ເຮົາເຊື່ອຢູ່ບໍ?
ຖ້າສິ່ງເຫລົ່ານີ້ເປັນຄວາມຈິງ, ແລ້ວເຮົາກໍມີຂ່າວສານທີ່ປະເສີດທີ່ສຸດ ເຖິງຄວາມຫວັງ ແລະ ການຊ່ວຍເຫລືອ ທີ່ຊາວໂລກ ເຄີຍຮູ້ມາ.
ໃນວັນທີ 30 ເດືອນມິນາ, ປີກາຍນີ້, ທ້າວ ອີຕັນ ຄາເນເສກາ ອາຍຸສອງປີ ຈາກເມືອງອາເມຣິກັນຝອກ, ລັດຢູທາ, ໄດ້ຖືກສົ່ງເຂົ້າໂຮງໝໍ ເພາະປອດອັກເສບ ແລະ ນ້ຳຖ້ວມປອດ. ສອງມື້ຈາກນັ້ນ, ອາການຂອງລາວເລີ່ມໜັກກວ່າເກົ່າ ຈົນລາວໄດ້ຖືກສົ່ງຂຶ້ນຍົນເຮລິຄອບເຕີ ໄປຫາໂຮງໝໍອະນຸບານ ຢູ່ເມືອງເຊົາເລັກ. ນາງມິແຊວຜູ້ເປັນແມ່ ທີ່ເປັນຫ່ວງລູກຫລາຍ ໄດ້ຖືກອະນຸຍາດໃຫ້ຂີ່ຍົນໄປກັບລູກຊາຍ. ນາງໄດ້ໃສ່ຫູຟັງ ເພື່ອວ່ານາງຈະສາມາດເວົ້າລົມກັບຄົນອື່ນໆ ຢູ່ໃນຍົນໄດ້. ນາງໄດ້ຍິນນາຍແພດກຳລັງຊ່ວຍລູກຂອງນາງ, ແລະ ໂດຍທີ່ນາງກໍເປັນນາງພະຍາບານຂອງເດັກຄືກັນ, ນາງຮູ້ວ່າທ້າວ ອີຕັນ ຢູ່ໃນຂັ້ນອັນຕະລາຍທີ່ສຸດ.
ໃນພາວະສຸກເສີນນີ້, ນາງມິແຊວເຫັນວ່າ ຍົນກຳລັງບິນຜ່ານພຣະວິຫານ ເດຣບເປີ ໄປ. ນາງໄດ້ຫລຽວເບິ່ງທາງຊ້າຍ ແລະ ໄດ້ເຫັນພຣະວິຫານຈໍແດນ, ພຣະວິຫານໂອເຄີ, ແລະ ກໍເຫັນພຣະວິຫານເຊົາເລັກອີກ ທີ່ຢູ່ໄກໆ. ນາງຄິດທັນທີວ່າ: “ເຮົາເຊື່ອ ຫລື ບໍ່ເຊື່ອ?”
ນາງໄດ້ເວົ້າເຖິງປະສົບການນັ້ນວ່າ:
“ຂ້າພະເຈົ້າໄດ້ຮຽນຮູ້ເຖິງພອນຂອງພຣະວິຫານ ແລະ ເຖິງການເປັນຄອບຄົວຕະຫລອດການ. ໃນຊັ້ນປະຖົມໄວ ແລະ ໃນຊັ້ນກຸ່ມຍິງໜຸ່ມ. ຂ້າພະເຈົ້າເຄີຍໄດ້ແບ່ງປັນບົດຮຽນເລື່ອງຄອບຄົວ ໃຫ້ແກ່ຄົນຢູ່ປະເທດແມັກຊິໂກ ຕອນຂ້າພະເຈົ້າໄດ້ໄປເຜີຍແຜ່. ຂ້າພະເຈົ້າໄດ້ຜະນຶກເຂົ້າກັບຄູ່ຄອງ ສຳລັບການເວລາ ແລະ ນິລັນດອນ ຢູ່ໃນພຣະວິຫານ. ຂ້າພະເຈົ້າໄດ້ສອນບົດຮຽນຢູ່ໃນຫ້ອງຮຽນຍິງໜຸ່ມ ເລື່ອງຄອບຄົວ ຕອນເປັນຜູ້ນຳກຸ່ມຍິ່ງໜຸ່ມ, ແລະ ຂ້າພະເຈົ້າເຄີຍແບ່ງປັນເລື່ອງລາວ ກ່ຽວກັບການເປັນຄອບຄົວຕະຫລອດການ ໃຫ້ແກ່ລູກໆ ໃນການສັງສັນໃນຄອບຄົວ. ຂ້າພະເຈົ້າຮູ້ຈັກ, ແຕ່ຂ້າພະເຈົ້າເຊື່ອຢູ່ບໍ? ຄຳຕອບກໍມາເຖິງຢ່າງໄວ ບອກວ່າ: ພຣະວິນຍານໄດ້ຢືນຢັນຕໍ່ຈິດໃຈ ແລະ ຄວາມຄິດຂອງຂ້າພະເຈົ້າວ່າ ຂ້າພະເຈົ້າຮູ້ຢູ່ແລ້ວ—ຂ້າພະເຈົ້າເຊື່ອຢູ່ແລ້ວ!
