“ເພື່ອວ່າເຮົາຈະໄດ້ຊັກນຳຄົນທັງຫລາຍມາຫາເຮົາ”
ເມື່ອເຮົາເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ, ພະລັງທີ່ເຮັດໃຫ້ສາມາດຂອງການຊົດໃຊ້ຂອງພຣະເຢຊູຄຣິດຈະເຂົ້າມາສູ່ຊີວິດຂອງເຮົາ.
ຕອນຂ້າພະເຈົ້າອາໄສຢູ່ເຂດອາຟຣິກາ, ຂ້າພະເຈົ້າໄດ້ຂໍຄຳແນະນຳຈາກ ແອວເດີ ວິວເຝີດ ດັບເບິນຢູ ແອນເດີເຊັນ ແຫ່ງສາວົກເຈັດສິບ ກ່ຽວກັບການຊ່ວຍເຫລືອໄພ່ພົນທີ່ອາໄສຢູ່ໃນຄວາມຍາກຈົນ. ໃນບັນດາຄວາມຮູ້ອັນປະເສີດທີ່ເພິ່ນໄດ້ແບ່ງປັນກັບຂ້າພະເຈົ້າແມ່ນດັ່ງຕໍ່ໄປນີ້ວ່າ: “ເມື່ອຄວາມສຳພັນຫ່າງເຫີນໄກຈາກກັນຫລາຍເທົ່າໃດລະຫວ່າງຜູ້ໃຫ້ ແລະ ຜູ້ຮັບ, ຜູ້ຮັບແຮ່ງຈະມີຄວາມຮູ້ສຶກວ່າ ຕົນເອງມີສິດໄດ້ຕາມໃຈຊອບ.”
ນີ້ຄືຫລັກທຳພື້ນຖານຂອງລະບົບສະຫວັດດີການຂອງສາດສະໜາຈັກ. ເມື່ອສະມາຊິກບໍ່ສາມາດສະໜອງ ຄວາມຕ້ອງການຂອງຕົນເອງ, ທຳອິດ ເຂົາເຈົ້າຈະຫັນໄປຫາຄອບຄົວຂອງເຂົາເຈົ້າກ່ອນ. ຫລັງຈາກນັ້ນ, ຖ້າຈຳເປັນ, ເຂົາເຈົ້າກໍສາມາດຫັນໄປຂໍຄວາມຊ່ວຍເຫລືອຈາກຜູ້ນຳຂອງສາດສະໜາຈັກໃນເຂດທ້ອງຖິ່ນນຳອີກ ສຳລັບຄວາມຕ້ອງການທາງຮ່າງກາຍ.1 ສະມາຊິກຂອງຄອບຄົວ ແລະ ຜູ້ນຳຂອງສາດສະໜາຈັກໃນເຂດທ້ອງຖິ່ນຈະຮັບຮູ້ຜູ້ຄົນທີ່ມີຄວາມຕ້ອງການເຫລົ່ານັ້ນດີ, ສ່ວນຫລາຍແລ້ວກໍໄດ້ປະເຊີນກັບສະຖານະການທີ່ຄ້າຍຄືກັນນັ້ນມາແລ້ວ, ແລະ ເຂົ້າໃຈວ່າຈະຊ່ວຍແນວໃດໄດ້ດີີທີ່ສຸດ. ເພາະເຂົາເຈົ້າຢູ່ໃກ້ຜູ້ທີ່ໃຫ້, ຜູ້ທີ່ໄດ້ຮັບຄວາມຊ່ວຍເຫລືອອີງຕາມແບບແຜນນີ້ກໍມີຄວາມກະຕັນຍູ ແລະ ຈະຮູ້ສຶກວ່າມີສິດທີ່ຈະໄດ້ຕາມໃຈຊອບໜ້ອຍລົງ.
