ຈົ່ງຖ່ອມຕົວ
ຄວາມຖ່ອມຕົວເຮັດໃຫ້ເຮົາກາຍເປັນລູກທີ່ດີກວ່າເກົ່າຂອງພໍ່ແມ່, ເປັນລູກຊາຍ ແລະ ລູກສາວ, ເປັນສາມີ ແລະ ເປັນພັນລະຍາ, ເປັນເພື່ອນບ້ານ ແລະ ເປັນໝູ່ເພື່ອນທີ່ດີກວ່າເກົ່າ.
ເຮົາໄດ້ຮັບພອນຫລາຍຢູ່ໃນສາດສະໜາຈັກ ທີ່ມີປຶ້ມເພງສວດ ຊຶ່ງຊ່ວຍເຮົາໃຫ້ນະມັດສະການ ຜ່ານສຽງເພງ. ໃນການປະຊຸມໂບດຂອງເຮົາ, “ເພງສວດຈະເຊື້ອເຊີນພຣະວິນຍານຂອງພຣະຜູ້ເປັນເຈົ້າ, ຈະສ້າງຄວາມຮູ້ສຶກຄາລະວະ, ສ້າງຄວາມເປັນໜຶ່ງໃນບັນດາສະມາຊິກ, ແລະ ຈັດຫາວິທີໃຫ້ເຮົາສັນລະເສີນພຣະຜູ້ເປັນເຈົ້າ. ຄຳເທດສະໜາທີ່ຍິ່ງໃຫຍ່ບາງບົດ ແມ່ນໄດ້ຖືກສັ່ງສອນໂດຍການຮ້ອງເພງສວດ.”1
ພຽງສອງສາມເດືອນ ຫລັງຈາກສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນ, ສາດສະດາໂຈເຊັບ ສະມິດ ກໍໄດ້ຮັບການເປີດເຜີຍ ສຳລັບ ເອມມາ ພັນລະຍາຂອງເພິ່ນ. ພຣະຜູ້ເປັນເຈົ້າໄດ້ສັ່ງໃຫ້ນາງເລືອກເພງສວດອັນສັກສິດ, ດັ່ງທີ່ຈະໃຫ້ແກ່ນາງ, ຊຶ່ງເປັນທີ່ພໍພຣະໄທແກ່ພຣະອົງ, ທີ່ຈະໃຫ້ມີຢູ່ໃນສາດສະໜາຈັກຂອງພຣະອົງ.2
ເອມມາ ສະມິດ ໄດ້ເລືອກເອົາເພງ ທີ່ມີຢູ່ໃນປຶ້ມເພງສວດ ໃນເມືອງເຄີດແລນ ໃນປີ 1836.3 ມັນມີຢູ່ດ້ວຍກັນ ພຽງແຕ່ 90 ເພງ ຢູ່ໃນປຶ້ມຫົວແປໆ ນ້ອຍໆນີ້. ຫລາຍເພງ ແມ່ນໄດ້ມາຈາກປຶ້ມເພງສວດຂອງສາດສະໜາຈັກ ໂປເຕສະຕັງ. ຢ່າງໜ້ອຍ 26 ເພງ ແມ່ນແຕ່ງໂດຍ ວິວລຽມ ດັບເບິນຢູ ແຟ້ວສ໌, ຜູ້ຕໍ່ມາ ໄດ້ຕຽມ ແລະ ໄດ້ຊ່ວຍຈັດພິມ ປຶ້ມເພງສວດ. ມີແຕ່ເນື້ອເພງໄດ້ຖືກຂຽນໄວ້; ບໍ່ມີໂນດເພງຕິດຢູ່ດ້ວຍ. ປຶ້ມເພງສວດເຫລັ້ມນ້ອຍໆນີ້ ໄດ້ກາຍເປັນພອນອັນຍິ່ງໃຫຍ່ໃຫ້ແກ່ສະມາຊິກຂອງສາດສະໜາຈັກ ໃນສະໄໝເລີ່ມຕົ້ນ.
