ການເສຍສະລະ
ການຮັບໃຊ້ ແລະ ການເສຍສະລະໃນຊີວິດຂອງເຮົາເປັນການສະແດງອອກທີ່ເໝາະສົມທີ່ສຸດເຖິງຄວາມຕັ້ງໃຈຂອງເຮົາທີ່ຈະຮັບໃຊ້ພຣະອາຈານ ແລະ ເພື່ອນມະນຸດດ້ວຍກັນ.
ການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດໄດ້ຖືກເອີ້ນວ່າ “ເຫດການທີ່ເລີດລ້ຳກວ່າເຫດການໃດໆນັບແຕ່ການສ້າງໂລກຈົນເຖິງຕະຫລອດທຸກຍຸກທຸກສະໄໝເຖິງນິລັນດອນ.”1 ການເສຍສະລະນັ້ນເປັນຂ່າວສານສຳຄັນຂອງສາດສະດາທັງປວງ. ມັນໄດ້ບອກລ່ວງໜ້າໂດຍການເຜົາຖະຫວາຍສັດຕາມກົດຂອງໂມເຊ. ສາດສະດາໄດ້ປະກາດວ່າ ທຸກຕອນ “ຊີ້ແຈງເຖິງການເສຍສະລະຄັ້ງຍິ່ງໃຫຍ່ ແລະ ສຸດທ້າຍ … ພຣະບຸດຂອງພຣະເຈົ້າ, ແທ້ຈິງແລ້ວ, ບໍ່ມີຂອບເຂດ ແລະ ນິລັນດອນ” (ແອວມາ 34:14). ພຣະເຢຊູໄດ້ອົດທົນກັບຄວາມທຸກທໍລະມານອັນບໍ່ສາມາດຈະເຂົ້າໃຈໄດ້ ເພື່ອຖະຫວາຍພຣະອົງເອງສຳລັບບາບຂອງທຸກຄົນ. ການເສຍສະລະນັ້ນໄດ້ຖະຫວາຍສິ່ງທີ່ດີສຸດ—ລູກແກະທີ່ບໍລິສຸດຢ່າງບໍ່ມີບ່ອນຕຳນິ—ເພື່ອຄວາມຊົ່ວຮ້າຍຫລາຍທີ່ສຸດ—ບາບທັງໝົດຂອງໂລກ. ໃນຖ້ອຍຄຳທີ່ຊົງຈຳຂອງອີລາຍຊາ ອາ ສະໂນ ມີຄຳວ່າ:
ພຣະອົງໄດ້ຫລັ່ງໂລຫິດອັນມີຄ່າຢ່າງເຕັມໃຈ;
ພຣະອົງໄດ້ປະທານຊີວິດຢ່າງເພິ່ງພໍໃຈ,
ຜູ້ປາດສະຈາກບາບໄດ້ເສຍສະລະສຳລັບຄວາມຜິດ,
ໄດ້ຊ່ອຍກູ້ໂລກທີ່ເສື່ອມໂຊມ.2
ການເສຍສະລະນັ້ນ—ການຊົດໃຊ້ຂອງພຣະເຢຊູຄຣິດ—ເປັນຈຸດສຳຄັນຂອງແຜນແຫ່ງຄວາມລອດ.
ການຮັບທຸກທໍລະມານອັນທີ່ບໍ່ອາດເຂົ້າໃຈໄດ້ຂອງພຣະເຢຊູຄຣິດ ໄດ້ສິ້ນສຸດລົງໂດຍການຫລັ່ງເລືອດ, ແຕ່ມັນບໍ່ໄດ້ສິ້ນສຸດຄວາມສຳຄັນຂອງການເສຍສະລະໃນແຜນແຫ່ງພຣະກິດຕິຄຸນ. ພຣະຜູ້ຊ່ອຍໃຫ້ລອດຂອງເຮົາໄດ້ຮຽກຮ້ອງເຮົາໃຫ້ຖະຫວາຍເຄື່ອງບູຊາຕໍ່ໄປ, ແຕ່ການຖະຫວາຍເຄື່ອງບູຊາທີ່ພຣະອົງບັນຊາເຮົາໃຫ້ເຮັດໃນຕອນນີ້ແມ່ນໃຫ້ຖະຫວາຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດຂອງເຮົາແກ່ພຣະອົງເປັນເຄື່ອງບູຊາ (ເບິ່ງ 3 Nephi 9:20). ພຣະອົງກໍໄດ້ບັນຊາເຮົາແຕ່ລະຄົນໃຫ້ຮັກ ແລະ ຮັບໃຊ້ຊຶ່ງກັນແລະກັນນຳອີກ—ຕາມຈິງແລ້ວ, ເພື່ອມອບພາກສ່ວນເລັກນ້ອຍຂອງການເສຍສະລະຂອງພຣະອົງ ໂດຍການເສຍສະລະເວລາ ແລະ ລຳດັບຄວາມສຳຄັນທີ່ສຸດຂອງເຮົາ. ໃນເພງສວດທີ່ດົນໃຈ, ເຮົາຮ້ອງວ່າ, “ການເສຍສະລະນຳພອນຈາກສະຫວັນມາໃຫ້.”3
ຂ້າພະເຈົ້າຈະກ່າວເຖິງການເສຍສະລະທາງໂລກທີ່ພຣະຜູ້ຊ່ອຍໃຫ້ລອດໄດ້ຂໍໃຫ້ເຮົາເຮັດ. ສິ່ງນີ້ຈະບໍ່ຮ່ວມທັງການເສຍສະລະທີ່ເຮົາຮູ້ສຶກຈຳເປັນຕ້ອງເຮັດ ຫລື ການກະທຳທີ່ເອົາປຽບຄົນອື່ນ ແທນທີ່ຈະເປັນການຮັບໃຊ້ ຫລື ການເສຍສະລະ (ເບິ່ງ 2 Nephi 26:29).
