ແບບແຜນສຳລັບຄວາມສະຫງົບສຸກ
ຄວາມສະຫງົບສຸກທີ່ເຮົາສະແຫວງຫາ ຮຽກຮ້ອງໃຫ້ເຮົາປະຕິບັດ—ໂດຍການຮຽນຮູ້ຈາກພຣະເຢຊູຄຣິດ, ໂດຍການຮັບຟັງພຣະຄຳຂອງພຣະອົງ, ແລະ ໂດຍການເດີນໄປກັບພຣະອົງ.
ເມື່ອສອງສາມປີກ່ອນ, ລູກສາວ ແລະ ລູກເຂີຍຂອງພວກຂ້າພະເຈົ້າ ໄດ້ຖືກຂໍໃຫ້ເປັນຄູສອນນຳກັນ ຢູ່ຫ້ອງຮຽນຊັ້ນປະຖົມໄວ ເພື່ອສອນເດັກນ້ອຍຜູ້ຊາຍອາຍຸສີ່ປີ ທີ່ຂີ້ດື້ຫ້າຄົນ. ລູກສາວຂອງພວກຂ້າພະເຈົ້າໄດ້ຖືກແຕ່ງຕັ້ງໃຫ້ເປັນຄູສອນ ສ່ວນລູກເຂີຍ ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ຄວບຄຸມນັກຮຽນ, ພະຍາຍາມເຮັດໃຫ້ດີທີ່ສຸດ ເພື່ອໃຫ້ມີຄວາມມິດງຽບ, ຜ່ອນຄວາມວຸ້ນວາຍໃນຫ້ອງ, ເພື່ອຈະໄດ້ສອນຫລັກທຳພຣະກິດຕິຄຸນໃຫ້ແກ່ເດັກນ້ອຍ.
ໃນລະຫວ່າງທີ່ພະຍາຍາມສອນ, ແລະ ຫລັງຈາກໄດ້ຕັກເຕືອນເດັກນ້ອຍຫລາຍເທື່ອ, ລູກເຂີຍຂອງພວກຂ້າພະເຈົ້າ ໄດ້ພາທ້າວນ້ອຍຄົນໜຶ່ງອອກໄປຈາກຫ້ອງຮຽນ. ເມື່ອຢູ່ນອກຫ້ອງ, ແລະ ກຳລັງຈະເວົ້າລົມກັບທ້າວນ້ອຍນັ້ນ ກ່ຽວກັບການປະພຶດຂອງລາວ ແລະ ຕ້ອງໄປຊອກຫາພໍ່ແມ່ຂອງລາວ, ທ້າວນ້ອຍນັ້ນໄດ້ຢຸດລູກເຂີຍຂອງພວກຂ້າພະເຈົ້າ ກ່ອນລາວໄດ້ເວົ້າຫຍັງອອກມາ. ທ້າວນ້ອຍໄດ້ຍົກມືສອງຂ້າງຂຶ້ນ ແລະ ເວົ້າອອກມາ ດ້ວຍຄວາມຍາກໃຈວ່າ, “ບາງເທື່ອ—ບາງເທື່ອ—ມັນຍາກຫລາຍສຳລັບຂ້ານ້ອຍ ທີ່ຈະຄິດກ່ຽວກັບພຣະເຢຊູ!
ໃນການເດີນທາງຂອງເຮົາຢູ່ໃນຊ່ວງມະຕະນີ້, ເຖິງແມ່ນຈຸດໝາຍປາຍທາງຂອງເຮົາ ຈະຮຸ່ງເຫລື້ອມປານໃດກໍຕາມ ແລະ ເຖິງແມ່ນການເດີນທາງ ອາດລ່າເລີງຫລາຍປານໃດກໍຕາມ, ແຕ່ເຮົາຍັງຕ້ອງປະເຊີນກັບການທົດລອງ ແລະ ຄວາມໂສກເສົ້າ ຢູ່ໃນເສັ້ນທາງ. ແອວເດີ ໂຈເຊັບ ບີ ເວີດລິນ ໄດ້ສອນວ່າ: “ໃນທີ່ສຸດລູກສອນແຫ່ງຄວາມໂສກເສົ້າ ມາທາງເຮົາແຕ່ລະຄົນ. ອາດເປັນເວລາໃດເວລາໜຶ່ງ, ທີ່ເຮົາແຕ່ລະຄົນຕ້ອງປະເຊີນກັບຄວາມໂສກເສົ້າ. ບໍ່ມີໃຜຖືກຍົກເວັ້ນ.”1 ພຣະຜູ້ເປັນເຈົ້າ ໃນຄວາມສະຫລຽວສະຫລາດຂອງພຣະອົງ, ບໍ່ໄດ້ປ້ອງກັນຄົນໃດໄວ້ ຈາກຄວາມໂສກເສົ້າ ແລະ ຄວາມເສົ້າໃຈ.”2 ເຖິງຢ່າງໃດກໍຕາມ, ຄວາມສາມາດຂອງເຮົາທີ່ຈະເດີນໄປໃນເສັ້ນທາງນີ້ ໃນຄວາມສະຫງົບສຸກ, ສ່ວນໃຫຍ່ຈະຂຶ້ນກັບວ່າ ມັນຍາກສຳລັບເຮົາ ທີ່ຈະຄິດກ່ຽວກັບພຣະເຢຊູຫລືບໍ່.
