​2010–2019
ບັດ​ນີ້​​ເປັນ​ເວລາ​ທີ່​ຈະລຸກ​ຂຶ້ນ​ ​ແລະ ສ່ອງ​ແສງ​ອອກ​ໄປ
ເມສາ 2012


2:3

ບັດ​ນີ້​ເປັນ​ເວລາ​ທີ່​ຈະ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ

​ໃນ​ຖານະ​ທີ່​ເປັນ​ທິດາ​ຂອງ​ພຣະ​ເຈົ້າ, ພວກ​ເຈົ້າ​ໄດ້​ເກີດ​ມາ​ເພື່ອ​ນຳພາ​.

ຈາກ​ປ່ອງຢ້ຽມ​ຫ້ອງການຂອງ​ອົງການ​ຍິງໜຸ່ມ​ຂອງ​ຂ້າພະ​ເຈົ້າ, ຂ້າພະ​ເຈົ້າ​ໄດ້​ເຫັນ​ພາບ​ທີ່​ສວຍ​ງາມ​ຂອງ​ພຣະວິຫານ​ເຊົາ​ເລັກ. ທຸກ​ມື້​ຂ້າພະ​ເຈົ້າ​ໄດ້​ເຫັນ​ທູດ​ໂມ​ໂຣ​ໄນ, ຢືນ​ຢູ່​ເທິງ​ພຣະວິຫານ​ເປັນ​ສັນຍາ​ລັກ​ຂອງ​ຄວາມສ່ອງ​ແສງ ບໍ່​ແມ່ນ​ພຽງ​ແຕ່​ເຖິງ​ສັດທາ​ຂອງ​ເພິ່ນ ​ແຕ່​ຂອງ​ເຮົາ​ນຳ​ອີກ. ຂ້າພະ​ເຈົ້າ​ຮັກ​ໂມ​ໂຣ​ໄນ ​ເພາະວ່າ, ​ໃນ​ທຸກສັງຄົມ​ທີ່​ຊົ່ວ​ຮ້າຍ, ​ເພິ່ນ​ຄົງ​ຢູ່​ຢ່າງ​ບໍລິສຸດ ​ແລະ ດ້ວຍ​ຄວາມ​ຈິງ. ​ເພິ່ນ​ເປັນ​ວິລະ​ບຸ​ລຸດ ຂອງ​ຂ້າພະ​ເຈົ້າ. ​ເພິ່ນ​ຢືນ​ຢູ່​ຄົນ​ດຽວ. ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ເພິ່ນ​ຢືນ​ຢູ່​ເທິງ​ພຣະວິຫານ​ໃນ​ທຸກ​ວັນ​ນີ້, ​ກວັກ​ມື​ເອີ້ນ​ເຮົາ​ໃຫ້ມີ​ຄວາມກ້າຫານ​, ​ເພື່ອ​ຈື່​ຈຳ​ວ່າ​ເຮົາ​ເປັນ​ໃຜ ​ແລະ ​ໃຫ້​ມີຄ່າ​ຄວນ​ທີ່​ຈະ​​ໄປ​ພຣະວິຫານ​ທີ່​ສັກສິດ—​ເພື່ອ​ໃຫ້​ “ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ,”1 ຢືນ​ຢູ່​ເໜືອ​ສຽງ​ນັນ​ນອງ​ຂອງ​ໂລກ, ​ແລະ ​ດັ່ງ​ທີ່​ເອຊາ​ຢາ​ໄດ້​ທຳນາຍ​ໄວ້​ວ່າ, “​ໃຫ້​ຂຶ້ນ​ … ​ໄປ​ຍັງ​ເນີນ​ພູ​ຂອງ​ພຣະຜູ້​ເປັນ​ເຈົ້າ​ເດີ”2—ພຣະວິຫານ​ທີ່​ສັກສິດ.

ຜູ້​ມາ​ເຕົ້າ​ໂຮມ​ກັນ​ໃນ​ມື້​ນີ້ ຄື​ທິດາ​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ໄວ້​ແລ້ວ. ບໍ່​ມີ​ກຸ່ມ​ຜູ້​ຄົນ​ກຸ່ມ​ໃດ​ຢູ່​ໃນ​ໂລກ​ນີ້ ທີ່​​ມີ​ອິດ​ທິພົນ ຜູ້ຢືນ​ຢູ່​ໃນ​ຄວາມ​ຈິງ ​ແລະ ​ໃນ​ຄວາມ​ຊອບ​ທຳ ຫລາຍ​ໄປ​ກວ່າກຸ່ມ​ຍິງ​ໜຸ່ມ ​ແລະ ກຸ່ມ​ສະຕີ​ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸ​ດທ້າຍ. ຂ້າພະ​ເຈົ້າ​ເຫັນ​ຄວາມ​ສູງ​ສັກ​ຂອງ​ພວກ​ເຈົ້າ ​ແລະ ຮູ້​ເຖິງ​ເອກະລັກ ​ແລະ ​ໂຊກ​ຊາຕາ​ຂອງ​ພວກ​ເຈົ້າ. ພວກ​ເຈົ້າ​ເປັນ​ຜູ້​ມີ​ຊື່​ສຽງ​ໃນ​ໂລກ​ກ່ອນ​ເກີດ. ​ເຊື້ອສາຍ​ຂອງ​ພວກ​ເຈົ້າ​ມີ​ພັນທະ​ສັນຍາ ​ແລະ ຄຳ​ສັນຍາ. ພວກ​ເຈົ້າ​ໄດ້​ຮັບ​ມໍລະດົກ​ທາງ​ວິນ​ຍານ​ແຫ່ງ​ປິ​ຕຸ​ຂອງ​ອັບ​ຣາຮາມ, ອີ​ຊາກ, ​ແລະ ຢາ​ໂຄບ. ສາດສະດາ​ຂອງ​ພຣະ​ເຈົ້າ​ຄັ້ງ​ໜຶ່ງ​ໄດ້​ກ່າວ​ເຖິງ​ພວກ​ເຈົ້າ​ແຕ່ລະ ຄົນ​ຜູ້​ມາ​ເຕົ້າ​ໂຮມ​ກັນ​ໃນ​ຄ່ຳ​ຄືນ​ນີ້​ວ່າ “​ເປັນ​ຄວາມ​ຫວັງ​ທີ່​ສ່ອງ​ແຈ້ງ”3 ຂອງ​ອະນາຄົດ. ​ແລະ ຂ້າພະ​ເຈົ້າກໍ​ເຫັນ​ດ້ວຍ! ຢູ່​ໃນ​ໂລກ​ທີ່​ທ້າ​ທາຍ, ພວກ​ເຈົ້າ​ເປັນຄວາມ​ສະຫວ່າງ​ທີ່​ສ່ອງ​ແຈ້ງ. ​ແນ່ນອນ, ນີ້​ເປັນ​ວັນ “ເວລາທີ່​ບໍ່​ມີ​ວັນ​ລືມ.”4 ນີ້​ເປັນ​ວັນເວລາ ຂອງ​ພວກ​ເຈົ້າ, ​ແລະ ຕອນ​ນີ້ ເປັນ​ເວລາ​ສຳລັບ​ກຸ່ມ​ຍິງ​ໜຸ່ມ​ໃນ​ທຸກ​ແຫ່ງ​ຫົນ​ທີ່ “ຈະ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ, ​ເພື່ອ​ແສງ​ສະຫວ່າງ​ຂອງ​ພວກ​ເຈົ້າຈະ​ເປັນ​ທຸງ​ໃຫ້​ປະຊາ​ຊາດ.”5

