ສະຖານທີ່ສັກສິດຂອງການຟື້ນຟູ
ພາໄມຣາ ເປັນສະຖານທີ່ສຳລັບ ການຟື້ນຟູ, ບ່ອນທີ່ສຸລະສຽງຂອງພຣະບິດາ ຈະຖືກໄດ້ຍິນຫລັງຈາກເກືອບສອງພັນປີ.
ເພື່ອນທີ່ດີຂອງຂ້າພະເຈົ້າຄົນໜຶ່ງ ທີ່ເປັນສະມາຊິກຂອງສາດສະໜາຈັກ ໄດ້ພະຍາຍາມ, ເປັນເວລາຫລາຍປີ, ທີ່ຈະສອນຂ້າພະເຈົ້າເຖິງພຣະກິດຕິຄຸນຂອງ ຄອບຄົວນິລັນດອນ. ມັນບໍ່ໄດ້ເກີດຜົນ ຈົນກວ່າຂ້າພະເຈົ້າ ໄດ້ໄປທ່ຽວຊົມພຣະວິຫານ ຊາວປາໂລ ກ່ອນການອຸທິດ ໃນເດືອນຕຸລາ ປີ 1978, ແລະ ໄດ້ເຂົ້າໄປ ໃນຫ້ອງຜະນຶກ, ທີ່ຄຳສອນເຖິງຄອບຄົວນິລັນດອນນັ້ນ ໄດ້ມີອິດທິພົນຫລາຍ ຕໍ່ຄວາມຮູ້ສຶກ ແລະ ຄວາມຄິດຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ອະທິຖານເປັນເວລາຫລາຍວັນ ເພື່ອຈະຮູ້ ຖ້າຫາກວ່າສາດສະໜາຈັກນີ້ ເປັນສາດສະໜາຈັກທີ່ແທ້ຈິງ.
ຂ້າພະເຈົ້າບໍ່ໄດ້ເປັນຄົນນັບຖືສາດສະໜາ ແຕ່ຂ້າພະເຈົ້າໄດ້ຮັບການລ້ຽງດູມາໂດຍພໍ່ແມ່ທີ່ນັບຖືສາດສະໜາ ແລະ ໄດ້ເຫັນຄວາມດີງາມໃນສາດສະໜາອື່ນໆ. ໃນຈຸດນັ້ນ ໃນຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຄິດວ່າ ສາດສະໜາທັງໝົດເປັນທີ່ຍອມຮັບຕໍ່ພຣະເຈົ້າ.
ຫລັງຈາກການທ່ຽວຊົມພຣະວິຫານກ່ອນການອຸທິດ, ຂ້າພະເຈົ້າໄດ້ຊອກຫາຄຳຕອບຜ່ານການອະທິຖານ, ໂດຍມີສັດທາ ແລະ ຄວາມໝັ້ນໃຈວ່າ ພຣະເຈົ້າຈະຕອບຂ້າພະເຈົ້າ, ວ່າສາດສະໜາຈັກໃດເປັນຂອງພຣະອົງຢູ່ເທິງໂລກ.
ຫລັງຈາກການດີ້ນລົນຫລາຍ ທາງວິນຍານ, ໃນທີ່ສຸດ ຂ້າພະເຈົ້າໄດ້ຮັບຄຳຕອບທີ່ຊັດເຈນ, ຂ້າພະເຈົ້າຖືກເຊື້ອເຊີນໃຫ້ຮັບບັບຕິສະມາ. ຂ້າພະເຈົ້າໄດ້ຮັບບັບຕິສະມາ ໃນວັນທີ 31 ເດືອນຕຸລາ ປີ 1978, ຄືນກ່ອນທີ່ພຣະວິຫານ ຊາວປາໂລ ຖືກອຸທິດ.
ຂ້າພະເຈົ້າໄດ້ຮູ້ວ່າພຣະຜູ້ເປັນເຈົ້າ ໄດ້ຮູ້ຈັກ ແລະ ຫ່ວງໃຍຂ້າພະເຈົ້າ ເພາະພຣະອົງໄດ້ຕອບຄຳອະທິຖານຂອງຂ້າພະເຈົ້າ.
