​2010–2019
ໄປ​ຊ່ວຍ​ກູ້: ເຮົາ​ເຮັດ​ສິ່ງ​ນີ້ໄດ້
ເມສາ 2016


10:41

ໄປ​ຊ່ວຍ​ກູ້: ເຮົາ​ເຮັດ​ສິ່ງ​ນີ້ໄດ້

ພຣະ​ຜູ້​ເປັນ​ເຈົ້າ​​ໄດ້ຈັດ​ຫາ​ເຄື່ອງມື​ທຸກ​ຢ່າງ ທີ່​ຈຳເປັນ​ໃຫ້​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ອອກ​ໄປ​ຊ່ວຍ​ກູ້​ເພື່ອນ​ທີ່​ບໍ່​ເຂັ້ມແຂງ ແລະ ຜູ້​ບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ເຮົາ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ເຂົ້າໃຈ​ພາລະກິດ​ຂອງ​ພຣະ​ອົງ​ຢ່າງ​ແຈ່ມ​ແຈ້ງ ທີ່​ຈະ​ໄປ​ຊ່ວຍ​ຊີວິດ​ຂອງ​ລູກໆ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ເພາະ​ພຣະ​ອົງ​ໄດ້​ປະກາດ​ວ່າ:

“ບຸດ​ມະນຸດ​ໄດ້​ມາ​ໂຜດ​ເອົາ​ຜູ້​ທີ່​ຫລົງ​ເສຍ​ໄປ​ແລ້ວ​ນັ້ນ​ໃຫ້​ພົ້ນ. …

[ດັ່ງນັ້ນ​ແຫລະ] ພຣະ​ບິດາ​ຂອງ​ພວກ​ເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ, ກໍ​ບໍ່​ປາດຖະໜາໃຫ້​ ເດັກນ້ອຍ​ເຫລົ່າ​ນີ້​ຈິບຫາຍ ແມ່ນ​ແຕ່ ຄົນ​ດຽວ​.”1

ແມ່​ທີ່​ຮັກ​ຂອງ​ຂ້າພະເຈົ້າ, ນາງ​ຈາ​ສະ​ແມັນ ເບັນ​ຍຽນ ອາ​ນົນ, ໄດ້​ເຂົ້າໃຈ​ບົດບາດ​ຂອງ​ເພິ່ນ ​ໃນ​ການ​ຊ່ວຍຊີວິດ​​ແກະ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ ທີ່​ໄດ້​ຮັບ​ບາດເຈັບ ຫລື ຫລົງ​ເສຍ​ໄປ​ແທ້ໆ, ຮ່ວມ​ທັງ​ລູກຫລານຂອງ​ເພິ່ນ​ເອງ. ນີ້​ເປັນ​ບົດບາດ​ທີ່​ປະເສີດ​ທີ່​ພໍ່​ຕູ້​ແມ່ຕູ້ ສາມາດ​ເຮັດ​ໄດ້​ໃນ​ຊີວິດ​ຂອງ​ຫລານໆ​ຂອງ​ເຂົາ​ເຈົ້າ.

ຕາມ​ປົກກະຕິ​ແລ້ວ ແມ່​ຖືກ​ມອບ​ໝາຍ​ໃຫ້​ຢ້ຽມ​ສອນ​ບັນດາ​ເອື້ອຍ​ນ້ອງ​ທີ່​ດີ້ນ​ລົນ​ຢູ່​ກັບ​ສັດທາ​ຂອງ​ພວກ​ນາງ, ຜູ້​ທີ່​ບໍ່​ເຂັ້ມແຂງ ແລະ ຜູ້​ທີ່​ມີ​ຄູ່​ຄອງ​ທີ່​ບໍ່​ໄດ້​ເປັນ​ສະມາຊິກ; ເຖິງ​ຢ່າງໃດ​ກໍ​ຕາມ, ຜູ້​ຄົນ​ທີ່​ແມ່​ດູແລ​ແມ່ນ​ຮ່ວມ​ດ້ວຍ​ຄົນ​ອື່ນໆ ທີ່​ບໍ່​ມີ​ໃຜ​ມອບ​ໝາຍ​ໃຫ້​ເພິ່ນ​ໄປ​ຢ້ຽມ​ສອນ. ໂດຍ​ທົ່ວ​ໄປ​ແລ້ວ ການ​ຢ້ຽມຢາມ​ຂອງ​ແມ່ ບໍ່​ໄດ້​ເປັນ​ພຽງ​ແຕ່​ເດືອນ​ລະ​ເທື່ອ​ເທົ່າ​ນັ້ນ, ຂະນະ​ທີ່​ເພິ່ນຮັບ​ຟັງຢ່າງ​ງຽບໆ​, ປະຕິບັດຕໍ່​ຜູ້​ທີ່​ເຈັບ​ປ່ວຍ, ແລະ ໄດ້​ໃຫ້​ກຳລັງ​ໃຈ​ດ້ວຍ​ຄວາມ​ຮັກ. ສີ່​ຫ້າ​ເດືອນ​ສຸດ​ທ້າຍ​ໃນ​ຊີວິດ​ຂອງ​ແມ່, ເພິ່ນ​ໄປ​ໃສ​ບໍ່​ໄດ້, ສະນັ້ນ​ເພິ່ນ​ຈຶ່ງ​ໄດ້​ໃຊ້​ເວລາ​ຫລາຍ​ຊົ່ວໂມງ​ຂຽນ​ໜັງສື, ສະແດງ​ຄວາມ​ຮັກ​ຂອງ​ເພິ່ນ, ກ່າວ​ປະຈັກ​ພະຍານ​ຂອງ​ເພິ່ນ, ແລະ ໃຫ້​ກຳລັງ​ໃຈ​ຜູ້​ຄົນ​ທີ່​ໄດ້​ມາ​ຢ້ຽມຢາມ​ເພິ່ນ.