ຄວາມຄິດທີ່ວ່າ—“ເມື່ອຄວາມສຳພັນຫ່າງເຫີນໄກຈາກກັນຫລາຍເທົ່າໃດລະຫວ່າງຜູ້ໃຫ້ ແລະ ຜູ້ຮັບ, ຜູ້ຮັບແຮ່ງຈະມີຄວາມຮູ້ສຶກວ່າ ຕົນເອງມີສິດໄດ້ຕາມໃຈຊອບ”—ກໍກ່່ຽວພັນກັບເລື່ອງທາງວິນຍານຢ່າງເລິກຊຶ້ງຄືກັນ. ພຣະບິດາເທິງສະຫວັນຂອງເຮົາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຄືພຣະຜູ້ໃຫ້ທີ່ສູງສົ່ງທີ່ສຸດ. ເມື່ອເຮົາຫ່າງໄກຈາກພວກພຣະອົງຫລາຍເທົ່າໃດ, ເຮົາແຮ່ງຈະຮູ້ສຶກວ່າຕົນເອງມີສິດໄດ້ຕາມໃຈຊອບຫລາຍຂຶ້ນເທົ່ານັ້ນ. ເຮົາເລີ່ມຄິດວ່າເຮົາຄວນຈະໄດ້ຮັບພຣະຄຸນ ແລະ ພອນທີ່ເຮົາຕ້ອງໄດ້. ເຮົາຈະເອນອຽງໄປຫລຽວເບິ່ງລອບໆ, ເຫັນຄວາມບໍ່ຍຸດຕິທຳ, ແລະ ຮູ້ສຶກໂສກເສົ້າ—ແມ່ນແຕ່ໂມໂຫ—ໂດຍຄວາມບໍ່ຍຸດຕິທຳທີ່ເຮົາເຫັນຢູ່. ເຖິງແມ່ນວ່າຄວາມບໍ່ຍຸດຕິທຳນັ້ນຈະເປັນເລື່ອງເລັກນ້ອຍ ຈົນເຖິງຄວາມເຈັບຊ້ຳນ້ຳໃຈກໍຕາມ, ເມື່ອເຮົາຫ່າງເຫີນຈາກພຣະເຈົ້າ, ແມ່ນແຕ່ຄວາມບໍ່ຍຸດຕິທຳນ້ອຍໆ ກໍຈະປະກົດວ່າໃຫຍ່ໂຕຫລາຍ. ເຮົາຮູ້ສຶກວ່າພຣະເຈົ້າມີພັນທະທີ່ຈະຕ້ອງແກ້ໄຂບັນຫານັ້ນ—ທັນທີ!
ຄວາມແຕກຕ່າງທີ່ເກີດຂຶ້ນດ້ວຍຄວາມໃກ້ຊິດຂອງເຮົາກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດກໍຖືກສະແດງໃຫ້ເຫັນໃນພຣະຄຳພີມໍມອນ ໃນຄວາມກົງກັນຂ້າມທີ່ເຫັນໄດ້ງ່າຍ ລະຫວ່າງ ນີໄຟ ແລະ ພວກອ້າຍຂອງເພິ່ນ, ເລມັນ ແລະ ເລມູເອນ.
-
ນີໄຟໄດ້ “ມີຄວາມປາດຖະໜາອັນແຮງກ້າຢາກຮູ້ຈັກຄວາມລຶກລັບຂອງພຣະເຈົ້າ, ດັ່ງນັ້ນ [ເພິ່ນ] ຈຶ່ງໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ” ແລະ ໃຈຂອງເພິ່ນໄດ້ອ່ອນລົງ.2 ກົງກັນຂ້າມ, ເລມັນ ແລະ ເລມູເອນ ໄດ້ຫ່າງເຫີນຈາກພຣະເຈົ້າ—ພວກເຂົາບໍ່ໄດ້ຮູ້ຈັກພຣະອົງ.
-
ນີໄຟໄດ້ຍອມຮັບເອົາໜ້າທີ່ມອບໝາຍທີ່ທ້າທາຍໂດຍບໍ່ໄດ້ຈົ່ມວ່າ, ແຕ່ເລມັນ ແລະ ເລມູເອນ “ໄດ້ຈົ່ມຫລາຍສິ່ງຫລາຍຢ່າງ.” ການຈົ່ມຄືຕົວຢ່າງໃນພຣະຄຳພີ ເຖິງການແອ່ວຈົ່ມຂອງເດັກນ້ອຍ. ພຣະຄຳພີບັນທຶກວ່າ “ພວກເຂົາໄດ້ຈົ່ມ ເພາະບໍ່ຮູ້ການກະທຳຂອງພຣະເຈົ້າອົງນັ້ນຜູ້ສ້າງພວກເຂົາ.”3
-
ຄວາມໃກ້ຊິດຂອງນີໄຟກັບພຣະເຈົ້າໄດ້ຊ່ວຍໃຫ້ເພິ່ນສາມາດຮັບຮູ້ ແລະ ຮູ້ສຶກບຸນຄຸນ “ຄວາມເມດຕາອັນລະອຽດອ່ອນ”4 ຂອງພຣະເຈົ້າ. ກົງກັນຂ້າມ, ເມື່ອເລມັນ ແລະ ເລມູເອນໄດ້ເຫັນນີໄຟໄດ້ຮັບພອນ, ພວກເຂົາ “ຮ້າຍໃຫ້ເພິ່ນ ເພາະພວກເຂົາບໍ່ເຂົ້າໃຈວິທີການຂອງພຣະຜູ້ເປັນເຈົ້າ.”5 ເລມັນ ແລະ ເລມູເອນໄດ້ເຊື່ອວ່າພອນທີ່ພວກເຂົາໄດ້ຮັບເປັນສິດຂອງພວກເຂົາ ແລະ ໄດ້ຄິດຢ່າງໂມໂຫຮ້າຍວ່າພວກເຂົາຄວນໄດ້ຮັບຫລາຍກວ່ານັ້ນ. ພວກເຂົາເບິ່ງຄືວ່າໄດ້ເຫັນພອນຂອງນີໄຟເປັນ “ຄວາມຜິດ” ທີ່ຖືກເຮັດຕໍ່ພວກເຂົາ. ນີ້ຄືຕົວຢ່າງໃນພຣະຄຳພີເຖິງສິດທິທີ່ບໍ່ພໍໃຈ.
