ເຮົາ ເປັນ ລູກຂອງພຣະເຈົ້າ
ຄວາມເຂົ້າໃຈທີ່ຖືກຕ້ອງ ເຖິງມໍລະດົກແຫ່ງສະຫວັນຂອງເຮົາ ແມ່ນສຳຄັນຕໍ່ຄວາມສູງສົ່ງ.
ຫລັກຄຳສອນຂັ້ນພື້ນຖານສຸດຂອງເຮົາຮ່ວມດ້ວຍຄວາມຮູ້ທີ່ວ່າ ເຮົາເປັນລູກຂອງພຣະເຈົ້າ ອົງທີ່ຊົງພຣະຊົນຢູ່. ເພາະເຫດນີ້ ພຣະນາມທີ່ສັກສິດທີ່ສຸດຂອງພຣະອົງຄື ພຣະບິດາ—ພຣະບິດາເທິງສະຫວັນ. ຄຳສອນນີ້ໄດ້ຖືກສິດສອນໂດຍສາດສະດາຕະຫລອດມາ ໃນທຸກຍຸກທຸກສະໄໝ.
-
ເມື່ອຖືກລໍ້ລວງໂດຍຊາຕານ, ໂມເຊໄດ້ຕອບຕ້ານມັນວ່າ, ທ່ານເປັນໃຜ? ເພາະຈົ່ງເບິ່ງ, ຂ້າພະເຈົ້າເປັນບຸດຂອງພຣະເຈົ້າ.1
-
ເມື່ອກ່າວຕໍ່ຊາວອິດສະຣາເອນ, ຜູ້ແຕ່ງເພງສັນລະເສີນ ໄດ້ປະກາດວ່າ: “ພວກເຈົ້າເປັນ ພວກລູກຂອງ ອົງສູງສຸດທັງໝົດ.”2
-
ໂປໂລໄດ້ສອນຊາວອາແຖນຢູ່ເນີນພູມາສ໌ ວ່າເຂົາເຈົ້າ “ເປັນເຊື້ອສາຍຂອງພຣະເຈົ້າ.”3
-
ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໄດ້ຮັບພາບນິມິດ ຊຶ່ງໃນນັ້ນພວກເພິ່ນໄດ້ເຫັນພຣະບິດາ ແລະ ພຣະບຸດ, ແລະ ສຸລະສຽງຈາກສະຫວັນໄດ້ປະກາດວ່າ ຜູ້ອາໄສຢູ່ຂອງໂລກຕ່າງໆ ເປັນບຸດ ແລະ ທິດາທີ່ຖືກຳເນີດຂອງພຣະເຈົ້າ.4
-
ໃນປີ 1995, ອັກຄະສາວົກ ແລະ ສາດສະດາທີ່ມີຊີວິດຢູ່ 15 ຄົນ ໄດ້ຢືນຢັນວ່າ: “ມະນຸດທຸກຄົນ … ໄດ້ຖືກສ້າງຂຶ້ນຕາມຮູບຮ່າງລັກສະນະຂອງພຣະເຈົ້າ. ແຕ່ລະຄົນກໍເປັນບຸດ ແລະ ທິດາທາງວິນຍານ ທີ່ຮັກຫອມຂອງພຣະບິດາມານດາແຫ່ງສະຫວັນ.”5
-
ປະທານທອມມັສ ແອັສ ມອນສັນ ໄດ້ເປັນພະຍານວ່າ: “ເຮົາເປັນ ບຸດ ແລະ ທິດາຂອງພຣະເຈົ້າ ອົງຊົງພຣະຊົນຢູ່. … ເຮົາບໍ່ສາມາດເຊື່ອສິ່ງນີ້ ປາດສະຈາກຈະມີຄວາມຮູ້ສຶກໃໝ່ທີ່ເລິກຊຶ້ງ ເຖິງພຣະລັງ ແລະ ອຳນາດ.”6
