​2010–2019
ໄວ້ວາງໃຈໃນພຣະວິນຍານນັ້ນ ຊຶ່ງພາໃຫ້ເຮັດຄວາມດີ
ເມສາ 2016


13:31

ໄວ້ວາງໃຈໃນພຣະວິນຍານນັ້ນ ຊຶ່ງພາໃຫ້ເຮັດຄວາມດີ

ເຮົາເຂົ້າໃກ້ຊິດພຣະຜູ້ຊ່ວຍໃຫ້ລອດ ເມື່ອເຮົາຮັບໃຊ້ຄົນອື່ນດ້ວຍຄວາມຮັກອັນບໍລິສຸດ ແທນພຣະອົງ.

ຂ້າພະເຈົ້າມີຄວາມກະຕັນຍູຫລາຍທີ່ໄດ້ມາຮ່ວມກັບທ່ານ ໃນຄ່ຳຄືນແຫ່ງການນະມັດສະການ, ການໄຕ່ຕອງ, ແລະ ການອຸທິດຕົນນີ້. ເຮົາໄດ້ອະທິຖານນຳກັນ. ພຣະບິດາເທິງສະຫວັນທີ່ຮັກຂອງເຮົາ ໄດ້ຍິນເຮົາ. ເຮົາລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດ, ອົງພຣະເຢຊູຄຣິດເຈົ້າ ເມື່ອເຮົາໄດ້ຖືກສຳພັດໂດຍສຽງເພງສວດທີ່ສັນລະເສີນພຣະອົງ. ເຮົາໄດ້ຮັບການດົນໃຈ ໃຫ້ເຮັດຕື່ມອີກ ເພື່ອຊ່ວຍພຣະອາຈານຂອງເຮົາ ໃນວຽກງານຂອງພຣະອົງ ທີ່ຈະຊ່ວຍຊູ ແລະ ປອບໂຍນລູກໆຂອງພຣະບິດາເທິງສະຫວັນຂອງເຮົາ.

ຄວາມປາດຖະໜາຂອງເຮົາທີ່ຈະຮັບໃຊ້ຄົນອື່ນ ໄດ້ຖືກຂະຫຍາຍອອກກວ້າງ ໂດຍຄວາມກະຕັນຍູຂອງເຮົາ ສຳລັບສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດເພື່ອເຮົາ. ສະນັ້ນ ໃຈຂອງເຮົາຈຶ່ງໄຂ່ພອງຂຶ້ນ ເມື່ອເຮົາໄດ້ຍິນເພງ ທີ່ວ່າ: “ເພາະເຮົາໄດ້ຮັບຫລວງຫລາຍ ຈຶ່ງໝາຍໃຈແບ່ງປັນ.”1 ກະສັດເບັນຢາມິນ, ໃນການເທດສະໜາຂອງເພິ່ນ ຊຶ່ງມີບັນທຶກໄວ້ຢູ່ໃນ ພຣະຄຳພີມໍມອນ, ກໍໄດ້ສັນຍາເຖິງຄວາມຮູ້ສຶກກະຕັນຍູນັ້ນ ທີ່ຈະມີມາ (ເບິ່ງ ໂມໄຊຢາ 2:17–19).

ເມື່ອສັດທາຂອງເຮົາ ໃນພຣະເຢຊູຄຣິດ ຊັກຊວນເຮົາໃຫ້ເຮັດສິ່ງທີ່ເໝາະສົມກັບຄວາມຊື່ນຊົມຂອງການໄດ້ຮັບການໃຫ້ອະໄພ ຈາກພຣະອົງ, ແລ້ວເຮົາຈະມີຄວາມປາດຖະໜາທີ່ຈະຮັບໃຊ້ຄົນອື່ນ ແທນພຣະອົງ. ກະສັດເບັນຢາມິນ ໄດ້ສອນເຖິງການໃຫ້ອະໄພວ່າ ບໍ່ແມ່ນການເຮັດພຽງເທື່ອດຽວ ແລ້ວສຳເລັດ.