-
ນີໄຟໄດ້ໃຊ້ສັດທາໃນພຣະເຈົ້າ ເພື່ອຈະສຳເລັດສິ່ງທີ່ເພິ່ນຖືກຮຽກຮ້ອງໃຫ້ເຮັດ.6 ໃນທາງກົງກັນຂ້າມ, ເລມັນ ແລະ ເລມູເອນ, “ໂດຍທີ່ມີໃຈແຂງກະດ້າງ, … ບໍ່ໄດ້ຫລຽວຫາພຣະຜູ້ເປັນເຈົ້າເທົ່າທີ່ຄວນ.”7 ເບິ່ງຄືວ່າພວກເຂົາຮູ້ສຶກວ່າ ພຣະຜູ້ເປັນເຈົ້າໄດ້ມີພັນທະທີ່ຈະຈັດຫາຄຳຕອບໃຫ້ແກ່ຄຳຖາມທີ່ພວກເຂົາບໍ່ໄດ້ຖາມ. “ພຣະຜູ້ເປັນເຈົ້າບໍ່ໄດ້ເຮັດເລື່ອງແນວນີ້ໃຫ້ພວກເຮົາຮູ້,” ພວກເຂົາໄດ້ເວົ້າ, ແຕ່ພວກເຂົາບໍ່ໄດ້ພະຍາຍາມທີ່ຈະທູນຂໍເລີຍ.8 ນີ້ຄືຕົວຢ່າງໃນພຣະຄຳພີເຖິງການເຍາະເຍີ້ຍ ແລະ ຄວາມສົງໄສຄວາມຈິງ.
ເພາະພວກເຂົາຫ່າງເຫີນຈາກພຣະຜູ້ຊ່ວຍໃຫ້ລອດ, ເລມັນ ແລະ ເລມູເອນໄດ້ຈົ່ມ, ເປັນຄົນມັກຂັດແຍ້ງ, ແລະ ຂາດສັດທາ. ພວກເຂົາໄດ້ຮູ້ສຶກວ່າຊີວິດບໍ່ຍຸດຕິທຳ ແລະ ວ່າພວກເຂົາມີສິດຈະໄດ້ຮັບພຣະຄຸນຂອງພຣະເຈົ້າ. ກົງກັນຂ້າມ, ເພາະວ່າເພິ່ນເຂົ້າໃກ້ຊິດກັບພຣະເຈົ້າ, ນີໄຟຕ້ອງໄດ້ຮັບຮູ້ວ່າ ຊີວິດຈະບໍ່ຍຸດຕິທຳຫລາຍສຳລັບພຣະເຢຊູຄຣິດ. ເຖິງແມ່ນວ່າພຣະອົງບໍລິສຸດຢ່າງສົມບູນແບບ, ພຣະຜູ້ຊ່ວຍໃຫ້ລອດຈະທົນທຸກທໍລະມານຫລາຍທີ່ສຸດ.
