ຜູ້ນຳທີ່ຍິ່ງໃຫຍ່ທີ່ສຸດຄືຜູ້ຕິດຕາມທີ່ດີທີ່ສຸດ
ຈະມີເວລາໃດໜຶ່ງເມື່ອເສັ້ນທາງທີ່ຢູ່ຂ້າງໜ້າເບິ່ງຄືວ່າມືດມົວ, ແຕ່ຂໍໃຫ້ຕິດຕາມພຣະຜູ້ຊ່ວຍໃຫ້ລອດຕໍ່ໄປ. ພຣະອົງຮູ້ຈັກທາງນັ້ນ; ແທ້ຈິງແລ້ວ, ພຣະອົງ ຄື ທາງນັ້ນ.
ຕອນຂ້າພະເຈົ້າອາຍຸ 12 ປີ, ພໍ່ໄດ້ພາຂ້າພະເຈົ້າໄປລ່າສັດຢູ່ເທິງພູ. ພວກເຮົາໄດ້ລຸກແຕ່ 3 ໂມງເຊົ້າ, ເອົາອານໃສ່ມ້າ, ແລະ ໄດ້ພາກັນອອກເດີນທາງເຂົ້າໄປຫາພູທີ່ເປັນປ່າໃນຍາມທີ່ມືດຕຶບ. ເຖິງແມ່ນວ່າຂ້າພະເຈົ້າມັກໄປລ່າສັດກັບພໍ່ຫລາຍປານໃດກໍຕາມ, ແຕ່ໃນເວລານັ້ນຂ້າພະເຈົ້າໄດ້ຮູ້ສຶກກັງວັນ. ຂ້າພະເຈົ້າບໍ່ເຄີຍໄປແຖບພູແຖວນີ້ມາກ່ອນ, ແລະ ຂ້າພະເຈົ້າບໍ່ເຫັນທາງຍ່າງ—ຫລືເຫັນສິ່ງໃດໆເລີຍ! ສິ່ງດຽວທີ່ຂ້າພະເຈົ້າເຫັນໄດ້ກໍພຽງແຕ່ແສງສະຫວ່າງຈາກໄຟສາຍນ້ອຍໆທີ່ພໍ່ຂອງຂ້າພະເຈົ້າໄດ້ຖືໄປນຳ ຂະນະທີ່ມັນສະທ້ອນແສງສະຫວ່າງໃສ່ຕົ້ນໄມ້ທີ່ຢູ່ຕໍ່ໜ້າພວກເຮົາ. ຈະເປັນຈັ່ງໃດຖ້າຫາກມ້າຂອງຂ້າພະເຈົ້າພະລາດ ແລະ ລົ້ມລົງໄປ—ມັນຈະເຫັນທາງບ່ອນທີ່ມັນຄວນໄປບໍ? ແຕ່ຄວາມຄິດນີ້ໄດ້ປອບໂຍນຂ້າພະເຈົ້າ ວ່າ: “ພໍ່ຮູ້ທາງໄປ. ຖ້າເຮົາຕິດຕາມພໍ່ໄປ ທຸກສິ່ງຈະປອດໄພ.”
ແລະ ທຸກສິ່ງກໍປອດໄພດີ. ໃນທີ່ສຸດຕາເວັນກໍສ່ອງແສງອອກມາ, ແລະ ພວກເຮົາກໍໄດ້ມີວັນທີ່ດີຢູ່ນຳກັນ. ເມື່ອພວກເຮົາພາກັນກັບບ້ານ, ພໍ່ຂອງຂ້າພະເຈົ້າໄດ້ຊີ້ໄປຫາຈອມພູຊັນໆທີ່ສະຫງ່າງາມ ທີ່ເຫັນໄດ້ງ່າຍກວ່າຈອມພູອື່ນໆ. “ນັ້ນແມ່ນ ວິນດີຣິຈ,” ພໍ່ໄດ້ບອກ. “ນັ້ນເປັນບ່ອນທີ່ດີສຳລັບການລ່າສັດ.” ໃນເວລານັ້ນແຫລະທີ່ຂ້າພະເຈົ້າໄດ້ຮູ້ວ່າ ຂ້າພະເຈົ້າຢາກກັບຄືນມາປີນພູວິນດີຣິຈ ອີກມື້ໃດມື້ໜຶ່ງ.