“ມາດຕະຖານ​ເປັນ​ກົດ​ຂອງ​ການ​ວັດ​ແທກ ​ໂດຍ​ສິ່ງ​ນັ້ນ ຈະ​ຮູ້​ໄດ້​ເຖິງຄວາມ​ຈິງ​ຈັງ ຫລື ຄວາມ​ດີ​ພ້ອມ.”6 ເຮົາ​ຕ້ອງ​ເປັນ​ທຸງ​​ແຫ່ງ​ຄວາມ​ບໍລິສຸດ​ເພື່ອ​ທຸກ​ບ່ອນ​ໃນ​ໂລກ​ຈະ​ໄດ້​ເຫັນ! ປຶ້ມ​ນ້ອຍ​ທີ່​ຫາ​ກໍ​ຖືກດັດ​ແປງ​ໃໝ່ຊື່ ​ສຳລັບຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ບັນຈຸ​ບໍ່​ພຽງ​ແຕ່​ມາດຕະຖານ​ທີ່​ຈະ​ດຳລົງ​ຊີວິດ​ຢ່າງ​ຈິງ​ຈັງ​ເທົ່າ​ນັ້ນ, ​ແຕ່​ໄດ້​ສັນຍາ​ວ່າ​ຈະ​ປະທານ​ພອນ​ໃຫ້​ນຳ​ອີກ​ຖ້າ​ຫາກ​ເຮົາ​ປະຕິບັດ​ຕາມ. ຖ້ອຍ​ຄຳ​ທີ່​ບັນຈຸ​ຢູ່​ໃນ​ປຶ້ມ​ຫົວ​ນີ້​ເປັນ​ມາດຕະຖານ​ສຳລັບ​ໂລກ, ​ແລະ ການ​ດຳລົງ​ຊີວິດ​ຕາມ​ຖ້ອຍ​ຄຳ​ເຫລົ່າ​ນີ້ ຈະ​ຊ່ອຍ​ເຫລືອ​ພວກ​ເຈົ້າ​ໃຫ້​ຮູ້ວ່າ ຈະ​ເຮັດ​ສິ່ງ​ໃດ​ເພື່ອ​ຈະ​ໄດ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຫລາຍ​ຂຶ້ນ ​ແລະ ມີ​ຄວາມສຸກ​ຢູ່​ໃນ​ໂລກທີ່​ນັບ​ມື້​ນັບ​ມືດ​ມົວ​ລົງ. ການ​ດຳລົງ​ຊີວິດ​ຕາມ​ປຶ້ມ​ນີ້ ຈະ​ຊ່ອຍ​ເຫລືອ​ພວກ​ເຈົ້າ​ໃຫ້​ມີຄ່າ​ຄວນ​ພໍ​​ສຳລັບ​ການເປັນ​ເພື່ອນ​ຂອງ​ພຣະວິນ​ຍານ​ບໍລິສຸດ. ​ແລະ ​ໃນ​ໂລກ​ທີ່​ພວກ​ເຈົ້າ​ອາ​ໄສ​ຢູ່​ນີ້, ພວກ​ເຈົ້າ​ຈະ​ຕ້ອງການຄວາມ​ເປັນ​ເພື່ອນ​ນັ້ນ​ໃນ​ຕອນ​ຕ້ອງ​ຕັດສິນ​ໃຈ​ ຊຶ່ງ​ຈະ​ກຳນົດ​ອະນາຄົດ​ທີ່​ສຳ​ເລັດ​ຜົນ ​ແລະ ມີ​ຄວາມສຸກຂອງ​ພວກ​ເຈົ້າ. ການ​ດຳລົງ​ຊີວິດ​ຕາມ​ມາດຕະຖານ​ເຫລົ່າ​ນີ້ ຈະ​ຊ່ອຍ​ເຫລືອ​ພວກ​ເຈົ້າ​ໃຫ້​ມີຄ່າ​ຄວນ​ທີ່​ຈະ​ເຂົ້າ​​ໄປໃນ​ພຣະວິຫານ​ທີ່​ສັກສິດ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແລະ ​ໃນ​ທີ່​ນັ້ນ​ຮັບ​ເອົາ​ພອນ ​ແລະ ອຳນາດ​ທີ່ລໍຖ້າ​ພວກ​ເຈົ້າ​ຢູ່ ຕອນ​ພວກ​ເຈົ້າ​ເຮັດ ​ແລະ ຮັກສາ​ພັນ​ທະ​ສັນຍາ​ອັນ​ສັກ​ສິດ.7

