ການກົງກັນຂ້າມໃນທຸກຢ່າງ
ການກົງກັນຂ້າມຍ່ອມໃຫ້ພວກເຮົາເຕີບໂຕ ກາຍເປັນຄົນຢ່າງທີ່ພຣະບິດາເທິງສະຫວັນປາດຖະໜາໃຫ້ກາຍເປັນ.
ສິ່ງທີ່ເປັນສູນກາງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແມ່ນແຜນແຫ່ງຄວາມລອດຂອງພຣະບິດາເພື່ອຄວາມຈະເລີນອັນນິລັນດອນຂອງລູກໆຂອງພຣະອົງ. ແຜນດັ່ງກ່າວນັ້ນ, ຕາມທີ່ບັນຍາຍໃນການເປີດເຜີຍສະໄໝປະຈຸບັນ, ຊ່ວຍພວກເຮົາໃຫ້ເຂົ້າໃຈຫລາຍຢ່າງທີ່ພວກເຮົາປະສົບໃນຊີວິດມະຕະ. ຂ່າວສານຂອງຂ້າພະເຈົ້າແມ່ນເນັ້ນໜັກກັບບົດບາດຈຳເປັນຂອງການກົງກັນຂ້າມໃນແຜນດັ່ງກ່າວ.
I.
ຈຸດມຸ້ງໝາຍຂອງຊີວິດມະຕະສຳລັບລູກໆຂອງພຣະເຈົ້າແມ່ນທີ່ຈະໃຫ້ມີປະສົບການທີ່ຈຳເປັນ “ເພື່ອຈະໄດ້ພັດທະນາຕົນ ຈົນເຖິງຂັ້ນດີພ້ອມທຸກຢ່າງ ແລະ ຮັບເອົາມໍລະດົກຂອງຕົນທີ່ເປັນຊີວິດນິລັນດອນ.”1 ດັ່ງທີ່ປະທານທອມມັສ ແອັສ ມອນສັນ ໄດ້ສອນພວກເຮົາຢ່າງມີພະລັງ ເມື່ອມື້ເຊົ້ານີ້, ວ່າພວກເຮົາກ້າວໜ້າໂດຍການເລືອກ, ໂດຍສິ່ງທີ່ເຮົາຖືກທົດລອງ ເພື່ອສະແດງວ່າພວກເຮົາຈະຮັກສາພຣະບັນຍັດຂອງພຣະເຈົ້າຫລືບໍ່ (ເບິ່ງ Abraham 3:25). ໃນການຖືກທົດລອງ, ພວກເຮົາຕ້ອງມີສິດເສລີທີ່ຈະເລືອກລະຫວ່າງທາງຕ່າງໆ. ເພື່ອໃຫ້ມີທາງຕ່າງໆ ເພື່ອພວກເຮົາຈະໃຊ້ອຳເພີໃຈຂອງຕົວເອງໄດ້, ເຮົາຕ້ອງມີການກົງກັນຂ້າມ.
ສ່ວນທີ່ເຫລືອຢູ່ຂອງແຜນກໍຈຳເປັນເໝືອນກັນ. ຕອນທີ່ພວກເຮົາເລືອກຜິດ—ຕາມທີ່ພວກເຮົາຈະເຮັດແນ່ນອນ—ພວກເຮົາເປິເປື້ອນໂດຍບາບ ແລະ ຕ້ອງຖືກຊຳລະລ້າງໃຫ້ສະອາດເພື່ອຈະພັດທະນາ ໄປເຖິງຈຸດໝາຍປາຍທາງອັນນິລັນດອນຂອງພວກເຮົາ. ແຜນຂອງພຣະບິດາຈຶ່ງໃຫ້ວິທີທີ່ຈະເຮັດສິ່ງນີ້ໄດ້, ວິທີທີ່ສະໜອງຂໍ້ຮຽກຮ້ອງແຫ່ງຄວາມຍຸດຕິທຳໄດ້: ພຣະຜູ້ຊ່ວຍໃຫ້ລອດໄດ້ຈ່າຍຄ່າເພື່ອໄຖ່ພວກເຮົາຈາກບາບ. ພຣະຜູ້ຊ່ວຍໃຫ້ລອດແມ່ນພຣະເຢຊູຄຣິດ, ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ ພຣະບິດາຜູ້ສະຖິດນິລັນດອນ, ແມ່ນການເສຍສະລະຊົດໃຊ້ຂອງພຣະອົງ—ການທຸກທໍລະມານຂອງພຣະອົງ—ຈຶ່ງຈ່າຍຄ່າແທນບາບຂອງພວກເຮົາ ຖ້າຫາກພວກເຮົາຈະກັບໃຈຈາກບາບດັ່ງກ່າວ.
