ພຣະອົງຂໍໃຫ້ເຮົາເປັນພຣະຫັດຂອງພຣະອົງ
ການຮັບໃຊ້ທີ່ແທ້ຈິງຢ່າງພຣະຄຣິດ ເປັນການຮັບໃຊ້ທີ່ບໍ່ເຫັນແກ່ຕົວ ແລະ ການເອົາໃຈໃສ່ກັບຄົນອື່ນ.
“ຈົ່ງຮັກຊຶ່ງກັນແລະກັນ, ດັ່ງທີ່ເຮົາຮັກພວກເຈົ້າ.”1 ຖ້ອຍຄຳເຫລົ່ານີ້ ທີ່ຂັບຮ້ອງໂດຍກຸ່ມນັກຮ້ອງ ທີ່ໜ້າອັດສະຈັນໃຈ, ກໍຖືກກ່າວໂດຍພຣະເຢຊູ ບໍ່ເທົ່າໃດຊົ່ວໂມງ ກ່ອນພຣະອົງໄດ້ເຮັດການເສຍສະລະຊົດໃຊ້ທີ່ຍິ່ງໃຫຍ່—ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ບັນຍາຍເຖິງການເສຍສະລະນັ້ນວ່າ ເປັນ “ການສະແດງອອກເຖິງຄວາມຮັກອັນບໍລິສຸດທີ່ສຸດ ທີ່ເຄີຍໄດ້ສະແດງອອກ ໃນປະຫວັດສາດຂອງໂລກນີ້.”2
ພຣະເຢຊູ ບໍ່ພຽງແຕ່ ໄດ້ສອນເຮົາໃຫ້ຮັກເທົ່ານັ້ນ, ແຕ່ພຣະອົງໄດ້ໃຊ້ຊີວິດ ຕາມທີ່ພຣະອົງໄດ້ສອນນຳອີກ. ຕະຫລອດການປະຕິບັດສາດສະໜາກິດຂອງພຣະອົງ, ພຣະເຢຊູ “ໄດ້ໄປທຸກຫົນທຸກແຫ່ງ”3 ແລະ “ອ້ອນວອນທຸກຄົນ ໃຫ້ເຮັດຕາມແບບຢ່າງຂອງພຣະອົງ.”4 ພຣະອົງໄດ້ສອນວ່າ, “ເພາະຜູ້ໃດກໍຕາມທີ່ຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ; ແຕ່ຜູ້ໃດກໍຕາມທີ່ສະລະຊີວິດຂອງຕົນ ເພາະເຫັນແກ່ເຮົາ, ຜູ້ນັ້ນຈະຊ່ວຍຊີວິດຂອງຕົນໃຫ້ພົ້ນ.”5
ປະທານທອມມັສ ແອັສ ມອນສັນ, ຜູ້ທີ່ເຂົ້າໃຈ ແລະ ດຳລົງຊີວິດຕາມການຕັກເຕືອນໃຫ້ຮັກນີ້, ໄດ້ກ່າວວ່າ: “ຂ້າພະເຈົ້າເຊື່ອວ່າ ພຣະຜູ້ຊ່ວຍໃຫ້ລອດ ບອກເຮົາວ່າ ຖ້າຫາກເຮົາບໍ່ອຸທິດຕົນໃນການຮັບໃຊ້ຄົນອື່ນ, ແລ້ວຈຸດປະສົງໃນຊີວິດຂອງເຮົາ ກໍບໍ່ມີຄຸນຄ່າແນວໃດເລີຍ. ຄົນທີ່ມີຊີວິດເພື່ອຕົນເອງເທົ່ານັ້ນ ໃນທີ່ສຸດ ກໍຈະແຫ່ວແຫ້ງໄປ ແລະ … ສູນເສຍຊີວິດ, ໃນຂະນະທີ່ຄົນອື່ນຜູ້ອຸທິດຕົນໃນການຮັບໃຊ້ຄົນອື່ນ ເຕີບໂຕຂຶ້ນ ແລະ ເບີກບານ—ແລະ ຜົນສະທ້ອນກໍຄື ເຂົາເຈົ້າຈະຊ່ວຍຊີວິດຂອງຕົນໃຫ້ພົ້ນ.”6
ການຮັບໃຊ້ທີ່ແທ້ຈິງຢ່າງພຣະຄຣິດ ເປັນການຮັບໃຊ້ທີ່ບໍ່ເຫັນແກ່ຕົວ ແລະ ການເອົາໃຈໃສ່ກັບຄົນອື່ນ. ຍິງຄົນໜຶ່ງຜູ້ໄດ້ດູແລສາມີທີ່ປ່ວຍໂຊ ໄດ້ອະທິບາຍວ່າ, “ຢ່າຄິດວ່າ ໜ້າທີ່ຂອງທ່ານເປັນສິ່ງໜັກໜ່ວງ; ໃຫ້ຄິດວ່າ ມັນເປັນໂອກາດທີ່ຈະຮຽນຮູ້ວ່າ ຮັກແທ້ຄືຫຍັງ.”7
ຕອນກ່າວຢູ່ໃນກອງປະຊຸມ ທີ່ມະຫາວິທະຍາໄລ BYU, ຊິດສະເຕີ ສັນດຣາ ດີ ຮີສຕັນ ໄດ້ຖາມວ່າ: “ຈະເປັນແນວໃດ ຖ້າຫາກເຮົາສາມາດຫລຽວເຫັນໃຈຂອງກັນແລະກັນ? ເຮົາຈະເຂົ້າໃຈກັນດີກວ່າເກົ່າບໍ? ໂດຍການຮູ້ສຶກດັ່ງທີ່ຄົນອື່ນຮູ້ສຶກ, ເຫັນດັ່ງທີ່ຄົນອື່ນເຫັນ, ແລະ ໄດ້ຍິນດັ່ງທີ່ຄົນອື່ນໄດ້ຍິນ, ເຮົາຈະຫາເວລາຮັບໃຊ້ຄົນອື່ນບໍ, ແລະ ເຮົາຈະປະຕິບັດຕໍ່ເຂົາເຈົ້າດ້ວຍຄວາມແຕກຕ່າງບໍ? ເຮົາຈະປະຕິບັດຕໍ່ເຂົາເຈົ້າດ້ວຍຄວາມອົດທົນ, ເມດຕາ, ແລະ ອົດກັ້ນຫລາຍກວ່າບໍ?
ຊິດສະເຕີ ຮີສຕັນ ໄດ້ແບ່ງປັນປະສົບການ ຈາກຕອນທີ່ເພິ່ນໄດ້ຮັບໃຊ້ຢູ່ຄ້າຍພັກແລ້ງຂອງກຸ່ມຍິງໜຸ່ມ.ເພິ່ນໄດ້ກ່າວວ່າ:
“ຜູ້ປາໄສຄົນໜຶ່ງ … ຂອງກອງປະຊຸມຂອງພວກເຮົາ … ໄດ້ສອນພວກເຮົາເຖິງການກາຍເປັນ. ບົດຄວາມໜຶ່ງຂອງເພິ່ນ … ແມ່ນ, ‘ໃຫ້ເປັນຄົນທີ່ເອື້ອມອອກໄປ ເພື່ອຈະໄດ້ຮູ້ ແລະ ຮັບໃຊ້ຄົນອື່ນ—ໃຫ້ຢຸດຄິດແຕ່ກ່ຽວກັບຕົວເອງ ແຕ່ໃຫ້ຄິດກ່ຽວກັບຄົນອື່ນ.’