ເມື່ອ​ເຮົາ​ອອກ​ໄປ​ຊ່ວຍ​ຊີວິດ, ພຣະ​ເຈົ້າຈະ​ປະທານ​ອຳນາດ, ກຳລັງ​ໃຈ, ແລະ ພອນ​ໃຫ້​ແກ່​ເຮົາ. ເມື່ອ​ພຣະ​ອົງ​​ໄດ້​ບັນຊາ ໂມ​ເຊ ໃຫ້​ຊ່ວຍ​ຊີວິດ​ລູກ​ຫລານ​​ອິດ​ສະ​ຣາ​ເອນ, ໂມ​ເຊ​ກໍ​​ຢ້ານ​ກົວ, ເໝືອນ​ດັ່ງ​ເຮົາ​ຫລາຍ​ຄົນ​ທີ່​ຢ້ານ​ກົວ. ໂມ​ເຊ​ໄດ້​ໃຫ້​ຄຳ​ແກ້​ຕົວ, ໂດຍ​ກ່າວ​ວ່າ, “ຂ້ານ້ອຍ​ເອງ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ, … ຂ້ານ້ອຍ​ເວົ້າ​ອອກ​ຍາກ​ຫລາຍ, ແລະ ເວົ້າ​ເກີໆ​ກະໆ​ບໍ່​ລ່ຽນ​ບໍ່​ໄຫລ.”2

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້ ໂມ​ເຊ ໝັ້ນ​ໃຈ​ວ່າ:

“ໃຜ​ສ້າງ​ປາກ​ມະນຸດ? … ແມ່ນ​ເຮົາ​ເອງ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ນີ້​ແຫລະ?

“ບັດ​ນີ້ ໂມ​ເຊ ເອີຍ ເຈົ້າ​ຈົ່ງ​ໄປ, ເຮົາ​ຈະ​ຊ່ວຍ​ເຈົ້າ​ກ່າວ, ແລະ ຈະ​ບອກ​ສິ່ງ​ທີ່​ເຈົ້າ​ຈະ​ກ່າວ.”3

ແທ້ໆ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​​ໄດ້​ບອກ ໂມ​ເຊ ວ່າ, “ເຈົ້າ​ເຮັດ​ໄດ້!” ແລະ ທ່ານ​ກໍ​ຮູ້​ວ່າ, ເຮົາ​ທຸກ​ຄົນ​ກໍ​ເຮັດ​ໄດ້​ຄື​ກັນ!

ຂ້າພະເຈົ້າ​ຂໍ​ແບ່ງປັນ​ຫລັກ​ທຳ​ສີ່​ຂໍ້ ທີ່​ຈະ​ຊ່ວຍເຫລືອ​ໃນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່​ຈະ​ຊ່ວຍ​ຊີ​ວິດ.

ຫລັກ​ທຳ​ຂໍ້ທີ 1: ເຮົາ​ບໍ່​ຕ້ອງ​ຊັກ​ຊ້າ​ໃນ​ການ​ອອກ​ໄປ​ຊ່ວຍ​ຊີວິດ

ແອວ​ເດີ ອາ​ເລ​ຮານ​ໂດຣ໌ ປາ​ຕາ​ນີ​ອາ, ອະດີດ​ສາວົກ​ເຈັດ​ສິບ​ປະຈຳ​ເຂດ, ເລົ່າ​ເລື່ອງ​ລາວ​ຂອງ​ທ້າວ​ແດນ​ໂຍ, ນ້ອງ​ຊາຍ​ຂອງ​ເພິ່ນ​ໃຫ້​ຟັງ, ຜູ້​ທີ່​ໄດ້​ອອກ​ເດີນ​ເຮືອ​ໄປ​ຕຶກປາ​ໃນ​ທະເລ​ກັບ​ພະນັກງານ​ຂອງ​ລາວ. ເມື່ອ​ເວລາ​ຜ່ານ​ໄປ, ແດນ​ໂຍ ໄດ້​ຮັບ​ການ​ຕັກເຕືອນ​ທີ່​ຮີບ​ດ່ວນ​ວ່າ ພະຍຸ​ທີ່​ຮ້າຍ​ແຮງ​ກຳລັງ​ຈະ​ມາ​ເຖິງ. ແດນ​ໂຍ ແລະ ພະນັກງານ​ໄດ້​ພາກັນ​ເລີ່ມ​ກັບເຂົ້າ​ຝັ່ງ​ທັນ​ທີ.

