​2010–2019
ບ່ອນຫລົບໄພຈາກພະຍຸ
ເມສາ 2016


12:41

ບ່ອນຫລົບໄພຈາກພະຍຸ

ເຂົາເຈົ້າຈະບໍ່ເປັນອົບພະຍົບຕະຫລອດໄປ, ແຕ່ໜ້າທີ່ຂອງເຮົາແມ່ນທີ່ຈະຊ່ວຍເຂົາເຈົ້າໃຫ້ກັບຄືນສູ່ສະພາບເດີມ.

“ເພາະເມື່ອເຮົາຫິວເຂົ້າ ພວກເຈົ້າກໍເອົາໃຫ້ເຮົາກິນ: ເມື່ອເຮົາຫິວນ້ຳ ພວກເຈົ້າກໍເອົາໃຫ້ເຮົາດື່ມ: ເຮົາເປັນແຂກບ້ານ ພວກເຈົ້າໄດ້ຕ້ອນຮັບເຮົາໄວ້:

“ເຮົາເປືອຍກາຍ, ພວກເຈົ້າກໍເອົາເຄື່ອງໃຫ້ເຮົານຸ່ງ. …

“ເຮົາບອກພວກເຈົ້າຕາມຈິງວ່າ ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”1

ມີອົບພະຍົບປະມານ 60 ລ້ານຄົນ ຢູ່ໃນໂລກທຸກວັນນີ້, ຊຶ່ງໝາຍເຖິງ “1 ໃນມະນຸດ 122 ຄົນ … ໄດ້ຖືກບັງຄັບໃຫ້ໜີຈາກບ້ານເຮືອນຂອງເຂົາເຈົ້າ,”2 ແລະ ຈຳນວນເຄິ່ງໜຶ່ງແມ່ນເດັກນ້ອຍ.3 ເປັນທີ່ໜ້າຕົກໃຈ ເມື່ອຄິດກ່ຽວກັບຈຳນວນທີ່ຖືກກະທົບກະເທືອນ ແລະ ເມື່ອຄິດເຖິງຄວາມໝາຍ ໃນຊີວິດຂອງແຕ່ລະຄົນ. ໜ້າທີ່ມອບໝາຍຂອງຂ້າພະເຈົ້າໃນປະຈຸບັນ ແມ່ນຢູ່ ເຂດເອີຣົບ, ບ່ອນທີ່ອົບພະຍົບຫລາຍກວ່າໜຶ່ງສ່ວນສີ່ລ້ານ ໄດ້ຫລັ່ງໄຫລມາຈາກ ປະເທດທີ່ມີເສິກສົງສາມຢູ່ພາກຕາເວັນອອກ ແລະ ອາຟຣິກາ.4 ພວກເຮົາເຫັນຜູ້ຄົນຢ່າງຫລວງຫລາຍມາເຖິງດ້ວຍເສື້ອຜ້າຄາຄີງ ແລະ ກັບຖົງນ້ອຍຖົງໜຶ່ງ. ຜູ້ຄົນສ່ວນຫລາຍເປັນຄົນມີຄວາມຮູ້ສູງ, ແລະ ທຸກຄົນໄດ້ປະຖິ້ມເຮືອນຊານ, ໂຮງຮຽນ, ແລະ ລ້າການຂອງຕົນ.

ພາຍໃຕ້ການຊີ້ນຳຂອງຝ່າຍປະທານສູງສຸດ, ສາດສະໜາຈັກໄດ້ຮ່ວມມືກັບ 75 ອົງການ ໃນ 17 ປະເທດ ຢູ່ເຂດເອີຣົບ. ອົງການເຫລົ່ານີ້ ຮ່ວມທັງສະຖາບັນໃຫຍ່ລະດັບນາໆຊາດ ແລະ ລົງໄປເຖິງ ກຸ່ມລິເລີ່ມນ້ອຍໆ, ຈາກໜ່ວຍລັດຖະບານ ເຖິງ ອົງການໃຈບຸນ ຈາກສາດສະໜາຕ່າງໆ. ພວກເຮົາໂຊກດີຫລາຍ ທີ່ໄດ້ເປັນຫຸ້ນສ່ວນກັບເຂົາເຈົ້າ ແລະ ຮຽນຮູ້ຈາກຜູ້ທີ່ທຳງານກັບອົບພະຍົບ ຕະຫລອດທົ່ວໂລກ ເປັນເວລາຫລາຍປີ.