ໃນເຊົ້າຕໍ່ມາ ພັນລະຍາ ແລະ ຂ້າພະເຈົ້າໄດ້ໄປ ຊາວປາໂລ ເພື່ອໄປຮ່ວມໃນພາກອຸທິດພຣະວິຫານ.
ພວກເຮົາໄດ້ຢູ່ທີ່ນັ້ນ, ແຕ່ຂ້າພະເຈົ້າຍັງບໍ່ໄດ້ຮູ້ຈັກວ່າ ຈະຮູ້ສຶກບຸນຄຸນສຳລັບໂອກາດທີ່ປະເສີດນັ້ນແນວໃດເທື່ອ. ມື້ຕໍ່ມາພວກເຮົາໄດ້ໄປຮ່ວມກອງປະຊຸມອະນາເຂດ.
ພວກເຮົາໄດ້ເລີ່ມການເດີນທາງຂອງພວກເຮົາໃນສາດສະໜາຈັກ, ແລະ ພວກເຮົາໄດ້ພົບເຫັນໝູ່ເພື່ອນທີ່ດີ ຜູ້ທີ່ໄດ້ຕ້ອນຮັບພວກເຮົາ ໃນໄລຍະເວລາຂອງການປ່ຽນແປງຊີວິດນີ້.
ຫ້ອງຮຽນສຳລັບສະມາຊິກໃໝ່ກໍດີຫລາຍ ທີ່ເຮົາໄດ້ໄປຮ່ວມ ໃນວັນອາທິດ. ມັນໄດ້ໃຫ້ຄວາມຮູ້ແກ່ພວກເຮົາ ແລະ ພວກເຮົາຢາກໃຫ້ອາທິດຜ່ານໄປໄວໆ ເພື່ອວ່າ ໃນວັນອາທິດ ພວກເຮົາຈະໄດ້ຮັບການບຳລຸງລ້ຽງທາງວິນຍານນັ້ນຫລາຍຂຶ້ນ.
ພັນລະຍາ ແລະ ຂ້າພະເຈົ້າມີຄວາມກະຕືລືລົ້ນ ລໍຄອຍເຖິງວັນທີ່ຈະໄດ້ເຂົ້າໄປໃນພຣະວິຫານ ເພື່ອຜະນຶກຄອບຄົວ ຂອງພວກເຮົາເຂົ້າກັນຊົ່ວນິລັນດອນ. ສິ່ງນັ້ນໄດ້ເກີດຂຶ້ນໜຶ່ງປີ ແລະ ເຈັດ ວັນ ຫລັງຈາກຂ້າພະເຈົ້າໄດ້ຮັບບັບຕິສະມາ, ຊຶ່ງໄດ້ເປັນໂອກາດ ທີ່ປະເສີດແທ້ໆ. ຂ້າພະເຈົ້າໄດ້ຮູ້ສຶກຄືກັບວ່າ ນິລັນດອນໄດ້ຖືກແບ່ງແຍກຢູ່ທີ່ແທ່ນບູຊາ ລະຫວ່າງສິ່ງທີ່ໄດ້ເກີດຂຶ້ນກ່ອນ ແລະ ຫລັງການຜະນຶກ.
ໂດຍທີ່ໄດ້ອາໄສຢ່າງຖືກຕ້ອງຕາມກົດໝາຍ ຢູ່ທີ່ເຂດຕາເວັນອອກຂອງສະຫະລັດ ເປັນເວລາສາມສີ່ປີ, ຂ້າພະເຈົ້າຈຶ່ງຮູ້ຈັກຫລາຍເມືອງ, ແລະ ສ່ວນຫລາຍ ເປັນເມືອງນ້ອຍໆ.
ເມື່ອຂ້າພະເຈົ້າໄດ້ອ່ານ ຫລື ໄດ້ຍິນເລື່ອງທີ່ເກີດຂຶ້ນ ກ່ອນພາບທີ່ມາໃຫ້ເຫັນຄັ້ງທຳອິດ, ຝູງຊົນກຸ່ມໃຫຍ່ໄດ້ຖືກກ່າວເຖິງ, ຊຶ່ງຂ້າພະເຈົ້າບໍ່ເຂົ້າໃຈເລື່ອງນີ້.