ການອະທິບາຍທີ່ດີທີ່ສຸດຢ່າງໜຶ່ງກ່ຽວກັບບົດບາດຂອງແຜນ ທີ່ມີການກົງກັນຂ້າມ ກໍມີຢູ່ໃນພຣະຄຳພີມໍມອນ ຕາມການສອນທີ່ ລີໄຮ ໄດ້ສອນລູກຊາຍຊື່ ຢາໂຄບ.
“ເພາະມັນຈຳເປັນວ່າ ຕ້ອງມີການກົງກັນຂ້າມໃນທຸກຢ່າງ … ຖ້າບໍ່ດັ່ງນັ້ນຈະເຮັດໃຫ້ເກີດຄວາມຊອບທຳບໍ່ໄດ້, ບໍ່ມີທັງຄວາມຊົ່ວຮ້າຍ, ບໍ່ມີທັງຄວາມບໍລິສຸດ ຫລື ຄວາມທຸກທໍລະມານ, ບໍ່ມີທັງຄວາມດີ ຫລື ຄວາມຊົ່ວ” (2 ນີໄຟ 2:11; ເບິ່ງ ຂໍ້ທີ 15 ນຳອີກ).
ຜົນກະທົບຄື, ຕາມທີ່ລີໄຮໄດ້ສອນຕໍ່ໄປວ່າ, “ອົງພຣະຜູ້ເປັນເຈົ້າຈຶ່ງປະທານໃຫ້ມະນຸດ ເພື່ອພວກເຂົາຈະກະທຳດ້ວຍຕົວເອງ. ດັ່ງນັ້ນ, ມະນຸດກະທຳດ້ວຍຕົວເອງບໍ່ໄດ້ ນອກຈາກຈະເປັນໄປເພື່ອພວກເຂົາຖືກຊັກຈູງໂດຍຢ່າງໜຶ່ງ ຫລື ອີກຢ່າງໜຶ່ງ” (ຂໍ້ທີ 16). ເໝືອນກັນນີ້, ໃນການເປີດເຜີຍສະໄໝປະຈຸບັນ ພຣະຜູ້ເປັນເຈົ້າປະກາດວ່າ, ມັນຈຳເປັນທີ່ມານຈະລໍ້ລວງລູກຫລານມະນຸດ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະມີອຳເພີໃຈບໍ່ໄດ້ (ເບິ່ງ D&C 29:39).
ການກົງກັນຂ້າມແມ່ນຈຳເປັນໃນສວນເອເດນ. ຖ້າຫາກອາດາມ ແລະ ເອວາ ບໍ່ໄດ້ເຮັດການເລືອກທີ່ໄດ້ນຳຄວາມເປັນມະຕະມາ ລີໄຮ ໄດ້ສອນວ່າ, “ພວກເຂົາຈະຄົງຢູ່ໃນສະພາບຂອງຄວາມໄຮ້ດຽງສາ, … ບໍ່ເຮັດຄວາມດີ ເພາະພວກເຂົາບໍ່ຮູ້ຈັກບາບ” (2 ນີໄຟ 2:23).
ຕັ້ງແຕ່ການເລີ່ມຕົ້ນ ອຳເພີໃຈ ແລະ ການກົງກັນຂ້າມ ຢູ່ສູນກາງໃນແຜນຂອງພຣະບິດາ ແລະ ໃນການກະບົດຂອງຊາຕານຕໍ່ແຜນນັ້ນ. ພຣະຜູ້ເປັນເຈົ້າໄດ້ເປີດເຜີຍແກ່ໂມເຊວ່າ ໃນລະຫວ່າງກອງປະຊຸມໃນສະຫວັນ ຊາຕານໄດ້ຊອກຫາທີ່ຈະທຳລາຍສິດເສລີຂອງມະນຸດ (ເບິ່ງ Moses 4:3). ການທຳລາຍດັ່ງກ່າວມີຢູ່ໃນເງື່ອນໄຂຂອງການແນະນຳຂອງຊາຕານ. ມັນໄດ້ໄປຫາພຣະບິດາ ແລະ ຂໍໃຫ້ພຣະອົງສົ່ງມັນມາ, ໃຫ້ມັນເປັນພຣະບຸດຂອງພຣະອົງ, ແລະ ມັນຈະໄຖ່ມະນຸດທຸກຄົນ, ແລ້ວບໍ່ມີຈິດວິນຍານຈັກດວງຈະສູນຫາຍໄປ. ຊາຕານໄດ້ກ່າວວ່າ ເພາະມັນຈະເຮັດດັ່ງນີ້ ມັນຈຶ່ງຄວນຈະໄດ້ຮັບລັດສະໝີພາບຂອງພຣະເຈົ້າ (ເບິ່ງ Moses 4:1).