ໂດຍທີ່ເປັນສະມາຊິກຂອງສາດສະໜາຈັກ, ໂດຍທີ່ເປັນຜູ້ຄົນ, ເຮົາບໍ່ຈຳເປັນຕ້ອງຫວນຄືນໄກ ເຖິງປະຫວັດສາດຂອງເຮົາເອງ ທີ່ເຄີຍເປັນອົບພະຍົບ, ຖືກຂັບໄລ່ອອກຈາກບ້ານເຮືອນ ແລະ ໄຮ່ນາຮົ້ວສວນແບບປ່າເຖື່ອນ ເທື່ອແລ້ວເທື່ອອີກ. ອາທິດແລ້ວນີ້ ໃນການກ່າວເຖິງອົບພະຍົບ, ຊິດສະເຕີ ລິນດາ ເບີຕັນ ໄດ້ຂໍໃຫ້ເອື້ອຍນ້ອງຂອງສາດສະໜາຈັກ ຖາມຕົວເອງວ່າ “ຈະເປັນແນວໃດ ຖ້າເລື່ອງລາວ ຂອງເຂົາເຈົ້າ ເປັນເລື່ອງລາວຂອງ ເຮົາ?”5 ເລື່ອງລາວຂອງເຂົາເຈົ້າ ກໍເປັນ ເລື່ອງລາວຂອງເຮົາ, ເມື່ອບໍ່ຫລາຍປີກ່ອນ.

ຝ່າຍລັດຖະບານໄດ້ມີການໂຕ້ຖຽງກັນຢ່າງໜັກ ຕະຫລອດທົ່ວສັງຄົມ ກ່ຽວກັບຄວາມໝາຍຂອງອົບພະຍົບ ແລະ ຄວນເຮັດແນວໃດ ເພື່ອຊ່ວຍເຫລືອອົບພະຍົບ. ຂ້າພະເຈົ້າບໍ່ມີເຈດຕະນາທີ່ຈະຍົກເລື່ອງນີ້ຂຶ້ນມາກ່າວ ເພື່ອໃຫ້ຜູ້ຄົນໂຕ້ຖຽງກັນ, ຫລື ກ່າວເຖິງນະໂຍບາຍຂອງການເຂົ້າເມືອງ, ແຕ່ຢາກໃຫ້ຜູ້ຄົນຄຳນຶງເຖິງ ຜູ້ຄົນ ທີ່ໄດ້ຖືກຂັບໄລ່ອອກຈາກບ້ານເຮືອນ ແລະ ປະເທດຂອງຕົນ ເນື່ອງດ້ວຍສົງຄາມ ທີ່ເຂົາເຈົ້າບໍ່ມີພາກສ່ວນດ້ວຍ.