ຄວາມສະຫງົບໃນຄວາມຄິດ, ຄວາມສະຫງົບໃນຄວາມສຳນຶກ, ແລະ ຄວາມສະຫງົບໃນໃຈ ບໍ່ໄດ້ຂຶ້ນກັບ ການທີ່ເຮົາສາມາດຫລີກລ້ຽງຈາກການທົດລອງ, ຄວາມໂສກເສົ້າ, ຫລື ບັນຫາ. ເຖິງແມ່ນເຮົາໄດ້ອ້ອນວອນຢ່າງຈິງໃຈ, ແຕ່ມໍລະສຸມທັງໝົດ ຈະບໍ່ປ່ຽນທິດທາງຂອງມັນທຸກຄັ້ງ, ແຕ່ຄວາມເຈັບປວດທັງໝົດ ຈະບໍ່ຫາຍດີທຸກເທື່ອ, ແລະ ເຮົາອາດບໍ່ເຂົ້າໃຈຄຳສອນ, ຫລັກທຳ, ຫລື ການປະຕິບັດທັງໝົດ ທີ່ຖືກສິດສອນໂດຍສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ. ເຖິງຢ່າງໃດກໍຕາມ, ເຮົາໄດ້ຖືກສັນຍາໄວ້ວ່າ ຈະໄດ້ຮັບຄວາມສະຫງົບສຸກ—ພ້ອມດ້ວຍເງື່ອນໄຂ.
ໃນພຣະທຳ ໂຢຮັນ, ພຣະຜູ້ຊ່ວຍໃຫ້ລອດ ໄດ້ສອນວ່າ ເຖິງແມ່ນຈະມີຄວາມຍາກລຳບາກໃນຊີວິດ, ເຮົາກໍຍັງຊື່ນໃຈໄດ້; ເຮົາສາມາດມີຄວາມຫວັງ, ແລະ ບໍ່ຈຳເປັນຕ້ອງຢ້ານ, ເພາະພຣະອົງໄດ້ປະກາດວ່າ, “ເພື່ອເຈົ້າຈະມີຄວາມສະຫງົບສຸກ ໃນເຮົາ.”3 ສັດທາໃນພຣະເຢຊູຄຣິດ ແລະ ໃນການເສຍສະລະຊົດໃຊ້ຂອງພຣະອົງ ເປັນຫລັກທຳຂໍ້ທຳອິດຂອງພຣະກິດຕິຄຸນ ແລະ ເປັນຮາກຖານຕະຫລອດໄປ ຊຶ່ງເທິງນັ້ນ ເຮົາສາມາດສ້າງຄວາມຫວັງຂອງເຮົາ ສຳລັບສັນຕິສຸກຢູ່ໃນໂລກນີ້ ແລະ ໃນຊີວິດນິລັນດອນ ຢູ່ໃນໂລກທີ່ຈະມາເຖິງ.4
ໃນການສະແຫວງຫາສັນຕິສຸກຂອງເຮົາ ໃນທ່າມກາງການທ້າທາຍໃນຊີວິດປະຈຳວັນ, ເຮົາໄດ້ຮັບແບບແຜນທີ່ງ່າຍໆ ເພື່ອໃຫ້ເຮົາເອົາໃຈໃສ່ຕໍ່ ພຣະຜູ້ຊ່ວຍໃຫ້ລອດ ຜູ້ໄດ້ບອກເຮົາ ໃຫ້ຮຽນຮູ້ຈາກພຣະອົງ ແລະ ຟັງຖ້ອຍຄຳຂອງພຣະອົງ; ໃຫ້ເດີນໄປໃນຄວາມອ່ອນໂຍນແຫ່ງພຣະວິນຍານຂອງພຣະອົງ, ແລະ ເຮົາຈະມີສັນຕິສຸກໃນພຣະອົງ. ພຣະອົງຄື ພຣະເຢຊູຄຣິດ.5
ຮຽນຮູ້, ຮັບຟັງ, ແລະ ເດີນໄປ—ສາມຂັ້ນຕອນ ດ້ວຍຄຳສັນຍາ.