ຄຳສອນນີ້ແມ່ນເປັນຂັ້ນພື້ນຖານແທ້ໆ, ຈຶ່ງຖືກກ່າວອອກເລື້ອຍໆ, ແລະ ສະນັ້ນຈຶ່ງງ່າຍດາຍໂດຍສັນຊາດຕະຍານ ຈົນວ່າມັນເບິ່ງຄືວ່າ ທຳມະດາ, ເມື່ອໃນຄວາມເປັນຈິງແລ້ວ ມັນເປັນຄວາມຮູ້ຢ່າງໜຶ່ງໃນບັນດາຄວາມຮູ້ທີ່ປະເສີດທີ່ສຸດ ທີ່ເຮົາສາມາດຫາມາໄດ້. ຄວາມເຂົ້າໃຈທີ່ຖືກຕ້ອງ ເຖິງມໍລະດົກແຫ່ງສະຫວັນຂອງເຮົາ ແມ່ນສຳຄັນຕໍ່ຄວາມສູງສົ່ງ. ມັນເປັນພື້ນຖານຕໍ່ຄວາມເຂົ້າໃຈ ແຜນແຫ່ງຄວາມລອດທີ່ຮຸ່ງໂລດ ແລະ ຕໍ່ການບຳລຸງລ້ຽງສັດທາ ໃນບຸດອົງທຳອິດຂອງພຣະບິດາ, ພຣະເຢຊູຄຣິດ, ແລະ ໃນການຊົດໃຊ້ທີ່ມີເມດຕາຂອງພຣະອົງ.7 ນອກເໜືອຈາກນັ້ນ, ຄຳສອນນີ້ຍັງໃຫ້ເຮົາມີຄວາມຕັ້ງໃຈອັນຕໍ່ເນື່ອງ ທີ່ຈະເຮັດ ແລະ ຮັກສາພັນທະສັນຍານິລັນດອນທີ່ຈຳເປັນຂອງເຮົາ.
ດ້ວຍການຍົກເວັ້ນໜ້ອຍຂໍ້, ທຸກຄົນທີ່ມາຮ່ວມໃນກອງປະຊຸມ ໃນເວລານີ້, ໂດຍບໍ່ມີເນື້ອເພງ ຫລື ດົນຕີ, ກໍສາມາດຮ້ອງເພງຊື່, “ເຮົາເປັນລູກຂອງພຣະເຈົ້າໄດ້.”8 ເພງສວດທີ່ແສນຮັກບົດນີ້ ເປັນບົດເພງໜຶ່ງທີ່ເຮົາມັກຮ້ອງນຳກັນ ໃນສາດສະໜາຈັກເລື້ອຍໆ. ແຕ່, ຄຳຖາມທີ່ສຳຄັນຫລາຍກໍຄື, “ເຮົາຮູ້ແທ້ໆບໍວ່າເຮົາເປັນລູກຂອງພຣະເຈົ້າ?” ເຮົາຮູ້ໃນຈິດໃຈ, ແລະ ໃນຫົວໃຈ ແລະ ໃນຈິດວິນຍານຂອງເຮົາ ແທ້ໆ ບໍ? ການເປັນທາຍາດຂອງພຣະບິດາມານດາເທິງສະຫວັນຂອງເຮົາ ເປັນເອກະລັກທີໜຶ່ງ ແລະ ເລິກຊຶ້ງທີ່ສຸດຂອງເຮົາບໍ?
ຢູ່ເທິງໂລກນີ້, ເຮົາຊີ້ບອກຕົວເຮົາເອງໃນຫລາຍໆທາງ, ຮ່ວມດ້ວຍບ່ອນທີ່ເຮົາເກີດ, ສັນຊາດ, ແລະ ພາສາຂອງເຮົາ. ບາງຄົນກໍຊີ້ບອກຕົວເອງໂດຍອາຊີບ ຫລື ງານອາດີເລັກຂອງເຂົາເຈົ້າ. ເອກະລັກທາງໂລກເຫລົ່ານີ້ກໍບໍ່ຜິດຫຍັງ, ຍົກເວັ້ນແຕ່ ເມື່ອມັນເຂົ້າມາແທນ ຫລື ແຊກແຊງເອກະລັກນິລັນດອນຂອງເຮົາ—ນັ້ນກໍຄື ການເປັນບຸດ ຫລື ທິດາຂອງພຣະເຈົ້າ.
