“ເຮົາເປັນແຂກບ້ານ”
ຈົ່ງອະທິຖານ ດ້ວຍຄວາມຕັ້ງໃຈວ່າ ທ່ານສາມາດເຮັດສິ່ງໃດໄດ້ແດ່—ອີງຕາມເວລາ ແລະ ສະພາບການຂອງທ່ານ—ເພື່ອຮັບໃຊ້ອົບພະຍົບ ທີ່ອາໄສຢູ່ໃນຄຸ້ມບ້ານ ແລະ ໃນຊຸມຊົນຂອງທ່ານ.
ໃນມື້ທີ່ສະມາຄົມສະຕີສົງເຄາະໄດ້ຖືກຈັດຕັ້ງຂຶ້ນ, ເອມມາ ສະມິດ ໄດ້ປະກາດວ່າ, “ພວກເຮົາຈະເຮັດບາງສິ່ງທີ່ໜ້າອັດສະຈັນໃຈ. … ພວກເຮົາຄາດຫວັງກັບໂອກາດພິເສດ ແລະ ການເອີ້ນທີ່ສຸກເສີນ.”1 ການເອີ້ນທີ່ສຸກເສີນ ແລະ ໂອກາດພິເສດເຫລົ່ານັ້ນ ຈະເກີດຂຶ້ນເລື້ອຍໆ ໃນເວລານັ້ນ—ດັ່ງທີ່ມັນເກີດຂຶ້ນຢູ່ໃນເວລານີ້.
ການເອີ້ນເຊັ່ນນັ້ນ ໄດ້ມາເຖິງລະຫວ່າງ ກອງປະຊຸມໃຫຍ່ສາມັນ ເດືອນຕຸລາ ປີ 1856 ເມື່ອປະທານບຣິກຳ ຢັງ ໄດ້ປະກາດຕໍ່ຜູ້ມາປະຊຸມວ່າ ຂະບວນລໍ້ບຸກເບີກກຳລັງເດີນທາງມາ ແລະ ກາຍລະດູການເດີນທາງ. ເພິ່ນໄດ້ປະກາດວ່າ: “ສັດທາ, ສາດສະໜາ, ແລະ ການອ້າງວ່າ ພວກທ່ານເປັນຄົນມີສິນທຳ ຈະຊ່ວຍກູ້ຈິດວິນຍານຂອງພວກທ່ານບໍ່ໄດ້ເລີຍ ໃນອານາຈັກຊັ້ນສູງຂອງພຣະເຈົ້າຂອງເຮົາ ຍົກເວັ້ນແຕ່ພວກທ່ານ ຈະເຮັດຕາມຫລັກທຳທີ່ຂ້າພະເຈົ້າຈະສອນພວກທ່ານຕໍ່ໄປນີ້. ໃຫ້ພວກທ່ານອອກໄປ ນຳຜູ້ຄົນເຫລົ່ານັ້ນທີ່ຄ້າງຢູ່ທົ່ງພຽງມາ, ແລະ ເອົາໃຈໃສ່ກັບການປະຕິບັດ ທີ່ພວກເຮົາເອີ້ນກັນວ່າ ຝ່າຍໂລກ, … ຖ້າບໍ່ດັ່ງນັ້ນ ສັດທາຂອງພວກທ່ານກໍໄຮ້ປະໂຫຍດ.”2
ເຮົາຈື່ຈຳດ້ວຍຄວາມກະຕັນຍູ ຕໍ່ພວກຜູ້ຊາຍ ທີ່ອອກໄປຊ່ວຍກູ້ໄພ່ພົນຂອງພຣະເຈົ້າ ທີ່ທົນທຸກທໍລະມານ. ສ່ວນພວກເອື້ອຍນ້ອງໄດ້ເຮັດຫຍັງແດ່?