ປຶ້ມເພງສວດສະບັບລ່າສຸດ ທີ່ເປັນພາສາອັງກິດ ແມ່ນໄດ້ຖືກຈັດພິມໃນປີ 1985. ຫລາຍເພງທີ່ ເອມມາ ໄດ້ເລືອກ ເປັນເວລາຫລາຍປີມາແລ້ວ ກໍຍັງຖືກຮວມຢູ່ໃນປຶ້ມເພງສວດນີ້ ດັ່ງເຊັ່ນ “I Know That My Redeemer Lives” ແລະ “How Firm a Foundation.”4
ເພງໃໝ່ເພງໜຶ່ງ ໃນສະບັບ ປີ 1985 ມີຊື່ວ່າ “Be thou Humble.”5 ເພງທີ່ສະຫງົບນີ້ ແມ່ນຂຽນໂດຍ ກຣິດຈີ ເທີເບີກ ໂຣລີ, ຜູ້ໄດ້ເສຍຊີວິດໄປ ເມື່ອປີແລ້ວນີ້. ນາງໄດ້ເຂົ້າຮ່ວມສາດສະໜາຈັກ ໃນປີ 1950, ຢູ່ລັດຮາວາຍ ບ່ອນທີ່ນາງໄດ້ເປັນຄູສອນ. ຊິດສະເຕີ ໂຣລີ ໄດ້ຮັບໃຊ້ໃນຄະນະກຳມະການຝ່າຍດົນຕີສາມັນ ແລະ ໄດ້ຊ່ວຍດັດແປງເພງສວດ ເປັນຫລາຍພາສາ. ເພງຂອງນາງຊື່ “Be Thou Humble” ແມ່ນອີງໃສ່ພຣະຄຳພີສອງຂໍ້: Doctrine and Covenants 112:10 ແລະ ອີເທີ 12:27. ຂໍ້ທີ່ຢູ່ໃນອີເທີ ອ່ານວ່າ: “ແລະ ຖ້າຫາກມະນຸດມາຫາເຮົາ, ເຮົາຈະສະແດງໃຫ້ເຂົາເຫັນຄວາມອ່ອນແອຂອງເຂົາ. ເຮົາຈະມອບຄວາມອ່ອນແອໃຫ້ມະນຸດ ເພື່ອເຂົາຈະໄດ້ຖ່ອມຕົວ; ເພາະຖ້າຫາກເຂົາຖ່ອມຕົວຕໍ່ໜ້າເຮົາ, ແລະ ມີສັດທາໃນເຮົາ, ເວລານັ້ນ ເຮົາຈະເຮັດໃຫ້ສິ່ງທີ່ອ່ອນແອນັ້ນກັບມາເຂັ້ມແຂງສຳລັບເຂົາ.”
ເຊັ່ນດຽວກັບເພງສວດເພງອື່ນໆຂອງສາດສະໜາຈັກ, “Be Thou Humble” ສອນເຖິງຄວາມຈິງທີ່ບໍລິສຸດ ແລະ ລຽບງ່າຍ. ມັນສອນເຮົາວ່າ ຖ້າເຮົາຖ່ອມຕົວ, ແລ້ວຄຳອະທິຖານຂອງເຮົາຈະໄດ້ຮັບຄຳຕອບ; ເຮົາຈະຊື່ນຊົມກັບຄວາມສະຫງົບໃນຈິດໃຈ; ເຮົາຈະຮັບໃຊ້ໄດ້ດີກວ່າເກົ່າ ໃນການເອີ້ນຂອງເຮົາ; ແລະ ຖ້າຫາກເຮົາຊື່ສັດຕໍ່ໄປ, ໃນທີ່ສຸດ ເຮົາຈະກັບໄປຫາທີ່ປະທັບຂອງພຣະບິດາເທິງສະຫວັນຂອງເຮົາ.
