​2010–2019
ພວກເຮົາຈະຕ້ອງເຮັດຢ່າງໃດ?
ເມສາ 2016


11:52

ພວກເຮົາຈະຕ້ອງເຮັດຢ່າງໃດ?

ເຮົາສ້າງສາອານາຈັກ ເມື່ອເຮົາບຳລຸງລ້ຽງຄົນອື່ນ. ເຮົາກໍສ້າງສາອານາຈັກ ເມື່ອເຮົາກ້າປາກກ້າເວົ້າເຖິງຄວາມຈິງ.

ບໍ່ດົນຫລັງຈາກການຟື້ນຄືນພຣະຊົນ ແລະ ການສະເດັດຂຶ້ນໄປສະຫວັນຂອງພຣະເຢຊູ, ອັກຄະສາວົກເປໂຕ ໄດ້ສອນວ່າ, “ພວກທ່ານ … ຈຳເປັນຕ້ອງຮູ້ຢ່າງຄັກແນ່ວ່າ ພຣະເຢຊູອົງນີ້ ຜູ້ທີ່ພວກທ່ານໄດ້ຕອກຄຶງໄວ້ທີ່ໄມ້ກາງແຂນນັ້ນແຫລະ ແມ່ນຜູ້ທີ່ຖືກຕັ້ງໄວ້ໃຫ້ເປັນພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ.” ຜູ້ຟັງໄດ້ມີຄວາມຊາບຊຶ້ງໃນໃຈຫລາຍ ຈຶ່ງໄດ້ຖາມເປໂຕ ແລະ ຄົນອື່ນໆວ່າ, “ພີ່ນ້ອງເອີຍ, ພວກເຮົາຈະຕ້ອງເຮັດຢ່າງໃດ?”1 ແລ້ວ ເຂົາເຈົ້າໄດ້ຮັບເອົາຄຳສອນຂອງເປໂຕ ດ້ວຍຄວາມຊື່ນຊົມ.

ມື້ອື່ນນີ້ ຈະເປັນວັນອິດສະເຕີ ແລ້ວ, ແລະ ຂ້າພະເຈົ້າຫວັງວ່າ ເຮົາຈະຊາບຊຶ້ງໃນໃຈ ທີ່ຈະຮັບຮູ້ພຣະຜູ້ຊ່ວຍໃຫ້ລອດ, ກັບໃຈ, ແລະ ເຊື່ອຟັງດ້ວຍຄວາມຊື່ນຊົມ.

ໃນກອງປະຊຸມໃຫຍ່ສາມັນນີ້ ເຮົາຈະຟັງຄຳແນະນຳທີ່ດົນໃຈ ຊຶ່ງມອບໃຫ້ໂດຍຜູ້ນຳຂອງສາດສະໜາຈັກ, ທັງຊາຍ ແລະ ຍິງ. ໂດຍທີ່ຮູ້ວ່າ ໃຈເຮົາຈະຖືກສຳພັດດ້ວຍຖ້ອຍຄຳຂອງພວກເພິ່ນ, ຂ້າພະເຈົ້າຈຶ່ງຢາກຖາມທ່ານ ໃນຄ່ຳຄືນນີ້ວ່າ, “ເອື້ອຍນ້ອງທັງຫລາຍ, ພວກເຮົາຈະຕ້ອງເຮັດຢ່າງໃດ?”

ອີລາຍຊາ ອາ ສະໂນ, ປະທານສະມາຄົມສະຕີສົງເຄາະສາມັນ, ໄດ້ປະກາດຕໍ່ບັນດາເອື້ອຍນ້ອງ ເກືອບເຖິງ 150 ປີ ຜ່ານມາແລ້ວວ່າ, “ພຣະຜູ້ເປັນເຈົ້າໄດ້ມອບໜ້າທີ່ຮັບຜິດຊອບອັນສູງສົ່ງໃຫ້ແກ່ພວກເຮົາ.”2 ຂ້າພະເຈົ້າເປັນພະຍານວ່າ ການປະກາດຂອງເພິ່ນ ຍັງເປັນຄວາມຈິງຢູ່ໃນທຸກວັນນີ້.