ຕອນ​ລູກ​ສາວ​ຂອງ​ຂ້າພະ​ເຈົ້າ​ຊື່, ​ເອມີ, ຍັງ​ນ້ອຍ, ນາງ​ມັກ​ເບິ່ງ​ທຸກ​ສິ່ງ​ທີ່​ເຄື່ອນ​ຍ້າຍ ​ໃນ​ຕອນ​ຂ້າພະ​ເຈົ້າ ຕຽມ​ຕົວ​ໄປ​ໂບດ. ຫລັງ​ຈາກ​ໄດ້​ສັງ​ເກດ​ເບິ່ງ​ສິ່ງ​ທີ່​ຂ້າພະ​ເຈົ້າເຮັດ​​ເປັນ​ປະຈຳ​ແລ້ວ, ນາງ​ໄດ້​ຫວີ​ຜົມຂອງ​ນາງ​ເອງ ​ແລະ ນຸ່ງ​ເຄື່ອງ, ​ແລ້ວ​ນາງ​ໄດ້​ຂໍ​ໃຫ້​ຂ້າພະ​ເຈົ້າ​ເອົາ “ສິ່ງ​ເຫລື້ອມໆ.” “ສິ່ງ​ເຫລື້ອມໆ” ທີ່​ນາງ​ກ່າວ​ເຖິງແມ່ນ​ຄຣີມທີ່​ຂ້າພະ​ເຈົ້າ​ໃຊ້​ເພື່ອ​ກັນ​ໜ້າ​ບໍ່​ໃຫ້​ຫ່ຽວແຫ້ງ. ​ຕາມ​ຄວາມ​ຂໍ​ຮ້ອງ, ຂ້າພະ​ເຈົ້າ​ໄດ້​ທາ​ມັນ​ໃສ່​ແກ້ມ ​ແລະ ສົບຂອງ​ນາງ, ​ແລ້ວ​ນາງ​ຈະ​ຍິ້ມ​ອອກ​ມາ ​ແລະ ​ເວົ້າ​ວ່າ, “ບັດ​ນີ້​ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ໄປ​ໂບດ!” ສິ່ງ​ທີ່​ນາງ​ເອມີ​ບໍ່​ຮູ້ຄື ນາງ​ບໍ່​ຮູ້​ວ່າ ນາງ “​ເຫລື້ອມ” ຢູ່​ແລ້ວ. ​ໃບ​ໜ້າ​ຂອງ​ນາງ​ເຫລື້ອມ ​ເພາະ​ນາງ​ບໍລິສຸດ ​ແລະ ​ໄຮ້​ດຽງສາ ​ແລະ ດີ. ນາງ​ມີ​ພຣະວິນ​ຍານຢູ່​ກັບ​ນາງ, ​ແລະ ມັນປະກົດ​ໃຫ້​ເຫັນ.

ຂ້ະ​ເຈົ້າ​ຫວັງ​ວ່າ ຍິງ​ໜຸ່ມ​ທີ່​ມາ​ເຕົ້າ​ໂຮມ​ກັນ​ໃນ​ຄ່ຳ​ຄືນ​ນີ້​ຈະ​ຮູ້ ​ແລະ ​ເຂົ້າ​ໃຈ​ວ່າ ຄວາມ​ສວຍ​ງາມ​ຂອງພວກ​ເຈົ້າ—“ຄວາມ​ສ່ອງ​ແສງ” ຂອງ​ພວກ​ເຈົ້າ—ບໍ່​ໄດ້​ຂຶ້ນ​ກັບ​ເຂົ້າ​ແປ້ງ, ຄຣີມ, ຫລື ​ເສື້ອ​ຜ້າ​ທີ່​ສັງຄົມ​ນິຍົມກັນ​ນຸ່ງ​ຖື. ມັນ​ຂຶ້ນ​ກັບ​ຄວາມ​ບໍລິສຸດ​ພາຍ​ໃນ​ຕົວ​ຂອງ​ພວກ​ເຈົ້າ. ​ເມື່ອ​ພວກ​ເຈົ້າ​ດຳລົງ​ຊີວິດ​ຕາມ​ມາດຕະຖານ ​ແລະ ມີຄ່າ​ຄວນ​ສຳລັບ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະວິນ​ຍານ​ບໍລິສຸດ, ​ແລ້ວ​ພວກ​ເຈົ້າ​ຈະ​ສາມາດ​ເປັນ​ພະລັງແກ່​ໂລກ​ໄດ້. ຕົວຢ່າງ​ຂອງ​ພວກ​ເຈົ້າ, ​ແມ່ນ​ແຕ່​ຄວາມ​ສະຫວ່າງ​ຈາກ​ດວງ​ຕາ​ຂອງ​ພວກ​ເຈົ້າ, ຈະ​ເປັນອິດ​ທິພົນ​ຕໍ່​ຄົນ​ອື່ນ​ໄດ້ ຜູ້​ເຫັນ​ພວກ​ເຈົ້າ “ສ່ອງ​ແສງ,” ​ແລະ ພວກ​ເຂົາ​ຈະ​ຢາກ​​ເປັນ​ຄືກັນ​ກັບ​ພວກ​ເຈົ້າ. ​ພວກ​ເຈົ້າ​ໄດ້​ຄວາມ​ສະຫວ່າງ​ນີ້​ມາ​ຈາກ​ໃສ? ພຣະຜູ້​ເປັນ​ເຈົ້າ​ເປັນຄວາມ​ສະຫວ່າງ, ​ແລະ ພຣະວິນ​ຍານ​ໃຫ້​ຄວາມ​ສະຫວ່າງ​ແກ່ທຸກ​ຄົນ​ທີ່​ມາສູ່​ໂລກ ​“ແລະ ພຣະວິນ​ຍານ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ແກ່​ທຸກ​ຄົນ​ຕະຫລອດ​ທົ່ວ​ໂລກ​ທີ່​ເຊື່ືອຟັງ​ສຸລະສຽງ​ຂອງ​ພຣະວິນ​ຍານ.”8 ຄວາມ​ສະຫວ່າງ​ອັນ​ສູງ​ສົ່ງ​ໄດ້​ເຂົ້າ​ມາສູ່​ດວງ​ຕາ ​ແລະ ​ໃບ​ໜ້າ​ຂອງ​ພວກ​ເຈົ້າ ​ເມື່ອ​ພວກ​ເຈົ້າເຂົ້າ​ໃກ້​ພຣະບິດາ​ເທິງ​ສະຫວັນ ​ແລະ ພຣະບຸດ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ. ນັ້ນຄື​ວິທີທີ່​ເຮົາ​ໄດ້​ຮັບ “ຄວາມ​ສ່ອງ​ແສງ”! ​ແລະ ນອກ​ຈາກ​ນີ້​ແລ້ວ, ດັ່ງ​ທີ່​ພວກ​ເຈົ້າ​ສາມາດ​ເຫັນ, “ຄຣີມທີ່​ເຫລື້ອມ” ບໍ່​ເກີດຜົນ​ໃນ​ໃບ​ໜ້າ​ຂອງ​ຂ້າພະ​ເຈົ້າ​ເລີຍ!