ການ​ເດີນ​ເຮືອ​ໃນ​ນ້ຳທະ​ເລ

ເມື່ອ​ພະຍຸ​ຮ້າຍ​ແຮງ​​ໄດ້​ເກີດຂຶ້ນ, ເຄື່ອງ​ຈັກ​ຂອງ​ເຮືອ​ຕຶກປາ​ລຳ​ໜຶ່ງ​ທີ່ຢູ່​ໃກ້​ກໍ​ຕາຍ. ພະນັກງານ​ຂອງ ແດນ​ໂຍ ໄດ້​ເອົາ​ໂສ້​ໃຫຍ່​ມັດ​ໃສ່​ເຮືອ​ທີ່​ຕາຍ​ນັ້ນ ແລະ ເລີ່ມ​ແກ່​ມັນ​ໄປ​ຫາ​ບ່ອນ​ທີ່​ປອດ​ໄພ. ເຂົາເຈົ້າ​ໄດ້​ຕີ​ສາຍ​ໄປ​ຂໍ​ຄວາມ​ຊ່ວຍເຫລືອ, ໂດຍ​ທີ່​ຮູ້​ວ່າ ດ້ວຍ​ພະຍຸ​ກໍ​ນັບ​ຮ້າຍ​ແຮງ​ຂຶ້ນ, ເຂົາເຈົ້າ​ຕ້ອງການ​ຄວາມ​ຊ່ວຍເຫລືອ​ດ່ວນ.

ພະຍຸ​ກຳລັງ​ຮ້າຍ​ແຮງ​ຂຶ້ນ

ຂະນະ​ທີ່​ຄອບຄົວ​ໄດ້​ລໍຖ້າ​ຢູ່​ຢ່າງ​ຮ້ອນໃຈ, ຜູ້​ແທນ​ຈາກ​ໜ່ວຍ​ຍາມ​ຝັ່ງ​ທະເລ, ສະມາຄົມ​ຊາວ​ປະມົງ, ແລະ ທະຫານ​ເຮືອ​ໄດ້​ປະຊຸມ​ກັນ ເພື່ອ​ຈະ​ຕັດສິນ​ໃຈ​ວ່າ​ ຈະ​ຈັດ​ວິທີ​ການ​ຊ່ວຍ​ແນວໃດ​ດີ. ບາງ​ຄົນ​ກໍ​ຢາກ​ອອກ​ໄປ​ທັນທີ ແຕ່​ຖືກ​ບອກ​ວ່າ​ໃຫ້​ລໍຖ້າ​ແຜນ​ການ. ໃນ​ເວລາ​ດຽວ​ກັນ​ນັ້ນ ຜູ້​ທີ່​ຕົກ​ຢູ່​ໃນ​ພະຍຸ​ກໍ​ໄດ້​ອ້ອນວອນ​ຂໍ​ຄວາມ​ຊ່ວຍເຫລືອ​ຕໍ່ໄປ, ຜູ້​ແທນ​ກໍ​ໄດ້​ປະຊຸມ​ກັນ​ຕໍ່​ໄປ, ພະຍາຍາມ​ທີ່​ຈະ​ຕົກລົງ​ກັນ​ເຖິງ​ຂັ້ນ​ຕອນ​ທີ່​ສົມຄວນ ແລະ ແຜນ​ການ.

ຄອບຄົວ​ໄດ້​ລໍຖ້າ​ຢູ່​ຢ່າງ​ຮ້ອນ​ໃຈ

ເມື່ອ​ກຸ່ມ​ຊ່ວຍ​ກູ້​ຖືກ​ຈັດ​ຂຶ້ນ, ຄຳ​ຮ້ອງ​ຂໍ​ທີ່​ສິ້ນ​ຫວັງ​ຄັ້ງ​ສຸດ​ທ້າຍ​ໄດ້​ເຂົ້າ​ມາ. ພະຍຸ​ທີ່​ຮ້າຍ​ແຮງ​ນັ້ນ​ໄດ້​ເຮັດ​ໃຫ້​ສາຍ​ໂສ້​ໃຫຍ່​ລະຫວ່າງ​ເຮືອ​ສອງ​ລຳ​ນັ້ນ​ຂາດ, ແລະ ພະນັກງານ​ຂອງ ແດນ​ໂຍ ໄດ້​ກັບ​ຄືນ​ໄປ​ເບິ່ງ​ຖ້າ​ຫາກ​ວ່າ​ເຂົາເຈົ້າ​ຈະ​ສາມາດ​ຊ່ວຍ​ຊີວິດ​ຂອງ​ເພື່ອນ​ຊາວ​ປະມົງ​ຂອງ​ເຂົາ​ເຈົ້າ​ໄດ້​ຫລື​ບໍ່. ໃນ​ທີ່​ສຸດ, ເຮືອ​ທັງ​ສອງ​ລຳ​ໄດ້​ຫລົ້ມ ແລະ ພະນັກງານ​ທັງ​ໝົດ​ໄດ້​ເສຍ​ຊີວິດ​ໄປ, ຮ່ວມ​ທັງ ແດນ​ໂຍ ນ້ອງ​ຊາຍ​ຂອງ​ແອວ​ເດີ​ປາ​ຕາ​ນີ​ອາ ດ້ວຍ.