ເພິ່ນໄດ້ກ່າວມັນ ໃນທາງນີ້ວ່າ: “ແລະ ບັດນີ້ເພາະເຫັນແກ່ສິ່ງເຫລົ່ານີ້ ຊຶ່ງຂ້າພະເຈົ້າໄດ້ກ່າວກັບພວກທ່ານແລ້ວ—ນັ້ນຄື, ເພື່ອໃຫ້ມີການປົດບາບຂອງພວກທ່ານໄປແຕ່ລະວັນ ເພື່ອພວກທ່ານຈະເດີນໄປໂດຍບໍ່ມີຄວາມຜິດຕໍ່ພຣະພັກຂອງພຣະເຈົ້າ—ຂ້າພະເຈົ້າຢາກໃຫ້ພວກທ່ານແບ່ງປັນເຂົ້າຂອງ ຂອງພວກທ່ານໃຫ້ແກ່ຄົນຍາກຈົນທຸກຄົນຕາມທີ່ມີເປັນຕົ້ນວ່າ ລ້ຽງອາຫານຄົນຫິວໂຫຍ, ໃຫ້ເສື້ອຜ້າແກ່ຄົນເປືອຍເປົ່າ, ຢ້ຽມຢາມຄົນເຈັບປ່ວຍ ແລະ ໃຫ້ຄວາມຊ່ວຍເຫລືອ, ເພື່ອບັນເທົາຄົນເຫລົ່ານັ້ນທາງວິນຍານ ແລະ ທາງຮ່າງກາຍ, ຕາມຄວາມຕ້ອງການຂອງພວກເຂົາ” (ໂມໄຊຢາ 4:26).

ເພື່ອນຮ່ວມງານທີ່ດີເດັ່ນຂອງແອວມາ ຊື່ ແອມມິວເລັກ, ກໍໄດ້ສອນຄວາມຈິງນັ້ນວ່າ ເຮົາຕ້ອງຢູ່ໃນການຮັບໃຊ້ແທນພຣະອົງເລື້ອຍໄປ ເພື່ອຈະໄດ້ຮັບການໃຫ້ອະໄພ: “ແລະ ບັດນີ້ຈົ່ງເບິ່ງ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ຢ່າຄິດວ່າມັນໝົດເທົ່ານີ້; ເພາະຫລັງຈາກພວກທ່ານເຮັດທັງໝົດນີ້ແລ້ວ, ຖ້າຫາກພວກທ່ານຫັນໜ້າໜີຈາກຄົນຂັດສົນ, ແລະ ຄົນເປືອຍເປົ່າ, ແລະ ບໍ່ໄປຢ້ຽມຢາມຄົນເຈັບປ່ວຍ ແລະ ຄົນເປັນທຸກ, ແລະ ໃຫ້ເຂົ້າຂອງ ຂອງພວກທ່ານແກ່ຄົນທີ່ຢູ່ໃນຄວາມຕ້ອງການແລ້ວ—ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ຖ້າຫາກພວກທ່ານບໍ່ເຮັດສິ່ງເຫລົ່ານີ້ແລ້ວ, ຈົ່ງເບິ່ງ, ການອະທິຖານຂອງພວກທ່ານບໍ່ມີປະໂຫຍດ, ແລະ ບໍ່ຊ່ວຍອັນໃດໃຫ້ພວກທ່ານເລີຍ, ແລະ ພວກທ່ານກໍຈະເປັນເໝືອນດັ່ງຄົນໜ້າຊື່ໃຈຄົດ ຜູ້ທີ່ປະຕິເສດສັດທາ” (ແອວມາ 34:28).

ຄ່ຳຄືນນີ້ ຂ້າພະເຈົ້າໄດ້ຄິດເຖິງສະຕີຫລາຍຄົນໃນຊີວິດຂອງຂ້າພະເຈົ້າ. ມີຢູ່ດ້ວຍກັນ 31 ຄົນ ທັງໃຫຍ່ ແລະ ນ້ອຍ ໃນຄອບຄົວຂອງຂ້າພະເຈົ້າ, ເລີ່ມຕົ້ນຈາກ ພັນລະຍາຂອງຂ້າພະເຈົ້າ ແລະ ຕໍ່ໆໄປ ຈົນເຖິງເຫລັນຜູ້ຫາກໍເກີດໃໝ່ ສາມ ຄົນ. ບາງຄົນກໍຢູ່ທີ່ນີ້ກັບພວກເຮົາ ໃນຄ່ຳຄືນນີ້. ຫ້າຄົນມີອາຍຸຕ່ຳກວ່າ 12 ປີ. ເທື່ອນີ້ ອາດເປັນເທື່ອທຳອິດ ໃນສູນກາງປະຊຸມໃຫຍ່ ພ້ອມກັບພວກເອື້ອຍໆຂອງເຂົາເຈົ້າ ຢູ່ໃນສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ. ແຕ່ລະຄົນຈະຈື່ຈຳໃນທາງທີ່ແຕກຕ່າງກັນ ແລະ ເຮັດສັນຍາຂອງໃຜລາວ ຈາກປະສົບການນີ້ ໃນຄ່ຳຄືນນີ້.