ການ​ເອີ້ນ​ໃຫ້ “ລຸກ​ຂຶ້ນ​ ​ແລະ ສ່ອງ​ແສງ​ອອກ​ໄປ” ​ເປັນ​ການ​ເອີ້ນ​ພວກ​ເຈົ້າ​ແຕ່ລະຄົນ​ໃຫ້​ນຳພາ​ໂລກ ​ໃນ​ອຸດົມ​ການ​ອັນ​ຍິ່ງ​ໃຫຍ່—​ເພື່ອ​ຍົກ​ທຸງ​ຂຶ້ນ—​ແລະ ນຳພາ​ຄົນ​ລຸ້ນນີ້​ໃນ​ຄຸນ​ງາມ​ຄວາມ​ດີ, ຄວາມ​ບໍລິສຸດ, ​ແລະ ຄວາມ​ມີຄ່າ​ຄວນ​ຕໍ່​ພຣະວິຫານ. ຖ້າ​ຫາກ​ພວກ​ເຈົ້າ​ຢາກ​ສ້າງ​ຄວາມ​ແຕກ​ຕ່າງ​ຢູ່​ໃນ​ໂລກ, ພວກ​ເຈົ້າ​ຕ້ອງ ​ແຕກ​ຕ່າງ​ຈາກ​ໂລກ. ຂ້າພະ​ເຈົ້າ​ຂໍ​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ປະທານໂຈ​ເຊັບ ແອັຟ ສະ​ມິດ ຜູ້​ໄດ້​ກ່າວ​ຕໍ່​ກຸ່ມ​ສະຕີ​ໃນ​ວັນ​ເວລາ​ຂອງ​ເພິ່ນ​ວ່າ: “ພວກ​ທ່ານ​ບໍ່​ຄວນ​ໃຫ້​ຜູ້ຍິງ​ໃນໂລກ … ນຳພາ​ພວກ​ທ່ານ​ໄປ, ​ແຕ່​ພວກ​ທ່ານ​ຄວນ​ເປັນ​ຜູ້ນຳພາຜູ້ຍິງ​ໃນ​ໂລກ​ໃນ​ທຸກ​ສິ່ງ … ​ທີ່​ເຮັດ​ໃຫ້​ລູກ​ຫລານ​ມະນຸດ​ບໍລິສຸດ.”9 ຖ້ອຍ​ຄຳ​ເຫລົ່າ​ນີ້ ຍັງ​ດັງ​ກ້ອງ​ຢູ່​ໃນ​ທຸກ​ວັນ​ນີ້. ​ໃນ​ຖານະ​ທີ່​ເປັນ​ທິດາ​ຂອງ​ພຣະ​ເຈົ້າ, ພວກ​ເຈົ້າ​ໄດ້​ເກີດ​ມາ​ເພື່ອ​ນຳພາ​.

​ໃນ​ໂລກ​ທີ່​ເຮົາ​ອາ​ໄສ​ຢູ່, ຄວາມ​ສາມາດ​ຂອງ​ພວກ​ເຈົ້າ​ຈະ​ຕ້ອງ​ໄດ້​ຮັບ​ການ​ນຳພາ ​ແລະ ຄວາມ​ເປັນ​ເພື່ອນ​ຂອງ​ພຣະວິນ​ຍານ​ບໍລິສຸດ​ສະ​​ເໝີ​ ຜູ້​ຈະ​ບອກພວກ​ເຈົ້າ “ທຸກ​ຢ່າງ​ທີ່​ພວກ​ເຈົ້າຄວນ​ເຮັດ”10 ເມື່ອ​ພວກ​ເຈົ້າ​ຮັບ​ຮູ້ ​ແລະ ອາ​ໄສ​ໄພ​ເພິ່ງ​ການ​ນຳພາ ​ແລະ ການ​ກະ​ຕຸ້ນ​ຂອງ​ພຣະອົງ. ​ແລະ ນັບ​ແຕ່​ພຣະວິນ​ຍານ​ບໍລິສຸດ ບໍ່ສະຖິດ​ຢູ່​ໃນ​ວິຫານ​ທີ່​ບໍ່​ສັກສິດ, ​ເຮົາ​ແຕ່ລະຄົນ​ຈະ​ຕ້ອງ​ສຳ​ຫລວດ​ກວດກາ​ເບິ່ງ​ນິ​ໄສ ​ແລະ ​ຫົວ​ໃຈ​ຂອງ​ເຮົາ. ​ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ປ່ຽນ​ບາງ​ສິ່ງ—​ເພື່ອ​ກັບ​ໃຈ. ດັ່ງ​ທີ່​ບິດາ​ຂອງ​ກະສັດ​ລາ​ໂມ​ໄນ​ໄດ້​ກ່າວ​ຢູ່​ໃນ​ພຣະຄຳ​ພີ​ມໍ​ມອນ, ​ເພິ່ນ​ຈະ​ປະ​ຖິ້ມ​ບາບ​ຂອງ​​ເພິ່ນ ທັງ​ໝົດ ເພື່ອ​ຈະ​ໄດ້​ຮູ້ຈັກ​ພຣະ​ອົງ.11 ເຮົາ​​ເດ້, ພວກ​ເຈົ້າ ​ແລະ ຂ້າພະ​ເຈົ້າ, ​ເຕັມ​ໃຈ​ທີ່​ຈະ​ເຮັດ​ເຊັ່ນ​ດຽວ​ກັນ​ນັ້ນ​ບໍ່?