ໃນຫລາຍປີຕໍ່ມາ, ຂ້າໄດ້ຍິນພໍ່ຂ້ອງຂ້າພະເຈົ້າກ່າວເລື້ອຍໆເຖິງວິນດີຣິຈ, ແຕ່ພວກເຮົາບໍ່ໄດ້ກັບຄືນໄປທີ່ນັ້ນອີກເລີຍ—ຈົນເຖິງມື້ໜຶ່ງ, ເມື່ອ 20 ປີຕໍ່ມາ, ຂ້າພະເຈົ້າໄດ້ໂທຫາພໍ່ ແລະ ໄດ້ເວົ້າກັບພໍ່ວ່າ, “ໄປພູວິນດີ ກັນເນາະ.” ອີກເທື່ອໜຶ່ງພວກເຮົາໄດ້ເອົາອານໃສ່ມ້າ ແລະ ໄດ້ເລີ່ມຂຶ້ນໄປທີ່ຂ້າງພູ. ໃນເວລານັ້ນຂ້າພະເຈົ້າໄດ້ມີປະສົບການດີ ໃນການຂີ່ມ້າ ໃນໄວ 30 ຂອງຂ້າພະເຈົ້າ, ແຕ່ຂ້າພະເຈົ້າຍັງຕົກໃຈທີ່ຮູ້ສຶກກັງວົນເໝືອນກັນກັບຕອນຍັງເປັນເດັກອາຍຸ 12 ປີ. ແຕ່ພໍ່ຂ້ອງຂ້າພະເຈົ້າຮູ້ຫົນທາງ, ແລະ ຂ້າພະເຈົ້າໄດ້ຕິດຕາມພໍ່ໄປ.
ໃນທີ່ສຸດພວກເຮົາກໍໄດ້ຂຶ້ນໄປເຖິງຈອມພູວິນດີ. ທິວທັດຈາກບ່ອນນັ້ນແມ່ນໜ້າຕື່ນເຕັ້ນ, ແລະ ຄວາມຮູ້ສຶກທີ່ຕື້ນຕັນໃຈທີ່ຂ້າພະເຈົ້າໄດ້ມີຄືວ່າ ຂ້າພະເຈົ້າຢາກກັບຄືນມາອີກ—ເທື່ອນີ້ບໍ່ແມ່ນເພື່ອຕົວຂ້າພະເຈົ້າເອງ, ແຕ່ຢາກພາພັນລະຍາ ແລະ ລູກໆຂອງຂ້າພະເຈົ້າໃຫ້ມາເຫັນ. ຂ້າພະເຈົ້າຢາກໃຫ້ເຂົາເຈົ້າປະສົບກັບສິ່ງທີ່ຂ້າພະເຈົ້າໄດ້ປະສົບມາແລ້ວ.
ຕະຫລອດຫລາຍປີທີ່ຜ່ານມາ, ຂ້າພະເຈົ້າໄດ້ມີໂອກາດຫລາຍເທື່ອທີ່ຈະພາລູກຊາຍ ແລະ ຊາຍໜຸ່ມຄົນອື່ນໆມາຈອມພູເຫລົ່ານີ້, ດັ່ງທີ່ພໍ່ຂອງຂ້າພະເຈົ້າໄດ້ພາຂ້າພະເຈົ້າມາ. ປະສົບການເຫລົ່ານີ້ໄດ້ກະຕຸ້ນຂ້າພະເຈົ້າໃຫ້ໄຕ່ຕອງເຖິງຄວາມໝາຍຂອງການນຳພາ—ແລະ ຄວາມໝາຍຂອງການຕິດຕາມ.
