ຄຸນຄ່າແຫ່ງອຳນາດຂອງຖານະປະໂລຫິດ
ເຮົາເຕັມໃຈທີ່ຈະອະທິຖານ, ຖືສິນອົົດເຂົ້າ, ສຶກສາ, ສະແຫວງຫາ, ນະມັດສະການ, ແລະ ຮັບໃຊ້ບໍ ໃນຖານະບຸລຸດຂອງພຣະເຈົ້າ ເພື່ອວ່າເຮົາຈະສາມາດມີອຳນາດຂອງຖານະປະໂລຫິດດັ່ງກ່າວນັ້ນໄດ້?
ເມື່ອຫົກເດືອນກ່ອນ ໃນກອງປະຊຸມໃຫຍ່ສາມັນຂອງເດືອນຕຸລາ ປີ 2015, ຂ້າພະເຈົ້າໄດ້ກ່າວຕໍ່ບັນດາເອື້ອຍນ້ອງໃນສາດສະໜາຈັກກ່ຽວກັບບົດບາດອັນສູງສົ່ງຂອງພວກນາງ ໃນຖານະສະຕີຂອງພຣະເຈົ້າ. ບັດນີ້ຂ້າພະເຈົ້າຢາກກ່າວຕໍ່ພວກທ່ານ ອ້າຍນ້ອງທັງຫລາຍກ່ຽວກັບບົດບາດອັນສູງສົ່ງຂອງທ່ານ ໃນຖານະບຸດຂອງພຣະເຈົ້າ. ເມື່ອຂ້າພະເຈົ້າເດີນທາງໄປຕະຫລອດທົ່ວໂລກ, ຂ້າພະເຈົ້າປະຫລາດໃຈກັບຄວາມເຂັ້ມແຂງ ແລະ ຄວາມດີງາມທີ່ເດັດດ່ຽວຂອງບັນດາອ້າຍນ້ອງ ແລະ ຊາຍໜຸ່ມຂອງສາດສະໜາຈັກນີ້. ບໍ່ມີວິທີໃດເລີຍທີ່ຈະສາມາດຄຳນວນເຖິງຫົວໃຈທີ່ທ່ານໄດ້ປິ່ນປົວ ແລະ ຊີວິດທີ່ທ່ານໄດ້ເຊີດຊູ. ຂໍຂອບໃຈຫລາຍໆ!
ໃນຂ່າວສານຂອງຂ້າພະເຈົ້າທີ່ກອງປະຊຸມໃຫຍ່ຄັ້ງທີ່ຜ່ານມາ, ຂ້າພະເຈົ້າໄດ້ເລົ່າເຖິງປະສົບການທີ່ໜ້າເສົ້າເສຍໃຈຢ່າງຮ້າຍແຮງ ທີ່ຂ້າພະເຈົ້າໄດ້ມີເມື່ອຫລາຍປີກ່ອນ, ໃນຖານະສັນຍະແພດຫົວໃຈ, ຕອນທີ່ຂ້າພະເຈົ້າບໍ່ສາມາດຊ່ວຍຊີວິດເອື້ອຍນ້ອງນ້ອຍສອງຄົນໄວ້ໄດ້. ໂດຍທີ່ໄດ້ຮັບອະນຸຍາດຈາກພໍ່ຂອງພວກນາງ, ຂ້າພະເຈົ້າຢາກກ່າວເພີ່ມເຕີມກ່ຽວກັບຄອບຄົວນັ້ນ.
ລູກສາມຄົນຂອງນາງຣູດ ແລະ ນາຍຈິມມີ ແຮດຟຽວ ໄດ້ເກີດມາພ້ອມໂຣກຫົວໃຈຕັ້ງແຕ່ເກີດ. ຂ້າພະເຈົ້າໄດ້ມາພົວພັນກັບສະພາບການນີ້ຕອນພໍ່ແມ່ໄດ້ຊອກຫາຄວາມຊ່ວຍເຫລືອສຳລັບລູກສາວທັງສອງ, ນາງລໍໂຣ ແອນ ແລະ ນາງເກ ລິນ, ນ້ອງສາວຂອງນາງ. ຂ້າພະເຈົ້າເສຍໃຈຫລາຍເມື່ອເດັກຍິງທັງສອງໄດ້ເສຍຊີວິດໄປຫລັງການຜ່າຕັດຂອງພວກນາງ.1 ມັນກໍເປັນເລື່ອງທີ່ໜ້າເຂົ້າໃຈໄດ້ທີ່ ນາງຣູດ ແລະ ນາຍ ຈິມມີ ກໍໄດ້ເສົ້າເສຍໃຈຫລາຍທາງວິນຍານ.