ສາດສະໜາຈັກຂອງພຣະຜູ້ເປັນເຈົ້າ ຕ້ອງການຜູ້ຍິງທີ່ໄດ້ຮັບການຊີ້ນຳຈາກພຣະວິນຍານ ຜູ້ທີ່ມີຂອງປະທານພິເສດ ເພື່ອບຳລຸງລ້ຽງ, ກ້າເວົ້າ, ແລະ ປົກປ້ອງຄວາມຈິງຂອງພຣະກິດຕິຄຸນ. ການດົນໃຈ ແລະ ສັນຊາດຕະຍານຂອງເຮົາ ເປັນພາກສ່ວນສຳຄັນ ໃນການສ້າງສາອານາຈັກຂອງພຣະເຈົ້າ, ຊຶ່ງໝາຍເຖິງພາກສ່ວນຂອງເຮົາ ທີ່ຈະນຳຄວາມລອດມາສູ່ລູກໆຂອງພຣະເຈົ້າ.

ການສ້າງສາອານາຈັກຜ່ານການບຳລຸງລ້ຽງ

ເຮົາສ້າງສາອານາຈັກ ເມື່ອເຮົາບຳລຸງລ້ຽງຊຶ່ງກັນແລະກັນ. ເຖິງຢ່າງໃດກໍຕາມ, ລູກຄົນທຳອິດຂອງພຣະເຈົ້າ ທີ່ເຮົາຈະສ້າງຂຶ້ນໃນພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່ ແມ່ນຕົວເຮົາເອງ. ເອມມາ ສະມິດ ໄດ້ກ່າວວ່າ, “ຂ້າພະເຈົ້າປາດຖະໜາ ທີ່ຈະມີພຣະວິນຍານຂອງພຣະເຈົ້າ ເພື່ອຈະໄດ້ຮູ້ ແລະ ເຂົ້າໃຈຕົວເອງ, ເພື່ອວ່າຂ້າພະເຈົ້າຈະສາມາດເອົາຊະນະ ປະເພນີໃດ ຫລື ທຳມະຊາດໃດກໍຕາມ ທີ່ບໍ່ຊ່ວຍໃຫ້ຂ້າພະເຈົ້າໄດ້ຮັບຄວາມສູງສົ່ງ.”3 ເຮົາຕ້ອງພັດທະນາສັດທາທີ່ແຂງແກ່ນ ໃນພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ກ້າວເດີນໄປໜ້າ, ເຕັມໄປດ້ວຍພະລັງແຫ່ງພັນທະສັນຍາໃນພຣະວິຫານ, ມຸ້ງໜ້າສູ່ຄວາມສູງສົ່ງ

ຖ້າຫາກປະເພນີຂອງເຮົາ ບໍ່ສອດຄ່ອງກັບພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່ຂອງພຣະເຢຊູ ແລ້ວເຮົາຈະເຮັດແນວໃດ? ການປະຖິ້ມປະເພນີເກົ່າໄປ ອາດຮຽກຮ້ອງການສະໜັບສະໜູນທາງຄວາມຮູ້ສຶກ ແລະ ການບຳລຸ້ງລ້ຽງຈາກຄົນອື່ນ, ດັ່ງທີ່ໄດ້ເກີດກັບຂ້າພະເຈົ້າ.

ຕອນຂ້າພະເຈົ້າເກີດ, ພໍ່ແມ່ຂອງຂ້າພະເຈົ້າໄດ້ປູກຕົ້ນຈຳປີຕົ້ນໜຶ່ງ ຢູ່ຫລັງບ້ານ ເພື່ອຈະໄດ້ໃຊ້ດອກ ໃນວັນແຕ່ງງານຂອງຂ້າພະເຈົ້າ, ຊຶ່ງຈະຈັດຂຶ້ນໃນໂບດ ໂປເຕສ໌ຕັງ ຂອງບັນພະບຸລຸດຂອງຂ້າພະເຈົ້າ. ແຕ່ໃນວັນແຕ່ງງານຂອງຂ້າພະເຈົ້າ, ພໍ່ແມ່ບໍ່ໄດ້ຢູ່ຄຽງຂ້າງ ແລະ ກໍບໍ່ມີດອກຈຳປີ. ໂດຍທີ່ໄດ້ປ່ຽນໃຈເຫລື້ອມໃສເຂົ້າໃນສາດສະໜາຈັກ ໄດ້ໜຶ່ງປີ, ຂ້າພະເຈົ້າໄດ້ເດີນທາງມາເມືອງເຊົາເລັກ, ລັດຢູທາ, ເພື່ອຮັບເອົາຂອງປະທານສັກສິດ ແລະ ຜະນຶກເຂົ້າກັບ ເດວິດ, ຄູ່ໝັ້ນຂອງຂ້າພະເຈົ້າ.

