ພຣະອົງຈະຍົກທ່ານໃສ່ບ່າຂອງຕົນ ແລະ ແບກທ່ານກັບບ້ານ
ເຊັ່ນດຽວກັບພຣະຜູ້ລ້ຽງທີ່ດີ ໄດ້ພົບເຫັນແກະຂອງພຣະອົງ, ຖ້າຫາກທ່ານຫັນຈິດໃຈມາຫາພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ແລ້ວພຣະອົງຈະພົບເຫັນທ່ານ.
ຄວາມຊົງຈຳໜຶ່ງທີ່ຫລອກຫລອນຂ້າພະເຈົ້າມາຕັ້ງແຕ່ນ້ອຍ ແມ່ນສຽງແກເຕືອນໄພ ທີ່ໄດ້ເຮັດໃຫ້ຂ້າພະເຈົ້າສະດຸ້ງຕື່ນຈາກນອນ. ບໍ່ດົນຈາກນັ້ນ, ກໍມີສຽງໜຶ່ງອີກ, ເປັນສຽງດັງໃບພັດຂອງຍົນ ຈົນເຖິງຂະໜາດ ແຜ່ນດິນສັ່ນສະເທືອນ. ຕາມທີ່ແມ່ໄດ້ສອນພວກເຮົາໃຫ້ເຮັດ, ລູກແຕ່ລະຄົນຈະຕ້ອງຈັບເອົາຖົງ ແລ້ວແລ່ນລົງຄ້ອຍໄປຫາຫ້ອງໃຕ້ດິນຫລົບໄພ. ໃນຂະນະທີ່ພວກເຮົາແລ່ນໄປໃນຄວາມມືດອັນໜາຕຶບ, ພວກເຮົາໄດ້ຫລຽວເຫັນແສງໄຟສີຂຽວ ແລະ ຂາວ ຊຶ່ງເປັນສັນຍານເຖິງຈຸດທີ່ຈະໃຫ້ເຮືອບິນຖິ້ມລະເບີດ. ແຕ່ໜ້າແປກໃຈ ທີ່ທຸກຄົນເອີ້ນແສງເຫລົ່ານັ້ນວ່າ ຕົ້ນຄຣິດສະມັດ.
ຕອນນັ້ນ ຂ້າພະເຈົ້າມີອາຍຸໄດ້ສີ່ປີ, ຂ້າພະເຈົ້າໄດ້ເຫັນສົງຄາມໂລກ.
ເດຣສ໌ເດັນ
ບໍ່ໄກຈາກບ່ອນທີ່ຄອບຄົວຂອງຂ້າພະເຈົ້າໄດ້ອາໄສຢູ່ ມີເມືອງໜຶ່ງຊື່ ເດຣສ໌ເດັນ. ຜູ້ຄົນທີ່ຢູ່ໃນເມືອງນີ້ ຄົງໄດ້ເຫັນສິ່ງທີ່ຂ້າພະເຈົ້າໄດ້ເຫັນ ຫລາຍກວ່າພັນເທື່ອ. ລະເບີດຫລາຍໆພັນໂຕນໄດ້ທະລົ່ມເມືອງນີ້ ຈົນວ່າຫລາຍກວ່າ 90 ເປີເຊັນຂອງເມືອງນີ້ໄດ້ເສຍຫາຍໄປ, ເມື່ອເຊົ້າຮຸ່ງຂຶ້ນ ເມືອງເດຣສ໌ເດັນ ເຫລືອຢູ່ແຕ່ຊາກ.
ພຽງແຕ່ໃນເວລາສັ້ນໆເທົ່ານັ້ນ, ເມືອງທີ່ເຄີຍຖືກເອີ້ນວ່າ “ກ່ອງເຄື່ອງເອ້” ໄດ້ຖືກທຳລາຍຈົນໝົດສິ້ນ. ທ່ານ ແອຣິສ໌ ແຄສະເນີ, ນັກປະພັນຄົນເຢຍລະມັນ, ໄດ້ຂຽນເຖິງການທຳລາຍນັ້ນວ່າ, “ເປັນເວລາຫລາຍພັນປີ ທີ່ເມືອງນີ້ໄດ້ຖືກສ້າງຂຶ້ນຢ່າງສວຍງາມ, ແຕ່ໃນຄືນດຽວ ມັນໄດ້ຖືກທຳລາຍຈົນໝົດສິ້ນ.”1 ຕອນຂ້າພະເຈົ້າຍັງນ້ອຍ ຂ້າພະເຈົ້າບໍ່ຄິດວ່າ ພວກເຮົາຈະສາມາດແກ້ໄຂການທຳລາຍຈາກສົງຄາມ ທີ່ຜູ້ຄົນຂອງພວກເຮົາເອງ ໄດ້ລິເລີ່ມຂຶ້ນ. ໂລກທີ່ຢູ່ອ້ອມຮອບພວກເຮົາ ປະກົດວ່າສິ້ນຫວັງ, ແລະ ປາດສະຈາກອະນາຄົດ.
