຕາມພຣະປະສົງຂອງພຣະອົງ, ຖ້າເປັນໄປໄດ້ຂໍໃຫ້ລູກຄົນໜຶ່ງມີຊີວິດຢູ່ລອດແດ່ທ້ອນ. ຂໍໃຫ້ພຣະອົງຊ່ອຍເຫລືອພວກຂ້າພຣະອົງເຖີດ.” ລາວໄດ້ຍ່າງລອບອາຄານນັ້ນຫລາຍລອບ, ອະທິຖານເພື່ອຈະໄດ້ຮັບການດົນໃຈ. ຄົນຂ້າງບ້ານພະຍາຍາມປອບໃຈລາວ ແລະ ຊ່ອຍລາວໃຫ້ຍອມຮັບວ່າລາວໄດ້ເສຍລູກໆໄປແລ້ວ. ໂອລະກັນຍ່າງລອບໆຕໍ່ໄປໃກ້ເສດດິນຈີ່ຂອງອາຄານດ້ວຍຄວາມຫວັງ ແລະ ການອະທິຖານ. ແລ້ວເກີດສິ່ງມະຫັດສະຈັນຂຶ້ນ. ໂອລະກັນໄດ້ຍິນສຽງເດັນນ້ອຍໄຫ້ຢ່າງງຽບໆ. ສຽງໄຫ້ນັ້ນແມ່ນສຽງຂອງລູກນ້ອຍຂອງລາວ.
ເພື່ອນບ້ານຂຸດຄົ້ນຢ່າງວຸ້ນວາຍຫລາຍໆຊົ່ວໂມງ, ສ່ຽງຊີວິດຂອງເຂົາເຈົ້າ. ໃນຄວາມມືດຂອງກາງຄືນ, ທ່າມກາງສຽງຕອກ ແລະ ສຽງສິ່ວ, ກຸ່ມຊ່ອຍເຫລືອໄດ້ຍິນສຽງອີກສຽງໜຶ່ງ. ເຂົາເຈົ້າຢຸດຕອກເພື່ອຟັງ. ເຂົາເຈົ້າບໍ່ສາມາດເຊື່ອສິ່ງທີ່ເຂົາເຈົ້າໄດ້ຍິນ. ມັນເປັນສຽງຂອງເດັກນ້ອຍ—ແລະ ເດັນນ້ອຍນັ້ນກຳລັງຮ້ອງເພງ. ການຈີ ຜູ້ທີ່ມີອາຍຸໄດ້ຫ້າປີ ເລົ່າເລື່ອງວ່າລາວຮູ້ວ່າພໍ່ຂອງລາວຈະຍິນສຽງຂອງລາວ ຖ້າລາວຮ້ອງເພງ. ຍ້ອນວ່າກ້ອນຫີນສີມັງອັນໜັກທັບແຂນລາວ. ແຂນຂອງລາວຕ້ອງໄດ້ຖືກຕັດອອກ, ການຈີໄດ້ຮ້ອຍເພງທີ່ລາວມັກຫລາຍທີ່ສຸດຊຶ່ງແມ່ນເພງ “ເຮົາເປັນລູກຂອງພຣະເຈົ້າ.”29
ເມື່ອຫລາຍຊົ່ວໂມງຜ່ານໄປ, ທ່າມກາງຄວາມມືດ, ຄວາມຕາຍ, ແລະ ຄວາມໝົດຫວັງຂອງລູກຫລານອັນລ້ຳຄ່າຫລາຍໆຄົນຂອງພຣະເຈົ້າຢູ່ປະເທດເຮທີ, ຄອບຄົວແສນເທລັສປະສົບສິ່ງມະຫັດສະຈັນ. ການຈີ, ແອນຈີ ແລະ ການສະລີ ທຸກຄົນມີຊີວິດລອດກ້ອງອາຄານທີ່ພັງພິນາດນັ້ນ.30
ສິ່ງມະຫັດສະຈັນບໍ່ເກີດຂຶ້ນໃນທັນທີສະເໝີ. ບາງເທື່ອເຮົາອາດສົງໄສວ່າເປັນຫຍັງສິ່ງມະຫັດສະຈັນທີ່ເຮົາໄດ້ອະທິຖານດ້ວຍຄວາມຈິງໃຈຍັງບໍ່ເກີດຂຶ້ນເທື່ອໃນຕອນນີ້. ແຕ່ເມື່ອເຮົາວາງໃຈໃນພຣະຜູ້ຊ່ອຍໃຫ້ລອດ, ສິ່ງມະຫັດສະຈັນຈະເກີດຂຶ້ນ. ບໍ່ວ່າຈະເກີດຂຶ້ນໃນຊີວິດນີ້ ຫລື ຊີວິດຕໍ່ໄປກໍຕາມ, ທຸກສິ່ງທຸກຢ່າງຈະເຮັດໃຫ້ຖືກຕ້ອງ. ພຣະຜູ້ຊ່ອຍໃຫ້ລອດຊົງປະກາດວ່າ: “ຢ່າກັງວົນ ແລະ ເປັນທຸກໃຈ; ແລະ ຢ່າສູ່ຢ້ານ.”31 “ໂລກຈະເຮັດໃຫ້ພວກທ່ານທົນທຸກທໍລະມານ. ແຕ່ຈົ່ງມີໃຈກ້າເຖີດ! ເຮົາໄດ້ຊະນະໂລກແລ້ວ.”32
ຂ້າພະເຈົ້າເປັນພະຍານວ່າເມື່ອທ່ານຮັກພຣະອົງ, ໄວ້ໃຈໃນພຣະອົງ, ເຊື່ອຟັງພຣະອົງ, ແລະ ເຮັດຕາມພຣະອົງ, ທ່ານຈະຮູ້ສຶກເຖິງຄວາມຮັກ ແລະ ຄວາມເຫັນພ້ອມຂອງພຣະອົງ. ເມື່ອທ່ານຖາມວ່າ, “ພຣະຄຣິດຄິດຢ່າງໃດກ່ຽວກັບເຮົາ?” ທ່ານຈະຮູ້ວ່າທ່ານເປັນສານຸສິດຂອງພຣະອົງ; ທ່ານເປັນໝູ່ເພື່ອນຂອງພຣະອົງ. ໂດຍພຣະຄຸນຂອງພຣະອົງ, ພຣະອົງຈະກະທຳສິ່ງທີ່ທ່ານບໍ່ສາມາດເຮັດສຳລັບຕົວເອງ.
