ການຢືນຄຽງຂ້າງຜູ້ນຳຂອງສາດສະໜາຈັກ
ທ່ານຢືນຄຽງຂ້າງຜູ້ນຳຂອງສາດສະໜາຈັກ ຢູ່ໃນໂລກທີ່ມືດມົວບໍ ເພື່ອວ່າທ່ານຈະໄດ້ຂະຫຍາຍຄວາມສະຫວ່າງຂອງພຣະຄຣິດອອກໄປ?
ພວກເຮົາຂໍຕ້ອນຮັບເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ສາວົກເຈັດສິບປະຈຳເຂດ, ແລະ ຝ່າຍປະທານອົງການປະຖົມໄວ ຜູ້ດີເດັ່ນ ທີ່ຫາກໍຖືກເອີ້ນ. ແລະ ດ້ວຍຄວາມກະຕັນຍູ, ພວກເຮົາຂໍຂອບໃຈທຸກຄົນທີ່ໄດ້ຖືກປົດ. ພວກເຮົາຮັກທ່ານແຕ່ລະຄົນ.
ອ້າຍເອື້ອຍນ້ອງທີ່ຮັກແພງ, ພວກເຮົາຫາກໍໄດ້ມີສ່ວນຮ່ວມໃນປະສົບການທີ່ເປັນພອນຫລາຍທີ່ສຸດ ເມື່ອເຮົາຍົກມືຂຶ້ນສະໜັບສະໜູນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ແລະ ເຈົ້າໜ້າທີ່ສາມັນທັງຫລາຍ ທີ່ພຣະເຈົ້າໄດ້ເອີ້ນໃນວັນເວລານີ້. ຂ້າພະເຈົ້າບໍ່ເຄີຍເມີນເສີຍ ຫລື ລະເລີຍຕໍ່ໂອກາດທີ່ຈະໄດ້ສະໜັບສະໜູນ ແລະ ຖືກນຳພາໂດຍຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າຈັກເທື່ອ. ໂດຍທີ່ໄດ້ຖືກເອີ້ນເມື່ອບໍ່ດົນມານີ້ ໃຫ້ມາເປັນສະມາຊິກຢູ່ໃນກຸ່ມອັກຄະສາວົກສິບສອງ, ຂ້າພະເຈົ້າຈຶ່ງຖ່ອມຕົວຫລາຍ ທີ່ໄດ້ຮັບການສະໜັບສະໜູນ ແລະ ຮັບຄວາມເຊື່ອໝັ້ນຈາກທ່ານ. ຂ້າພະເຈົ້າຈະຖະໜອມຄວາມເຕັມໃຈຂອງທ່ານ ທີ່ຈະຢືນຄຽງຂ້າງຂ້າພະເຈົ້າ ແລະ ຄຽງຂ້າງບັນດາຜູ້ນຳທີ່ຍິ່ງໃຫຍ່ເຫລົ່ານີ້.
ບໍ່ດົນຫລັງຈາກຂ້າພະເຈົ້າໄດ້ຮັບການສະໜັບສະໜູນ ເມື່ອເດືອນຕຸລາຜ່ານມານີ້, ຂ້າພະເຈົ້າໄດ້ເດີນທາງໄປປະເທດ ປາກິດສະຖານ, ເພື່ອເຮັດພາລະກິດ. ຢູ່ທີ່ນັ້ນ, ຂ້າພະເຈົ້າໄດ້ພົບກັບໄພ່ພົນຂອງພຣະເຈົ້າທີ່ດີເລີດ ແລະ ອຸທິດຕົນ. ເຂົາເຈົ້າເປັນກຸ່ມນ້ອຍ, ແຕ່ໃຫຍ່ໃນທາງວິນຍານ. ບໍ່ດົນຫລັງຈາກໄດ້ກັບມາບ້ານ, ຂ້າພະເຈົ້າໄດ້ຮັບຈົດໝາຍຈາກ ບຣາເດີ ຊາກຽວ ອາຊາດ, ສະມາຊິກທີ່ດີ ຜູ້ຂ້າພະເຈົ້າໄດ້ຮູ້ຈັກ ຕອນໄປຢ້ຽມຢາມ ປາກິດສະຖານ, ບອກວ່າ: “ຂອບໃຈຫລາຍໆ, ແອວເດີ ແຣັດສ໌ແບນ, ທີ່ມາ ປາກິດສະຖານ. ຂ້ານ້ອຍຢາກບອກທ່ານວ່າ ພວກເຮົາ … ສະມາຊິກຂອງສາດສະໜາຈັກ … ສະໜັບສະໜູນທ່ານ ແລະ ຮັກທ່ານ. [ພວກເຮົາ] ໂຊກດີຫລາຍ ທີ່ທ່ານໄດ້ມາ ແລະ ພວກເຮົາໄດ້ຍິນຈາກທ່ານ. ມັນຊ່າງເປັນປະສົບການທີ່ໜ້າຊົງຈຳແທ້ໆ ສຳລັບຄອບຄົວຂອງຂ້ານ້ອຍ ທີ່ໄດ້ເຫັນອັກຄະສາວົກ.”1
ການພົບປະກັບໄພ່ພົນ ຄືດັ່ງເຊັ່ນ ບຣາເດີ ອາຊາດ ໄດ້ເປັນປະສົບການທີ່ປະທັບໃຈ ແລະ ຖ່ອມຕົວ, ເຊັ່ນດຽວກັນ. ມັນກໍ “ເປັນປະສົບການທີ່ໜ້າຊົງຈຳແທ້ໆ” ສຳລັບຂ້າພະເຈົ້າ.