ເມື່ອເຮົາໃກ້ຊິດກັບພຣະເຢຊູຄຣິດຫລາຍຂຶ້ນເທົ່າໃດໃນຄວາມນຶກຄິດ ແລະ ເຈດຕະນາຂອງໃຈເຮົາ, ແລ້ວເຮົາກໍຈະຮູ້ສຶກບຸນຄຸນຕໍ່ການທົນທຸກທໍລະມານທີ່ບໍລິສຸດຂອງພຣະອົງ, ເຮົາຈະກະຕັນຍູສຳລັບພຣະຄຸນ ແລະ ການໃຫ້ອະໄພ, ແລະ ເຮົາກໍຢາກຈະກັບໃຈ ແລະ ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນເທົ່ານັ້ນ. ຄວາມໃກ້ໄກທັງໝົດຂອງເຮົາຈາກພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດກໍສຳຄັນ, ແຕ່ທິດທາງທີ່ເຮົາກຳລັງເດີນໄປນັ້ນແຮ່ງສຳຄັນຍິ່ງກວ່າ. ພຣະເຈົ້າພໍພຣະໄທນຳຄົນບາບທີ່ກັບໃຈ ຜູ້ທີ່ພະຍາຍາມເຂົ້າໃກ້ພຣະອົງຫລາຍກວ່າກັບບຸກຄົນທີ່ຄິດວ່າຕົນເອງຊອບທຳ, ບຸກຄົນທີ່ຫາຈັບຜິດ, ເໝືອນດັ່ງພວກຟາຣິຊາຍ ແລະ ພວກທຳມະຈານໃນສະໄໝບູຮານ, ທີ່ບໍ່ຮູ້ວ່າເຂົາເຈົ້າຈຳເປັນຕ້ອງກັບໃຈຫລາຍເທົ່າໃດ.9
ຕອນຂ້າພະເຈົ້າຍັງນ້ອຍ, ຂ້າພະເຈົ້າໄດ້ຮ້ອງເພງຄຣິດສະມັດຂອງຊາວສະວິເດັນທີ່ສອນເຖິງບົດຮຽນທີ່ລຽບງ່າຍ ແຕ່ມີພະລັງ—ການເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດ ເຮັດໃຫ້ ເຮົາປ່ຽນແປງ. ເນື້ອເພງແມ່ນດັ່ງນີ້ວ່າ:
ເມື່ອເຊົ້າວັນຄຣິດສະມັດສ່ອງແສງ
ຂ້ານ້ອຍຢາກໄປທີ່ຄອກສັດ,
ບ່ອນທີ່ພຣະເຈົ້າ ຕະຫລອດທັງຄືນ
ໄດ້ນອນຢູ່ເທິງກອງເຟືອງ.
ຊ່າງເປັນສິ່ງດີທີ່ພຣະອົງປາດຖະໜາ
ຈະສະເດັດລົງມາເທິງໂລກ!
ບັດນີ້, ຂ້ານ້ອຍບໍ່ຢາກສູນເສຍ
ວັນເວລາໃນໄວເດັກຢູ່ໃນບາບອີກຕໍ່ໄປ!
ພຣະເຢຊູ, ພວກຂ້ານ້ອຍຕ້ອງການພຣະອົງ,
ພຣະອົງ ເພື່ອນຮັກຂອງເດັກນ້ອຍ.
ຂ້ານ້ອຍບໍ່ຢາກເຮັດໃຫ້ພຣະອົງໂສກເສົ້າ
ກັບບາບຂອງຂ້ານ້ອຍອີກ.10
ເມື່ອເຮົາສົມໝຸດຈະຍົກຕົວເອງກັບໄປທີ່ຄອກສັດຢູ່ເບັດເລເຮັມ “ບ່ອນທີ່ພຣະເຈົ້າ ຕະຫລອດທັງຄືນໄດ້ນອນຢູ່ເທິງກອງເຟືອງ,” ເຮົາຈະຮັບຮູ້ ດີວ່າ ພຣະຜູ້ຊ່ວຍໃຫ້ລອດຄືຂອງປະທານທີ່ມາຈາກພຣະບິດາເທິງສະຫວັນທີ່ມີເມດຕາ ແລະ ຊົງຮັກ. ແທນທີ່ຈະຮູ້ສຶກວ່າ ມີສິດຈະໄດ້ຮັບພອນ ແລະ ພຣະຄຸນຂອງພຣະອົງ, ເຮົາຈະພັດທະນາຄວາມປາດຖະໜາອັນແຮງກ້າທີ່ຈະຢຸດເຮັດໃຫ້ພຣະເຈົ້າໄດ້ຮັບທຸກທໍລະມານຕື່ມອີກ.