ເມື່ອເວລາຜ່ານໄປ, ຂ້າພະເຈົ້າໄດ້ຮຽນຮູ້ວ່າເຂົາເຈົ້າຍັງມີຄວາມຄຽດແຄ້ນຕໍ່ຂ້າພະເຈົ້າ ແລະ ຕໍ່ສາດສະໜາຈັກຢູ່. ເປັນເວລາເກືອບຫົກສິບປີ, ສະພາບການນັ້ນໄດ້ເຮັດໃຫ້ຂ້າພະເຈົ້າລຳບາກໃຈ ແລະ ໄດ້ເປັນທຸກນຳຄອບຄົວແຮດຟຽວ. ຂ້າພະເຈົ້າໄດ້ພະຍາຍາມຫລາຍໆເທື່ອເພື່ອຈະເລີ່ມຕິດຕໍ່ເຂົາເຈົ້າ, ແຕ່ບໍ່ໄດ້ມີຄວາມສຳເລັດໃດເລີຍ.
ແລ້ວ, ຄືນໜຶ່ງເມື່ອເດືອນພຶດສະພາປີແລ້ວນີ້, ຂ້າພະເຈົ້າໄດ້ສະດຸ້ງຕື່ນໂດຍເດັກຍິງນ້ອຍສອງຄົນເຫລົ່ານັ້ນ ທີ່ມາຈາກໂລກວິນຍານ. ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຫັນ ຫລື ໄດ້ຍິນພວກນາງດ້ວຍຄວາມຮູ້ສຶກທາງຮ່າງກາຍ, ແຕ່ຂ້າພະເຈົ້າໄດ້ຮູ້ສຶກວ່າພວກນາງຢູ່ທີ່ນັ້ນ. ທາງຝ່າຍວິນຍານ, ຂ້າພະເຈົ້າໄດ້ຍິນສຽງອ້ອນວອນຂອງພວກນາງ. ຂ່າວສານຂອງພວກນາງກໍສັ້ນໆ ແລະ ແຈ່ມແຈ້ງດີວ່າ: “ບຣາເດີ ແນວສັນ, ພວກຂ້ານ້ອຍຍັງບໍ່ທັນໄດ້ຜະນຶກເຂົ້າກັບຜູ້ໃດເລີຍ! ທ່ານສາມາດຊ່ວຍພວກຂ້ານ້ອຍໄດ້ບໍ?” ບໍ່ດົນຫລັງຈາກນັ້ນ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ແມ່ຂອງພວກນາງໄດ້ເສຍຊີວິດໄປແລ້ວ, ແຕ່ພໍ່ ແລະ ນ້ອງຊາຍຄົນໜຶ່ງຍັງມີຊີວິດຢູ່.
ໂດຍໄດ້ຮັບການດົນໃຈຈາກຄຳອ້ອນວອນຂອງນາງລໍໂຣ ແອນ ແລະ ນາງເກ ລິນ, ຂ້າພະເຈົ້າໄດ້ພະຍາຍາມຕິດຕໍ່ຫາພໍ່ຂອງພວກນາງອີກ, ຜູ້ທີ່ຂ້າພະເຈົ້າໄດ້ຮຽນຮູ້ອີກວ່າໄດ້ອາໄສຢູ່ກັບທ້າວຊອນ ລູກຊາຍຂອງລາວ. ເທື່ອນີ້ເຂົາເຈົ້າເຕັມໃຈທີ່ຈະພົບກັບຂ້າພະເຈົ້າ.
ໃນເດືອນມິຖຸນາ, ແທ້ໆແລ້ວຂ້າພະເຈົ້າໄດ້ຄຸເຂົ່າລົງຕໍ່ໜ້ານາຍຈິມມີ, ບັດນີ້ອາຍຸ 88 ປີແລ້ວ, ແລະ ໄດ້ເວົ້າລົມກັບລາວດ້ວຍຄວາມຈິງໃຈ. ຂ້າພະເຈົ້າໄດ້ກ່າວເຖິງຄຳອ້ອນວອນຂອງລູກສາວຂອງລາວ ແລະ ໄດ້ບອກລາວວ່າ ຂ້າພະເຈົ້າຖືວ່າເປັນກຽດທີ່ຈະດຳເນີນພິທີການຜະນຶກໃຫ້ແກ່ຄອບຄົວຂອງລາວ. ຂ້າພະເຈົ້າຍັງໄດ້ອະທິບາຍນຳອີກວ່າ ມັນຈະໃຊ້ເວລາ ແລະ ຄວາມພະຍາຍາມໃນສ່ວນຂອງລາວ ແລະ ທ້າວຊອນ ທີ່ຈະຕຽມຕົວໃຫ້ມີຄຸນຄ່າດີພໍ ທີ່ຈະເຂົ້າໄປໃນພຣະວິຫານ, ເພາະທັງສອງຍັງບໍ່ເຄີຍໄດ້ຮັບຂອງປະທານສັກສິດເທື່ອ.
