​2010–2019
ມອງ​ເຫັນ​ຕົວ​ເອງ​ໃນ​ພຣະ​ວິຫານ
ເມສາ 2016


16:23

ມອງ​ເຫັນ​ຕົວ​ເອງ​ໃນ​ພຣະ​ວິຫານ

ຂ້າພະເຈົ້າ​ຂໍ​ອະທິຖານ​ວ່າ ເຮົາ​ແຕ່ລະຄົນ​ຈະ​ໃຫ້​ກຽດ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ​ ປ່ຽນແປງ​ຕົນ​ເອງ​ໃໝ່ ເພື່ອ​ເຮົາ​ຈະ​ໄດ້ມອງ​ເຫັນ​ຕົວ​ເອງ ​ໃນ​ພຣະ​ວິ​ຫານ​ທີ່​ສັກສິດ​ຂອງ​ພຣະອົງ.

ການ​ກ້າວ​ໄປ​ຂ້າງ​ໜ້າ ຂອງ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ສະໄໝ​ການ​ປະທານ​ຄວາມ​ສົມບູນ​ແຫ່ງ​ເວລາ ແມ່ນ​ເກີນ​ກວ່າ​ທີ່​ເຮົາ​ຈະ​ເຂົ້າໃຈ​ໄດ້.1 ນີ້​ເປັນ​ຕົວຢ່າງ​ຈາ​ກການ​ປະກາດ​ຂອງ​ປະທານທອມມັສ ​ແອັສ ​ມອນສັນ ກ່ຽວ​ກັບ ພຣະ​ວິຫານ​ໃໝ່​ 4 ແຫ່ງ ​ໃນ​ພາກ​ການ​ປະຊຸມ​ໃຫຍ່​ນີ້. ເມື່ອ​ປະທານ​ມອນ​ສັນ ໄດ້​ຖືກ​ເອີ້ນ​ໃຫ້​ມາ​ເປັນອັກຄະ​​ສາວົກ ໃນ​ປີ 1963 ນັ້ນ ມີ​ພຣະ​ວິຫານ 12 ແຫ່ງ​ທີ່​ເປີດ​ໃຊ້​ໃນ​ໂລກ.2 ເມື່ອ​ນັບ​ເອົາ ພຣະ​ວິຫານ ໂພຣ​ໂວ ​ຊີ​ທີ ເຊັນ​ເຕີ ແລ້ວ ບັດ​ນີ້​ເຮົາ​ກໍ​ມີຈຳນວນ 150 ແຫ່ງ ແລະ ​ເຮົາ​ຈະ​ມີ​ຈຳນວນ 177 ແຫ່ງ ເມື່ອ​ພຣະ​ວິ​ຫານ​ທີ່​ໄດ້​ປະກາດ​ເຖິງ​ໄດ້​ຮັບ​ການ​ອຸ​ທິດ. ນີ້​ເປັນ​ເຫດ​ໃຫ້​ເຮົາ​ມີ​ຄວາມ​ດີໃຈ​ເປັນ​ຢ່າງ​ຍິ່ງ.

ເປັນ​ເວລາຄົບຮອບ ​ຮ້ອຍ​ແປດ​ສິບ​ປີ ຜ່ານມາ ນັບ​ຈາກ​ວັນ​ທີ 3 ​ເດືອນເມສາ ປີ 1836 ນັ້ນ​ເອງ ທີ່​ປະທານ​ໂຈ​ເຊັບ ສະມິດ ແລະ ທ່ານອໍລີເວີ ຄາວເດີຣີ ໄດ້​ເຫັນ​ພາບ​ປະກົດ​ອັນ​ປະເສີດ​ໃນ​ພຣະ​ວິ​ຫານ​ເຄີດ​ແລນ. ປະກົດການ​ນີ້​ໄດ້​ເກີດ​ຂຶ້ນ ອາທິດ​ໜຶ່ງ​ຫລັງ​ຈາກ​ການ​ອຸທິດ​​ພຣະ​ວິ​ຫານ​ນັ້ນ. ໃນ​ພາບ​ປະກົດ​ນີ້ ພວກ​ເພິ່ນ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ ຢືນ​ຢູ່​ທີ່​ແທ່ນ​ປາ​ໄສໃນ​ພຣະ​ວິ​ຫານ. ມີ​ຫລາຍ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ເຖິງ ມີ​ຄວາມ​ວ່າ,

ໃຫ້​ໃຈ​ຂອງ​ພີ່ນ້ອງ​ຂອງ​ພຣະອົງ ແລະ​ ໃຫ້​ໃຈ​ຂອງຜູ້​ທີ່​ສ້າງ​ບ້ານ​ຂອງ​ເຂົາເຈົ້າ​ດ້ວຍ​ຄວາມ​ສາມາດ​ຂອງ​ເຂົາເຈົ້າ​ໃນ​ນາມ​ຂອງ​ພຣະອົງ ຈົ່ງ​ມີ​ຄວາມ​ຊື່ນ​ຊົມ.

ເພາະພຣະອົງ​ຍອມຮັບ​ບ້ານ​ຫລັງ​ນີ້ ແລະ​ ພຣະນາມ​ຂອງ​ພຣະອົງ​ຈະ​ຢູ່​ແຫ່ງ​ນີ້ ແລະ​ ພຣະອົງ​ຈະ​ສະແດງ​ຕົວ​ໃຫ້​ປະຈັກແກ່​ຜູ້​ຄົນ​ຂອງ​ພຣະອົງ ໃນ​ຄວາມ​ເມດ​ຕາ​ໃນ​ບ້ານ​ຫລັງ​ນີ້.3

ໃນ​ໂອກາດ​ທີ່​ສັກສິດ​ນັ້ນ ສາດສະດາ​ສະໄໝ​ບູຮານ​ຫລາຍ​ທ່ານ​ໄດ້​ມາ​ປະກົດ​ຕົວ ນັ້ນ​ຮວມ​ທັງ ​ເອ​ລີ​ຢາ ຜູ້ນຳຂໍ​ກະແຈ​ອັນ​ສຳຄັນ​ແຫ່ງ​ພິທີ​ການ​ໃນ​ພຣະ​ວິຫານ​ຄືນ​ມາ​ໃຫ້.