ພຣະເຢຊູຄຣິດ, ພຣະຜູ້ນຳທີ່ຍິ່ງໃຫຍ່ທີ່ສຸດ ແລະ ພຣະຜູ້ຕິດຕາມທີ່ດີເລີດທີ່ສຸດ
ຖ້າຫາກຂ້າພະເຈົ້າຈະຖາມທ່ານວ່າ, “ໃຜເປັນຜູ້ນຳທີ່ຍິ່ງໃຫຍ່ທີ່ສຸດທີ່ເຄີຍມີຊີວິດຢູ່?”—ທ່ານຈະຕອບວ່າແນວໃດ? ແນ່ນອນວ່າຄຳຕອບນັ້ນແມ່ນພຣະເຢຊູຄຣິດ. ພຣະອົງໄດ້ເປັນຕົວຢ່າງທີ່ດີພ້ອມເຖິງຄຸນສົມບັດຂອງການເປັນຜູ້ນຳທັງໝົດ.
ແຕ່ຖ້າຫາກຂ້າພະເຈົ້າຈະຖາມທ່ານວ່າ, “ໃຜເປັນ ຜູ້ຕິດຕາມ ທີ່ດີເລີດທີ່ສຸດທີ່ເຄີຍມີຊີວິດຢູ່?” ແລ້ວຄຳຕອບນັ້ນຈະບໍ່ແມ່ນພຣະເຢຊູຄຣິດອີກບໍ? ພຣະອົງເປັນຜູ້ນຳທີ່ຍິ່ງໃຫຍ່ທີ່ສຸດ ເພາະ ພຣະອົງເປັນຜູ້ຕິດຕາມທີ່ດີເລີດທີ່ສຸດ—ພຣະອົງຕິດຕາມພຣະບິດາຂອງພຣະອົງຢ່າງສົມບູນແບບ, ໃນທຸກສິ່ງ.
ໂລກສອນວ່າຜູ້ນຳຕ້ອງເຂັ້ມແຂງ; ພຣະຜູ້ເປັນເຈົ້າສອນວ່າເຂົາເຈົ້າຕ້ອງອ່ອນນ້ອມ. ຜູ້ນຳທາງໂລກມີອຳນາດ ແລະ ອິດທິພົນຜ່ານພອນສະຫວັນ, ຄວາມສາມາດ ແລະ ຄວາມຮັ່ງມີຂອງເຂົາເຈົ້າ. ຜູ້ນຳທີ່ເໝືອນດັ່ງພຣະຄຣິດມີອຳນາດ ແລະ ອິດທິພົນ “ໂດຍການຊັກຊວນ, ໂດຍຄວາມອົດກັ້ນ, ໂດຍຄວາມອ່ອນໂຍນ ແລະ ໂດຍຄວາມອ່ອນນ້ອມ, ແລະ ໂດຍຄວາມຮັກອັນບໍ່ແກ້ງເຮັດ.”1
ໃນສາຍພຣະເນດຂອງພຣະເຈົ້າ, ຜູ້ນຳທີ່ຍິ່ງໃຫຍ່ທີ່ສຸດຄືຜູ້ຕິດຕາມທີ່ດີເລີດທີ່ສຸດ.
ຂ້າພະເຈົ້າຂໍແບ່ງປັນປະສົບການສອງຢ່າງ ຈາກການປະຕິບັດຕໍ່ກັນຂອງຂ້າພະເຈົ້າກັບຊາຍໜຸ່ມຂອງສາດສະໜາຈັກ ເມື່ອບໍ່ດົນມານີ້ ທີ່ໄດ້ສອນຂ້າພະເຈົ້າກ່ຽວກັບການນຳພາ ແລະ ການຕິດຕາມ.
ເຮົາທຸກຄົນເປັນຜູ້ນຳ
ເມື່ອບໍ່ດົນມານີ້, ພັນລະຍາ ແລະ ຂ້າພະເຈົ້າໄດ້ໄປຮ່ວມກອງປະຊຸມສິນລະລຶກແຫ່ງໜຶ່ງ ທີ່ບໍ່ແມ່ນຫວອດຂອງພວກເຮົາ. ກ່ອນກອງປະຊຸມຈະເລີ່ມຕົ້ນ, ຊາຍໜຸ່ມຄົນໜຶ່ງໄດ້ມາຫາຂ້າພະເຈົ້າ ແລະ ຂໍໃຫ້ຂ້າພະເຈົ້າຊ່ວຍຢາຍສິນລະລຶກ. ຂ້າພະເຈົ້າໄດ້ຕອບວ່າ, “ຂ້ອຍຍິນດີຈະຊ່ວຍ.”