I.
ສາດສະໜາຂອງຊາວຄຣິດສະຕຽນມີປະຫວັດສາດເລື່ອງການເສຍສະລະ, ຮ່ວມທັງການເສຍສະລະອັນສູງສຸດ. ໃນຕອນຕົ້ນຂອງຍຸກຄຣິດສະຕຽນ, ກຸງໂຣມໄດ້ຂ້າຫລາຍພັນຄົນເພາະການເຊື່ອຖືພຣະເຢຊູຄຣິດ. ໃນສັດຕະວັດຕໍ່ໆມາ, ເມື່ອຫລັກຄຳສອນເປັນເຫດໃຫ້ເກີດການແບ່ງແຍກໃນກຸ່ມຄຣິດສະຕຽນ, ບາງກຸ່ມໄດ້ຖືກຂູ່ເຂັນ ແມ່ນແຕ່ຂ້າສະມາຊິກຂອງບາງກຸ່ມ. ຄົນຄຣິດສະຕຽນໄດ້ຖືກຂ້າໂດຍກຸ່ມຄຣິດສະຕຽນອີກກຸ່ມໜຶ່ງເປັນການຂ້າທີ່ໜ້າສັງເວດຫລາຍທີ່ສຸດຂອງສາດສະໜາຄຣິດສະຕຽນ.
ຊາວຄຣິດສະຕຽນຫລາຍຄົນໄດ້ເຕັມໃຈເສຍສະລະໂດຍສັດທາໃນພຣະຄຣິດ ແລະ ມີຄວາມປາຖະໜາທີ່ຈະຮັບໃຊ້ພຣະອົງ. ບາງຄົນໄດ້ເລືອກທີ່ຈະອຸທິດຊີວິດທັງໝົດຕອນເປັນຜູ້ໃຫຍ່ຂອງເຂົາເຈົ້າໃນການຮັບໃຊ້ພຣະອາຈານ. ກຸ່ມທີ່ສູງສັກນີ້ແມ່ນຮ່ວມດ້ວຍຜູ້ຄົນທີ່ຢູ່ໃນສາດສະໜາກາໂຕລິກ ແລະ ຜູ້ທີ່ໄດ້ສະລະ ຕະຫລອດຊີວິດເປັນຜູ້ສອນສາດສະໜາຂອງນິກາຍໂປເທັດສະຕັງ. ຕົວຢ່າງຂອງເຂົາເຈົ້າເປັນສິ່ງທ້າທາຍ ແລະ ໃຫ້ການດົນໃຈ, ແຕ່ສ່ວນຫລາຍຜູ້ເຊື່ອໃນພຣະຄຣິດບໍ່ໄດ້ຖືກຄາດໝາຍ ຫລື ສາມາດອຸທິດຕະຫລອດຊີວິດຂອງຕົນເພື່ອການຮັບໃຊ້ສາດສະໜາ.
II.
ສຳລັບຜູ້ຕິດຕາມສ່ວນຫລາຍຂອງພຣະຄຣິດ, ການເສຍສະລະຂອງເຮົາແມ່ນຮ່ວມດ້ວຍສິ່ງທີ່ເຮົາສາມາດເຮັດໃນແຕ່ລະວັນ ໃນຊີວິດປະຈຳວັນຂອງເຮົາ. ໃນປະສົບການນັ້ນ, ຂ້າພະເຈົ້າບໍ່ຮູ້ຈັກກຸ່ມໃດທີ່ສະມາຊິກໄດ້ເສຍສະລະຫລາຍກວ່າໄພ່ພົນຍຸກສຸດທ້າຍ. ການເສຍສະລະຂອງເຂົາເຈົ້າ—ການເສຍສະລະຂອງທ່ານ, ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ—ແມ່ນກົງກັນຂ້າມກັບຄວາມເພິ່ງພໍໃຈສ່ວນຕົວນຳສິ່ງຂອງຝ່າຍໂລກ.