ປີກາຍນີ້. ຂ້າພະເຈົ້າໄດ້ມີໂອກາດກັບໄປເມືອງ ເດຣສ໌ເດັນ. ເຈັດສິບປີຫລັງຈາກສົງຄາມ, ອີກເທື່ອໜຶ່ງ, ມັນເປັນເມືອງທີ່ເອີ້ນວ່າ “ກ່ອງເຄື່ອງເອ້”. ຊາກເມືອງໄດ້ຖືກມ້ຽນມັດ ແລະ ເມືອງນີ້ກໍໄດ້ຖືກສ້ອມແຊມຄືນໃໝ່ ແລະ ສວຍງາມກວ່າເກົ່າ.
ໃນລະຫວ່າງການໄປຢ້ຽມຢາມ, ຂ້າພະເຈົ້າໄດ້ເຫັນໂບດ ລູເຕີແຣນ, ຟຣາວເອັນເກຍກາ ທີ່ສວຍງາມ, ທີ່ເອີ້ນວ່າ ໂບດຂອງເຈົ້າຍິງຂອງພວກເຮົາ. ມັນໄດ້ຖືກສ້າງຂຶ້ນໃນລະຫວ່າງປີ 1700, ຊຶ່ງເປັນຕຶກຫລັງໜຶ່ງໃນເມືອງ ເດຣສ໌ເດັນ ທີ່ສວຍງາມທີ່ສຸດ, ແຕ່ສົງຄາມໄດ້ທຳລາຍມັນ ຈົນເຫລືອແຕ່ຊາກ. ເປັນເວລາຫລາຍປີ ທີ່ມັນໄດ້ເປັນຢູ່ແບບນັ້ນ, ຈົນໃນທີ່ສຸດ ຫລາຍຄົນຄິດວ່າ ຄວນສ້າງໂບດ ຟຣາວເອັນເກຍກາ ຄືນໃໝ່.
ຫີນຈາກໂບດທີ່ຖືກທຳລາຍ ກໍໄດ້ຖືກຮັກສາ ແລະ ບັນທຶກໄວ້, ແລ້ວເມື່ອເປັນໄປໄດ້ ມັນໄດ້ຖືກນຳຄືນມາໃຊ້ອີກ ເມື່ອໂບດຖືກສ້າງຄືນໃໝ່. ທຸກວັນນີ້ ທ່ານສາມາດເຫັນກ້ອນຫີນທີ່ຖືກໄຟໃໝ້ ຢູ່ຝາຂ້າງນອກຂອງຕຶກ ຄືກັບແຜຂອງສົງຄາມ. “ແຜ” ເຫລົ່ານີ້ ບໍ່ພຽງແຕ່ເຕືອນເຖິງປະຫວັດສາດສົງຄາມ ຂອງຕຶກນັ້ນ ແຕ່ຍັງເປັນອະນຸສອນເຖິງຄວາມຫວັງນຳອີກ—ເປັນສັນຍາລັກເຖິງຄວາມສາມາດຂອງມະນຸດ ເລື່ອງການສ້າງຊີວິດໃໝ່ ຈາກເຖົ່າຖ່ານ.
ເມື່ອຂ້າພະເຈົ້າໄຕ່ຕອງເຖິງປະຫວັດສາດຂອງເມືອງ ເດຣສ໌ເດັນ ແລະ ເຖິງຄວາມຕັ້ງໃຈທີ່ໜ້າອັດສະຈັນໃຈ ຂອງຜູ້ຄົນທີ່ໄດ້ສ້າງເມືອງນີ້ຄືນໃໝ່, ຂ້າພະເຈົ້າຮູ້ສຶກເຖິງອິດທິພົນອັນຫວານຊື່ນຂອງພຣະວິນຍານບໍລິສຸດ. ແນ່ນອນ, ຂ້າພະເຈົ້າຄິດວ່າ ຖ້າຫາກມະນຸດສາມາດສ້ອມແຊມຊາກເມືອງທີ່ຖືກທຳລາຍໄປແລ້ວ ແລະ ສ້າງມັນຂຶ້ນໃໝ່ ໃຫ້ເປັນຕຶກທີ່ສູງສົ່ງ ທັງສວຍງາມ ແລະ ດົນໃຈ, ແລ້ວ ພຣະບິດາຜູ້ຊົງລິດອຳນາດຍິ່ງໃຫຍ່ ກໍມີຄວາມສາມາດ ທີ່ຈະສ້ອມແຊມລູກໆຂອງພຣະອົງ ຜູ້ໄດ້ຕົກໄປ, ດີ້ນລົນ, ແລະ ສູນເສຍໄປ ໄດ້ຫລາຍຂະໜາດໃດ?
