ອຳນາດຂອງຄວາມເປັນເໝືອນພຣະເຈົ້າ
ພຣະວິຫານແຕ່ລະແຫ່ງເປັນບ້ານທີ່ບໍລິສຸດ, ບ້ານທີ່ສັກສິດ, ແລະ ໃນທີ່ນັ້ນເຮົາແຕ່ລະຄົນສາມາດຮຽນຮູ້ ແລະ ຮູ້ຈັກອຳນາດຂອງການເປັນເໝືອນພຣະເຈົ້າ.
ພຽງແຕ່ສາມສີ່ເດືອນກ່ອນສາດສະດາໂຈເຊັບ ສະມິດ ໄດ້ເສຍຊີວິດໄປ, ເພິ່ນໄດ້ພົບປະກັບອັກຄະສາວົກສິບສອງ ເພື່ອເວົ້າລົມກ່ຽວກັບຄວາມຕ້ອງການອັນໃຫຍ່ຫລວງທີ່ສຸດ ທີ່ສາດສະໜາຈັກກຳລັງໄດ້ປະເຊີນຢູ່ ໃນຊ່ວງເວລາ ທີ່ຍາກລຳບາກນັ້ນ. ເພິ່ນໄດ້ບອກເຂົາເຈົ້າວ່າ, “ພວກເຮົາຕ້ອງການພຣະວິຫານຫລາຍກວ່າສິ່ງອື່ນໃດທັງໝົດ.”1 ແນ່ນອນວ່າ ໃນວັນເວລາທີ່ຍາກລຳບາກເຫລົ່ານີ້, ເຮົາແຕ່ລະຄົນ ແລະ ຄອບຄົວຂອງເຮົາ ກໍຕ້ອງການພຣະວິຫານຫລາຍກວ່າສິ່ງອື່ນໃດທັງໝົດ.
ໃນລະຫວ່າງການອຸທິດພຣະວິຫານເມື່ອບໍ່ດົນມານີ້, ຂ້າພະເຈົ້າດີໃຈຫລາຍກັບປະສົບການທັງໝົດ. ຂ້າພະເຈົ້າມັກການເປີດທ່ຽວຊົມພຣະວິຫານ, ການທັກທາຍຕ້ອນຮັບຜູ້ທ່ຽວຊົມຫລາຍໆຄົນ ທີ່ໄດ້ມາຊົມພຣະວິຫານ; ຂ້າພະເຈົ້າມັກການສະຫລອງວັດທະນາທຳດ້ວຍຄວາມເບີກບານ ແລະ ຄວາມຕື່ນເຕັ້ນຂອງຊາວໜຸ່ມ; ທີ່ໄດ້ຕິດຕາມດ້ວຍພາກອຸທິດທີ່ປະເສີດ. ພຣະວິນຍານກໍໜ້າພຶ່ງພໍໃຈ. ຫລາຍໆຄົນໄດ້ຮັບພອນ. ແລະ ແລ້ວເຊົ້າມື້ຕໍ່ມາ, ພັນລະຍາ ແລະ ຂ້າພະເຈົ້າໄດ້ລົງໄປໃນອ່າງບັບຕິສະມາ ເພື່ອມີສ່ວນໃນການຮັບບັບຕິສະມາ ແທນບັນພະບຸລຸດຂອງພວກເຮົາເອງ. ເມື່ອຂ້າພະເຈົ້າໄດ້ຍົກແຂນຂຶ້ນເພື່ອຈະເລີ່ມພິທີການນັ້ນ, ຂ້າພະເຈົ້າໄດ້ຮູ້ສຶກຕື້ນຕັນໃຈຫລາຍໂດຍອຳນາດຂອງພຣະວິນຍານ. ຂ້າພະເຈົ້າໄດ້ຮັບຮູ້ອີກເທື່ອໜຶ່ງວ່າ ອຳນາດທີ່ແທ້ຈິງແມ່ນຢູ່ໃນພິທີການຕ່າງໆເຫລົ່ານັ້ນເອງ.
ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍ, ຄວາມສົມບູນຂອງຖານະປະໂລຫິດແຫ່ງເມນຄີເສເດັກ ແມ່ນພົບເຫັນຢູ່ໃນພຣະວິຫານ ແລະ ພິທີການຕ່າງໆ, ເພາະໃນນັ້ນມີຂໍກະແຈຂອງຖານະປະໂລຫິດອັນສັກສິດຖືກແຕ່ງຕັ້ງໄວ້, ເພື່ອວ່າພວກເຮົາຈະໄດ້ຮັບກຽດຕິຍົດ ແລະ ລັດສະໝີພາບ.2 ສະນັ້ນ, ໃນພິທີການດັ່ງກ່າວ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ.3 ຄຳສັນຍານີ້ ແມ່ນສຳລັບທ່ານ ແລະ ຄອບຄົວຂອງທ່ານ.
ໜ້າທີ່ຮັບຜິບຊອບຂອງເຮົາແມ່ນຈະ “ຮັບເອົາ” ສິ່ງທີ່ພຣະບິດາຂອງເຮົາມີໃຫ້ເຮົາ.4 ເພາະແກ່ຄົນທີ່ຮັບເອົາ ພຣະເຈົ້າຈະມອບໃຫ້ຢ່າງຫລວງຫລາຍ, ແມ່ນແຕ່ອຳນາດ:5 ອຳນາດທີ່ຈະໄດ້ຮັບທຸກສິ່ງ ທີ່ພຣະອົງສາມາດປະທານ ແລະ ຈະປະທານໃຫ້ເຮົາ—ໃນເວລານີ້ ແລະ ໃນຊົ່ວນິລັນດອນ;6 ອຳນາດທີ່ຈະກາຍເປັນບຸດ ແລະ ທິດາຂອງພຣະເຈົ້າ,7 ທີ່ຈະຮູ້ຈັກອຳນາດແຫ່ງສະຫວັນ,8 ທີ່ຈະກ່າວໃນພຣະນາມຂອງພຣະອົງ,9 ແລະ ຮັບເອົາອຳນາດຂອງພຣະວິນຍານ (ຂອງພຣະອົງ).”10 ອຳນາດເຫລົ່ານີ້ກໍມີໄວ້ໃຫ້ເຮົາແຕ່ລະຄົນເປັນການສ່ວນຕົວ ຜ່ານພິທີການ ແລະ ພັນທະສັນຍາຕ່າງໆ ທີ່ກ່ຽວພັນກັບພຣະວິຫານ.
ນີໄຟໄດ້ເຫັນວັນເວລາຂອງເຮົາໃນພາບນິມິດທີ່ຍິ່ງໃຫຍ່ຂອງເພິ່ນວ່າ: “ຂ້າພະເຈົ້ານີໄຟໄດ້ເຫັນ ອຳນາດ ຂອງພຣະເມສານ້ອຍຂອງພຣະເຈົ້າລົງມາເທິງໄພ່ພົນຂອງສາດສະໜາຈັກຂອງພຣະເມສານ້ອຍ ແລະ ຜູ້ຄົນແຫ່ງພັນທະສັນຍາ ຂອງພຣະຜູ້ເປັນເຈົ້າ ຊຶ່ງກະຈັດກະຈາຍໄປຕາມຜືນແຜ່ນດິນໂລກ; ແລະ ພວກເຂົາ ມີອາວຸດຄືຄວາມຊອບທຳ ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່.”11
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ມີສິດທິພິເສດ ທີ່ໄດ້ຢູ່ໃນຕອນເປີດຊົມພຣະວິຫານກັບປະທານຣະໂຊ ເອັມ ແນວສັນ ແລະ ຄອບຄົວຂອງເພິ່ນ ຂະນະທີ່ເພິ່ນໄດ້ເຕົ້າໂຮມເຂົາເຈົ້າຢູ່ອ້ອມແທ່ນບູຊາ ແລະ ໄດ້ອະທິບາຍໃຫ້ເຂົາເຈົ້າຮູ້ວ່າ ທຸກສິ່ງທີ່ເຮົາເຮັດລົງໄປໃນສາດສະໜາຈັກ—ທຸກໆການປະຊຸມ, ກິດຈະກຳ, ບົດຮຽນ, ແລະ ການຮັບໃຊ້ທັງໝົດ—ແມ່ນເພື່ອຈັດຕຽມເຮົາແຕ່ລະຄົນໃຫ້ມາພຣະວິຫານ ແລະ ຄຸເຂົ່າລົງຢູ່ທີ່ແທ່ນບູຊາ ເພື່ອຮັບເອົາພອນທັງໝົດທີ່ພຣະບິດາໄດ້ສັນຍາໄວ້ໃຫ້ຕະຫລອດຊົ່ວນິລັນດອນ.12
ຕາບໃດທີ່ເຮົາຮູ້ສຶກເຖິງພອນຕ່າງໆຂອງພຣະວິຫານໃນຊີວິດຂອງເຮົາ, ຈິດໃຈຂອງເຮົາກໍຈະຫັນໄປຫາຄອບຄົວຂອງເຮົາ, ທັງຜູ້ທີ່ມີຊີວິດຢູ່ ແລະ ຜູ້ທີ່ລ່ວງລັບໄປແລ້ວ.
ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ເຫັນຄອບຄົວທີ່ມີສາມລຸ້ນຄົນ ມີສ່ວນຮ່ວມໃນການຮັບບັບຕິສະມານຳກັນ ແທນບັນພະບຸລຸດຂອງເຂົາເຈົ້າ. ແມ່ນແຕ່ແມ່ຕູ້ຍ່າກໍໄດ້ມີສ່ວນຮ່ວມ—ເຖິງແມ່ນວ່ານາງມີຄວາມຢ້ານກົວທີ່ຈະຖືກຈຸ່ມລົງນ້ຳ. ເມື່ອນາງໄດ້ຂຶ້ນຈາກນ້ຳ ແລະ ໂອບກອດສາມີຂອງນາງ, ນາງໄດ້ຫລັ່ງນ້ຳຕາດ້ວຍຄວາມດີໃຈ. ແລ້ວພໍ່ຕູ້ປູ່ ແລະ ຜູ້ເປັນພໍ່ໄດ້ບັບຕິສະມາໃຫ້ກັນ ແລະ ຫລານຫລາຍຄົນ. ຈະມີປະສົບການໃດບໍທີ່ຈະໃຫ້ຄອບຄົວມີຄວາມສຸກນຳກັນຫລາຍກວ່ານີ້? ພຣະວິຫານແຕ່ລະແຫ່ງມີເວລາພິເສດໄວ້ໃຫ້ຄອບຄົວ ເພື່ອຈະໃຫ້ທ່ານ ແລະ ຄອບຄົວຈັດເວລາໄປຮັບບັບຕິສະມາ.
ບໍ່ດົນກ່ອນປະທານໂຈເຊັບ ແອັຟ ສະມິດ ໄດ້ເສຍຊີວິດໄປ ເພິ່ນໄດ້ຮັບພາບນິມິດເຖິງການໄຖ່ຄົນຕາຍ. ເພິ່ນໄດ້ສອນວ່າຜູ້ທີ່ຢູ່ໃນໂລກວິນຍານເພິ່ງພິທີການຕ່າງໆທີ່ເຮົາຮັບແທນເຂົາເຈົ້າ. ພຣະຄຳພີກ່າວວ່າ ຄົນຕາຍຜູ້ທີ່ກັບໃຈຈະຖືກໄຖ່, ຜ່ານການເຊື່ອຟັງຕໍ່ພິທີການຂອງບ້ານຂອງພຣະເຈົ້າ.”13 ເຮົາຮັບເອົາພິທີການແທນເຂົາເຈົ້າ, ແຕ່ເຂົາເຈົ້າຈະເຮັດ ແລະ ຮັບຜິດຊອບຕໍ່ພັນທະສັນຍາແຕ່ລະຢ່າງທີ່ກ່ຽວພັນກັບພິທີການແຕ່ລະຢ່າງນັ້ນ. ແນ່່ນອນວ່າ, ເຮົາສາມາດຮູ້ສຶກເຖິງຜູ້ຄົນທີ່ຢູ່ໃນໂລກວິນຍານ ແລະ ເຂົາເຈົ້າສາມາດຮັບຮູ້ພິທີການທຸກຢ່າງທີ່ຖືກເຮັດລົງໄປເພື່ອເຂົາເຈົ້າ.