ພວກ​ເຮົາ​ຮູ້ສຶກ​ດີໃຈ​ທີ່​ຈະ​ມີ ພຣະ​ວິຫານ​ໃນເມືອງຄີ​ໂຕ, ​ປະ​ເທດເອກວາດໍ; ​ເມືອງຮາຣາ​ເຣ, ປະ​ເທດຊິມບຳ​ເວ; ​ເມືອງບີ​ເລັມ, ປະ​ເທດບຣາຊິນ; ​ແລະ ​ເມືອງ​ລີ​ມາ, ​ປະ​ເທດ​ເປຣູ ພ້ອມ​ກັບ​ສະມາຊິກ ແລະ ຜູ້​ສອນ​ສາດສະໜາ. ນີ້​ແມ່ນ​ເລື່ອງ​ລາວ​ທີ່​ອີງ​ຕາມ​ສິ່ງ​ທີ່​​ໄດ້ເກີດ​ຂຶ້ນ​ຢູ່ ບາງກອກ, ປະເທດ​ໄທ ປີ​ໜຶ່ງ​ຜ່ານ​ມາ​ແລ້ວ ທີ່​ມີ​ການ​ປະກາດ​ວ່າ​ຈະ​ມີ​ພຣະ​ວິ​ຫານ. ຊິ​ດສະ​ເຕີ ແຊນ​ລີ ຊີ​ເນຍ ພັນ​ລະ​ຍາ​ຂອງ​ປະທານ​ເຜີຍແຜ່​ເຂດ​ບາງກອກ​ໃນ​ເວລາ​ນັ້ນ​ ທີ່​ຊື່ວ່າ ເດ​ວິດ ຊີ​ເນຍ ໄດ້​ສົ່ງ​ອີ​ເມ​ວ​ຫາ​ຄອບຄົວ ​ແລະ ​ໝູ່​ເພື່ອນ ຫລັງ​ຈາກ​ພວກ​ເພິ່ນ​ໄດ້​ຍິນ​ປະທານ​ມອນ​ສັນ​ປະກາດ​ວ່າ​ຈະ​ມີ​ພຣະ​ວິຫານ ວ່າ, “ພວກ​ເຮົາ​ກໍ​ນອນ​ບໍ່​ຫລັບ​ເປັນ​​ເວລາ 12 ຊົ່ວໂມງ ແລະ ​ພາກັນ​ນ້ຳ​ຕາ​​ໄຫລ​ຍ້ອນ​ຄວາມ​ດີ​ໃຈ.” ເຂົາເຈົ້າ​ໄດ້​ໂທ​ບອກ​ຜູ້​ຊ່ວຍ​ຂອງ​ປະທານ​ເຜີຍແຜ່ ເວລາ 11 ​​ໂມງເຄິ່ງ ຕອນ​ກາງ​ຄືນ. ຜູ້​ຊ່ວຍ​ປະທານ​ເຜີຍແຜ່​ກໍ​ໄດ້​ໂທ​ຫາ​ຜູ້​ສອນ​ສາດສະໜາ​ໝົດ​ທຸກ​ຄົນ. ມີ​ລາຍ​ງານ​ມາ​ວ່າ “ຄົນ​ໃນ​ສະໜາມ​ເຜີຍແຜ່​ດີໃຈ​ຈົນ​ພາກັນ​ບໍ່​ນອນ ແລະ​ ພາກັນ​ເຕັ້ນ​ເທິງ​ຕຽງ.” ຊິ​ດສະ​ເຕີ ຊີ​ເນຍ ໄດ້​ເວົ້າ​ຕະຫລົກ​ກັບ​ຄອບຄົວ ​ແລະ ​ໝູ່​ເພື່ອນ​ວ່າ: “ຢ່າ​ສູ່​ບອກ​ພະ​ແນກ​ເຜີຍແຜ່​ເດີ!”4

ສະມາຊິກ​ທົ່ວ​ປະເທດ​ໄທ​ກໍ​ມີ​ຄວາມ​ຮູ້ສຶກ​ດີໃຈ​ແຮງ​ທາງ​ວິນ​ຍານ​ຄື​ກັນ ເມື່ອ​ຮູ້​ຂ່າວ​ນັ້ນ. ຂ້າພະເຈົ້າ​ໝັ້ນ​ໃຈ​ວ່າ ໄດ້​ມີ​ການ​ຕຽມ​ຫົວໃຈ​ຜູ້​ຄົນ ແລະ ​ຄອບຄົວ​ຕ່າງໆ ແລະ ການ​ເປີດເຜີຍ​ຈາກ​ສະຫວັນ​ໄວ້​ລ່ວງ​ໜ້າ ເພື່ອ​ຕຽມ​ສິດທິ​ຊົນ​ສຳລັບ​ພຣະ​ວິຫານ​ແຫ່ງ​ໃໝ່​ທີ່​ໄດ້​ປະກາດ​ໄປ.

ຍິງ​ໜຸ່ມ​ຄົນ​ໄທ ກັບ​ແວ່ນ​ແຍງທີ່​ມີຂໍ້ຄວາມ​ຂຽນ​ວ່າ, “ມອງ​ເຫັນ​ຕົວ​ທ່ານ​ໃນ​ພຣະ​ວິ​ຫານ.”

ຊິດ​ສະ​ເຕີ ຊີ​ເນຍ ໃນ​ປະເທດ​ໄທ ໄດ້​ສັ່ງ​ໃຫ້​ຄົນ​ເຮັດ​ແວ່ນ​ແຍງ​ພິເສດ ເພື່ອ​ໃຊ້​​ເປັນ​ສິ່ງ​ສິດສອນ​ສ່ວນ​ຕົວ​ໂດຍ​ສະເພາະ​ສຳລັບ​ຊິດ​ສະ​ເຕີ​ທັງຫລາຍ. ມີ​ຮູບ​ສະຫລັກ​ຂອງ​ພຣະ​ວິຫານ​ໃນ​ແວ່ນ​ນັ້ນ ພ້ອມ​ກັບ​ຄຳ​ວ່າ: “ມອງ​ເຫັນ​ຕົວ​ທ່ານ​ໃນ​ພຣະ​ວິ​ຫານ.” ເມື່ອ​ຄົນ​ເບິ່ງ​ແວ່ນ​ນັ້ນ ເຂົາເຈົ້າ​ຈະ​ເຫັນ​​ຕົວ​ເອງ​ໃນ​ພຣະ​ວິ​ຫານ. ຄອບຄົວ​ຊີ​ເນຍ ໄດ້​ສອນ​ຜູ້​ສົນໃຈ ແລະ​ ສະມາຊິກ​ທັງຫລາຍ ໃຫ້​ນຶກ​ເຫັນ​ພາບ​ຕົວ​ເອງ​ໃນ​ພຣະ​ວິຫານ ແລະ ​ບອກ​ວ່າ​ເຂົາເຈົ້າ​ຕ້ອງ​ປ່ຽນ​ວິຖີ​ຊີວິດ ແລະ ​ຕຽມ​ພ້ອມ​ທາງ​​ວິນ​ຍານ​ເພື່ອ​ໃຫ້​ບັນລຸ​ເປົ້າ​ໝາຍ​ນັ້ນ.

ຂ້າພະເຈົ້າ​ຂໍ​ທ້າ​ທາຍ​ເຮົາ​ແຕ່ລະຄົນ​ໃນ​ເຊົ້າ​ມື້ນີ້​ວ່າ ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ ຂໍ​ໃຫ້​ເຮົາ​ມອງ​ເຫັນ​ຕົວເອງ​ໃນ​ພຣະ​ວິ​ຫານ. ປະທານມອນ​ສັນ​ ໄດ້​ກ່າວ​ວ່າ, “ທ່ານ​ຍັງ​ບໍ່​ທັນ​ໄດ້​ຮັບ​ທຸກ​ສິ່ງ​ຢ່າງ​ໃນ​ສາດສະໜາ​ຈັກ ຈົນ​ກ່​ວາ​ທ່ານ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ​ຮັບ​​ເອົາພອນ​ທັງ​ປວງ​ທີ່​ລໍຄອຍ​ທ່ານ​ຢູ່​ທີ່​ນັ້ນ. ພອນ​ທີ່​ສຳຄັນ​ທີ່​ສຸດ ແລະ ​ປະເສີດ​ທີ່​ສຸດ ຂອງ​ການ​ເປັນ​ສະມາຊິກ​ໃນ​ສາດສະໜາ​ຈັກ ແມ່ນ​ພອນ​ທີ່​ເຮົາ​ໄດ້​ຮັບ​ໃນ​ພຣະ​ວິຫານ​ຂອງ​ພຣະ​ເຈົ້າ.”5

ເຖິງ​ວ່າ​ຈະ​ມີ​ຄວາມ​ໄຮ້​ສິນ​ທຳ​ໃນ​ໂລກ​ປະຈຸບັນ​ກໍ​ຕາມ ເຮົາ​ກໍ​ຍັງ​ຢູ່​ໃນ​ສະໄໝ​ທີ່​ສັກສິດ ບໍລິສຸດ​ຢູ່. ສາດສະດາ​ທັງຫລາຍ​ຜູ້​ຊຶ່ງ​ມີໃຈ​ທີ່​ຮັກ ​ແລະ ​ຫ່ວງ​ໃຍ​ ໄດ້​ກ່າວ​ເຖິງ​ສະໄໝ​ຂອງ​ພວກ​ເຮົາ​ເປັນ​ເວລາ​ຫລາຍ​ສັດຕະວັດ​ມາ​ແລ້ວ.6

