ພໍ່ທັງຫລາຍ
ມື້ນີ້ ຂ້າພະເຈົ້າຈະເນັ້ນໜັກ ວ່າຜູ້ຊາຍກໍສາມາດເຮັດດີໃນບົດບາດທີ່ຍິ່ງໃຫຍ່ຂອງຜູ້ຊາຍໄດ້ ນັ້ນຄືການເປັນ—ສາມີ ແລະ ເປັນພໍ່.
ມື້ນີ້ຂ້າພະເຈົ້າຈະເວົ້າເຖິງພໍ່ທັງຫລາຍ. ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ຈະເວົ້າເຖິງການເອີ້ນນີ້ ທີ່ຈຳເປັນສຳລັບປະຈຸບັນ ແລະ ນິລັນດອນ. ຂ້າພະເຈົ້າຂໍສະໜັບສະໜູນຜູ້ທີ່ພະຍາຍາມທີ່ຈະເຮັດການເອີ້ນນັ້ນໃຫ້ດີທີ່ສຸດ. ການຍ້ອງຍໍ ແລະ ສະໜັບສະໜູນຄວາມເປັນພໍ່ ແລະ ຄົນທີ່ເປັນພໍ່ບໍ່ແມ່ນສິ່ງທີ່ລະອາຍ ຫລື ຫລຸດຄຸນຄ່າສຳລັບຄົນໃດເລີຍ. ຂ້າພະເຈົ້າພຽງແຕ່ເນັ້ນໜັກວ່າ ຜູ້ຊາຍກໍສາມາດເຮັດດີໃນບົດບາດທີ່ຍິ່ງໃຫຍ່ຂອງຜູ້ຊາຍໄດ້ ນັ້ນຄື ການເປັນສາມີ ແລະ ເປັນພໍ່.
ທ່ານເດວິດ ແບລນເຄັນຮອນ ເປັນນັກປະພັນຂອງປຶ້ມທີ່ຊື່ວ່າ Fatherless America, (ແປວ່າ ອາເມຣິກາທີ່ຂາດພໍ່), ໄດ້ສັງເກດວ່າ: “ໃນສະໄໝນີ້ ສັງຄົມອາເມຣິກັນ ມີຄວາມຄິດທີ່ແບ່ງແຍກກັນ ແລະ ລັງເລໃຈໃນຄວາມຄິດຂອງການເປັນພໍ່. ບາງຄົນກໍຮອດບໍ່ຈື່ຊ້ຳ. ບາງຄົນກໍຄຽດເລື່ອງນີ້. ຄົນອື່ນໆ ທີ່ຮວມທັງນັກປັນຍາຊົນຫລາຍກວ່າສອງສາມຄົນ ໄດ້ເມີນເສີຍ ແລະ ລັງກຽດເລື່ອງນີ້. ບາງຄົນກໍບໍ່ຕ້ານເລື່ອງນີ້ ຫລື ບໍ່ຢາກມີພັນທະໃນເລື່ອງນີ້. ມີຫລາຍຄົນກໍຢາກໃຫ້ເຮົາຈັດການເລື່ອງນີ້ ຫລື ເຊື່ອວ່າສັງຄົມບໍ່ສາມາດຈັດການ ຫລື ເຮັດໄດ້.”1
ໃນຖານະທີ່ເປັນສາດສະໜາຈັກ, ພວກເຮົາເຊື່ອໃນການມີພໍ່. ພວກເຮົາເຊື່ອໃນ “ຊາຍອຸດົມຄະຕິ ທີ່ຖືວ່າຄອບຄົວມາກ່ອນສິ່ງອື່ນ.”2 ພວກເຮົາເຊື່ອວ່າ “ໂດຍກົດສະຫວັນ, ພໍ່ເປັນຜູ້ດູແລຄອບຄົວດ້ວຍຄວາມຮັກ ແລະ ດ້ວຍຄວາມຊອບທຳ ແລະ ມີຄວາມຮັບຜິດຊອບຕໍ່ສິ່ງທີ່ຈຳເປັນໃນຊີວິດ ແລະ ໃຫ້ຄວາມປົກປ້ອງຕໍ່ຄອບຄົວຂອງເຂົາເຈົ້າ.”3 ພວກເຮົາເຊື່ອໃນໜ້າທີ່ພິເສດຂອງຄອບຄົວ, “ຜູ້ເປັນພໍ່ ແລະ ແມ່ມີໜ້າທີ່ ທີ່ຕ້ອງຊ່ວຍເຫລືອກັນຢ່າງເທົ່າທຽມກັນ.”4 ພວກເຮົາບໍ່ຄິດວ່າມັນບໍ່ຈຳເປັນທີ່ຈະມີພໍ່. ພໍ່ມີຄວາມເປັນເອກກະລັກ ແລະ ແທນທີ່ບໍ່ໄດ້.