ບໍ່ວ່າທິດທາງ ຫລື ຄວາມຫ່າງໄກຂອງເຮົາກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຈະເປັນແບບໃດກໍຕາມໃນເວລານີ້, ເຮົາສາມາດເລືອກທີ່ຈະຫັນໄປຫາພວກພຣະອົງ ແລະ ເຂົ້າໃກ້ພວກພຣະອົງຫລາຍຂຶ້ນ. ພວກພຣະອົງຈະຊ່ວຍເຫລືອເຮົາ. ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ບອກຊາວນີໄຟຫລັງຈາກການຟື້ນຄືນພຣະຊົນຂອງພຣະອົງວ່າ:
“ແລະ ພຣະບິດາຂອງເຮົາໄດ້ສົ່ງເຮົາມາ ເພື່ອວ່າເຮົາຈະໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ; ແລະ ຫລັງຈາກເຮົາໄດ້ຖືກຍົກຂຶ້ນເທິງໄມ້ກາງແຂນ ເພື່ອວ່າເຮົາຈະໄດ້ຊັກນຳຄົນທັງຫລາຍມາຫາເຮົາ. …
“ແລະ ເປັນດ້ວຍເຫດນີ້ ເຮົາຈຶ່ງຖືກຍົກຂຶ້ນ; ສະນັ້ນ ຕາມອຳນາດຂອງພຣະບິດາ, ເຮົາຈຶ່ງຈະຊັກນຳຄົນທັງຫລາຍມາຫາເຮົາ.”11
ເພື່ອຈະເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ, ເຮົາຕ້ອງເພີ່ມສັດທາຂອງເຮົາທີ່ມີໃນພຣະອົງ, ເຮັດ ແລະ ຮັກສາພັນທະສັນຍາ, ແລະ ມີພຣະວິນຍານບໍລິສຸດສະຖິດຢູ່ກັບເຮົາ. ເຮົາຕ້ອງປະຕິບັດໃນສັດທາ, ຕອບຮັບຕໍ່ການຊີ້ນຳທາງວິນຍານທີ່ເຮົາຈະໄດ້ຮັບນຳອີກ. ສ່ວນປະກອບທັງໝົດເຫລົ່ານີ້ຈະເຂົ້າຮ່ວມກັນໃນສິນລະລຶກ. ແນ່ນອນວ່າ, ວິທີທີ່ດີທີ່ສຸດທີ່ຂ້າພະເຈົ້າຮູ້ ທີ່ຈະເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ ຄືທີ່ຈະຕຽມຕົວຢ່າງລະມັດລະວັງ ແລະ ຮັບສ່ວນສິນລະລຶກຢ່າງມີຄ່າຄວນແຕ່ລະອາທິດ.
ເພື່ອນຂອງພວກເຮົາຄົນໜຶ່ງຢູ່ປະເທດອາຟຣິກາໃຕ້ໄດ້ບອກວ່າ ນາງໄດ້ມາເຖິງຄວາມຮັບຮູ້ນີ້ແນວໃດ. ຕອນນາງດາຍແອນ ເປັນຜູ້ປ່ຽນໃຈເຫລື້ອໃສໃໝ່, ນາງໄດ້ໄປຮ່ວມສາຂາໜຶ່ງຢູ່ນອກເມືອງໂຈແຮນແນະສະເບີກ. ວັນອາທິດມື້ໜຶ່ງ, ຂະນະທີ່ນາງໄດ້ນັ່ງຢູ່ໃນຫ້ອງປະຊຸມ, ການອອກແບບຂອງຫ້ອງນັ້ນໄດ້ເຮັດໃຫ້ມັກຄະນາຍົກບໍ່ເຫັນນາງຂະນະທີ່ສິນລະລຶກຖືກຢາຍ. ນາງດາຍແອນ ຜິດຫວັງແຕ່ບໍ່ໄດ້ເວົ້າຫຍັງ. ສະມາຊິກອີກຄົນໜຶ່ງໄດ້ສັງເກດເຫັນ ແລະ ໄດ້ບອກປະທານສາຂາຫລັງຈາກກອງປະຊຸມຈົບລົງ. ເມື່ອຫ້ອງຮຽນວັນອາທິດໄດ້ເລີ່ມຕົ້ນ, ນາງດາຍແອນ ຖືກນຳໄປໃນຫ້ອງທີ່ຫວ່າງເປົ່າຫ້ອງໜຶ່ງ.
ຜູ້ດຳລົງຖານະປະໂລຫິດຄົນໜຶ່ງໄດ້ເຂົ້າມາໃນຫ້ອງ. ລາວໄດ້ຄຸເຂົ່າລົງ, ອວຍພອນເຂົ້າຈີ່, ແລະ ຍື່ນຕ່ອນໜຶ່ງໃຫ້ນາງ. ນາງໄດ້ຮັບສ່ວນ. ແລ້ວລາວໄດ້ຄຸເຂົ່າລົງອີກ ແລະ ອວຍພອນນ້ຳ ແລະ ຍື່ນໃຫ້ນາງ. ນາງໄດ້ດື່ມນ້ຳ. ຫລັງຈາກນັ້ນ, ນາງດາຍແອນ ໄດ້ມີຄວາມຄິດສອງຢ່າງທີ່ຕິດຕໍ່ກັນຢ່າງວ່ອງໄວ: ໜຶ່ງ, “ລາວ [ຜູ້ດຳລົງຖານະປະໂລຫິດ] ໄດ້ເຮັດດັ່ງນີ້ເພື່ອເຮົາ.” ແລະ ແລ້ວ, “ພຣະອົງ [ພຣະຜູ້ຊ່ວຍໃຫ້ລອດ] ກໍໄດ້ເຮັດດັ່ງນີ້ເພື່ອເຮົາແທ້ໆ.” ນາງດາຍແອນ ໄດ້ຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນ.