ຕອນຂ້າພະເຈົ້າໄດ້ຈາກລັດຫລຸຍສີອານາ ມາ ແລະ ເມື່ອໃກ້ເຖິງລັດຢູທາ, ຄວາມຮູ້ສຶກທີ່ວ້າເວ່ ໄດ້ເກີດກັບ ຂ້າພະເຈົ້າ. ກ່ອນມື້ແຕ່ງງານ, ຂ້າພະເຈົ້າໄດ້ໄປພັກຢູ່ກັບແມ່ຕູ້ນ້າຂອງ ເດວິດ, ຊຶ່ງຮູ້ຈັກກັນວ່າ ປ້າ ແຄໂຣ.

ຂ້າພະເຈົ້າເປັນຄົນແປກໜ້າຢູ່ໃນລັດຢູທາ, ໄປພັກເຊົາຢູ່ເຮືອນຂອງຄົນແປກໜ້າ ກ່ອນໄດ້ຖືກຜະນຶກ—ຊົ່ວນິລັນດອນ—ເຂົ້າກັບຄອບຄົວທີ່ຂ້າພະເຈົ້າບໍ່ຄຸ້ນເຄີຍ. (ດີແຕ່ຂ້າພະເຈົ້າຮັກ ແລະ ໄວ້ວາງໃຈ ສາມີໃນອະນາຄົດຂອງຂ້າພະເຈົ້າ ແລະ ພຣະຜູ້ເປັນເຈົ້າ!)

ໃນຂະນະທີ່ຂ້າພະເຈົ້າກຳລັງຍ່າງໄປຫາປະຕູເຮືອນຂອງປ້າແຄໂຣ, ຂ້າພະເຈົ້າຢາກແລ່ນໄປລີ້. ປະຕູໄດ້ເປີດ—ຂ້າພະເຈົ້າໄດ້ຢືນຢູ່ດ້ວຍຄວາມຢ້ານກົວ—ແລະ ປ້າແຄໂຣ, ບໍ່ປາກບໍ່ເວົ້າຫຍັງ, ໄດ້ກ້າວອອກມາ ໂອບກອດຂ້າພະເຈົ້າ. ເພິ່ນບໍ່ເຄີຍມີລູກ—ໃຈທີ່ບຳລຸງລ້ຽງຂອງເພິ່ນ—ໄດ້ຮູ້ວ່າ ຂ້າພະເຈົ້າຕ້ອງການຄວາມອົບອຸ່ນ. ມັນຊ່າງເປັນຄວາມຮູ້ສຶກທີ່ສະບາຍໃຈ ແລະ ຫວານຊື່ນແທ້ໆ! ຄວາມຢ້ານກົວຂອງຂ້າພະເຈົ້າໄດ້ຫາຍໄປ, ແລະ ຄວາມຮູ້ສຶກທີ່ໄດ້ຢູ່ໃນບ່ອນປອດໄພ ໄດ້ເຂົ້າມາທົດແທນ.

ຄວາມຮັກຄືການມີຫ້ອງຫວ່າງ ຢູ່ໃນຊີວິດຂອງທ່ານ ສຳລັບຄົນອື່ນ, ດັ່ງທີ່ປ້າແຄໂຣ ໄດ້ເຮັດນຳຂ້າພະເຈົ້າ.