ຂ້າພະເຈົ້າໄດ້ນັ່ງກັບກຸ່ມມັກຄະນາຍົກ ແລະ ໄດ້ຖາມຄົນໜຶ່ງທີ່ນັ່ງໃກ້ຂ້າພະເຈົ້າວ່າ, “ຂ້ອຍມີໜ້າທີ່ມອບໝາຍອັນໃດແດ່?” ລາວໄດ້ບອກຂ້າພະເຈົ້າວ່າ ຂ້າພະເຈົ້າຕ້ອງເລີ່ມຢາຍຈາກທາງຫລັງຫ້ອງນະມັດສະການ ໃນແຖວກາງຫ້ອງ ແລະ ວ່າລາວຈະໄປອີກຂ້າງໜຶ່ງໃນແຖວດຽວກັນ, ແລະ ພ້ອມກັນພວກເຮົາຈະຍ້າຍໄປຂ້າງໜ້າຫ້ອງ.
ຂ້າພະເຈົ້າໄດ້ເວົ້າວ່າ, “ຂ້ອຍບໍ່ໄດ້ຢາຍສິນລະລຶກມານານແລ້ວ.”
ລາວໄດ້ຕອບວ່າ, “ບໍ່ເປັນຫຍັງດອກ. ທ່ານຈະເຮັດໄດ້ດີ. ຂ້ານ້ອຍກໍໄດ້ຮູ້ສຶກແບບນັ້ນແຫລະ ຕອນຂ້ານ້ອຍເຮັດເທື່ອທຳອິດ.”
ຕໍ່ຈາກນັ້ນ, ມັກຄະນາຍົກທີ່ນ້ອຍທີ່ສຸດໃນກຸ່ມ, ຜູ້ທີ່ຫາກໍໄດ້ຮັບການແຕ່ງຕັ້ງເມື່ອອາທິດທີ່ຜ່ານມາ, ໄດ້ກ່າວຄຳປາໄສໃນກອງປະຊຸມສິນລະລຶກ. ຫລັງຈາກກອງປະຊຸມຈົບລົງ ມັກຄະນາຍົກຄົນອື່ນໆ ກໍໄດ້ພາກັນມາເຕົ້າໂຮມກັນ ເພື່ອບອກລາວວ່າເຂົາເຈົ້າພາກພູມໃຈຫລາຍໃນຕົວເພື່ອນຮ່ວມກຸ່ມຂອງພວກເຂົາ.
ເມື່ອຂ້າພະເຈົ້າໄດ້ໄປຢ້ຽມຢາມເຂົາເຈົ້າໃນວັນນັ້ນ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ແຕ່ລະອາທິດສະມາຊິກຂອງກຸ່ມຖານະປະໂລຫິດທັງໝົດໃນຫວອດນັ້ນພາກັນ ເອື້ອມອອກໄປຫາຊາຍໜຸ່ມບາງຄົນ ແລະ ເຊື້ອເຊີນເຂົາໃຫ້ມາຮ່ວມກຸ່ມຂອງພວກເຂົາ.
ຊາຍໜຸ່ມເຫລົ່ານີ້ ໄດ້ເປັນຜູ້ນຳທີ່ຍິ່ງໃຫຍ່ທຸກຄົນ. ແລະ ແນ່ນອນວ່າ ພວກເຂົາມີຜູ້ດຳລົງຖານະປະໂລຫິດ ແຫ່ງເມນຄີເສເດັກ, ພໍ່ແມ່, ແລະ ຄົນອື່ນໆຜູ້ປະເສີດທີ່ຢູ່ເບື້ອງຫລັງ ຜູ້ທີ່ແນະນຳພວກເຂົາໃນໜ້າທີ່ຂອງພວກເຂົາ. ຜູ້ໃຫຍ່ທີ່ໃຈດີເຊັ່ນນີ້ ບໍ່ພຽງແຕ່ເຫັນຊາຍໜຸ່ມດັ່ງທີ່ພວກເຂົາເປັນຢູ່ໃນເວລານັ້ນເທົ່ານັ້ນ, ແຕ່ເຫັນພວກເຂົາດັ່ງທີ່ພວກເຂົາ ຈະກາຍເປັນໄດ້. ເມື່ອເຂົາເຈົ້າເວົ້າລົມນຳ ຫລື ກ່າວເຖິງຊາຍໜຸ່ມ, ເຂົາເຈົ້າບໍ່ເອົາໃຈໃສ່ແຕ່ຄວາມອ່ອນແອຂອງພວກເຂົາ. ກົງກັນຂ້າມ, ເຂົາເຈົ້າໄດ້ເນັ້ນເຖິງຄຸນສົມບັດຂອງການເປັນຜູ້ນຳທີ່ພວກເຂົາກຳລັງສະແດງໃຫ້ເຫັນຢູ່.