ພຣະຜູ້ຊ່ວຍໃຫ້ລອດຮູ້ວ່າ ການເປັນອົບພະຍົບນັ້ນເປັນຈັ່ງໃດ—ພຣະອົງກໍເຄີຍເປັນ. ຕອນຍັງນ້ອຍ, ພຣະເຢຊູ ແລະ ຄອບຄົວຂອງພຣະອົງ ໄດ້ໜີໄປປະເທດເອຢິບ ຈາກການຊອກຕາມລ້າຊີວິດ ໂດຍຄຳສັ່ງຂອງເຮໂຣດ. ແລະ ໃນຫລາຍໄລຍະໃນຊ່ວງປະຕິບັດສາດສະໜາກິດຂອງພຣະອົງ, ພຣະເຢຊູໄດ້ຖືກຂົ່ມຂູ່ ແລະ ຊີວິດຂອງພຣະອົງກໍຢູ່ໃນຂັ້ນອັນຕະລາຍ, ໃນທີ່ສຸດກໍໄດ້ຍອມຕໍ່ເຈດຕະນາຂອງກຸ່ມຜູ້ຊາຍທີ່ຊົ່ວຮ້າຍ ຜູ້ວາງແຜນທີ່ຈະສັງຫານພຣະອົງ. ມັນເປັນສິ່ງທີ່ໜ້າອັດສະຈັນໃຈ ທີ່ໃນເວລານັ້ນ ພຣະອົງຍັງສອນເຮົາໃຫ້ ຮັກຊຶ່ງກັນລະກັນ ດັ່ງທີ່ພຣະອົງໄດ້ຮັກເຮົາ, ແລະ ໃຫ້ຮັກເພື່ອນບ້ານເໝືອນຮັກຕົນເອງ. ແທ້ຈິງແລ້ວ “ສາດສະໜາທີ່ບໍລິສຸດຕໍ່ພຣະເຈົ້າ ແລະ ຕໍ່ພຣະບິດາ ຄືການຢ້ຽມຢາມລູກກຳພ້າ ແລະ ຍິງໝ້າຍ ທີ່ມີຄວາມທຸກຮ້ອນ”6 ແລະ “ເພື່ອດູແລຄົນຍາກຈົນ ແລະ ຄົນຂັດສົນ, ແລະ ໃຫ້ຄວາມຊ່ວຍເຫລືອ ເພື່ອບັນເທົາພວກເຂົາຈາກຄວາມທຸກຍາກລຳບາກຂອງພວກເຂົາ.”7

ເປັນສິ່ງປະທັບໃຈຫລາຍແທ້ໆ ທີ່ໄດ້ເຫັນສະມາຊິກຂອງສາດສະໜາຈັກ ຈາກທົ່ວໂລກ ໄດ້ບໍລິຈາກຢ່າງເພື່ອແຜ່ ເພື່ອຊ່ວຍເຫລືອອົບພະຍົບ ແລະ ຄອບຄົວຂອງເຂົາເຈົ້າ ຜູ້ໄດ້ສູນເສຍຢ່າງຫລວງຫລາຍ. ໂດຍສະເພາະຢູ່ໃນເຂດເອີຣົບ, ຂ້າພະເຈົ້າໄດ້ເຫັນສະມາຊິກຂອງສາດສະໜາຈັກຫລາຍຕໍ່ຫລາຍຄົນ ໄດ້ຮູ້ສຶກປິຕິຍິນດີ ແລະ ປາບປື້ມໃນຈິດວິນຍານ ທີ່ໄດ້ມີໂອກາດເອື້ອມອອກໄປ ແລະ ຮັບໃຊ້ອົບພະຍົບ ຜູ້ທີ່ຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ ທີ່ຢູ່ໃກ້ເຂົາເຈົ້າ. ສາດສະໜາຈັກກໍໄດ້ຈັດຫາທີ່ພັກເຊົາ ແລະ ຊ່ວຍເຫລືອພະຍາບານ. ບາງສະເຕກ ແລະ ເຂດເຜີຍແຜ່ ໄດ້ຈັດຫາສິ່ງຂອງອະນາໄມ. ສ່ວນສະເຕກອື່ນໆ ໄດ້ຈັດຫາສະບຽງອາຫານ ແລະ ນ້ຳ, ເຄື່ອງນຸ່ງຫົ່ມ, ເສື້ອກັນໜາວຊະນິດກັນນ້ຳ, ລົດຖີບ, ປຶ້ມ, ຖົງເປ້, ແຫວ່ນຕາ. ແລະ ສິ່ງອື່ນໆອີກ.