ເຖິງແມ່ນຊີວິດຂອງເຮົາເບິ່ງຄືວ່າ ມັນຖືກທຳລາຍຫລາຍປານໃດກໍຕາມ. ເຖິງແມ່ນວ່າ ບາບຂອງເຮົາຈະແດງເຂັ້ມຫລາຍປານໃດກໍຕາມ, ຄວາມຂົມຂື່ນຂອງເຮົາ ຈະໜັກໜ່ວງ, ເປົ່າປ່ຽວ, ຖືກປະຖິ້ມ, ຫລື ເຈັບປວດໃຈຫລາຍປານໃດກໍຕາມ. ເຖິງແມ່ນຄົນທີ່ໝົດຫວັງ, ຄົນທີ່ຢູ່ໃນຄວາມສິ້ນຫວັງ, ຄົນທີ່ຖືກຫລອກຕົ້ມ, ຄົນທີ່ຖິ້ມຄວາມຊື່ສັດໄປ, ຫລື ຄົນທີ່ຫັນໜີຈາກພຣະເຈົ້າ ກໍຍັງສາມາດຖືກສ້ອມແຊມຄືນໃໝ່ໄດ້. ຍົກເວັ້ນແຕ່ພວກບຸດແຫ່ງຄວາມຈິບຫາຍເທົ່ານັ້ນ ທີ່ບໍ່ສາມາດຖືກສ້ອມແຊມຄືນໃໝ່.
ຂ່າວປິຕິຍິນດີຂອງພຣະກິດຕິຄຸນ ແມ່ນ: ເພາະແຜນແຫ່ງຄວາມສຸກນິລັນດອນ ທີ່ພຣະບິດາເທິງສະຫວັນ ທີ່ຮັກ ໄດ້ຈັດໄວ້ໃຫ້ເຮົາ ແລະ ຜ່ານການເສຍສະລະທີ່ບໍ່ມີຂອບເຂດຂອງພຣະເຢຊູຄຣິດ, ເຮົາບໍ່ພຽງແຕ່ໄດ້ຮັບການໄຖ່ຈາກສະພາວະທີ່ຕົກໄປ ແລະ ຖືກສ້ອມແຊມສູ່ຄວາມບໍລິສຸດເທົ່ານັ້ນ, ແຕ່ເຮົາຈະສາມາດກ້າວໜ້າເກີນກວ່າ ມະນຸດສາມາດເຮັດໄດ້ ແລະ ກາຍເປັນຜູ້ຮັບມູນມໍລະດົກແຫ່ງຊີວິດນິລັນດອນ ແລະ ຮັບເອົາລັດສະໝີພາບຂອງພຣະເຈົ້າ ທີ່ເກີນກວ່າຈະບັນລະຍາຍໄດ້.
ຄຳອຸປະມາເລື່ອງແກະທີ່ເສຍໄປ
ໃນລະຫວ່າງການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດ, ຜູ້ນຳຝ່າຍສາດສະໜາໃນວັນເວລາຂອງພຣະອົງ ບໍ່ຢາກໃຫ້ພຣະເຢຊູໃຊ້ເວລາກັບຄົນທີ່ເຂົາເຈົ້າເອີ້ນວ່າ “ຄົນບາບ.”
ບາງທີຕໍ່ເຂົາເຈົ້າ ເບິ່ງຄືວ່າ ພຣະອົງອົດທົນ ຫລື ໄດ້ຍອມຮັບກັບການປະພຶດທີ່ບໍ່ດີຂອງຄົນເຫລົ່ານັ້ນ. ບາງທີ ເຂົາເຈົ້າເຊື່ອວ່າ ວິທີທີ່ດີທີ່ສຸດ ທີ່ຈະໃຫ້ຄົນບາບກັບໃຈ ແມ່ນການກ່າວໂທດ, ເຍາະເຍີ້ຍ, ແລະ ເຮັດໃຫ້ເຂົາອັບອາຍ.
ເມື່ອພຣະຜູ້ຊ່ວຍໃຫ້ລອດໄດ້ເຫັນສິ່ງທີ່ພວກຟາຣີຊາຍ ແລະ ພວກທຳມະຈານກຳລັງຄິດຢູ່, ພຣະອົງຈຶ່ງໄດ້ເລົ່າເລື່ອງໜຶ່ງ ໃຫ້ຟັງວ່າ:
“ມີຄົນໃດແດ່ໃນພວກເຈົ້າມີແກະຢູ່ຮ້ອຍໂຕ ແລະ ໂຕໜຶ່ງເສຍໄປ ຄົນນັ້ນຈະເຮັດຢ່າງໃດ? ລາວຈະບໍ່ປະເກົ້າສິບເກົ້າໂຕນັ້ນໄວ້ໃນທົ່ງຫຍ້າ ແລະ ໄປຊອກຫາໂຕທີ່ເສຍນັ້ນຈົນພົບບໍ?