ບາງຄົນກໍເຫັນວ່າການເປັນພໍ່ ແມ່ນເປັນການດີໃນແວດວົງສັງຄົມ, ຊຶ່ງເປັນສິ່ງໜຶ່ງທີ່ເຮັດໃຫ້ຜູ້ຊາຍມີພັນທະຕໍ່ລູກໆຂອງເຂົາເຈົ້າ, ເຮັດໃຫ້ເຂົາເຈົ້າເປັນຄົນດີ ແລະ ເຫັນຄວາມຕ້ອງການຂອງຄົນອື່ນ, ຊ່ວຍເຫລືອໃນການ “ລົງທຶນຢ່າງຜູ້ເປັນແມ່ໃນລູກໆ ແລະ ລົງທຶນຢ່າງຜູ້ເປັນພໍ່ໃນລູກໆ. … ຖ້າຈະເວົ້າແລ້ວ ສິ່ງສຳຄັນສຳລັບຜູ້ຊາຍແມ່ນການເປັນພໍ່. ສິ່ງສຳຄັນສຳລັບເດັກນ້ອຍ ກໍຄືການມີພໍ່. ສິ່ງສຳຄັນສຳລັບສັງຄົມແມ່ນສ້າງພໍ່.”5 ເມື່ອເລື່ອງນີ້ຖືວ່າເປັນຄວາມຈິງ ແລະ ສຳຄັນແນ່ແທ້ ພວກເຮົາຮູ້ວ່າການເປັນພໍ່ແມ່ນເກີນກວ່າການສ້າງສັງຄົມ ຫລື ໝາກຜົນຂອງການວິວັດທະນາການ. ບົດບາດຂອງພໍ່ ມີຕົ້ນກຳເນີດຈາກສະຫວັນທີ່ເລີ່ມຈາກພຣະບິດາເທິງສະຫວັນ ແລະ ພໍ່ທາງມະຕະ ທີ່ເລີ່ມຈາກອາດາມ.
ຕົວຢ່າງທີ່ສົມບູນແບບ ທີ່ກໍ່ໃຫ້ເຫັນເຖິງການເປັນພໍ່ ຄືພຣະບິດາເທິງສະຫວັນຂອງເຮົາ. ນິໄສ ແລະ ຄຸນສົມບັດຂອງພຣະອົງ ແມ່ນມີແຕ່ຄວາມດີງາມ ແລະ ຄວາມຮັກທີ່ສົມບູນ. ວຽກງານ ແລະ ລັດສະໝີພາບຂອງພຣະອົງ ແມ່ນການພັດທະນາ, ຄວາມສຸກ, ແລະ ຊີວິດນິລັນດອນຂອງລູກໆຂອງພຣະອົງ.6 ພໍ່ທັງຫລາຍໃນໂລກທີ່ລົ້ມເຫລວນີ້ ບໍ່ສາມາດອ້າງແນວໃດທີ່ທຽບເທົ່າພຣະອົງຜູ້ສູງສົ່ງໄດ້ ແຕ່ເຂົາເຈົ້າສາມາດເຮັດຕາມແບບຢ່າງຂອງພຣະອົງໃຫ້ດີທີ່ສຸດໄດ້, ແລະ ເຂົາເຈົ້າໄດ້ເຮັດວຽກງານຂອງພຣະອົງຢ່າງແທ້ຈິງ.
ສຳລັບຜູ້ຊາຍ ການເປັນພໍ່ຈະເຮັດໃຫ້ເຮົາເຫັນຄວາມອ່ອນແອຂອງຕົນເອງ ແລະ ຕ້ອງໄດ້ປັບປຸງຕົນເອງ. ການເປັນພໍ່ ຕ້ອງມີການເສຍສະລະ. ຂໍເວົ້າອີກ ແບບຢ່າງທີ່ດີເລີດຄືພຣະບິດາເທິງສະຫວັນ ຜູ້ຊຶ່ງຮັກເຮົາ ທີ່ເປັນລູກທາງວິນຍານຂອງພຣະອົງຫລາຍ ຈົນພຣະອົງໄດ້ສົ່ງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງລົງມາຊ່ວຍເຮົາໃຫ້ພົ້ນ ແລະ ໃຫ້ໄດ້ຮັບຄວາມສູງສົ່ງ.7 ພຣະເຢຊູກ່າວວ່າ, “ບໍ່ມີຄວາມຮັກຍິ່ງໃຫຍ່ທີ່ຄົນໜຶ່ງໃຫ້ມິດສະຫາຍຂອງຕົນໄດ້ ແມ່ນສະລະຊີວິດຂອງຕົນເພື່ອສະຫາຍຄົນນັ້ນ.”8 ຄົນທີ່ເປັນພໍ່ກໍໄດ້ສະແດງຄວາມຮັກນັ້ນໃນແຕ່ລະວັນໃນຊີວິດຂອງເຂົາເຈົ້າ ໂດຍການຮັບໃຊ້ ແລະ ຫາລ້ຽງຄອບຄົວຂອງຕົນ.