“ໃນເວລານັ້ນເອງ ຂ້າພະເຈົ້າໄດ້ຕັ້ງໃຈອະທິຖານຫາພຣະບິດາເທິງສະຫວັນຂອງຂ້າພະເຈົ້າ, ຂອບພຣະໄທພຣະອົງ ສຳລັບຄວາມຮູ້ ແລະ ຄວາມເຊື່ອທີ່ຂ້າພະເຈົ້າມີ ວ່າຄອບຄົວສາມາດຢູ່ນຳກັນຕະຫລອດການ. ຂ້າພະເຈົ້າໄດ້ຂອບພຣະໄທພຣະອົງ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຜູ້ໄດ້ເຮັດໃຫ້ທຸກສິ່ງເປັນໄປໄດ້. ຂ້າພະເຈົ້າໄດ້ຂອບພຣະໄທພຣະອົງສຳລັບລູກຊາຍຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າຢາກໃຫ້ພຣະບິດາເທິງສະຫວັນຮູ້ວ່າ ຖ້າຫາກພຣະອົງຢາກໃຫ້ລູກຊາຍນ້ອຍຂອງຂ້າພະເຈົ້າກັບບ້ານແຫ່ງສະຫວັນຂອງພຣະອົງ ຂ້າພະເຈົ້າກໍຍອມ. ຂ້າພະເຈົ້າໄວ້ວາງພຣະໄທພຣະບິດາເທິງສະຫວັນ, ແລະ ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຈະໄດ້ເຫັນທ້າວ ອີຕັນ ອີກ. ຂ້າພະເຈົ້າມີຄວາມກະຕັນຍູຫລາຍ ຊຶ່ງໃນພາວະອັນສຸກເສີນນັ້ນ, ຂ້າພະເຈົ້າໄດ້ຮັບຄວາມຮູ້ ແລະ ເຊື່ອວ່າ ພຣະກິດຕິຄຸນ ເປັນຄວາມຈິງ. ຂ້າພະເຈົ້າໄດ້ຮັບຄວາມສະຫງົບ.”1
ທ້າວ ອີຕັນ ໄດ້ນອນໂຮງໝໍຫລາຍອາທິດ, ໄດ້ຮັບການດູແລເປັນຢ່າງດີ. ຄຳອະທິຖານ, ການຖືສິນອົດເຂົ້າ, ແລະ ສັດທາຂອງຄົນທີ່ຮັກລາວ, ພ້ອມດ້ວຍການດູແລ, ໄດ້ຊ່ວຍໃຫ້ລາວ ອອກຈາກໂຮງໝໍ ແລະ ກັບຄືນໄປຫາຄອບຄົວຂອງລາວ. ຕອນນີ້ ລາວມີສຸຂະພາບແຂງແຮງ ແລະ ຫາຍດີເປັນປົກກະຕິ.
ໃນເວລາແຫ່ງການຄຸ້ນຄິດນັ້ນ ສຳລັບນາງມິແຊວ ມັນເປັນການຢືນຢັນວ່າ ສິ່ງທີ່ນາງໄດ້ຮຽນຮູ້ມາຕະຫລອດຊີວິດ ແມ່ນເກີນກວ່າພຽງຄຳເວົ້າເທົ່ານັ້ນ; ມັນເປັນຄວາມຈິງ.