ແລ້ວແມ່ນຫຍັງຄືໜ້າທີ່ຮັບຜິດຊອບສ່ວນຕົວຂອງເຮົາ ທີ່ຈະມີສ່ວນຮ່ວມໃນວຽກງານນີ້, ທັງໃນຖານະຜູ້ໄປພຣະວິຫານ ແລະ ຜູ້ເຮັດວຽກໃນພຣະວິຫານ? ສາດສະດາໂຈເຊັບ ສະມິດ ໄດ້ສອນໄພ່ພົນໃນປີ 1840 ວ່າ ຕ້ອງມີຄວາມພະຍາຍາມຫລາຍຂຶ້ນ, ແລະ ຊັບສິນຈະຖືກຮຽກຮ້ອງ—ແລະ ເພາະວຽກງານ [ທີ່ຈະສ້າງພຣະວິຫານ] ຕ້ອງຖືກເລັ່ງຂຶ້ນໃນຄວາມຊອບທຳ, ມັນກໍສົມຄວນທີ່ໄພ່ພົນປະເມີນຄວາມສຳຄັນຂອງເລື່ອງເຫລົ່ານີ້, ໃນຄວາມຄິດຂອງເຂົາເຈົ້າ, … ແລະ ແລ້ວປະຕິບັດຕາມຂັ້ນຕອນທີ່ຈຳເປັນ ເພື່ອຈະສຳເລັດວຽກງານນີ້; ແລະ ຕຽມຕົວເຂົາເຈົ້າເອງດ້ວຍຄວາມກ້າຫານ, ຕັ້ງໃຈເດັດດ່ຽວທີ່ຈະເຮັດທຸກສິ່ງຈົນສຸດຄວາມສາມາດ, ແລະ ຮູ້ສຶກຄືກັບວ່າວຽກງານນີ້ຂຶ້ນຢູ່ກັບເຂົາເຈົ້າເທົ່ານັ້ນ.”14
ໃນພຣະທຳ ພຣະນິມິດ ເຮົາອ່ານວ່າ:
“ພວກທີ່ນຸ່ງເສື້ອຄຸມສີຂາວນັ້ນແມ່ນໃຜ ແລະ ມາແຕ່ໃສ?
“… ຄົນເຫລົ່ານີ້ແມ່ນພວກທີ່ໄດ້ຜ່ານການຖືກຂົ່ມເຫັງຢ່າງໜັກ. ພວກເຂົາໄດ້ຊຳລະເສື້ອລ່າມຂອງພວກເຂົາໃຫ້ຂາວສະອາດ ດ້ວຍເລືອດຂອງພຣະເມສານ້ອຍ.
“ດັ່ງນັ້ນ ພວກເຂົາຈຶ່ງໄດ້ຢືນຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ, ແລະ ບົວລະບັດຮັບໃຊ້ພຣະອົງໃນພຣະວິຫານ: ທັງກາງເວັນ ແລະ ກາງຄືນ ແລະ ພຣະອົງຜູ້ທີ່ປະທັບຢູ່ເທິງບັນລັງນັ້ນ ຈະສະຖິດຢູ່ນຳ ແລະ ປົກປ້ອງຄຸ້ມຄອງພວກເຂົາ.”15
ທ່ານສາມາດວາດພາບເຫັນໄດ້ບໍ ເຖິງຜູ້ຄົນທີ່ຮັບໃຊ້ໃນພຣະວິຫານໃນທຸກວັນນີ້?
ມີຫລາຍກວ່າ 120,000 ຄົນ ທີ່ເປັນຜູ້ດຳເນີນພິທີການ ໃນພຣະວິຫານໃນ 150 ແຫ່ງທີ່ເປີດບໍລິການຢູ່ຕະຫລອດທົ່ວໂລກ. ແຕ່ຍັງມີໂອກາດຢູ່ເພື່ອໃຫ້ຫລາຍຄົນອີກມີປະສົບການທີ່ຫວານຊື່ນນີ້. ເມື່ອປະທານກໍດອນ ບີ ຮິງລີ ໄດ້ປະກາດເຖິງຄວາມຄິດທີ່ຈະສ້າງພຣະວິຫານອີກຫລາຍໆແຫ່ງຕະຫລອດທົ່ວໂລກ, ເພິ່ນໄດ້ສອນວ່າ “ຜູ້ດຳເນີນພິທີການໃນພຣະວິຫານທຸກຄົນຈະເປັນຜູ້້ຄົນໃນທ້ອງຖິ່ນ ຜູ້ທີ່ຈະຮັບໃຊ້ໃນໜ້າທີ່ອື່ນໆອີກ ໃນຫວອດ ແລະ ສະເຕກຂອງເຂົາເຈົ້າ.”16 ຕາມປົກກະຕິແລ້ວ, ຜູ້ທີ່ດຳເນີນພິທີການໃນພຣະວິຫານຖືກເອີ້ນໃຫ້ຮັບໃຊ້ເປັນເວລາສອງ ຫລື ສາມປີ, ດ້ວຍໂອກາດທີ່ຈະຕໍ່ການເອີ້ນອີກນານກວ່ານັ້ນ. ບໍ່ໄດ້ເປັນຄວາມປະສົງທີ່ວ່າ ເມື່ອທ່ານຖືກເອີ້ນແລ້ວ ທ່ານຈະຢູ່ໃນຖານະນັ້ນນານເທົ່າທີ່ທ່ານສາມາດ. ຜູ້ດຳເນີນພິທີການເປັນເວລາດົນນານຫລາຍຄົນ ໄດ້ນຳເອົາຄວາມຮັກຂອງເຂົາເຈົ້າທີ່ມີຕໍ່ພຣະວິຫານໄປນຳເຂົາເຈົ້າ ຕອນເຂົາເຈົ້າຖືກປົດຈາກຕຳແໜ່ງ ແລະ ອະນຸຍາດໃຫ້ຜູ້ດຳເນີນພິທີການຄົນໃໝ່ ໃຫ້ຮັບໃຊ້ດ້ວຍ.