ຕະຫລອດການພົບປະນັ້ນ ພວກເຮົາໄດ້ຮູ້ສຶກເຖິງພຣະວິນຍານຂອງພຣະຜູ້ເປັນເຈົ້າຢ່າງແຮງກ້າ. ແລະ ເມື່ອນາຍຈິມມີ ແລະ ທ້າວຊອນໄດ້ຍອມຮັບຂໍ້ສະເໜີຂອງຂ້າພະເຈົ້າ, ຂ້າພະເຈົ້າດີໃຈຫລາຍແທ້ໆ! ເຂົາເຈົ້າໄດ້ຮ່ວມມືກັບປະທານສະເຕກ, ອະທິການ, ຄູສອນປະຈຳບ້ານ, ແລະ ຜູ້ນຳການເຜີຍແຜ່ຂອງຫວອດຂອງເຂົາເຈົ້າ, ຮ່ວມທັງຜູ້ສອນສາດສະໜາໜຸ່ມ ແລະ ຄູ່ສອນສາດສະໜາອາວຸໂສດ້ວຍ. ແລະ ແລ້ວ, ເມື່ອບໍ່ດົນມານີ້, ຢູ່ທີ່ພຣະວິຫານເພສັນ ລັດຢູທາ, ຂ້າພະເຈົ້າໄດ້ມີສິດທິພິເສດທີ່ໄດ້ຜະນຶກ ນາງຣູດກັບນາຍຈິມມີເຂົ້າກັນ ແລະ ເຂົ້າກັບລູກໆຂອງເຂົາເຈົ້າທັງສີ່ຄົນ. ເວັນດີ ແລະ ຂ້າພະເຈົ້າໄດ້ຫລັ່ງນ້ຳຕາຂະນະທີ່ພວກຂ້າພະເຈົ້າໄດ້ເຂົ້າຮ່ວມໃນປະສົບການທີ່ສວຍງາມນັ້ນ. ຫົວໃຈຫລາຍດວງໄດ້ຮັບການປິ່ນປົວໃນມື້ນັ້ນທັງທາງກາຍ ແລະ ຈິດໃຈດ້ວຍ!
ຂະນະທີ່ຂ້າພະເຈົ້າຄິດໄຕ່ຕອງເຖິງປະສົບການນັ້ນ, ຂ້າພະເຈົ້າໄດ້ປະຫລາດໃຈກັບນາຍຈິມມີ ແລະ ທ້າວຊອນ ແລະ ສິ່ງທີ່ເຂົາເຈົ້າເຕັມໃຈຈະເຮັດ. ເຂົາເຈົ້າໄດ້ເປັນຄົນທີ່ດົນໃຈຂ້າພະເຈົ້າ. ຖ້າຫາກຂ້າພະເຈົ້າຈະໄດ້ດັ່ງທີ່ໃຈປາດຖະໜາ, ນັ້ນຈະເປັນວ່າ ຂ້າພະເຈົ້າຢາກເຫັນອ້າຍນ້ອງ ແລະ ຊາຍໜຸ່ມແຕ່ລະຄົນໃນສາດສະໜາຈັກນີ້ ສະແດງໃຫ້ເຫັນຄວາມກ້າຫານ, ຄວາມເຂັ້ມແຂງ, ແລະ ຄວາມຖ່ອມຕົນດັ່ງພໍ່ ແລະ ລູກຊາຍທັງສອງຄົນນີ້. ເຂົາເຈົ້າເຕັມໃຈທີ່ຈະໃຫ້ອະໄພ ແລະ ປ່ອຍວາງຄວາມເຈັບປວດ ແລະ ນິໄສເກົ່າໆໄປ. ເຂົາເຈົ້າເຕັມໃຈທີ່ຈະຍອມຕໍ່ການຊີ້ນຳຈາກຜູ້ນຳໃນຖານະປະໂລຫິດຂອງເຂົາເຈົ້າ ເພື່ອວ່າການຊົດໃຊ້ຂອງພຣະເຢຊູຄຣິດຈະສາມາດຊຳລະ ແລະ ຂະຫຍາຍຕົວເຂົາເຈົ້າ. ອ້າຍນ້ອງແຕ່ລະຄົນເຕັມໃຈທີ່ຈະກາຍເປັນຜູ້ດຳລົງຖານະປະໂລຫິດທີ່ມີຄຸນຄ່າດີພໍ “ຕາມຖານະອັນສັກສິດຂອງພຣະເຈົ້າ.”2
