“ຜູ້ໃດທີ່ຕ້ອນຮັບພວກເຂົາ, ຜູ້ນັ້ນກໍຕ້ອນຮັບເຮົາ”
ເດັກນ້ອຍໃນທຸກວັນນີ້ ພົບເຫັນຕົວເອງ ຢູ່ໃນໂຄງຮ່າງຂອງຄອບຄົວທີ່ແຕກຕ່າງກັນ ແລະ ຊັບຊ້ອນ. ເຮົາຕ້ອງເອື້ອມອອກໄປຫາຜູ້ທີ່ຮູ້ສຶກເປົ່າປ່ຽວດຽວດາຍ, ຖືກປະຖິ້ມ, ຫລື ຢູ່ນອກຮົ້ວ.
ພຣະເຈົ້າຮັກເດັກນ້ອຍ. ພຣະອົງຮັກເດັກນ້ອຍທຸກຄົນ. ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ, “ຈົ່ງປ່ອຍໃຫ້ເດັກນ້ອຍ … ມາຫາເຮົາ: ອານາຈັກສະຫວັນເປັນເໝືອນດັ່ງເດັກນ້ອຍເຫລົ່ານີ້ແຫລະ.”1
ເດັກນ້ອຍໃນທຸກວັນນີ້ ພົບເຫັນຕົວເອງ ຢູ່ໃນໂຄງຮ່າງຂອງຄອບຄົວທີ່ແຕກຕ່າງກັນ ແລະ ຊັບຊ້ອນ.
ຍົກຕົວຢ່າງ, ທຸກວັນນີ້, ມີເດັກນ້ອຍເປັນຈຳນວນສອງເທົ່າ ອາໄສຢູ່ໃນສະຫະລັດ ທີ່ອາໄສຢູ່ກັບພໍ່ ຫລື ແມ່ ຊຶ່ງມີຈຳນວນຫລາຍກວ່າເມື່ອ 50 ປີ ກ່ອນ.2 ແລະ ກໍມີຫລາຍຄອບຄົວ ທີ່ບໍ່ເປັນນ້ຳໜຶ່ງໃຈດຽວກັນ ໃນຄວາມຮັກທີ່ມີຕໍ່ພຣະເຈົ້າ ແລະ ຄວາມເຕັມໃຈທີ່ຈະຮັກສາພຣະບັນຍັດຂອງພຣະອົງ.
ໃນຄວາມສັບສົນເລື່ອງທາງວິນຍານທີ່ເພີ່ມທະວີຂຶ້ນນີ້, ພຣະກິດຕິຄຸນທີ່ຖືກຟື້ນຟູຄືນມາໃໝ່ ຈະສືບຕໍ່ຈັດຫາມາດຕະຖານ, ອຸດົມຄະຕິ, ແລະ ແບບແຜນຂອງພຣະຜູ້ເປັນເຈົ້າໃຫ້.
“ເດັກນ້ອຍມີສິດທີ່ຈະມາເກີດນຳພໍ່ແມ່ທີ່ແຕ່ງງານກັນ, ແລະ ທີ່ຈະໄດ້ຮັບການລ້ຽງດູຈາກພໍ່ແມ່ຜູ້ນັບຖືຄຳໝັ້ນສັນຍາທີ່ໄດ້ກະທຳໄວ້ຕໍ່ກັນ ແລະ ຊື່ສັດບໍລິສຸດຕໍ່ກັນ. …
“ສາມີ ແລະ ພັນລະຍາມີໜ້າທີ່ຮັບຜິດຊອບທີ່ຈະຮັກແພງເອົາກັນ ແລະ ຮັກແພງລູກໆຂອງຕົນ. … ພໍ່ແມ່ມີໜ້າທີ່ອັນສັກສິດທີ່ຈະລ້ຽງດູລູກໆຂອງຕົນດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ, ທີ່ຈະຈັດຫາສິ່ງຈຳເປັນທາງກາຍ ແລະ ທາງວິນຍານໃຫ້ເຂົາເຈົ້າ, ທີ່ຈະສອນເຂົາເຈົ້າໃຫ້ຮັກ ແລະ ຮັບໃຊ້ຊຶ່ງກັນແລະກັນ, ທີ່ຈະເຊື່ອຟັງພຣະບັນຍັດຂອງພຣະເຈົ້າ.”3
ພວກເຮົາກໍຮັບຮູ້ພໍ່ແມ່ທີ່ດີຫລາຍຄົນ ຕະຫລອດທົ່ວໂລກ, ຂອງທຸກສາດສະໜາ, ຜູ້ດູແລລູກໆດ້ວຍຄວາມຮັກ. ແລະ ດ້ວຍຄວາມກະຕັນຍູ ພວກເຮົາກໍຮັບຮູ້ເດັກນ້ອຍ ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍອີກ ຜູ້ໄດ້ຮັບການດູແລຈາກພໍ່ແມ່ ຜູ້ມີຄວາມເຫລື້ອມໃສໃນພຣະຜູ້ຊ່ວຍໃຫ້ລອດ, ຜູ້ໄດ້ຜະນຶກເຂົ້າກັນ ດ້ວຍສິດອຳນາດຂອງຖານະປະໂລຫິດ, ແລະ ຜູ້ກຳລັງສອນຄອບຄົວ ໃຫ້ຮັກ ແລະ ໄວ້ວາງໃຈພຣະບິດາເທິງສະຫວັນຂອງເຂົາເຈົ້າ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.