ພຣະຜູ້ຊ່ວຍໃຫ້ລອດໄດ້ສອນຜູ້ຕິດຕາມຂອງພຣະອົງວ່າ ເຂົາເຈົ້າຕ້ອງຖ່ອມຕົວ ໃຫ້ເປັນເໝືອນດັ່ງເດັກນ້ອຍ ກ່ອນຈະສາມາດເຂົ້າໄປໃນອານາຈັກສະຫວັນໄດ້.6 ເມື່ອເຮົາລ້ຽງດູລູກໆຂອງເຮົາ, ເຮົາຕ້ອງຊ່ວຍເຂົາ ໃຫ້ຖ່ອມຕົວຄືເກົ່າ ເມື່ອເຂົາໃຫຍ່ຂຶ້ນເປັນຜູ້ໃຫຍ່. ເຮົາບໍ່ຄວນເຮັດສິ່ງນີ້ ໃນວິທີທີ່ຈະເຮັດໃຫ້ຈິດໃຈຂອງເຂົາແຕກສະຫລາຍ ຫລື ໃນຖ້ອຍຄຳທີ່ຫຍາບຄາຍ ຫລື ຮຸນແຮງ ໃນການລົງໂທດເຂົາ. ໃນການບຳລຸງລ້ຽງຄວາມໝັ້ນໃຈຕົນເອງ ແລະ ໃນການເຫັນຄຸນຄ່າຂອງຕົນເອງ, ເຮົາຕ້ອງສອນເຂົາເຖິງຄຸນສົມບັດຂອງຄົນທີ່ບໍ່ເຫັນແກ່ຕົວ, ຄົນທີ່ມີເມດຕາ, ຄົນທີ່ເຊື່ອຟັງ, ຄົນທີ່ບໍ່ທະນົງຕົວ, ຄົນທີ່ສຸພາບອ່ອນໂຍນ, ແລະ ຄົນທີ່ບໍ່ມີມານຍາ. ເຮົາຕ້ອງສອນເຂົາໃຫ້ດີໃຈ ເມື່ອເຫັນອ້າຍເອື້ອຍນ້ອງ ແລະ ໝູ່ເພື່ອນ ປະສົບຜົນສຳເລັດ. ປະທານ ຮາວເວີດ ດັບເບິນຢູ ຮັນເທີ ໄດ້ສອນວ່າ “ເຮົາຄວນເປັນຫ່ວງເປັນໃຍນຳຄວາມສຳເລັດຂອງຄົນອື່ນ.” ຖ້າບໍ່ດັ່ງນັ້ນ, ລູກຂອງເຮົາຈະເປັນຫ່ວງນຳແຕ່ການຊອກຫາຜົນປະໂຫຍດໃຫ້ກັບຕົນເອງ ແລະ ພະຍາຍາມເຮັດໃຫ້ດີກວ່າຄົນອື່ນ, ມີຄວາມອິດສາບັງບຽດ ແລະ ບໍ່ພໍໃຈ ເມື່ອເຫັນຄົນອື່ນປະສົບຄວາມສຳເລັດ.”7 ຂ້າພະເຈົ້າມີຄວາມກະຕັນຍູຕໍ່ແມ່ຜູ້ທີ່ ເມື່ອໃດທີ່ເພິ່ນເຫັນຂ້າພະເຈົ້າພູມໃຈກັບຕົວເອງຫລາຍຕອນຍັງນ້ອຍ, ເພິ່ນໄດ້ເວົ້າວ່າ, “ລູກເອີຍ, ຖ້າລູກຖ່ອມຕົວລົງໜ້ອຍໜຶ່ງຕອນນີ້ ມັນຈະເປັນຜົນດີແກ່ລູກໃນພາຍໜ້າເດີ.”
ແຕ່ຄວາມຖ່ອມຕົວ ບໍ່ໄດ້ເປັນບາງສິ່ງທີ່ຖືກເກັບໄວ້ ເພື່ອສອນເດັກນ້ອຍເທົ່ານັ້ນ. ເຮົາທຸກຄົນຕ້ອງພະຍາຍາມຖ່ອມຕົວຄືກັນ. ຄວາມຖ່ອມຕົວເປັນສິ່ງຈຳເປັນຕໍ່ການໄດ້ຮັບພອນຂອງພຣະກິດຕິຄຸນ. ຄວາມຖ່ອມຕົວເຮັດໃຫ້ເຮົາມີໃຈທີ່ຊອກຊ້ຳ ເມື່ອເຮົາເຮັດບາບ ຫລື ເຮັດຄວາມຜິດພາດ ແລະ ຊ່ອຍເຮົາໃຫ້ສາມາດກັບໃຈ. ຄວາມຖ່ອມຕົວເຮັດໃຫ້ເຮົາສາມາດກາຍເປັນພໍ່ແມ່, ລູກຊາຍ ແລະ ລູກສາວ, ເປັນສາມີ ແລະ ພັນລະຍາ, ເປັນເພື່ອນບ້ານ ແລະ ເປັນໝູ່ເພື່ອນ ໄດ້ດີກວ່າເກົ່າ.