ໃນເດືອນມັງກອນ ຜູ້ນຳຂອງສາດສະໜາຈັກ ໄດ້ມີສ່ວນຮ່ວມໃນການຖ່າຍທອດ ໜ້າຕໍ່ໜ້າ ນຳຊາວໜຸ່ມ, ແລະ ຜູ້ນຳ, ແລະ ພໍ່ແມ່ຂອງເຂົາເຈົ້າ ຕະຫລອດທົ່ວໂລກ. ມັນເປັນການຖ່າຍທອດສົດ ສົ່ງຕໍ່ທາງອິນເຕີແນັດ ໄປໃຫ້ສະຖານທີ່ຕ່າງໆ ໃນ 146 ປະເທດ; ບາງສະຖານທີ່ກໍມີຫລາຍຄົນມາຮ່ວມກັນຢູ່ໃນຕຶກໂບດ, ແລະ ບາງສະຖານທີ່ ກໍເປັນຢູ່ໃນບ້ານເຮືອນ ມີຊາວໜຸ່ມຄົນໜຶ່ງຮັບຊົມ. ລວມແລ້ວ ມີຫລາຍຮ້ອຍພັນຄົນ ໄດ້ເຂົ້າຮ່ວມປະຊຸມ.
ໃນການຕິດຕໍ່ກັບຜູ້ເຂົ້າຮ່ວມປະຊຸມທີ່ກວ້າງໄກ, ຊິດສະເຕີ ບອນນີ ໂອສະກາສັນ, ປະທານອົງການຍິງໜຸ່ມສາມັນ; ບຣາເດີ ສະຕີບເວັນ ດັບເບິນຢູ ໂອເວັນ, ປະທານອົງການຊາຍໜຸ່ມສາມັນ; ແລະ ຂ້າພະເຈົ້າ—ຮ່ວມດ້ວຍກຸ່ມຊາວໜຸ່ມຈຳນວນໜຶ່ງ, ກຸ່ມນັກຮ້ອງ, ແລະ ຄົນອື່ນໆຂອງພວກເຮົາ—ໄດ້ຕອບຄຳຖາມ ຂອງຊາວໜຸ່ມຂອງພວກເຮົາ.
ຈຸດປະສົງຂອງພວກເຮົາ ແມ່ນເພື່ອແນະນຳຄຳຂວັນຂອງຊາວໜຸ່ມ ສຳລັບປີ 2016 ນັ້ນຄື “ຈົ່ງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ” ຈາກ 2 ນີໄຟ, ຊຶ່ງອ່ານວ່າ: “ດັ່ງນັ້ນ, ພວກທ່ານຕ້ອງມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ, ໂດຍມີຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ ແລະ ຄວາມຮັກຂອງພຣະເຈົ້າ ແລະ ຂອງມະນຸດທັງປວງ. ດັ່ງນັ້ນ, ຖ້າຫາກພວກທ່ານຈະມຸ້ງໜ້າຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດ ແລະ ອົດທົນຈົນເຖິງທີ່ສຸດແລ້ວ, ຈົ່ງເບິ່ງ, ພຣະບິດາໄດ້ກ່າວໄວ້ດັ່ງນີ້: ເຈົ້າຈະມີຊີວິດນິລັນດອນ.”2
ໂດຍການອ່ານຄຳຖາມຂອງຊາວໜຸ່ມຫລາຍກວ່າ ໜຶ່ງຮ້ອຍ ຂໍ້, ເຮົາໄດ້ຮຽນຮູ້ຫຍັງແດ່? ເຮົາໄດ້ຮຽນຮູ້ວ່າ ຊາວໜຸ່ມຂອງເຮົາຮັກພຣະຜູ້ເປັນເຈົ້າ, ສະໜັບສະໜູນຜູ້ນຳຂອງຕົນ, ແລະ ປາດຖະໜາທີ່ຈະໄດ້ຮັບຄຳຕອບຕໍ່ຄຳອະທິຖານຂອງຕົນ! ຄຳຖາມດັ່ງກ່າວ ບົ່ງບອກເຖິງຄວາມປາດຖະໜາທີ່ຈະຮຽນຮູ້, ເພື່ອຕື່ມໃສ່ກັບຄວາມຈິງເຫລົ່ານັ້ນ ທີ່ມີຢູ່ໃນປະຈັກພະຍານຂອງເຮົາຢູ່ແລ້ວ, ແລະ ເພື່ອຕຽມຕົວຕື່ມອີກ ທີ່ຈະ “ມຸ້ງໜ້າດ້ວຍຄວາມໝັ້ນຄົງໃນພຣະຄຣິດ.”