ຜູ້ເປັນແມ່ ຈະມີຫ້ອງຫວ່າງຢູ່ໃນຮ່າງກາຍ ສຳລັບລູກທີ່ຢູ່ໃນຄັນ—ແລະ ຫວັງວ່າເຂົາເຈົ້າຈະມີຊ່ອງວ່າງໃນໃຈຂອງເຂົາເຈົ້າ ເມື່ອເຂົາເຈົ້າລ້ຽງດູພວກເຂົາ—ແຕ່ການບຳລຸງລ້ຽງ ບໍ່ໄດ້ຈຳກັດຢູ່ໃນການໃຫ້ກຳເນີດເທົ່ານັ້ນ. ເອວາໄດ້ຖືກເອີ້ນວ່າ “ມານດາ” ກ່ອນເພິ່ນມີລູກ.4 ຂ້າພະເຈົ້າເຊື່ອວ່າ “ຕໍ່ຜູ້ເປັນແມ່” ມັນໝາຍເຖິງ “ການໃຫ້ຊີວິດ.” ໃຫ້ຄິດເຖິງຫລາຍວິທີທີ່ທ່ານໃຫ້ຊີວິດ. ມັນອາດເປັນການໃຫ້ຊີວິດທາງຈິດໃຈແກ່ຜູ້ທີ່ສິ້ນຫວັງ ຫລື ໃຫ້ຊີວິດທາງວິນຍານແກ່ຜູ້ທີ່ສົງໄສ. ດ້ວຍຄວາມຊ່ວຍເຫລືອຂອງພຣະວິນຍານບໍລິສຸດ, ເຮົາສາມາດສ້າງສະຖານທີ່ ໃຫ້ການປິ່ນປົວທາງຈິດໃຈ ສຳລັບຜູ້ທີ່ຖືກຕໍ່ຕ້ານ, ຜູ້ທີ່ຖືກປະຕິເສດ, ແລະ ຄົນແປກໜ້າ. ໃນວິທີທີ່ອ່ອນໂຍນ ແຕ່ມີພະລັງນີ້, ເຮົາໄດ້ສ້າງສາອານາຈັກຂອງພຣະເຈົ້າ. ເອື້ອຍນ້ອງທັງຫລາຍ, ເຮົາທຸກຄົນໄດ້ມາສູ່ໂລກນີ້ ດ້ວຍຂອງປະທານ ແຫ່ງການໃຫ້ກຳເນີດ, ການລ້ຽງດູ, ແລະ ການເປັນແມ່ ເພາະວ່ານັ້ນຄືແຜນ ຂອງພຣະເຈົ້າ.

ການເຮັດຕາມແຜນຂອງພຣະອົງ ແລະ ການກາຍເປັນຜູ້ສ້າງສາອານາຈັກ ຮຽກຮ້ອງການເສຍສະລະທີ່ບໍ່ເຫັນແກ່ຕົວ. ແອວເດີ ອໍສັນ ແອັຟ ວິດນີ ໄດ້ຂຽນວ່າ: “ຄວາມເຈັບປວດທັງໝົດທີ່ເຮົາໄດ້ຮັບ, ແລະ ຄວາມອົດທົນທັງໝົດທີ່ເຮົາມີ, ໂດຍສະເພາະ ຕອນທີ່ເຮົາອົດທົນກັບມັນໄດ້ຢ່າງດົນນານ, … ຈະຊຳລະລ້າງໃຈຂອງເຮົາ … ແລະ ເຮັດໃຫ້ເຮົາເປັນຄົນທີ່ອ່ອນໂຍນກວ່າ ແລະ ມີໃຈເພື່ອແຜ່ຫລາຍກວ່າ. … ແລະ ເປັນເພາະຜ່ານ … ວຽກງານໜັກ ແລະ ຄວາມລຳບາກຍາກແຄ້ນນີ້ແຫລະ, ທີ່ເຮົາມີຄວາມຮູ້ຫລາຍຂຶ້ນ … ຊຶ່ງຈະເຮັດໃຫ້ເຮົາ ກາຍເປັນເໝືອນດັ່ງພຣະບິດາ ແລະ ພຣະມານດາຂອງເຮົາ ໃນສະຫວັນຫລາຍຂຶ້ນ.”5 ການທົດລອງທີ່ເຮັດໃຫ້ບໍລິສຸດນີ້ ຈະພາເຮົາມາຫາພຣະຄຣິດ, ຜູ້ສາມາດປິ່ນປົວເຮົາ ແລະ ເຮັດໃຫ້ເຮົາເປັນປະໂຫຍດໃນວຽກງານແຫ່ງຄວາມລອດຂອງພຣະອົງ.

