​2010–2019
ຄອບຄົວນິລັນດອນ
ເມສາ 2016


15:34

ຄອບຄົວນິລັນດອນ

ໃນຖານະຜູ້ດຳລົງຖານະປະໂລຫິດ ເຮົາໄດ້ຖືກມອບໝາຍໃຫ້ນັບຖືຄອບຄົວຂອງຕົນ ແລະ ຄອບຄົວຂອງຄົນອື່ນໆ ວ່າຢູ່ໃນຈຸດໃຈກາງຂອງຄວາມເປັນຫ່ວງເປັນໃຍຂອງເຮົາ.

ຂ້າພະເຈົ້າມີຄວາມກະຕັນຍູທີ່ໄດ້ມາຢູ່ກັບທ່ານ ໃນຄ່ຳຄືນນີ້ ໃນພາກກອງປະຊຸມຖານະປະໂລຫິດສາມັນ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ມັນເປັນໂອກາດແຫ່ງປະຫວັດສາດຂອງສາດສະໜາຈັກ. ມັນເປັນເວລາ ໜຶ່ງຮ້ອຍແປດສິບສອງປີ ຜ່ານມາ ໃນປີ 1834, ໃນເມືອງເຄີດແລນ, ລັດໂອໄຮໂອ, ຜູ້ດຳລົງຖານະປະໂລຫິດທຸກຄົນ ໄດ້ຖືກເອີ້ນໃຫ້ໄປຊຸມນຸມກັນ ຢູ່ໃນຫ້ອງຮຽນໄມ້ທ່ອນ ກວ້າງ (4 ຈຸດ 2 ແມັດ ມົນທົນ). ໃນກອງປະຊຸມດັ່ງກ່າວ ສາດສະດາໂຈເຊັບ ສະມິດ ໄດ້ກ່າວວ່າ: “ພວກທ່ານຮູ້ພຽງເລັກນ້ອຍເທົ່ານັ້ນ ກ່ຽວກັບຈຸດໝາຍປາຍທາງຂອງສາດສະໜາຈັກ ແລະ ອານາຈັກ. ພວກທ່ານບໍ່ເຂົ້າໃຈມັນ. … ພວກທ່ານເປັນປະໂລຫິດພຽງຈຳນວນໜ້ອຍໜຶ່ງເທົ່ານັ້ນ ທີ່ຢູ່ໃນນີ້, ແຕ່ສາດສະໜາຈັກນີ້ ຈະຂະຫຍາຍອອກໄປທົ່ວອາເມຣິກາເໜືອ ແລະ ໃຕ້—ມັນຈະຂະຫຍາຍອອກໄປທົ່ວໂລກ.”1

ຜູ້ດຳລົງຖານະປະໂລຫິດ, ໃນຫລາຍກວ່າ 110 ປະເທດ, ໄດ້ມາເຕົ້າໂຮມກັນ ໃນພາກກອງປະຊຸມນີ້. ບາງທີສາດສະດາໂຈເຊັບ ໄດ້ເຫັນລ່ວງໜ້າເຖິງເວລານີ້ ແລະ ໄດ້ເຫັນຄວາມຮຸ່ງເຮືອງໃນອະນາຄົດຂ້າງໜ້າຂອງພວກເຮົານຳອີກ.

ຂ່າວສານຂອງຂ້າພະເຈົ້າໃນຄ່ຳຄືນນີ້ ແມ່ນຢາກບັນຍາຍເຖິງອະນາຄົດ ແລະ ສິ່ງທີ່ເຮົາຕ້ອງເຮັດ ໃນການເປັນພາກສ່ວນໃນແຜນແຫ່ງຄວາມສຸກ ຂອງພຣະບິດາເທິງສະຫວັນ ທີ່ໄດ້ຕຽມໄວ້ສຳລັບເຮົາ. ກ່ອນເຮົາໄດ້ມາເກີດ, ເຮົາໄດ້ຢູ່ກັບຄອບຄົວ ແລະ ຢູ່ກັບພຣະບິດາເທິງສະຫວັນອົງສູງສຸດ ແລະ ນິລັນດອນຂອງເຮົາ. ພຣະອົງໄດ້ຈັດຕຽມແຜນ ທີ່ຈະຊ່ວຍໃຫ້ເຮົາກ້າວໜ້າ ແລະ ກາຍເປັນເໝືອນດັ່ງພຣະອົງ. ພຣະອົງໄດ້ເຮັດໄປ ເພາະຮັກເຮົາ. ຈຸດປະສົງຂອງແຜນນັ້ນ ແມ່ນໃຫ້ເຮົາມີສິດທິພິເສດ ທີ່ຈະໄດ້ມີຊີວິດຕະຫລອດການ ດັ່ງທີ່ພຣະບິດາເທິງສະຫວັນຂອງເຮົາມີ. ແຜນແຫ່ງພຣະກິດຕິຄຸນດັ່ງກ່າວ ຈະໃຫ້ເຮົາມາສູ່ຄວາມເປັນມະຕະ ແລະ ຈະຖືກທົດສອບ. ມີຄຳສັນຍາບອກໄວ້ວ່າ ຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ, ຖ້າເຮົາເຊື່ອຟັງກົດ ແລະ ພິທີການຂອງຖານະປະໂລຫິດແຫ່ງພຣະກິດຕິຄຸນ, ແລ້ວເຮົາຈະມີຊີວິດນິລັນດອນ, ຊຶ່ງເປັນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດ ໃນຂອງປະທານທັງໝົດຂອງພຣະອົງ.