ຄວາມຮັບຮູ້ຂອງນາງທີ່ວ່າ ການເສຍສະລະຂອງພຣະຜູ້ຊ່ວຍໃຫ້ລອດແມ່ນສຳລັບນາງແທ້ໆ ໄດ້ຊ່ວຍໃຫ້ນາງຮູ້ສຶກໃກ້ຊິດກັບພຣະອົງ ແລະ ໄດ້ສ້າງໃຫ້ມີຄວາມປາດຖະໜາອັນແຮງກ້າທີ່ຈະຮັກສາຄວາມຮູ້ສຶກນັ້ນໄວ້ໃນໃຈຂອງນາງ, ບໍ່ພຽງແຕ່ໃນວັນອາທິດເທົ່ານັ້ນ, ແຕ່ໃນທຸກໆວັນ. ນາງໄດ້ຮັບຮູ້ວ່າ ເຖິງແມ່ນວ່ານາງໄດ້ນັ່ງຢູ່ໃນຫ້ອງເພື່ອຮັບສ່ວນສິນລະລຶກ, ພັນທະສັນຍາທີ່ນາງໄດ້ຕໍ່ອາຍຸແຕ່ລະວັນອາທິດເປັນຂອງນາງຢ່າງສ່ວນຕົວ. ສິນລະລຶກໄດ້ຊ່ວຍ—ແລະ ຊ່ວຍນາງດາຍແອນ ຕໍ່ໄປ—ໃຫ້ຮູ້ສຶກເຖິງອຳນາດແຫ່ງຄວາມຮັກຂອງພຣະເຈົ້າ, ຮັບຮູ້ພຣະຫັດຂອງພຣະຜູ້ເປັນເຈົ້າໃນຊີວິດຂອງນາງ, ແລະ ນຳພານາງໃຫ້ເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ.
ພຣະຜູ້ຊ່ອຍໃຫ້ລອດໄດ້ຊີ້ບອກວ່າ ສິນລະລຶກເປັນສິ່ງທີ່ຈຳເປັນທີ່ສຸດຕໍ່ພື້ນຖານທາງວິນຍານ. ພຣະອົງໄດ້ກ່າວວ່າ:
“ແລະ ເຮົາໃຫ້ບັນຍັດແກ່ເຈົ້າວ່າ ຈົ່ງກະທຳສິ່ງເຫລົ່ານີ້ [ຮັບສ່ວນສິນລະລຶກ]. ແລະ ຖ້າຫາກເຈົ້າກະທຳຕາມສິ່ງເຫລົ່ານີ້ສະເໝີ ເຈົ້າຍ່ອມເປັນສຸກ, ເພາະເຈົ້າຖືກສ້າງຢູ່ເທິງດານຫີນຂອງເຮົາ.
“ແຕ່ຜູ້ໃດໃນບັນດາພວກເຈົ້າຈະກະທຳຫລາຍ ຫລື ນ້ອຍໄປກວ່ານີ້ຍ່ອມບໍ່ໄດ້ຖືກສ້າງຢູ່ເທິງດານຫີນຂອງເຮົາ; ແຕ່ໄດ້ຖືກສ້າງຢູ່ເທິງດິນຊາຍ; ແລະ ເມື່ອຝົນຖັ່ງເທລົງມາ, ແລະ ນ້ຳກໍນອງ, ແລະ ລົມກໍພັດ, ແລະ ປະທະພວກເຂົາ, ພວກເຂົາຈະພັງ.”12
ພຣະເຢຊູບໍ່ໄດ້ກ່າວວ່າ “ຖ້າຫາກ ຝົນຖັ່ງເທລົງມາ, ຖ້າຫາກ ນ້ຳກໍນອງ, ແລະ ຖ້າຫາກ ລົມກໍພັດ” ແຕ່ວ່າ “ເມື່ອໃດ.” ບໍ່ມີໃຜຖືກຍົກເວັ້ນຈາກການທ້າທາຍຂອງຊີວິດ; ເຮົາທຸກຄົນຕ້ອງການຄວາມປອດໄພທີ່ມາຈາກການຮັບສ່່ວນສິນລະລຶກ.
ໃນວັນແຫ່ງການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດ, ສານຸສິດສອງຄົນໄດ້ເດີນທາງໄປທີ່ໝູ່ບ້ານທີ່ເອີ້ນວ່າ ເອມາອຸດ. ໂດຍທີ່ບໍ່ມີໃຜຮູ້ພຣະອົງ, ພຣະຜູ້ເປັນເຈົ້າທີ່ໄດ້ຟື້ນຄົນພຣະຊົນແລ້ວ ໄດ້ເດີນທາງໄປນຳພວກເພິ່ນ. ຂະນະທີ່ພວກເພິ່ນໄດ້ເດີນທາງໄປ, ພຣະອົງໄດ້ສອນພວກເພິ່ນຈາກພຣະຄຳພີ. ເມື່ອພວກເພິ່ນໄປເຖິງຈຸດໝາຍປາຍທາງ, ພວກເພິ່ນໄດ້ເຊື້ອເຊີນພຣະອົງໃຫ້ຢູ່ຮັບປະທານອາຫານນຳພວກເພິ່ນ.