ສາດສະດາ​ໂຈ​ເຊັບ ສະ​ມິດ ໄດ້​ອ້າງ​ອີງ​ເຖິງ​ພຣະ​ຄຳ​ພີ​ສອງ​ບົດ ຄື ພຣະ​ຄຳ ໂອ​ບາ​ດີ​ຢາ7 ໃນ​ພຣະ​ຄຳ​ພີ​ເດີມ ແລະ 1 ເປ​ໂຕ8 ໃນ​ພຣະ​ຄຳ​ພີ​ໃໝ່ ທີ່​ຮັບ​ຮູ້​ເຖິງ​ຈຸດປະສົງ​ສຳຄັນ​ຂອງ​ພຣະ​ເຈົ້າ​ໃນ​ການ​​ເຮັດ​ພິທີ​ບັບຕິ​ສະມາແທນ​ຄົນ​ທີ່​ລ່ວງ​ລັບ​ໄປ​ແລ້ວ ແລະ ເຮັດ​ໃຫ້​ເຮົາ​ເປັນ​ຜູ້​ຊ່ວຍ​ເທິງ​ພູ​ຊີ​ໂອນ.9

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ພຣະ​ອົງ​ຈະເລີນ ແລະ ​ພຣະ​ອົງ​ໄດ້​ປະທານ​ສິ່ງ​ຕ່າງໆ ​ແລະ ​ການ​ນຳ​ທາງ​ພາຍ​ໜ້າ​ແກ່​ເຂົາເຈົ້າ ເພື່ອ​ພວກ​ເຮົາ​ຈະ​ມີຄ່າ​ຄວນ​ໃນ​ຄວາມ​ຮັບຜິດຊອບ​ຂອງ​ການ​ໄປ​ພຣະ​ວິຫານ​ຂອງ​ເຮົາ ເພື່ອ​​ເຮັດ​ພິທີ​ສຳລັບຄົນ​ທີ່​ມີ​ຊີວິດ​ຢູ່ ​ແລະ ​ເພື່ອ​ຄົນ​ທີ່​ລ່ວງ​ລັບ​ໄປ​ແລ້ວ.

ຍ້ອນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຄືນ​ມາ​ໃໝ່​ຂອງ​ພຣະ​ເຢ​ຊູ​ຄຣິດ ພວກ​ເຮົາ​ຈຶ່ງ​ເຂົ້າໃຈ​ຈຸດປະສົງ​ຂອງ​ຊີວິດ, ແຜນ​ແຫ່ງ​ຄວາມ​ລອດ​ສຳລັບ​ລູກໆ​ຂອງ​ພຣະ​ອົງ, ການ​ໄຖ່​ບາບ​ທີ່​ເປັນ​ການ​ສະລະ​ຊີບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ບົດບາດ​ອັນ​ສຳຄັນ​ຂອງ​ຄອບຄົວ​ໃນ​ອົງການ​ແຫ່ງ​ສະ​ຫວັນ.10

ການ​ມີ​ພຣະ​ວິຫານ​ເພີ່ມ​ຂຶ້ນ ແລະ ມີ​ເທັກ​ໂນ​ໂລ​ຈີ​ ທີ່​ກ້າວໜ້າ ທັງ​ສອງ​ຢ່າງ​ບວກ​ເຂົ້າ​ກັນ ເພື່ອ​ເຮັດ​ໃຫ້​ວຽກງານ​ສັກສິດ ​ໃນ​ຄວາມ​ຮັບຜິດຊອບ​ສືບ​ປະຫວັດ​ຄອບຄົວ​ຂອງ​ເຮົາ​ ​ບັນລຸ​ຜົນ​ນັ້ນ ແມ່ນ​ເປັນ​ພອນ​ດີເລີດ​ທີ່​ມີ​ມາ​ໃນ​ປະຫວັດ​ສາດ. ຂ້າພະເຈົ້າ​ດີໃຈ​ທີ່​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ມີ​ຄວາມ​ດຸໝັ່ນ​ແທ້ໆ ໃນ​ການ​ໄຈ້​ແຍກ​ຊື່ ​ແລະ ​ຄົ້ນ​ຫາ​ປູ່​ຍ່າ​ຕາ​ຍາຍ​ຂອງ​ເຂົາເຈົ້າ ແລ້ວໄປ​ເຮັດ​ພິທີ​ບັບຕິ​ສະມາ ​ແລະ ​ຮັບ​ການ​ຢືນຢັນ​ແທນ​ຄົນ​ເຫລົ່ານັ້ນ​ໃນ​ພຣະ​ວິ​ຫານ. ພວກ​ເຈົ້າ​ໄດ້​ເປັນ​ຜູ້​ຊ່ວຍ​ແທ້​ຈິງຢູ່​ເທິງ​ພູ​ຊີ​ໂອນ.

ພວກ​ເຮົາ​ຈະ​ຕຽມ​ພ້ອມ​ໃນ​ການ​ໄປ​ພຣະ​ວິຫານ​ໄດ້​ແນວໃດ?

ພວກ​ເຮົາ​ຮູ້​ວ່າ ຄວາມ​ຊອບ​ທຳ ແລະ ການ​ເຮັດ​ໃຫ້​ສັກສິດ ເປັນ​ສ່ວນ​ສຳຄັນ​ໃນ​ການ​ຕຽມ​ໄປ​ພຣະ​ວິ​ຫານ.

​ໃນ​ພຣະຄຳ​ພີ Doctrine and Covenants ພາກ​ທີ 97, ມັນ​ບອກ​ວ່າ ຕາບໃດ​ທີ່​ຜູ້​ຄົນ​ຂອງ​ພຣະຜູ້​ເປັນ​ເຈົ້າ ສ້າງ​ບ້ານ​ໃຫ້​ພຣະອົງ​ໃນ​ພຣະ​ນາມ​ຂອງ​ພຣະອົງ ແລະ ​ບໍ່​ຍອມ​ໃຫ້​ສິ່ງ​ໃດ​ທີ່​ບໍ່​ສະອາດ​ເຂົ້າ​ໄປ​ໃນ​ບ້ານ​ນັ້ນ ເພື່ອ​ບ້ານ​ນັ້ນ​ຈະ​ບໍ່​ເສື່ອມ​ຄວາມ​ສັກສິດ ​ແລ້ວລັດສະໝີ​ພາບ​ຂອງ​ພຣະອົງຈະ​ສະ​ຖິດ​ຢູ່​ບ່ອນ​ນັ້ນ.11

ຈົນ​ເຖິງ​ປີ 1891 ທີ່​ປະທານ​ຂອງ​ສາດສະໜາ​ຈັກ​ໄດ້​ເຊັນ​ໃບຮັບ​ຮອງ​ເຂົ້າ​ພຣະ​ວິຫານ​ແຕ່​ລະ​ໃບ ເພື່ອ​ໃຫ້​ມີ​ການ​ປົກ​ປ້ອງ​ຄວາມ​ສັກສິດ​ຂອງ​ພຣະ​ວິ​ຫານ. ຄວາມ​ຮັບຜິດຊອບ​ນັ້ນ​ໄດ້​ຖືກ​ມອບ​ໝາຍ​ຕໍ່ໃຫ້​ແກ່​ອະທິການ ແລະ​ ປະທານ​ສະ​ເຕກ​ທັງ​ຫລາຍ.