ຊີວິດນິລັນດອນ ເປັນຊີວິດຄືກັນກັບຊີວິດທີ່ພຣະບິດາເທິງສະຫວັນມີ. ພຣະເຈົ້າໄດ້ກ່າວວ່າ ຈຸດປະສົງຂອງພຣະອົງ ແມ່ນການນຳຄວາມເປັນອະມະຕະ ແລະ ຊີວິດນິລັນດອນ ມາສູ່ມວນມະນຸດ (ເບິ່ງ Moses 1:39). ດັ່ງນັ້ນ ຈຸດປະສົງທີ່ຍິ່ງໃຫຍ່ ຂອງຜູ້ດຳລົງຖານະປະໂລຫິດທຸກຄົນ ແມ່ນການຮັບໃຊ້ໃນວຽກງານຊ່ວຍເຫລືອຜູ້ຄົນໃຫ້ໄດ້ຮັບຊີວິດນິລັນດອນ.

ຄວາມພະຍາຍາມທຸກຢ່າງຂອງຖານະປະໂລຫິດ ແລະ ພິທີການຂອງຖານະປະໂລຫິດ ແມ່ນ ມີເຈດຕະນາໃຫ້ຊ່ວຍເຫລືອລູກໆຂອງພຣະບິດາເທິງສະຫວັນ ປ່ຽນແປງຜ່ານການຊົດໃຊ້ຂອງພຣະເຢຊູຄຣິດ ເພື່ອກາຍເປັນສະມາຊິກໃນຄອບຄົວທີ່ສົມບູນແບບ. ຈຸດປະສົງຄື “ວຽກງານທີ່ຍິ່ງໃຫຍ່ ຂອງມະນຸດທຸກຄົນ ແມ່ນການເຊື່ອໃນພຣະກິດຕິຄຸນ, ຮັກສາພຣະບັນຍັດ, ແລະ ສ້າງຄອບຄົວທີ່ສົມບູນແບບ,”2 ແລະ ເພື່ອຊ່ວຍເຫລືອຄົນອື່ນໃຫ້ເຮັດເໝືອນກັນ.

ເພາະມັນເປັນຄວາມຈິງ, ສະນັ້ນ ໃນທຸກສິ່ງທີ່ເຮົາເຮັດ ຄວນໃຫ້ມີການແຕ່ງງານແບບຊັ້ນສູງ ແລະ ເອົາໃຈໃສ່ກັບຈຸດປະສົງຂອງມັນ. ນັ້ນໝາຍຄວາມວ່າ ເຮົາຕ້ອງພະຍາຍາມຜະນຶກເຂົ້າກັບຄູ່ຄອງຂອງເຮົາ ຢູ່ໃນພຣະວິຫານຂອງພຣະເຈົ້າ. ເຮົາຕ້ອງຊຸກຍູ້ຄົນອື່ນໃຫ້ເຮັດ ແລະ ຮັກສາພັນທະສັນຍາ ທີ່ຜູກມັດສາມີພັນລະຍາເຂົ້າກັນ, ເຂົ້າກັບຄອບຄົວ, ໃນຊີວິດນີ້ ແລະ ໃນໂລກທີ່ຈະມາເຖິງ.

ເປັນຫຍັງສິ່ງນີ້ຈຶ່ງສຳຄັນຫລາຍສຳລັບເຮົາແຕ່ລະຄົນ—ທັງແກ່ ຫລື ໜຸ່ມ, ມັກຄະນາຍົກ ຫລື ມະຫາປະໂລຫິດ, ລູກຊາຍ ຫລື ພໍ່? ເພາະວ່າ ໃນຖານະຜູ້ດຳລົງຖານະປະໂລຫິດ ເຮົາໄດ້ຖືກມອບໝາຍໃຫ້ນັບຖືຄອບຄົວຂອງຕົນ ແລະ ຄອບຄົວຂອງຄົນອື່ນໆ ວ່າຢູ່ໃນຈຸດໃຈກາງຂອງຄວາມເປັນຫ່ວງເປັນໃຍຂອງເຮົາ. ການຕັດສິນໃຈທີ່ສຳຄັນທຸກຢ່າງ ແມ່ນໃຫ້ພິຈາລະນາເຖິງຜົນສະທ້ອນຕໍ່ຄອບຄົວ ໃນການມີຄວາມເໝາະສົມຕໍ່ຊີວິດ ທີ່ຈະໄດ້ຢູ່ກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ບໍ່ມີການຮັບໃຊ້ໃດ ຂອງຜູ້ດຳລົງຖານະປະໂລຫິດ ທີ່ສຳຄັນໄປກວ່ານີ້.

ຂ້າພະເຈົ້າຢາກບອກທ່ານ ເຖິງຄວາມສຳຄັນຂອງມັກຄະນາຍົກຄົນໜຶ່ງທີ່ຮັບຟັງຢູ່ໃນຄ່ຳຄືນນີ້ ຕໍ່ຄອບຄົວ ແລະ ຕໍ່ກຸ່ມຂອງຕົນ.