ບາງເທື່ອ ເຮົາອາດລືມພອນທີ່ເຮົາໄດ້ຮັບ ໃນຖານະທີ່ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຈົນວ່າເຮົາບໍ່ເຂົ້າໃຈເຖິງການມະຫັດສະຈັນ ແລະ ເຖິງຄວາມສະຫງ່າງາມຂອງການເປັນສານຸສິດ ໃນສາດສະໜາຈັກທີ່ແທ້ຈິງຂອງພຣະຜູ້ເປັນເຈົ້າບໍ? ເຮົາເຄີຍຮູ້ສຶກຜິດຢູ່ບໍ ຕອນເຮົາບໍ່ສົນໃຈກັບຂອງປະທານທີ່ຍິ່ງໃຫຍ່ທີ່ສຸດ ທີ່ເຮົາສາມາດໄດ້ຮັບຢູ່ໃນໂລກນີ້? ພຣະຜູ້ຊ່ວຍໃຫ້ລອດ ໄດ້ສອນວ່າ, “ຖ້າເຈົ້າຮັກສາພຣະບັນຍັດຂອງເຮົາ ແລະ ອົດທົນຈົນເຖິງທີ່ສຸດ ເຈົ້າຈະມີຊີວິດນິລັນດອນ, ຊຶ່ງເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດ ໃນຂອງປະທານທັງໝົດຂອງພຣະເຈົ້າ.”2
ເຮົາເຊື່ອວ່າ ສາດສະໜາຈັກນີ້ ບໍ່ເປັນພຽງແຕ່ສະຖານທີ່ ທີ່ດີ ທີ່ເຮົາຈະໄປຫາໃນວັນອາທິດ ແລະ ຮຽນຮູ້ວິທີເປັນຄົນດີເທົ່ານັ້ນ. ສາດສະໜາຈັກບໍ່ເປັນພຽງແຕ່ສະຖານທີ່ໃຫ້ກຸ່ມຊາວຄຣິດໄປເຕົ້າໂຮມກັນ ແລະ ຮູ້ຈັກກັບຜູ້ຄົນທີ່ມີມາດຕະຖານສິນທຳດຽວກັນເທົ່ານັ້ນ. ສາດສະໜາຈັກບໍ່ເປັນພຽງແຕ່ສະຖານທີ່ໃຫ້ແນວຄິດ ເພື່ອພໍ່ແມ່ຈະສາມາດສອນລູກໆຢູ່ບ້ານເທົ່ານັ້ນ ເພື່ອວ່າລູກຈະເປັນຄົນດີ. ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ແມ່ນເກີນກວ່າສິ່ງທີ່ກ່າວມານັ້ນ.
ໃຫ້ຄິດເບິ່ງບຶດໜຶ່ງ ເຖິງການປະກາດກ່ຽວກັບສາດສະໜາຈັກຂອງເຮົາ. ເຮົາເຊື່ອວ່າ ສາດສະໜາຈັກທີ່ພຣະເຢຊູຄຣິດໄດ້ສ້າງຕັ້ງຂຶ້ນຢູ່ໃນໂລກ ໄດ້ຖືກຟື້ນຟູຄືນມາໃໝ່ອີກ ໂດຍສາດສະດາຂອງພຣະເຈົ້າ ໃນວັນເວລາຂອງເຮົາ ແລະ ວ່າຜູ້ນຳຂອງເຮົາ ມີອຳນາດ ແລະ ສິດອຳນາດດຽວກັນນັ້ນ ທີ່ຈະປະຕິບັດໃນພຣະນາມຂອງພຣະເຈົ້າ ຕາມທີ່ກຸ່ມອັກຄະສາວົກໃນສະໄໝບູຮານເຄີຍມີ. ມັນຖືກເອີ້ນວ່າ ຖານະປະໂລຫິດຂອງພຣະເຈົ້າ. ເຮົາປະກາດວ່າ ຜ່ານສິດອຳນາດທີ່ຖືກຟື້ນຟູນີ້, ເຮົາສາມາດໄດ້ຮັບພິທີການຊ່ວຍໃຫ້ລອດ ດັ່ງເຊັ່ນການບັບຕິສະມາ ແລະ ຊື່ນຊົມກັບຂອງປະທານແຫ່ງພຣະວິນຍານບໍລິສຸດ ທີ່ຈະສະຖິດຢູ່ກັບເຮົາຕະຫລອດເວລາ. ເຮົາມີອັກຄະສາວົກ ແລະ ສາດສະດາ ນຳພາເຮົາ ແລະ ຊີ້ນຳສາດສະໜາຈັກນີ້ ຜ່ານຂໍກະແຈຂອງຖານະປະໂລຫິດ, ແລະ ເຮົາເຊື່ອວ່າ ພຣະເຈົ້າກ່າວກັບລູກໆຂອງພຣະອົງ ຜ່ານທາງສາດສະດາເຫລົ່ານີ້.