ຊາຍໜຸ່ມທັງຫລາຍ, ພຣະຜູ້ເປັນເຈົ້າເຫັນພວກເຈົ້າດັ່ງນີ້ແຫລະ. ຂ້າພະເຈົ້າເຊື້ອເຊີນພວກເຈົ້າໃຫ້ມອງເຫັນຕົນເອງໃນທາງນີ້. ຈະມີເວລາໃດເວລາໜຶ່ງໃນຊີວິດຂອງພວກເຈົ້າ ທີ່ພວກເຈົ້າຈະຖືກເອີ້ນໃຫ້ນຳພາ. ໃນເວລາອື່ນ, ພວກເຈົ້າຈະຖືກຄາດຫວັງໃຫ້ຕິດຕາມ. ແຕ່ຂ່າວສານຂອງຂ້າພະເຈົ້າຕໍ່ພວກເຈົ້າໃນມື້ນີ້ກໍຄື ບໍ່ວ່າການເອີ້ນຂອງພວກເຈົ້າຈະເປັນອັນໃດກໍຕາມ, ພວກເຈົ້າຈະເປັນຜູ້ນຳສະເໝີໄປ, ແລະ ພວກເຈົ້າກໍຈະເປັນຜູ້ຕິດຕາມສະເໝີໄປອີກດ້ວຍ. ການເປັນຜູ້ນຳ ເປັນການສະແດງອອກເຖິງການເປັນສານຸສິດ—ມັນເປັນເລື່ອງຂອງການຊ່ວຍຄົນອື່ນໃຫ້ມາຫາພຣະຄຣິດ, ຊຶ່ງເປັນສິ່ງທີ່ສານຸສິດທີ່ແທ້ຈິງຄວນເຮັດ. ຖ້າຫາກພວກເຈົ້າພະຍາຍາມຈະເປັນຜູ້ຕິດຕາມຂອງພຣະຄຣິດ, ແລ້ວພວກເຈົ້າຈະສາມາດຊ່ວຍ ຄົນອື່ນໃຫ້ຕິດຕາມພຣະອົງໄດ້, ແລະ ພວກເຈົ້າກໍສາມາດເປັນຜູ້ນຳໄດ້.
ຄວາມສາມາດຂອງພວກເຈົ້າທີ່ຈະນຳພາບໍ່ໄດ້ມາຈາກນິໄສໃຈຄໍທີ່ລ້າເລີງ, ຄວາມສາມາດທີ່ຈະກະຕຸ້ນ, ຫລື ແມ່ນແຕ່ພອນສະຫວັນໃນການປາກເວົ້າຕໍ່ມວນຊົນ. ມັນມາຈາກຄຳໝັ້ນສັນຍາຂອງພວກເຈົ້າ ທີ່ຈະຕິດຕາມພຣະເຢຊູຄຣິດ. ມັນມາຈາກຄວາມປາດຖະໜາຂອງພວກເຈົ້າທີ່ຈະເປັນ, ຕາມຖ້ອຍຄຳຂອງອັບຣາຮາມວ່າ, “ຜູ້ຕິດຕາມຄວາມຊອບທຳຫລາຍຂຶ້ນ.”2 ຖ້າຫາກພວກເຈົ້າເຮັດສິ່ງນັ້ນໄດ້—ເຖິງແມ່ນວ່າພວກເຈົ້າບໍ່ດີພ້ອມໃນເລື່ອງນີ້ກໍຕາມ, ແຕ່ພວກເຈົ້າພະຍາຍາມ—ແລ້ວພວກເຈົ້າກໍ ເປັນ ຜູ້ນຳແລ້ວ.