ມີຄວາມຊົງຈຳສາມຢ່າງ ແລະ ການເຮັດສັນຍາສາມຢ່າງ ທີ່ຂ້າພະເຈົ້າຫວັງວ່າ ຈະຍືນຍົງຢູ່ກັບເຂົາເຈົ້າ ໄປຕະຫລອດຊີວິດ ແລະ ແມ່ນແຕ່ຫລັງຈາກຊີວິດນີ້. ຄວາມຊົງຈຳເປັນຄວາມຮູ້ສຶກ. ແລະ ການເຮັດສັນຍາເປັນ ການກະທຳ.

ຄວາມຮູ້ສຶກທີ່ສຳຄັນທີ່ສຸດແມ່ນ ຄວາມຮັກ. ທ່ານໄດ້ຮູ້ສຶກເຖິງຄວາມຮັກຂອງບັນດາເອື້ອຍນ້ອງຜູ້ນຳ ຜູ້ທີ່ຫາກໍໄດ້ກ່າວໄປນັ້ນ. ແລະ ທ່ານໄດ້ຮູ້ສຶກຜ່ານທາງພຣະວິນຍານວ່າ ພວກເພິ່ນກໍຮັກທ່ານ ໂດຍທີ່ບໍ່ຮູ້ຈັກທ່ານເປັນສ່ວນຕົວກໍຕາມ ເພາະພວກເພິ່ນຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດທີ່ມີຕໍ່ທ່ານ. ສະນັ້ນພວກເພິ່ນຈຶ່ງຢາກຮັບໃຊ້ທ່ານຫລາຍທີ່ສຸດ ແລະ ຢາກໃຫ້ທ່ານໄດ້ຮັບພອນທີ່ພຣະເຈົ້າປະສົງໃຫ້ທ່ານໄດ້ຮັບ.

ທ່ານໄດ້ຮູ້ສຶກເຖິງຄວາມຮັກຕໍ່ຄົນອື່ນໃນຄ່ຳຄືນນີ້—ຕໍ່ໝູ່ເພື່ອນ, ເພື່ອນນັກຮຽນ, ເພື່ອນບ້ານ, ແລະ ແມ່ນແຕ່ບາງຄົນ ຜູ້ຫາກໍເຂົ້າມາໃນຊີວິດຂອງທ່ານ, ຄົນແປກໜ້າ. ຄວາມຮູ້ສຶກເຖິງຄວາມຮັກນັ້ນ ແມ່ນຂອງປະທານຈາກພຣະເຈົ້າ. ພຣະຄຳພີເອີ້ນມັນວ່າ “ຄວາມໃຈບຸນ” ແລະ “ຄວາມຮັກອັນບໍລິສຸດຂອງພຣະຄຣິດ” (ໂມໂຣໄນ 7:47). ທ່ານໄດ້ຮູ້ສຶກເຖິງຄວາມຮັກນັ້ນ ໃນຄ່ຳຄືນນີ້, ແລະ ທ່ານສາມາດຮູ້ສຶກມັນໄດ້ເລື້ອຍໆ ຖ້າຫາກທ່ານສະແຫວງຫາມັນ.

ຄວາມຮູ້ສຶກທີສອງທີ່ທ່ານໄດ້ຮູ້ສຶກ ໃນຄ່ຳຄືນນີ້ ແມ່ນອິດທິພົນຂອງພຣະວິນຍານບໍລິສຸດ. ບັນດາເອື້ອຍນ້ອງໄດ້ສັນຍາກັບທ່ານໃນມື້ນີ້ວ່າ ພຣະວິນຍານບໍລິສຸດຈະນຳພາທ່ານ ເພື່ອໃຫ້ພົບເຫັນການຮັບໃຊ້ ທີ່ພຣະຜູ້ເປັນເຈົ້າຈະໃຫ້ທ່ານເຮັດ ແທນພຣະອົງ. ທ່ານໄດ້ຮູ້ສຶກຜ່ານທາງພຣະວິນຍານວ່າ ຄຳສັນຍາຂອງພວກເພິ່ນແມ່ນມາຈາກ ພຣະຜູ້ເປັນເຈົ້າ ແລະ ວ່າມັນເປັນຄວາມຈິງ.

ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ຈົ່ງໄວ້ວາງໃຈໃນພຣະວິນຍານນັ້ນ ຊຶ່ງພາໃຫ້ເຮັດຄວາມດີ, ຫລື ແທ້ຈິງແລ້ວ, ໃຫ້ເຮັດຢ່າງຖືກຕ້ອງ, ໃຫ້ເດີນໄປດ້ວຍຄວາມຖ່ອມຕົວ, ໃຫ້ຕັດສິນຢ່າງຊອບທຳ; ແລະ ນີ້ຄືພຣະວິນຍານຂອງພຣະອົງ (ເບິ່ງ D&C 11:12).

ທ່ານອາດໄດ້ຮັບພອນນັ້ນ ໃນຄ່ຳຄືນນີ້. ຍົກຕົວຢ່າງ, ຊື່ ແລະ ໜ້າຕາຂອງຄົນທີ່ຂັດສົນ ໄດ້ປະກົດຂຶ້ນໃນຈິດໃຈຂອງທ່ານ ໃນລະຫວ່າງກອງປະຊຸມນີ້. ມັນອາດເປັນຄວາມຄິດພຽງວູບດຽວ, ແຕ່ເປັນເພາະທ່ານໄດ້ຍິນສິ່ງທີ່ກ່າວໃນຄ່ຳຄືນນີ້, ທ່ານຈະອະທິຖານກ່ຽວກັບເລື່ອງນີ້, ໄວ້ວາງໃຈວ່າ ພຣະເຈົ້າຈະນຳພາທ່ານໄປເຮັດສິ່ງທີ່ດີ ທີ່ພຣະອົງປະສົງສຳລັບເຂົາເຈົ້າ. ເມື່ອການອະທິຖານເຊັ່ນນັ້ນ ກາຍເປັນແບບແຜນໃນຊີວິດຂອງທ່ານ, ແລ້ວທ່ານ ແລະ ຄົນອື່ນໆ ຈະປ່ຽນແປງໄປໃນທາງທີ່ດີ.

ຄວາມຮູ້ສຶກທີສາມ ທີ່ທ່ານໄດ້ຮູ້ສຶກໃນຄ່ຳຄືນນີ້ ແມ່ນວ່າທ່ານຢາກເຂົ້າໃກ້ຊິດພຣະຜູ້ຊ່ວຍໃຫ້ລອດ. ແມ່ນແຕ່ນາງນ້ອຍໆຢູ່ໃນນີ້ ກໍຈະໄດ້ຮູ້ສຶກເຖິງຄວາມເປັນຈິງຂອງການເຊື້ອເຊີນ ໃນເພງ ທີ່ວ່າ: “ຈົ່ງຕາມເຮົາມາ, ພຣະອົງກ່າວໄວ້. ໃຫ້ເຮົາເດີນຕາມຮອຍພຣະບາດພຣະອົງ.”2

ສະນັ້ນ, ດ້ວຍຄວາມຮູ້ສຶກດັ່ງກ່າວ, ສິ່ງທຳອິດທີ່ທ່ານສັນຍາທີ່ຈະເຮັດ ແມ່ນອອກໄປຮັບໃຊ້ ໂດຍທີ່ຮູ້ວ່າ ທ່ານບໍ່ໄດ້ໄປພຽງຄົນດຽວ. ເມື່ອທ່ານໄປປອບໂຍນ ແລະ ຮັບໃຊ້ບາງຄົນ ແທນພຣະຜູ້ຊ່ວຍໃຫ້ລອດ, ພຣະອົງຈະຕຽມທາງໄວ້ໃຫ້ທ່ານ. ບັດນີ້, ເຊັ່ນດຽວກັບອະດີດຜູ້ສອນສາດສະໜາ ທີ່ມາຮ່ວມໃນຄ່ຳຄືນນີ້ ຈະບອກທ່ານວ່າ ບໍ່ແມ່ນທຸກຄົນທີ່ມາໄຂປະຕູໃຫ້ທ່ານ ຈະຮັບຕ້ອນທ່ານ ຫລື ທຸກຄົນທີ່ທ່ານພະຍາຍາມຮັບໃຊ້ ຈະຂອບໃຈທ່ານ. ແຕ່ພຣະຜູ້ເປັນເຈົ້າ ຈະອອກໜ້າທ່ານ ເພື່ອຕຽມທາງໃຫ້ທ່ານ.