“ໃນການສາທິດເລື່ອງນີ້, ເພິ່ນໄດ້ເອີ້ນຍິງໜຸ່ມຄົນໜຶ່ງຂຶ້ນມາ ແລະ ຂໍໃຫ້ນາງຢືນຢູ່ຕໍ່ໜ້າເພິ່ນ. ແລ້ວເພິ່ນໄດ້ເອົາກະຈົກນ້ອຍອັນໜຶ່ງອອກມາ ເຍິງມັນໄວ້ຢູ່ລະຫວ່າງນາງກັບເພິ່ນ ປິ່ນກະຈົກໄປຫາເພິ່ນ ເພື່ອວ່າເພິ່ນຈະໄດ້ເວົ້າຢູ່ຕໍ່ໜ້າກະຈົກ ໃນຂະນະທີ່ຍິງໜຸ່ມຢືນຢູ່ຕໍ່ໜ້າເພິ່ນ. ບໍ່ເປັນໜ້າແປກໃຈເລີຍ, ທີ່ທັງສອງບໍ່ສາມາດເວົ້າລົມກັນແບບມີປະສິດທິພາບ ຫລື ຢ່າງຈິງໃຈ. ມັນເປັນການສາທິດທີ່ມີພະລັງ ເຖິງຄວາມຫຍຸ້ງຍາກ ເລື່ອງການສື່ສານ ແລະ ການຮັບໃຊ້ຄົນອື່ນ ຖ້າຫາກເຮົາຄິດແຕ່ນຳຕົນເອງ ແລະ ເຫັນແຕ່ຕົນເອງ ແລະ ເຫັນແຕ່ຄວາມຕ້ອງການຂອງຕົນເອງ. ແລ້ວເພິ່ນໄດ້ວາງກະຈົກລົງໄວ້, ແລ້ວ ຈັບກອບຮູບຂຶ້ນມາ, ແລະ ເຍິງມັນໄວ້ຢູ່ລະຫວ່າງເພິ່ນກັບຍິງໜຸ່ມຄົນນັ້ນ. … ພວກເຮົາເຫັນໄດ້ວ່າ ຍິງໜຸ່ມກາຍເປັນຈຸດສຳຄັນໃນສາຍຕາຂອງເພິ່ນ ແລະ ການຮັບໃຊ້ທີ່ແທ້ຈິງ ຮຽກຮ້ອງໃຫ້ເຮົາເອົາໃຈໃສ່ຕໍ່ຄວາມຕ້ອງການ ແລະ ຄວາມຮູ້ສຶກຂອງຄົນອື່ນ. ເຮົາມັກຈະຄິດກ່ຽວກັບຕົນເອງເລື້ອຍໆ ແລະ ຄິດນຳພາລະກິດຂອງເຮົາ—ເມື່ອເຮົາຫລຽວເບິ່ງຕົນເອງໃນກະຈົກ ໃນຂະນະທີ່ເຮົາພະຍາຍາມຫລຽວຫາໂອກາດທີ່ຈະຮັບໃຊ້—ເຮົາຈະບໍ່ສາມາດເຫັນຄວາມຕ້ອງການຂອງຄົນອື່ນຢ່າງແຈ່ມແຈ້ງ.”8
ປະທານມອນສັນ ໄດ້ເຕືອນເຮົາເລື້ອຍໆວ່າ ເຮົາ “ຖືກອ້ອມຮອບໄປດ້ວຍຄົນທີ່ຕ້ອງການ ຄວາມສົນໃຈ, ການຊຸກຍູ້, ກຳລັງໃຈ, ການປອບໂຍນ, ແລະ ຄວາມເມດຕາ ຈາກເຮົາ—ຮ່ວມດ້ວຍຄົນໃນຄອບຄົວ, ໝູ່ເພື່ອນ, ຄົນລຶ້ງເຄີຍ, ຫລື ຄົນແປກໜ້າ.” ເພິ່ນໄດ້ກ່າວວ່າ, “ເຮົາເປັນພຣະຫັດຂອງພຣະຜູ້ເປັນເຈົ້າ ຢູ່ໃນໂລກນີ້, ໂດຍຖືກບັນຊາໃຫ້ຮັບໃຊ້ ແລະ ຊ່ວຍເຫລືອລູກໆຂອງພຣະອົງ. ພຣະອົງເພິ່ງອາໄສເຮົາແຕ່ລະຄົນ.”9