“ເມື່ອພົບແລ້ວ ລາວກໍດີໃຈທີ່ສຸດ ຈຶ່ງຍົກແກະນັ້ນໃສ່ບ່າຂອງຕົນ ແລະ ແບກກັບມາ.”2
ເປັນເວລາຫລາຍສັດຕະວັດ, ຄຳອຸປະມານີ້ ຍັງມີຄວາມໝາຍ ໃນການເອີ້ນເຮົາໃຫ້ປະຕິບັດ ເພື່ອນຳແກະໂຕທີ່ເສຍໄປກັບຄືນມາ ແລະ ເອື້ອມອອກໄປຫາຜູ້ທີ່ເສຍໄປ. ເຖິງແມ່ນມັນເປັນສິ່ງທີ່ເໝາະສົມ ແລະ ດີ, ແຕ່ຂ້າພະເຈົ້າຍັງສົງໄສວ່າ ມັນມີຫລາຍກວ່ານີ້ຢູ່ບໍ.
ເປັນໄປໄດ້ບໍວ່າ ຈຸດປະສົງທຳອິດຂອງພຣະເຢຊູ ແມ່ນທີ່ຈະສອນເຖິງວຽກງານຂອງພຣະຜູ້ລ້ຽງທີ່ດີ?
ເປັນໄປໄດ້ບໍວ່າ ພຣະອົງໄດ້ເປັນພະຍານເຖິງຄວາມຮັກຂອງພຣະເຈົ້າ ສຳລັບລູກໆຂອງພຣະອົງ ຜູ້ທີ່ເດີນອອກນອກທາງໄປ?
ເປັນໄປໄດ້ບໍວ່າ ຂ່າວສານຂອງພຣະຜູ້ຊ່ວຍໃຫ້ລອດແມ່ນວ່າ ພຣະເຈົ້າຮູ້ກ່ຽວກັບຜູ້ທີ່ໄດ້ເສຍໄປແທ້ໆ—ວ່າພຣະອົງຈະຊອກຫາເຂົາ, ວ່າພຣະອົງຈະເອື້ອມອອກໄປຫາເຂົາ, ແລະ ວ່າພຣະອົງຈະຊ່ວຍກູ້ເຂົາ?
ຖ້າເປັນເຊັ່ນນັ້ນ, ແກະໂຕນັ້ນຄວນເຮັດແນວໃດ ກ່ອນຈະເໝາະສົມກັບຄວາມຊ່ວຍເຫລືອຈາກສະຫວັນ?
ແກະໂຕນັ້ນຕ້ອງຮູ້ຈັກວິທີໃຊ້ເຄື່ອງມືທີ່ສັບສົນ ເພື່ອຊ່ວຍບອກທິດທາງບໍ ກ່ອນຈະຮູ້ຈັກເສັ້ນທາງກັບບ້ານ? ມັນຕ້ອງໄດ້ໃຊ້ GPS ບໍ ເພື່ອຈະໄດ້ຮູ້ວ່າ ຕົນຢູ່ໃສ? ມັນຕ້ອງມີຄວາມຊ່ຽວຊານບໍ ເພື່ອສ້າງເຄື່ອງມືສົ່ງສຽງເອີ້ນໃຫ້ຊ່ວຍເຫລືອ? ມັນຕ້ອງມີຜູ້ສຳຄັນໃນສັງຄົມເປັນຜູ້ອຸປະຖຳບໍ ກ່ອນຜູ້ລ້ຽງທີ່ດີຈະມາຊ່ວຍກູ້ມັນ?
ບໍ່ເລີຍ! ແກະໂຕນັ້ນມີຄ່າຄວນທີ່ຈະໄດ້ຮັບການຊ່ວຍກູ້ຈາກສະຫວັນຢູ່ແລ້ວ ເພາະພຣະຜູ້ລ້ຽງທີ່ດີຮັກມັນ.
ສຳລັບຂ້າພະເຈົ້າແລ້ວ, ຄຳອຸປະມາເລື່ອງແກະທີ່ເສຍໄປ ເປັນຂ່າວສານທີ່ໃຫ້ຄວາມຫວັງຫລາຍທີ່ສຸດ ຢູ່ໃນພຣະຄຳພີທຸກຂໍ້.
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະຜູ້ລ້ຽງທີ່ດີ, ຮູ້ຈັກ ແລະ ຮັກເຮົາ. ພຣະອົງຮູ້ ແລະ ຮັກທ່ານ.
ພຣະອົງຮູ້ວ່າ ທ່ານເສຍໄປເມື່ອໃດ, ແລະ ພຣະອົງຮູ້ວ່າ ທ່ານຢູ່ໃສ. ພຣະອົງຮູ້ເຖິງຄວາມໂສກເສົ້າຂອງທ່ານ. ຮູ້ເຖິງການອ້ອນວອນຢູ່ໃນໃຈຂອງທ່ານ. ຮູ້ເຖິງຄວາມຢ້ານກົວຂອງທ່ານ. ຮູ້ເຖິງການຮ້ອງໄຫ້ຂອງທ່ານ.