ພວກ​ເຮົາ​ຢາກ​ໃຫ້​ສະມາຊິກ​ທຸກໆ​ຄົນ​ໃນ​ສາດສະໜາ​ຈັກ ມີຄ່າ​ຄວນ​ທີ່​ຈະ​ໄດ້​ໃບຮັບ​ຮອງ​​ເຂົ້າ​ພຣະ​ວິ​ຫານ. ຢ່າ​ຖື​ວ່າການ​ໄປ​ພຣະ​ວິຫານ​ນັ້ນ ເປັນ​ສິ່ງ​ຍາວ​ໄກ ແລະ ເປັນ​ເປົ້າ​ໝາຍ​ທີ່​ເຮັດ​ບໍ່​ໄດ້. ຖ້າ​ຮ່ວມ​ມື​ກັບ​ອະທິການ ສະມາຊິກ​ສ່ວນ​ຫລາຍ​ຈະ​ສາມາດ​ເຮັດ​ຕາມ​ຂໍ້​ກຳນົດ​ທີ່​ຊອບ​ທຳ ໃນ​ເວລາ​ສັ້ນໆ​ໄດ້ ​ຖ້າ​ເຂົາເຈົ້າ​ມີ​ຄວາມ​ຕັ້ງໃຈ​ແນ່​ວ​ແນ່ ແລະ​ ກັບ​ໃຈ​ແນ່ວ​ແນ່​ຈາກ​ການ​ລ່ວງ​ລະເມີດ​ຕ່າງໆ. ນັ້ນ​ຮວມ​ທັງ​ການ​ໃຫ້​ອະໄພ​ຕົນ​ເອງ ແລະ ​ບໍ່​ໃສ່ໃຈ​ກັບຄວາມ​ບໍ່​ສົມບູນ​ ຫລື ​ຄວາມ​ຜິດ​ບາບ​ຂອງ​ເຮົາ ວ່າ​ສິ່ງ​ນັ້ນ​ຈະ​ກີດ​ກັນ​ເຮົາ​ຈາກ​ການ​ເຂົ້າ​ໄປ​ໃນ​ພຣະ​ວິຫານ​ທີ່​ສັກ​ສິດ.

ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແມ່ນ​ເປັນ​ໄປ​ເພື່ອ​ລູກ​ໆທຸກ​ຄົນ​ຂອງ​ພຣະ​ເຈົ້າ. ການ​ເສຍ​ສະລະ​ໄຖ່​ບາບ ນຳ​ມາ​ຊຶ່ງ​ຄວາມ​ຊອບ​ທຳ ແກ່​ຜູ້​ທີ່​ກັບ​ໃຈ​ຢ່າງ​ແທ້​ຈິງ. ພຣະ​ຄຳ​ພີ​ໄດ້​ບັນຍາຍ​ເປັນ​ຄຳ​ເວົ້າ​ທີ່​ໜ້າ​ຟັງ​ວ່າ:

“ເຖິງ​ວ່າ​ບາບ​ຂອງ​ເຈົ້າ​ຈະ​ເປັນ​ສີແດງ​​ເຂັ້ມ ແຕ່​ມັນ​ຈະ​ເປັນ​ສີຂາວ​ເໝືອນ​ດັ່ງ​ຫິມະ​ໄດ້.”12

“ແລະ ​ເຮົາ​ຈະ​ບໍ່​ຈື່ຈຳ​ມັນ​ອີກ​ຕໍ່​ໄປ.”13

ພວກ​ເຮົາ​ໃຫ້​ສັນຍາ​ຕໍ່​ທ່ານ​ວ່າ ການ​ໃຊ້​ຊີວິດ​ຢ່າງ​ມີ​ສິນ​ທຳ ຈະ​ເຮັດ​ໃຫ້​ທ່ານ ​ແລະ ​ຄອບຄົວ​ຂອງ​ທ່ານ​ມີ​ຄວາມສຸກ, ໄດ້​ຮັບ​ຄວາມ​ສຳເລັດ, ແລະ ຄວາມ​ສະ​ຫງົບ.14 ສະມາຊິກ​ຜູ້​ໃຫຍ່ ​ແລະ ​ຊາວ​ໜຸ່ມ,15 ໄດ້​ຢືນຢັນ​ດ້ວຍ​ຕົວ​ເອງ​ວ່າ ຕົນ​ເອງ​ມີຄ່າ​ຄວນ ເມື່ອ​ຕອບ​ຄຳ​ຖາມ​ຕອນ​ໄປ​ສຳພາດ​ເອົາ​ໃບຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. ສິ່ງ​ທີ່​ກຳນົດ​ທີ່​ສຳຄັນ ຄື​ໃຫ້້​ມີ​ປະຈັກ​ພະຍານ​ເຂັ້ມແຂງ​ຂຶ້ນ​ກ່ຽວ​ກັບ​ພຣະ​ເຈົ້າ ພຣະ​ບຸດ​ຂອງ​ພຣະ​ອົງ ພຣະ​ເຢ​ຊູ​ຄຣິດ ແລະ​ ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ແລະ ການ​ມີ​ປະສົບ​ການ​ກ່ຽວ​ກັບ​ການ​ເຮັດ​ພາລະກິດ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ.

ພອນ​ຂອງ​ພຣະ​ວິຫານ​ນັ້ນ​ມີ​ຢ່າງ​ຫລວງຫລາຍ

ພອນ​ຕົ້ນຕໍ​ຂອງ​ພຣະ​ວິຫານ​ແມ່ນ ພິທີການ​ຂອງ​ຄວາມ​ສູງ​ສົ່ງ. ແຜນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ແມ່ນ​ກ່ຽວ​ກັບ​ຄວາມ​ສູງ​ສົ່ງ ແລະ​ ມັນ​ຮວມ​ທັງ​ການ​ເຮັດ ​ແລະ ​ຮັກສາ​ພັນທະ​ສັນຍາ​ນຳ​ພຣະ​ເຈົ້າ. ພິທີການ ​ແລະ ​ພັນທະ​ສັນຍາ​ເຫລົ່າ​ນີ້​ແມ່ນ​ເຮັດ ​ແລະ ​ໄດ້​ຮັບ​ໃນ​ພຣະ​ວິຫານ ນອກຈາກ​ການ​ຮັບ​ບັບຕິ​ສະມາ ແລະ ການ​ຢືນຢັນ. ພິທີ ແລະ ​ພັນທະ​ສັນຍາ​ທັງ​ໝົດ​ສຳລັບ​ຜູ້​ທີ່ລ່ວງ​ລັບ​ໄປ​ນັ້ນ ແມ່ນ​ເຮັດ​ຢູ່​ໃນ​ພຣະ​ວິ​ຫານ.

ສາດສະດາ ​ບຣິ​ກຳ ຢັງ ​ໄດ້​ສອນ​ວ່າ “ບໍ່​ມີສິ່ງ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ບໍ່​ໄດ້ ແລະ​ ຈະ​ບໍ່​ເມີນເສີຍ​ຕໍ່ ການ​ຊ່ວຍ​ມວນ​ມະນຸດ​ໃຫ້​ລອດ; … ທີ່​ສາມາດ​ເຮັດ​ໄດ້​ ໂດຍ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ​ ພຣະ​ອົງ​ເຮັດ​ສຳເລັດ​ເພື່ອ​ຄວາມ​ຢູ່​ລອດ​ຂອງ​ເຂົາເຈົ້າ ໂດຍ​ບໍ່​ອາໄສ​ຄົນ​ໃດໆ.”16

ຜູ້ນຳ​ຂອງສາດສະໜາ​ຈັກ ເປັນ​ຜູ້​ຈັດ​ຕັ້ງ ສະ​ເຕກ, ສະພາ, ອົງການ​ຊ່ວຍ​ເຫລືອ,​ ​ເຂດ​ເຜີຍແຜ່, ແລະ​ ສ່ວນ​ຕ່າງໆ ໃນ​ຕຶກໂບດ ແລະ ອາຄານ​ອື່ນໆ. ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ຈັດ​ຕັ້ງ ຄອບຄົວ​ນິລັນດອນ ພຽງ​ແຕ່​ຢູ່​ໃນ​ພຣະ​ວິ​ຫານ​ເທົ່າ​ນັ້ນ.