ກົງກັນຂ້າມ, ຄວາມທະນົງຕົວທີ່ບໍ່ຈຳເປັນ ສາມາດທຳລາຍຄວາມສຳພັນຂອງຄອບຄົວ, ເຮັດໃຫ້ການແຕ່ງງານລົ້ມເຫລວ ແລະ ທຳລາຍການເປັນເພື່ອນ. ມັນສຳຄັນຫລາຍທີ່ຕ້ອງຈື່ຈຳຄວາມຖ່ອມຕົວ ເມື່ອທ່ານຮູ້ສຶກວ່າ ຈະມີການໂຕ້ຖຽງກັນ ໃນຄອບຄົວ. ໃຫ້ຄິດເຖິງຄວາມເຈັບປວດໃຈທັງໝົດ ທີ່ທ່ານສາມາດຫລີກລ້ຽງໄດ້ ໂດຍການຖ່ອມຕົວລົງ ແລະ ເວົ້າວ່າ, “ຂ້ອຍຂໍໂທດ”; “ຂ້ອຍບໍ່ທັນຄິດ”; “ເຈົ້າຢາກເຮັດສິ່ງໃດ?”; “ຂ້ອຍລືມຄິດ”; ຫລື “ຂ້ອຍພູມໃຈໃນຕົວເຈົ້າ.” ຖ້າສຳນວນອັນສັ້ນໆທີ່ຖ່ອມຕົວເຫລົ່ານີ້ໄດ້ຖືກໃຊ້, ແລ້ວຈະມີການໂຕ້ຖຽງກັນໜ້ອຍລົງ ແລະ ບ້ານເຮືອນຂອງເຮົາຈະມີສັນຕິສຸກຫລາຍຂຶ້ນ.
ພຽງແຕ່ການດຳລົງຊີວິດກໍຈະເປັນປະສົບການທີ່ຖ່ອມຕົວສະເໝີຢູ່ແລ້ວ. ອຸບັດຕິເຫດ ແລະ ຄວາມເຈັບປ່ວຍ, ການຕາຍຂອງຄົນທີ່ເຮົາຮັກ, ບັນຫາເລື່ອງຄວາມສຳພັນ, ແມ່ນແຕ່ບັນຫາເລື່ອງການເງິນ ກໍສາມາດນຳເຮົາໃຫ້ຄຸເຂົ່າລົງໄດ້. ບໍ່ວ່າປະສົບການທີ່ຫຍຸ້ງຍາກເຫລົ່ານີ້ ໄດ້ເກີດຂຶ້ນ ໂດຍທີ່ບໍ່ແມ່ນຄວາມຜິດຂອງເຮົາກໍຕາມ ຫລື ໂດຍການຕັດສິນໃຈຜິດ ແລະ ການພິຈາລະນາຜິດ, ການທົດລອງເຫລົ່ານີ້ ຈະເຮັດໃຫ້ເຮົາຖ່ອມຕົວລົງ. ຖ້າເຮົາເລືອກທີ່ຈະຮັບຟັງພຣະວິນຍານ ແລະ ຖ່ອມຕົວ ແລະ ເປັນຄົນສອນງ່າຍ, ແລ້ວຄຳອະທິຖານຂອງເຮົາ ຈະຈິງຈັງ ແລະ ສັດທາ ແລະ ປະຈັກພະຍານຂອງເຮົາຈະເຂັ້ມແຂງຂຶ້ນ ໃນຂະນະທີ່ເຮົາເອົາຊະນະຄວາມຫຍຸ້ງຍາກ ໃນຊ່ວງມະຕະນີ້. ເຮົາທຸກຄົນກໍຫວັງຈະໄດ້ຮັບຄວາມສູງສົ່ງ, ແຕ່ກ່ອນມັນຈະເກີດຂຶ້ນ, ເຮົາຕ້ອງຮັກສາສິ່ງທີ່ຖືກກ່າວເຖິງວ່າເປັນ “ຮ່ອມພູແຫ່ງຄວາມຖ່ອມຕົວ.”8