ການສ້າງສາອານາຈັກ ຜ່ານການປາກເວົ້າ ແລະ ການສະແດງປະຈັກພະຍານ

ເຮົາກໍຍັງສ້າງສາອານາຈັກນຳອີກ ເມື່ອເຮົາກ້າເວົ້າ ແລະ ເປັນພະຍານເຖິງຄວາມຈິງ. ເຮົາເຮັດຕາມແບບແຜນຂອງພຣະຜູ້ເປັນ. ພຣະອົງກ່າວ ແລະ ສອນດ້ວຍອຳນາດ ແລະ ສິດອຳນາດຂອງພຣະເຈົ້າ. ເອື້ອຍນ້ອງທັງຫລາຍ, ເຮົາກໍສາມາດສອນຄືກັນ. ຕາມປົກກະຕິແລ້ວ ຜູ້ຍິງມັກເວົ້າ ແລະ ມັກເຕົ້າໂຮມກັນ! ເມື່ອເຮົາທຳງານຜ່ານການມອບໝາຍຈາກສິດອຳນາດຂອງຖານະປະໂລຫິດ ທີ່ໄດ້ມອບໃຫ້ເຮົາ, ການເວົ້າລົມກັນ ແລະ ການ

ຊິດສະເຕີ ຈູລີ ບີ ເບັກ, ອະດີດປະທານສະມາຄົມສະຕີສົງເຄາະສາມັນ, ໄດ້ສອນວ່າ: “ຄວາມສາມາດ ທີ່ຈະໄດ້ຮັບ, ແລະ ເຮັດຕາມການເປີດເຜີຍສ່ວນຕົວ ເປັນຄວາມຊຳນານທີ່ສຳຄັນທີ່ສຸດ ທີ່ບຸກຄົນສາມາດມີໄດ້ ໃນຊີວິດນີ້. … ມັນຮຽກຮ້ອງຄວາມພະຍາຍາມທີ່ມີຈຸດປະສົງ.”6

ການເປີດເຜີຍສ່ວນຕົວ ຈາກພຣະວິນຍານບໍລິສຸດ ຈະກະຕຸ້ນເຮົາ ເພື່ອໃຫ້ຮຽນຮູ້, ໃຫ້ເວົ້າ, ແລະ ເຮັດຕາມຄວາມຈິງນິລັນດອນ—ຊຶ່ງເປັນຄວາມຈິງຂອງພຣະຜູ້ຊ່ວຍໃຫ້ລອດ. ເມື່ອເຮົາຕິດຕາມພຣະຄຣິດຫລາຍຂຶ້ນເທົ່າໃດ, ເຮົາຈະຮູ້ສຶກເຖິງຄວາມຮັກ ແລະ ການຊີ້ນຳຂອງພຣະອົງ ຫລາຍຂຶ້ນເທົ່ານັ້ນ; ເມື່ອເຮົາຮູ້ສຶກເຖິງຄວາມຮັກ ແລະ ການຊີ້ນຳຂອງພຣະອົງ ຫລາຍຂຶ້ນເທົ່າໃດ, ເຮົາກໍຈະຢາກກ່າວ ແລະ ສອນຄວາມຈິງ ດັ່ງທີ່ພຣະອົງໄດ້ເຮັດ ຫລາຍຂຶ້ນເທົ່ານັ້ນ, ແມ່ນແຕ່ໃນເວລາທີ່ເຮົາປະເຊີນກັບການຕໍ່ຕ້ານ.

ເມື່ອຫລາຍປີກ່ອນ, ຂ້າພະເຈົ້າໄດ້ອະທິຖານຂໍຖ້ອຍຄຳ ເພື່ອປົກປ້ອງການເປັນແມ່ ຕອນຂ້າພະເຈົ້າໄດ້ຮັບໂທລະສັບຈາກຄົນແປກໜ້າຄົນໜຶ່ງ.

ຄົນທີ່ໂທມາໄດ້ຖາມວ່າ, “ເຈົ້າແມ່ນ ແນວ ແມຣິອອດ, ຜູ້ມີ ລູກຫລາຍຄົນຫັ້ນບໍ?”

ຂ້າພະເຈົ້າໄດ້ຕອບຢ່າງຍິ້ມແຍ້ມແຈ່ມໃສວ່າ, “ແມ່ນແລ້ວ!” ຫວັງຈະໄດ້ຍິນລາວເວົ້າວ່າ, “ຂ້ອຍດີໃຈນຳເດີ້!”

ແຕ່ບໍ່ແມ່ນ! ຂ້າພະເຈົ້າຈະບໍ່ເຄີຍລືມ ຄຳເວົ້າຂອງລາວ ທີ່ວ່າ: “ຂ້ອຍບໍ່ພໍໃຈຫລາຍທີ່ສຸດ ທີ່ເຈົ້າໃຫ້ລູກຫລັ່ງໄຫລອອກມາ ສູ່ໂລກທີ່ອັ່ງອໍຢູ່ແລ້ວ!”