ກຸ່ມ​ຄົນ​ໜຸ່ມ​ກຸ່ມ​ໜຶ່ງ​ໃນ​ເມືອງ​ຄະ​ວີນ ​ຄຣີກ, ລັດອາ​ຣິ​ໂຊ​ນາ, ​ໄດ້ “ລຸກ​ຂຶ້ນ​ ​ແລະ ສ່ອງ​ແສງ​ອອກ​ໄປ” ​ແລະ ​ໄດ້​ນຳພາ​ຄົນ​ໜຸ່ມ​ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ​​ໃນ​ການ​ດຳລົງ​ຊີວິດ​ຕາມມາດຕະຖານ​ຢູ່​ໃນ​ປຶ້ມ ສຳລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ. ເຂົາ​ເຈົ້າ​ແຕ່ລະຄົນ​ໄດ້​ຂຽນ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ຮູ້ສຶກ​ວ່າ ສິ່ງ​ດັ່ງກ່າວ​ໄດ້​ທ່ວງດຶງ​ເຂົາ​ເຈົ້າ​ໄວ້ ຫລື ຂຽນ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ຢາກ​ປ່ຽນ​ແປງ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ ​ໄວ້​ໃນ​ປຶ້ມ​ບັນທຶກ​ສ່ວນ​ຕົວ, ​ແລະ ຈາກ​ນັ້ນເຂົາ​ເຈົ້າ​ໄດ້​ຂຸດ​ຂຸມ. ​ເຂົາ​ເຈົ້າ​ໄດ້​ພາກັນ​ມາ​ຫາ​ຂຸມ​ນັ້ນ, ​ໄດ້​ຈີກ​​ເຈ້ຍ​ໃບ​ທີ່​ເຂົາ​ເຈົ້າ​ຂຽນ​ຂໍ້ຄວາມ​ດັ່ງກ່າວ, ​ແລ້ວ​ໂຍນ​ມັນ​ລົງ​ຂຸມ ຄື​ກັນ​ກັບ​ຜູ້​ຄົນ​ຂອງ​ອຳ​ໂມນ​ໄດ້​ເຮັດ​ໃນ​ພຣະຄຳ​ພີ​ມໍ​ມອນ​ກັບ​ອາວຸດແຫ່ງ​ສົງຄາມ​ຂອງພວກ​ເຂົາ.12 ແລ້ວ​ພວກ​ເຂົາ​ໄດ້​ຖົມ​ເຈ້ຍ​ເຫລົ່າ​ນັ້ນ, ​ແລະ ​ໃນ​ມື້​ນັ້ນ​ພວກ​ເຂົາ​ແຕ່ລະຄົນ​ໄດ້​ສັນຍາ​ທີ່​ຈະ​ປ່ຽນ. ພວກ​ເຂົາ​ໄດ້​ກັບ​ໃຈ. ພວກ​ເຂົາ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ລຸກ​ຂຶ້ນ!

ພວກ​ເຈົ້າ​ມີ​ບາງ​ສິ່ງ​​ໃນ​ຊີວິດ​ທີ່​ຢາກ​ປ່ຽນ​ບໍ່? ພວກ​ເຈົ້າ​ສາມາດ​ເຮັດ​ສິ່ງ​ນີ້​ໄດ້. ພວກ​ເຈົ້າ​ສາມາດ​ກັບ​ໃຈ ​ເພາະ​ການ​ເສຍ​ສະລະ​ຊົດ​ໃຊ້​ອັນ​ເປັນນິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ພຣະອົງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳລັບ​ພວກ​ເຈົ້າ ​ແລະ ຂ້າພະ​ເຈົ້າ​ທີ່​ຈະ​ປ່ຽນ, ​ເພື່ອ​ກາຍ​ເປັນ​ຄົນບໍລິສຸດ ​ແລະ ສະອາດ​ຄືນ​ອີກ, ​ແລະ ກາຍ​ເປັນ​ເ​ໝືອນດັ່ງ​ພຣະອົງ. ​ແລະ ພຣະອົງ​ໄດ້​ສັນຍາ​ວ່າ ​ເມື່ອ​​ເຮົາ​ເຮັດ, ພຣະອົງ​ຈະ​ບໍ່​ຈື່​ຈຳ​ບາບ ​ແລະ ຄວາມ​ຜິດ​​ຂອງ​ເຮົາ​ອີກ​ຕໍ່​ໄປ.13

ບາງ​ເທື່ອ ມັນ​ອາດ​ເບິ່ງ​ວ່າ ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຮັກສາ​ຄວາມ​ສ່ອງ​​ແສງໄວ້​ສະ​​ເໝີ. ພວກ​ເຈົ້າ​ປະ​ເຊີນ​ກັບ ການ​ທ້າ​ທາຍ​ຫລາຍ​ຢ່າງ ຊຶ່ງ​ອາດ​ບັງ​ຄວາມ​ສະຫວ່າງ​ທັງ​ປວງ, ນັ້ນ​ຄື​ພຣະຜູ້​ຊ່ອຍ​ໃຫ້​ລອດ. ບາງ​ເທື່ອ ​ເສັ້ນທາງ​ກໍ​ຫຍຸ້ງຍາກ​, ​ແລະ ບາງ​ເທື່ອ​ອາດ​ເປັນ​ອາຍ​ໝອກ​ຕຶບໜາ​ບັງ​ຄວາມ​ສະຫວ່າງ​ໄວ້. ນັ້ນ​ຄື​ກໍລະນີ ຂອງ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ຊື່ ​ຟະ​ລໍ​ເຣັນ ​ແຈ​ດວິກ. ນັບ​ແຕ່​ນາງ​ມີ​ອາຍຸ​ໄດ້ 10 ປີ, ນາງ​ຟະ​ລໍ​ເຣັນ ຮູ້​ວ່າ ນາງ​ລອຍ​ນ້ຳ​ເກັ່ງ. ນາງ​ໄດ້​ລອຍ​ຢູ່ English Channel ພາຍ​ໃນ 13 ຊົ່ວ​ໂມງ ກັບ 20 ນາທີ. ນາງ ​ຟະ​ລໍ​ເຣັນ ມັກ​ການ​ທ້າ​ທາຍ, ​ແລະ ຕໍ່​ມາ​ນາງ​ໄດ້​ລອງ​ລອຍ​ນ້ຳ​ຈາກ​ຝັ່ງ​ທະ​ເລ​ປາຊີ​ຟິກ​ໄປ​ຫາ​ຝັ່ງ​ເກາະກາ​ຕາ​ລິ​ນາ—ປະມານ 21 ​ໄມ (34 ກິ​ໂລ​ແມັດ). ​ໃນ​ການ​ລອຍ​ນ້ຳ​ເທື່ອ​ນັ້ນ​ນາງ​ເລີ່​ມ​ອ່ອນ​ເພຍ​ເມື່ອ​ລອຍ​ໄປ​ໄດ້ 15 ຊົ່ວ​ໂມງ. ນ້ຳ​ໝອກ​ຕຶບໜາ​ເທິງ​ໜ້າ​ນ້ຳ​ບັງ​ບໍ່​ໃຫ້​ເຫັນ​ຝັ່ງ. ​ແມ່​ຂອງ​ນາງ​ໄດ້​ຂີ່​ເຮືອ​ຕາມ​ນາງ​ໄປຂ້າງໆ, ​ແລະ ນາງ​ຟະ​ລໍ​ເຣັນ​ໄດ້​ບອກ​ແມ່​ຂອງ​ນາງ​ວ່າ ນາງ​ຢ້ານ​ວ່າ​ນາງ​ຄົງ​ໄປ​ບໍ່​ເຖິງ​ຝັ່ງ. ​ແມ່​ຂອງ​ນາງກັບ​ຜູ້​ຝຶກ​ນາງ​ໄດ້​ໃຫ້​ກຳລັງ​ໃຈ​ແກ່​ນາງ​ໄປ​ເລື້ອຍໆ, ​ແຕ່​ສິ່ງ​ທີ່​ນາງ​ເຫັນ​ຄື​ໝອກ​ເທົ່າ​ນັ້ນ. ນາງ​ໄດ້​ເຊົາ​ລອຍ, ​ແຕ່ຫລັງ​ຈາກ​ນາງ​ໄດ້​ຂຶ້ນ​ເຮືອ, ນາງ​ຮູ້​ວ່າ ນາງ​ລອຍ​ເກືອບ​ຮອດ​ຝັ່ງ​ແລ້ວ. ​ເຫລືອ​ແຕ່​ປະມານ​ໜຶ່​ໄມ (1.6 ກິ​ໂລ​ແມັດ) ​ເທົ່າ​ນັ້ນ ຈຶ່ງ​ຈະ​ໄປ​ຮອດ​ຝັ່ງ. ຕໍ່​ມາ​ຕອນ​ນາງ​ຖືກ​ສຳພາດ ​ແລະ ຖືກ​ຖາມ​ວ່າ​ເປັນ​ຫຍັງ​ນາງ​ຈຶ່ງ​ເຊົາ​ລອຍ​, ນາງ​ໄດ້​ຮັບ​ສາລະພາບ​ວ່າ ບໍ່​ແມ່ນ​ຄວາມ​ໜາວ, ບໍ່​ແມ່ນ​ຄວາມ​ຍາວ​ໄກ. ນາງ​ເວົ້າ​ວ່າ, “ຂ້າພະ​ເຈົ້າ​ຍອມ​ແພ້​ເພາະ​ໝອກ.”14