​ເຮືອ​ທັງ​ສອງ​ລຳ​ໄດ້​ຫລົ້ມ.

ແອວ​ເດີ​ປາ​ຕາ​ນີ​ອາ ໄດ້​ປຽບທຽບ​ເລື່ອງ​ໂສກເສົ້າ​ນີ້​ໃສ່​ກັບ​ຄຳ​ບັນຊາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເມື່ອ​ພຣະ​ອົງ​ໄດ້​ກ່າວ​ວ່າ, “ພວກ​ເຈົ້າ​ບໍ່​ໄດ້​ດູແລ​ແກະ​ໂຕ​ທີ່​ຈ່ອຍ​ຜອມ, … [ຫລື] ນຳ​ໂຕ​ທີ່​ຫລົງ​ຝູງ​ກັບ​ຄືນ​ມາ, … [ຫລື] ຊອກ​ຫາ​ໂຕ​ທີ່​ຫລົງ​ເສຍ​ໄປ; … ແລະ ເຮົາ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຈົ້າ​ເປັນ​ຜູ້​ລ້ຽງ​ພວກ​ເຂົາ​ອີກ​ຕໍ່​ໄປ.”4

ແອວ​ເດີ​ ປາ​ຕາ​ນີ​ອາ ໄດ້​ອະທິບາຍ​ວ່າ, ເຖິງ​ແມ່ນ​ວ່າ​ເຮົາ​ຕ້ອງ​ຈັດ​ລະບຽບ​ໃນ​ສະພາ, ໃນ​ກຸ່ມ, ໃນ​ອົງການ​ຊ່ວຍເຫລືອ​ຂອງ​ເຮົາ, ແລະ ແມ່ນ​ແຕ່​ເປັນ​ສ່ວນ​ບຸກຄົນ, ເຮົາ​ບໍ່​ຕ້ອງ​ຊັກ​ຊ້າ​ໃນ​ການ​ອອກ​ໄປ​ຊ່ວຍ​ຊີ​ວິດ. ບາງເທື່ອ ຫລາຍໆ​ອາທິດ​ໄດ້​ຜ່ານ​ໄປ ຂະນະ​ທີ່​ເຮົາ​ເວົ້າ​ລົມ​ກັນ​ວ່າ​ຈະ​ຊ່ວຍ​ຄອບຄົວ ຫລື ບຸກຄົນ​ໃດ​ໜຶ່ງ​ແນວໃດ ຜູ້​ທີ່​ຕ້ອງການ​ຄວາມ​ຊ່ວຍ​ເຫ​ລື​ອ. ໃນ​ເວລາ​ດຽວ​ກັນ​ນັ້ນ, ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ​ທີ່​ຫລົງ​ເສຍ​ໄປ​ຍັງ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ຕໍ່​ໄປ ​ແລະ ບາງ​ເທື່ອ ​ໄດ້​ອ້ອນວອນ​ຂໍ​ຄວາມ​ຊ່ວຍ​ເຫລືອ. ເຮົາ​ບໍ່​ຕ້ອງ​ຊັກ​ຊ້າ.

ຫລັກ​ທຳ​ຂໍ້​ທີ 2: ເຮົາ​ບໍ່​ຕ້ອງ​ຍອມ​ແພ້​ຈັກ​ເທື່ອ

ປະທານ​ທອມ​ມັສ ​ແອັສ ມອນ​ສັນ, ຜູ້​ທີ່​ໄດ້​ຮຽກຮ້ອງ​ໃຫ້​ອອກ​ໄປ​ຊ່ວຍ​ກູ້​ຢ່າງ​ແຈ້ງ​ຊັດ, ໄດ້​ສັງເກດ​ເຫັນ​ວ່າ, “ສະມາຊິກ​ຂອງ​ເຮົາ​ຕ້ອງ​ໄດ້​ຮັບ​ການ​ເຕືອນໃຈ​ວ່າ ມັນ​ບໍ່​ເປັນ​ເລື່ອງ​ຊ້າ​ເກີນ​ໄປ​ເມື່ອ​ກ່ຽວ​ພັນ​ກັບ … ສະມາຊິກ​ທີ່​ບໍ່​ເຂັ້ມແຂງ​ຂອງ​ເຮົາ … ຜູ້​ທີ່​ຖືກ​ພິຈາລະນາ​ວ່າ​ ເປັນ​ຄົນ​ທີ່​ສິ້ນ​ຫວັງ.”5

ເໝືອນ​ດັ່ງ​ພວກ​ທ່ານ​ຫລາຍ​ຄົນ, ຂ້າພະເຈົ້າ​ໄດ້​ແບ່ງປັນ​ພຣະ​ກິດ​ຕິ​ຄຸນ​ກັບ​ຫລາຍ​ຄົນ ຊຶ່ງ​ບາງ​ຄົນກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ ຫລື ກັບ​ມາ​ເຂັ້ມແຂງ​ອີກ, ແລະ ​ຄົນ​ອື່ນ​ອີກ—ດັ່ງ​ເຊັ່ນ ທິມ, ເພື່ອນ​ທີ່​ບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ຂ້າພະເຈົ້າ ແລະ ພັນ​ລະ​ຍາ​ທີ່​ບໍ່​ເຂັ້ມແຂງ​ຂອງ​ລາວ, ຊາ​ລີນ, ຕ້ອງ​ໃຊ້​ເວລາ​ດົນ​ນານ.