ປະທານທອມມັສ ແອັສ ມອນສັນ ໄດ້ກ່າວເລື້ອຍໆວ່າ ເພິ່ນຮູ້ເຖິງຄວາມເປັນຈິງຂອງຄຳສັນຍາຂອງພຣະຜູ້ເປັນເຈົ້າ ທີ່ວ່າ ຜູ້ໃດກໍຕາມທີ່ຮັບເອົາເຮົາ, ທີ່ນັ້ນພຣະອົງຈະຢູ່ນຳຄືກັນ. ພຣະອົງຈະອອກໜ້າເຮົາ. ພຣະອົງຈະຢູ່ທາງຂວາມືເຮົາ ແລະ ທາງຊ້າຍມືເຮົາ, ແລະ ພຣະວິນຍານຂອງພຣະອົງຈະຢູ່ໃນໃຈຂອງເຮົາ, ທູດຂອງພຣະອົງຈະອ້ອມຮອບເຮົາໄວ້ເພື່ອຄ້ຳຊູເຮົາ, (ເບິ່ງ D&C 84:88).

ວິທີໜຶ່ງທີ່ພຣະອົງໄດ້ອອກໜ້າທ່ານ ແມ່ນການຕຽມໃຈບຸກຄົນທີ່ພຣະອົງໄດ້ຂໍໃຫ້ທ່ານໄປຮັບໃຊ້. ພຣະອົງຈະຕຽມໃຈທ່ານເໝືອນກັນ.

ທ່ານຈະພົບເຫັນອີກວ່າ ພຣະຜູ້ເປັນເຈົ້າໄດ້ຈັດຜູ້ຊ່ວຍໄວ້ຢູ່ທາງຂ້າງທ່ານ; ຢູ່ທາງຂວາ, ຢູ່ທາງຊ້າຍທ່ານ, ແລະ ຢູ່ອ້ອມຮອບທ່ານ. ທ່ານບໍ່ໄດ້ໄປຄົນດຽວ ເພື່ອຮັບໃຊ້ຄົນອື່ນ ແທນພຣະອົງ.

ພຣະອົງໄດ້ເຮັດສິ່ງນັ້ນແທນຂ້າພະເຈົ້າ ໃນຄ່ຳຄືນນີ້. ພຣະຜູ້ເປັນເຈົ້າໄດ້ຕຽມພະຍານໄວ້ຫລາຍຢ່າງ (ເຮັບເຣີ 12:1), ທັງເປັນຖ້ອຍຄຳ ແລະ ເປັນສຽງເພງ, ເພື່ອປະສານ ແລະ ຂະຫຍາຍພະລັງຂອງສິ່ງທີ່ພຣະອົງປະສົງໃຫ້ຂ້າພະເຈົ້າກ່າວ. ຂ້າພະເຈົ້າຕ້ອງໃຫ້ແນ່ໃຈວ່າ ພາກສ່ວນຂອງຂ້າພະເຈົ້າ ສອດຄ່ອງກັບຂ່າວສານທີ່ພຣະອົງປະສົງໃຫ້ແບ່ງປັນ. ຂ້າພະເຈົ້າຫວັງ ແລະ ອະທິຖານວ່າ ທ່ານຈະຮູ້ສຶກເຖິງຄວາມກະຕັນຍູ ແລະ ຄວາມຊື່ນຊົນ ເມື່ອພຣະຜູ້ເປັນເຈົ້າໃຫ້ທ່ານເຂົ້າຮ່ວມກັບຄົນອື່ນໆ ເພື່ອຮັບໃຊ້ແທນພຣະອົງ.