ຕົວຢ່າງທຳອິດຂອງຂ້າພະເຈົ້າແມ່ນກຸ່ມບຸກເບີກຊາວມໍມອນ. ເລື່ອງລາວເຖິງການເສຍສະລະຊີວິດ, ຄວາມສຳພັນໃນຄອບຄົວ, ບ້ານເຮືອນ, ແລະ ຄວາມສຸກສະບາຍ ເປັນພື້ນຖານຂອງການຟື້ນຟູພຣະກິດຕິຄຸນ. ນາງແຊຣາ ຣິດຈ໌ ໄດ້ກ່າວເຖິງສິ່ງທີ່ກະຕຸ້ນກຸ່ມບຸກເບີກເຫລົ່ານີ້ ເມື່ອນາງບັນຍາຍເຖິງສາມີຂອງນາງ, ຊາລີ, ໄດ້ຖືກເອີ້ນໃຫ້ໄປເຜີຍແຜ່ວ່າ: “ນີ້ເປັນຕອນທົດສອບແທ້ໆສຳລັບຂ້າພະເຈົ້າ ແລະ ສຳລັບສາມີຂອງຂ້າພະເຈົ້າຄືກັນ; ແຕ່ໜ້າທີ່ໄດ້ຂໍໃຫ້ພວກເຮົາພັດພາກຈາກກັນຊົ່ວໄລຍະໜຶ່ງ ແລະ ໂດຍທີ່ຮູ້ວ່າພວກເຮົາເຊື່ອຟັງຕໍ່ພຣະປະສົງຂອງພຣະຜູ້ເປັນເຈົ້າ, ພວກເຮົາຈຶ່ງຮູ້ສຶກວ່າຈຳເປັນຕ້ອງເກັບຄວາມຮູ້ສຶກຂອງພວກເຮົາໄວ້ ເພື່ອຈະໄດ້ຊ່ອຍເຮັດວຽກງານນີ້ … ເພື່ອຊ່ອຍສ້າງສາອານາຈັກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ.”4
ໃນປະຈຸບັນນີ້ ພະລັງທີ່ເຫັນໄດ້ດີທີ່ສຸດຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແມ່ນການຮັບໃຊ້ທີ່ບໍ່ເຫັນແກ່ຕົວ ແລະ ການເສຍສະລະຂອງສະມາຊິກ. ກ່ອນການອຸທິດພຣະວິຫານແຫ່ງໜຶ່ງຂອງເຮົາ, ຄຸນພໍ່ຄົນຄຣິດສະຕຽນຄົນໜຶ່ງໄດ້ຖາມປະທານກໍດອນ ບີ ຮິງລີ ວ່າເປັນຫຍັງ ສາດສະໜາຈັກຂອງເຮົາຈຶ່ງບໍ່ມີໄມ້ກາງແຂນ, ຊຶ່ງເປັນເຄື່ອງໝາຍທົ່ວໄປຂອງສາດສະໜາຄຣິດສະຕຽນ. ປະທານຮິງລີໄດ້ຕອບວ່າ ເຄື່ອງໝາຍຂອງສາດສະໜາຄຣິດສະຕຽນ ຂອງພວກເຮົາ ແມ່ນ “ຊີວິດຂອງຜູ້ຄົນຂອງພວກເຮົາ.”5 ແນ່ນອນ, ການຮັບໃຊ້ ແລະ ການເສຍສະລະໃນຊີວິດຂອງເຮົາເປັນການສະແດງອອກທີ່ເໝາະສົມທີ່ສຸດເຖິງຄວາມຕັ້ງໃຈຂອງເຮົາທີ່ຈະຮັບໃຊ້ພຣະອາຈານ ແລະ ເພື່ອນມະນຸດດ້ວຍກັນ.
III.