“ຊິດສະເຕີ [ລູສີ ເມເຊີບ] ສະມິດ ໄດ້ບັນທຶກໄວ້ວ່າ … ຫລັງຈາກປະທານຢັງໄດ້ກ່າວແນະນຳ, ທຸກຄົນທີ່ມາຮ່ວມປະຊຸມກໍໄດ້ລົງມືເຮັດທັນທີ. … ພວກຜູ້ຍິງ ‘[ໄດ້ແກ້] [ສິ້ນຊ້ອນຍາວຊັ້ນໃນ ຊຶ່ງເປັນພາກສ່ວນໜຶ່ງຂອງການແຕ່ງກາຍໃນສະໄໝນັ້ນ ຊຶ່ງເປັນສິ່ງກັນໜາວ], ຖົງຕີນ, ແລະ ທຸກສິ່ງທີ່ເຂົາເຈົ້າສາມາດເສຍສະລະ ຢູ່ທີ່ຕຶກແທໂບແນໂກ [ຫລັງເກົ່າ] ນັ້ນ, ແລະ ຫອບ [ມັນ] ຂຶ້ນໃສ່ເທິງກວຽນ ເພື່ອສົ່ງມັນໄປໃຫ້ໄພ່ພົນຂອງພຣະເຈົ້າ ຜູ້ຄ້າງຄາຢູ່ໃນພູເຂົາ.’”3
ຫລາຍອາທິດຕໍ່ມາ, ປະທານບຣິກຳ ຢັງ ໄດ້ເຕົ້າໂຮມໄພ່ພົນຂອງພຣະເຈົ້າອີກ ຢູ່ໃນຕຶກແທໂບແນໂກເກົ່າ ໃນຂະນະທີ່ຜູ້ຊ່ວຍກູ້ ແລະ ຂະບວນລໍ້ກຳລັງເດີນທາງໃກ້ມາເຖິງເມືອງເຊົາເລັກ. ດ້ວຍຄວາມສຸກເສີນ, ເພິ່ນໄດ້ຂໍຮ້ອງໄພ່ພົນຂອງພຣະເຈົ້າ—ໂດຍສະເພາະບັນດາເອື້ອຍນ້ອງ—ໃຫ້ດູແລຜູ້ຮັບເຄາະ, ລ້ຽງດູເຂົາເຈົ້າ, ແລະ ຮັບຕ້ອນເຂົາເຈົ້າ, ໂດຍກ່າວວ່າ: “ບາງຄົນ ທ່ານຈະເຫັນວ່າ ຕີນ ແລະ ຂໍ້ຂາຂອງເຂົາເຈົ້າແຂງກະດ້າງ, ບາງຄົນກໍຂາແຂງກະດ້າງເຖິງຫົວເຂົ່າ ແລະ ມືແຂງກະດ້າງ. … ພວກເຮົາຢາກໃຫ້ທ່ານຮັບຕ້ອນເຂົາເຈົ້າ ຄືກັບວ່າເຂົາເຈົ້າເປັນລູກຂອງທ່ານເອງ, ແລະ ໃຫ້ມີຄວາມຮູ້ສຶກວ່າ ເຂົາເຈົ້າເປັນລູກຂອງທ່ານເອງ.”4
ລູສີ ແມເຊີບ ສະມິດ ກໍໄດ້ບັນທຶກໄວ້ອີກວ່າ:
“ພວກເຮົາໄດ້ເຮັດຈົນສຸດຄວາມສາມາດ, ດ້ວຍຄວາມຊ່ວຍເຫລືອຂອງບັນດາອ້າຍເອື້ອຍນ້ອງທີ່ດີ, ເພື່ອບັນເທົາຄົນຍາກຈົນ. … ຕີນມືຂອງເຂົາເຈົ້າໄດ້ແຂງກະດ້າງ. … ພວກເຮົາບໍ່ໄດ້ລົດລະຄວາມພະຍາຍາມ ຈົນກວ່າທຸກຄົນສະບາຍຂຶ້ນ. …
“ຂ້າພະເຈົ້າບໍ່ເຄີຍ ພໍໃຈກັບການເຮັດວຽກງານອື່ນໃດໃນຊີວິດ ຫລາຍໄປກວ່າການຮັບໃຊ້ເທື່ອນັ້ນ ຊຶ່ງເຕັມໄປດ້ວຍຄວາມສາມັກຄີກັນ. …
“ມີສິ່ງໃດແດ່ສຳລັບມືທີ່ພ້ອມແລ້ວທີ່ຈະເຮັດ?”5
ເອື້ອຍນ້ອງທີ່ຮັກແພງ, ເລື່ອງນີ້ສາມາດເອົາມາປຽບທຽບໃສ່ກັບວັນເວລາຂອງເຮົາໄດ້ ແລະ ປຽບທຽບໃສ່ກັບຜູ້ທີ່ກຳລັງທົນທຸກທໍລະມານຢູ່ຕະຫລອດທົ່ວໂລກ. “ມີໂອກາດພິເສດ” ໜຶ່ງອີກ ທີ່ສຳພັດໃຈເຮົາ.