ຂັ້ນຕອນທຳອິດ: “ຮຽນຮູ້ຈາກເຮົາ”
ໃນ ເອຊາຢາ ເຮົາອ່ານວ່າ, “ປະຊາຊົນຫລາຍຊົນຊາດຈະພາກັນກ່າວວ່າ, ໃຫ້ຂຶ້ນໄປຍັງເນີນພູຂອງພຣະຜູ້ເປັນເຈົ້າເດີ, ໄປຍັງພຣະວິຫານຂອງພຣະເຈົ້າແຫ່ງຢາໂຄບ; ພຣະອົງຈະສັ່ງສອນພວກເຮົາເຖິງສິ່ງທີ່ພຣະອົງຢາກໃຫ້ເຮັດ.”6
ໃນຈຳນວນພຣະວິຫານທີ່ນັບມື້ນັບມີຫລາຍຂຶ້ນ ຢູ່ໃນໂລກນີ້, ເຮົາຮຽນຮູ້ເຖິງພຣະເຢຊູຄຣິດ ແລະ ບົດບາດຂອງພຣະອົງ ໃນແຜນຂອງພຣະບິດາ ໃນຖານະເປັນພຣະຜູ້ສ້າງໂລກນີ້, ເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ແລະ ພຣະຜູ້ໄຖ່ຂອງເຮົາ, ແລະ ເປັນແຫລ່ງໃຫ້ຄວາມສະຫງົບສຸກແກ່ເຮົາ.
ປະທານທອມມັສ ແອັສ ມອນສັນ ໄດ້ສອນວ່າ: “ໂລກທີ່ເຮົາອາໄສຢູ່ນີ້ ມີການທ້າທາຍ ແລະ ມີຄວາມຫຍຸ້ງຍາກຫລາຍ. … ເມື່ອທ່ານ ແລະ ຂ້າພະເຈົ້າໄປບ້ານທີ່ສັກສິດຂອງພຣະເຈົ້າ, ເຮົາຈະຈື່ຈຳພັນທະສັນຍາ ທີ່ເຮົາໄດ້ເຮັດຢູ່ໃນນັ້ນ, ເຮົາຈະສາມາດອົດທົນກັບການທົດລອງທຸກຢ່າງໄດ້ ແລະ ເອົາຊະນະການລໍ້ລວງ ແຕ່ລະຄັ້ງໄດ້. ໃນສະຖານທີ່ສັກສິດນີ້ ເຮົາຈະພົບຄວາມສະຫງົບສຸກ.”7
ໃນຕອນໄປຮ່ວມປະຊຸມສະເຕກແຫ່ງໜຶ່ງ ເມື່ອສອງສາມປີກ່ອນ, ຕອນໄດ້ຮັບໃຊ້ຢູ່ອາເມຣິກາໃຕ້, ຂ້າພະເຈົ້າໄດ້ພົບກັບ ສາມີພັນລະຍາຄູ່ໜຶ່ງ ຜູ້ມີຄວາມໂສກເສົ້າຫລາຍ ເພາະການຕາຍຂອງລູກຊາຍທີ່ຫາກໍເກີດ.
ຂ້າພະເຈົ້າໄດ້ພົບກັບ ບຣາເດີ ຕູມີຣີ ຕອນໄດ້ສຳພາດລາວ ລະຫວ່າງມີກອງປະຊຸມສະເຕກນັ້ນ ຈຶ່ງໄດ້ຮູ້ຈັກເຖິງການສູນເສຍຂອງລາວ. ໃນຂະນະທີ່ພວກເຮົາເວົ້າລົມກັນ, ລາວໄດ້ບອກວ່າ ລາວບໍ່ພຽງໂສກເສົ້າຫລາຍກັບການຕາຍຂອງລູກຊາຍນ້ອຍຂອງລາວເທົ່ານັ້ນ, ແຕ່ລາວຍັງທຸກຮ້ອນໃຈຫລາຍ ຢ້ານບໍ່ໄດ້ເຫັນລູກຊາຍຂອງລາວອີກ. ລາວໄດ້ອະທິບາຍວ່າ ໂດຍທີ່ໄດ້ເປັນສະມາຊິກໃໝ່ຂອງສາດສະໜາຈັກ, ເຂົາເຈົ້າໄດ້ທ້ອນເງິນ ແລະ ໄດ້ໄປພຣະວິຫານເທື່ອໜຶ່ງ ກ່ອນພັນລະຍາໄດ້ຄອດລູກ, ບ່ອນທີ່ເຂົາເຈົ້າໄດ້ຜະນຶກເຂົ້າກັນ ແລະ ໄດ້ຜະນຶກເຂົ້າກັບລູກສາວສອງຄົນຂອງເຂົາເຈົ້າດ້ວຍ. ແລ້ວລາວໄດ້ບອກຕື່ມວ່າ ເຂົາເຈົ້າໄດ້ທ້ອນເງິນຕື່ມອີກ ເພື່ອຈະໄດ້ໄປພຣະວິຫານ, ແຕ່ຍັງບໍ່ສາມາດພາລູກຊາຍນ້ອຍຂອງລາວ ໄປພຣະວິຫານ ເພື່ອຜະນຶກເຂົ້າກັບລູກຊາຍນ້ອຍເທື່ອ.