ເມື່ອຫລາຍປີກ່ອນ, ລູກຊາຍຂອງພວກເຮົາ ທ້າວເອຣິກ ອາຍຸ 15 ປີ ໄດ້ຖືກອຸບັດຕິເຫດ ຈົນສະໝອງເຄື້ອນ. ເມື່ອເຫັນລາວນອນໝົດສະຕິຢູ່ ເປັນເວລາຫລາຍອາທິດ, ພວກເຮົາກໍມີຄວາມເສົ້າໃຈຫລາຍ. ທ່ານໝໍໄດ້ບອກພວກເຮົາວ່າ ພວກເພິ່ນບໍ່ຮູ້ວ່າ ຈະມີຫຍັງເກີດຂຶ້ນຕໍ່ໄປ. ເມື່ອລາວຟື້ນແລ້ວ ພວກເຮົາກໍດີໃຈຫລາຍ. ພວກເຮົາຄິດວ່າ ທຸກສິ່ງກໍຈະເປັນໄປດ້ວຍດີ, ແຕ່ພວກເຮົາຄິດຜິດ.
ເມື່ອລາວຟື້ນຄືນມາແລ້ວ, ລາວບໍ່ສາມາດຍ່າງ ຫລື ເວົ້າ, ຫລື ກິນດ້ວຍຕົນເອງ. ຮ້າຍແຮງໄປກວ່ານັ້ນ, ລາວບໍ່ຈື່ສິ່ງທີ່ຫາກໍເກີດຂຶ້ນ. ລາວຈື່ສິ່ງທີ່ໄດ້ເກີດຂຶ້ນກ່ອນຖືກອຸບັດຕິເຫດ, ແຕ່ຫລັງຈາກນັ້ນ ລາວບໍ່ຈື່ອັນໃດເລີຍ, ແມ່ນແຕ່ສິ່ງທີ່ຫາກໍເກີດຂຶ້ນພຽງໜຶ່ງນາທີຜ່ານມາ.
ໃນຊົ່ວໄລຍະໜຶ່ງ ພວກເຮົາຄິດວ່າ ພວກເຮົາມີລູກຊາຍ ທີ່ຈະເປັນເດັກນ້ອຍອາຍຸ 15 ປີ ຕະຫລອດຊີວິດຂອງລາວ. ລູກຊາຍຂອງພວກເຮົາໄດ້ເຮັດຫລາຍສິ່ງຢ່າງງ່າຍສະບາຍ ກ່ອນຖືກອຸບັດຕິເຫດ. ລາວມັກຫລິ້ນກິລາ, ເປັນຄົນໂດ່ງດັງ, ແລະ ຮຽນເກັ່ງ. ເມື່ອກ່ອນ, ຊີວິດຂອງລາວເບິ່ງຄືວ່າມີອະນາຄົດ; ບັດນີ້ ພວກເຮົາເປັນຫ່ວງວ່າ ລາວຄົງບໍ່ມີອະນາຄົດອີກແລ້ວ, ບໍ່ມີອະນາຄົດທີ່ລາວຈື່ຈຳໄດ້. ບັດນີ້ ລາວຕ້ອງຮຽນທຸກສິ່ງຄືນໃໝ່. ມັນເປັນເວລາທີ່ເຮັດໃຫ້ລາວຖ່ອມຕົວຫລາຍ. ມັນກໍເປັນເວລາທີ່ເຮັດໃຫ້ພໍ່ແມ່ຂອງລາວຖ່ອມຕົວຫລາຍຄືກັນ.