ມີອົບພະຍົບຫລາຍກວ່າ 60 ລ້ານຄົນ ຮ່ວມທັງຜູ້ຄົນທີ່ຕ້ອງຍົກຍ້າຍ ຢູ່ທົ່ວໂລກ. ເຄິ່ງໜຶ່ງແມ່ນເດັກນ້ອຍ.6 “ຜູ້ຄົນເຫລົ່ານີ້ໄດ້ປະສົບກັບຄວາມຍາກລຳບາກຫລາຍ ແລະ ຕ້ອງໄດ້ເລີ່ມຕົ້ນຊີວິດໃນ … ປະເທດໃໝ່ ແລະ ຮຽນວັດທະນະທຳໃໝ່. [ເປັນບາງຄັ້ງ] ໃນຂະນະທີ່ອົງການໄດ້ໃຫ້ຄວາມຊ່ວຍເຫລືອເລື່ອງທີ່ພັກອາໄສ ແລະ ສິ່ງຈຳເປັນຕ່າງໆ, ສິ່ງໜຶ່ງອີກທີ່ເຂົາເຈົ້າຕ້ອງການແມ່ນໝູ່ເພື່ອນ ແລະ ຜູ້ສົ່ງເສີມ ທີ່ສາມາດຊ່ວຍເຫລືອເຂົາເຈົ້າ ໃນການ [ປັບຕົວ] ເຂົ້າກັບບ້ານໃໝ່ຂອງເຂົາເຈົ້າ, ຕ້ອງການບຸກຄົນທີ່ສາມາດຊ່ວຍເຫລືອເຂົາເຈົ້າຮຽນພາສາ, ເຂົ້າໃຈລະບົບການ, ແລະ ຮູ້ສຶກຖືກຮັບຕ້ອນ.”7
ລະດູແລ້ງປີກາຍນີ້ ຂ້າພະເຈົ້າໄດ້ພົບ ຊິດສະເຕີ ອີແວັດ ບູຈິນໂກ, ຕອນມີອາຍຸໄດ້ 11 ປີ, ນາງໄດ້ໂຕນໜີໄປຫາຫລາຍບ່ອນ ຫລັງຈາກພໍ່ຂອງນາງໄດ້ຖືກຂ້າ ແລະ ອ້າຍສາມຄົນຂອງນາງ ໄດ້ສູນຫາຍໄປ ໃນພາກພື້ນທີ່ມີສົງຄາມ. ໃນທີ່ສຸດ ນາງອີແວັດ ແລະ ຄົນໃນຄອບຄົວທີ່ເຫລືອຢູ່ ໄດ້ອາໄສຢູ່ໃນສູນອົບພະຍົບ ເປັນເວລາຫົກປີເຄິ່ງ ຈົນເຖິງເວລາທີ່ເຂົາເຈົ້າໄດ້ຍ້າຍໄປຢູ່ບ້ານຖາວອນ ບ່ອນທີ່ເຂົາເຈົ້າ ໄດ້ຮັບການຊ່ວຍເຫລືອຈາກຜົວເມຍຄູ່ໜຶ່ງ ທີ່ໄດ້ຊ່ວຍຂົນສົ່ງ, ເລື່ອງໂຮງຮຽນ, ແລະ ສິ່ງອື່ນໆ. ນາງໄດ້ເວົ້າວ່າ “ນັ້ນຄືຄຳຕອບຕໍ່ຄຳອະທິຖານຂອງພວກເຮົາ.”8 ແມ່ທີ່ໜ້າຮັກຂອງນາງ ແລະ ນ້ອງສາວນ້ອຍທີ່ໜ້າແພງຂອງນາງ ກໍມາຮ່ວມປະຊຸມກັບເຮົາໃນຄືນນີ້, ຮ້ອງເພງກັບກຸ່ມນັກຮ້ອງ. ຂ້າພະເຈົ້າໄດ້ຄິດສົງໄສຫລາຍເທື່ອ ນັບແຕ່ໄດ້ພົບເອື້ອຍນ້ອງທີ່ສວຍງາມເຫລົ່ານີ້ ວ່າ, “ຈະເປັນແນວໃດ ຖ້າເລື່ອງລາວ ຂອງເຂົາເຈົ້າ ເປັນເລື່ອງລາວຂອງເຮົາ?”