ຢ່າງນັ້ນແຫລະ ຊາຕານໄດ້ແນະນຳທີ່ຈະເຮັດໃນແຜນຂອງພຣະບິດາ ໃນແບບທີ່ຈະກີດກັນບໍ່ໃຫ້ຈຸດມຸ້ງໝາຍຂອງພຣະບິດາສຳເລັດ ແລະ ທີ່ຈະມອບລັດສະໝີພາບຂອງພຣະອົງໃຫ້ຊາຕານ.
ການແນະນຳຂອງຊາຕານ ຈະເຮັດໃຫ້ມີຄວາມສະເໝີພາບຢ່າງສົມບູນ: ມັນຈະໄຖ່ມະນຸດທຸກຄົນ, ເພື່ອບໍ່ໃຫ້ມີຈິດວິນຍານຈັກດວງສູນຫາຍໄປ. ຈະບໍ່ມີຜູ້ໃດເລີຍທີ່ມີສິດເສລີ ຫລື ເລືອກໄດ້ ແລະ ດັ່ງນັ້ນ ຈະບໍ່ຕ້ອງມີການກົງກັນຂ້າມ. ຈະບໍ່ມີການທົດລອງ, ບໍ່ມີການແພ້, ແລະ ບໍ່ມີການສຳເລັດ. ຈະບໍ່ມີການຈະເລີນເຕີບໂຕ ເພື່ອຈະເຖິງຈຸດມຸ້ງໝາຍທີ່ພຣະບິດາປາດຖະໜາໃຫ້ລູກຂອງພຣະອົງ. ພຣະຄຳພີບັນທຶກວ່າ ການຕໍ່ຕ້ານຂອງຊາຕານໄດ້ເຮັດໃຫ້ມີ “ສົງຄາມໄດ້ເກີດຂຶ້ນໃນສະຫວັນ” (ພຣະນິມິດ 12:7), ຊຶ່ງໃນສົງຄາມນັ້ນ ລູກໆສອງສ່ວນສາມຂອງພຣະເຈົ້າໄດ້ຮັບສິດທິທີ່ຈະມີຊີວິດມະຕະ ເພາະໄດ້ເລືອກແຜນຂອງພຣະບິດາ ແລະ ໄດ້ປະຕິເສດການກະບົດຂອງຊາຕານ.
ຈຸດມຸ້ງໝາຍຂອງຊາຕານແມ່ນທີ່ຈະໃຫ້ມັນເອງມີລັດສະໝີພາບ ແລະ ລິດເດດຂອງພຣະບິດາ (ເບິ່ງ ເອຊາຢາ 14:12–15; Moses 4:1, 3). ເພາະຊາຕານໄດ້ກະບົດຕໍ່ພຣະບິດາ, ພຣະບິດາຈຶ່ງໄດ້ເຮັດໃຫ້ມັນຖືກຊັດລົງໄປ (ເບິ່ງ Moses 4:3) ພ້ອມກັບດວງວິນຍານທັງຫລາຍທີ່ໄດ້ໃຊ້ອຳເພີໃຈທີ່ຈະຕິດຕາມມັນໄປ (ເບິ່ງ ຢູດາ 1:6; ພຣະນິມິດ 12:8–9; D&C 29:36–37). ຊາຕານ ແລະ ບໍລິວານຂອງມັນ ໄດ້ລໍ້ລວງ ແລະ ຊອກຫາທີ່ຈະຕົວະ ແລະ ຍຶດເອົາລູກໆຂອງພຣະເຈົ້າ (ເບິ່ງ Moses 4:4). ເປັນເຊັ່ນນີ້ ກັບຜູ້ທີ່ຊົ່ວຮ້າຍນັ້ນ, ທີ່ໄດ້ຕໍ່ຕ້ານ ແລະ ຊອກຫາທີ່ຈະ ທຳລາຍ ແຜນຂອງພຣະບິດາ, ຊຶ່ງຕາມຈິງແລ້ວ ມັນ ໄດ້ຊ່ວຍ ແຜນໃຫ້ເປັນໄປໄດ້, ເພາະແມ່ນການກົງກັນຂ້າມທີ່ເຮັດໃຫ້ມີການເລືອກ ແລະ ເປັນໂອກາດທີ່ຈະເລືອກທາງທີ່ຖືກຕ້ອງ ທີ່ນຳໄປສູ່ການຈະເລີນເຕີບໂຕ ຊຶ່ງແມ່ນຈຸດມຸ້ງໝາຍຂອງແຜນຂອງພຣະບິດາ.