ຕາມຈິງແລ້ວ, ພວກເຮົາໄດ້ຄິດວ່າ ສິ່ງນັ້ນເກີດຂຶ້ນໄດ້ແນວໃດ. ພວກເຮົາໄດ້ພະຍາຍາມເຮັດສິ່ງທີ່ຖືກຕ້ອງສະເໝີມາ. ດຳລົງຊີວິດຕາມພຣະກິດຕິຄຸນ ເປັນອັນດັບທີ່ສຳຄັນໃນຄອບຄົວຂອງພວກເຮົາ. ພວກເຮົາບໍ່ເຂົ້າໃຈເລີຍວ່າ ສິ່ງທີ່ເຈັບປວດຫລາຍທີ່ສຸດ ໄດ້ເກີດກັບພວກເຮົາໄດ້ແນວໃດ. ພວກເຮົາໄດ້ຖ່ອມຕົວທີ່ສຸດ ເມື່ອຮູ້ວ່າ ການກາຍຍະພາບບຳບັດລາວ ຈະຕ້ອງໃຊ້ເວລາຫລາຍເດືອນ, ແມ່ນແຕ່ຫລາຍປີ. ເປັນສິ່ງຍາກທີ່ຈະຮັບ ເມື່ອພວກເຮົາຮູ້ວ່າ ລາວຈະບໍ່ຫາຍດີ ເປັນປົກກະຕິເໝືອນແຕ່ກ່ອນ.
ໃນໄລຍະນີ້, ພວກເຮົາໄດ້ຮ້ອງໄຫ້ຫລາຍເທື່ອ ແລະ ໄດ້ອະທິຖານດ້ວຍຄວາມຈິງໃຈຫລາຍຂຶ້ນ. ຜ່ານຄວາມຖ່ອມຕົວ, ພວກເຮົາເລີ່ມຕົ້ນເຫັນການມະຫັດສະຈັນອັນເລັກນ້ອຍໄດ້ເກີດຂຶ້ນກັບລູກຊາຍຂອງພວກເຮົາ ໃນໄລຍະທີ່ເຈັບປວດນັ້ນ. ລາວເລີ່ມຕົ້ນດີຂຶ້ນເທື່ອລະເລັກເທື່ອລະນ້ອຍ. ລາວໄດ້ຄິດໄປໃນທາງທີ່ດີ.
ທຸກວັນນີ້, ທ້າວເອຣິກ ໄດ້ແຕ່ງງານກັບຄູ່ຄອງທີ່ດີເລີດ, ແລະ ກໍມີລູກ ທີ່ໜ້າຮັກຫ້າຄົນ. ລາວເປັນນາຍຄູທີ່ມີເມດຕາ ແລະ ມັກຊ່ວຍເຫລືອຊຸມຊົນ, ແລະ ສາດສະໜາຈັກດ້ວຍ. ສຳຄັນກວ່ານັ້ນ, ລາວດຳລົງຊີວິດດ້ວຍຄວາມຖ່ອມຕົວ ທີ່ລາວໄດ້ຮັບເມື່ອຫລາຍປີກ່ອນ.
ແຕ່ຖ້າຫາກເຮົາຖ່ອມຕົວ ກ່ອນເຮົາຈະຍ່າງຜ່ານ “ຮ່ອມພູແຫ່ງຄວາມຖ່ອມຕົວ” ແລ້ວຈະເປັນຢ່າງໃດ? ແອວມາ ໄດ້ສອນວ່າ:
“ຄົນທີ່ຖ່ອມຕົວໂດຍບໍ່ໄດ້ຖືກບັງຄັບໃຫ້ຖ່ອມຕົວຍ່ອມເປັນສຸກ.”