ໃນການເປັນເອື້ອຍນ້ອງກັນ, ເຮົາເປັນຈຳນວນຫລາຍກວ່າເຄິ່ງໜຶ່ງ ຂອງຄັງຂອງພຣະຜູ້ເປັນເຈົ້າ ເພື່ອຊ່ວຍເຫລືອລູກໆຂອງພຣະບິດາເທິງສະຫວັນ. ຄັງຂອງພຣະອົງ ບໍ່ມີພຽງແຕ່ອາຫານເທົ່ານັ້ນ, ແຕ່ມີເວລາ, ພອນສະຫວັນ, ຄວາມຊຳນານ, ແລະ ທຳມະຊາດແຫ່ງສະຫວັນຂອງເຮົານຳອີກ. ຊິດສະເຕີ ໂຣສະແມຣີ ເອັມ ວິກຊອມ ໄດ້ສອນວ່າ, “ທຳມະຊາດແຫ່ງສະຫວັນພາຍໃນຕົວເຮົາ ໄດ້ກະຕຸ້ນເຮົາໃຫ້ເອື້ອມອອກໄປຫາຄົນອື່ນ ແລະ ກະຕຸ້ນເຮົາໃຫ້ລົງມືປະຕິບັດ.”9
ໃນການຮັບຮູ້ທຳມະຊາດແຫ່ງສະຫວັນຂອງເຮົາ, ປະທານຣະໂຊ ເອັມ ແນວສັນ ໄດ້ຂໍຮ້ອງວ່າ:
“ພວກເຮົາຕ້ອງການສະຕີ ທີ່ຮູ້ຈັກເຮັດຄວາມສຳຄັນ ໂດຍສັດທາຂອງເຂົາເຈົ້າ ແລະ ຜູ້ທີ່ກ້າປົກປ້ອງ ສິນທຳ ແລະ ຄອບຄົວ ຢູ່ໃນໂລກທີ່ເຕັມໄປດ້ວຍບາບນີ້ … ; ສະຕີທີ່ຮູ້ຈັກເອີ້ນຫາອຳນາດຈາກສະຫວັນ ເພື່ອໃຫ້ມາປົກປ້ອງ ແລະ ເພີ່ມພະລັງໃຫ້ລູກໆ ແລະ ຄອບຄົວ. …
“… ບໍ່ວ່າຈະແຕ່ງງານ ຫລື ເປັນໂສດ, ເອື້ອຍນ້ອງທັງຫລາຍ ທ່ານມີຄວາມສາມາດພິເສດໃນຕົວ ແລະ ມີສັນຊາດຕະຍານພິເສດ ທີ່ເປັນຂອງປະທານຈາກພຣະເຈົ້າ. ພວກເຮົາ ຜູ້ເປັນອ້າຍນ້ອງ ບໍ່ສາມາດມີອິດທິພົນແບບທີ່ທ່ານມີໄດ້.”10
