ຂອງປະທານທີ່ນຳທາງເດັກ
ເຮົາຈະສອນລູກໆຂອງເຮົາໃຫ້ກຳຈັດອິດທິພົນຂອງໂລກ ແລະ ໄວ້ວາງພຣະໄທພຣະວິນຍານໄດ້ແນວໃດ?
ພໍ່ໜຸ່ມຄົນໜຶ່ງກຳລັງຈົມນ້ຳຢູ່. ລາວ, ລູກສອງຄົນ, ແລະ ພໍ່ຂອງພັນລະຍາ ໄດ້ພາກັນໄປຍ່າງເລາະຫລິ້ນອ້ອມໜອງນ້ຳແຫ່ງໜຶ່ງ. ພູທີ່ເຕັມໄປດ້ວຍຕົ້ນສົນທີ່ສວຍງາມກໍຢູ່ອ້ອມຂ້າງເຂົາເຈົ້າ, ແລະ ທ້ອງຟ້າກໍເປັນສີຄາມ, ເຕັມໄປດ້ວຍເມກສີຂາວ, ທີ່ສົ່ງຄວາມສວຍງາມ ແລະ ຄວາມສະຫງົບງຽບມາໃຫ້. ເມື່ອລູກຮູ້ສຶກຮ້ອນ ແລະ ອິດເມື່ອຍ, ຊາຍທັງສອງຈຶ່ງພາກັນຕັດສິນໃຈໃຫ້ເດັກທັງສອງຂີ່ຫລັງ ແລະ ລອຍຂ້າມໜອງນ້ຳທີ່ເບິ່ງຄືວ່າບໍ່ກວ້າງໄກປານໃດນັ້ນ.
ເບິ່ງຄືວ່າຈະເປັນເລື່ອງງ່າຍ—ຈົນກວ່າເວລາທີ່ພໍ່ຄົນນັ້ນໄດ້ເລີ່ມຮູ້ສຶກວ່າຖືກດຶງລົງ, ທຸກສິ່ງກໍຄືວ່າໜັກຂຶ້ນຫລາຍ. ນ້ຳໄດ້ຍູ້ລາວລົງໄປພື້ນນ້ຳໃນໜອງນັ້ນ, ແລະ ລາວເລີ່ມກັງວົນຫລາຍ. ລາວຈະຟູຢູ່ໄດ້ແນວໃດ—ແລະ ເຮັດສິ່ງນັ້ນໄດ້ແນວໃດ ພ້ອມທີ່ມີລູກສາວນ້ອຍຂອງລາວຢູ່ເທິງຫລັງລາວ?
ສຽງຂອງລາວກໍໄດ້ດັງຄ່ອຍໆລົງໄປຂະນະທີ່ມັນດັງໄປໄກ: ພໍ່ຂອງພັນລະຍາຂອງລາວ ກໍຢູ່ໄກເກີນຈະຊ່ວຍລາວໄດ້. ລາວໄດ້ຮູ້ສຶກໂດດດ່່ຽວ ແລະ ສິ້ນຫວັງ.
ທ່ານວາດພາບເຫັນຄວາມຮູ້ສຶກໂດດດ່ຽວໄດ້ບໍ ດັ່ງທີ່ລາວໄດ້ຮູ້ສຶກ, ບໍ່ສາມາດຢື້ມືອອກໄປຈັບຫຍັງເອົາໄວ້ ແລະ ດີ້ນລົນໃນສະພາບທີ່ສິ້ນຫວັງທີ່ຈະເອົາຊີວິດລອດ ແລະ ຊ່ວຍຊີວິດຂອງລູກຂອງທ່ານ? ໜ້າໂສກເສົ້າ, ທີ່ເຮົາທຸກຄົນມີຄວາມຮູ້ສຶກແບບນີ້ ໃນລະດັບໃດລະດັບໜຶ່ງ ເມື່ອເຮົາຕົກຢູ່ໃນສະພາບການ ບ່ອນທີ່ເຮົາຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ ເພື່ອຈະຢູ່ລອດ ແລະ ຊ່ວຍຊີວິດຂອງຄົນທີ່ເຮົາຮັກເອົາໄວ້.