ເຮົາກໍເຊື່ອອີກວ່າ ອຳນາດຂອງຖານະປະໂລຫິດນີ້ ເຮັດໃຫ້ເປັນໄປໄດ້ສຳລັບເຮົາທີ່ຈະເຮັດ ແລະ ຮັບເອົາພິທີການ ຢູ່ໃນພຣະວິຫານທີ່ສັກສິດ ເພື່ອວ່າໃນມື້ໜຶ່ງ ເຮົາຈະສາມາດກັບຄືນໄປຫາທີ່ປະທັບຂອງພຣະເຈົ້າ ແລະ ຢູ່ກັບພຣະອົງຕະຫລອດການ. ເຮົາກໍຍັງປະກາດວ່າ ຜ່ານອຳນາດນີ້ ຄອບຄົວສາມາດຖືກຜູກມັດເຂົ້າກັນ ຊົ່ວນິລັນດອນ ເມື່ອສາມີພັນລະຍາເຂົ້າເຮັດພັນທະສັນຍາໃໝ່ ແລະ ເປັນນິດ ຂອງການແຕ່ງງານ ຢູ່ໃນອາຄານທີ່ສັກສິດ ຊຶ່ງເຮົາເຊື່ອວ່າ ເປັນບ້ານຂອງພຣະເຈົ້າ. ເຮົາເຊື່ອວ່າ ເຮົາສາມາດໄດ້ຮັບພິທີການຊ່ວຍໃຫ້ລອດ ບໍ່ພຽງແຕ່ສຳລັບຕົວເຮົາເອງເທົ່ານັ້ນ ແຕ່ສຳລັບບັນພະບຸລຸດຂອງເຮົານຳອີກ ຜູ້ໄດ້ມີຊີວິດໃນໂລກ ໂດຍບໍ່ມີໂອກາດທີ່ຈະມີສ່ວນຮ່ວມໃນພິທີການຊ່ວຍໃຫ້ລອດທີ່ຈຳເປັນເຫລົ່ານີ້. ເຮົາເຊື່ອວ່າ ເຮົາສາມາດປະຕິບັດພິທີການແທນບັນພະບຸລຸດຂອງເຮົາໄດ້ ໂດຍການເປັນຜູ້ກະທຳແທນ ໃນພຣະວິຫານທີ່ສັກສິດເຫລົ່ານີ້.
ເຮົາເຊື່ອວ່າ, ຜ່ານທາງສາດສະດາ ແລະ ອຳນາດຂອງພຣະເຈົ້າ, ເຮົາຈະໄດ້ຮັບພຣະຄຳພີເພີ່ມເຕີມ, ຕື່ມປະຈັກພະຍານໃສ່ກັບພຣະຄຣິສຕະທຳຄຳພີ ໃນການປະກາດວ່າ ພຣະເຢຊູຄຣິດ ເປັນພຣະຜູ້ຊ່ວຍໃຫ້ລອດຂອງໂລກ.
ເຮົາປະກາດວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເປັນອານາຈັກຂອງພຣະເຈົ້າ ແລະ ເປັນສາດສະໜາຈັກແຫ່ງດຽວທີ່ແທ້ຈິງ ຢູ່ເທິງແຜ່ນດິນໂລກ. ມັນຖືກເອີ້ນວ່າ ສາດສະໜາຈັກຂອງພຣະເຢຊູຄຣິດ ເພາະພຣະອົງເປັນປະມຸກຂອງມັນ; ມັນເປັນສາດສະໜາຈັກຂອງພຣະອົງ, ແລະ ທຸກສິ່ງເປັນໄປໄດ້ ເພາະການເສຍສະລະຊົດໃຊ້ຂອງພຣະອົງ.