ຕອນລູກສາວຫລ້າຂອງພວກເຮົາມີອາຍຸຫົກປີ ແລະ ຮຽນຢູ່ໃນຊັ້ນປໍໜຶ່ງ, ຄູຂອງນາງໄດ້ໃຫ້ນັກຮຽນແຕ່ງເລື່ອງໃນຫ້ອງຮຽນ. ຕອນນັ້ນແມ່ນເດືອນຕຸລາ, ເດືອນທີ່ມີວັນ ຮໍໂລວີນ, ເປັນເທດສະການທີ່ຄົນສະຫລອງກັນໃນບາງສ່ວນຂອງໂລກ. ເຖິງແມ່ນວ່າມັນບໍ່ແມ່ນເທດສະການທີ່ຂ້າພະເຈົ້າມັກ, ແຕ່ຂ້າພະເຈົ້າກໍເຊື່ອວ່າອາດຈະມີດ້ານໃດດ້ານໜຶ່ງຂອງຮໍໂລວີນ ທີ່ບໍ່ມີພິດມີໄພຫຍັງ.
ຄູໄດ້ຢາຍເຈ້ຍໃຫ້ແກ່ນັກຮຽນໜຸ່ມນ້ອຍເຫລົ່ານັ້ນ. ຢູ່ຂ້າງເທິງຂອງເຈ້ຍກໍມີຮູບແຕ້ມຂອງແມ່ມົດ ຈາກນິທານ ຢືນຢູ່ທີ່ໝໍ້ຕົ້ມໜ່ວຍໃຫຍ່ໆ ທີ່ກຳລັງຟົດຢູ່ (ເອີ ຂ້າພະເຈົ້າໄດ້ບອກທ່ານແລ້ວນໍວ່າ ນີ້ບໍ່ແມ່ນເທດສະການໂປດຂອງຂ້າພະເຈົ້າ). ຄຳຖາມຢູ່ໃນເຈ້ຍ, ເພື່ອຊຸກຍູ້ຈິນຕະນາການຂອງເດັກນ້ອຍ ແລະ ທົດລອງທັກສະໃນການແຕ່ງເລື່ອງຂັ້ນຕົ້ນໆນັ້ນແມ່ນ, “ເຈົ້າຫາກໍໄດ້ດື່ມນ້ຳຕົ້ມຢາຂອງແມ່ມົດ. ມີຫຍັງເກີດຂຶ້ນກັບເຈົ້າ?” ຂໍໃຫ້ຮັບຮູ້ໄວ້ສາວ່າ ຂ້າພະເຈົ້າບໍ່ໄດ້ແບ່ງປັນເລື່ອງເຫລົ່ານີ້ ເພື່ອໃຫ້ຄຳແນະນຳແກ່ບັນດາຄູທັງຫລາຍເດີ.
“ເຈົ້າຫາກໍໄດ້ດື່ມນ້ຳຕົ້ມຢາຂອງແມ່ມົດ. ມີຫຍັງເກີດຂຶ້ນກັບເຈົ້າ?” ດ້ວຍການແຕ່ງເລື່ອງທີ່ດີທີ່ສຸດຂອງນາງ, ລູກສາວຫລ້າຂອງພວກເຮົາໄດ້ຂຽນວ່າ, “ຂ້ອຍຈະຕາຍ ແລະ ຂ້ອຍຈະໄປຢູ່ໃນສະຫວັນ. ຂ້ອຍຈະມັກຢູ່ທີ່ນັ້ນ. ຂ້ອຍຈະມັກທີ່ນັ້ນຫລາຍ ເພາະວ່າທີ່ນັ້ນເປັນບ່ອນທີ່ດີທີ່ສຸດທີ່ຈະອາໄສຢູ່ ເພາະວ່າເຮົາຈະໄດ້ຢູ່ນຳພຣະບິດາເທິງສະຫວັນຂອງເຮົາ.” ແນ່ນອນວ່າ ຄຳຕອບນີ້ຕ້ອງເຮັດໃຫ້ຄູຂອງນາງປະຫລາດໃຈ; ເຖິງຢ່າງໃດກໍຕາມ, ເມື່ອລູກສາວຂອງພວກເຮົາໄດ້ເອົາວຽກທີ່ສຳເລັດແລ້ວນັ້ນມາບ້ານ, ພວກເຮົາໄດ້ເຫັນວ່າ ນາງໄດ້ຮັບດາວນ້ອຍຕິດໃສ່ເຈ້ຍ, ທີ່ເປັນຄະແນນທີ່ສູງທີ່ສຸດ.