ການອ້ອນວອນສຳລັບຊາວໜຸ່ມ
ແຕ່ການອ້ອນວອນຂອງຂ້າພະເຈົ້າໃນມື້ນີ້ ແມ່ນສຳລັບເດັກນ້ອຍ, ຊາວໜຸ່ມ, ແລະ ຜູ້ໃຫຍ່ໂສດ ຫລາຍຮ້ອຍພັນຄົນ, ຜູ້ບໍ່ໄດ້ມາຈາກຄອບຄົວ ທີ່ເອີ້ນກັນວ່າ, ຄອບຄົວ “ທີ່ສົມບູນແບບ”. ຂ້າພະເຈົ້າບໍ່ພຽງແຕ່ກ່າວກັບຊາວໜຸ່ມ ຜູ້ເຄີຍເຫັນການຕາຍ, ການຢ່າຮ້າງ, ຫລື ການໝົດສັດທາ ຂອງພໍ່ແມ່ຂອງເຂົາເຈົ້າ ເທົ່ານັ້ນ, ແຕ່ກ່າວກັບຊາຍໜຸ່ມ ແລະ ຍິງໜຸ່ມ ຈາກຕະຫລອດທົ່ວໂລກນຳອີກ ຜູ້ທີ່ຮັບເອົາພຣະກິດຕິຄຸນ ປາດສະຈາກພໍ່ແມ່ ທີ່ໄປໂບດກັບເຂົາ.4
ໄພ່ພົນຍຸກສຸດທ້າຍຜູ້ໜຸ່ມນ້ອຍເຫລົ່ານີ້ ໄດ້ເຂົ້າມາສູ່ສາດສະໜາຈັກ ດ້ວຍສັດທາອັນແຮງກ້າ. ເຂົາເຈົ້າຫວັງທີ່ຈະສ້າງຄອບຄົວໃນອຸດົມຄະຕິ ຂອງເຂົາເຈົ້າເອງ ໃນອະນາຄົດ.5 ເມື່ອເວລາຜ່ານໄປ, ເຂົາເຈົ້າຈະກາຍເປັນພາກສ່ວນທີ່ສຳຄັນ ໃນພະລັງຂອງຜູ້ສອນສາດສະໜາຂອງເຮົາ, ເປັນຜູ້ໃຫຍ່ໂສດທີ່ຊອບທຳ, ແລະ ເປັນຜູ້ໜຶ່ງທີ່ຄຸເຂົ່າລົງທີ່ແທ່ນບູຊາ ເມື່ອເລີ່ມຕົ້ນສ້າງຄອບຄົວຂອງຕົນເອງ.
ຄວາມຮູ້ສຶກໄວ
ພວກເຮົາຈະສືບຕໍ່ສິດສອນແບບແຜນຂອງພຣະຜູ້ເປັນເຈົ້າ ໃຫ້ແກ່ຄອບຄົວ, ແຕ່ບັດນີ້ ໂດຍທີ່ມີສະມາຊິກສິບກວ່າລ້ານຄົນ, ແລະ ໂດຍຄວາມແຕກຕ່າງຂອງເດັກນ້ອຍໃນສາດສະໜາຈັກ, ພວກເຮົາຈຶ່ງຈຳເປັນຕ້ອງ ຮູ້ຈັກໃຈ ແລະ ມີຄວາມຮູ້ສຶກໄວ ຫລາຍກວ່າເກົ່າ. ວັດທະນະທຳ ແລະ ພາສາປາກເວົ້າຂອງສາດສະໜາຈັກຂອງເຮົາ ກໍແຕກຕ່າງກັນຫລາຍ. ເດັກນ້ອຍໃນຊັ້ນປະຖົມໄວ ຈະບໍ່ເຊົາຮ້ອງເພງທີ່ວ່າ “ຄອບຄົວສາມາດຢູ່ນຳກັນຕະຫລອດການ,”6 ແຕ່ເມື່ອເຂົາຮ້ອງເພງ, “ເຮົາດີໃຈທີ່ພໍ່ກັບມາບ້ານ”7 ຫລື “ມີພໍ່ແມ່ນຳພາເສັ້ນທາງ,”8 ບໍ່ແມ່ນ ເດັກນ້ອຍທຸກຄົນ ທີ່ຈະຮ້ອງກ່ຽວກັບຄອບຄົວຂອງຕົນເອງ.