“ເມື່ອພຣະອົງນັ່ງລົງຮັບປະທານອາຫານກັບພວກເພິ່ນ, ພຣະອົງກໍຈັບເອົາເຂົ້າຈີ່ ກ່າວໂມທະນາຂອບພຣະຄຸນ, ແລະ ຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກເພິ່ນ.
“ແລ້ວຕາຂອງພວກເພິ່ນຖືກເປີດໃຫ້ສະຫວ່າງຂຶ້ນ, ແລະ ຈື່ພຣະອົງໄດ້; ແຕ່ພຣະອົງໄດ້ຫາຍໄປຈາກພວກເພິ່ນ.
“ພວກເພິ່ນຈຶ່ງເວົ້າກັນວ່າ, ເມື່ອພຣະອົງໄດ້ເວົ້ານຳພວກເຮົາຕາມທາງ ແລະ ໄດ້ອະທິບາຍພຣະຄຳພີໃຫ້ພວກເຮົາຟັງນັ້ນ, ໃຈຂອງພວກເຮົາກໍຮ້ອນຮົນເໝືອນໄຟ ພາຍໃນພວກເຮົາບໍ່ແມ່ນຫລື?
“ໃນທັນໃດນັ້ນເພິ່ນທັງສອງກໍລຸກຂຶ້ນ ກັບຄືນໄປນະຄອນເຢຣູຊາເລັມໃນທັນທີ, ແລະ ໃນທີ່ນັ້ນໄດ້ພົບກັບ [ອັກຄະສາວົກ] ສິບເອັດຄົນ ກັບຄົນອື່ນໆຊຸມນຸມກັນຢູ່.”
ແລະ ແລ້ວພວກເພິ່ນໄດ້ເປັນພະຍານຕໍ່ອັກຄະສາວົກວ່າ “ພຣະຜູ້ເປັນເຈົ້າເປັນຄືນມາຢ່າງແທ້ຈິງ. …
“ແລ້ວທັງສອງກໍເລົ່າເຫດການທີ່ໄດ້ເກີດຂຶ້ນຕາມທາງ, ແລະ ການທີ່ພຣະອົງໄດ້ເຮັດໃຫ້ພວກເພິ່ນຮູ້ຈັກພຣະອົງເອງ ໂດຍການຫັກເຂົ້າຈີ່ນັ້ນ.”13
ສິນລະລຶກຊ່ວຍເຮົາໃຫ້ຮູ້ຈັກພຣະຜູ້ຊ່ວຍໃຫ້ລອດແທ້ໆ. ມັນຍັງເຕືອນໃຈເຮົາເຖິງການທົນທຸກທີ່ບໍລິສຸດ ຂອງພຣະອົງນຳອີກ. ຖ້າຫາກຊີວິດຍຸດຕິທຳແທ້ໆ, ທ່ານ ແລະ ຂ້າພະເຈົ້າຈະບໍ່ໄດ້ຟື້ນຄືນຊີວິດເລີຍ; ທ່ານ ແລະ ຂ້າພະເຈົ້າຈະບໍ່ສາມາດຢືນຢູ່ຢ່າງສະອາດຕໍ່ໜ້າທີ່ປະທັບຂອງພຣະເຈົ້າເລີຍ. ເມື່ອເຮົາມາພິຈາລະນາເລື່ອງນີ້, ຂ້າພະເຈົ້າກະຕັນຍູທີ່ຊີວິດບໍ່ຍຸດຕິທຳ.