ໃນຊີວິດທີ່ເປັນຈິງ, ເຮົາຈະປະເຊີນກັບຄວາມຍາກລຳບາກທີ່ແທ້ຈິງ, ບໍ່ແມ່ນຈິນຕະນາເອົາຊື່ໆ. ມີຄວາມເຈັບປວດ—ທາງຮ່າງກາຍ, ທາງອາລົມ, ແລະ ທາງວິນຍານ. ມີຄວາມເຈັບຊ້ຳນ້ຳໃຈ, ເມື່ອສະຖານະການແຕກຕ່າງຫລາຍຈາກສິ່ງທີ່ເຮົາໄດ້ຄາດຫວັງ. ມີຄວາມບໍ່ຍຸດຕິທຳ, ເມື່ອເຮົາເບິ່ງຄືວ່າບໍ່ສົມຄວນຈະຕົກຢູ່ໃນສະພາບການນັ້ນ. ມີຄວາມຜິດຫວັງ, ເມື່ອຄົນທີ່ເຮົາໄວ້ວາງໃຈເຮັດໃຫ້ເຮົາໝົດສັດທາໃນຕົວເຂົາ. ມີຄວາມຫຍຸ້ງຍາກທາງດ້ານສຸຂະພາບ ແລະ ທາງການເງິນ ທີ່ເຮັດໃຫ້ເຮົາສັບສົນໄດ້. ອາດຈະມີເວລາທີ່ເຮົາສົງໄສ, ເມື່ອເລື່ອງລາວຂອງຄຳສອນ ຫລື ປະຫວັດສາດນັ້ນ ເກີນກວ່າຄວາມເຂົ້າໃຈຂອງເຮົາໃນເວລານີ້.
ເມື່ອເລື່ອງຫຍຸ້ງຍາກເກີດຂຶ້ນໃນຊີວິດຂອງເຮົາ, ການຕອບຮັບທັນທີທັນໃດຂອງເຮົານັ້ນຄືຫຍັງ? ມັນເປັນຄວາມສັບສົນ ຫລື ຄວາມສົງໄສ ຫລື ການຫ່າງເຫີນທາງວິນຍານບໍ? ມັນຈະເຮັດໃຫ້ສັດທາຂອງເຮົາຫວັ່ນໄຫວບໍ? ເຮົາຈະທົດສອບພຣະເຈົ້າ ຫລື ຄົນອື່ນບໍ ສຳລັບສະຖານະການຂອງເຮົາ? ຫລື ວ່່າການຕອບຮັບທຳອິດຂອງເຮົາແມ່ນຈະຈື່ຈຳວ່າເຮົາເປັນໃຜ—ວ່າເຮົາເປັນລູກໆຂອງພຣະເຈົ້າທີ່ຊົງຮັກບໍ? ນັ້ນຈະຮ່ວມດ້ວຍຄວາມໄວ້ວາງໃຈທີ່ເດັດດ່ຽວບໍ ທີ່ພຣະອົງອະນຸຍາດໃຫ້ມີຄວາມທຸກທໍລະມານຢູ່ເທິງໂລກ ເພາະວ່າ ພຣະອົງຮູ້ວ່າ ມັນຈະເປັນພອນໃຫ້ແກ່ເຮົາ, ເໝືອນດັ່ງໄຟທີ່ຫລອມໂລຫະ, ທີ່ຈະກາຍເປັນເໝືອນດັ່ງພຣະອົງ ແລະ ໄດ້ຮັບມໍລະດົກນິລັນດອນຂອງເຮົາ.9
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຢູ່ທີ່ກອງປະຊຸມກັບ ແອວເດີ ແຈັບຟະຣີ ອາ ຮໍແລນ. ຂະນະທີ່ສອນຫລັກທຳທີ່ວ່າ ຊີວິດມະຕະສາມາດເປັນເລື່ອງເຈັບປວດທໍລະມານ, ແຕ່ຄວາມຍາກລຳບາກຂອງເຮົາ ມີຈຸດປະສົງນິລັນດອນ—ແມ່ນແຕ່ຖ້າຫາກເຮົາບໍ່ເຂົ້າໃຈມັນ ໃນເວລາທີ່ເຮົາມີຄວາມທຸກທໍລະມານນັ້ນ—ແອວເດີ ຮໍແລນ ໄດ້ກ່າວວ່າ, “ທ່ານສາມາດມີສິ່ງທີ່ທ່ານຢາກໄດ້, ຫລືວ່າ ທ່ານສາມາດມີສິ່ງທີ່ດີກວ່ານັ້ນ.”