ເກືອບຈະກັງວົນເກີນໄປ, ລາວໄດ້ຮູ້ວ່າ ເກີບທີ່ປຽກຂອງລາວເປັນນ້ຳໜັກທີ່ດຶງຖ່ວງລາວລົງ. ຂະນະທີ່ລາວພະຍາຍາມຈະຟູຢູ່ໃນນ້ຳ, ລາວໄດ້ພະຍາຍາມຖອດເກີບນັ້ນອອກ. ແຕ່ເບິ່ງຄືວ່າມີຫຍັງດຶງດູດມັນໄວ້. ສາຍເກີບທີ່ໄຄ່ດ້ວຍນ້ຳນັ້ນ ໄດ້ເຮັດໃຫ້ມັນຮັດແໜ້ນກວ່າເກົ່າ.
ໃນເວລາທີ່ອາດເປັນຄວາມຫວັງຄັ້ງສຸດທ້າຍຂອງລາວ, ລາວສາມາດດຶງເກີບນັ້ນອອກຈາກຕີນຂອງລາວ, ແລະ ໃນທີ່ສຸດເກີບກໍໄດ້ຫລຸດອອກ, ຈົມລົງໄປໃນໜອງ. ເມື່ອເປັນອິດສະລະຈາກນ້ຳໜັກທີ່ໄດ້ດຶງຖ່ວງລາວລົງ, ໃນທັນໃດນັ້ນ ລາວໄດ້ຍູ້ຕົວລາວເອງ ແລະ ລູກສາວຂຶ້ນໄປເທິງໜ້ານ້ຳ. ບັດນີ້ລາວກໍສາມາດລອຍນ້ຳໄປໜ້າ, ໄປສູ່ຄວາມປອດໄພຢູ່ອີກຝັ່ງໜຶ່ງຂອງໜອງນ້ຳນັ້ນ.
ໃນເວລາໃດເວລາໜຶ່ງ ເຮົາອາດຮູ້ສຶກຄືກັນກັບວ່າ ເຮົາກໍກຳລັງຈົມນ້ຳຢູ່. ຊີວິດເປັນເລື່ອງທີ່ຫຍຸ້ງຍາກໜັກ. “ເຮົາມີຊີວິດຢູ່ໃນໂລກທີ່ດັງສະນັ່ນ ແລະ ຫຍຸ້ງຍາກ. ຖ້າຫາກເຮົາບໍ່ລະມັດລະວັງ, ເລື່ອງລາວທາງໂລກກໍສາມາດເຂົ້າມາແທນເລື່ອງລາວຂອງພຣະວິນຍານໄດ້.”1
ເຮົາຈະຕິດຕາມຕົວຢ່າງຂອງພໍ່ຄົນນີ້ໄດ້ແນວໃດ ແລະ ກຳຈັດນ້ຳໜັກຂອງໂລກທີ່ເຮົາແບກຫາບ—ເພື່ອວ່າເລື່ອງລາວທາງໂລກຈະບໍ່ເຮັດໃຫ້ເຮົາໜັກໜ່ວງໃຈ? ເຮົາຈະເຮັດ, ດັ່ງທີ່ໂປໂລໄດ້ແນະນຳວ່າ, “ຈົ່ງຊັດຖິ້ມທຸກຢ່າງທີ່ຖ່ວງຢູ່” ໄດ້ແນວໃດ?2 ເຮົາຈະຕຽມລູກໆຂອງເຮົາສຳລັບວັນເວລາ ທີ່ພວກເຂົາຈະບໍ່ສາມາດເພິ່ງພາເຮົາ ແລະ ປະຈັກພະຍານຂອງເຮົາໄດ້ແນວໃດ—ເມື່ອພວກເຂົາເປັນຄົນທີ່ກຳລັງລອຍນ້ຳນັ້ນຢູ່?