ການ ດຳລົງ ໝາຍເຖິງການຄ້ຳຊູນ້ຳໜັກຂອງສິ່ງທິ່ຖືກຍົກຂຶ້ນ. ມັນເປັນຄວາມໄວ້ວາງໃຈອັນສັກສິດ ທີ່ຈະດຳລົງຖານະປະໂລຫິດ, ຊຶ່ງເປັນອຳນາດ ແລະ ສິດອຳນາດທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ຂໍໃຫ້ຄິດເລື່ອງນີ້: ຖານະປະໂລຫິດທີ່ຖືກມອບໃຫ້ເຮົາ ກໍເປັນອຳນາດ ແລະ ສິດອຳນາດອັນດຽວກັນ ຊຶ່ງພຣະເຈົ້າໄດ້ໃຊ້ສ້າງໂລກນີ້ ແລະ ໂລກອື່ນໆທີ່ນັບບໍ່ຖ້ວນ, ທີ່ຄອບຄອງສະຫວັນ ແລະ ແຜ່ນດິນໂລກ, ແລະ ຍົກລູກໆທີ່ເຊື່ອຟັງຂອງພຣະອົງຂຶ້ນໃຫ້ສູງສົ່ງ.3
ເມື່ອບໍ່ດົນມານີ້, ເວັນດີ ແລະ ຂ້າພະເຈົ້າໄດ້ໄປຮ່ວມໃນກອງປະຊຸມບ່ອນທີ່ນັກຫລິ້ນອໍແກນກໍມີຄວາມໝັ້ນໃຈ ແລະ ພ້ອມທີ່ຈະຫລິ້ນອໍແກນເພງສວດເປີດກອງປະຊຸມ. ຕາຂອງລາວໄດ້ຈ້ອງໃສ່ໂນດເພງ, ນິ້ວມືກໍຢູ່ທີ່ອໍແກນ. ລາວໄດ້ເລີ່ມຫລິ້ນ, ແຕ່ບໍ່ມີສຽງອອກມາ. ຂ້າພະເຈົ້າຊື່ມໃສ່ຫູຂອງເວັນດີວ່າ, “ລາວບໍ່ມີໄຟຟ້າ.” ຂ້າພະເຈົ້າໄດ້ຄິດວ່າ ມີສິ່ງໃດສິ່ງໜຶ່ງເກີດຂຶ້ນທີ່ຕັດກະແສໄຟຟ້າທີ່ຈະຫລັ່ງໄຫລມາເຖິງອໍແກນນັ້ນ.
ອ້າຍນ້ອງທັງຫລາຍ, ໃນທຳນອງດຽວກັນນີ້, ຂ້າພະເຈົ້າຢ້ານວ່າມີຜູ້ຊາຍຫລາຍຄົນເກີນໄປ ຜູ້ທີ່ ສິດອຳນາດ ຂອງຖານະປະໂລຫິດໄດ້ຖືກມອບໃຫ້ ແຕ່ຂາດ ອຳນາດ ຂອງຖານະປະໂລຫິດ ເພາະກະແສໄຟຟ້າທີ່ຫລັ່ງໄຫລມານັ້ນຖືກກີດກັນໄວ້ໂດຍບາບ ດັ່ງເຊັ່ນຄວາມກຽດຄ້ານ, ຄວາມບໍ່ຊື່ສັດ, ຄວາມທະນົງຕົວ, ຄວາມອະທຳ, ຫລື ມີຄວາມກ່ຽວພັນ ແລະ ກັງວົນຢູ່ກັບສິ່ງອື່ນໆຂອງໂລກຫລາຍເກີນໄປ.
ຂ້າພະເຈົ້າຢ້ານວ່າມີຜູ້ດຳລົງຖານະປະໂລຫິດຫລາຍເກີນໄປ ຜູ້ທີ່ໄດ້ເຮັດໜ້ອຍໜຶ່ງ ຫລື ບໍ່ໄດ້ເຮັດອັນໃດເລີຍ ເພື່ອພັດທະນາຄວາມສາມາດຂອງຕົນ ທີ່ຈະເຂົ້າເຖິງອຳນາດແຫ່ງສະຫວັນ. ຂ້າພະເຈົ້າເປັນຫ່ວງນຳຜູ້ດຳລົງຖານະປະໂລຫິດທີ່ບໍ່ບໍລິສຸດໃນຄວາມນຶກຄິດ, ຄວາມຮູ້ສຶກ, ຫລື ໃນການກະທຳຂອງເຂົາເຈົ້າ, ຫລື ຜູ້ທີ່ດູຖູກພັນລະຍາ ຫລື ລູກໆຂອງເຂົາເຈົ້າ, ແລະ ແລ້ວໄດ້ກີດກັນຕົນເອງ ທີ່ຈະເຂົ້າເຖິງອຳນາດຂອງຖານະປະໂລຫິດ.