ເມື່ອຫ້າເດືອນກ່ອນ, ພັນລະຍາຂອງຂ້າພະເຈົ້າ, ດາຍແອນ, ແລະ ຂ້າພະເຈົ້າໄດ້ໄປອາຟຣິກາກັບ ແອວເດີ ແລະ ຊິດສະເຕີ ເດວິດ ເອ ແບ໊ດນາ. ປະເທດທີຫົກ ແລະ ປະເທດສຸດທ້າຍທີ່ພວກເຮົາໄດ້ຢ້ຽມຢາມຄື ປະເທດໄລແບເຣຍ. ປະເທດໄລແບເຣຍ ເປັນປະເທດທີ່ດີ ພ້ອມດ້ວຍຜູ້ຄົນທີ່ສູງສົ່ງ ແລະ ປະຫວັດສາດທີ່ຮຸ່ງເຮືອງ, ແຕ່ສະຖານະການຢູ່ທີ່ນັ້ນບໍ່ໄດ້ເປັນເລື່ອງງ່າຍ. ສະພາບການເມືອງທີ່ບໍ່ໝັ້ງຄົງ ແລະ ສົງຄາມກາງເມືອງເປັນເວລາຫລາຍສິບປີ ໄດ້ເຮັດໃຫ້ມີການອຶດຢາກຮ້າຍແຮງຂຶ້ນ. ນອກເໜືອຈາກນັ້ນ, ຜູ້ຄົນເກືອບ 5,000 ຄົນ ໄດ້ເສຍຊີວິດໄປເພາະໂຣກອີໂບລາ ທີ່ຮ້າຍກາດນັ້ນ ໃນລະຫວ່າງທີ່ມັນໄດ້ລະບາດຂຶ້ນມາອີກເທື່ອລ່າສຸດ. ພວກເຮົາໄດ້ເປັນກຸ່ມຜູ້ນຳກຸ່ມທຳອິດຂອງສາດສະໜາຈັກ ທີ່ໄດ້ມາຈາກນອກອະນາເຂດ ທີ່ໄດ້ໄປຢ້ຽມຢາມ ມອນໂຣເວຍ, ເມືອງຫລວງຂອງປະເທດ, ນັບຕັ້ງແຕ່ຕອນອົງການອະນາໄມໂລກ ໄດ້ປະກາດວ່າ ເຂດນັ້ນປອດໄພ ຫລັງຈາກໂຣກອີໂບລາ ໄດ້ເກີດຂຶ້ນ.
ໃນເຊົ້າວັນອາທິດທີ່ຮ້ອນອົບເອົ້າຫລາຍ, ພວກເຮົາໄດ້ເດີນທາງໄປສະຖານທີ່ ທີ່ໄດ້ເຊົ່າເພື່ອກອງປະຊຸມ ຢູ່ທີ່ໃຈກາງຂອງເມືອງ. ຕັ່ງທຸກໜ່ວຍທີ່ມີຢູ່ກໍໄດ້ຖືກຈັດລຽນເປັນແຖວ, ລວມທັງໝົດ 3,500 ໜ່ວຍ. ຈຳນວນຄົນທີ່ໄດ້ມາຮ່ວມໃນກອງປະຊຸມທັງໝົດແມ່ນ 4,100 ຄົນ. ເກືອບທຸກຄົນທີ່ໄດ້ມາຮ່ວມຕ້ອງໄດ້ຍ່າງມາ ຫລື ຜ່ານການຂົນສົ່ງ ຂອງກົມໂຍທາ ທີ່ບໍ່ສະດວກ; ມັນບໍ່ໄດ້ເປັນເລື່ອງງ່າຍສຳລັບໄພ່ພົນ ທີ່ຈະມາເຕົ້າໂຮມກັນ. ແຕ່ເຂົາເຈົ້າໄດ້ພາກັນມາ. ຄົນສ່ວນໃຫຍ່ໄດ້ມາເຖິງຫລາຍຊົ່ວໂມງກ່ອນເວລາທີ່ກອງປະຊຸມຈະເລີ່ມຕົ້ນ. ເມື່ອພວກເຮົາເຂົ້າໄປໃນຫ້ອງໂຖງ, ບັນຍາກາດທາງວິນຍານແມ່ນໜ້າຕື່ນເຕັ້ນແທ້ໆ! ໄພ່ພົນກໍພ້ອມແລ້ວທີ່ຈະໄດ້ຮັບການສິດສອນ.