ບໍ່ສຳຄັນວ່າທ່ານໄດ້ເສຍໄປ—ບໍ່ສຳຄັນວ່າ ເພາະການເລືອກຜິດຂອງທ່ານ ຫລື ເພາະສະຖານະການທີ່ເກີນກວ່າທ່ານຈະຄວບຄຸມໄດ້.
ສິ່ງທີ່ສຳຄັນແມ່ນ ທ່ານເປັນລູກຂອງພຣະອົງ. ແລະ ພຣະອົງຮັກທ່ານ. ພຣະອົງຮັກລູກໆຂອງພຣະອົງ.
ເພາະວ່າພຣະອົງຮັກທ່ານ, ພຣະອົງຈະຊອກຫາທ່ານ. ພຣະອົງຈະຍົກທ່ານໃສ່ບ່າດ້ວຍຄວາມປິຕິຍິນດີ.ແລະ ເມື່ອພຣະອົງແບກທ່ານກັບບ້ານ, ພຣະອົງຈະກ່າວກັບທຸກຄົນວ່າ, “ຂ້ອຍໄດ້ພົບແກະຂອງຂ້ອຍທີ່ເສຍໄປ ຈົ່ງຮ່ວມກັນສະຫລອງເທາະ.”3
ເຮົາຈະຕ້ອງເຮັດຢ່າງໃດ?
ແຕ່, ທ່ານອາດຄິດວ່າ ພຣະອົງຢາກໃຫ້ທ່ານເຮັດຫຍັງ? ແນ່ນອນ ເຮົາຕ້ອງເຮັດຫລາຍກວ່າ ພຽງແຕ່ນັ່ງລໍຖ້າການຊ່ວຍກູ້ເທົ່ານັ້ນ.
ເຖິງແມ່ນພຣະບິດາທີ່ຮັກຂອງເຮົາ ປາດຖະໜາໃຫ້ລູກໆທຸກຄົນຂອງພຣະອົງກັບໄປຫາພຣະອົງ, ແຕ່ພຣະອົງຈະບໍ່ບັງຄັບຜູ້ໃດໃຫ້ເຂົ້າໄປສະຫວັນ4 ພຣະເຈົ້າຈະບໍ່ຊ່ວຍກູ້ເຮົາ ຖ້າເຮົາບໍ່ຢາກໃຫ້ຊ່ວຍກູ້.
ສະນັ້ນ ເຮົາຈະຕ້ອງເຮັດຢ່າງໃດ?
ຄຳເຊື້ອເຊີນຂອງພຣະອົງແມ່ນລຽບງ່າຍ:
“ຈົ່ງຫັນ … ມາຫາເຮົາ.”5
“ຈົ່ງມາຫາເຮົາ.”6
ໃຫ້ເຂົ້າໃກ້ພຣະອົງ ແລ້ວພຣະອົງຈະເຂົ້າໃກ້ເຮົາ.7
ນີ້ແມ່ນວິທີທີ່ເຮົາສະແດງຕໍ່ພຣະອົງວ່າ ເຮົາຢາກໄດ້ຮັບການຊ່ວຍກູ້.
ເຮົາຕ້ອງໃຊ້ສັດທາອັນເລັກນ້ອຍ. ແຕ່ຢ່າທໍ້ຖອຍໃຈ. ຖ້າຫາກທ່ານບໍ່ມີສັດທາໃນເວລານີ້, ຂໍໃຫ້ເລີ່ມມີຄວາມຫວັງ.
ຖ້າຫາກທ່ານບໍ່ສາມາດເວົ້າວ່າ ທ່ານຮູ້ວ່າພຣະເຈົ້າຢູ່ໃກ້, ທ່ານສາມາດຫວັງວ່າ ພຣະອົງຈະຢູ່ໃກ້. ທ່ານສາມາດມີຄວາມປາດຖະໜາທີ່ຈະເຊື່ອ.8 ນັ້ນກໍພຽງພໍແລ້ວ ໃນການເລີ່ມຕົ້ນ.
ແລ້ວ, ໃນການກະທຳຕາມຄວາມຫວັງນັ້ນ, ຈົ່ງເອື້ອມອອກໄປຫາພຣະບິດາເທິງສະຫວັນ. ພຣະເຈົ້າຈະສົ່ງຄວາມຮັກຂອງພຣະອົງອອກມາຍັງທ່ານ, ແລະ ວຽກງານຂອງພຣະອົງ ຈະຊ່ວຍກູ້ທ່ານ ແລະ ການປ່ຽນແປງຈະເລີ່ມຕົ້ນ.