ຄຳຖາມໄດ້ເລີ່ມເກີດຂຶ້ນໃນໃຈຂ້າພະເຈົ້າ. ເປັນຫຍັງສາດສະໜາຈັກຈຶ່ງຕ້ອງຖືກຟື້ນຟູຄືນມາໃໝ່ໃນ ສະຫະລັດອາເມຣິກາ ແລະ ບໍ່ແມ່ນຢູ່ປະເທດບຣາຊິນ ຫລື ອີຕາລີ, ແຜ່ນດິນຂອງບັນພະບຸລຸດຂອງຂ້າພະເຈົ້າ?
ຝູງຊົນກຸ່ມໃຫຍ່ທີ່ຖືກກ່າວເຖິງນັ້ນຢູ່ໃສ, ຜູ້ທີ່ໄດ້ມີສ່ວນໃນການຟື້ນຟູ ແລະ ຄວາມສັບສົນວຸ້ນວາຍ ເລື່ອງສາດສະໜານັ້ນ—ທັງໝົດທີ່ໄດ້ ເກີດຂຶ້ນໃນສະຖານທີ່ທີ່ສະຫງົບສຸກ ແລະ ງຽບສະຫງົບນັ້ນ?
ຂ້າພະເຈົ້າໄດ້ຖາມຫລາຍຄົນກ່ຽວກັບເລື່ອງນີ້ ແຕ່ບໍ່ໄດ້ຮັບຄຳຕອບ. ຂ້າພະເຈົ້າໄດ້ອ່ານທຸກສິ່ງເປັນພາສາປອກຕຸຍການ ແລະ ແລ້ວພາສາອັງກິດ ແຕ່ບໍ່ໄດ້ພົບເຫັນຫຍັງເລີຍ ທີ່ຈະເຮັດໃຫ້ຈິດໃຈຂອງຂ້າພະເຈົ້າສະຫງົບລົງ. ແຕ່ຂ້າພະເຈົ້າໄດ້ຄົ້ນຄວ້າຕໍ່ໄປ.
ໃນເດືອນຕຸລາ 1984, ຂ້າພະເຈົ້າໄດ້ໄປຮ່ວມກອງປະຊຸມໃຫຍ່ສາມັນ ໃນຖານະທີ່ປຶກສາໃນຝ່າຍປະທານສະເຕກ. ຫລັງຈາກນັ້ນ ຂ້າພະເຈົ້າໄດ້ໄປເມືອງພາໄມຣາ, ລັດນິວຢອກ, ຕື່ນເຕັ້ນທີ່ຈະໄດ້ພົບເຫັນຄຳຕອບ.
ເມື່ອໄປເຖິງ, ຂ້າພະເຈົ້າໄດ້ພະຍາຍາມຈະເຂົ້າໃຈ: ເປັນຫຍັງການຟື້ນຟູຈຶ່ງຕ້ອງເກີດຂຶ້ນຢູ່ ທີ່ນີ້, ແລະ ເປັນຫຍັງຈຶ່ງມີຄວາມວຸ້ນວາຍທາງຝ່າຍວິນຍານ? ຜູ້ຄົນທີ່ຂ້າພະເຈົ້າໄດ້ຍິນ ໃນເລື່ອງລາວຂອງໂຈເຊັບ ມາຈາກໃສ? ເປັນຫຍັງຕ້ອງເປັນບ່ອນນີ້?
ໃນເວລານັ້ນ, ຄຳຕອບທີ່ມີເຫດຜົນດີທີ່ສຸດສຳລັບຂ້າພະເຈົ້າ ຄື ເປັນເພາະວ່າລັດຖະທຳມະນູນຂອງສະຫະລັດ ໄດ້ຮັບຮອງໃຫ້ມີອິດສະລະພາບ.