ເພື່ອນຄົນໜຶ່ງຂອງພວກເຮົາຊື່ ເບຕີ ໄດ້ແບ່ງປັນປະສົບການທີ່ນາງມີຢູ່ໂບດ ຕອນນາງມີອາຍຸໄດ້ 10 ປີ. ນາງໄດ້ເວົ້າວ່າ: “ນາຍຄູຂອງພວກເຮົາ ໄດ້ສອນບົດຮຽນ ເລື່ອງການແຕ່ງງານໃນພຣະວິຫານ. ເພິ່ນໄດ້ຖາມຂ້ານ້ອຍວ່າ, ‘ເບຕີ, ພໍ່ແມ່ຂອງເຈົ້າ ບໍ່ໄດ້ແຕ່ງງານກັນຢູ່ໃນພຣະວິຫານ, ແມ່ນບໍ?’ [ນາຍຄູ ແລະ ທຸກຄົນຢູ່ໃນຫ້ອງ] ຮູ້ຄຳຕອບ.” ບົດຮຽນຂອງນາຍຄູໄດ້ຕິດຕາມຄຳຖາມນັ້ນ, ແລະ ເບຕີ ຮູ້ສຶກສິ້ນຫວັງກັບຄອບຄົວ. ເບຕີ ໄດ້ກ່າວວ່າ, “ຫລາຍຄືນທີ່ຂ້ານ້ອຍໄດ້ນອນຫລັບດ້ວຍນ້ຳຕາ. ເມື່ອຂ້ານ້ອຍເປັນໂຣກຫົວໃຈ ສອງປີຈາກນັ້ນ ແລະ ຄິດວ່າ ຂ້ານ້ອຍຊິຕາຍ, ຂ້ານ້ອຍກໍຢ້ານກົວ, ຄິດວ່າ ຂ້ານ້ອຍຊິໄດ້ຢູ່ຄົນດຽວຕະຫລອດການ.”
ເພື່ອນຂອງຂ້າພະເຈົ້າຊື່ ເລອິຟ ໄດ້ໄປໂບດຄົນດຽວ. ເທື່ອໜຶ່ງ, ຕອນຢູ່ຊັ້ນປະຖົມໄວ, ລາວໄດ້ຖືກຂໍໃຫ້ກ່າວຄຳປາໄສສັ້ນໆ. ລາວບໍ່ມີແມ່ ຫລື ພໍ່ ຢູ່ໂບດນຳ ເພື່ອຢືນຄຽງຂ້າງ ແລະ ຊ່ວຍລາວກ່າວ ຕອນລາວລືມຄຳເວົ້າ. ເລອິຟ ມີຄວາມຢ້ານກົວຫລາຍ. ລາວບໍ່ຢາກອັບອາຍອີກ, ກໍເລີຍເຊົາໄປໂບດ ເປັນເວລາຫລາຍເດືອນ.
“ພຣະເຢຊູໄດ້ເອີ້ນເອົາເດັກນ້ອຍຄົນໜຶ່ງມາຢືນຢູ່ທ່າມກາງພວກເພິ່ນ …
“ແລະ [ໄດ້ກ່າວວ່າ] ຜູ້ໃດທີ່ຕ້ອນຮັບເດັກນ້ອຍຜູ້ໜຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ.”9
ໃຈທີ່ເຊື່ອ ແລະ ຂອງປະທານທາງວິນຍານ
ເດັກນ້ອຍເຫລົ່ານີ້ ແລະ ຊາວໜຸ່ມ ໄດ້ຮັບພອນ ດ້ວຍໃຈທີ່ເຊື່ອ ແລະ ດ້ວຍຂອງປະທານທາງວິນຍານ. ທ້າວ ເລອິຟ ໄດ້ບອກຂ້າພະເຈົ້າວ່າ, “ຂ້ານ້ອຍຮູ້ຢູ່ໃນໃຈວ່າ ພຣະເຈົ້າເປັນພຣະບິດາຂອງຂ້ານ້ອຍ ແລະ ພຣະອົງຮູ້ຈັກຂ້ານ້ອຍ ແລະ ຮັກຂ້ານ້ອຍ.”