ເຮົາບໍ່ໄດ້ຮັບການຝຶກຝົນເປັນຜູ້ຊ່ຽວຊານ ແລະ ບໍ່ໄດ້ຮັບຄ່າຈ້າງໃນການປະຕິບັດສາດສະໜາກິດຢູ່ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ນັ້ນຄື ສະມາຊິກທຳມະດາທີ່ຖືກເອີ້ນໃຫ້ນຳພາ ແລະ ຮັບໃຊ້ກຸ່ມສະມາຊິກ ຈະຕ້ອງຮັບຜິດຊອບການປະຊຸມຕ່າງໆ, ໂຄງການ, ແລະ ກິດຈະກຳທັງໝົດ. ເຂົາເຈົ້າເຮັດແນວນີ້ໃນກຸ່ມສະມາຊິກຫລາຍກວ່າ 14,000 ແຫ່ງ ພຽງແຕ່ຢູ່ໃນສະຫະລັດ ແລະ ການາດາເທົ່ານັ້ນ. ແນ່ນອນ, ເຮົາບໍ່ໄດ້ເປັນຄົນພິເສດແນວໃດທີ່ມີສະມາຊິກທຳມະດາຮັບໃຊ້ເປັນຄູສອນ ແລະ ເປັນຜູ້ນຳ. ແຕ່ເວລາທີ່ສະມາຊິກສະລະເວລາເພື່ອຝຶກຝົນ ແລະ ປະຕິບັດຕໍ່ກັນແລະກັນ ເປັນສິ່ງພິເສດຫລາຍ. ຄວາມພະຍາຍາມຂອງເຮົາທີ່ຈະໃຫ້ແຕ່ລະຄອບຄົວໃນສາດສະໜາຈັກມີຄູສອນປະຈຳບ້ານໄປຢ້ຽມຢາມເຂົາເຈົ້າແຕ່ລະເດືອນ ແລະ ມີສະຕີໄປຢ້ຽມສອນຈາກສະມາຄົມສະຕີສົງເຄາະແຕ່ລະເດືອນກໍເປັນຕົວຢ່າງເຖິງເລື່ອງນີ້. ເຮົາບໍ່ຮູ້ຈັກການຮັບໃຊ້ໃນອົງການໃດໆຢູ່ໃນໂລກນີ້ທີ່ເທົ່າທຽມກັບການຮັບໃຊ້ນີ້ໄດ້.
ຕົວຢ່າງທີ່ຮູ້ຈັກກັນດີກ່ຽວກັບການຮັບໃຊ້ ແລະ ການເສຍສະລະອັນພິເສດຂອງຊາວມໍມອນ ແມ່ນວຽກງານຂອງຜູ້ສອນສາດສະໜາຂອງເຮົາ. ບໍ່ດົນມານີ້ມີຊາຍໜຸ່ມ ແລະ ຍິງໜຸ່ມ ຫລາຍກວ່າ 50,000 ຄົນ ແລະ ຜູ້ໃຫຍ່ຊາຍຍິງຫລາຍກວ່າ 5,000 ຄົນ ໄດ້ອຸທິດເວລາຈາກຫົກເດືອນ ຫາ ສອງປີ ຂອງຊີວິດຂອງເຂົາເຈົ້າເພື່ອສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ຮັບໃຊ້ມະນຸດສະທຳຫລາຍກວ່າ 160 ປະເທດຢູ່ໃນໂລກ. ວຽກງານຂອງເຂົາເຈົ້າແມ່ນຮ່ວມດ້ວຍການເສຍສະລະ, ຮ່ວມທັງປີທີ່ເຂົາເຈົ້າມອບໃຫ້ແກ່ວຽກງານຂອງພຣະຜູ້ເປັນເຈົ້າ ແລະ ການເສຍສະລະໂດຍການຈັດຫາເງິນທຶນສຳລັບການຊ່ອຍເຫລືອຂອງເຂົາເຈົ້າ.
ຜູ້ຢູ່ບ້ານ, ພໍ່ແມ່ ແລະ ຄົນອື່ນໆໃນຄອບຄົວ, ກໍໄດ້ເສຍສະລະໂອກາດທີ່ຈະໄດ້ຢູ່ນຳກັນ ເພື່ອການໄປຮັບໃຊ້ເຜີຍແຜ່ຂອງເຂົາເຈົ້າ. ຍົກຕົວຢ່າງ, ຊາຍໜຸ່ມຊາວບຣາວຊຽວຄົນໜຶ່ງໄດ້ຮັບການເອີ້ນໃຫ້ໄປເຜີຍແຜ່ໃນຂະນະທີ່ທຳງານຫາລ້ຽງນ້ອງໆຂອງລາວຫລັງຈາກພໍ່ແມ່ໄດ້ເສຍຊີວິດໄປ. ເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນໜຶ່ງໄດ້ບັນຍາຍກ່ຽວກັບເດັກນ້ອຍເຫລົ່ານີ້ໃນການປະຊຸມສະພາ ແລະ ຈື່ຈຳວ່າພໍ່ແມ່ທີ່ເສຍຊີວິດໄປແລ້ວຂອງເຂົາເຈົ້າໄດ້ສອນເຂົາເຈົ້າວ່າ ເຂົາເຈົ້າຄວນຕຽມພ້ອມສະເໝີເພື່ອຮັບໃຊ້ພຣະຜູ້ເປັນເຈົ້າ. ຊາຍໜຸ່ມໄດ້ຮັບເອົາການເອີ້ນໄປເຜີຍແຜ່, ແລະ ນ້ອງຊາຍອາຍຸ 16 ປີ ໄດ້ຮັບຜິດຊອບຫາລ້ຽງຄອບຄົວແທນອ້າຍ.6 ເຮົາສ່ວນຫລາຍຮູ້ຈັກຕົວຢ່າງອື່ນໆເລື່ອງການເສຍສະລະເພື່ອຮັບໃຊ້ເຜີຍແຜ່ ຫລື ເພື່ອສົ່ງເສີມຜູ້ສອນສາດສະໜາ. ເຮົາບໍ່ຮູ້ຈັກການຮັບໃຊ້ ແລະ ການເສຍສະລະຂອງອົງການອື່ນໃດທີ່ເປັນແບບນີ້ຢູ່ໃນໂລກ.