ເມື່ອເວລາຜ່ານໄປ, ທ່ານຈະຮັບຮູ້ພຣະຫັດຂອງພຣະອົງ ໃນຊີວິດຂອງທ່ານ. ທ່ານຈະຮູ້ສຶກເຖິງຄວາມຮັກຂອງພຣະອົງ. ແລະ ຄວາມປາດຖະໜາທີ່ຈະເດີນໄປໃນຄວາມສະຫວ່າງຂອງພຣະອົງ ແລະ ການເຮັດຕາມວິທີທາງຂອງພຣະອົງ ຈະຂະຫຍາຍອອກໄປເລື້ອຍໆ ໃນທຸກຂັ້ນຕອນຂອງສັດທາຂອງທ່ານ.
ເຮົາເອີ້ນຂັ້ນຕອນແຫ່ງສັດທານີ້ວ່າ “ການເຊື່ອຟັງ.”
ມັນບໍ່ໄດ້ເປັນຖ້ອຍຄຳທີ່ຜູ້ຄົນນິຍົມໃຊ້ກັນ ໃນເວລານີ້. ແຕ່ການເຊື່ອຟັງ ເປັນຄຳສອນທີ່ມີຄ່າຫລາຍ ໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ເພາະເຮົາຮູ້ວ່າ “ໂດຍທາງການຊົດໃຊ້ຂອງພຣະຄຣິດ ມະນຸດຊາດທັງປວງຈະລອດໄດ້ ໂດຍການປະຕິບັດຕາມກົດ ແລະ ພິທີການແຫ່ງພຣະກິດຕິຄຸນ.”9
ເມື່ອເຮົາມີສັດທາຫລາຍຂຶ້ນເທົ່າໃດ, ເຮົາກໍຈະມີຄວາມຊື່ສັດຫລາຍຂຶ້ນເທົ່ານັ້ນ. ກ່ອນໜ້ານີ້ ຂ້າພະເຈົ້າໄດ້ອ້າງເຖິງຖ້ອຍຄຳຂອງນັກປະພັນຄົນເຢຍລະມັນ ຜູ້ໄດ້ກ່າວເຖິງເມືອງ ເດຣສ໌ເດັນ ທີ່ຖືກທຳລາຍ. ເພິ່ນໄດ້ຂຽນສຳນວນນີ້ວ່າ: “Es gibt nichts Gutes, ausser man tut es.” ສຳລັບຜູ້ທີ່ບໍ່ຮູ້ພາສາສະຫວັນຊັ້ນສູງ, ມັນແປວ່າ “ບໍ່ມີສິ່ງໃດດີ ຖ້າເຮົາບໍ່ເຮັດເອງ.”10
ທ່ານ ແລະ ຂ້າພະເຈົ້າອາດສາມາດກ່າວຖ້ອຍຄຳທີ່ປະທັບໃຈເລື່ອງທາງວິນຍານ. ເຮົາອາດສາມາດເຮັດໃຫ້ຜູ້ຄົນປະທັບໃຈເລື່ອງການແປຄວາມໝາຍທາງສາດສະໜາ. ເຮົາອາດສາມາດກ່າວອອກມາຢ່າງກະຕືລືລົ້ນ ກ່ຽວກັບສາດສະໜາ ແລະ “ຝັນຢາກມີປາສາດຢູ່ໃນສະຫວັນ.”11 ແຕ່ຖ້າຫາກສັດທາຂອງເຮົາ ບໍ່ປ່ຽນແປງວິທີທີ່ເຮົາດຳລົງຊີວິດຢູ່—ຖ້າຫາກຄວາມເຊື່ອຂອງເຮົາ ບໍ່ມີອິດທິພົນໃນການຕັດສິນໃຈ ໃນແຕ່ລະວັນຂອງເຮົາ—ສາດສະໜາຂອງເຮົາ ກໍໄຮ້ປະໂຫຍດ, ແລະ ສັດທາຂອງເຮົາ, ຖ້າມັນບໍ່ຕາຍ, ກໍຈະບໍ່ດີ ແລະ ຢູ່ໃນຂັ້ນອັນຕະລາຍ ແລະ ໃນທີ່ສຸດ ຈະຫ່ຽວແຫ້ງໄປຢ່າງແນ່ນອນ.12
ການເຊື່ອຟັງເປັນພະລັງໃຫ້ແກ່ສັດທາ. ເພາະການເຊື່ອຟັງນີ້ ເຮົາຈຶ່ງໄດ້ຮັບຄວາມສະຫວ່າງ ແກ່ຈິດວິນຍານຂອງເຮົາ.