ເກືອບ 100 ປີຜ່ານມາແລ້ວ, ອັກຄະສາວົກ ຈອນ ເອ ວິດໂຊ ໄດ້ສອນວ່າ: “ເຮົາຕ້ອງການຜູ້ດຳເນີນພິທີການຫລາຍຂຶ້ນ ເພື່ອຈະບັນລຸວຽກງານອັນປະເສີດ [ນີ້]. … ເຮົາຕ້ອງການຜູ້ຄົນທີ່ມີປະຈັກພະຍານທີ່ໜັກແໜ້ນເຖິງວຽກງານນີ້, ທັງຜູ້ໜຸ່ມ ແລະ ຜູ້ແກ່. ເວລາໄດ້ມາເຖິງແລ້ວ, ໃນຄວາມພະຍາຍາມທີ່ຈະສຳເລັດວຽກງານພຣະວິຫານ, ເພື່ອຈະນຳຜູ້ຄົນໃນທຸກໆໄວ ໃຫ້ມາຮັບໃຊ້ຢ່າງກະຕືລືລົ້ນ. … ວຽກງານພຣະວິຫານເປັນ … ຜົນປະໂຫຍດດີຕໍ່ຄົນໜຸ່ມທີ່ຫ້າວຫັນ, ແລະ ຕໍ່ຜູ້ທີ່ສູງອາຍຸ, ຜູ້ທີ່ໄດ້ປ່່ອຍວາງພາລະໜັກຂອງຊີວິດໄວ້ເບື້ອງຫລັງແລ້ວ. ຊາຍໜຸ່ມຕ້ອງການພຣະວິຫານຫລາຍກວ່າພໍ່ ແລະ ພໍ່ຕູ້ຂອງລາວ, ຜູ້ທີ່ໝັ້ນຄົງແລ້ວເພາະປະສົບການຫລາຍຢ່າງໃນຊີວິດ, ແລະ ຍິງໜຸ່ມທີ່ກຳລັງກ້າວເຂົ້າສູ່ຊີວິດ, ກໍຕ້ອງການພຣະວິນຍານ, ອິດທິພົນ ແລະ ການຊີ້ນຳທີ່ມາຈາກການມີສ່ວນຮ່ວມໃນພິທີການພຣະວິຫານ.”17
ໃນພຣະວິຫານຫລາຍແຫ່ງ, ປະທານພຣະວິຫານຍິນດີຕ້ອນຮັບຜູ້ສອນສາດສະໜາໃໝ່ ທີ່ຫາກໍໄດ້ຮັບການເອີ້ນ ແລະ ໄດ້ຮັບພອນສັກສິດໃນພຣະວິຫານ, ທັງຊາຍ ແລະ ຍິງໜຸ່ມ, ທີ່ຈະຮັບໃຊ້ເປັນເວລາສັ້ນໆ ເປັນຜູ້ດຳເນີນພິທີການໃນພຣະວິຫານ ກ່ອນຈະເຂົ້າສູນອົບລົມຜູ້ສອນສາດສະໜາ. ຄົນໜຸ່ມເຫລົ່ານີ້ບໍ່ພຽງແຕ່ໄດ້ຮັບພອນທີ່ຈະຮັບໃຊ້, ແຕ່ “ເຂົາເຈົ້າເພີ່ມຄວາມສວຍງາມ ແລະ ຄວາມຮູ້ສຶກເຖິງພຣະວິນຍານໃຫ້ແກ່ທຸກຄົນທີ່ຮັບໃຊ້ຢູ່ໃນພຣະວິຫານນຳອີກ.”18