ໃນຄອບຄົວຂອງລາວ, ເຂົາເຈົ້າອາດບໍ່ມີການອະທິຖານເປັນຄອບຄົວ ເປັນປະຈຳ ຫລື ບໍ່ມີການສັງສັນໃນຄອບຄົວເລື້ອຍໆ. ຖ້າຫາກພໍ່ຂອງລາວ, ຮູ້ສຶກເຖິງການມອບໝາຍນີ້, ແລ້ວໄດ້ເອີ້ນຄອບຄົວໃຫ້ມາເຕົ້າໂຮມກັນ ເພື່ອອະທິຖານ ແລະ ອ່ານພຣະຄຳພີ, ແລ້ວມັກຄະນາຍົກ ກໍສາມາດໄປຮ່ວມນຳ ດ້ວຍຄວາມຍິ້ມແຍ້ມແຈ່ມໃສ. ລາວສາມາດຊຸກຍູ້ອ້າຍເອື້ອຍນ້ອງ ໃຫ້ມີສ່ວນຮ່ວມ ແລະ ຍ້ອງຍໍເຂົາເຈົ້າ ເມື່ອເຂົາເຈົ້າເຮັດ. ລາວສາມາດຂໍພອນຈາກພໍ່ ເມື່ອເລີ່ມຕົ້ນສົກປີຮຽນ ຫລື ໃນໂອກາດອື່ນໆ ເມື່ອຕ້ອງການ.

ລາວອາດບໍ່ມີພໍ່ທີ່ຊື່ສັດດັ່ງທີ່ກ່າວມານັ້ນ. ແຕ່ລາວກໍສາມາດປາດຖະໜາທີ່ຈະມີໂອກາດເຊັ່ນນັ້ນໄດ້ ເພື່ອນຳພະລັງແຫ່ງສະຫວັນມາສູ່ຜູ້ຄົນທີ່ຢູ່ອ້ອມຮອບລາວ ເພາະຄວາມຊື່ສັດຂອງລາວ. ເຂົາເຈົ້າຈະພະຍາຍາມສະແຫວງຫາຊີວິດຄອບຄົວທີ່ມັກຄະນາຍົກຄົນນັ້ນຢາກມີສຸດຫົວໃຈຂອງລາວ.

ຄູສອນຢູ່ໃນຖານະປະໂລຫິດແຫ່ງອາໂຣນ ສາມາດເຂົ້າໃຈການມອບໝາຍການສອນປະຈຳບ້ານ ວ່າເປັນໂອກາດທີ່ຈະຊ່ວຍພຣະຜູ້ເປັນເຈົ້າ ໃນການປ່ຽນແປງຊີວິດຂອງຄອບຄົວໄດ້. ພຣະຜູ້ເປັນເຈົ້າໄດ້ແນະນຳຢູ່ໃນ ພຣະຄຳພີ Doctrine and Covenants ວ່າ:

ໜ້າທີ່ຂອງຄູສອນຄື ດູແລສາດສະໜາຈັກສະເໝີ ແລະ ຢູ່ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ;

ແລະ ເບິ່ງວ່າບໍ່ມີຄວາມຊົ່ວຮ້າຍຢູ່ໃນສາດສະໜາຈັກ, ທັງບໍ່ໃຫ້ມີຄວາມເຄືອງແຄ້ນກັນ, ທັງບໍ່ໃຫ້ເວົ້າຕົວະ, ເວົ້າລັບຫລັງ, ຫລື ເວົ້າຈາບໍ່ດີ (ເບິ່ງ D&C 20:53–54).

ຄ້າຍຄືກັນນີ້, ປະໂລຫິດ ໃນຖານະປະໂລຫິດແຫ່ງອາໂຣນ ກໍໄດ້ຮັບບັນຊາ ວ່າ:

ໜ້າທີ່ຂອງປະໂລຫິດຄື ສັ່ງສອນ, ສິດສອນ, ຊີ້ແຈງ, ແນະນຳ, ແລະ ໃຫ້ບັບຕິສະມາ, ແລະ ປະຕິບັດສິນລະລຶກ,

ແລະ ຢ້ຽມຢາມບ້ານເຮືອນຂອງສະມາຊິກແຕ່ລະຄົນ, ແລະ ແນະນຳເຂົາໃຫ້ອະທິຖານອອກສຽງ ແລະ ໃນບ່ອນລັບລີ້ ແລະ ເຮັດໜ້າທີ່ທຸກຢ່າງໃນຄອບຄົວ (ເບິ່ງ D&C 20:46–47).