ຂ້າພະເຈົ້າຢ້ານວ່າມີຫລາຍຄົນເກີນໄປທີ່ໄດ້ຍອມມອບອຳເພີໃຈຂອງເຂົາເຈົ້າຢ່າງສະຫລົດໃຈໃຫ້ແກ່ຜູ້ປໍລະປັກ ແລະ ກ່າວດ້ວຍພຶດຕິກຳຂອງເຂົາເຈົ້າວ່າ, “ເຮົາເປັນຫ່ວງນຳການສະໜອງຄວາມປາດຖະໜາຂອງເຮົາເອງ ຫລາຍກວ່າເຮົາເປັນຫ່ວງນຳເລື່ອງການດຳລົງອຳນາດຂອງຖານະປະໂລຫິດຂອງພຣະຜູ້ຊ່ວຍໃຫ້ລອດ ເພື່ອຈະໃຫ້ພອນຄົນອື່ນ.”
ຂ້າພະເຈົ້າຢ້ານ, ອ້າຍນ້ອງທັງຫລາຍ, ວ່າມີບາງຄົນໃນບັນດາພວກເຮົາທີ່ມື້ໜຶ່ງຈະຕື່ນຂຶ້ນ ແລະ ຮັບຮູ້ວ່າອຳນາດໃນຖານະປະໂລຫິດນັ້ນຄືຫຍັງແທ້ໆ ແລະ ຈະກິນແໜງຫລາຍທີ່ເຂົາເຈົ້າໄດ້ໃຊ້ເວລາຫລາຍເກີນໄປໃນການສະແຫວງຫາອຳນາດເໜືອຄົນອື່ນ ຫລື ອຳນາດຢູ່ທີ່ບ່ອນທຳງານຫລາຍກວ່າການຮຽນຮູ້ທີ່ຈະນຳໃຊ້ອຳນາດຂອງພຣະເຈົ້າໃຫ້ເຕັມທີ.4 ປະທານໂຈດ ອາວເບີດ ສະມິດ ໄດ້ສອນວ່າ “ເຮົາບໍ່ໄດ້ມີຊີວິດຢູ່ພຽງແຕ່ຈະໃຊ້ເວລາຖິ້ມໄປຊື່ໆເປັນວັນໆ ແລະ ແລ້ວຈະຜ່ານໄປເຖິງສະພາບການແຫ່ງຄວາມສູງສົ່ງ; ແຕ່ເຮົາມີຊີວິດຢູ່ທີ່ນີ້ ເພື່ອເຮັດໃຫ້ຕົນເອງມີຄຸນຄ່າດີພໍແຕ່ລະວັນ ເໝາະສົມກັບຕຳແໜ່ງທີ່ພຣະບິດາຂອງເຮົາຄາດຫວັງໃຫ້ເຮົາດຳລົງ ຫລັງຊີວິດມະຕະນີ້.”5
ເປັນຫຍັງຜູ້ຊາຍຈຶ່ງຕ້ອງຖິ້ມເສຍວັນເວລາຂອງເຂົາໄປ ແລະ ຍອມຮັບພຽງແຕ່ແກງໝາກຖົ່ວແດງຂອງເອຊາວ6 ເມື່ອລາວໄດ້ຮັບການໄວ້ວາງໃຈວ່າ ຈະໄດ້ຮັບພອນທັງໝົດຂອງອັບຣາຮາມ?7
ຂ້າພະເຈົ້າຂໍອ້ອນວອນກັບເຮົາແຕ່ລະຄົນຢ່າງຮີບຮ້ອນ ໃຫ້ມີຄຸນຄ່າເໝາະສົມກັບສິດທິພິເສດຂອງເຮົາ ໃນຖານະຜູ້ດຳລັງຖານະປະໂລຫິດ. ໃນວັນເວລາທີ່ຈະມາເຖິງ, ພຽງແຕ່ ຜູ້ຊາຍທີ່ໄດ້ນັບຖືຖານະປະໂລຫິດຂອງເຂົາເຈົ້າຢ່າງຈິງຈັງເທົ່ານັ້ນ, ໂດຍ ການສະແຫວງຫາ ທີ່ຈະໄດ້ຮັບການສິດສອນຈາກອົງພຣະຜູ້ເປັນເຈົ້າເອງຢ່າງພາກພຽນເທົ່ານັ້ນ, ທີ່ຈະສາມາດໃຫ້ພອນ, ຊີ້ນຳ, ປົກປ້ອງ, ເສີມຄວາມເຂັ້ມແຂງ, ແລະ ປິ່ນປົວຄົນອື່ນໄດ້. ພຽງແຕ່ຜູ້ຊາຍທີ່ໄດ້ເຮັດທຸກສິ່ງ ເພື່ອໃຫ້ຕົນມີຄຸນຄ່່າເໝາະສົມກັບອຳນາດຂອງຖານະປະໂລຫິດເທົ່ານັ້ນ ຈະສາມາດນຳສິ່ງມະຫັດສະຈັນມາສູ່ຜູ້ຄົນທີ່ລາວຮັກ ແລະ ຮັກສາການແຕ່ງງານ ແລະ ຄອບຄົວຂອງລາວໄວ້ໃຫ້ປອດໄພ, ໃນເວລານີ້ ແລະ ຕະຫລອດຊົ່ວນິລັນດອນ.