ຂ້າພະເຈົ້າໄດ້ຖາມຊາຍ ແລະ ຍິງໜຸ່ມຫລາຍຄົນ ຜູ້ທີ່ໄດ້ຮັບໃຊ້ເປັນພະນັກງານພິທີການ ກ່ອນ ແລະ ຫລັງຈາກການເຜີຍແຜ່ຂອງເຂົາເຈົ້າ ໃຫ້ແບ່ງປັນຄວາມຮູ້ສຶກຂອງເຂົາເຈົ້າ. ເຂົາເຈົ້າໄດ້ໃຊ້ສຳນວນດັ່ງຕໍ່ໄປນີ້ ເພື່ອບັນຍາຍເຖິງປະສົບການຂອງເຂົາເຈົ້າໃນພຣະວິຫານ:
ເມື່ອຂ້ານ້ອຍຮັບໃຊ້ໃນພຣະວິຫານ
-
ຂ້ານ້ອຍ “ຮູ້ສຶກວ່າໄດ້ຢູ່ໃກ້ພຣະບິດາ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງຂ້ານ້ອຍ”;
-
ຂ້ານ້ອຍຮູ້ສຶກເຖິງ “ຄວາມສັນຕິສຸກ ແລະ ຄວາມສຸກທີ່ສົມບູນ”;
-
ຂ້ານ້ອຍມີຄວາມຮູ້ສຶກວ່າ “ໄດ້ຢູ່ໃນບ້ານ”;
-
ຂ້ານ້ອຍໄດ້ຮັບ “ຄວາມສັກສິດ, ພະລັງ, ແລະ ຄວາມເຂັ້ມແຂງ”;
-
ຂ້ານ້ອຍ “ຮູ້ສຶກເຖິງຄວາມສຳຄັນຂອງພັນທະສັນຍາສັກສິດຂອງຂ້ານ້ອຍ”;
-
“ພຣະວິຫານໄດ້ກາຍເປັນພາກສ່ວນໜຶ່ງກັບຕົວຂ້ານ້ອຍ”;
-
“ຜູ້ຄົນທີ່ເຮົາຮັບໃຊ້ກໍຢູ່ໃກ້ໆ ໃນລະຫວ່າງພິທີການເຫລົ່ານັ້ນ”;
-
“ມັນໃຫ້ຄວາມເຂັ້ມແຂງແກ່ຂ້ານ້ອຍ ທີ່ຈະເອົາຊະນະການທ້າທາຍ”; ແລະ
-
“ພຣະວິຫານໄດ້ປ່ຽນຊີວິດຂອງຂ້ານ້ອຍຕະຫລອດໄປ.”19
ການຮັບໃຊ້ໃນພຣະວິຫານເປັນປະສົບການທີ່ລ້ຳຄ່າ ແລະ ມີພະລັງຫລາຍສຳລັບຜູ້ຄົນໃນທຸກໆໄວ. ແມ່ນແຕ່ຄູ່ສາມີພັນລະຍາທີ່ຫາກໍແຕ່ງງານໃໝ່ກໍຮັບໃຊ້ໃນພຣະວິຫານໄດ້. ປະທານແນວສັນໄດ້ສອນວ່າ, “ການຮັບໃຊ້ຢູ່ໃນພຣະວິຫານ … ເປັນກິດຈະກຳທີ່ສູງສົ່ງສຳລັບຄອບຄົວ.”20 ໃນຖານະຜູ້ດຳເນີນພິທີການພຣະວິຫານ, ນອກເໜືອໄປຈາກການຮັບເອົາພິທີການແທນບັນພະບຸລຸດຂອງທ່ານແລ້ວ, ທ່ານຍັງສາມາ ດຳເນີນ ໃນພິທີການແທນເຂົາເຈົ້ານຳອີກ.