ທ່ານອາດຄິດ, ດັ່ງທີ່ຂ້າພະເຈົ້າໄດ້ຄິດ ຕອນຂ້າພະເຈົ້າເປັນຄູສອນ ແລະ ເປັນປະໂລຫິດ, ກ່ຽວກັບການປະຕິບັດໜ້າທີ່ເຫລົ່ານີ້. ຂ້າພະເຈົ້າບໍ່ເຄີຍແນ່ໃຈເລີຍ ວ່າຂ້າພະເຈົ້າຈະສາມາດໃຫ້ຄຳແນະນຳແນວໃດຕໍ່ຄອບຄົວ ເລື່ອງຊີວິດນິລັນດອນ ໂດຍບໍ່ເຮັດໃຫ້ເຂົາເຈົ້າຮູ້ສຶກຜິດໃຈ ຫລື ກ່າວຕິຊົມ. ຂ້າພະເຈົ້າໄດ້ຮຽນຮູ້ວ່າ ຄຳແນະນຳທີ່ສາມາດປ່ຽນແປງຈິດໃຈຄົນໄດ້ ແມ່ນມາຈາກພຣະວິນຍານບໍລິສຸດເທົ່ານັ້ນ. ມັນໄດ້ເກີດຂຶ້ນສະເໝີ ເມື່ອເຮົາກ່າວປະຈັກພະຍານ ເຖິງພຣະຜູ້ຊ່ວຍໃຫ້ລອດ, ຜູ້ເປັນສະມາຊິກທີ່ດີພ້ອມທຸກຢ່າງ ໃນຄອບຄົວ. ເມື່ອເຮົາເອົາໃຈໃສ່ຕໍ່ຄວາມຮັກຂອງເຮົາ ທີ່ມີຕໍ່ພຣະອົງ, ແລ້ວຄວາມຖືກຕ້ອງປອງດອງ ແລະ ຄວາມສະຫງົບສຸກ ຈະມີຫລາຍຂຶ້ນ ຢູ່ໃນບ້ານເຮືອນ ທີ່ເຮົາໄປຢ້ຽມຢາມ. ພຣະວິນຍານບໍລິສຸດຈະສະຖິດຢູ່ກັບເຮົາ ໃນການຮັບໃຊ້ຂອງເຮົາຕໍ່ຄອບຄົວດັ່ງກ່າວ.

ຜູ້ດຳລົງຖານະປະໂລຫິດໜຸ່ມ, ຕາມວິທີທີ່ລາວອະທິຖານ, ກ່າວຈາ, ແລະ ຊຸກຍູ້ສະມາຊິກໃນຄອບຄົວ, ສາມາດນຳອິດທິພົນ ແລະ ຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ມາສູ່ຈິດໃຈຂອງຄອບຄົວໄດ້.

ຜູ້ນຳຖານະປະໂລຫິດທີ່ສະຫລາດຄົນໜຶ່ງ ໄດ້ສະແດງໃຫ້ຂ້າພະເຈົ້າເຫັນວ່າ ລາວເຂົ້າໃຈໃນເລື່ອງນີ້. ລາວໄດ້ຂໍໃຫ້ລູກຊາຍໜຸ່ມຂອງຂ້າພະເຈົ້າ ນຳໜ້າໃນການສອນປະຈຳບ້ານ. ລາວເວົ້າວ່າ ຄອບຄົວອາດບໍ່ຍອມຮັບ ຄຳແນະນຳຂອງລາວ, ແຕ່ລາວຄິດວ່າ ການສອນ ແລະ ປະຈັກພະຍານຂອງຊາຍໜຸ່ມຄົນໜຶ່ງ ຈະແຊກຊຶມເຂົ້າໄປໃນຈິດໃຈທີ່ແຂງກະດ້າງຂອງເຂົາເຈົ້າໄດ້ຫລາຍກວ່າ.

ແອວເດີຄົນໜຸ່ມສາມາດເຮັດສິ່ງໃດ ເພື່ອຊ່ວຍໃນການສ້າງຄອບຄົວນິລັນດອນ? ລາວກຳລັງຈະອອກໄປສູ່ສະໜາມເຜີຍແຜ່. ລາວສາມາດອະທິຖານດ້ວຍສຸດໃຈ ເພື່ອໃຫ້ລາວພົບເຫັນ, ສອນ, ແລະ ໃຫ້ບັບຕິສະມາ ຫລາຍຄອບຄົວ. ຂ້າພະເຈົ້າຍັງຈື່ຈຳ ຊາຍໜຸ່ມຄົນໜຶ່ງ ແລະ ພັນລະຍາທີ່ໜ້າຮັກຂອງລາວ ພ້ອມດ້ວຍລູກສາວນ້ອຍສອງຄົນຂອງເຂົາເຈົ້າ ທີ່ນັ່ງຢູ່ຕໍ່ໜ້າຂ້າພະເຈົ້າກັບຄູ່ສອນຂອງຂ້າພະເຈົ້າ. ພຣະວິນຍານບໍລິສຸດ ໄດ້ມາເປັນພະຍານຕໍ່ເຂົາເຈົ້າວ່າ ພຣະກິດຕິຄຸນຂອງພຣະເຢຊູຄຣິດ ໄດ້ຖືກຟື້ນຟູຄືນມາໃໝ່ແລ້ວ. ເຂົາເຈົ້າກໍເຊື່ອ ແລະ ຍັງໄດ້ຂໍໃຫ້ພວກເຮົາ ໃຫ້ພອນແກ່ລູກສາວນ້ອຍທັງສອງຂອງເຂົາເຈົ້າ ດັ່ງທີ່ເຂົາເຈົ້າໄດ້ເຫັນ ຢູ່ໃນກອງປະຊຸມສູນລະລຶກ. ເຂົາເຈົ້າມີຄວາມປາດຖະໜາດີໃຫ້ລູກສາວທັງສອງໄດ້ຮັບພອນ, ແຕ່ເຂົາເຈົ້າບໍ່ເຂົ້າໃຈເທື່ອວ່າ ພອນທີ່ສູງກວ່າ ແມ່ນມີໃຫ້ ພຽງແຕ່ໃນພຣະວິຫານຂອງພຣະເຈົ້າເທົ່ານັ້ນ ຫລັງຈາກເຂົາເຈົ້າໄດ້ເຮັດພັນທະສັນຍາແລ້ວ.