ໂດຍທີ່ຮູ້ເຖິງຄວາມເຂົ້າໃຈຜິດຂອງລາວ, ຂ້າພະເຈົ້າຈຶ່ງໄດ້ອະທິບາຍວ່າ ລາວຈະໄດ້ເຫັນລູກຊາຍຂອງລາວອີກຢ່າງແນ່ນອນ, ຖ້າຫາກລາວຊື່ສັດຕໍ່ໄປ, ເພາະພິທີການຜະນຶກທີ່ໄດ້ຜູກມັດລາວ ກັບພັນລະຍາແລະ ລູກໆເຂົ້າກັນ ກໍສົມບູນແລ້ວ ສຳລັບລູກຊາຍຂອງລາວ, ຜູ້ທີ່ໄດ້ເກີດໃນພັນທະສັນຍາ.
ດ້ວຍຄວາມແປກໃຈ, ລາວໄດ້ຖາມວ່າ ເປັນແນວນັ້ນແທ້ໆບໍ, ແລະ ເມື່ອຂ້າພະເຈົ້າໄດ້ຢືນຢັນວ່າ ເປັນແນວນັ້ນແທ້ໆ, ລາວໄດ້ຂໍໃຫ້ຂ້າພະເຈົ້າ ເວົ້າລົມກັບພັນລະຍາຂອງລາວ ເພາະນາງໂສກເສົ້າທີ່ສຸດ ໃນໄລຍະສອງອາທິດ ທີ່ລູກຊາຍຂອງເຂົາເຈົ້າໄດ້ເສຍຊີວິດໄປນັ້ນ.
ບ່າຍຂອງວັນອາທິດ, ຫລັງຈາກກອງປະຊຸມ, ຂ້າພະເຈົ້າໄດ້ພົບກັບ ຊິດສະເຕີ ຕູມີຣີ ແລະ ໄດ້ອະທິບາຍຄຳສອນທີ່ດີເລີດນີ້ ໃຫ້ນາງຟັງຄືກັນ. ເຖິງແມ່ນຍັງມີຄວາມເຈັບປວດເພາະການສູນເສຍລູກໄປ, ແຕ່ເວລານີ້ ນາງມີຄວາມຫວັງແລ້ວ, ນາງໄດ້ຖາມດ້ວຍນ້ຳຕາວ່າ, “ຂ້ານ້ອຍຈະໄດ້ອູ້ມລູກຊາຍນ້ອຍໄວ້ໃນອ້ອມແຂນຂອງຂ້ານ້ອຍແທ້ໆບໍ. ລາວເປັນລູກຂອງຂ້ານ້ອຍຕະຫລອດການ ແທ້ໆບໍ?” ຂ້າພະເຈົ້າໄດ້ໃຫ້ນາງ ໝັ້ນໃຈໄດ້ວ່າ ຕາບໃດທີ່ນາງຍັງຮັກສາພັນທະສັນຍາຂອງນາງຢູ່, ອຳນາດແຫ່ງການຜະນຶກໃນພຣະວິຫານ, ຈະເປັນຜົນສັກສິດ ເພາະສິດອຳນາດຂອງພຣະເຢຊູຄຣິດ, ຈະອະນຸຍາດໃຫ້ນາງ ຢູ່ກັບລູກຊາຍຂອງນາງອີກ ແລະ ໂອບກອດລາວໄວ້ໃນອ້ອມແຂນ ໃນມື້ໜຶ່ງ.
ເຖິງແມ່ນ ຊິດສະເຕີ ຕູມີຣີ ມີຄວາມເຈັບປວດໃຈຫລາຍ ເພາະການຕາຍຂອງລູກຊາຍ, ແຕ່ນາງໄດ້ອອກຈາກຫ້ອງປະຊຸມໄປດ້ວຍນ້ຳຕາ ແຫ່ງຄວາມກະຕັນຍູ ແລະ ເຕັມໄປດ້ວຍຄວາມສະຫງົບສຸກ ເພາະພິທີການທີ່ສັກສິດ ຂອງພຣະວິຫານ, ຊຶ່ງເຮັດໃຫ້ເປັນໄປໄດ້ ໂດຍພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ.