ປີແລ້ວນີ້ ໃນເດືອນມັງກອນ, ວາລະສານ Friend ແລະ Liahona ໄດ້ຊັກຊວນເດັກນ້ອຍທຸກຄົນ ຕະຫລອດທົ່ວໂລກ ໃຫ້ເຮັດຕາມຄຳແນະນຳຂອງປະທານມອນສັນ—ໃຫ້ເປັນພຣະຫັດຂອງພຣະຜູ້ເປັນເຈົ້າ. ເດັກນ້ອຍໄດ້ຖືກຊັກຊວນໃຫ້ຮັບໃຊ້—ບໍ່ວ່າຫລາຍ ຫລື ໜ້ອຍ. ແລ້ວພວກເຂົາໄດ້ຖືກຊຸກຍູ້ໃຫ້ຂີດອ້ອມນິ້ວມື ໃສ່ໃນເຈ້ຍ, ຕັດຮອຍມືໃນເຈ້ຍອອກ, ຂຽນການຮັບໃຊ້ທີ່ພວກເຂົາໄດ້ເຮັດໃສ່ໃນຮອຍມືນັ້ນ, ແລະ ສົ່ງມັນໄປໃຫ້ພະແນກວາລະສານ. ຫລາຍຄົນພວກເຈົ້າ ທີ່ກຳລັງຟັງຢູ່ໃນຄ່ຳຄືນນີ້ ອາດເປັນເດັກນ້ອຍໃນຈຳນວນຫລາຍພັນຄົນ ທີ່ໄດ້ຮັບໃຊ້ດ້ວຍຄວາມຮັກ ແລະ ໄດ້ສົ່ງຮອຍມືເຂົ້າໄປ.10
ເມື່ອເດັກນ້ອຍຮຽນຮູ້ທີ່ຈະຮັກ ແລະ ຮັບໃຊ້ຄົນອື່ນ ຕອນພວກເຂົາຍັງນ້ອຍ, ພວກເຂົາຈະຕັ້ງແບບແຜນເຖິງການຮັບໃຊ້ໄວ້ໃຫ້ຕົນຕະຫລອດຊົ່ວຊີວິດ. ສ່ວນຫລາຍແລ້ວ ເດັກນ້ອຍຈະສອນເຮົາວ່າ ການສະແດງຄວາມຮັກ ແລະ ການຮັບໃຊ້ ບໍ່ຈຳເປັນຕ້ອງຫລາຍ ຫລື ໃຫຍ່ໂຕ ຈຶ່ງຈະມີຄວາມໝາຍ ແລະ ສ້າງຄວາມແຕກຕ່າງ.
ຄູສອນຂອງຊັ້ນປະຖົມໄວ ໄດ້ແບ່ງປັນຕົວຢ່າງດັ່ງຕໍ່ໄປນີ້: “ມື້ນີ້,” ລາວເວົ້າ, “ຫ້ອງຮຽນເດັກອາຍຸ ຫ້າ ຫາ ຫົກປີ ໄດ້ເຮັດສາຍຄໍແຫ່ງຄວາມຮັກ. ແຕ່ລະຄົນໄດ້ແຕ້ມຮູບໃສ່ເຈ້ຍຕ່ອນໜຶ່ງ: ຕ່ອນໜຶ່ງແມ່ນຮູບຕົວເອງ, ຕ່ອນໜຶ່ງແມ່ນຮູບພຣະເຢຊູ, ແລະ ຕ່ອນອື່ນໆ ແມ່ນຮູບຄົນໃນຄອບຄົວ ແລະ ຄົນທີ່ພວກເຂົາຮັກ. ພວກເຮົາໄດ້ຕິດມັນເຂົ້າກັນເປັນສາຍຄໍແຫ່ງຄວາມຮັກ. ໃນຂະນະທີ່ພວກເຂົາແຕ້ມຮູບຢູ່ນັ້ນ, ພວກເຂົາໄດ້ເວົ້າເຖິງຄອບຄົວຂອງຕົນ.