ຂ້າພະເຈົ້າຍັງຮູ້ສຶກເຈັບປວດ ເມື່ອຄິດເຖິງສາມີພັນລະຍາຄູ່ນັ້ນ ແລະ ລູກສາວສອງຄົນຂອງເຂົາເຈົ້າ, ບາງທີພວກນາງກໍມີອາຍຸສູງແລ້ວຕອນນີ້, ປາດສະຈາກຄຳສັນຍາຂອງຄອບຄົວນິລັນດອນ. ພໍ່ແມ່ຂອງພວກນາງ ກໍເຂົ້າໃຈໜ້ອຍໜຶ່ງກ່ຽວກັບພອນ ທີ່ເຂົາເຈົ້າສາມາດໄດ້ຮັບ. ຂ້າພະເຈົ້າຫວັງວ່າ ເຂົາເຈົ້າຈະໄດ້ຮັບໂອກາດນັ້ນ ໃນມື້ໜຶ່ງ ເພື່ອຈະໄດ້ເໝາະສົມກັບການເປັນຄອບຄົວນິລັນດອນ.

ພວກແອວເດີຄົນອື່ນໆ ທີ່ກຳລັງຈະໄປສູ່ສະໜາມເຜີຍແຜ່ ອາດມີປະສົບການທີ່ດີ ຄືກັນກັບທ້າວແມັດຕິວ ລູກຊາຍຂອງຂ້າພະເຈົ້າໄດ້ມີ. ລາວ ກັບຄູ່ສອນຂອງລາວ ໄດ້ພົບເຫັນແມ່ໝ້າຍຄົນໜຶ່ງ ທີ່ມີລູກ 11 ຄົນ ຜູ້ມີຊີວິດທີ່ຖ່ອມຕົວຫລາຍ. ລາວກໍຢາກໃຫ້ເຂົາເຈົ້າໄດ້ຮັບ ຄືກັນກັບທ່ານ—ນັ້ນຄື ຄອບຄົວນິລັນດອນ. ຕໍ່ລູກຊາຍຂອງຂ້າພະເຈົ້າແລ້ວ, ເວລານັ້ນອາດເປັນໂອກາດ ທີ່ເປັນໄປບໍ່ໄດ້ສຳລັບຄອບຄົວນີ້.

ຂ້າພະເຈົ້າໄດ້ໄປຢ້ຽມຢາມເມືອງນ້ອຍນັ້ນ ເມື່ອຫລາຍປີກ່ອນ ຫລັງຈາກລູກຊາຍຂອງຂ້າພະເຈົ້າໄດ້ບັບຕິສະມາໃຫ້ ແມ່ໝ້າຍຄົນນັ້ນ, ແລະ ນາງໄດ້ເຊື້ອເຊີນຂ້າພະເຈົ້າໃຫ້ໄປພົບກັບຄອບຄົວຂອງນາງຢູ່ໂບດ. ຂ້າພະເຈົ້າໄດ້ລໍຖ້າດົນເຕີບ ເພາະລູກຫລານຂອງນາງຫລາຍຄົນ ໄດ້ອາໄສຢູ່ຫ່າງໄກ. ລູກຊາຍຄົນໜຶ່ງໄດ້ຮັບໃຊ້ຢ່າງຊື່ສັດ ໃນຝ່າຍອະທິການ, ແລະ ລູກຫລາຍຄົນຂອງນາງ ໄດ້ຮັບພອນໃນພຣະວິຫານ ແລະ ນາງໄດ້ຖືກຜະນຶກເຂົ້າໃນຄອບຄົວນິລັນດອນ. ເມື່ອເຖິງເວລາທີ່ຂ້າພະເຈົ້າຕ້ອງໄດ້ຈາກແມ່ໝ້າຍທີ່ດີຄົນນັ້ນໄປ, ນາງໄດ້ໂອບກອດແອວຂອງຂ້າພະເຈົ້າ (ນາງເປັນຄົນເຕ້ຍ, ສູງກາຍແອວຂອງຂ້າພະເຈົ້າໜ້ອຍໜຶ່ງ) ແລະ ເວົ້າວ່າ, “ຂໍໃຫ້ທ່ານບອກທ້າວ ແມັດຕິວ ກັບມາຢາມປະເທດຈີເລແດ່ເດີ ກ່ອນຂ້ານ້ອຍຊິຕາຍ.” ເພາະພວກແອວເດີທີ່ຊື່ສັດ, ນາງຈຶ່ງໄດ້ຮັບພອນທີ່ຍິ່ງໃຫຍ່ທີ່ສຸດຈາກພຣະເຈົ້າ.