II.
ມັນສຳຄັນທີ່ຮູ້ວ່າ ການລໍ້ລວງໃຫ້ເຮັດບາບ ບໍ່ແມ່ນການກົງກັນຂ້າມຢ່າງດຽວໃນຊີວິດມະຕະ. ລີໄຮໄດ້ສອນວ່າ ຖ້າບໍ່ມີການຕົກເກີດຂຶ້ນ, ອາດາມກັບເອວາ “ຈະຄົງຢູ່ໃນສະພາບຂອງຄວາມໄຮ້ດຽງສາ, ບໍ່ມີຄວາມສຸກ, ເພາະພວກເຂົາບໍ່ຮູ້ຈັກຄວາມທຸກ” (2 ນີໄຟ 2:23). ຖ້າບໍ່ໄດ້ປະສົບກັບການກົງກັນຂ້າມໃນຊີວິດມະຕະ, ຊຶ່ງ “ທຸກຢ່າງຈຳເປັນຈະຕ້ອງສານປະກອບເຂົ້າກັນເປັນອັນດຽວ,” ໃນສະພາບນັ້ນ ຈະບໍ່ມີທັງຄວາມສຸກ ຫລື ທັງຄວາມທຸກ (ຂໍ້ທີ 11). ດັ່ງນັ້ນ, ລີໄຮໄດ້ສອນຕໍ່ວ່າ, ຫລັງຈາກພຣະເຈົ້າໄດ້ສ້າງທຸກສິ່ງທັງປວງ “ເພື່ອນຳມາຊຶ່ງຈຸດມຸ້ງໝາຍອັນເປັນນິລັນດອນຂອງພຣະອົງໃນທີ່ສຸດຂອງມະນຸດ, … ຈຳເປັນຕ້ອງມີການກົງກັນຂ້າມ ເຖິງວ່າໝາກໄມ້ທີ່ຕ້ອງຫ້າມຍັງກົງກັນຂ້າມກັບຕົ້ນໄມ້ແຫ່ງຊີວິດ; ຢ່າງໜຶ່ງຫວານ ແລະ ອີກຢ່າງໜຶ່ງຂົມ” (ຂໍ້ທີ 15).2. ການສອນຂອງເພິ່ນກ່ຽວກັບແຜນແຫ່ງຄວາມລອດພາກນີ້ໄດ້ຈົບລົງໂດຍຖ້ອຍຄຳຕໍ່ໄປນີ້:
“ຈົ່ງເບິ່ງ, ທຸກຢ່າງເປັນໄປໂດຍຄວາມສະຫລຽວສະຫລາດຂອງພຣະອົງ ຜູ້ຮູ້ຈັກທຸກເລື່ອງ.
“ອາດາມຕົກເພື່ອມະນຸດຈະໄດ້ເປັນຢູ່; ແລະ ມະນຸດເປັນຢູ່ກໍເພື່ອພວກເຂົາຈະໄດ້ມີຄວາມສຸກ” (ຂໍ້ທີ 24–25).
ການກົງກັນຂ້າມໃນສະພາບຫຍຸ້ງຍາກທີ່ພວກເຮົາປະສົບໃນຊີວິດມະຕະ ແມ່ນອີກສ່ວນໜຶ່ງຂອງແຜນ ຊຶ່ງໃຫ້ພວກເຮົາຈະເລີນເຕີບໂຕໃນຊີວິດມະຕະ.
III.