ຕໍ່​ມາ​ນາງ​ໄດ້​ພະຍາຍາມ​ລອຍ​ນ້ຳ​ອີກ, ​ແລະ ອີກ​ເທື່ອ​ໜຶ່ງ ໝອກ​ໄດ້​ບັງ​ທາງ​ນາງ​ອີກ. ​ແຕ່​ເທື່ອ​ນີ້, ນາງ​ໄດ້​ລອຍ​ຕໍ່​ໄປ ​ແລະ ​ໃນ​ທີ່​ສຸດ​ໄດ້​ໄປ​ເຖິງ​ຝັ່ງ. ​ເທື່ອ​ນີ້​ເມື່ອ​ນາງ​ຖືກ​ຖາມ​ວ່າ​ເປັນ​ຫຍັງ​ນາງ​ຈຶ່ງ​ລອຍ​ຕໍ່​ໄປ, ນາງ​ເວົ້າ​ວ່າ ນາງ​ໄດ້​ວາດ​ພາບ​​ເຫັນ​ຝັ່ງ​ຢູ່​ໃນ​ໃຈ​ຜ່ານ​ໝອກ​ອັນ​ຕຶບໜາ​ນັ້ນ​ຕະຫລອດ​ໄລຍະ​ທີ່​ນາງ​ລອຍ​ໄປ..15

ສຳລັບ​ນາງ​ຟະ​ລໍ​ເຣັນ ​ແຈ​ດວິກ, ຝັ່ງ​ເປັນ​ເປົ້າໝາຍ​ຂອງ​ນາງ. ສຳລັບ​ເຮົາ​ແຕ່ລະຄົນ, ພຣະວິຫານ​ຄື ​ເປົ້າ​ໝາຍ​ຂອງ​​ເຮົາ. ​ເພື່ອນ​ໜຸ່ມ​ທັງຫລາຍ, ຈົ່ງ​ຕັ້ງ​ໃຈ. ຢ່າ​ປ່ອຍ​ໃຫ້​ເປົ້າ​ໝາຍ​ຂອງ​ພວກ​ເຈົ້າລັບ​ຕາ​ໄປ. ຢ່າ​ປ່ອຍ​ໃຫ້​ໝອກ​ອັນ​ຕຶບໜາ​ທີ່​​ເປິະ​ເປື້ອນທາງ​ສິນ​ທຳ ​ແລະ ສຽງ​ຂອງ​ໂລກ​ທີ່​ເຮັດ​ໃຫ້​ພວກ​ເຈົ້າ​ທໍ້ຖອຍ​ໃຈ​ກີດ​ກັນ​ພວກ​ເຈົ້າ​ໄວ້​ຈາກ​ການ​ໄປ​ເຖິງ​ຈຸດ​ເປົ້າ​ໝາຍ​ຂອງ​ພວກ​ເຈົ້າ, ຈາກ​ການ​ດຳລົງ​ຊີວິດ​ຕາມ​ມາດຕະຖານ, ຈາກ​ການ​ຊື່ນ​ຊົມ​ກັບ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະວິນ​ຍານ​ບໍລິສຸດ, ​ແລະ ຈາກ​ການ​ມີຄ່າ​ຄວນ​ພໍ​ທີ່​ຈະ​ເຂົ້າ​ໄປ​ໃນ​ພຣະວິຫານ. ຈົ່ງ​ຮັກ​ສາ​ພາບ​ຂອງ​ພຣະວິຫານ ບ້ານ​ທີ່​ສັກສິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຢູ່​ໃນ​ໃຈ ​ແລະ ຄວາມ​ຄິດ​ຂອງ​ພວກ​ເຈົ້າ​ເດີ້.