ເຮົາ​ເຫັນ​ໄດ້​ຢ່າງແຈ່ມ​ແຈ້ງວ່າ ມີ​ແຕ່​ຜູ້​ທີ່​ສຳນຶກ​ບາບ ​ແລະ ​ກັບ​ໃຈ​ຈາກ​ບາບ​ເທົ່າ​ນັ້ນ ທີ່​ຈະ​ຖືກ​ຮັບ​ເຂົ້າ​ໄປ​ໃນ​ບ້ານ​ທີ່​ສັກສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້.17 ພວກ​ເຮົາ​ຮູ້​ວ່າ “ພຣະ​ເຈົ້າ​ບໍ່​ແມ່ນ​ຄົນ​ທີ່​ເຂົ້າ​ຂ້າງ​ຜູ້​ໃດ​ຜູ້​ໜຶ່ງ.”18 ສິ່ງ​ໜຶ່ງ​ທີ່​ດີເລີດ ທີ່​ຂ້າພະເຈົ້າ​ມັກ​ກ່ຽວ​ກັບ​ພຣະ​ວິຫານ​ຄື ເຮົາ​ມອງ​ບໍ່​ເຫັນ ຄວາມ​ມັ່ງ​ມີ, ຍົດ​ຊັ້ນ, ຫລື ​ໜ້າທີ່​ໃດໆ ທີ່​ແຕກ​ຕ່າງ​ກັນ​ຂອງ​ຄົນ​ທີ່​ໄປ​ພຣະ​ວິ​ຫານ. ພວກ​ເຮົາ​ສະເໝີພາບ​ກັນ​ໝົດ​ຕໍ່ພຣະພັກ​ຂອງ​ພຣະ​ເຈົ້າ. ທຸກໆ​ຄົນ​ນຸ່ງ​ເຄື່ອງ​ສີຂາວ ເພື່ອ​ເປັນ​ສັນຍາ​ລັກ​ຂອງ​ຄົນ​ທີ່​ມີ​ຄວາມ​ສັກສິດ ​ແລະ ​ຄວາມ​ຊອບ​ທຳ.19 ທຸກໆ​ຄົນ​ກໍ​ນັ່ງ​ຄຽງ​ຂ້າງ​ກັນ ໂດຍ​ທີ່​ມີ​ຄວາມ​ປາດຖະໜາ ທີ່​ຈະ​ເປັນ​ບຸດ​ ​ແລະ ​ທິດາ​ທີ່​ມີຄ່າ​ຄວນ​ຂອງ​ພຣະ​ບິດາ​ທີ່​ຊົງ​ຮັກ​ໃນ​ສະ​ຫວັນ.

ຫ້ອງ​ຜະ​ນຶກ​ໃນ​ພຣະວິຫານ

ໃຫ້​ຄິດ​ເບິ່ງ​ວ່າ ຊາຍ ​ແລະ ​ຍິງ​ທົ່ວ​ໂລກ ສາມາດ “ເຮັດ​ພິທີການ​ໃນ​ພຣະ​ວິຫານ​ທີ່​ສັກ​ສິດ … ເພື່ອ​ທີ່​ຈະ​ກັບ​ໄປ​ຫາທີ່​ປະທັບ​ຂອງ​ພຣະ​ເຈົ້າ ແລະ … ຈະ​ມາ​ຮວມ​ກັນ​ໃນ​ຊົ່ວ​ນິລັນດອນ​ໄດ້.”20 ຫ້ອງ​ຜະ​ນຶກ​ສັກສິດ​ທີ່​ສວຍ​ງາມ​ໃນ​ທົ່ວ​ໂລກ ມີ​ໄວ້​ສຳລັບ​ຊາຍ​ຍິງ​ທີ່​ມີຄ່າ​ຄວນ​ໄປ​ພຣະ​ວິຫານ ເພື່ອ​ເຮັດ​ພິທີການ​ນັ້ນ. ຫລັງ​ຈາກ​ທີ່​ເຂົາເຈົ້າ​ໄດ້​ເຮັດ​ພັນທະ​ສັນຍາ​ແລ້ວ ເຂົາເຈົ້າ​ສາມາດ​ມອງ​ເຫັນ​ຕົວ​​ເອງ​ໃນ​ແວ່ນ​ທີ່ຢູ່​ເຊິ່ງ​ໜ້າ​ກັນ​ໃນ​ພຣະ​ວິ​ຫານ. “ເຮົາ​ຈະ​ເຫັນ​ພາບ​ນັ້ນ​ນຳ​ກັນ ຊຶ່ງ​ເປັນ​ພາບ​ທີ່​ຢືດ​ອອກ​ໄປ​ເໝືອນ​ກັບ​ວ່າ ພາບ​ນັ້ນ​ໄດ້​ຍືດ​ເຍື້ອ​ໄປ​ສູ່​ນິລັນດອນ.”21 ພາບ​ສະທ້ອນ​ນັ້ນ ຊ່ວຍ​​ເຮົາ​ໃຫ້​ນຶກ​ເຖິງ​ພໍ່​ແມ່, ປູ່​ຍ່າ​ຕາ​ຍາຍ, ແລະ ຄົນ​ລຸ້ນ​ກ່ອນໆ. ພາບ​ນັ້ນ ຊ່ວຍ​ໃຫ້​ເຮົາ​ຮູ້​ເຖິງ​ພັນທະ​ສັນຍາ​ທີ່​ສັກສິດ ຊຶ່ງ​ເປັນ​ສິ່ງ​ເຊື່ອມ​ໂຍງ​ເຮົາ​ໃສ່​ຄົນ​ລຸ້ນ​ຫລັງ​ທີ່​ຈະ​ຕາມ​ມາ. ນີ້​ແມ່ນ​ສິ່ງ​ທີ່​ດີເດັ່ນ​ຫລາຍ ແລະ ​ມັນ​ກໍ​ເລີ່ມ​ຈາກ​ການ​ທີ່​ເຮົາ​ເຫັນ “ພາບ​ຂອງ​ເຮົາ​ເອງ​ໃນ​ພຣະ​ວິ​ຫານ.”

​ແວນ​ຢູ່​ໃນ​ຫ້ອງ​ຜະ​ນຶກ​ທີ່​ພຣະວິຫານ

ປະທານ ຮາວ​ເວີດ ດັບ​ເບິນ​ຢູ ຮັນ​ເທີ ໄດ້​ໃຫ້​ຄຳ​ສອນ​ແກ່​ເຮົາ​ວ່າ “ຈົ່ງ​ພິຈາລະນາ​ເຖິງ​ຄຳ​ສັ່ງສອນ​ທີ່​ດີເລີດ ໃນ​ຄຳ​ອະທິຖານ​​ອຸທິດ​ພຣະ​ວິຫານ​ເຄີດ​ແລນ, ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້ເວົ້າ​ວ່າ ເພິ່ນ​ໄດ້​ຮັບ​ຄຳອະທິຖານ​ນັ້ນ​ໂດຍ​ການ​ເປີດ​ເຜີຍ. ມັນ​ແມ່ນ​ຄຳ​ອະທິຖານ ທີ່​ສືບຕໍ່​ໃນ​ການ​ໃຫ້​ຄຳ​ຕອບ​ແກ່​ເຮົາ​ເປັນ​ສ່ວນ​ຕົວ, ເປັນ​ຄອບຄົວ, ແລະ ​ທຸກຜູ້​ຄົນ ເພາະວ່າ​ອຳນາດ​ຖານະ​ປະໂລຫິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖືກປະທານ​ໃຫ້​ເຮົາ ເພື່ອ​ເຮົາ​ຈະ​ໃຊ້​ພຣະ​ວິຫານ​ທີ່​ສັກສິດ​ຂອງ​ພຣະ​ອົງ​ໄດ້.”22 ເຮົາ​ຄວນ​ສຶກສາ ​ພາກ​ທີ 109 ​ໃນ​ພຣະຄຳ​ພີ Doctrine and Covenants ແລະ ​ເຮັດ​ຕາມ​ຄຳ​ສອນ​ຂອງ​ປະທານ​ຮັນ​ເທີ ເພື່ອ​​ເຮັດ​ໃຫ້​ພຣະ​ວິຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ສັນຍາ​ລັກ​ທີ່​ຍິ່ງ​ໃຫຍ່​ ເຖິງ​ຄວາມ​ເປັນ​ສະມາຊິກ​ຂອງ​ພວກ​ເຮົາ.”23

ພຣະ​ວິຫານ​ຍັງ​ເປັນ​ບ່ອນ​ຫລົບ​ໄພ, ໃຫ້​ຄວາມ​ຂອບຄຸນ, ສັ່ງ​ສອນ, ​ແລະ ເຂົ້າໃຈ​ນຳ​ອີກ, “ວ່າ​ເຮົາ​ອາດຈະ​ຖືກ​ເຮັດ​ໃຫ້​ດີ​ພ້ອມ … ​ໃນ​ທຸກ​ສິ່ງ ​ທີ່ກ່ຽວ​ກັບ​ອານາຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເທິງ​ໂລກ​ນີ້.”24 ຕະຫລອດ​ຊີວິດ​ຂອງ​ຂ້າພະເຈົ້າ ມັນ​ເປັນ​ບ່ອນ​ແຫ່ງ​ຄວາມ​ສະຫງົບ ​ແລະ ​ສັນຕິ​ສຸກ​ໃນ​ໂລກ​ອັນ​ເຕັມ​ໄປ​ດ້ວຍ​ຄວາມ​ວຸ້ນ​ວາຍ.25 ມັນ​ເປັນ​ການ​ດີ​ທີ່​ເຮົາ​ຈະ​ປະ​ຄວາມ​ກັງວົນ​ຂອງ​ໂລກ​ໄວ້​ຂ້າງ​ນອກ ແລ້ວ​ເຂົ້າ​​ໄປ​ໃນ​ສະຖານທີ່​ ທີ່ສັກສິດ​ນັ້ນ.