ຂ້າພະເຈົ້າ​ໄດ້​ມີ​ການ​ເວົ້າ​ລົມ​ເລື່ອງ​ສາດສະໜາ​ກັບ​ ທິມ​ ເປັນ​ເວລາ 25 ປີກ​ວ່າ ແລະ ໄດ້​ພາ​ ທິມ ແລະ ຊາ​ລີ​ນ ​ໄປ​​ທ່ຽວ​ຊົມ​ພຣະ​ວິ​ຫານ. ຄົນ​ອື່ນ​ກໍ​ໄດ້​ເຂົ້າ​ຮ່ວມ​ນຳ​ການ​ຊ່ວຍ​ກູ້​ນີ້, ​ເຖິງ​ຢ່າງ​ໃດ​ກໍ​ຕາມ,​ ທິມ​ ໄດ້​ປະຕິເສດ​ການ​ເຊື້ອ​ເຊີນ​ໃຫ້​ພົບ​ກັບ​ຜູ້​ສອນ​ສາດສະໜາ​ແຕ່​ລະ​ເທື່ອ.

ວັນ​ເສົາ​​ອາທິດ​ໜຶ່ງ ຂ້າພະເຈົ້າ​ໄດ້​ຮັບ​ມອບ​ໝາຍ​ໃຫ້​ເປັນ​ຜູ້​ຄວບ​ຄຸມ​ທີ່​ກອງ​ປະຊຸມ​ສະ​ເຕກ​ແຫ່ງ​ໜຶ່ງ. ຂ້າພະເຈົ້າ​ໄດ້​ຂໍ​ໃຫ້​ປະທານ​ສະ​ເຕກ​ຖື​ສິນ​ອົດ​ເຂົ້າ ແລະ ອະທິຖານ​ກ່ຽວ​ກັບ​ຜູ້​ຄົນ​ທີ່​ເຮົາ​ຄວນ​ໄປ​ຢ້ຽມ​ຢາມ. ຂ້າພະເຈົ້າ​ຕົກໃຈ​ເມື່ອ​ເພິ່ນ​ໄດ້​ຍື່ນ​ເຈ້ຍ​ໃຫ້ ທີ່​ມີ​ຊື່​ຂອງ​ ທິມ ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ. ຕອນ​ທີ່​ອະທິການ, ປະທານ​ສະ​ເຕກ​ຂອງ​ ທິມ ແລະ ຂ້າພະເຈົ້າ​ໄດ້​ເຄາະ​ປະຕູ, ທິມ​ ໄດ້​ເປີດ​ປະຕູ​ໃຫ້, ຫລຽວ​ເບິ່ງ​ຂ້າພະເຈົ້າ, ຫລຽວ​ເບິ່ງ​ອະທິການ, ແລະ ​ແລ້ວໄດ້​ເວົ້າ​ວ່າ, “ອະທິການ, ຂ້ອຍ​ຄິດ​ວ່າ​ ເຈົ້າ​ຈະ​ພາ​ຜູ້​ຄົນ​ພິເສດ​ມາ​ນຳ!”

ແລ້ວ ​ທິມ​ ກໍ​ໄດ້​ຫົວ​ຂຶ້ນ ແລະ ເວົ້າ​ວ່າ, “ເຊີນ​ເຂົ້າ​ມາ, ເມີບ.” ສິ່ງ​ມະຫັດສະຈັນ​ໄດ້​ເກີດ​ຂຶ້ນ​ໃນ​ມື້​ນັ້ນ. ບັດ​ນີ້​ ທິມ​ ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ, ແລະ ລາວ ແລະ ຊາ​ລີນ ກໍ​ໄດ້​ຜະ​ນຶກ​ເຂົ້າກັນ​ແລ້ວ​ໃນ​ພຣະ​ວິ​ຫານ. ​ເຮົາ​ບໍ່​ຄວນ​ທໍ້ຖອຍ.