ເຊົ້າມື້ນັ້ນ ຂ້າພະເຈົ້າ ໄດ້ໄປຢ້ຽມຢາມຕຶກ ແກຣນດິນ, ບ່ອນທີ່ພຣະຄຳພີມໍມອນຊຸດທຳອິດ ຖືກພິມອອກມາ. ແລ້ວຂ້າພະເຈົ້າ ໄດ້ໄປທີ່ປ່າສັກສິດ, ບ່ອນທີ່ຂ້າພະເຈົ້າໄດ້ຕັ້ງໃຈອະທິຖານ.
ເກືອບບໍ່ມີໃຜເລີຍໃນຖະໜົນ ໃນ ໝູ່ບ້ານນ້ອຍໆ ຂອງເມືອງພາໄມຣານັ້ນ. ຝູງຊົນທີ່ ໂຈເຊັບ ໄດ້ກ່າວເຖິງ ຢູ່ໃສໝົດ?
ໃນບ່າຍມື້ ນັ້ນ ຂ້າພະເຈົ້າໄດ້ຕັດສິນໃຈໄປຢ້ຽມບ້ານສວນຂອງ ພີເຕີ ວິດເມີ, ແລະ ເມື່ອຂ້າພະເຈົ້າໄດ້ໄປເຖິງ ຂ້າພະເຈົ້າໄດ້ເຫັນຊາຍຄົນໜຶ່ງນັ່ງຢູ່ທີ່ປະຕູບ້ານໄມ້ທ່ອນ. ລາວໄດ້ມີຄວາມສົດໃສຫລາຍ ໃນແວວຕາຂອງລາວ. ຂ້າພະເຈົ້າໄດ້ທັກທາຍລາວ ແລະ ແລ້ວໄດ້ເລີ່ມຖາມຄຳຖາມດຽວກັນເຫລົ່ານັ້ນ.
ແລ້ວລາວໄດ້ຖາມຂ້າພະເຈົ້າວ່າ, “ເຈົ້າມີເວລາບໍ?” ຂ້າພະເຈົ້າໄດ້ຕອບວ່າ ມີ.
ລາວໄດ້ອະທິບາຍວ່າ ແມ່ນ້ຳແອຣີ ແລະ ອອນແທຣິໂອ ຍາວຢຽດໄປທາງທິດຕາເວັນອອກ, ແມ່ນ້ຳຮັດສັນ ກໍຕັ້ງຢູ່ໃນເຂດນັ້ນ.
ໃນຕົ້ນປີ 1800 ເຂົາເຈົ້າໄດ້ຕັດສິນໃຈສ້າງຕະຄອງເພື່ອການເດີນເຮືອ, ຊຶ່ງໄດ້ຜ່ານເຂດນັ້ນ, ທີ່ເປັນເສັ້ນທາງໄກກວ່າ 300 ໄມ (480 ກິໂລແມັດ) ທີ່ນຳໄປສູ່ແມ່ນ້ຳຮັດສັນ. ມັນໄດ້ເປັນທຸລະກິດທີ່ດີສຳລັບເວລານັ້ນ, ແລະ ເພິ່ງພາໄດ້ພຽງແຕ່ແຮງງານຂອງຄົນ ແລະ ພະລັງຂອງສັດເທົ່ານັ້ນ.
ເມືອງພາໄມຣາ ກໍເປັນຈຸດສູນກາງໃນການກໍ່ສ້າງນັ້ນ. ນັກກໍ່ສ້າງ ຕ້ອງການຜູ້ຄົນທີ່ມີຝີມືດີ, ຊ່າງຕ່າງໆ, ນັກວິຊາການ, ຄອບຄົວ, ແລະ ໝູ່ເພື່ອນຂອງເຂົາເຈົ້າ. ຫລາຍຄົນໄດ້ເລີ່ມພາກັນມາທີ່ນີ້ ຈາກໝູ່ບ້ານທີ່ໃກ້ຄຽງ, ແລະ ບ່ອນທີ່ໄກໆຈາກນັ້ນ, ເຊັ່ນ ຈາກປະເທດ ອຽກລັງ ເພື່ອຈະມາທຳງານຢູ່ທີ່ຕະຄອງ.