ການຮັບໃຊ້ຂອງຖານະປະໂລຫິດກໍເປັນການນຳພາ
ໃນອີກໂອກາດໜຶ່ງ, ຂ້າພະເຈົ້າໄດ້ໄປຢ້ຽມຢາມບ້ານຂອງແມ່ທີ່ລ້ຽງລູກໄວລຸ້ນສາມຄົນດ້ວຍຕົວຄົນດຽວ ທີ່ປະເທດນິວຊີແລນ. ລູກຊາຍກົກມີອາຍຸ 18 ປີ ແລະ ໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກເມື່ອ ວັນອາທິດທີ່ຜ່ານມານັ້ນ. ຂ້າພະເຈົ້າໄດ້ຖາມຖ້າຫາກວ່າລາວໄດ້ມີໂອກາດໃຊ້ຖານະປະໂລຫິດນັ້ນແລ້ວບໍ. ລາວໄດ້ເວົ້າວ່າ, “ຂ້ານ້ອຍບໍ່ແນ່ໃຈວ່າ ນັ້ນໝາຍຄວາມວ່າແນວໃດ.”
ຂ້າພະເຈົ້າໄດ້ບອກລາວວ່າ ບັດນີ້ລາວມີສິດອຳນາດທີ່ຈະໃຫ້ພອນແຫ່ງການປອບໂຍນ ຫລື ການປິ່ນປົວຂອງຖານະປະໂລຫິດແລ້ວ. ຂ້າພະເຈົ້າໄດ້ຫລຽວເບິ່ງແມ່ຂອງລາວ, ຜູ້ທີ່ບໍ່ມີຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຄຽງຂ້າງນາງເປັນເວລາຫລາຍປີແລ້ວ. ຂ້າພະເຈົ້າໄດ້ເວົ້າວ່າ, “ຂ້ອຍຄິດວ່າມັນຈະເປັນສິ່ງປະເສີດແທ້ໆ ຖ້າເຈົ້າຈະໃຫ້ພອນແກ່ແມ່ຂອງເຈົ້າ.”
ລາວໄດ້ຕອບວ່າ, “ຂ້ານ້ອຍບໍ່ຮູ້ວິທີ.”
ຂ້າພະເຈົ້າໄດ້ອະທິບາຍວ່າ ລາວສາມາດວາງມືຂອງລາວໃສ່ເທິງຫົວຂອງແມ່ຂອງລາວ, ເອີ້ນຊື່ຂອງນາງ, ກ່າວວ່າລາວກຳລັງໃຫ້ພອນແມ່ໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ, ແລະ ກ່າວສິ່ງໃດກໍໄດ້ທີ່ພຣະວິນຍານເອົາມາໃສ່ໃນຄວາມຄິດ ແລະ ຈິດໃຈຂອງລາວ, ແລະ ປິດພອນນັ້ນໃນພຣະນາມຂອງພຣະເຢຊູຄຣິດ.