ທິມ ​ແລະ ຊາລີ​ນ ທີ່​ພຣະວິຫານ

ຫລັກ​ທຳ​ຂໍ້​ທີ 3: ຄວາມ​ປິ​ຕິ​ຍິນດີ​ຂອງ​ທ່ານຈະ​ຍິ່ງ​ໃຫຍ່​ພຽງ​ໃດ ຖ້າ​ຫາກ​ທ່ານຈະ​ນຳ​ຈິດ​ວິນ​ຍານ​ດວງ​ໜຶ່ງ​ມາ​ຫາ​ພຣະ​ຄຣິດ

ເມື່ອ​ຫລາຍ​ປີ​ກ່ອນ​ ຢູ່​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ ຂ້າພະເຈົ້າ​ໄດ້​ກ່າວ​ເຖິງ​ວິທີ​ທີ່ ໂຮ​ເຊ ເດ ຊູ​ຊາ ມາ​ເຄ​ສ໌ ໄດ້​ເຂົ້າໃຈ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ວ່າ “ຖ້າ​ຫາກ​ຄົນ​ໃດ​ໃນ​ບັນດາ​ພວກ​ເຈົ້າ​ເຂັ້ມແຂງ​ໃນ​ພຣະ​ວິນ​ຍານ, ກໍ​ໃຫ້​ເຂົາ​ເອົາ​ຄົນ​ທີ່​ອ່ອນແອ​ໄປ​ກັບ​ເຂົາ, ເພື່ອ​ວ່າ​ເຂົາ … ຈະ​ກາຍເປັນ​ຄົນ​ເຂັ້ມແຂງ​ຄື​ກັນ.”6

ບຣາ​ເດີ​ ມາ​ເຄ​ສ໌ ຮູ້ຈັກ​ຊື່​ຂອງ​ສະມາຊິກ​ທຸກ​ຄົນ​ໃນ​ກຸ່ມ​ປະໂລຫິດ​ຂອງ​ລາວ ແລະ ໄດ້​ຮັບ​ຮູ້​ວ່າ ທ້າວ​ເຟີ​ແນນ​ໂດ ບໍ່​ໄດ້​ມາໂບດ. ລາວ​ໄດ້​ໄປ​ຊອກ​ຫາ ທ້າວ​ເຟີ​ແນນ​ໂດ ຢູ່​ທີ່​ບ້ານ, ແລະ ​ໄດ້​ໄປ​ຊອກ​ຫາ​ລາວ ຢູ່​ທີ່ບ້ານ​ຂອງໝູ່​ລາວ, ແລະ ແມ່ນ​ແຕ່​ໄດ້​ໄປ​ຊອກ​ຫາ​ລາວ​ຢູ່ທີ່​ຫາດ​ຊາຍ.

ການ​ຊ່ວຍ​ກູ້​ທ້າວ​ເຟີ​ແນນ​ໂດ

ໃນ​ທີ່​ສຸດ​ລາວ​ໄດ້​ເຫັນ ທ້າວ​ເຟີ​ແນນ​ໂດ ຂີ່​ຄື້ນ​ຢູ່​ໃນ​ທະ​ເລ. ລາວ​ບໍ່​ໄດ້​ລັງເລ​ຈົນ​ກວ່າ​ເຮືອ​ຫລົ້ມ, ເໝືອນ​ດັ່ງ​ໃນ​ເລື່ອງ​ລາວ​ຂອງ​ທ້າວ​ແດນ​ໂຍ. ລາວ​ໄດ້​ລຸຍ​ນ້ຳ​ອອກ​ໄປ​ທັນທີ ເພື່ອ​ໄປ​ຊ່ວຍ​ຊີວິດ​ແກະ​ທີ່​ຫລົງ​ເສຍ​ໄປ​ຂອງ​ລາວ, ນຳ​ແກະ​ນັ້ນ​ກັບ​ບ້ານ​ຢ່າງ​ຊື່ນ​ຊົມ.7

​ເບິ່ງ​ວ່າ​ທ້າວ​ເຟີ​ແນນ​ໂດ ບໍ່​ໄດ້​ອອກ​ຈາກ​ຝູງ​ໄປ

ແລ້ວ​ລາວ​ໄດ້​ເຮັດ​ໃຫ້​ແນ່​ໃຈ ຜ່ານ​ການ​ປະຕິບັດ​ອັນ​ຕໍ່​ເນື່ອງ​ວ່າ ທ້າວ​ເຟີ​ແນນ​ໂດ ຈະ​ບໍ່​ອອກ​ໄປ​ຈາກ​ຄອກ​ອີກ​ຈັກ​ເທື່ອ.8

ຂ້າພະເຈົ້າ​ຂໍ​ເລົ່າ​ໃຫ້​ຟັງ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຕັ້ງແຕ່ ທ້າວ​ເຟີ​ແນນ​ໂດ ຖືກ​ຊ່ວຍ​ກູ້ເອົາ​ໄວ້ ແລະ ຈະ​ແບ່ງປັນ​ຄວາມສຸກ​ທີ່​ໄດ້​ມາ​ຈາກ​ການ​ຊ່ວຍກູ້​ແກະ​ພຽງ​ແຕ່​ໂຕ​ດຽວ​ທີ່​ເສຍ​ໄປ. ທ້າວ​ເຟີ​ແນນ​ໂດ ໄດ້​ແຕ່ງງານ​ກັບ ນາງ​ມາ​ຣີ​ອາ, ສຸດ​ທີ່​ຮັກ​ຂອງ​ລາວ​ໃນ​ພຣະ​ວິ​ຫານ. ເຂົາເຈົ້າ​ມີ​ລູກ 5 ຄົນ ແລະ ຫລານ 13 ຄົນ, ທຸກ​ຄົນ​ກໍ​ເຂັ້ມແຂງ​ໃນ​ສາດສະໜາ​ຈັກ. ຍາດ​ພີ່ນ້ອງ​ຫລາຍ​ຄົນ​ກໍ​ໄດ້​ເຂົ້າ​ຮ່ວມ​ສາດສະໜາ​ຈັກ​ດ້ວຍ. ນຳ​ກັນ ເຂົາເຈົ້າ​ໄດ້​ສົ່ງ​ຊື່​ຂອງ​ບັນພະບຸລຸດ​ຫລາຍໆ​ພັນ​ຊື່ ເພື່ອ​ຈະ​ໃຫ້​ໄດ້​ຮັບ​ພິທີການ​ພຣະ​ວິຫານ​ຕ່າງໆ, ແລະ ພອນ​ຕ່າງໆ​ກໍ​ມີ​ມາ​ຢູ່​ຕໍ່​ໄປ.