ເຮົາເຊື່ອວ່າ ຈຸດເດັ່ນເຫລົ່ານີ້ ບໍ່ມີຢູ່ໃນອົງການໃດໆ ຢູ່ເທິງແຜ່ນດິນໂລກນີ້. ເຖິງແມ່ນສາດສະໜາຕ່າງໆ ແລະ ນິກາຍຕ່າງໆ ຈະມີຄວາມຈິງໃຈ ແລະ ດີປານໃດກໍຕາມ, ແຕ່ບໍ່ມີບ່ອນໃດມີ ສິດອຳນາດ ທີ່ຈະເຮັດພິທີການຊ່ວຍໃຫ້ລອດໄດ້ ດັ່ງທີ່ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ສາມາດເຮັດ.
ເຮົາມີຄວາມຮູ້ເຖິງສິ່ງເຫລົ່ານີ້, ແຕ່ ເຮົາເຊື່ອຢູ່ບໍ? ຖ້າສິ່ງເຫລົ່ານີ້ເປັນຄວາມຈິງ, ແລ້ວເຮົາກໍມີຂ່າວສານທີ່ປະເສີດທີ່ສຸດ ເຖິງຄວາມຫວັງ ແລະ ການຊ່ວຍເຫລືອ ທີ່ຊາວໂລກ ເຄີຍຮູ້ມາ. ການເຊື່ອສິ່ງເຫລົ່ານີ້ ເປັນສິ່ງສຳຄັນຕໍ່ເຮົາ ແລະ ຕໍ່ຄົນທີ່ເຮົາຮັກ ໃນເລື່ອງຄວາມສຳຄັນນິລັນດອນ.
ໃນການທີ່ຈະເຊື່ອ, ເຮົາຕ້ອງເອົາພຣະກິດຕິຄຸນທີ່ເຮົາໄດ້ຍິນ ໃສ່ໄວ້ໃນໃຈຂອງເຮົາ. ມັນເປັນໄປໄດ້ທີ່ເຮົາພຽງແຕ່ ຈະດຳລົງຊີວິດຕາມພຣະກິດຕິຄຸນ ແບບແປະໆບາງໆ ເທົ່ານັ້ນ ເພາະເຮົາຖືກຄາດໝາຍໃຫ້ເຮັດ ຫລື ເພາະມັນເປັນນິໄສ. ບາງຄົນຍັງບໍ່ເຄີຍມີປະສົບການ ດັ່ງທີ່ຜູ້ຄົນຂອງກະສັດເບັນຢາມິນ ເຄີຍມີ ຫລັງຈາກທີ່ເຂົາເຈົ້າໄດ້ຍິນຄຳເທດສະໜາ ທີ່ວ່າ: “ພວກເຂົາທຸກຄົນຮ້ອງອອກມາເປັນສຽງດຽວກັນ, ໂດຍກ່າວວ່າ: ແທ້ຈິງແລ້ວ, ພວກເຮົາເຊື່ອຄຳເວົ້າທັງໝົດທີ່ທ່ານເວົ້າກັບພວກເຮົາ, ແລະ ພວກເຮົາຮູ້ເຖິງຄວາມແນ່ນອນ ແລະ ຄວາມຈິງຂອງມັນທັງໝົດ, ເພາະພຣະວິນຍານຂອງພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ ໄດ້ກະທຳໃຫ້ມີການປ່ຽນແປງອັນໃຫຍ່ຫລວງໃນພວກເຮົາ, ຫລື ໃນໃຈຂອງພວກເຮົາ, ຈົນວ່າພວກເຮົາບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ, ແຕ່ປາດຖະໜາຈະເຮັດແຕ່ຄວາມດີ ໂດຍຕະຫລອດ.”3
ເຮົາທຸກຄົນຕ້ອງການທີ່ຈະສະແຫວງຫາການປ່ຽນແປງໃນໃຈ ແລະ ປັບປຸງຕົວເອງ ເພື່ອວ່າເຮົາຈະບໍ່ມີຄວາມປາດຖະໜາທີ່ຈະຕິດຕາມເສັ້ນທາງຂອງໂລກອີກຕໍ່ໄປ ແຕ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ. ການປ່ຽນໃຈເຫລື້ອໃສທີ່ແທ້ຈິງ ເປັນຂັ້ນຕອນທີ່ໃຊ້ເວລາ ແລະ ປະກອບດ້ວຍຄວາມເຕັມໃຈ ທີ່ຈະໃຊ້ສັດທາ. ມັນມາເຖິງຕອນທີ່ເຮົາຄົ້ນຫາພຣະຄຳພີ ແທນອິນເຕີແນັດ. ມັນມາເຖິງເມື່ອເຮົາເຊື່ອຟັງ ພຣະບັນຍັດຂອງພຣະເຈົ້າ. ການປ່ຽນໃຈເຫລື້ອມໃສມາເຖິງເມື່ອເຮົາຮັບໃຊ້ຄົນອື່ນທີ່ຢູ່ອ້ອມຮອບເຮົາ. ມັນມາເຖິງ ຈາກການອະທິຖານຢ່າງຕັ້ງໃຈ, ການໄປພຣະວິຫານເປັນປະຈຳ, ແລະ ການເຮັດໜ້າທີ່ຮັບຜິດຊອບທີ່ພຣະເຈົ້າໄດ້ປະທານໃຫ້ເຮົາ. ເຮົາຕ້ອງພະຍາຍາມຕະຫລອດເວລາ ແລະ ໃນທຸກວັນ.