ບາງທີ ງານທີ່ຈຳເປັນຂອງຜູ້ເປັນພໍ່ ແມ່ນການປ່ຽນຈິດໃຈຂອງລູກໃຫ້ມາຫາພຣະບິດາເທິງສະຫວັນຂອງເຂົາ. ໂດຍຕົວຢ່າງທາງວາຈາທີ່ຜູ້ເປັນພໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຊື່ສັດຕໍ່ພຣະເຈົ້າວ່າເປັນແນວໃດໃນແຕ່ລະວັນ, ທີ່ພໍ່ຄົນນັ້ນຈະເອົາກະແຈໃຫ້ລູກໆຂອງຕົນ ເພື່ອໃຫ້ມີຄວາມສະຫງົບໃນຊີວິດ ແລະ ມີຊີວິດນິລັນດອນໃນໂລກພາຍໜ້າ.9 ພໍ່ຜູ້ອ່ານພຣະຄຳພີໃຫ້ລູກໆຟັງ ຫລື ອ່ານກັບລູກໆ ຈະເຮັດໃຫ້ເຂົາລຶ້ງເຄີຍກັບສຸລະສຽງຂອງພຣະຜູ້ເປັນເຈົ້າ.10
ພວກເຮົາເຫັນຄຳເວົ້າໃນພະຄຳພີ ທີ່ເນັ້ນໜັກເຖິງໜ້າທີ່ ທີ່ພໍ່ແມ່ຕ້ອງສອນລູກຂອງຕົນວ່າ:
ແລະ ອີກເທື່ອໜຶ່ງ ຕາບໃດທີ່ພໍ່ແມ່ມີລູກໃນຊີໂອນ, ຫລື ໃນສະເຕກໃດໆ ທີ່ວາງລະບຽບໄວ້ ທີ່ພໍ່ແມ່ບໍ່ສອນເຂົາໃຫ້ເຂົ້າໃຈຄຳສອນເລື່ອງການກັບໃຈ ສັດທາໃນພຣະຄຣິດ ພຣະບຸດຂອງພຣະຜູ້ເປັນເຈົ້າຜູ້ຊົງພຣະຊົນ ແລະ ເລື່ອງບັບຕິສະມາ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ ໂດຍການປົກມືເທິງຫົວເມື່ອມີອາຍຸແປດປີ, ບາບຍ່ອມຕົກຢູ່ເທິງຫົວຂອງຜູ້ເປັນພໍ່ແມ່. …
ແລະ ເຂົາເຈົ້າຈະສອນລູກໆຂອງເຂົາເຈົ້າໃຫ້ອະທິຖານອີກດ້ວຍ, ແລະ ຍ່າງຢ່າງພາກພູມຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ.11
ໃນປີ 1833, ພຣະຜູ້ເປັນເຈົ້າໄດ້ຕຳນິ ຝ່າຍປະທານສູງສຸດ ເຖິງການບໍ່ເອົາໃຈໃສ່ໃນໜ້າທີ່ຂອງການສອນເດັກນ້ອຍ. ພຣະອົງໄດ້ກ່າວຕຳນິຄົນໜຶ່ງໂດຍສະເພາະວ່າ ເພິ່ນບໍ່ສອນຄວາມສະຫວ່າງ ແລະ ຄວາມຈິງໃຫ້ລູກໆ ຕາມພຣະບັນຍັດ ແລະ ຄົນຊົ່ວຮ້າຍຈະມີອຳນາດເໜືອເພິ່ນ ແລະ ນີ້ເປັນເຫດແຫ່ງຄວາມລຳບາກຂອງເພິ່ນ.12
ຜູ້ເປັນພໍ່ ຕ້ອງສອນກົດຂອງພຣະເຈົ້າ ແລະ ການເຮັດວຽກໃຫ້ຄົນລຸ້ນໃໝ່ແຕ່ລະລຸ້ນ. ຕາມດັ່ງ ເພງສັນລະເສີນ ເວົ້າວ່າ,
“ເພາະພຣະອົງໄດ້ມອບປະຈັກພະຍານໄວ້ກັບຢາໂຄບ ແລະ ແຕ່ງຕັ້ງກົດໄວ້ໃນອິດສະຣາເອນ, ທີ່ພຣະອົງໄດ້ສັ່ງໃຫ້ບິດາທັງຫລາຍໃຫ້ບອກລູກຫລານຕໍ່ໄປ:
“ເພື່ອວ່າເຊື້ອສາຍຕໍ່ໆມານັ້ນຈະໄດ້ຮຽນຮູ້ເອົາ, ແລະ ບອກລູກຫລານທີ່ເກີດໃໝ່ລຸ້ນຕໍ່ໄປຕາມຜຽນເຂົາເຈົ້າ:
“ເພື່ອເຂົາຈະມີຄວາມຫວັງໃນພຣະເຈົ້າ, ແລະ ບໍ່ລືມວຽກງານຂອງພຣະເຈົ້າ, ແຕ່ຮັກສາກົດບັນຍັດຂອງພຣະອົງ.”13
ແນ່ນອນ ການສອນພຣະກິດຕິຄຸນແມ່ນໜ້າທີ່ ທີ່ພໍ່ກັບແມ່ຕ້ອງແບ່ງກັນສອນ, ແຕ່ພຣະຜູ້ເປັນເຈົ້າໄດ້ບອກແຈ້ງວ່າ ພຣະອົງຫວັງໃຫ້ພໍ່ເປັນຜູ້ຊີ້ນຳວ່າ ມັນເປັນສິ່ງສຳຄັນທີ່ສຸດ ພຣະອົງຫວັງໃຫ້ພໍ່ເປັນຜູ້ສຳຄັນ. (ແລະ ຂໍໃຫ້ເຮົາຈື່ຈຳວ່າ ການສົນທະນາແບບເປັນກັນເອງ, ການເຮັດວຽກງານ ແລະ ການຫລິ້ນນຳກັນ ແລະ ການຮັບຟັງ ກໍເປັນພາກສ່ວນສຳຄັນໃນການສິດສອນ.) ພຣະຜູ້ເປັນເຈົ້າຫວັງໃຫ້ພໍ່ຊ່ວຍຫລໍ່ຫລອມລູກໆຂອງຕົນ, ແລະ ລູກໆກໍຕ້ອງການ ແລະ ຈຳເປັນຕ້ອງມີຜູ້ເປັນຕົວຢ່າງ.