ຫລາຍຄົນຈາກປະເທດ ສະກ໊ອດແລນ ຈົນເຖິງປະເທດ ຊີຊີລີ ກໍໄດ້ໃຫ້ຄວາມຮ່ວມໄມ້ຮ່ວມມື ໃນບົດບາດນີ້. ທ່ານໝໍ ແລະ ນາຍແພດຫລາຍຄົນ ກໍໄດ້ອາສາສະໝັກ ເພື່ອຮັບໃຊ້, ໂດຍສະເພາະ ຕອນອົບພະຍົບ ຂຶ້ນຈາກນ້ຳມາ ປຽກໝົດທັງຕົວ, ໜາວສັ່ນ, ແລະ ດ້ວຍຄວາມຕົກອົກຕົກໃຈ ຈາກການຂ້າມນ້ຳ. ເມື່ອອົບພະຍົບມີທີ່ພັກອາໄສ, ປະຊາຊົນໃນທ້ອງຖິ່ນກໍໄດ້ຊ່ວຍເຫລືອເຂົາເຈົ້າຮຽນພາສາຂອງປະເທດທີ່ເຂົາເຈົ້າຈະໄປອາໄສຢູ່, ແລະ ປະຊາຊົນໃນບາງບ່ອນ ກໍໄດ້ຊ່ວຍເຫລືອເດັກນ້ອຍ ແລະ ພໍ່ແມ່ຂອງເຂົາ ທາງດ້ານຈິດໃຈ ໂດຍການຈັດຫາເຄື່ອງຫລິ້ນ, ເຈ້ຍສໍວາດຮູບ, ດົນຕີ, ແລະ ການຫລິ້ນມ່ວນ. ບາງຄົນກໍບໍລິຈາກເສັ້ນແລ້ນ, ໄມ້ຖັກ, ເຂັມຖັກ, ແລະ ສອນວິທີຖັກແສ່ວໃຫ້ອົບພະຍົບ ທັງຄົນແກ່ ແລະ ຄົນໜຸ່ມ.

ສະມາຊິກຂອງສາດສະໜາຈັກ ຜູ້ມີປະສົບການຫລາຍ ເລື່ອງການຮັບໃຊ້ ແລະ ການເປັນຜູ້ນຳ ໄດ້ເປັນພະຍານເຖິງການປະຕິບັດຕໍ່ຄົນຂັດສົນເຫລົ່ານີ້ວ່າ ມັນເປັນປະສົບການທີ່ເຮັດໃຫ້ເຂົາເຈົ້າມີຄວາມສຸກ ແລະ ເພິ່ງພໍໃຈ ຫລາຍກວ່າທີ່ເຂົາເຈົ້າເຄີຍມີມາກ່ອນ.

ຄວາມຈິງຂອງສະພາບການເຫລົ່ານີ້ ຕ້ອງເຫັນດ້ວຍຕາ ຈຶ່ງຈະເຊື່ອ. ໃນຊ່ວງລະດູໜາວ ຂ້າພະເຈົ້າໄດ້ພົບກັບຫລາຍຄົນ, ຜູ້ໜຶ່ງເປັນຍິງກຳລັງຖືພາ ຈາກປະເທດ ຊີເຣຍ ໃນສູນຕະລັງສິດ ໄດ້ຂໍຮ້ອງ ບໍ່ໃຫ້ນາງຄອດລູກຢູ່ເທິງພື້ນທີ່ໜາວເຢັນ ຢູ່ໃນຫ້ອງໃຫຍ່ ບ່ອນທີ່ນາງພັກເຊົາຢູ່. ຢູ່ປະເທດຊີເຣຍ ນາງເຄີຍເປັນອາຈານສອນທີ່ມະຫາວິທະຍາໄລ. ແລະ ໃນປະເທດ ກຣີກ ຂ້າພະເຈົ້າໄດ້ເວົ້າລົມກັບຄອບຄົວທີ່ຍັງປຽກນ້ຳຢູ່, ສັ່ນສາຍ, ແລະ ຢ້ານກົວຈາກການຂ້າມນ້ຳມາ ດ້ວຍເຮືອຢາງ ຈາກປະເທດ ເຕີກີ. ຫລັງຈາກໄດ້ຫລຽວເບິ່ງໜ້າຂອງເຂົາເຈົ້າ ແລະ ໄດ້ຍິນເລື່ອງລາວຂອງເຂົາເຈົ້າ, ໄດ້ຍິນເລື່ອງຮ້າຍກາດທີ່ເຂົາເຈົ້າໄດ້ໜີມາ ແລະ ເລື່ອງການເດີນທາງອັນຫຍຸ້ງຍາກຂອງເຂົາເຈົ້າ ເພື່ອມາຫາສູນອົບພະຍົບ, ຂ້າພະເຈົ້າບໍ່ເໝືອນເດີມອີກຕໍ່ໄປ.