ພວກ​ເຮົາ​ຈະ​ຮູ້ສຶກ ເຖິງ​ການ​ດົນ​ບັນດານ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍລິສຸດ ໂດຍ​ສ່ວນ​ຫລາຍ​ແມ່ນ​ຢູ່​ໃນ​ພຣະ​ວິ​ຫານ ທີ່​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ການ​ສືບ​ປະຫວັດ​ຄອບ​ຄົວ.26 ມີ​ຫລາຍ​ເທື່ອ​ໃນ​ພຣະ​ວິຫານ ເຮົາ​ຈະ​ມີ​ຄວາມ​ຮູ້ສຶກ​ໄດ້​ວ່າ ໂລກ​ວິນ​ຍານ ​ແລະ ​ໂລກ​ເຮົາ​ແມ່ນ​ບໍ່​ໄກ​ກັນ​ເລີຍ. ເຮົາ​ຈະ​ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ພິເສດ ໃນ​ຄວາມ​ພະຍາຍາມ​ຂອງ​ເຮົາ​ທີ່ຈະ​ເປັນ​ຜູ້​ຊ່ວຍ​ເທິງ​ພູ​ຊີ​ໂອນ.

ຫລາຍ​ປີຜ່ານມາ​ແລ້ວ ໃນ​ພຣະ​ວິຫານ​ໃນ​ແຖບ​ອາເມ​ຣິ​ກາ​ກາງ ພັນ​ລະ​ຍາ​ຂອງອະດີດ​ເຈົ້າ​ໜ້າທີ່​ຊັ້ນຜູ້​ໃຫຍ່​ຜູ້​ໜຶ່ງ ໄດ້​ຊ່ວຍຜູ້​ທີ່​ເປັນ​ພໍ່ ເປັນ​ແມ່ ແລະ ​ລູກໆ​ຂອງ​ເຂົາເຈົ້າ​ ໃນ​ການ​ຮັບ​ພັນທະ​ສັນຍາ​ໃນ​ຫ້ອງ​ຜະ​ນຶກ​ທີ່​ມີ​ແວ່ນ​ຢູ່​ໃນ​ຫ້ອງ​ນັ້ນ. ເມື່່ອ​ແລ້ວ​ພິທີ ເຂົາເຈົ້າ​ໄດ້​ປິ່ນ​ໜ້າ​ເບິ່ງ​ແວ່ນ ເພິ່ນ​ໄດ້​ສັງເກດ​ວ່າ​ມີໜ້າ​ຄົນ​ໜຶ່ງ​ທີ່​ບໍ່​ໄດ້​ຢູ່​ໃນ​ຫ້ອງ​ນັ້ນ. ເພິ່ນ​ໄດ້​ຖາມ​ແມ່​ຄົນ​ນັ້ນ ແລະ ​ໄດ້​ຮູ້​ວ່າ ແມ່ນ​ໜ້າ​ລູກ​ສາວ​ຂອງ​ລາວ​ທີ່​ໄດ້​ເສຍ​ໄປ ສົມ​ພໍ​ລາວ​ຈຶ່ງ​ບໍ່​ໄດ້​ຢູ່​ໃນ​ຫ້ອງ​ນັ້ນ. ຕໍ່​ມາ​ເຂົາເຈົ້າ​ກໍ​ໄດ້​ເຮັດ​ພິທີ​ແທນ​ລູກ​ສາວ​ໃນ​ພິທີ​ສັກສິດ​ນັ້ນ.27 ຢ່າ​ປະ​ເມີນ​ຄ່າ​ຕ່ຳ​ ໃນ​ການ​ຊ່ວຍເຫລືອ​ໃນ​ພຣະ​ວິຫານ ຈາກ​ວິນ​ຍານ​ທີ່ຢູ່​ອີກ​​ໂລກ​ໜຶ່ງ.

ຈົ່ງ​ຮູ້​ວ່າ ພວກ​ເຮົາ​ຢາກ​ໃຫ້​ທ່ານ​ທັງຫລາຍ​ປ່ຽນແປງ​ອັນ​ໃດ​ກໍ​ຕາມ​ທີ່ຈຳເປັນ ເພື່ອ​ຈະ​ໄດ້​ມີຄ່າ​ຄວນ​ໄປ​ພຣະ​ວິ​ຫານ. ທົບ​ທວນ​ໃຫ້​ຄັກແນ່​ວ່າ​ສະພາບວິນ​ຍານ​ຂອງ​ທ່ານ​ເປັນ​ແນວໃດ, ສະແຫວງຫາ​ການ​ນຳ​ທາງ​ຈາກ​ພຣະ​ວິນ​ຍານ, ແລະ​ ​ເວົ້າລົມ​ກັບ​ອະທິການ​ໃນ​ການ​ຕຽມ​ຕົວ​ທ່ານ​ເອງ​ໃນ​ການ​ໄປ​ພຣະ​ວິ​ຫານ. ປະທານທອມ​ມັສ ​​ແອັສ ມອນ​ສັນ ​ໄດ້​ກ່າວ​ວ່າ, “ບໍ່​ມີ​ເປົ້າ​ໝາຍ​ໃນ​ການ​ມີຄ່າ​ຄວນອື່ນ​ໃດ ທີ່​ສຳຄັນ​​ຫລາຍ​ໄປກວ່າການ​ຕຽມ​ພ້ອມ​ທີ່​ຈະ​ໄປ​ພຣະ​ວິຫານ​.”28

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ ຫີນ​ເສົາ​ເອກ ແຫ່ງ​ສັດທາ​ຂອງ​ພວກ​ເຮົາ ແລະ ຂອງສາດສະໜາ​ຈັກ​ຂອງ​ພຣະ​ອົງ.