ທຸກເທື່ອທີ່ເຮົາໄປພຣະວິຫານ—ທຸກສິ່ງທີ່ເຮົາໄດ້ຍິນ, ເຮັດ, ແລະ ກ່າວ; ໃນທຸກພິທີການ ທີ່ເຮົາມີສ່ວນຮ່ວມ; ແລະ ໃນພັນທະສັນຍາທີ່ເຮົາໄດ້ເຮັດ—ເຮົາຖືກຊີ້ໃຫ້ໄປຫາພຣະເຢຊູຄຣິດ. ເຮົາຮູ້ສຶກສະຫງົບສຸກ ເມື່ອເຮົາໄດ້ຍິນພຣະຄຳຂອງພຣະອົງ ແລະ ຮຽນຮູ້ຈາກແບບຢ່າງຂອງພຣະອົງ. ປະທານກໍດອນ ບີ ຮິງລີ ໄດ້ສອນວ່າ, “ຈົ່ງໄປບ້ານຂອງພຣະຜູ້ເປັນເຈົ້າ ແລະ ຢູ່ທີ່ນັ້ນ ທ່ານຈະຮູ້ສຶກເຖິງພຣະວິນຍານຂອງພຣະອົງ ແລະ ຈະໄດ້ສື່ສານກັບພຣະອົງ, ແລະ ທ່ານຈະຮູ້ຈັກຄວາມສະຫງົບສຸກນັ້ນ ທີ່ທ່ານບໍ່ສາມາດຮູ້ສຶກໄດ້ ຢູ່ບ່ອນອື່ນ.”8
ຂັ້ນຕອນທີສອງ: “ຟັງຖ້ອຍຄຳຂອງເຮົາ”
ໃນພຣະຄຳພີ Doctrine and Covenants ເຮົາອ່ານວ່າ, “ບໍ່ວ່າຈະເປັນດ້ວຍສຽງຂອງເຮົາເອງ ຫລື ໂດຍສຽງຂອງຜູ້ຮັບໃຊ້ຂອງເຮົາ, ມັນກໍເໝືອນກັນ.”9 ຈາກວັນເວລາຂອງອາດາມ ແລະ ລົງມາເຖິງວັນເວລາຂອງເຮົາ ຈົນເຖິງສາດສະດາໃນປະຈຸບັນ, ທ່ານທອມມັສ ສະເປັນເຊີ ມອນສັນ, ພຣະຜູ້ເປັນເຈົ້າໄດ້ກ່າວ ຜ່ານຕົວແທນທີ່ມີສິດອຳນາດຂອງພຣະອົງ. ຄົນທີ່ເລືອກຟັງ ແລະ ເຮັດຕາມພຣະຄຳຂອງພຣະຜູ້ເປັນເຈົ້າ, ດັ່ງທີ່ໄດ້ບອກກ່າວຜ່ານທາງສາດສະດາຂອງພຣະອົງ, ຈະພົບຄວາມປອດໄພ ແລະ ຄວາມສະຫງົບສຸກ.
ໃນພຣະຄຳພີມໍມອນ ເຮົາພົບເຫັນຫລາຍຕົວຢ່າງ ເຖິງຄວາມສຳຄັນຂອງການເຮັດຕາມຄຳແນະນຳຂອງສາດສະດາ ແລະ ເຖິງການສະໜັບສະໜູນສາດສະດາ, ຮ່ວມທັງບົດຮຽນຈາກພາບນິມິດຂອງລີໄຮ ກ່ຽວກັບຕົ້ນໄມ້ແຫ່ງຊີວິດ, ຢູ່ໃນ 1 ນີໄຟ ບົດທີ 8. ບໍ່ເຄີຍມີເວລາໃດ ທີ່ອາຄານກວ້າງຂວາງມີຜູ້ຄົນຢ່າງຫລວງຫລາຍເທົ່າກັບເວລານີ້ ຫລື ສຽງທີ່ດັງມາຈາກອາຄານນັ້ນ ແນະນຳຜູ້ຄົນໃຫ້ໄປທາງຜິດ ຫລາຍເທົ່າກັບເວລານີ້. ໃນນິມິດນີ້ ເຮົາອ່ານເຖິງຜູ້ຄົນສອງກຸ່ມ ແລະ ການຕອບຮັບຂອງເຂົາເຈົ້າ ທີ່ໄດ້ຮ້ອງອອກມາ ຈາກອາຄານແຫ່ງນັ້ນ.
ເລີ່ມຕົ້ນຈາກ ຂໍ້ທີ 26, ເຮົາອ່ານວ່າ:
“ແລະ ພໍ່ກວາດສາຍຕາໄປອ້ອມຮອບ, ແລະ ຈົ່ງເບິ່ງ, ຢູ່ຟາກແມ່ນ້ຳ, ມີອາຄານໃຫຍ່ ແລະ ກວ້າງຂວາງຫລັງໜຶ່ງ ແລະ ມັນຕັ້ງຢູ່ ຄືກັບວ່າ ມັນຢູ່ໃນອາກາດ, ສູງກວ່າແຜ່ນດິນໂລກ. …
“ແລະ ມັນເຕັມໄປດ້ວຍຄົນ, … ແລະ ພວກເຂົາຢູ່ໃນທ່າທາງເຍາະເຍີ້ຍ ແລະ ຊີ້ມືມາຫາຄົນຜູ້ທີ່ມາຮອດ ແລະ ກຳລັງຮັບສ່ວນໝາກໄມ້ນັ້ນຢູ່.