“ນາງ ແຮເຕີ ໄດ້ເວົ້າວ່າ, ‘ຂ້ອຍຄິດວ່າ ເອື້ອຍຂ້ອຍບໍ່ຮັກຂ້ອຍ. ພວກເຮົາຜິດຖຽງກັນເລື້ອຍໆ. … ຂ້ອຍຊັງຕົວເອງ. ຊີວິດຂ້ອຍບໍ່ດີ.’ ແລະ ນາງໄດ້ເອົາຫົວໝູບລົງໃສ່ມື.
“ຂ້າພະເຈົ້າໄດ້ຄິດກ່ຽວກັບຄອບຄົວຂອງນາງ ແລະ ຮູ້ສຶກວ່າ ນາງອາດມີບັນຫາໃນຊີວິດແທ້ໆ. ແຕ່ຫລັງຈາກນາງ ແຮເຕີ ໄດ້ເວົ້າ, ນາງ ແອນນາ ຜູ້ນັ່ງຢູ່ສົ້ນໂຕະ, ໄດ້ເວົ້າວ່າ, ‘ແຮເຕີ, ຂ້ອຍຊິເອົາເຈົ້າມາຕິດໃສ່ສາຍຄໍຂ້ອຍ ຢູ່ລະຫວ່າງຂ້ອຍກັບພຣະເຢຊູ ເພາະພຣະອົງຮັກເຈົ້າ ແລະ ຂ້ອຍກໍຮັກເຈົ້າ.’
“ເມື່ອນາງ ແອນນາ ໄດ້ເວົ້າແນວນັ້ນ, ນາງ ແຮເຕີ ໄດ້ຄານໄປຕາມກ້ອງໂຕະ ໄປຫານາງ ແອນນາ ແລະ ໂອບກອດນາງ.
“ໃນທ້າຍຫ້ອງຮຽນ, ຕອນແມ່ຕູ້ຂອງນາງມາຮັບເອົານາງ, ນາງ ແຮເຕີ ໄດ້ເວົ້າວ່າ, ‘ແມ່ຕູ້ຮູ້ບໍ່? ພຣະເຢຊູຮັກຂ້ານ້ອຍ.’”
ເມື່ອເຮົາເອື້ອມອອກໄປໃນຄວາມຮັກ ແລະ ໃນການຮັບໃຊ້ ເຖິງແມ່ນໃນວິທີທີ່ເລັກນ້ອຍ, ຫົວໃຈຈະປ່ຽນແປງ ແລະ ອ່ອນໂຍນລົງ ເມື່ອຄົນອື່ນຮູ້ສຶກເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າ.
ເຖິງຢ່າງໃດກໍຕາມ, ບາງເທື່ອ ເປັນເພາະຫລາຍຄົນທີ່ຢູ່ອ້ອມຮອບເຮົາ ຕ້ອງການຄວາມຊ່ວຍເຫລືອ ແລະ ການແບ່ງເບົາຈາກພາລະ, ມັນອາດເປັນສິ່ງຍາກສຳລັບເຮົາທີ່ຈະສະໜອງຄວາມຕ້ອງການຢ່າງຫລວງຫລາຍເຫລົ່ານັ້ນ.
ເອື້ອຍນ້ອງທັງຫລາຍ, ພວກທ່ານຫລາຍຄົນທີ່ກຳລັງຟັງຢູ່ນີ້ ອາດຮູ້ສຶກວ່າ ພວກທ່ານໄດ້ພະຍາຍາມຈົນສຸດຂີດແລ້ວ ເພື່ອສະໜອງຄວາມຕ້ອງການຂອງຄົນໃນຄອບຄົວ. ຈົ່ງຈື່ຈຳໄວ້ວ່າ, ເມື່ອທ່ານເຮັດວຽກງານປະຈຳວັນເຫລົ່ານັ້ນ ແລະ ສ່ວນຫລາຍເປັນວຽກງານທີ່ໜ້າເບື່ອ, ພວກທ່ານ “ກໍຮັບໃຊ້ພຣະເຈົ້າຂອງພວກທ່ານນັ້ນເອງ.”11
ພວກທ່ານຫລາຍຄົນອື່ນໆ ອາດຮູ້ສຶກເຖິງຄວາມເປົ່າປ່ຽວ ຊຶ່ງທ່ານສາມາດຕື່ມເຕັມໄດ້ ເມື່ອທ່ານຊອກຫາໂອກາດໃນເພື່ອນບ້ານໃກ້ຄຽງ ແລະ ໃນຊຸມຊົນຂອງທ່ານ ເພື່ອຊ່ວຍແບ່ງເບົາພາລະໃຫ້ກັນແລະກັນ.