ການຟື້ນຟູຂອງພຣະກິດຕິຄຸນ ໄດ້ເລີ່ມຕົ້ນຈາກຄຳຖາມຂອງຊາຍໜຸ່ມ ຊື່ ໂຈເຊັບ ສະມິດ. ຄຳສອນຫລາຍຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ໃນການປະຕິບັດສາດສະໜາກິດຂອງພຣະອົງ ແມ່ນເລີ່ມຕົ້ນດ້ວຍຄຳຖາມ. ທ່ານຈື່ຄຳຖາມທີ່ພຣະອົງໄດ້ຖາມ ເປໂຕ ໄດ້ບໍ ທີ່ວ່າ: “ພວກເຈົ້າເດ ວ່າເຮົາເປັນຜູ້ໃດ?”3 ແລະ ເປໂຕ ໄດ້ຕອບວ່າ: “ພຣະອົງເປັນພຣະຄຣິດ ພຣະບຸດຂອງພຣະເຈົ້າ ທີ່ຊົງພຣະຊົນຢູ່.”4 ເຮົາຕ້ອງຊ່ວຍເຫລືອກັນ ເພື່ອຊອກຫາຄຳຕອບຂອງພຣະບິດາເທິງສະຫວັນ ຜ່ານການນຳພາຂອງພຣະວິນຍານ.
ໃນການຖ່າຍທອດນັ້ນ, ຂ້າພະເຈົ້າໄດ້ກ່າວຕໍ່ຊາວໜຸ່ມວ່າ:
“ຜູ້ນຳຂອງສາດສະໜາຈັກນີ້ ຮູ້ເຖິງບັນຫາ, ຄວາມເປັນຫ່ວງເປັນໃຍ, ແລະ ການທ້າທາຍຂອງພວກເຈົ້າ.
“ພວກເຮົາມີລູກ. ພວກເຮົາມີຫລານ. ພວກເຮົາໄດ້ຮ່ວມປະຊຸມກັບຊາວໜຸ່ມເລື້ອຍໆ ຕະຫລອດທົ່ວໂລກ. ແລະ ພວກເຮົາກໍໄດ້ອະທິຖານເພື່ອພວກເຈົ້າ, ພວກເຮົາໄດ້ເວົ້າເຖິງພວກເຈົ້າ ໃນສະຖານທີ່ສັກສິດທີ່ສຸດ, ແລະ ພວກເຮົາຮັກພວກເຈົ້າ.”5
ຂ້າພະເຈົ້າຂໍແບ່ງປັນເລື່ອງໜຶ່ງ ທີ່ຂ້າພະເຈົ້າໄດ້ຮັບ ຈາກການຖ່າຍທອດນັ້ນ.