ຫລາຍຄົນໄດ້ອາສາສະໝັກ ໃຫ້ຄວາມຊ່ວຍເຫລືອເປັນພະນັກງານຊ່ວຍສົງເຄາະ ໃນຫລາຍເຂດ. ຂ້າພະເຈົ້າໄດ້ເຫັນສະມາຊິກຂອງສາດສະໜາຈັກຄົນໜຶ່ງ ຜູ້ໄດ້ທຳງານເປັນເວລາຫລາຍເດືອນ, ທັງເວັນ ແລະ ຄືນ ເພື່ອຈັດຫາສິ່ງຂອງຈຳເປັນໃຫ້ອົບພະຍົບທີ່ມາຈາກປະເທດ ເຕີກີ ໄປຫາປະເທດ ກຣີກ. ໃນທ່າມກາງຫລາຍໆຄົນທີ່ໃຫ້ຄວາມຊ່ວຍເຫລືອ, ນາງໄດ້ຊ່ວຍຄົນທີ່ເຈັບໜັກ; ນາງໄດ້ເອົາໃຈໃສ່ວ່າ ແມ່ ແລະ ເດັກນ້ອຍ ທີ່ເດີນທາງມາຕາມລຳພັງ ຕ້ອງໄດ້ຮັບການດູແລ; ນາງໄດ້ໂອບກອດຜູ້ທີ່ໄດ້ສູນເສຍຍາດມິດໃນລະຫວ່າງການເດີນທາງ, ແລະ ນາງໄດ້ເຮັດຈົນສຸດຄວາມສາມາດ ໃນການໝຸນໃຊ້ສິ່ງທີ່ນາງມີ ໃນຍາມຂັດສົນ. ນາງຄືຄົນໜຶ່ງ ໃນຈຳນວນຫລາຍໆຄົນ ທີ່ເປັນເຫລົ່າທູດ ຜູ້ຊຶ່ງຈະບໍ່ຖືກລືມໄລ ໂດຍຜູ້ຄົນ ແລະ ພຣະຜູ້ເປັນເຈົ້າ ໃນການໄປແລ່ນວຽກໃຫ້ພຣະອົງ.

ທຸກຄົນທີ່ໃຫ້ຄວາມຊ່ວຍເຫລືອຜູ້ຮັບເຄາະ ທີ່ຢູ່ອ້ອມຮອບເຂົາເຈົ້າ ເປັນຄືກັນກັບຜູ້ຄົນຂອງແອວມາ ທີ່ວ່າ: “ແລະ ໃນສະພາບອັນຈະເລີນຮຸ່ງເຮືອງຂອງພວກເຂົາແບບນີ້, ພວກເຂົາບໍ່ໄດ້ປະໃຫ້ຜູ້ໃດເປືອຍເປົ່າ, ຫລື ຫິວໂຫຍ, ຫລື ກະຫາຍນ້ຳ, ຫລື ເຈັບປວດ, ຫລື ຂາດການບຳລຸງລ້ຽງ; … ພວກເຂົາຈຶ່ງແຈກຢາຍໃຫ້ແກ່ທຸກຄົນທັງຜູ້ເຖົ້າ ແລະ ຜູ້ໜຸ່ມ, ທັງຂ້າທາດ ແລະ ຜູ້ເປັນອິດສະລະ, ທັງຊາຍ ແລະ ຍິງ, ບໍ່ວ່າຈະຢູ່ນອກສາດສະໜາຈັກ, ຫລື ຢູ່ໃນສາດສະໜາຈັກກໍຕາມ ໂດຍບໍ່ໄດ້ເຫັນແກ່ຜູ້ໃດຜູ້ໜຶ່ງ ເມື່ອຄົນເຫລົ່ານັ້ນຢູ່ໃນຄວາມຕ້ອງການ.”8