ເມື່ອທ່ານມີປະສົບການນັ້ນເລື້ອຍໆ, ແລະ ທ່ານຈະມີ, ແລ້ວທ່ານຈະຍິ້ມອອກມາດ້ວຍຄວາມຮັບຮູ້, ເຊັ່ນດຽວກັບຂ້າພະເຈົ້າໄດ້ເຮັດ, ເມື່ອໃດກໍຕາມ ທີ່ເຮົາຮ້ອງເພງ ຊື່ວ່າ “ແສນຫວານງານເລີດ.”3

ທ່ານຈະຍິ້ມອອກມາ ເມື່ອທ່ານລະນຶກເຖິງຂໍ້ຄວາມນີ້: “ຈອມກະສັດຈະຕອບວ່າ ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ” (ມັດທາຍ 25:40).

ສິ່ງທີສອງທີ່ທ່ານຕ້ອງເຮັດ ແມ່ນທີ່ຈະລະນຶກເຖິງພຣະຜູ້ເປັນເຈົ້າ ເມື່ອທ່ານໄປຮັບໃຊ້ແທນພຣະອົງ. ພຣະຜູ້ເປັນເຈົ້າບໍ່ພຽງແຕ່ອອກໜ້າເຮົາ ແລະ ສົ່ງເຫລົ່າທູດມາຮັບໃຊ້ຮ່ວມກັບເຮົາເທົ່ານັ້ນ, ແຕ່ພຣະອົງຍັງຮູ້ສຶກເຖິງການປອບໂຍນທີ່ເຮົາໄດ້ມອບໃຫ້ແກ່ຄົນອື່ນ ຄືກັບວ່າເຮົາໄດ້ມອບມັນໃຫ້ແກ່ພຣະອົງ.

ທິດາທຸກຄົນຂອງພຣະເຈົ້າ ຜູ້ໄດ້ຍິນ ແລະ ເຊື່ອຂ່າວສານຂອງກອງປະຊຸມນີ້ ຈະຖາມວ່າ, “ພຣະຜູ້ເປັນເຈົ້າມີຫຍັງໃຫ້ເຮົາເຮັດ ເພື່ອຊ່ວຍພຣະອົງ ຊ່ວຍເຫລືອຄົນທີ່ຂັດສົນເຫລົ່ານັ້ນ? ສະພາບການຂອງເອື້ອຍນ້ອງແຕ່ລະຄົນແມ່ນແຕກຕ່າງກັນ. ນັ້ນກໍເປັນຄວາມຈິງໃນກຸ່ມລູກສາວ, ລູກໄພ້, ຫລານສາວ, ແລະ ເຫລັນຂອງຂ້າພະເຈົ້າ. ຕໍ່ພວກເຂົາເຈົ້າ, ແລະ ຕໍ່ທິດາທັງໝົດຂອງພຣະບິດາເທິງສະຫວັນ, ຂ້າພະເຈົ້າຂໍກ່າວຄຳແນະນຳທີ່ສະຫລາດຂອງຊິດສະເຕີ ລິນດາ ເຄ ເບີຕັນ ອີກເທື່ອໜຶ່ງ.

ເພິ່ນໄດ້ຂໍໃຫ້ທ່ານອະທິຖານດ້ວຍສັດທາ ເພື່ອຈະໄດ້ຮູ້ເຖິງສິ່ງທີ່ພຣະຜູ້ເປັນເຈົ້າມີໃຫ້ທ່ານເຮັດ ໃນສະຖານະການຂອງທ່ານ. ແລະ ແລ້ວເພິ່ນໄດ້ກ່າວເຖິງຄຳສັນຍາ ທີ່ອ່ອນຫວານ ແລະ ປອບໂຍນ ຊຶ່ງພຣະຜູ້ເປັນເຈົ້າເອງ ໄດ້ມອບໃຫ້ສະຕີ ຄົນທີ່ໄດ້ຖືກຕິຕຽນ ເພາະນາງໄດ້ເອົານ້ຳມັນຫອມລາຄາແພງມາຫົດສົງພຣະຫັດຂອງພຣະອົງ ແທນທີ່ຈະຂາຍມັນ ແລ້ວເອົາເງິນໄປຊ່ວຍເຫລືອຄົນຍາກຈົນ.

“ແຕ່ພຣະເຢຊູກ່າວວ່າ, ຊ່າງນາງເທາະ ພວກເຈົ້າກວນໃຈນາງເຮັດຫຍັງ? ນາງໄດ້ເຮັດສິ່ງທີ່ຈົບງາມແກ່ເຮົາແລ້ວ.