ແມ່ນຫຍັງຄືຂໍ້ຮຽກຮ້ອງເພື່ອຈະພັດທະນາອຳນາດຂອງຖານະປະໂລຫິດດັ່ງກ່າວ? ອັກຄະສາວົກອາວຸໂສຂອງພຣະຜູ້ຊ່ວຍໃຫ້ລອດ, ເປໂຕ—ເປໂຕຄົນດຽວກັນນັ້ນ ຜູ້ທີ່ພ້ອມກັບຢາໂກໂບ ແລະ ໂຢຮັນ ໄດ້ມອບຖານະປະໂລຫິດໃຫ້ແກ່ໂຈເຊັບ ສະມິດ ແລະ ອໍລິເວີ ຄາວເດີຣີ8—ໄດ້ປະກາດເຖິງຄຸນສົມບັດທີ່ເຮົາຄວນສະແຫວງຫາ ເພື່ອຈະ “ໄດ້ຮັບສ່ວນໃນສະພາບຂອງພຣະອົງ.”9
ເພິ່ນໄດ້ກ່າວເຖິງສັດທາ, ຄຸນງາມຄວາມດີ, ຄວາມຮູ້, ຄວາມຢັບຢັ້ງຕົນ, ຄວາມອົດທົນ, ຄວາມເປັນເໝືອນພຣະເຈົ້າ, ຄວາມກະລຸນາສັນອ້າຍນ້ອງ, ຄວາມໃຈບຸນ ແລະ ຄວາມພາກພຽນ.10 ແລະ ແລ້ວຢ່າລືມຄວາມຖ່ອມຕົວດ້ວຍ!11 ສະນັ້ນຂ້າພະເຈົ້າຂໍຖາມວ່າ, ສະມາຊິກໃນຄອບຄົວ, ໝູ່ເພື່ອນ, ແລະ ເພື່ອນຮ່ວມງານຂອງເຮົາຈະກ່າວວ່າ ເຮົາພັດທະນາຄຸນສົມບັດເຫລົ່ານີ້ ແລະ ຂອງປະທານອື່ນໆທາງວິນຍານໄດ້ດີປານໃດ?12 ເມື່ອເຮົາພັດທະນາຄຸນສົມບັດເຫລົ່ານີ້ໄດ້ດີເທົ່າໃດ, ອຳນາດຂອງຖານະປະໂລຫິດຂອງເຮົາແຮ່ງຈະມີຂຶ້ນຫລາຍເທົ່ານັ້ນ.
ເຮົາຈະເພີ່ມອຳນາດໃນຖານະປະໂລຫິດຂອງເຮົາຕື່ມອີກໄດ້ແນວໃດ? ເຮົາຕ້ອງອະທິຖານດ້ວຍຄວາມຈິງໃຈ. ການກ່າວເຖິງກິດຈະກຳໃນອະດີດ ແລະ ອະນາຄົດ, ແລ້ວຈົບລົງດ້ວຍການທູນຂໍພອນ ຈະບໍ່ສ້າງການສື່ສານກັບພຣະເຈົ້າ ທີ່ຈະນຳອຳນາດທີ່ຍືນຍົງມາໃຫ້. ທ່ານເຕັມໃຈທີ່ຈະອະທິຖານ ເພື່ອຈະຮູ້ ວິທີທີ່ຈະອະທິຖານ ທູນຂໍອຳນາດນັ້ນຫລາຍຂຶ້ນບໍ? ພຣະຜູ້ເປັນເຈົ້າຈະສອນທ່ານ.