ສອງ​ເດືອ​ນ​ຜ່ານ​ມາ​ນີ້ ຂ້າພະເຈົ້າ​ໄດ້​ມີ​ກຽດ​ໄປ​ຮ່ວມ​ງານ​ອຸທິດ​ພຣະ​ວິຫານ ຊູ​ວາ ຟີ​ຈີ ຄືນໃໝ່​ກັບ​ປະທານ ເຮັນ​ຣີ ບີ ​ໄອ​ຣິງ. ມັນ​ເປັນ​ໂອກາດພິເສດ ແລະ ສັກ​ສິດ. ຄວາມ​ກ້າຫານ​ຂອງ​ປະທານ​ໄອ​ຣິງ ແລະ ຄວາມ​ເຂັ້ມແຂງ​ທາງ​ວິນ​ຍານ​ຂອງ​ເພິ່ນ ໄດ້​ເຮັດ​ໃຫ້ການ​ອຸທິດ​ພຣະ​ວິຫານ​ເປັນ​ໄປ​ດ້ວຍ​ດີ ທ່າມກາງ​ການ ຜ່ານ​ຜ່າ ພະຍຸ​ໄຊ​ໂຄ​ລນ ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ຊີກ​ໂລກ​ທິດ​ໃຕ້. ເຮົາ​ເຫັນ​ລິດເດດ​ຂອງ​ພຣະ​ເຈົ້າ​ໄດ້ຢ່າງຊັດ​ເຈນ ທີ່​ຊາວ​ໜຸ່ມ ຜູ້​ສອນ​ສາດສະໜາ ແລະ​ ສະມາຊິກ ຖືກ​ປົກ​ປ້ອງ​ໃຫ້​ປອດ​ໄພ​ທັງ​ທາງ​ກາຍ ແລະ ​ວິນ​ຍານ.29 ການ​ອຸທິດ​ພຣະ​ວິຫານ ຊູ​ວາ ຟີ​ຈີ ​ຄືນ​ໃໝ່ ແມ່ນ​ບ່ອນ​ລີ້​ໄພ​ຈາກ​ພະ​ຍຸ. ມີ​ຫລາຍໆ​ເທື່ອ ເມື່ອ​ເຮົາ​ປະ​ເຊີນ​ກັບ​ພະຍຸ​ແຫ່ງ​ຊີວິດ ເຮົາ​ໄດ້​ເຫັນ​ລິດເດດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມາ​ໃຫ້​ຄວາມ​ປົກ​ປ້ອງ​ນິລັນດອນ​ແກ່​ເຮົາ.

ການ​ອຸທິດ​​ເທື່ອ​ທຳ​ອິດຂອງ​ພຣະ​ວິ​ຫານ ຊູ​ວາ ຟີ​ຈີ ໃນວັນ​ທີ 18 ​ເດືອນ​ມິຖຸນາ ປີ 2000 ເປັນ​ເຫດການ​ທີ່​ພິເສດ​ຄື​ກັນ. ເມື່ອ​ພຣະ​ວິຫານ​ໃກ້​ຈະ​ສ້າງ​ແລ້ວ ກຸ່ມ​ກະບົດ​ໄດ້​ເອົາ​ສະມາຊິກ​ລັດ​ສະພາ​ໄປ​ເປັນ​ຕົວ​ປະ​ກັນ. ໃນ​ເມືອງ ຊູ​ວາ ປະເທດ​ຟີ​ຈີ ກໍ​ໄດ້​ຖືກ ປຸ້ນ​ລະດົມ ​ແລະ ​ຖືກ​​ເຜົາ​ຜານ. ຝ່າຍ​ທະຫານ ໄດ້​ປະກາດ​ກົດ​ໄອ​ຍະ​ການ​ເສິກ.

ໃນ​ຖານະ​ທີ່​ເປັນ​ປະທານ​ທ້ອງຖິ່ນ ຂ້າພະເຈົ້າ​ໄດ້​ໄປ​ກັບ​ປະທານ​ສະ​ເຕກ​ສີ່​ຄົນ​ໃນ​ປະເທດ​ຟີ​ຈີ ແລະ ​ໄດ້​ພົບ​ກັບ​ບັນດາ​ຫົວໜ້າ​ທະຫານ​ຢູ່ ໂຮງ​ທະຫານຂອງ ລາຊິນີ ​ເອລີ​ຊາ​ເບັດ. ຫລັງ​ຈາກ​ໄດ້​ອະທິບາຍ​ກ່ຽວ​ກັບ​ການ​ອຸທິດ​ທີ່​ໄດ້​ສະເໜີ​ໄປ​ແລ້ວ ເຂົາເຈົ້າ​ກໍ​ສະໜັບສະໜູນ ແຕ່​ເປັນ​ຫ່ວງ​ກັບ​ຄວາມ​ປອດ​ໄພ​ຂອງ​ປະທານກໍດອນ ບີ ​ຮິງ​ລີ. ເຂົາເຈົ້າ​ແນະນຳ​ໃຫ້​ມີ​ພິທີ​ອຸທິດ​ນ້ອຍໆ​ທີ່​ບໍ່​ມີ​ງານ​ໃດໆ​ນອກ​ພຣະ​ວິຫານ ເຊັ່ນ​ພິທີ​ວາງຫີນ​ສີລາ​. ເຂົາເຈົ້າ​ຢ້ຳ​ວ່າ ຄົນ​ຢູ່​ນອກ​ພຣະ​ວິຫານ​ຈະ​ກາຍເປັນ​ເປົ້າ​ໝາຍ​ແຫ່ງ​ຄວາມ​ຮຸນ​ແຮງ​ໄດ້.

ປະທານ​ຮິງ​ລີ ໄດ້​ອະນຸມັດ​ໃຫ້​ມີ​ພາກ​ອຸທິດ​ນ້ອຍໆ​ກັບ​ຝ່າຍປະທານ​ພຣະ​ວິ​ຫານ​ແຫ່ງ​ໃໝ່ ແລະ​ ສະເພາະ​ຜູ້ນຳ​ທ້ອງຖິ່ນ​ສອງ​ສາມ​ຄົນ​ເທົ່າ​ນັ້ນ. ນອກ​ນັ້ນ ບໍ່​ມີ​ຜູ້​ໃດ​ຖືກ​ເຊີນ​ມາ​ຮ່ວມ​ອີກ ຍ້ອນ​ວ່າ​ຢ້ານ​ເປັນ​ອັນ​ຕະ​ລາຍ. ເຖິງ​ຢ່າງໃດ​ກໍ​ຕາມ ເພິ່ນ​ໄດ້​ເວົ້າ​ຢ່າງ​ໜັກ​ແໜ້ນ​ວ່າ “ຖ້າ​ເຮົາ​ມີ​ການ​ອຸທິດ​ພຣະ​ວິຫານ ເຮົາ​ຈະ​ມີ​ພິທີ​ວາງ​ຫີນສີລາ​ ເພາະ​ພຣະ​ຄຣິດ​ເປັນ​ຫິນ​ເສົາ​ເອກ ແລະ ນີ້​ແມ່ນ​ສາດສະໜາ​ຈັກ​ຂອງ​ພຣະ​ອົງ.”

ເມື່ອ​ພວກ​ເຮົາ​ໄດ້​ອອກ​ໄປ​ທາງ​ນອກ​ ສຳລັບ​ພິທີ​ວາງ​ຫີນສີລາ​ ບໍ່​ມີ​ຄົນ​ໃດ​ທີ່​ບໍ່​ເປັນ​ສະມາຊິກ, ບໍ່​ມີ​ເດັກນ້ອຍ, ບໍ່​ມີ​ສື່​ມວນ​ຊົນ, ຫລື ຄົນ​ອື່ນ​ມາ​ຮ່ວມ. ມີ​ແຕ່​ສາດສະດາ​ທີ່​ມີ​ສັດທາ ໄດ້​ສະແດງ​ຄວາມ​ກ້າຫານ ແລະ ​ພັນທະ​ອັນ​ເຂັ້ມແຂງ​ຂອງ​ເພິ່ນ​ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຕໍ່​ມາ ປະທານ​ຮິງ​ລີ ໄດ້​ເວົ້າ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ “ບໍ່​ມີ​ໃຜ​ເທົ່າ​ທຽມກັບ​ພຣະ​ອົງ ແລະ ​ບໍ່​ເຄີຍ​ມີ​ໃຜ​ເຄີຍ​ເທົ່າ​ທຽມ​ກັບພຣະ​ອົງ ແລະ ​ຈະ​ບໍ່​ມີ​ໃຜ​ອີກ. ຂອບຄຸນ​ພຣະ​ເຈົ້າ​ສຳລັບ ການ​ປະທານພຣະ​ບຸດ​ທີ່​ຮັກ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດຂອງ​ພຣະ​ອົງ ຜູ້​ຊຶ່ງ​ສະລະ​ຊີບ​ຂອງ​ພຣະ​ອົງ ເພື່ອ​ເຮົາ​ຈະ​ມີ​ຊີວິດ​ຢູ່ ແລະ ​ພຣະ​ອົງ​ເປັນ​ປະມຸກ ເປັນ​ເສົາ​​ເອກ​ອັນ​ບໍ່​ຫວັ່ນໄຫວ ​ຂອງ​ສັດທາ​ຂອງ​ພວກ​ເຮົາ ແລະ ຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ອົງ.”30