ດັ່ງທີ່ ປະທານວິວເຝີດ ວຸດດຣັບ ໄດ້ກ່າວ:
“ຈະມີການເອີ້ນໃດແດ່ທີ່ຍິ່ງໃຫຍ່ກວ່າ ທີ່ຊາຍ [ແລະ ຍິງ] ຢູ່ເທິງໂລກຈະມີອຳນາດ ແລະ ສິດອຳນາດຢູ່ໃນກຳມືຂອງເຂົາ ທີ່ຈະກ້າວອອກໄປ ແລະ ປະຕິບັດພິທີການແຫ່ງຄວາມລອດນີ້ໄດ້? …
“… ທ່ານຈະກາຍເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ ໃນຄວາມລອດຂອງຈິດວິນຍານນັ້ນ. ບໍ່ມີສິ່ງໃດເລີຍທີ່ຖືກມອບໃຫ້ມະນຸດທີ່ຈະມາທຽບເທົ່າກັບສິ່ງນີ້.”21
ເພິ່ນກ່າວຕໍ່ອີກວ່າ:
“ສຽງຊື່ມທີ່ສະຫງົບງຽບທີ່ມາຈາກພຣະວິນຍານສັກສິດຈະຖືກມອບໃຫ້ແກ່ [ທ່ານ] ແລະ ຂຸມຊັບແຫ່ງສະຫວັນ, ການປະຕິບັດຕໍ່ກັນກັບເຫລົ່າທູດ, ຈະຖືກເພີ່ມໃຫ້ແກ່ທ່ານເປັນບາງຄັ້ງບາງຄາວ.”22
“ນີ້ຄືຄຸນຄ່າຫລາຍກວ່າທຸກສິ່ງທັງໝົດທີ່ທ່ານ ຫລື ຂ້າພະເຈົ້າສາມາດສະລະໄດ້ [ລະຫວ່າງ] ສຳລັບເວລາສັ້ນໆ ທີ່ເຮົາມີຢູ່ເທິງໂລກໃນຊ່ວງມະຕະນີ້.”23
ປະທານທອມມັສ ແອັສ ມອນສັນ ເມື່ອບໍ່ດົນມານີ້ ໄດ້ເຕືອນເຮົາວ່າ “ພອນຈາກພຣະວິຫານແມ່ນລ້ຳຄ່າຫລາຍ.”24 “ບໍ່ມີການເສຍສະລະໃດຍິ່ງໃຫຍ່ເກີນໄປ.”25
ຂໍໃຫ້ມາພຣະວິຫານ. ຂໍໃຫ້ມາເລື້ອຍໆ. ຂໍໃຫ້ມາກັບຄອບຄົວ ແລະ ເພື່ອຄອບຄົວຂອງທ່ານ. ຂໍໃຫ້ມາ ແລະ ຊ່ວຍຄົນອື່ນໃຫ້ມານຳດ້ວຍ.
“ພວກທີ່ນຸ່ງເສື້ອຄຸມສີຂາວນັ້ນແມ່ນໃຜ?” ອ້າຍເອື້ອຍນ້ອງທັງຫລາຍ, ທ່ານ ເປັນຜູ້ຄົນເຫລົ່ານັ້ນ—ທ່ານຜູ້ທີ່ໄດ້ຮັບພິທີການພຣະວິຫານແລ້ວ, ຜູ້ທີ່ໄດ້ຮັກສາພັນທະສັນຍາຂອງທ່ານ ແມ່ນແຕ່ໂດຍການເສຍສະລະ; ທ່ານຜູ້ທີ່ກຳລັງຊ່ວຍຄອບຄົວຂອງທ່ານຄົ້ນພົບພອນຂອງການຮັບໃຊ້ໃນພຣະວິຫານ ແລະ ຜູ້ທີ່ໄດ້ຊ່ວຍຄົນອື່ນຕະຫລອດທາງນັ້ນມາ. ຂໍຂອບໃຈສຳລັບການຮັບໃຊ້ຂອງທ່ານ. ຂ້າພະເຈົ້າເປັນພະຍານວ່າ ພຣະວິຫານແຕ່ລະແຫ່ງເປັນບ້ານທີ່ບໍລິສຸດ, ບ້ານທີ່ສັກສິດຂອງພຣະອົງ ແລະ ໃນທີ່ນັ້ນເຮົາແຕ່ລະຄົນສາມາດຮຽນຮູ້ ແລະ ຮູ້ຈັກອຳນາດຂອງການເປັນເໝືອນພຣະເຈົ້າ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.