ເພື່ອນຂອງພວກເຮົາຊື່ ເວໂຣນິກ ໄດ້ກ່າວວ່າ, “ຕອນຂ້ານ້ອຍໄດ້ຮຽນຮູ້ເຖິງຫລັກທຳພຣະກິດຕິຄຸນ ແລະ ໄດ້ສຶກສາພຣະຄຳພີມໍມອນ, ຄືກັບວ່າ ຂ້ານ້ອຍຈື່ສິ່ງທີ່ຂ້ານ້ອຍເຄີຍຮູ້ຈັກມາກ່ອນ ແຕ່ຂ້ານ້ອຍໄດ້ລືມມັນໄປ.”
ເພື່ອນຂອງພວກເຮົາຊື່ ຊູລິກາ ມາຈາກເມືອງ ອາເລເກຕີ, ປະເທດ ບຣາຊິນ. ເຖິງແມ່ນວ່າ ຄອບຄົວຂອງນາງ ບໍ່ສົນໃຈເລື່ອງສາດສະໜາ, ຕອນນາງມີອາຍຸໄດ້ 12 ປີ, ແຕ່ນາງ ຊູລິກາ ໄດ້ເລີ່ມຕົ້ນອ່ານພຣະຄຣິສຕະທຳຄຳພີ ແລະ ໄດ້ໄປໂບດຢູ່ໃນເມືອງ, ສະແຫວງຫາທີ່ຈະຮູ້ຕື່ມອີກກ່ຽວກັບພຣະເຈົ້າ. ຫລັງຈາກໄດ້ຮັບອະນຸຍາດຈາກພໍ່ແມ່ແລ້ວ, ນາງໄດ້ຮຽນຈາກຜູ້ສອນສາດສະໜາ, ມີປະຈັກພະຍານ, ແລະ ໄດ້ຮັບບັບຕິສະມາ. ນາງ ຊູລິກາ ໄດ້ບອກຂ້າພະເຈົ້າວ່າ, “ໃນລະຫວ່າງບົດຮຽນ, ຜູ້ສອນສາດສະໜາໄດ້ເອົາຮູບພຣະວິຫານເຊົາເລັກ ໃຫ້ຂ້ານ້ອຍເບິ່ງ ແລະ ໄດ້ບອກເຖິງພິທີການຜະນຶກ. ຈາກເວລານັ້ນມາ, ຂ້ານ້ອຍໄດ້ຕັດສິນໃຈວ່າ ມື້ໜຶ່ງຂ້ານ້ອຍຈະເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ ແລະ ມີຄອບຄົວນິລັນດອນ.”
ເຖິງແມ່ນສະພາບການຂອງເດັກຄົນໜຶ່ງ ຢູ່ໃນໂລກນີ້ ບໍ່ໄດ້ຢູ່ໃນອຸດົມຄະຕິ ກໍຕາມ, ແຕ່ສາຍເລືອດຂອງເດັກຄົນນັ້ນ ແມ່ນສົມບູນແບບ, ເພາະຕາມເອກະລັກທີ່ແທ້ຈິງຂອງເຂົາແລ້ວ, ເຂົາເປັນບຸດ ແລະ ທິດາ ຂອງພຣະເຈົ້າ.
ປະທານທອມມັສ ແອັສ ມອນສັນ ໄດ້ກ່າວວ່າ: “ຈົ່ງຊ່ວຍລູກໆຂອງພຣະເຈົ້າ ໃຫ້ເຂົ້າໃຈເຖິງສິ່ງທີ່ຈິງແທ້ ແລະ ສຳຄັນໃນຊີວິດນີ້. ຈົ່ງຊ່ວຍເຂົາໃຫ້ພັດທະນາຄວາມເຂັ້ມແຂງ ທີ່ຈະເລືອກເສັ້ນທາງ ທີ່ຈະຮັກສາເຂົາໃຫ້ປອດໄພ ຢູ່ໃນເສັ້ນທາງ ທີ່ນຳໄປສູ່ຊີວິດນິລັນດອນ.”10 ຂໍໃຫ້ເຮົາຈົ່ງເປີດອ້ອມແຂນ ແລະ ເປີດໃຈ ໃຫ້ກວ້າງກວ່າເກົ່າ. ຊາວໜຸ່ມເຫລົ່ານີ້ ຕ້ອງການເວລາຂອງເຮົາ ແລະ ປະຈັກພະຍານຂອງເຮົາ.