ຈົດໝາຍຂອງຝ່າຍປະທານສູງສຸດ ທີ່ສົ່ງອອກໄປ ໃນວັນທີ 27 ເດືອນຕຸລາ ປີ 2015, ໄດ້ບອກເຖິງຄວາມເປັນຫ່ວງເປັນໃຍ ແລະ ຄວາມເຫັນອົກເຫັນໃຈ ຕໍ່ຫລາຍລ້ານຄົນ ຜູ້ໄດ້ໜີຈາກບ້ານເຮືອນ ແລະ ຊອກຫາບ່ອນລີ້ໄພ ຈາກການຂັດແຍ້ງໃນປະເທດ ແລະ ຈາກຄວາມຍາກລຳບາກອື່ນໆ. ຝ່າຍປະທານສູງສຸດ ໄດ້ເຊື້ອເຊີນບຸກຄົນ, ຄອບຄົວ, ແລະ ສາດສະໜາຈັກ ໃຫ້ມີສ່ວນຮ່ວມໃນການຮັບໃຊ້ຢ່າງພຣະຄຣິດ ໃນໂຄງການສົງເຄາະ, ແລະ ບໍລິຈາກໃຫ້ອົງການຊ່ວຍເຫລືອມະນຸດສະທຳ, ຕາມທີ່ເຫັນສົມຄວນ.
ຝ່າຍປະທານສະມາຄົມສະຕີສົງເຄາະສາມັນ, ອົງການຍິງໜຸ່ມສາມັນ, ແລະ ອົງການປະຖົມໄວສາມັນ ໄດ້ຫາວິທີທາງທີ່ຈະຕອບຮັບຄຳເຊື້ອເຊີນຂອງຝ່າຍປະທານສູງສຸດ. ພວກເຮົາຮູ້ວ່າ ທ່ານ ເອື້ອຍນ້ອງຂອງພວກເຮົາ ໃນທຸກໄວ, ມີເບື້ອງຫລັງທີ່ແຕກຕ່າງກັນ ແລະ ອາໄສຢູ່ໃນສະພາບການທີ່ແຕກຕ່າງກັນ. ສະມາຊິກແຕ່ລະຄົນຂອງກຸ່ມເອື້ອຍນ້ອງໄພ່ພົນຂອງພຣະເຈົ້າທົ່ວໂລກນີ້ ໄດ້ເຮັດພັນທະສັນຍາ ຕອນຮັບບັບຕິສະມາ ວ່າຈະ “ປອບໂຍນຄົນທີ່ຕ້ອງການ ການປອບໂຍນ.”11 ແຕ່ເຮົາບໍ່ຄວນເຮັດຫລາຍກວ່າທີ່ເຮົາສາມາດ.12
ໂດຍມີຄວາມຈິງນີ້ຢູ່ໃນໃຈ, ພວກເຮົາຈຶ່ງໄດ້ຈັດຕັ້ງອົງການສົງເຄາະໜຶ່ງຂຶ້ນ ເອີ້ນວ່າ “ເຮົາເປັນແຂກບ້ານ.” ມັນເປັນຄວາມຫວັງຂອງເຮົາ ວ່າທ່ານຈະອະທິຖານ ດ້ວຍຄວາມຕັ້ງໃຈວ່າ ທ່ານສາມາດເຮັດສິ່ງໃດໄດ້ແດ່—ອີງຕາມເວລາ ແລະ ສະພາບການຂອງທ່ານ—ເພື່ອຮັບໃຊ້ອົບພະຍົບ ທີ່ອາໄສຢູ່ໃນຄຸ້ມບ້ານ ແລະ ໃນຊຸມຊົນຂອງທ່ານ. ນີ້ເປັນໂອກາດທີ່ຈະຮັບໃຊ້ເປັນສ່ວນບຸກຄົນ, ໃນຄອບຄົວ, ແລະ ໂດຍອົງການ ເພື່ອສະເໜີການເປັນເພື່ອນ, ເປັນຄູສອນ, ແລະ ໃຫ້ການຮັບໃຊ້ຢ່າງພຣະຄຣິດ ແລະ ເປັນຢ່າງໜຶ່ງໃນຫລາຍວິທີທາງ ທີ່ເອື້ອຍນ້ອງສາມາດຮັບໃຊ້.