ຂ້າພະເຈົ້າໂຊກດີ ທີ່ມີພໍ່ດີຫລາຍ. ຂ້າພະເຈົ້າຈື່ໄດ້ວ່າ ຕອນຂ້າພະເຈົ້າຍັງນ້ອຍ ເມື່ອອາຍຸປະມານ 12 ປີ ພໍ່ຂອງຂ້າພະເຈົ້າເປັນຜູ້ຫາສຽງໃນການເລືອກຕັ້ງຜູ້ແທນເມືອງ ໃນຊຸມຊົນນ້ອຍໆຂອງເຮົາ. ເພິ່ນບໍ່ມີຜູ້ຊ່ວຍຫາສຽງແບບກຸ່ມໃຫຍ່ໆ—ແຕ່ຂ້າພະເຈົ້າຈື່ໄດ້ວ່າ ພໍ່ ແລະ ອ້າຍນ້ອງ ແລະ ຕົນເອງໄດ້ໄປຢາຍໃບປິວຕາມບ້ານເຮືອນຕ່າງໆ ຂົນຂວາຍໃຫ້ຄົນມາເລືອກຕັ້ງເອົາ ພອລ໌ ຄຣິສໂຕເຟີຊັນ. ເມື່ອຂ້າພະເຈົ້າຢາຍໃບປິວ ຜູ້ໃຫຍ່ຫລາຍຄົນໄດ້ເວົ້າວ່າ ພອລ໌ ເປັນຄົນດີ ແລະ ຊື່ສັດ ແລະ ເຂົາເຈົ້າບໍ່ມີບັນຫາເລືອກຕັ້ງເອົາເພິ່ນ. ໃຈໜຸ່ມນ້ອຍຂອງຕົນກໍມີຄວາມພູມໃຈໃນພໍ່ຂອງຕົນ. ມັນໄດ້ເຮັດໃຫ້ຕົນໝັ້ນໃຈທີ່ຈະເດີນຕາມຮອຍຂອງພໍ່. ເພິ່ນບໍ່ໄດ້ດີພ້ອມທຸກຢ່າງ—ບໍ່ມີໃຜດີພ້ອມທຸກຢ່າງດອກ—ແຕ່ເພິ່ນເປັນຄົນທ່ຽງທຳ ແລະ ເປັນຄົນດີ ແລະ ເປັນຕົວຢ່າງຂອງແຮງບັນດານໃຈໃຫ້ລູກຊາຍຄົນໜຶ່ງ.
ການລົງໂທດ ແລະ ການບອກສອນເປັນພາກສ່ວນໃນການສັ່ງສອນ ແຕ່ຈະໃຫ້ໄດ້ຜົນແທ້ໆ ເຂົາເຈົ້າຕ້ອງເຮັດຕາມແບບແຜນຂອງພຣະບິດາເທິງສະຫວັນ. ສາວົກໂປໂລກ່າວວ່າ “ເພາະພຣະເຈົ້າຕຳນິທຸກຄົນທີ່ພຣະອົງຮັກ.”14 ເມື່ອພໍ່ສັ່ງສອນກໍຕ້ອງເຮັດວິທີດຽວກັນ ແຮງຈູງໃຈຂອງພໍ່ຕ້ອງແມ່ນຄວາມຮັກ, ແລະ ການນຳທາງຂອງພໍ່ຕ້ອງແມ່ນພຣະວິນຍານບໍລິສຸດ:
ຕິຕຽນແຕ່ທຳອິດຢ່າງມີພິກໄຫວ ເມື່ອພຣະວິນຍານບໍລິສຸດຊົງນຳ ຫລັງຈາກນັ້ນສະແດງໃຫ້ເຂົາຮູ້ວ່າ ເຮົາຍັງຮັກເຂົາເລື້ອຍໆຢູ່ຕໍ່ຄົນທີ່ທ່ານຕິຕຽນ ເພາະຢ້ານເຂົາຖືວ່າເຮົາເປັນສັດຕູຂອງເຂົາ;
ເພື່ອເຂົາຈະຮູ້ວ່າ ຄວາມຊື່ສັດຂອງທ່ານນັ້ນແຮງກວ່າສາຍຮັດແຫ່ງຄວາມຕາຍ.15
ການສັ່ງສອນຕາມແບບແຜນແຫ່ງສະຫວັນ ບໍ່ແມ່ນການລົງໂທດທີ່ຈະໃຫ້ຄົນທີ່ທ່ານຮັກໃຫ້ຮຽນຮູ້ດ້ວຍຕົນເອງ.