“ແລະ ຫລັງຈາກພວກເຂົາ ຊີມ ໝາກໄມ້ນັ້ນແລ້ວ ພວກເຂົາກໍມີຄວາມອັບອາຍ, ເພາະວ່າມີຜູ້ທີ່ກຳລັງເຍາະເຍີ້ຍພວກເຂົາຢູ່; ແລະ ພວກເຂົາກໍຕົກລົງໄປໃນທາງຕ້ອງຫ້າມ ແລະ ສູນຫາຍໄປ.”10
ໃນ ຂໍ້ທີ 33 ເຮົາອ່ານກ່ຽວກັບຜູ້ຄົນທີ່ຕອບຮັບອີກແບບໜຶ່ງ ກັບສຽງຫົວຂວັນ ແລະ ຄຳເຍາະເຍີ້ຍ ທີ່ພວກເຂົາໄດ້ຍິນຈາກອາຄານຫລັງນັ້ນ. ລີໄຮ ອະທິບາຍວ່າ ຜູ້ຄົນທີ່ຢູ່ໃນອາຄານ “ໄດ້ຊີ້ມືເຍາະເຍີ້ຍຂ້າພະເຈົ້າກັບຜູ້ທີ່ກຳລັງ ຮັບສ່ວນ ໝາກໄມ້ນັ້ນຢູ່; ແຕ່ພວກເຮົາບໍ່ໄດ້ຫົວຊາພວກເຂົາເລີຍ.”11
ຈຸດສຳຄັນລະຫວ່າງຄົນທີ່ອັບອາຍ, ໄດ້ຕົກໄປ, ແລະ ສູນຫາຍໄປ ກັບຄົນທີ່ບໍ່ໄດ້ຫົວຊາກັບຄຳເຍາະເຍີ້ຍ ຈາກອາຄານ ແລະ ຢືນຢູ່ກັບສາດສະດາ ມີຢູ່ໃນສອງສຳນວນນີ້: ທຳອິດ, “ຫລັງຈາກພວກເຂົາໄດ້ ຊີມ,” ແລະ ທີສອງ, “ຜູ້ທີ່ກຳລັງ ຮັບສ່ວນ.”
ກຸ່ມທຳອິດໄດ້ມາເຖິງຕົ້ນໄມ້ແລ້ວ, ໄດ້ຢືນຢູ່ທີ່ນັ້ນຊົ່ວໄລຍະໜຶ່ງ ຢູ່ກັບສາດສະດາ, ພຽງແຕ່ ຊີມ ໝາກໄມ້ເທົ່ານັ້ນ. ໂດຍທີ່ບໍ່ໄດ້ກິນໝາກໄມ້ຕໍ່ໄປ, ພວກເຂົາຈຶ່ງປ່ອຍໃຫ້ຖ້ອຍຄຳທີ່ໄດ້ຍິນຈາກອາຄານ ກະທົບກະເທືອນຈິດໃຈຂອງຕົນ, ແລ້ວດຶງພວກເຂົາໄປຈາກສາດສະດາ ແລະ ຕົກລົງໄປໃນທາງຕ້ອງຫ້າມ, ບ່ອນທີ່ພວກເຂົາໄດ້ສູນຫາຍໄປ.
ກົງກັນຂ້າມກັບຜູ້ຄົນທີ່ໄດ້ຊີມ ແລະ ສູນຫາຍໄປ, ແຕ່ຍັງມີຜູ້ຄົນທີ່ໄດ້ ຮັບສ່ວນ ໝາກໄມ້ຕໍ່ໄປ. ຜູ້ຄົນເຫລົ່ານັ້ນ ບໍ່ສົນໃຈກັບຄວາມສັບສົນວຸ້ນວາຍຈາກອາຄານ, ໄດ້ຢືນຢູ່ກັບສາດສະດາ, ແລະ ຊື່ນຊົມກັບຄວາມປອດໄພ ແລະ ຄວາມສະຫງົບສຸກ. ຄຳໝັ້ນສັນຍາຂອງເຮົາຕໍ່ພຣະຜູ້ເປັນເຈົ້າ ແລະ ຕໍ່ຜູ້ຮັບໃຊ້ຂອງພຣະອົງ ບໍ່ສາມາດເປັນຄຳໝັ້ນສັນຍາເຄິ່ງດຽວ. ຖ້າເປັນແນວນັ້ນ, ເຮົາຈະປ່ອຍໂອກາດໃຫ້ຄົນທີ່ຄອຍທຳລາຍ ຄວາມສະຫງົບສຸກຂອງເຮົາ. ເມື່ອເຮົາຮັບຟັງພຣະຄຳຂອງພຣະຜູ້ເປັນເຈົ້າ ຜ່ານທາງຜູ້ຮັບໃຊ້ທີ່ມີສິດອຳນາດຂອງພຣະອົງ, ແລ້ວເຮົາຈະຢືນຢູ່ໃນສະຖານທີ່ສັກສິດ ແລະ ບໍ່ຫວັ່ນໄຫວ.