“ພວກເຈົ້າຈະມີຄົນຍາກຈົນຢູ່ກັບພວກເຈົ້າສະເໝີ, ແລະ ພວກເຈົ້າຊ່ວຍພວກເຂົາຍາມໃດກໍໄດ້, ແຕ່ພວກເຈົ້າຈະບໍ່ມີເຮົາສະເໝີໄປ.

“ນາງເຮັດເທົ່າທີ່ນາງເຮັດໄດ້: ນາງຖອກນ້ຳມັນຫອມໃສ່ຮ່າງກາຍຂອງເຮົາ ເພື່ອຕຽມການປົງສົບຂອງເຮົາລ່ວງໜ້າ.

“ບັດນີ້ ເຮົາບອກພວກເຈົ້າຕາມຄວາມຈິງວ່າ ທຸກບ່ອນທົ່ວໂລກທີ່ມີການປະກາດຂ່າວປະເສີດ ສິ່ງທີ່ຍິງຜູ້ນີ້ໄດ້ເຮັດ ຈະເປັນທີ່ເລົ່າລືກັນໄປ ເພື່ອລະນຶກເຖິງນາງ” (ມາຣະໂກ 14:6–9).

ຂໍ້ພຣະຄຳພີສັ້ນໆນັ້ນ ເປັນຄຳແນະນຳທີ່ອ່ອນຫວານ ແລະ ສະຫລາດ ສຳລັບເອື້ອຍນ້ອງທີ່ຊື່ສັດ ໃນອານາຈັກຂອງພຣະຜູ້ເປັນເຈົ້າ ໃນຊ່ວງເວລາທີ່ຫຍຸ້ງຍາກນີ້. ທ່ານຈະອະທິຖານເພື່ອຈະໄດ້ຮູ້ວ່າ ພຣະບິດາມີຜູ້ໃດ ເພື່ອໃຫ້ທ່ານໄປຮັບໃຊ້ດ້ວຍຄວາມຮັກແທນພຣະອົງ ແລະ ແທນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ແລະ ທ່ານຈະບໍ່ຢາກໄດ້ຍິນຄຳຊົມເຊີຍຈາກຜູ້ຄົນ, ຕາມຕົວຢ່າງຂອງຜູ້ຍິງຄົນນັ້ນຢູ່ໃນພຣະທຳ ມາຣະໂກ, ຜູ້ຊຶ່ງຄວາມດີງາມຂອງນາງ ທີ່ໄດ້ໃຫ້ກຽດແດ່ພຣະຜູ້ຊ່ວຍໃຫ້ລອດຂອງໂລກ ໄດ້ຖືກຈື່ຈຳ ແຕ່ບໍ່ແມ່ນຊື່ຂອງນາງ.

ຂ້າພະເຈົ້າຫວັງວ່າ ເອື້ອຍນ້ອງຢູ່ໃນຄອບຄົວຂອງເຮົາ ຈະເຮັດດີທີ່ສຸດ ທີ່ເຂົາເຈົ້າສາມາດເຮັດໄດ້ ດ້ວຍຄວາມຮັກ ແທນພຣະເຈົ້າ ເພື່ອຮັບໃຊ້ຄົນທີ່ຂັດສົນ. ແລະ ສິ່ງທີສາມ ຂ້າພະເຈົ້າຫວັງວ່າ ເຂົາເຈົ້າຈະຖ່ອມຕົວໃນວຽກງານດີຂອງເຂົາເຈົ້າ. ແຕ່ຂ້າພະເຈົ້າຫວັງວ່າ ເຂົາເຈົ້າຈະຮັບເອົາຄຳແນະນຳຂອງພຣະຜູ້ເປັນເຈົ້າ ເມື່ອພຣະອົງໄດ້ກ່າວ—ຊຶ່ງຂ້າພະເຈົ້າແນ່ໃຈວ່າ ເຮົາທຸກຄົນຕ້ອງການໄດ້ຍິນ ທີ່ວ່າ:

“ຈົ່ງລະວັງໃຫ້ດີ ຢ່າຖືສິນກິນທານຕໍ່ໜ້າປະຊາຊົນເພື່ອເປັນການອວດຄົນ ເພາະຖ້າເຮັດຢ່າງນັ້ນ ພວກເຈົ້າຈະບໍ່ໄດ້ບຳເໜັດຫຍັງຈາກພຣະບິດາຂອງພວກເຈົ້າຜູ້ສະຖິດຢູ່ໃນສະຫວັນ.”