ນາງ ລີຊາ ຈາກເມືອງ ແກຣນ ພຣາຣີ, ແຂວງ ອາເບີຕາ, ປະເທດ ການາດາ ໄດ້ຂຽນວ່າ: “ການຖ່າຍທອດ ໜ້າຕໍ່ໜ້ານີ້ ເປັນສິ່ງທີ່ດີເລີດ. ມັນໄດ້ເພີ່ມຄວາມເຂັ້ມແຂງໃຫ້ແກ່ປະຈັກພະຍານຂອງຂ້ານ້ອຍ ແລະ ໃຫ້ມີຄວາມເຊື່ອໝັ້ນຕໍ່ພຣະກິດຕິຄຸນ. ພວກເຮົາໄດ້ຮັບພອນຫລາຍທີ່ມີຜູ້ນຳທີ່ດົນໃຈ ຜູ້ໄດ້ຖືກເອີ້ນໃຫ້ມາຮັບໃຊ້ ໃນຫລາຍຕຳແໜ່ງທີ່ແຕກຕ່າງກັນ.”6
ນາງ ລິສ໌, ຈາກເມືອງ ພະລີແຊ້ນ ໂກຣບ, ລັດ ຢູທາ, ໄດ້ຂຽນໃສ່ ເຟດບຸກ ວ່າ: “ຂ້ານ້ອຍມີຄວາມກະຕັນຍູຫລາຍ ສຳລັບສັດທາສ່ວນຕົວ ແລະ ສຳລັບໂອກາດທີ່ໄດ້ສະໜັບສະໜູນສາດສະດາ ຂອງພຣະເຈົ້າ ແລະ ບັນດາບຸລຸດ ແລະ ສະຕີ ທີ່ໄດ້ຖືກເອີ້ນໃຫ້ມາຮັບໃຊ້ພຣະອົງ.”7
ພວກເຮົາມີຜູ້ນຳທີ່ໄດ້ຖືກສະໜັບສະໜູນໃນມື້ນີ້ ຜູ້ໄດ້ຮັບການດົນໃຈຈາກສະຫວັນ ເພື່ອໃຫ້ສອນ ແລະ ນຳພາເຮົາ ແລະ ຜູ້ໄດ້ເອີ້ນບອກເຮົາໃຫ້ລະວັງສິ່ງອັນຕະລາຍ ທີ່ຢູ່ຕໍ່ໜ້າເຮົາ ທຸກວັນ—ເຊັ່ນໃຫ້ລະວັງເລື່ອງ ການນະມັດສະການແບບທຳມະດາ, ໄພຕໍ່ຄອບຄົວ, ການໂຈມຕີສາດສະໜາ, ແລະ ແມ່ນແຕ່ການໂຕ້ຖຽງກ່ຽວກັບການເປີດເຜີຍໃນຍຸກສຸດທ້າຍ. ອ້າຍເອື້ອຍນ້ອງທັງຫລາຍ, ເຮົາເຊື່ອຟັງຄຳແນະນຳຂອງພວກເພິ່ນຢູ່ບໍ?
ຫລາຍເທື່ອໃນກອງປະຊຸມໃຫຍ່, ໃນກອງປະຊຸມສິນລະລຶກ, ແລະ ໃນຊັ້ນປະຖົມໄວ, ເຮົາໄດ້ຮ້ອງເພງນີ້, “ພາເຮົາ, ນຳເຮົາ, ຍ່າງຄຽງຂ້າງເຮົາ.”8 ຖ້ອຍຄຳເຫລົ່ານີ້ ມີຄວາມໝາຍແນວໃດຕໍ່ທ່ານ? ທ່ານຄິດເຖິງໃຜ ໃນເວລານັ້ນ? ທ່ານເຄີຍຮູ້ສຶກເຖິງອິດທິພົນຂອງຜູ້ນຳທີ່ຊອບທຳຢູ່ບໍ, ທ່ານເຄີຍຄິດເຖິງສານຸສິດຂອງພຣະເຢຊູຄຣິດ ໃນອະດີດ ແລະ ໃນເວລານີ້ ຜູ້ໄດ້ສຳພັດຊີວິດຂອງທ່ານ, ຜູ້ໄດ້ເດີນໃນເສັ້ນທາງຂອງພຣະຜູ້ເປັນເຈົ້າ ໄປກັບທ່ານຢູ່ບໍ? ພວກເພິ່ນອາດຢູ່ໃກ້ບ້ານເຮືອນທ່ານ, ພວກເພິ່ນອາດເປັນຄົນທີ່ມາປະຊຸມໂບດກັບທ່ານ, ຫລື ອາດເປັນຄົນທີ່ກ່າວປາໄສຢູ່ກອງປະຊຸມໃຫຍ່ສາມັນ. ສານຸສິດເຫລົ່ານັ້ນ ໄດ້ແບ່ງປັນພອນຂອງການມີປະຈັກພະຍານເຖິງອົງພຣະເຢຊູຄຣິດເຈົ້າ, ຜູ້ນຳຂອງສາດສະໜາຈັກນີ້, ເຖິງຜູ້ນຳພາຈິດວິນຍານຂອງເຮົາ, ທີ່ໄດ້ສັນຍາວ່າ, “ຈົ່ງເບີກບາກ ແລະ ຢ່າສູ່ຢ້ານ ເພາະພຣະຜູ້ເປັນເຈົ້າຢູ່ກັບພວກທ່ານ ແລະ ຈະຢືນຢູ່ກັບພວກທ່ານ.”9