ທ້າວ ແບຣນດັນ, ຜູ້ໄດ້ເຂົ້າຮ່ວມສາດສະໜາຈັກ ຢູ່ລັດ ໂຄໂລຣາໂດ ຕອນຢູ່ມັດທະຍົມ, ໄດ້ກ່າວກັບຂ້າພະເຈົ້າ ເຖິງຜູ້ຄົນທີ່ໄດ້ເອື້ອມອອກມາຫາລາວ ທັງກ່ອນ ແລະ ຫລັງຈາກ ລາວໄດ້ຮັບບັບຕິສະມາ. ລາວໄດ້ເວົ້າວ່າ, “ຂ້ານ້ອຍໄດ້ໄປເຮືອນຂອງຄອບຄົວທີ່ດຳລົງຊີວິດຕາມພຣະກິດຕິຄຸນ. ສິ່ງນີ້ໄດ້ສະແດງໃຫ້ຂ້ານ້ອຍເຫັນມາດຕະຖານ ທີ່ຂ້ານ້ອຍຮູ້ສຶກວ່າ ຂ້ານ້ອຍສາມາດມີໃຫ້ຄອບຄົວຂອງຂ້ານ້ອຍເອງໄດ້.”
ນາງ ເວໂຣນີກ, ຜູ້ໄດ້ເກີດຢູ່ປະເທດໂຮນລັງ, ໄດ້ເຂົ້າໂຮງຮຽນດຽວກັນກັບລູກສາວຂອງພວກເຮົາ ຊື່, ຄຣິສເຕັນ, ຕອນພວກເຮົາອາໄສຢູ່ປະເທດ ເຢຍລະມັນ. ນາງ ເວໂຣນີກ ໄດ້ເວົ້າວ່າ, “ນັກຮຽນທີ່ເປັນສະມາຊິກຂອງສາດສະໜາຈັກ ແຕກຕ່າງຈາກນັກຮຽນຄົນອື່ນໆ. ຂ້ານ້ອຍຮູ້ວ່າ ຄວາມແຕກຕ່າງນັ້ນ ມາຈາກສັດທາຂອງເຂົາເຈົ້າ ໃນພຣະເຢຊູຄຣິດ ແລະ ຈາກການດຳລົງຊີວິດຕາມຄຳສອນຂອງພຣະອົງ.”
ເພື່ອນຂອງຂ້າພະເຈົ້າຊື່ ແມັກ ໄດ້ຮັບບັບຕິສະມາ ຕອນລາວມີອາຍຸໄດ້ ແປດ ປີ. ພໍ່ຂອງລາວ ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ, ແລະ ທ້າວ ແມັກ ຈະໄປ ຫລື ບໍ່ໄປໂບດກໍໄດ້.
ຕອນເປັນໄວລຸ້ນ, ຫລັງຈາກບໍ່ໄດ້ໄປໂບດເປັນເວລາຫລາຍເດືອນ, ທ້າວ ແມັກ ຮູ້ສຶກວ່າ ລາວຄວນກັບໄປໂບດ, ແລະ ລາວໄດ້ຄືນໄປໂບດໃນວັນອາທິດມື້ໜຶ່ງ. ແຕ່ເມື່ອໄປເກືອບເຖິງປະຕູໂບດ, ລາວຮູ້ສຶກບໍ່ສະບາຍໃຈ.
ພໍດີ ອະທິການຄົນໃໝ່ກຳລັງຢືນຢູ່ທີ່ປະຕູ. ທ້າວ ແມັກ ບໍ່ຮູ້ວ່າເພິ່ນເປັນຜູ້ໃດ, ແລະ ລາວແນ່ໃຈວ່າ ອະທິການກໍບໍ່ຮູ້ຈັກວ່າ ລາວເປັນໃຜ. ເມື່ອ ທ້າວ ແມັກ ໄປເຖິງ, ອະທິການຕົກຕະລຶງ ແລະ ໄດ້ຢື້ມືອອກໄປໂອບກອດລາວ ແລະ ເວົ້າວ່າ, “ແມັກ, ຂ້ອຍດີໃຈຫລາຍແທ້ໆ ທີ່ເຫັນເຈົ້າ!”