ຜູ້ປໍລະປັກຈະສະເໜີການແກ້ໄຂທີ່ຈອມປອມ ຊຶ່ງອາດເບິ່ງວ່າ ເປັນຄຳຕອບ, ແຕ່ມັນຈະພາເຮົາໜີໄປໄກຈາກຄວາມສະຫງົບສຸກ ທີ່ເຮົາສະແຫວງຫາ. ມັນຈະສະເໜີການແກ້ໄຂ ທີ່ປະກົດວ່າ ຖືກຕ້ອງ ແລະ ປອດໄພ, ແຕ່ໃນທີ່ສຸດ, ເຊັ່ນດຽວກັບ ອາຄານກວ້າງຂວາງຫລັງນັ້ນ, ຈະລົ້ມລະລາຍ, ທຳລາຍທຸກຄົນທີ່ສະແຫວງຫາຄວາມສະຫງົບສຸກ ຢູ່ໃນອາຄານຫລັງນັ້ນ.
ເຮົາພົບເຫັນຄວາມຈິງທີ່ລຽບງ່າຍ ຢູ່ໃນເພງຂອງເດັກນ້ອຍ ທີ່ວ່າ: “ສາດສະດາບອກວ່າ: ຈົ່ງຮັກສາພຣະບັນຍັດ. ໃນນັ້ນ ມີ ຄວາມປອດໄພ ແລະ ຄວາມສະຫງົບສຸກ.”12
ຂັ້ນຕອນທີສາມ: “ຈົ່ງເດີນໄປໃນຄວາມອ່ອນໂຍນ ແຫ່ງພຣະວິນຍານຂອງເຮົາ”
ເຖິງແມ່ນເຮົາຈະເດີນອອກຈາກເສັ້ນທາງໄປໄກຫລາຍປານໃດກໍຕາມ, ແຕ່ພຣະຜູ້ຊ່ວຍໃຫ້ລອດ ຍັງເຊື້ອເຊີນເຮົາ ໃຫ້ກັບມາ ແລະ ເດີນໄປກັບພຣະອົງ. ການເຊື້ອເຊີນໃຫ້ເດີນໄປກັບພຣະເຢຊູຄຣິດ ເປັນການເຊື້ອເຊີນ ໃຫ້ໄປຫາສວນເຄັດເຊມາເນກັບພຣະອົງ, ແລະ ຈາກສວນເຄັດເຊມາເນ ໄປຫາ ພູກະໂຫລກຫົວ ແລະ ຈາກພູກະໂຫລກຫົວ ໄປຫາ ສວນອຸບໂມງ. ມັນເປັນການເຊື້ອເຊີນ ໃຫ້ຮັກສາ ແລະ ນຳໃຊ້ການເສຍສະລະຊົດໃຊ້ອັນຍິ່ງໃຫຍ່ຂອງພຣະອົງ, ຜູ້ໄດ້ເອື້ອມອອກຫາທຸກຄົນ ຢ່າງບໍ່ມີວັນສິ້ນສຸດ. ມັນເປັນການເຊື້ອເຊີນ ໃຫ້ກັບໃຈ, ນຳໃຊ້ອຳນາດແຫ່ງການຊຳລະລ້າງຂອງພຣະອົງ, ແລະ ຮັບເອົາຄວາມຮັກຂອງພຣະອົງ, ຊຶ່ງໄດ້ຍື່ນມາຫາເຮົາ. ມັນເປັນການເຊື້ອເຊີນ ໃຫ້ມີຄວາມສະຫງົບສຸກ.
ເຮົາທຸກຄົນເຄີຍຮູ້ສຶກ, ໃນເວລາໃດເວລາໜຶ່ງ ໃນຊີວິດຂອງເຮົາ ເຖິງຄວາມເຈັບປວດ ແລະ ຄວາມເຈັບປວດໃຈ ທີ່ກ່ຽວພັນກັບບາບ ແລະ ການລ່ວງລະເມີດ, ເພາະ “ຖ້າຫາກພວກເຮົາເວົ້າວ່າ ພວກເຮົາບໍ່ມີບາບ ພວກເຮົາກໍຫລອກລວງຕົນເອງ ແລະ ພວກເຮົາກໍບໍ່ມີຄວາມຈິງໃນຈິດໃຈ.”13 ເຖິງຢ່າງໃດກໍຕາມ, “ເຖິງແມ່ນວ່າບາບ [ຂອງເຮົາ] ນັ້ນ ເປັນສີແດງເຂັ້ມ,” ແຕ່ເມື່ອເຮົານຳໃຊ້ການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ເດີນໄປກັບພຣະອົງ ຜ່ານການກັບໃຈທີ່ຈິງໃຈ, ແລ້ວ “ມັນຈະຂາວສະອາດດັ່ງຫິມະ.”14 ເຖິງແມ່ນເຮົາມີຄວາມທຸກໃຈຫລາຍກັບຄວາມຮູ້ສຶກຜິດຂອງເຮົາ, ແຕ່ເຮົາຈະໄດ້ຮັບຄວາມສະຫງົບສຸກ.