“ແທ້ຈິງແລ້ວ, ຜູ້ນັ້ນຈະໄດ້ຮັບພອນຫລາຍກວ່າຜູ້ທີ່ຖືກບັງຄັບໃຫ້ຖ່ອມຕົວ.”9
ຂ້າພະເຈົ້າມີຄວາມກະຕັນຍູຕໍ່ສາດສະດາ ເຊັ່ນດຽວກັບແອວມາ ຜູ້ໄດ້ສອນເຮົາ ເຖິງຄຸນຄ່າຂອງຄຸນສົມບັດທີ່ສຳຄັນນີ້. ປະທານສະເປັນເຊີ ດັບເບິນຢູ ຄິມໂບ ປະທານຄົນທີສິບສອງຂອງສາດສະໜາຈັກ ໄດ້ກ່າວວ່າ: “ບຸກຄົນຖ່ອມຕົວໄດ້ແນວໃດ? ຕໍ່ຂ້າພະເຈົ້າແລ້ວ, ບຸກຄົນນັ້ນຕ້ອງຖືກເຕືອນເລື້ອຍໆ ເຖິງການເພິ່ງອາໄສ. ຕ້ອງເພິ່ງອາໄສຜູ້ໃດ? ອາໄສພຣະຜູ້ເປັນເຈົ້ານັ້ນແຫລະ. ຈະເຕືອນຕົວເອງໄດ້ແນວໃດ? ໂດຍການອະທິຖານຢ່າງຈິງໃຈ, ເປັນປະຈຳ, ດ້ວຍການນະມັດສະການ, ແລະ ດ້ວຍຄວາມກະຕັນຍູ.”10
ບໍ່ຄວນເປັນສິ່ງແປກໃຈເລີຍ ທີ່ປະທານຄິມໂບ ມັກເພງ ຊື່ວ່າ “I Need Thee Every Hour.”11 ແອວເດີ ດາລິນ ເອັຈ ໂອກສ໌ ໄດ້ລາຍງານວ່າ ກຸ່ມອັກຄະສາວົກສິບສອງ ໄດ້ຮ້ອງເພງນີ້ເລື້ອຍໆ ຢູ່ໃນພຣະວິຫານ ກ່ອນເປີດການປະຊຸມ. ເພິ່ນໄດ້ກ່າວວ່າ, “ໃຫ້ເຮົາວາດພາບເຫັນ ຜົນສະທ້ອນທາງວິນຍານທີ່ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າໄດ້ຮັບ ກ່ອນພວກເພິ່ນໄດ້ອະທິຖານຂໍການນຳພາ ເພື່ອຈະໄດ້ບັນລຸໜ້າທີ່ຮັບຜິດຊອບອັນຍິ່ງໃຫຍ່ຂອງພວກເພິ່ນ.”12
ຂ້າພະເຈົ້າເປັນພະຍານເຖິງຄຸນຄ່າຂອງຄວາມຖ່ອມຕົວ ໃນຊີວິດຂອງເຮົາ. ຂ້າພະເຈົ້າມີຄວາມກະຕັນຍູສຳລັບທຸກຄົນ ເຊັ່ນ ຊິດສະເຕີ ກຣີດເຈ ໂຣລີ ຜູ້ໄດ້ແຕ່ງເພງສວດທີ່ປະທັບໃຈເຫລົ່ານັ້ນ ຊຶ່ງຊ່ວຍເຮົາໃຫ້ຮຽນຮູ້ຄຳສອນຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຊຶ່ງຮ່ວມດ້ວຍຄວາມຖ່ອມຕົວ. ຂ້າພະເຈົ້າມີຄວາມກະຕັນຍູ ທີ່ເຮົາມີປຶ້ມເພງສວດເປັນມໍລະດົກ, ຊຶ່ງຊ່ວຍເຮົາໃຫ້ນະມັດສະການ ຜ່ານສຽງເພງ, ແລະ ຂ້າພະເຈົ້າມີຄວາມກະຕັນຍູຕໍ່ຄວາມຖ່ອມຕົວ. ຂ້າພະເຈົ້າອະທິຖານວ່າ ເຮົາຈະພະຍາຍາມໃຫ້ມີຄວາມຖ່ອມຕົວ ໃນຊີວິດຂອງເຮົາ ເພື່ອວ່າເຮົາຈະສາມາດກາຍເປັນພໍ່ແມ່, ລູກຊາຍລູກສາວ, ແລະ ຜູ້ຕິດຕາມພຣະຜູ້ຊ່ວຍໃຫ້ລອດ ໄດ້ດີກວ່າເກົ່າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.