ຄຳຕອບຈະມາເຖິງ ເມື່ອເຮົາຮັບຮູ້ແຫລ່ງແຫ່ງສະຫວັນຂອງພະລັງນີ້. ມັນເປັນແຫລ່ງທີ່ເຮົາມັກປະໝາດ, ແຕ່ສາມາດນຳໃຊ້ໄດ້ທຸກວັນ ເພື່ອຈະເຮັດໃຫ້ພາລະແບກຫາບຂອງເຮົາເບົາລົງ ແລະ ນຳພາລູກໆຜູ້ລ້ຳຄ່າຂອງເຮົາ. ແຫລ່ງນັ້ນກໍແມ່ນ ຂອງປະທານທີ່ນຳທາງຂອງພຣະວິນຍານບໍລິສຸດ.
ເມື່ອອາຍຸແປດປີ, ເດັກນ້ອຍສາມາດຮັບບັບຕິສະມາໄດ້. ພວກເຂົາຮຽນຮູ້ກ່ຽວກັບ ແລະ ເຮັດພັນທະສັນຍາກັບພຣະເຈົ້າ. ຜູ້ຄົນທີ່ຮັກພວກເຂົາກໍຢູ່ອ້ອມຂ້າງພວກເຂົາ ຂະນະທີ່ພວກເຂົາຖືກເອົາລົງໄປໃນນ້ຳໝົດທັງຕົວ ແລະ ແລ້ວຂຶ້ນມາຈາກອ່າງນ້ຳດ້ວຍຄວາມຮູ້ສຶກ ເຖິງຄວາມສຸກທີ່ຍິ່ງໃຫຍ່. ແລ້ວພວກເຂົາກໍໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ ທີ່ບໍ່ອາດຈະກ່າວເຖິງໄດ້, ຂອງປະທານທີ່ຈະນຳພາພວກເຂົາຕະຫລອດເວລາ ຂະນະທີ່ພວກເຂົາດຳລົງຊີວິດທີ່ມີຄຸນຄ່າສຳລັບພອນນັ້ນ.
ແອວເດີ ເດວິດ ເອ ແບ໊ດນາ ໄດ້ກ່າວວ່າ: “ຄວາມລຽບງ່າຍຂອງ [ການຢືນຢັນ] ອາດເຮັດໃຫ້ເຮົາເບິ່ງຂ້າມຄວາມສຳຄັນຂອງມັນ. ຄຳທີ່ວ່າ—‘ຈົ່ງຮັບເອົາພຣະວິນຍານບໍລິສຸດ’—ບໍ່ໄດ້ເປັນຄຳປະກາດທີ່ບໍ່ມີພະລັງ; ກົງກັນຂ້າມ, ມັນປະກອບດ້ວຍພຣະບັນຊາຂອງຖານະປະໂລຫິດ—ເປັນຄຳແນະນຳທີ່ມີສິດອຳນາດ ທີ່ຈະກະທຳ ບໍ່ພຽງແຕ່ຖືກກະທຳຕໍ່ເທົ່ານັ້ນ.”3
ເດັກນ້ອຍມີຄວາມປາດຖະໜາຕາມທຳມະຊາດ ທີ່ຈະເຮັດຄວາມດີ ແລະ ເປັນຄົນດີ. ເຮົາສາມາດຮູ້ສຶກເຖິງຄວາມໄຮ້ດຽງສາຂອງພວກເຂົາໄດ້, ຄວາມບໍລິສຸດຂອງພວກເຂົາ. ພວກເຂົາຍັງມີຄວາມຮູ້ສຶກໄວຫລາຍຕໍ່ສຽງແຜ່ວເບົານັ້ນນຳອີກ.