ເມື່ອຜູ້ກ່າວປາໄສຄົນໜຶ່ງໄດ້ອ້າງຂໍ້ພຣະຄຳພີ, ສະມາຊິກໄດ້ພາກັນກ່າວຂໍ້ນັ້ນອອກສຽງ. ມັນບໍ່ສຳຄັນວ່າຂໍ້ພຣະຄຳພີຈະ—ສັ້ນ ຫລື ຍາວ, ຜູ້ມານະມັດສະການທຸກຄົນໄດ້ຕອບຮັບດ້ວຍສຽງດຽວກັນ. ແນ່ນອນວ່າ ພວກເຮົາບໍ່ໄດ້ແນະນຳໃຫ້ເຮັດແບບນີ້, ແຕ່ມັນໄດ້ເປັນເລື່ອງທີ່ໜ້າປະທັບໃຈທີ່ເຂົາເຈົ້າເຮັດສິ່ງນັ້ນໄດ້. ແລະ ກຸ່ມນັກຮ້ອງ—ເຂົາເຈົ້າກໍໜ້າປະທັບໃຈແທ້ໆ. ໂດຍມີຜູ້ນຳເພງທີ່ກະຕືລືລົ້ນ ແລະ ຊາຍໜຸ່ມອາຍຸ 14 ປີ ເປັນຜູ້ຫລິ້ນຄີບອດ, ສະມາຊິກໄດ້ພາກັນຂັບຮ້ອງດ້ວຍຄວາມຫ້າວຫັນ ແລະ ພະລັງ.
ແລ້ວ ແອວເດີ ແບ໊ດນາ ໄດ້ກ່າວປາໄສ. ແນ່ນອນວ່າ, ນີ້ເປັນຈຸດເດັ່ນຂອງການເຕົ້າໂຮມກັນທີ່ໄດ້ຄາດຫວັງໄວ້—ທີ່ຈະໄດ້ຍິນອັກຄະສາວົກສອນ ແລະ ກ່າວເປັນພະຍານ. ໂດຍທີ່ເຫັນໄດ້ຢ່າງແຈ່ມແຈ້ງວ່າ ນີ້ເປັນການຊີ້ນຳຂອງພຣະວິນຍານແທ້ໆ, ເຄິ່ງກາງຄຳປາໄສຂອງເພິ່ນ, ແອວເດີແບ໊ດນາ ໄດ້ຢຸດ ແລະ ໄດ້ກ່າວວ່າ, “ພວກທ່ານຮູ້ເພງສວດຊື່ ‘ພື້ນໝັ້ນຄົງໜັກໜາບໍ’?”
ເບິ່ງຄືວ່າ 4,100 ສຽງໄດ້ຂານຕອບຢ່າງດັງໆວ່າ, “ຮູ້!”
ແລ້ວເພິ່ນໄດ້ຖາມວ່າ, “ພວກທ່ານຮູ້ ວັກທີ 7 ບໍ?”
ອີກເທື່ອໜຶ່ງ, ໝົດທັງກຸ່ມໄດ້ຕອບວ່າ, “ຮູ້!”
ທຳນອງເພງສວດທີ່ຍິ່ງໃຫຍ່ “ພື້ນໝັ້ງຄົງໜັກໜາ” ທີ່ກຸ່ມນັກຮ້ອງປະສານສຽງ ມໍມອນແທໂບແນໂກ ໄດ້ຂັບຮ້ອງມາເປັນເວລາ 10 ປີຜ່ານມານີ້ ກໍຮ່ວມດ້ວຍວັກທີ 7, ທີ່ບໍ່ຖືກຂັບຮ້ອງເລື້ອຍປານໃດກ່ອນໜ້ານັ້ນ. ແອວເດີ ແບ໊ດນາ ໄດ້ແນະນຳວ່າ, “ໃຫ້ເຮົາຂັບຮ້ອງ ວັກທີ 1, 2, 3, ແລະ 7.”