ແອວມາຜູ້ເປັນລູກ ຮູ້ສຶກຈຳເປັນຕ້ອງສູ້ກັບບາບຂອງເພິ່ນ ຕອນທູດອົງໜຶ່ງຂອງພຣະຜູ້ເປັນເຈົ້າ ໄດ້ມາຢ້ຽມຢາມເພິ່ນ. ເພິ່ນໄດ້ບັນຍາຍເຖິງປະສົບການຂອງເພິ່ນ ໃນຖ້ອຍຄຳເຫລົ່ານີ້:
“ຈິດວິນຍານຂອງພໍ່ເຈັບປວດຈົນສຸດຂີດ ແລະ ຖືກທໍລະມານດ້ວຍບາບທັງໝົດຂອງພໍ່.
“… ແທ້ຈິງແລ້ວ, ພໍ່ເຫັນວ່າ ພໍ່ໄດ້ກະບົດຕໍ່ພຣະເຈົ້າຂອງພໍ່, ແລະ ວ່າພໍ່ບໍ່ໄດ້ຮັກສາພຣະບັນຍັດອັນສັກສິດຂອງພຣະອົງ.”15
ກັບຄວາມຜິດບາບທີ່ຮ້າຍແຮງຂອງເພິ່ນ, ແລະ ໃນຄວາມທໍລະມານຂອງເພິ່ນ, ເພິ່ນໄດ້ກ່າວຕໍ່ໄປວ່າ:
“ພໍ່ໄດ້ລະນຶກເຖິງຄຳທຳນາຍຂອງພໍ່ ທີ່ເພິ່ນໄດ້ເວົ້າຕໍ່ຜູ້ຄົນກ່ຽວກັບການສະເດັດມາຂອງພຣະເຢຊູຄຣິດ ພຣະບຸດຂອງພຣະເຈົ້າອົງໜຶ່ງ, ເພື່ອຊົດໃຊ້ແທນບາບຂອງໂລກ.
“… ພໍ່ໄດ້ຮ້ອງໄຫ້ຢູ່ໃນໃຈວ່າ: ໂອ້ ພຣະເຢຊູເຈົ້າເອີຍ, ພຣະບຸດຂອງພຣະເຈົ້າ, ຂໍຊົງມີເມດຕາປານີຕໍ່ຂ້ານ້ອຍ.”16
“ພໍ່ບໍ່ເຄີຍໄດ້ຮັບການປົດບາບຂອງພໍ່ເລີຍ ຈົນກະທັ້ງພໍ່ໄດ້ຮ້ອງທູນຂໍຄວາມເມດຕາຈາກອົງພຣະເຢຊູຄຣິດເຈົ້າ. ແຕ່ຈົ່ງເບິ່ງ, ພໍ່ໄດ້ຮ້ອງຫາພຣະອົງ ແລະ ພໍ່ໄດ້ພົບຄວາມສະຫງົບໃຫ້ແກ່ຈິດວິນຍານຂອງພໍ່.”17
ເຊັ່ນດຽວກັບ ແອວມາ, ເຮົາກໍຈະພົບຄວາມສະຫງົບສຸກໃຫ້ແກ່ຈິດວິນຍານຂອງເຮົາຄືກັນ ເມື່ອເຮົາເດີນໄປກັບພຣະເຢຊູຄຣິດ, ກັບໃຈຈາກບາບຂອງເຮົາ, ແລະ ນຳໃຊ້ອຳນາດແຫ່ງການປິ່ນປົວຂອງພຣະອົງ ໃນຊີວິດຂອງເຮົາ.
ຄວາມສະຫງົບສຸກທີ່ເຮົາສະແຫວງຫາ ຮຽກຮ້ອງຫລາຍກວ່າຄວາມປາດຖະໜາ. ມັນຮຽກຮ້ອງໃຫ້ເຮົາປະຕິບັດ—ໂດຍການຮຽນຮູ້ຈາກພຣະອົງ, ໂດຍການຮັບຟັງພຣະຄຳຂອງພຣະອົງ, ແລະ ໂດຍການເດີນໄປກັບພຣະອົງ. ເຮົາອາດບໍ່ສາມາດຄວບຄຸມທຸກສິ່ງທີ່ເກີດຂຶ້ນອ້ອມຮອບເຮົາໄດ້, ແຕ່ເຮົາສາມາດຄວບຄຸມ ວິທີທີ່ເຮົານຳໃຊ້ແບບແຜນແຫ່ງຄວາມສະຫງົບສຸກ ທີ່ພຣະຜູ້ເປັນເຈົ້າໄດ້ຈັດໄວ້ໃຫ້ເຮົາ—ເປັນແບບແຜນທີ່ເຮັດໃຫ້ເຮົາຄິດກ່ຽວກັບພຣະເຢຊູ ໄດ້ງ່າຍຂຶ້ນ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດ ເປັນທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ”18 ແລະ ວ່າພຽງແຕ່ຜ່ານພຣະອົງເທົ່ານັ້ນ ທີ່ເຮົາຈະສາມາດໄດ້ຮັບຄວາມສະຫງົບສຸກທີ່ແທ້ຈິງ ແລະ ຊີວິດນິລັນດອນ ຢູ່ໃນໂລກທີ່ຈະມາເຖິງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.