ພວກເຮົາທຸກຄົນຈະປະສົບກັບການກົງກັນຂ້າມໃນຫລາຍຮູບແບບ ທີ່ທົດລອງພວກເຮົາ. ການທົດລອງບາງຢ່າງແມ່ນການລໍ້ລວງໃຫ້ເຮັດບາບ. ບາງຢ່າງແມ່ນການທ້າທາຍທີ່ບໍ່ກ່ຽວຂ້ອງກັບບາບ. ບາງຢ່າງກໍໃຫຍ່ຍິ່ງ. ບາງຢ່າງກໍເລັກນ້ອຍ. ບາງຢ່າງມີຢູ່ເລື້ອຍໆ, ແລະ ບາງຢ່າງເກີດແຕ່ເທື່ອດຽວ. ບໍ່ມີຜູ້ໃດຖືກຍົກເວັ້ນດອກ. ການກົງກັນຂ້າມຍ່ອມໃຫ້ພວກເຮົາເຕີບໂຕ ກາຍເປັນຄົນຢ່າງທີ່ພຣະບິດາເທິງສະຫວັນປາດຖະໜາໃຫ້ກາຍເປັນ.
ຫລັງຈາກໂຈເຊັບ ສະມິດ ໄດ້ແປພຣະຄຳພີມໍມອນຈົບແລ້ວ ເພິ່ນຍັງຕ້ອງພົບຜູ້ຈັດພິມຈຳໜ່າຍ. ອັນນີ້ບໍ່ໄດ້ງ່າຍ. ຄວາມຊັບຊ້ອນຂອງໜັງສື ພ້ອມກັບລາຄາທີ່ພິມ ແລະ ຫຍິບປຶ້ມຫລາຍພັນເຫລັ້ມ ກໍເປັນໜ້າຢ້ານ. ທຳອິດໂຈເຊັບໄດ້ໄປຫາ ອີ ບີ ແກຣນດິນ ຜູ້ຈັດພິມຈຳໜ່າຍຢູ່ເມືອງພາໄມຣາ, ແຕ່ລາວປະຕິເສດ. ແລ້ວເພິ່ນໄດ້ໄປຫາຜູ້ຈັດພິມຈຳໜ່າຍອີກຄົນໜຶ່ງຢູ່ເມືອງພາໄມຣາ, ຜູ້ນັ້ນກໍບໍ່ຮັບເໝືອນກັນ. ເພິ່ນໄດ້ເດີນທາງໄປເມືອງຣໍເຈສະເຕີ, 25 ໄມ (40 ກີໂລແມັດ), ແລະ ໄປເວົ້ານຳຜູ້ຈັດພິມຈຳໜ່າຍຄົນມີຊື່ສຽງໂດ່ງດັງທີ່ສຸດຢູ່ພາກຕາເວັນຕົກຂອງລັດນິວຢອກ, ແຕ່ຜູ້ນັ້ນບໍ່ຮັບເໝືອນກັນ. ມີຜູ້ຈັດພິມຈຳໜ່າຍອີກຄົນໜຶ່ງຢູ່ຣໍເຈສະເຕີ ທີ່ເຕັມໃຈ ແຕ່ສະພາບການບໍ່ອຳນວຍ ຈຶ່ງເຮັດໃຫ້ເປັນໄປບໍ່ໄດ້.
ຫລາຍອາທິດໄດ້ຜ່ານໄປ, ແລະ ໂຈເຊັບໄດ້ຮູ້ສຶກສັບສົນ ຍ້ອນການກົງກັນຂ້າມ ທີ່ເກີດກັບເພິ່ນ ໃນການເຮັດພາລະກິດອັນສັກສິດຂອງເພິ່ນໃຫ້ສຳເລັດ. ພຣະຜູ້ເປັນເຈົ້າບໍ່ໄດ້ເຮັດໃຫ້ມັນງ່າຍ, ແຕ່ພຣະອົງໄດ້ເຮັດໃຫ້ມັນເປັນໄປໄດ້. ເທື່ອທີຫ້າຂອງໂຈເຊັບ, ການໄປຫາຜູ້ຈັດພິມຈຳໜ່າຍຢູ່ເມືອງພາໄມຣາຄື ແກຣນດິນ ນັ້ນ ໄດ້ເກີດຜົນສຳເລັດ.3
ຫລາຍປີຈາກນັ້ນ, ໂຈເຊັບໄດ້ຖືກຂັງໃນຄຸກລີເບີຕີ ຢ່າງເຈັບປວດເປັນຫລາຍເດືອນ. ເມື່ອເພິ່ນໄດ້ອະທິຖານເພື່ອຂໍການປອບໂຍນ ພຣະຜູ້ເປັນເຈົ້າໄດ້ບອກເພິ່ນວ່າ ສິ່ງທັງປວງເຫລົ່ານີ້ຈະເປັນປະສົບການແກ່ເພິ່ນ, ແລະ ຈະເກີດຂຶ້ນເພື່ອຄວາມດີຂອງເພິ່ນ (ເບິ່ງ D&C 122:7).