ຂ້າພະເຈົ້າຈື່ເລື່ອງໜຶ່ງທີ່ປະທານທອມມັສ ແອັສ ມອນສັນ ໄດ້ແບ່ງປັນ ເຖິງຕອນທີ່ເພິ່ນໄດ້ຖືກເຊື້ອເຊີນໃຫ້ໄປບ້ານຂອງປະທານສະເຕກຂອງເພິ່ນ, ພອລ໌ ຊີ ຊາຍ ເພື່ອຕຽມຮັບເອົາຖານະປະໂລຫິດແຫ່ງເມນຄີເສເດັກ. ຊ່າງເປັນພອນຫລາຍສຳລັບປະທານຊາຍ, ຜູ້ທີ່ບໍ່ຮູ້ໃນເວລານັ້ນວ່າ ເພິ່ນກຳລັງສອນຊາຍໜຸ່ມຂອງຖານະປະໂລຫິດແຫ່ງອາໂຣນ ຜູ້ຊຶ່ງມື້ໜຶ່ງ ຈະກາຍເປັນສາດສະດາຂອງພຣະເຈົ້າ.10
ຂ້າພະເຈົ້າກໍເຄີຍໄດ້ຮຽນຮູ້ຈາກສາດສະດາທີ່ຮັກຂອງເຮົາ, ປະທານມອນສັນ ຄືກັນ. ບໍ່ມີຄວາມສົງໄສເລີຍໃນຄວາມຄິດ ແລະ ໃນໃຈຂອງຂ້າພະເຈົ້າ ວ່າເພິ່ນເປັນສາດສະດາຂອງພຣະຜູ້ເປັນເຈົ້າຢູ່ໃນໂລກນີ້ ຫລືບໍ່; ຂ້າພະເຈົ້າເປັນຜູ້ທີ່ໄດ້ຮັບທີ່ຖ່ອມຕົວຫລາຍ ຂະນະທີ່ເພິ່ນໄດ້ຮັບການເປີດເຜີຍ ແລະ ກໍໄດ້ປະຕິບັດຕາມ. ເພິ່ນໄດ້ສອນເຮົາ ໃຫ້ເອື້ອມອອກໄປ, ໃຫ້ປົກປ້ອງກັນແລະກັນ, ໃຫ້ຊ່ວຍກູ້ກັນແລະກັນ. ດັ່ງທີ່ຖືກສອນຢູ່ທີ່ນ້ຳມໍມອນ ຜູ້ທີ່ປາດຖະໜາ “ມີຊື່ວ່າ … ຜູ້ຄົນຂອງພຣະອົງ” ໄດ້ເຕັມໃຈທີ່ຈະ “ແບກຫາບພາລະຂອງກັນແລະກັນ,” “ເພື່ອເປັນທຸກກັບຄົນທີ່ເປັນທຸກ,” ແລະ “ຢືນເປັນພະຍານຂອງພຣະເຈົ້າ.”11
ຂ້າພະເຈົ້າຂໍຢືນເປັນພະຍານຂອງພຣະເຈົ້າ ພຣະບິດານິລັນດອນ ແລະ ພຣະບຸດຂອງພຣະອົງ ໃນມື້ນີ້. ຂ້າພະເຈົ້າຮູ້ວ່າ ພຣະຜູ້ຊ່ວຍໃຫ້ລອດຊົງພຣະຊົນຢູ່ ແລະ ຮັກເຮົາ ແລະ ຊີ້ນຳຜູ້ຮັບໃຊ້ຂອງພຣະອົງ, ທ່ານ ແລະ ຂ້າພະເຈົ້າ, ໃຫ້ບັນລຸຈຸດປະສົງອັນຍິ່ງໃຫຍ່ຂອງພຣະອົງ ຢູ່ເທິງແຜ່ນດິນໂລກນີ້.12
ເມື່ອເຮົາມຸ້ງໜ້າຕໍ່ໄປ, ເລືອກເຮັດຕາມການແນະນຳ ແລະ ຄຳເຕືອນຂອງຜູ້ນຳຂອງເຮົາ, ແລ້ວເຮົາຈະເລືອກຕິດຕາມພຣະຜູ້ຊ່ວຍໃຫ້ລອດ ໃນຂະນະທີ່ຊາວໂລກກຳລັງມຸ້ງໜ້າໄປອີກທາງໜຶ່ງ. ເຮົາເລືອກທີ່ຈະຈັບຮາວເຫລັກໄວ້ໃຫ້ແໜ້ນ, ທີ່ຈະເປັນໄພ່ພົນຍຸກສຸດທ້າຍ, ທີ່ຈະເປັນຜູ້ແລ່ນວຽກໃຫ້ພຣະຜູ້ເປັນເຈົ້າ, ແລະ ທີ່ຈະເຕັມໄປ “ດ້ວຍຄວາມຊື່ນຊົມຢ່າງລົ້ນເຫລືອ.”13
ຄຳຖາມຂໍ້ສຳຄັນຂອງທຸກວັນນີ້ ແມ່ນແຈ່ມແຈ້ງ: ທ່ານຢືນຄຽງຂ້າງຜູ້ນຳຂອງສາດສະໜາຈັກ ຢູ່ໃນໂລກທີ່ມືດມົວບໍ ເພື່ອວ່າທ່ານຈະໄດ້ກະຈາຍຄວາມສະຫວ່າງຂອງພຣະຄຣິດອອກໄປ?