ໃນ 3 ນີໄຟ ບົດທີ 26, ພຣະຜູ້ຊ່ວຍໃຫ້ລອດ ໄດ້ສະແດງໃຫ້ເຮົາເຫັນ ຄວາມສາມາດທາງວິນຍານຂອງເດັກນ້ອຍວ່າ:
“ພຣະອົງໄດ້ມາຍລີ້ນຂອງພວກເຂົາ, ແລະ ພວກເຂົາໄດ້ເວົ້າເລື່ອງອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນກັບພໍ່ຂອງພວກເຂົາ, ແມ່ນແຕ່ຍິ່ງໃຫຍ່ກວ່າສິ່ງທີ່ພຣະອົງໄດ້ເປີດເຜີຍກັບຜູ້ຄົນມາແລ້ວ. …
“… ພວກເຂົາທັງໄດ້ເຫັນ ແລະ ໄດ້ຍິນເດັກນ້ອຍເຫລົ່ານີ້; ແທ້ຈິງແລ້ວ, ເຖິງຂະໜາດທາລົກກໍໄດ້ເປີດປາກເວົ້າເລື່ອງໜ້າອັດສະຈັນອອກມາ.”4
ໃນຖານະພໍ່ແມ່ ເຮົາຈະເພີ່ມຄວາມສາມາດທາງວິນຍານຂອງລູກໆຂອງເຮົາແນວໃດ? ເຮົາຈະສອນພວກເຂົາໃຫ້ກຳຈັດອິດທິພົນຂອງໂລກ ແລະ ໄວ້ວາງພຣະໄທພຣະວິນຍານ ເມື່ອເຮົາບໍ່ໄດ້ຢູ່ນຳພວກເຂົາ ແລະ ພວກເຂົາຢູ່ຕາມລຳພັງ ໃນເວລາທີ່ຍາກລຳບາກໃນຊີວິດຂອງພວກເຂົາໄດ້ແນວໃດ?
ຂ້າພະເຈົ້າຂໍແບ່ງປັນຄວາມຄິດບາງຢ່າງ.
ທຳອິດ, ເຮົາສາມາດຊ່່ວຍໃຫ້ລູກໆຂອງເຮົາເອົາໃຈໃສ່ ເມື່ອພວກເຂົາກຳລັງໄດ້ຍິນ ແລະ ຮູ້ສຶກເຖິງພຣະວິນຍານ. ໃຫ້ເຮົາມາຫວນກັບຄືນໄປເບິ່ງໃນພຣະຄຳພີເດີມ ເພື່ອຈະເຫັນວ່າ ເອລີ ໄດ້ເຮັດສິ່ງດັ່ງກ່າວໃຫ້ແກ່ ຊາມູເອນແນວໃດ.
ຊາມູເອນທີ່ໜຸ່ມນ້ອຍ ໄດ້ຍິນສຸລະສຽງສອງເທື່ອ ແລະ ໄດ້ແລ່ນໄປຫາ ເອລີ, ໂດຍກ່າວວ່າ, “ຂ້ານ້ອຍຢູ່ທີ່ນີ້.”
“ຂ້ອຍບໍ່ໄດ້ເອີ້ນເຈົ້າ,” ເອລີໄດ້ຂານຕອບ.
ແຕ່ “ຊາມູເອນບໍ່ຮູ້ຈັກວ່າ ແມ່ນພຣະຜູ້ເປັນເຈົ້າທີ່ພວມເອີ້ນຕົນ, ເພາະພຣະອົງຍັງບໍ່ເຄີຍກ່າວກັບລາວມາກ່ອນ.”
ເມື່ອເຖິງເທື່ອທີສາມ, ເອລີໄດ້ຮູ້ວ່າ ພຣະຜູ້ເປັນເຈົ້າໄດ້ເອີ້ນຊາມູເອນ ແລະ ໄດ້ບອກໃຫ້ຊາມູເອນຕອບວ່າ, “ຜູ້ຮັບໃຊ້ຂອງພຣະອົງກຳລັງຟັງຢູ່, ຂໍພຣະອົງສັ່ງມາເຖີດ.”5
ຊາມູເອນກໍລັງເລີ່ມຮູ້ສຶກ, ຮັບຮູ້, ແລະ ເຊື່ອຟັງຕໍ່ສຸລະສຽງຂອງພຣະຜູ້ເປັນເຈົ້າ. ແຕ່ຊາຍໜຸ່ມຄົນນີ້ຍັງບໍ່ທັນໄດ້ເລີ່ມເຂົ້າໃຈ ຈົນກວ່າເອລີໄດ້ຊ່ວຍໃຫ້ລາວຮັບຮູ້ເລື່ອງນີ້. ແລະ ໂດຍທີ່ຖືກສິດສອນແລ້ວ, ຊາມູເອນຈຶ່ງສາມາດຄຸ້ນເຄີຍກັບສຽງແຜ່ວເບົານັ້ນຫລາຍຂຶ້ນ.