ພວກເຮົາທຸກຄົນຮູ້ຈັກເຖິງການກົງກັນຂ້າມທາງມະຕະ ທີ່ບໍ່ໄດ້ເກີດຂຶ້ນຈາກບາບຂອງເຮົາ, ເຊັ່ນ ຄວາມປ່ວຍກາຍ, ຄວາມພິການ, ແລະ ຄວາມຕາຍ. ປະທານທອມມັສ ແອັສ ມອນສັນ ໄດ້ອະທິບາຍວ່າ:
“ທ່ານບາງຄົນອາດມີຕອນທີ່ຮ້ອງຂໍໃນລະຫວ່າງການທົນທຸກທໍລະມານຂອງຕົນ ໂດຍສົງໄສເປັນຫຍັງພຣະບິດາເທິງສະຫວັນຂອງເຮົາຈຶ່ງຍອມໃຫ້ທ່ານປະສົບກັບການທົດລອງທີ່ທ່ານກຳລັງມີຢູ. …
“ແຕ່ຊີວິດມະຕະນີ້ບໍ່ເຄີຍມຸ້ງໝາຍທີ່ຈະໃຫ້ງ່າຍ ຫລື ສະບາຍຕະຫລອດ. ພຣະບິດາເທິງສະຫວັນຂອງເຮົາ … ຮູ້ວ່າ ເຮົາຮຽນ ແລະ ເຕີບໂຕ ແລະ ກາຍເປັນຄົນສົມບູນແບບ ໂດຍທາງການທ້າທາຍທີ່ຍາກ, ການຜິດຫວັງແທ້ໆ, ແລະ ການເລືອກທີ່ຫຍຸ້ງຍາກ. ພວກເຮົາທຸກຄົນມີມື້ທີ່ມືດມົວເພາະຄົນທີ່ຮັກຕາຍ, ເວລາເຈັບປວດເພາະສຸຂະພາບອ່ອນເພຍ, ຄວາມຮູ້ສຶກຢູ່ໂດດດ່ຽວເພາະຄົນທີ່ເຮົາຮັກໄດ້ປະຖິ້ມເຮົາ. ສິ່ງນີ້ ແລະ ການທົດລອງຢ່າງອື່ນ ທີ່ເຮົາໄດ້ຮັບ ເປັນການທົດສອບຄວາມສາມາດຂອງເຮົາ ທີ່ຈະໃຫ້ອົດທົນ.”4
ການພະຍາຍາມຂອງເຮົາທີ່ຈະປັບປຸງການຮັກສາວັນຊະບາໂຕເປັນຕົວຢ່າງທີ່ງ່າຍກວ່າ ເຖິງການກົງກັນຂ້າມ. ພວກເຮົາມີພຣະບັນຍັດຂອງພຣະຜູ້ເປັນເຈົ້າ ທີ່ໃຫ້ນັບຖືວັນຊະບາໂຕ. ການເລືອກຂອງເຮົາບາງຢ່າງອາດຈະລະເມີດກັບພຣະບັນຍັດຂໍ້ນີ້, ແຕ່ການເລືອກຢ່າງອື່ນກ່ຽວກັບສິ່ງທີ່ຈະເຮັດໃນວັນຊະບາໂຕ ກໍເປັນພຽງຄຳຖາມທີ່ວ່າ ພວກເຮົາເຮັດສິ່ງທີ່ດີ ຫລື ເຮັດສິ່ງທີ່ດີກວ່າ ຫລື ດີທີ່ສຸດ.5
ເພື່ອບົ່ງບອກເຖິງການກົງກັນຂ້າມທີ່ມາຈາກການລໍ້ລວງ ພຣະຄຳພີມໍມອນໄດ້ບັນລະຍາຍສາມວິທີທີ່ມານຈະໃຊ້ໃນຍຸກສຸດທ້າຍນີ້. ທຳອິດ ມັນຈະ “ແຜ່ເຂົ້າໄປໃນໃຈຂອງລູກຫລານມະນຸດ, ແລະ ຍຸຍົງພວກເຂົາໃຫ້ຄຽດແຄ້ນໃຫ້ສິ່ງທີ່ດີ” (2 ນີໄຟ 28:20). ທີສອງ ມັນຈະ “ເຮັດໃຫ້ [ຊາວສະມາຊິກ] ສະຫງົບ ແລະ ກ່ອມພວກນັ້ນໄປໃນຄວາມໝັ້ນຄົງທີ່ເຕັມໄປດ້ວຍກາມມະລົມ,” ໂດຍເວົ້າວ່າ “ຊີໂອນຮຸ່ງເຮືອງໃນທຸກດ້ານ” (ຂໍ້ທີ 21). ທີສາມ ມັນຈະບອກເຮົາວ່າ “ບໍ່ມີນະລົກ; ແລະ…ເຮົາບໍ່ແມ່ນມານ ເພາະວ່າບໍ່ມີມານເລີຍ” (ຂໍ້ທີ 22), ແລະ ດັ່ງນັ້ນບໍ່ມີຄວາມດີຄວາມຜິດ. ຍ້ອນການກົງກັນຂ້າມນີ້ ພວກເຮົາຈຶ່ງຖືກເຕືອນບໍ່ໃຫ້ “ຢູ່ຢ່າງບໍ່ທຸກຮ້ອນໃນຊີໂອນ!” (ຂໍ້ທີ 24).