ມີຫລາຍສິ່ງທີ່ແອວເດີ ຜູ້ໄດ້ສຳເລັດການສອນສາດສະໜາ ຈະຕ້ອງເຮັດ ເພື່ອເປັນການຈິງຈັງຕໍ່ຄຳໝັ້ນສັນຍາຂອງລາວ ນັ້ນຄື ການສະແຫວງຫາຊີວິດນິລັນດອນໃຫ້ກັບຕົນເອງ ແລະ ໃຫ້ແກ່ຄົນທີ່ລາວຮັກ. ບໍ່ມີຄຳໝັ້ນສັນຍາອື່ນໃດທີ່ສຳຄັນໃນຊີວິດນີ້ ແລະ ໃນນິລັນດອນ ຫລາຍເທົ່າກັບ ການແຕ່ງງານ. ທ່ານໄດ້ຍິນຄຳແນະນຳທີ່ສະຫລາດ ວ່າໃຫ້ການແຕ່ງງານເປັນຄວາມສຳຄັນອັນດັບໜຶ່ງ ຫລັງຈາກໄດ້ກັບຈາກການເຜີຍແຜ່. ຜູ້ຮັບໃຊ້ຖານະປະໂລຫິດທີ່ຊື່ສັດ ຈະເຮັດຕາມນີ້ດ້ວຍຄວາມສະຫລາດ.

ກ່ຽວກັບການແຕ່ງງານ, ລາວຈະເບິ່ງວ່າ ລາວກຳລັງຈະເລືອກພໍ່ແມ່ໃຫ້ກັບລູກໆຂອງລາວ ແລະ ເລືອກມໍລະດົກໄວ້ໃຫ້ເຂົາ. ລາວຈະເລືອກດ້ວຍຄວາມຕັ້ງໃຈ ເພື່ອຊອກຫາ ແລະ ຮ່ວມການອະທິຖານເຂົ້າກັບການຕັດສິນໃຈ. ລາວຈະໃຫ້ແນ່ໃຈວ່າ ຜູ້ທີ່ລາວແຕ່ງງານດ້ວຍ ຈະມີອຸດົມຄະຕິດຽວກັນ ເລື່ອງຄອບຄົວ ແລະ ເລື່ອງຄວາມແນ່ນອນໃຈຂອງລາວກ່ຽວກັບຈຸດປະສົງຂອງພຣະຜູ້ເປັນເຈົ້າ ໃນການແຕ່ງງານ, ແລະ ວ່ານາງເປັນບຸກຄົນທີ່ລາວສາມາດໄວ້ວາງໃຈຄວາມຜາສຸກຂອງລູກໆຂອງລາວໄວ້ກັບນາງໄດ້.

ປະທານເອັນ ແອວດອນ ແທນເນີ ໄດ້ໃຫ້ຄຳແນະນຳທີ່ສະຫລາດວ່າ: “ພໍ່ແມ່ຜູ້ທີ່ທ່ານຈະໃຫ້ກຽດຫລາຍທີ່ສຸດ ແມ່ນພໍ່ແມ່ຜູ້ທີ່ຈະເປັນພໍ່ແມ່ຂອງລູກທ່ານເອງ. ລູກໆເຫລົ່ານັ້ນມີສິດທີ່ຈະໄດ້ມີພໍ່ແມ່ທີ່ດີທີ່ສຸດ ເທົ່າທີ່ທ່ານສາມາດເປັນໃຫ້ເຂົາໄດ້—ເປັນພໍ່ແມ່ທີ່ຊອບທຳ.”3 ຄວາມບໍລິສຸດຈະປົກປ້ອງທ່ານ ແລະ ປົກປ້ອງລູກໆຂອງທ່ານ. ທ່ານຄວນມອບພອນນັ້ນໃຫ້ແກ່ເຂົາ.

ຕອນນີ້ ກໍມີສາມີ ແລະ ພໍ່ ຫລາຍຄົນທີ່ຟັງຢູ່. ທ່ານສາມາດເຮັດສິ່ງໃດແດ່? ຂ້າພະເຈົ້າຫວັງວ່າ ທ່ານຈະມີຄວາມປາດຖະໜາທີ່ຈະປ່ຽນແປງສຳລັບທ່ານເອງ ແລະ ສຳລັບຄອບຄົວຂອງທ່ານ ເພື່ອຈະໄດ້ຢູ່ນຳກັນໃນອານາຈັກຊັ້ນສູງ ໃນມື້ໜຶ່ງ. ໃນຖານະທີ່ເປັນພໍ່ຜູ້ດຳລົງຖານະປະໂລຫິດ, ໂດຍມີພັນລະຍາຢູ່ຄຽງຂ້າງ, ທ່ານສາມາດສຳພັດຈິດໃຈຄົນໃນຄອບຄົວ ເພື່ອຊຸກຍູ້ເຂົາເຈົ້າໃຫ້ຫລິງເຫັນມື້ນັ້ນ. ທ່ານຄວນໄປໂບດກັບຄອບຄົວ, ມີການປະຊຸມໃນຄອບຄົວ ຊຶ່ງຈະເຊື້ອເຊີນພຣະວິນຍານບໍລິສຸດ ໃຫ້ມາສະຖິດຢູ່ນຳ, ໃຫ້ມີການອະທິຖານກັບພັນລະຍາ ແລະ ຄອບຄົວ, ແລະ ທ່ານຈະຕຽມຕົວທ່ານເອງ ເພື່ອພາຄອບຄົວໄປພຣະວິຫານ. ທ່ານຈະກ້າວເດີນໄປກັບເຂົາເຈົ້າ ໃນເສັ້ນທາງທີ່ພາກັບໄປສູ່ບ້ານຄອບຄົວນິລັນດອນ.