“ເອີ,” ຂ້າພະເຈົ້າໄດ້ເວົ້າວ່າ, “ຂ້ອຍຮູ້ວ່າ ເຈົ້າຮູ້ສຶກແນວໃດ.”

ລາວເວົ້າວ່າ, “ບໍ່—ເຈົ້າບໍ່ຮູ້!”

ແລ້ວ ຂ້າພະເຈົ້າເວົ້າວ່າ, “ເອີ, ບາງທີຂ້ອຍບໍ່ຮູ້.”

ລາວໄດ້ບອກຂ້າພະເຈົ້າ ກ່ຽວກັບການເລືອກອັນໂງ່ຈ້າຂອງຂ້າພະເຈົ້າ ທີ່ຈະເປັນແມ່. ໃນຂະນະທີ່ລາວກຳລັງເວົ້າໄປເລື້ອຍໆ, ຂ້າພະເຈົ້າໄດ້ເລີ່ມຕົ້ນອະທິຖານຂໍຄວາມຊ່ວຍເຫລືອ ແລະ ແນວຄິດທີ່ອ່ອນໂຍນ ໄດ້ເຂົ້າມາສູ່ຈິດໃຈຂອງຂ້າພະເຈົ້າວ່າ: “ພຣະຜູ້ເປັນເຈົ້າຈະກ່າວແນວໃດກັບຍິງຄົນນັ້ນ?” ຂ້າພະເຈົ້າຮູ້ສຶກວ່າ ຂ້າພະເຈົ້າໄດ້ຢືນຢູ່ເທິງຮາກຖານທີ່ໝັ້ນຄົງ ແລະ ມີຄວາມກ້າຫານ ເມື່ອຄິດເຖິງພຣະເຢຊູຄຣິດ.

ຂ້າພະເຈົ້າໄດ້ຕອບວ່າ, “ຂ້ອຍດີໃຈ ທີ່ໄດ້ເປັນແມ່, ແລະ ຂ້ອຍສັນຍາກັບເຈົ້າວ່າ ຂ້ອຍຈະເຮັດຈົນສຸດຄວາມສາມາດ ທີ່ຈະລ້ຽງດູ ລູກໆ ໃນທາງທີ່ຈະຊ່ວຍໃຫ້ໂລກນີ້ ດີຂຶ້ນກວ່າເກົ່າ.”

ລາວໄດ້ເວົ້າວ່າ, “ເອີ, ຂ້ອຍຫວັງວ່າ ເຈົ້າຈະເຮັດແນວນັ້ນ!” ແລ້ວກໍວາງສາຍ.

ມັນບໍ່ໄດ້ເປັນເລື່ອງໃຫຍ່—ເພາະຂ້າພະເຈົ້າໄດ້ຢືນຢູ່ໃນເຮືອນຄົວທີ່ໝັ້ນຄົງຂອງຂ້າພະເຈົ້າເອງ! ແຕ່ໃນວິທີເລັກນ້ອຍຂອງຂ້າພະເຈົ້າ, ຂ້າພະເຈົ້າສາມາດປົກປ້ອງຄອບຄົວ, ການເປັນແມ່, ແລະ ການບຳລຸ້ງລ້ຽງ ເພາະສອງຢ່າງ: (1) ຂ້າພະເຈົ້າເຂົ້າໃຈ ແລະ ເຊື່ອຄຳສອນຂອງພຣະເຈົ້າ ເລື່ອງຄອບຄົວ, ແລະ (2) ຂ້າພະເຈົ້າໄດ້ອະທິຖານຂໍໃຫ້ຮູ້ຈັກສິ່ງທີ່ຈະເວົ້າ ເພື່ອບອກເຖິງ ຄວາມຈິງເຫລົ່ານີ້.

ໂດຍທີ່ເປັນຄົນແຕກຕ່າງຈາກຊາວໂລກ ເຮົາຈະຖືກວິຈານເປັນບາງຄັ້ງ, ແຕ່ເຮົາຕ້ອງຍຶດໝັ້ນໃນຫລັກທຳນິລັນດອນ ແລະ ເປັນພະຍານ, ບໍ່ວ່າຊາວໂລກຈະຕອບຮັບໃນທາງໃດກໍຕາມ.