ສາດສະໜາຈັກຕາມພາລະກິດສັກສິດຂອງມັນ ແລະ ພວກເຮົາໃນຊີວິດສ່ວນຕົວຄື ກຳລັງປະເຊີນກັບການກົງກັນຂ້າງ ທີ່ເພີ່ມທະວີຂຶ້ນໃນຕອນນີ້. ບາງທີໃນຂະນະທີ່ສາດສະໜາຈັກເຕີບໂຕຂຶ້ນໃນກຳລັງ ແລະ ພວກເຮົາຜູ້ເປັນສະມາຊິກກໍເຕີບໂຕໃນດ້ານສັດທາ ແລະ ການເຊື່ອຟັງ, ຊາຕານກໍຈະເພີ່ມທະວີກຳລັງຂອງການກົງກັນຂ້າມຂອງມັນຂຶ້ນ ເພື່ອພວກເຮົາຈະຍັງມີ “ການກົງກັນຂ້າມໃນທຸກຢ່າງ.”
ການກົງກັນຂ້າມບາງຢ່າງອາດຈະມາຈາກສະມາຊິກຂອງສາດສະໜາຈັກ. ບາງຄົນທີ່ມັກໃຊ້ການຄິດ ຫລື ປັນຍາສ່ວນຕົວທີ່ຂັດຂືນການຊີ້ນຳຈາກສາດສະດາ ມັກຕັ້ງຊື່ທີ່ໃຊ້ໃນກໍລະນີລັດຖະບານທີ່ຖືກເລືອກ—“ຝ່າຍຄ້ານທີ່ຈົງຮັກພັກດີ.” ເຖິງແມ່ນນີ້ອາດຈະເໝາະສົມໃນເລື່ອງປະຊາທິປະໄຕກໍຕາມ, ບໍ່ມີຂໍ້ອ້າງເລີຍທີ່ຈະໃຊ້ເລື່ອງນີ້ໃນການປົກຄອງອານາຈັກຂອງພຣະເຈົ້າ, ຊຶ່ງອານາຈັກນັ້ນນັບຖືຄຳຖາມ ແຕ່ບໍ່ຖືການກົງກັນຂ້າມ (ເບິ່ງ ມັດທາຍ 26:24).
ມີຕົວຢ່າງອີກ ຄືມີຫລາຍສິ່ງໃນປະຫວັດສາດຂອງສາດສະໜາຈັກຂອງພວກເຮົາ ໃນຊ່ວງເລີ່ມຕົ້ນ, ຄືສິ່ງທີ່ໂຈເຊັບ ສະມິດ ໄດ້ເຮັດ ຫລື ບໍ່ໄດ້ເຮັດ ໃນສະຖານະການທຸກແບບທຸກຢ່າງ, ທີ່ບາງຄົນຈະລົງມາໃຊ້ເປັນຂໍ້ອ້າງເພື່ອການກົງກັນຂ້າມ. ຕໍ່ທຸກຄົນ ຂ້າພະເຈົ້າເວົ້າວ່າ, ຂໍໃຫ້ໃຊ້ສັດທາ ແລະ ເພິ່ງອາໄສຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດທີ່ພວກເຮົາຄວນ “ຮູ້ຈັກຄົນເຫລົ່ານີ້ດ້ວຍການກະທຳຂອງເຂົາ” (ມັດທາຍ 7:16). ສາດສະໜາຈັກກຳລັງພະຍາຍາມຢ່າງຈິງຈັງທີ່ຈະເປີດບັນທຶກທີ່ເຮົາມີຢູ່, ແຕ່ຫລັງຈາກຈັດພິມທັງໝົດທີ່ພວກເຮົາສາມາດພິມໄດ້, ບາງເທື່ອສະມາຊິກເຮົາຍັງມີຄຳຖາມທີ່ບໍ່ສາມາດຕອບໄດ້ໂດຍການຮຽນເທົ່ານັ້ນ. ນັ້ນຄື “ການກົງກັນຂ້າມໃນທຸກຢ່າງ” ແຫ່ງປະຫວັດສາດສາດສະໜາຈັກ. ມີບາງສິ່ງທີ່ຈະຮຽນໄດ້ແຕ່ໂດຍທາງສັດທາ (ເບິ່ງ D&C 88:118). ການເພິ່ງອາໄສສຸດຍອດຂອງພວກເຮົາຕ້ອງແມ່ນສັດທາ ຕາມພະຍານທີ່ພວກເຮົາໄດ້ຮັບແລ້ວ ໂດຍທາງພຣະວິນຍານບໍລິສຸດ.