ເຮົາມັກຈະຖາມເລື້ອຍໆວ່າ, “ເຮົາຈະຊັກຊວນຄົນໜຸ່ມຂອງເຮົາ ແລະ ສະມາຊິກຄົນອາວຸໂສຂອງເຮົາໃຫ້ປະໂຮງຮຽນ ຫລື ຈາກການອອກກິນເບ້ຍບຳນານເພື່ອເສຍສະລະໃນວິທີນີ້?” ຂ້າພະເຈົ້າໄດ້ຍິນຫລາຍຄົນອະທິບາຍວ່າ: “ໂດຍທີ່ຮູ້ວ່າ ພຣະຜູ້ຊ່ອຍໃຫ້ລອດໄດ້ເຮັດຫຍັງເພື່ອຂ້າພະເຈົ້າ—ພຣະຄຸນຂອງພຣະອົງ ໃນການຮັບທຸກທໍລະມານເພື່ອບາບຂອງຂ້າພະເຈົ້າ ແລະ ໃນການເອົາຊະນະຄວາມຕາຍ ເພື່ອຂ້າພະເຈົ້າຈະໄດ້ມີຊີວິດອີກ—ຂ້າພະເຈົ້າຮູ້ສຶກວ່າໄດ້ຮັບສິດທິພິເສດທີ່ໄດ້ເສຍສະລະອັນເລັກນ້ອຍ ທີ່ຂ້າພະເຈົ້າໄດ້ຖືກຂໍໃຫ້ຮັບໃຊ້. ຂ້າພະເຈົ້າຢາກແບ່ງປັນຄວາມເຂົ້າໃຈທີ່ພຣະອົງໄດ້ມອບໃຫ້ແກ່ຂ້າພະເຈົ້າ.” ເຮົາຈະຊັກຊວນຜູ້ຕິດຕາມພຣະຄຣິດເຊັ່ນນັ້ນໃຫ້ຮັບໃຊ້ໄດ້ແນວໃດ? ດັ່ງທີ່ສາດສະດາໄດ້ອະທິບາຍວ່າ, “ເຮົາພຽງແຕ່ຖາມເຂົາເຈົ້າເທົ່ານັ້ນ.”7
ການເສຍສະລະຢ່າງອື່ນໆທີ່ເກີດຈາກການຮັບໃຊ້ຂອງຜູ້ສອນສາດສະໜາເປັນການເສຍສະລະຂອງຄົນທີ່ກະທຳຕາມການສອນຂອງຜູ້ສອນສາດສະໜາ ແລະ ກາຍເປັນສະມາຊິກຂອງສາດສະໜາຈັກ. ສຳລັບຜູ້ປ່ຽນໃຈເຫລື້ອມໃສຫລາຍຄົນ, ການເສຍສະລະເຫລົ່ານີ້ເປັນສິ່ງສຳຄັນຫລາຍ, ຮ່ວມທັງການສູນເສຍຄວາມສຳພັນກັບໝູ່ເພື່ອນ ແລະ ຄອບຄົວ.
ຫລາຍປີກ່ອນກອງປະຊຸມນີ້ໄດ້ຍິນເລື່ອງຊາຍໜຸ່ມຄົນໜຶ່ງທີ່ໄດ້ພົບພໍ້ພຣະກິດຄິຄຸນທີ່ຟື້ນຟູຄືນມາໃໝ່ ໃນຂະນະທີ່ລາວສຶກສາຢູ່ທີ່ມະຫາວິທະຍາໄລ. ໃນຕອນທີ່ຊາຍຄົນນີ້ພວມຈະກັບໄປບ້ານເກີດເມືອງນອນຂອງລາວ, ປະທານກໍດອນ ບີ ຮິງລີ ໄດ້ຖາມລາວວ່າ ຈະມີຫຍັງເກີດຂຶ້ນເມື່ອລາວກັບໄປບ້ານໃນຖານະເປັນຄົນຄຣິດສະຕຽນ. “ຄອບຄົວຂອງຂ້ານ້ອຍຈະຜິດຫວັງຫລາຍ,” ຊາຍໜຸ່ມຄົນນັ້ນຕອບ. “ເຂົາເຈົ້າອາດໄລ່ຂ້ານ້ອຍໜີ ແລະ ຖືວ່າຂ້າພະເຈົ້າຕາຍໄປແລ້ວ. ກ່ຽວກັບອະນາຄົດ ແລະ ວຽກງານຂອງຂ້ານ້ອຍ, ຄົງໝົດໂອກາດທີ່ຈະມີ.”