ເຮົາຕ້ອງລະມັດລະວັງ ຢ່າໃຫ້ຂ່າວເລື່ອງອົບພະຍົບ ກາຍເປັນເລື່ອງທຳມະດາສາມັນ, ເມື່ອຄວາມຕື່ນຕົກໃຈໃນໄລຍະທຳອິດຫາຍໄປ, ແຕ່ສົງຄາມຍັງມີຢູ່ຕໍ່ໄປ ແລະ ຄອບຄົວຢ່າງຫລວງຫລາຍຍັງຫລັ່ງໄຫລມາຢູ່. ອົບພະຍົບຫລາຍລ້ານຄົນຕະຫລອດທົ່ວໂລກ, ຊຶ່ງຂ່າວເຊົາປະກາດແລ້ວ, ຍັງຕ້ອງການຄວາມຊ່ວຍເຫລືອ ຫລາຍທີ່ສຸດຢູ່.

ຖ້າທ່ານຖາມວ່າ, “ເຮົາເຮັດຫຍັງໄດ້ແດ່?” ທຳອິດ ຂໍໃຫ້ເຮົາຈື່ຈຳວ່າ ເຮົາບໍ່ຄວນຮັບໃຊ້ ໂດຍການໃຊ້ຊັບສິນຂອງຄອບຄົວເຮົາ ແລະ ໜ້າທີ່ຮັບຜິດຊອບອື່ນໆ,9 ທັງເຮົາບໍ່ຄວນຫວັງໃຫ້ຜູ້ນຳຂອງເຮົາ ຈັດໂຄງການຂຶ້ນແທນເຮົາ. ແຕ່ຊາວໜຸ່ມ, ຊາຍ, ຍິງ ແລະ ຄອບຄົວ ສາມາດເຂົ້າຮ່ວມອຸດົມການ ແຫ່ງການຊ່ວຍເຫລືອມະນຸດສະທຳນີ້ໄດ້.

ໃນການຕອບຮັບການເຊື້ອເຊີນຂອງຝ່າຍປະທານສູງສຸດ ທີ່ໃຫ້ຮັບໃຊ້ເໝືອນຢ່າງພຣະຄຣິດ ແກ່ອົບພະຍົບຕະຫລອດທົ່ວໂລກ,10 ຝ່າຍປະທານສະມາຄົມສະຕີສົງເຄາະ, ອົງການຍິງໜຸ່ມ, ແລະ ອົງການປະຖົມໄວສາມັນ ໄດ້ຈັດຕັ້ງໂຄງການສົງເຄາະຂຶ້ນ ມີຊື່ວ່າ “ເຮົາເປັນແຂກບ້ານ.” ຊິດສະເຕີ ເບີຕັນ ໄດ້ແນະນຳສະຕີຂອງສາດສະໜາຈັກ ເມື່ອອາທິດແລ້ວນີ້ ຢູ່ໃນກອງປະຊຸມສະຕີສາມັນ. ມີແນວຄິດ, ແຫລ່ງຕ່າງໆ, ແລະ ຄຳແນະນຳຫລາຍຢ່າງທີ່ໃຫ້ຄວາມຊ່ວຍເຫລືອ ສຳລັບການຮັບໃຊ້ ຢູ່ທີ່ IWasAStranger.lds.org.