ເຮົາກຳລັງລໍຖ້າຄຳສະຫລຸບຂອງການປາໄສ ຈາກສາດສະດາ ຜູ້ແສນຮັກຂອງເຮົາຢ່າງກະຕືລືລົ້ນ. ປະທານທອມມັສ ແອັສ ມອນສັນ ໄດ້ຮັບຕຳແໜ່ງເປັນອັກຄະສາວົກຂອງພຣະຜູ້ເປັນເຈົ້າພຣະເຢຊູຄຣິດ ຕອນຂ້າພະເຈົ້າມີອາຍຸໄດ້ແຕ່ 12 ປີ. ຫລາຍກວ່າ 48 ປີ ເຮົາໄດ້ຮັບພອນທີ່ໄດ້ມີໂອກາດຟັງເພິ່ນ ສະແດງປະຈັກພະຍານເຖິງພຣະເຢຊູຄຣິດ. ຂ້າພະເຈົ້າເປັນພະຍານວ່າເພິ່ນມີບົດບາດເປັນອັກຄະສາວົກ ຜູ້ຊັ້ນສູງສຸດຂອງພຣະຜູ້ຊ່ອຍໃຫ້ລອດຢູ່ເທິງແຜ່ນດິນໂລກໃນປະຈຸບັນນີ້.
ດ້ວຍຄວາມຮັກ ແລະ ການຍົກຍ້ອງຕໍ່ສານຸສິດຫລາຍໆຄົນຂອງພຣະເຢຊູຄຣິດຜູ້ທີ່ບໍ່ເປັນສະມາຊິກຂອງ ສາດສະໜາຈັກນີ້, ເຮົາປະກາດດ້ວຍຄວາມຖ່ອມຕົວວ່າທູດສະຫວັນໄດ້ກັບມາແຜ່ນດິນໂລກໃນວັນເວລາຂອງເຮົາ. ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍກໍຄືກັນກັບພຣະອົງໄດ້ຈັດຕັ້ງໃນສະໄໝໂບຮານໄດ້ຖືກຟື້ນຟູຄືນມາໃໝ່, ດ້ວຍອຳນາດ, ພິທີການ, ແລະ ພອນແຫ່ງສະຫວັນ. ພຣະຄຳພີມໍມອນເປັນປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ.
ຂ້າພະເຈົ້າເປັນພະຍານວ່າພຣະເຢຊູເປັນພຣະຜູ້ຊ່ອຍໃຫ້ລອດຂອງໂລກ, ພຣະອົງໄດ້ທົນທຸກ ແລະ ເສຍຊີວິດເພື່ອບາບຂອງເຮົາ ແລະ ໄດ້ລຸກຂຶ້ນໃນມື້ທີສາມ. ພຣະອົງໄດ້ຟື້ນຄືນຊີວິດ. ໃນວັນຕໍ່ມາ, ທຸກຄົນຈະຄຸເຂົ່າລົງຕໍ່ໜ້າພຣະອົງ ແລະ ກໍຈະຮັບວ່າພຣະເຢຊູຄືພຣະຄຣິດ.33 ໃນວັນນັ້ນ, ເຮົາຈະບໍ່ເປັນຫ່ວງວ່າ “ຄົນອື່ນໆຖືວ່າ ເຮົາເປັນຄົນຄຣິດຕຽນຫລືບໍ?” ໃນເວລານັ້ນ, ເຮົາຈະຕັ້ງໃຈຟັງພຣະອົງ, ແລະ ຈິດວິນຍານຂອງເຮົາຈະປະທັບໃຈ ຕໍ່ຄຳຖາມທີ່ວ່າ, “ພຣະຄຣິດຄິດຢ່າງໃດກ່ຽວກັບເຮົາ?” ພຣະອົງມີຊີວິດຢູ່. ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.