ຄອບຄົວ​ເຟີ​ແນນ​ໂດ

ດຽວນີ້ ເຟີ​ແນນ​ໂດ ກໍ​ຮັບ​ໃຊ້​ເປັນ​ອະທິການ​ເປັນ​ເທື່ອ​ທີ​ສາມ, ແລະ ລາວ​ຍັງ​ອອກ​ໄປ​ຊ່ວຍ​​ກູ້ຢູ່​ຕໍ່​ໄປ ຄື​ກັນ​ກັບ​ຕອນ​ທີ່​ລາວ​ໄດ້​ຖືກ​ຊ່ວຍ​ກູ້. ເມື່ອ​ບໍ່​ດົນ​ມາ​ນີ້ ລາວ​ໄດ້​ບອກ​ວ່າ, “ໃນ​ຫວອດ​ຂອງ​ເຮົາ, ເຮົາ​ມີ​ຊາຍ​ໜຸ່ມ​ທີ່​ເຂັ້ມແຂງ 32 ຄົນ​ ໃນ​ກຸ່ມ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣນ, 21 ຄົນ​ໃນ​ນັ້ນ​ແມ່ນ​ຫາ​ກໍ​ໄດ້​ຊ່ວຍ​ກັບ​ຄືນ​​ມາ​ພາຍ​ໃນ 18 ເດືອນ​ຜ່ານ​ມາ​ນີ້.” ໃນ​ຖານະ​ສ່ວນ​ບຸກຄົນ, ຄອບຄົວ, ກຸ່ມ, ອົງການ​ຊ່ວຍເຫລືອ, ຫ້ອງ​ຮຽນ, ແລະ ຄູ​ສອນ​ປະຈຳ​ບ້ານ ແລະ ຄູ​ຢ້ຽມ​ສອນ, ເຮົາ​ເຮັດ​ສິ່ງ​ນັ້ນ​ໄດ້!

ກຸ່ມ​ຊາຍ​ໜຸ່ມ​ຂອງ​ເຟີ​ແນນ​ໂດ

ຫລັກ​ທຳ​ຂໍ້​ທີ 4: ບໍ່​ວ່າ​ອາຍຸ​ຂອງ​ເຮົາ​ຈະ​ອ່ອນ ຫລື ແກ່, ເຮົາ​ທຸກ​ຄົນ​ຖືກ​ເອີ້ນ​ໃຫ້​ອອກ​ໄປ​ຊ່ວຍ​ກູ້

ປະທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ປະກາດ​ວ່າ: “ບໍ່​ວ່າ​ເຮົາ​ຈະ​ມີ​ອາຍຸ, ຄວາມ​ສາມາດ, ການ​ເອີ້ນ​ໃນ​ໂບດ​ຫລາຍ​ນ້ອຍ​ປານໃດ, ຫລື ອາໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ, ເຮົາ​ຈະ​ເປັນ​ໜຶ່ງ​ໃນ​ວຽກ​ງານ​ທີ່​ຊ່ວຍ [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ] ກູ້​ຈິດ​ວິນ​ຍານ ຈົນ​ກວ່າ​ພຣະ​ອົງ​ຈະ​ສະເດັດ​ຄືນ​ມາ​ອີກ.”9

ແຕ່​ລະ​ວັນ ນັບ​ມື້​ນັບ​ມີ​ລູກ​ຂອງ​ພວກ​ເຮົາ, ຊາວ​ໜຸ່ມ, ຄົນ​ໜຸ່ມ​ໂສດ, ​ແລະ ຜູ້​ໃຫຍ່​ໂສດຂອງ​ພວກ​ເຮົາ ທີ່​ເປັນ​ສະມາຊິກ ໃນ​ທຸກໆ​ໄວ ​ຂານ​ຕອບ​ການ​ເອີ້ນ​ທີ່​ແຈ້ງ​ຊັດ ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃຫ້​ອອກ​ໄປຊ່ວຍ​ກູ້. ຂອບ​ໃຈ​ຫລາຍໆ ສຳລັບ​ຄວາມ​ພະຍາຍາມ​ຂອງ​ທ່ານ! ຂ້າພະ​ເຈົ້າຂໍ​ແບ່ງປັນ​ ບາງ​ຕົວຢ່າງ:

ນາງ​ເອມ​ມີ, ອາຍຸ 7 ປີ, ໄດ້​ເຊີນ​ໝູ່​ຂອງ​ນາງ ນາງ​ອາ​ຣີ​ອານາ ແລະ ຄອບຄົວ​ໄປ​ຮ່ວມ​ໃນ​ກອງ​ປະຊຸມ​ລາຍການ​ສະແດງ​ຂອງ​ຊັ້ນ​ປະຖົມ​ໄວ. ສາມ​ສີ່​ເດືອນ​ຕໍ່​ມາ, ນາງ​ອາ​ຣີ​ອານາ ແລະ ຄອບຄົວ​ຂອງ​ນາງ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ.

ທ້າວ​ອາ​ແລັນ, ໜຸ່ມ​ໂສດ​ຄົນ​ໜຶ່ງ, ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ແບ່ງປັນ​ວີ​ດິ​ໂອ​ຂອງ​ສາດສະໜາ​ຈັກ, ຂ່າວສານ​ຂອງ​ຊາວ​ມໍ​ມອນ, ແລະ ຂໍ້​ພຣະ​ຄຳ​ພີ​ກັບ​ໝູ່​ເພື່ອນ​ຂອງ​ລາວ​ທາງ​ສື່ສານ​ມວນ​ຊົນ.

ຊິດ​ສະ​ເຕີ ຣີບສ໌ ໄດ້​ຮູ້ສຶກ​ປະທັບ​ໃຈ​ໃຫ້​ແບ່ງປັນ​ພຣະ​ກິດ​ຕິ​ຄຸນ​ກັບ ພໍ່ຄ້າ​ແມ່​ຄ້າທຸກ​ຄົນ​ທີ່​ໂທ​ມາ​ຫາ​ເພິ່ນ.

ທ້າວ ເຈ​ມສ໌ ໄດ້​ເຊື້ອ​ເຊີນ ທ້າວ​ເຊນ ເພື່ອນ​ທີ່​ບໍ່​ໄດ້​ເປັນ​ສະມາຊິກ​ ໄປ​ຮ່ວມ​ພິທີ​ບັບ​ຕິ​ສະ​ມາ​ຂອງ​ລູກ​ສາວ​ຂອງ​ລາວ.

ທ້າວ ສະ​ເປັນ​ເຊີ ໄດ້​ສົ່ງ​ link ຂອງ​ຄຳ​ປາ​ໄສ​ຂອງ​ປະທານ ຣະ​ໂຊ ເອັມ ແນວ​ສັນ ໄປ​ໃຫ້​ເອື້ອຍ​ຜູ້​ທີ່​ບໍ່​ເຂັ້ມແຂງ ແລະ ໄດ້​ລາຍ​ງານ​ວ່າ, “ນາງ​ໄດ້​ອ່ານ​ຄຳ​ປາ​ໄສ​ນັ້ນ ແລະ ເຮົາ​ກໍ​ມີ​ຄວາມ​ຫວັງ.”

ພຣະ​ຜູ້​ເປັນ​ເຈົ້າ​​ໄດ້​ຈັດ​ຫາ​ເຄື່ອງມື​ທຸກ​ຢ່າງ ທີ່​ຈຳເປັນ​ໃຫ້​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ອອກ​ໄປ​ຊ່ວຍ​ກູ້​ເພື່ອນ​ທີ່​ບໍ່​ເຂັ້ມແຂງ ແລະ ຜູ້​ບໍ່​ໄດ້​ເປັນ​ສະມາຊິກ​ຂອງ​ເຮົາ. ເຮົາ​ທຸກ​ຄົນ​ເຮັດ​ສິ່ງ​ນີ້​ໄດ້!

ຂ້າພະເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ແຕ່ລະຄົນ ໃຫ້​ເຊື່ອ​ຟັງ​ການ​ເອີ້ນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ອອກ​ໄປ​ຊ່ວຍ​ກູ້. ເຮົາ​ເຮັດ​ສິ່ງ​ນີ້ໄດ້!

ຂ້າພະເຈົ້າ​ເປັນ​ພະຍານ​ຢ່າງ​ໜັກ​ແໜ້ນວ່າ ຂ້າພະເຈົ້າ​ຮູ້​ວ່າ​ພຣະ​ເຢ​ຊູ​ເປັນ​ຜູ້​ລ້ຽງ​ທີ່​ດີ, ​ວ່າ​ພຣະ​ອົງ​ຮັກ​ເຮົາ ແລະ ວ່າພຣະອົງ​ຈະປະທານ​ພອນ​ໃຫ້​ເຮົາ ເມື່ອ​ເຮົາ​ອອກ​ໄປ​ຊ່ວຍ​ກູ້. ຂ້າພະເຈົ້າ​ຮູ້​ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່. ຂ້າພະເຈົ້າ​ຮູ້​ສິ່ງ​ນີ້. ໃນ​ພຣະ​ນາ​ມຂອງ​ພຣະ​ເຢ​ຊູຄຣິດ, ອາ​ແມນ.