ມື້ຕໍ່ມາ, ຂ້າພະເຈົ້າໄດ້ຮັບ ອີເມວ ຈາກລາວ. ສ່ວນໜຶ່ງອ່ານວ່າ: “ຄືນນີ້ຂ້ານ້ອຍໄດ້ໃຫ້ພອນແມ່!. … ຂ້ານ້ອຍໄດ້ຮູ້ສຶກກັງວົນ ແລະ ບໍ່ໝັ້ນໃຈ, ສະນັ້ນຂ້ານ້ອຍຈຶ່ງໄດ້ອະທິຖານຢ່າງຕໍ່ເນື່ອງເພື່ອຈະແນ່ໃຈວ່າຂ້ານ້ອຍໄດ້ມີ ພຣະວິນຍານຢູ່ດ້ວຍ, ເພາະວ່າຂ້ານ້ອຍຈະບໍ່ສາມາດໃຫ້ພອນປາດສະຈາກພຣະວິນຍານ. ເມື່ອຂ້ານ້ອຍໄດ້ເລີ່ມໃຫ້ພອນ, ຂ້ານ້ອຍໄດ້ລືມຕົວເອງ ແລະ ຄວາມອ່ອນແອຂອງຕົນ. … ຂ້ານ້ອຍ [ບໍ່ໄດ້ຄາດຫວັງຈະຮູ້ສຶກເຖິງ] ອຳນາດທາງວິນຍານ ແລະ ທາງອາລົມຢ່າງແຮງກ້າທີ່ຂ້ານ້ອຍໄດ້ຮູ້ສຶກ. … ຫລັງຈາກນັ້ນວິນຍານແຫ່ງຄວາມຮັກໄດ້ສຳພັດຈິດໃຈຂອງຂ້ານ້ອຍ ຈົນຂ້ານ້ອຍຄວບຄຸມອາລົມຂອງຕົນບໍ່ໄດ້, ຂ້ານ້ອຍຈຶ່ງກອດແມ່ ແລະ ຮ້ອງໄຫ້ເໝືອນດັ່ງແອນ້ອຍ. … ແມ່ນແຕ່ໃນເວລານີ້ຂະນະທີ່ຂ້ານ້ອຍຂຽນອີເມວ, [ຂ້ານ້ອຍ] ຮູ້ສຶກເຖິງພຣະວິນຍານນັ້ນ [ຫລາຍໆ] ຂ້ານ້ອຍຈຶ່ງບໍ່ຢາກເຮັດບາບອີກ. … ຂ້ານ້ອຍຮັກພຣະກິດຕິຄຸນນີ້.”3
ນີ້ຊ່າງເປັນເລື່ອງທີ່ດົນໃຈນໍ ທີ່ຈະເຫັນວິທີທີ່ຊາຍໜຸ່ມຜູ້ເບິ່ງຄືວ່າທຳມະດາກໍສາມາດບັນລຸສິ່ງທີ່ຍິ່ງໃຫຍ່ໄດ້ແນວໃດ ຜ່ານການຮັບໃຊ້ຂອງຖານະປະໂລຫິດ, ແມ່ນແຕ່ເມື່ອລາວຮູ້ສຶກບໍ່ໝັ້ນໃຈ? ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຮຽນຮູ້ວ່າ ແອວເດີໜຸ່ມຄົນນີ້ໄດ້ຮັບການເອີ້ນໃຫ້ໄປເຜີຍແຜ່ ແລະ ຈະເຂົ້າສູນອົບລົມຜູ້ສອນສາດສະໜາເດືອນໜ້ານີ້ເອງ. ຂ້າພະເຈົ້າເຊື່ອວ່າ ລາວຈະນຳຈິດວິນຍານຫລາຍດວງມາຫາພຣະຄຣິດ ເພາະວ່າລາວໄດ້ຮຽນຮູ້ວິທີທີ່ຈະຕິດຕາມພຣະຄຣິດ ໃນການຮັບໃຊ້ແຫ່ງຖານະປະໂລຫິດຂອງລາວ—ເລີ່ມຕົ້ນຈາກໃນບ້ານຂອງລາວເອງ, ບ່ອນທີ່ຕົວຢ່າງຂອງລາວກຳລັງມີອິດທິພົນຢ່າງເລິກຊຶ້ງຕໍ່ນ້ອງຊາຍອາຍຸ 14 ປີຂອງລາວ.