ທ່ານເຕັມໃຈທີ່ຈະຄົ້ນຄວ້າພຣະຄຳພີ ແລະ ຊື່ນຊົມດ້ວຍພຣະຄຳຂອງພຣະຄຣິດບໍ13—ທີ່ຈະສຶກສາ ຢ່າງຕັ້ງໃຈ ເພື່ອຈະມີອຳນາດນັ້ນຫລາຍຂຶ້ນບໍ? ຖ້າຫາກທ່ານຢາກເຮັດໃຫ້ພັນລະຍາຂອງທ່ານພາກພູມໃຈ, ກໍໃຫ້ນາງໄດ້ເຫັນທ່ານສຶກສາຄຳສອນຂອງພຣະຄຣິດຢູ່ໃນອິນເຕີແນັດ14 ຫລື ເຫັນທ່ານອ່ານພຣະຄຳພີຂອງທ່ານຢູ່!
ທ່ານເຕັມໃຈທີ່ຈະນະມັດສະການໃນພຣະວິຫານເປັນປະຈຳບໍ? ພຣະຜູ້ເປັນເຈົ້າມັກຈະສອນດ້ວຍພຣະອົງເອງໃນບ້ານທີ່ສັກສິດຂອງພຣະອົງ. ໃຫ້ວາດພາບເຫັນວ່າ ພຣະອົງພໍພຣະໄທປານໃດຖ້າຫາກທ່ານໄດ້ທູນຂໍໃຫ້ພຣະອົງສອນທ່ານກ່່ຽວກັບຂໍກະແຈຂອງຖານະປະໂລຫິດ, ສິດອຳນາດ, ແລະ ອຳນາດ ຂະນະທີ່ທ່ານມີປະສົບການເລື່ອງພິທີການຂອງຖານະປະໂລຫິດແຫ່ງເມນຄີເສເດັກໃນພຣະວິຫານ.15 ໃຫ້ວາດພາບເຫັນອຳນາດຂອງຖານະປະໂລຫິດທີ່ເພີ່ມທະວີຂຶ້ນ ທີ່ສາມາດເປັນຂອງທ່ານໄດ້.
ທ່ານເຕັມໃຈທີ່ຈະຕິດຕາມຕົວຢ່າງຂອງປະທານທອມມັສ ແອັສ ມອນສັນ ບໍ ໃນການຮັບໃຊ້ຄົນອື່ນ? ເປັນເວລາຫລາຍສິບປີທີ່ເພິ່ນໄດ້ເຮັດສິ່ງທີ່ເພີ່ນບໍ່ໄດ້ວາງແຜນຈະເຮັດ, ໃນການເຮັດຕາມການກະຕຸ້ນຂອງພຣະວິນຍານ ທີ່ຈະໄປຢ້ຽມຢາມບ້ານຂອງຄົນໃດຄົນໜຶ່ງ ແລະ ໄດ້ຍິນຖ້ອຍຄຳດັ່ງນີ້ວ່າ, “ທ່ານຮູ້ໄດ້ແນວໃດວ່າມື້ນີ້ເປັນວັນຄົບຮອບທີ່ລູກສາວຂອງພວກເຮົາໄດ້ເສຍຊີວິດໄປ?” ຫລື “ທ່ານຮູ້ໄດ້ແນວໃດວ່າມື້ນີ້ເປັນວັນເກີດຂອງຂ້ານ້ອຍ?” ແລະ, ຖ້າຫາກທ່ານຢາກມີອຳນາດຂອງຖານະປະໂລຫິດຫລາຍຂຶ້ນ, ທ່ານຈະທະນຸຖະໜອມ ແລະ ດູແລພັນລະຍາຂອງທ່ານ, ຍອມຮັບທັງຕົວນາງ ແລະ ຄຳປຶກສາຂອງນາງ.
ບັດນີ້, ຖ້າຫາກວ່າທັງໝົດນີ້ຟັງຄືວ່າຫລາຍເກີນໄປ, ຂໍໃຫ້ພິຈາລະນາວ່າ ຄວາມສຳພັນຂອງເຮົາກັບພັນລະຍາ, ກັບລູກໆ, ແລະ ກັບເພື່ອນຮ່ວມງານຈະແຕກຕ່າງພຽງໃດ ຖ້າຫາກເຮົາເປັນຫ່ວງເປັນໃຍນຳການສະແຫວງຫາອຳນາດຂອງຖານະປະໂລຫິດ ເທົ່າກັບ ຄວາມກ້າວໜ້າຢູ່ທີ່ບ່ອນທຳງານ ຫລື ການມີເງິນຫລາຍຂຶ້ນໃນບັນຊີທະນາຄານຂອງເຮົາ. ຖ້າຫາກເຮົາມາສູ່ທີ່ປະທັບຂອງພຣະຜູ້ເປັນເຈົ້າຢ່າງຖ່ອມຕົວ ແລະ ທູນຂໍໃຫ້ພຣະອົງສອນເຮົາ, ພຣະອົງຈະສະແດງໃຫ້ເຮົາເຫັນວິທີທີ່ ເຮົາ ຈະເຂົ້າເຖິງອຳນາດ ຂອງພຣະອົງ ຫລາຍຂຶ້ນ.