ເມື່ອເຮົາຖາມຕົນເອງວ່າ, “ເຮົາຈະຕ້ອງເຮັດຢ່າງໃດ?” ໃຫ້ເຮົາມາໄຕ່ຕອງ ຄຳຖາມນີ້: “ພຣະຜູ້ຊ່ວຍໃຫ້ລອດເຮັດຢ່າງໃດ ຕະຫລອດເວລາ?” ພຣະອົງບຳລຸງລ້ຽງ. ພຣະອົງສ້າງສາ. ພຣະອົງຊຸກຍູ້ຄວາມເຕີບໂຕ ແລະ ຄວາມດີ. ສະຕີ ແລະ ເອື້ອຍນ້ອງທັງຫລາຍ, ເຮົາສາມາດເຮັດສິ່ງເຫລົ່ານີ້ໄດ້! ສ່ວນນ້ອງນ້ອຍໃນຊັ້ນປະຖົມໄວ, ມີບາງຄົນໃນຄອບຄົວຂອງພວກເຈົ້າບໍ ຜູ້ຕ້ອງການຄວາມຮັກ ແລະ ຄວາມເມດຕາ? ພວກເຈົ້າສ້າງສາອານາຈັກ ໂດຍການບຳລຸ້ງລ້ຽງຄົນອື່ນ ເໝືອນກັນ.

ການສ້າງໂລກຂອງພຣະຜູ້ຊ່ວຍໃຫ້ລອດ, ພາຍໃຕ້ການນຳພາຂອງພຣະບິດາຂອງພຣະອົງ, ເປັນການກະທຳອັນຍິ່ງໃຫຍ່ແຫ່ງການບຳລຸງລ້ຽງ. ພຣະອົງໄດ້ຈັດຫາສະຖານທີ່ໃຫ້ເຮົາ ເພື່ອຈະໄດ້ເຕີບໂຕ ແລະ ພັດທະນາສັດທາ ໃນອຳນາດການຊົດໃຊ້ຂອງພຣະອົງ. ສັດທາໃນພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ ເປັນສະຖານທີ່ສູງສົ່ງ ທີ່ໃຫ້ການປິ່ນປົວ ແລະ ໃຫ້ຄວາມຫວັງ, ໃຫ້ຄວາມເຕີບໂຕ ແລະ ມີຈຸດປະສົງ. ເຮົາທຸກຄົນຕ້ອງການສະຖານທີ່ ສຳລັບຈິດໃຈ ແລະ ຮ່າງກາຍ. ເຮົາທຸກຄົນ, ເອື້ອຍນ້ອງໃນທຸກໄວ, ສາມາດສ້າງ ສິ່ງນີ້ໄດ້; ແມ່ນແຕ່ເປັນສະຖານທີ່ສັກສິດ.

ໜ້າທີ່ຮັບຜິດຊອບອັນສູງສົ່ງຂອງເຮົາ ແມ່ນການກາຍເປັນຄົນທີ່ຕິດຕາມພຣະຜູ້ຊ່ວຍໃຫ້ລອດ, ເປັນຜູ້ບຳລຸງລ້ຽງດ້ວຍການດົນໃຈ, ແລະ ດຳລົງຊີວິດຕາມຄວາມຈິງຢ່າງກ້າຫານ. ເມື່ອເຮົາທູນຂໍໃຫ້ພຣະບິດາເທິງສະຫວັນ ເຮັດໃຫ້ເຮົາເປັນຜູ້ສ້າງສາອານາຈັກ, ອຳນາດຂອງພຣະອົງຈະຫລັ່ງໄຫລມາສູ່ເຮົາ ແລະ ເຮົາຈະຮູ້ຈັກວິທີທີ່ຈະບຳລຸງລ້ຽງ, ແລະ ໃນທີ່ສຸດ ກາຍເປັນເໝືອນດັ່ງພຣະບິດາມານດາເທິງສະຫວັນຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງອ້າງອີງ

  1. ກິດຈະການ 2:36–37.

  2. Eliza R. Snow, in Daughters in My Kingdom: The History and Work of Relief Society (2011), 42.

  3. Emma Smith, in Daughters in My Kingdom, 12.

  4. ເບິ່ງ ປະຖົມມະການ 3:20.

  5. Orson F. Whitney, in Spencer W. Kimball, Faith Precedes the Miracle (1972), 98.

  6. Julie B. Beck, “And upon the Handmaids in Those Days Will I Pour Out My Spirit,” Liahona, May 2010, 11.