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ເດັກນ້ອຍທຸກຄົນ ມີສິດທີ່ຈະໄດ້ຮັບການລ້ຽງດູຈາກພໍ່ແມ່ຂອງເຂົາຈົນກວ່າເຂົາຈະບັນລຸນິຕິພາວະ.16 ການຫາລ້ຽງຄອບຄົວເປັນສິ່ງທີ່ກຳນົດໄວ້. ໂດຍທົ່ວໄປແລ້ວ ການຫາລ້ຽງຄອບຄົວຂອງຕົນ ແມ່ນເຮົາຕ້ອງຫ່າງຈາກຄອບຄົວ ມັນບໍ່ໄດ້ໝາຍຄວາມວ່າເຮົາບໍ່ເຮັດໜ້າທີ່ຂອງພໍ່—ແຕ່ມັນເປັນຄວາມຈຳເປັນໃນໜ້າທີ່ຂອງພໍ່ທີ່ດີ. “ການງານ ແລະ ໜ້າທີ່ເປັນສິ່ງທີ່ຊັບຊ້ອນກັນ.”17 ແຕ່ຖ້າເວົ້າແທ້ແລ້ວ ຜູ້ຊາຍທີ່ລະເລີຍຄອບຄົວຂອງຕົນ ແລະ ເອົາການງານເປັນໃຫຍ່ ຫລື ເຫັນແຕ່ວຽກຂອງຕົນເປັນໃຫຍ່ ບໍ່ສະລະອັນໃດເລີຍ ແລະ ໂຍນຄວາມຮັບຜິດຊອບໃຫ້ຄົນອື່ນ ບໍ່ໄດ້ເຮັດໃຫ້ຜູ້ຊາຍຄົນນັ້ນເປັນຄົນດີ. ກະສັດເບັນຢາມິນ ກ່າວໄວ້ວ່າ:
“ທ່ານຈະບໍ່ປ່ອຍໃຫ້ລູກຫລານຂອງພວກທ່ານຫິວໂຫຍ ຫລື ເປືອຍເປົ່າ; ທັງພວກທ່ານຈະບໍ່ປ່ອຍໃຫ້ພວກເຂົາລ່ວງລະເມີດກົດຂອງພຣະເຈົ້າ, ແລະ ຕໍ່ສູ້ ແລະ ຜິດຖຽງກັນ. …
“ແຕ່ພວກທ່ານຈະສອນໃຫ້ພວກເຂົາເດີນໃນເສັ້ນທາງແຫ່ງຄວາມຈິງ ແລະ ມີສະຕິສຳປະສັນຍະ; ພວກທ່ານຈະສອນໃຫ້ພວກເຂົາຮັກກັນ ແລະ ຮັບໃຊ້ຊຶ່ງກັນແລະກັນ.”18
ພວກເຮົາຮັບຮູ້ການດີ້ນລົນຂອງຜູ້ທີ່ບໍ່ສາມາດຫາລ້ຽງດູຄອບຄົວຂອງເຂົາເຈົ້າໄດ້. ມັນກໍບໍ່ແມ່ນສິ່ງທີ່ລະອາຍເລີຍ ຖ້າເຂົາເຈົ້າພະຍາຍາຍາມຈົນສຸດຂີດໃນໜ້າທີ່ຂອງພໍ່ ແຕ່ບໍ່ສາມາດລ້ຽງຄອບຄົວໄດ້. ອາດມີ “ຄວາມພິການ, ຄວາມຕາຍ; ຫລື ສະພາບອື່ນໆທີ່ອາດເຮັດໃຫ້ເຂົາເຈົ້າຈຳເປັນປັບຕົນ ກໍເປັນໄດ້. ຍາດພີ່ນ້ອງ ຄວນຊ່ວຍເຫລືອກັນໃນຍາມລຳບາກ.”19
ການຮັກແມ່ຂອງລູກ—ແລະ ສະແດງຄວາມຮັກນັ້ນ—ເປັນສອງຢ່າງທີ່ດີທີ່ສຸດທີ່ພໍ່ຂອງລູກໆສາມາດເຮັດເພື່ອລູກ. ມັນເຮັດໃຫ້ຊີວິດແຕ່ງງານທີ່ເປັນພື້ນຖານແຫ່ງຊີວິດຄອບຄົວ ແລະ ຄວາມໝັ້ນຄົງມີຄວາມເຂັ້ມແຂງຂຶ້ນ.