ໃນວັນເວລາຍຸກສຸດທ້າຍນີ້, ເຮົາຮູ້ວ່າຈະມີແຜ່ນດິນໄຫວໃນຫລາຍໆແຫ່ງ.16 ບາງທີແຫ່ງໜຶ່ງໃນນັ້ນຈະແມ່ນຢູ່ໃນບ້ານຂອງເຮົາເອງ, ບ່ອນທີ່ “ແຜ່ນດິນໄຫວ” ທາງອາລົມ, ທາງການເງິນ, ຫລື ທາງວິນຍານອາດເກີດຂຶ້ນໄດ້. ອຳນາດຂອງຖານະປະໂລຫິດຈະສາມາດເຮັດໃຫ້ທະເລສະຫງົບລົງໄດ້ ແລະ ປິ່ນປົວຮອຍແຕກໃນແຜ່ນດິນໄດ້. ອຳນາດຂອງຖານະປະໂລຫິດສາມາດເຮັດໃຫ້ຈິດໃຈສະຫງົບລົງ ແລະ ປິ່ນປົວຮອຍແຕກໃນຫົວໃຈຂອງຄົນທີ່ເຮົາຮັກໄດ້ນຳອີກ.
ເຮົາເຕັມໃຈທີ່ຈະອະທິຖານ, ຖືສິນອົົດເຂົ້າ, ສຶກສາ, ສະແຫວງຫາ, ນະມັດສະການ, ແລະ ຮັບໃຊ້ບໍ ໃນຖານະບຸລຸດຂອງພຣະເຈົ້າ ເພື່ອວ່າເຮົາຈະສາມາດມີອຳນາດຂອງຖານະປະໂລຫິດດັ່ງກ່າວນັ້ນໄດ້? ເປັນເພາະເດັກຍິງນ້ອຍສອງຄົນກະຕືລືລົ້ນຢາກຜະນຶກເຂົ້າກັບຄອບຄົວຂອງພວກນາງຫລາຍ, ພໍ່ ແລະ ນ້ອງຊາຍຂອງພວກນາງກໍເຕັມໃຈທີ່ຈະເຮັດທຸກສິ່ງເພື່ອໃຫ້ມີຄຸນຄ່າດີພໍ ທີ່ຈະດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ.
ອ້າຍນ້ອງທີ່ຮັກແພງທັງຫລາຍ, ເຮົາໄດ້ຮັບຄວາມໄວ້ວາງໃຈທີ່ສັກສິດ—ສິດອຳນາດຂອງພຣະເຈົ້າທີ່ຈະໃຫ້ພອນຄົນອື່ນ. ຂໍໃຫ້ເຮົາແຕ່ລະຄົນຈົ່ງລຸກຂຶ້ນໃນຖານະບຸລຸດຂອງພຣະເຈົ້າທີ່ເຮົາໄດ້ຖືກແຕ່ງຕັ້ງໃຫ້ເປັນ ລ່ວງໜ້າແລ້ວ—ພ້ອມທີ່ຈະດຳລົງຖານະປະໂລຫິດຂອງພຣະເຈົ້າຢ່າງອາດຫານ, ຕື່ນເຕັ້ນທີ່ຈະເຮັດທຸກສິ່ງທີ່ຈຳເປັນ ເພື່ອຈະເພີ່ມທະວີອຳນາດຂອງເຮົາໃນຖານະປະໂລຫິດ. ດ້ວຍອຳນາດ ນັ້ນ, ເຮົາຈະສາມາດຊ່ວຍຕຽມໂລກເພື່ອການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ. ນີ້ແມ່ນສາດສະໜາຈັກຂອງພຣະອົງ, ຊຶ່ງຖືກນຳພາໂດຍສາດສະດາຂອງພຣະອົງໃນວັນເວລານີ້, ຊຶ່ງເປັນປະທານທອມມັສ ແອັສ ມອນສັນ, ຜູ້ທີ່ຂ້າພະເຈົ້າຮັກຫລາຍ ແລະ ສະໜັບສະໜູນດ້ວຍ. ຂ້າພະເຈົ້າເປັນພະຍານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.