ໃນຄວາມພະຍາຍາມທັງໝົດຂອງເຮົາດ້ວຍການອະທິຖານ, ເຮົາຄວນນຳໃຊ້ຄຳແນະນຳທີ່ສະຫລາດຂອງກະສັດເບັນຢາມິນ ຕອນເພິ່ນໄດ້ກ່າວກັບຜູ້ຄົນຂອງເພິ່ນ ຫລັງຈາກເພິ່ນໄດ້ຂໍຮ້ອງໃຫ້ເຂົາເຈົ້າດູແລຄົນທີ່ຂັດສົນ ທີ່ວ່າ: “ໃຫ້ເບິ່ງວ່າເຮັດສິ່ງທັງໝົດນີ້ດ້ວຍປັນຍາ ແລະ ເປັນລະບຽບ.”13
ເອື້ອຍນ້ອງທັງຫລາຍ, ເຮົາຮູ້ວ່າ ການເອື້ອມອອກໄປຫາຄົນອື່ນດ້ວຍຄວາມຮັກ ມີຄວາມສຳຄັນຕໍ່ພຣະຜູ້ເປັນເຈົ້າ. ຈົ່ງພິຈາລະນາຂໍ້ພຣະຄຳພີເຫລົ່ານີ້:
“ຈົ່ງເຮັດກັບຄົນຕ່າງດ້າວ ເໝືອນເຮັດກັບພີ່ນ້ອງຄົນອື່ນໆ ແລະ ຈົ່ງຮັກພວກເຂົາເໝືອນຮັກພວກເຈົ້າເອງ.”14
“ຢ່າລືມການຕ້ອນຮັບແຂກ ເພາະດ້ວຍການເຮັດເຊັ່ນນັ້ນ ມີບາງຄົນກໍໄດ້ຕ້ອນຮັບທູດຢ່າງບໍ່ຮູ້ຕົວ.”15
ແລະ ພຣະຜູ້ຊ່ວຍໃຫ້ລອດ ໄດ້ກ່າວວ່າ:
“ເພາະເມື່ອເຮົາຫິວເຂົ້າ ພວກເຈົ້າກໍເອົາໃຫ້ເຮົາກິນ ເມື່ອເຮົາຫິວນ້ຳພວກເຈົ້າກໍເອົາໃຫ້ເຮົາດື່ມ. ເຮົາເປັນແຂກບ້ານ ພວກເຈົ້າໄດ້ຕ້ອນຮັບເຮົາໄວ້:
“ເຮົາເປືອຍກາຍ ພວກເຈົ້າກໍເອົາເຄື່ອງໃຫ້ເຮົານຸ່ງຫົ່ມ: ເຮົາເຈັບປ່ວຍ ພວກເຈົ້າກໍໄດ້ມາເບິ່ງແຍງເຮົາ.”16
ພຣະຜູ້ຊ່ວຍໃຫ້ລອດໄດ້ຮັບຮູ້ແມ່ໝ້າຍ ຜູ້ໄດ້ບໍລິຈາກເງິນສອງຫລຽນ ເພາະນາງເຮັດຕາມທີ່ນາງເຮັດໄດ້.17 ພຣະອົງກໍຍັງໄດ້ເລົ່າຄຳອຸປະມາເລື່ອງ ໄທຊາມາເຣຍຜູ້ໃຈດີນຳອີກ, ຊຶ່ງພຣະອົງໄດ້ສະຫລຸບວ່າ “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ.”18 ບາງເທື່ອ ການເອື້ອມອອກໄປ ຈະບໍ່ເປັນເວລາທີ່ສະດວກ. ແຕ່ເມື່ອເຮົາທຳງານດ້ວຍກັນ ໃນຄວາມຮັກ ແລະ ໃນຄວາມສາມັກຄີກັນ, ເຮົາຈະສາມາດຄາດຫວັງຄວາມຊ່ວຍເຫລືອຈາກສະຫວັນໄດ້.