“ເມື່ອເພິ່ນກ່າວຖ້ອຍຄຳນັ້ນ,” ທ້າວ ແມັກ ໄດ້ເວົ້າວ່າ, “ຄວາມຮູ້ສຶກອັນອົບອຸ່ນ ໄດ້ເຂົ້າມາສູ່ຂ້ານ້ອຍ ແລະ ຂ້ານ້ອຍຮູ້ວ່າ ຂ້ານ້ອຍໄດ້ເຮັດສິ່ງທີ່ຖືກຕ້ອງ.”11
ການຮູ້ຈັກຊື່ຂອງຜູ້ຄົນ ຈະສ້າງຄວາມແຕກຕ່າງ.
“ແລະ [ພຣະເຢຊູ] ໄດ້ສັ່ງໃຫ້ນຳເອົາເດັກນ້ອຍຂອງພວກເຂົາມາ [ຫາພຣະອົງ]. …
“ແລະ … ພຣະອົງໄດ້ເອົາ [ພວກເຂົາ], ມາເທື່ອລະຄົນ, ແລະ ອວຍພອນພວກເຂົາ, ແລະ ອະທິຖານຕໍ່ພຣະບິດາເພື່ອພວກເຂົາ.
“ແລະ ເມື່ອພຣະອົງໄດ້ເຮັດສິ່ງນີ້ແລ້ວ ພຣະອົງກໍກັນແສງ.”12
ຊາວໜຸ່ມທີ່ຍັງບໍ່ໄດ້ຮັບບັບຕິສະມາເທື່ອ
ຕາມຄຳຂໍຮ້ອງຂອງພໍ່ແມ່, ຊາວໜຸ່ມຫລາຍຄົນ ໄດ້ລໍຖ້າເປັນເວລາຫລາຍປີ ກ່ອນເຂົາເຈົ້າໄດ້ຮັບບັບຕິສະມາ.
ພໍ່ແມ່ຂອງນາງ ເອມະລີ ໄດ້ຢ່າຮ້າງກັນ ຕອນນາງຍັງນ້ອຍ, ແລະ ນາງບໍ່ໄດ້ຮັບອະນຸຍາດໃຫ້ຮັບບັບຕິສະມາ ຈົນກວ່ານາງມີອາຍຸໄດ້ 15 ປີ. ນາງ ເອມະລີ ໄດ້ກ່າວດ້ວຍຄວາມເບີກບານ ເຖິງຜູ້ນຳກຸ່ມຍິງໜຸ່ມ ທີ່ໄດ້ “ເອື້ອມອອກໄປສະເໝີ ເພື່ອຊ່ວຍເພີ່ມຄວາມເຂັ້ມແຂງໃຫ້ແກ່ປະຈັກພະຍານຂອງນາງ.”13
ທ້າວ ໂຄຕັນ ແລະ ທ້າວ ພະແຣສະຕັນ ເປັນໄວລຸ້ນ ຜູ້ອາໄສຢູ່ລັດຢູທາ. ພໍ່ແມ່ຂອງເຂົາເຈົ້າຢ່າຮ້າງກັນ, ແລະ ເຂົາເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ຮັບບັບຕິສະມາ. ເຖິງແມ່ນວ່າ ເຂົາເຈົ້າບໍ່ສາມາດຢາຍສິນລະລຶກ, ແຕ່ເຂົາເຈົ້າໄດ້ເອົາເຂົ້າຈີ່ມາໂບດທຸກອາທິດ. ແລະ ເຖິງແມ່ນວ່າເຂົາເຈົ້າບໍ່ສາມາດໄປພຣະວິຫານເພື່ອຮັບບັບຕິສະມາແທນຄົນຕາຍ ກັບເພື່ອນຊາວໜຸ່ມດ້ວຍກັນ, ແຕ່ຊາຍໜຸ່ມສອງຄົນນີ້ ໄດ້ຊອກຫາລາຍຊື່ຂອງຍາດພີ່ນ້ອງ ຢູ່ໃນສູນສືບປະຫວັດຄອບຄົວ ທີ່ຢູ່ໃກ້ບ້ານ. ອິດທິພົນທີ່ດີທີ່ສຸດ ທີ່ຈະຊ່ວຍຊາວໜຸ່ມຂອງເຮົາ ໃຫ້ຮູ້ສຶກອົບອຸ່ນ ແມ່ນຊາວໜຸ່ມຜູ້ຊອບທຳຄົນອື່ນໆ.