“ເຈົ້າເຕັມໃຈທີ່ຈະສູນເສຍທຸກສິ່ງເພື່ອພຣະກິດຕິຄຸນບໍ?” ປະທານຮິງລີໄດ້ຖາມ.
ຊາຍໜຸ່ມຄົນນັ້ນໄດ້ຕອບດ້ວຍນ້ຳຕາວ່າ, “ເປັນແນວນັ້ນແທ້, ບໍ່ແມ່ນບໍ?” ເມື່ອໄດ້ຮັບຄຳຢືນຢັນວ່າເປັນແນວນັ້ນແທ້, ແລ້ວລາວໄດ້ຕອບວ່າ, “ແລ້ວກໍບໍ່ມີສິ່ງອື່ນທີ່ສຳຄັນ?”8 ນັ້ນຄືການເສຍສະລະໃນບັນດາຜູ້ເປັນສະມາຊິກໃໝ່.
ຕົວຢ່າງອື່ນອີກກ່ຽວກັບການຮັບໃຊ້ ແລະ ການເສຍສະລະແມ່ນປະກົດຢູ່ໃນຊີວິດຂອງສະມາຊິກທີ່ຊື່ສັດຜູ້ຮັບໃຊ້ຢູ່ໃນພຣະວິຫານຂອງເຮົາ. ການຮັບໃຊ້ຢູ່ໃນພຣະວິຫານເປັນສິ່ງພິເສດສຳລັບໄພ່ພົນຍຸກສຸດທ້າຍ, ແຕ່ສິ່ງສຳຄັນຂອງການເສຍສະລະເຊັ່ນນັ້ນຄວນເປັນສິ່ງເຂົ້າໃຈດີຕໍ່ຊາວຄຣິດສະຕຽນທຸກຄົນ. ໄພ່ພົນຍຸກສຸດທ້າຍບໍ່ມີປະເພນີຂອງການຮັບໃຊ້ຢູ່ໃນໂບດຂອງສາດສະໜາອື່ນໆ, ແຕ່ເຮົາສາມາດເຂົ້າໃຈ ແລະ ໃຫ້ກຽດແກ່ການເສຍສະລະຂອງຜູ້ຄົນທີ່ສາດສະໜາຄຣິດສະຕຽນໄດ້ກະຕຸ້ນເຂົາເຈົ້າໃຫ້ອຸທິດຊີວິດຂອງເຂົາເຈົ້າຕໍ່ກິດຈະກຳຂອງສາດສະໜາ.
ໃນກອງປະຊຸມນີ້ພຽງແຕ່ປີຜ່ານມານີ້ເອງ, ປະທານທອມມັສ ແອັສ ມອນສັນ ໄດ້ກ່າວເຖິງຕົວຢ່າງໜຶ່ງເຖິງການເສຍສະລະ ຊຶ່ງກ່ຽວພັນກັບການຮັບໃຊ້ຢູ່ໃນພຣະວິຫານ. ພໍ່ຄົນໜຶ່ງຜູ້ເປັນໄພ່ພົນຍຸກສຸດທ້າຍທີ່ຊື່ສັດ ຜູ້ອາໄສຢູ່ໃນເກາະຫ່າງໄກແຫ່ງໜຶ່ງຢູ່ໃນເຂດປາຊີຟິກ ໄດ້ທຳງານອອກແຮງໜັກຢູ່ຫ່າງໄກຄອບຄົວເປັນເວລາຫົກປີ ເພື່ອຈະໄດ້ມີເງິນພາພັນລະຍາກັບລູກ 10 ຄົນໄປຜະນຶກເຂົ້າກັນເປັນຄອບຄົວນິລັນດອນຢູ່ພຣະວິຫານນິວຊີແລນ. ປະທານມອນສັນໄດ້ອະທິບາຍວ່າ, “ຜູ້ທີ່ເຂົ້າໃຈພອນນິລັນດອນ ຊຶ່ງມາຈາກພຣະວິຫານຮູ້ວ່າບໍ່ມີການເສຍສະລະໃດທີ່ຍິ່ງໃຫຍ່ກວ່າ, ບໍ່ມີສິ່ງໃດທີ່ມີຄ່າຫລາຍກວ່າ, ບໍ່ມີການດີ້ນລົນໃດທີ່ຫຍຸ້ງຍາກກວ່າ ເພື່ອຈະໄດ້ຮັບພອນເຫລົ່ານັ້ນ.”9