ແຕ່ບາງເທື່ອ ຂ້າພະເຈົ້າຄິດວ່າ ເຮົາເຂົ້າໃຈການເຊື່ອຟັງໄປໃນທາງທີ່ຜິດ. ເຮົາອາດເຫັນການເຊື່ອຟັງ ວ່າເປັນຈຸດເປົ້າໝາຍ ແທນທີ່ຈະເປັນສິ່ງທີ່ພາໄປເຖິງຈຸດເປົ້າໝາຍ. ຫລື ປຽບເໝືອນເຮົາໃຊ້ຄ້ອນຕີແຫ່ງການເຊື່ອຟັງ ທຸບແຜ່ນພຣະບັນຍັດ ລົງໃສ່ຄົນທີ່ເຮົາຮັກ ໃນຄວາມຫວັງທີ່ຈະຫລໍ່ຫລອມເຂົາເຈົ້າ, ເທື່ອແລ້ວເທື່ອອີກ, ຫວັງຈະໃຫ້ສັກສິດຫລາຍຂຶ້ນ, ເປັນສິ່ງທີ່ເໝາະສົມສຳລັບສະຫວັນ.
ບໍ່ຕ້ອງສົງໄສເລີຍ, ຈະມີເວລາເມື່ອເຮົາຈຳເປັນຕ້ອງໄດ້ຍິນເຖິງການເອີ້ນໃຫ້ກັບໃຈ. ແນ່ນອນ, ບາງຄົນກໍເຂົ້າເຖິງໄດ້ ພຽງແຕ່ໃນທາງນີ້ເທົ່ານັ້ນ.
ແຕ່ບາງທີ ອາດມີການປຽບທຽບຢ່າງອື່ນອີກ ທີ່ສາມາດອະທິບາຍວ່າ ເປັນຫຍັງເຮົາຈຶ່ງເຊື່ອຟັງພຣະບັນຍັດຂອງພຣະເຈົ້າ. ບາງທີການເຊື່ອຟັງ ບໍ່ແມ່ນຂັ້ນຕອນຂອງການບິດ, ການໝູນ, ແລະ ການຕອກຈິດວິນຍານຂອງເຮົາ ໃຫ້ເປັນບາງສິ່ງທີ່ເຮົາບໍ່ໄດ້ເປັນ. ແຕ່ມັນກໍເປັນຂັ້ນຕອນທີ່ເຮັດໃຫ້ເຮົາພົບເຫັນວ່າ ເຮົາເປັນຢ່າງໃດກັນແທ້ໆ.
ເຮົາເປັນຜູ້ທີ່ພຣະເຈົ້າອົງສູງສຸດໄດ້ສ້າງຂຶ້ນມາ. ພຣະອົງເປັນພຣະບິດາເທິງສະຫວັນຂອງເຮົາ. ເຮົາເປັນລູກໆທາງວິນຍານຂອງພຣະອົງແທ້ໆ. ເຮົາໄດ້ຖືກສ້າງຂຶ້ນດ້ວຍວັດຖຸໃນສະຫວັນ ທີ່ມີຄ່າຫລາຍທີ່ສຸດ, ແລະ ດັ່ງນັ້ນ ເຮົາຈຶ່ງມີວັດຖຸແຫ່ງສະຫວັນຢູ່ໃນຕົວເຮົາ.
ເຖິງຢ່າງໃດກໍຕາມ, ຢູ່ໃນໂລກນີ້, ຄວາມຄິດ ແລະ ການກະທຳຂອງເຮົາ ຖືກຄອບງຳໂດຍ ອິດທິພົນທີ່ເສື່ອມຊາມ, ບໍ່ສັກສິດ, ແລະ ບໍ່ບໍລິສຸດ. ຝຸ່ນ ແລະ ຄວາມສົກກະປົກຂອງໂລກ ຈະເຮັດໃຫ້ຈິດວິນຍານຂອງເຮົາມີມົນທິນ, ເຮັດໃຫ້ມັນຍາກທີ່ຈະຮັບຮູ້ ແລະ ຈື່ຈຳສິດທິການເກີດ ແລະ ຈຸດປະສົງຂອງເຮົາ.