ແອວເດີ ໂຈເຊັບ ເສັງກູບາ
ຂ້າພະເຈົ້າຂໍປິດດ້ວຍຕົວຢ່າງຂອງເພື່ອນໃໝ່ຄົນໜຶ່ງ, ເປັນຄົນທີ່ພວກເຮົາຫາກໍຮູ້ຈັກ ສອງສາມອາທິດຜ່ານມານີ້ ຕອນພວກເຮົາໄດ້ໄປຢ້ຽມຢາມເຂດເຜີຍແຜ່ ຊຳເບຍ ລູຊາກາ.
ແອວເດີ ໂຈເຊັບ ເສັງກູບາ ມາຈາກປະເທດ ຢູການດາ. ພໍ່ຂອງລາວໄດ້ຕາຍໄປ ຕອນລາວມີອາຍຸໄດ້ເຈັດ ປີ. ຕອນເກົ້າປີ, ໂດຍທີ່ແມ່ ແລະ ພີ່ນ້ອງບໍ່ສາມາດລ້ຽງດູລາວ, ລາວຈຶ່ງໄດ້ຫາລ້ຽງຕົນເອງ. ຕອນ 12 ປີ, ລາວໄດ້ພົບກັບຜູ້ສອນສາດສະໜາ ແລະ ໄດ້ຮັບບັບຕິສະມາ.
ທ້າວ ໂຈເຊັບ ໄດ້ບອກຂ້າພະເຈົ້າ ເຖິງມື້ທຳອິດທີ່ລາວໄດ້ໄປໂບດ ດັ່ງນີ້: “ຫລັງຈາກກອງປະຊຸມສິນລະລຶກ, ຂ້້ານ້ອຍຄິດວ່າ ມັນເຖິງເວລາກັບບ້ານ, ແຕ່ຜູ້ສອນສາດສະໜາໄດ້ແນະນຳຂ້ານ້ອຍໃຫ້ຮູ້ຈັກກັບ ທ້າວ ໂຈຊູວາ ວາລູຊິມບີ. ທ້າວ ໂຈຊູວາ ໄດ້ບອກຂ້ານ້ອຍວ່າ ລາວຈະເປັນເພື່ອນຂອງຂ້ານ້ອຍ, ແລະ ລາວໄດ້ຍື່ນ ປຶ້ມເພງຂອງເດັກນ້ອຍໃຫ້ຂ້ານ້ອຍ ເພື່ອວ່າຂ້ານ້ອຍຈະບໍ່ໄດ້ໄປຫ້ອງຮຽນຊັ້ນປະຖົມໄວ ໂດຍມືເປົ່າ. ໃນຊັ້ນປະຖົມໄວ, ທ້າວ ໂຈຊູວາ ໄດ້ເອົາຕັ່ງໜ່ວຍໜຶ່ງມາວາງຢູ່ຂ້າງລາວ. ປະທານຂອງຊັ້ນປະຖົມໄວ ໄດ້ເຊື້ອເຊີນຂ້ານ້ອຍໄປຢືນຢູ່ໜ້າຫ້ອງ, ແລະ ໄດ້ໃຫ້ທຸກຄົນຮ້ອງເພງ ຕ້ອນຮັບຂ້ານ້ອຍ ຊື່ວ່າ: ‘ເຮົາເປັນລູກຂອງພຣະເຈົ້າ.’ ຂ້ານ້ອຍຮູ້ສຶກພິເສດຫລາຍ.”
ປະທານສາຂາໄດ້ພາ ທ້າວ ໂຈເຊັບ ໄປຫາຄອບຄົວ ປີແອ ມັນໂກຊາ, ແລະ ລາວໄດ້ອາໄສຢູ່ກັບເຂົາເຈົ້າ ເປັນເວລາສີ່ປີ.
ແປດປີຈາກນັ້ນ ຕອນແອວເດີ ໂຈເຊັບ ເສັງກູບາ ໄດ້ເຂົ້າເປັນຜູ້ສອນສາດສະໜາ, ແລະ ລາວຕົກຕະລຶງ ເມື່ອຮູ້ວ່າ ຜູ້ເຝິກລາວແມ່ນ ແອວເດີ ໂຈຊູວາ ວາລູຊິມບີ, ເດັກນ້ອຍ ຜູ້ທີ່ຊ່ວຍລາວ ໃຫ້ຮູ້ສຶກອົບອຸ່ນ ໃນມື້ທຳອິດ ຢູ່ຊັ້ນປະຖົມໄວ. ແລ້ວແມ່ນໃຜທີ່ເປັນປະທານເຜີຍແຜ່ຂອງລາວ? ເພິ່ນຄືປະທານ ເລອິຟ ເອຣິກສັນ, ເດັກນ້ອຍຜູ້ຊາຍທີ່ເຊົາໄປໂບດຫລາຍເດືອນ ເພາະບໍ່ກ້າກ່າວຄຳປາໄສ. ພຣະເຈົ້າຮັກລູກໆຂອງພຣະອົງທຸກຄົນ.