ການມີຄວາມສຳພັນກັບຜູ້ນຳເປັນສິ່ງສຳຄັນ ແລະ ຈຳເປັນຫລາຍ. ບໍວ່າພວກເພິ່ນຈະຢູ່ໃນໄວໃດກໍຕາມ, ຢູ່ໃກ້ ຫລື ຢູ່ໄກ, ຫລື ພວກເພິ່ນໄດ້ສຳພັດຈິດໃຈຂອງເຮົາເມື່ອໃດ, ອິດທິພົນຂອງພວກເພິ່ນ ຈະສະທ້ອນເຖິງຖ້ອຍຄຳ ຢູ່ໃນກາບກອນຂອງທ່ານ ເອດວິນ ມາກຳ ທີ່ວ່າ:
ມີຈຸດໝາຍປາຍທາງທີ່ເຮັດໃຫ້ເຮົາເປັນອ້າຍເອື້ອຍນ້ອງກັນ:
[ບໍ່ມີໃຜ] ເດີນໄປຕາມທາງຄົນດຽວ:
ທຸກສິ່ງທີ່ເຮົາສົ່ງໃຫ້ຄົນອື່ນ
ຈະກັບຄືນສູ່ຕົວເຮົາເອງ.14
ຊາກຽວ ອາຊາດ, ເພື່ອນຂອງຂ້າພະເຈົ້າຢູ່ປະເທດ ປາກິດສະຖານ, ໄດ້ສະໜັບສະໜູນຂ້າພະເຈົ້າ, ຜູ້ເປັນອ້າຍນ້ອງ ແລະ ເປັນເພື່ອນຂອງລາວ. ພວກທ່ານກໍຄືກັນ. ເມື່ອເຮົາເອື້ອມອອກໄປ ເພື່ອຊຸກຍູ້ຊຶ່ງກັນແລະກັນ, ແລ້ວເຮົາຈະເປັນພະຍານໃຫ້ແກ່ຖ້ອຍຄຳທີ່ມີພະລັງ ທີ່ວ່າ: “[ບໍ່ມີໃຜ] ເດີນໄປຕາມທາງຄົນດຽວ”
ເໜືອກວ່າສິ່ງອື່ນໃດ, ເຮົາຕ້ອງການພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະຜູ້ເປັນເຈົ້າຂອງເຮົາ, ພຣະເຢຊູຄຣິດ. ເລື່ອງໜຶ່ງໃນພຣະຄຳພີ ທີ່ປະທັບໃຈຂ້າພະເຈົ້າສະເໝີມາ ແມ່ນຕອນທີ່ພຣະເຢຊູຄຣິດ ໄດ້ຍ່າງເທິງໜ້ານ້ຳ ໄປຫາສານຸສິດຂອງພຣະອົງ ຜູ້ກຳລັງເດີນທາງໄປທາງເຮືອ ຢູ່ໃນທະເລສາບ ຄາລີເລ. ຢູ່ໃນເຮືອລຳນັ້ນ ກໍມີຜູ້ນຳ ທີ່ຫາກໍຖືກເອີ້ນ ຄືກັນກັບພວກເຮົາຫລາຍຄົນ ທີ່ນັ່ງຢູ່ເທິງເວທີໃນມື້ນີ້. ເລື່ອງລາວມີບັນທຶກໄວ້ ຢູ່ໃນພຣະທຳ ມັດທາຍ ດັ່ງນີ້ວ່າ:
“ສ່ວນເຮືອທີ່ພວກສາວົກຂີ່ໄປນັ້ນ ກໍອອກຫ່າງໄກຈາກຝັ່ງ ແລະ ຖືກຟອງນ້ຳທະເລສາບຕີພັດໄປມາ ເພາະເຮືອຕ້ານທວນລົມ.