ນັ້ນໄດ້ເປັນເວລາທີ່ສັກສິດ ແລະ ມີພຣະວິນຍານ ເພາະວ່າ ໃນທີ່ສຸດຂ້າພະເຈົ້າກໍໄດ້ພົບເຫັນຝູງຊົນແລ້ວ. ເຂົາເຈົ້າໄດ້ນຳເອົາປະເພນີ ແລະ ຄວາມເຊື່ອຖືຂອງເຂົາເຈົ້າມານຳ. ເມື່ອຊາຍຄົນນັ້ນໄດ້ກ່າວເຖິງ ຄວາມເຊື່ອຖືຂອງເຂົາເຈົ້າ, ພຣະເຈົ້າໄດ້ເຮັດໃຫ້ຄວາມຄິດຂອງຂ້າພະເຈົ້າໄດ້ຮັບຄວາມເຂົ້າໃຈ ແລະ ໄດ້ເປີດຕາແຫ່ງວິນຍານໃຫ້ ຂ້າພະເຈົ້າໄດ້ເຫັນ.
ໃນເວລານັ້ນ, ຂ້າພະເຈົ້າໄດ້ເຂົ້າໃຈວິທີທີ່ພຣະເຈົ້າ, ພຣະບິດາຂອງເຮົາ, ໃນສະຕິປັນຍາທີ່ກວ້າງໄກຂອງພຣະອົງ, ໄດ້ຈັດຕຽມສະຖານທີ່ໃນແຜນການຂອງພຣະອົງ ບ່ອນທີ່ຈະນຳ ໂຈເຊັບ ສະມິດ ຜູ້ໜຸ່ມນ້ອຍໄປ, ເພື່ອວາງເພິ່ນໄວ້ໃນທ່າມກາງ ເລື່ອງລາວທາງສາດສະໜາ ທີ່ວຸ້ນວາຍ, ເພາະໃນທີ່ນັ້ນ, ໃນຄ້ອຍພູຄູໂມຣາ, ແຜ່ນຈາລຶກທີ່ລ້ຳຄ່າຂອງພຣະຄຳພີມໍມອນຖືກຊ້ອນຢູ່.
ນີ້ເປັນສະຖານທີ່ສຳລັບ ການຟື້ນຟູ, ບ່ອນທີ່ສຸລະສຽງຂອງພຣະບິດາ ຈະຖືກໄດ້ຍິນຫລັງຈາກເກືອບສອງພັນປີ, ໃນພາບທີ່ມາໃຫ້ເຫັນທີ່ປະເສີດ, ກ່າວກັບຊາຍໜຸ່ມ ໂຈເຊັບ ສະມິດ, ເມື່ອເພິ່ນໄດ້ເຂົ້າໄປໃນປ່າທີ່ສັກສິດນັ້ນ ເພື່ອອະທິຖານ ແລະ ໄດ້ຍິນຄຳທີ່ວ່າ: “ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!”1
ຢູ່ທີ່ນັ້ນເພິ່ນໄດ້ເຫັນສອງພຣະອົງ, ຄວາມສະຫວ່າງ ແລະ ລັດສະໝີພາບຂອງພວກພຣະອົງນັ້ນ ແມ່ນເກີນກວ່າຈະບັນລະຍາຍໄດ້. ແມ່ນແລ້ວ, ພຣະເຈົ້າໄດ້ເປີດເຜີີຍຕົວພຣະອົງເອງ ໃຫ້ມະນຸດເຫັນອີກແລ້ວ. ຄວາມມືດມົວ ທີ່ໄດ້ປົກຄຸມແຜ່ນດິນໂລກກໍໄດ້ເລີ່ມກະຈາຍໄປ.
ຄຳພະຍາກອນກ່ຽວກັບການຟື້ນຟູໄດ້ເລີ່ມເກີດເປັນຈິງ ທີ່ວ່າ: “ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາອົງໜຶ່ງອີກ ບິນໄປໃນທ້ອງຟ້າ, ມີຂ່າວປະເສີດນິລັນດອນ ນຳໄປປະກາດແກ່ຊາວໂລກທັງປວງ, ແກ່ທຸກປະເທດ, ທຸກຊົນເຜົ່າ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ.”2
ພາຍໃນສາມສີ່ປີສັ້ນໆ ໂຈເຊັບ ກໍຖືກນຳໄປເຫັນບັນທຶກຂອງຄຳພະຍາກອນ, ພັນທະສັນຍາ, ແລະ ພິທີການຕ່າງໆ ທີ່ສາດສະດາໃນສະໄໝບູຮານໄດ້ປະໄວ້ໃຫ້, ຊຶ່ງເປັນ ພຣະຄຳພີມໍມອນທີ່ເຮົາຮັກນັ້ນເອງ.