ອ້າຍ​ເອື້ອຍ​ນ້ອງ​ທັງຫລາຍ ຂ້າພະເຈົ້າ​ຂໍ​ອະທິຖານ​ວ່າ ເຮົາ​ແຕ່ລະຄົນ​ຈະ​ໃຫ້​ກຽດ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ​ ເຮົາ​ຕ້ອງ​ປ່ຽນແປງ​ຕົນ​ເອງ​ໃໝ່ “ເພື່ອ​ເຮົາ​ຈະ​ໄດ້ມອງ​ເຫັນ​ຕົວ​ເອງ​ໃນ​ພຣະ​ວິ​ຫານ​ທີ່​ສັກສິດ​ໄດ້.” ໃນ​ການ​ເຮັດ​ແນວ​ນັ້ນ ພວກ​ເຮົາ​ຈະສາມາດ​ບັນລຸ​ຈຸດປະສົງອັນ​ສັກສິດ​ຂອງ​ພຣະ​ອົງ​ໄດ້ ແລະ ​ຈະ​ໄດ້​ຕຽມ​ຕົວ​ເຮົາ ​ແລະ ​ຄອບຄົວ​ຂອງ​ເຮົາ​ເອງ ສຳລັບ​ພອນ​ທັງ​ໝົດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ແລະ​ ສາດສະໜາ​ຈັກ​ຂອງ​ພຣະ​ອົງ ຈະປະທານ​ໃຫ້​ແກ່​ເຮົາ​ໃນ​ຊີວິດ​ນີ້ ແລະ​ ໃນ​ນິລັນດອນ. ຂ້າພະເຈົ້າ​ເປັນ​ພະຍານ​ຢ່າງ​ແນ່​ແທ້​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊົງ​ພຣະ​ຊົນ​ຢູ່. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງອ້າງ​ອີງ

  1. ເບິ່ງ Doctrine and Covenants 112:30–32.

  2. ພຣະ​ວິຫານ​ແຫ່ງ​ທີ​ 12 ຄື ພຣະ​ວິຫານ ລອນ​ດອນ ​ອັງກິດ, ໄດ້​ຖືກ​ອຸທິດ​ໃນວັນ​ທີ 7 ​ເດືອນ​ກັນຍາ 1958.

  3. ເບິ່ງ Doctrine and Covenants 110:6–7.

  4. ແຊນ​ລີ ຊີ​ເນຍ, ອີ​ເມວ ວັນ​ທີ 6 ເດືອນ​ເມສາ 2015.

  5. Thomas S. Monson, “The Holy Temple—a Beacon to the World,” Liahona, May 2011, 93.

  6. ເບິ່ງ ​ເອຊາ​ຢາ 2:2.

  7. ເບິ່ງ ​ໂອ​ບາ​ດີ​ຢາ 1:21.

  8. ເບິ່ງ 1 ​ເປ​ໂຕ 4:6.

  9. ເບິ່ງ Teachings of Presidents of the Church: Joseph Smith (2007), 409.

  10. ເບິ່ງ Teachings of Presidents of the Church: Wilford Woodruff (2004), 177, 192–93.

  11. ເບິ່ງ Doctrine and Covenants 97:15; ​ເບິ່ງ ຂໍ້​ທີ 17 ນຳ​ອີກ.

  12. ​ເອຊາ​ຢາ 1:18.

  13. ​ເຢ​ເຣມີ​ຢາ 31:34.

  14. ເບິ່ງ Doctrine and Covenants 59:23.

  15. ນອກຈາກ​ໃບຮັບ​ຮອງ​ຂອງ​ຜູ້​ໃຫຍ່​ແລ້ວ, ຊາວ​ໜຸ່ມ ແລະ ຜູ້​ໃຫຍ່​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ພອນ​ໃນ​ພຣະ​ວິຫານ​ອາດ​ຈະ​ໄດ້​ຮັບ​ໃບຮັບ​ຮອງ​ຈຳກັດ ສຳລັບ​ການ​ບັບຕິ​ສະມາ​ແທນຄົນ​ຕາຍ. ໃບຮັບ​ຮອງ​ທັງ​ສອງ​ຢ່າງ​ຕ້ອງ​ມີ​ລາຍ​ເຊັນ​ຂອງ​ເຈົ້າ​ຂອງ​ໃບຮັບ​ຮອງ ຢັ້ງຢືນ​ວ່າ​ຕົນ​ເອງ​ມີຄ່າ​ຄວນ. ໃບຮັບ​ຮອງ​ຈຳກັດ ແມ່ນ​ໃຊ້​ໄດ້​ໜຶ່ງ​ປີ ແລະ​ເປັນ​ການ​ໃຫ້​ໂອກາດ​ອະທິການ​ທີ່​ຈະ​ໂອ້​ລົມ​ກັບແຕ່ລະຄົນ ​ເພື່ອ​ຖາມ​ເຖິງ​ການ​ມີຄ່າ​ຄວນ​ຂອງ​ເຂົາເຈົ້າ.

  16. Teachings of Presidents of the Church: Brigham Young (1997), 32.

  17. ເບິ່ງ Doctrine and Covenants 58:42.

  18. ກິດຈະການ 10:34; ​ເບິ່ງ ​ໂມ​ໂຣ​ໄນ 8:12; Doctrine and Covenants 1:35; 38:16 ນຳ​ອີກ.

  19. ເບິ່ງ Doctrine and Covenants 100:16.

  20. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Liahona, Nov. 2010, 129.

  21. Gerrit W. Gong, “Temple Mirrors of Eternity: A Testimony of Family,” Liahona, Nov. 2010, 37.

  22. Teachings of the Presidents of the Church: Howard W. Hunter (2015), 183.

  23. Teachings: Howard W. Hunter, 178.

  24. ເບິ່ງ Doctrine and Covenants 97:13–14.

  25. ເບິ່ງ Doctrine and Covenants 45:26–27.

  26. ພວກ​ເຮົາ​ມັກ​ກ່າວ​ເຖິງ​ສິ່ງ​ນີ້​ວ່າ ເປັນ ລິດເດດ​ຂອງ ເອ​ລິ​ຢາ. ປະທານ ຣະ​ໂຊ ເອັມ ແນວ​ສັນ ໄດ້​ສອນ​ພວກ​ເຮົາ​ວ່າ ລິດເດດ​ຂອງ​ເອ​ລີ​ຢາ ແມ່ນ “ການ​ເປີດເຜີຍ​ຂອງ​ພຣະ​ວິນ​ຍານ​ບໍລິສຸດ ວ່າ ເປັນ​ພະຍານ​ແຫ່ງ​ທຳ​ມະ​ຊາດ​ສັກສິດ​ຂອງ​ຄອບຄົວ” (“A New Harvest Time,” Ensign, May 1998, 34).

  27. ຖືກ​ແບ່ງປັນ​ໂດຍ​ໄດ້​ຮັບ​​ອະນຸຍາດ

  28. Thomas S. Monson, “The Holy Temple—a Beacon to the World,” 93.

  29. ຜູ້​ສອນ​ສາດສະໜາ ແລະ ຊາວ​ໜຸ່ມ ທີ່​ນຳ​ມາ​ຈາກ​ໝູ່​ເກາະ​ຂ້າງ​ນອກ ໄດ້​ພາກັນ​ໄປ​ເຊົາ​ຢູ່​ໃນ​ໂຮງຮຽນ​ຂອງ​ສາດສະໜາ​ຈັກ​ທີ່​ປອດ​ໄພ ໃນ​ອາຄານ​ໂບດ​ຕ່າງໆ ແລະ ​ມີ​ຄວາມ​ປອດ​ໄພ​ຈາກ​ພະຍຸ​ຮ້າຍ​ໄຊ​ໂຄລນ ​ທີ່​ຊື່ ວິນສ໌ຕັນ.

  30. Gordon B. Hinckley, “Four Cornerstones of Faith,” Liahona, Feb. 2004, 4–5.