ເຮົາທຸກຄົນສາມາດຮ່ວມການຮັບໃຊ້ບາງຢ່າງ ເຂົ້າກັບຊີວິດປະຈຳວັນຂອງເຮົາໄດ້. ເຮົາມີຊີວິດຢູ່ໃນໂລກທີ່ ມັກຂັດແຍ້ງກັນ. ເຮົາຮັບໃຊ້ເມື່ອເຮົາບໍ່ວິຈານ, ເມື່ອເຮົາບໍ່ເວົ້າຂວັນນິນທາ, ເມື່ອເຮົາຢຸດຕັດສິນຄົນອື່ນ, ເມື່ອເຮົາຍິ້ມ, ເມື່ອເຮົາກ່າວຂອບໃຈ, ແລະ ເມື່ອເຮົາອົດທົນ ແລະ ມີເມດຕາ.
ການຮັບໃຊ້ຢ່າງອື່ນໆ ຈະຕ້ອງໃຊ້ເວລາ, ຕ້ອງວາງແຜນດ້ວຍຄວາມຕັ້ງໃຈ, ແລະ ຕ້ອງໃຊ້ພະລັງເພີ່ມເຕີມ. ແຕ່ມັນກໍກຸ້ມຄ່າ ໃນຄວາມພະຍາຍາມທັງໝົດ. ບາງທີເຮົາສາມາດເລີ່ມຕົ້ນ ໂດຍການຖາມຄຳຖາມ ເຫລົ່ານີ້.
-
ເຮົາສາມາດຊ່ວຍເຫລືອຄົນທີ່ເຮົາຮູ້ຈັກໄດ້ແນວໃດ ໃນມື້ນີ້?
-
ມີເວລາໃດບໍ ແລະ ແຫລ່ງໃດບໍ ທີ່ເຮົາມີ?
-
ເຮົາສາມາດໃຊ້ພອນສະຫວັນ ແລະ ຄວາມຊຳນານຂອງເຮົາ ໃນວິທີໃດແດ່ ເພື່ອເປັນພອນໃຫ້ແກ່ຄົນອື່ນ?
-
ເຮົາຄວນເຮັດຫຍັງແດ່ເປັນຄອບຄົວ?
ປະທານດີເດີ ແອັຟ ອຸກດອບ ໄດ້ສອນວ່າ:
“ທ່ານຕ້ອງເຮັດ … ສິ່ງທີ່ສານຸສິດຂອງພຣະຄຣິດໄດ້ເຮັດ ໃນທຸກຍຸກທຸກສະໄໝ ນັ້ນຄື: ປຶກສາຫາລືນຳກັນ, ໃຊ້ແຫລ່ງທັງໝົດທີ່ມີໃຫ້, ສະແຫວງຫາການດົນໃຈຈາກພຣະວິນຍານບໍລິສຸດ, ທູນຂໍການຢືນຢັນຈາກພຣະຜູ້ເປັນເຈົ້າ, ແລະ ແລ້ວໃຫ້ເລີ່ມຕົ້ນລົງມືເຮັດວຽກງານ.