ເລີ່ມຕົ້ນໂດຍການຄຸເຂົ່າອະທິຖານ, ແລ້ວໃຫ້ຄິດຫາວິທີເຮັດບາງສິ່ງຢູ່ໃກ້ບ້ານ, ໃນຊຸມຊົນ, ບ່ອນທີ່ທ່ານພົບເຫັນຜູ້ຄົນຕ້ອງການຄວາມຊ່ວຍເຫລືອ ໃນການປັບຕົວເຂົ້າກັບສະຖານະການໃໝ່. ເປົ້າໝາຍສູງສຸດ ຄືການຊ່ວຍໃຫ້ເຂົາເຈົ້າດຸໝັ່ນຄືແຕ່ກ່ອນ ແລະ ຊ່ວຍໃຫ້ຮູ້ຈັກກຸ້ມຕົນເອງ.

ຄວາມເປັນໄປໄດ້ສຳລັບເຮົາທີ່ຈະຊ່ວຍເຫລືອ ແລະ ເປັນເພື່ອນ ແມ່ນບໍ່ມີຂອບເຂດ. ທ່ານສາມາດຊ່ວຍອົບພະຍົບຮຽນພາສາໃໝ່, ເຝິກຝົນຄວາມຊຳນານ, ຫລື ເຝິກການໄປສຳພາດງານ. ທ່ານສາມາດສະໝັກຊ່ວຍເປັນຜູ້ແນະນຳໃຫ້ຄອບຄົວ ຫລື ຊ່ວຍແມ່ທີ່ລ້ຽງລູກຄົນດຽວ ໃນການປັບເຂົ້າກັບວັດທະນະທຳໃໝ່ ເຊັ່ນ ການພາເຂົາເຈົ້າໄປຕະຫລາດ ຫລື ໄປໂຮງຮຽນ. ຫວອດ ແລະ ສະເຕກ ບາງແຫ່ງ ກໍມີອົງການທີ່ໄວ້ວາງໃຈໄດ້ ທີ່ເຂົາເຈົ້າເປັນຫຸ້ນສ່ວນດ້ວຍ. ແລະ ຕາມສະພາບແວດລ້ອມຂອງທ່ານ, ທ່ານສາມາດຊ່ວຍອົງການຊ່ວຍເຫລືອມະນຸດສະທຳຂອງສາດສະໜາຈັກໄດ້.

ນອກເໜືອຈາກນີ້, ເຮົາແຕ່ລະຄົນສາມາດເພີ່ມຄວາມສົນໃຈຕໍ່ເຫດການທີ່ເກີດຂຶ້ນຢູ່ໃນໂລກໄດ້ ທີ່ຂັບໄລ່ຄອບຄົວເຫລົ່ານີ້ອອກຈາກບ້ານເຮືອນຂອງເຂົາເຈົ້າ. ເຮົາຕ້ອງຕ້ານກັບຄວາມປ່າເຖື່ອນ ແລະ ເຮົາຕ້ອງເປັນປາກເປັນສຽງ ແລະ ເຂົ້າໃຈວັດທະນະທຳ ແລະ ຮີດຄອງປະເພນີຂອງຄົນທົ່ວໂລກ. ການໄປພົບກັບຄອບຄົວອົບພະຍົບ ແລະ ໄດ້ຍິນເລື່ອງລາວຂອງເຂົາເຈົ້າ ດ້ວຍຫູຂອງທ່ານເອງ, ບໍ່ແມ່ນຮູບພາບໃນໜັງສືພິມ, ຈະປ່ຽນແປງທ່ານ. ການເປັນເພື່ອນທີ່ດີ ຈະພັດທະນາຂຶ້ນ ແລະ ຈະຊ່ວຍທ່ານໃຫ້ມີຄວາມຮູ້ສຶກເຫັນອົກເຫັນໃຈຫລາຍຂຶ້ນ ແລະ ເປັນນ້ຳໜຶ່ງໃຈດຽວກັນໄດ້.