ຜູ້ຊາຍບາງຄົນເປັນພໍ່ຜູ້ລ້ຽງລູກດ້ວຍຕົວຄົນດຽວ, ເປັນພໍ່ບຸນທຳ, ຫລື ເປັນພໍ່ນ້າ. ມີຫລາຍຄົນກໍພະຍາຍາມສຸດຂີດໃນບົດບາດທີ່ລຳບາກນັ້ນ. ພວກເຮົາໃຫ້ກຽດແກ່ຜູ້ທີ່ພະຍາຍາມເຮັດດີທີ່ສຸດດ້ວຍຄວາມຮັກ, ຄວາມອົດທົນ, ແລະ ຄວາມເສຍສະລະສ່ວນຕົວ ເພື່ອຕອບສະໜອງຄວາມຕ້ອງການແກ່ສ່ວນບຸກຄົນ ແລະ ຄອບຄົວ. ຂໍໃຫ້ເຮົາຮູ້ວ່າ ພຣະເຈົ້າເອງຍັງໄດ້ໄວ້ໃຈໃຫ້ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງຢູ່ກັບພໍ່ບຸນທຳ. ແນ່ນອນກຽດນັ້ນເປັນຂອງໂຈເຊັບ ເມື່ອພຣະເຢຊູໃຫຍ່ຂຶ້ນມາ ພຣະອົງ “ໄດ້ຈະເລີນເຕີບໃຫຍ່ຂຶ້ນໃນດ້ານສະຕິປັນຍາ ແລະ ດ້ານຮ່າງກາຍ ແລະ ເປັນທີ່ຊອບໃຈທັງພຣະເຈົ້າ ແລະ ມະນຸດ.”20
ເປັນໜ້າເສົ້າໃຈແທ້ໆ ທີ່ລູກບາງຄົນບໍ່ມີພໍ່ຢູ່ນຳຍ້ອນ ພໍ່ຕາຍ, ພໍ່ໜີ, ຫລື ຍ້ອນການຢ່າງຮ້າງ. ບາງຄົນມີພໍ່ຢູ່ນຳ ແຕ່ພໍ່ນັ້ນບໍ່ສົນໃຈເລື່ອງຈິດໃຈຂອງລູກ ຫລື ບໍ່ເອົາໃຈໃສ່ ຫລື ບໍ່ສົ່ງເສີມລູກ. ພວກເຮົາຂໍຮ້ອງໃຫ້ພໍ່ໝົດທຸກຄົນໃຫ້ເຮັດດີກວ່ານີ້ ແລະ ເປັນພໍ່ທີ່ດີກ່ອນເກົ່າ. ແທນທີ່ຈະເອົາຄົນທີ່ຕະຫລົກເຮຮາ, ຫຍາບຄາຍ, ບ້າໆບໍໆ ມາສະແດງໃຫ້ເບິ່ງ ເໝືອນດັ່ງທີ່ເຮົາເຫັນເລື້ອຍໆ. ພວກເຮົາຂໍຮ້ອງໃຫ້ສື່ມວນຊົນ ແລະ ບ່ອນໃຫ້ການເພີດເພີນຕ່າງໆ ໃຫ້ເຂົາເຈົ້າມີການສະແດງເຖິງພໍ່ທີ່ເອົາໃຈໃສ່ ແລະ ມີຄວາມສາມາດ ເຖິງການຮັກພັນລະຍາ ແລະ ນຳພາລູກໆຂອງຕົນຢ່າງສະຫລາດ.
ຕໍ່ລູກໆທີ່ເປັນຄອບຄົວທີ່ມີບັນຫາ ພວກເຮົາຂໍເວົ້າວ່າ ທ່ານບໍ່ໄດ້ເປັນຄົນມີຄຸນຄ່ານ້ອຍ. ການມີຄວາມທ້າທາຍໃນບາງເທື່ອແປວ່າພຣະຜູ້ເປັນເຈົ້າໄວ້ວາງໃຈທ່ານ. ພຣະອົງສາມາດຊ່ວຍທ່ານໂດຍກົງ ແລະ ໂດຍທາງຄົນອື່ນ ເພື່ອແກ້ໄຂບັນຫາທີ່ທ່ານປະເຊີນຢູ່. ທ່ານສາມາດເປັນລຸ້ນທຳອິດໃນຄອບຄົວ ທີ່ເຮັດຕາມແຜນແຫ່ງຄວາມສຸກ ແລະ ແຜນແຫ່ງສະຫວັນຂອງພຣະເຈົ້າທີ່ມີໄວ້ໃຫ້ຄອບຄົວ ແລະ ລຸ້ນຕໍ່ໆໄປຂອງທ່ານກໍຈະເປັນຕາມນັ້ນ ແລະ ໄດ້ຮັບພອນ.
ຕໍ່ຊາຍໜຸ່ມ ພວກເຮົາຮັບຮູ້ບົດບາດ ທີ່ເຈົ້າຈະມີໃນການເປັນຜູ້ຫາລ້ຽງຄອບຄົວ ແລະ ເປັນຜູ້ປົກປ້ອງ, ພວກເຮົາຕຽມເຈົ້າດຽວນີ້ ໃຫ້ເຈົ້າດຸໝັ່ນຮ່ຳຮຽນ ແລະ ຕຽມການອົບຮົມຫລັງຈາກຈົບມັດທະຍົມ, ການສຶກສາບໍ່ວ່າໃນມະຫາວິທະຍາໄລ, ໂຮງຮຽນດ້ານເທັກນິກ, ຫລື ເຝິກວິຊາຊີບ ຫລື ໂຄງການຄ້າຍຄືກັນ ຈະເປັນຫລັກສຳຄັນໃນການພັດທະນາທັກສະ ແລະ ຄວາມສາມາດທີ່ຈຳເປັນແກ່ເຈົ້າ. ສວຍໂອກາດເຂົ້າເຖິງຄົນໃນທຸກໄວ ຮ່ວມທັງເດັກນ້ອຍ ແລະ ຮຽນຮູ້ໃນການມີຄວາມສຳພັນທີ່ດີ ແລະ ໄດ້ຮັບປະໂຫຍດຈາກຄວາມສຳພັນຕ່າງໆ. ນັ້ນໝາຍເຖິງ ເວົ້າກັບຜູ້ຄົນໜ້າຕໍ່ໜ້າ ແລະ ເຮັດສິ່ງຕ່າງໆຮ່ວມກັນ ບໍ່ແມ່ນແຕ່ເກັ່ງໃນການສົ່ງຂໍ້ຄວາມຫາກັນ. ໃຊ້ຊີວິດໃຫ້ເປັນເໝືອນວ່າ ເຈົ້າເປັນຜູ້ຊາຍທີ່ຈະນຳຄວາມບໍລິສຸດມາສູ່ການແຕ່ງງານ ແລະ ລູກໆຂອງເຈົ້າ.