ທ່ານຈະປະຕິບັດຕໍ່ພັນລະຍາ ແລະ ລູກໆຂອງທ່ານ ເຊັ່ນດຽວກັບທີ່ພຣະບິດາເທິງສະຫວັນ ໄດ້ກະທຳຕໍ່ທ່ານ. ທ່ານຈະເຮັດຕາມແບບຢ່າງ ແລະ ການຊີ້ນຳຂອງພຣະຜູ້ຊ່ວຍໃຫ້ລອດ ເພື່ອນຳພາຄອບຄົວຂອງທ່ານ ໄປໃນເສັ້ນທາງຂອງພຣະອົງ.

ບໍ່ມີອຳນາດ ຫລື ອິດທິພົນໃດສາມາດ ຫລື ຈະດຳລົງຮັກສາໄວ້ໄດ້ໂດຍອາໄສຖານະປະໂລຫິດ, ນອກຈາກໂດຍການຊັກຊວນ, ໂດຍຄວາມອົດກັ້ນ, ໂດຍຄວາມອ່ອນໂຍນ ແລະ ໂດຍຄວາມອ່ອນນ້ອມ, ແລະ ໂດຍຄວາມຮັກອັນບໍ່ແກ້ງເຮັດ;

ໂດຍຄວາມກະລຸນາ, ແລະ ຄວາມຮູ້ອັນບໍລິສຸດ, ຊຶ່ງຈະຂະຫຍາຍຈິດວິນຍານອອກໄປຢ່າງກວ້າງຂວາງໂດຍປາດສະຈາກຄວາມໜ້າຊື່ໃຈຄົດ ແລະ ປາດສະຈາກອຸບາຍ—

ຈົ່ງຕິຕຽນໃຫ້ທັນການດ້ວຍຄວາມສຽບຂາດ, ເມື່ອໄດ້ຮັບການກະຕຸ້ນໂດຍພຣະວິນຍານບໍລິສຸດ; ແລະ ຈາກນັ້ນ ໃນເວລາຕໍ່ມາຈົ່ງສະແດງຄວາມຮັກຫລາຍຂຶ້ນຕໍ່ຄົນທີ່ທ່ານຕຳນິ, ຖ້າບໍ່ດັ່ງນັ້ນເຂົາຈະຖືວ່າທ່ານເປັນສັດຕູຂອງເຂົາ (ເບິ່ງ D&C 121:41–43).

ພຣະຜູ້ເປັນເຈົ້າໄດ້ບອກພໍ່ທັງຫລາຍຜູ້ດຳລົງໃນຖານະປະໂລຫິດ ເຖິງການເປັນສາມີ ທີ່ເຂົາເຈົ້າຕ້ອງເປັນ. ພຣະອົງກ່າວວ່າ ຈົ່ງຮັກເມຍຂອງພວກເຈົ້າດ້ວຍສຸດໃຈຂອງພວກເຈົ້າ, ແລະ ຈະແນບສະນິດຢູ່ກັບນາງ ແລະ ບໍ່ມີຄົນອື່ນອີກ (ເບິ່ງ D&C 42:22). ເມື່ອພຣະຜູ້ຊ່ວຍໃຫ້ລອດກ່າວກັບສາມີ ແລະ ພັນລະຍາ ພຣະອົງໄດ້ບັນຊາວ່າ, ຢ່າ … ຫລິ້ນຊູ້ … ຫລື ເຮັດສິ່ງໃດໆທີ່ຄ້າຍຄືກັນນັ້ນ (ເບິ່ງ D&C 59:6).

ສຳລັບຊາວໜຸ່ມ, ພຣະຜູ້ເປັນເຈົ້າໄດ້ຕັ້ງມາດຕະຖານໄວ້ວ່າ, “ຝ່າຍລູກທັງຫລາຍ, ແມ່ນໜ້າທີ່ຂອງພວກເຈົ້າໃນຖານະທີ່ເປັນຄຣິດສະຕຽນ ຕ້ອງນົບນ້ອມເຊື່ອຟັງພໍ່ແມ່ຂອງຕົນຢູ່ສະເໝີ” (ໂກໂລຊາຍ 3:20), ແລະ “ຈົ່ງນັບຖືພໍ່ແມ່ຂອງເຈົ້າ” (ອົບພະຍົບ 20:12).

ເມື່ອພຣະຜູ້ເປັນເຈົ້າກ່າວກັບທຸກຄົນໃນຄອບຄົວ, ພຣະອົງແນະນຳວ່າ ໃຫ້ຮັກ ແລະ ສະໜັບສະໜູນກັນແລະກັນ.

ພຣະອົງຂໍໃຫ້ເຮົາ “ພະຍາຍາມຊ່ວຍໃຫ້ຊີວິດຂອງທຸກຄົນໃນຄອບຄົວ ໃຫ້ດີພ້ອມ, ໃຫ້ຊ່ວຍຄົນອ່ອນແອ, ໃຫ້ຊ່ວຍກູ້ຄົນທີ່ເຮົາຮັກ, ແລະ ປິຕິຍິນດີເມື່ອເຫັນເຂົາກັບມາເຂັ້ມແຂງທາງວິນຍານ.”4

ພຣະຜູ້ເປັນເຈົ້າຍັງໄດ້ຂໍໃຫ້ເຮົາເຮັດຈົນສຸດຄວາມສາມາດນຳອີກ ເພື່ອຊ່ວຍເຫລືອຍາດພີ່ນ້ອງ ຜູ້ທີ່ໄດ້ລ່ວງລັບໄປແລ້ວ ເພື່ອເຂົາເຈົ້າຈະໄດ້ຢູ່ກັບເຮົາ ໃນບ້ານນິລັນດອນຂອງເຮົາ.