ສ່ວນຫລາຍ ພຣະເຈົ້າຈະບໍ່ລະເມີດອຳເພີໃຈຂອງລູກໆຂອງພຣະອົງ ໂດຍທາງການແຊກແຊງບາງຄົນເພື່ອຜົນປະໂຫຍດຂອງຄົນອື່ນ. ແຕ່ພຣະອົງຍັງຄອຍຍົກພາລະຂອງຄວາມທຸກທໍລະມານ ແລະ ເສີມກຳລັງພວກເຮົາ ເພື່ອໃຫ້ແບກຫາບມັນໄດ້, ເໝືອນດັ່ງທີ່ພຣະອົງໄດ້ເຮັດເພື່ອຜູ້ຄົນຂອງແອວມາ ໃນແຜ່ນດິນຮີລຳ (ເບິ່ງ ໂມໄຊຢາ 24:13–15). ພຣະອົງບໍ່ກີດກັນໄພພິບັດທັງໝົດ, ແຕ່ພຣະອົງຈະຕອບການອະທິຖານຂອງພວກເຮົາ ໂດຍການປັດປ່າຍໄພພິບັດ, ເໝືອນທີ່ພຣະອົງໄດ້ເຮັດກັບພະຍຸໝູນອັນຮ້າຍແຮງ ທີ່ໜ້າກີດກັນການອຸທິດພຣະວິຫານທີ່ເກາະຟີຈີ;6 ຫລື ພຣະອົງໄດ້ຜ່ອນເບົາການກະທົບ ຂອງການວາງລະເບີດຂອງພວກກໍ່ການຮ້າຍ ຊຶ່ງໄດ້ຂ້າຫລາຍຄົນ ຢູ່ທີ່ສະໜາມບິນ ບຣູໂຊ, ແຕ່ຜູ້ສອນສາດສະໜາຂອງພວກເຮົາພຽງສີ່ຄົນໄດ້ຖືກບາດເຈັບ.
ຕະຫລອດການກົງກັນຂ້າມຢ່າງມະຕະທຸກຢ່າງ, ພວກເຮົາໄດ້ຮັບຄຳໝັ້ນສັນຍາຈາກພຣະເຈົ້າ ວ່າພຣະອົງຈະ “ຕັ້ງຄວາມທຸກທໍລະມານຂອງ [ເຮົາ] ໄວ້ເພື່ອຜົນປະໂຫຍດຂອງ [ເຮົາ]” (2 ນີໄຟ 2:2). ອີກຢ່າງໜຶ່ງ ພວກເຮົາໄດ້ຮັບການສິດສອນ ເພື່ອຈະໄດ້ເຂົ້າໃຈປະສົບການທາງມະຕະຂອງພວກເຮົາ ພ້ອມດ້ວຍພຣະບັນຍັດຂອງພຣະອົງຕາມເນື້ອເລື່ອງຂອງແຜນແຫ່ງຄວາມລອດອັນຍິ່ງໃຫຍ່ຂອງພຣະອົງ, ຊຶ່ງບອກພວກເຮົາເຖິງຈຸດມຸ້ງໝາຍຂອງຊີວິດ ແລະ ໃຫ້ພວກເຮົາມີຄວາມໝັ້ນໃຈໃນພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າຂໍເປັນພະຍານເຖິງພຣະອົງ ເຖິງຄວາມຈິງຂອງສິ່ງເຫລົ່ານີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.