“ລະຫວ່າງສາມໂມງຂ້ອນແຈ້ງຫາຫົກໂມງເຊົ້າ, ພຣະເຢຊູໄດ້ຍ່າງເທິງໜ້ານ້ຳມາຫາພວກສາວົກ.
“ເມື່ອພວກເພິ່ນເຫັນພຣະອົງຍ່າງເທິງໜ້ານ້ຳ ຕ່າງກໍສະທ້ານຢ້ານກົວທີ່ສຸດ, … ຮ້ອງຂຶ້ນດ້ວຍຄວາມຢ້ານ.
“ແຕ່ພຣະເຢຊູ ໄດ້ກ່າວກັບພວກເພິ່ນ ໂດຍທັນທີວ່າ, ຈົ່ງດີໃຈເຖີດ ແມ່ນເຮົາເອງ, ຢ່າສູ່ຢ້ານ.”15
ເປໂຕໄດ້ຍິນສຽງປະເສີດທີ່ບອກໃຫ້ກຳລັງໃຈ ຈາກພຣະຜູ້ເປັນເຈົ້າ.
“ເປໂຕກໍເວົ້າຂຶ້ນວ່າ, ພຣະອົງເຈົ້າເອີຍ, ຖ້າແມ່ນທ່ານແທ້ ໂຜດສັ່ງໃຫ້ຂ້ານ້ອຍຍ່າງເທິງໜ້ານ້ຳໄປຫາທ່ານແດ່ທ້ອນ.
“ແລະ [ພຣະເຢຊູ] ໄດ້ຕອບວ່າ, ມາແມ.”16
ຈັ່ງແມ່ນກ້າຫານແທ້ໆ. ເປໂຕເປັນຊາວປະມຸງ, ແລະ ເພິ່ນໄດ້ຮູ້ດີເຖິງຄວາມອັນຕະລາຍຂອງນ້ຳ, ແຕ່ເພິ່ນໄດ້ຕັ້ງໃຈທີ່ຈະເຮັດຕາມພຣະເຢຊູ—ບໍ່ວ່າຈະເປັນຕອນກາງຄືນ ຫລື ກາງເວັນ, ຢູ່ໃນເຮືອ ຫລື ຢູ່ເທິງບົກ.
ຂ້າພະເຈົ້າວາດພາບເຫັນ ເປໂຕເນີ້ງຕົວໄປຫາຂອບເຮືອ, ໂດຍບໍ່ໄດ້ລໍຖ້າ ຄຳເຊື້ອເຊີນເປັນເທື່ອທີສອງ, ໄດ້ຍ່າງອອກໄປເທິງໜ້ານ້ຳ. ພຣະຄຳພີບອກວ່າ, “ເພິ່ນໄດ້ຍ່າງເທິງໜ້ານ້ຳ, ໄປຫາພຣະເຢຊູ.”17 ເມື່ອລົມພັດມາແຮງ ແລະ ຊັດນ້ຳສູງຂຶ້ນ, ເປໂຕຈຶ່ງເກີດຄວາມຢ້ານກົວ “ກຳລັງຈະຈົມລົງ, ລາວຈຶ່ງຮ້ອງຂຶ້ນວ່າ, ພຣະອົງເຈົ້າເອີຍ, ຊ່ວຍຂ້ານ້ອຍແດ່ທ້ອນ.
“ໃນທັນໃດນັ້ນ, ພຣະເຢຊູກໍເດ່ພຣະຫັດອອກໄປ ຈັບລາວໄວ້.”18
ນີ້ເປັນບົດຮຽນທີ່ມີພະລັງ. ພຣະຜູ້ເປັນເຈົ້າໄດ້ຢູ່ທີ່ນັ້ນກັບເພິ່ນ, ເຊັ່ນດຽວກັບພຣະອົງຢູ່ໃກ້ທ່ານ ແລະ ຂ້າພະເຈົ້າ. ພຣະອົງຈະເດ່ພຣະຫັດອອກໄປ ແລະ ຈັບເປໂຕໄວ້ ແລະ ພາເພິ່ນໄປຫາບ່ອນປອດໄພ.