ຂ້າພະເຈົ້າມີຄວາມກະຕັນຍູສຳລັບຕົວຢ່າງອັນໜ້າອັດສະຈັນໃຈແຫ່ງຄວາມຮັກ, ການຮັບໃຊ້, ແລະ ການເສຍສະລະຂອງຊາວຄຣິດສະຕຽນ ທີ່ຂ້າພະເຈົ້າເຫັນໃນບັນດາໄພ່ພົນຍຸກສຸດທ້າຍ. ຂ້າພະເຈົ້າເຫັນທ່ານເຮັດໜ້າທີ່ການເອີ້ນຂອງທ່ານ, ສ່ວນຫລາຍເປັນການເສຍສະລະເວລາ ແລະ ຊັບສິນຢ່າງຫລວງຫລາຍ. ຂ້າພະເຈົ້າເຫັນທ່ານຮັບໃຊ້ເຜີຍແຜ່ໂດຍໃຊ້ຊັບສິນຂອງຕົນເອງ. ຂ້າພະເຈົ້າເຫັນທ່ານໃຊ້ຄວາມຊຳນານຂອງທ່ານຮັບໃຊ້ເພື່ອນມະນຸດດ້ວຍກັນຢ່າງເບີກບານ. ຂ້າພະເຈົ້າເຫັນທ່ານດູແລຄົນຍາກຈົນດ້ວຍຕົນເອງ ແລະ ດ້ວຍຄວາມຊ່ອຍເຫລືອຈາກໂຄງການສະຫວັດດີການ ແລະ ການບໍລິຈາກຂອງອົງການຊ່ອຍເຫລືອມະນຸດສະທຳຂອງສາດສະໜາຈັກ.10 ຕົວຢ່າງເຊັ່ນນັ້ນໄດ້ເປັນພະລັງໃຫ້ແກ່ເຮົາທຸກຄົນ. ມີການລາຍງານຈາກການຄົ້ນຄວ້າທົ່ວປະເທດວ່າ ສະມາຊິກທີ່ເຂັ້ມແຂງຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ “ມັກຈະອາສາສະໝັກ ແລະ ບໍລິຈາກຊັບສິນຫລາຍກວ່າຊາວອາເມລິກາໂດຍທົ່ວໄປ ແລະ ມີໃຈເພື່ອແຜ່ເລື່ອງເວລາ ແລະ ເງິນຄຳຫລາຍກວ່າຄົນອື່ນໆ 20 ເປີເຊັນ ໃນອາເມຣິກາ.”11
ຕົວຢ່າງການຮັບໃຊ້ໄດ້ເພີ່ມຄວາມເຂັ້ມແຂງໃຫ້ເຮົາທຸກຄົນ. ມັນໄດ້ເຕືອນໃຈພວກເຮົາເຖິງຄຳສອນຂອງພຣະຜູ້ຊ່ອຍໃຫ້ລອດທີ່ວ່າ:
“ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ເຂົາເຊົາເຫັນແກ່ຕົວເອງ. …
“ເພາະຜູ້ໃດຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນຈະເສຍຊີວິດ, ແຕ່ຜູ້ໃດທີ່ຈະເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະໄດ້ພົບຊີວິດນັ້ນ” (ມັດທາຍ 16:24–25).
IV.
ບາງທີຕົວຢ່າງທີ່ເຮົາຮູ້ຈັກ ແລະ ສຳຄັນຫລາຍແມ່ນການຮັບໃຊ້ ແລະ ການເສຍສະລະທີ່ບໍ່ເຫັນແກ່ຕົວທີ່ກະທຳຢູ່ໃນບ້ານເຮືອນຂອງເຮົາເອງ. ແມ່ໄດ້ອຸທິດຕົນໃນການລ້ຽງດູ ແລະ ບຳລຸງລ້ຽງລູກໆຂອງນາງ. ສາມີໄດ້ຫາລ້ຽງລູກເມຍ. ການເສຍສະລະທີ່ກ່ຽວພັນກັບການຮັບໃຊ້ທີ່ສຳຄັນອັນນິລັນດອນຕໍ່ຄອບຄົວຂອງເຮົາແມ່ນມີຢ່າງຫລວງຫລາຍທີ່ຈະກ່າວເຖິງ ແລະ ຮູ້ຈັກກັນດີ ແລະ ບໍ່ຈຳເປັນທີ່ຈະກ່າວເຖິງ.