ອ້າຍນ້ອງທັງຫລາຍ, ບໍ່ວ່າເຮົາຈະຮັບຮູ້ຫລືບໍ່ກໍຕາມ, ມີຄົນນັບຖືເຮົາຢູ່—ສະມາຊິກໃນຄອບຄົວ, ໝູ່ເພື່ອນ, ແມ່ນແຕ່ຄົນແປກໜ້າ. ມັນບໍ່ພຽງພໍສຳລັບເຮົາ ໃນຖານະຜູ້ດຳລົງຖານະປະໂລຫິດ ທີ່ຈະມາຫາພຣະຄຣິດເທົ່ານັ້ນ; ໜ້າທີ່ຂອງເຮົາໃນເວລານີ້ຄືທີ່ຈະເຊື້ອເຊີນ ທຸກຄົນ ໃຫ້ມາຫາພຣະຄຣິດ.4 ເຮົາບໍ່ສາມາດພໍໃຈໄດ້ ທີ່ໄດ້ຮັບພອນທາງວິນຍານສຳລັບຕົວເຮົາເອງ; ເຮົາຕ້ອງພາຜູ້ຄົນທີ່ເຮົາຮັກໃຫ້ມາຮັບພອນອັນດຽວກັນນີ້—ແລະ ໃນຖານະສານຸສິດຂອງພຣະເຢຊູຄຣິດ, ເຮົາຕ້ອງຮັກທຸກຄົນ. ພຣະບັນຊາຂອງພຣະອົງຕໍ່ເປໂຕ ກໍເປັນພຣະບັນຊາຕໍ່ເຮົາດ້ວຍ ວ່າ: “ເມື່ອເຈົ້າກັບຄືນມາຫາເຮົາແລ້ວ ເຈົ້າຕ້ອງຊູແຮງບັນດາພີ່ນ້ອງຂອງເຈົ້າໄວ້.”5
ຕິດຕາມບຸລຸດແຫ່ງຄາລີເລ
ຈະມີເວລາໃດໜຶ່ງເມື່ອເສັ້ນທາງທີ່ຢູ່ຂ້າງໜ້າເບິ່ງຄືວ່າມືດມົວ, ແຕ່ຂໍໃຫ້ຕິດຕາມພຣະຜູ້ຊ່ວຍໃຫ້ລອດຕໍ່ໄປ. ພຣະອົງຮູ້ຈັກທາງນັ້ນ; ແທ້ຈິງແລ້ວ, ພຣະອົງ ຄື ທາງນັ້ນ.6 ເມື່ອທ່ານຕັ້ງໃຈຢ່າງເຕັມທີ່ ທີ່ຈະມາຫາພຣະຄຣິດ, ທ່ານແຮ່ງຈະປາດຖະໜາຫລາຍຂຶ້ນທີ່ຈະຊ່ວຍຄົນອື່ນ ໃຫ້ມີປະສົບການ ດັ່ງທີ່ທ່ານໄດ້ມີມາ. ອີກຄຳໜຶ່ງສຳລັບຄວາມຮູ້ສຶກນີ້ກໍແມ່ນຄວາມໃຈບຸນ, “ຊຶ່ງ [ພຣະບິດາ] ປະທານໃຫ້ທຸກຄົນ ຊຶ່ງເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະອົງ.”7 ແລ້ວທ່ານຈະພົບເຫັນວ່າໃນການຕິດຕາມພຣະຄຣິດນັ້ນເອງ, ທ່ານກໍກຳລັງນຳພາຄົນອື່ນໃຫ້ມາຫາພຣະອົງ, ເພາະປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ, “ເມື່ອເຮົາຕິດຕາມບຸລຸດແຫ່ງຄາລີເລອົງນັ້ນ—ແມ່ນແຕ່ອົງພຣະເຢຊູຄຣິດເຈົ້າ—ຜູ້ຄົນຈະຮູ້ສຶກເຖິງອິດທິພົນສ່ວນຕົວຂອງເຮົາ ສຳລັບຄວາມດີງາມ ບໍ່ວ່າເຮົາຈະຢູ່ທີ່ໃດກໍຕາມ, ບໍ່ວ່າການເອີ້ນຂອງເຮົາຈະເປັນອັນໃດກໍຕາມ.”8
ຂ້າພະເຈົ້າເປັນພະຍານວ່າ ນີ້ຄືສາດສະໜາຈັກທີ່ແທ້ຈິງຂອງພຣະຄຣິດ. ເຮົາຖືກນຳພາໂດຍສາດສະດາຂອງພຣະເຈົ້າ, ປະທານມອນສັນ—ຜູ້ນຳທີ່ຍິ່ງໃຫຍ່ ຜູ້ທີ່ເປັນຜູ້ຕິດຕາມທີ່ແທ້ຈິງຂອງພຣະຄຣິດນຳອີກ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.