ສຳລັບລຸ້ນທີ່ກຳລັງເກີດໃໝ່ໃຫຍ່ລຸນ ພວກເຮົາກ່າວວ່າ ບໍ່ວ່າເຈົ້າຈະໃຫ້ຄະແນນ ພໍ່ຕົນເອງວ່າໃນຂັ້ນດີ ປານກາງ ແລະ ດີທີ່ສຸດ (ຂ້າພະເຈົ້າຂໍທວາຍວ່າ ຄະແນນນັ້ນຈະດີຂຶ້ນເມື່ອເຈົ້າມີອາຍຸແກ່ລົງ ແລະ ສະຫລາດກວ່າເກົ່າ), ໃຫ້ປ່ຽນໃຈ ທີ່ຈະໃຫ້ກຽດພໍ່ ແລະ ແມ່ໃນຊີວິດຂອງເຈົ້າ. ຈົ່ງຈື່ຈຳຄວາມຫວັງທີ່ພໍ່ປາດຖະໜາ ທີ່ກ່າວໂດຍທ່ານຈອນ ວ່າ, “ຂ້າພະເຈົ້າບໍ່ມີຄວາມສຸກອື່ນໃດຍິ່ງໄປກ່ວາ ການທີ່ຈະໄດ້ຍິນວ່າ ລູກຂອງຂ້າພະເຈົ້າໄດ້ເດີນຕາມທາງແຫ່ງຄວາມຈິງ.”21 ຄວາມຊອບທຳຂອງເຈົ້າ ຈະເປັນກຽດຍິ່ງໃຫຍ່ທີ່ສຸດທີ່ພໍ່ຄົນໃດຄົນໜຶ່ງໄດ້ຮັບ.
ຕໍ່ອ້າຍນ້ອງທັງຫລາຍ, ຜູ້ທີ່ເປັນພໍ່ໃນສາດສະໜາຈັກ, ຂ້າພະເຈົ້າຂໍກ່າວວ່າ, ຂ້າພະເຈົ້າຮູ້ວ່າທ່ານຢາກເປັນພໍ່ທີ່ດີກວ່ານີ້. ຂ້າພະເຈົ້າຮູ້ ຂ້າພະເຈົ້າກໍຢາກເປັນຄືກັນ. ເຖິງວ່າ ທີ່ເຮົາມີຂີດຈຳກັດ ແຕ່ເຮົາຈະກ້າວໄປຂ້າງໜ້າ. ຂໍໃຫ້ເຮົາຢ່າຄິດເຖິງຄວາມດີກວ່າຄົນອື່ນ ແລະ ຄວາມເປັນອິດສະລະໃນປະເພນີສະໄໝນີ້ ແລະ ຂໍໃຫ້ເຮົາຄິດເຖິງຄວາມຢູ່ດີກິນດີຂອງຄົນອື່ນກ່ອນ. ນອກຈາກຄວາມບົກພ່ອງຂອງເຮົາແລ້ວ ພຣະບິດາເທິງສະຫວັນຂອງເຮົາ ຈະຊ່ວຍເຮົາໃຫ້ໄດ້ຮັບໝາກຜົນຈາກຄວາມພະຍາຍາມອັນທຳມະດາຂອງເຮົາ. ຂ້າພະເຈົ້າມີແຮງໃຈຈາກເລື່ອງລາວໃນວາລະສານ ຊື່ New Era ທີ່ພິມອອກປີດຽວກັນ ປີທີ່ຂ້າພະເຈົ້າໄດ້ເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່. ນັກປະພັນໄດ້ກ່າວເຖິງເລື່ອງນັ້ນວ່າ:
“ເມື່ອຂ້າພະເຈົ້າຍັງໜຸ່ມ ຄອບຄົວນ້ອຍໆຂອງເຮົາໄດ້ອາໄສຢູ່ເຮືອນຫ້ອງແຖວ ຫ້ອງນອນດຽວ ທີ່ຢູ່ຊັ້ນສອງ. ຕົນເອງກໍນອນຢູ່ຕັ່ງສະລົ້ງ ໃນຫ້ອງຮັບແຂກ. …
“ພໍ່ຂອງຂ້າພະເຈົ້າ ໄດ້ທຳງານຢູ່ໂຮງງານເຫລັກ ໄດ້ອອກຈາກບ້ານແຕ່ເຊົ້າທຸກມື້. ທຸກໆເຊົ້າ ພໍ່ຈະມາ … ຈິກຜ້າຫົ່ມອ້ອມຂ້າງຂ້າພະເຈົ້າ ແລະ ຢືນຢູ່ຫັ້ນໜ້ອຍໜຶ່ງ. ຂ້າພະເຈົ້າຈະເຄິ່ງຫລັບເຄິ່ງຕື່ນ ຕອນຂ້າພະເຈົ້າຮູ້ສຶກວ່າພໍ່ມາຢືນຢູ່ໃກ້ຕັ່ງສະລົ້ງ ແລະ ຫລຽວເບິ່ງຂ້າພະເຈົ້າ. ເມື່ອຂ້າພະເຈົ້າມືນຕາຊ້າໆ ຂ້າພະເຈົ້າກໍອາຍວ່າພໍ່ໄດ້ຢືນຢູ່ຫັ້ນ. ຂ້າພະເຈົ້າກໍທຳທ່າຫລັບ. … ຂ້າພະເຈົ້າຮູ້ວ່າເມື່ອພໍ່ໄດ້ຢືນຢູ່ຂ້າງບ່ອນນອນນັ້ນ ພໍ່ໄດ້ອະທິຖານຢ່າງສຸດກຳລັງຂອງຈິດໃຈ—ໃຫ້ຂ້າພະເຈົ້າ.