ຂ້າພະເຈົ້າມັກຖືກຖາມວ່າ, “ແມ່ນຫຍັງຄືການທ້າທາຍອັນໜັກໜ່ວງທີ່ຊາວໜຸ່ມຂອງເຮົາ ປະເຊີນຢູ່ໃນເວລານີ້?” ຂ້າພະເຈົ້າຕອບວ່າ ຂ້າພະເຈົ້າເຊື່ອວ່າ ມັນເປັນອິດທິພົນຂອງ “ອາຄານໃຫຍ່ ແລະ ກວ້າງຂວາງ” ນັ້ນ ໃນຊີວິດຂອງເຂົາເຈົ້າ.4 ຖ້າພຣະຄຳພີມໍມອນ ໄດ້ຖືກຂຽນໄວ້ສຳລັບວັນເວລາຂອງເຮົາໂດຍສະເພາະ, ແລ້ວແນ່ນອນ ເຮົາທຸກຄົນບໍ່ຄວນມອງຂ້າມຂ່າວສານຂອງລີໄຮ ຢູ່ໃນພາບນິມິດເລື່ອງຕົ້ນໄມ້ແຫ່ງຊີວິດ ແລະ ຜົນກະທົບຂອງຄົນທີ່ຊີ້ມືມາທາງເຮົາ ແລະ ເວົ້າເຍາະເຍີ້ຍ ຈາກອາຄານໃຫຍ່ ແລະ ກວ້າງຂວາງນັ້ນ.
ສິ່ງທີ່ເຮັດໃຫ້ຂ້າພະເຈົ້າໂສກເສົ້າຫລາຍທີ່ສຸດ ແມ່ນຄຳບັນຍາຍເຖິງຜູ້ທີ່ໄດ້ເດີນຜ່ານໝອກອັນຕຶບໜາມາ ໃນທາງທີ່ຄັບແຄບ, ໄດ້ຈັບຮາວເຫລັກໄວ້ແໜ້ນ, ໄດ້ໄປເຖິງຈຸດເປົ້າໝາຍ, ແລະ ໄດ້ເລີ່ມຕົ້ນຊີມໝາກໄມ້ທີ່ບໍລິສຸດ ແລະ ຫວານແຊບຊ້ອຍ ຈາກຕົ້ນໄມ້ແຫ່ງຊີວິດ. ແລ້ວພຣະຄຳພີໄດ້ກ່າວວ່າ ຜູ້ຄົນທີ່ນຸ່ງຖືຈົບງາມ ຢູ່ອາຄານໃຫຍ່ ແລະ ກວ້າງຂວາງ “ຢູ່ໃນທ່າທາງເຍາະເຍີ້ຍ ແລະ ຊີ້ມືມາຫາຄົນຜູ້ທີ່ມາຮອດ ແລະ ກຳລັງຮັບສ່ວນໝາກໄມ້ນັ້ນຢູ່.