ໃນເວລາດຽວກັນ, ຂ້າພະເຈົ້າສາມາດກ່າວຢ່າງໜັກແໜ້ນວ່າ, ເປັນເພາະການຊົດໃຊ້ຂອງພຣະເຢຊູຄຣິດ, ໃນທີ່ສຸດ, ດ້ວຍຄວາມເຂົ້າໃຈເຖິງທຸກໆເລື່ອງ, ມັນຈະບໍ່ມີຄວາມບໍ່ຍຸດຕິທຳໃດໆ. “ສິ່ງທີ່ບໍ່ຍຸດຕິທຳທັງຫລາຍໃນຊີວິດ ສາມາດຖືກແກ້ໄຂໃຫ້ຖືກຕ້ອງໄດ້.”14 ສະຖານະການຂອງເຮົາໃນປະຈຸບັນອາດບໍ່ປ່ຽນແປງ, ແຕ່ຜ່ານຄວາມເມດຕາ, ຄວາມກະລຸນາ, ແລະ ຄວາມຮັກ, ເຮົາຈະໄດ້ຮັບຫລາຍກວ່າເຮົາສົມຄວນຈະໄດ້ຮັບ, ຫລາຍກວ່າທີ່ເຮົາຈະຫາມາໄດ້ເອງ, ແລະ ຫລາຍກວ່າທີ່ເຮົາເຄີຍຫວັງຢາກຈະໄດ້ຮັບ. ເຮົາໄດ້ຮັບຄຳສັນຍາວ່າ “ພຣະເຈົ້າຈະເຊັດນ້ຳຕາທຸກຢົດຈາກຕາ [ຂອງພວກເຮົາ]; ຄວາມຕາຍຈະບໍ່ມີອີກຕໍ່ໄປ, ຄວາມໂສກເສົ້າ, ການຮ້ອງໄຫ້, ແລະ ຄວາມເຈັບປວດຈະບໍ່ມີອີກຕໍ່ໄປ: ເພາະວ່າສິ່ງທີ່ມີຢູ່ໃນຄາວກ່ອນນັ້ນກໍໄດ້ຜ່ານພົ້ນໄປແລ້ວ.”15
ບໍ່ວ່າຄວາມສຳພັນຂອງທ່ານກັບພຣະເຈົ້າຈະຢູ່ໃນຂັ້ນໃດກໍຕາມ, ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ເຂົ້າໃກ້ຊິດກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຫລາຍຂຶ້ນ, ອົງທີ່ເປັນພຣະຜູ້ອຸປະກາລະ ແລະ ຜູ້ປະທານໃຫ້ຂອງທຸກສິ່ງທີ່ດີ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ໄປຮ່ວມກອງປະຊຸມສິນລະລຶກແຕ່ລະອາທິດ ແລະ ຮັບສ່ວນສັນຍາລັກອັນສັກສິດເຖິງພຣະກາຍ ແລະ ໂລຫິດຂອງພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຮູ້ສຶກເຖິງຄວາມໃກ້ຊິດຂອງພຣະເຈົ້າ ເມື່ອພຣະອົງຖືກເຮັດໃຫ້ເປັນທີ່ຮູ້ຈັກຕໍ່ທ່ານ, ດັ່ງທີ່ພຣະອົງໄດ້ເຮັດຕໍ່ສານຸສິດໃນສະໄໝກ່ອນ ໃນການ “ຫັກເຂົ້າຈີ່ຍື່ນໃຫ້ພວກເພິ່ນ.”
ເມື່ອທ່ານເຮັດເຊັ່ນນີ້, ຂ້າພະເຈົ້າຂໍສັນຍາກັບທ່ານວ່າ ທ່ານຈະຮູ້ສຶກວ່າຢູ່ໃກ້ພຣະເຈົ້າຫລາຍຂຶ້ນ. ແນວໂນ້ມທຳມະຊາດທີ່ຈະແອ່ວຈົ່ມຄືເດັກນ້ອຍ, ສິດທິທີ່ບໍ່ພໍໃຈ, ແລະ ການເຍາະເຍີ້ຍ ແລະ ຄວາມສົງໄສນັ້ນຈະສູນຫາຍໄປ. ຄວາມຮັກ ແລະ ຄວາມກະຕັນຍູສຳລັບຂອງປະທານຂອງພຣະບິດາເທິງສະຫວັນ ທີ່ມີຫລາຍຂຶ້ນ ຊຶ່ງເປັນພຣະບຸດຂອງພຣະອົງ ຈະເຂົ້າມາແທນຄວາມຄິດ ແລະ ຄວາມຮູ້ສຶກເຫລົ່ານີ້. ເມື່ອເຮົາເຂົ້າໃກ້ພຣະເຈົ້າຫລາຍຂຶ້ນ, ພະລັງທີ່ເຮັດໃຫ້ສາມາດຂອງການຊົດໃຊ້ຂອງພຣະເຢຊູຄຣິດຈະເຂົ້າມາສູ່ຊີວິດຂອງເຮົາ. ແລະ, ເໝືອນດັ່ງສານຸສິດໃນທາງໄປສູ່ເມືອງເອມາອຸດ, ເຮົາຈະພົບເຫັນວ່າພຣະຜູ້ຊ່ວຍໃຫ້ລອດໄດ້ຢູ່ໃກ້ໆເຮົາຕະຫລອດເວລາ. ຂ້າພະເຈົ້າເປັນສັກຂີພະຍານ ແລະ ກ່າວເປັນພະຍານໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.