ຜູ້ນຳກຸ່ມມະຫາປະໂລຫິດ ກໍໄດ້ທຳງານຢ່າງພາກພຽນ ໃນການຊ່ວຍຜູ້ຄົນ ຊອກຫາບັນພະບຸລຸດຂອງເຂົາ ແລະ ເອົາລາຍຊື່ເຫລົ່ານັ້ນ ໄປພຣະວິຫານ ເພື່ອຊ່ວຍກູ້ຜູ້ທີ່ໄດ້ລ່ວງລັບໄປແລ້ວ. ມະຫາປະໂລຫິດເຫລົ່ານັ້ນ ຈະໄດ້ຍິນຄຳຂອບໃຈ ຢູ່ໃນໂລກທີ່ຈະມາເຖິງ, ແລະ ຜູ້ທີ່ຊ່ວຍເຫລືອໃນການເຮັດພິທີການ ກໍເໝືອນກັນ, ເພາະເຂົາເຈົ້າບໍ່ໄດ້ລືມໄລ ຍາດຕິພີ່ນ້ອງ ຜູ້ທີ່ລໍຖ້າຢູ່ໃນໂລກວິນຍານ.

ສາດສະດາໄດ້ກ່າວວ່າ: “ວຽກງານທີ່ສຳຄັນທີ່ສຸດຂອງພຣະຜູ້ເປັນເຈົ້າ ທີ່ທ່ານສາມາດເຮັດ ແມ່ນວຽກງານທີ່ທ່ານເຮັດຢູ່ພາຍໃນບ້ານເຮືອນຂອງທ່ານເອງ. ການສອນປະຈຳບ້ານ, ວຽກງານຂອງຝ່າຍອະທິການ, ແລະ ໜ້າທີ່ອື່ນໆໃນສາດສະໜາຈັກ ກໍສຳຄັນທັງໝົດ, ແຕ່ສຳຄັນທີ່ສຸດ ແມ່ນວຽກງານທີ່ທ່ານເຮັດ ຢູ່ພາຍໃນບ້ານເຮືອນຂອງທ່ານເອງ.”5

ໃນບ້ານເຮືອນຂອງເຮົາ, ແລະ ໃນການຮັບໃຊ້ໃນຖານະປະໂລຫິດຂອງເຮົາ, ຄຸນຄ່າທີ່ຍິ່ງໃຫຍ່ທີ່ສຸດ ແມ່ນການກະທຳອັນເລັກນ້ອຍ ທີ່ຊ່ວຍເຮົາ ແລະ ຄົນທີ່ເຮົາຮັກ ກ້າວໄປສູ່ຊີວິດນິລັນດອນ. ການກະທຳເຫລົ່ານັ້ນອາດເບິ່ງຄືວ່າ ເລັກນ້ອຍ ໃນຊີວິດນີ້, ແຕ່ມັນຈະນຳພອນອັນເປັນນິດ ໃນນິລັນດອນ ມາໃຫ້.

ເມື່ອເຮົາຊື່ສັດໃນການຮັບໃຊ້ຂອງເຮົາ ໃຫ້ແກ່ລູກໆຂອງພຣະບິດາເທິງສະຫວັນ ໃນການກັບໄປບ້ານ ຫາພຣະອົງ, ເຮົາຈະເໝາະສົມກັບການທັກທາຍ ທີ່ເຮົາທຸກຄົນຢາກໄດ້ຍິນ ເມື່ອເຮົາສຳເລັດວຽກງານຂອງເຮົາ ຢູ່ໃນໂລກນີ້. ນັ້ນຄື: “ດີແລ້ວຄົນຮັບໃຊ້ທີ່ດີ ແລະ ສັດຊື່ເອີຍ ເຈົ້າເປັນຜູ້ສັດຊື່ໃນຂອງເລັກນ້ອຍ ເຮົາຈະໃຫ້ເຈົ້າຮັບຜິດຊອບດູແລສິ່ງຂອງຫລາຍຢ່າງ, ຈົ່ງມາຮ່ວມຊົມຊື່ນຍິນດີກັບເຮົາເຖີດ” (ມັດທາຍ 25:21).

ໃນບັນດາ “ຫລາຍສິ່ງເຫລົ່ານີ້” ມີຄຳສັນຍາ ເຖິງການມີລູກຫລານຕໍ່ໆໄປ ຈົນບໍ່ມີທີ່ສິ້ນສຸດ. ຂ້າພະເຈົ້າຫວັງວ່າ ເຮົາຈະເໝາະສົມ ແລະ ຊ່ວຍເຫລືອຄົນອື່ນໃຫ້ເໝາະສົມ ກັບພອນແຫ່ງສະຫວັນນີ້ ໃນບ້ານຂອງພຣະບິດາ ແລະ ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.

ແຫລ່ງອ້າງອີງ

  1. Teachings of Presidents of the Church: Joseph Smith (2007), 137.

  2. Bruce R. McConkie, in Conference Report, Apr. 1970, 26.

  3. N. Eldon Tanner, Church News, Apr. 19, 1969, 2.

  4. Bruce R. McConkie, in Conference Report, Apr. 1970, 27.

  5. Harold B. Lee, Decisions for Successful Living (1973), 248–49.