“ແລະ ຫລັງຈາກພວກເຂົາຊີມໝາກໄມ້ນັ້ນແລ້ວ ພວກເຂົາກໍມີຄວາມອັບອາຍ, ເພາະວ່າມີຜູ້ທີ່ກຳລັງເຍາະເຍີ້ຍພວກເຂົາຢູ່; ແລະ ພວກເຂົາກໍຕົກລົງໄປໃນທາງຕ້ອງຫ້າມ ແລະ ສູນຫາຍໄປ.”5
ຂໍ້ພຣະຄຳພີເຫລົ່ານີ້ ບັນຍາຍເຖິງເຮົາ ຜູ້ທີ່ໄດ້ຮັບເອົາພຣະກິດຕິຄຸນຂອງພຣະເຢຊູຄຣິດແລ້ວ. ບໍ່ວ່າເຮົາໄດ້ເກີດຢູ່ໃນພຣະກິດຕິຄຸນ ຫລື ຕ້ອງຜ່ານຜ່າໝອກອັນຕຶບໜາມາ ເພື່ອຈະໄດ້ພົບກັບພຣະກິດຕິຄຸນ, ແລ້ວໄດ້ຊີມໝາກໄມ້ນັ້ນ ຊຶ່ງ “ມີຄ່າ ແລະ ເປັນໜ້າເພິ່ງປາດຖະໜາ”6 ແລະ ສາມາດນຳຊີວິດນິລັນດອນມາໃຫ້ເຮົາ, “ຊຶ່ງເປັນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດໃນຂອງປະທານຈາກພຣະເຈົ້າ.” ເຮົາຕ້ອງພຽງແຕ່ຊື່ນຊົມກັບພຣະກິດຕິຄຸນຕໍ່ໄປ, ແລະ ບໍ່ສົນໃຈກັບຄົນທີ່ສ້າງຄວາມສົງໄສ ຫລື ຊອກຫາຄວາມຂາດຕົກບົກພ່ອງຂອງຜູ້ນຳຂອງສາດສະໜາຈັກ ແລະ ຄຳສອນ. ມັນເປັນສິ່ງທີ່ເຮົາຕ້ອງເລືອກໃນທຸກວັນ—ທີ່ຈະເລືອກການມີສັດທາ ແທນຄວາມສົງໄສ. ແອວເດີ ເອັມ ຣະໂຊ ບາເລີດ ໄດ້ຮຽກຮ້ອງເຮົາວ່າ “ຈົ່ງຢູ່ໃນເຮືອ, ໃສ່ເສື້ອຊູຊີບຂອງທ່ານ, ຈັບເຮືອໄວ້ໃຫ້ແໜ້ນດ້ວຍມືທັງສອງເບື້ອງ.”7
ໃນການເປັນສະມາຊິກຂອງສາດສະໜາຈັກທີ່ແທ້ຈິງຂອງພຣະຜູ້ເປັນເຈົ້າ, ເຮົາໄດ້ຢູ່ໃນເຮືອແລ້ວ. ເຮົາບໍ່ຈຳເປັນຕ້ອງໄປຊອກຫາຄວາມຈິງ ຕາມຄຳສອນຂອງໂລກ ອັນທີ່ຈະປອບໂຍນ, ຊ່ວຍເຫລືອ, ໃຫ້ການຊີ້ນຳ ເພື່ອຊ່ວຍເຮົາຜ່ານການທົດລອງໃນຊີວິດ—ເຮົາມີຄຳສອນນັ້ນແລ້ວ! ເຊັ່ນດຽວກັບແມ່ຂອງທ້າວ ອີຕັນ ໄດ້ສຳຫລວດເບິ່ງຄວາມເຊື່ອຂອງນາງເອງ ແລະ ໄດ້ປະກາດຢ່າງແນ່ນອນໃຈ ໃນພາວະສຸກເສີນນັ້ນວ່າ, “ຂ້ານ້ອຍເຊື່ອແລ້ວ,” ເຮົາກໍສາມາດກ່າວຄຳນີ້ໄດ້ຄືກັນ!
ຂ້າພະເຈົ້າເປັນພະຍານວ່າ ການເປັນສະມາຊິກຂອງເຮົາຢູ່ໃນອານາຈັກຂອງພຣະຜູ້ເປັນເຈົ້າ ເປັນຂອງປະທານທີ່ເກີນກວ່າຈະວັດແທກໄດ້. ຂ້າພະເຈົ້າເປັນພະຍານວ່າ ພອນ ແລະ ຄວາມສະຫງົບສຸກ ທີ່ພຣະຜູ້ເປັນເຈົ້າ ມີໃຫ້ສຳລັບຄົນທີ່ເຊື່ອຟັງ ແລະ ຊື່ສັດ ແມ່ນເກີນກວ່າທຸກສິ່ງທີ່ມະນຸດຈະເຂົ້າໃຈໄດ້. ຂ້າພະເຈົ້າຂໍເປັນພະຍານເຖິງສິ່ງນີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.