ເພິ່ນໄດ້ກ່າວວ່າ: “ຂ້າພະເຈົ້າສັນຍາກັບທ່ານວ່າ, ຖ້າຫາກທ່ານຈະເຮັດຕາມແບບແຜນນີ້, ທ່ານຈະໄດ້ຮັບການນຳພາພິເສດໂດຍສະເພາະ ທີ່ຈະຮູ້ຈັກວ່າ ຄົນໃດ, ສິ່ງໃດ, ເມື່ອໃດ, ແລະ ບ່ອນໃດ ທີ່ທ່ານສາມາດຮັບໃຊ້ ໃນວິທີທາງຂອງພຣະຜູ້ເປັນເຈົ້າໄດ້.”12
ເມື່ອໃດກໍຕາມທີ່ຂ້າພະເຈົ້າຄິດວ່າ ຈະເປັນແນວໃດ ຕອນພຣະຜູ້ຊ່ວຍໃຫ້ລອດສະເດັດມາອີກ, ຂ້າພະເຈົ້າໄດ້ຄິດເຖິງຕອນທີ່ພຣະອົງ ໄດ້ໄປຢ້ຽມຢາມຊາວນີໄຟ ຕອນພຣະອົງໄດ້ຖາມວ່າ:
“ມີຜູ້ໃດເຈັບປ່ວຍຢູ່ໃນບັນດາພວກເຈົ້າບໍ? ຈົ່ງນຳເອົາພວກເຂົາມານີ້. ມີຜູ້ໃດທີ່ເປັນລ່ອຍ, ຫລື ຕາບອດ, ຫລື ຂາເສຍ, ຫລື ພິການ, ຫລື ເປັນຂີ້ທູດ, ຫລື ຫ່ຽວແຫ້ງ, ຫລື ຫູໜວກ, ຫລື ເປັນທຸກອັນໃດບໍ່? ຈົ່ງນຳເອົາພວກເຂົາມານີ້ ແລະ ເຮົາຈະປິ່ນປົວພວກເຂົາ, ເພາະເຮົາມີຄວາມເມດຕາສົງສານເຈົ້າ; ອຸທອນຂອງເຮົາເຕັມໄປດ້ວຍຄວາມເມດຕາສົງສານ. …
“… [ພຣະຜູ້ຊ່ວຍໃຫ້ລອດ] ໄດ້ປິ່ນປົວພວກເຂົາທຸກຄົນ.”13
ແຕ່ໃນເວລານີ້, ພຣະອົງຂໍໃຫ້ເຮົາເປັນພຣະຫັດຂອງພຣະອົງ.
ຂ້າພະເຈົ້າຮູ້ຈັກວ່າ ເປັນເພາະຄວາມຮັກທີ່ມີຕໍ່ພຣະເຈົ້າ ແລະ ຕໍ່ຄົນອື່ນໆ ຈຶ່ງເຮັດໃຫ້ຊີວິດມີຄວາມໝາຍ. ຂໍໃຫ້ເຮົາຈົ່ງເຮັດຕາມແບບຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ຕາມຄຳຕັກເຕືອນຂອງພຣະອົງວ່າ ໃຫ້ເຮົາເອື້ອມອອກໄປຫາຄົນອື່ນດ້ວຍຄວາມຮັກ.
ຂ້າພະເຈົ້າເປັນພະຍານເຖິງຄຳສັນຍາທີ່ແທ້ຈິງຂອງປະທານເຮັນຣີ ບີ ໄອຣິງ ວ່າ “ຖ້າ [ເຮົາຈະ] ໃຊ້ຂອງປະທານ [ຂອງເຮົາ] ເພື່ອຮັບໃຊ້ຄົນອື່ນ, [ແລ້ວເຮົາຈະ] ຮູ້ສຶກເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າ ສຳລັບຄົນຜູ້ນັ້ນ. [ເຮົາຈະ] ຮູ້ສຶກເຖິງຄວາມຮັກຂອງພຣະອົງອີກ ທີ່ມີຕໍ່ [ເຮົາ].”14 ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.
ໝາຍເຫດ: ໃນວັນທີ 2 ເດືອນເມສາ 2016, ຊິດສະເຕີ ເອສ໌ປລິນ ໄດ້ຖືກປົດຈາກການເປັນທີ່ປຶກສາທີໜຶ່ງ ໃນຝ່າຍອົງການປະຖົມໄວສາມັນ.