ສາດສະໜາຈັກຂອງພຣະເຢຊູຄຣິດ ບໍ່ສາມາດຖືກຟື້ນຟູຄືນມາໄດ້ ປາດສະຈາກພຣະກິດຕິຄຸນນິລັນດອນ, ທີ່ຖືກເປີດເຜີຍຢູ່ໃນ ພຣະຄຳພີມໍມອນ ໃນຖານະປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ, ແມ່ນແຕ່ພຣະບຸດຂອງພຣະເຈົ້າ, ລູກແກະຂອງພຣະເຈົ້າ, ອົງທີ່ໄດ້ຍົກເອົາບາບຂອງໂລກໄປ.
ພຣະຄຣິດໄດ້ກ່າວຕໍ່ຜູ້ຄົນຂອງພຣະອົງໃນເຢຣູຊາເລັມວ່າ:
“ມີຝູງແກະອື່ນທີ່ເປັນຝູງແກະຂອງເຮົາ, ແຕ່ບໍ່ຢູ່ໃນຄອກນີ້.”3
“ເຮົານີ້ແຫລະເປັນຜູ້ລ້ຽງທີ່ດີ, ເຮົາຮູ້ຈັກແກະຂອງເຮົາ ແລະ ແກະຂອງເຮົາກໍຮູ້ຈັກເຮົາ.”4
ຕອນອອກໄປຈາກບ້ານສວນຂອງວິດເມີ, ຂ້າພະເຈົ້າບໍ່ໄດ້ກ່າວອຳລາ. ຂ້າພະເຈົ້າຈຳໄດ້ພຽງແຕ່ນ້ຳຕາ ທີ່ໄຫລອາບໜ້າຂອງຂ້າພະເຈົ້າເທົ່ານັ້ນ. ແສງອາທິດກໍກຳລັງຈະກະຈາຍໄປໃນທ້ອງຟ້າທີ່ສວຍງານນັ້ນ.
ໃນຫົວໃຈຂອງຂ້າພະເຈົ້ານັ້ນ ກໍມີຄວາມສຸກຢ່າງຫລວງຫລາຍ ແລະ ຄວາມສະຫງົບສຸກໄດ້ເຮັດໃຫ້ຈິດວິນຍານຂອງຂ້າພະເຈົ້າສະຫງົບລົງ. ຂ້າພະເຈົ້າໄດ້ເຕັມໄປດ້ວຍ ຄວາມກະຕັນຍູ.
ບັດນີ້ຂ້າພະເຈົ້າໄດ້ເຂົ້າໃຈຢ່າງຊັດເຈນແລ້ວວ່າເພາະເຫດໃດ. ອີກເທື່ອໜຶ່ງ ພຣະຜູ້ເປັນເຈົ້າໄດ້ປະທານຄວາມຮູ້ ແລະ ຄວາມສະຫວ່າງໃຫ້ແກ່ຂ້າພະເຈົ້າອີກ.
ຕອນຂ້າພະເຈົ້າ ເດີນທາງກັບບ້ານ, ຂໍ້ພຣະຄຳພີໄດ້ເຂົ້າມາສູ່ຈິດໃຈຂອງຂ້າພະເຈົ້າຢ່າງຕໍ່ເນື່ອງ ທີ່ວ່າ: ຄຳສັນຍາທີ່ໄດ້ເຮັດໄວ້ກັບພໍ່ອັບຣາຮາມ ທີ່ວ່າ ໃນລູກຫລານຂອງເພິ່ນ ຄອບຄົວຂອງແຜ່ນດິນໂລກຈະໄດ້ຮັບພອນ.5
ແລະ ສຳລັບສິ່ງນີ້, ພຣະວິຫານຈະຖືກສ້າງຂຶ້ນ ເພື່ອວ່າອຳນາດແຫ່ງສະຫວັນ ຈະຖືກປະທານໃຫ້ມະນຸດອີກ ຢູ່ເທິງແຜ່ນດິນໂລກ ເພື່ອວ່າຄອບຄົວຈະຖືກຜູກມັດເຂົ້າກັນ, ບໍ່ພຽງແຕ່ວ່າຈົນຕາຍຈາກກັນໄປ ແຕ່ຕະຫລອດຊົ່ວນິລັນດອນ.