ຫລາຍ​ອາທິດ​ກ່ອນ ຂ້າພະ​ເຈົ້າ​ໄດ້​ນັ່ງ​ຢູ່​ຫ້ອງ​ຊັ້ນ​ສູງ​ຂອງ​ພຣະວິຫານຣິ​ໂນ ນີວາດາ. ຄວາມ​ສະຫວ່າງ​ຂອງ​ໄຟ​ຢູ່​ໃນ​ຫ້ອງ​ນັ້ນ​ແມ່ນ​​ແຈ່ມ​ແຈ້ງ​ຫລາຍ ​ແລະ ຍິ່ງ​ໄປ​ກວ່າ​ນັ້ນ ພວງ​ແກ້ວ​ທີ່​ແຂວນ​ຢູ່​ກາງ​ເພດານທີ່​ສະທ້ອນ​ໃສ່​ໄຟ, ສົ່ງ​ແສງ​ລະ​ຍິບລະ​ຍັບເປັນຫລາຍ​ສີ​ຄື​ສີ​ຮຸ້ງ. ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ເມື່ອ​ຂ້າພະ​ເຈົ້າ ຮັບ​ຮູ້​ວ່າ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ຄວາມ​ສະຫວ່າງ ແລະ ຊີວິດ​ຂອງ​ໂລກ16 ແລະ ຄວາມ​ສະຫວ່າງ​ຂອງ ພຣະອົງ ນັ້ນ​ແຫລະ​ທີ່​ເຮົາ​ຄວນ​ຍຶດຖື​ໄວ້ ​ແລະ ສະທ້ອນ​ແສງ​ຂອງ​ມັນ​ອອກ​ໄປ​ທົ່ວ. ​ເຮົາ ເປັນ​ຄື​ກັນ​ກັບ​ແກ້ວ​ແທ່ງ​ນ້ອຍໆ​ແທ່ງ​ໜຶ່ງ​ທີ່​ສະທ້ອນ​ແສງ​ຂອງ​ພຣະອົງ, ​ແລະ ​ໃນ​ການ​ເຮັດ​ສິ່ງ​ນັ້ນ, ​ເຮົາ​ຕ້ອງ​ສະອາດ ​ແລະ ປາດ​ສະ​ຈາກ​ຜົງ​ທຸລີ​ຂອງ​ໂລກ. ​ແມ່ນ​ແຕ່ຕອນ​ຢູ່​ໃນ​ພຣະວິຫານ​ໃນ​ມື້​ນັ້ນ ຂ້າພະ​ເຈົ້າ​ກໍຍັງ​ໄດ້​ຍິນ​ຖ້ອຍ​ຄຳ​ຂອງ​ໂມ​ໂຣ​ໄນ​ເອີ້ນ​ເຮົາ​ຢູ່​—ຜູ້​ເປັນ​ທິດາ​ຂອງ​ສີ​ໂອນ​ວ່າ: “ຈົ່ງ​ຕື່ນ ​ແລະ ລຸກ​ຂຶ້ນ​ຈາກ​ຜົງ​ທຸລີ.”17 “ບໍ່​ແຕະຕ້ອງ​ຂອງ​ຊົ່ວ, ຫລື ສິ່ງ​ທີ່​ບໍ່​ສະອາດ.”18 “ຈົ່ງ​ຕື່ນ ​ແລະ ລຸກ​ຂຶ້ນ … , ຈົ່ງ​ສວມ​ອາພອນ​ອັນສວຍ​ງາມ, ​ໂອ້ ທິດາ​ຂອງ​ສີ​ໂອນ  … , ເພື່ອ​ພັນທະ​ສັນຍາ​ຂອງ​ພຣະບິດາ​ຜູ້​ສະຖິດ​ນິລັນດອນ ຊຶ່ງ​ພຣະອົງ​​ໄດ້​ເຮັດ​ໄວ້​ກັບ​ທ່ານ​ຈະ​ສຳ​ເລັດ, ​ໂອ້ ​ເຊື້ອສາຍ​ອິດສະ​ລາ​ເອນ.”19

ພອນ​ຂອງ​ພຣະວິຫານ​ທີ່​ຖືກ​ສັນຍາ​ໄວ້​ບໍ່​​ແມ່ນ​ສຳລັບ​ພວກ​ເຈົ້າ​ເທົ່າ​ນັ້ນ ​ແຕ່​ສຳລັບ​ທຸກ​ລຸ້ນຄົນ. ​ເມື່ອ​ພວກ​ເຈົ້າ​ຕັ້ງ​ພຣະວິຫານ​ເປັນ​ເປົ້າ​ໝາຍ, ​ແລ້ວ​ອິດ​ທິພົນ​ຂອງ​ພວກ​ເຈົ້າ​ໃນ​ທາງ​ດີ​ຈະ​ຍືນ​ຍົງ​ເກີນ​ກວ່າ​ເວລາ ​ແລະ ສະຖານ​ທີ່, ​ແລະ ວຽກ​ງານ​ທີ່​ພວກ​ເຈົ້າ​ກະທຳແທນ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຈະ​ເຮັດ​ໃຫ້ການ​ທຳນາຍ​ສຳ​ເລັດ ຄົບ​ຖ້ວນ!

ກອງ​ປະຊຸມ​ເທື່ອ​ແລ້ວ​ນີ້ ຂ້າພະ​ເຈົ້າ​ມີ​ຄວາມ​ຕື່ນ​​ເຕັ້ນ​ໃຈ​ຫລາຍ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ຍິນ​ແອວ​ເດີ ​ເດ​ວິດ ​ເອ ​ແບ໊ດນາ ​ເຊື້ອ​ເຊີນ​ພວກ​ເຈົ້າ​ແຕ່ລະຄົນ​ໃຫ້ມີ​ຄວາມ​ກະຕືລື​ລົ້ນ​ໃນ​ການ​ເຮັດ​ວຽກ​ງານ​ສືບ​ປະຫວັດ​ຄອບຄົວ​ຂອງ​ພວກ​ເຈົ້າ​ເອງ ​ແລະ ​ເຮັດ​ວຽກ​ງານ​ໃນ​ພຣະວິຫານ​ແທນ​ຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ​ປາດ​ສະ​ຈາກ​ພອນ​ຂອງ​ພຣະກິດ​ຕິ​ຄຸນຂອງ​ພຣະ​ເຢຊູ​ຄຣິດ.20 ໃນ​ຂະນະ​ທີ່​ເພິ່ນ​ໄດ້​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ນີ້​ແກ່​ພວກ​ເຈົ້າ, ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າ​ເຕັ້ນ​ແຮງ. ​ໃນ​ພຣະຄຳ​ພີ Doctrine and Covenants ​ເຮົາ​​ໄດ້​ອ່ານ​ກ່ຽວ​ກັບວິນ​ຍານ​ເລີດ​ລ້ຳ​ອື່ນໆ​ທີ່​ໄດ້​ເກັບ​ໄວ້​ໃຫ້​ອອກ​ມາ​ໃນ​ຄວາມ​ສົມບູນ​ແຫ່ງ​ເວລາ ​ເພື່ອ​ມີ​ສ່ວນ​ໃນ​ການວາງ​ຮາກ​ຖານ​ຂອງ​ວຽກ​ງານ​ໃນ​ຍຸກ​ສຸດ​ທ້າຍ​ອັນ​ສຳຄັນ​ຍິ່ງ, ຮ່ວມ​ທັງ​ການ​ສ້າງ​ພຣະວິຫານ​ທັງຫລາຍ ​ແລະ ການ​ປະກອບ​ພິທີການ​ໃນ​ນັ້ນ ​ເພື່ອ​ການ​ໄຖ່​ຄົນ​ຕາຍ.21 ນີ້​ຄື​ວັນ​ເວລາ​ຂອງ​ພວກ​ເຈົ້າ, ​ແລະ ວຽກ​ງານ​ຂອງ​ພວກ​ເຈົ້າ​ໄດ້​ເລີ່​ມຕົ້ນ​ແລ້ວ! ບັດ​ນີ້ ​ເປັນ​ເວລາ​ທີ່​ຈະ​ມີຄ່າ​ຄວນ ​ແລະ ຮັບ​ເອົາ​ໃບຮັບ​ຮອງ​ເຂົ້າ​ພຣະວິຫານ. ​ເມື່ອ​ພວກ​ເຈົ້າ​ເຮັດ​ວຽກ​ງານ​ນີ້, ​ແລ້ວ​ພວກ​ເຈົ້າ​ຈະ​ກາຍ​ເປັນ​ຜູ້​ຊ່ອຍ​ໃຫ້​ລອດ​ຢູ່ເທິງ​ພູ​ສີ​ໂອນ.22