ພວກເດັກນ້ອຍພາກັນແລ່ນເຂົ້າມາ
ຕອນ ແຄຕີ້ ພັນລະຍາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າ ໄປ ອາຟຣິກາ ສອງສາມອາທິດຜ່ານມານີ້, ພວກເຮົາໄດ້ໄປຢ້ຽມຢາມ ເມືອງ ມຸບຈີ-ມາຢີ, ປະຊາທິປະໄຕ ຄອງໂກ. ເພາະອາຄານບໍ່ໃຫຍ່ໂຕພໍສຳລັບ 2,000 ຄົນ, ພວກເຮົາຈຶ່ງໄດ້ຈັດກອງປະຊຸມຢູ່ຂ້າງນອກ ໂດຍການໃຊ້ລຳໄມ້ໄຜ່ເປັນເສົາຫລັກ ແລະ ມຸງດ້ວຍຜ້າຢາງ. ເມື່ອກອງປະຊຸມເລີ່ມຕົ້ນ, ພວກເຮົາໄດ້ເຫັນເດັກນ້ອຍຈຳນວນສິບກວ່າຄົນ ພາກັນມາຢືນຈ່ອງຮົ້ວຢູ່ຂ້າງນອກ ເບິ່ງພວກເຮົາຢູ່. ແຄຕີ້ ໄດ້ເວົ້າຄ່ອຍໆວ່າ, “ອ້າຍນຽວ, ອ້າຍບໍ່ຢາກເຊື້ອເຊີນພວກເດັກນ້ອຍເຫລົ່ານັ້ນ ເຂົ້າມາບໍ?” ຂ້າພະເຈົ້າໄດ້ຍ່າງໄປຫາປະທານທ້ອງຖິ່ນ ຊື່ ຄາລົນຈີ ທີ່ແທ່ນປາໄສ ແລະ ຂໍໃຫ້ເພິ່ນ ເຊື້ອເຊີນພວກເດັກນ້ອຍເຫລົ່ານັ້ນ ເຂົ້າມາຮ່ວມກັບພວກເຮົາຢູ່ຂ້າງໃນ.
ຕໍ່ຄວາມແປກໃຈຂອງພວກເຮົາ, ທັນທີທີ່ ປະທານ ຄາລົນຈີ ໄດ້ກ່າວເຊື້ອເຊີນ, ພວກເຂົາໄດ້ແລ່ນເຂົ້າມາຢ່າງໄວ—ຫລາຍກວ່າ 50 ຄົນ, ບາງເທື່ອເກືອບເຖິງ 100 ຄົນ—ບາງຄົນນຸ່ງເຄື່ອງຂາດສ້ອຍ ແລະ ຕີນເປົ່າ, ແຕ່ດ້ວຍຮອຍຍິ້ມ ແລະ ດ້ວຍໃບໜ້າທີ່ຕື່ນເຕັ້ນ.
ຂ້າພະເຈົ້າໄດ້ມີຄວາມປະທັບໃຈຫລາຍກັບປະສົບການນັ້ນ ແລະ ໄດ້ເຫັນເຖິງຄວາມຕ້ອງການຂອງເຮົາ ທີ່ຈະເອື້ອມອອກໄປຫາຊາວໜຸ່ມ ຜູ້ຮູ້ສຶກເປົ່າປ່ຽວດຽວດາຍ, ຖືກປະຖິ້ມ, ຫລື ຢູ່ນອກຮົ້ວ. ຂໍໃຫ້ເຮົາຈົ່ງຄິດກ່ຽວກັບເຂົາເຈົ້າ, ຕ້ອນຮັບ, ໂອບກອດ, ແລະ ເຮັດທຸກສິ່ງທີ່ເຮົາສາມາດເຮັດໄດ້ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ຄວາມຮັກຂອງເຂົາເຈົ້າ ທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ. ພຣະເຢຊູໄດ້ກ່າວວ່າ, “ຜູ້ໃດທີ່ຕ້ອນຮັບເດັກນ້ອຍຜູ້ໜຶ່ງຢ່າງນີ້ໄວ້ … ຜູ້ນັ້ນກໍຕ້ອນຮັບເຮົາ.”14 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.