ແຕ່ທັງໝົດນີ້ ບໍ່ສາມາດປ່ຽນຄົນທີ່ເຮົາເປັນຢູ່. ຄວາມສັກສິດຂັ້ນພື້ນຖານຂອງເຮົາຍັງຄົງມີຢູ່. ແລະ ໃນນາທີທີ່ເຮົາເລືອກປ່ຽນໃຈມາຫາພຣະຜູ້ຊ່ວຍໃຫ້ລອດທີ່ຮັກຂອງເຮົາ ແລະ ເດີນໄປໃນເສັ້ນທາງແຫ່ງການເປັນສານຸສິດ, ບາງສິ່ງທີ່ມະຫັດສະຈັນ ຈະເກີດຂຶ້ນ. ຄວາມຮັກຂອງພຣະເຈົ້າຈະມີຢູ່ໃນໃຈຂອງເຮົາ; ຄວາມສະຫວ່າງແຫ່ງຄວາມຈິງຈະເຕັມຢູ່ໃນຄວາມຄິດຂອງເຮົາ, ເຮົາຈະເລີ່ມຕົ້ນບໍ່ປາດຖະໜາທີ່ຈະເຮັດບາບ; ແລະ ເຮົາບໍ່ຢາກເດີນໄປໃນຄວາມມືດອີກຕໍ່ໄປ.13
ເຮົາຈະເຫັນວ່າ ການເຊື່ອຟັງບໍ່ໄດ້ເປັນການລົງໂທດ ແຕ່ເປັນເສັ້ນທາງປົດປ່ອຍໄປສູ່ຈຸດໝາຍປາຍທາງແຫ່ງສະຫວັນຂອງເຮົາ. ແລະ ເທື່ອລະເລັກເທື່ອລະນ້ອຍ, ຄວາມເສື່ອມຊາມ, ຄວາມບໍ່ສະອາດ, ແລະ ຂອບເຂດຂອງໂລກ ຈະເລີ່ມຕົ້ນຕົກຫລົ່ນໄປ. ໃນທີ່ສຸດ, ວິນຍານນິລັນດອນອັນລ້ຳຄ່າ ຂອງການເປັນພຣະເຈົ້າທີ່ມີຢູ່ໃນຕົວເຮົາ ຈະຖືກເປີດເຜີຍ, ແລະ ແຫລ່ງແຫ່ງຄວາມດີງາມທີ່ຮຸ່ງເຫລື້ອມ ຈະກາຍເປັນທຳມະຊາດຂອງເຮົາ.
ທ່ານມີຄ່າຄວນສຳລັບການຊ່ວຍກູ້
ອ້າຍເອື້ອຍນ້ອງ ແລະ ໝູ່ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າເຫັນເຮົາ ດັ່ງທີ່ເຮົາເປັນຢູ່ແທ້ໆ—ແລະ ພຣະອົງເຫັນວ່າ ເຮົາມີຄ່າຄວນສຳລັບການຊ່ວຍກູ້.
ທ່ານອາດຮູ້ສຶກວ່າ ຊີວິດຂອງທ່ານພັງທະລາຍໄປແລ້ວ. ທ່ານອາດໄດ້ເຮັດບາບ. ທ່ານອາດຢ້ານກົວ, ໃຈຮ້າຍ, ໂສກເສົ້າ, ຫລື ຖືກສຽບແທງດ້ວຍຄວາມສົງໄສ. ແຕ່ເຊັ່ນດຽວກັບພຣະຜູ້ລ້ຽງທີ່ດີ ໄດ້ພົບເຫັນແກະທີ່ເສຍຂອງພຣະອົງ, ຖ້າຫາກທ່ານຫັນຈິດໃຈມາຫາພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ແລ້ວພຣະອົງຈະພົບເຫັນທ່ານ.
ພຣະອົງຈະຊ່ວຍກູ້ທ່ານ.
ພຣະອົງຈະຍົກທ່ານໃສ່ບ່າຂອງພຣະອົງ.
ພຣະອົງຈະແບກທ່ານກັບບ້ານ.
ຖ້າຫາກມືຂອງມະນຸດສາມາດປ່ຽນສິ່ງທີ່ພັງທະລາຍ ໃຫ້ກາຍເປັນບ້ານແຫ່ງການນະມັດສະການໄດ້, ແລ້ວເຮົາກໍແນ່ໃຈໄດ້ ແລະ ໄວ້ວາງໃຈໄດ້ວ່າ ພຣະບິດາເທິງສະຫວັນທີ່ຮັກຂອງເຮົາ ສາມາດ ແລະ ຈະສ້ອມແຊມເຮົາຄືນໄດ້. ແຜນຂອງພຣະອົງ ແມ່ນທີ່ຈະສ້າງເຮົາ ໃຫ້ເປັນສິ່ງທີ່ເກີນກວ່າເຮົາເຄີຍເປັນ—ເກີນກວ່າເຮົາສາມາດວາດພາບໄດ້. ດ້ວຍສັດທາໃນແຕ່ລະບາດກ້າວ ໃນເສັ້ນທາງແຫ່ງການເປັນສານຸສິດ, ເຮົາຈະເຕີບໂຕຂຶ້ນໃນລັດສະໝີພາບແຫ່ງນິລັນດອນ ແລະ ໃນຄວາມຜາສຸກອັນເປັນນິດ ທີ່ເຮົາຖືກວາງແຜນໄວ້ທີ່ຈະໃຫ້ກາຍເປັນ.
ນີ້ຄືປະຈັກພະຍານ, ພອນ, ແລະ ຄຳອະທິຖານທີ່ຖ່ອມຕົວຂອງຂ້າພະເຈົ້າ ໃນພຣະນາມອັນສັກສິດຂອງພຣະອາຈານຂອງເຮົາ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.