ແລະ ແລ້ວພຣະອົງໄດ້ກ່າວວ່າ:

“ຝ່າຍພວກເຈົ້າ ເມື່ອໃຫ້ທານ ຢ່າໃຫ້ມືຊ້າຍຮູ້ການທີ່ມືຂວາກຳລັງເຮັດນັ້ນ:

“ເພື່ອການໃຫ້ທານຂອງພວກເຈົ້າ ຈະເປັນທາງລັບ: ຝ່າຍພຣະບິດາຂອງເຈົ້າ ຜູ້ທີ່ຮູ້ເຫັນສິ່ງທີ່ເຈົ້າເຮັດໃນທີ່ລັບລີ້ ກໍຈະໃຫ້ບຳເໜັດແກ່ເຈົ້າ” (ມັດທາຍ 6:1, 3–4).

ຄຳອະທິຖານຂອງຂ້າພະເຈົ້າ ສຳລັບເອື້ອຍນ້ອງໃນອານາຈັກ, ບໍ່ວ່າເຂົາເຈົ້າຈະຢູ່ບ່ອນໃດກໍຕາມ ຫລື ຢູ່ໃນສະຖານະການໃດກໍຕາມ, ແມ່ນວ່າສັດທາຂອງເຂົາເຈົ້າໃນພຣະຜູ້ຊ່ວຍໃຫ້ລອດ ແລະ ຄວາມກະຕັນຍູຂອງເຂົາເຈົ້າ ສຳລັບການຊົດໃຊ້ຂອງພຣະອົງ ຈະນຳພາເຂົາເຈົ້າໄປເຮັດສິ່ງທີ່ເຂົາເຈົ້າສາມາດເຮັດໄດ້ ສຳລັບຄົນທີ່ພຣະຜູ້ເປັນເຈົ້າຂໍໃຫ້ເຂົາເຈົ້າໄປຮັບໃຊ້. ເມື່ອເຂົາເຈົ້າເຮັດເຊັ່ນນັ້ນ, ຂ້າພະເຈົ້າສັນຍາວ່າ ເຂົາເຈົ້າຈະກ້າວຂຶ້ນສູງໃນເສັ້ນທາງ ທີ່ຈະກາຍເປັນສະຕີທີ່ສັກສິດ, ຜູ້ທີ່ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະບິດາເທິງສະຫວັນ ຈະຮັບຕ້ອນດ້ວຍຄວາມອົບອຸ່ນ ແລະ ປະທານບຳເໜັດໃຫ້ຢ່າງເປີດເຜີຍ.

ຂ້າພະເຈົ້າເປັນພະຍານວ່າ ນີ້ແມ່ນສາດສະໜາຈັກຂອງພຣະເຢຊູຄຣິດ ທີ່ໄດ້ຟື້ນຄືນພຣະຊົນແລ້ວ. ພຣະອົງຊົງພຣະຊົນ. ພຣະອົງໄດ້ໃຊ້ແທນບາບທັງໝົດຂອງເຮົາ. ຂ້າພະເຈົ້າຮູ້ວ່າ ເພາະຍ້ອນພຣະອົງ ເຮົາຈະຟື້ນຄືນຊີວິດ ແລະ ສາມາດມີຊີວິດນິລັນດອນ. ປະທານທອມມັສ ແອັສ ມອນສັນ ເປັນສາດສະດາທີ່ມີຊີວິດຢູ່. ພຣະບິດາເທິງສະຫວັນໄດ້ຍິນ ແລະ ຕອບຄຳອະທິຖານຂອງເຮົາ. ຂ້າພະເຈົ້າເປັນພະຍານວ່າ ເຮົາເຂົ້າໃກ້ຊິດພຣະຜູ້ຊ່ວຍໃຫ້ລອດ ເມື່ອເຮົາຮັບໃຊ້ຄົນອື່ນດ້ວຍຄວາມຮັກອັນບໍລິສຸດ ແທນພຣະອົງ. ຂ້າພະເຈົ້າຂໍເປັນພະຍານຢ່າງແນ່ນອນໃຈ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງອ້າງອີງ

  1. “Because I Have Been Given Much,” Hymns, no. 219.

  2. “Come, Follow Me,” Hymns, no. 116.

  3. “ແສນຫວານງານເລີດ,” ເພງສວດ ແລະ ເພງຂອງເດັກນ້ອຍ, ເລກທີ 13.