ທີສອງ, ເຮົາສາມາດຈັດຕຽມບ້ານເຮືອນຂອງເຮົາ ແລະ ລູກໆຂອງເຮົາໃຫ້ຮູ້ສຶກເຖິງສຽງແຜ່ວເບົານັ້ນ. “ຄູທີ່ສອນພາສາຕ່າງປະເທດເຊື່ອວ່າ ເດັກນ້ອຍຮຽນພາສາໄດ້ດີທີ່ສຸດໃນ ‘ໂຄງການໝົກໝຸ້ນ’ ໃນບ່ອນທີ່ພວກເຂົາມີຜູ້ຄົນທີ່ເວົ້າພາສານັ້ນຢູ່ອ້ອມຂ້າງພວກເຂົາ ແລະ ພວກເຂົາຕ້ອງເວົ້າພາສານັ້ນເອງ. ພວກເຂົາຮຽນ ບໍ່ພຽງແຕ່ຈະເວົ້າຄຳສັບເທົ່ານັ້ນ, ແຕ່ເວົ້າພາສານັ້ນຢ່າງຄ່ອງແຄ່ວ ແລະ ແມ່ນແຕ່ຄິດໃນພາສາໃໝ່ນັ້ນ. ບັນຍາກາດ ‘ໝົກໝຸ້ນ’ ທີ່ດີທີ່ສຸດ ສຳລັບການສຶກສາທາງຝ່າຍວິນຍານນັ້ນ ແມ່ນຢູ່ໃນບ້ານ, ບ່ອນທີ່ຫລັກທຳທາງຝ່າຍວິນຍານ ຈະສາມາດຫລໍ່ຫລອມພື້ນຖານສຳລັບການດຳລົງຊີວິດປະຈຳວັນ.”6
“ຈົ່ງສັ່ງສອນ [ພຣະຄຳຂອງພຣະອົງໃຫ້ແກ່] ລູກຫລານຂອງພວກເຈົ້າໃຫ້ຮຽນຮູ້ເອົາ. ໃຫ້ພວກເຈົ້າເວົ້າຫລຳໄປຫລຳມາ, ບໍ່ວ່າເມື່ອຢູ່ໃນເຮືອນ ຫລື ທຽວທາງກໍດີ, ເມື່ອພັກຜ່ອນ ຫລື ເຮັດວຽກກໍດີ.”7 ການທີ່ຄອບຄົວຂອງເຮົາໝົກໝຸ້ນຢູ່ໃນພຣະວິນຍານ ຈະຊ່ວຍໃຫ້ຫົວໃຈຂອງລູກໆຂອງເຮົາ ຍອມຮັບເອົາອິດທິພົນຂອງພຣະອົງ.
ທີສາມ, ເຮົາສາມາດຊ່ວຍລູກໆຂອງເຮົາໃຫ້ເຂົ້າໃຈ ວ່າພຣະວິນຍານກ່າວກັບພວກເຂົາແນວໃດ. ໂຈເຊັບ ສະມິດ ໄດ້ສອນວ່າ: “ຖ້າຫາກພຣະອົງມາຫາເດັກ, ພຣະອົງຈະປັບພຣະອົງເອງໃຫ້ເຂົ້າກັບພາສາ ແລະ ຄວາມສາມາດຂອງເດັກ.”8 ແມ່ຄົນໜຶ່ງໄດ້ພົບເຫັນວ່າ ເພາະເດັກນ້ອຍຮຽນຮູ້ຢ່າງແຕກຕ່າງກັນ—ບາງຄົນຮຽນຮູ້ຜ່ານການເຫັນພາບ, ຜ່ານການໄດ້ຍິນ, ຜ່ານການສຳພັດ, ຫລື ຜ່ານການຮູ້ສຶກ—ເມື່ອນາງໄດ້ສັງເກດເບິ່ງລູກໆຂອງນາງຫລາຍເທົ່າໃດ, ນາງຍິ່ງຮັບຮູ້ໄດ້ຫລາຍຂຶ້ນວ່າ ພຣະວິນຍານບໍລິສຸດສັ່ງສອນລູກໆຂອງນາງ ໃນວິທີທີ່ພວກເຂົາແຕ່ລະຄົນຈະຮຽນຮູ້ໄດ້ດີທີ່ສຸດ.9