ໂດຍບໍ່ມີການລັງເລໃຈ, ຜູ້ນຳກຸ່ມນັກຮ້ອງໄດ້ລຸກຂຶ້ນໄວໆ ແລະ ຜູ້ດຳລົງຖານະປະໂລຫິດ—ທີ່ເປັນຜູ້ຫລິ້ນດົນຕີ ກໍໄດ້ເລີ່ມຫລິ້ນສຽງປະສານແນະນຳຢ່າງມີພະລັງ. ດ້ວຍລະດັບຄວາມເຊື່ອໝັ້ນ ທີ່ຂ້າພະເຈົ້າບໍ່ເຄີຍໄດ້ຮູ້ສຶກມາກ່ອນໃນເພງສວດນະມັດສະການ, ພວກເຮົາໄດ້ຂັບຮ້ອງ ວັກທີ 1, 2, ແລະ 3. ແລ້ວສຽງ ແລະ ພະລັງທາງວິນຍານຖືກຍົກຂຶ້ນສູງ ເມື່ອອີກ 4,100 ສຽງ ໄດ້ຂັບຮ້ອງວັກທີເຈັດ ແລະ ໄດ້ປະກາດວ່າ:
ຈິດວິນຍານທີ່ພັກເພິ່ງອົງພຣະເຢຊູມາ
ເຮົາບໍ່ສາມາດຈະປະຖິ້ມເຂົາໃຫ້ເຫລົ່າສັດຕູ;
ແມ້ໝູ່ມວນນະລົກຈະສັ່ນໄກວໂຍກຫວັ່ນໄຫວ,
ເຮົາຈະບໍ່ມີວັນທີ່ຈະປ່ອຍປະຖິ້ມຈິດວິນຍານ,
ເຮົາຈະບໍ່ມີວັນປ່ອຍປະລະຖິ້ມຈິດວິນຍານ!10
ໃນເຫດການໜຶ່ງທາງວິນຍານທີ່ປະເສີດທີ່ສຸດໃນຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຮຽນບົດຮຽນທີ່ເລິກຊຶ້ງໃນມື້ນັ້ນ. ເຮົາມີຊີວິດຢູ່ໃນໂລກທີ່ສາມາດເຮັດໃຫ້ເຮົາລືມວ່າ ເຮົາເປັນໃຜແທ້ໆ. ເມື່ອມີສິ່ງລົບກວນຢູ່ອ້ອມຮອບເຮົາຫລາຍເທົ່າໃດ, ມັນແຮ່ງງ່າຍຂຶ້ນທີ່ຈະຖືວ່າ ຄວາມກ່ຽວພັນຂອງເຮົາກັບພຣະເຈົ້າເປັນເລື່ອງທຳມະດາ, ແລ້ວລະເລີຍ, ແລະ ແລ້ວລືມມັນໄປເລີຍ. ໄພ່ພົນໃນປະເທດໄລແບເຣຍມີຊັບສິນທາງໂລກໜ້ອຍ, ແຕ່ເບິ່ງຄືວ່າເຂົາເຈົ້າມີທຸກສິ່ງທາງຝ່າຍວິນຍານ. ສິ່ງທີ່ພວກເຮົາໄດ້ເຫັນໃນມື້ນັ້ນ ໃນເມືອງມອນໂຣເວຍ ຄື ກຸ່ມໜຶ່ງຂອງບຸດ ແລະ ທິດາຂອງພຣະເຈົ້າ ຜູ້ທີ່ໄດ້ຮູ້ວ່າ ເຂົາເຈົ້າເປັນໃຜ!
ໃນໂລກຂອງວັນເວລານີ້, ບໍ່ວ່າເຮົາຈະອາໄສຢູ່ໃສ ຫລື ວ່າສະຖານະການຂອງເຮົາຈະເປັນແບບໃດກໍຕາມ, ມັນສຳຄັນທີ່ເອກະລັກທີ່ສຳຄັນເໜືອທຸກສິ່ງຂອງເຮົານັ້ນ ຄືການເປັນລູກຂອງພຣະເຈົ້າ. ການທີ່ຮູ້ສິ່ງນີ້ ຈະອະນຸຍາດໃຫ້ສັດທາຂອງເຮົາເຕີບໂຕເຂັ້ມແຂງຂຶ້ນ, ທີ່ຈະກະຕຸ້ນການກັບໃຈອັນຕໍ່ເນື່ອງຂອງເຮົາ, ແລະ ຈະໃຫ້ເຮົາມີພະລັງພໍທີ່ຈະ “ແນ່ວແນ່ ແລະ ບໍ່ຫວັ່ນໄຫວ” ຕະຫລອດການເດີນທາງໃນຊີວິດມະຕະຂອງເຮົາ.11 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.