“ໃນມື້ທັງຫລາຍທີ່ຈະ ໝຸນວຽນມາເຖິງ, ພູບ່ອນທີ່ ຕັ້ງພຣະວິຫານ ຈະສູງ ກວ່າທຸກໆແຫ່ງ, ພູນັ້ນຈະຕັ້ງຢູ່ ສູງສົ່ງເທິງ ເນີນພູທັງໝົດ, ດັ່ງນັ້ນ ຫລາຍ ຊົນຊາດ ຈຶ່ງຈະຫລັ່ງໄຫລມາສູ່ທີ່ນັ້ນ.”6
ຖ້າຫາກທ່ານ ຜູ້ທີ່ໄດ້ຍິນສຽງຂອງຂ້າພະເຈົ້າ ມີຄຳຖາມຢູ່ໃນໃຈຂອງທ່ານ, ຂໍຢ່າຟ້າວທໍ້ຖອຍເທື່ອ!
ຂ້າພະເຈົ້າຂໍເຊຶ້ອເຊີນທ່ານ ໃຫ້ຕິດຕາມຕົວຢ່າງຂອງສາດສະດາ ໂຈເຊັບ ສະມິດ ເມື່ອເພິ່ນໄດ້ອ່ານໃນ ຢາໂກໂບ 1:5, ວ່າ: “ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ, ຜູ້ຊົງໂຜດປະທານໃຫ້ແກ່ຄົນທັງປວງ ດ້ວຍພຣະກະລຸນາ.”
ສິ່ງທີ່ໄດ້ເກີດຂຶ້ນທີ່ເມືອງຄູໂມຣາ ພາກສ່ວນທີ່ສຳຄັນຂອງການຟື້ນຟູ, ເພາະໂຈເຊັບ ສະມິດ ໄດ້ຮັບແຜ່ນຈາລຶກ ທີ່ບັນຈຸພຣະຄຳພີມໍມອນ. ພຣະຄຳພີເຫລັ້ມນີ້ ຊ່ວຍເຮົາໃຫ້ເຂົ້າໃກ້ຊິດພຣະຄຣິດ ຫລາຍກວ່າໜັງສືອື່ນໃດຢູ່ເທິງໂລກ.7
ຂ້າພະເຈົ້າເປັນພະຍານວ່າ ພຣະຜູ້ເປັນເຈົ້າໄດ້ຍົກສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ ຂຶ້ນມາ ເພື່ອຈະນຳພາອານາຈັກຂອງພຣະອົງ ໃນຍຸກສຸດທ້າຍນີ້ ແລະ ໃນແຜນນິລັນດອນຂອງພຣະອົງ ຄອບຄົວມີຈຸດປະສົງທີ່ຈະຢູ່ນຳກັນຕະຫລອດການ. ພຣະອົງຫ່ວງໃຍລູກໆຂອງພຣະອົງ ແລະ ຕອບຄຳອະທິຖານ ຂອງເຮົາ.
ເປັນເພາະຄວາມຮັກທີ່ຍິ່ງໃຫຍ່ ຂອງພຣະອົງ, ພຣະເຢຊູຄຣິດ ຈຶ່ງໄດ້ຊົດໃຊ້ແທນບາບຂອງເຮົາ. ພຣະອົງຄືພຣະຜູ້ຊ່ວຍໃຫ້ລອດຂອງໂລກ. ຂ້າພະເຈົ້າເປັນພະຍານເຖິງສິ່ງນີ້ ໃນພຣະນາມອັນສັກສິດຂອງ ພຣະເຢຊູຄຣິດ, ອາແມນ.