ຫລາຍເທື່ອທີ່ຂ້າພະເຈົ້າຕ້ອງການພຣະຜູ້ຊ່ວຍໃຫ້ລອດໃຫ້ຊ່ວຍກູ້ຂ້າພະເຈົ້າ. ຂ້າພະເຈົ້າຕ້ອງການພຣະອົງໃນເວລານີ້ ຫລາຍກວ່າທີ່ຜ່ານມາ, ແລະ ທ່ານກໍຄືກັນ. ບາງເທື່ອຂ້າພະເຈົ້າກໍໝັ້ນໃຈທີ່ຈະອອກໄປຈາກເຮືອ, ໄປຫາບ່ອນທີ່ບໍ່ຄຸ້ນເຄີຍ, ແຕ່ຮູ້ວ່າ ຂ້າພະເຈົ້າເຮັດດ້ວຍຕົວເອງບໍ່ໄດ້.
ດັ່ງທີ່ພວກເຮົາໄດ້ສົນທະນາກັນ ໃນການຖ່າຍທອດ ໜ້າຕໍ່ໜ້າ, ພຣະຜູ້ເປັນເຈົ້າກໍຈະເອື້ອມອອກໄປຫາເຮົາເລື້ອຍໆ ຜ່ານທາງຄອບຄົວ ແລະ ຜູ້ນຳຂອງເຮົາ, ເຊື້ອເຊີນເຮົາໃຫ້ມາຫາພຣະອົງ—ເຊັ່ນດຽວກັບ ຕອນທີ່ພຣະອົງໄດ້ເດ່ພຣະຫັດອອກໄປຊ່ວຍເປໂຕ.
ທ່ານກໍຄືກັນ ຈະມີຫລາຍໂອກາດ ທີ່ຈະຕອບຮັບຄຳເຊື້ອເຊີນ ທີ່ວ່າ “ຈົ່ງມາຫາພຣະຄຣິດ.”19 ນັ້ນບໍ່ແມ່ນເປົ້າໝາຍຂອງຊີວິດນີ້ບໍ? ການເອີ້ນນັ້ນ ອາດແມ່ນເພື່ອໃຫ້ເຮົາຊ່ວຍກູ້ຄົນໃນຄອບຄົວ, ໃຫ້ຮັບໃຊ້ເຜີຍແຜ່, ໃຫ້ກັບມາໂບດ; ໃຫ້ໄປພຣະວິຫານທີ່ສັກສິດ; ແລະ ດັ່ງທີ່ເຮົາໄດ້ຍິນເມື່ອບໍ່ດົນມານີ້ ຈາກຊາວໜຸ່ມທີ່ດີເດັ່ນຂອງພວກເຮົາ ໃນການຖ່າຍທອດ ໜ້າຕໍ່ໜ້າ, ໃຫ້ມາຊ່ວຍຕອບຄຳຖາມຂອງຂ້າພະເຈົ້າ. ເມື່ອເວລາມາເຖິງ, ເຮົາແຕ່ລະຄົນ ຈະໄດ້ຖືກເອີ້ນໃຫ້ “ກັບບ້ານ.”
ຂ້າພະເຈົ້າອະທິຖານວ່າ ເຮົາຈະເອື້ອມ—ອອກໄປ ແລະ ຈັບພຣະຫັດຂອງພຣະຜູ້ຊ່ວຍໃຫ້ລອດໄວ້ ຊຶ່ງພຣະອົງໄດ້ເດ່ອອກມາຫາເຮົາ, ສ່ວນຫລາຍແລ້ວ ແມ່ນຜ່ານທາງຜູ້ນຳທີ່ໄດ້ຖືກເອີ້ນ ແລະ ຜ່ານຄົນໃນຄອບຄົວຂອງເຮົາເອງ—ແລະ ຟັງສຽງເອີ້ນຂອງພຣະອົງ ໃຫ້ມາຫາພຣະອົງ.
ຂ້າພະເຈົ້າຮູ້ວ່າ ພຣະເຢຊູຊົງພຣະຊົນຢູ່. ຂ້າພະເຈົ້າຮັກພຣະອົງ, ແລະ ຂ້າພະເຈົ້າຮູ້ດ້ວຍສຸດໃຈວ່າ ພຣະອົງຮັກເຮົາແຕ່ລະຄົນ. ພຣະອົງເປັນແບບຢ່າງທີ່ຍິ່ງໃຫຍ່ ແລະ ເປັນຜູ້ນຳແຫ່ງສະຫວັນ ຂອງລູກໆທຸກຄົນຂອງພຣະບິດາຂອງເຮົາ. ຂ້າພະເຈົ້າເປັນພະຍານດ້ວຍຄວາມໜັກແໜ້ນເຖິງສິ່ງເຫລົ່ານີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.