ຢູ່ງານສົ່ງສະການທິດາທີ່ດີເດັ່ນຄົນໜຶ່ງຂອງພຣະເຈົ້າ, ບາງຄົນໄດ້ບອກວ່າ ເອື້ອຍນ້ອງຄົນນີ້ ຕອນນາງເປັນປະທານສະເຕກ, ນາງໄດ້ທຳງານກັບຄົນອື່ນໆ ຢູ່ໃນສະເຕກຂອງນາງ ເພື່ອບໍລິຈາກຜ້າຫົ່ມ ໃຫ້ແກ່ຜູ້ຄົນໃນປະເທດ ໂກສະໂວ ໃນໄລຍະປີ 1990. ແລະ ເຊັ່ນດຽວກັບໄທຊາມາເຣຍຜູ້ໃຈດີ, ນາງໄດ້ໃຊ້ຄວາມພະຍາຍາມພິເສດ ເພື່ອເຮັດຫລາຍກວ່ານັ້ນ ເມື່ອນາງກັບລູກສາວໄດ້ຕ່າງເອົາຜ້າຫົ່ມເຕັມຄັນລົດ ແລ້ວຂັບຈາກປະເທດອັງກິດ ໄປຫາປະເທດ ໂກສະໂວ. ຕອນກັບຄືນບ້ານ, ນາງໄດ້ຮັບການດົນໃຈ ທີ່ຊາບຊຶ້ງທີ່ສຸດ ບອກວ່າ: “ສິ່ງທີ່ເຈົ້າໄດ້ເຮັດໄປນັ້ນແມ່ນດີຫລາຍ. ບັດນີ້ ໃຫ້ກັບເມືອບ້ານ, ຍ່າງຂ້າມຖະໜົນ ໄປຮັບໃຊ້ເພື່ອນບ້ານຂອງເຈົ້າເດີ້!”19
ງານສົ່ງສະການນັ້ນ ເຕັມໄປດ້ວຍເລື່ອງລາວທີ່ດົນໃຈ ເຖິງເອື້ອຍນ້ອງທີ່ຊື່ສັດຄົນນີ້ ຜູ້ໄດ້ຮັບຮູ້ ແລະ ເຮັດຕາມການເອີ້ນທີ່ສຸກເສີນ ແລະ ພິເສດນັ້ນ—ແລະ ພ້ອມດ້ວຍໂອກາດທີ່ພິເສດ—ຂອງຄົນທີ່ຢູ່ອ້ອມຮອບນາງ. ຍົກຕົວຢ່າງ, ນາງໄດ້ເປີດເຮືອນ ແລະ ຫົວໃຈ ຮັບຕ້ອນຄົນໄວລຸ້ນ ທີ່ສູ້ຊົນກັບບັນຫາ ໄດ້ທຸກເວລາ, ທຸກວັນ ແລະ ທຸກຄືນ.
ເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເຮົາສາມາດແນ່ໃຈໄດ້ ເຖິງຄວາມຊ່ວຍເຫລືອຂອງພຣະບິດາເທິງສະຫວັນ ເມື່ອເຮົາຄຸເຂົ່າ ແລະ ທູນຂໍການນຳພາ ເພື່ອຈະໄດ້ເປັນພອນໃຫ້ແກ່ລູກໆຂອງພຣະອົງ. ພຣະບິດາເທິງສະຫວັນ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ; ແລະ ພຣະວິນຍານບໍລິສຸດ ພ້ອມແລ້ວທີ່ຈະຊ່ວຍເຫລືອ.
ປະທານເຮັນຣີ ບີ ໄອຣິງ ໄດ້ເປັນພະຍານເຖິງປະຈັກພະຍານທີ່ມີພະລັງນີ້ ຕໍ່ກຸ່ມສະຕີຂອງສາດສະໜາຈັກວ່າ:
“ພຣະບິດາເທິງສະຫວັນໄດ້ຍິນ ແລະ ຕອບຄຳອະທິຖານດ້ວຍສັດທາຂອງທ່ານ ສຳລັບການນຳພາ ແລະ ຊ່ວຍໃຫ້ອົດທົນໃນການຮັບໃຊ້ຂອງທ່ານ ເພື່ອພຣະອົງ.
“ພຣະວິນຍານບໍລິສຸດ ໄດ້ຖືກສົ່ງມາຫາທ່ານ ແລະ ມາຫາຜູ້ທີ່ທ່ານເປັນຫ່ວງເປັນໃຍຕໍ່. ທ່ານຈະໄດ້ຮັບຄວາມເຂັ້ມແຂງ ແລະ ໄດ້ຮັບການດົນໃຈ ເພື່ອຈະຮູ້ຈັກຂອບເຂດ ແລະ ຄວາມສາມາດຂອງທ່ານ ທີ່ຈະຮັບໃຊ້. ພຣະວິນຍານຈະປອບໂຍນທ່ານ ເມື່ອທ່ານສົງໄສວ່າ, ‘ເຮົາໄດ້ເຮັດພຽງພໍແລ້ວບໍ?’”20
ເມື່ອເຮົາພິຈາລະນາເຖິງ “ການເອີ້ນທີ່ສຸກເສີນນີ້” ຂອງຄົນທີ່ຕ້ອງການຄວາມຊ່ວຍເຫລືອຈາກເຮົາ, ຂໍໃຫ້ເຮົາຈົ່ງຖາມຕົນເອງວ່າ, “ຈະເປັນແນວໃດ ຖ້າເລື່ອງລາວ ຂອງເຂົາເຈົ້າ ເປັນເລື່ອງລາວຂອງເຮົາ?” ແລ້ວຂໍໃຫ້ເຮົາຈົ່ງສະແຫວງຫາການດົນໃຈ, ປະຕິບັດຕາມຄວາມປະທັບໃຈທີ່ເຮົາໄດ້ຮັບ, ແລະ ເອື້ອມອອກໄປໃນຄວາມສາມັກຄີກັນ ເພື່ອຊ່ວຍເຫລືອຄົນທີ່ຂັດສົນ ຕາມທີ່ເຮົາສາມາດ ແລະ ໄດ້ຮັບການດົນໃຈໃຫ້ເຮັດແນວນັ້ນ. ບາງທີ ຄົນອື່ນຈະກ່າວເຖິງເຮົາ, ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວ ເຖິງຜູ້ຍິງຄົນທີ່ໄດ້ປະຕິບັດຕໍ່ພຣະອົງວ່າ: “ນາງໄດ້ເຮັດສິ່ງທີ່ຈົບງາມ. … ນາງເຮັດເທົ່າທີ່ນາງເຮັດໄດ້.”21 ຂ້າພະເຈົ້າເອີ້ນສິ່ງນັ້ນວ່າ ໜ້າອັດສະຈັນໃຈ! ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.