“ພໍ່ຂອງຂ້າພະເຈົ້າອະທິຖານໃຫ້ຂ້າພະເຈົ້າທຸກໆເຊົ້າ. ເພິ່ນອະທິຖານວ່າ ຂ້າພະເຈົ້າຈະມີວັນທີ່ດີ ແລະ ປອດໄພ ແລະ ຈະໄດ້ຮຽນຮູ້ສິ່ງຕ່າງໆເພື່ອອະນາຄົດ. ເພາະວ່າເພິ່ນບໍ່ໄດ້ຢູ່ກັບຂ້າພະເຈົ້າຈົນຮອດຕອນແລງ ເພິ່ນໄດ້ອະທິຖານໃຫ້ນາຍຄູ ແລະ ໝູ່ເພື່ອນຂອງຂ້າພະເຈົ້າທີ່ຂ້າພະເຈົ້າຈະຢູ່ນຳໃນວັນນັ້ນ. …
“ທຳອິດ ຂ້າພະເຈົ້າບໍ່ເຂົ້າໃຈວ່າເປັນຫຍັງເພິ່ນຈຶ່ງເຮັດແນວນັ້ນ ແລະ ອະທິຖານໃຫ້ຂ້າພະເຈົ້າທຸກເຊົ້າ. ເມື່ອໃຫຍ່ຂຶ້ນມາຈຶ່ງຮູ້ວ່າ ເພິ່ນຮັກ ແລະ ເອົາໃຈໃສ່ຂ້າພະເຈົ້າໃນທຸກຢ່າງທີ່ຂ້າພະເຈົ້າເຮັດ. ມັນແມ່ນຄວາມຊົງຈຳທີ່ໂປດປານຂອງຂ້າພະເຈົ້າ. ຈົນວ່າຫລາຍປີຜ່ານໄປ ຫລັງຈາກທີ່ຂ້າພະເຈົ້າແຕ່ງງານ ແລະ ມີລູກເຕົ້າຂອງຂ້າພະເຈົ້າເອງ, ຂ້າພະເຈົ້າໄດ້ເຂົ້າໄປຫ້ອງລູກ ແລະ ອະທິຖານໃຫ້ເຂົາຕອນເຂົານອນຢູ່ ຂ້າພະເຈົ້າຈຶ່ງເຂົ້າໃຈວ່າ ພໍ່ຮູ້ສຶກແນວໃດກ່ຽວກັບຂ້າພະເຈົ້າ.”22
ແອວມາໄດ້ເປັນພະຍານຕໍ່ລູກຊາຍຂອງເພິ່ນວ່າ:
“ແລະ ບັດນີ້, ລູກຂອງພໍ່, ພໍ່ຢາກເວົ້າສິ່ງໜຶ່ງກັບລູກວ່າ, [ພຣະຄຣິດ] ຈະສະເດັດມາຢ່າງແນ່ນອນເພື່ອເອົາບາບຂອງລູກໄປ … ; ແທ້ຈິງແລ້ວ, ພຣະອົງຈະສະເດັດມາ ເພື່ອປະກາດຂ່າວອັນໜ້າຊື່ນຊົມແຫ່ງຄວາມລອດໃຫ້ແກ່ຜູ້ຄົນຂອງພຣະອົງ.
“ແລະ ບັດນີ້ລູກຂອງພໍ່, ນີ້ຄືການປະຕິບັດສາດສະໜາກິດ ຊຶ່ງເອີ້ນລູກມາ, ເພື່ອຕຽມຈິດໃຈຂອງເຂົາ; ຫລື ຢາກໃຫ້ເຂົາ … ຕຽມຈິດໃຈຂອງລູກຫລານຂອງພວກເຂົາ ໃຫ້ໄດ້ຍິນພຣະຄຳໃນເວລາຂອງການສະເດັດມາຂອງພຣະອົງ.”23
ນີ້ແມ່ນພາລະກິດຂອງພໍ່ທັງຫລາຍໃນສະໄໝນີ້. ຂໍພຣະເຈົ້າຈົ່ງອວຍພອນ ແລະ ໃຫ້ເຂົາເຈົ້າເປັນໄປຕາມນັ້ນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.