ແອວ​ເດີ​ ຣະ​ໂຊ ເອັມ ບາ​​ເລີດ ​ໄດ້​ກ່າວ​ເຖິງ​ພວກ​ເຈົ້າວ່າ, “ອິດ​ທິພົນ​ຂອງ​ຍິງ​ໜຸ່ມ​ຂອງ​ສາດສະໜາ​ຈັກ, ຄື​ກັນ​ກັບ​ຍັກ​ໃຫຍ່​ພວມ​ນອນ​ຫລັບ​ຢູ່, ຈະ​ຕື່ນ​ຂຶ້ນ​, ລຸກ​ຂຶ້ນ, ​ແລະ ດົນ​ໃຈ​ຜູ້​ອາ​ໄສ​ຂອງ​ແຜ່ນດິນ​ໂລກ​ໃຫ້​ເຮັດ ສິ່ງ​ທີ່​ຊອບ​ທຳ.”23 ຍິງ​ໜຸ່ມ​ທັງຫລາຍ​,​ ຈົ່ງ​ລຸກ​ຂຶ້ນ ​ແລະ ມີ​ສ່ວນ​ຮ່ວມ​ໃນ​ເຫດການ​ອັນ​ຮຸ່ງ​ເຫລື້ອມ ອັນ​ທີ່​ຈະ​ຫລໍ່​ຫລອມ​ອະນາຄົດຂອງ​ພວກ​ເຈົ້າ ​ແລະ ຂອງ​ໂລກ. ຕອນ​ນີ້​ເປັນ​ເວລາ​ນັ້ນ!

“ຢູ່​ເທິງ​ພູ​ສູງ​ທຸງ​ປິວ​ສະ​ບັດ. ​ປະຊາ​ດຊາດ​ທັງຫລາຍ​ຫລຽວ​ມອງ; ມັນ​ທັກ​ທາຍ​ທັງ​ໂລກ!”24 ເພື່ອນ​ໜຸ່ມ​ທັງຫລາຍ, ພວກ​ເຈົ້າ​ເປັນ​ທຸງ​ນັ້ນ! ຈົ່ງມີ​ຄຸນ​ງາມ​ຄວາມ​ດີ ​ແລະ ບໍລິສຸດ, ​ຈົ່ງ​ສະ​ແຫວງ​ຫາ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະວິນ​ຍານ​ບໍລິສຸດ, ຈົ່ງ​ຝັງ​ບາບ ​ແລະ ການ​ລ່ວງ​ລະ​ເມີດ​ຂອງ​ພວກ​ເຈົ້າ​ເສຍ, ຈົ່ງ​​ເອົາ​ໃຈ​ໃສ່​ຕໍ່​ຈຸດ​ເປົ້າ​ໝາຍ ​ແລະ ຢ່າ​ປ່ອຍ​ໃຫ້​ໝອກ​ທີ່​ເປິະ​ເປື້ອນ​ເລື່ອງ​ສິນ​ທຳ​ບັງ​ເປົ້າ​ໝາຍ​ຂອງ​ພວກ​ເຈົ້າ, ຈົ່ງ​ມີຄ່າ​ຄວນ​ທີ່​ຈະ​ເຂົ້າ​ໄປ​ໃນ​ພຣະວິຫານ​ໃນ​ຕອນ​ນີ້. ຈົ່ງ​ທາ “ຄຣີມ​ເຫ​ລື້​ອມ” ນັ້ນ! ຂ້າພະ​ເຈົ້າ​ຂໍ​ເປັນ​ພະຍານ​ດ້ວຍ​ສຸດ​ໃຈ​ວ່າ ພຣະ​ເຈົ້າ​ຊົງ​ພຣະຊົນ​ຢູ່ ​ແລະວ່າ​ພຣະອົງ​ຈະ​ໃຫ້​ຄວາມ​ສະຫວ່າງ​ແກ່ຊີວິດ​ຂອງ​​ເຮົາ ​ເມື່ອ​ເຮົາ​ເຂົ້າ​ໃກ້​ພຣະບຸດ​ທີ່​ຮັກ​ຂອງ​ພຣະອົງ ພຣະຜູ້​ຊ່ອຍ​ໃຫ້​ລອດຂອງ​ເຮົາ ພຣະ​ເຢຊູ​ຄຣິດຫລາຍ​ຂຶ້ນ. ​ແລະ ຂ້າພະ​ເຈົ້າ​ຂໍ​ອະທິຖານ​, ​ເຊັ່ນ​ດຽວ​ກັບ​ໂມ​ໂຣ​ໄນ​ວ່າ ​ພວກ​ເຮົາ​ຈະ​ລຸກ​ຂຶ້ນ ​ແລະ ສ່ອງ​ແສງ​ອອກ​ໄປ, ​ເພື່ອ​ແສງ​ສະຫວ່າງ​ຂອງ​ພວກ​ເຈົ້າຈະ​ເປັນ​ທຸງ​ໃຫ້​ປະຊາ​ຊາດ!25 ໃນ​ພຣະນາມອັນ​ສັກສິດ​ຂອງ​ພຣະ​ເຢຊູຄຣິດ, ອາແມນ.