ແມ່ອີກຄົນໜຶ່ງໄດ້ແບ່ງປັນປະສົບການຂອງການຊ່ວຍລູກໆຂອງນາງໃຫ້ຮຽນຮູ້ທີ່ຈະຮູ້ຈັກພຣະວິນຍານ. ນາງໄດ້ຂຽນວ່າ, “ບາງເທື່ອ, [ເດັກນ້ອຍ] ບໍ່ຮູ້ວ່າຄວາມຄິດ, ຄວາມຮູ້ສຶກເຖິງຄວາມປອບໂຍນຫລັງຈາກພວກເຂົາຮ້ອງໄຫ້, ຫລື ການຈື່ຈຳບາງສິ່ງທີ່ເກີດຂຶ້ນເປັນປະຈຳໃນເວລາທີ່ເໝາະສົມນັ້ນ ເປັນວິທີທັງໝົດທີ່ພຣະວິນຍານບໍລິສຸດສື່ສານ [ກັບພວກເຂົາ].” ນາງກ່າວຕໍ່ໄປວ່າ, “ຂ້ານ້ອຍກຳລັງສອນລູກໆຢູ່ ໃຫ້ເອົາໃຈໃສ່ສິ່ງທີ່ພວກເຂົາຮູ້ສຶກ [ແລະ ກະທຳຕາມນັ້ນ].”10
ການຮູ້ສຶກເຖິງ ແລະ ການຮູ້ຈັກພຣະວິນຍານ ຈະນຳຄວາມສາມາດທາງວິນຍານ ໃຫ້ເຂົ້າມາສູ່ຊີວິດຂອງລູກໆຂອງເຮົາ, ແລະ ສຽງທີ່ພວກເຂົາມາຮູ້ຈັກ ຈະແຈ້ງຊັດຂຶ້ນຕໍ່ພວກເຂົາເລື້ອຍໄປ. ມັນຈະເປັນດັ່ງທີ່ ແອວເດີ ຣິເຈີດ ຈີ ສະກາດ ໄດ້ກ່າວວ່າ: “ຂະນະທີ່ທ່ານມີປະສົບການ ແລະ ຄວາມສຳເລັດໃນການຖືກນຳພາ ໂດຍພຣະວິນຍານ, ຄວາມໝັ້ນໃຈໃນຄວາມປະທັບໃຈທີ່ທ່ານຮູ້ສຶກ ຈະແນ່ນອນຂຶ້ນຫລາຍກວ່າ ການເພິ່ງອາໄສສິ່ງທີ່ທ່ານເຫັນ ຫລື ໄດ້ຍິນ.”11
ເຮົາບໍ່ຈຳເປັນຕ້ອງຢ້ານກົວ ເມື່ອເຮົາເຫັນລູກໆຂອງເຮົາ ເຂົ້າໄປໃນສາຍນ້ຳແຫ່ງຊີວິດ, ເພາະເຮົາໄດ້ຊ່ວຍພວກເຂົາກຳຈັດ ຄວາມກັງວົນທາງໂລກອອກໄປຈາກຊີວິດຂອງພວກເຂົາແລ້ວ. ເຮົາໄດ້ສອນພວກເຂົາໃຫ້ມີຊີວິດຢູ່ ເພື່ອຂອງປະທານທີ່ນຳທາງຂອງພຣະວິນຍານ. ຂອງປະທານນີ້ຈະເຮັດໃຫ້ຄວາມໜັກໜ່ວງທີ່ພວກເຂົາແບກຫາບ ເບົາລົງຕໍ່ໄປ ແລະ ນຳພາພວກເຂົາໃຫ້ກັບຄືນມາສູ່ບ້ານແຫ່ງສະຫວັນຂອງພວກເຂົາ, ຖ້າຫາກພວກເຂົາມີຊີວິດຢູ່ເພື່ອຂອງປະທານນັ້ນ ແລະ ຕິດຕາມການກະຕຸ້ນຂອງມັນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.