ພຣະຜູ້ເປັນເຈົ້າໄດ້ແນະນຳເຮົາວ່າ ສະເຕກຂອງຊີໂອນ ຕ້ອງເປັນ “ບ່ອນປ້ອງກັນ” ແລະ “ເປັນບ່ອນຫລົບໄພຈາກພະຍຸ.”11 ເຮົາໄດ້ຢູ່ໃນບ່ອນຫລົບໄພແລ້ວ. ຂໍໃຫ້ເຮົາຈົ່ງອອກໄປ ແລະ ແບ່ງປັນຄວາມອຸດົມສົມບູນ, ຄວາມຫວັງ ອັນຮຸ່ງເຫລື້ອມໃນອະນາຄົດ, ສັດທາ ໃນພຣະເຈົ້າ ແລະ ໃນເພື່ອນມະນຸດດ້ວຍກັນ, ແລະ ແບ່ງປັນ ຄວາມຮັກ ທີ່ເກີນກວ່າວັດທະນາທຳ ແລະ ຄວາມແຕກຕ່າງໃນອຸດົມການທາງການເມືອງ ໄປສູ່ຄວາມຈິງທີ່ຮຸ່ງເຫລື້ອມ ວ່າເຮົາທຸກຄົນເປັນລູກໆຂອງພຣະບິດາເທິງສະຫວັນຂອງເຮົາ.

“ເພາະວ່າພຣະເຈົ້າບໍ່ໄດ້ປະທານໃຈອັນຢ້ານກົວໃຫ້ແກ່ເຮົາ; ແຕ່ໄດ້ປະທານໃຈອັນປະກອບອຳນາດ, ແລະ ຄວາມຮັກ.”12

ການເປັນອົບພະຍົບອາດເປັນໄລຍະທີ່ຜູ້ຄົນຕ້ອງປ່ຽນແປງຊີວິດ, ແຕ່ການເປັນອົບພະຍົບ ບໍ່ໄດ້ແປວ່າ ເຂົາເຈົ້າ ຈະເປັນອົບພະຍົບຕະຫລອດໄປ. ເຊັ່ນດຽວກັບອົບພະຍົບຫລາຍພັນຄົນກ່ອນເຂົາເຈົ້າ, ເວລານີ້ ຈະເປັນ—ພວກເຮົາຫວັງວ່າ ຈະເປັນເວລາອັນສັ້ນໆ—ໃນຊີວິດຂອງເຂົາເຈົ້າ. ຫລາຍຄົນໃນເຂົາເຈົ້າ ອາດເຄີຍເປັນຄົນໂດ່ງດັງ, ເປັນພະນັກງານລັດຖະບານ, ເປັນໝໍ, ເປັນນັກວິທະຍາສາດ, ເປັນນັກຫລິ້ນດົນຕີ, ເປັນນັກແຕ້ມ, ເປັນຜູ້ນຳພາສາດສະໜາ, ແລະ ເປັນຜູ້ອຸປະຖຳອື່ນໆ. ແນ່ນອນ, ຫລາຍຄົນໃນພວກເຂົາເຈົ້າ ອາດ ເຄີຍເປັນ ດັ່ງທີ່ກ່າວມານັ້ນ ກ່ອນໄດ້ສູນເສຍທຸກສິ່ງໄປ. ເຂົາເຈົ້າຈະບໍ່ເປັນອົບພະຍົບຕະຫລອດໄປ, ແຕ່ໜ້າທີ່ຂອງເຮົາແມ່ນທີ່ຈະຊ່ວຍເຂົາເຈົ້າໃຫ້ກັບຄືນສູ່ສະພາບເດີມ.

“ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”13 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.

ສຳລັບຂໍ້ອ້າງອີງເພີ່ມເຕີມ, ໃຫ້ເບິ່ງທີ່ IWasAStranger.lds.org ແລະ mormonchannel.org/blog/post/40-ways-to-help-refugees-in-your-community.