ຂ້າພະເຈົ້າຍັງເຫັນສິດທິຊົນຜູ້ບໍ່ເຫັນແກ່ຕົວໄດ້ຮັບເອົາເດັກນ້ອຍມາລ້ຽງເປັນລູກນຳອີກ, ຮ່ວມທັງເດັກພິການ, ແລະ ໄດ້ເປັນພໍ່ແມ່ບຸນທຳນຳອີກ ແລະ ໃຫ້ຄວາມຫວັງ ແລະ ໂອກາດທີ່ເຂົາອາດບໍ່ສາມາດມີໃນສະພາບກ່ອນໜ້ານັ້ນຂອງເຂົາ. ຂ້າພະເຈົ້າເຫັນທ່ານດູແລຄອບຄົວ ແລະ ຄົນບ້ານໃກ້ເຮືອນຄຽງຂອງທ່ານ ຜູ້ເປັນພະຍາດມາແຕ່ເກີດ, ຜູ້ເຈັບປ່ວຍທາງຈິດໃຈ ແລະ ຮ່າງກາຍ, ແລະ ຄົນເຖົ້າແກ່. ພຣະຜູ້ເປັນເຈົ້າກໍເຫັນທ່ານຄືກັນ, ແລະ ພຣະອົງໄດ້ບັນຊາໃຫ້ສາດສະດາຂອງພຣະອົງປະກາດວ່າ “ເມື່ອພວກທ່ານເສຍສະລະເພື່ອກັນແລະກັນ ແລະ ເພື່ອລູກໆຂອງພວກທ່ານ, ແລ້ວພຣະຜູ້ເປັນເຈົ້າຈະປະທານພອນໃຫ້ແກ່ພວກທ່ານ.”12
ຂ້າພະເຈົ້າເຊື່ອວ່າໄພ່ພົນຍຸກສຸດທ້າຍຜູ້ໄດ້ຮັບໃຊ້ ແລະ ເສຍສະລະຢ່າງບໍ່ເຫັນແກ່ຕົວໃນການນະມັດສະການພຣະຜູ້ຊ່ອຍໃຫ້ລອດຈາກຕົວຢ່າງຂອງພຣະອົງຈະຍຶດໝັ້ນຄຸນຄ່ານິລັນດອນໄວ້ໄດ້ດີຫລາຍກວ່າຜູ້ຄົນກຸ່ມອື່ນໆ. ໄພ່ພົນຍຸກສຸດທ້າຍຖືການເສຍສະລະເວລາ ແລະ ຊັບສິນຂອງເຂົາເຈົ້າວ່າເປັນພາກສ່ວນໜຶ່ງຂອງການຮຽນຮູ້ ແລະ ການມີຄ່າຄວນສຳລັບນິລັນດອນ. ນີ້ຄືຄວາມຈິງທີ່ເປີດເຜີຍຢູ່ໃນປຶ້ມ Lectures on Faith, ຊຶ່ງສອນວ່າ “ສາດສະໜາໃດທີ່ບໍ່ຮຽກຮ້ອງການເສຍສະລະທຸກສິ່ງ ຈະບໍ່ມີພະລັງພຽງພໍທີ່ຈະສ້າງສັດທາອັນຈຳເປັນໄປສູ່ຊີວິດ ແລະ ຄວາມລອດ. …ແມ່ນຜ່ານການເສຍສະລະນີ້ແຫລະ, ແລະ ສິ່ງນີ້ເທົ່ານັ້ນ, ທີ່ພຣະເຈົ້າໄດ້ແຕ່ງຕັ້ງໄວ້ ທີ່ມະນຸດຈະມີຄວາມສຸກນິລັນດອນ.” 13
ດັ່ງທີ່ການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດເປັນຈຸດໃຈກາງຂອງແຜນແຫ່ງຄວາມລອດ, ເຮົາຜູ້ຕິດຕາມພຣະຄຣິດກໍຕ້ອງເສຍສະລະຄືກັນເພື່ອຕຽມສຳລັບເປົ້າໝາຍທີ່ໄດ້ຈັດໄວ້ສຳລັບເຮົາ.
ຂ້າພະເຈົ້າຮູ້ວ່າ ພຣະເຢຊູຄຣິດເປັນພຣະບຸດທີ່ຖືກຳເນີດອົງດຽວຂອງພຣະເຈົ້າ ພຣະບິດານິລັນດອນ. ຂ້າພະເຈົ້າຮູ້ວ່າ ເພາະການເສຍສະລະຊົດໃຊ້ຂອງພຣະອົງ, ເຮົາຈຶ່ງສາມາດແນ່ໃຈເລື່ອງຄວາມເປັນອະມະຕະ ແລະ ໂອກາດສຳລັບຊີວິດນິລັນດອນ. ພຣະອົງເປັນພຣະຜູ້ເປັນເຈົ້າຂອງເຮົາ, ເປັນພຣະຜູ້ຊ່ອຍໃຫ້ລອດຂອງເຮົາ, ແລະ ເປັນພຣະຜູ້ໄຖ່ຂອງເຮົາ, ແລະ ຂ້າພະເຈົ້າຂໍເປັນພະຍານເຖິງພຣະອົງໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.